Monthly Archives: April 2024

ຜົນກະທົບຂອງພະຍາດຕໍ່ການລ້ຽງສັດປີກ

ພະຍາດສັດໝາຍເຖິງການປ່ຽນແປງຂອງຮ່າງກາຍສັດ ທີ່ຜິດຈາກປົກກະຕິ, ການປ່ຽນແປງດັ່ງກ່າວແມ່ນ ຍ້ອນມີຄວາມ ຜິດປົກກະຕິທາງດ້ານອະໄວຍະວະ ແລະ ໜ້າທີ່ຂອງມັນຄວາມ ຜິດປົກກະຕິຂອງອະໄວຍະວະ ໄດ້ແກ່: ມີນໍ້າລາຍໄຫຼ, ເປັນ ບາດແຜ, ໃຄ່ບວມ ຫຼື ມີເລືອດໄຫຼອອກຈາກປາກ ແລະ ດັງ ຫຼື ອະໄວຍະວະເພດ. ສ່ວນຄວາມຜິດປົກກະຕິດ້ານໜ້າທີ່ຂອງ ມັນໄດ້ແກ່: ໄຂ້ຂື້ນສູງ, ຫັນໃຈຝືດ, ເຫງົາ, ເບັນທ້ອງ, ບໍ່ກິນ ອາຫານ ຄວາມຜິດປົກກະຕິດັ່ງກ່າວເອີ້ນວ່າ: ອາການ
1. ສາເຫດທີ່ພາໃຫ້ສັດເປັນພະຍາດ
1.2 ສາເຫດທີ່ພາໃຫ້ສັດເປັນພະຍາດສັດ ເກີດມາຈາກ 2 ສາ ເຫດຫຼັກ ຄື:
– ເກີດຈາກສິ່ງທີ່ມີຊີວິດນ້ອຍໆ ເຊິ່ງເອີ້ນວ່າເຊື້ອພະຍາດ ໄດ້ແກ່: ເຊືຶ້ອ Virus, ເຊື້ອ Bacteria, ເຊື້ອ Rickettsia, ເຊື້ອລາ (Fungi), ເຊື້ອ Protozoa ແລະ ເຊື້ອກາຝາກຕ່າງໆ (Parasites)
– ເກີດມາຈາກປັດໃຈຕ່າງໆໄດ້ແກ່: ການລ້ຽງດູໃຫ້ອາ ຫານບໍ່ຖືກຕ້ອງ, ຄວາມກົດດັນຂອງສະພາບແວດລ້ອມ, ຄອກ ສັດປຽກຊຸ່ມຂາດການອະນາໄມ, ສັດຢູ່ໃນຄອກໜາແໜ້ນເກີນ ໄປ, ການປ່ຽນແປງຂອງອາກາດຢ່າງໄວວາ. ສິ່ງທີ່ກ່າວມາເປັນ ສາເຫດພາໃຫ້ຄວາມຕ້ານທານ ຂອງຮ່າງກາຍສັດອ່ອນເພຍ ລົງ ຈິ່ງເປັນເຫດເຮັດໃຫ້ສັດເກີດພະຍາດໄດ້.

2. ຊະນິດຂອງພະຍາດ
2.1 ອີງຕາມສາເຫດພະຍາດອອກເປັນ 4 ຊະນິດຄື:
– ພະຍາດຕິດເຊື້ອ ແມ່ນບັນດາພະຍາດທີ່ມີສາເຫດມາ ຈາກເຊື້ອຕ່າງໆ ເຊັ່ນ: Virus, Baceria, Rickettzia, Fungi ແລະ ອື່ນໆ.
– ພະຍາດຕິດແປດ ແມ່ນບັນດາພະຍາດຕິດເຊື້ອປະ ເພດໜຶ່ງ ເຊິ່ງເມື່ອເກີດພະຍາດຂື້ນກັບສັດໂຕໃດໂຕໜຶ່ງ ຫຼື ຝູງ ໃດຝູງໜຶ່ງແລ້ວມັນຍັງສາມາດ ແຜ່ກະຈາຍຈາກສັດທີ່ເຈັບ ປວ່ຍໄປຫາໂຕອື່ນ ຫຼື ຝູງອື່ນໄດ້ຢ່າງໄວວາ ໂດຍທາງກົງ ແລະ ທາງອ້ອມ ເຊັ່ນ: ພະຍາດນິວຄາເຊິນ.
– ພະຍາດບໍ່ຕິດແປດ ແມ່ນພະຍາດທີ່ເກີດກັບສັດແລ້ວ ບໍ່ສາມາດຕິດແປດແຜ່ລາມໄດ້ ເຊັ່ນ: ການຂາດອາຫານການ ຂາດວິຕາມິນ, ການເບື່ອເມົາທາດພິດຕ່າງໆ, ບາດແຜ, ໄຟ ໃໝ້ ແລະ ອື່ນໆພະຍາດກາຝາກແມ່ນ.
– ພະຍາດທີ່ເກີດມາຈາກ ແມ່ກາຝາກຊະນິດຕ່າງໆ ທີ່ ມີຊີວິດເກາະຫ້ອຍກັບສິ່ງທີ່ມີຊີວິດອື່ນໆ ເຊັ່ນ: ເຊື້ອ Protozoa, ພວກແມ່ກາຝາກພາຍໃນ ແລະ ພາຍນອກຕ່າງໆ ພະຍາດກາ ຝາກມີ ຄື: ພະຍາດທ້ອງບິດສັດປີກ, ແມ່ທ້ອງໂຕກົມ, ໂຕແປ ແລະ ອື່ນໆ.

3. ແຫຼ່ງກໍາເນີດຂອງພະຍາດ
3.1 ເຊື້ອພະຍາດມີແຫຼ່ງກໍາເນີດ ມາຈາກຫຼາຍບ່ອນເປັນຕົ້ນ ແມ່ນ
1. ໃນດິນ: ດິນເປັນບ່ອນຮັກສາເຊື້ອພະຍາດຫຼາຍຊະ ນິດ, ຊິ່ງສັດເຈັບຈະສົ່ງເຊື້ອພະຍາດ ອອກມານໍາສິ່ງຂັບຖ່າຍ ຕ່າງໆ ແລະ ຖືກຝັງຢູ່ໃນດິນ.
2. ໃນນໍ້າ: ມີເຊື້ອພະຍາດບາງຊະນິດແຜ່ກະຈາຍໄປ ຕາມນໍ້າເຊັ່ນ: ພະຍາດຖອກທ້ອງ, ກາຝາກ.
3. ໃນອາກາດ: ເຊື້ອພະຍາດບາງຊະນິດແຜ່ກະຈາຍໄປ ນໍາອາກາດ ເຊັ່ນ: ໄຂ້ຫວັດສັດປີກ, ນິວຄາເຊິນ
4. ສັດເຈັບ: ສັດເຈັບເປັນແຫຼ່ງກໍາເນີດຕົ້ນຕໍ ຂອງພະ ຍາດເພາະວ່າໃນເວລາສັດເປັນພະຍາດເຊື້ອພະຍາດຈະຖືກ ສົ່ງອອກມານໍາສິ່ງຂັບຖ່າຍຕ່າງໆ ຢ່າງຫຼວງຫຼາຍແລ້ວກະຈາຍ ໄປນໍາບໍລິເວນທີ່ມີການສໍາພັດກັບສິ່ງຂັບຖ່າຍດັ່ງກ່າວ.
5. ຊາກສົບສັດຕາຍ: ຊາກສົບສັດຕາຍຍ້ອນພະຍາດ ຕິດເຊື້ອ ຫຼື ພະຍາດລະບາດກໍ່ເປັນຕົ້ນກໍາເນີດຂອງພະຍາດທີ່ ສໍາຄັນ ເຊັ່ນ: ສັດຕາຍດ້ວຍພະຍາດ, ຊາກສົບ ຫຼື ຂຸມຝັງສັດ ຈະເປັນບ່ອນຮັກສາເຊື້ອພະຍາດນີ້ໄວ້ຫຼາຍປີ.
6. ຝຸ່ນຄອກ: ເວລາສັດເຈັບປ່ວຍເຊື້ອພະຍາດຈະຖືກ ສົ່ງອອກມານໍາອາຈົມ ແລະ ສິ່ງຂັບຖ່າຍຕ່າງໆແລ້ວຕົກຄ້າງ ຢູ່ນໍາອາຈົມ, ພື້ນຄອກ ຫຼື ວັດສະດຸຮອງພື້ນຕ່າງໆ.
7. ຜະລິດຕະພັນສັດ: ຊີ້ນ, ໄຂ່, ກະດູກ, ເລືອດ, ໜັງ ແລະ ອື່ນໆທີ່ມາຈາກສັດເຈັບກໍ່ເປັນຕົ້ນກໍາເນີດ ຂອງພະຍາດ ໄດ້ເຊັ່ນກັນ. ນອກຈາກນີ້ເຊື້ອພະຍາດ ຍັງຖືກແຜ່ກະຈາຍໄປນໍາ ສິ່ງທີ່ມີຊີວິດ ແລະ ພາຫະນະອຸປະກອນຕ່າງໆ ເຊັ່ນ: ສັດພໍ່ແມ່ ພັນ, ນົກ, ແມງວັນເຫົາ, ເຫັບ, ຍຸງ, ໄຮ, ໝັດ, ພາຫະນະຂົນ ສົ່ງສັດ, ວັດສະດຸອຸປະກອນຕ່າງໆ ທີ່ມີການສໍາພັດກັບສັດເຈັບ.

4. ການຈັດປະເພດ ແລະ ຄວາມຮຸນແຮງຂອງພະຍາດ
4.1 ຄວາມຮຸນແຮງຂອງພະຍາດແບ່ງອອກເປັນ 4 ລະດັບ ຄື:
– ແບບຮ້າຍແຮງ: ສັດເປັນພະຍາດຕາຍ ແບບກະທັນ ຫັນໂດຍບໍ່ສະແດງອາການໃດໆ ອອກມາໃຫ້ເຫັນເຊັ່ນ:ໄກ່ຕົກ ຄອນຕາຍຍ້ອນພະຍາດນິວຄາເຊິນ, ສັດຕາຍຍ້ອນໄຂ້ຫວັດ ສັດປີກ, ງົວຄວາຍຕາຍຍ້ອນພະຍາດເຕົ້າໂຮມເລືອດເປັນຕົ້ນ – ແບບຮ້າຍແຮງ: ປານກາງສັດສະແດງອາການເປັນ ພະຍາດກ່ອນຕາຍແຕ່ໄລຍະການເປັນພະຍາດສັ້ນປະມານ 1-3 ວັນ ສັດມີອັດຕາການເຈັບປ່ວຍ ແລະ ອັດຕາການຕາຍສູງ.
– ແບບປານກາງ: ໄລຍະການເປັນພະຍາດຈະແກ່ຍາວ ປະມານ 3 ວັນ – 1 ອາທິດ ຖ້າບໍ່ໄດ້ຮັບການປິ່ນປົວທີ່ຖືກວິທີ ສັດກໍ່ຈະມີອັດຕາການຕາຍສູງເຊັ່ນກັນ.
– ແບບຊໍາເຮື້ອ: ສັດເປັນພະຍາດແກ່ຍາວ ເປັນອາ ທິດ, ເປັນເດືອນ, ຫຼາຍເດືອນ ຫຼື ຫຼາຍປີ ຊຶ່ງເປັນອັນຕະລາຍ ແກ່ສັດຕົວອື່ນເພາະສັດເຫຼົ່ານີ້ຖືເຊື້ອພະຍາດໄວ້ ແລະ ສາມາດ ແຜ່ກະຈາຍໄດ້ທຸກເວລາ.
5. ຜົນເສຍຫາຍຂອງພະຍາດຕໍ່ການລ້ຽງສັດ ປະເທດເຮົາເປັນປະເທດກະສິກໍາ ໂດຍມີການປູກຝັງ ແລະ ລ້ຽງສັດເປັນຕົ້ນຕໍ, ເຫັນໄດ້ວ່າການລ້ຽງສັດກໍ່ແມ່ນວຽກ ງານໜຶ່ງ ທີ່ສາມາດຕອບສະໜອງສະບຽງອາຫານ ອາຫານ ແລະ ສ້າງອາຊີບແກ່ສັງຄົມ, ແຕ່ເຖິງຢ່າງໃດກໍ່ຕາມ ພະຍາດ ສັດກໍ່ເປັນອຸປະສັກຕໍ່ການລ້ຽງສັດ ຕະຫຼອດມາຍ້ອນວ່າເມື່ອມີ ພະຍາດສັດ ຫຼື ພະຍຸສັດເກີດຂື້ນກັບສັດລ້ຽງ ແລ້ວຈະເຮັດໃຫ້ ມີຄວາມເສຍຫາຍອັນໃຫຍ່ຫຼວງເກີດຂື້ນກັບຜູ້ລ້ຽງ, ຍ້ອນພະ ຍາດເຮັດໃຫ້ສັດເຈັບປ່ວຍ ແລະ ຕາຍ. ດັ່ງນັ້ນພະຍາດຈຶ່ງເປັນ ອຸປະສັກສໍາຄັນອັນໜຶ່ງໃນການພັດທະນາ ແລະ ສົ່ງເສີມການ ລ້ຽງສັດໃນປະເທດເຮົາເປັນຕົ້ນແມ່ນ: ພະຍາດອະຫິວາສັດປີກ, ພະຍາດນິວຄາເຊິນ, ໄຂ້ຫວັດສັດປີກ ເຫຼົ່ານີ້ເປັນຕົ້ນສັດຕາຍ ແລະ ສັດຕິດເຊື້ອພະຍາດ

6. ຄວາມເສຍຫາຍຈາກພະຍາດລະບາດໃນຝຸງສັດລ້ຽງ
– ຄວາມສູນເສຍແກ່ເສດຖະກິດຄອບຄົວຜູ້ລ້ຽງສັດ ເຊັ່ນ:ເສຍເງິນຊື້ຢາປິ່ນປົວ ແລະ ປ້ອງກັນ, ເສຍແຮງງານລາກແກ່ ແລະ ເສຍສັດ.
– ຄວາມສູນເສຍຕໍ່ປະເທດຊາດ: ອັນເນື່ອງມາຈາກມີ ພະຍາດລະບາດຂື້ນ ໃນຫຼາຍພື້ນທີ່ລ້ຽງສັດ ພາຍໃນປະເທດ ຢ່າງກວ້າງຂວາງ, ລັດຖະບານຕ້ອງເສຍເງິນຢ່າງມະຫາສານ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະ ກໍາຈັດພະຍາດ ຫຼື ພະ ຍຸສັດໃນແຕ່ລະປີ.
– ການນໍາສົ່ງສັດ ຫຼື ຜະລິດຕະພັນສັດສົ່ງ ອອກຕ່າງປະ ເທດຈະຖືກຄູ່ການຄ້າປະຕິເສດ ຫຼື ກັກກັນສັດ ແລະ ຜະລິດ ຕະພັນສັດ.
– ສັດເປັນພະຍາດຈະນານໃຫຍ່ ແລະ ໃຫ້ຜົນຜະລິດທີ່ ມີຄຸນນະພາບຕໍ່າ.
– ມີພະຍາດສັດຫຼາຍຊະນິດ ສາມາດຕິດແປດໃສ່ຄົນ ໄດ້ອັນເປັນສາເຫດໃຫ້ເສຍເງິນເພື່ອປິ່ນປົວ ແລະ ຮ້າຍແຮງ ໄປ ກວ່ານັ້ນຍັງເສຍຊີວິດນໍາອີກດ້ວຍ. ດັ່ງນັ້ນເມື່ອເຮົາຮູ້ຈັກ ຜົນເສຍຫາຍຂອງພະຍາດຕໍ່ການລ້ຽງສັດ ແລະ ຕໍ່ການດໍາລົງ ຊີວິດຂອງເຮົາແລ້ວ, ການຮຽນຮູ້ກ່ຽວກັບພະຍາດສັດ ແມ່ນຈໍາ ເປັນສໍາລັບຜູ້ທີ່ມີອາຊີບລ້ຽງສັດ ແລະ ນັກສົ່ງເສີມການລ້ຽງ ສັດ, ເພາະຈະໄດ້ຮູ້ຈັກວິທີການຄວບຄຸມ ແລະ ປ້ອງກັນກໍາຈັດ ບໍ່ໃຫ້ພະຍາດລະບາດຂື້ນ, ຈົນເຖິງປະຈຸບັນ ຍັງມີຜູ້ລ້ຽງສັດ ຫຼື ຊາວກະສິກອນຈໍານວນຫຼາຍທີ່ຍັງບໍ່ທັນເຂົ້າໃຈແຈ້ງ ກ່ຽວກັບ ສາຍເຫດທີ່ພາໃຫ້ເກີດພະຍາດ ແລະ ຍັງບໍ່ໄດ້ໃຫ້ຄວາມຮ່ວມ ໄມ້ຮ່ວມມືກັບພະນັກງານສັດຕະວະແພດ ໃນການປ້ອງກັນ ແລະ ກໍາຈັດພະຍາດສັດຕ່າງໆບໍ່ໃຫ້ແຜ່ລາມອອກໄປ, ຈິ່ງເຮັດ ໃຫ້ມີຫຼາຍທ້ອງຖິ່ນໃຂອບເຂດທົ່ວປະເທດ ຍັງມີພະຍາດຕິດ ແປດລະບາດກັບສັດລ້ຽງເປັນປະຈໍາ.


ດັ່ງນັ້ນສັດຕະວະແພດພວກເຮົາມີໜ້າ ທີ່ປ້ອງກັນພະ ຍາດ ແລະ ຍັງຕ້ອງໄດ້ແນະນາໃຫ້ປະຊາຊົນໃຫ້ການຮ່ວມມືກັບ ເຈົ້າໜ້າທີ່ທຸກຝ່າຍທີ່ກ່ຽວຂ້ອງ ໃນການປົກປັກຮັກສາຊັບສົມ ບັດກໍ່ຄືສັດລ້ຽງຂອງເຂົາເຈົ້າໃຫ້ປາສະຈາກພະຍາດຕ່າງໆນັ້ນ ກໍ່ຄືນໍາເອົາສັດຂອງຕົນມາສັກຢາວັກຊິນໃນແຕ່ລະປີຢ່າງເປັນ ປົກກະຕິເພື່ອເປັນການປ້ອງກັນພະຍາດຮ້າຍແຮງທີ່ຈະເກີດຂື້ນ ໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: file:///D:/2022/July_df.pdf

http://www.as2.mju.ac.th/E-Book/t_prapakorn/สศ241/บทที่่%2012%20โรคและการป้องกัน%20ปรับปรุง%202560.pdf

https://www.betagro-agro.com/articles/mjx6vo6vp2-dc

 

ພະຍາດໝາກເນົ່າຂອງໝາກບວບ

1. ລັກສະນະການທຳລາຍ:
ຈະທຳລາຍແຕ່ໝາກມີຈຳ ພວກໝາກບວບ, ໝາກຈອງ, ໝາກຄາຍ, ຕະກຸນໝາກແຕງ, ໝາກໄມ້ທີ່ມີອັດຕາຄວາມຫວານສູງ ແລະ ມັກພົບເຫັນທົ່ວໄປ ໃນສາງເກັບມ້ຽນຜະລິດຕະພັນ. ໝາກໄມ້ ທີ່ຢູ່ໜ້າດິນແມ່ນຕິດ ງ່າຍອາການເລີ່ມຕົ້ນແມ່ນຈະບໍ່ສະແດງອາການມີການປ່ຽນແປງ, ຫຼັງຈາກຕິດພະຍາດໆ ນັ້ນກໍ່ຈະຂະຫຍາຍພື້ນທີ່ເນົາອອກ ແລະ ປ່ອຍກົດ acidic ອອກມາ, ບ່ອນທີ່ເປັນພະຍາດກໍ່ຈະມີ ເຊື້ອຣາເປັນກຸ່ມສີຂາວ ພົ້ນຂື້ນເທີ່ງຜິວຂອງໝາກ, ຫຼັງຈາກນັ້ນໍ່ດົນກຸ່ມເຊື້ອຣາສີຂາວເຫຼົ່ານັ້ນກໍຈະໆເລີນເຕີບໂຕເປັນກຸ່ມ ໃຫຍ່ກາຍເປັນເສັ້ນໄຍທີມີລັກສະນະສີສີຟ້າປົນດຳ ແລະ ເຮັດ ໃຫ້ໝາກສືບຕໍ່ເນົາໄປເລື້ອຍໆ.


2. ເຊື້ອສາເຫດ ແລະ ປັດໃຈການແຜ່ລະບາດ:
ພະຍາດ ໝາກເນົ່າຂອງໝາກບວບເກີດຈາກເຊື້ອຣາ Rhizopus nigricans Ehrenb. ຈັດຢູ່ໃນອັນດັບຂອງ Mucorales ແລະ ຕະກຸນຂອງ Mucoraceae ເຊີ່ງເປັນເຊື້ອພະຍາດເນົາທີ່ມີອິດທິພົນຕໍ່ການ ເນົາຂອງຮາກພືດທີ່ຮ້າຍແຮງ, ພົບເຫັນການລະບາດທົ່ວໄປ, ຢູ່ໃນພື້ນທີ່ການຜະລິດພະຍາດສາມາດແຜ່ປິວໄປຕາມລົມ. ອຸນຫະພູມທີ່ເໜາະສົມແມ່ນປະມານ 23-28 °C, ຄວາມຊຸ່ມ ສຳພັດແມ່ນ 80% ການລະບາດແມ່ນຂ້ອນຂ້າງຮ້າຍແຮງ, ຢູ່ ໃນພື້ນທີ່ການຜະລິດການໃຫ້ປຽກເກີນໄປເກີດມີຄວາມຊຸ່ມສູງ ແມ່ນງ່າຍສຳລັບການລະບາດຂອງພະຍາດນີ້, ຖ້າຫາກໝາກ ທີ່ເປັນພະຍາດນີ້ແລ້ວກໍ່ຈະລົ່ນລົງ.
3. ການປ້ອງກັນ ແລະ ກຳຈັດ
ວິທີການເຂດຕະກຳ ຫຼື ກະສິກຳ: ກ່ອນການປູກ ແລະ ຫຼັງ ການເກັບກ່ຽວຄວນຈັດການກັບສີ້ນສ່ວນຂອງເສດພືດທີ່ເປັນ ພະຍາດທີ່ຕົກຢູ່ໃນພື້ນທີ ນຳສິ້ນສ່ວນດັ່ງກ່າວໄປເຜົາໄຟຖີ້ມ, ການໄຖໃຫ້ເລິກຕາກດິນກໍ່ເປັນອີກວິທີ່ການຊ່ວຍການຫຼຸດຜ່ອ ນການລະບາດ, ຄວນມີການປ້ອງກັນແມງໄມ້ສັດຕູພືດ ຂອງ ພວກໝາກແຕງເພາະເປັນພາຫະນະນຳເຊື້ອພະຍາດ ການເກັບ ກ່ຽວຕ້ອງລະມັດລະວັງລີກລ້ຽງບໍ່ໃຫ້ໝາກມີບາດແຜເພາະຈະ ເປັນການງ່າຍໃນການຕິດເຊື້ອ.
4. ການນຳໃຊ້ຢາເຄມີ:
ໄລຍະເລີ່ມເປັນພະຍາດແມ່ນສີດ ພົນດວ້ຍຢາ 36% Methylthiocarbam ຊະນິດນໍ້າໃນອັດຕາ 1 mg/500ppm, 50% Benomyl ຊະນິດຜົງ ແລະ ປຽກໃນອັດຕາ 1 mg/1500ppm, 50% Sulfur+ Methylthiocarbam ໃນອັດ ຕາ 1 mg/500ppm ສີດພົ່ນທຸກໆ 10 ວັນ, ຕິດຕໍ່ກັນ 1-2 ຄັ້ງ.

ແຫຼ່ງຂໍ້ມູນ: file:///D:/2020/April_df.pdf

https://hkm.hrdi.or.th/Knowledge/detail/50

https://www.kasetsomboon.com/วิธีปลูก-บวบ-ฉบับจับมือท/