ເຕັກນິກການຜະລິດເມັດພັນເຂົ້າບໍລິສຸດ

ເພື່ອຢາກໃຫ້ການປູກເຂົ້າຂອງຊາວນາໄດ້ຮັບຜົນຜະລິດທີ່ດີນັ້ນ ແມ່ນຈໍາເປັນຕ້ອງໄດ້ມີເງື່ອນໄຂ ແລະ ປັດໄຈອັນເໝາະສົມ ເພື່ອເຮັດໃຫ້ຕົ້ນເຂົ້າສາມາດຈະເລີນເຕີບໂຕໄດ້ດີ ແລະ ແຂງແຮງ ຊຶ່ງນຶ່ງໃນປັດໄຈເຫຼົ່ານັ້ນແມ່ນເມັດພັນ. ການທີ່ຊາວນາມີເມັດພັນເຂົ້າທີ່ມີຄຸນນະພາບດີນັ້ນຈະເຮັດໃຫ້ໂອກາດໃນການຜະລິດເຂົ້າໃຫ້ໄດ້ຮັບໝາກຮັບຜົນແມ່ນມີສູງກວ່າການນໍາໃຊ້ເມັດພັນທີ່ມີຄຸນນະພາບຕໍ່າ. (ຕາມຫຼັກການຊາວນາບໍ່ຄວນນໍາໃຊ້ແນວພັນເຂົ້າເກີນ 4 ລະດູ) ຜົນຂອງການສໍາຫຼວດພົບວ່າຊາວນາລາວຫຼາຍກວ່າ70 % ແມ່ນໃຊ້ເມັດພັນທີ່ພວກເຂົາເກັບໄວ້ເອງ, ປະມານ 25 % ໄດ້ຈາກການແລກປ່ຽນກັບເພື່ອນບ້ານ ແລະ ມີປະມານ 5 % ທີ່ຊື້ເມັດພັນຈາກສູນ, ສະຖານີ ຫຼື ຈາກຊາວນາທີ່ຜະລິດເມັດພັນຂາຍ.ຊາວນາຫຼາຍກວ່າ 90 % ຍັງບໍ່ທັນໄດ້ຮູ້ຈັກກັບເຕັກນິກການຜະລິດເມັດພັນໃຫ້ມີຄວາມບໍລິສຸດ ຫຼື ການເຮັດໃຫ້ເຂົ້າທີ່ເຊື່ອມຄຸນນະພາບ ຫຼື ເອີ້ນວ່າເຂົ້າກາຍພັນໃຫ້ກັບມານໍາໃຊ້ໄດ້ອີກ, ຊຶ່ງເຕັກນິກ ແລະ ຂັ້ນຕອນໃນການຜະລິດເມັດພັນເຂົ້າໃຫ້ມີຄວາມບໍລິສຸດ ນັ້ນມີດັ່ງລຸ່ມນີ້:

1. ການເກັບຮວງເຂົ້າ:
ເປັນຂັ້ນຕອນທີ່ມີຄວາມສໍາຄັນໃນການຜະລິດເມັດພັນບໍລິສຸດໃຫ້ມີຄຸນນະພາບດີ, ຮວງເຂົ້າທີ່ຈະມາປູກເພື່ອຜະລິດເປັນເມັດພັນບໍລິສຸດນີ້ ຕ້ອງເປັນຮວງແມ່ເທົ່ານັ້ນຊຶ່ງຮວງແມ່ນີ້ຈະມີພຽງ 1 ຮວງ ຕໍ່ເຂົ້າ 1 ສຸ່ມ ແລະ ເປັນຮວງທີ່ມີໃບວີສູງກວ່າໝູ່ຢູ່ພາຍໃນສຸມດຽວກັນ, ຮວງເຂົ້າທີ່ເກັບແລ້ວຕ້ອງລອກກາບໃບອອກແລ້ວນໍາໄປຕາກແດດປະມານ 3 – 4 ແດດ ຈຶ່ງເກັບມ້ຽນຢູ່ສະຖານທີ່ ທີ່ປອດໄພ.

2. ການຕຽມໜານກ້າ, ການຕົກກ້າ ແລະ ການບົວລະບັດຮັກສາ:
ຄວນເລືອກເອົາໄຮ່ນາທີ່ມີຄວາມຮາບພຽງ ແລະ ມີຄວາມອຸດົມສົມບູນດີສາມາດລະບາຍນໍ້າເຂົ້າ ແລະ ອອກໄດ້, ໜານກ້າຕ້ອງເຮັດເປັນໜານຄ້າຍຄືກັບໜານຜັກ ແລະ ເຮັດຮອ່ງລະບາຍນໍ້າເພື່ອປ້ອງກັນນໍ້າຖ້ວມໃນເວລາຕົກກ້າໃໝ່, ໜານກ້າຄວນໃຫ້ກວ້າງປະມານ 50 – 80 ຊຕມ, ຄວາມຍາວຂຶ້ນກັບສະຖານທີ່,ການຕົກກ້າແມ່ນໃຫ້ຕົກເປັນຮວງເພື່ອປ້ອງກັນການເຈືອປົນ ແລະ ສະດວກໃນການຈັດການເຂົ້າປົນໂດຍໃຫ້ເອົາຮວງເຂົ້າລົງແຊ່ນໍ້າ 24ຊົວໂມງ ແລ້ວທໍາການບົ່ມອີກ 24 ຊົ່ວໂມງ ໃນລະດູຝົນ ແລະ ບົ່ມ 48 ຊົ່ວໂມງ ໃນລະດູແລ້ງ ຫຼື ສັງເກດເຫັນເມັດເຂົ້າແຕກງອກອອກມາແມ່ນສາມາດເອົາໄປຕົກກ້າໄດ້,ເມື່ອວາງຮວງເຂົ້າລົງໃສ່ໜານກ້າແລ້ວໃຫ້ເຂ່ຍປີກຮວງເຂົ້າອອກຈາກກັນເພື່ອເຮັດໃຫ້ຕົ້ນກ້າທີ່ຈະເກີດມານັ້ນບໍ່ແອອັດກັນເກີນໄປ ຈາກນັ້ນໃຫ້ໃຊ້ຝາມືຂົ່ມຮວງເຂົ້າລົງຕົມເພື່ອປ້ອງກັນການໄຫຼປົນກັນຂອງຮວງເຂົ້າ ຊຶ່ງອາດຈະເກີດຂຶ້ນໄດ້ໃນເວລາມີຝົນຕົກ, ໄລຍະຫ່າງລະຫວ່າງຮວງຕໍ່ຮວງ 20 X 20 ຊຕມ, ເມື່ອອາຍຸກ້າໄດ້ 7-10 ວັນ ໃຫ້ໃສ່ຝຸ່ນເລັ່ງສູດ 46 – 0 – 0 ໃນອັດຕາ 10 ກຼາມ / 1 ຕາແມັດ, ບໍ່ຄວນຫວ່ານຝຸ່ນເລັ່ງຊ້າເກີນກ່ວາ 10 ວັນ ເພາະຈະເຮັດໃຫ້ຕົ້ນກ້າອ່ອນ ຊຶ່ງເວລາຫຼົກຈະເຮັດໃຫ້ຕົ້ນກ້າຂາດ, ຖ້າເປັນລະດູແລ້ງມີອາກາດໜາວຈະເຮັດໃຫ້ຕົ້ນກ້າສັ້ນ ດັ່ງນັ້ນໃນຕອນແລງໃຫ້ເອົານໍ້າເຂົ້າຖ້ວມຕົ້ນກ້າແລ້ວປະໄວ້ໝົດຄືນຕື່ນເຊົ້າມາຈຶ່ງເປັ່ງນໍ້າອອກ ເພື່ອເປັນການກະຕຸ້ນໃຫ້ຕົ້ນກ້າຍາວ, ຂັ້ນຕອນນີ້ສາມາດເຮັດໄດ້ຕໍ່ເນື່ອງນັບແຕ່ຕົ້ນກ້າມີອາຍຸໄດ້ 15 ວັນ ຈົນເຖິງ 25 ວັນ ຈາກນັ້ນໃຫ້ເປັ່ງນໍ້າອອກ ແລະ ຮັກສາລະດັບນໍ້າໃນຕາກ້າປະມານ 2 -5 ຊ ຕມ ເພື່ອເຮັດໃຫ້ຕົ້ນກ້າແຂງແຮງກ່ອນຈະນໍາໄປປັກດໍາ.

3. ການຫຼົກກ້າ ແລະ ການປັກດໍາ:
ອາຍຸກ້າທີ່ເໝາະສົມໃນການປັກດໍາແມ່ນ 25 – 30 ວັນ,ການຫຼົກກ້າຕ້ອງໄດ້ຫຼົກເປັນແຖວ (ຮວງ) ຕາມທີ່ໄດ້ຕົກໄວ້ນັ້ນ ແລ້ວມັດໄວ້ແຖວລະມັດເພື່ອຄວາມສະດວກໃນເວລາປັກດໍາ, ໄຮ່ນາທີ່ຈະໃຊ້ປັກດໍາເພື່ອຜະລິດເມັດພັນບໍລິສຸ
ດຕ້ອງມີຄວາມຮາບພຽງດີສາມາດລະບາຍນໍ້າ ເຂົ້າ ແລະອອກໄດ້, ຄວາມອຸດົມສົມບູນຂອງດິນຕ້ອງມີຄວາມສະໝໍ່າສະເໝີ, ປັດສະຈາກເຂົ້າເຮື້ອ ແລະ ຫຍ້າທີ່ເປັນອັນຕະລາຍທີ່ສໍາຄັນຕ້ອງປັກດໍາໃຫ້ທັນກັບລະດູການບໍ່ໃຫ້ຊ້າ ຫຼື ໄວ
ກວ່າລະດູການ ເພາະວ່າມັນຈະເຮັດໃຫ້ເກີດມີບັນຫາຕາມມາເຊັ່ນ: ເກີດການລະບາດຂອງພະຍາດ ແລະ ແມງໄມ້ ຊຶ່ງອາດເຮັດໃຫ້ການຈະເລີນເຕີບໂຕຂອງເຂົ້າບໍ່ສະເໝີດີ, ການປັກດໍາແມ່ນໃຫ້ນໍາໃຊ້ເຊືອກຜຽກ 3 ເສັ້ນ, ຜຽກຂ້າງ 2 ເສັ້ນ ແລະ ຜຽກດໍາ 1 ເສັ້ນ (ຜຽກຂ້າງ 2 ເສັ້ນໃຫ້ໃຊ້ ເຊືອກຟາງມັດເປັນປູດໃຫ້ຫ່າງກັນ30 ຊຕມ, ສ່ວນຜຽກດໍາ 1 ເສັ້ນ ໃຫ້ມັດຫ່າງກັນ 10 ຊຕມ).ການປັກດໍາໃຫ້ດໍາໄປຕາມປູດ ຂອງເຊືອກຜຽກທີ່ມັດໄວ້ນັ້ນເພື່ອເຮັດໃຫ້ມີຄວມສະດວກໃນການບົວລະບັດຮັກສາ ໂດຍແຖວເຂົ້າທີ່ປັກດໍາໄປນັ້ນຈະມີຄວາມສະມໍ່າສະເໝີດີ, ໃຫ້ປັກດໍາ 1 ກີບກ້າ ຕໍ່ສຸມ, 1 ຮວງຕໍ່ 1 ແຖວ (ລວງຍາວຂອງແຖວ 4 ແມັດ, ຈະປັກດໍາໄດ້ 40 ຕົ້ນ), ຖ້າວ່າກ້າບໍ່ພໍແຖວແມ່ນໃຫ້ປະໄວ້ເລີຍບໍ່ໃຫ້ເອົາກ້າ ຈາກຮວງອື່ນມາດໍາຕໍ່ໃສ່, ໃນກໍລະນີເຂົ້າທີ່ປັກດໍາໄປແລ້ວຫາກຕາຍແມ່ນຫ້າມບໍ່ໃຫ້ດໍາສ້າມເດັດຂາດເຖິງແມ່ນວ່າຈະເປັນກ້າຈາກຮວງດຽວກັນກໍ່ຕາມ, ຖ້າວ່າກ້າເຫຼືອໃຫ້ປັກໄວ້ຢູ່ຫົວແຖວໄລຍະຫ່າງລະຫວ່າງແຖວ 30 ຊັງຕີແມັດ, ໄລຍະຫ່າງລະຫວ່າງຕົ້ນ 10 ຊັງຕີເມັດ, ໄລຍະຫ່າງລະຫວ່າງແປງຕໍ່ແປງ 1 ແມັດ (ຖ້າເປັນແນວພັນດຽວກັນ), ຖ້າແນວພັນຕ່າງກັນໃຫ້ຍະຫວ່າງແປງຕໍ່ແປງເປັນ 2 ແມັດ.

4. ການບົວລະບັດຮັກສາ ແລະ ການຕັດເຂົ້າປົນ:
ການບົວລະບັດຮັກສາການຜະລິດເມັດພັນບໍລິສຸດແມ່ນຕ້ອງໄດ້ເອົາໃຈໃສ່ເປັນພິເສດເພາະຖ້າຜະລິດເມັດພັນບໍລິສຸດບໍ່ໄດ້ມາດຕະຖານມັນກໍ່ຈະສົ່ງຜົນສະທ້ອນເຖິງຄຸນນະພາບຂອງເມັດພັນລຸ້ນ 1 (Foundation Seeds) ດັ່ງນັ້ນ
ມັນມີຄວາມຈໍາເປັນທີ່ຈະຕ້ອງໄດ້ປະຕິບັດຕາມເທັກນິກວິຊາການຢ່າງເຄັ່ງຄັດ ຊຶ່ງຈະເລີ່ມແຕ່ການຈັດການນໍ້າຕ້ອງໃຫ້ມີຄວາມສະໝໍ່າສະເໝີທົ່ວທັງໄຮ່ນາ, ການຫວ່ານຝຸ່ນຕ້ອງໄດ້ຫວ່ານຢ່າງລະມັດລະວັງຫວ່ານເທື່ອລະໜ້ອຍ, ສະມໍ່າສະເໝີ ແລະ ໃຫ້ທົ່ວເຖິງບໍ່ວ່າຈະເປັນຝຸ່ນຄອກ ຫຼື ຝຸ່ນວິທະຍາສາດ, ການຕັດເຂົ້າປົນຈັດໄດ້ວ່າເປັນຕົວຕັດສິນເຖິງຄຸນນະພາບຂອງເມັດພັນເພາະສະນັ້ນ ຕ້ອງໄດ້ຕັດເຂົ້າປົນຢ່າງໜ້ອຍ 3 ຄັ້ງຄື: ຄັ້ງທີ 1 ໃຫ້ຕັດໃນຊ່ວງເຂົ້າແຕກກໍສູງສຸດໂດຍໃຫ້ສັງເກດເບີ່ງເປັນແຖວຖ້າແຖວໃດຫາກມີການຈະເລີນເຕີບໂຕແຕກຕ່າງຈາກແຖວອື່ນທີ່ເປັນສ່ວນໃຫຍ່ແມ່ນໃຫ້ຕັດຖີ້ມໝົດແຖວ, ຄັ້ງທີ 2 ແມ່ນໃຫ້ຕັດໃນຊວງເຂົ້າອອກຮວງ ໂດຍໃຫ້ສັງເກດເບີ່ງເຂົ້າແຖວໃດທີ່ອອກຮວງກ່ອນ ແລະ ຫຼັງໝູ່ເກີນ 7 ວັນ ຫຼື ພາຍໃນແຖວດຽວກັນເອງມີເຂົ້າສຸມໃດໜຶງອອກດອກກອ່ນໝູ່ ແລະ ຫຼັງໝູ່ 7 ວັນ ແມ່ນໃຫ້ຕັດຖີ້ມໝົດແຖວ, ຄັ້ງທີ 3 ແມ່ນໃຫ້ຕັດກ່ອນການເກັບກ່ຽວ 1 ອາທິດ ໂດຍໃຫ້ສັງເກດເບີ່ງລັກສະນະຕ່າງໆຂອງເມັດເຂົ້າເຊັ່ນ: ສີຂອງເມັດເຂົ້າ, ຮູບຮ່າງຂອງເມັດເຂົ້າ ແລະ ລັກສະນະ ອື່ນໆ ຖ້າສັງເກດເຫັນແຖວໃດມີເມັດເຂົ້າຕ່າງຈາກໝູ່ ແມ່ນໃຫ້ຕັດຖີ້ມໝົດແຖວເລີຍ.

5. ການເກັບກ່ຽວ:
ຫຼັງຈາກເຂົ້າອອກດອກໄດ້ 30 ວັນ ແມ່ນສາມາດເກັບກ່ຽວ ໄດ້ໂດຍໃຫ້ກ່ຽວເອົາແຖວທີ່ເລືອກໄວ້ລວມເຂົ້າໃສ່ກັນຈາກນັ້ນໃຫ້ຕາກແດດປະມານ 2 – 3 ແດດກອ່ນຈະເກັບກູ້,ການເກັບກ່ຽວນີ້ ຖ້າວ່າມີການເກັບຮວງທີ່ຖືກຕ້ອງຕາມ ເຕັກນິກຈະສາມາດເກັບກ່ຽວເອົາຜົນຜະລິດໄດ້ປະມານ 50 – 70 % ຂອງຈໍານວນແຖວທີ່ປູກແຕ່ຖ້າເກັບຮວງບໍ່ໄດ້ ຕາມເຕັກນິກຂອງການເກັບເອົາຮວງທີ່ກ່າວມາໃນຂໍ້ທີ 1 ນັ້ນ ການຜະລິດເມັດພັນບໍລິສຸດຈະບໍ່ປະສົບຜົນສໍາເລັດເພາະວ່າເຂົ້າແຕ່ລະແຖວທີ່ປູກດ້ວຍຮວງຈະອອກດອກບໍ່ພ້ອມກັນ ແລະ ຈະບໍ່ສາມາດຄັດເລືອກເອົາແຖວທີ່ດີໄດ້, ການຟາດແມ່ນໃຫ້ຟາດດ້ວຍມືແລ້ວຝັດເອົາເຂົ້າລີບ ແລະ ເສດເຟືອງອອກກ່ອນນໍາໄປເກັບຮັກສາໄວ້ໃນສະຖານທີ່ທີ່ປອດໄພ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/PM9gMqJ0COC4oRsV.pdf

https://www.chiataigroup.com/article-detail/Rice-MsLaeiad

https://www.nstda.or.th/agritec/rice-seed/