ສະໝູໄພໄລ່ແມງໄມ້ (ບີອີ 5)

ສະໝູນໄພໄລ່ແມງໄມ້ແມ່ນນໍ້າຢາປາບແມງໄມ້ ຫຼື ນໍ້າຢາໄລ່ແມງໄມ້ ທີ່ຜະລິດຈາກທຳມະຊາດຊະນິດໜຶ່ງທີ່ມີປະໂຫຍດ ປ້ອງກັນ ແລະ ຂັບໄລ່ສັດຕູພືດ ແລະ ພ້ອມທັງບຳລຸງພືດຜັກ ແລະ ຕົ້ນໄມ້ນຳອີກ ເຊີ່ງຜະລິດຈາກຊັບພະຍາກອນທີ່ຫາໄດ້ໃນທ້ອງຖີ່ນ, ຫາງ່າຍ, ຜະລິດງ່າຍ, ສາມາດເຮັດເອງໄດ້,ໃຊ້ເວລາໜ້ອຍ, ຕົ້ນທຶນຕ່ຳ, ບໍ່ເປັນອັນຕະລາຍຕໍ່ຜູ້ຜະລິດ, ຜູ້ບໍລິໂພກ, ແລະ ສີ່ງແວດລ້ອມນຳອີກ.

I. ສ່ວນປະສົມ
1. ຕຸກຢາງ ຫຼື ກວດແກ້ວມີຝາປິດ (ຕຸກນໍ້າດຶ່ມຂະໜາດ 1 ລິດ)
2. ເຫຼົ້າຂາວ (ປຸກ) 2 ຈອກ (ສ່ວນ)
3.ນໍ້າສົ້ມສາຍຊູ 1 ຈອກ (ສ່ວນ)
4.ນໍ້າຕານ ຫຼື ກາກນໍ້າຕານ 1 ຈອກ (ສ່ວນ)
5.ນໍ້າສະກັດຊີວະພາບ 1 ຈອກ (ສ່ວນ)

II. ວິທີຜະລິດ
ນຳເອົາເຫຼົ້າຂາວ,ນໍ້າສົ້ມສາຍຊູ, ນໍ້າຕານ ແລະ ນໍ້າສະກັດຊີວະພາບຕາມອັດຕາສ່ວນທີ່ໄດ້ກຳນົດໄວ້ ປະສົມກັນປິດຝາໄວ້ໃຫ້ແຈບດີແລ້ວສັ່ນໃຫ້ເຂົ້າກັນປະໄວ້ປະມາ− 24 ຊົ່ວໂມງ ກໍສາມາດນຳໄປໃຊ້ໄດ້
ສີ່ງທີ່ສຳຄັນ: ສະໝູນໄພທີ່ຫາໄດ້ຕາມພື້ນບ້ານ
 ກາຜະລິດສະໝູນໄພໄລ່ແມງໄມ້ທີ່ຫາໄດ້ຢູ່ຕາມທ້ອງຖີ່ນ ແລະ ສາມາດຜະລິດເອງໄດ້ ຄື: ໃບໝາກເຂືອເຄືອ,
ຢາເສັ້ນປຸກ, ເຄືອເຂົາຮໍ, ຂົມກະເດົາ, ໃບວິກ, ໃບແຄຝັ່ງ,ໃບຫຍ້າຂິວ, ໝາກພິກ (ໝາກເຜັດ), ສີໄຄເຄື່ອງ, ຫົວຂ່າແກ່, ຫົວກະທຽມ, ດອກດາວເຮືອງ ແລະ ເປືອກໝາກກ້ຽງ.ນອກຈາກສະໝູນໄພ ທີ່ກ່າວມາຂ້າງເທິງແລ້ວຢາກໃຫ້ຊາວບ້ານຊອກ ແລະ ສັງເກດເບີ່ງສະໝູນໄພ ຫຼື ພືດຜັກຕ່າງໆທີ່ຫາໄດ້ຕາມພື້ນບ້ານທີ່ມີກີ່ນຂິວ, ກິ່ນເໝັນ,ລົດສົ້ມ, ລົດຝາດ, ລົດຂົມ, ລົດຮຶນ, ລົດເຜັດ ທີ່ແມງໄມ້ບໍ່ມັກກິນ ກໍສາມາດນຳມາປຸງແຕ່ງເປັນສະໝູນໄພໄລ່ແມງໄມ້ໄດ້
 ວິທີຜະລິດມີ 2 ວິທີຄື:
ວິທີ ທີ 1: ນຳເອົາພືດຜັກສະໝູນໄພຕ່າງໆທີ່ມີ ມາຕຳໃຫ້ມຸ່ນເອົາໃສ່ຕຸກຢາງ ໃສ່ນໍ້າໃຫ້ຖ້ວມຢາ ແລະ ເອົາຝາປິດປະໄວ້ 24 ຊົ່ວໂມງກໍສາມາດນຳໄປໃຊ້ໄດ້ (ມີຫຼາຍຊະນິດປະສົມກັນຍີ່ງເປັນການດີ)
ວິທີທີ່ 2: ນຳເອົາພືດຜັກສະໝູນໄພຕ່າງໆທີ່ມີມາຕັດເປັນຕ່ອນນ້ອຍໆ, ມີອັດຕາສ່ວນ, ຂັ້ນຕອນ ແລະ ການເກັບຮັກສາກໍຄືກັນກັບການຜະລິດນໍ້າສະກັດຊີວະພາບ(ມີຫຼາຍຊະນິດປະສົມກັນກໍໄດ້)

III. ວິທີນຳໃຊ້
ນຳເອົາຢາຫົວເຊື້ອສະໝູນໄພໄລ່ແມງໄມ້ ໃນອັດຕາສ່ວນ 2 ບ່ວງແກງ ແລະ ສະໝູນໄພອື່ນໆທີ່ຫາໄດ້ຕາມພື້ນບ້າຢ່າງລະ 1-2 ບ່ວງແກງ ປະສົມນໍ້ 10 ລິດ ນຳໄປສີດພົ່ນ:
1. ສີດໄລ່ແມງໄມ້ທຸກຊະນິດທີ່ທຳລາຍພືດຜັກ ແລະ ຕົ້ນໄມ້ໃຫ້ທົ່ວ 3 ມື້ຕິດຕໍ່ກັນ. ໃນກໍລະນີປ້ອງກັນແມງໄມ້ ເຮົາ
ຄວນສີດ 1 ເທຶ່ອຕໍ່ອາທິດ ແລະ ຄວນສີດໃນຕອນແລງທີ່ບໍ່ມີແສງແດດກ້າໃຫ້ສັງເກດເບີ່ງແມງໄມ້ທຳລາຍຕອນກາງຄືນ ໃຫ້ສີດຕອນແລງ ແລະ ແມງໄມ້ທຳລາຍກາງເວັນໃຫ້ສີດຕອນເຊົ້າ
2. ໃຊ້ທາບາດແຜ, ຕຸ່ມ, ຂີ້ຫິດ, ຂີ້ກາກ ແລະ ຝີຂອງຄົນ
3. ໃຊ້ທາບາດແຜຂອງສັດ ໂດຍສະເພາະໝາເປັນເຮື້ອນຈະເຮັດໃຫ້ບາດແຜເຊົາ ແລະ ຂົນຈະປົ່ງອອກມາໃໝ່.
4. ໃຊ້ຂ້າເຫົາໂດຍນຳເອົາ BE 5 ປະມານ 1 ບ່ວງແກງປະສົມກັບນໍ້າ 10 ລິດ ແລ້ວຫົດຫົວໃຫ້ປຽກເອົາຜ້າຄຽນຫົວໄວ້ປະມານ 5 ຫາ 10 ນາທີແລ້ວໄປລ້າງອອກ.

IV. ຄຸນປະໂຫຍດ
1. ຊ່ວຍປ້ອງກັນ ແລະ ຂັບໄລ່ແມງໄມ້ ເພື່ອຫຼຸດຜ່ອນການທຳລາຍຂອງພະຍາດແມງໄມ້ ພ້ອມທັງບຳລຸງພືດຜັກ ແລະ ຕົ້ນໄມ້ນຳອີກ
2. ເປັນນໍ້າຢາຂ້າເຊື້ອ (ຄົນ ແລະ ສັດ) ຖ້າວ່າໃຊ້ລ້າງ ຫຼື ທາບາດແຜ,ຕຸ່ມ ແລະ ອຶ່ນໆ…
3. ຈະບໍ່ມີໂຕໄຮ ເມື່ອສີດໃສ່ຄອກໄກ່.
4. ເປັນນໍ້າຢາຂ້າເຫົາ
5. ສາມາດດັບກິ່ນໝັນໄດ້ດີ.
6. ບໍ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ
7. ຜະລິດງ່າຍ, ລົງທຶນຕ່ຳ ແລະ ໃຊ້ເວລາໜ້ອຍ.
8. ຜົນຜະລິດເພີ້ມຂຶ້ນ ແລະ ມີຄວາມຍືນຍົງ

V. ວິທີເກັບຮັກສາ
ສາມາດເກບຮກສາໄດ້ດົນກວ່າ 6 ຫາ 12 ເດືອນ ປິດຝາຖັງ ຫຼື ຕຸກໃຫ້ແຈບດີ ເກັບຮັກສາໄວ້ໃນຮົ່ມບ່ອນທີ່ມີອາກາດ ລ່ວງດີ

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/jKWRNRgK6t3Nfl7a.pdf

https://www.baanlaesuan.com/68611/garden-farm/farming-101/herbal-insect-repellent

http://www.vigotech.in.th/ข่าวเกษตรน่ารู้/สมุนไพรขับไล่แมลง.html