Monthly Archives: March 2024
ການທຳລາຍຂອງພະຍາດ Anthracnose ຕົ້ນໝາກມ່ວງ
ພະຍາດນີ້ເກີດຈາກເຊື້ອຣາ Colletotrichum gloeosporiodes Penz ຈັດເປັນພະຍາດ ທີ່ແພ່ລະບາດຢ່າງກວ້າງຂວາງ ແລະ ເຮັດໃຫ້ມີຄວາມເສຍຫາຍໃຫ້ກັບໝາກມ່ວງໃນທຸກບ່ອນ ທີ່ມີການປູກໝາກມ່ວງ, ໂດຍສະເພາະແມ່ນບ່ອນທີ່ມີຄວາມ ຊຸ່ມ ສູງຈະລະບາດຢ່າງຮ້າຍແຮງ. ເຊື້ອຣາຊະນິດນີ້ແພ່ລະ ບາດ ໄດ້ດີໃນສະພາບອາກາດຮ້ອນຊຸ່ມ ແລະ ມີຝົນຕົກແຮງ ຫຼື ມີໝອກລົງແຮງ.
ນອກຈາກນີ້ມີຕົ້ນໄມ້ທີ່ເປັນແຫຼ່ງຢູ່ອາຂອງ ເຊື້ອຣາຍັງ ດຳລົງຊີວິດ ຢູ່ນຳເສດຊາກພຶດທີ່ຕາຍແລ້ວ ເມື່ອສະພາບແວດ ລ້ອມທີ່ເໝາະສົມຈະແພ່ລະບາດຈາກຕົ້ນນີ້ສູ່ຕົ້ນໝາກມ່ວງອື່ນ ໄດ້. ເຊື້ອຣາຈະຂະຫຍາຍພັນ ທີ່ໂດຍສ້າງສ່ວນເອີ້ນວ່າສະປໍ, ເຊີ່ງມີລັກສະນະເປັນນໍ້າສີເຫຼືອງສົ້ມ ມີຢ່າງຫຼວງຫຼາຍເຖີງພຶດ ທີ່ຕາຍແລ້ວ, ສະປໍມີຂະໜາດນ້ອຍ ເບີ່ງດວ້ຍຕາເປົ່າບໍ່ເຫັນ ສະປໍຂອງເຊື້ອຣາອາດໄຫຼ່ໄປຕາມນໍ້າ ປົນກັບນ້ຳທີ່ໃຊ້ຫົດຕົ້ນ ໄມ້ ຫຼື ປິວໄປຕາມລົມ, ເມື່ອຕົກລົງພື້ນດິນແລ້ວຈະງອກຂື້ນ ແລະ ແທງເຂົ້າໄປສ່ວນອື່ນຂອງພຶດ ຫຼື ອາດຝັງຕົວຢູ່ໃນສ່ວນ ຕ່າງໆຂອງພຶດ.
1. ລັກສະນະການທຳລາຍ
ພະຍາດຊະນິດນີ້ຈະສາມາດເຂົ້າທຳລາຍ ໄດ້ທຸກໄລ ຍະດັ່ງນ
ກ. ໄລຍະກ້າເບ້ຍ
ເປັນໄລຍະທີ່ເຊື້ອພະຍາດເຂົ້າທຳລາຍ, ເພາະເປັນໄລ ຍະທີ່ອ່ອນແອ ແລະ ມີໂອກາດທີ່ໄດ້ຮັບເຊື້ອຈາກນ້ໍາທີ່ໃຊ້ຫົດ,ອາການທຳລາຍຂອງພະຍາດນີ້ ເກີດເທິງໃບໃນໄລຍະທຳອິດ, ມີລັກສະນະເປັນຈຸດຊ້ຳ,ຂະໜາດນ້ອຍ,ສີນ້ຳຕານແພ່ກະຈ່າຍ ຢູ່ເທີງໃບ ແລະ ຂອບໃບ, ຕໍ່ຈາກນັ້ນແຜ່ຂະຫຍາຍໃຫ່ຍຂຶ້ນ, ເນື້ອເຍື້ອສ່ວນນັ້ນຈະແຫ້ງຕາຍເປັນຮູ, ຖ້າເປັນຫຼາຍໃບຈະບິດ ບ້ຽວ, ເມື່ອແພ່ລາມຕິດກັນເຮັດໃຫ້ເກີດຮອຍແຜ ຄືໄຟໄໝ້ຂະ ໜາດໃຫ່ຍທົ່ວທັງໃບ, ໃນທີ່ສຸດຈະເຮັດໃຫ້ໃບແຫ້ງຕາຍ ແລະ ລົ່ນ. ຫາກສະພາບອາກາດຊຸ່ມຫຼາຍ ບາດແຜຈະລາມໄປສູ່ທັງ ກ້ານໃບ ຫຼື ກິ່ງອ່ອນ, ຈະເຮັດໃຫ້ເນົ່າດຳຢູ່ຍອດ, ໃບຈະລົ່ນ ແລະ ເບ້ຍຈະຕາຍ, ຢູ່ຕາມລຳຕົ້ນຂອງເບ້ຍ, ຈະເກີດເຊື້ອຣາ ຂຶ້ນຢູ່ທົ່ວບໍລິເວນຮອຍບາດແຜນັ້ນ, ຖ້າຫາກລະບາດຮ້າຍແຮ ງເບ້ຍຈະຫັກພັບຢູ່ບ່ອນຮອຍແຜ, ຕົ້ນທີ່ເປັນພະຍາດນີ້ຈະອ່ອ ນແອໄປນຳໃຊ້ເຮັດເປັນຕົ້ນຕໍບໍ່ໄດ້.ຂ.ໄລຍະຕົ້ນໃຫ່ຍ
ຂ.ໄລຍະຕົ້ນໃຫ່ຍ
ຈະພົບວ່າມີຈຸດນ້ອຍໆສີເທົ່າເທີງຢູ່ໃບແກ່, ເນື້ອເຍື້ອ ທາງກາງຈະແຫ້ງ ແລະ ແຕກລົ່ນລົງ, ຈະເຮັດໃຫ້ເປັນຮູ, ແຜນ ໃບທີ່ເຫຼືອຈະມີສີເຫຼືອງ ຖ້າຫາກອາການຮ້າຍແຮງຫຼາຍ, ເນື້ອ ເຍື້ອໃບຈະຊີກກວ້າງອອກ. ໂດຍສະເພາະສ່ວນບ່ອນອ່ອນຢູ່ ປາຍກິ່ງຈະບໍມີການແຕກໃບອ່ອນ, ຍອດຈະແຫ້ງຕາຍເປັນສີ ດຳ, ທາງກາງຮອຍບາດແຜຈະຍຸບຕົວລົງໜ້ອຍໜຶ່ງ. ຖ້າສະ ພາບອາກາດຊຸ່ມອາດມີເມືອກສີບົວ ຂອງເຊື້ອຣາຢູ່ເທິງບາດ ແຜ, ຖ້າລະບາດຮ້າຍແຮງບາດແຜຈະລາມໄປຕາມກິ່ງງ່າເຮັດ ໃຫ້ກິ່ງງ່າ ແລະ ຍອດຫຽ່ວຕາຍ.
ຄ. ໄລຍະດອກ ແລະ ເປັນໝາກ
ເຊື້ອຈະເລີ່ມທຳລາຍຕັ້ງແຕ່ເລີ່ມເປັນດອກ, ດອກໝາກ ມ່ວງທີ່ຖືກທຳລາຍຈະເນົ່າເປັນສີດຳ, ລົ່ນ ແລະ ບໍ່ເປັນໝາກ, ກ້ານຊໍ່ດອກທີ່ຖືກທຳລາຍຈະເປັນຈຸດເນົ່າດຳ, ການລໍາລ້ຽງອາ ຫານນໍາໄປສູ່ອອກດອກເປັນໄປໄດ້ຍາກ, ດອກອາດລົ່ນໝົດຊໍ່, ຖ້າເປັນໝາກໃນໄລຍະນີ້ຈະໄດ້ຮັບເຊື້ອພະຍາດຄືກັນກັບໝາກ ທີ່ເກີດພະຍາດຈະມີຈຸດສີດຳຮູບຮ່າງກົມຢູ່ເທ່ີງຜິວຂອງໝາກ ມີຂະໜາດທໍ່ຫົວເຂັມມຸດແລ້ວຂະຫຍາຍຈົນເຖີງຂະໜາດ 2-3 ຊຕມ, ບາດແຜທີ່ເປັນແຕກມີເມັດສີດໍາ ຂະໜາດນ້ອຍລຽງເປັນ ວົງມົນໃນບາດແຜ, ລັກສະນະອາການຊະນິດນີ້ຊາວສວນເອີ້ນ ວ່າ: ພະຍາດຈຸດສີດຳ, ບາງເທື່ອຈະພົບຈຸດສີດໍາເປັນທາງຍາວ ລາມລົງມາຈາກບໍລິເວນສ່ວນເທີງຂອງບາດແຜ. ໂດຍທີ່ສະປໍ ຂອງເຊື້ອຣາຈະໄຫຼມາຕາມນໍ້າເຮັດໃຫ້ເກີດພະຍາດຊະນິດນີ້ຶ້ນ ແລະ ເຊື້ອພະຍາດຈະລາມໄປຫາໝາກອື່ນໆ ຕາມທີ່ໃຊ້ ນໍ້າຫົດ. ເຖີງແມ່ນວ່າຈະບໍ່ສະແດງອາການ ທັນທີ່ແຕ່ເຊື້ອພະ ຍາດອາດແຝງໂຕ ແລະ ສະແດງອາການກໍ່ເມື່ອໄລຍະໝາກ ແກ່ ຫຼື ສຸກໄດ້. ສຳລັບອາການການເທິງໝາກແກ່ ຫຼື ສຸກໄລຍະ ທຳອິດບາດແຜຈະເປັນຈຸດສີດຳນ້ອຍໆຕໍ່ມາກໍ່ຂະຫຍາຍເປັນ ຈຸດສີດຳຢ່າງວອງໄວ. ຮອຍບາດແຜຈະເປັນຮູບວົງມົນໆຕາມ ຜິວແລະ ໝາກແຕກ. ບາດແຜຈະຂະຫຍາຍເຊືອມຕໍ່ກັນເປັນ ຮອຍບາດແຜໃຫ່ຍຂຶ້ນເລື່ອຍໆ ຈົນເຮັດໃຫ້ບາດແຜເນົ່າ ແລະ ຍຸບລົງ ຫຼື ແຜລົງເລິກເຂົ້າໄປໃນໝາກທັງທີ່ໝາກຍັງຕິດຢູ່ເທິງ ຕົ້ນ ຫຼື ເກັບກຽ່ວມາແລ້ວ ອາການເຫຼົ່ານີ້ປະກົດໃຫ້ເຫັນຢ່າງຊັດ ເຈນ ເມື່ອເກັບໝາກໄວ້ເປັນເວລາດົນ ເພາະເນື້ອພາຍໃນໝາກ ມ່ວງເລີ່ມອອ່ນຕົວລົງເຮັດໃຫ້ເປັນພະຍາດໄດ້ງ່າຍໂດຍສະ ເພາະໝາກມ່ວງທີມີຮອຍບາດແຜຢູ່ແລ້ວຈະໄດ້ຮັບເຊື້ອງ່າຍ ແລະ ເນົ່າໄວ. ໝາກມ່ວງທີ່ໝັກເປັນພະຍາດນີ້ ໄດ້ແກ່ກິນສຸກ ເຊັ່ນ: ພັນນໍ້າດອກໄມ້, ອົກລອງ ແລະ ໜັງກາງວັນເປັນຕົ້ນ.
2. ການປ້ອງກັນ ແລະ ກຳຈັດ
1. ໄລຍະຕົ້ນກ້າ: ບໍ່ຄວນປູກເບ້ຍຍັງນ້ອຍຫຼາຍເກີນໄປ, ນ້ຳທີ່ທີ່ຫົດເບ້ຍຕ້ອງເປັນນໍ້າ ທີປາສະຈາກເຊື້ອຣາ, ຄວນສີດ ຢາປ້ອງກັນເຊື້ອຣາທຸກໆໄລຍະ 7 ວັນ ເມື່ອຈະເບ້ຍຈະເລີນ ເຕີບໂຕແລ້ວຄວນສີດຢາ 1 ຄັ້ງ/ເດືອນ. ແຕ່ຖ້າພື້ນທີ່ປູກອາດມີ ຄວາມຊຸ່ມ ຫຼື ມີເຊື້ອຣາລະບາດຄວນສີດຖີ່ຂຶ້ນປະມານ 7-10 ວັນຈົນກວາເຊື້ອຣາຈະຫຼຸດລົງ ຢາທີ່ໃຊ້ສີດຄື: DithaneNT 45, ແລະ ພວກ ( Copper Oxychloride) ສີດພົ່ນໃນໄລຍະແຕກ ໃບອ່ອນໃນອັດຕາປະມານ 30- 80 ກຼາມ/ນໍ້າ 20 ລິດ.
2. ໄລຍະທີ່ໝາກມ່ວງແຕກໃບອ່ອນ, ໄລຍະອອກດອກ ຫຼື ໄລຍະເປັນໝາກອອ່ນ: ເປັນໄລຍະເວລາທີ່ຊາວສວນຄວນ ທີ່ຈະສົນໃຈໃຫ້ຫຼາຍຂື້ນ ເພາະໄລຍະນີ້ມີສັດຕູໝາກມ່ວງເຂົ້າ ມາລົບກວນຫຼາຍທັງພະຍາດ ແລະ ແມງໄມ້ຕ່າງໆ. ການສີດຢາຄວນເຮັດຕັ້ງແຕ່ໄລຍະໝາກມ່ວງ ເລີ່ມເປັນຊໍ່ດອກສີດຢາ ຢ່າງເຕັມທີ່ກ່ອນດອກຈະບານ ແມງໄມ້ຈະສາມາດປະສົມເກ ສ້ອນໄດ້ເຕັມທີ່ເຮັດໃຫ້ໝາກມ່ວງເປັນໝາກດີ, ເມື່ອໝາກ ມ່ວງເປັນຊໍ່ດອກແລ້ວ ຄວນສີດຢາຂ້າເຊື້ອຣາປະມານ 3-4 ຄັ້ງ ຄັ້ງຕໍ່ໄປກໍ່ສີດໃຫ້ຫ່າງຂື້ນເຊັ່ນ: 1-2 ເດືອນ ຂຶ້ນກັບສະພາບອາ ກາດ, ການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພຶດການ ສີດພົ້ນຢາເຄມີຂ້າເຊື້ອລາ ເຊັ່ນ: Dithane NT45, ແລະ ພວກ (Copper Oxychloride) ສີດພົ່ນໃນໄລຍະແຕກໃບອ່ອນໃນ ອັດຕາປະມານ 30- 80 ກຼາມ/ນ້ໍາ 20 ລິດ.
ຂໍ້ຄວນລະວັງຄືຢ່າໃຫ້ຄວາມເຂັ້ມຂຸ້ນ ຂອງຢາເກີນຂະ ໜາດເພາະຈະເຮັດໃຫ້ຍອດອ່ອນ ຫຼື ດອກໝາກມ່ວງໄດ້ຮັບ ອັນຕະລາຍ. ຄວນຫຼີກລຽ້ງການສີດຢາ ໃນຂະນະທີ່ດອກໝາກມ່ວງ ກຳລັງບານສົ່ງກິ່ນຫອມ ເພາະຈະເປັນອຸປະສັກຕໍ່ການປະສົມ ເກສອນຂອງແມງໄມ້ ແລະ ຄວນສີດຄັ້ງໄປຫຼັງຈາກເປັນໝາກ ແລ້ວສີດໃຫ້ປົກຄຸ້ມທົ່ວທຸກສວນຂອງຟຸ່ມ ໂດຍປະສົມຢາຈັບ ໃບ. ການສີດຢາຄວນສີດ ໃນຕອນເຊົ້າໃນຂະນະທີ່ແດດບໍ່ຮ້ອນ ແຮງເກີນໄປເພາະອາດເຮັດໃຫ້ດອກລົ່ນໄດ້.
3. ຫຼັງຈາກເກັບໝາກມ່ວງຈາກຕົ້ນມາແລ້ວ ໃຫ້ນຳໝາກມ່ວງມາຄວ້ຳຫົວລົງ ເທິງເຈ້ຍໜັງສືພິມປ່ອຍ ໃຫ້ນໍ້າຢາງແຫ້ງແລ້ວ ນຳມາແຊ່ໃນນໍ້າອຸ່ນ 55°C, ປະສົມກັບ ຢາ benomyl, ເຊີ່ງມີຊື່ວ່າ Banelate ເຂັ້ມຂ້ນ 0,5%ແຊ່ດົນ ປະມານ 5 ນາທີ ໃຫ້ໜວ່ຍແຫ້ງແລ້ວບັນຈຸໃສ່ຫີບຫໍ່ ຢ່າໃຫ້ ໝາກມ່ວງຊໍ້າການກຳຈັດພະຍາດ Anthracnose ດ້ວຍວິທີ ໃຊ້ຢາ benomyl ໃນນໍ້າຮ້ອນ ( 55°Cໃນ 5 ນາທີ ) 4. ຫຼັງຈາກເກັບຜະລິດໝາກມ່ວງ ແລ້ວຄວນຕັດແຕ່ງກິ່ງ ເພື່ອໃຫ້ອາກາດລະບາຍໄດ້ດີຂຶ້ນ.
ແຫຼ່ງຂໍ້ມູນ: file:///D:/2020/September_df.pdf
https://www.icpladda.com/ความรู้ที่น่าสนใจ/บทความ/โรคแอนแทรคโนสมะม่วง/
https://stri.cmu.ac.th/article_detail.php?id=11
ເຕັກນິກການປູກສາລີປະສົມປະສານຖົ່ວດຳ ແລະ ໝາກມ່ວງໃນເຂດພື້ນຕໍ່າ
ສາລີ, ຖົ່ວດຳ ແລະ ໝາກມ່ວງ ແລະ ໝາກມ່ວງເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງຂອງປະເທດລາວ ແລະ ນອນຢູ່ໃນຍຸດທະສາດຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການສົ່ງເສີມຜະລິດປ້ອນໂຮງງານອຸດສະຫະກຳແປຮູບຂາຍສົ່ງພາຍໃນ ແລະ ພາຍນອກ. ເປັນພືດທີ່ຈະເລີນເຕີບໂຕໄດ້ດີໃນເກືອທຸກສະພາບ ນິຍົມປູກກັນຫຼາຍໃນທຸກພາກໃນລະດູຝົນ. ສ່ວນລະດູແລ້ງປູກຢູ່ພາກເໜືອ ແລະ ນິຍົມປູກຫຼາຍກວ່າພາກອື່ນໆ ແມ່ນປູກຢູ່ພາກກາງ(ເປັນພື້ນທີ່ທົ່ງພຽງ) ແລະ ທີ່ມີລະບົບນໍ້າຊົນລະປະທານ. ເຕັກນິກການປູກສາລີປະສົມກັບຖົ່ວກໍ່ເປັນວິທີການໜຶ່ງທີ່ສາມາດເພີ່ມລາຍໄດ້ໃຫ້ແກ່ຊາວກະສິກອນໄດ້ ເນື່ອງຈາກການນຳໃຊ້ພື້ນທີ່ໃຫ້ເກີດປະໂຫຍດຫຼາຍທີ່ສຸດ.
1. ການກຽມພື້ນທີ່
ລະດູຝົນຕົກ 1 -2 ຄັ້ງແລ້ວຄວນໄຖດິນ 1- 2 ຄັ້ງ ແລະ ຄາດປັບໜ້າດິນໃຫ້ຮາບພຽງດີ. ສະເພາະໃນພື້ນທີ່ເຂດນໍ້າຖ້ວມ ຄວນຍົກເປັນຄູໃຫ້ສູງໃນລະດັບ 40-50 ຊມ, ຄວາມກວ້າງຂອງໜານ 80 ຊມ, ໃນລະດູແລ້ງເຂດທີ່ມີຊົນລະປະທານ. ຫຼັງຈາກເກັບກ່ຽວເຂົ້ານາປີແລ້ວຕ້ອງໄດ້ໄຖ ແລະ ຄາດ ໃນເວລາດິນຍັງມີຄວາມຊຸ່ມຢູ່ ແລະ ປັບໜ້າດິນໃຫ້ຮາບພຽງດີ, ສ່ວນການກຽມພື້ນທີ່ການປູກໝາກມ່ວງແມ່ນປູກສະລັບຫວ່າງໂດຍເຮັດເປັນຄູນປູກ ເພື່ອບໍ່ໃຫ້ນໍ້າຖ້ວມເຖິງເຫງົ້າຕົ້ນ, ການຂຸດຮ່ອງຂະໜາດກວ້າງຢ່າງນ້ອຍ 1,5 ແມັດ, ສ່ວນຄວາມຍາວຂອງຮ່ອງແມ່ນແລ້ວແຕ່ຂະໜາດຂອງພື້ນທີ່ ຖ້າຍົກສູງວິດຈາກນໍ້າຍິ່ງດີຮາກກໍ່ຈະເລີນເຕີບໂຕເຕັມທີ່. ເມື່ອຂຸດຮ່ອງແລ້ວຕາກດິນໃຫ້ແຫ້ງກ່ອນ ຫຼື ຫາກດິນໜຽວຫຼາຍຈະຕ້ອງປັບປຸງດິນໃຫ້ມີຄວາມອຸດົມສົມບູນໂດຍການໃສ່ຝຸ່ນຄອກ, ຝຸ່ມບົ່ມ, ຝຸ່ນໝັກ ແລະ ປູກຂາວ ເພື່ອແກ້ຄວາມເປັນກົດເປັນດ່າງຂອງດິນຈັບຕົວກັນແໜ້ນ, ການປັບປຸງດິນໃຫ້ມີຄວາມອຸດົມສົມສົມແມ່ນເປັນປັດໃນສຳຄັນໃນການປູກແບບຍົກຮ່ອງ ເພາະດິນທີ່ຂຸດຂື້ນມານັ້ນອາດຈະໜຽວໂພດ.
2. ການປູກສາລີ, ຖົ່ວດຳ ແລະ ປູກໝາກມ່ວງ
ການປູກສາລີໃຊ້ໄລຍະຫ່າງຂອງແຖວ ຫາ ແຖວ 75 ຊມ, ໄລຍະຫ່າງລະຫວ່າງຕົ້ນ 50 ຊມ, ຖ້າເປັນດິນແຄມນໍ້າແຕ່ມີຄວາມອຸດົມສົມບູນດີໃຫ້ປູກ 80 X 40 ຊມ, ຂຸມເລິກ 3-4 ຊມ ຖ້າເປັນເຂດນໍ້າຖ້ວມຄວນຍົກຄູໃຫ້ສູງຂື້ນ 60 ຊມ, ປູກຂຸມລະ 2 ແມັດ, ຫຼັງຈາກປູກໄດ້ 7-10 ວັນ ໃຫ້ປູກສ້າມຄືນໃສ່ຂຸມທີ່ບໍ່ແຕກງອກຂື້ນມາ ແລະ ປະມານ 2 ອາທິດ ໃຫ້ຖອນແຍກຕົ້ນທີ່ອ່ອນແອອອກໃຫ້ເຫຼືອຂຸມລະ 1 ຕົ້ນ. ປູກດ້ວຍມືໃຊ້ແນວພັນ 15 ກິໂລ ຫາ 18 ກິໂລ /ເຮັກຕາ
ຫຼັງຈາກນັ້ນ ເມື່ອສາລີເຂົ້າສູ່ໄລຍະສຸກແກ່ ຄວນປູກຖ້ວມດຳໃສ່ກ່ອນທີ່ສາລີຈະເກັບກ່ຽວ 30 ວັນ ເພາະຊ່ວງນີ້ແສງຈະສາມາດສ່ອງຜ່ານຕົ້ນສາລີລົງມາສູ່ພື້ນດິນໄດ້ ໂດຍປູກໃສ່ຊ່ວງລະຫວ່າງແຖວຂອງຕົ້ນສາລີ
ການປູກໝາກມ່ວງໃນເຂດພື້ນທີ່ຕໍ່າເຮົາສາມາດປະຕິບັດໄດ້ຄືກັນກັບເຂດພື້ນທີ່ເນີນສູງໂດຍຂຸດຂຸມປູກປະມານ 50 X 50 X 50 ຊມ ແລະ ໃຊ້ໄລຍະຫ່າງປະມານ 7-8 ແມັດ, ໂດຍກ່ອນປູກຄວນໃສ່ຝຸ່ນຄອກຮ່ອງພື້ນທີ່ມີນໍ້າຖ້ວມຄວນຍົກຄູໃຫ້ສູງຂື້ນ 60 ຊມ ແລະ ຄວາມກວ້າງຂອງໜານປູກແມ່ນ 5 ແມັດ.
3. ການບົວລະບັກຮັກສາ
3.1 ການໃສ່ຝຸ່ນ
ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ 2 ຫາ 3 ໂຕນ/ເຮັກຕາ ໃນເວລາໄຖ ຫຼື ຄາດ. ຫຼັງຈາກປູກໄດ້ 15 ຫາ 20 ວັນ ໃສ່ຝຸ່ນສູດ 15-15-15 ຈຳນວນ 150 ກິໂລ/ເຮັກຕາ ໃຫ້ຫ່າງຈາກຕົ້ນ 15 ຊມ, ພ້ອມທັງເສຍຫຍ້າ ແລະ ຄູນດິນໃສ່ຕົ້ນສາລີໃຫ້ເປັນຮ່ອງທາງກາງຂອງແຖວສາລີ. ຫຼັງຈາກປູກໄດ້ 40 ຫາ 45 ວັນ(ກ່ອນອອກດອກ) ໃສ່ຝຸ່ນເຄມີສູດ 46-0-0 ຈຳນວນ 100 ກິໂລ/ເຮັກຕາ ໃສ່ໃຫ້ຫ່າງຈາກຕົ້ນ 20 ຊມ (ຈຳນວນຝຸ່ນທີ່ໃສ່ແມ່ນໃຫ້ເບິ່ງຄວາມເໝາະສົມອີງໃສ່ຕົ້ນສາລີ ແລະ ຄວາມອຸດົມສົມບູນຂອງດິນ)
3.2 ການໃຫ້ນໍ້າ
ສາລີຕ້ອງການນໍ້າໃນລະດູການໜຶ່ງປະມານ 300 ແມັດກ້ອນ, ລະດູຝົນ ຖ້າຝົນບໍ່ຕົກ ດິນແຫ້ງຄວນໃຫ້ນໍ້າສາລີ ໂດຍສະເພາະໃນເວລາໃສ່ຝຸ່ນ ແລະ ເວລາສາລີອອກດອກຈຳເປັນຕ້ອງໄດ້ໃຫ້ນໍ້າ.
3.3 ການປ້ອງກັນ ແລະ ກຳຈັດສັດຕູພືດ
ຖາງຫຍັ້າ ບໍລິເວນປູກສາລີອອກໃຫ້ໝົດ ເພື່ອບໍ່ໃຫ້ເປັນບ່ອນລີ້ຊ່ອນ ແລະ ຂະຫຍາຍພັນຂອງແມງໄມ້. ແມງໄມ້ທີ່ມັກທຳລາຍຕົ້ນສາລີແມ່ນ: ເພັ້ຍ, ບົ້ງກັດລໍາຕົ້ນ, ບົ້ງກັດໃບ, ບົ້ງເຈາະຝັກ, ຕັກກະແຕນ ແລະ ອື່ນໆ. ສຳລັບການກຳຈັດບົ້ງແຕ່ລະເຊົ້າຕ້ອງໄດ້ເລາະຂ້າບົ້ງດ້ວຍມື.
4. ການເກັບກ່ຽວໝາກມ່ວງ, ສາລີ, ຖົ່ວດຳ
ການເກັບກ່ຽວໝາກມ່ວງແມ່ນສາມາດປະຕິບັດໄດ້ຫຼັງຈາກປູກໄດ້ 3-5 ປີ ເປັນຕົ້ນໄປ ແລະ ຫຼັງຈາກເກັບກ່ຽວແລ້ວແມ່ນຕ້ອງໄດ້ຕັດແຕ່ງກິ່ງງ່າ ເພື່ອໃຫ້ໝາກມ່ວງໄດ້ແຕກກິ່ງໃບໃນປີຕໍ່ໄປ.
ສາລີແຕ່ລະແນວພັນມີອາຍຸເກັບກູ້ທີ່ແຕກຕ່າງກັນແຕ່ກໍ່ມີຫຼາຍແນວພັນ ທີ່ມີອາຍຸເກັບກູ້ພ້ອມກັນທັງໝົດກະຂື້ນກັບຄວາມຊຸ່ມຂອງດິນ, ນໍ້າ, ອາກາດ. ກ່ອນການເກັບກູ້ຄວນສັງເກດເບິ່ງອາຍຸການເກັບກູ້ຂອງສາລີ, ເບີ່ງສີຝັກຈາກສີຂຽວກາຍເປັນສີເຟືອງ ແລະ ບາງແນວພັນຝັກຈະກົ້ນລົງລຸ່ມຈຶ່ງສາມາດເກັບກູ້ໄດ້
ການເກັບກ່ຽວຖົ່ວດຳ ເມື່ອສັງເກດເຫັນຝັກຖົ່ວດຳເລີ່ມມີສີເຫຼືອງ ຫຼື ຫຼັງຈາກປູກໄດ້ 3-4 ເດືອນ ກໍ່ສາມາດເກັບກ່ຽວຖົ່ວດຳໄດ້ແລ້ວ ໂດຍຈະເກັບກ່ຽວຖົ່ວດຳໃນຊ່ວງເຊົ້າ(ແດດບໍ່ແຮງ) ເພື່ອຫຼຸດຜ່ອນການແຕກຂອງຝັກຖົ່ວດຳ ຫຼັງຈາກນັ້ນ ແມ່ນຕາກແດດໄວ້ ຕອນບ່າຍຈຶ່ງມາຟາດເອົາເມັດໃສ່ເປົາແລ້ວເອົາໄປເກັບມ້ຽນໄວ້ໃນສາງ.
ແຫຼ່ງຂໍ້ມູນ: ປື້ມຄູ່ມືແນະນຳວິທີໃຊ້ເຕັກນິກການປູກສາລີປະສົມປະສານຖົ່ວດຳ ແລະ ໄມ້ໃຫ້ໝາກໃນເຂດພື້ນທີ່ຕໍ່າ
ພະຍາດລາແປ້ງ
1. ສາເຫດທີ່ພາໃຫ້ເກີດພະຍາດ
ພະຍາດນີ້ເກີດຈາກເຊື້ອ: Phyllactinia (pers) Karst, ອັນດັບ Eoysiphales ຊັ້ນAscomycetes ຈະເຂົ້າທຳລາຍທາງ ໃບ (Stomata) ໂດຍສາມາດເຂົ້າທໍາລາຍໂດຍສະເພາະດ້ານ ລຸ່ມຂອງໃບ (ກ້ອງໃບ) ເທົ່ານັ້ນພະຍາດນີ້ສາມາດລະບາດໄດ້ ໂດຍປິວໄປຕາມລົມ, ສະພາບທີ່ເໝາະສົມຕໍ່ການແຜ່ລະບາດ ແມ່ນອຸນນະພູມ 22-24Co , ຄວາມຊຸ່ມ70-80 ເປີເຊັນ. ພັນມ ອນທີ່ມີໂຄງສ້າງໃບແຂງຈະມີຄວາມອ່ອນແອຕໍ່ພະຍາດນີ້ຫຼາຍ
2. ລັກສະນະການເຂົ້າທຳລາຍ:
ພະຍາດນີ້ຈະເກີດຮອຍ ດ່າງສີຂາວ ກ້ອງໃບຈະຂະຫຍາຍລຸກລາມ ໄປຈົນທົ່ວກ້ອງໃບ ເບິ່ງຄ້າຍຄືກັບແປ້ງສີຂາວ ຢູ່ເຕັມກ້ອງໃບ ແລະ ມັນຈະເຮັດ ໃຫ້ໃບມອນລົ່ນ, ແຂງ, ແຫ້ງ ແລະ ກອບງ່າຍສ່ວນຫຼາຍແມ່ນ ມັກເກີດກັບໃບທີ່ເເກ່
3. ວິທີປ້ອງກັນ ແລະ ກໍາຈັດພະຍາດມອນ
– ປູກຕົ້ນມອນໃຫ້ມີຄວາມຫ່າງຕົ້ນຖຶກຕາມເຕັກນິກເ ພື່ອໃຫ້ແສງສະຫວ່າງຊອງລົງມາ. ເສຍຫຍ້າຕາມຫວ່າງຄູປູກ ມອນໃຫ້ສະອາດ, ເກັບໃບມອນເບື້ອງລຸ່ມໄປໃຊ້ກ່ອນ ແລະ ເກັບໃບມອນທີ່ເປັນພະຍາດຖີ້ມ.
– ໃຊ້ສານເຄມີພວກເບນໂນມິສ ໃນອັດຕາ 10 ກຼາມ ຕໍ່ ນໍ້າ 20 ລິດ.ສິດໃສ່ຕົ້ນມອນ 20 ວັນ ຕໍ່ 1ຄັ້ງ ຫຼັງຈາກສິດໄດ້ 7 ວັນ. ແລ້ວ ສາມາດເກັບໃບມອນໄປລ້ຽງມ້ອນໄດ້.
– ສັດຕູທີ່ໄດ້ຈາກທຳມະຊາດ ມາຊ່ວຍທໍາລາຍພະຍາດ ລາແປ້ງແມ່ນດ້ວງເຕົ່າ (Lady beetle) ຄືຕົວອ່ອນຈະກິນ mycelia ແລະ conidia ຂອງເຊື້ອພະຍາດ.
ແຫຼ່ງຂໍ້ມູນ: file:///D:/2020/August_df.pdf
https://www.allkaset.com/diseases/โรคราแป้ง.php
https://qsds.go.th/newosrd/โรคหม่อน/
ເຕັກນິກການລ້ຽງປາຄ້າວ
ປາຄ້າວ ຊື້ວິທະຍາສາດ Wallagonia attu (Bloch) ປາຄ້າວມີ 2 ຊະນິດຄື: ປາຄ້າວຂາວ ແລະ ປາຄ້າວດໍາ. ເປັນປາເນື້ອອ່ອນທີ່ເຫັນໄດ້ຫຼາຍຕາມແມ່ນໍ້າ ປະຈຸບັນເປັນປາທີ່ເລີ່ມຫາຍາກຫຼາຍຂື້ນ ເນື່ອຈາກມີການຈັບມາຮັບປະທານຫຼາຍຂື້ນ ເພາະເນື້ອປາມີຄວາມນຸ່ມ ໃຫ້ຊີ້ນຫຼາຍ, ຊີ້ນບໍ່ມີກ້າງ ໂດຍສະເພາະປາຄ້າວຂາວ ເປັນຊະນິດທີ່ນິຍົມຈັບມາຮັບປະທານ, ສ່ວນປາຄ້າວດຳມັກລ້ຽງເປັນປາສວຍງາມ.
1. ການເພາະພັນປາຄ້າວ
ປາຄ້າວທີ່ໃຊ້ສຳລັບການເພາະພັນມາຈາກທຳມະຊາດ ແລະ ປ່ອຍລ້ຽງໃນໜອງໃນໄລຍະໜຶ່ງກ່ອນ. ກ່ອນຈະນຳແມ່ພັນປາມາສັກຮໍໂມນຄັ້ງທຳອິດດ້ວຍ suprefact ຂະນາດ 5 ໄມໂຄຣກຼາມ/ນໍ້າໜັກປາ 1 ກິໂລກຼາມ ແລະ Motiliuim 5 ມິລິກຼາມ ຫຼັງຈາກນັ້ນອີກ 6 ຊົ່ວໂມງ ໃຫ້ສັກຄັ້ງທີ່ 2 ດ້ວຍ suprefact ຂະນາດ 5 ໄມໂຄຣກຼາມ/ນໍ້າໜັກປາ 1 ກິໂລກຼາມ ແລະ Motiliuim 5 ມິລິກຼາມ .
ສຳລັບພໍ່ພັນປາໃຫ້ສັກຮໍໂມນພຽງເທື່ອດຽວຄືກັນກັບການສັກຄັ້ງທຳອິດຂອງແມ່ພັນປາຄ້າວ ແລະ ໃຫ້ສັກຫຼັງຈາກສັກແມ່ພັນແລ້ວ 4 ຊົ່ວໂມງ.
ຫຼັງຈາກສັກຄັ້ງທີ່ 2 ແລ້ວ 4-6 ຊົ່ວໂມງໃຫ້ຮີດໄຂ່ປາລົງໃນຊາມ ແລະ ຮິດນໍ້າເຊື້ອຈາກພໍ່ພັນອອກມາປະສົມກັບນໍ້າເກືອເຂັ້ມຂຸນ 0,6% ກ່ອນຈະນຳລົງຄຸປະສົມກັບໄຂ່ປາໃນຊາມດ້ວຍການໃຊ້ຂົນໄກ່ກ້ວນປະສົມ 3-5 ນາທີ ກ່ອນຈະນຳໄຂ່ມາລ້າງນໍ້າ ແລະ ປ່ອຍໃນໜອງອານຸບານທີ່ເປັນອ່າງສີເມັນ ຊຶ່ງໄຂ່ຈະຝັກເປັນລູກປາພາຍໃນ 28-32 ຊົ່ວໂມງ ອັດຕາການຟັກເປັນຕົວປະມານ 40-50% ແລະ ອາດຈະຫຼາຍກວ່ານັ້ນເມື່ອລູກປາມີຄວາມສົມບູນ
2. ການອານຸບານລູກປາຄ້າວ
ການອະນຸບານລູກປາຄ້າວໃນໄລຍະທຳອິດຈະເຮັດໄຮແດງເປັນອາຫານ ຕໍ່ມາໃນໄລຍະ 15-20 ວັນ ຈຶ່ງໃຫ້ປາບົດລວມກັບໄຮແດງ ແລະ ອາຫານປາດຸກເມັດນ້ອຍ ຫຼັງຈາກນັ້ນ ຈຶ່ງຄ່ອຍປ່ຽນເປັນອາຫານປ່ດຸກ ພ້ອມເສີມດ້ວຍລູກປາຂະໜາດນ້ອຍ ການໃຫ້ອາຫານ 2 ຄັ້ງ/ວັນ ເຊົ້າ ແລະ ແລງ
3. ການລ້ຽງປາຄ້າວຮຸ້ນ
ຫຼັງຈາກອານຸບານລູກປາຄ້າວຈົນໄດ້ລຳຕົວຍາວປະມານ 4-6 ນີ້ວແລ້ວ ຈຶ່ງນຳລົງລ້ຽງໃນກະຊັງ ຫຼື ປ່ອຍລ້ຽງໃນບໍດິນຕໍ່ໃນອັດຕາການປ່ອຍສຳລັບກະຊັງທີ່ 400-500 ໂຕ/ກະຊັງ (ກະຊັງ 5 x 5 ແມັດ) ແລະ ອັດຕາໃນການປ່ອຍສຳລັບໜອງດິນແມ່ນ 3000-4000 ໂຕ/ໄລ່ ສ່ວນອາຫານແມ່ນໃຫ້ອາຫານປາດຸກເມັດນ້ອຍ ແລະ ເສີມກ້ວຍອາຫານຈາກທຳມະຊາດ ເຊັ່ນ: ລູກປານ້ອຍ, ປວກ ຫຼື ແມງໄມ້ຕ່າງໆ ສ່ວນການໃຫ້ອາຫານຈະຄືກັບການອານຸບານລູປປາ ແລະ ຄວນເນັ່ງໃຫ້ໃນຕອນແລງຫຼາຍກວ່າຕອນກາງເວັນ.
ປາຄ້າວເມື່ອລ້ຽງໄດ້ປະມານ 8 ເດືອນກໍ່ສາມາດຈັບຂາຍໄດ້ ນໍ້າໜັກໂຕຈະຢູ່ປະມານ 0,5-0,8 ກິໂລ/ໂຕ ແລະ ຫາກລ້ຽງດົນກວ່າ 10 ເດືອນ ຈະໄດ້ນໍ້າໜັກ 1 ກິໂລ/ໂຕ ແລະ ການລ້ຽງໃນກະຊັງມັກໄດ້ນໍ້າໜັກໂຕຫຼາຍກວ່າການລ້ຽງໃນໜອງດິນ.
ແຫຼ່ງຂໍ້ມູນ: https://pasusat.com/ปลาเค้า/
https://th.wikipedia.org/wiki/ปลาค้าวดำ
ເຕັກນິກການລ້ຽງອື່ງໃນອ່າງຊີເມັນ
1. ລັກສະນະອ່າງລ້ຽງອື່ງ
– ອ່າງຊີເມັນຂະໜາດ 2x4x1 ແມັດ ຂອບອ່າງລຽບ
– ພື້ນອ່າງເປັນຊາຍລະອຽດໜາ 50 ຊັງຕີແມັດ, ອີກຝັ່ງ ໜື່ງເຮັດເປັນອ່າງນ້ຳຂອບອ່າງສະເໝີກັນກັບພື້ນດິນຊາຍ.
– ຫຼັງຄາຄຸມດ້ວຍຜ້າກັນແສງ 80%.
– ຂອບອ່າງດ້ານເທີງວາງແຜ່ນສັງກະສີ ໃຫ້ດ້ານໜື່ງ ຂອງສັງກະສີເລີຍເຂົ້າມາໃນອ່າງປະມານ 38 ຊັງຕີແມັດ ເພື່ອ ກັນອື່ງໜີອອກຈາກອ່າງ.
– ຕິດຕັ້ງສະປີງເກີ ແລະ ດອກໄຟຟ້າໃນອ່າງ 1 ຈຸດ
2. ການຄັດເລືອກພໍ່ແມ່ພັນອື່ງ
ການຄັດເລືອກພໍ່ແມ່ພັນອື່ງ ສາມາດລວບລວມຈາກ ທຳມະຊາດ ບໍລິເວນປ່າໂລ່ງໃນຊ່ວງ ເດືອນພຶດສະພາ ເຖີງເດືອນມິຖຸນາ (ພົບເຫັນຫຼາຍໃນຊ່ວງຝົນຕົກໜັກຄັ້ງທຳອິດ ຂອງ ລະດູ) ເມື່ອລວບລວມມາໄດ້ແລ້ວໃຫ້ຄັດເລືອກພໍ່ແມ່ພັນດັ່ງນີ້:
ອື່ງເພດຜູ້
– ລຳໂຕມີສີດຳເຂັ້ມຂ້າງໂຕມີລາຍດຳຈຸດຂາວ.
– ລຳໂຕນ້ອຍ ແລະ ຍາວກວ່າເພດແມ່.
ອື່ງເພດແມ່
– ລຳໂຕສັ້ນ ແລະ ໃຫຍ່ກວ່າເພດຜູ້.
– ຂ້າງໂຕມີລາຍຈຸດຂາວອົມເຫຼືອງ, ໜັງທ້ອງບາງສາ ມາດເບິ່ງເຫັນໄຂ່.
– ໂຕແມ່ທີ່ມີໄຂ່ເຕັມທ້ອງເມື່ອຫງາຍທ້ອງເບິ່ງ ຈະເຫັນ ໄຂ່ລັກສະນະສີດຳ.
3. ການລ້ຽງອື່ງ
ປ່ອຍພໍ່ແມ່ພັນອື່ງຈຳນວນ 1-2 ຄູ່ ຕໍ່ອ່າງ, ໃສ່ນ້ຳເຄິ່ງ ອ່າງເມື່ອເຫັນໄຂ່ຟູເຕັມອ່າງພາຍໃນ 11-22 ຊັງຕີແມັດ ໃຫ້ ແຍກພໍ່ແມ່ພັນອອກຈາກອ່າງ (ແມ່ພັນ 1 ໂຕໃຫ້ໄຂ່ 8.000 – 10.000 ໜ່ວຍ) ໄຂ່ຈະແຕກອອກເປັນໂຕພາຍໃນ 24 ຊົ່ວ ໂມງ.
4. ການໃຫ້ອາຫານອື່ງ
ການລ້ຽງອື່ງໃນ 3 ມື້ທຳອິກຮວກຈະບໍ່ກິນອາຫານ, ເມື່ອຮວກອາຍຸ 4 ວັນ ເລີ່ມໃຫ້ໄຂ່ແດງຕົ້ມສຸກບົດລະອຽດວັນລະ 1 ຄັ້ງໃນ ຕອນເຊົ້າ ¼ ໜ່ວຍຕໍ່ອ່າງ. ເມື່ອໂຕຮວກອາຍຸປະມານ 7 ວັນ ເລີ່ມໃຫ້ອາຫານປາດຸກນ້ອຍໂປຣຕິນ 32% 100 ກຼາມຕໍ່ອ່າງ, ໃຫ້ມື້ 1 ຄັ້ງຈົນອາໂຕຮວກອາຍຸປະມານ 45 ວັນ, ຫາງຈະ ເລີ່ມຫຼຸດ. ຫຼັງຈາກໂຕຮວກຫາງຫຼຸດ ອື່ງຈະພັດທະນາຄືໂຕ ເຕັມໄວ ແລະ ຈະອອກຈາກອ່າງລົງພື້ນຊາຍໃນອ່າງປະມານ 3 ວັນ ອື່ງຈະຝັງໂຕໃນຊາຍທີ່ຢູ່ພື້ນອ່າງ. ກໍລະນີໃຫ້ອາຫານ ເສີມເຊັ່ນ: ປວກ ແລະ ແມງໄມ້ ໃຫ້ເປີດສະປີງເກີມື້ລະ 1 ຄັ້ງ ແລະ ເປີດໄຟລໍ້ແມງໄມ້ໃນຕອນກາງຄືນໃນອ່າງ.
5. ວິທີການຈັບອື່ງໃນອ່າງ
– ນຳແຜ່ນສັງກະສີທີ່ວາງເທີງຫຼັງຄາທີ່ຄຸມດ້ວຍຜ້າກັນ ແສງແລ້ວໃຊ້ນ້ຳສີດແຜ່ນສັງກະສີເປັນການຮຽນແບບຝົນຕົກ. ອື່ງທີ່ຝັງໂຕຢູ່ໃນຊາຍຈະອອກມາ
– ປ່ອຍໃຫ້ນ້ຳຖ້ວມພື້ນອ່າງອື່ງ ຈະຂື້ນມາບໍລິເວນໜ້ານໍ້າ ສາມາດຄັດຂະໜາດໄດ້ຕາມຕ້ອງການ.
ແຫຼ່ງຂໍ້ມູນ: https://www.kasetsanjorn.com/573/
file:///D:/2019/August_df.pdf
http://www.xn--72cce6b3a1eudnccb5n3d.com/article/3/การเพาะเลี้ยงอึ่งเผ้าในบ่อซีเมนต์
ເຕັກນິກການລ້ຽງແມງດາ
1. ການເລືອກສະຖານທີ
ຄວນເລືອກສະຖານທີ່ທີ່ມີຄວາມສະຫງົບງຽບ ຂຸດເປັນ ໜອງ 4 ຫຼ່ຽມຂະໜາດພໍປະມານຂື້ນ ຢູ່ກັບຄວາມຕ້ອງກາວ່າ ຈະລ້ຽງຫຼາຍ ຫຼື ໜ້ອຍ, ຈາກນັ້ນປ່ອຍນໍ້າແຊ່ໄວ້ປະມານ 30 ຊັງ ຕີແມັດ ຫຼື ລ້ຽງໃນຖັງພາລາສະຕິກຂະໜາດ 1.000 ລິດກໍ່ໄດ້. ປົກຄຸມໜອງດ້ວຍຕາໜ່າງ ເພື່ອປ້ອງກັນແມງດາຫຼົບໜີ.
2. ການກິນອາຫານຂອງແມງດາ
ວິທີຈັບເຫຍື່ອກິນຂອງແມງດາ ຈະເກາະຕາມກໍຫຍ້າບໍ່ ເໜັງຕິງໂດຍປ່ອຍໃຫ້ເຫຍື່ອບໍ່ວ່າຈະເປັນ: ລູກຮວກ, ລູກກຸ້ງ ຫຼື ລູກປາ ລອຍນ້ຳຈົນເພີນເມື່ອເຫຍື່ອເຄື່ອນໄຫວ ເຂົາມາໃກ້ຈະ ຈັບເຫຍື່ອໄວ້ແໜ້ນແລ້ວແທງດ້ວຍປາກທີ່ແຫຼມຄົມ ພ້ອມກັບ ປ່ອຍສານບາງຊະນິດເຂົ້າໄປໃນໂຕເຫຍື່ອຈົນໝົດແຮງ ແລະ ຕາຍລົງໃນທີ່ສຸດ ແລະ ດູດນໍ້າລ້ຽງ ຫຼື ຂອງແຫຼວໃນຮ່າງກາຍ ເຫຍື່ອຈົນໝົດເຮັດຊ້ຳຫຼາຍຄັ້ງຈົນອີ່ມ ແລະ ປ່ອຍເຫຍື່ອຖີ້ມ ໄປ.
3. ການເລີ່ມລ້ຽງແມງດາໃນໜອງດິນ
ແມງດາຈະເລີ່ມວາງໄຂ່ລຸ້ນທີ 1 ໃນເດືອນມິຖຸນາ, ລຸ້ນທີ 2, 3 ແລະ 4 ຈະວາງໄຂ່ໃນເດືອນກໍລະກົດ, ສິງຫາ, ກັນຍາ ແລະ ຕຸລາ. ແມງດາຈະກິນອາຫານທີ່ຍັງມີຊີວິດ ແລະ ເຄື່ອນໄຫວ ໄດ້ ແລະ ບໍ່ຍອມກິນອາຫານທີ່ຕາຍແລ້ວ. ຫຼັງຈາກກຽມໜອງ ໃຫ້ນຳກໍຫຍ້າ ຫຼື ກົກມາປູກໃນໜອງເປັນແຖວຄ້າຍຄືກັບການ ດຳນາໃຫ້ພໍພຽງກັບແມງດາໃຊ້ເກາະອາໄສ. ປ່ອຍພໍ່ແມ່ພັນປະ ມານ 1 ເດືອນ ໃນຊ່ວງປະສົມພັນ ແມງດາເພດຜູ້ຈະຜະລິດສານ ທີ່ມີກິ່ນຂີວເພື່ອດືງດູດເພດແມ່ ເພື່ອໃຫ້ມາປະສົມພັນ.ຫຼັງຈາກ ປະສົມພັນບໍ່ດົນແມງດາ ຈະວາງໄຂ່ໃສ່ກີ່ງໄວ້ເໜືອລະດັບໜ້າ ນໍ້າປະມານ 15–20 ຊັງຕີແມັດ ເທື່ອລະ 100-200 ໜ່ວຍໂດຍມີ ເມືອຂຽວຍືດໄວ້ກັບຕົ້ນຫຍ້າ. ແມງດາຈະວາງໄຂ່ເປັນແຖວລັກ ສະນະກົມຮີມີເສັ້ນຜ່າສູນກາງຂອງຕົ້ນຍາວ 0.2 ຊັງຕີແມັດສີ ນໍ້າຕານເຂັ້ມ. ສ່ວນປາຍຈະມີຮອຍຂີດ ແລະ ຈຸດສີນໍ້າຕານອ່ອນ ຢູ່ສ່ວນປາຍສຸດ, ໄຂ່ຈະຟັກອອກເປັນໂຕປະມານ 7-8 ວັນພ້ອມ ຖີ້ມໂຕລົງນ້ຳ ໃນໜອງຫາກິນອາຫານຂະໜາດໂຕອ່ອນຍາວ 0.8 ຊັງຕີແມັດ. ຈາກນັ້ນຈະລອກຄາບ 5 ຄັ້ງໂດຍຈະ ລອກ ຄາບທຸກໆ 5-7 ວັນ ແລະ ເປັນໂຕເຕັມໄວເມື່ອອາຍຸ 32-43 ວັນ.
ຂໍ້ເສຍຂອງການລ້ຽງໃນໜອງຄືເຮົາສັງເກດລູກແມງດາ ໄວອ່ອນຍາກເບິ່ງບໍ່ເຫັນເພາະລູກແມງດາ ຈະປັບສີຕາມສະ ພາບແວດລ້ອມ.
4. ການລ້ຽງແມງດາໃນຖັງພາລາສະຕິກ
– ຖັງພາລາສະຕິກຂະໜາດບັນຈຸບໍ່ນ້ອຍກວ່າ 1.000 ລິດ ມີຮູລະບາຍນ້ຳລົ້ນກໍລະນີຝົນຕົກລະດັບຈະບໍ່ເທົ່າເດີມແມງ ດາຈະບໍ່ວາງໄຂ່. ຈາກນັ້ນປົກດ້ວຍຕາໜ່າງດ້ານເທີງ.
– ປ່ອຍພໍ່ແມ່ພັນແມງດາທີ່ສົມບູນ ເລັ່ງໃຫ້ແມງດາວາງ ໄຂ່ດ້ວຍການສີດນ້ຳໃນຕອນກາງຄືນແມງດາກໍ່ຈະວາງໄຂ່ບໍລິ ເວນທີ່ເຮົາກຽມໄວ້.
– ນຳໄຂ່ແມງດາໄປເພາະໄວ້ໃນຖັງ ເພື່ອຟັກເປັນໂຕຕໍ່ ໄປເຮົາຈະນຳໄຂ່ມາດາ ມາແຂວນໄວ້ເໜືອໜ້ານໍ້າ ປະມານ 7-8 ວັນ. ແມງດາກໍ່ຈະຟັກເປັນໂຕລົ່ນລົງໃນຖັງລ້ຽງ ເປັນແມງ ດາໂຕອ່ອນ.5. ຂໍ້ສັງເກດໃນການລ້ຽງແມງດາ
– ເຮັດໃຫ້ແມງດາໄຂ່ ແລະ ອອກລູກງ່າຍ.
– ການເລັ່ງໃຫ້ແມງດາໄຂ່ ໃຫ້ໃສ່ລູກກົບລູກຂຽດ ໂຕ ເປັນໆລົງໄປໃຫ້ຫຼາຍໃຫ້ແມງດາ ທີ່ຈັບຈາກທຳມະຊາດກິນ ຢ່າງເຕັມທີ່, ເປີດສະປີງເກີທຸກວັນ, ວັນລະ 2-3 ຊົ່ວໂມງຕອນ ກາງຄືນບໍ່ເກີນ 7 ວັນ ແມງດາກໍ່ພ້ອມທີ່ຈະວາງໄຂ່.
– ລູກອ່ອນຂອງແມງດາ ຕ້ອງໃຫ້ລູກຮວກກິນຈີ່ງຈະ ລອກຄາບໄດ້ດີເປີເຊັນການລອດຕາຍສູງ
– ແມງດາຕາຍທີ່ພົບຄືແມງດາຕາຍທີ່ບໍ່ຮູ້ສາເຫດອາດ ຈະເປັນເພາະໝົດອາຍຸ ເພາະທີ່ນຳມາລ້ຽງສ່ວນໃຫຍ່ຈະນຳພໍ່ ແມ່ພັນຈາກທຳມະຊາດເຮັດໃຫ້ບໍ່ຮູ້ອາຍຸທີ່ແນ່ນອນ.
– ຖ້າຈະລ້ຽງແມງດາໃຫ້ສຳເລັດ ຕ້ອງຮຽນລ້ຽງກົບໃຫ້ ໄດ້ກ່ອນຈິ່ງຄ່ອຍມາລ້ຽງແມງດາເພາະໃນ 1 ວັນ ລູກແມງດາ ກິນຮວກວັນລະ 1 ໂຕ, ແມງດາຟັກອອກຈາກໄຂ່ 1 ແມ່ປະມານ 80–15 ໂຕ. ຖ້າອອກໄຂ່ບໍ່ພ້ອມກັນ 5 ແມ່ຈະຕ້ອງໃຊ້ຮວກ ເປັນອາຫານວັນລະ 400 ໂຕ.
ແຫຼ່ງຂໍ້ມູນ: https://www.sarakaset.com/2020/12/09/การเลี้ยงแมงดานา/