Monthly Archives: November 2023
ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າຫ້ວຍໂຄດ 2(Houaykhot 2)
ແນວພັນເຂົ້າຫ້ວຍໂຄດ 2 2 (HK2) ແມ່ນ M10001-B-10-1-2-1-NK-B-B (M6-1) ແມ່ນໄດ້ຈາກການປັບປຸງພັນດ້ວຍເຕັກນິກການຜ້າເຫຼົາ (Mutation Breeding) ໂດຍນຳເອົາແນວພັນ ທ່າດຶກຄຳ 8 (TDK 8) ໄປອາບລັງສີກຣາມມາ (Gramma ray) ໃນລະດັບຄວາມເຂັ້ມ 200 Gy ທີ່ສະຖາບັນນິວເຄຍ (BATAN) ປະເທດ ອິນໂດເນເຊຍ ໃນປີ 2016 ແລ້ວນຳມາຄັດເລືອກດ້ວຍເຕັກນິກ ການສືບປະຫວັດ 4 ລະດູ ຄັດໄດ້ສາຍພັນທີ່ມີລັກຊະນະແຕກຕ່າງຈາກພັນເດີມ ແລະ ເຫັນວ່າດີ ແລ້ວລະດູຝົນ 2019 ໄດ້ ສົ່ງສາຍພັນດັ່ງກ່າວ(ຊ່ວງໂມງທີ່ 4) ແລ້ວສົ່ງໄປຄັດເລືອກໃນພື້ນທີ່ນາຂອງຊາວກະສິກອນທີ່ບ້ານນາຄ່າ ເມືອງຊຽງເງີນ ແຂວງຫຼວງພະບາງ. ຄັດເລືອກຕໍ່ໃນລະດູຝົນ 2020 ທ່ານ ພູ ຊາວນາບ້ານຊຽງເງີນ ເມືອງຊຽງເງີນ ໄດ້ມີໂອກາດມາຮ່ວມປະເມີນຜົນ ແລະ ຄັດເລືອກເອົາໄປປູກຂະຫຍາຍ, ທົດສອບການປຸງແຕ່ງເຮັດເສັ້ນເຂົ້າຊ່ອຍ ແລະ ເຂົ້າປຸນເຫັນວ່າດີ ແລະ ຈຶ່ງປູກຂະຫຍາຍພ້ອມແຈກຢາຍພາຍໃນບ້ານ ແລະ ບ້ານອື່ນໆເຊັ່ນ: ບ້ານຊຽງເງີນ, ບ້ານນາຄ່າ ເມືອງຊຽງເງີນ ແຂວງຫຼວງພະບາງ. ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບຜົນຜະລິດຢູ່ 18 ບ້ານ ໃນ 6 ແຂວງ (ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ສາລະວັນ ແລະ ອັດຕະປື) ເຫັນວ່າຜົນຜະລິດຕັ້ງແຕ່ 3,5-5,6 ໂຕນ/ເຮັກຕາ ສະເລ່ຍ 18 ບ້ານຜົນຜະລິດສະເລ່ຍ 4,84 ໂຕນ/ເຮັກຕາ.
I. ລັກສະນະເດັ່ນຂອງແນວພັນຫ້ວຍໂຄດ 2
1. ເໝາະກັບດິນນາຮ່ອມພູ
2. ປັບຕົວກັບສະພາບແວດລ້ອມໄດ້ດີ
3. ຜົນຜະລິດດີ 3,5-5,6 ໂຕນ/ເຮັກຕາ
ຕາຕະລາງປຽບທຽບລັກສະນະຫ້ວຍໂຄດ ກັບພໍ່ແມ່ພັນ
ແນວພັນເຂົ້າ | ຫ້ວຍໂຄດ 2 | ພັນເດີມ (TDK 8) |
ປະເພດເຂົ້າ | ເຂົ້າຈ້າວ | ເຂົ້າໜຽວ |
ສີເມັດ | ສີເຟືອງ | ນໍ້າຕານ |
ອາຍຸ(ວັນ) | 125-130 | 136 |
ລະດູປູກ | ປູກໄດ້ທັງ 2 ລະດູ | ແລ້ງ ແລະ ຝັນ |
ລວງສູງ(ຊມ) | 115-120 | 110 |
ເປີເຊັນການສີ(%) | 59 | |
ຜົນຜະລິດ(ໂຕນ/ເຮັກຕາ) | 3,5-5,6 | 4,5-5 |
ຈຸດເດັ່ນຂອງແນວພັນ | ທົນທ່ານພະຍາດໃໝ້ປານກາງ, ຜົນຜະລິດດີ, ເໝາະແກ່ກ່ນແປຮູບເຮັດແປ້ງ | ບໍ່ທົນນໍ້າຖ້ວມ, ອ່ອນແອຕໍ່ພະຍາດໃໝ້ ແລະ ບໍ່ຫອມ |
II. ແນະນຳການປູກ
ແນວພັນເຂົ້າຫ້ວຍໂຄດ 2 ສາມາດປູກໄດ້ 2 ລະດູຄື: ລະດູນາແຊງ ແລະ ນາປີ.
1. ວິທີການປູກ
– ນາດຳແມ່ນແນະນຳຕົກກ້າຊ່ວງເດືອນມິຖຸນາ(ນາປີ) ແລະ ທ້າຍເດືອນທັນວາຫາຕົ້ນເດືອນມັງກອນ(ນາແຊງ), ຕົ້ນກ້າໄດ້ 20-25 ວັນສາມາດນຳໄປປັກດຳໄດ້
– ສາມາດດຳໃນອັດຕາ 2-3 ກີບ/ສຸ່ມ
2. ການໃສ່ຝຸ່ນ
– ໃສ່ຮອງພື້ນ: ໃສກ່ອນປັບດຳ ຫຼື ຫຼັງປັກດຳໄດ້ 5-7 ມື້ ແມ່ນໃຫ້ໃສ່ຝຸ່ນປະສົມສູດ 15-15-15 ຫຼື ຝຸ່ນປະສົມສູດ 16-20-00 ໃນອັດຕາ 200 ກິໂລ/ເຮັກຕາ.
– ໃສ່ເລັ່ງ: ຄວນໃໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46-00-00 ຫຼັງຈາກປັກດຳໄດ້ 20 ມື້ ແລະ 45 ມື້ ໃນອັດຕາ 30 ກິໂລ/ເຮັກຕາ
3. ການເກັບກ່ຽວ:
ເໝາະສົມກັບການນຳໃຊ້ກົນຈັກເກັບກ້ຽວເພາະເປັນຕົ້ນເຂົ້າໃຫ່ຍ ແລະ ແຂງ, ສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ພາຍຫຼັງເຂົ້າອອກດອກໄດ້ 50% , ບໍ່ຄວນກ່ຽວຊ້າກວ່ານີ້ເພາະຈະເຮັດໃຫ້ເຂົ້າຫັກໃນເວລານຳໄປສີຈະເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດ ຈຶ່ງເກັບກູ້ ແລະ ຟາດຕີ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/zjbleuElLklTr4Wz.pdf
ຕິດຕໍ່ປະສານແນວພັນເຂົ້າ: ປອ ຄຳດອກ ຊົງຢີຄັ້ງຊືທໍ່, ສູນຄົ້ນຄວ້າກະສິກຳເຂດເນີນສູງ
ໂທ: 020 55 673 953
ການປູກພືດຜັກສວນຄົວແບບປະສົມປະສານ ແລະ ການປູກ ເປັນຂຸມ
ການປູກພືດຜັກຫຼາກຫຼາຍຊະນິດໃນໜານດຽວກັນສາມາດສະໜອງຜົນປະໂຫຍດທີ່ແຕກຕ່າງກັນ: ປະຢັດພື້ນທີ່: ຖ້າຫາກພື້ນທີ່ສວນຂອງທ່ານມີຂະໜາດນ້ອຍ, ແທນທີ່ຈະປູກພືດພຽງຊະນິດດຽວໃຫ້ໜາແໜ້ນ ແລະ ຫຼາຍຂຶ້ນໃນໜານ ດຽວພັດສົ່ງຜົນກະທົບທີ່ບໍ່ດີຕໍ່ຄຸນນະພາບຜົນຜະລິດພືດຜັກ, ເຮົາຄວນເລືອກປູກ ພືດ 2 – 3 ຊະນິດ ຕ່າງກັນໃນໜານດຽວທີ່ບໍ່ມີ ການຍາດແຍ່ງສານອາຫານຊະນິດດຽວກັນດີກວ່າ. ຊ່ວຍປະຢັດເວລາ: ເມື່ອທ່ານເຂົ້າໃຈດີເຖິງວິທີການປູກພືດປະສົມປະສານໄດ້ດີ, ຈະຊ່ວຍເຮັດໃຫ້ທ່ານປະຢັດເວລາຫຼາຍຂຶ້ນເຊິ່ງທ່ານສາມາດເ ລີ່ມປູກພືດຊະນິດອື່ນປະສົມໄດ້ເລີຍກ່ອນທີ່ຈະເກັບກ່ຽວພືດທີ່ຍັງຢູ່ໃນໜານຊ່ວຍປະຢັດເວລາໃນການນຳໃຊ້ພື້ນທີ່. ຊ່ວຍປະຢັດນ້ຳ ແລະ ໃສ່ຝຸ່ນ: ການປູກພືດປະສົມປະສານ 2-3 ຊະນິດ ທີ່ບໍ່ຍາດແຍ່ງອາຫານຊະນິດດຽວກັນຈະຊ່ວຍຫຼີກລ້ຽງການນຳໃຊ້ນ້ຳຫຼາຍ ເພື່ອຫົດຫຼາຍໜານພ້ອມກັນເປັນວິທີການປະຢັດນ້ຳທີດີ. ທ່ານຍັງສາມາດຫຼຸດຜ່ອນການນຳໃຊ້ຝຸ່ນ ເນື່ອງຈາກພື້ນທີ່ທົ່ວໜານນັ້ນ ແມ່ນຖືກນຳໃຊ້ປູກພືດໝົດ. ປ້ອງກັນສັດຕູພືດ: ພືດຜັກບາງຊະນິດ ຫຼື ຕົ້ນດອກໄມ້ສາມາດນຳມາປູກປະສົມປະສານໃສ່ ກັບພືດຫຼັກເພື່ອປ້ອງກັນ ແລະ ຂັບໄລ່ສັດຕູພືດບາງຊະນິດໄດ້. ເພີ່ມຄວາມຫຼາກຫຼາຍຂອງພືດຜັກ: ເຖິງແມ່ນວ່າພື້ນທີ່ສວນຄົວຈະນ້ອຍແຕ່ເຮົາກໍ່ສາມາດປູກພືດຜັກຫຼາກຫຼາຍຊະນິດໄດ້ເຊິ່ງສົ່ງຜົນດີຕໍ່ການປັບປຸງສະພາບໂພຊະນາການຂອງຄົວເຮືອນໄດ້ເປັນຢ່າງດີ.
1. ຫຼັກການໃນການປູກພືດປະສົມປະສານ
ບໍ່ໝາຍຄວາມວ່າ ພືດທຸກຊະນິດຈະສາມາດປູກປະສົມປະສານກັນໃນພື້ນທີ່ດຽວກັນ. ເຮົາຄວນຈະຕ້ອງຄຳນຶງເຖິງພືດທີ່ຈະປູກຢ່າງນ້ອຍດັ່ງນີ້:
– ມີຂະໜາດຊົງພຸ່ມທີ່ແຕກຕ່າງກັນ: ພືດຜັກທີ່ຈະນຳມາປູກເພື່ອປະສົມປະສານກັນໃນໜານນັ້ນ ຈະຕ້ອງເປັນພືດທີ່ບໍ່ຍາດແຍ່ງພື້ນທີ່ທາງນອກ ແລະ ໃນດິນ. ເຊັ່ນວ່າ: ການປູກຜັກສະລັດປະສົມປະສານກັບຜັກບົ່ວ ເພາະມັນຈະບໍ່ຍາດແຍ່ງພື້ນທີ່ກັນເນື່ອງຈາກວ່າຜັກສະລັດຈະຕ້ອງການພື້ນທີ່ເທິງໜ້າດິນໃນການຂະຫຍາຍໃບ ກົງກັນຂ້າມກັບຜັກບົ່ວຂະຫຍາຍຕົວໃນພື້ນດິນ.
– ລະບົບຮາກທີ່ແຕກຕ່າງກັນ: ພືດບາງຊະນິດໃຫ້ ໝາກເປັນຕົ້ນແມ່ນ (ຕົ້ນໝາກເຂືອ, ໝາກເຜັດ) ມີລະບົບຮາກທີ່ຍາວ ແລະ ຢັ່ງລົງເລິກ ສາມາດຫາສານອາຫານຢູ່ພື້ນດິນ. ພວກມັນຈະບໍ່ຍາດແຍ່ງທາດອາຫານກັບພືດທີ່ມີລະບົບຮາກສັ້ນ ເປັນຕົ້ນແມ່ນປະເພດພືດຜັກທີເປັນໃບເຊັ່ນ: ຜັກສະລັດ ຫຼື ຜັກກາດຊະນິດຕ່າງໆທີ່ຕ້ອງການນ້ຳ ແລະ ສານອາຫານຈາກສ່ວນເທິງຂອງໜ້າດິນ.
– ຕ້ອງການແສງສະຫວ່າງທີ່ແຕກຕ່າງກັນ: ພືດຜັກສ່ວນຫຼາຍແມ່ນຕ້ອງການແສງຕາເວັນເພື່ອຊ່ວຍໃນການຈະເລີນເຕີບໂຕ. ສະນັ້ນ ມັນຈິ່ງບໍ່ໄດ້ງ່າຍສະເໝີໄປໃນການປູກພືດປະສົມປະສານ. ແຕ່ວ່າພືດສະໝຸນໄພທີ່ມີກິ່ນຫອມເຊັ່ນ: ຜັກຊີ, ຜັກຫອມປ້ອມ ແມ່ນສາມາດຂະຫຍາຍຕົວຢູ່ບ່ອນຮົ່ມໄດ້. ສະນັ້ນຈິ່ງງ່າຍທີ່ຈະປູກພືດຊະນິດນີ້ຊັບຫວ່າງກັບພືດຜັກຊະນິດອື່ນໆ.
– ຮອບວຽນພືດແຕກຕ່າງກັນ: ພືດບາງຊະນິດຂະຫຍາຍຕົວໄວແຕ່ບາງຊະນິດແມ່ນຂະຫຍາຍຕົວຊ້າ. ໃນຂະນະທີ່ທ່ານຕັດສິນໃຈປູກພືດອາຍຸຍາວ, ແມ່ນໃຊ້ເວລາດົນໃນການຂະຫຍາຍຕົວ ແລະ ກິນເນື້ອທີ່ສວນ, ສະນັ້ນທ່ານສາມາດປູກພືດຊະນິດອື່ນທີ່ມີອາຍຸສັ້ນຊັບຫວ່າງພືດ ຫຼັກໃນຊ່ວງເວລາດຽວກັນ. ການປະຕິບັດແບບນີ້ຈະຊ່ວຍເຮັດໃຫ້ທ່ານສາມາດເກັບກູ້ຜົນຜະລິດຈາກພືດທີ່ມີອາຍຸສັ້ນກ່ອນ ແລະ ປະໃຫ້ພືດອາຍຸຍາວສືບຕໍ່ຂະຫຍາຍຕົວຕໍ່ໄປ. ຕົ່ວຢ່າງ: ຖ້າທ່ານປູກໝາກເລັ່ນ, ທ່ານສາມາດປູກຜັກສະລັດ ຫຼື ຜັກກາດຊັບໃສ່ຫວ່າງພ້ອມກັນເລີຍ.
2. ຕົວຢ່າງການປູກພືດຜັກແບບປະສົມປະສານ
– ການປູກໃນໄລຍະເວລາແຕກຕ່າງກັນໃນພື້ນທີ່ໜານດຽວກັນ: ເລີ່ມປູກພືດທຳອິດສາກ່ອນ, ເມືອສັງເກດເບິ່ງພືດທີ່ປູກນັ້ນໃກ້ຈະໄດ້ເກັບກ່ຽວ ແມ່ນໃຫ້ເລີ່ມປູກພືດຊະນິດທີ່ສອງ. ຜັກຊະນິດທີ່ສອງຈະເລີ່ມຂະຫຍາຍຕົວ ແລະ ປົກຄຸມພື້ນທີ່ ພາຍຫຼັງການເກັບກູ້ພືດທີ່ໄດ້ປູກທຳອິດຈະຊ່ວຍເຮັດໃຫ້ປະຢັດເວລາໄດ້ ! ຕົວຢ່າງ: ຜັກສະລັດ ແລະ ໝາກແຕງ. ເຮົາສາມາດເອົາເບ້ຍໝາກແຕງມາປູກໃສ່ຫວ່າງຜັກສະລັດໃກ້ຈະເກັບກ່ຽວ , ວິທີນີ້ຈະເຮັດໃຫ້ໃບສະລັດຊ່ວຍປ້ອງກັນເບ້ຍອ່ອນຈາກແສງແດດກ້າໄດ້ດີໃນໄລຍະທຳອິດຂອງການຂະຫຍາຍຕົວ.
– ການປູກສະຫຼັບໃສ່ຫວ່າງຂອງແຖວພືດຜັກ: ພວກເຮົາເຂົ້າໃຈດີວ່າຕ້ອງຮັກສາໄລຍະຫ່າງ ແລະ ຄວາມໜາແໜ້ນຂອງພືດຜັກໃຫ້ເໝາະສົມໃນເວລາປູກ. ຕົວຢ່າງ: ການປູກຜັກສະລັດ ແມ່ນຕ້ອງຮັກສາໄລຍະຫ່າງລະຫວ່າງຕົ້ນປະມານ 20 ຊມ. ສວ່ນຫຼາຍເຮົາສັງເກດເຫັນວ່າເຮົາເສຍພື້ນທີ່ເປົ່າຫວ່າງນັ້ນລ້າໆ. ສະນັ້ນເຮົາຈຶ່ງຄວນເອົາພືດອື່ນມາປູກປະສົມປະສານ ເພື່ອເຕີມເຕັມພື້ນທີ່ເປົ່າ ຫວ່າງດັ່ງກ່າວ. ຊ່ວຍປະຢັດພື້ນທ່ີ! ແລະ ຍັງເພີ່ມຄວາມຫຼາກຫຼາຍໃນພື້ນທີ່ດຽວກັນ! ຕົວຢ່າງ: ຜັກບົ່ວໃບ ແລະ ຜັກກາດຫົວຂາວ. ໃນລະຫວ່າງຕົ້ນຂອງຜັກກາດຫົວຂາວ ແມ່ນຕ້ອງການພື້ນທີ່ຫຼາຍສະເພາະດ້ານເທິງ ສະນັ້ນເຮົາສາມາດປູກຜັກບົ່ວສະຫຼັບໃສ່ເພາະຜັກ ດັ່ງກ່າວແມ່ນບໍ່ຕ້ອງການພື້ນທີ່ດ້ານເທິງຄືກັບຜັກກາດມັນມີການຂະຫຍາຍຕົວໃນລວງຕັ້ງ ແລະ ມັນບໍ່ຂະ ຫຍາຍອອກດ້ານຂ້າງ.
– ການປູກພືດສະໝຸນໄພຂັບໄລ່ສັດຕູພືດ ໃສ່ໃຈກາງ ຫຼື ອ້ອມຮອບພືດຫຼັກ: ພືດຜັກບາງຊະນິດສາມາດຂັບໄລ່ສັດຕູພືດ ໄດ້ເນື່ອງຈາກມີກິ່ນຂິວແມງໄມ້ບໍ່ມັກ. ເຮົາສາມາດປູກໃສ່ສວນຄົວແບບປະສົມປະສານກັບພືດຊະນິດອື່ນໆ ເພື່ອຂັບໄລ່ສັດຕູພືດ. ຕົວຢ່າງ: ການປູກດອກດາວເຮືອງສະ ຫຼັບຫວ່າງກັບຜັກກະລຳປີ. ດອກດາວເຮືອງສາມາດເຮັດໜ້າທີ່ໃນການຂັບໄລ່ສັດຕູພືດໄດ້ເປັນຢ່າງດີ, ເປັນຕົ້ນແມ່ນຂີ້ກະເດືອນຝອຍທີເປັນແມ່ກາຝາກໃນດິນທີ່ທຳລາຍລະບົບຮາກຂອງພືດ. ເຮົາຍັງສາມາດປູກຜັກອີ່ຕູ່, ຜັກກ້ານກໍ່າ, ຫົວສີໄຄອ້ອມຮອບຂອງສວນເຊິ່ງກິ່ນຂອງມັນຈະຊ່ວຍໃນການຂັບໄລ່ສັດຕູພືດໄດ້ເປັນຢ່າງດີ.
3. ການປູກພືດຜັກແບບເປັນຂຸມ
ການປູກພືດເປັນຂຸມແມ່ນຫຍັງ? ແມ່ນວິທີການປູກພືດຜັກອີກວິ ທີໜຶ່ງເພື່ອແນ່ໃສປະຢັດພື້ນທີ່, ການຫົດນ້ຳ ແລະ ການໃສ່ຝຸ່ນ. ພວກເຮົານຳໃຊ້ເຕັກນິກນີ້ໃນສວນຄົວໂດຍສະເພາະກັບພືດຜັກທີ່ຕ້ອງການພື້ນທີ່ຫຼາຍ. ຕົວຢ່າງການປູກຕົ້ນໝາກເຂືອ. ຕົ້ນໝາກເຂືອຕ້ອງການໄລຍະຫ່າງລະຫວ່າງຕົ້ນແມ່ນ 60 ຊມ. ສະນັ້ນຖ້າຫາກເຮົາປູກໃສ່ໜານຈະເຮັດໃຫ້ເຮົາຕ້ອງປະໃຫ້ມີພື້ນທີ່ເປົ່າຫວ່າງຫຼາຍລະຫວ່າງຕົ້ນ. ພື້ນທີ່ເປົ່າຫວ່າງເຫຼົ່ານີ້ຈະໄດ້ຮັບການໃສ່ຝຸ່ນ ແລະ ການຫົດນ້ຳເຊັ່ນດຽວກັນໃນຂະນະທີ່ເຮົາກະກຽມໜານ, ຍັງຕ້ອງການຫົດ ແລະ ໃສຝຸ່ນເປັນປະຈຳອີກມັນເປັນການສິ້ນເປືອງລ້າໆ! ການປູກເປັນຂຸມເຮົາຈະໄດ້ຂຸດ ແລະ ກະກຽມເປັນຂຸມ, ເວລາຫົດນ້ຳ ແລະ ໃສ່ຝຸ່ນແມ່ນໃສ່ສະເພາະແຕ່ລະຂຸມຈິ່ງເຮັດ ໃຫ້ປະຢັດນໍ້າ,ຝຸ່ນຂຶ້ນຕືມ ແລະ ເຮັດໃຫ້ພືດໄດ້ຮັບສານອາຫານພຽງພໍ. ວິທີນີ້ຍັງຊ່ວຍປະຢັດການຄຸມດິນດ້ວຍເ ຟືອງໄດ້ດີອີກ ເພາະເຮົາບໍ່ຈຳເປັນຕ້ອງປົກຄຸມໃຫ້ທົ່ວໜານ. ສະນັ້ນຈຶ່ງເຮັດໃຫ້ເຮົາປະຢັດນ້ຳ, ຝຸ່ນ ແລະ ການຄຸມດິນໄດ້!
4. ຂັ້ນຕອນການປູກພືດຜັກເປັນຂຸມ
1. ຄັດເລືອກພື້ນທີ່: ບ່ອນທີ່ທ່ານຕ້ອງການປູກພືດທີ່ໃຊ້ພື້ນທີ່ຫຼາຍ. ປັກໝາຍແຕ່ລະຈຸດທີ່ຈະຂຸດເຮັດຂຸມ. ແນ່ນອນ, ມັນສຳຄັນຫຼາຍທີ່ຈະຕ້ອງຈັດສັນໃຫ້ລະອຽດກ່ອນທີ່ຈະເລີ່ມລົງມືຂຸດ. ໄລຍະຫ່າງລະຫວ່າງແຕ່ລະຂຸມແມ່ນຂຶ້ນກັບຊະນິດຂອງພືດທີ່ຈະນຳມາປູກ. ຕົວຢ່າງ: ຕົ້ນໝາກເລັ່ນແມ່ນມີໄລຍະຫ່າງລະ ຫວ່າງຕົ້ນແມ່ນ 80 ຊມ; ໝາກເຂືອ ແມ່ນ 60 ຊມ, ຜັກກະລຳປີ 60 ຊມ ແລະ ຖົ່ວຝັກຍາວ 30 ຊມ. ແຕ່ໃຫ້ລະມັດລະວັງສຳລັບພືດເປັນເຄືອເຊັ່ນ: ຖົ່ວຝັກຍາວ, ຄວນຮັກສາໄລຍະຫ່າງໃຫ້ກວ້າງພຽງພໍ 80 ຊມ ເພື່ອສາມາດປັກຄ້າງໃຫ້ມັນເລືອຂຶ້ນ.
2. ການຂຸດຂຸມ: ຂະໜາດຄວາມກວ້າງ ແລະ ຄວາມເລິກຂອງຂຸມແມ່ນຂຶ້ນກັບຊະນິດຂອງພືດເຊັ່ນດຽວກັນ. ຕົວຢ່າງ: ເສັ້ນຜ່າກາງຂຸມໝາກເລັ່ນແມ່ນ 50 ຊມ, ຕົ້ນໝາກເຂືອ 40 ຊມ; ກະລຳປີ 30 ຊມ; ຖົ່ວຝັກຍາວ 20 ຊມ.
3. ການໃສ່ຝຸ່ນ: ປະສົມດິນດຳໃສ່ຝຸ່ນຊີວະພາບແລ້ວຕັກໃສ່ຂຸມ. ປົກຄຸມດ້ວຍເຟືອງແລ້ວຫົດນ້ຳ.
4. ການປູກພືດໃສ່ຂຸມ: ຖ້າຫາກຝຸ່ນຄອກທີ່ນຳມາໃສ່ນັ້ນເປັນຝຸ່ນທີ່ແຫ້ງແລ້ວ ແມ່ນເຮົາສາມາດປູກພືດໄດ້ເລີຍ. ແຕ່ຖ້າ ເປັນມູນສັດສົດ ຫຼື ຍັງປຽກແມ່ນຕ້ອງຕາກແດດປະໄວ້ 1 ອາທິດ. ການປູກດ້ວຍແກ່ນໂດຍກົງ ຫຼື ການປູກດ້ວຍເບ້ຍອ່ອນ ແມ່ນໃຫ້ປູກໃສ່ໃຈກາງຂອງຂຸມໃຫ້ເຂ່ຍເຟືອງທີ່ປົກຄຸມອອກທາງຂ້າງກ່ອນ, ຫົດນ້ຳອີກຄັ້ງກ່ອນຈຶ່ງປູກ. ຄວນເລືອກປູກຊ່ວງຕອນແລງແມ່ນໄດ້ຮັບຜົນທີ່ສຸດ ເພື່ອຫຼີກລ້ຽງແສງແດດກ້າຕ້ອງແສງໃສ່ເບ້ຍອ່ອນທີ່ຍ້າຍມາປູກໃໝ່.
ແຫຼ່ງຂໍ້ມູນ: https://ali-sea.org/wp-content/uploads/4-Vegetable-crop-association-and-bowl-cultivation.pdf
https://www.ddproperty.com/คู่มือซื้อขาย/3-ขั้นตอน-ปลูกผักสวนครัว-ในบ้าน-ฉบับมือใหม่-25995
https://vegetweb.com/ผักสวนครัว/
ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າຫ້ວຍໂຄດ 1(Houaykhot 1)
ແນວພັນຫ້ວຍໂຄດ 1 (HK1) ແມ່ນແນວພັນທີ່ໄດ້ປະສົມຈາກສູນຄົ້ນຄວ້າເຂົ້ານາພອກລະຫວ່າງແນວພັນເຂົ້າເມືອງງາ(ຕົ້ນແມ່) ກັບແນວພັນ TDK 7 (ຕົ້ນພໍ່). ໃຊ້ຮູບແບບປະສົມພັນແບບດ່ຽວໃນລະດູແລ້ງ 2007-2008, ປູກຄັດເລືອດທີ່ສູນ ຮອດຊົ່ວໂມງທີ່ 4 ແລ້ວ ສົ່ງໄປຄັດເລືອກທີ່ສູນຄົ້ນຄວ້າກະສິກຳເຂດເນີນສູງ ບ້ານຫ້ວຍໂຄດ ເມືອງຊຽງເງີນ ແຂວງຫຼວງພະບາງ. ຄັດເລືອກຕໍ່ໃນຊົ່ວໂມງທີ່ 5 ແລະ 8 ໃນລະດູແລ້ງ 2016-2017 ແມ່ນທ່ານແຄມ ບ້ານຊຽງເງີນປູກຂະຫຍາຍ, ທົດສອບການກິນດີ ແລະ ປູກຂະຫຍາຍເມັດພັນ, ແລກປ່ຽນ, ແຈກຢາຍໃນບ້ານ ແລະ ບ້ານອື່ນໆ ມາເຖິງປະຈຸບັນຂະຫຍາຍໄປຫຼາຍບ້ານເຊັ່ນ: ບ້ານຊຽງເງີນ, ບ້ານນາຄ່າ, ບ້ານຫ້ວຍໂຄດ, ບ້ານໂພນໄຊ, ບ້ານຖິ່ນແກ້ວ ເມືອງຊຽງເງີນ. ບ້ານນະຄອນ ເມືອງນໍ້າບາກ, ບ້ານຄົກປາ ເມືອງຫຼວງພະບາງ, ບ້ານສົບຄານ, ບ້ານເມືອງງອຍເກົ່າ ເມືອງງອຍແຂວງຫຼວງພະບາງ(ການແຜ່ກະຈາຍໃນຮອບທີ່ 1) . ຈາກນັ້ນ ໃນລະດູຝົນປີ 2020 ຈຶ່ງໄດ້ນຳເອົາແນວພັນດັ່ງກ່າວໄປປູກສາທິດຄືນ ບ້ານນາຄ່າ ເມືອງຊຽງເງີນ ແຂວງຫຼວງພະບາງ. ຈາກການເຊີນຊາວນາຢູ່ອ້ອມຂ້າງມາຮ່ວມປະເມີນຜະລິດດີ ແລະ ການກິນກໍ່ແຊບ, ຈາກນັ້ນຈຶ່ງປູກຂະຫຍາຍໃນພື້ນທີ່ກວ້າງຂອງຕົນເອງໃນລະດູຝົນ 2021 ແລະ ແຈກຍາຍໃຫ້ຊາວນາອ້ອມຂ້າງຈຳນວນໜຶ່ງ. ຈາກຜົນໄດ້ຮັບໃນລະດູຝົນກໍ່ຍິ່ງມີຊາວນາຈຳນວນຫຼາຍມາຈັບຈອງ, ແລກປ່ຽນ ແລະ ຂໍຊື້ໄປເຮັດແນວປູກໃນລດູນາແຊງ 2022 ເປັນຈຳນວນ 600 ກິໂລສາມາດປູກໄດ້ໃນເນື້ອທີ່ 15 ເຮັກຕາ. ຈາກນັ້ນກໍ່ຂະຫຍາຍອອກສູ່ວົງກວ້າງໄປຕ່າງແຂວງຄື: ໄຊຍະບູລີ, ແຂວງວຽງຈັນ, ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ ເປັນຈຳນວນເມັດພັນ 1,200 ກິໂລ ສາມາດປູກໄດ້ໃນເນື້ອທີ່ 30 ເຮັກຕາ ພາຍໃນ 2 ປີ ຫຼື 4 ລະດູການຜະລິດເຂົ້ານາ(ການແພ່ກະຈ່າຍໃນຮອບທີ່ 2) ເຫັນວ່າຜົນຜະລິດ ຕັ້ງແຕ່ 4-6 ໂຕນ/ເຮັກຕາ.
I. ລັກສະນະເດັ່ນຂອງແນວພັນເຂົ້າຫ້ວຍໂຄດ 1
1. ເໝາະກັບດິນນາຮ່ອມພູ
2. ປັບຕົວກັບສະພາບແວດລ້ອມໄດ້ດີ
3. ທົນບົ່ວໄດ້ດີ
4. ຜົນຜະລິດດີ 4-6 ໂຕນ/ເຮັກຕາ
ຕາຕະລາງປຽບທຽບລັກສະນະ ແນວພັນຫວ້ຍໂຄດ 1 ກັບພໍ່ແມ່ພັນ
ແນວພັນເຂົ້າ | ຫວ້ຍໂຄດ 1 | ເມືອງງາ | TDK 7 |
ປະເພດເຂົ້າ | ເຂົ້າໜຽວ | ເຂົ້າໜຽວ | ເຂົ້າໜຽວ |
ສີເມັດ | ສີເຟືອງກົ້ນຈູດ | ສີເຟືອງແຊດດຳ | ສີເຟືອງ |
ອາຍຸ(ວັນ) | 130-135 | 145-150 | 130-135 |
ລະດູປູກ | ປູກໄດ້ 2 ລະດູ | ປູກໄດ້ລະດູຝົນ | ປູກໄດ້ 2 ລະດູ |
ລວງສູງ(ຊມ) | 90-100 | 120-130 | 90-100 |
ເປີເຊັນການສີ(%) | >68 | 65.7 | 60 |
ຜົນຜະລິດ(ໂຕນ/ເຮັກຕາ) | 4-6 | 3-5 | 4-6 |
ການທົນທານຕໍ່ແມງບົ່ວ | ທົນທານ | ທົນທານ | ບໍ່ທົນທານ |
II. ແນະນຳການປູກ
ແນວພັນຫວ້ຍໂຄດ 1 ສາມາດປູກໄດ້ 2 ລະດູດຄື: ນາແຊງ ແລະ ນາປີ
1. ວິທີການປູກ
– ນາດຳແມ່ນແນະນຳຕົກກ້າຊ່ວງເດືອນ ມິຖຸນາ(ນາປີ) ແລະ ທ້າຍເດືອນທັນວາຫາຕົ້ນເດືອນມັງກອນ(ນາແຊງ), ຕົ້ນກ້າໄດ້ 20-25 ວັນສາມາດນຳໄປປັກດຳໄດ້
– ສາມາດດຳໃນອັດຕາ 2-3 ກີບ/ສຸ່ມ
2. ການໃສ່ຝຸ່ນ
– ໃສ່ຮອງພື້ນ: ໃສກ່ອນປັບດຳ ຫຼື ຫຼັງປັກດຳໄດ້ 5-7 ມື້ ແມ່ນໃຫ້ໃສ່ຝຸ່ນປະສົມສູດ 15-15-15 ຫຼື ຝຸ່ນປະສົມສູດ 16-20-00 ໃນອັດຕາ 200 ກິໂລ/ເຮັກຕາ.
– ໃສ່ເລັ່ງ: ຄວນໃໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46-00-00 ຫຼັງຈາກປັກດຳໄດ້ 20 ມື້ ແລະ 45 ມື້ ໃນອັດຕາ 30 ກິໂລ/ເຮັກຕາ
3. ການເກັບກ່ຽວ:
ເໝາະສົມກັບການນຳໃຊ້ກົນຈັກເກັບກ້ຽວເພາະເປັນຕົ້ນເຂົ້າໃຫ່ຍ ແລະ ແຂງ, ສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ພາຍຫຼັງເຂົ້າອອກດອກໄດ້ 50% , ບໍ່ຄວນກ່ຽວຊ້າກວ່ານີ້ເພາະຈະເຮັດໃຫ້ເຂົ້າຫັກໃນເວລານຳໄປສີຈະເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດ ຈຶ່ງເກັບກູ້ ແລະ ຟາດຕີ.
ແຫຼາງຂໍ້ມູນ: file:///C:/Users/HP/Downloads/7MlQo9o2jtMIzK8Q.pdf
ຕິດຕໍ່ປະສານແນວພັນເຂົ້າ: ປອ ຄຳດອກ ຊົງຢີຄັ້ງຊືທໍ່, ສູນຄົ້ນຄວ້າກະສິກຳເຂດເນີນສູງ
ໂທ: 020 55 673 953
ຂໍ້ແນະນຳຄູ່ມືການນຳໃຊ້ ແນວພັນເຂົ້າທົນນ້ຳຖ້ວມ
ແນວພັນທີ່ມີຍີນທົນທານຕໍ່ກັບນ້ຳຖວມ, ຍີນນີ້ຈະຊ່ວຍເຮັດໃຫ້ຕົ້ນເຂົ້າທົນທານຕໍ່ກັບນ້ຳຖ້ວມໄດ້ດີກວ່າແນວພັນປັບປຸງ ແລະ ແນວພັນເຂົ້າພື້ນເມືອງທີ່ບໍ່ມີຍີນຊະນິດນີ້. ຈາກການທົດລອງແນວພັນນີ້ ຢູ່ເຂດນ້ຳຖ້ວມຂອງທົ່ງພຽງ ເຊບັ້ງໄຟ ພົບວ່າມີຄວາມສາມາດທົນທານຕໍ່ກັບນໍ້າຖ້ວມໄດ້ 18 ມື້ ໃນຄວາມເລິກ 2-3 ແມັດ, ເຊິ່ງແນວພັນພື້ນເມືອງ ແລະ ແນວພັນປັບປຸງທີ່ຊາວນາ ນຳໃຊ້ຢູ່ໃນປະຈຸບັນບໍ່ສາມາດທົນທານໄດ້. ແນວພັນເຂົ້າທົນນ້ຳຖ້ວມໄດ້ພັດທະນາຂື້ນໂດຍສະຖາ ບັນຄົ້ນຄ້ວາເຂົ້າສາກົນ (IRRI) ໃນປີ 2003, ເຊິ່ງໄດ້ປັບປຸງແນວພັນເຂົ້າ ທ່າດອກຄຳ 1 ໃຫ້ມີຄວາມທົນທານ ຕໍ່ກັບນ້ຳຖ້ວມ. ການພັດທະນາພັນນີ້ ແມ່ນໄດ້ນຳໃຊ້ວິທີການຖ່າຍຍີນທົນນ້ຳຖ້ວມຈາກແນວພັນ IR40931- 33-1-3-2 ເຂົ້າໃສ່ແນວພັນທ່າດອກຄຳ 1 ດ້ວຍວິທີານປະສົມພັນ (Backcross) ແລ້ວນຳໃຊ້ ເຕັກນິກ ທາງດ້ານໂມເລກຸນໃນການຄັດເລືອກຈົນໄດ້ສາຍພັນຄົງຕົວ ແລະ ຕັ້ງຊື່ເບື້ອງຕົ້ນສາຍພັນວ່າທ່າດອກຄຳ 1 -ທົນນ້ຳຖ້ວມ. ແນວພັນນີ້ນຳເຂົ້າມາໃນ ສປປ ລາວ ໃນປີ 2008, ໃນລະດູຝົນປີ 2009 ໄດ້ທົດລອງ ແລະ ສາທິດ ຢູ່ໃນເຂດນໍ້າຖ້ວມຂອງທົງພຽງເຊບັ້ງໄຟ ໃນຈຳນວນ 9 ບ້ານ ຂອງ 4 ຕົວເມືອງ (ມະຫາໄຊ, ເຊບັ້ງໄຟ, ໜອງບົກ ແລະ ໄຊບູລີ). ໃນລະດູຝົນປີ 2010 ໄດ້ປູກສາທິດຢູ່ໃນ 80 ບ້ານ ຂອງ 5 ຕົວເມືອງ (ຍົມມະລາດ, ມະຫາໄຊ, ເຊບັ້ງໄຟ, ໜອງບົກ ແລະ ໄຊບູລີ). ໃນລະດູຝົນ 2011 ໄດ້ ແຈກຢາຍເມັດພັນຈຳນວນ 40.5 ໂຕນ ໃຫ້ປະຊາຊົນ ຈຳນວນ 1,800 ຄອວຄົວ ທີ່ດຳລົງຊີວິໃນ 80 ບ້ານ ຂອງ 5 ຕົວເມືອງ ເພື່ອນຳໃຊ້ປູກໃນເຂດທີ່ສ່ຽງກັບໄຟນໍ້າຖ້ວມ.
1. ສະມັດຕະພາບ
ນາແຊງ: ໃຫ້ຜົນຜະລິດແຕ່ 3-5,5 ໂຕນ/ຮຕ, ຜົນຜະລິດຂື້ນກັບຄວາມອຸດົມສົມບູນຂອງດິນນາໃນແຕ່ລະທ້ອງຖີ່ນ. ນາປີ: ໃນເຂດນໍ້າບໍ່ຖ້ວມ ໃຫ້ຜົນຜະລິດແຕ່ 3-4 ໂຕນ/ຮຕ. ໃນເຂດນໍ້າຖ້ວມແຕ່ 14-18 ມື້ ໃຫ້ຜົນຜະລິດ 1,5-3 ໂຕນ/ຮຕ ລື່ນແນວພັນປັບປຸງ ແລະ ແນວພັນພື້ນເມືອງ. ເປີເຊັນການລອດຕາຍຂອງຕົ້ນເຂົ້າແມ່ນຂຶ້ນກັບອາຍຸຂອງຕົ້ນເຂົ້າໃນເວລານ້ຳຖ້ວມ, ຄຸນນະພາບຂອງນ້ຳຖ້ວມ, ອຸນນະພູມຂອງນ້ຳຖ້ວມ ແລະ ຄວາມເລິກຂອງນ້ຳຖ້ວມ.
2. ອາຍຸແນວພັນ
ນັບແຕ່ມື້ຕົກກ້າ ຫາ ອອກດອກ 50% ປະມານ 110-115 ມື້ ແລະ ຫາ ສຸກແກ່ປະມານ 140-145 ມື້. ອາຍຸວັນອອກດອກ ຈະແກ່ຍາວອອກໄປເທົ່າກັບຈຳນວນມື້ຖືກນ້ຳຖ້ວມ.
3. ການຕົກກ້າ
ອັດຕາເມັດພັນທ່ີເໝາະສົມ 0,5-1 ກລ/10 ຕາແມັດ ໜານກ້າ. ຫຼັງຈາກຫວ່ານກ້າໄດ້ 7-10 ມື້, ໃຫ້ໃສ່ຝຸ່ນເລັ່ງໃນອັດຕາ 1 ກລ/100 ຕາແມັດ. ຫ້າມຫວ່ານຝຸ່ນຊ້າ ເພາະຈະເຮັດໃຫ້ກ້າຄໍຂາດໃນເວລາຫຼົກ ແລະ ຕົ້ນເຂົ້າຈະຕາຍໃນເວລາປັກດຳ ຫຼື ຢຸດການຈະເລີນເຕີບໂຕ.
4. ການປູກ
ສຳລັບເຂດທີ່ມີຄວາມສ່ຽງກັບນໍ້າຖ້ວມ, ໃຫ້ປັກດຳ 3-5 ກີບກ້າ/ສຸ່ມ, ໄລຍະຫ່າງ 20 x 20 ຊມ. ໃນເຂດ ທີ່ນໍ້າມັກ ຖ້ວມໃນເດືອນ 7 ແນະນຳໃຫ້ເຮັດນາຫວ່ານ ຫຼື ນາຢອດ ເພາະເຂົ້າຈະມີຄວາມທົນທານໄດ້ດີກວ່າການປັກດຳ.
5. ການບົວລະບັດຮັກສາຫຼັງນ້ຳຖ້ວມ
ຫຼັງຈາກນໍ້າລົດລົງແລ້ວ ໃຫ້ເປັ່ງນໍ້າອອກຈາກໄຮ່ນາໄວເທົ່າທີ່ຈະໄວໄດ້ ເພື່ອເຮັດໃຫ້ເຂົ້າສາມາດແຕກແໜງໃໝ່ຂື້ນມາ, ເມື່ອສັງເກດເຫັນເຂົ້າແຕກແໜງໃໝ່ແລ້ວຈຶ່ງຂັງນ້ຳໄວ້.
6. ການໃສ່ຝຸ່ນ
ນາດິນຊາຍ ໃຫ້ໃສ່ຝຸ່ນສູດ 15-15-15 ໃນອັດຕາ 200 ກລ/ຮຕ, ນາດິນໜຽວໃຫ້ໃສ່ຝຸນສູດ 16-20-00 ໃນອັດຕາ 150 ກລ/ຮຕ, ຫຼັງຈາກປັກດຳໄດ້ 7-10 ມື້, ແລະ ໃຫ້ໃສ່ຝຸ່ນເລັ່ງ 46% ຫຼັງຈາກປັກດຳໄດ້ 20 ແລະ 40 ມື້ ໃນອັດຕາ 50-60 ກລ/ຮຕ ຕໍ່ຄັ້ງ. ຖ້າເປັນນາຕີນບ້ານ ຫຼືນານ້ຳ ຖ້ວມຊໍ່າເຮື້ອ ເຊິ່ງສ່ວນ ໃຫຍ່ຈະເປັນນາທີ່ອຸດົມສົມບູນດີ ບໍ່ຈຳເປັນຕ້ອງໃສ່ຝຸ່ນວິທະຍາສາດ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(13).pdf
ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ, ຕັ້ງຢູ່ເສັ້ນ ທາງທ່າດິນແດງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຕູ້ປນ 811, ໂທລະສັບ: 030-5260232.
Ji90-hj89-09
https://www.kasetorganic.com/thairices/rice3month/
ເຕັກນິກການປູກກ້ວຍດ້ວຍການເພາະລ້ຽງເນື້ອເຍື່ອ
ກ້ວຍນັບວ່າເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງທາງການກະສິກຳສາມາດສ້າງເສດຖະກິດໃຫ້ແກ່ຊາວສວນ ທີ່ຕະຫຼາດມີຄວາມຕ້ອງການສູງ. ໝາກກ້ວຍເປັນພືດທີ່ມີຄຸນຄ່າທາງດ້ານໂພສະນາການສູງ, ຊຶ່ງປະກອບມີບັນດາທາດອາຫານທີ່ສຳຄັນສຳລັບຮ່າງກາຍຂອງຄົນເຮົາຫຼາຍຢ່າງເຊັ່ນ: ວິຕາມິນ ເອ, ບີ 16, ດີ ແລະ ຊີ, ທາດເຫຼັກ, ໂປຼຕາຊຽມ, ແມັກນີຊຽມ, ມີເສັ້ນໄຍສູງ ແລະ ທາດອື່ນໆ. ນອກຈາກນີ້ກ້ວຍຍັງເປັນຢາສະໝຸນໄພພື້ນເມືອງທີ່ດີເຊັ່ນ: ເປັນຢາປົວລຳໃວ້, ປົວກະເພາະອາຫານ, ແຜໄຟໃໝ້ ແລະ ນໍ້າຮ້ອນລວກ. ກ້ວຍຍັງມີຄຸນປະໂຫຍດຫຼາຍຢ່າງສາມາດບໍລິໂພກສົດ, ແປຮູບເປັນກ້ວຍອົບແຫ້ງ, ກ້ວຍຕາກ, ກ້ວຍຈືນ, ຂະໜົມ, ເບີເກີລີ, ເສັ້ນໝີ່ແປ້ງກວ້ຍ. ສ່ວນລຳຕົ້ນນຳໃຊ້ເປັນອາຫານສັດ ແລະ ສາມາດນຳໄປແປຮູບເປັນເສັ້ນໄຍໃຊ້ແທນເສັ້ນຝ້າຍ, ໃບໃຊ້ຫໍ່ເຂົ້າຕົ້ມ, ເຂົາໜົມ, ຫຍີບຂັນໝາກເບັງ ແລະ ໃຊ້ເປັນອາຫານສັດໄດ້ເຊັ່ນດຽວກັນ, , ສ່ວນດອກໃຊ້ປຸງແຕ່ງອາຫານ. ເນື່ອງຈາກກ້ວຍມີຄວາມສຳຄັນໃນຊີວິດປະຈຳວັນ ເສດຖະກິດການຄ້າຊາວສວນຫັນມາປູກກ້ວຍເປັນສິນຄ້າຫຼາຍຂື້ນ ຈຶ່ງເຮັດໃຫ້ແນວພັນກ້ວຍບໍພຽງພໍຕໍ່ຄວາມຕ້ອງການ ແລະ ໄດ້ມີການນຳເຂົ້າແນວພັນກ້ວຍຈາກຕ່າງປະເທດ. ດັ່ງນັ້ນ ການຂະຫຍາຍພັນກ້ວຍເພື່ອປູກເປັນສິນຄ້າ ໂດຍການນຳໃຊ້ເຕັກໂນໂລຊີຊີວະພາບ(ການເພາະລ້ຽງເນື້ອເຍື່ອ) ຕອບສະນອງຄວາມຮຽກຮ້ອງຕ້ອງການຈຳນວນຫຼາຍປອດເຊື້ອພະຍາດ ແລະ ຜົນຜະລິດສະໝໍ່າສະເໝີໃຫ້ຊາວກະສິກອນພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າແນວພັນຈາກຕ່າງປະເທດ.
I. ຈຸດດີຂອງການຂະຫຍາຍພັນກ້ວຍດ້ວຍການເພາະລ້ຽງເນື້ອເຍື່ອ
1. ສາມາດຜພລິດແນວພັນພືດປະລິມານຫຼາຍໃນເວລາທີ່ສັ້ນ.
2. ຕົ້ນພືດທີ່ຜະລິດໄດ້ປອດເຊື້ອ.
3. ຕົ້ນພືດທີ່ຜະລິດໄດ້ຈະມີລັກສະນະທາງພັນທຸກຳຄືກັນກັບຕົ້ນແມ່ພັນ
4. ເບ້ຍກ້ວຍມີຂະໜາດນ້ອຍ ຈຶ່ງເຮັດໃຫ້ສະດວກສະບາຍໃນການຂົນສົ່ງ.
5. ສາມາດຜະລິດໄດ້ທຸກລະດູການ ແລະ ກຳນົດໄລຍະເວລາຂອງການເກັບກ່ຽວຜົນຜະລິດ
II. ຂັ້ນຕອນການຂະຫຍາຍເນື້ອເຍື່ອພືດ
ກຳນົດຊະນິດພັນກ້ວຍ ແລະ ຄັດເລືອກແນວພັນກ້ວຍເອົາໜໍ່ໃບດາບທີ່ເກີດຈາກຕາເຫງົ້າໜໍ່, ໃບຈະມີລັກສະນະຮຽວ ແລະ ຍາວຄືກັນກັບມີດດາບເປັນໜໍ່ທີ່ມີເຫງົ້າຕິດ ທີ່ໃຫ່ຍມີຄວາມສົມບູນ ບໍ່ມີພະຍາດ ລື ແມງໄມ້ເຈາະ ແລະ ໜໍ່ກ້ວຍທີ່ເກີດຈາກສູມທີ່ໃຫ້ຜົນຜະລິດສູງ ນຳມາຂ້າເຊື້ອ ແລະ ຂະຫຍາຍພັນ ໂດຍເພາະລ້ຽງໃນອາຫານສັງເຄາະ MS ( Murashige and Skoog, 1962) ທີ່ມີສ່ວນປະສົມຂອງຮໍໂມນກະຕຸ້ນການເກີດຍອດ BA (Benzyl Aminopurine) ແລະ ຮໍໂມນກະຕຸ້ນການເກີດຮາກ NAA (X- napthaleneaceti cacid) ເມື່ອເບ້ຍມີຮາກ ແລະ ຕົ້ນສົມບູນຈື່ງນຳອອກມາອະນຸບານ.
III. ການອະນຸບາຍເບ້ຍກ້ວຍທີ່ໄດ້ຈາກການເພາະເນື້ອເຍື່ອ
ພາຍລັງທີ່ລ້ຽງເບ້ຍກ້ວຍຢູ່ໃນສູດອາຫານຂະຫຍາຍຮາກປະມານ 1 ເດືອນກໍ່ໃຫ່ຍພ້ອມທີ່ຈະເອົາລົງອະນຸບານໃສ່ສວນກ້າ, ໂດຍນຳໃຊ້ດິນປູກຝັງທີ່ມີສ່ວນປະສົມດິນ ແລະ ແກບເຜົາໃນອັດຕາສ່ວນ 2:1 ຕາມລຳດັບ, ອະນຸບານເບ້ຍກ້ວຍໄລຍະເວລາ 6 ອາທິດໃຫ້ເບ້ຍກ້ວຍໃຫ່ຍແຂງແຮງ, ເບ້ຍສູງປະມານ 20 ຊັງຕີແມັດກໍ່ສາມາດເອົາລົງປູກໄດ້.
IV. ເຕັກນິກການປູກກ້ວຍ
ເບ້ຍກ້ວຍທີ່ເໝາະສົມລົງສູ່ສວນປູກກ້ວຍຕ້ອງໄດ້ຜ່ານການອະນຸບານ 1 ເດືອນຂື້ນໄປ, ພື້ນທີ່ດິນທີ່ຈະປູກຕ້ອງໄດ້ຜ່ານການກະກຽມດິນຢ່າງຄັກແນ່ເສຍກ່ອນ, ໄລຍະຫ່າງລະຫວ່າງຂຸມແມ່ນ 2 X 2,5 ແມັດ ຫຼື 3 X 3 ແມັດ ແລ້ວແຕ່ຄວາມເໝາະສົມຂອງພື້ນທີ່ດິນ, ຂະໜາດຂອງຂຸມປູກປະມານ 40 X 40 ຊັງຕີແມັດ. ກ່ອນປູກຄວນຮອງພື້ນດ້ວຍຝຸ່ນຄອກ ຫຼື ຝຸ່ນຊີວະພາບປະມານ 1 ຊ້ວນ ແລ້ວເອົາດິນລົງປະສົມກັບຝຸ່ນ ຈາກນັ້ນຈຶ່ງນຳເອົາເບ້ຍກ້ວຍທີ່ກະກຽມໄວ້ລົງປູກ
V. ການບົວລະບັດຮັກສາ
ເພື່ອຍາກໄດ້ຮັບຜົນຜະລິດດີ ຄຸນນະພາບສູງ ຕ້ອງໝັ້ນເອົາໃຈໃສ່ໃນການຖາງຫຍ້າ, ຊ້ອມແຊມໃບທີ່ຫັກຫ່ຽວຖິ້ມ, ໃສ່ຝຸ່ນຢ່າງໜ້ອຍ 2-3 ຄັ້ງ/ເດືອນ ຫຼື ປີ, ໂດຍໃສ່ຝຸ່ນຄອກ ຫຼື ຝຸ່ນຊີວະພາບ ແລະ ປຸ໋ຍເຄມີສູດ 15-15-15 ແລະ ໃຫ້ສະໝໍ່າສະເໝີໃຫ້ດິນມີຄວາມຊຸ່ມຊື່ນ ຖ້າຫາກປູກໃນລະດູແລ້ງແມ່ນເອົາໃຈໃສ່ເປັນພິເສດບໍ່ໃຫ້ພືດຂາດນໍ້າ. ໃນໄລຍະໜຶ່ງຕົ້ນກ້ວຍຈະມີການຈະເລີນເຕີບໂຕ ແລະ ແຕກໜໍ່ຫຼາຍເຊິ່ງຄວນເລືອກ 2-3 ໜໍ່ທຳອິດທີ່ສົມບູນໄວ້ເພື່ອທົດແທນຕົ້ນແມ່ ສ່ວນໜໍ່ທີ່ເກີດຕາມຫຼັງຄວນຕັດຖີ້ມ ເພາະຖ້າຫາກປ່ອຍໃຫ້ເກີດໜໍ່ຫຼາຍເກີນໄປ ຕົ້ນແມ່ ຫຼື ຕົ້ນທີ່ປະໄວ້ທົດແທນຈະບໍ່ມີອາຫານບຳລຸງລ້ຽງພໍ ແລະ ເຮັດໃຫ້ຕົ້ນກ້ວຍບໍ່ສົມບຸນ
ແຫຼ່ງຂໍ້ມູນ: ການປູກກ້ວຍດ້ວຍການເພາະລ້ຽງເນື້ອເຍື່ອ, ສູນເຕັກໂນໂລຊີ ຊີວະສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບພາບ
https://bei.maf.gov.la/?p=1930
https://www.technologychaoban.com/bullet-news-today/article_164599
ການອານາໄມ ແລະ ຂ້າເຊື້ອຄອກສັດ
ການອານາໄມ ແລະ ຂ້າເຊື້ອຄອກສັດ ແມ່ນການຫຼຸດຜ່ອນ ຫຼື ກຳຈັດເຊື້ອພະຍາດຢູ່ໃນຄອກສັດໃຫ້ໝົດໄປ. ເພື່ອເຮັດໃຫ້ການອານາໄມ ແລະ ຂ້າເຊື້ອມີປະສິດຕິຜົນສູງຄວນປະຕິບັດຕາມ 3 ຂັ້ນຕອນ ດັ່ງຕໍ່ໄປນີ້
ຂັ້ນຕອນທີ່ 1 : ການອານາໄມ
ຈຸດປະສົງຂອງການອານາໄມ້ຄອກສັດ ແມ່ນເພື່ອເອົາຂີ້ຝຸ່ນ ແລະ ສິ່ງເປີເປື້ອນຕ່າງໆອອກຈາກຄອກສັດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ຖ້າບໍ່ດັ່ງນັ້ນການຂ້າເຊື້ອຈະບໍ່ໄດ້ຮັບຜົນດີ ແລະ ການອານາໄມຄວນປະຕິບັດດັ່ງນີ້:
1. ຍ້າຍສັດໄປໄວ້ບ່ອນອື່ນກ່ອນ ເພື່ອຈະໄດ້ອານາໄມຄອກສັດສະດ່ວນ ແລະ ສະອາດ
2. ຂູດ, ຖູ, ກວດ ແລະ ຊ້ວນຂີ້ສັດ ຫຼື ສິ່ງເສດເຫຼືອຕ່າງໆອອກຈາກຄອກສັດໃຫ້ໝົດ. ຖ້າຫາກມີຂີ້ຝຸ່ນຫຼາຍຄວນຫົດນໍ້າໃຫ້ຊຸ່ມກ່ອນຄ່ອຍອະນາໄມ.
3. ຂີ້ສັດ ແລະ ສິ່ງເສດເຫຼືອຕ່າງໆທີ່ກວດ ແລະ ຊ້ວນອອກຈາກຄອກສັດນັ້ນ ຄວນນຳໄປຂ້າເຊື້ອໂດຍການໝັກເສຍກ່ອນຈຶ່ງນຳໄປໃຊ້.
ຂັ້ນຕອນທີ 2: ການລ້າງຄອກສັດ
ຈຸດປະສົງຂອງການລ້າງຄອກສັດ ແມ່ນເພື່ອລ້າງສິ່ງເປີເປື້ອນຕ່າງໆຢູ່ພື້ນຄອກໃຫ້ສະອາດ ແລະ ຄວນປະຕິບັດດັ່ງນີ້:
1. ລ້າງຄອກສັດດ້ວຍນໍ້າສະອາດ ຫຼື ນໍ້າສະບູ ລ້າງດ້ວຍຄວາມດັນສູງພ້ວມທັງຂູດ ຫຼື ຊ້ວນ ເອົາສິ່ງເປີເປື້ອນອອກໃຫ້ໝົດ
2. ຫຼັງຈາກນັ້ນ ໃຫ້ລ້າງພື້ນຄອກດ້ວຍນໍ້າທີ່ມີຄວາມດັນຕໍ່າ ເພື່ອລ້າງສິ່ງເປີເປື້ອນອອກໃຫ້ສະອາດ
ຂັ້ນຕອນທີ 3: ການຂ້າເຊື້ອ
ຈຸດປະສົງຂອງການຂ້າເຊື້ອ ແມ່ນເພື່ອເຮັດໃຫ້ເຊື້ອພະຍາດປາກເປື່ອຍລົງເລັບ ແລະ ເຊື້ອພະຍາດລະບາດສັດອື່ນໆ ທີ່ຫຼົງເຫຼືອຢູ່ໃນຄອກສັດນັົນໃຫ້ຕາຍໄປ. ເພື່ອເຮັດໃຫ້ການຂ້າເຊື້ອມີປະສິດຕິພາບສູງຄວນປະຕິບັດດັ່ງນີ້:
1. ອ່ານ ແລະ ປະຕິບັດຕາມຄຳແນະນຳຂອງນໍ້າຢາຂ້າເຊື້ອທີ່ຈະນຳໃຊ້ຢ່າງເຂັ້ມງວດ.
2. ຕ້ອງປະສົມນໍ້າຢາຂ້າເຊື້ອໃຫ້ໄດ້ຄວາມເຂັ້ມຂຸ້ນຕາມທີ່ໄດ້ກຳນົດໄວ້ໃນຄຳແນະນຳຂອງນໍ້າຢາຂ້າເຊື້ອ
3. ນຸ່ງເຄື່ອງປ້ອງກັນ ແລະ ນຳໃຊ້ອຸປະກອນພົ່ນຢາຂ້າເຊື້ອທີ່ປອດໄພ
4. ການພົ່ນຢາຂ້າເຊື້ອຕ້ອງພົ່ນແຕ່ເທິ່ງລົງລຸ່ມ ເຊັ່ນ: ຈາກເພດານ, ຝາ ແລະ ລົງມາຫາພື້ນຄອກຕາມລຳດັບ ແລະ ຕ້ອງພົ່ນໃຫ້ຊຸ່ມພໍປະມານ
5. ໃຫ້ເວລານໍ້າຢາຂ້າເຊື້ອທຳງານຕາມເວລາທີ່ຄຳແນະນຳໄດ້ກຳນົດ.
ຫຼັກການພື້ນຖານໃນການນຳໃຊ້ນໍ້າຢາຂ້າເຊື້ອ
1. ທຸກຄັ້ງກ່ອນການຂ້າເຊື້ອຕ້ອງທຳຄວາມສະອາດເສ່ຍກ່ອນ, ບໍ່ໃຫ້ມີຂີ້ຝຸ່ນ, ຂີ້ສັດ ແລະ ສິ່ງເປີເປື້ອນເຫຼືອຢູ່
2. ທຸກຄັ້ງກ່ອນການນຳໃຊ້ຢາຂ້າເຊື້ອແຕ່ລະຊະນິດຕ້ອງອ່ານຄຳແນະນຳໃຫ້ເຂົ້າໃຈລະອຽດເສຍກ່ອນ
3. ຕ້ອງປະສົມນໍ້າຢາຂ້າເຊື້ອໃຫ້ຖືກຕ້ອງຕາມຄວາມເຂັ້ມຂຸ້ນທີ່ໄດ້ກຳນົດໄວ້ໃນຄຳແນະນຳ ຕົວຢ່າງ: ຄຳແນະນຳບອກວ່າ ນຳໃຊ້ຢາຂ້າເຊື້ອໄບໂອກາດ 1/100 ເພື່ອຂ້າເຊື້ອຄອກສັດ ແມ່ນໃຫ້ເອົານໍ້າຢາຂ້າເຊື້ອ 50 ຊີຊີ ປະສົມກັບນໍ້າ 5,000 ຊີຊີ (ຫຼື 5 ລິດ) ແລ້ວພົ່ນໃສ່ພື້ນຄອກໃຫ້ໄດ້ເນື້ອທີ່ 15 m2 (ຫຼື ຕະລາງແມັດ)
4. ໃຫ້ຈື່ໄວ້ສະເໝີວ່າ ການປະສົມນໍ້າຢາຂ້າເຊື້ອຕ້ອງ:
ການເກັບຮັກສານໍ້າຢາຂ້າເຊື້ອ
ຄວນເກັບນໍ້າຢາຂ້າເຊື້ອໄວ້ໃນບ່ອນທີ່ມືດ, ອາກາດປອດໂປ່ງ ແລະ ຫ່າງໄກຈາກເດັກນ້ອຍ
ຄຳເຕືອນ
ກ່ອນທີ່ທ່ານຈະສຳພັດກັບນໍ້າຢາຂ້າເຊື້ອ ທ່ານຕ້ອງໝັ້ນໃຈວ່າ ທ່ານໄດ້ໃສ່ຊຸດປ້ອງກັນ ແລະ ເລືອກນຳໃຊ້ອຸປະກອນທີ່ຖືກຕ້ອງ ທັ້ງນີ້ກໍ່ເພື່ອຄວາມປອດໄພຂອງຕົວທ່ານເອງເພາະວ່າ:
1. ນໍ້າຢ່າຂ້າເຊື້ອແຕ່ລະຊະນິດອາດເປັນອັນຕະລາຍໃນດ້ານໃດດ້ານໜຶ່ງ ຫຼື ຫຼາຍດ້ານ
2. ໂດຍທົ່ວໄປແລ້ວ ອັນຕະລາຍຂອງນໍ້າຢາຂ້າເຊື້ອແມ່ນການກັດມື, ໂດຍສະເພາະໃນກໍລະນີທີ່ນໍ້າຢາຂ້າເຊື້ອມີຄວາມເຂັ້ມຂຸ້ນສູງ.
3. ຄວນໃສ່ຊົບມືທຸກຄັ້ງກ່ອນທີ່ຈະໃຊ້ ຫຼື ຄົນນໍ້າຢາຂ້າເຊື້ອ
4. ໃນເວລາທີ່ນຳໃຊ້ນໍ້າຢາຂ້າເຊື້ອທີ່ມີກີ່ນແຮງຄວນນຳໃຊ້ອຸປະກອນທີ່ຈຳເປັນບາງຊະນິດເຊັ່ນ: ຄວນໃສ່ຜ້າອັດດັງ ແລະ ນ້າກາກໃນເວລາປະສົມນໍ້າຢາ
5. ຕ້ອງລ້າງມື ແລະ ໜ້າດ້ວຍສະບູທຸກໆຄັ້ງພາຍຫຼັງທີ່ສຳເລັດພົ່າຢາຂ້າເຊື້ອ
ແຫຼ່ງຂໍ້ມູນ: ພະແນກສັດຕະວະແພດ, ກົມລ້ຽງສັດ ແລະ ການປະມົງ
https://thaichems.com/ขั้นตอนการล้างคอกสัตว์/
https://siamwaterflame.com/การทำความสะอาด-ภายในฟาร/
ຄູ່ມື ການຜະລິດເມັດພັນເຂົ້າ ທ່າດອກຄຳ 1 ທົນນ້ຳຖ້ວມ
ການນຳໃຊ້ແນວພັນເຂົ້າສະນິດດຽວ ເປັນເວລາຍາວນານຫຼາຍກວ່າ 3 ລະດູ ໂດຍບໍ່ມີ ການຄັດເລືອກແນວພັນຈະເຮັດໃຫ້ແນວພັນມີການເຊື່ອມຄຸນນະພາບ ເຊັ່ນ: ມີການເຈືອປົນລະຫວ່າງແນວພັນ ເຮັດໃຫ້ຕົ້ນເຂົ້າບໍ່ມີຄວາມສະໜໍ່າສະເໜີ, ມີຕົ້ນສູງຕົ້ນຕໍ່າ, ອອກດອກບໍ່ສະໝໍ່າສະເໜີ, ເມັດເຂົ້າມີຫຼາຍສີ, ມີເມັດນ້ອຍເມັດໃຫຍ່ປົນກັນໃນນາໄຮ່ດຽວເຮັດໃຫ້ຜົນຜະລິດຕົກຕໍ່າລົງ, ຄວາມທົນທານຕໍ່ກັບນ້ຳຖ້ວມຫລຸດລົງ, ຄວາມທົນທານຕໍ່ກັບໄພແລ້ງຫລຸດລົງ, ຄວາມທົນທານຕໍ່ກັບພະຍາດ ແລະ ແມງໄມ້ຫລຸດລົງ, ເປີເຊັນເຂົ້າສານສີໄດ້ລຸດລົງ (ໄດ້ເຂົ້າສານໜ້ອຍ), ຄຸນນະພາບໃນການກິນບໍ່ດີ (ເຂົ້າແຂງ), ຂາຍໄດ້ລາຄາຕໍ່າ.
I. ການຜະລິດເມັດພັນບໍລິສຸດ
ການເກັບຮວງ: ໃຫ້ເກັບເອົາຮວງແມ່ ໂດຍເລືອກເອົາຮວງຈາກຕົ້ນທີ່ມີໃບວີສູງທີ່ສຸດພາຍໃນສຸມ, ເກັບເອົາ 1 ຮວງຕໍ່ 1 ສຸມ ຈາກນັ້ນໃຫ້ແກະກາບໃບວີອອກ, ໃນ 100 ຮວງໃດໃຫ້ເຮັດເປັນ 1 ມັດ ແລ້ວຕາກແດດ 7-10 ແດດແລ້ວເກັບຮັກສາໄວ້ເພື່ອລໍຖ້າຕົກກ້າ, ໃຫ້ເກັບປະມານ 500 ຮວງເປັນຢ່າງຕໍ່າ.
ການຕົກກ້າ: ການຕົກກ້າແມ່ນໃຫ້ຕົກເປັນຮວງ, ໃຫ້ແຊ່ນ້ຳ 24 ຊມ ແລ້ວບົ່ມ 24-36 ຊມ ເມື່ອສັງເກດເຫັນເມັດເຂົ້າແຕກຕຸ່ມແລ້ວຈຶ່ງເອົາໄປຕົກກ້າ.
ການປັກດຳ: ໃຫ້ປັກດຳ 1 ກີບກ້າຕໍ່ສຸ່ມ, ປັກດຳ 20×20 ຊມ. ໃນ 1 ຮວງໃດໃຫ້ດຳ 1 ແຖວ, ຂະໜາດແຖວ 3 ແມັດ, ກ້າທີ່ເຫຼືອແຖວໃຫ້ຖີ້ມ, ສຳລັບລະດູຝົນສາມາດປັກດຳໄດ້ ເມື່ອກ້າມີອາຍຸໄດ້ 20-25 ມື້ ແລະ ລະດູແລ້ງ ປັກດຳໄດ້ເມື່ອກ້າອາຍຸໄດ້ 25-30 ມື້.
ການໃສ່ຝຸ່ນ: ນາດິນຊາຍ ໃຫ້ໃສ່ຝຸ່ນ ສູດ 15-15-15 ໃນອັດຕາ 200 ກລ/ຮຕ, ນາດິນໜຽວໃຫ້ໃສ່ຝຸນສູດ 16-20-00 ໃນອັດຕາ 150 ກລ/ຮຕ ຫຼັງຈາກປັກດຳໄດ້ 7-10 ມື້, ແລະ ໃຫ້ໃສ່ຝຸ່ນເລັ່ງ ສູດ 46% ຫຼັງຈາກປັກດຳໄດ້ 20 ແລະ 40 ມື້ ໃນອັດຕາ 60 ກລ/ຮຕ ຕໍ່ຄັ້ງ. ໃສ່ຝຸ່ນຄອກໃນອັດຕາ 5-10 ໂຕນ/ຮຕ ຈະດີທີ່ສຸດ.
ການຕັດເຂົ້າປົນ: ຖ້າສັງເກດເຫັນວ່າຕົ້ນເຂົ້າທີ່ປູກໃນ 1 ແຖວອອກດອກ ບໍ່ໝົດພາຍໃນ 7 ມື້ ໃຫ້ຕັດຖີ້ມໝົດແຖວ ເລືອກເອົາແຕ່ແຖວ ທີ່ອອກດອກ ສະເໜີກັນ ໄວ້ເປັນ ແນວພັນ.
ການເກັບກ່ຽວ: ເວລາເກັບກ່ຽວທີ່ເໝາະສົມແມ່ນ 30 ມື້ ຫຼັງຈາກເຂົ້າ ອອກດອກໄດ້ 50%, ໃຫ້ກ່ຽວ ເອົາແຕ່ແຖວ ທີ່ສຸກແກ່ ສະເໜີກັນ
II. ການຜະລິດເມັດພັນລຸ້ນ 1
ການຕົກກ້າ: ເອົາເມັດພັນບໍລິສຸດ ມາຕົກກ້າໃນອັດຕາ 0,5-1 ກລ/10 ຕາແມັດ ເພື່ອໃຫ້ໄດ້ກ້າກີບໃຫຍ່. ຫຼັງຈາກ ຫວ່ານກ້າໄດ້ 7-10 ມື້ ໃຫ້ໃສ່ຝຸ່ນເລັ່ງໃນອັດຕາ 1 ກລ/100 ຕາແມັດ, ບໍ່ໃຫ້ໃສ່ຝຸ່ນຊ້າ ເພາະຈະເຮັດ ໃຫ້ກ້າບໍ່ແຂງແຮງ.
ການປັກດຳ: ປັກດຳ 1 ກີບກ້າ/ສຸ່ມ, ໄລຍະຫ່າງລະຫວ່າງຕົ້ນ ແລະລະຫວ່າງແຖວ 20 x 20 ຊມ, ຈະນຳໃຊ້ເມັດພັນ 3-5 ກລ ຕໍ່ 1 ໄລ່ ຫຼື 20-30 ກລ ຕໍ່ 1 ຮຕ.
ການຕັດເຂົ້າປົນ: ເມື່ອສັງເກດເຫັນເຂົ້າປົນ ເກີດຂື້ນໃນແປງຜະລິດເມັດພັນ ໃຫ້ຕັດ ຖີ້ມເປັນສຸມ, ການຕັດເຂົ້າປົນ ແມ່ນໃຫ້ປະຕິບັດ ໃນຊ່ວງເຂົ້າ ອອກດອກ ແລະ ກ່ອນເກັບກ່ຽວ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(11).pdf
ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ, ຕັ້ງຢູ່ເສັ້ນທາງທ່າ ດິນແດງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຕູ້ປນ 811. ໂທລະສັບ: 030-5260232
ຂໍ້ແນະນຳ ການປ້ອງກັນ ແລະ ກຳຈັດແມງແຄງຍາວໃນນາເຂົ້າ
ແມງແຄງຍາວເປັນແມງໄມ້ສັດຕູພືດຊະນິດໜຶ່ງທີ່ທຳລາຍຕົ້ນເຂົ້າ. ເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຕົກຕ່ຳແມງແຄງຍາວມັກຢູ່ໃນສະພາບດິນຟ້າອາກາດຢູ່ເຂດເຄິ່ງຮ້ອນ ແລະ ເຂດຮ້ອນຢູາໃນສປປລາວເຮົາແມງແຄງຍາວເຫັນວ່າເປັນແມງໄມ້ສັດຕູພືດຕົວສຳຄັນ ແລະ ອັນຕະລາຍທີ່ທຳລາຍເຂົ້າທັງລະດູແລ້ງ ແລະ ລະດູຝົນ
I. ຮູບຮ່າງລັກສະນະ
ໂຕແກ່ ລຳໂຕຍາວ, ຮຽວ, ຂາຍາວ, ສີຂຽວອ່ອນສີນໍ້າຕານ. ໂຕທີ່ໃຫຍ່ຍາວປະມານ 14 ຫາ17 ມີລີແມັດ .
ໂຕອ່ອນມີສີຂຽວເຫຼືອງ, ບໍ່ມີປີກ ແລະ ສັ້ນກວ່າ. ໂຕແກ່ໄຂ່ ລັກສະນະການວາງໄຂ່ຂອງແມງແຄງຈະວາງລຽນກັນເປັນສອງແຖວດ້ວຍປະລິມານ 200 ຫາ 300 ໜ່ວຍ .ໄຂ່ເປັນສີແດງເຫຼືອມ .
II. ເງື່ອນໄຂທີ່ເໝາະສົມໃນການຈະເລີນເຕີບໂຕ
ອຸນນະພູມທີ່ເໝາະສົມ ແລະ ຈະເລີນເຕີບໂຕຂອງແມງແຄງ 27 ຫາ 28 ອົງສາ, ແລະ ຄວາມຊຸ່ມຊື່ນປະມານ 80 ຫາ 85% RM . ທ້ອງຟ້າມີເມກປົກຄຸມ ແລະ ຝົນຝອຍ ເຮັດໃຫ້ແມງແຄງຂະຫຍາຍເພີ່ມຂື້ນ. ພື້ນທີ່ປູກເຂົ້າໄກ້ປ່າ ແລະ ມີຫຍ້າເຂົ້າຮົກແມ່ນມີແມງແຄງຫຼາຍ ເພາະເປັນບ່ອນລີ້ຊ້ອນ ແລະວາງໄຂ່ຂະຫຍາຍພັນໄດ້ໄວ .
III. ການທຳລາຍ
ແມງແຄງມີງວງດູດກີນອາຫານ. ແມງແຄງໂຕອ່ອນພາຍຫຼັງເບາະອອກມາໃໝ່ໆ ຈະດູດກີນນໍ້າໃນກາບຕົ້ນເຂົ້າໂຕເປັນບ່າວສາວ ແລະ ໂຕແກ່ຈະດູດກີນທາດອານຢູ່ໃນເມັດເຂົ້າ ໂດຍສະເພາະແມ່ນຢູ່ໃນໄລຍະເຂົ້າເປັນນໍ້ານົມຈົນເຖີງໄລຍະເລີ້ມສຸກ
2.1 ລັກສະນະຂອງການທຳລາຍ
• ເຮັດໃຫ້ເມັດເຂົ້າເປັນຈຸດສີນໍ້າຕານ
• ເມັດເຂົ້າຖືກທຳລາຍເປັນຮອຍຊ້ຳ ແລະ ສີດຳ ຫຼື ເຮັດໃຫ້ເມັດເຂົ້າຫັກເມ່ືອເອົາໄປຕຳ ຫຼື ສີ, ມີກິ່ນຂີວ ແລະ ເຮັດ
ໃຫ້ເມັດເຂົ້າລີບ .
2.2 ໄລຍະເວລາການທຳລາຍ
ແມງແຄງຈະມັກທຳລາຍເມັດເຂົ້າເປັນນໍ້ານົມຫາເມັດເຂົ້າສຸກ ແລະ ຈະຢູ່ໄລຍະຕອນເຊົ້າເວລາປະມານ 8 ຫາ10 ໂມງ.
ວົງຈອນຊີວິດ ປະມານ 23 ຫາ34 ວັນຮອບວຽນໃນການຂະຫຍາຍຕົວຂອງແມງແຄງຍາວ .
IV ວິທີປ້ອງກັນ
3.1 ວິທີກຳຈັດ
ທຳລາຍແຫຼ່ງທີ່ຢູ່ອາໃສຂອງແມງແຄງເຊັ່ນ :ອະນາໄມຖາງຫຍ້າຄັນນາໃຫ້ແປນ ແລະ ບໍລິເວນໄກ້ຄຽງ, ອ້ອມແຄມຄັນນາ
• ຄວນນຳໃຊ້ແນວພັນເຂົ້າຊະນິດດຽວກັນ, ຕົກກ້າ ແລະ ດຳພ້ອມກັນ. ເປັນແນວພັນທີ່ແຂງແຮງ.ນຳໃຊ້ເຕັກນິກກະເສດສຸມ. ໃສ່ອັດຕາຝຸ່ນໃຫ້ຖືກຕ້ອງ ແລະ ປະຕິບັດຕາມວິຊາການຄວບຸມຫຍ້າເພື່ອໃຫ້ຕົ້ນເຂົ້າແຂງແຮງຮັບການສະໜອງຝຸ່ນໄດ້ດີ ແລະ ເຮັດໃຫ້ຕົ້ນເຂົ້າອອກຮວງພ້ອມກັນ.
• ແນະນຳຕົກກ້າກ່ອນໝູ່ ແລະ ປັກດຳກ່ອນໝູ່ເປັນແປງນ້ອຍປະມານ 3X5 ແມັດ ໃນບໍລິເວນນາຕົວຢ່າງ ມີປະມານ 5 ຫາ10 ຮຕ ແນະນຳໃຫ້ມີແປງນ້ອຍທີ່ດຳກ່ອນ 2 ຫາ3 ຈຸດໃນບໍລິເວນແຄມປ່າ ຫຼື ແຄມນາທີ່ດຳນຳຫຼັງເພື່ອລໍໃຫ້ແມງແຄງມາຕມເຂົ້າທີ່ອອກດອກກ່ອນແລ້ວທ່ານກໍ່ຈະງ່າຍ ໃນການປາບປາມແມງຈະໃຊ້ຢາສີດຖືກໂຕຕາຍຫຼື ໃຊ້ສະຫວີງແກ່ງເອົາກໍ່ໄດ້ເພາະວ່າບໍລິເວນແຄບໃຊ້ວິທີການນີ້ຈະຫຼຸດຜ່ອນປະຊາກອນແມງແຄງຫຼາຍທີ່ສຸດ .
3.2 ວິທີການເຕັກນິກຕ່າງໆ
• ຖ້າຫາກພົບເຫັນແມງແຄງຕາມທົ່ງນາບໍ່ຈຳເປັນຈະຕ້ອງລໍຖ້າໃຫ້ເຂົ້າອອກຮວງຈຶ່ງຈະຈຳກັດ. ຄວນເລີ້ມກຳຈັດແຕ່ຫົວທີຄວນນຳໃຊ້ສະຫວີງແກ່ງໃນທຸກໆຕອນເຊົ້າຈະເຮັດໃຫ້ປະຊະກອນຂອງແມງແຄງຫຼຸດລົງ, ໃຊ້ວິທີການນີ້ແມ່ນມີປະສິດຖິຜົນສຸງ. ແລ້ວຍັງຮັກສາສະພາບແວດລ້ອມດ້ຍອີກ.
• ຖ້າພົບເຫັນໃນຊ່ວງໄລຍະເຂົ້າອອກຮວງແລ້ວຍັງນຳໃຊ້ເຫຍື່ອລໍ້ເພື່ອໃຫ້ແມງແຄງໄດ້ຮັບກິ່ນ ແລ້ວມາຕອມກະປູເນົ່າກົບເນົ່າ. ຫອຍເນົ່າ ຫຼື ສັດຕາຍມີກິ່ນມາສຽບໃສ່ຫຼັກໄມ້ສຸງກວ່າຕົ້ນເຂົ້າເລັກນ້ອຍແລ້ວໄປປັກຕາມຄັນນາດ້ວຍໄລຍ
ະຫ່າງກັນປະມານ 10 ຫາ 15 ບາດກ້າວຍ່າງ. ແຕ່ລະມື້ຈະຕ້ອງລົງໄປຕິດຕາມ ແລະ ກວດກາເບ່ິງ. ຖ້າພົບເຫັນແມງ
ແຄງມາຕອມຕາມຫຼັກທີ່ປັກໄວ້ ແນະນຳໃຫ້ໃຊ້ສະຫວີງມາງວມເອົາແລ້ວທຳລາຍຖີ້ມ. ຖ້າບຳທຳລາຍຖີ້ມມັນຈະຂະ
ຫຍາຍຕົວໄວເພາະມັນໄດ້ກີນອາຫານອີ່ມ .
3.3 ການປ້ອງກັນທີ່ໃຊ້ສານເຄມີ
ໃນເມື່ອຫາກພົບເຫັນໃນຊ່ວງເຂົ້າຖອກຮວງເປັນນໍ້ານົມປະມານ 4 ຫາ 5ໂຕ/ມ2 ແນະນຳໃຫ້ໃຊ້ຢາຟາສະແທກໃນອັດຕາ 1 ບ່ວງແກງ/ນໍ້າ 20 ລິດ ສິດໃນເວລາ 6 ຫາ 8ໂມງເຊົ້າແລະຕອນແລງ ຫຼື ນຳໃຊ້ຢາວີດີໄອ 60 % ມາສີດດ້ວຍອັດຕາ 3 ຫາ 4 ບ່ວງແກງ/ ນໍ້າ 20 ລິດ ຫຼື ຈະໃຊ້ເຊວິນ 85% ໃນອັດຕາ 2 ກິໂລກຣາມ/ ຮຕ .
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/bSGwtyhP91Y8F0hL.pdf
https://www.phakhaolao.la/stories/ວິທີປ້ອງກັນ-ແລະ-ກຳຈັດແມງແຄງຍາວ-rice-bug
https://entnemdept.ufl.edu/creatures/field/Leptocorisa_acuta.htm
https://kas.siamkubota.co.th/wp-content/uploads/2022/09/แมลงสิง.pdf
ແນະນໍາ ແລະ ການນໍາໃຊ້ແນວພັນເຂົ້າຊະນະຄາມ 1 (Sanakam 1 )
ແນວພັນ ຊະນະຄາມ 1 ຫື ສາຍພັນ RGD13300-189-1-5-M2-B 8- 22-ND-B-B-B-B ແມ່ນສູນຄົ້ນຄວ້າເຂົ້າ ໄດ້ປະສົມລະຫວ່າງແນວພັນ TDK8 ກັບສາຍພັນ RGD10033-77-MAS-22 (ເປັນສາຍພັນທີ່ໄດ້ໃຊ້ Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນ ແບບສືບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລືອກ ແບບ Molecular Assistant Selection (ຊ່ວຍກວດຫາ Gene ທີມີຄວາມຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ຮອດຊົ່ວທີ່ 5 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາບ້ານ.ນາເດື່ອ ເມືອງຊະນະຄາມ ແຂວງວຽງຈັນ ຄັດເລືອກຕໍ່ໃນຊົ່ວທີ່ 6 (ປີ 2020) ໂດຍ ທ່ານໄຍ ປູກຄັດເລືອກຊົ່ວ 7 ຮອດຊົ່ວທີ່ 9 ກາຍເປັນສາຍພັນຄົງຕົວ, ແລະ ປັບຕົວໄດ້ດູໃນເຂດນີ້ແລ້ວທົດສອບການກິນ,ດົມຄວາມຫອມ, ຫລັງຈາກນັ້ນໄດ້ຂະຫຍາຍເມັດພັນເອົາໄປທົດສອບໃນຫລາຍ ໂຮງຮຽນຊາວນາ ແລະ ຊາວກະສິກອນກໍ່ໄດ້ຄັດເລືອກເອົາໄປປູກຕໍ່ໃນນບ້ານໄກ້ຄຽງໄດ້ແກ່ ບ້ານຫ້ວຍຕາວ, ບ້ານໂພນສະຫວ່າງ ແລະ ໂນນສະຫວັນ
1. ລັກສະນະເດັ່ນຂອງແນວພັນຊະນະຄາມ 1
– ທົນພະຍາດໃຫ້ມ
– ທົນນໍ້າຖ້ວມຫນ່ອຍຫຶ່ນງ
– ທົນດ້ວງກ
– ຜົນຜະລິດດີ 4,5-5 ໂຕນ/ ເຮັກຕາ
– ກິນອອ່ນ, ຫອມໜ້ອຍໜຶ່ງ
ຕາຕະລາງປຽບທຽບລັກຊະນະຊະນະຄາມ 1 ກັບພໍ່ແມ່ພັນ
ແນວພັນເຂົ້າ | ຊະນະຄາມ 2 | TDK8 | ສາຍພັນ RGD10033-77- MAS-22 |
ປະເພດເຂົ້າ | ເຂົ້າໜຽວ | ເຂົ້າໜຽວ | ເຂົ້າໜຽວ |
ສີເມັດ | ເຫຼືອງ | ນໍ້າຕານ | |
ອາຍຸ (ວັນ) | 134 | 136 | |
ລະດູປູກ | ແລ້ງ ແລະ ຝົນ | ແລ້ງ ແລະ ຝົນ | |
ລວງສູງ (ຊມ) | 115 | 110 | |
ເປີເຊັນການສີ (%) | 60 | 59 | |
ຜົນຜະລິດ (ໂຕນ/ ເຮັກຕາ | 4,3-4,5 | 4,5-5 | |
ຈຸດເດັ່ນຂອງແນວພັນ | ກິນອ່ອນ, ດວງກໍ ແລະ ທົນນໍ້າຖ້ວມປານກາງ | ບໍ່ທົນນໍ້າຖ້ວມ, ອອ່ນ ແອຕໍ່ພະຍາດໃຫ້ມ | ກວດສອບດ້ວຍ DNA ມີຢີນ ເຂົ້າຫອມ, ທົນພະຍາດໃຫ້ມ , ແລະ ທົນ ນໍ້າຖ້ວມ |
2. ແນະ ນໍາການປູກ
ແນວພັນ ຊະນະຄາມ 1 ສາມາດປູກໄດ້ 2 ລະດູຄື: ນາແຊງ ແລະ ນາປີ.
3. ວີທີການປູກ:
– ນາດໍາແມ່ນແນະນໍາຕົກກ້າຊ່ວງເດືອນ ມິຖຸນາ (ນາປີ) ແລະ ທ້າຍເດືອນທັນວາ ຫາຕົ້ນເດືອນມັງກອນ (ນາແຊງ), ຕົ້ນກ້າໄດ້ 20-25 ວັນ ສາມາດນາໄປປັກດໍາໄດ້
– ສາມາດດໍາໃນອັດຕາ 2-3 ກີບກ້າຕໍ່ສຸ່ມ
3.1 ການໃສ່ຝຸ່ນ:
ນາດິນຊາຍ ໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນ ອັດຕາ200 ກລ/ຮຕ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນ ອັດຕາ 200 ກລ/ຮຕ, ຫຼັງຈາກປັກດໍາໄດ້ 5-7 ມື້ ແລະ ໃຫ້ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46 0 0 ຫຼັງຈາກປັກດໍາໄດ້ 25 ມື້ ແລະ 45 ມື້ ໃນອັດຕາ 30 ກລ/ຮຕ/ຄັ້ງ.
4. ການເກັບກ່ຽວ
ເໝາະສົມໃນການນໍາໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ວັນອອກດອກໄດ້ 50%, ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດຈຶ່ງເກັບກູ້ ແລະ ຟາດຕີ
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/MJHWX1NGhOt0pByB.pdf
ຕິດຕໍ່ປະສານແນວພັນ ທ່ານ ດວງປີ ຈັນທະກັນສອນ ກະສິກາ ແລະ ປ່າໄມ້ ເມືອງ ຊະນະຄາມ ແຂວງວຽງຈັນ
ໂທ: 02055732280
ເຕັກນິການລ້ຽງ ແລະ ການຂະຫຍາຍພັນປາເໝັ້ນ
ປາເໝັ້ນເປັນປານໍ້າຈືດຊະນິດໜຶ່ງ Osphronemus exodn ມີແຫຼ່ງກຳເນີດ, ,ແຜ່ຂະຫຍາຍພັນໃນພາກພື້ນອາຊີອາຄະເນ ແລະ ເປັນປາພື້ນເມືອງຂອງລາວເຊິ່ງພົບເຫັນຫຼາຍໃນອ່າງນໍ້າງື່ມ, ແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງໃນ ສປປ ລາວ. ປາເໝັ້ນຂະນາດໃຫ່ຍສຸດ ເຊີ່ງມີນໍ້າໜັກ 6-7 ກີໂລກຼາມ ມີຄວາມຍາວ 65 ຊັງຕີແມັດ ຢູ່ໃນຕະກຸນດຽວກັນກັບປາສະລິດແຕ່ມີຂະໜາດໃຫ່ຍກວ່າມີຊີ້ນແໜ້ນ, ນຸ້ມ ແລະ ມີລົດຊາດແຊບດີ ເຊີ່ງໄດ້ຮັບຄວາມນິຍົມຈາກປະຊາຊົນຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ສາມາດປຸ່ງແຕ່ງອາຫານໄດ້ຫຼາຍຊະນິດ, ປາເໝັ້ນ ເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວມີຄວາມທົນທານກັບສະພາບແວດລ້ອມ ແລະ ພະຍາດເປັນຢ່າງດີ, ສາມາດລ້ຽງທັງໃນໜອງ ແລະ ກະຊັງ ມີການຈະເລີນເຕີບໂຕພໍສົມຄວນສາມາດແຜ່ຂະຫຍາຍພັນໄດ້ໂດຍລ້ຽງເພື່ອຂາຍ, ເປັນປາຊີ້ນ ຫຼື ປາສວຍງາມ ສາມາດເປັນປາພໍ່ແມ່ພັນເມື່ອມີອາຍຸໄດ້ 3 ປີ ຈະມີນໍ້າໜັກປະມານ 3-3,5 ກິໂລກຼາມ ຄວາມດົກຂອງໄຂ່ມີ 3,000-4,000 ໜ່ວຍຕໍ່ປາແມ່ 1 ໂຕ.
1. ການລ້ຽງທອມພໍ່-ແມ່ພັນ
ການກະກຽມໜອງປາພໍ່-ແມ່ພັນ ກໍ່ປະຕິບັດເຊັ່ນດຽວກັບປາຊະນິດອື່ນໆໃຫ້ອາຫານທີ່ມີທາດໂປຼຕີປະມານ 16-18% ແຕ່ໃນໄລຍະ 3 ເດືອນກ່ອນການປະສົມພັນທຽມຕ້ອງໃຫ້ອາຫານທີ່ມີໂປຣຕີນສູງກວ່າ 30% ຂື້ນໄປ, ຄວນປ່ຽນນໍ້າໃນໜອງປາພໍ່-ແມ່ພັນເລື້ອຍໆ ໃຫ້ອາຫານເສີມປະເພດຜັກບົ້ງ ແລະ ຫຍ້າຕ່າງໆທີ່ຫາໄດ້ໃນທ້ອງຖິ່ນ.
2. ການປ່ອຍປາປະສົມແບບທຳມະຊາດ
ໜອງປະສົມພັນປາເໝັ້ນຄວນມີຂະໜາດ 600-1,600 ຕາແມັດ, ການກຽມໜອງແມ່ນແບບດຽວກັນກັບການລ້ຽງທອມປາຊະນິດອື່ນໆ ຈາກນັ້ນມາປ່ອຍປະສົມພັນໃນອັດຕາສ່ວນ ປາແມ່ 100 ໂຕຕໍ່ປາຜູ້ 100 ໂຕ/ໄລ່ ໃນບໍລິເວນໜ້ານໍ້າຄວນສ້າງບ່ອນຮົ່ມ ຂະໜາດ 10 ຕາແມັດ ເພື່ອປ້ອງກັນແສງແດດໃນເວລາແດດຮ້ອນ.
3. ການສ້າງຮັງໄຂ່
ຮັງໄຂ່ສຳລັບໃຫ້ປາເໝັ້ນ ແມ່ນເຮັດດ້ວຍໄມ້ໄຜ່ ແລະ ໃຍກາບພ້າວແຫ້ງທີ່ເປັບຮູບໂຕວາຍ, ມີຂະໜາດເສັ້ນຜ່າກາງປະມານ 30 ຊັງຕີແມັດເອົາໄປປະໄວ້ແຄມໜອງໂດຍປິ່ນປາກລົງໜອງໃຫ້ຈົມ ແລະ ງາຽງປະມານ 40 ອົງສາ ແລ້ວປັກຫຼັກໄວ້ຕາມແຄມໜອງໃນໄລຍະຫ່າງກັນປະມານ 2 ແມັດ. ຕາມທຳມະຊາດແລ້ວປາສາມາດວາງໄຂ່ໃນໜອງໂດຍປາໂຕຜູ້ຊ່ວຍໃນການສ້າງຮັງໄຂ່ທີ່ມີລັກສະນະຮູບວົງກົມ ແລະ ມີຮູທາງກາງປະມານ 10 ຊັງຕີແມັດ ເມື່ອສ້າງຮັງສຳເລັດພາຍໃນ 7 ວັນປາຈະວາງໄຂ່ໂດຍສັງເກດເຫັນຄາບນໍ້າມັນທີ່ອອກຈາກເປືອກໄຂ່ລອຍຢູ່ບໍລິເວນດັ່ງກ່າວ ປາຜູ້ຈະເຝົ່າບໍລິເວນບ່ອນວາງໄຂ່ໃນແຕ່ລະວັນຈະສັງເກດເຫັນວ່າມີນໍ້າມັນລອຍຢູ່ບໍລິເວນເໜືອໜ້ານໍ້າບ່ອນຮັງໄຂ່ເວລາກວດກາເບິ່ງ ຖ້າວ່າມີໃຍກາບພ້າວອັດຮັງໄຂ່ສະແດງວ່າປາໄດ້ໄຂ່ໃສ່ຮັງແລ້ວ
4. ການຟັກໄຂ່
ເມືອສັງເກດເຫັນວ່າປາວາງໄຂ່ແລ້ວ ກໍ່ທຳການເກັບໄຂ່ຈາກຮັງຂື້ນມາຟັກ, ການເກັບໄຂ່ຄວນເກັບໃນຕອນເຊົ້າ 6-7 ໂມງ ຫຼື ຕອນແລງ 5-6 ໂມງ ໄຂ່ຂອງປາເໜັ້ນເປັນໄຂ່ຟູມີນໍ້າມັນຫຼາຍມີຂະໜາດເສັ້ນຜ່ານສູນກາງ 2-3 ມິລີແມັດ ຄວນພະຍາຍາມ ລ້າງນໍ້າມັນອອກເສຍກ່ອນ ດັ່ງນັ້ນ ຈະເຮັດໃຫ້ການຟັກໄຂ່ບໍ່ໄດ້ດີ, ຈາກນັ້ນຈິ່ງນຳໄຂ່ປາມາຟັກໃສ່ຊາມມີຂະນາດເສັ້ນຜ່າກາງ 60 ຊັງຕີແມັດ, ຟັກໄຂ່ໄດ້ປະມານ 1,000-2,000 ໜ່ວຍ. ຊາມຟັກໄຂ່ກໍ່ຄວນຕິດຕັ້ງປໍ້າລົມໃສ່ເພື່ອເພີ່ມອົກຊີແຊໃນນໍ້າ, ອຸນຫະພູມນໍ້າໃນເວລາຟັກໄຂ່ສະເລ່ຍ 25-31 ອົງສາ PH ຂອງນໍ້າ 7-8 ແລະ ອົກຊີແຊນ 5-6 ມິລີກະກຼາມ/ລິດ ໄຂ່ປາຈະເບາະອອກເປັນໂຕພາບໃນ 7 ວັນ.
5. ການອະນຸບານ
ການກຽມໜອງອະນຸບານ: ໜອງອະນຸບານມີຂະໜາດ 800 ຕາແມັດແມ່ນມີການກະກຽມດັ່ງນີ້: ຕາກໜອງໃຫ້ແຫ້ງ 3-5 ວັນ ໃສ່ປູນຂາວ 10-15 ກີໂລກະກຼາມຕໍ່ຕາແມັດ ໃສ່ຝຸ່ນຄອກ 20-30 ກິໂລກະກຼາມຕໍ່100 ຕາແມັດ ໃສ່ປຸ໋ຍຢູເຮຍ 2 ກິໂລ/ 100 ຕາແມັດ, ຈາກນັ້ນ ຈຶ່ງປ່ອຍນໍ້າເຂົ້າໃນລະດັບ 1 ແມັດປະໄວ້ 3 ມື້ ແລ້ວນຳລູກປາເໜັ້ນມາປ່ອຍລົງລ້ຽງໃນອັດຕາຄວາມໜາແໜ້ນ 500 ໂຕ/ຕາແມັດ
6. ອາຫານ ແລະການໃຫ້ອາຫານ
ອາຫານທີ່ໃຊ້ເກືອປາເໜັ້ນນ້ອຍໄດ້ແກ່ປາປົ່ນ+ຮໍາອ່ອນ 1/1 ເກືອ 30 ກະລາມ/ປານ້ອຍ 1,000 ໂຕ/ວັນ ນອກຈາກໃຫ້ອາຫານແລ້ວໃນໄລຍະ 1-2 ອາທິດທຳອິດແມ່ນເກືອໄຮ່ແດງ ແລະ ຂີ້ກະເດືອນແດງ ຈາກນັ້ນຍັງໃຫ້ອາຫານເສີມຈຳພວກພືດຜັກ, ຫຍ້າຕ່າງໆໃຫ້ກິນທຸກໆວັນຕະຫຼອດເວລາການອະນຸບານຄວນກວດກາການກິນອາຫານຂອງລູກປາ, ຄຸນນະພາບນໍ້າ, ອຸນຫະພູມສະເລ່ຍ 29-33 ອົງສາເຊ , PH 6,8-8, ອົກຊີແຊນສະເລ່ຍ 5-7 ມິນລີກະກຼາມ/ລິດ. ອະນຸບານລູກປາ 45 ວັນ ລູກປາຈະມີຂະໜາດ 2-3 ຊັງຕີແມັດ ແລະ ອັດຕາການລອດຕາຍ 60-70% ຂອງຈຳນວນລູກປາທັງໝົດ.
7. ການລ້ຽງເປັນປາລຸ້ນ ຫຼື ປາຮາມ
ໜອງທີ່ເໝາະສົມໃນການຮາມ ຫຼື ລ້ຽງເປັນປາລຸ້ນຄວນມີເນື້ອທີ່ 1-2 ໄລ່ ຄວາມເລີກຂອງນໍ້າໃນລະດັບ 1-1,50 ແມັດ, ກ່ອນນຳລູກປາມາປ່ອຍຄວນປ່ອຍນໍ້າອອກຈາກໜອງໃຫ້ແຫ້ງປະມານ 5-6 ວັນ ອານາໄມໜອງໃຫ້ດີໃສ່ປູນຂາວ 20-30 ກິໂລກຼາມ/ໄລ່ ໃສ່ຝຸ່ນຄອກ (ຂີ້ງົວ, ຂີ້ຄວາຍ ຫຼື ຂີ້ໝູ) ປະມານ 20-30 ກິໂລກຼາມ/100 ຕາແມັດ ເອົານໍ້າປະໄວ້ 3-5 ວັນ ແລ້ວນຳລູກປາມາປ່ອຍ.
ອັດຕາການປ່ອຍລູກປາ: ປາເໜັ້ນ 12-15 ໂຕ/ຕາແມັດ, ໃຫ້ອາຫານປະເພດອາຫານປາດຸກ ແລະ ເສີມ
ຈຳພວກຮໍາ, ຂີ້ເຕົ້າຮູ້, ຖົ່ວຕ່າງໆ, ແໜຫາງເຫີນ, ຜັກພືດນໍ້າ ແລະ ຫຍ້າ. ໃນໄລຍະລ້ຽງຕ້ອງໃສ່ຝຸ່ນຄອກທຸກໆ 2 ອາທິດ ໃສ່ເທື່ອໜຶ່ງໃນອັດຕາເຄິ່ງໜຶ່ງຂອງການໃສ່ເທື່ອທຳອິດ. ເມື່ອລ້ຽງໄດ້ 2-3 ເດືອນລູກປາຈະມີຂະໜາດຍາວ 10-15 ຊັງຕີແມັດ ຈາກນັ້ນຈຶ່ງນຳໄປລ້ຽງເປັນປາຊີ້ນ, ປາໃຫ່ຍ ຫຼື ປາຕະຫຼາດທີ່ຕ້ອງການ
ສິ່ງທີ່ຄວນເອົາໃຈໃສ່
– ໄຮແດງ, ຂີ້ກະເດືອນເປັນອາຫານທີ່ຈຳເປັນໃນເວລາອະນຸບານ.
– ນຳໃຊ້ອາຫານທີ່ມີຢູ່ໃນທ້ອງຖິ່ນໃຫ້ຫຼາຍຂື້ນເພື່ອຫຼຸດຜ່ອນອາຫານສຳເລັດຮູບທີ່ມີລາຄາແພງຈະເປັນການປະຍັດຕົ້ນທືນອາຫານທີ່ມີທາດໂປໂຮເຕອິນສູງຈະຊ່ວຍໃຫ້ປາໃຫ່ຍໄວກວ່າລ້ຽງດ້ວຍແຕ່ພືດຢ່າງດຽວ
– ພັນທີ່ນຳມາລ້ຽງຄວນເປັນແນວພັນທີ່ມີຄຸນນະພາບດີ
– ຮັກສາລະດັບຂອງນໍ້າໃນໜອງໃຫ້ພຽງພໍ
– ຖ້າມີບັນຫາໃນການລ້ຽງຄວນປືກສາວິຊາການ ຫຼື ປືກສາວິຊາການກະສິກຳທີ່ກ່ຽວຂ້ອງ
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/ptctZ1JbBP9Hc0iA.pdf
https://www.rakbankerd.com/agriculture/print.php?id=2865&s=tblanimal
https://www.facebook.com/384313785106079/posts/583537405183715/