ເຕັກນິກການປູກສາລີປະສົມປະສານຖົ່ວດຳ ແລະ ໝາກມ່ວງໃນເຂດພື້ນຕໍ່າ

ສາລີ, ຖົ່ວດຳ ແລະ ໝາກມ່ວງ ແລະ ໝາກມ່ວງເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງຂອງປະເທດລາວ ແລະ ນອນຢູ່ໃນຍຸດທະສາດຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການສົ່ງເສີມຜະລິດປ້ອນໂຮງງານອຸດສະຫະກຳແປຮູບຂາຍສົ່ງພາຍໃນ ແລະ ພາຍນອກ. ເປັນພືດທີ່ຈະເລີນເຕີບໂຕໄດ້ດີໃນເກືອທຸກສະພາບ ນິຍົມປູກກັນຫຼາຍໃນທຸກພາກໃນລະດູຝົນ. ສ່ວນລະດູແລ້ງປູກຢູ່ພາກເໜືອ ແລະ ນິຍົມປູກຫຼາຍກວ່າພາກອື່ນໆ ແມ່ນປູກຢູ່ພາກກາງ(ເປັນພື້ນທີ່ທົ່ງພຽງ) ແລະ ທີ່ມີລະບົບນໍ້າຊົນລະປະທານ. ເຕັກນິກການປູກສາລີປະສົມກັບຖົ່ວກໍ່ເປັນວິທີການໜຶ່ງທີ່ສາມາດເພີ່ມລາຍໄດ້ໃຫ້ແກ່ຊາວກະສິກອນໄດ້ ເນື່ອງຈາກການນຳໃຊ້ພື້ນທີ່ໃຫ້ເກີດປະໂຫຍດຫຼາຍທີ່ສຸດ.

1. ການກຽມພື້ນທີ່
ລະດູຝົນຕົກ 1 -2 ຄັ້ງແລ້ວຄວນໄຖດິນ 1- 2 ຄັ້ງ ແລະ ຄາດປັບໜ້າດິນໃຫ້ຮາບພຽງດີ. ສະເພາະໃນພື້ນທີ່ເຂດນໍ້າຖ້ວມ ຄວນຍົກເປັນຄູໃຫ້ສູງໃນລະດັບ 40-50 ຊມ, ຄວາມກວ້າງຂອງໜານ 80 ຊມ, ໃນລະດູແລ້ງເຂດທີ່ມີຊົນລະປະທານ. ຫຼັງຈາກເກັບກ່ຽວເຂົ້ານາປີແລ້ວຕ້ອງໄດ້ໄຖ ແລະ ຄາດ ໃນເວລາດິນຍັງມີຄວາມຊຸ່ມຢູ່ ແລະ ປັບໜ້າດິນໃຫ້ຮາບພຽງດີ, ສ່ວນການກຽມພື້ນທີ່ການປູກໝາກມ່ວງແມ່ນປູກສະລັບຫວ່າງໂດຍເຮັດເປັນຄູນປູກ ເພື່ອບໍ່ໃຫ້ນໍ້າຖ້ວມເຖິງເຫງົ້າຕົ້ນ, ການຂຸດຮ່ອງຂະໜາດກວ້າງຢ່າງນ້ອຍ 1,5 ແມັດ, ສ່ວນຄວາມຍາວຂອງຮ່ອງແມ່ນແລ້ວແຕ່ຂະໜາດຂອງພື້ນທີ່ ຖ້າຍົກສູງວິດຈາກນໍ້າຍິ່ງດີຮາກກໍ່ຈະເລີນເຕີບໂຕເຕັມທີ່. ເມື່ອຂຸດຮ່ອງແລ້ວຕາກດິນໃຫ້ແຫ້ງກ່ອນ ຫຼື ຫາກດິນໜຽວຫຼາຍຈະຕ້ອງປັບປຸງດິນໃຫ້ມີຄວາມອຸດົມສົມບູນໂດຍການໃສ່ຝຸ່ນຄອກ, ຝຸ່ມບົ່ມ, ຝຸ່ນໝັກ ແລະ ປູກຂາວ ເພື່ອແກ້ຄວາມເປັນກົດເປັນດ່າງຂອງດິນຈັບຕົວກັນແໜ້ນ, ການປັບປຸງດິນໃຫ້ມີຄວາມອຸດົມສົມສົມແມ່ນເປັນປັດໃນສຳຄັນໃນການປູກແບບຍົກຮ່ອງ ເພາະດິນທີ່ຂຸດຂື້ນມານັ້ນອາດຈະໜຽວໂພດ.

2. ການປູກສາລີ, ຖົ່ວດຳ ແລະ ປູກໝາກມ່ວງ
ການປູກສາລີໃຊ້ໄລຍະຫ່າງຂອງແຖວ ຫາ ແຖວ 75 ຊມ, ໄລຍະຫ່າງລະຫວ່າງຕົ້ນ 50 ຊມ, ຖ້າເປັນດິນແຄມນໍ້າແຕ່ມີຄວາມອຸດົມສົມບູນດີໃຫ້ປູກ 80 X 40 ຊມ, ຂຸມເລິກ 3-4 ຊມ ຖ້າເປັນເຂດນໍ້າຖ້ວມຄວນຍົກຄູໃຫ້ສູງຂື້ນ 60 ຊມ, ປູກຂຸມລະ 2 ແມັດ, ຫຼັງຈາກປູກໄດ້ 7-10 ວັນ ໃຫ້ປູກສ້າມຄືນໃສ່ຂຸມທີ່ບໍ່ແຕກງອກຂື້ນມາ ແລະ ປະມານ 2 ອາທິດ ໃຫ້ຖອນແຍກຕົ້ນທີ່ອ່ອນແອອອກໃຫ້ເຫຼືອຂຸມລະ 1 ຕົ້ນ. ປູກດ້ວຍມືໃຊ້ແນວພັນ 15 ກິໂລ ຫາ 18 ກິໂລ /ເຮັກຕາ
ຫຼັງຈາກນັ້ນ ເມື່ອສາລີເຂົ້າສູ່ໄລຍະສຸກແກ່ ຄວນປູກຖ້ວມດຳໃສ່ກ່ອນທີ່ສາລີຈະເກັບກ່ຽວ 30 ວັນ ເພາະຊ່ວງນີ້ແສງຈະສາມາດສ່ອງຜ່ານຕົ້ນສາລີລົງມາສູ່ພື້ນດິນໄດ້ ໂດຍປູກໃສ່ຊ່ວງລະຫວ່າງແຖວຂອງຕົ້ນສາລີ
ການປູກໝາກມ່ວງໃນເຂດພື້ນທີ່ຕໍ່າເຮົາສາມາດປະຕິບັດໄດ້ຄືກັນກັບເຂດພື້ນທີ່ເນີນສູງໂດຍຂຸດຂຸມປູກປະມານ 50 X 50 X 50 ຊມ ແລະ ໃຊ້ໄລຍະຫ່າງປະມານ 7-8 ແມັດ, ໂດຍກ່ອນປູກຄວນໃສ່ຝຸ່ນຄອກຮ່ອງພື້ນທີ່ມີນໍ້າຖ້ວມຄວນຍົກຄູໃຫ້ສູງຂື້ນ 60 ຊມ ແລະ ຄວາມກວ້າງຂອງໜານປູກແມ່ນ 5 ແມັດ.

3. ການບົວລະບັກຮັກສາ
3.1 ການໃສ່ຝຸ່ນ
ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ 2 ຫາ 3 ໂຕນ/ເຮັກຕາ ໃນເວລາໄຖ ຫຼື ຄາດ. ຫຼັງຈາກປູກໄດ້ 15 ຫາ 20 ວັນ ໃສ່ຝຸ່ນສູດ 15-15-15 ຈຳນວນ 150 ກິໂລ/ເຮັກຕາ ໃຫ້ຫ່າງຈາກຕົ້ນ 15 ຊມ, ພ້ອມທັງເສຍຫຍ້າ ແລະ ຄູນດິນໃສ່ຕົ້ນສາລີໃຫ້ເປັນຮ່ອງທາງກາງຂອງແຖວສາລີ. ຫຼັງຈາກປູກໄດ້ 40 ຫາ 45 ວັນ(ກ່ອນອອກດອກ) ໃສ່ຝຸ່ນເຄມີສູດ 46-0-0 ຈຳນວນ 100 ກິໂລ/ເຮັກຕາ ໃສ່ໃຫ້ຫ່າງຈາກຕົ້ນ 20 ຊມ (ຈຳນວນຝຸ່ນທີ່ໃສ່ແມ່ນໃຫ້ເບິ່ງຄວາມເໝາະສົມອີງໃສ່ຕົ້ນສາລີ ແລະ ຄວາມອຸດົມສົມບູນຂອງດິນ)
3.2 ການໃຫ້ນໍ້າ
ສາລີຕ້ອງການນໍ້າໃນລະດູການໜຶ່ງປະມານ 300 ແມັດກ້ອນ, ລະດູຝົນ ຖ້າຝົນບໍ່ຕົກ ດິນແຫ້ງຄວນໃຫ້ນໍ້າສາລີ ໂດຍສະເພາະໃນເວລາໃສ່ຝຸ່ນ ແລະ ເວລາສາລີອອກດອກຈຳເປັນຕ້ອງໄດ້ໃຫ້ນໍ້າ.
3.3 ການປ້ອງກັນ ແລະ ກຳຈັດສັດຕູພືດ
ຖາງຫຍັ້າ ບໍລິເວນປູກສາລີອອກໃຫ້ໝົດ ເພື່ອບໍ່ໃຫ້ເປັນບ່ອນລີ້ຊ່ອນ ແລະ ຂະຫຍາຍພັນຂອງແມງໄມ້. ແມງໄມ້ທີ່ມັກທຳລາຍຕົ້ນສາລີແມ່ນ: ເພັ້ຍ, ບົ້ງກັດລໍາຕົ້ນ, ບົ້ງກັດໃບ, ບົ້ງເຈາະຝັກ, ຕັກກະແຕນ ແລະ ອື່ນໆ. ສຳລັບການກຳຈັດບົ້ງແຕ່ລະເຊົ້າຕ້ອງໄດ້ເລາະຂ້າບົ້ງດ້ວຍມື.

4. ການເກັບກ່ຽວໝາກມ່ວງ, ສາລີ, ຖົ່ວດຳ
ການເກັບກ່ຽວໝາກມ່ວງແມ່ນສາມາດປະຕິບັດໄດ້ຫຼັງຈາກປູກໄດ້ 3-5 ປີ ເປັນຕົ້ນໄປ ແລະ ຫຼັງຈາກເກັບກ່ຽວແລ້ວແມ່ນຕ້ອງໄດ້ຕັດແຕ່ງກິ່ງງ່າ ເພື່ອໃຫ້ໝາກມ່ວງໄດ້ແຕກກິ່ງໃບໃນປີຕໍ່ໄປ.
ສາລີແຕ່ລະແນວພັນມີອາຍຸເກັບກູ້ທີ່ແຕກຕ່າງກັນແຕ່ກໍ່ມີຫຼາຍແນວພັນ ທີ່ມີອາຍຸເກັບກູ້ພ້ອມກັນທັງໝົດກະຂື້ນກັບຄວາມຊຸ່ມຂອງດິນ, ນໍ້າ, ອາກາດ. ກ່ອນການເກັບກູ້ຄວນສັງເກດເບິ່ງອາຍຸການເກັບກູ້ຂອງສາລີ, ເບີ່ງສີຝັກຈາກສີຂຽວກາຍເປັນສີເຟືອງ ແລະ ບາງແນວພັນຝັກຈະກົ້ນລົງລຸ່ມຈຶ່ງສາມາດເກັບກູ້ໄດ້
ການເກັບກ່ຽວຖົ່ວດຳ ເມື່ອສັງເກດເຫັນຝັກຖົ່ວດຳເລີ່ມມີສີເຫຼືອງ ຫຼື ຫຼັງຈາກປູກໄດ້ 3-4 ເດືອນ ກໍ່ສາມາດເກັບກ່ຽວຖົ່ວດຳໄດ້ແລ້ວ ໂດຍຈະເກັບກ່ຽວຖົ່ວດຳໃນຊ່ວງເຊົ້າ(ແດດບໍ່ແຮງ) ເພື່ອຫຼຸດຜ່ອນການແຕກຂອງຝັກຖົ່ວດຳ ຫຼັງຈາກນັ້ນ ແມ່ນຕາກແດດໄວ້ ຕອນບ່າຍຈຶ່ງມາຟາດເອົາເມັດໃສ່ເປົາແລ້ວເອົາໄປເກັບມ້ຽນໄວ້ໃນສາງ.

ແຫຼ່ງຂໍ້ມູນ: ປື້ມຄູ່ມືແນະນຳວິທີໃຊ້ເຕັກນິກການປູກສາລີປະສົມປະສານຖົ່ວດຳ ແລະ ໄມ້ໃຫ້ໝາກໃນເຂດພື້ນທີ່ຕໍ່າ