Monthly Archives: October 2023
ເຕັກນິກການຟັກໄຂ່ (ໄກ່, ເປັດ)
1. ຂັ້ນຕອນວິທີການຟັກໄຂ່ໄກ່, ເປັດເທບ
1.1 ອຸນຫະພູມ (Temperrature c)
ປັດໄຈສຳຄັນທີ່ສຸດໃນການຟັກໄຂ່ ເພາະວ່າໃນເວລາມີຄວາມຮ້ອນຈະເຮັດໃຫ້ໜ່ວຍໄຂ່ມີການຂະຫຍາຍຕົວ ອຸນຫະພູມໃນຊ່ວງທຳອິດຕ້ອງສູງກວ່າຊ່ວງປົກກະຕິ ຈະຊ່ວຍໃຫ້ຕົ້ນອ່ອນຂະຫຍາຍຕົວໄວໄຂ່ຂາວຈະເຊື່ອມເຂົ້າຫາໄຂ່ແດງໄວຂື້ນ. ໃນໄລຍະຟັກໄຂ່ນັ້ນ ສ່ວນຫົວຂອງໄຂ່ຕ້ອງໃຫ້ຖືກຄວາມຮ້ອນ(ດູດຊືມຄວາມຮ້ອນ) ດັ່ງນັ້ນ, ຄວາມຮ້ອນສູງໃນໄລຍະທຳອິດມີຜົນດີຕໍ່ການຂະຫຍາຍຕົວຂອງອະໄວຍະວະຂອງຕົວອ່ອນ.
ການຟັກໄຂ່ໃນຊ່ວງກາງ(ໄລຍະກາງ) ເຊິ່ງໄຂ່ເລີ່ມລະບາຍຄວາມຮ້ອນອອກ ດັ່ງນັ້ນ, ບໍ່ຄວນໃຊ້ຄວາມຮ້ອນສູງ(ລຸດອຸນຫະພູມລົງ) ເພື່ອເຮັດໃຫ້ໄຂ່ລະບາຍຄວາມຮ້ອນໄດ້ດີ.
ໄລຍະທ້າຍກໍ່ຫຼຸດຄວາມຮ້ອນລົງ ບໍ່ຄວນເພີ່ມຄວາມຮ້ອນແຕ່ບໍ່ໃຫ້ຂາດຄວາມຮ້ອນຈະເຮັດໃຫ້ຂະບວນການເຕີບໂຕຂອງຕົວອ່ອນບໍ່ຂະຫຍາຍຕົວ
ການນຳໃຊ້ອຸນຫະພູມໃຫ້ຕູ້ຟັກໄຂ່ໄກ່,ເປັດມີດັ່ງລຸ່ມນີ້
ຈຳນວນມື້ອົບ | ອຸນຫະພູມຕູ້ຟັກທັນສະໄໝ | ອຸນຫະພູມຕູ້ຟັກທຳມະດາ |
1-10 ມື້ | 38,3-38 | 38,5-38,3 |
11-19 ມື້ | 37,9-37,7 | 38-37,7 |
20-25 ມື້ | 37,6-37,4 | 37,6-37,5 |
26-31 ມື້ | 37,8-37,7 | 37,8-37,7 |
32-35 ມື້ | 37,5-37,4 |
1.2 ຄວາມຊຸ່ມ (Humidity)
– ຄວາມຊຸ່ມໃນຕູ້ຟັກມີຄວາມສຳຄັນຫຼາຍໃນການຟັກໄຂ່ເໜືອນກັບອຸນຫະພູມ
– ໃນຊ່ວງທຳອິດທີ່ອຸນຫະພູມສູງນັ້ນ ການລະເຫີຍອາຍນໍ້າໃນໄຂ່ຂາວຈະສູງຂື້ນໃນເວລານີ້ນໍ້າມີບົດບາດເຂົ້າໄປເຈືອຈາງກັບທາດບຳລຸງລ້ຽງພາຍໃນ
– ໃນຊ່ວງກາງ(ໄລຍະກາງ) ແຕ່ມື້ທີ່ 15-17 ອະໄວຍະວະຕ່າງໆໃນໜ່ວຍໄຂ່ຈະປະກອບເປັນຮູບເປັນຮ່າງອາຍນໍ້າຈະຖືກລະບາຍອອກທາງດ້ານນອກ ໂດຍຂະບວນການແລກປ່ຽນທາດພາຍໃນ
– ໃນຊ່ວງສຸດທ້າຍ(ໄລຍະແຕກເບາະ) ແມ່ນໄລຍະຕ້ອງການຄວາມຊຸ່ມທີ່ສູງ ເພື່ອຫຼີກເວັ້ນການຂາດນໍ້າຈະເຮັດໃຫ້ເຍື້ອຫຸ້ມໄຂ່ແຫ້ງ ເຮັດໃຫ້ເປັດນ້ອຍບໍ່ສາມາດເຈາະໄຂ່ອອກມານອກ
– ລະດັບການນຳໃຊ້ຄວາມຊຸ່ມໃນຕູ້ຟັກ
1-11 ມື້ ຄວາມຊຸ່ມ 64-65%
12-13 ມື້ ຄວາມຊຸ່ມ 55-57%
32-35 ມື້ ຄວາມຊຸ່ມ 80-85%
1.3 ການລະບາຍອາກາດຂອງໄຂ່ (ໄກ່, ເປັດ)
ໄຂ່ເປັດເທບ, ໄຂ່ເປັດລາດ ມີນໍ້າໜັກ 70-80 ກຼາມ/ໜ່ວຍ ມັນສາມາດດູດຊືມທາດອົກຊີແຊນ (Oxygen) ໄດ້ 9,169 Cm3 ແລະ ສາມາດຖ່າຍເທທາດກາກໂບນິກ (Carbonic)ອອກໄດ້ 6,607 Cm3 ແຕ່ວ່າໄຂ່ໄກ່ສາມາດດູດຊືມຈຳນວນບໍລິມາດອົກຊີແຊນໄດ້ 4,000 m3 ແລະ ຖ່າຍເທທາດກາກໂບນິກໄດ້ 3,536 m3 ຍ້ອນເຫດດັ່ງກ່າວມານັ້ນ. ຕູ້ຟັກໄຂ່ຕ້ອງສາມາດເຮັດໜ້າທີ່ແລກປ່ຽນທາດພາຍໃນໄດ້ດີທີ່ສຸດ.
ພາຍໃນຕູ້ຟັກໄຂ່ປະລິມານອົກຊີແຊນ ແມ່ນ 21% ແລະ ທາດກາກໂບນິກ 0,4-0,1%. ຖ້າວ່າທາດກາດໂບນິກມີສູງກວ່າ 0,4% ຈະມີຜົນກະທົບຕໍ່ການຈະເລີນເຕີບໂຕຂອງໂຕອ່ອນ ອັດຕາການຕາຍຈະສູງ, ປະລິມານທາດອົກຊີແຊນບໍ່ໃຫ້ຫຼຸດ 15% ຄວາມໄວຂອງພັດລົມພາຍໃນຕູ້ຟັກໄຂ່ແມ່ນ 300 ຮອບ/ນາທີ, ແຕ່ພາຍໃນຕູ້ເບາະ 40-45 cm/ນາທີ
ວິທີການກວດກາດ້ານຊີວະວິທະຍາ(ການສ່ອງໄຂ່)
ຕາຕະລາງ: ການກວດໄຂ່
ຊະນິດ | ເທື່ອທີ 1 | ເທື່ອທີ 2 | ເທື່ອທີ 3 |
ໄຂ່ໄກ່ | 7 | 14 | 18 |
ໄຂ່ເປັດເທບ | 9 | 15 | 30 |
ໄຂ່ເປັດລາດ | 8 | 13 | 25 |
ໄຂ່ຫ່ານ | 9 | 15 | 28
|
1.4 ການເອົາໄກ່ນ້ອຍ,ເປັດນ້ອຍອອກຈ່ກຕູ້ຟັກ
– ຄ່ອຍໆເອົາຖາດບັນຈຸໄກ່ນ້ອຍແຕກເບາະອອກຈາກເຄື່ອງເທື່ອລະອັນ, ເອົາຖາດວາງໄວ້ເທິງໂຕະຄັດເລືອກໄກ່ນ້ອຍຕ້ອງເຮັດມືເບົາໆ, ຄັດເລືອກເອົາໄກ່ນ້ອຍແຂງແຮງ, ວ່ອງໄວ, ຢືນໄດ້ແຂງແຮງ, ຂົນເຫຼື້ອມດີສະອາດ, ສາຍບືແຫ້ງດີສະອາດ
– ຄັດໄກ່ນ້ອຍຈຳພວກອ່ອນແອ, ຂົນປຽກ, ສົລບ້ຽວ, ທ້ອງໃຫ່ຍ, ສາຍບືຕູນ, ຕາບອດ
– ພາຍຫຼັງເອົາໄກ່ນ້ອຍອອກໝົດແລ້ວຕ້ອງອານາໄມຂ້າເຊື້ອພາຍໃນຕູ້ໃຫ້ສະອາດ.
ແຫຼ່ງຂໍ້ມູນ: ເຕັກນິກການຟັກໄຂ່(ໄກ່, ເປັດ ສຳລັບຊາວກະສິກອນ), ສະຖານນີຄົ້ນຄວ້າແນວພັນສັດປີກໜອງແຕງ, ສູນຄົ້ນຄວ້າການລ້ຽງສັດ
ຂໍ້ມູນເພີ່ໃເຕີມຕິດຕໍ ທ ດວງຕາ ດວງວິໄລ
ເບີໂທ: 020 2202 1223
https://www.chickenfarmshop.com/article/3/การฟักไข่ให้ฟัก-100-ตอนที่-3-ปัจจัยสาคัญในการฟักไข่
วิธีการฟักไข่ ด้วยตู้ฟักไข่ให้ฟักออก 100% (ง่ายชนิดจับมือทำ)
ເຕັກນິກການຜະລິດເມັດພັນເຂົ້າບໍລິສຸດ
ເພື່ອຢາກໃຫ້ການປູກເຂົ້າຂອງຊາວນາໄດ້ຮັບຜົນຜະລິດທີ່ດີນັ້ນ ແມ່ນຈໍາເປັນຕ້ອງໄດ້ມີເງື່ອນໄຂ ແລະ ປັດໄຈອັນເໝາະສົມ ເພື່ອເຮັດໃຫ້ຕົ້ນເຂົ້າສາມາດຈະເລີນເຕີບໂຕໄດ້ດີ ແລະ ແຂງແຮງ ຊຶ່ງນຶ່ງໃນປັດໄຈເຫຼົ່ານັ້ນແມ່ນເມັດພັນ. ການທີ່ຊາວນາມີເມັດພັນເຂົ້າທີ່ມີຄຸນນະພາບດີນັ້ນຈະເຮັດໃຫ້ໂອກາດໃນການຜະລິດເຂົ້າໃຫ້ໄດ້ຮັບໝາກຮັບຜົນແມ່ນມີສູງກວ່າການນໍາໃຊ້ເມັດພັນທີ່ມີຄຸນນະພາບຕໍ່າ. (ຕາມຫຼັກການຊາວນາບໍ່ຄວນນໍາໃຊ້ແນວພັນເຂົ້າເກີນ 4 ລະດູ) ຜົນຂອງການສໍາຫຼວດພົບວ່າຊາວນາລາວຫຼາຍກວ່າ70 % ແມ່ນໃຊ້ເມັດພັນທີ່ພວກເຂົາເກັບໄວ້ເອງ, ປະມານ 25 % ໄດ້ຈາກການແລກປ່ຽນກັບເພື່ອນບ້ານ ແລະ ມີປະມານ 5 % ທີ່ຊື້ເມັດພັນຈາກສູນ, ສະຖານີ ຫຼື ຈາກຊາວນາທີ່ຜະລິດເມັດພັນຂາຍ.ຊາວນາຫຼາຍກວ່າ 90 % ຍັງບໍ່ທັນໄດ້ຮູ້ຈັກກັບເຕັກນິກການຜະລິດເມັດພັນໃຫ້ມີຄວາມບໍລິສຸດ ຫຼື ການເຮັດໃຫ້ເຂົ້າທີ່ເຊື່ອມຄຸນນະພາບ ຫຼື ເອີ້ນວ່າເຂົ້າກາຍພັນໃຫ້ກັບມານໍາໃຊ້ໄດ້ອີກ, ຊຶ່ງເຕັກນິກ ແລະ ຂັ້ນຕອນໃນການຜະລິດເມັດພັນເຂົ້າໃຫ້ມີຄວາມບໍລິສຸດ ນັ້ນມີດັ່ງລຸ່ມນີ້:
1. ການເກັບຮວງເຂົ້າ:
ເປັນຂັ້ນຕອນທີ່ມີຄວາມສໍາຄັນໃນການຜະລິດເມັດພັນບໍລິສຸດໃຫ້ມີຄຸນນະພາບດີ, ຮວງເຂົ້າທີ່ຈະມາປູກເພື່ອຜະລິດເປັນເມັດພັນບໍລິສຸດນີ້ ຕ້ອງເປັນຮວງແມ່ເທົ່ານັ້ນຊຶ່ງຮວງແມ່ນີ້ຈະມີພຽງ 1 ຮວງ ຕໍ່ເຂົ້າ 1 ສຸ່ມ ແລະ ເປັນຮວງທີ່ມີໃບວີສູງກວ່າໝູ່ຢູ່ພາຍໃນສຸມດຽວກັນ, ຮວງເຂົ້າທີ່ເກັບແລ້ວຕ້ອງລອກກາບໃບອອກແລ້ວນໍາໄປຕາກແດດປະມານ 3 – 4 ແດດ ຈຶ່ງເກັບມ້ຽນຢູ່ສະຖານທີ່ ທີ່ປອດໄພ.
2. ການຕຽມໜານກ້າ, ການຕົກກ້າ ແລະ ການບົວລະບັດຮັກສາ:
ຄວນເລືອກເອົາໄຮ່ນາທີ່ມີຄວາມຮາບພຽງ ແລະ ມີຄວາມອຸດົມສົມບູນດີສາມາດລະບາຍນໍ້າເຂົ້າ ແລະ ອອກໄດ້, ໜານກ້າຕ້ອງເຮັດເປັນໜານຄ້າຍຄືກັບໜານຜັກ ແລະ ເຮັດຮອ່ງລະບາຍນໍ້າເພື່ອປ້ອງກັນນໍ້າຖ້ວມໃນເວລາຕົກກ້າໃໝ່, ໜານກ້າຄວນໃຫ້ກວ້າງປະມານ 50 – 80 ຊຕມ, ຄວາມຍາວຂຶ້ນກັບສະຖານທີ່,ການຕົກກ້າແມ່ນໃຫ້ຕົກເປັນຮວງເພື່ອປ້ອງກັນການເຈືອປົນ ແລະ ສະດວກໃນການຈັດການເຂົ້າປົນໂດຍໃຫ້ເອົາຮວງເຂົ້າລົງແຊ່ນໍ້າ 24ຊົວໂມງ ແລ້ວທໍາການບົ່ມອີກ 24 ຊົ່ວໂມງ ໃນລະດູຝົນ ແລະ ບົ່ມ 48 ຊົ່ວໂມງ ໃນລະດູແລ້ງ ຫຼື ສັງເກດເຫັນເມັດເຂົ້າແຕກງອກອອກມາແມ່ນສາມາດເອົາໄປຕົກກ້າໄດ້,ເມື່ອວາງຮວງເຂົ້າລົງໃສ່ໜານກ້າແລ້ວໃຫ້ເຂ່ຍປີກຮວງເຂົ້າອອກຈາກກັນເພື່ອເຮັດໃຫ້ຕົ້ນກ້າທີ່ຈະເກີດມານັ້ນບໍ່ແອອັດກັນເກີນໄປ ຈາກນັ້ນໃຫ້ໃຊ້ຝາມືຂົ່ມຮວງເຂົ້າລົງຕົມເພື່ອປ້ອງກັນການໄຫຼປົນກັນຂອງຮວງເຂົ້າ ຊຶ່ງອາດຈະເກີດຂຶ້ນໄດ້ໃນເວລາມີຝົນຕົກ, ໄລຍະຫ່າງລະຫວ່າງຮວງຕໍ່ຮວງ 20 X 20 ຊຕມ, ເມື່ອອາຍຸກ້າໄດ້ 7-10 ວັນ ໃຫ້ໃສ່ຝຸ່ນເລັ່ງສູດ 46 – 0 – 0 ໃນອັດຕາ 10 ກຼາມ / 1 ຕາແມັດ, ບໍ່ຄວນຫວ່ານຝຸ່ນເລັ່ງຊ້າເກີນກ່ວາ 10 ວັນ ເພາະຈະເຮັດໃຫ້ຕົ້ນກ້າອ່ອນ ຊຶ່ງເວລາຫຼົກຈະເຮັດໃຫ້ຕົ້ນກ້າຂາດ, ຖ້າເປັນລະດູແລ້ງມີອາກາດໜາວຈະເຮັດໃຫ້ຕົ້ນກ້າສັ້ນ ດັ່ງນັ້ນໃນຕອນແລງໃຫ້ເອົານໍ້າເຂົ້າຖ້ວມຕົ້ນກ້າແລ້ວປະໄວ້ໝົດຄືນຕື່ນເຊົ້າມາຈຶ່ງເປັ່ງນໍ້າອອກ ເພື່ອເປັນການກະຕຸ້ນໃຫ້ຕົ້ນກ້າຍາວ, ຂັ້ນຕອນນີ້ສາມາດເຮັດໄດ້ຕໍ່ເນື່ອງນັບແຕ່ຕົ້ນກ້າມີອາຍຸໄດ້ 15 ວັນ ຈົນເຖິງ 25 ວັນ ຈາກນັ້ນໃຫ້ເປັ່ງນໍ້າອອກ ແລະ ຮັກສາລະດັບນໍ້າໃນຕາກ້າປະມານ 2 -5 ຊ ຕມ ເພື່ອເຮັດໃຫ້ຕົ້ນກ້າແຂງແຮງກ່ອນຈະນໍາໄປປັກດໍາ.
3. ການຫຼົກກ້າ ແລະ ການປັກດໍາ:
ອາຍຸກ້າທີ່ເໝາະສົມໃນການປັກດໍາແມ່ນ 25 – 30 ວັນ,ການຫຼົກກ້າຕ້ອງໄດ້ຫຼົກເປັນແຖວ (ຮວງ) ຕາມທີ່ໄດ້ຕົກໄວ້ນັ້ນ ແລ້ວມັດໄວ້ແຖວລະມັດເພື່ອຄວາມສະດວກໃນເວລາປັກດໍາ, ໄຮ່ນາທີ່ຈະໃຊ້ປັກດໍາເພື່ອຜະລິດເມັດພັນບໍລິສຸ
ດຕ້ອງມີຄວາມຮາບພຽງດີສາມາດລະບາຍນໍ້າ ເຂົ້າ ແລະອອກໄດ້, ຄວາມອຸດົມສົມບູນຂອງດິນຕ້ອງມີຄວາມສະໝໍ່າສະເໝີ, ປັດສະຈາກເຂົ້າເຮື້ອ ແລະ ຫຍ້າທີ່ເປັນອັນຕະລາຍທີ່ສໍາຄັນຕ້ອງປັກດໍາໃຫ້ທັນກັບລະດູການບໍ່ໃຫ້ຊ້າ ຫຼື ໄວ
ກວ່າລະດູການ ເພາະວ່າມັນຈະເຮັດໃຫ້ເກີດມີບັນຫາຕາມມາເຊັ່ນ: ເກີດການລະບາດຂອງພະຍາດ ແລະ ແມງໄມ້ ຊຶ່ງອາດເຮັດໃຫ້ການຈະເລີນເຕີບໂຕຂອງເຂົ້າບໍ່ສະເໝີດີ, ການປັກດໍາແມ່ນໃຫ້ນໍາໃຊ້ເຊືອກຜຽກ 3 ເສັ້ນ, ຜຽກຂ້າງ 2 ເສັ້ນ ແລະ ຜຽກດໍາ 1 ເສັ້ນ (ຜຽກຂ້າງ 2 ເສັ້ນໃຫ້ໃຊ້ ເຊືອກຟາງມັດເປັນປູດໃຫ້ຫ່າງກັນ30 ຊຕມ, ສ່ວນຜຽກດໍາ 1 ເສັ້ນ ໃຫ້ມັດຫ່າງກັນ 10 ຊຕມ).ການປັກດໍາໃຫ້ດໍາໄປຕາມປູດ ຂອງເຊືອກຜຽກທີ່ມັດໄວ້ນັ້ນເພື່ອເຮັດໃຫ້ມີຄວມສະດວກໃນການບົວລະບັດຮັກສາ ໂດຍແຖວເຂົ້າທີ່ປັກດໍາໄປນັ້ນຈະມີຄວາມສະມໍ່າສະເໝີດີ, ໃຫ້ປັກດໍາ 1 ກີບກ້າ ຕໍ່ສຸມ, 1 ຮວງຕໍ່ 1 ແຖວ (ລວງຍາວຂອງແຖວ 4 ແມັດ, ຈະປັກດໍາໄດ້ 40 ຕົ້ນ), ຖ້າວ່າກ້າບໍ່ພໍແຖວແມ່ນໃຫ້ປະໄວ້ເລີຍບໍ່ໃຫ້ເອົາກ້າ ຈາກຮວງອື່ນມາດໍາຕໍ່ໃສ່, ໃນກໍລະນີເຂົ້າທີ່ປັກດໍາໄປແລ້ວຫາກຕາຍແມ່ນຫ້າມບໍ່ໃຫ້ດໍາສ້າມເດັດຂາດເຖິງແມ່ນວ່າຈະເປັນກ້າຈາກຮວງດຽວກັນກໍ່ຕາມ, ຖ້າວ່າກ້າເຫຼືອໃຫ້ປັກໄວ້ຢູ່ຫົວແຖວໄລຍະຫ່າງລະຫວ່າງແຖວ 30 ຊັງຕີແມັດ, ໄລຍະຫ່າງລະຫວ່າງຕົ້ນ 10 ຊັງຕີເມັດ, ໄລຍະຫ່າງລະຫວ່າງແປງຕໍ່ແປງ 1 ແມັດ (ຖ້າເປັນແນວພັນດຽວກັນ), ຖ້າແນວພັນຕ່າງກັນໃຫ້ຍະຫວ່າງແປງຕໍ່ແປງເປັນ 2 ແມັດ.
4. ການບົວລະບັດຮັກສາ ແລະ ການຕັດເຂົ້າປົນ:
ການບົວລະບັດຮັກສາການຜະລິດເມັດພັນບໍລິສຸດແມ່ນຕ້ອງໄດ້ເອົາໃຈໃສ່ເປັນພິເສດເພາະຖ້າຜະລິດເມັດພັນບໍລິສຸດບໍ່ໄດ້ມາດຕະຖານມັນກໍ່ຈະສົ່ງຜົນສະທ້ອນເຖິງຄຸນນະພາບຂອງເມັດພັນລຸ້ນ 1 (Foundation Seeds) ດັ່ງນັ້ນ
ມັນມີຄວາມຈໍາເປັນທີ່ຈະຕ້ອງໄດ້ປະຕິບັດຕາມເທັກນິກວິຊາການຢ່າງເຄັ່ງຄັດ ຊຶ່ງຈະເລີ່ມແຕ່ການຈັດການນໍ້າຕ້ອງໃຫ້ມີຄວາມສະໝໍ່າສະເໝີທົ່ວທັງໄຮ່ນາ, ການຫວ່ານຝຸ່ນຕ້ອງໄດ້ຫວ່ານຢ່າງລະມັດລະວັງຫວ່ານເທື່ອລະໜ້ອຍ, ສະມໍ່າສະເໝີ ແລະ ໃຫ້ທົ່ວເຖິງບໍ່ວ່າຈະເປັນຝຸ່ນຄອກ ຫຼື ຝຸ່ນວິທະຍາສາດ, ການຕັດເຂົ້າປົນຈັດໄດ້ວ່າເປັນຕົວຕັດສິນເຖິງຄຸນນະພາບຂອງເມັດພັນເພາະສະນັ້ນ ຕ້ອງໄດ້ຕັດເຂົ້າປົນຢ່າງໜ້ອຍ 3 ຄັ້ງຄື: ຄັ້ງທີ 1 ໃຫ້ຕັດໃນຊ່ວງເຂົ້າແຕກກໍສູງສຸດໂດຍໃຫ້ສັງເກດເບີ່ງເປັນແຖວຖ້າແຖວໃດຫາກມີການຈະເລີນເຕີບໂຕແຕກຕ່າງຈາກແຖວອື່ນທີ່ເປັນສ່ວນໃຫຍ່ແມ່ນໃຫ້ຕັດຖີ້ມໝົດແຖວ, ຄັ້ງທີ 2 ແມ່ນໃຫ້ຕັດໃນຊວງເຂົ້າອອກຮວງ ໂດຍໃຫ້ສັງເກດເບີ່ງເຂົ້າແຖວໃດທີ່ອອກຮວງກ່ອນ ແລະ ຫຼັງໝູ່ເກີນ 7 ວັນ ຫຼື ພາຍໃນແຖວດຽວກັນເອງມີເຂົ້າສຸມໃດໜຶງອອກດອກກອ່ນໝູ່ ແລະ ຫຼັງໝູ່ 7 ວັນ ແມ່ນໃຫ້ຕັດຖີ້ມໝົດແຖວ, ຄັ້ງທີ 3 ແມ່ນໃຫ້ຕັດກ່ອນການເກັບກ່ຽວ 1 ອາທິດ ໂດຍໃຫ້ສັງເກດເບີ່ງລັກສະນະຕ່າງໆຂອງເມັດເຂົ້າເຊັ່ນ: ສີຂອງເມັດເຂົ້າ, ຮູບຮ່າງຂອງເມັດເຂົ້າ ແລະ ລັກສະນະ ອື່ນໆ ຖ້າສັງເກດເຫັນແຖວໃດມີເມັດເຂົ້າຕ່າງຈາກໝູ່ ແມ່ນໃຫ້ຕັດຖີ້ມໝົດແຖວເລີຍ.
5. ການເກັບກ່ຽວ:
ຫຼັງຈາກເຂົ້າອອກດອກໄດ້ 30 ວັນ ແມ່ນສາມາດເກັບກ່ຽວ ໄດ້ໂດຍໃຫ້ກ່ຽວເອົາແຖວທີ່ເລືອກໄວ້ລວມເຂົ້າໃສ່ກັນຈາກນັ້ນໃຫ້ຕາກແດດປະມານ 2 – 3 ແດດກອ່ນຈະເກັບກູ້,ການເກັບກ່ຽວນີ້ ຖ້າວ່າມີການເກັບຮວງທີ່ຖືກຕ້ອງຕາມ ເຕັກນິກຈະສາມາດເກັບກ່ຽວເອົາຜົນຜະລິດໄດ້ປະມານ 50 – 70 % ຂອງຈໍານວນແຖວທີ່ປູກແຕ່ຖ້າເກັບຮວງບໍ່ໄດ້ ຕາມເຕັກນິກຂອງການເກັບເອົາຮວງທີ່ກ່າວມາໃນຂໍ້ທີ 1 ນັ້ນ ການຜະລິດເມັດພັນບໍລິສຸດຈະບໍ່ປະສົບຜົນສໍາເລັດເພາະວ່າເຂົ້າແຕ່ລະແຖວທີ່ປູກດ້ວຍຮວງຈະອອກດອກບໍ່ພ້ອມກັນ ແລະ ຈະບໍ່ສາມາດຄັດເລືອກເອົາແຖວທີ່ດີໄດ້, ການຟາດແມ່ນໃຫ້ຟາດດ້ວຍມືແລ້ວຝັດເອົາເຂົ້າລີບ ແລະ ເສດເຟືອງອອກກ່ອນນໍາໄປເກັບຮັກສາໄວ້ໃນສະຖານທີ່ທີ່ປອດໄພ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/PM9gMqJ0COC4oRsV.pdf
https://www.chiataigroup.com/article-detail/Rice-MsLaeiad
https://www.nstda.or.th/agritec/rice-seed/
ສະໝູໄພໄລ່ແມງໄມ້ (ບີອີ 5)
ສະໝູນໄພໄລ່ແມງໄມ້ແມ່ນນໍ້າຢາປາບແມງໄມ້ ຫຼື ນໍ້າຢາໄລ່ແມງໄມ້ ທີ່ຜະລິດຈາກທຳມະຊາດຊະນິດໜຶ່ງທີ່ມີປະໂຫຍດ ປ້ອງກັນ ແລະ ຂັບໄລ່ສັດຕູພືດ ແລະ ພ້ອມທັງບຳລຸງພືດຜັກ ແລະ ຕົ້ນໄມ້ນຳອີກ ເຊີ່ງຜະລິດຈາກຊັບພະຍາກອນທີ່ຫາໄດ້ໃນທ້ອງຖີ່ນ, ຫາງ່າຍ, ຜະລິດງ່າຍ, ສາມາດເຮັດເອງໄດ້,ໃຊ້ເວລາໜ້ອຍ, ຕົ້ນທຶນຕ່ຳ, ບໍ່ເປັນອັນຕະລາຍຕໍ່ຜູ້ຜະລິດ, ຜູ້ບໍລິໂພກ, ແລະ ສີ່ງແວດລ້ອມນຳອີກ.
I. ສ່ວນປະສົມ
1. ຕຸກຢາງ ຫຼື ກວດແກ້ວມີຝາປິດ (ຕຸກນໍ້າດຶ່ມຂະໜາດ 1 ລິດ)
2. ເຫຼົ້າຂາວ (ປຸກ) 2 ຈອກ (ສ່ວນ)
3.ນໍ້າສົ້ມສາຍຊູ 1 ຈອກ (ສ່ວນ)
4.ນໍ້າຕານ ຫຼື ກາກນໍ້າຕານ 1 ຈອກ (ສ່ວນ)
5.ນໍ້າສະກັດຊີວະພາບ 1 ຈອກ (ສ່ວນ)
II. ວິທີຜະລິດ
ນຳເອົາເຫຼົ້າຂາວ,ນໍ້າສົ້ມສາຍຊູ, ນໍ້າຕານ ແລະ ນໍ້າສະກັດຊີວະພາບຕາມອັດຕາສ່ວນທີ່ໄດ້ກຳນົດໄວ້ ປະສົມກັນປິດຝາໄວ້ໃຫ້ແຈບດີແລ້ວສັ່ນໃຫ້ເຂົ້າກັນປະໄວ້ປະມາ− 24 ຊົ່ວໂມງ ກໍສາມາດນຳໄປໃຊ້ໄດ້
ສີ່ງທີ່ສຳຄັນ: ສະໝູນໄພທີ່ຫາໄດ້ຕາມພື້ນບ້ານ
ກາຜະລິດສະໝູນໄພໄລ່ແມງໄມ້ທີ່ຫາໄດ້ຢູ່ຕາມທ້ອງຖີ່ນ ແລະ ສາມາດຜະລິດເອງໄດ້ ຄື: ໃບໝາກເຂືອເຄືອ,
ຢາເສັ້ນປຸກ, ເຄືອເຂົາຮໍ, ຂົມກະເດົາ, ໃບວິກ, ໃບແຄຝັ່ງ,ໃບຫຍ້າຂິວ, ໝາກພິກ (ໝາກເຜັດ), ສີໄຄເຄື່ອງ, ຫົວຂ່າແກ່, ຫົວກະທຽມ, ດອກດາວເຮືອງ ແລະ ເປືອກໝາກກ້ຽງ.ນອກຈາກສະໝູນໄພ ທີ່ກ່າວມາຂ້າງເທິງແລ້ວຢາກໃຫ້ຊາວບ້ານຊອກ ແລະ ສັງເກດເບີ່ງສະໝູນໄພ ຫຼື ພືດຜັກຕ່າງໆທີ່ຫາໄດ້ຕາມພື້ນບ້ານທີ່ມີກີ່ນຂິວ, ກິ່ນເໝັນ,ລົດສົ້ມ, ລົດຝາດ, ລົດຂົມ, ລົດຮຶນ, ລົດເຜັດ ທີ່ແມງໄມ້ບໍ່ມັກກິນ ກໍສາມາດນຳມາປຸງແຕ່ງເປັນສະໝູນໄພໄລ່ແມງໄມ້ໄດ້
ວິທີຜະລິດມີ 2 ວິທີຄື:
ວິທີ ທີ 1: ນຳເອົາພືດຜັກສະໝູນໄພຕ່າງໆທີ່ມີ ມາຕຳໃຫ້ມຸ່ນເອົາໃສ່ຕຸກຢາງ ໃສ່ນໍ້າໃຫ້ຖ້ວມຢາ ແລະ ເອົາຝາປິດປະໄວ້ 24 ຊົ່ວໂມງກໍສາມາດນຳໄປໃຊ້ໄດ້ (ມີຫຼາຍຊະນິດປະສົມກັນຍີ່ງເປັນການດີ)
ວິທີທີ່ 2: ນຳເອົາພືດຜັກສະໝູນໄພຕ່າງໆທີ່ມີມາຕັດເປັນຕ່ອນນ້ອຍໆ, ມີອັດຕາສ່ວນ, ຂັ້ນຕອນ ແລະ ການເກັບຮັກສາກໍຄືກັນກັບການຜະລິດນໍ້າສະກັດຊີວະພາບ(ມີຫຼາຍຊະນິດປະສົມກັນກໍໄດ້)
III. ວິທີນຳໃຊ້
ນຳເອົາຢາຫົວເຊື້ອສະໝູນໄພໄລ່ແມງໄມ້ ໃນອັດຕາສ່ວນ 2 ບ່ວງແກງ ແລະ ສະໝູນໄພອື່ນໆທີ່ຫາໄດ້ຕາມພື້ນບ້າຢ່າງລະ 1-2 ບ່ວງແກງ ປະສົມນໍ້ 10 ລິດ ນຳໄປສີດພົ່ນ:
1. ສີດໄລ່ແມງໄມ້ທຸກຊະນິດທີ່ທຳລາຍພືດຜັກ ແລະ ຕົ້ນໄມ້ໃຫ້ທົ່ວ 3 ມື້ຕິດຕໍ່ກັນ. ໃນກໍລະນີປ້ອງກັນແມງໄມ້ ເຮົາ
ຄວນສີດ 1 ເທຶ່ອຕໍ່ອາທິດ ແລະ ຄວນສີດໃນຕອນແລງທີ່ບໍ່ມີແສງແດດກ້າໃຫ້ສັງເກດເບີ່ງແມງໄມ້ທຳລາຍຕອນກາງຄືນ ໃຫ້ສີດຕອນແລງ ແລະ ແມງໄມ້ທຳລາຍກາງເວັນໃຫ້ສີດຕອນເຊົ້າ
2. ໃຊ້ທາບາດແຜ, ຕຸ່ມ, ຂີ້ຫິດ, ຂີ້ກາກ ແລະ ຝີຂອງຄົນ
3. ໃຊ້ທາບາດແຜຂອງສັດ ໂດຍສະເພາະໝາເປັນເຮື້ອນຈະເຮັດໃຫ້ບາດແຜເຊົາ ແລະ ຂົນຈະປົ່ງອອກມາໃໝ່.
4. ໃຊ້ຂ້າເຫົາໂດຍນຳເອົາ BE 5 ປະມານ 1 ບ່ວງແກງປະສົມກັບນໍ້າ 10 ລິດ ແລ້ວຫົດຫົວໃຫ້ປຽກເອົາຜ້າຄຽນຫົວໄວ້ປະມານ 5 ຫາ 10 ນາທີແລ້ວໄປລ້າງອອກ.
IV. ຄຸນປະໂຫຍດ
1. ຊ່ວຍປ້ອງກັນ ແລະ ຂັບໄລ່ແມງໄມ້ ເພື່ອຫຼຸດຜ່ອນການທຳລາຍຂອງພະຍາດແມງໄມ້ ພ້ອມທັງບຳລຸງພືດຜັກ ແລະ ຕົ້ນໄມ້ນຳອີກ
2. ເປັນນໍ້າຢາຂ້າເຊື້ອ (ຄົນ ແລະ ສັດ) ຖ້າວ່າໃຊ້ລ້າງ ຫຼື ທາບາດແຜ,ຕຸ່ມ ແລະ ອຶ່ນໆ…
3. ຈະບໍ່ມີໂຕໄຮ ເມື່ອສີດໃສ່ຄອກໄກ່.
4. ເປັນນໍ້າຢາຂ້າເຫົາ
5. ສາມາດດັບກິ່ນໝັນໄດ້ດີ.
6. ບໍ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ
7. ຜະລິດງ່າຍ, ລົງທຶນຕ່ຳ ແລະ ໃຊ້ເວລາໜ້ອຍ.
8. ຜົນຜະລິດເພີ້ມຂຶ້ນ ແລະ ມີຄວາມຍືນຍົງ
V. ວິທີເກັບຮັກສາ
ສາມາດເກບຮກສາໄດ້ດົນກວ່າ 6 ຫາ 12 ເດືອນ ປິດຝາຖັງ ຫຼື ຕຸກໃຫ້ແຈບດີ ເກັບຮັກສາໄວ້ໃນຮົ່ມບ່ອນທີ່ມີອາກາດ ລ່ວງດີ
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/jKWRNRgK6t3Nfl7a.pdf
https://www.baanlaesuan.com/68611/garden-farm/farming-101/herbal-insect-repellent
http://www.vigotech.in.th/ข่าวเกษตรน่ารู้/สมุนไพรขับไล่แมลง.html
ຂໍ້ແນະນຳພະຍາດກາຝາກຂອງໝູ
ໝູສາມາດຕິດພະຍາດກາຝາກ ຊະນິດໂຕກົມຫຼາຍຊະນິດ ຊຶ່ງພະຍາດດງກ່າວຈະເຮັດໃຫ້ໝູໃຫຍ່ມີອັດຕາການຈະເລີນເຕີບໂຕຕ່ຳ ແລະ ຈະເຮັດໃຫ້ໝູນ້ອຍຖອກທ້ອງນໍ້າໜັກ ຫຼຸດ,ປອດອັກເສບ ແລະ ຕາຍໄດ້ ພະຍາດກາຝາກບາງຊະນິດຈາກໝູສາມາດຕິດແປດສູ່ຄົນໄດ້.
1. ພະຍາດແມ່ກາຝາກຂອງຫມູທີ່ຕິດແປດມາສູ່ຄົນ
– ສາມາດຕິດເຊື້ອພະຍາດກາຝາກທີ່ເອີ້ນວ່າ: ພະຍາດລໍຊໍ (Trichinella) ຕົວແກ່ຂອງພະຍາດຈະອາໃສ່ຢູ່ໃນ
ລຳໃສ້ໃນຂະນະທີ່ຕົວນາງຈະອາໃສຢູ່ໃນກ້າມຊີ້ນ. ພະຍາດນີ້ຈະບໍ່ເປັນອັນຕະລາຍຕໍ່ໝູ ສ່ວນສັດປະເພດອື່ນໆ
ທີ່ກິນຊີ້ນໝູທີ່ເປັນພະຍາດນີ້ຈະບໍ່ສາມາດຕິດພະຍາດນີ້ໄດ້. ໝູທີ່ຕິດພະຍາດລໍຊໍ ໂດຍການກິນໝູທີ່ຕິດເຊື້ອພະຍາດນີ້ຢູ່. ນອກຈາກນີ້ຍັງສາມາດຕິດຈາກການກິນຊີ້ນໝູ (ຊີ້ນໝູດິບທີ່ຢູ່ໃນເສດອາຫານຂອງຄົນທີ່ນຳໄປໃຫ້ໝູກິນ) ດັ່ງນັ້ນ, ຊີ້ນໝູທີ່ຈະນຳໄປໃຫ້ໝູຕ້ອງສຸກກ່ອນການທີ່ຈະເຮັດໃຫ້ຊີ້ນໝູສຸກຈະຊ່ວຍຂ້າພະຍາດໄດ້. ຄົນເຮົາກໍ່ສາມາດຕິດເຊື້ອພະຍາດນີ້ຈາກການກິນຊີ້ນໝູດິບ .
– ຖ້າລ້ຽງໝູແບບປະປ່ອຍ ຈະເຮັດໃຫ້ໝູຕິດເຊື້ອພະຍາດໂຕແປຈາກຄົນ ໂດຍການກິນພຶດທີ່ປົນເປື້ອນອາຈົມຂອງ
ຄົນ. ເມື່ອຄົນໄປກິນຊີ້ນໝູດີບ ຫຼື ປຸງແຕ່ງອາຫານບໍ່ສຸກດີ ທີ່ມີພະຍາດດັ່ງກ່າວຄົນເຮົາກໍ່ສາມາດຕິດເຊື້ອພະຍາດໂຕແປໄດ້ຄືກັນ. ດັ່ງນັນ, ບໍ່ຄວນລ້ຽງໝູແບບປະປ່ອຍຊະຊາຍ ແລະ ບໍ່ຄວນໃຫ້ເດັກນ້ອຍໄປຫຼີ້ນບ່ອນທີ່ມີຂີ້ໝູ.
2. ການຕິດເຊື້ອພະຍາດກາຝາກໂຕກົມໃນໝູ
ໝູສາມາດຕິດເຊື້ອພະຍາດແມ່ກາຝາກໄດ້ຫຼາຍຊະນິດ, ຄົນລ້ຽງໝູສາມາດເຫັນແມ່ທ້ອງໂຕກົມຍາວປະມານ 25 ຫາ 40 ຊມ ໃນອາຈົມຂອງໜູ. ໜູທີ່ມີອາຍຸ 2 ຫາ 5 ເດືອນ ເມື່ອໝູຕິດພະຍາດນີ້ຈະເຮັດໃຫ້ໝູຖອກທ້ອງ.
3. ການປີນປົວ ແລະ ການປ້ອງກັນພະຍາດ
ໝູທີ່ຕິດເຊື້ອ ພະຍາດແມ່ກາຝາກໂຕກົມສາມາດປີ່ນປົວໄດ້ໂດຍໃຊ້μາທີ່ເໜາະສົມເຊັ່ນ: ຢາປີເປີຣາຊີນ ໝູກຳລັງຖືພາ
ມານເຮົາຕອງຂ້າແມ່ທ້ອງກ່ອນທີ່ໝູຈະອອກລູກເພື່ອປ້ອງກັນໝູນ້ອຍທີ່ຈະເກີດອອກມາຕິດແມ່ພະຍາດກາຝາກໂຕກົມຊຶ່ງສາມາດຕິດແປດໄດ້ໂດຍທາງນໍ້ານົມ. ແມ່ທ້ອງໂຕໜຶ່ງສາມາດປ່ອຍໄຂ່ນັບເປັນລ້ານໆໜ່ວຍຕໍ່ມື້ອອກມາທາງອາຈົມ ໄຂ່ຂອງແມ່ກາຝາກສາມາດຕິດແປດໄປສູ່ໝູໂຕອື່ນໆຄອກໝູທີ່ມີການລ້ຽງໝູຢູ່ຕະຫຼອດ ຫຼື ຄອກໝູທີ່ລ້ຽງຊົ່ວ
ຄາວຕ້ອງໄດ້ອະນາໄມໃຫ້ສະອາດຢູ່ສະເໜີເພື່ອປ້ອງກັນການເກດພະຍາດແມ່ກາຝາກ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/6vMLlgHIF9ApqqFu.pdf
https://www.swinethailand.com/15645641/การควบคุมและป้องกันพยาธิไส้เดือนในสุกร
https://w1.med.cmu.ac.th/parasite/เรื่องมีอยู่ว่า/19574/
ຮໍໂມນເລັ່ງການຈະເລີນເຕີບໂຕ (ປຸ໋ຍເລັ່ງ)
ແມ່ນ ປຸ໋ຍເລັງ (ປຸ່ຍອິນຊີ) ຫລື ຝຸ່ນທຳມະຊາດຊະນິດ ໜື່ງທີ່ມີປະໂຫຍດ ໃນການບຳລຸງພືດຜັກ ແລະ ຕົ້ນໄມ້ເຮັດໃຫ້ໝາກໄມ້ໃຫຍ່ໄວ, ເມັດເຂົ້າຕຶ່ງດີ, ຫມາກໄມ້ຈັບດີ ແລະ ມີລົດຊາດຫວານ ນອກຈາກນັ້ນຍັງມີຄຸນປະໂຫຍດໃນການປັບປຸງບຳລຸງດິນ, ເປັນນໍ້າຢາເລັງຮາກ, ສາມາດເຮັດເອງໄດ້, ຜະລິດງ່າຍ, ໃຊ້ເວລາໜ້ອຍ, ຕົ້ນທຶນຕ່ຳ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ໃນພື້ນທີ່ ໂດຍການນຳໃຊ້ໝາກຮຸ່ງສຸກ, ໝາກອຶແກ່ ແລະ ໝາກກ້ວຍນໍ້າ.
1. ສ່ວນປະສົມ
1. ຖັງຢາງມີຝາປິດເຊັ່ນ: ຖັງສີ, ຖັງດຳ ຫຼື ຖັງຂຽວ ທີ່ມີຂາຍຢູ່ຕາມທ້ອງຕະຫຼາດ
2. ເປົາຂາວ
3. ໝາກອຶແກ່ 2 ກິໂລ
4. ໝາກຮຸ່ງສຸກ 2 ກິໂລ
5. ໝາກກ້ວຍນໍ້າ 2 ກິໂລ
6.ນໍ້າຕານ ຫຼື ນໍ້າອ້ອຍສົດ ຫຼື ກາກນໍ້າຕານ 4 ຫາ 5 ບ່ວງ
7.ນໍ້າສະກັດຊີວະພາບ 4 ຫາ5 ບ່ວງ
8.ນໍ້າສະອາດ 10 ລິດ
2. ວິທີຜະລິດ
1. ນຳເອົາໝາກອຶ, ໝາກຮຸ່ງສຸກ ແລະ ກ້ວຍນໍ້າສຸກ ມາຕັດເປັນຕ່ອນນ້ອຍໆ ເອົາໃສ່ເປົາຂາວ
2.ນຳເອົາເປົາຂາວທີ່ບັນຈຸສາມຢ່າງທີ່ກຽມໄວ້ໃສ່ໃສ່ຖັງ
3. ເອົານໍ້າຕານ, ນໍ້າສະກັດຊີວະພາບ ແລະ ນໍ້າລົງຕາມອັດຕາສ່ວນທີ່ໄດ້ກ່າວມາ ແລ້ວມັດເປົາໃວ້ເອົາວັດຖຸທີ່ໜັກມາເຕັງ, ອັດຝາໃຫ້ແໜ້ນແລ້ວເກັບໃວ້ໃນຮົ່ມ ທີ່ມີອາກາດລ່ວງດີ, ປະໄວ້ປະມານ 7 ຫາ 30 ມື້ ກໍສາມາດນຳໄປໃຊ້ໄດ້ ຫຼືເອົານໍ້າຮ່າຍໃສ່ຕຸກນໍ້າຢາງ(ຕຸກນໍ້າດຶ່ມ) ອັດຝາໃຫ້ແຈບດີເກັບໄວ້ຢູ່ຮົ່ມແລ້ວເຮົາສາມາດເກັບຮັກສາໄດ້ນານເຖິງ 1 ຫາ2 ປີ
3. ວິທີນຳໃຊ້
1.ນໍາເຂົ້າ: ໃຊ້ປະມານ 2 ບ່ວງແກງ ຕໍ່ນໍ້າ 5 ລິດ ສີດ ໄລຍະເຂົ້າທີ່ກຳລັງມານ ແລະ ເຂົ້າກົ້ມ (ເຂົ້າຖອກຮວງ)ແຕ່ຫ້າມເດັດຂາດບໍ່ໃຫ້ຊີດປຸ່ຍເລັ່ງໃສ່ຕອນທີ່ເກສອນບໍ່ທັນລົ່ນ)
2. ກ້າ: ຫລັງຈາກຫວ່ານກ້າໄດ້ 1 ອາທິດ ສີດນໍ້າປຸ໋ຍເລັ່ງໃນປະລິມານ 2 ບ່ວງແກງ ຕໍ່ນໍ້າ 5 ລິດ.
3. ພືດຜັກຕ່າງໆ: ໃຊ້ນໍ້າປຸ໋ຍເລັງ ປະມານ 2 ບ່ວງແກງ ຕໍ່ນໍ້າ 5ລິດ ສີດ 1 ເທຶ່ອ ຕໍ່ ຜັກຊຸດໜຶ່ງ (ສາມາດໃຊ້ກັບຜັກທຸກຊະນິດ) ສຳລັບພືດຜັກອາຍຸເກີນ 2 ເດືອນ ແລະ ພືດໃຫ້ ໝາກເຊັ່ນ: ກະລໍ່າປີ, ໝາກຖົ່ວຍາວ, ໝາກແຕງ, ໝາກອຶ ແລະອື່ນໆ ຄວນສີດປຸ໋ຍເລັ່ງ 1 ອາທິດ ຕໍ່ ເທື່ອ.
4. ຕົ້ນໄມ້ໃຫ້ໝາກ: ຄວນສີດປຸ໋ຍເລັ່ງ ກ່ອນອອກດອກ,ຕອນມັນເປັນຫມາກນ້ອຍໆ ແລະ ໝາກໄມ້ຍັງອ່ອນໃນອັດຕາສ່ວນປະສົມປຸ໋ຍນໍ້າ 2 ບ່ວງ ແກງ ຕໍ່ນໍ້າ 5 ລິດ
5. ດອກໄມ້: ສີດນໍ້າປຸ໋ຍເລັງ 2 ບ່ວງແກງ ຕໍ່ນໍ້າ 5 ລິດທຸກໆອາທິດ
6. ໃຊ້ແຊ່ກິ່ງໄມ້ ກ່ອນການປັກຊຳປະມານ 5 ນາທີ ໃນອັດຕາສ່ວນປະສົມ ປຸ໋ຍນໍ້າ 2 ບ່ວງແກງ ຕໍ່ນໍ້າ 5 ລິດ
7. ໃຊ້ໃນການໂທມ ຫຼື ໂອບງ່າໄມ້: ນຳເອົານໍ້າຮໍໂມນ ຫລື ເຊື້ອລາສີຂາວທີ່ຈັບຢູາຕາມເປົາໃນຖັງນັ້ນ ທາເບື້ອງເທິງຂອງປາກບາດ ແລ້ວເອົາດິນ ຫຼື ກາບພ້າວມາໂອບເພື່ອເລັ່ງໃຫ້ອອກຮາກໄວ.
4. ຄຸນປະໂຫຍດ
1. ເປັນນໍ້າປຸ໋ຍທີ່ເລັງການຈະເລີນໂຕບໂຕຂອງພືດ
2. ເມັດເຂົ້າຕຶ່ງດີ, ລຳຕົ້ນແຂງແຮງ, ໃຫຍ່ໄວ,ມີເມັດຫລາຍ, ບໍ່ມີເມັດລີບ ແລະ ມີນໍ້າໜັກດີ
3. ໝາກໄມ້ເປັນຫຼາຍ, ໃຫຍ່ໄວ, ຈັບດີ ແລະ ລົດຊາດແຊບ.
4. ເປັນນໍ້າຢາເລັ່ງຮາກຈະເຮັດໃຫ້ຮາກໄມ້ອອກໄວແລະ ແຂງແຮງ
5. ພືດຜັກໃຫຍ່ໄວ, ໝາກໃຫ່ຍ, ຈັບດີ, ນໍ້າໜັກດີ,ເກັບຮັກສາໄວ້ດົນ ແລະ ມີລົດຊາດແຊບ.
6. ຖ້າຫົດລົງດິນຈະປັບປຸງໂຄງສ້າງຂອງດິນ ແລະ ເພີ້ມປະລິມານອິນຊີວັດຖຸໃນດິນ ແລະ ຮັກສາຄວາມອຸດົມສົມບູຂອງດິນໄດ້ດີ
7. ບໍ່ເປັນອັນຕະລາຍຕໍ່ສີ່ງທີ່ມີຊີວິດໃນດິນ, ດິນ ແລະ ພືດ ເຖີງຈະໃຊ້ໃນປະລິມານຫລາຍ ແລະ ຕໍ່ເນື່ອງກໍຕາມ
8. ບໍ່ເປັນອັນຕະລາຍຕໍ່ຜູ້ຜະລິດ, ຜູ້ບໍລິໂພກ ແລະ ສະພາບແວດລ້ອມ.
9. ຊ່ວຍຫລຸດຜ່ອນການລະບາດຂອງສັດຕູພືດ
10. ປັບປຸງແລະເຮັດໃຫ້ສະພາບແວດລ້ອມດີຂຶ້ນ
11. ຜະລິດງ່າຍ, ລົງທຶນຕ່ຳ ແລະ ໃຊ້ເວລາໜ້ອຍ.
12. ຜົນຜະລິດເພີມຂຶ້ນ ແລະ ມີຄວາມຍືນຍົງ
5. ວິທີເກັບຮັກສາ
ສາມາດເກັບຮັກສາໄດ້ດົນກວ່າ 1 ຫາ 2 ປີຄວນເກັບຮັກສາໄວ້ໃນຮົ່ມບ່ອນທີ່ມີອາກາດລ່ວງດີ
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/cp4JGFc8WQBnE4W0.pdf
https://ngthai.com/science/30725/plant-nutrients/
https://li01.tci-thaijo.org/index.php/agritechjournal/article/view/217151
ການຂະຫຍາຍພັນໝາກມ່ວງດ້ວຍວິທີທາບງ່າ
ການທາບງ່າ ເປັນວິທີທີ່ນິຍົມກັນຫຼາຍໃນປະຈຸບັນ ເພາະວ່າການກ້າແກ່ນຈະເຮັດໃຫ້ມີການກາຍພັນໄດ້ງ່າຍ ດັ່ງນັ້ນວິທີນີ້ຈຶ່ງເປັນວິທີທີ່ເໝາະສົມທີ່ສຸດສຳລັບໝາກມ່ວງ. ການທາບງ່າຕົ້ນທີ່ໄດ້ຕາມສາຍພັນ ແລະ ຍັງມີຮາກແກ້ວທີ່ແຂງແຮງເຊັ່ງດຽວກັບການປູກດ້ວຍແກ່ນ ຕົ້ນພັນທີ່ໄດ້ຈາກການທາບງ່າກໍ່ຈະໃຫ້ຜົນຜະລິດໄວກວ່າການປູກດ້ວຍແກ່ນ.
1. ການກຽມຕົ້ນຕໍກ່ອນການທາບງ່າ
• ຕົ້ນຕໍທີ່ນໍາມາທາບ ໄດ້ຈາກການກ້າແກ່ນໝາກມ່ວງແກ້ວ.
• ອາຍຸຕົ້ນຕໍແມ່ນ 9 ເດືອນ ຫາ 1 ປີ ຂະໜາດຂອງລໍາຕົ້ນເທົ່າກັບສໍດໍາ, ມີສີຂຽວປົນສີ໌ນໍ້າຕານ
• ຕົ້ນຕໍທີ່ຊື່ີດີ, ແຂງແຮງປັດສະຈາກພະຍາດ ແລະ ແມງໄມ້ທໍາລາຍ, ບໍ່ມີບາດແຜ.
• ຕັດແຕ່ງຮາກຝອຍອອກພຽງເຫຼັກນ້ອຍ ຈາກນັ້ນຕັດປາຍຮາກແກ້ວອອກ (ຄວາມຍາວຂອງຮາກຈາກເຫງົ້າຮາກ ຫາ
ບ່ອນຕັດແມ່ນ 3 – 5 ຊຕມ ) ນໍາໄປລ້າງໃຫ້ສະອາດດີ.
• ຍັດມູດພ້າວຮອງກົ້ນຖົງຂາວທີ່ເຈາະຮູ 6 ຮູ, ຂະໜາດ ຂອງຖົງ4 X 6 ນີ້ວ.
• ນໍາຕົ້ນຕໍບັນຈຸລົງໃນຖົງຢາງທີ່ບ໌ັນຈຸມູດພ້າວແລ້ວ ແລະ ຍັດມູດພ້າວຕື່ມໃສ່ໃຫ້ພໍດີມັດປາກຖົງໄດ້ ແລະ ຍັດໃຫ້ແໜ້ນດີ.
• ໃຊ້ເຊືອກຟາງມັດປາກຖົງຢາງຕິດກັບຕົ້ນຕໍ ແລະ ມັດກາງຖົງເບົ້າຕົ້ນຕໍໃຫ້ແໜ້ນ .
2. ການປາດປາກບາດຕົ້ນຕໍ
• ຄວາມຍາວຂອງຕົ້ນຕໍທີ່ຈະທາບແມ່ນ 5 – 8 ຊຕມ (ຈາກປາກຖົງຫາບ່ອນປາດປາກບາດ).
• ປາດປາກບາດດ້ານໜ້າໃຫ້ມີຄວາມຍາວ 3-5 ຊຕມ.
• ປາກບາດດ້ານຫຼັງຄວາມຍາວ 0.5 ຊຕມ.
• ປາດແຕ່ລຸ່ມຂຶ້ ເທິງ.
• ລັກສະນະຂອງປາກບາດໃຫ້ເປ໌ັນປາກປາສະຫຼາມ.
• ປາດເລິກເຂົ້າໄປ 1/3 ຂອງເນື້ອໄມ້.
3. ການເລືອກງ່າພັນດີ
• ເລືອກງ່າຈາກຕົ້ນພໍ່ແມ່ພັນທີ່ເຄີຍໃຫ້ຜົນຜະລິດມາກ່ອນແລ້ວ.
• ງ່າທີ່ແຂງແຮງປັດສະຈາກພະຍາດ ແລະ ແມງໄມ້ເຈາະ.
• ງ່າທີ່ມີມຸມອ່ຽງ 45 ອົງສາ.
• ງ່າທີ່ມີອາຍຸ 9-12 ເດືອນ ແລະ ເປັນງ່າທີ່ມີສີຂຽວປົນສີ໌ນໍ້າຕານ.
• ງ່າທີ່ເໝາະກັບຕົ້ນຕໍ (ບໍ່ນ້ອຍ ແລະ ບໍ່ໃຫຍ່ກ່ວາຕົ້ນຕໍເກີນໄປ).
• ຄວາມຍາວຂອງງ່າແມນ 0.5 -1 ແມັດ.
• ງ່າຢູ່ນອກຊົງຟຸ່ມ ແລະ ໄດ້ຮັບແສງແດດຢ່າງທົ່ວເຖີງ.
4. ການປາດປາກບາດງ່າພັນດີ
• ປາດແຕ່ລຸ່ມຂຶ້ນເທິງ.
• ປາດເລິກເຂົ້າໄປ 1/3 ຂອງງ່າພ໌ັນດີ.
• ຄວາມຍາວຂອງປາກບາດແມ່ນ 3 – 5 ຊຕມ .
• ປາດດັກເຂົ້າໄປໃນງ່າພ໌ັນດີໃຫ້ເປັນຫຼີ້ມ 0.5 ຊຕມ.
5. ການປະກົບປາກບາດ
• ປະກົບປາກບາດຂອງຕົ້ນຕໍເຂົ້າກັບງ່າພັນໃຫ້ແຈບດີ ໃຊ້ໂປ້ມື້ປາກບາດຕົ້ນຕໍໃຫ້ແຈບກັບປາກບາດງ່າພັນ໌ດີໃຫ້ແໜ້ນ
ແລ້ວຄຽນດ້ວຍເທັບ; ການຄຽວເທັບແມ່ນຄຽນແຕ່ລຸ່ມຂຶ້ນເທິງ.
• ຄຽນເທັບໃຫ້ກາຍປາກບາດ 1 ຊຕມ.
• ເອົາເຊືອກຟາງທີ່ມັດແອວຕົ້ນ໌ຕໍມັດຕິດກັບງ່າພັນດີໃຫ້ແໜ້ນ.
• ຖ້າຕົ້ນຕໍ ແລະ ງ່າພັນດີຫາກມີອັນໃດອັນໜື່ງໃຫຍ່ແມ່ນໃຫ້ເອົາປາກບາດເບື້ອງໃດເບື້ອງໜືງໃຫ້ຕິດແຈບກັນດີ.
5.1 ການສັງເກດຜົນຂອງການທາບງ່າ
• ການທາບງ່າຈະຕິດ ຫຼື ບໍ່ສັງເກດໄດ້ຈາກປາກບາດວ່າເຊື່ອມຕິດກັນ ຫຼື ບໍ່ ແລະ ມີຮາກປົ່ງອອກມາບໍ່.
• ການທາບຕິດຈະສັງເກດເຫັນຮາກປົ່ງອອກມາໃໝ່.
• ຖ້າຫາກບໍ່ຕິດຈະບໍ່ສັງເກດເຫັນຮາກທີ່ປົ່ງອອກມາຖ້າກາຍ 2 – 3 ເດືອນສະແດງວ່າບໍ່ຕິດ.
6. ການຕັດງ່າທາບໄປຊໍາ
ເມື່ອເຮົາສັງເກດເບິ່ງວ່າງ່າທາບຂອງເຮົາມີຮາກອອກຫຼາຍພໍສົມຄວນແລ້ວ ແລະ ຮາກທີ່ອອກມານັ້ນປ່ຽຈາກສີຂາວມາເປັນສີນໍ້າຕານແກ່ ແລະ ມີຮາກຝອຍແຜ່ກະຈາຍ (ໃບຂອງງ່າພັນແມ່ນເປັນໃບແກ່) ສາມາດຕັດງ່າທາບດັ່ງກ່າວນັ້ນໄດ້, ການຕັດງ່າທາບແມ່ນຕັດໃນຕອນແລງ ເພາະເປັນໄລຍະທີ່ໃບຢຸດການຄາຍນໍ້າງ່າຍຈະບໍ່ຮ່ຽວງ່າຍ ແລະ ຕັດງ່າລຸ່ມຖົງເບົ້າຕົ້ນຕໍ 1-2 ຊຕມ ຫຼັງຈາກຕັດແລ້ວແມ່ນໃຊ້ປູນຂາວທາປາກບາດເພື່ອປ້ອງກັນເຊື້ອລາເຂົ້າທໍາລາຍ.
7. ການຊໍາງ່າທາບ
ເມື່ອຕັດງ່າທາບອອກມາຈາກຕົ້ນແລ້ວກໍາໄປແຊ່ນໍ້າປະມານ 40- 60 ນາທີ ເພື່ອໃຫ້ເບົ້າມີຄວມຊຸ່ມຊື່ນດີ ຈາກນັ້ນກໍ່ນໍາມາຕັດແຕ່ງໃບ ແລະ ແໜງໃຫ້ເຫຼືອປະມານ 50 % ແລ້ວແກະຖົງຢາງອອກດ້ວຍຄວາມລະມັດລະວັງເພາະຈະເຮັດໃຫ້ຮາກຂາດໄດ້ງ່າຍເມື່ອແກະຖົງຢາງອອກແລ້ວ ກໍ່ນໍາງ່າທາບຊໍາໃສ່ໃນ໌ຖົງຢາງດໍາຂະໜາດ 8 X 12 ນີ້ວໂດຍນໍາໃຊ້ດິນທີ່ກຽມໄວ້ເພື່ອຊໍາງ່າທາບຄື: ສູດ 1: 2: 3 (1 ຝຸ່ນຄອກ, 2 ຊາຍ, 3 ດ໌ິນປູກຝັງ) ການຊໍາແມ່ນເອົາດິນໃສ່ຖົງຢາງກ່ອນປະມານ 1/3 ຂອງຖົງຢາງ,ແລ້ວຈຶ່ງນໍາງ່າທາບລົງໃສ່ຖົງ, ເອົາດິນລົງໃສ່ໃຫ້ເຕັມຖົງຢາງ,ຄ່ອຍໆທັ່ງໃຫ້ແໜ້ນ , ແລ້ວເອົາໄມ້ຫຼັກປັກໃສ່ຂ້າງຂອງງ່າທາບ,ໃຊ້ເຊືອກຟາງມັດເພື່ອຊ່ວຍໃຫ້ງ່າທາບຕັ້ງຊື່, ເມື່ອຊໍາແລ້ວກໍ່ໍາໄປເກັບອະນຸບານໄວ້ໃນເຮືອນກ້າ ຫຼື ຖ້າບໍ່ມີເຮືອນກ້າກໍ່ຄວນເກັບໄວ້ບ່ອນທີ່ຮົ່ມ ແລະ ອາກາດລ່ວງດີ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/PM9gMqJ0COC4oRsV.pdf
ເຕັກນິກການຂະຫຍາຍພັນໝາກມ່ວງ , ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
https://www.rakbankerd.com/agriculture/print.php?id=6810&s=tblplant
https://www.rakbankerd.com/agriculture/page.php?id=721&s=tblplant
ຂໍ້ແນະນຳວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ
– ຊ່ວຍປັບປຸງບຳລຸງດິນເພີ່ມປະລິມານອິນຊີວັດຖຸໄດ້ ແລະ ເພີ່ມທາດອາຫານໃຫ້ແກ່ພືດ, ເຮັດໃຫ້ໂຄງສ້າງຂອງດິນດີຂື້ນສະດວກໃນການລະບາຍນໍ້າ ແລະ ອາກາດໃນດິນໜຽວມີຫຼາຍຂື້ນ, ສະເພາະດິນຊາຍແມ່ນເຮັດການອຸ້ມນໍ້າດີຂື້ນເລື້ອຍໆ.
– ຊ່ວຍຫຼຸດຜ່ອນນຳໃຊ້ສານເຄມີ, ຝຸ່ມບົ່ມສາມາດເຮັດໄດ້ໂດຍນຳໃຊ້ສິ່ງເສດເຫຼືອກັບຄືນມາເປັນປະໂຫຍຍດອີກໃໝ່, ຫຼີກລ້ຽງໄດ້ການຈູດເຜົາເຟືອງຫຍ້າແຫ້ງ ແລະ ອື່ນໆ
– ຊ່ວຍກຳຈັດເມັດຫຍ້າ ຫຼື ວັດສະພືດໄດ້ ໂດຍຜານການບົ່ມເມັດຫຍ້າຈະຕາຍໄປໃນຕົວ
– ໃນກໍລະນີໃຊ້ຝຸ່ນບົ່ມທີ່ເປັນດີແລ້ວ ພືດຈະແຂງແຮງດີສ່ວນໜຶ່ງກໍ່ສາມາດປ້ອງກັນໄດ້ການທຳລາຍຂອງໂລກພະຍາດ ແລະ ແມງສັດຕູ້ພືດ
– ຮັກສາໄດ້ສະພາບແວດລ້ອມອັນສວຍສົດງົດງາມປາສະຈາກໄດ້ບັນດາມົນລະພິດທັງຫຼາຍ.
1. ການນຳໃຊ້ຝຸ່ນໃນນາເຂົ້າ
ຝຸ່ນນັບວ່າເປັນປັດໃຈທີ່ສຳຄັນຢ່າງໜຶ່ງ ໃນບັນດາຫຼາຍປັດໃຈໃນການເພີ່ມຜົນຜະລິດຕະພາບສູງກໍ່ຕໍ່ເມືອໄດ້ຮັບອາຫານທີ່ພຽງພໍກັບຄວາມຕ້ອງການ, ເພາະສະນັ້ນແມ່ນຈຳເປັນຕ້ອງໃສ່ຝຸ່ນເພີ່ມລົງໃນດິນນາ. ຊຶ່ງໃນນີ້ເຮົາຈະກ່າວເຖິງຝຸ່ນອົງຄະທາດ(ຝຸ່ນບົ່ມ)
2. ການເຮັດຝຸ່ນບົ່ມດ້ວຍເຟືອງ
ເຫັນໄດ້ວ່າເຟືອງ ແລະ ຕໍ່ເຟືອງແມ່ນມີຢ່າງຫຼວງຫຼາຍຢູ່ຕາມທົ່ງນາພາຍຫຼັງຈາກການເກັບກ່ຽວ ເຊິ່ງວ່າມັນມີຄຸນປະໂຫຍດຊ່ວຍໃນການປັບປຸງດິນ ແຕ່ໃນໄລຍະຜ່ານມາຊາວກະສິກອນຍັງບໍ່ທັນເຫັນຄວາມສຳຄັນຂອງມັນເທື່ອ ເພາະວ່າພາຍຫຼັງຈາກການເກັບກ່ຽວເຂົ້າອອກຈາກທົ່ງນາຊາວນາກໍ່ມັກຈູດເຟືອງ ແລະ ຕໍເຟືອງຖີ້ມລ້າໆ, ສະນັ້ນ ການນຳໃຊ້ເຟືອງເພື່ອມາເຮັດຝຸ່ນບົ່ມດ້ວຍເຟືອງກໍ່ແມ່ນວິທີການໜຶ່ງທີ່ສາມາດຍົກຜົນຜະລິດຕະພາບຂອງເຂົ້າໃຫ້ສູງຂື້ນ ພ້ອມທັງເປັນການຫຼຸດຜ່ອນລາຍຈ່າຍໃນການຊື້ປຸ໋ຍ ແລະ ສະດວກສະບາຍສຳລັບຊາວກະສິກອນ
3. ສ່ວນປະກອບທີ່ນຳໃຊ້
ເຟືອງເຂົ້າ 1000 ກິໂລ, ຝຸ່ນຄອກແຫ້ງ (ຂີ້ງົວ,ຂີ້ຄວາຍ, ໄກ່, ໝູ) 50 ກິໂລ, ຂີ້ເຖົ້າ 10 ກິໂລ, ປູນຂາວ 1 ກິໂລ ແລະ ຮຳເຂົ້າ 1 ກິໂລ. ໃນກໍລະນີທີ່ມີຝຸ່ນຄອກຫຼາຍຍິ່ງເປັນການດີ, ແຕ່ຫາກວ່າໃນກໍລະນີທີ່ບໍ່ມີຂີ້ເຖົ້າແມ່ນໃຫ່ນຳໃຊ້ຝຸ່ນເຄມີສູດ 16:00:00 ແທນໃນອັດຕາສ່ວນ ½ ກິໂລ/1 ໂຕນເຟືອງ.
4. ສະຖາທີ່ ແລະ ອຸປະກອນຮັບໃຊ້
ການຄັດເລືອກສະຖາທີ່ໃນການເຮັດຝຸ່ນບົ່ມແມ່ນຂື້ນກັບຄວາມສະດວກ ແລະ ຄວາມເໝາະສົມເຊັ່ນ: ພື້ນທີ່ຮຽບພຽງ, ບໍ່ມີນໍ້າຂັງ, ໃກ້ກັບແຫຼ່ງນໍ້າ ແລະ ວັດຖຸດີບ, ສ່ວນປະກອບທີ່ຈຳເປັນໄດ້ແກ່: ຈົກ, ຊ້ວນ, ຄາດ, ບົວຫົດຫົດນໍ້າ, ກະຕ່າ ຫຼື ກະບຸງ ແລະ ອື່ນໆ
5. ຂັ້ນຕອນ ແລະ ວິທີການເຮັດຝຸ່ນບົມ
ພາຍຫຼັງທີ່ມີການກະກຽມວັດຖຸອຸປະກອນຮັບໃຊ້ທີ່ຮຽບຮ້ອຍແລ້ວກໍ່ແມ່ນເລີ່ມທຳການລົງມື ດັ່ງຂັ້ນຕອນລຸ່ມນີ້:
– ໃຫ້ນຳເອົາເຟືອງມາຍາຍໃສ່ໜານສຳລັບຄວາມກວ້າງ ແລະ ຍາວແມ່ນຂື້ນກັບສະຖານທີ່ ແລະ ຄວາມຕ້ອງການຂອງຊາວກະສິກອນ, ແຕ່ເໝາະສົມແມ່ນຂະໜາດ 2 ແມັດ x 2 m x 1 m
– ກອງເສດເຟືອງ, ພືດ ແລະ ຕໍເຟືອງແມ່ນໃຫ້ໜາປະມານ 20-30 ຊັງຕີແມັດ, ໂດຍຍຽບໃຫ້ແໜ້ນພໍສົມຄວນ ແລະ ຫົດນໍ້າໃຫ້ພໍຊຸ່ມ
– ຫຼັງຈາກນັ້ນໃຫ້ໂຮຍຝຸ່ນຄອກໃສ່ເທິງກອງເຟືອງ ເຮັດເປັນຊັນທີ່ສອງ ໂດຍໃຫ້ໜາປະມານ 5 ຊັງຕີແມັດ ແລ້ວຫົດນໍ້າໃຫ້ພໍຊຸ່ມອີກ
– ຂັ້ນຕອນນີ້ແມ່ນໃຫ້ເອົາຂີ້ເຖົ້າ, ຮຳເຂົ້າ ແລະ ປູນຂາວໂຮຍໃສ່ເປັນຂັນຕໍມາໃຫ້ສະໝໍ່າສະເໝີ, ສ່ວນໃນກໍລະນີທີ່ບໍ່ມີຂີ້ເຖົ້າ ແລະ ປູນຂາວແມ່ນໃຫ້ໃສ່ຝຸ່ນສູດ 16:20:00 ຫຼື 18:46:00 ໃນອັດຕາສ່ວນ ½ ກິໂລ/1 ໂຕນເຟືອງ
– ຫຼັງຈາກນັ້ນສືບຕໍ່ເຮັດໃນຊັນທີ່ 2,3,4 ຄືກັນກັບຊັ້ນທີ່ 1 ຈົນວ່າກອງຝຸ່ນມີຄວາມສູງປະມານ 1 ແມັດ, ສິ່ງສຳຄັນແມ່ນໃນແຕ່ລະຊັ້ນແມ່ນຕ້ອງຫົດນໍ້າໃຫ້ປຽກຊຸ່ມສະເໝີ
6. ການບົວລະບັດຮັກສາ
– ເວລາທີ່ໃຊ້ໃນການບົ່ມຝຸ່ນນັ້ນແມ່ນຂື້ນກັບລະດຸການ, ວັດຖຸດີບທີ່ນຳໃຊ້ ແລະ ການບົວລະບັດຮັກສາ. ຍາມຮ້ອນແມ່ນຈະໃຊ້ເວລາບົ່ມປະມານ 30-40 ວັນ, ຍາມໜາວແມ່ນໃຊ້ເວລາບົ່ມປະມານ 45-60 ວັນ.
– ການບົວລະບັດຮັກສາ ແມ່ນຕ້ອງໄດ້ເອົາໃຈໃສ່ຕິດຕາມເປັນປະຈຳ ຖ້າຫາກສັງເກດເຫັນວ່າກອງຝຸ່ນບົ່ມນັ້ນແຫ້ງກໍ່ຄວນຈະຫົດນໍ້າໃນກອງຝຸ່ນໃຫ້ກອງຝຸ່ນມີຄວາມຊຸ່ມຢູ່ສະເໝີ, ແຕ່ວ່າບໍ່ຄວນຫົດນໍ້າຂັງຖ້ວມ ແລະ ບໍ່ຄວນເປີດກອງຝຸ່ນເລື້ອຍໆ
– ຫຼັງພາຍທີ່ບົ່ມຝຸ່ນໄດ້ປະມານ 2 ອາທິດ, ໃຫ້ປີ້ນກອງຝຸ່ນເພື່ອໃຫ້ອາກາດມີການຖ່າຍເທ ພ້ອມດຽວກັນນັ້ນກໍ່ໃຫ້ທຳການປີ້ນເຟືອງທີ່ຢູ່ຕາມຂອງກອງຝຸ່ນທີ່ຍັງບໍ່ທັນເປືອຍຂອງກອງຝຸ່ນເຂົ້າໃນກອງຝຸ່ນ
7. ການນຳໃຊ້
ຝຸ່ນບົ່ມກໍ່ມີຄຸນສົມບັດເຊັ່ນດຽວກັນກັບອິນຊີວັດຖຸໃນດິນທຸກຢ່າງເມື່ອເຮົາໃສ່ລົງໄປໃນດິນກໍ່ຈະຊ່ວຍປັບປຸງບຳລຸງດິນ ພ້ອມທັງຮັກສາລະດັບອິນຊີໃນດິນໄດ້, ສຳລັບການນຳໃຊ້ແມ່ນໃຫ້ໃສ່ກ່ອນການປັກດຳປະມານ 7-15 ວັນ ໂດຍການຫວ່ານໃຫ້ສະໝໍ່າສະເໝີທົ່ວໄຮ່ນາ, ອັດຕາການນຳໃຊ້ແມ່ນ 5-10 ໂຕນ/ເຮັກຕາ ຫຼື ½ກິໂລ/ໄລ່
• ຂໍ້ຄວນສັງເກດ
ອຸນຫະພູມພາຍໃນ ແລະ ພາຍນອກ ກອງຝຸ່ນຕ້ອງໃກ້ຄຽງກັນ, ໝາຍຄວາມວ່າກອງຝຸ່ນບົ່ມແມ່ນສາມາດນຳໄປໃສ່ໄດ້ບໍ່ຄວນປະໄວ້ດົນຈົນເກີນໄປ ເພາະຈະເຮັດໃຫ້ທາດອາຫານຂອງພືດຫຼຸດລົງໄດ້. ຖ້າຫາກເກັບໄວ້ດົນຈົນເກີນໄປກໍ່ຄວນເກັບໄວ້ໃນຮົ່ມ ຫຼື ໃສ່ຫີນຟົດສເຟດເພື່ອໃຫ້ຝຸ່ນບົ່ມມີຄຸນນະພາບດີ, ຄວາມຊຸ່ມຄວນຢູ່ລະຫວ່າງ 40-50ວ ແລະ ຕ້ອງບໍ່ມີກິ່ນເໝັນ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/oE3ffAXzBzDcMbMo%20(1).pdf
https://www.rakbankerd.com/agriculture/page.php?id=7393&s=tblrice
https://www.sgethai.com/article/วิธีทำปุ๋ยหมัก-แบบง่ายๆ/
ການປ້ອງກັນ ແລະ ກຳຈັດແມງໄມ້ສັດຕູພືດຕົ້ນຕໍຂອງເຂົ້າ ( ດ້ວງກໍ )
ດ້ວງກໍຢູ່ໃນປະເທດເຮົາມີຫຼາຍຊະນິດ ແຕ່ດ້ວງກໍທີ່ທຳລາຍເຂົ້າໄຮ່ ແລະ ເຂົ້ານາ ສ່ວນຫຼາຍແມ່ນມີ 4 ຊະນິດຄື : ດ້ວງກໍສີເຫຼືອງ, ດ້ວງກໍສີຊົມພູ, ດ້ວງກໍສີລາຍແຊກ ແລະ ດ້ວງກໍສີເຫຼືອງ, ແມ່ດ້ວງກໍມັກອອກຫຼີ້ນແສງໄຟ ໃນຍາມກາງຄືນ, ຖ້າປະກົດເຫັນແມ່ດ້ວງກໍອອກຫຼີ້ນແສງໄຟຄວນລະມັດລະວັງໃນການບົວລະບັດຮັກສາຕົ້ນເຂົ້າ .
2. ໄລຍະລະບາດ
ດ້ວງກໍລະບາດໃນນາເຂົ້າ ແຕ່ໄລຍະກ້າ ຫາ ເກັບກ່ຽວແຕ່ໄລຍະທີ່ລະບາດຮ້າຍແຮງ ສ່ວນຫຼວງຫຼາຍແມ່ນໃນໄລ
ຍະຕົ້ນເຂົ້າເລີ້ມແຕກກໍ, ແຕກກໍສູງສຸດ ແລະ ເຂົ້າຖອກຮວງ. ດ້ວງກໍທຳລາຍເຂົ້າໃນໄລຍະເຂົ້າແຕກກໍເອີ້ນວ່າ: ເຂົ້າຕາຍຍອດ ຫຼື ເຂົ້າຕາຍໃຈ ແຕ່ຖ້າດ້ວງກໍເຂົ້າທຳລາຍໃນໄລຍະເຂົ້າຖອກຮວງເອີ້ນວ່າ:ເຂົ້າຫົວຫງອກ ຫຼື ເຂົ້າຕາຍພາຍ.
3. ວົງຈອນຊີວິດ ແລະ ລັກສະນະການທຳລາຍ
ການຈະເລີນເຕີບໂຕຂອງດ້ວງກໍ ພວກນີ້ແມ່ນແບບສົມບູນ ມີ 4 ໄລຍະຄື :
ໄລຍະ 6ມື້ 7 ມື້ ໄຂ່ຈະຟັກ ຫຼື ເບາະອອກເປັນໂຕດ້ວງກີນອາຫານຢູ່ພາຍໃນລຳຕົ້ນ, ອາຍຸຂອງໂຕດ້ວງ 35 ມື້- 45 ມື້ , ຈຶ່ງເຂົ້າດັກແດໄລຍະນີ້ມັນບໍ່ກີນອາຫານ, ອາຍຸເປັນດັກແດ້ 8 ຫາ 13 ມື້ , ຈາກນັ້ນກໍ່ຈະຟັກອອກເປັນແມງກະບື້, ໄລຍະແມງກະບີ້ 4 ຫາ 7 ມື້ . ແມງກະບີ້ຂອງດ້ວງກໍແມ່ໜຶງຈະໄຂ່ໄດ້ 1 ຫາ 2 ໜ່ວຍ, ແມ່ແມງກໍ່ຈະເລີ້ມກີນອາຫານໄດ້ໂລດຄືທຳອິດໂຕດ້ວງນ້ອຍ ກໍ່ເລັຽກີນສານສີຂຽວຢູ່ໃບໄກ້ໆກັບບໍລິເວນໜ່ວຍໄຂ່ຢູ່ຈາກນັ້ນໂຕດ້ວງນ້ອຍຈະທາວໄຍລົງໄປຫາກາບໃບ ທີ່ລຳຕົ້ນຂອງຕົ້ນເຂົ້າ ແລ້ວເຂົ້າທຳລາຍຢູ່ກາບໃບນັ້ນເລີຍ.
4. ການປ້ອງກັນ
• ຄວນໃຊ້ໄຟຕະກຽງໄຕ້ໄວ້ ໃນເວລາກາງຄືນ ເພື່ອຂ້າແມ່ດ້ວງກໍ
• ຄວນອະນາໄມນາ ເພື່ອທຳລາຍບ່ອນລີ້ຊ້ອນ ຫຼື ວາງໄຂ່ຂອງແມ່ດ້ວງກໍ.
• ກໍາຈັດດ້ວຍຢາຂ້າແມງໄມ້ ໂດຍໃຊ້ຢາເບຫັດເຊ 12 %ໃນອັດຕາ 15 ຫາ 20 ກລ/ຮຕ.
• ໃຊ້ຢາດີອາຊິນອນ 14 % ໃນອັດຕາ 8 ຫາ 15 ກລ/ຮຕ.
• ໃຊ້μາໂຟຟູຣານ 3 % ແຊ່ຕົ້ນກ້າ ໃນອັດຕາ 250 ກຣາມ
ປະສົມກັບນໍ້າ 20 ລິດ ແລ້ວແຊ່ມັດກ້າ 6 ຫາ 12 ຊົ່ວໂມງແລ້ວຈຶ່ງນຳໄປປັກດຳ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/QSZq8WHbhh32f252.pdf
https://www.na-dd.com/content/7859/หนอนกอข้าว-กำจัดยังไงให้หมดนา
https://www.rakbankerd.com/agriculture/print.php?id=97&s=tblrice
ເຕັກນິກການປູກຜັກຫອມປ້ອມໃນພື້ນທີເຂດໂນນ
ຜັກຫອມປ້ອມເປັນຜັກທີ່ຢູ່ໃນຕະກຸນ Apiaceae ມີຊືື່ວິທະຍາສາດວ່າ Coriandrum sativum L ເປັນຜັກທີ່ສາມາດບໍລີໂພກສ່ວນຂອງໃບ ແລະ ກ້ານເປັນຜັກສົດຜັກຫອມປ້ອມ ເປັນພືດລົ້ມລຸກທີ່ມີອາຍຸສັ້ນປະມານ 40-60 ວັນ ລໍາຕົ້ນ, ຮາກ, ໃບ, ກ້ານໃບ, ດອກ ແລະ ເມັດມີກີ່ນຫອມ ສາມາດປູກໄດ້ໃນດິນທຸກປະເພດ ບໍ່ວ່າຈະເປັນດິນໜຽວ, ດິນຜຸຝຸ່ຍ, ຕົມແກບຊາຍແຕ່ດິນທີ່ເໝາະສົມແມ່ນດິນລ້ວນທີ່ມີການລະບາຍນໍ້າໄດ້ດີສາມາດປູກໄດ້ທົ່ວປະເທດປູກໄດ້ ຕະຫຼອດປີຊາວງທີ່ເໝາະສົມທີ່ສຸດຄື:ລະດູໜາວ.ຜັກຫອມປ້ອມສາມາດຈະເລີນເຕີບໂຕໃນດິນເກືອບທຸກຊະນິດແຕ່ຈະເລີນເຕີບໂຕໄດ້ດີໃນດິນທີ່ມີຄວາມອຸດົມສົມບູນຂ້ອນຂ້າງສູງດິນເປັນດິນຊາຍແກມຕົມຄວາມເຂັ້ມ (ເຄັມ) ຂອງດິນແມ່ນຢູ່ລະຫ່ວາງ pH 5.5-6.8 ແລະ ດິນ ສາມາດເກັບຄວາມຊຸ່ມໄດ້ດີ.ຜັກຫອມປ້ອມສາມາດຈະເລີນເຕີບໂຕໃນອຸນນະພູມປະມານ 20-25 ອົງສາເຊ ແຕ່ຫອມປ້ອມກໍ່ທົນທານຕໍ່ອຸນນະພູມສູງໄດ້. ຜັກຫອມປ້ອມຕ້ອງການຄວາມຊຸ່ມສູງ ໃນການຈະເລີນເຕີບໂຕແຕ່ບໍ່ມັກນໍ້າຂັງອັນເນືອງຈາກວ່າຫອມປ້ອມເປັນຜັກທີ່ມີລະບົບຮາກຕື້ນ ຈິື່ງບໍ່ສາມາດທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ.
1. ເງືື່ອນໄຂ ແລະ ຄວາມສາມາດຂອງຊາວກະສິກອນ
– ມີຄວາມສົນໃຈ, ມັກໃນອາຊີບກະສິກໍາ ແລະ ເອົາໃຈໃສ່ໃນການບົວລະບັດຮັກສາ
– ມີພື້ນທີື່ທີື່ເໝາະສົມ, ຮາບພຽງ ຫຼື ຄ້ອຍຊັນເລັກໜ້ອຍ ແລະ ສາມາດລະບາຍນໍ້າໄດ້ສະດວກ ແລະ ໃກ້ກັບແຫຼ່ງນໍ້າ
– ມີແຮງງານທີ່ສາມາດເຮັດການກະສິກໍາໄດ້ສອງຄົນຂື້ນໄປ
– ຊາວກະສິກອນທີື່ເຄີຍເຮັດມາກ່ອນຍິ່ງເປັນການດີເຊັ່ນ: ການປູກພືດຜັກຕ່າງໆ
2. ແນວພັນທີື່ເໝາະສົມ
ແນວພັນທີື່ເໝາະສົມໃນການປູກພື້ນທີ່ເຂດໂນນແມ່ນແນວພັນຜັກຫອມປ້ອມພັນພື້ນບ້ານຂອງລາວ (ຫອມປ້ອມນ້ອຍ) ເຊິື່ງເປັນແນວພັນທີ່ສາມາດປູກໄດ້ດີໃນເຂດພື້ນທີ່ແຫ້ງແລ້ງ ມີກິນຫອມ ແລະ ເປັນທີນິຍົມຂອງທ້ອງຕະຫຼາດ.
3. ການກະກຽມເມັດພັນ
ຜັກຫອມປ້ອມເປັນພືດທີ່ຂະຫຍາຍພັນດ້ວຍການໃຊ້ເມັດ ດັ່ງນັ້ນກ່ອນຈະປູກຕ້ອງກຽມເມັດພັນໃຫ້ພ້ອມໂດຍການນໍາເອົາເມັດມາທຸບໃຫ້ແຕກເປັນສອງປ່ຽງແລ້ວນໍາໄປແຊ່ນໍ້າປະມານ 2-3 ຊົ່ວໂມງ ຫຼັງຈາກນັ້ນນໍາມາບົ່ມໄວ້ຈົນເມັດເລີ້ມແຕກງອກ ຈຶ່ງນໍາໄປຫວ່ານໃສ່ໜານ.
4. ການກຽມໂຮງເຮືອນໃນພື້ນທີ່ເຂດໂນນ
ນໍາເອົາໄມ້ຈິງທີ່ມີຄວາມຍາວປະມານ 2.5-3 ແມັດ ມາຕັ້ງເປັນຮູບສີແຈ ໃຫ້ມີຄວາມກວ້າງປະມານ 8-10 ແມັດ, ສ່ວນຄວາມຍາວຂື້ນກັບຄວາມເໝາະສົມຂອງພື້ນທີ່ໄລຍະຫ່າງລະຫວ່າງເສົາຕໍ່ເສົາປະມານ 2-3 ແມັດ ຈາກນັ້ນກໍ່ນໍາເອົາໄມ້ໄຜ່ມາມັດເປັນຮາວປູກດ້ວຍຕາໜາງກໍ່ໄດ້ ສ່ວນຮູບແບບຂອງຫຼັງຄາແມ່ນສາມາດເຮັດໄດ້ຫຼາຍແບບເຊັ່ນ ແບບສາມແຈ, ແບບເຄິງວົງມົນ ຫຼື ແບບພຽງ ຂື້ນກັບຄວາມສະດວກ ຈາກນັ້ນກໍ່ນໍາເອົາພືດຜັກຈໍາພວກເປັນເຄືອເຊັ່ນ: ຜ້າເນັດດາທີ່ແສງສາມາດລອດຜ່ານ 50%, ໝາກບວບ, ໝາກນອຍ, ໝາກນໍ້າ, ໝາກຊູ ແລະ ອື່ນໆ ມາປູກໃສ່ຂ້າງເສົາແຕ່ລະຕົ້ນ ເພືື່ອໃຫ້ເປັນຮົມສາມາດກັນແສງແດດໄດ້ປະມານ 40-50% ດັ່ງນັ້ນຈິື່ງບໍ່ຄວນປູກໃຫ້ໜາແໜ້ນຈົນເກີນໄປ ແລະ ຫາກເຫັນວ່າມີຄວາມໜາແໜ້ນຈໍາເປັນຕ້ອງໄດ້ມີການຕັດແຕ່ງອອກຢ່າງເປັນປະຈໍາ.
5. ການກຽມດິນປູກ
ໃນການກຽມດິນປູກຜັກຫອມປ້ອມໃນພື້ນທີ່ໂນນເຮົາອາດສາມາດປະຕິບັດໄດ້ 2 ແບບຄື: ການກຽມດິນປູກແບບເປັນໜານ ແລະ ການກຽມດິນປູກແບບໃສ່ວັດສະດຸ.
ການກຽມດິນປູກແບບເປັນໜານຂຸດ ຫຼື ໄຖດິນໃຫ້ເລີກປະມານ 20-25 ຊັງຕີແມັດ ຕາກດິນໄວ 7-10 ວັນ ຫຼັງຈາກນັ້ນກໍ່ໄຖຄົ້ນອີກຄັ້ງຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມໃນອັດຕາ 2-4 ໂຕນຕໍ່ໄລ່ໂຕນຕໍ່ໄລ່ຄາດໃຫ້ລະອຽດເກັບເສດຫ້ຍາອອກໃຫ້ໝົດຍົກເປັນໜານປູກໃຫ້ກ້ວາງປະມານ 1.2-1.5 ແມັດ ສູງປະມານ 20-25 ຊັງຕີແມັດຈົ່ງໄລຍະຫ່າງ ລະຫວ່າງໜານຕໍ່ໜານ 50 ຊັງຕີແມັດ.
ການກຽມດິນປູກແບບໃສູ່ພາສະນະ ນໍາເອົາພາສະນະຕ່າງໆມາເຊັນວ່າ ກະສອບ, ໂຖ, ຄຸ, ຖົງຢາງປະລາສະຕິກ ແລະອືື່ນໆ ຈາກນັ້ນກໍ່ນໍາເອົາດິນປູກຝັງຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ຍ່ອຍສະລາຍດີແລ້ວໃນອັດຕາດິນ 3 ສ່ວນ/ຝຸ່ນ 1 ສ່ວນຖົງຢາງປຣາສະຕິກ ແລະ ອື່ນໆ, ແລ້ວນໍາດິນປູກຝັງ 3 ສ່ວນ ແລະ ຝຸ່ນຄອກ ຫຼື ຝຸ່ນບົ່ມ 1 ສ່ວນມາປະສົມເຂົ້າກັນ ແລ້ວ ຮ່າຍໃສ່ວັດສະດຸທີ່ກຽມໄວ້ແລ້ວ ນໍາໄປຕັ້ງ ຫຼື ລຽນໄວ້ໃນໂຮງເຮືອນຕາມຄວາມຕ້ອງການ.
6. ການປູກ ຫຼື ຫ່ວານເມັດ
ກ່ອນຈະປູກ ຫຼື ຫ່ວານເມັດຕ້ອງຫົດນໍ້າໃຫ້ທົ່ວໜານນໍາເມັດທີ່ຕຽມໄວ້ມາຫວ່ານລົງໜານປູກທີ່ຕຽມໄວ້ ແລ້ວປົກດ້ວຍເຟືອງ ຫຼື ແກບເພືື່ອຮັກສາຄວາມຊຸ່ມຂອງດິນ ສໍາເລັດແລ້ວຫົດນໍ້າໃຫ້ຊຸ່ມ. ຫຼື ຈະປູກໂດຍວິທີການໂຮຍ ເປັນແຖວແຕ່ລະແຖວຫ່າງກັນ 15-20 ຊັງຕີແມັດ, ອັດຕາການໃຊ້ເມັດພັນປະມານ 20 ກິໂລກຼາມຕໍ່ໄລ່ ອັດຕາການໃຊ້ເມັດພັນຈະຫຼາຍ ຫຼື ໜ້ອຍນີ້ຂື້ນກັບຄວາມອຸດົມສົມບຸນຂອງດິນ ແລະ ເປີເຊັນການແຕກງອກຂອງເມັດພັນຫາກດິນມີຄວາມອຸດົມສົມບູນດີຈະໃຊ້ເມັດພັນໜ້ອຍລົງເພາະຜັກຫອມປ້ອມສາມາດ ຈະເລີ່ນເຕີບໂຕໄດ້ດີ ແລະ ຫຼອດຕາຍໄດ້ຫຼາຍຂື້ນ.
7. ການບົວລະບັດຮັກສາ
ການໃຫ້ນໍ້າ: ຜັກຫອມປ້ອມເປັນພືດທີື່ຕ້ອງການນໍ້າແຕ່ບໍ່ມັກນໍ້າຂັງ ດັ່ງນັ້ນຄວນໃຫ້ນໍ້ ຢ່າງສະໝໍ່າສະເໝີ 2 ຄັ້ງຕໍ່ວັນ, ທັງນີ້ກໍ່ຂື້ນກັບຄວາມຊຸ່ມຂອງດິນໃນໜານປູກ ສໍາລັບຫຍ້າທີ່ຂື້ນໃນໄລຍະທໍາອິດຄວນຮີບກໍາຈັດໂດຍໄວໂດຍການໃຊ້ມືຖອນຢ່າປ່ອຍໃຫ້ຫົກເພາະຫຍ້າເປັນໂຕຍາດແຍ່ງນໍ້າ ແລະ ທາດອາຫານຂອງພືດ.
ການໃສູ່ຝຸ່ນ: ຫຼັງຈາກຜັກຫອມປ້ອມມີໃບຈິງແລ້ວໃຫ້ໃສ່ຝຸ່ນວິທະຍາສາດ ສູດ 46 -00-00 ປະມານ 15 – 30 ກຼາມປະສົມນໍ້າ 10 ລິດ, ສິດຜົ່ນໃຫ້ທົ່ວແປງປູກ ໃນການໃສ່ຝຸ່ນຜັກຫອມປ້ອມມີການປະຕິບັດກັນຫຼາຍແບບທີ່ແຕກຕ່າງກັນໄປ ໃນແຕ່ລະທອງຖິ່ນແຕ່ວິທີທີ່ໃຫ້ໄດ້ຜົນຜະລິດທີ່ດີຄື ການໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ຊຶ່ງຊາວກະສິ ກອນສາມາດຜະລິດຜັກຫອມປ້ອມໄດ້ສູງເຖິງ 1,500 ກິໂລ ກຼາມຕໍ່ໄລ່ ແລະ ສໍາຄັນຄືຜັກຫອມປ້ອມເປັນພືດທີ່ໃຊ້ປະໂຫຍດຈາກຮາກ,ດັ່ງນັ້ນໃນການຖອນຂື້ນມາຈາກດິນຈະຕ້ອງໄດ້ຮາກທີ່ສົມບູນດິນປູກຈຶ່ງຕ້ອງຜຸຜຸູ່ຍພໍສົມຄວນ ສະນັ້ນຈຶ່ງຄວນໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃຫ້ຫຼາຍ. ຫາກໄດ້ຫອມປ້ອມ ທີ່ຕົ້ນໂຄນຮາກງາມກໍ່ຈະໄດ້ນໍ້າໜັກຫຼາຍຂື້ນ.
8. ການເກັບກ່ຽວ
ຜັກຫອມປ້ອມຈະເລີ່ມເກັບກ່ຽວໄດ້ເມືື່ອອາຍຸໄດ້ປະມານ 30-45 ວັນ, ເນືື່ອງຈາກວ່າຜັກຫອມປ້ອມ ສາມາດໃຊ້ທຸກສ່ວນເພືື່ອບໍລິໂພກຄວນເກັບກ່ຽວ ໂດຍການຖອນດ້ວຍມືຕິດທັງຕົ້ນ ແລະ ຮາກບໍໃຫ້ຂາດ ແຕ່ກ່ອນຖອນຄວນຫົດນໍ້າໃຫ້ທົ່ວໜານເພືື່ອໃຫ້ດິນຊຸ່ມເສຍກ່ອນເພືື່ອໃຫ້ຖອນງ່າຍເມືອຖອນສໍາເລັດແລ້ວນໍາໄປລ້າງດິນອອກ, ຕັດແຕ່ງ (ຊ້ອມ)ໂດຍເດັດໃບເຫຼືອງໃບລ້ຽງຖິ້ມ ນໍາໄປເບີຍໃສ່ລົມແລ້ວບັນຈຸໃສ່ກະຕາ ເພືື່ອໃຫ້ຜັກຫອມປ້ອມບໍ່ເກີດການເນົ່າ ແລະ ຂະນະການຂົນສົ່ງອັນເນືອງມາຈາກນໍ້າໜັກຜົນຜະລິດທີື່ດີຕ້ອງມີໃບຂຽວສະໝໍ່າສະເໝີບໍ່ເປັນພະຍາດໃບລາຍ ຫຼື ໃບໄໝ້, ມີຮາກຂາວຫຼາຍ ແລະ ຍາວ.
9. ພະຍາດ ແລະ ແມງໄມ້ທີ່ສໍາຄັນຂອງຜັກຫອມປ້ອມ
ພະຍາດທີ່ພົບໄດ້ແກ່ພະຍາດໃບເນົ່າ ແລະ ໂຄນເນົ່າ ສ່ວນແມງໄມ້ບໍ່່ອຍພົບເຫັນ ແຕ່ບາງຄັ້ງອາດພົບເຫັນເພ້ຍ.
ການປ້ອງກັນກໍາຈັດ
– ບໍ່ປູກ ຫຼື ຫວານເມັດໜາແໜ້ນເກີນໄປ ແລະ ລະບາຍນໍ້າອອກຈາກພື້ນທີ່ປູກ.
– ສິດພົ່ນນໍ້າສະໝຸນໄພທຸກໆ 3-5 ວັນ ເພືື່ອປ້ອງກັນພະຍາດ ແລະ ແມງໄມ້ ສັດຕູພືດ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/2T3apm7P0zG3pUEW.pdf
https://www.disthai.com/17075738/ผักชี
https://www.rakbankerd.com/agriculture/page.php?id=9641&s=tblplant
ຄຳແນະນຳ ແລະ ການນຳໃຊ້ແນວພັນເຂົ້າຊະນະຄາມ 2(Sanakam 2 )
ແນວພັນ ຊະນະຄາມ 2 ຫຼື ສາຍພັນ TDK 10494-B-B-B-1-ND-B-BB-B ແມ່ນສນຄົ້ນຄວົ້າເຂົ້າໄດ້ປະສົມລະຫວ່າງແນວພັນ TDK1 ກັບສາຍພັນ Til4 (IR84639-7-97-6-6-2-2-4-2-2-2-B) (ເປັນສາຍພັນທີ່ໄດ້ໃຊ້ Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນ ແບບສົບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລອກແບບ Molecular Assistant Selection (ຊ່ວຍກວດຫາ Gene ທີ່ມີຄວາມຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ຮອດຊົ່ວທີ່ 5 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາບ້ານ.ນາເດືອ ເມືອງຊະນະຄາມ ແຂວງວຽງຈັນ ຄັດເລືອກຕໍ່ໃນຊົ່ວທີ່ 6 ( ປີ 2020) ໂດຍ ນາງ ໂອ ປູກຄັດເລືອກຊົ່ວ 7 ຮອດຊົ່ວທີ່ 9 ກາຍເປັນສາຍພັນຄົງຕົວ, ແລະ ປັບຕົວໄດ້ ດີໃນເຂດນີ້ ແລ້ວທົດສອບການກິນດົມຄວາມຫອມ, ຫລັງຈາກນັ້ນໄດ້ຂະຫຍາຍເມັດພັນເອົາໄປທົດສອບໃນຫລາຍ ໂຮງຮຽນຊາວນາ ແລະ ຊາວກະສິກອນກໍ່ໄດ້ຄັດເລືອກເອົາໄປປູກຕໍ່ໃນບ້ານໄກ້ຄຽງໄດ້ແກ່ບ້ານຫ້ວຍຕາວ, ບ້ານໂພນສະຫວ່າງ ແລະ ໂນນສະຫວັນ
1 . ລັກສະນະເດັ່ນຂອງແນວພັນ ຊະນະຄາມ 2
– ທົນພະຍາດໃຫມ້
– ຜົນຜະລິດດີ 4,5-5 ໂຕນ/ ເຮັກຕາ
– ກິ່ນອອ່ນ, ຫອມໜ້ອຍໜື່ງ
ຕາຕະລາງປຽບທຽບລັກຊະນະຊະນະຄາມ 1 ກັບພໍ່ແມ່ພັນ
ແນວພັນເຂົ້າ | ຊະນະຄາມ 2 | TDK1 | ສາຍພັນ Til4 |
ປະເພດເຂົ້າ | ເຂົ້າໜຽວ | ເຂົ້າໜຽວ | ເຂົ້າໜຽວ |
ສີເມັດ | ນໍ້າຕານ | ນໍ້າຕານ | ເຫຼືອງ |
ອາຍຸ (ວັນ) | 138 | 136 | 140 |
ລະດູປູກ | ແລ້ງ ແລະ ຝົນ | ແລ້ງ ແລະ ຝົນ | ແລ້ງ ແລະ ຝົນ |
ລວງສູງ (ຊມ) | 125 | 110 | 140 |
ເປີເຊັນການສີ (%) | 62 | 59 | 65 |
ຜົນຜະລິດ(ໂຕນ/ ເຮັ ກຕາ | 4,4-4,8 | 4,5-5 | 5.00 |
ຈຸດເດັ່ນຂອງແນວພັນ | ກິນອ່ອນ, ຫອມໜ້ອຍໜຶ່ງ ແລະ ທົນພະຍາດໄຫ້ມ | ບໍ່ທົນນໍ້າຖ້ວມ,ອອ່ນແອຕໍ່ພະຍາດໃຫ້ມ ແລະ ບໍ່ຫອມ | ກວດສອບດ້ວຍ DNA ມີຢີນເຂົ້າຫອມ, ທົນພະຍາດໃຫ້ມ , ແລະ ທົນ ນໍ້າຖ້ວມ |
2. ແນະ ນໍາການປູກ
ແນວພັນຊະນະຄາມ 2 ສາມາດປີ: ນາແຊງ ແລະ ນາປີ.
2. ວີທການປູກ:
– ນາດໍາແມ່ນແນະນໍາຕົກກ້າຊ່ວງເດືອນ ມີຖຸນາ (ນາປີ) ແລະ ທ້າຍເດືອນ ທັນວາ ຫາ ຕົ້ນເດືອນມັງກອນ (ນາແຊງ), ຕົ້ນກ້າໄດ້ 20-25 ວັນ ສາມາດນໍາໄປປັກດໍາໄດ້
– ສາມາດ ດໍາໃນອັດຕາ 2-3 ກີບກ້າຕໍ່ສຸ່ມ
2.2 ການໃສ່ຝຸ່ນ
ນາດິນຊາຍ ໃຫ້ໃສ່ຝູ່ນປະສົມສູດ 15-15-15 ໃນ ອັດຕາ200 ກລ/ຮຕ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນ ອັດຕາ 200 ກລ/ຮຕ, ຫຼັງຈາກປັກດໍາໄດ້ 5-7 ມື້ ແລະ ໃຫ້ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46 0 0 ຫຼັງຈາກປັກດໍາໄດ້ 25 ມື້ ແລະ 45 ມື້ ໃນ ອັດຕາ 30 ກລ/ຮຕ/ຄັ້ງ
3. ການເກັບກ່ຽວ
ເໝາະສົມໃນການນໍາໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ວັນອອກດອກໄດ້ 50%, ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສິເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດຈຶ່ງເກັບກູ້ ແລະ ຟາດຕີ
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/j9sIRBdTNZRugy3k.pdf
ຕິດຕໍ່ປະສານແນວພັນ ທ່ານ ດວງປີ ຈັນທະກັນສອນ ,ກະສິກໍາ ແລະ ປ່າໄມ້ ເມືອງ ຊະນະຄາມ ແຂວງວຽງຈັນ
ໂທ: 02055732280