Monthly Archives: February 2019

ການຂະຫຍາຍພັນໝາກກ້ຽງດ້ວຍວິທີການຕອນກິ່ງ


ເປັນວິທີການເພີ່ມຈໍານວນພັນພືດທີ່ມີປະສິດທິພາບ ໃຫ້ມີຫຼາຍຂື້ນກວ່າເກົ່າມາຢູ່ໃນສະພາບທີ່ເໝາະສົມ ເພື່ອໃຫ້ສ່ວນຕ່າງໆຂອງຕົ້ນໝາກກ້ຽງສາມາດເກີດຮາກ, ແຕກຕາ ຫຼື ຈະເລີນເຕີບໂຕເກີດເປັນຕົ້ນໃໝ່ ມີລັກສະນະກົງກັນຂ້າມກັບສາຍພັນດັ້ງເດີມ ມີຄຸນສົມບັດ ແລະ ໃຫ້ຜົນຜະລິດດີເຊັ່ນເດີມເໝາະສໍາຫຼັບໝາກໄມ້ບາງຊະນິດເຊັ່ນ: ໝາກກ້ຽງ, ໝາກນາວ, ຊົມພູ່, ລໍາໄຍເປັນຕົ້ນໂດຍໃຊ້ວັດສະດຸອຸປະກອນທີ່ຫາໄດ້ງ່າຍ ໃນທ້ອງຖິ່ນດັ່ງນີ້:

  • ວັດສະດຸ/ອຸປະກອນ

1. ມີດສໍາຫຼັບຕອນກິ່ງ
2. ກາບໝາກພ້າວສໍາຫຼັບຫຸ້ມຮອຍຄວັ່ນແຊ່ນໍ້າໄວ້ກ່ອນປະມານ 1-2 ເດືອນ
3. ເຊືອກພລາສຕິກ
4. ພລາສຕິກໃສ
5. ມີດຕັດໆກິ່ງ ໃຊ້ສໍາຫຼັບຕັດກິ່ງເມື່ອແຕກຮາກດີແລ້ວ

  • ຂັ້ນຕອນ/ວິທີການເຮັດ

1. ເລືອກກິ່ງໝາກກ້ຽງທີ່ຈະຕອນຈາກຕົ້ນພັນທີ່ສົມບູນ, ແຂງແຮງ, ປາສະຈາກພະຍາດ, ແມງໄມ້ລົບກວນ, ຕົ້ນພັນທີ່ໃຫ້ຜົນຜະລິດເປັນຈໍານວນຫຼາຍ, ເປັນທີ່ຕ້ອງການຂອງຕະຫຼາດ, ເປັນກິ່ງທີ່ບໍ່ແກ່ ຫຼື ອ່ອນຈົນເກີນໄປຍາວປະມານ 30 ຊມ, ອາຍຸປະມານ 6-12 ເດືອນມີເສັ້ນຜ່າສູນກາງບໍ່ເກີນ 1 ຊັງຕີແມັດ, ເປັນກິ່ງທີ່ແຕກອອກຈາກລໍາຕົ້ນ, ມີຂໍ້ຕາສະໝໍ່າສະເໝີ ແລະ ບໍ່ຄວນເລືອກກິ່ງທີ່ແກ່ເພາະຈະອອກຮາກນ້ອຍເມື່ອຕັດກິ່ງອອກໄປຈະເບິ່ງແຍງຮັກສາຍາກກ່ວາປົກກະຕິ.
2. ໃຊ້ມີດຕອນກິ່ງຄວັ່ນກິ່ງໃຫ້ຮອຍຄວັ່ນຢູ່ດ້ານເທິງ ຫຼື ຢູ່ບໍລິເວນລຸ່ມຕາ, ຮອຍຄວັ່ນຄວນຫ່າງກັນເທົ່າກັບເສັ້ນຮອບວົງຂອງກິ່ງຕອນ.
3. ກີດລະຫວ່າງຮອຍຄວັ່ນແລ້ວແກະເປືອກອອກ, ຂູດເອັນເນື້ອເຍື່ອອອກໃຫ້ໝົດໂດຍຂູດຈາກຍອດມາຫາໂຄນ.
4. ຖິ້ມປະໄວ້ປະມານ 10 ນາທີ, ຫຸ້ມດ້ວຍຂຸຍໝາກພ້າວທີ່ອຸ້ມນໍ້າໝາດໆແລ້ວຫໍ່ທັບດ້ວຍພລາສຕິກ, ມັດເຊືອກໃຫ້ແໜ້ນທັງດ້ານເທິງ ແລະ ດ້ານລຸ່ມ.
5. ປະມານ 25-30 ວັນຈະມີຮາກສີຂາວເກີດຂື້ນໃນຖົງພລາສຕິກ, ຖ້າຈົນມີຮາກຫຼາຍພໍສາມາດຕັດ ແລະ ນໍາໄປປັກຊໍາກ່ອນນໍາໄປປູກໄດ້.

  • ປະໂຫຍດຈາກການຂະຫຍາຍພັນດ້ວຍກິ່ງຕອນ

• ຊາວກະສິກອນສາມາດເຮັດໄດ້ງ່າຍໂດຍບໍ່ຈໍາເປັນຕ້ອງມີຄວາມຊໍານານກໍ່ສາມາດເຮັດໄດ້ເຊັ່ນກັນ.
• ໃຫ້ຜົນຜະລິດໄວກ່ວາການປູກດ້ວຍເມັດ ແລະ ການປັກຊໍາເມື່ອປຽບທຽບກັບພືດຊະນິດດຽວກັນ.
• ໝາກກ້ຽງຈະບໍ່ກາຍພັນ, ຕົ້ນທີ່ຈະໃຫ້ດອກ, ໃຫ້ໝາກຈະເໝືອນເດີມທຸກປະການ, ສະດວກຕໍ່ການເບິ່ງແຍງຮັກສາ ແລະ ເກັບກ່ຽວຜົນຜະລິດ.

ແຫຼ່ງຂໍ້ມູນ: https://www.rakbankerd.com
ຮູບພາບຈາກ: www.google.com

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການຂະຫຍາຍພັນໄຜ່ ດ້ວຍວິທີການຕອນກີ່ງ

• ວິທີຕອນຫຼືການກິ່ງໄຜ່ວັດສະດຸແລະອຸປະກອນໃນການຕອນມີຄື
1. ຂຸຍໝາກພ້າວ
2. ຖົງພາລາສຕິກຂະໜາດ 3×5 ຫຼືຕາມຂະໜາດຂອງກິ່ງໄຜ່
3. ເຊືອກຟາງຫຼືດ້າຍ
4. ພ້າຫຼືຂວານນ້ອຍສຳຫຼັບການຜ່າຕາກິ່ງໄຜ່

ວິທີຕອນກິ່ງໄຜ່
1. ນຳຂຸຍໝາກພ້າວແຊ້ນ້ຳໃຫ້ຊຸ່ມຫຼືຈະແຊ້ໄວ້ຄືນໜື່ງກໍ່ໄດ້
2. ນຳຂຸຍໝາກພ້າວໃສຖົງພາລາສຕິກຫັດປາກໃຫ້ແໜນ ດ້ວຍສາຍຢ່າງຢືດຫຼືເຊືອກຟາງ

3. ໃຊ້ມີດປາດເຄີ່ງການຖົງພາລາສຕິກເພື່ອເປີດຮູໄວ້ສຳລັບໂທມກິ່ງໄຜ່
4. ໃຊ້ມີດຜ່າກິ່ງໄຜ່ຈາກດ້ານເທີງລົງສູ້ດ້ານລຸ້ມຢ່າໃຫ້ຂາດໃຫ້ເຫຼືອເປືອກໄຜ່ບາງໆຕິດກັບລຳຕົ້ນໄວ້
5. ນຳຖົງພາລາສຕິກທີ່ຫໍ່ຂຸຍໝາກພ້າວທີ່ກຽມໄວ້ຫຸ່ມຫໍ່ກິ່ງໄຜ່ທີ່ຖືກຜ່າອອກແລ້ວມັດ ດ້ວຍເຊືອກຟາງພັນໃຫ້ແໜນຕິດກັບລຳຕົ້ນໄຜ່


6. ເມື່ອຮາກຂອງກິ່ງໄຜ່ອອກເຕັມແລ້ວ ກໍ່ໃຫ້ຕັດກິ່ງໄຜ່ລົງມາກຽມປູກຫຼືຂະຫຍາຍພັນໂດຍທີ່ໃຫ້ເຫຼືອປ້ອງໄວ້ປະມານ 2-3 ປ້ອງເທົ້ານີ້ກໍ່ເປັນອັນວ່າສຳເລັດ

ແຫຼງຂໍ້ມູນ: www.sokhaviek.com

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນີກ: ການປູກເຂົ້າແບບນຳໃຊ້ນ້ຳປະຫຍັດ ແບບປຽກສະຫຼັບແຫ້ງ (AWD)

ຄວາມສຳຄັນຂອງນ້ຳຕໍ່ການປູກເຂົ້າ
• ນ້ຳເປັນວັດຖຸດິບໃນການສັງເຄາະແສງ
• ນ້ຳເປັນໂຕທຳລາຍ ແລະ ພາສານອາຫານຕ່າງໆພາຍໃນຕົນເຂົ້າ ແລະ ລຳລຽງສານອາຫານທີ່ເຂົ້າສ້າງໄດ້ໄປເກັບສະສົມໃນເມັດ
• ນ້ຳຊ່ວຍຮັກສາລະດັບຂອງອຸນຫະພູມພາຍໃນຕົ້ນເຂົ້າ ແລະ ໃນແປງນາບໍ່ໃຫ້ເກີດການປ່ຽນແປງໄດ້ງ່າຍ
• ນ້ຳຊ່ວຍໃຫ້ດິນອ່ອນ,ຊຸ່ມຊື່ນ ເຊິ່ງງ່າຍຕໍ່ການກຽມດິນ ແລະ ການຈະເລີນເຕີບໂຕຂອງຮາກເຂົ້າ
• ນ້ຳຊ່ວຍເພີ່ມປະສິດທິພາບການຜະລິດ,ຄວບຄຸມວັດສະພືດ ແລະ ເພີ່ມປະສິດທີພາບການໃສ່ປຸ໋ຍເຄມີ
ປະລິມານນ້ຳ ທີ່ເຂົ້າຕ້ອງການ
ປະລິມານນ້ຳທີ່ເຂົ້າຕ້ອງການປະກອບມີ 3 ສ່ວນຄື:
• ການຄາຍນ້ຳ (E) + ການລະເຫີຍຂອງນ້ຳ (T) + ການຊຶມລົງຂອງນ້ຳ (P)
• ປະລິມານນ້ຳທີ່ເຂົ້າຕ້ອງການເປັນຜົນລວມຂອປະລິມານນ້ຳທັງ 3 ສ່ວນ ເອີ້ນວ່າ: ETP
• ປະລິມານນ້ຳທີ່ເຂົ້າຕ້ອງການຈາກໄລ່ປູກໃນລະດູການໜື່ງໆ ຈະມີປະລິມານຫຼາຍ ຫຼື ນ້ອຍຂື້ນກັບ: ລະດູການ, ດິນຟ້າອາກາດ,ປະລິມານນ້ຳທີ່ມີ, ຊະນິດແນວພັນ, ໄລຍະການຈະເງີນເຕີບໂຕ, ເນື້ອດິນ ແລະ ຄວາມອຸດົມສົມບູນຂອງດິນ, ແລະ ການຈັດການດິນເພື່ອການປູກພືດ
ລະບົບກາຜະລິດເຂົ້າແບບປຽກສະລັບແຫ້ງ
ແມ່ນການຄວບຄຸມນ້ຳໃນນາເຂົ້າ ແລະ ປະສົມປະສານການນຳໃຊ້ເຕັກໂນໂລຢີ ທີ່ເຮັດໄດ້ດ້ວຍຕົນເອງ.ຄຳວ່າປຽກ: ຄືມີນຳ້ຖ້ວມຂັງສູງ 5-10 ຊມ, ສະຫຼັບ: ຄືການປ່ຽນບັນຍາກາດ, ແຫ້ງ: ຄືການເບິ່ງລະດັບນ້ຳໃນທໍ່ ຄ່ອຍໆລົດລົງໄປເຖິງ 15 ຊມ ປະກອບອາການຂອງໃບເຂົ່້າ ຫ່ຽວຊົ່ວຄາວ (ຍາມເຊົ້າໃບຕັ້ງ ແລະ ສວຍໃບກົງ).
ລະບົບຜະລິດ: “ ປຽກສະລັບແຫ້ງ ”

5 ຫຼຸດ 5 ເພີ່ມ
1 ເມັດພັນ
2 ນ້ຳ
3 ປຸ໋ຍເຄມີ
4 ຢາເຄມີ
5 ແຮງງານ
1 ຄຸນນະພາບເຂົ້າ
2 ປະລິມານຜົນຜະລິດ
3 ກຳໄລ + ສະສົມທືນ
4 ຄຸນນະພາບຊີວິດ
5 ຄວາາມສາມັກຄີຊຸມຊົນ

ວິທີການ ແລະ ອຸປະກອບ
ກະກຽມອຸປະກອນ
• ແນວພັນ
• ທໍ່ PVC
• ຝຸ່ນຄອກ
• ປຸ໋ຍເລັ່ງ
ຂັ້ນຕອນການປູກເຂົ້າທີ່ມີການຈັດການນ້ຳແບບປະຫຍັດປຽກສະຫຼັບແຫ້ງ
ກຽມດິນ ແລະ ປັກດໍາ
1). ກ່ອນມີການໄຖຮູດ ຄວນໃສ່ຝຸ່ນຄອກ, ຝຸ່ນບົ່ມປະໄວ້ເປັນໄລຍະເກືອບເດືອນ ເພື່ອເປັນການປັບປຸງບໍາລຸງດິນ . ຫຼັງຈາກນັ້ນກໍ່ໄຖຮູດຄັ້ງທີ1 ໂດຍການປັບໃຫ້ພື້ນທີ່ດິນພຽງ ແລະ ຫຼັງຫວ່ານກ້າ ລະບາຍນ້ຳອອກໃຫ້ແຫ້ງ ເພື່ອໃຫ້ເຂົ້າອອກສະໜ່ຳສະເໜີ, ຈາກນັ້ນ ໄຖຮູດຄັ້ງທີ 2 (ກາງເດືອນ ມີຖຸນາ ) ແລະ ໃສ່ປຸ໋ຍເລັ່ງ ສູດ 46-0-0 ແລະ ຄວນປັກດໍາໃຫ້ແລ້ວຕົ້ນ ເດືອນ ກໍລະກົດ.ຫຼັງປັກດໍາເຂົ້າ ຮັກສາລະດັບນ້ຳໃນໄຮ່ນາປະມານ 5 ຊມ.
2). ຫຼັງຫວ່ານ ແລະ ປັກດໍາເຂົ້າໄດ້ 10 ວັນ, ຕ້ອງມີການຄວບຄຸມຈໍາພວກຫຍ້າໃນນາ ຈາກນັ້ນສູບນໍ້າເຂົ້ານາລະດັບ ເຄິ່ງຕົ້ນເຂົ້າ ເພື່ອຄວບຄຸມຫຍ້າບໍ່ໃຫ້ເກີດຂື້ນໄດ້
ການຕິດຕັ້ງທໍ່ເກັບນໍ້າ: ໃນການຕິດຕັ້ງນີ້ ຕ້ອງເຮັດໃຫ້ພື້ນທີ່ນາມີຄວາມສະໝໍ່າສະເໝີ 1-2 ຈຸດ

  •  ວິທີການ:

• ໃຊ້ທໍ່ pvc ຍາວ 1 ທ່ອນ(ຖ້າເປັນ pvc 100 ແມ່ນຍາວ 25 ຊມ,)
• ຈາກນັ້ນນຳມາເຈາະຮູ ດ້ວຍສະວ່ານ ແຕ່ລະຮູຫ່າງກັນ 4-5 ຊມ
• ຈາກນັ້ນນຳເອົາທໍ່ລົງໄປໄຮ່ນາ 1-2 ຈຸດ, ຝັງໃນນາເລີກປະມານ 15 – 20 ຊມ,ໂດຍໃຫ້ປາກທໍ່ ພົ້ນຜິວດກິນ 5 ຊມ ແລະ ຄວັກດິນໃນທໍ່ອອກໃຫ້ໝົດ
ທໍ່ກວດນ້ຳ:ເປັນທໍ່ທີ່ຝັງໃນໄຮ່ນາ 1-2 ຈຸດ ເພື່ອສັງເກດເບິ່ງລະດັບນ້ຳໃຕ້ດິນໃນນາ ຊື່ງເປັນເຄື່ອງມືຊ່ວຍຈັດການນ້ຳຢ່າງງ່າຍໆ ຊື່ງເປັນການຫຍໍ້ໄລຍະເວລາໃນການກວດຄວາມຊຸມຊືມໃນດິນ ແລະ ສາມາດບອກຊາວກະສິກອນວ່າ: ຄວນຈະເປງນໍ້າລົງນາໄດ້ ຫຼື ຍັງ ໃນຊ່ວງ 50-55 ວັນ ຫຼັງປູກເຂົ້າ ເໝາະສົມກັບສະພາບພື້ນທີ່ຮຽບພຽງສະໝ່ຳສະເໝີ
ການບົວລະບັດຮັກສາ:

  •  ການໃສ່ຝຸ່ນ1 :

• ຫຼັງເຂົ້າໄດ້ປະມານ 20-25 ວັນຫຼັງຈາກປັກດໍາ ເພື່ອໃຫ້ເຂົ້າມີການຈະເລີນເຕີບໂຕທາງ ລໍາຕົ້ນ, ໃບ, ຮາກ ມີຄວາມສົມບູນ ແຕກກໍເພີ່ມພື້ນທີ່ໃບຄວບຄຸມພື້ນທີ່ຢ່າງໄວ
• ໃນນາດິນໜຽວ ໃສ່ປຸ໋ຍ ແອມໂມເນຍຟົດສຟໍ ສູດ 16-20-0 ອັດຕາ 30-35 ກກ/ໄລ່
• ໃນນາດິນຊາຍ ໃຊ້ປຸ໋ຍແອມໂມເນຍຟົດສຟໍ ສູດ 16-16-8, 16-12-8, 18-12-6 ຫຼື 16-8-8 ສູດໃດສູດໜື່ງ ໃນອັດຕາ 30-35 ກກ/ໄລ່
• ກ່ອນການໃສ່ຝຸ່ນທັງ 2 ຄັ້ງ ໃຫ້ສູບນໍ້າເຂົ້ານາໃນລະດັບຖ້ວຍປາກທໍ່ນໍ້າ ແລະ ຮັກສາລະດັບນໍ້າໄວ້ຢ່າງນ້ອຍ 3 ວັນ ເພື່ອໃຫ້ ອອກຊີເຈນ ທີ່ຢູ່ລະຫວ່າງຮອຍຕໍ່ຂອງນ້ຳກັບຜິວດິນໝົດໄປກ່ອນືເພື່ອຫຼຸດການສູນເສຍຂອງຝຸ່ນ ໄນໂຕຼເຈນ.

  •  ການໃຫ້ນ້ຳ:

• ຫຼັງຈາກໃສ່ປຸ໋ຍຄັ້ງທຳອິດ ເປັນຊ່ວງໄລຍະເວລາຈັດການນ້ຳແບບປຽກສະຫຼັບແຫ້ງ ກວດເບິ່ງລະດັບນ້ຳໃຕ້ດິນຈາກທໍ່ກວດນ້ຳ ຖ້າລະດັບນ້ຳໃນທໍ່ຫຼຸດລົງຕ່ຳຫຼາຍກວ່າ 10 ຊມ.ສູບນ້ຳລົງນາໃຫ້ຖ້ວມປາກທໍ່ ຂັງນ້ຳໄວ້ ຈົນກະທັງນ້ຳແຫ້ງ ແລະ ໃຫ້ນ້ຳແບບນີ້ຈົນເຂົ້າເລີ່ມຕັ້ງທ້ອງ.
• ໃນໄລຍະເຂົ້າເລີ່ມຕັ້ງທ້ອງ ເຂົ້າມີຄວາມຕ້ອງການນ້ຳຫຼາຍຂື້ນ ເປງນ້ຳລົງນາໃຫ້ຖ້ວມປາກທໍ່ນ້ຳ ຂັງໄວ້ 3 ວັນ.

  •  ການໃຫ້ຝຸ່ນຄັ້ງທີ2:

• ໂດຍການໃສ່ປຸ໋ຍ ຢູເລຍ ສູດ 46-0-0 ໃນອັດຕາ 10-15 ກກ/ໄລ່
• ໄລຍະເຂົ້າເລີ່ມຕັ້ງທ້ອງ ອອກດອກ ,ມີເມັດຫຼາຍ ແລະ ໄດ້ນ້ຳໜັກດີ ຈົນເຖິງແປ້ງໃນເມັດເຂົ້າເລີ່ມແຂງ (50 – 55 ວັນ ຫຼັງເລີ່ມຕັ້ງທ້ອງ) ເປັນຊ່ວງທີ່ເຂົ້າຂາດນ້ຳບໍ່ໄດ້ ຮັກສາລະດັບນ້ຳໃນໄຮ່ນາໃຫ້ສູງກວ່າປາກທໍ່ນ້ຳ
• ຫຼັງເຂົ້າອອກດອກ 20 ວັນ, ເຂົ້າຈະບໍ່ຕ້ອງການນໍ້າແລ້ວ,ເກັບທໍ່ນໍ້າ ແລະ ລະບາຍນໍ້າອອກຈາກໄຮ່ນາໃຫ້ແຫ້ງ 7-10 ວັນ ເພື່ອເລັ່ງການສຸກແກ່ສະໜ່ຳສະເໜີ ແລະ ເກັບກ່ຽວໄດ້ສະດວກ.

  • ການຈັດການຫຍ້າ

ການປູກເຂົ້າແບບນຳໃຊ້ນ້ຳປະຫຍັດແບບປຽກສະຫຼັບແຫ້ງ ມີວັດຖຸປະສົງເພື່ອ ປະຫຍັດການນຳໃຊ້ນ້ຳ ແຕ່ອາດເປັນການສົ່ງເສີມການຈະເລີນເຕີບໂຕຂອງພວກຫຍ້າຫຼາຍຂື້ນ ເນື່ອງຈາກຫຍ້າສ່ວນໃຫຍ່ຈະເກີດໃນສະພາບທີ່ບໍ່ມີນ້ຳຂັງ ດັ່ງນັ້ນ ການຈັດການຫຍ້າໃນສະພາບປຽກສະຫຼັບແຫ້ງນີ້ ຕ້ອງປະສົມປະສານຫຼາຍວິທີດ້ວຍກັນ. ປະເພດຫຍ້າທີ່ມັກພົບເຫັນຫຼາຍມີ: ຫຍ້າດອກເຂົ້າ, ຫຍ້າຜື, ຫຍ້າແດງຫຍ້ານົກ ແລະ ອື່ນໆອີກຫຼາຍຊະນິດ ຊື່ງວິທີການກຳຈັດ ເພື່ອຫຼຸດຜ່ອນການໃຊ້ສານເຄມີ, ມີແຕ່ໃຫ້ມັນເກີດຂື້ນ ແລ້ວຫຼົກອອກກໍ່ສາມາດລຸດຜ່ອນລົງໄດ້ອີກສ່ວນໜື່ງ ແລະ ແນວທາງການຄຸມຫຍ້າໃນນາເຂົ້າ ຢ່າງມີປະສິດທີພາບ:
– ຟີຊີກ:ຕອນກຽມດິນ ຫຼື ພື້ນທີ່ນາເຂົ້າ ຕ້ອງໃຫ້ພຽງ, ສະເໜີ ເພື່ອເຮັດໃຫ້ນ້ຳສົມດູນ ແລະ ສະເໜີພຽງທົ່ວນາ
– ເຄມີ: ຢາຄຸມເມັດ ຫຼື ຄຸມເລນ ຫຼັງປັກດຳ (ເປັນທາງເລືອກ)
– ຊີວະ: ການຫວ່ານ “ແຫນແດງ” ຫຼັງປັກດຳ (ອັດຕາ 20 ກກ/ໄລ່) ແຫນແດງມີຄວາມສາມາດໃນການດືງໄນໂຕຼເຈນຈາກອາກາດ ມາລ້ຽງຕົ່ນເຂົ້າ (ປະຢັດຄ່າປຸ໋ຍ) ຊ່ວຍປັກຄຸມໜ້າດິນ (ປະຢັດຢາຄຸມຫຍ້າ ແລະ ຢາຂ້າຫຍ້າ) ແລະ ເປັນອາຫານໂປຣຕີນສຳລັບເປັດ
– ການລ້ຽງເປັດ: ໃນນາເຂົ້າດຳ ຫຼັງປັກດຳໄດ້ 4 ອາທິດ ເພື່ອທໍາລາຍຫຍ້າ ແລະ ກິນຫອຍ, ກໍາຈັດແມງໄມ້ໃນນາເຂົ້າ (40 ໂຕ/ໄລ່)


ຮູບ: ຫຍ້າດອກເຂົ້າ                                                                  ຮູບ:ຫຍ້າຜື
ຊື່ວິທະຍາສາດ: Leptochloa chinensis Nees           ຊື່ວິທະຍາສາດ:Cyerus difformis L.
ຊື່ສາມັນ: Red sprangletop ຊື່ສາມັນ: Small flower umbrella sedge


ຮູບ: ຫຍ້າໜວດປາດຸກ                                                      ຮູບ: ຫຍ້າພີກ
ຊື່ວິທະຍາສາດ: Fimbristylis miliacea (L) Vahl         ຊື່ວິທະຍາສາດ: Sphenoclea zeylanica Gaertn
ຊື່ສາມັນ: Tall fringe rush                                            ຊື່ສາມັນ: gooseweed
ຮູບ: ຈຳພວກຫຍ້າທີ່ພົບເຫັນຫຼາຍໃນນາເຂົ້າ

  •  ສະພາບພື້ນທີ່ດິນ: ເໝາະສຳລັບເຮັດນາໃນເຂດພື້ນທີ່ຊົນລະປະທານທີ່ຄວບຄຸມການລະບາຍນ້ຳໄດ້

ຕົ້ນທືນທີ່ນຳໃຊ້

ລ/ດ ລາຍການ ຈໍານວນ ລາຄາ ລວມເປັນເງິນ
1 ແນວພັນ(ວຽງຈັນ 450) 2Kg (ທົດລອງ) 7,000 14,000
2 ຝຸ່ນຄອກ 5ເປົ້າ 10,000 50,000
3 ປຸ້ຍເຄມີ (ປຸ້ຍເລັງ) 1ເປົ້າ 180,000 180,000
4 ທໍ່ PVC  (ຄະໜາດ 4 ນີວ) 1ທ້ອນ(ຍາວ 25-30 ຊມ 50,000 50,000
ລວມ 294,000

ຈຸດດີ ແລະ ຈຸດອ່ອນ
ຈຸດດີ
• ສາມາດປະຢັດນ້ຳໄດ້ສູງສຸດ 50%
• ເພີ່ມຜົນຜະລິດເຂົ້າໄດ້ ໂດຍການເຮັດໃຫ້ເຂົ້າຂາດນ້ຳ ເພື່ອກະຕຸ້ນການສ້າງຮາກເພື່ອຫານ້ຳ ຖ້າຮາກຫຼາຍ ເຂົ້າກໍ່ຈະແຕກກໍໄດ້ຫຼາຍ ແລະ ຜົນຜະລິດກໍ່ເພີ່ມ
• ລົດຕົ້ນທືນໃນການຜະລິດ8-13%
• ສະພາບແວດລ້ອມຂອງການປູກເຂົ້າສະຫຼັບກັນ ລະຫວ່າງມີອາກາດ ກັບ ບໍ່ມີອາກາດ ຊ່ວຍສົ່ງເສີ່ມການຈະເລີນເຕີບໂຕຂອງເຂົ້າ
• ສາມາດລຸດຜ່ອນການລະບາດຂອງສັັດຕູພືດກໍ່ຄື: ເພ້ຍເຕັ້ນສີນ້ຳຕານ
• ຊ່ວຍໃຫ້ຕົ້ນເຂົ້າມີລະບົບຮາກທີ່ແຂງແຮງ ບໍ່ຫັກ ຫຼື ລົ້ມງ່າຍ
• ຊ່ວຍໃຫ້ເຝືອງມີການຍ່ອຍສະລາຍໄດ້ດີ ແລະ ລຸດການປ່ອຍທາດ ມີເທນ ໄດ້ 80%
• ເຮັດໃຫ້ມີການໃຊ້ນ້ຳໃນນາເຂົ້າຢ່າງມີປະສິດທິພາບ ໂດຍບໍ່ເຮັດໃຫ້ຜົນຜະລິດລຸດລົງ
• ຊ່ວຍລຸດປັນຫາປະລິມານນ້ຳບໍ່ພຽງພໍ ສຳລັບການເຮັດນາໃນຍາມນາແຊງໄດ້
ຈຸດອ່ອນ
• ມີປັນຫາຈຳພວກຫຍ້າຫຼາຍ (ຖ້າບໍ່ສາມາດຈັດການນ້ຳໄດ້ດີ ໃນຊ່ວງທຳອິດຂອງການຈະເລີນເຕີບໂຕ)
• ອາດເກີດການສູນເສຍ ຂອງປຸ໋ຍເຄມີ ໃນສະພາບແບບປຽກສະຫຼັບແຫ້ງ

  •  ຂໍ້ແນະນຳ

• ການປູກເຂົ້າແບບນຳໃຊ້ນ້ຳປະຢັດປຽກສະຫຼັບແຫ້ງ ຈະຕ້ອງລລະວັງເລື່ອງປັນຫາພວກຫຍ້າເປັນພິເສດ, ແຕ່ສາມາດລົດການລະບາດຂອງສັດຕູພືດ ແລະ ວິທີນີ້ຍັງຊ່ວຍໃຫ້ຕົ້ນເຂົ້າແຂງແຮງ,ບໍ່ລົ້ມງ່າຍ .
• ຄວນລ້ຽງເປັດລົງໃນໄຮ່ນາ ຫຼັງດຳໄດ້ 4 ອາທິດ ເພື່ອໃຫ້ເປັດທຳລາຍຫຍ້າ,ກິນຫອຍ ແລະ ກຳຈັດແມງໄມ້ໃນນາ

ຮູບ: ການກຽມທໍ່ເພື່ອຕິດຕັ້ງ

ຮູບ:ການຕັ້ງທໍ່ ເພື່ອກວດເບິ່ງນຳ້

 

ຮູບ:ການບໍລະບັດຮັດສາ ແລະ ການຊີດສະໝູນໄພເພື່ອປ້ອງກັນສັດຕູພືດ

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ:

ເຕັກນີກ: ການປູກປໍເທືອງ ເພື່ອປັບປຸງບຳລຸງດິນ

ພືດຕະກຸນຖົ່ວທຸກຊະນິດແມ່ນມີຄຸນຄ່າສູງໃນດ້ານການປັບປຸງ ບໍາລຸງດິນໃນປະຈຸບັນນິຍົມໃຊ້ກັນຫຼາຍແມ່ນ ປໍເຖຶອງ, ຖົ່ວຟ້າ, ຖົ່ວສະໂນ, ຖົ່ວເຫຼືອງ, ຖົ່ວຂຽວ ແລະ ຖົ້ວອື່ນໆ ມີປະໂຫຍດໃນດ້ານການເພີ່ມທາດອິນຊີວັດຖຸ ແລະປັບປຸງໂຄງສ້າງຂອງດິນ, ການປູກເກັບຜົນຜະລິດເມື່ອເກັບແລ້ວຄວນໄຖປັກລົງດິນເປັນຝຸ່ນ, ປູກປັບປຸງດິນເວລາພືດອອກດອກ90-100%ໃຫ້ໄຖປົກລົງດິນເປັນຝຸ່ນ
ປໍເທືອງ ເປັນພຶດໃນຕະກຸນຖົ່ວ ທີ່ກຳລັງນິຍົມປູກຫຼາຍເພື່ອໃຊ້ເປັນຝຸ່ນຂຽວ ຫຼື ປຸ໋ຍພຶດສົດນອກ, ເຊິ່ງສາມາດຊ່ວຍໃນການເພີ່ມອິນຊີວັດຖຸໃນດິນ, ຊ່ວຍປັບໂຄງສ້າງໃຫ້ແກ່ດິນ ແລະ ເຮັດໃຫ້ດິນມີຄວາມອຸດົມສົມບູນຫຼາຍຂື້ນ. ຈາກນັ້ນຍັງສາມາດໃຊ້ເປັນອາຫານສັດ ເຊັ່ນ: ງົວ,ຄວາຍ ແລະ ນິຍົມປູກຫຼາຍໃນຊ່ວງລະດູຝົນກ່ອນທີ່ຈະໄຖກົບ ຫຼື ເກັບກ່ຽວກ່ອນປູກພືດຫຼັກ

ຮູບ: ຝຸ່ນພືກສົດ ປໍເຖືອງ
ວິທິການ ແລະ ອຸປະກອນ

  •  ກະກຽມວັດຖຸທີ່ຈະນຳໃຊ້
    – ປໍເທືອງ
    – ການບຸກເບີກດິນ
    – ແຮງງານ
  •  ຂັ້ນຕອນກະກຽມດິນ
    – ໄຖກົບດິນແລ້ວປະໄວ້ 1 ອາທິດ ເພື່ອທໍາລາຍວັດສະພຶດຈາກນັ້ນ ໄຖພວນອີກ ເພື່ອເຮັດໃຫ້ດິນມີຄວາມຊຸ່ມຊື່ນ ແລະ ສາມາດເຮັດໃຫ້ພືດຈະເລີນເຕີບໂຕໄດ້ໄວ
    – ສຳລັບໄຮ່/ນາ ແມ່ນໄຖຕໍເຟືອງແລ້ວຄາດພໍປະມານ,ບໍ່ໃຫ້ລະອຽດເກີນໄປ ແລ້ວຫວ່ານປໍເທືອງ (ບໍ່ຄວນຕາກດິນໄວ້ດົນ ເພາະຈະເຮັດໃຫ້ດິນເສຍູວາມຊຸ່ມ)
  •  ຂັ້ນຕອນການປູກ:
    – ການປູກແບບຫວ່ານ ນິຍົມໃຊ້ເມັດປະມານ 3-5 ກກ/ໄລ່ ພ້ອມທັງຫວ່ານປຸ໋ຍ 15-15-15 ອັດຕາ 20 ກກ/ໄລ່ ແລະ ປຸ໋ຍດອກຕາມຄວາມເໝາະສົມ(ສູນເຮົານຳໃຊ້ແນວພັນ 2 ກິໂລ)
    – ການປູກດ້ວຍການໂຮຍເປັນແຖວ ຈະມີໄລຍະຫ່າງລະຫວ່າງແຸວປະມານ 60-100 ຊມ
    – ການປູກເປັນຂຸມ ຈະມີໄລຍະຫ່າງລະຫວ່າງຂຸມ ແລະ ແຖວ 50×100 ຊມ ຫຼື ປັບໃຫ້ຖີຕາມຄວາມເໝາະສົມ, ໃສ່ 5-6 ເມັດ/ຂຸມ
  •  ການບົວລະບັດຮັກສາ
    – ການໃຫ້ນ້ຳ: ການໃຫ້ນ້ຳນັ້ນແມ່ນ ບໍ່ຈຳເປັນ ເພາະການປູກຫຼັງການເກັບກ່ຽວເຂົ້າ ດິນຈະມີຄວາມຊຸ່ມທີ່ພຽງພໍຕະຫຼອດໄລຍະການຈະເລີນເຕີບໂຕຈົນເຖິງການເກັບກ່ຽວ
    – ການກຳຈັດຫຍ້າ: ຫຼັງຈາກຫວ່ານເມັດ ແລະ ລຳຕົ້ນໃຫຍ່ແລ້ວມັກຈະພົບເຫັນຈຳພວກຫຍ້າອື່ນໆຂື້ນ ເພາະລຳຕົ້ນປໍເທື່ອງສາມາດຈະເລີນເຕີບໂຕໃຫຍ່ ແລະ ປົກຄຸມໜ້າດິນໄດ້ໝົດ,ແຕ່ກໍ່ຫາກມີຫຍ້າອື່ນຂື້ນ ເຊິ່ງເຮົາສາມາດຫຼົກອອກເປັນໄລຍະ,ແຕ່ເຮົາປູກເພື່ອໄຖກົບເປັນຝຸ່ນຂຽວ ບໍ່ຈຳເປັນຕ້ອງຫຼົກອອກ ເພາະຈະໄຖກົບເປັນຝຸ່ນຮ່ວມກັນ
    – ໄຖກົບປໍເທືອງ: ເມື່ອປູກໄດ້ 45-55 ວັນ ເຊິ່ງເປັນຊ່ວງທີ່ປໍເທືອງອອກດອກເຕັມທີ່, ຈາກນັ້ນປ່ອຍນ້ຳເຊົ້າເພື່ອຊັງແຊ່ໄວ້,ປະໄວ້ຢ່າງນ້ອຍ 14 ວັນຂື້ນໄປກ່ອນດຳນາ ເພື່ອໃຫ້ຈຸລິນຊີສາມາດຍ່ອຍສະລາຍປໍເທືອງເປັນຝຸ່ນ.
    – ໃນໄລຍະການເກັບກ່ຽວ ຫາກມີຝົນຕົກໃສ່ ຈະເຮັດໃຫ້ເມັດປໍເທືອງເກີດເຊື່ອລາ,ດັ່ງນັ້ນຈື່ງຄວນເກັບບໃຫ້ທັນ
    ຄວາມເໝາະສົມຂອງສະພາບແວດລ້ອມ
  •  ການເລືອກພື້ນທີ່

ຄວນເລືອກດິນທີ່ສູງ ແລະ ລະບາຍນ້ຳໄດ້ດີ, ເນື້ອດິນຕົມແກ່ນຊາຍ, ມີຄວາມເປັນກົດ ເປັນດ່າງລະຫວ່າງ 5.5 – 6. ດິນທີ່ມີຄວາມອຸດົມສົມບູນໃນລະດັບປານກາງ(ຖ້າຫາກ ດິນມີຄວາມອຸດົມສົມບູນຕ່ຳ ຕ້ອງມີການໃສ່ຝຸ່ນ 15-15-15 , 100 ກກ/ຮຕ) ເພື່ອປໍເທືອງໃຫ້ມວນສານ (ເສດເຟືອງຫຼາຍ) ແລະ ຈະເລີນເຕີບໂຕໄດ້ດີ. ໃນລະດູຝົນເໝາະສົມທີ່ສຸດ ເພາະນ້ຳພຽງພໍຕໍ່ການຈະເລີນເຕີບໂຕ ແລະ ໄດ້ຮັບຜົນຜະລິດສູງ,ສາມາດເກັບກ່ຽວຜົນຜະລິດສະດວກໃນຊ່ວງທີ່ຈະສິ້ນສຸດລະດູຝົນ. ຄວນປູກໃນລະຫວ່າງເດືອນສິງຫາ – ເດືອນກັນຍາ.

ຕົ້ນທືນ
ຕົ້ນທືນໃນການປູກປໍເທືອງ ຄວາມຈິ່ງກໍ່ບໍ່ໄດ້ລົງທືນຍັງຫຼາຍ,ຖ້າບາງສິ່ງຢ່າງທີ່ເຮົາມີກໍ່ບໍ່ຈຳເປັນຕ້ອງຊື້ ຫຼື ຈ້າງ,ແຕ່ສຳລັບຜູ້ທີ່ຈຳເປັນຕ້ອງຈ້າງ ມີລາຍລະອຽດດັ່ງລຸ່ມນີ້:

 

ລ/ດ ລາຍການ ຈໍານວນ ລາຄາ ລວມເປັນເງິນ
1 ຄ່າບຸກເບີກດິນ 3 Kg 20.0000 60.000
2 ຄ່າແຮງງານ 1ຄັ້ງ 100.000 100.000
3 2 ຄົນ 60.000/ຄົນ 120.000
                                                                       ລວມ 280.000

ຈຸດດີ ແລະ ຈຸດອ່ອນ

  • ຈຸດດີ

• ເພີ່ມທາດອິນຊີວັດຖຸໃນດິນສູງປະມານ 0.15 – 0.25% ຕໍ່ການໄຖປົກ 1 ຄັ້ງ (ຖ້າການໄຖປົກຕໍ່ເຟືອງ ບວກກັບ ໄຖປົກປໍເທືອງ ໄດ້ອິນຊີວັດຖຸໃນນາ 1.4%/ໄລ່)
• ເຮັດໃຫ້ດິນອຸດົມສົມບູນຂື້ນເລື້ອຍໆ
• ຊ່ວຍຍົກສະມັດຕະພາບຜົນຜະລິດສູງຂື້ນກວ່າເກົ່າຫຼາຍກວ່າ 10%
• ຊ່ວຍປັບປຸງບຳລຸງດິນ ເພີ່ມທາດອາຫານໃກ້ແກ່ພືດໂດຍສະເພາະທາດໄນໂຕຼເຈນ (N)
• ປະຫຍັດຕົ້ນທືນໃນການໃສ່ຝຸ່ນເລັ່ງໂດຍສະເພາະຝຸ່ນຍູເລຍ (Urea)
• ຊ່ວຍປັບປຸງໂຄງສ້າງຂອງດິນໃຫ້ດິນຂື້ນ, ດິນຜຸຜຸ່ຍ ແລະ ດູດຊືມນ້ຳໄດ້ດີ
• ຊ່ວຍອະນຸລັກຮັກສາດິນໃນພື້ນທີ່ຄ້ອຍຊັນ ດ້ວຍການຍືດເກາະປົກຄຸ້ມບໍ່ໃຫ້ໜ້າດິນຖືກການເຊາະລ້າງ
• ລຳຕົ້ນປໍເທອງຍົງສາມາດໃຊ້ເປັນວັດຖຸດິບໃນການຜະລິດເຈ້ຍ
• ສາມາດປູກເປັນພຶດຄຸມດິນ ປ້ອງກັນໜ້າດິນໃຫ້ພັງທະລາຍ

  • ຈຸດອ່ອນ

• ໃນຊ່ວງທີ່ປໍເທືອງກຳລັງແຕກງອກເປັນຕົ້ນອ່ອນ ຖ້າມີແມງໄມ້ ຫຼື ສັດຕູພຶດເຂົ້າມາ ແລະ ຂາດການເບິ່ງແຍ່ງຮັກສາ ອາດເຮັດໃຫ້ປໍເທືອງສາມາດຕາຍໄດ້

  •  ຂໍ້ແນະນຳ

• ສຳລັບນາປີ: ຄວນປູກໃນລະຫວ່າງເດືອນ ເມສາ ຫາ ເດືອນ ມີຖຸນາ ຫວ່ານລໍຖ້າຝົນ
• ສຳລັບນາແຊງ: ປູກຫຼັງກ່ຽວເຂົ້ານາປີ ແລ້ວໃຫ້ກະກຽມດິນຫວ່ານໄດ້ເລີຍ
• ຖ້າປູກໃນຊ່ວງລະດູຝົນ ຄວນປູກໃນຊ່ວງ 2 -2.5 ເດືຶອນ ກ່ອນປູກພືດຫຼັກ(ເຂົ້າ,ເຂົ້າໂພດ ແລະ ອື່ນໆ)
ຮູບ ໄຖກຽມດິນ                                    ຮູບ ອາຍຸ 13 ວັນ (ຍາວ 8 ຊມ)                    ຮູບ: ອາຍຸໄດ້ 18 ວັນ

ຮູບ: ອາຍຸ 18 ວັນ (ຍາວ 28 ຊມ)

ຮູບ ປໍເທຶອງ ອາຍຸ 43 ວັນ ກຳລັງຈະອອກດອກ

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ:

ເຕັກນິກ: ການແນະນຳອັດຕາການນຳໃຊ້ຝຸ່ນ ທີ່ແທດເໝາະກັບຄວາມອຸດົມສົມບູນຂອງດິນ

ຄວາມຮູ້ພື້ນຖານກ່ຽວກັບດິນ ແລະ ຝຸ່ນ
 ດິນ:
ໂດຍທໍາມະຊາດຂອງດິນ ມີອົງປະກອບທີ່ສໍາຄັນດັ່ງນີ້: ຫີນ ແລະ ແຮ່ປະມານ 45 ສ່ວນຮ້ອຍ%, ນໍ້າ ແລະອາກາດຢ່າງລະ ປະມານ 25 ສ່ວນຮ້ອຍ% ແລະ ທາດອິນຊີວັດຖຸຄື: ເສດຊາກພືດ, ສັດຕ່າງໆປະມານ 5 ສ່ວນຮ້ອຍ%, ອາກາດ 25 ສ່ວນຮ້ອຍ, ຖ້າຂຸດດິນລົງໄປຈະເຫັນຫີນ ແລະ ແຮ່ຈະແຈ້ງສ່ວນນ້ຳ ແລະ ອາກາດແມ່ນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ
• ດິນດີ: ແມ່ນດິນທີ່ສາມາດສະໜອງບັນດາປັດໄຈທີ່ພືດຕ້ອງການໄດ້ຢ່າງຄົບຖ້ວນຄື: ມີປະລິມານແຮ່ທາດອາຫານພຽງພໍຕໍ່ການຈະເລີນເຕີບໂຕຂອງພືດ, ມີການອູມນໍ້າ, ລະເຫີຍນໍ້າໃນອາກາດດີ, ມີອີນຊີວັດຖຸພຽງພໍ, ບໍ່ມີສານທີ່ເປັນພິດຕໍ່ພືດ, ເນື້ອດິນຜຸຜຸ່ຍ, ມີຄ່າຄວາມເປັນກົດເປັນດ່າງຂ້ອນຂ້າງເປັນ ກາງ (ຄວາມສົ້ມ ແລະ ຄວາມເຄັມຂອງດິນ) ຄື: ຄ່າຄວາມເປັນກົດເປັນດ່າງເທົ່າກັບ 5.5-7.5 ແລະບໍ່ມີຊັ້ນຫີນດານຂັດຂວາງການຈະເລີນເຕີບໂຕຂອງຮາກພືດ, ບັນດາທາດອາຫານຫຼັກໃນດິນມີສູງພຽງພໍກັບຄວາມຕ້ອງການຂອງພືດເວົ້າລວມການຜະລິດກະສິກຳແມ່ນເຮັດນ້ອຍໄດ້ຫຼາຍ, ກຸ້ມຄ່າ ແລະ ພໍໃຈ
ຕາຕະລາງ 1: ການຈັດລະດັບທາດອາຫານພືດ

ການຕີລາຄາຄຸນ

ນະພາບຂອງດິນ

ຄວາມສໍາຄັນຫຼື

ຄຸນຄ່າຂອງດິນ

ລະດັບອາຫານຕົ້ນຕໍ່ທີ່ພິຈາລະນາ
ຄ່າPH ທາດໄນໂຕເຈນ(N) ທາດຟົດສະຟຣັດ(P) ທາກໂປຕັດຊຽມ(K)
ດິນດີ 5.5-7.5 ສູງກ່ວາ 20 ສູງກ່ວາ 25 ສູງກ່ວາ 120
ດິນປາງກາງ 5.0-5.4 ຫຼື 7.6-7.9 10-20 10.1-25 81-120
ດິນບໍ່ດີ ຕໍ່າກ່ວາ 5 ຫຼື ສູງກ່ວາ 8 ຕໍ່າກ່ວາ 10 ຕໍ່າກ່ວາ 10 ຕໍ່າກ່ວາ 80

• ດິ ນບໍ່ດີ: ແມ່ນເປັນດິນທີ່ບໍ່ມີຄວາມເໝາະສົມຕໍ່ການປູກພືດ, ດິນຂາດທາດອາຫານດິນແມ່ນ ມີສີຂາວຈືດລວມໄປເຖີງປັດໄຈຕ່າງໆດ້ານເນື້ອດິນ, ໂຄງສ້າງດິນ, ເປັນດິນແຂງ(ແຈບແໜ້ນ), ມີຫີນປົນຫຼາຍ. ດິນເຄັມ, ດິນສົ້ມແຮງ, ເນື້ອດິນຊາຍ ແລະ ຊັ້ນດິນຕື້ນເມື່ອປູກພືດແລ້ວພືດບໍ່ສາມາດຈະເລີນເຕີບໂຕ ແລະ ບໍ່ໃຫ້ຜົນຜະລິດ.ບໍ່ກຸ້ມຄ່າ, ເຮັດຫຼາຍໄດ້ນ້ອຍ
ການໃຫ້ຄຳແນະນຳທາງດ້ານຝຸ່ນມີເຜີຍແຜ່ຢູ່ທົ່ວໄປ ຈະມີປະສິດທີພາບຫຼາຍຂື້ນ ຖ້າຜູ້ໃຊ້ສາມາດຮຽນຮູ້ ແລະ ເຂົ້າໃຈຕະຫຼອດຈົນນຳຄຳແນະນຳນັ້ນໄປໃຊ້ຢ່າງຖືກຕ້ອງ ນອກຈາກຈະຮູ້ວິທີການນຳໃຊ້ຝຸ່ນແລ້ວ ຍັງຕ້ອງຮູ້ ແລະ ເຂົ້າໃຈເລື່ອງດິນພ້ອມ ການປະເມີນຄວາມອຸດົມສົມບູນຂອງດິນ ເຊິງສາມາດສັງເກດຈາກຜົນຜະລິດໃນປີທີ່ຜ່ານມາ ຫຼື ການພິຈາລະນາການຈະເລີນເຕີບໂຕຂອງພືດ ຫຼື ຕົ້ນເຂົ້າໃນເນື້ອທີ່ປູກ,ລວມທັງການເຂົ້າໃຈລັກສະນະຂອງດິນ ຊື່ງເບື້ອງຕົ້ນຈະຈຳແນກໄດ້ງ່າຍໆເປັນດິນ 3 ລັກສະນະຄື:
– ດິນໜຽວ: ເປັນດິນມີຄວາມອຸດົມສົມບູນສູງກວ່າດິນລັກສະນະອື່ນໆ
– ດິນຮ່ອນ: ຄວາມອຸດົມສົມບູນຕ່ຳກວ່າດິນໜຽວ ແຕ່ສູງກວ່າດິນຊາຍ
– ດິນຊາຍ ຫຼື ດິນຮ່ອນປົນຊາຍ: ເປັນດິນທີ່ມີຄວາມອຸດົມສົມບູນຕ່ຳທີ່ສຸດ
ຄວາມອຸດົມສົມບູນຂອງດິນ (Soil fertility) ເປັນສິ່ງບົ່ງບອກສະພາບຂອງດິນ (Soil Productivity)ເປັນຄວາມສາມາດຂອງດິນໃນການໃຫ້ຜົນະລິດພືດພາຍໃຕ້ການຈັດການແບບ ຫຼື ລະບົບໜື່ງ ຄວາມອຸດົມສົມບຸນຂອງດິນ ໝາຍເຖິງ: ຄວາມສາມາດຂອງດິນໃນການໃຫ້ທາດອາຫານທີ່ຈຳເປັນ ເພື່ອການຈະເລີນເຕີບໂຕຂອງພືດ ກໍ່ຄືເມື່ອທາດອາຫານໃນດິນທີ່ຢູ່ໃນຮູບທີ່ພືດສາມາດນຳໄປໃຊ້ປະໂຫຍດໄດ້ມີປະລິມານທີ່ພໍເໝາະ ແລະ ສົມດູນຈະຊ່ວຍໃຫ້ພືດຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດທີ່ດີ.ການຮັກສາຄວາມອຸດົມສົສມບູນຂອງດິນ ຈື່ງຖືເປັນສິ່ງທີ່ຄວນຄຳໜື່ງ ໂດຍສະເພາະໃນພື້ນທີ່ທຳການຜະລິດທາງດ້ານກະສີກຳ ເພື່ອການຄ້າ
ຝຸ່ນ
ການໃຊ້ປຸ໋ຍເຄມີຂອງຊາວກະສີກອນ ຍັງເປັນສິ່ງຈຳເປັນ ແລະ ເປັນປັດໄຈສຳຄັນໃນການເພີ່ມຜົນຜະລິດ/ໄລ່ໃຫ້ສູງຂື້ນ ເຖິງວ່າໃນປັດຈຸບັດມີການໃຊ້ປຸ໋ຍໃນນາເຂົ້າ ແມ່ນມີການໃຊ້ຢ່າງກວ້າງຂວາງ ແຕ່ປະລິມານການໃຊ້/ພື້ນທີ່ ແມ່ນຍັງຕຳ່ຫຼາຍ ສ່ວນຫຼາຍແມ່ນບໍ່ຖືກຕ້ອງຕາມຫຼັກວິຊາການ ເຮັດໃຫ້ຜົນການໃຊ້ປຸ໋ຍຍັງບໍ່ສາມາດເພີ່ມຜົນຜະລິດເຂົ້າທົ່ວປະເທດໄດ້ຫຼາຍ.ດັ່ງນັ້ນ ການແນະນຳການໃຊ້ຝຸ່ນໃນນາເຂົ້າ ຕາມຄວາມອຸດົມສົມບູນຂອງດິນ ມີຈຸດປະສົງເພື່ອ ໃຫ້ຊາວກະສິກອນສາມາດນຳໃຊ້ຝຸ່ນ/ປຸ໋ຍ ຢ່າງຖືກຕ້ອງຕາມຄວາມຕ້ອງການຂອງພືດ ເພື່ອເພີ່ມຜົນະລິດ/ໄລ່ ແລະ ລົດຕົ້ນທືນການຜະລິດ
ຝຸ່ນ: ແມ່ນວັດຖຸທີ່ບັນຈຸທາດອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໂຕ ແລະ ໃຫ້ໝາກຜົນຂອງພືດ, ຝຸ່ນມີຫຼາຍສະນິດ, ມີທັງຊະນິດເມັດ, ນໍ້າ ແລະ ເປັນແປ້ງຝຸ່ນລວມໄປເຖີງວິທີການໃຊ້ ແລະ ຄຸນປະໂຫຍດກໍແຕກຕ່າງກັນເຊັ່ນ:ຊະນິດຫວ່ານ, ຊະນິດສີດ ຫຼື ຊະນິດປະສົມກັບເມັດພັນພືດ.ໃນປະເທດລາວຝຸ່ນທີ່ເຮົາຮູ້ ແລະ ໃຊ້ກັນຢູ່ໃນປະຈຸບັນນີ້ມີ 5 ປະເພດຄື: 1.) ຝຸ່ນອົງຄະທາດ 2.) ຝຸ່ນວິທະຍາສາດ3.) ຝຸ່ນຊີວະພາບ4.) ຝຸ່ນອົງຄະທາດ-ຊີວະພາບ ແລະ 5.) ຝຸ່ນອົງຄະທາດ -ເຄມີ.
ຝຸ່ນອົງຄະທາດ
ຝຸ່ນອົງຄະທາດ: ແມ່ນບັນດາຝຸ່ນຄອກຕ່າງໆທີ່ສາມາດນຳໃຊ້ໄດ້ເລີຍ ແລະ ລວມໄປເຖີງສິ່ງເສດເຫຼືອຈາກການກະສິກຳອື່ນໆມາຜ່ານຂະບວນການປຸງແຕ່ງຕາມຫຼັກການຈົນເປັນຝຸ່ນທີ່ເອີ້ນວ່າຝຸ່ນບົ່ມ, ຝຸ່ນພືດສົດກໍແມ່ນຝຸ່ນອົງຄະທາດເຊັ່ນດຽວ.

ຕາຕາລາງ 1: ປະລິມານທາດອາຫານພືດທີ່ບັນຈຸໃນຝຸ່ນອົງຄະທາດສະນິດຕ່າງໆ:

ຊະນິດຝຸ່ນ ການບັນຈຸທາດອາຫານພືດ
ຝຸ່ນເລັ່ງໃບທາດ
ໄນໂຕຣເຈນ N (%)
ຝຸ່ນໃຫ້ໝາກທາດ
ຟົດສຟໍຣັດ P (%)
ຝຸ່ນໃຫ້ຫົວທາດ
ໂປຕັດຊຽມ K (%)
ຂີ້ງົວ-ຂີ້ຄວາຍ 0.5-1.00 0.12-0.17 0.22-o,26
ເຟືອງເຂົ້າ 0.32 0.04 0.79
ແຫຼ່ງຂໍ້ມູນ (Linquist and Sengxua, 2001)
ຜັກຕົບ 1.55 0.46 0.49
ຕົ້ນສາລີ 0.71 0.11 1.38
ແກບຈູດ 0.00 0.15 0.81
ຂີ້ໝູ 1.30 2.40 1.00
ຂີ້ໄກ່ 2.42 6.29 2.11
ຂີ້ເຈຍ 1.54 14.28 0.60
ແຫຼ່ງຂໍ້ມູນ: ກົມສົ່ງເສີມການກະເສດປະເທດ ໄທ ປີ 2008

ຝຸ່ນວິທະຍາສາດ
ຝຸ່ນວິທະຍາສາດ: ເປັນສານປະກອບທີ່ຜະລິດຈາກຂະບວນການສັງເຄາະທາງວິທະຍາສາດທາດອາຫານ ສ່ວນຫຼາຍຈະຢູ່ໃນຮູບແບບທີ່ພືດນຳໄປໃຊ້ເປັນປະໂຫຍດໄດ້ທັນທີເມື່ອລະລາຍໃນນໍ້າຫຼືໃສ່ລົງໄປໃນດິນ. ຝຸ່ນວິທະຍາສາດມີ 2 ປະເພດຄື: ຝຸ່ນດ່ຽວ: ຝຸ່ນໃບທາດ N (ຍູເຣຍ)ສູດ 46-0-0, ຝຸ່ນໃຫ້ໝາກທາດ Pສູດ 0-46-0 ແລະ ຝຸ່ນໃຫ້ຫົວ ທາດ K ສູດ 00-00-60 ນອກນັ້ນຍັງຝຸ່ນປະສົມ 3 ທາດເຂົ້າກັນມີຫຼາຍສູດທີ່ຂາຍໃນຕະຫຼາດເຊັ່ນສູດ 15-15-15, 16-8-8, 16-20-0 ແລະ ຝຸ່ນອື່ນໆ.
1.3. ຝຸ່ນຊີວະພາບ
ຝຸ່ນຊີວະພາບ: ແມ່ນຝຸ່ນທີ່ປະກອບດ້ວຍຈຸລິນຊີທີ່ມີຊີວິດເມື່ອໃສ່ລົງໄປໃນດິນ ຫຼື ໃຫ້ພືດ ຈຸລິນຊີສາມາດສ້າງທາດອາຫານດ້ວຍຕົວເອງໃຫ້ພືດ ຫຼື ເຮັດໃຫ້ທາດອາຫານພືດໃນດິນລະລາຍອອກມາແລະພືດດູດໃຊ້ໄດ້ທັນທີ
ຝຸ່ນອົງຄະທາດ-ຊີວະພາບ
ແມ່ນການປະສົມ 2 ຝຸ່ນໃສ່ກັນຄືເອົາຝຸ່ນຊີວະພາບທີ່ມີເຊື້ອຈຸລິນຊີປະສົມໃສ່ຝຸ່ນອົງຄະທາດເພື່ອເພີ່ມເລັ່ງການຍ່ອຍສະຫຼາຍ ແລະ ເພີ່ມສານອາຫານໃນຝຸ່ນອົງຄະທາດໃຫ້ສູງຂື້ນຈາກເດີມລາວເຮົາກໍາລັງສຶກສາ ຫາສູດຝຸ່ນຊີວະພາບ ແລະ ຈະຜະລິດອອກຮັບໃຊ້ໃນບໍ່ໝໍ່ໆນີ້
ຝຸ່ນອົງຄະທາດ-ວິທະຍາສາດ
ແມ່ນຝຸ່ນໄດ້ຈາກການເອົາຝຸ່ນອົງຄະທາດ ມາປະສົມກັບຝຸ່ນວິທະຍາສາດເພື່ອຢາກເພີ່ມຄຸນນະພາບໃຫ້ສູງຂື້ນຕາມຄວາມຕ້ອງການ, ອັດຕາສ່ວນຝຸ່ນເຄມີທີ່ປະສົມແມ່ນບໍ່ມີກຳນົດທີ່ແນ່ນອນຕາມໃຈຂອງຜູ້ໃຊ້, ການນຳໃຊ້ຝຸ່ນດັ່ງກ່າວແມ່ນມີຜົນດີກວ່າການໃສ່ຝຸ່ນເຄມີຢ່າງດຽວເພາະຝຸ່ນອົງຄະທາດ ຈະຊ່ວຍປັບປຸງບຳລຸງດິນເຮັດໃຫດິນອ່ອນ, ປັບປຸງໂຄງສ້າງດິນ, ເພີ່ມຄວາມດຳແກ່ດິນ ແລະ ຊ່ວຍໃຫ້ຝຸ່ນເຄມີລະລາຍອອກໃຫ້ພືດນຳໃຊ້ໄດ້ສູງຂື້ນ.
ວິທີການ ແລະ ອຸປະກອນ
1. ກະກຽມອຸປະກອນ(ຂຳພວກຝຸ່ນຕ່າງໆ)
• ຝຸ່ນຄອກ (ຂີ້ງົວ,ຄວາມ,ໝູ,ຝຸ່ນບົ່ມ,ຂີ້ເຈຍ ແລະ ຂີ້ໄກ່)
• ຝຸ່ນພຶດສົດ (ພືດຕະກຸນຖົ່ວ)
• ຝຸ່ນວິທະຍາສາດ (ຝຸ່ນເຄມີ)
• ຝຸ່ນຊີວະ (ນ້ຳຈຸລິນຊີຕ່າງໆ)
ຂັ້ນຕອນໃນການນຳໃຊ້
ກ່ອນຈະຮູ້ອັດຕາການນຳໃຊ້ຝຸ່ນໃຫ້ແທດເໝາະກັບດິນໄດ້ ເຮົາຕ້ອງມີການວັດຄ່າຄວາມອຸດົມສົມບູນຂອງດິນ, ເຊິ່ງໃນສະພາບປັດຈະບັນການປະເມີນຄວາມອຸດົມສົມບູນຂອງດິນແມ່ນ ສາມາດເຮັດໄດ້ລະອຽດຫຼາຍຂື້ນ ກໍ່ຄືການອວັດຈາກຄ່າຂອງດິນໄດ້ແກ່:
– ເປີເຊັ່ນອິນຊີວັດຖຸ, ຟົດສະຟໍ, ໂປແທັດຊຽມ ແລະ ເນື້ອນດິນ
– ນອກຈາກນີ້ ຍັງວິເຄາະຄວາມເປັນກົດເປັນດ່າງຂອງດິນ (PH) ແລະ ຄ່າການຊັກນຳໄຟຟ້າ ເພື່ອສັງເກດເບິ່ງວ່າ ດິນສົ້ມ, ດິນເຄັມ ຫຼື ບໍ
ເຊິ່ງຄ່າດັ່ງກ່າວຈະນໍາໄປປະເມີນໃຫ້ໄດ້ ລະດັບຄວາມອຸດົມສົມບູນຂອງດິນ ແລະ ນໍາໄປໃຊ້ໃນການເລືອກສູດ ແລະ ອັດຕາຝຸ່ນ ຊື່ງວິທີການອ່ານຄ່າວິເຄາະດິນ ສາມາດເຮັດໄດ້ດັ່ງນີ້:

ລະດັບຄວນສົມບູນ %ອິນຊີວັດຖຸ
ຕໍ່າ ນ້ອຍກ່ວາ 1
ປານກາງ 1-2
ສູງ ຫຼາຍກ່ວາ 2

ປະລິມານຟົດສະຟໍຣັດ ທີ່ໃຊ້ປະໂຫຍດ

ລະດັບຄວາມອຸດົມສົມບູນ ຟົດສະຟໍຣົດ( ສ່ວນໃນລ້ານສ່ວນ: ppm)
ຕໍ່າ ນ້ອຍກ່ວາ 5
ປານກາງ 5-10
ສູງ ຫຼາຍກ່ວາ 10

ປະລິມານໂປແທັດຊຽມທີ່ສະກັດໄດ້

ລະດັບຄວາມອຸດົມສົມບູນ ໂປແທັດຊຽມ ( ສ່ວນໃນລ້ານສ່ວນ: ppm)
ຕໍ່າ ນ້ອຍກ່ວາ 60
ປານກາງ 60-80
ສູງ ຫຼາຍກ່ວາ 80

ສະຫຼຸບການປະເມີນລະດັບຄວາມອຸດົມສົມບູນຂອງດິນນາ ຈາກຄ່າຂອງດິນ

ລະດັບຄວາມອຸດົມສົມບູນ ອິນຊີວັດຖຸ (%) ຟົດສະຟໍຣົດ(ສ່ວນໃນລ້ານສ່ວນ: ppm) ໂປແທັດຊຽມ (ສ່ວນໃນລ້ານສ່ວນ: ppm)
ຕໍ່າ ນ້ອຍກ່ວາ 1 ນ້ອຍກ່ວາ 5 ນ້ອຍກ່ວາ 60
ປານກາງ 1-2 5-10 60-80
ສູງ ຫຼາຍກ່ວາ 10 ຫຼາຍກ່ວາ 10 ຫຼາຍກ່ວາ 80

ປະລິມານທາດອາຫານຫຼັກທີ່ໃສ່ໃນນາເຂົ້າຕາມຄ່າ ຫຼື ຄວາມອຸດົມສົມບູນຂອງດິນ

ອິນຊີວັດຖ%

ທີ່ວິເຄາະໄດ້

ປະລິມານN ປະລິມານP ປະລິມານK
ເຂົ້າໄວ້ກ່ວາແສງ

ກກN/ໄລ່

ເຂົ້າບໍ່ໄວ້ກ່ວາແສງ

ກກN/ໄລ່

ທີ່ວິເຄາະໄດ້ (ສ່ວນໃນລ້ານ

ສ່ວນ:ppm)

ທີ່ຕ້ອງໃສ່(ກກ(ກກ.P2O5/ໄລ່) ທີ່ວິເຄາະໄດ້

(ສ່ວນໃນລ້ານສ່ວນ: ppm)

ທີ່ຕ້ອງໃສ່
(ກກ.K2O/ໄລ່)
ນ້ອຍກ່ວາ 1 9 18 ນ້ອບກ່ວາ 5 6 ນ້ອຍກ່ວາ 60 6
1-2 6 12 5-10 3 60-80 3
ຫຼາຍກ່ວາ 2 3 6 6 0 ຫຼາຍກ່ວາ 80 0

ດັ່ງນັ້ນ;ຈື່ງສາມາດນຳໃຊ້ຝຸ່ນໄດ້ດັ່ງນີ້:
ຝຸ່ນນຄອກ (ຂີ້ງົວ,ຄວາມ,ໝູ,ຝຸ່ນບົ່ມ): ຄວນໃສ່ຮອງພື້ນດີທີ່ສຸດ, ໃສ່ກ່ອນໄຖຄັ້ງທໍາອິດ ປະມານ 1 ອາທິດຫຼືໃສ່ແລ້ວໄຖປົກເລີຍເພາະເປັນຝຸ່ນທີ່ຍ່ອຍສະຫຼາຍຂ້ອນຂ້າງຊ້າ, ບໍ່ຄວນໃສ່ແລ້ວປະດົນນານກວ່ານີ້ເພາະຈະເຮັດໃຫ້ຝຸ່ນເລັ່ງທາດໄນໂຕຣເຈນ(N)ສູນເສຍໄປຍ້ອນການເຜົາໃໝ້ຂອງແສງແດດ, ອັດຕາການໃສ່ປະມານ 5-10 ໂຕນ/ເຮັກຕາຫຼື 0.5-1 ກິໂລ/ຕາແມັດ


ຮູບ: ຝຸ່ນຄອກ ແລະ ຝຸ່ນບົ່ມ
ແຕ່ສຳຫຼັບ ຂີ້ເຈຍ ແລະ ຂີ້ໄກ່: ໃສ່ຮອງພື້ນຄວນໃສ່ກ່ອນຄາດແມ່ນດີທີ່ສຸດ ເພາະຝຸ່ນຈະປະສົມລົງໃນດິນຢ່າງລະອຽດເວລາຮາກເຂົ້າຂະຫຍາຍຕົວຈະໄດ້ໃຊ້ທັນທີ
ອັດຕາການໃສ່ຝຸນອົງຄະທາດ (ຝຸ່ນຄອກ : ຂີ້ງົວ,ຄວາມ,ໝູ,ຝຸ່ນບົ່ມ,ຂີ້ເຈຍ ແລະ ຂີ້ໄກ່) ສໍາລັບໃນນາປະມານ 0.2-0.3 ກິໂລ/ຕາແມັດໃສ່ກ່ອນຄາດຫຼືໃສ່ເລັ່ງຫຼັງປັກດຳ, ພຶດສວນອັດຕາທີ່ແນະນໍາໃຊ້ເຊັ່ນດຽວກັນຫວ່ານໃຫ້ທົ່ວແປງຫຼືໜານແລ້ວໄຖປົກແລ້ວຈິງປູກພືດ, ຝຸ່ນປະເພດຂີ້ສັດຄວນບົ່ມໃວ້ກ່ອນ 2 ອາທິດຈິ່ງນຳໄປໃສ່ຖ້າໃສ່ເລີຍບາງພືດຈະເລີນເຕີບໂຕຊ້າຍ້ອນເກີດຂະບວນການຍ່ອຍສະຫຼາຍຂອງຈຸລິນຊີ, ດິນເກີດຄວາມຮ້ອນໃນຊ່ວງໜຶ່ງໄມ້ໃຫ້ໝາກຝຸ່ນອົງຄະທາດໃສ່ກັບໄມ້ໃຫ້ໝາກມີ ຫຼາຍໄລຍະ ແລະ ຫຼາຍວິທີ ເຊັ່ນວ່າ ໄລະຍທໍາອິດກໍ່ຄືການຕຽມຂຸມປູກຄວນປະສົມດີນກັບຝຸ່ນອົງຄະທາດໃນອັດຕາ10 ກິໂລ/ຂຸມແລ້ວປູກພືດໃສ່ຫຼັງຈາກນັ້ນໃຫ້ໃສ່ເລັ່ງ2-3ຄັ້ງ/ປີ, ອັດຕາການໃສ່ປະມານ 10-20 ກິໂລ/ ຂູມໃສ່ອ້ອມຊົງຟູມຕົ້ນໄມ້.

ໃສ່ຕາມຊົງພຸ່ມແລ້ວຫົດນ້ຳ                                      ໃສ່ຮອງກົ້ນຂຸມ
                     ຮູບ : ວິທີການໃສ່ຝຸ່ນ

ຝຸ່ນພືດສົດ ເປັນພຶດຕະກຸນຖົວຕ່າງໆ
ພືດຕະກຸນຖົ່ວທຸກຊະນິດແມ່ນມີຄຸນຄ່າສູງໃນດ້ານການປັບປຸງບໍາລຸງດິນໃນປະຈຸບັນນິຍົມໃຊ້ກັນຫຼາຍແມ່ນ ປໍເຖຶອງ, ຖົ່ວຟ້າ, ຖົ່ວສະໂນ, ຖົ່ວເຫຼືອງ, ຖົ່ວຂຽວ ແລະຖົ້ວອື່ນໆມີປະໂຫຍດໃນດ້ານການເພີ່ມທາດອິນຊີວັດຖຸ ແລະປັບປຸງໂຄງສ້າງຂອງດິນ, ການປູກເກັບຜົນຜະລິດເມື່ອເກັບແລ້ວຄວນໄຖປັກລົງດິນເປັນຝຸ່ນ, ປູກປັບປຸງດິນເວລາພືດອອກດອກ90-100%ໃຫ້ໄຖປົກລົງດິນເປັນຝຸ່ນ

ຝຸ່ນຂຽວປໍເທືອງ                                      ຝຸ່ນຂຽວຖົ່ວຟ້າ
ຮູບ : ຝຸ່ນພືດສົດ

ການນໍາໃຊ້ຝຸ່ນວິທະຍາສາດ
ຝຸ່ນວິທະຍາສາດແມ່ນຝຸ່ນທີ່ປຸງແຕ່ງຈາກສານເຄມີໃນລະດັບໂຮງງານຊຶ່ງມີການປະກອບທາດອາຫານຕົ້ນຕໍສຳລັບພືດຄື: N, P ແລະ K ຕາມອັດຕາທີ່ຕ້ອງການ, ຝຸ່ນວິທະຍາສາດມີ 2 ປະເພດຄື: ຝຸ່ນດ່ຽວ ແລະ ຝຸ່ນປະສົມການນໍາໃຊ້ຝຸ່ນວິທະຍາສາດທີ່ມີປະສິດທິຜົນຄວນປະຕິບັດຕາມຫຼັກການດັ່ງນີ້: ໃສ່ໃຫ້ຖືກສູດ, ຖືກອັດຕາ, ຖືກເວລາ ແລະ ຖືກວິທີ.
• ໃສ່ໃຫ້ຖືກສູດ: ເປັນການດີຄວນວິໄຈດິນກ່ອນຫຼືຖ້າມີປະສົບການດ້ວຍການສັງເກດອາການຂອງພືດກໍໄດ້ດິນຂາດທາດໃດ ຈິ່ງໃສ່ຝຸ່ນນັ້ນ ບໍ່ຄວນໃສ່ຝຸ່ນຕາມໃຈພໍ່ຄ້າ
• ໃສ່ໃຫ້ຖືກອັດຕາ: ເມື່ອຮູ້ວ່າດິນຂາດທາດໃດໜຶ່ງ ເຮົາຕ້ອງໃສ່ໃຫ້ພຽງພໍຕາມອັດຕາຝຸ່ນທີ່ນັກວິຊາການແນະນໍາ.
• ໃສ່ໃຫ້ຖືກເວລາ: ການໃສ່ຝຸ່ນວິທະຍາສາດຍິຍົມໃຊ້ແມ່ນ2 ເວລາຄື: 1)ໃສ່ກ່ອນປູກເອີ້ນວ່າໃສ່ຮອງພື້ນ ແລະ 2 ໃສ່ຫຼັງປູກເອີ້ນວ່າໃສ່ເລັ່ງແຕ່ການໃສ່ສະເພາະນາ, ສວນ ຫຼື ໄມ້ໃຫ້ໝາກແມ່ນແຕກຕ່າງກັນຜູ້ໃຊ້ຄວນຮຽນຮູ້ໃຫ້ເຂົ້າໃຈກ່ອນການນຳໃຊ້.
• ໃສ່ໃຫ້ຖືກວິທີ: ວິທີການໃສ່ຝຸ່ນວິທະຍາສາດສະເພາະນາ, ພືດສວນ ແລະ ໄມ້ໃຫ້ໝາກແມ່ນບໍ່ຄືກັນ (ຫວ່ານ, ປະສົມ, ໂຮຍ, ຢອດ) ຕົວຢ່າງ ເຂົ້ານາແມ່ນຫວ່ານໃຫ້ທົ່ວ, ກ່ອນຫວ່ານໃຫ້ຮັກສານໍ້າໃວ້ປະມານ 5-10 ຊັງຕີແມັດ. ຫ້າມຫວ່ານຝຸ່ນນາບໍ່ມີນ້ຳ, ຕອນເຊົ້າທີ່ຍັງມີນ້ຳໝອກຕິດໃບເຂົ້າ, ຫຼັງຝົນຕົກໃໝ່ຫຼືກ່ອນຝົນຈະຕົກ (ໃສ່ຝຸ່ນວິທະຍາສາດທີ່ມີຜົນດີແມ່ນໃສ່ໃນຊ່ວງແຕ່ປູກຫາເຄີ່ງອາຍຸຂອງເຂົ້າຄື ເອົາອາຍຸຂອງເຂົ້າຫານ 2 ຕົວຢ່າງອາຍຸເຂົ້າ 120 ວັນ ນັບທັງຕົກກ້າກໍໃຫ້ໃສ່ໃນຊ່ວງ 60 ວັນ ລົງມາ, ຂໍ້ຫ້າມນີ້ມີຜົນເສຍຕໍ່ພືດ ແລະ ເສດຖະກິດ.

  • ວິທີການໃສ່ຝຸ່ນ(N)

• ສຳຫຼັບເຂົ້າໄວ້ແສງ ແບ່ງໃສ່ 2 ຄັ້ງ
ຄັ້ງທີ1: ໃສ່ໃນຊ່ວງປັກດຳ ຫຼື ຫຼັງປັກດຳໃນ 1 ອາທິດ ຫຼື ໄລຍະ 15-20 ວັນ ຫຼັງເຂົ້າອອກໃນນາຫວ່ານ
ຄັ້ງທີ2: ໃສ່ໃນໄລຍະ ເລີ່ມອອກດອກ (ກ່ອນເຂົ້າອອກດອກ 30 ວັນ)
• ສຳຫຼັບເຂົ້າບໍ່ໄວຕໍ່ແສງ ແບ່ງໃສ່ 3 ຄັ້ງ
ຄັ້ງທີ1: ໃສ່ໃນຊ່ວງປັກດຳ ຫຼື ຫຼັງປັກດຳໃນ 1 ອາທິດ ຫຼື ໄລຍະ 15-20 ວັນ ຫຼັງເຂົ້າອອກໃນນາຫວ່ານ
ຄັ້ງທີ2: ໃສ່ໃນໄລຍະ ເລີ່ມອອກດອກ (ກ່ອນເຂົ້າອອກດອກ 30 ວັນ)
ຄັ້ງທີ3: ໃສ່ຫຼັງຈາກຄັ້ງທີ2 ລະຫວ່າງ 15-20 ວັນ

  •  ໃສ່ຝຸ່ນ (P) ແລະ (K): ໃສ່ເປັນຝຸ່ນຮ້ອງພື້ນກ່ອນປັກດຳ ຫຼື ກ່ອນປູກເຂົ້າ

ການໃສ່ຝຸ່ນຊີວະພາບ
ເປັນຝຸ່ນທີ່ປະກອບດ້ວຍຈຸລິນຊີທີ່ເປັນປະໂຫຽດໃນປະຈຸບັນແມ່ນມີຫຼາຍບໍລິສັດຜະລິດ ຫຼື ປະຊາຊົນສາມາດ ຜະລິດເອງອັດຕາການໃຊ້ແມ່ນບໍຄືກັນສະນັ້ນຄວນປະຕິບັດຕາມການແນະນໍາຂອງຜູ້ຜະລິດ.

ໃສ່ຝຸ່ນຊ່ວງການຈະເລີນເຕີບໂຕ
ນອກຈາກຈະຕ້ອງໃສ່ຝຸ່ນໃຫ້ຖືກສູດ,ຖືກອັດຕາ, ຖືກເວລາ ແລະ ຖືກວິທີແລ້ວ ເຮົາຕ້ອງມີການໃສ່ໃຫ້ຖືກຊ່ວງ ເພື່ອການຈະເລີນເຕີບໂຕຂອງພືດອີກດ້ວຍ
ຕົວຢ່າງ: ການຈະເລີນເຕີບໂຕຊອງຕົ້ນເຂົ້າ ແມ່ນຈະມີລັກສະນະຄ້າຍຄືກັນ, ແຕ່ວ່າອາຍຸການເກັບກ່ຽວແມ່ນຈະຕ່າງກັນຕາມແຕ່ລະປະເພດ (ເຂົ້າດໍ, ກາງ ແລະ ງັນ)
• ຊ່ວງທີ່ຕ້ອງໃສ່ຝຸ່ນໃນນາເຂົ້າ ແມ່ນຊ່ວງເລີ່ມຕົ້ນ ຫາ ແຕກກໍ (0-45 ຫຼື 50)
• ຫ້າມໃສ່ຝຸ່ນນາເຂົ້ານັບແຕ່ມື້ປັກດຳໄດ້ 55 ວັນຂື້ນໄປ (ຊ່ວງເຂົ້າອອກ,ເລີ່ມສຸກ ແລະ ຈົນເຖິງເວລາເກັບກ່ຽວ 60-135 ວັນ )

 

      ຮູບ: ການໃສ່ຝຸ່ນ

  •  ຄວາມເໝາະສົມຂອງສະພາບພື້ນທີ່: ແມ່ນສາມາດໃຊ້ໄດ້ກັບທຸກສະພາບ ຂໍພຽງເຮົາໃຊ້ໃຫ້ຖືກຕ້ອງ

III. ຕົ້ນທືນທີ່ນຳໃຊ້

ລ/ດ ລາຍການ ຈຳນວນ ລາຄ່າ ເປັນເງິນ
1 ຝຸ່ນຄອກ(5-10ໂຕນ/ຮຕ,0,2-0,3 kg/ຮຕແມັດສຳຫຼັບໃສ່ນາ) (10-20kg/ຂຸມໃສ່ພຸ່ນຕົ້ນໄມ້) 17 ເປົ່າ/ໄລ່  15,000 255,000
2  ຝຸ່ນພືດສົດ  3kg/ໄລ່  25,000  75,000
3  ຝຸນວິທະຍາສາດ (ຝຸ່ນເຄມີ)  1ເປົ່າ (ເລັງ)

1ເປົ່າ (ໝາກ)

 180,000

220,000

 180,000

220,000

4  ຝຸ່ນຊີວະ (ນໍ້າຈຸລິນຊີຕ່າງໆ) ສາມາດຜະລິດໄດ້ເອງ  –
5 ລວມ  730,000

ຈຸດດີ ແລະ ຈຸດອ່ອນ
ຈຸດດີ
• ເພີ້ມທາດອິນຊີວັດຖຸໃນດິນສູງຂື້ນປະມານ 0.15-0.25%ຕໍ່ການໄຖກົບ 1 ຄັ້ງ, ເຮັດໃຫ້ດິນອຸດົມສົມບູນດີຂື້ນເລື້ອຍໆ.
• ຊ່ວຍຍົກສະມັດທະພາບຜົນຜະລິດສູງຂື້ນຈາກເດີມຫຼາຍກວ່າ 10 %.
• ຖ້າມີການຈັດການ ຫຼື ວິທີການນຳໃຊ້ຝຸ່ນທີ່ຖືກຕ້ອງກໍ່ສາມາດຫຼຸດຕົ້ນທືນໃນການຜະລິດ
• ຊ່ວຍໃນການອະນຸລັກຮັກສາດິນດ້ວຍການຍຶດເກາະປົກຄຸ້ມບໍ່ໃຫ້ໜ້າດິນຖືກການເຊາະລ້າງໜີ.
• ຊ່ວຍປັບປຸງໂຄງສ້າງຂອງດິນໃຫ້ດີຂື້ນ,ດິນຜຸຜຸ່ຍ, ແລະ ດູດຊືມນ້ຳໄດ້ດີ.
• ຊ່ວຍເຮັດໃຫ້ພືດແຂງແຮງ, ມີການຈະເລີນເຕີບໂຕເຕັມທີ ແລະ ໄລຍະການສ້າງຮ່ວງອ່ອນ
ຈຸດອ່ອນ
• ຖ້າຫາກໃສ່ຝຸ່ນບໍ່ຖືກຕາມທີ່ກ່າວມານັ້ນເປັນການສີ້ນເປືອງຕົ້ນທຶນການຜະລິດ ແລະ ຍັງກະທົບຕໍ່ພືດເຊັ່ນໃສ່ຝຸ່ນໄນໂຕຣເຈນຫຼາຍເກີນໄປເຮັດໃຫ້ພືດອົວະ, ອ່ອນແອ, ລົ້ມງ່າຍ, ພະຍາດແມງໄມ້ລະບາດ,ຜົນຜະລິດຕົກຕໍ່າ ແລະ ເຮັດໃຫ້ດິນສົ້ມອີກ

  •  ຂໍ້ແນະນຳ

• ທີ່ຄວນຄຳນື່ງໃນການໃສ່ຝຸ່ນໃນການໃສ່ຝຸ່ນ ໃຫ້ແກ່ພືດກະສີກຳ ບໍ່ຄວນໃສ່ຊີດຖືກຕົ້ນ, ແຕ່ຄວນໃສ່ໃຫ້ຫ່າງຈາກຕົ້ນຢ່າງນ້ອຍ 30 ຊມ. ຫຼືໃນກໍລະນີ້ທີ່ພຶດເປັນ ພຸ່ມຂະໜາດໃຫຍ່ຊາວກະສີກອນຄວນໃສ່ຝຸ່ນໂດຍການຫວ່ານອ້ອມຮອບບໍລິເວນ (ຈາກບໍລິເວນຊາຍພຸ່ມເຂົ້າໄປປະມານ ເຄີ່ງໜື່ງຂອງລັດສະໝີ ພຸ່ມ) ແລະ ເພື່ອໃຫ້ການໃສ່ຝຸ່ນແຕ່ລະຄັ້ງມີການສູນເສຍນ້ອຍ ແລະ ພືດໄດ້ຮັບປະໂຫຍດຫຼາຍທີ່ສຸດ; ຊາວກະສີກອນຕ້ອງປະຕິບັດດັ່ງນີ້:
– ເລື່ອກຊະນິດຂອລຝຸ່ນທີ່ຈະໃຊ້ໃຫ້ຖືກຕ້ອງ (right kind)
– ໃສ່ຝຸ່ນ/ປຸ໋ຍໃນປະລິມານທີ່ພໍເໝາະ (right amount)
– ໃສ່ຝຸ່ນໃນເວລາທີ່ພືດຕ້ອງການ (right time)
– ໃສ່ຝຸ່ນໃນບໍລິເວນທີ່ພືດສາມາດເອົາໄປໃຊ້ໄດ້ງ່າຍ (right place)

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ:

ເຕັກນີກ: ການນຳໃຊ້ໂຊລາເຊວເຂົ້າໃນການກະສີກຳ

ຄວາມສຳຄັນຂອງໂຊລ່າເຊວ (Solar Cell)
ໃນການດຳລົງຊີວິດປະຈຳວັນ ຕ້ອງອາໄສນ້ຳເປັນປັດໄຈຫຼັກ, ການນຳໃຊ້ນ້ຳໃນຊິວິດປະຈຳວັນຈະຕ້ອງອາໄສເຊື້ອໄພ ມາຜະລິດພະລັງງງານໄຟຟ້າ ຊື່ງນັບມື້ແມ່ນມີປະລິມານນ້ອຍລົງ ຈື່ງເຮັດໃຫ້ມີການນຳໃຊ້ພະລັງງານທີ່ບໍ່ມີວັນໝົດກໍ່ຄື: ພະລັງງານແສງອາທິດ ( Solar cell). ດ້ວຍເຫດນີ້ ຈື່ງໄດ້ມີພະລັງງານຈາກແສງອາທິດ ຊື່ງເປັນພະລັງານທີ່ສະອາດທີ່ ຈັດເປັນພະລັງງານທົດແທນຮູບແບບໜື່ງ ແລະ ເປັນພະລັງງານທາງເລືອກໝື່ງທີ່ມີຄວາມໝັ້ນຄັງໃນໄລຍະຍາວ ແລະ ສາມາດໃຊ້ໄດ້ຢ່າງບໍ່ມີວັນໝົດ, ໂຊລ່າເຊວໄດ້ຖືກນຳໃຊ້ເຂົ້າໃນຫຼາຍໆວຽກງານ ແລະ ຫຼາຍຂົງເຂດ ດັ່ງນັ້ນ; ຈື່ງທົດລອງການນຳໃຊ້ເຄື່ອງປຳ້ນ້ຳ ດ້ວຍພະລັງງານແສງອາທິດ ( Solar cell) ເພື່ອປະຍຸກໃຊ້ເຂົ້າໃນຊີວິດປະຈຳວັນ ແລະທາງດ້ານການກະສິກຳ.
ການປ້ຳນ້ຳດ້ວຍ ໂຊລ່າເຊວ ( Solar cell) ຈະຊ່ວຍທ່ານໃນການຫຼຸດຕົ້ນທືນໄດ້ຫຼາຍ ແລະ ສາມາດຄືນທືນໃຫ້ແກ່ທ່ານໄດ້ໄວ ເຖິງວ່າການປ້ຳນ້ຳດ້ວຍໂຊລ່າເຊວ ມີຕົ້ນທືນການລົງທືນຫຼາຍ ແຕ່ກໍ່ລົງທືນພຽງຄັ້ງດຽວ ແລະ ສາມາດໃຊ້ງານໄດ້ເປັນເວລາຍາວນານ ເຊິ່ງເປັນການລົງທືນທີ່ຄຸ່ມຄ່າ ແລະ ສິ່ງສຳຄັນປ້ຳນ້ຳໂຊລ່າເຊວໃຊ້ພະລັງງານແສງອາທິດ ເປັນມິດຕໍ່ສິ່ງແວດລ້ອມ ແລະ ຊ່ວຍຫຼຸດພາວະໂລກຮ້ອນ
ລະບົບພະລັງງານແສງອາທິດຊະນິດຕິດຕັ້ງແບບສະບົບສູບນ້ຳ/ປ້ຳນ້ຳ ( Solar Pump Systems)
ຖືດອອກແບບເພື່ອໃຊ້ເປັນແຫຼ່ງກະຈ່າຍກະແສໄຟຟ້າ ກັບເຄື່ອງສູບນ້ຳແທນ ການໃຊ້ເຄື່ອງປັ່ນໄຟ ຫຼື ໄຟຟ້າຈາກລະບົບສາຍສົ່ງການໄຟຟ້າ ສຳລັບນຳໄປໃຊ້ສູບນ້ຳຈາກແຫຼ່ງນ້ຳຕ່າງໆລຳລຽງໄປຍັງຈຸດທີ່ຕ້ອງການໃຊ້ນ້ຳ

ຮູບ: ຮູບພະລັງງານແສງອາທິດ ຊະນິດຕິດຕັ້ງແບບລະບົບສູບນ້ຳ

ວິທີການ ແລະ ອຸປະກອນ

  • ອຸປະກອນທີ່ຕ້ອງກຽມ

• ໂຊລ່າເຊວ ຂະໜາດປະມານ 300 W 2 ແຜ່ນ (ເອົາຈັດ w ກໍ່ໄດ້,ແລ້ວແຕ່ສະດວກ)
• ປ້ຳນ້ຳບາດານ ຢີ້ຫໍ້ Feili 600W / 24V
• ເຄື່ອງຄວບຄຸມບັນຈຸປ້ຳ Feili 1 ຊຸດ
• ຖັງເກັບນ້ຳຢີ່ຫໍ້ O – TOB 2000 ລິດ ຍາວ 5 ແມັດ (ແລ້ວແຕ່ຄວາມສາມາດຂອງແຕ່ລະຄົນ)
• ຫຼັກເສົາໄຟຟ້າ
• ທຸ່ນລອຍຕັດໂອໂຕແມັດຕິ
• ສາຍໄຟຟ້າ Nanyang
ໃນກາງເວັນ ໂຊລ່າເຊວຈະເກັບ ພະລັງງານແສງອາທິດ ແລະ ຜະລິດກະແສໄຟຟ້າ ເພື່ອໃຫ້ເຄື່ອງສູບນ້ຳບາດານເຮັດວຽກ ແລ້ວສູບນ້ຳຂື້ນໄປເກັບໄວ້ໃນຖັງ,ນ້ຳໃນຖັງທີ່ສູງ ຈະໄຫຼລົງດ້ວຍຄວາມແຮງໂນມຖ່ວງ ຜ່ານເຄື່ອງກັນຕອງ ກ່ອນທີ່ຈະປ່ອຍອອກ.

  •  ລະບົບການຕິດຕັ້ງ ໂຊລ່າເຊວ

ໂຊລ່າເຊວ 300w + 300w = 600w ສາມາດສູບນ້ຳບາດານໄດ້ເລິກ 35-50 ແມັດ ແລະ ທີ່ເຮົາໃຊ້ແມ່ນຈະບໍ່ມີກ້ອນແບັດເຕີລີ ແຕ່ສາມາດໃຊ້ໄຟຟ້າໄດ້ເຊັ່ນ: ທໍລະທັດ, ພັດລົມ, ລອດໄຟ 5 ຊຸດ. ການໃຊ້ເວລາ 1 ຊົ່ວໂມງ ສາມາດສູບນ້ຳໄດ້ 3000-4000 ລິດ/ຊົ່ວໂມງ,ແຕ່ວ່າມັນຂື້ນກັບແສງແດດ ແລະ ເປັນລະບົບໄຟຟ້າ 220V, ຂັ້ນຕອນການຕິດຕັ້ງມີດັ່ງນີ້:
• ໃນການຕິດຕັ້ງຕ້ອງຫັນແຜ່ນໂຊລ່າເຊວໄປທາງທິດໃຕ້ ແລະ ຍົກແຜ່ນຂື້ນເຮັດເປັນມຸມຂະໜາດ 5 – 20 ອົງສາ ເພື່ອທີ່ຈະໄດ້ຮັບພະລັງງານຈາກແສງອາທິດໄດ້ສູງສຸດ
• ຕໍ່ລະບົບໂຊລ່າເຊວ ເຂົ້າກັບຊຸດ ຄອນໂທ ງ່າຍໆ ຂົ່ວ ບວກ/ລົບ (+/-)
• ຕໍ່ຕົວປ້ຳເຂົ້າກັບຊຸດ ຄອນໂທ ແລະ ຢອນລົງໃນບໍນ້ຳບາດານທີ່ຕ້ອງການສູບ
• ເຊິ່ງທາງຮ້ານຈະມີປື່ມແບບຢ່າຝໃຫ້ເບິ່ງ,ເຊິ່ງເຮົາສາມາດຕິດຕັ້ງເອງກໍ່ໄດ້ (ແຕ່ສ່ວນຫຼາຍແມ່ນຂໍຈະມີພະນັກງານມາຕິດຕັ້ງໃຫ້)

  • ການບຳລຸງຮັກສາ ແລະ ອາຍຸການໃຊ້ງານ

ອາຍຸການໃຊ້ງານໂຊລ່າເຊວ ໂດຍທົ່ວໄປແມ່ນ 20 ປີ,ການຮັກສາພຽງງ່າຍໆກໍ່ຄື:
• ສັງເກດເບິ່ງວ່າມີສິ່ງເປີເປືອນຕົກຄ່າງ ເທິງໂຊລ່າເຊວປີລະ 1-2 ຄັ້ງກໍ່ພໍ
• ຫ້າມໃຊ້ຢາເຊັດລ້າງ ຫຼື ໃຊ້ອັນເຊັດແຫວ່ນເດັດຂາດ
• ເມື່ອເວລາຝົນຕົກ ນ້ຳຝົນຈະຊ່ວຍໃນການເຊາະລ້າງໂຊລ່າເຊວເອງ

– ສຳລັບລະບົບທີ່ໃຊ້ແບັດເຕີລີ ຊະນິດໃຊ້ນ້ຳລັ່ນ (Lead Acid)
• ຫ້າມໃຊ້ໄຟຟ້າ ຈົນເເບັດເຕີລີ ຈະໝົດ
• ແຕ່ຄວນໃຊ້ໄຟຟ້າຮ້ອຍລະ 30 – 40 ແລະ ເລີ່ມປະຈຸໄຟຟ້າໃໝ່ ໃຫ້ເຕມກ່ນໃຊ້ງານຄັ້ງຕໍ່ໄປ
• ແລະຕ້ອງໝັ້ນຕື່ມນ້ຳ ແລະ ເຊັດອະນາໄມຂົ່ວຂອງແບັດເຕີລີ
ກໍລະນີທີ່ມີການໃຊ້ Inverter: ຄວນສັງເກດວ່າ ມີສຽງດັງຜິດປັກະຕີບໍ ຫຼື ເກີດຄວາມຮ້ອນຜິດປົກະຕິ ຫຼື ບໍ, ຖ້າພົບຄວາມຜິດປົກະຕີ ໃຫ້ຮີບຕັດສາຍໄຟ ອອກຈາກ inverter ດ່ວນ ແລະ ຕິດຕໍ່ກັບບໍລິສັດທີ່ຂາຍ ເພື່ອໃຫ້ມາກວດເບິ່ງສາເຫດ ແລະ ແກ້ໄຂໃຫ້ໃຊ້ງານໄດ້ຕໍ່ໄປ
ຕັ້ນທືນທີ່ນຳໃຊ້
ທືນທີ່ນຳໃຊ້ເຂົ້າໃນເຕັກນີກການນ້ໃຊ້ໂຊລ່າເຊວເຂົ້າໃນການກະສີກຳ ມີລາຍລະອຽດດັ່ງລຸ່ມນີ້:

ລ/ດ ລາຍການ ຈຳນວນ ລາຄາ ລວມເປັນເງີນ
1 ໂຊລ່າເຊວ 2 ແຜ່ນ 3.210.000 6.420.000
2 ປ້ຳບາດານ Feili 600w/24v 1 ໜ່ວຍ 3.450.000 3.450.000
3 ໝ່ວຍຄວບຄຸມປ້ຳ Feili 1 ອັນ 668.000 668.000
4 ສາຍໄຟຟ້າ 1 ກໍ້ 612,000 612,000
5 ຖັງນ້ຳຢີ່ຫໍ້ O-TOB 2000 ລິດ + ຮ້ານຕັ້ງຖັງນ້ຳ 1 ຊຸດ 4,950,000 4,950,000
6 ຫຼັກເສົາໄຟຟ້າ 4 ເສົາ 1,200,000 1,200,000
7 ທຸ່ນລອຍຕັດໂອໂຕແມັດຕິ 1 ໜ່ວຍ 250,000 250,000
ລວມ 16,470,000

ຈຸດດີ ແລະ ຈຸດອ່ອນ

  • ຈຸດດີ

• ຊ່ວຍລົດຕົ້ນທືນຫຼາຍ ແລະ ສາມາດຄືນທືນກັບຢ່າງໄວໃຫ້ແກ່ທ່ານ ເພາະວ່າການປ້ຳນ້ຳດ້ວຍໂຊລາເຊວມີຕົ້ນທືນພຽງຄັ້ງດຽວ ແຕ່ສາມາດໃຊ້ງານໄດ້ຍາວນານ ນັບວ່າເປັນການລົງທືນທີ່ຄຸ່ມຄ່າ.
• ໂຊລ່າເຊວບໍ່ມີການປ່ອຍຂອງເສຍໃດໆ ຈື່ງຖືວ່າເປັນມິດຕໍ່ສິ່ງແວດລ້ອມ
• ສາມາດຜະລິດໄຟຟ້າໄດ້ທົ່ວທຸກມຸມໂລກ ແລະ ສ້າງໄຟຟ້າໄດ້ທຸກຂະໜາດ ຂໍພຽງແຕ່ມີແສງຈາກ ດວງອາທິດເທົ່ານັ້ນ

  •  ຈຸດອ່ອນ

• ຕົ້ນທືນສູງ ບໍ່ວ່າຈະເປັນການຕິດຕັ້ງ ແລະ ອຸປະກອນການຕິດຕັ້ງ ລວມທັງຄ່າບຳລຸງຮັກສາອີກດ້ວຍ
• ປະລິມານໄຟຟ້າທີ່ໄດ້ຈະແຜ່ຜັນໄປຕາມ ສະພາບອາກາດ ເນື່ອງຈາກພະລັງງານແສງອາທິດ Input ຂື້ນຢູ່ກັບສະພາບອາກາດ (ຄວາມເຂັ້ມແສງອາທິດ) ດັ່ງນັ້ນ Output ຈື່ງແປຜັນຕາມໄປດ້ວຍ
• ຄວາມເຂັ້ມຂອງພະລັງງານຕ່ຳ : ເຖິ່ງວ່າພະລັງງານຂອງແສງອາທິດຈະບໍ່ມີວັນໝົດ, ແຕ່ຄວາມເຂັ້ມຂອງພະລັງງານນັ້ນບໍ່ສູງ ເຮັດໃຫ້ກໍລະນີ່ທີ່ Output ສູງ,ຈຳເປັນຕ້ອງໃຊ້ເຊວແສງອາທິດຫຼາຍ ແລະ ເຮັດໃຫ້ພື້ນທີ່ຫຼາຍຂື້ນໄປອີກດ້ວຍ.

  •  ຂໍ້ແນະນຳ

• ຄວນເປັນທີ່ໂລ່ງ ເພື່ອບໍ່ໃຫ້ມີສິ່ງກີດຂວ້າງ (ບັງແສງອາທິດ)
• ການຕິດຕັ້ງບໍ່ຄວນຢູ່ໃກ້ ສະຖານທີ່ທີ່ມັກເກີດຝຸ່ນ
• ຄວນຕິດຕັ້ງແຜ່ງໂຊລ່າເຊວໃຫ້ມີຄວາມນ່ຽງປະມານ 10-15 ອົງສາ ຈາກລະດັບແນວນອນ
• ຄວນຫັ້ນແຜ່ງໂຊລ່າເຊວໄປໃນທິດທາງໃຕ້ ຈະຊ່ວຍໃຫ້ໄດ້ຮັບແສງໄດ້ດີທີ່ສຸດ

ຮູບ: ແທ່ງເກັບນໍ້າ (ຍາວ 3, ກວ້າງ 100) ຮູບ: ການຕິດຕັ້ງ

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ:

ເຕັກນີກ: ການປູກເຂົ້າດ້ວຍວິທີຢອດເມັດແຫ້ງ

ໂດຍປະຕິບັດຕາມຄໍາແນະນໍາທາງດ້ານພະຍາກອນອາກາດ (ປະຕິທິນການປູກພືດ)

ໃນສະພາບປັດຈຸບັນ ຂະບວນການ ແລະ ເຕັກນີກ ເຕັກໂນໂລຊີໃນການເຮັດນາ ໄດ້ຄົ້ນຄວ້າ ແລະ ພັດທະນາ ເພື່ອໃຫ້ເກີດຄວາມສະດວກ ເໝາະສົມຕໍ່ສະພາບພື້ນທີ່ ແລະ ເພື່ອເປັນການຫຼຸດຕົ້ນທືນໃນການເຮັດນາອີກດ້ວຍ (ຖ້າຝົນບໍ່ມາຈົນຮອດເດືອນ ມີຖຸນາ ຄວນປູດເຂົ້າດ້ວຍວິທີຢອດເມັດແຫ້ງ ໂດຍໃສ່ຝຸ່ນຮອງພື້ນກ່ອນ ຫຼື ປູກພືດອື່ນທົດແທນ)
ການປູກເຂົ້າແບບນາຢອດເມັດແຫ້ງ ເປັນອີກວິທີໜື່ງ ທີ່ຊ່ວຍໃຫ້ເມັດພັນ ມີອັດຕາການງອກທີ່ດີ,ເຂົ້າທີ່ຝັງໃນດິນບໍ່ຖືກທຳລາຍດ້ວຍສັດຕູພືດ ແລະ ແມງໄມ້, ເມື່ອຝົນຕົກຈະມີອັດຕາການງອກສູງ ແລະ ນາຢອດຈະໃຊ້ຫຼັກການດຽວກັບນາດຳ ຜົນຜະລິດທີ່ໄດ້ຈະຂື້ນຮຽງກັນ, ເປັນແຖວເປັນແນວ ສາມາດບໍລິຫານຈັດການວັດສະພືດໄດ້ງ່າຍ ສາມາດຫຼຽວເຫັນຕົ້ນເຂົ້າ ແລະ ຄຳນວນການໃຫ່ຍໄດ້ຢ່າງຊັດເຈນ. ຕົ້ນເຂົ້າແຕກກໍໄດ້ດີ ເພາະບໍ່ແນ່ນເກີນໄປ ປະລິມານເຂົ້າອອກຮວງສູງ ແລະ ເມັດງາມດີ.
ວິທີການ ແລະ ອຸປະກອນ

  • ສິ່ງທີ່ຕ້ອງກຽມ

• ແນວພັນ (ຕ້ອງເປັນແນວພັນທີ່ໄວ້ແສງ ອອກດອກໃນຊ່ວງທ້າຍຫາຕົ້ນເດືອນ 10) ກຂ6, ກຂ8, ກຂ15, ເຊບັ້ງໄຟ3, ເຊບັ້ງໄຟ4 ແລະ ແນວພັນພື້ນເມືອງອື່ນໆ (5-10 ກກ/ໄລ່)
• ເຄື່ອງຢອດເມັດແຫ້ງ 4 ແຖວ
• ປະຕິທີນການປູກພືດຂອງບ້ານ
• ຝຸ່ນຄອກ /ຝຸ່ນບົມ
• ປຸ໋ຍເຄມີ
• ລົດໄຖ ເພື່ອໄຖຮູດ (ນຳໃຊ້ສ່ວນທີ່ມີ)
ຂັ້ນຕອນໃນການປູກເຂົ້າແບບຢອດເມັດແຫ້ງ

  • ການກຽມດິນ

• ກ່ອນຈະກຽມດິນເພື່ອປູກເຂົ້າ ເຮົາຄວນໃສ່ຝຸ່ນຄອກ ຫຼື ຝຸ່ນບົມ ເພື່ອປັບປຸງບຳລຸງດິນປະໄວ້ປະມານ ເດືອນປາຍ (ທ້າຍເດືອນ ມີນາ – ເດືອນ ເມສາ). ຝຸ່ນຄອກ(ຂີ້ງົວ,ຂີ້ຄວາຍ) ຝຸ່ນບົວ (ເສດພືດ ແລະ ອື່ນໆ)
• ການກຽມດິນໃນຄະນະທີ່ ບໍ່ມີນ້ຳຂັງໃນໄຮ່ນາ
• ຫຼັງຈາກນັ້ນ ໄຖຮູດຄັ້ງທີ1 (ໃນຊ່ວງຕົ້ນເດືອນ ພຶດສະພາ – ກາງເດືອນມີຖຸນາ) ໂດຍໄຖເລີກລົງໄປ 15-20 ຊມ ແລ້ວປະໄວ້ປະມານ 1-2 ອາທິດ ເພື່ອໃຫ້ຫຍ້າຕາຍ ແລະ ໃຫ້ດິນຊັ້ນລຸມຮັບເອົາອອກຊີເຈນຈາກອາກາດ ຊື່ງເປັນການກຳຈັດພວກຫຍ້າຕ່າງໆ,ໂລກພືດ ແລະ ແມງໄມ້ ສັດຕູພືດເຂົ້າ
• ໃຊ້ຈົກ ຫຼື ລົດພວນດິນ ເພື່ອຕີດິນໃຫ້ພຽງສະໝຳສະເໝີກັນ (ອາດຈະໄຖພີກດິນອີກຮອບກ່ອນກໍ່ໄດ້)

  •  ການຢອດເມັດແຫ້ງ

• ນຳເອົາເຂົ້າໄປໃສ່ໃນເຄື່ອງຢອດເມັດທີ່ກຽມ,ໃນເຄື່ອງຢອດຈະມີລະບົບຕັນໂຍກສະຫຼັບປິດ-ເປີດກການປ່ອຍເຂົ້າ
• ເຄື່ອງຢອດ 4 ແຖວ 2 ຖັງຄູ່ ຕໍ່ເຂົ້າກັບລົດໄຖນາ ເພື່ອໃຊ້ໃນການຢອດເມັດເຂົ້າ ໃນພື້ນທີ່ແຫ້ງ(ສາມາດຢອດຄັ້ງລະ 5-7 ເມັດ)
• ຈາກນັ້ນລໍຖ້າເບິ່ງຜົນງານ.
• ປູກຊ່ອມໃສ່ບໍລິເວນທີ່ເຂົ້າບໍ່ເກີດ
ການບົວລະບັດຮັກສາໄຮ່ນາ ແລະ ວີທີການເກັລຮັກສາ

  • ການໃສ່ຝຸ່ນ: ໃນທ້າຍເດືອນ ກໍລະກົດ ຫຼື ຕົ້ນເດືອນ ສິງຫາ, ຖ້າຫາກຍັງບໍ່ມີນ້ຳ ແມ່ນບໍ່ໃຫ້ໃຊ້ຝຸ່ນ; ແຕ່ຖ້າຍັງມີນ້ຳຢູ່, ໃຫ້ໃສ່ຝຸ່ນຍູເລຍເລັ່ງໃນອັດຕາ 30 ກກ/ຮຕ ກ່ອນເຂົ້າຖືພາຕັ້ງທ້ອງ

  • ການປ້ອງກັນພະຍາດ,ສັດຕູພືດ ແລະ ແມງໄມ້

• ຊະນິດສັດຕູ້ພືດ,ແມງໄມ້ ແລະ ພະຍາດທີ່ພົບເຫັນ ແມ່ນ ບົ່ງຮຳໃບ,ເພ້ຍໄຟ,ເພ້ຍຈັກຈັນສີນ້ຳຕານ-BPH ເຊິ່ງມັກຈະພົບເຫັນໃນຊ່ວງ ການຈະເລີນເຕີບໂຕຂອງເຂົ້ານັບແຕ່ມື້ເລີ່ມຢອດຫາກ່ອນເຂົ້າຖືພາ/ຕັ້ງທ້ອງ (65 ວັນ)
• ໃນຊ່ວງໃຫ້ຜົນຜະລິດ (35 ວັນ) ມັກຈະພົບເຫັນ: ດວງກໍ-SB, ແມງແຄງຂິວ, ເພ້ຍຈັກຈັນສີນ້ຳຕານ-BPH
• ໃນຊ່ວງເກັບກ່ຽວ (30 ວັນ) ມັກຈະພົບເຫັນ: ດວງກໍ-SB, ຕັກແຕນ, ໜູ, ນົກປິດ,ເພ້ຍຈັດຈັນສີນ້ຳຕານ-BPH,ພະຍາດຄໍງວງເໜົ່າ-Neck Blast
ການກຳຈັດ ຫຼື ປ້ອງການແມງໄມ້ດ້ວຍສານເຄມີຈະເປັນອິດຕະລາຍຕໍ່ສິ່ງແວດລ້ອມ ແລະ ອັນຕະລາຍຕໍ່ສຸຂະພາບຂອງ ຊາວກະສິກອນ ແລະ ຜູ້ບໍລິໂພກເຂົ້າ, ການຄວບຄຸມນັ້ນ ນອກຈາກຈະໃຊ້ສານເຄມີເຂົ້າຊ່ວຍ ຍັງມີວິທີທາງກົນ ຫຼື ທາງກາຍະພາບເຊັ່ນ: ການດັກຈັບ , ວິທີທາງຊີວະ ແລະ ວິທີທາງພືດສະໝຸນໄພທີ່ຫາງ່າຍ ແລະ ໄດ້ຜົນອີກດ້ວຍເຊັ່ນ: ເຄືອເຂົາຫໍ, ໝາກຫຸ່ງສາ, ໝາກຂຽບ,ຜັກກະເດົາ ແລະ ຫຍ້າຂິວ (ຫຍ້າຝຣັ່ງ)
ວິທີການ:
– ເຄືດເຂົາຫໍ: ເປັນພືດທີ່ມີລົດຂົມ ເມື່ອດູດຊືມເຂົ້າໄປໃນພືດ ໄມ້ແມງຈະບໍ່ມັກ ເຊິ່ງເອົາໄວ້ໄລ່ ເພ້ຍຈັກຈັນສີນ້ຳຕານ,ເພ້ຍຈັກຈັນສີຂຽວ ປ້ອງກັນໂລດຍອດຫ້ຽວ, ໂລກເຂົ້າຕາຍພາຍ ແລະ ເຂົ້າລີບ. ວິທີໃຊ້ ເຄືອເຂົາຫໍ: ນຳເອົາເຕໍຄືອມາສັບເປັນຕອນນ້ອຍໆໃຫ້ໝຸ່ນ 5 kg ແລ້ວແຊ່ນ້ຳ 12 ລິດ ປະໄວ້ປະມານ 1-2 ຊົ່ວໂມງ,ແລ້ວຕອງເອົາແຕ່ນ້ຳໄປຊີດໃນໄຮ່ນາ. ຫຼື ຕັດເປັນຕອນນ້ອຍ 10 kg ຫວ່ານລົງໃນໄຮ່ນາ 1ໄຮ່ (ຫຼັງປັກດຳ, ຢອດ) ແລະ ສາມາດເຮັດອີກຄັ້ງຕອນເຂົ້າໄດ້ 2 ເດືອນ.
– ໝາກຫຸ່ງສາ: ມີສານ ລິຊິນ ມີນ້ຳມັນໃນເມັດ, ສານໂປຣຕີນເປັນພິດຢູ່ໃນກາກເມັດ ສາມາດເອົາໄປເຮັດປຸ໋ຍໄດ້ ເພາະມີ N,P,K ບໍ່ເໝາະລ້ຽງສັດ ຖ້າປູກເປັນແຖວ ຮົ່ວສວນໄຮ່ນາ ສາມາດໄລ່ແມງໄມ້, ໜູ, ປວກ ແລະ ຝາຍໃນໄຮ່ນາ.
– ໝາກຂຽບ: ສາມາດໃຊ້ຂ້າ ຫຼື ຊັບໄລ່ແມງໄມ້, ຂັດຂວາງການກິນອາຫານຂອງແມງໄມ້ໄດ້ຫຼາຍຊະນິດເຊັ່ນ: ເພ້ຍອ່ອນ,ເພ້ຍຈັກຈັນສີນ້ຳຕານ, ເພ້ຍຈັກຈັນສີຂຽວ, ເພ້ຍຫອຍ, ດວງກໍ ,ເຈົ່າທອງ ແລະ ບົ້ງຊະນິດຕ່າງໆ. ວິທີໃຊ້: ນຳເອົາໃນໝາກຂຽບ 1 kg ມາຕຳລະອຽດ ແລະ ແຊ່ນ້ຳ 1 ລິດ,ປະໄວ້ປະມານ 12-24 ຊົ່ວໂມງ, ຈາກນັ້ນຕອງເອົານ້ຳມາປະສົມກັບນ້ຳສະບູ່/ແຝບ 1 ບ່ວງແກ້ງ ເປັນສານຈັບໃບໃຊ້ຊີດພົ້ນທຸກໆ 6-10 ວັນ ຊາວເວລາແລງ. ຫຼື ສາມາດໃຊ້ໃບສົດ 2 kg ຕຳລະອຽດ ແລະ ແຊ່ນ້ຳ 10ລິດ ປະໄວ້ປະມານ 24 ຊົ່ວໂມງ ວິທີໃຊ້ແມ່ນຄືກັນ.
– ຜັກກະເດົາ: ທຸກສ່ວນຂອງຜັກກະເດົາ ແມ່ນມີລົດຂົມ ເມັດ ແລະ ໃບມີຄວາມສາມາດໃນການຂ້າ ແລະ ຂັບໄລ່ແມງໄມ້, ປ້ອງກັນ ແລະ ກຳຈັດແມງໄມ້ເຊັ່ນ: ດວງໝັກ,ເພ້ຍອ່ອນ, ເພ້ຍອ່ອນຝ້າຍ, ເພ້ຍຈັກຈັນສີຂຽວ, ດວງກໍ, ດວງໃຍ,ຕັກແຕນ ແລະ ອື່ນໆອີກຫຼາຍຊະນິດ. ວິທີການໃຊ້: ນຳເອົາຜັກກະເດົາມາບົດໃຫ້ລະອຽດ ແລ້ວນຳໄປຫວ່ານໃສ່ທົ່ງມາ ຫຼື ເອົາກະເດົາ ແລະ ເປືອກຕົ້ນກະເດົາປະມານ 1 kg ມາບົດໃຫ້ລະອຽດ ແລະ ຫໍຜ້າແຊ່ນ້ຳໄວ້ 1 ຄືນ, ແລ້ວຈື່ງນຳໄປຊີດພົ່ນໂດຍປະສົມສະບູ່/ແຝບ 1 ບ່ວງອາຫານ,ພົ່ນທຸກໆ 7 ວັນ ຂອງຕອນແລງ. ຫຼື ນຳເອົສໃບກະເດົາ, ຂ່າ, ຫົວສິໄຄ ຢ່າງລະ 1 kg ນຳມາສັບໃຫ້ລະອຽດ, ແລ້ວເອົາມາຕຳລວມກັນແລ້ວແຊ່ນ້ຳໄວ້ 1 ຄືນ ແລ້ວນຳ້ເອົາຫົວເຊື້ອປະສົມນ້ຳ 1 ເທົ່າຕົວ ຊີດໄລ່ໜອນ, ດວງ ແລພ ແມງໄມ້ໃນໄຮ່ນາ ທຸກໆ 7 ວັນ ຍາມແລງ
– ຫຍ້າຂິວ(ຫຍ້າຝຣັ່ງ): ສາມາດຂ່າແມງໄມ້ ແລະ ໄລ່ດວງໄດ້ເຊັ່ນ: ປະເພດເພ້ຍ ແລະ ຈຳພວກດວງ ແລະ ວິທີການໃຊ້ແມ່ນ: ນຳເອົາຕົ້ນ,ໃບ ມາຕາກແຫ້ງ ແລ້ວນຳທາບົດໃຫ້ລະອຽດ 400 g ປະສົມນ້ຳ 8 ລິດ, ກໍລະນີໃຊ້ໃບສົດ 1 kg /ນ້ຳ 5 ລິດ. ຈາກນັ້ນຄົນໃຫ້ເຂົ້າກັນ ແລ້ວຖິ່ມປະໄວ້້ 24 ຊົ່ວໂມງ ແລ້ວນຳມາຕອງໃສ່ຜ້າຂາວບາງໆ ການໃຊ້ງານແມ່ນປະສົມກັບສະບູ/ແຝບ/ຢ່າສະຜົມ ຫຼື ຊັນໄລ 1ບ່ວງແກ້ງ/ນ້ຳ 8 ລິດ (ກໍລະນີ້ ໃຊ້ໃນສົດ ແມ່ນ 0,5 ບ່ວງແກ້ງ/ນ້ຳ 5 ລິດ) ໃຊ້ຊີດພົ່ນທຸກໆ 7 ວັນ ຍາມແລງ
ການນຳໃຊ້ພືດສະໝູນໄພທີ່ຫາງ່າຍ, ປູກງ່າຍຈາມບ້ານເຮືອນ ແລະ ເປັນການປະຢັດ ແລະ ປອດໄພ ເພາະວ່າພືດຫຼາຍຊະນິດມີກົນໄກປ້ອງກັນແມງໄມ້ບໍ່ໃຫ້ມາລົບກວນ ຫາກເຮົານຳມາໃຊ້ງານ ກໍ່ຈະເປັນປະໂຫຍດບໍ່ນ້ອຍ. ແຕ່ບາງຄັ້ງຖ້າຫາກສັດຕູ້ພືດ ຫຼື ແມງໄມ້ຕ່າງໆ ຫາກຫຼາຍເກີນທີ່ເຮົາປ້ອງກັນບໍ່ໄດ້ ຈື່ງຕ້ອງມີການໃຊ້ສານເຄມີເຂົ້າຊ່ວຍໃນບາງຄັ້ງ.
ຮູບ: ສະໝຸນໄພພື່ນບ້ານທີ່ ສາມາດໃຊ້ປ້ອງກັນແມງໄມ້ໃນນາເຂົ້າ

  •  ການເກັບກ່ຽວ

ການເກັບກ່ຽວ ຫຼັງຈາກທີ່ເຂົ້າອອກດອກ ຫຼື ອອກຮ່ວງປະມານ 20 ວັນ ຈະເລັ່ງລະບາຍນ້ຳອອກ ເພື່ອເປັນການເລັ່ງໃຫ້ເຂົ້າສຸກພ້ອມໆກັນ ແລະ ເຮັດໃຫ້ເມັດເຂົ້າມີຄວາມຊຸ່ມບໍ່ສູງເກີນໄປ ຈະສາມາດເກັບກ່ຽວໄດ້ຫຼັງລະບາຍນ້ຳອອກ 10 ວັນ ແລະ ການເກັບຮັກສາກໍ່ປະຕິບັດຕາມທີ່ເຄີຍປະຕິບັດຜ່ານມາ
ຄວາມເໝາະສົມຂອງສະພາບພື້ນທີ່
ການປູກເຂົ້າ ໃນແຕ່ລະທ້ອງຖິ່ນຈະແຕກຕ່າງໆກັນໄປຕາມສະພາບຂອງດິນຟ້າອາກາດ ແລະ ສັງຄົມຂອງທ້ອງຖິ່ນນັ້ນໆ ໃນແຫຼ່ງທີ່ຕ້ອງອາໄສນ້ຳຝົນພຽງຢ່າງດຽວ ແລະ ໄລຍະເວລາໃນການປູກເຂົ້າໃຫ້ເໝາະສົມກັບຊ່ວງທີ່ມີຝົນຕົກສະໝ່ຳສະເໝີ ແລະ ເກັບກ່ຽວໃນຊ່ວງທີ່ມີຝົນໝົດພໍດີ ເນື່ອງຈາກແຕ່ລະທ້ອງຖິ່ນມີສະະພາບດິນຟ້າອາກາດທີ່ແຕກຕ່າງກັນ
ສະຫຼັບການເຮັດນາມີ ປັດໃຈຫຼັກ 2 ປະການ ເປັນພື້ນຖານໃນການເຮັດນາ ແລະ ເປນຕົວກຳນົດວິທີການປູກເຂົ້າ ແລະ ພັນເຂົ້າ ທີ່ຈະໃຊ້ໃນການເຮັດນາດ້ວຍຫຼັກ 2 ປະການຄືເ
– ສະພາບພື້ນທີ່ (ລັກສະນະເປັນພື້ນທີ່ ສູງ ຫຼື ຕ່ຳ ສາມາດປູກໄດ້ທຸກສະພາບດິນທີ່ມີການກຽມພື່ນທີ່ແລ້ວ) ແລະ ພູມອາກາດ
– ສະພາບນ້ຳສະຫຼັບການເຮັດນາ

ຕັ້ນທືນໃນການໃຊ້
ຕົ້ນທືນທີ່ນຳໃຊ້ເຂົ້າໃນການປູກເຂົ້າຄັ້ງນີ້ ຖ້າພື້ນທີ່ນາເຮົາຫຼາຍກໍ່ອາດຈະໃຊ້ຫຼາຍກວ່າ ແລະ ລາຍລະອຽດດັ່ງລຸ່ມນີ້

ລ/ດ ລາຍການ ຈໍານວນ ລາຄາ ລວມເງິນ
1 ແນວພັນ (ວຽງຈັນ 450) (5-10ກກ/ໄລ່) 5 Kg 7,000 35,000
2 ເຄື່ອງຢອດ 1 ເຄື່ອງ 2,900,000 2,900,000
3 ຝຸ່ນຄອກ/ຝຸ່ນບົມ 10 ເປົ່າ 15,000 15,000
4 ຝຸ່ນເຄມີ 1 ເປົ່າ 180,000 180,000
5                                                                                                        ລວມ 3,265,000

ຈຸດດີ ແລະ ຈຸດອ່ອນໃນການເຮັດນາຢອດເມັດແຫ້ງ

  •   ຈຸດດີ

• ການເຮັດນາດ້ວຍວິທີຢອດເມັດແຫ້ງນີ້ ນອກຈາກຈະໃຊ້ນ້ຳນ້ອຍກວ່າການດຳນາ ແລະ ວິທີການຫວ່ານແລ້ວ ຍັງສາມາດຫຼຸດຕົ້ນທືນການຜະລິດອີກດ້ວຍ
• ສາມາດເຮັດການຕັດພັນໄດ້ງ່າຍ ເນື່ອງຈາກນາຢອດ ຈະມີໄລຍະຫ່າງລະຫວ່າງແຖວ ກໍ ໃກ້ຄຽງກັບການເຮັດນາດຳ (ສາມາດປັບລະຍະໄດ້ຕາມຄວາມຕ້ອງການໂດຍການກໍານົດລະຍະຫ່າງໃນການເຈາະຮູ)
• ປະຢັດເມັດພັນ ໂດຍໃຊ້ເມັດພັນ 7 ກກ/ໄລ່
• ຕົ້ນເຂົ້າກໍ່ຈະເປັນແຖວເປັນແນວ ກວ່າເຮັດນາຫວ່ານ
• ຕົ້ນເຂົ້າທີ່ຢອດແມ່ນຝັ່ງລົງເລີກ ເມື່ອແຫ້ງແລ້ງ ຕົ້ນເຂົ້າກໍ່ຈະບໍ່ເປັນຍັງ ເພາະດິນຍັງມີຄວາມຊຸມຢູ່
• ເຂົ້າແຕກກໍດີ ແຂງແຮງ ບໍ່ລົ້ມ ແລະ ຮ່ວງໃຫຍດີ
• ໂລດ ແລະ ສັດຕູ້ພືດກໍ່ມີນ້ອຍ

  • ຈຸດອ່ອນ

• ໃຊ້ເວລາຫຼາຍ ເມື່ອທຽບກັບການເຮັດນາແບບຫວ່ານນ້ຳຕົມ ຫຼື ໃຊ້ລົດດຳນາ
• ສິ້ນເປືອງກຳລັງຫຼາຍໃນການຢອດເມັດພັນເຂົ້າ ເນື່ອງຈາກຕ້ອງໃຊ້ແຮງງານຄົນໃນການລາກເຄື່ອງຢອດ ທັງນີ້ແມ່ນຂື້ນກັບສະພາບພື້ນທີ່ນາອີກດ້ວຍ

  •  ຂໍ້ແນະນຳ

• ກ່ອນການຢອດເມັດແຫ້ງໃຫ້ທົດສອບເບິ່ງດິນກ່ອນ ໂດຍບໍ່ຕ້ອງຝັ່ງເມັດເຂົ້າ ເພື່ອເບິ່ງອັດຕາການຢອດຂອງເມັດ ເພາະສະພາບເມັດທີ່ແຕກຕ່າງກັນ ການຈະຢອດໄດ້ສະໝຳ່ສະເໝີນັ້ນ ຕ້ອງກຽມດິນໃຫ້ລະອຽດ ປັບພື້ນທີ່ໃຫ້ຮຽບພຽງສະກ່ອນ

ຮູບ: ການກຽມດິນ ແລະ ວິທີການຢອດ

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ:

ເຕັກນິກ: ການປັບປຸງບຳລຸງດິນດ້ວຍນ້ຳຈຸລິນຊີຈາກ ຂີ້ກະເດືອນ

ຂີ້ກະເດືອນ ເປັນສັດຊະນິດໜື່ງ ທີ່ຖືວ່າມີປະໂຫຍດຫຼາຍກວ່າໂທດໃຫ້ແກ່ມະນຸດ ທີ່ພົບ ແລະ ຮູ້ຈັກມີປະມານ 4,400 ຊະນິດ, ເຊິ່ງມັນຈະມີສ່ວນຊ່ວຍເຮັດໃຫ້ໂຄງສ້າງຂອງດິນດີຂື້ນ, ເຮັດໃຫ້ດິນຜຸຜຸ່ຍ ແລະ ເຮັດໃຫ້ການລະບາຍນ້ຳ ແລະ ອາກາດໄປສູ່ດິນດີຂື້ນ. ຂີ້ກະເດືອນສາມາດເຈາະລົງໃຕ້ດິນໄດ້ເລິກກວ່າ 20 ແມັດ, ຊື່ງເປັນການໄຖພວນດິນແບບທຳມະຊາດ ທີ່ເຄື່ອງກົນຈັກທາງການກະເສດບໍ່ສາມາດເຮັດໄດ້ ແລະ ຍັງຊ່ວຍໃຫ້ດິນມີອຸດົມສົມບູນໂດຍການຊ່ວຍເພີ່ມອິນຊີວັດຖຸ ແລະ ທາດອາຫານແກ່ດິນ. ນອກຈາກນີ້ຍັງພົບວ່າ ຂີ້ກະເດືອນຍັງມີປະໂຫຍດຕໍ່ພືດໃນການຊ່ວຍກະຕຸ່ນ ການຈະເລີນເຕີບໂຕຂອງພືດ ແລະ ສາມາດບອກເຖິງການປົນເປືອນສານເຄມີໃນດິນໄດ້ ດ້ວຍການເບິ່ງຈຳນວນຂີ້ກະເດືອນໃນດິນ ເຖິງຄວາມໜາແນ່ນຂອງຂີ້ກະເດືອນ.
ນ້ຳຈຸລິນຊີຂີ້ກະເດືອນແມ່ນ ການນຳເອົາມູນຂີ້ກະເດືອນໄປຂະຫຍາຍເຊື່ອຈຸລິນຊີໃຫ້ອອກມາໃນຮູບແບບຂອງນ້ຳ ເຊິ່ງຈະເຮັດໃຫ້ເຮົາໄດ້ເຊື່ອຈຸລິນຊີໄດ້ຫຼາຍຂື້ນ ແລະ ມີທາດອາຫານທີ່ພືດຕ້ອງການ ເປັນປຸ໋ຍຂະນິດນ້ຳ ທີ່ເຮົາສາມາດນຳໄປຊີດພົ້ນ ຫຼື ປະສົມນ້ຳຫົດຕົ້ນໄມ້ໄດ້


ຊື່ທ້ອງຖິ່ນ: ຂີ້ກະເດືອນນ້ອຍ                                                         ຊື່ທ້ອງຖິ່ນ: ຂີ້ກະເດືອນດິນ

ຊື່ອັງກິດ: (African night crawler)                                                ຊື່ອັງກິດ : (earthworm)
ວິທີການ ແລະ ອຸປະກອນໃນການລ້ຽງຂີ້ກະເດືອນ

  •  ສ່ວນປະສົມຫຼັກຂອງການລ້ຽງຂີ້ກະເດືອນ

1. ມູນສັດ (ຂີ້ງົວ,ຂີ້ຄວາຍ,…) 25 ເປົາ,1ເປົາ = 13 kg
2. ຂີ້ກະເດືອນ
3. ຝຸ່ນບົມ

ຂັ້ນຕອນໃນການກຽມມູນສັດ
ນຳເອົາຂີ້ມູນສັດ (ຂີ້ງົວ 25 ເປົາ) ໄປແຊ່ນ້ຳໃນຖັງນ້ຳທີ່ມີຄະໜາດໃຫຍ່ທີ່ສາມດຮອງຮັບມູນສັດໄດ້,ຈາກນັ້ນຈື່ມມູນສັດ ແລ້ວແຊ່ປະໄວ້ 1 ອາທິດ ແລະ ນ້ຳທີ່ແຊ່ມູນສັດນັ້ນຕ້ອງປະສົມນ້ຳຂີ້ກະເດືອນພ້ອມ ເພື່ອຊ່ວຍດັບກິ່ນມູນສັດ.
ຂັ້ນຕອນການລ້ຽງ
• ຫຼັງຈາກແຊ່ຂີ້ງົວໄດ້ 1 ອາທິດ, ເຮົາກໍນໍາມາຕັ້ງປະໄວ້ 1 ວັນ
• ຈາກນັ້ນເອົາເຂົ້າຄອກ 1 ບ໊ອກ (ພື້ນທີ່ປະມານ 1 – 2 m2) ໃຊ້ຂີ້ງົວປະມານ 4 – 5 ເປົາ
• ແລ້ວນຳເອົານ້ຳໃຊ້ຫົດຊີ້ງົວໃຫ້ຊຸ່ມ,ໂດຍໃຊ້ມືແຍ່ເບິ່ງວ່າ ຂີ້ງົວເຢັນລົງຫຼືບໍ
• ວັັນຕໍ່ມາ ເຮົາກໍ່ໂຮຍຂີ້ກະເດືອນໃສ່ ຂີ້ງົວທີ່ເຮົາກຽມໄວ້.ຂີ້ງົວ 4 ເປົາ/ຂີ້ກະເເດືອນ 5 kg ຫຼື ຂີ້ງົວ 5ເປົາ/ຂີ້ກະເດືອນ 6 kg.
• ໃນຂີ້ງົວ 4 ເປົານັ້ນ ເຮົາຈະໄດ້ຝຸ່ນຂີ້ກະເດືອນ ປະມານ 70 – 80 kg, ຖ້າຂີ້ງົວ 5ເປົາ ຈະໄດ້ຝຸ່ນຂີ້ກະເດືອນ 90 – 100 kg.
• ລະຫວ່າງນັ້ນໃຫ້ຫົດນ້ຳ ເພື່ອໃຫ້ຊຸ່ມພໍປະມານ ເມື່ອໄດ້ແລ້ວ ໃສ່ຝຸ່ນໝັກລົງໃນພາຫະນະທີ່ຈະລ້ຽງ ບໍ່ວ່າຈະເປັນ ກະຊາມ, ອ້າງຊີມັງເປັນຕົ້ນ. ຈາກນັ້ນປ່ອຍຂີ້ກະເດືອນລົງໄປ, ແລ້ວຄ່ອຍໆໃຫ້ອາຫານ ແລະ ຫົດນ້ຳຢ່າງສະໝຳ່ສະເໝີ
ຂັ້ນຕອນການບົວລະບັດຮັກສາ ຫຼັງຈາກທີ່ປ່ອຍຂີ້ກະເດືອນລົງ.
• ອາທິດທຳອິດຕ້ອງມີການຫົດນ້ຳ, ຖ້າອາກາດຮ້ອນໆຕ້ອງຫົດເກືອບທຸກມື້, ແຕ່ຖ້າມີຝົນກໍ່ຫົດບາວັນ.ຫົດນ້ຳປົກະຕິ ແຕ່ຖ້າຢາກໃຫ້ດີແມ່ນໃຊ້ຫົວປ່ອຍນ້ຳແບບສະເປ ເນື່ອງຈາກວ່າ ຖ້າເຮົາໃຊ້ແບບສີດທຳມະດາ ມັນຈະມີຜົນເສຍຄື: ຈະເຮັດໃຫ້ປຽກສະເພາະບາງຈຸດ, ສີດພໍໃຫ້ຊຸ່ມ ບໍ່ຕ້ອງປຽກຂຈົນຊຸ່ມ. ຖ້າປຽກຈົນຊຸ່ມກໍ່ຈະມີປັດຫາຕາມມາກໍ່ຄື: ຝຸ່ນຈະຊ້າ ເພາະເລື່ອງຄວາມຊຸ່ມເຮົາຕ້ອງຊຳນານນ້ອຍໜື່ງ ຖ້າປຽກຊຸ່ມຫຼາຍ ເວລາຂີ້ກະເດືອນຍ່ອຍອອກມາຖັບຖົມກັນແມ່ນເເໜ່ນຫຼາຍ.
• ເມື່ອຄົບກຳນົດ 20 ວັນ ຂອງຮອບການລ້ຽງນັ້ນ ຈະຢຸດການຫົດນໍ້າຕໍ່ເນື່ອງໄປອີກ 10 ວັນ ເພື່ອເອົາມູນຂີ້ກະເດືອນ.
• ໃຊ້ເວລາໃນການຍ່ອຍປະມານ 25 ວັນ ຫຼື 1 ເດືອນ,ແຕ່ບໍ່ໃຫ້ເກີນ 40 ວັນ ຫຼັງຈາກນັ້ນກໍ່ເກັບມາຕາກແດດ (ແຕ່ບໍ່ແມ່ນຕາກແດດແທ້,ຕ້ອງຕາກໃນຮົ່ມ), ຫ້າມບໍ່ໃຫ້ຖືກແສງແດດ ເພື່ອປັບຄວາມຊຸ່ມ,ໃຫ້ຄວາມຊຸ່ມຫຼຸດເຫຼືອພຽງ 20 – 30% ຖ້າຊຸ່ມຫຼາຍເກີນໄປກໍ່ບໍ່ສາມາດ ຮ່ອນໄດ້.
• ຖ້າຢາກໃຫ້ດີແມ່ນ: ແຕ່ລະບ໊ອກ,ແຕ່ລະຖັງທີ່ລ້ຽງ ຄວນມີວັນ,ເວລາ ຂຽນກຳນົດເອົາໄວ້ວ່າ ເຮົາເລີ່ມລົງເຮັດວັນທີ່ໃດ ເພື່ອສະດວກໃນການຄາດການໃນການໜັກຂີ້ງົວ ໃນຄັ້ງຕໍ່ໄປ, ສ່ວນນ້ຳໜັກຂີ້ງົວ ກໍ່ສາມາດນ້ຳເອົານຳເກົ່າມາໃຊ້ໄດ້ເຖິງ 2 ຄັ້ງ. ຈາກນັ້ນເຮົາກໍ່ສາມາດນຳໄປຫົດພຶດຜັກສ່ວນຄົວໄດ້ເປັນຢ່າງດີ ເຊິ່ງເປັນການປະຢັດທີ່ຄຸ່ມຄ່າ.
ຄວາມເໝາະສົມຂອງສະພາບແວດລ້ອມ.
ສະພາບແວດລ້ອມກໍ່ເປັນປັດໃຈສຳຄັນຕໍ່ການຈະເລີນເຕີບໂຕຂອງຂີ້ກະເດືອນປະກອບດ້ວຍ
2.1. ຄວາມຊຸ່ມ: ຂີ້ກະເດືອນແຕ່ລະຊະນິດຈະເລີນເຕີບໂຕໄດ້ດີໃນຄວາມຊຸ່ມທີ່ແຕກຕ່າງກັນເຊັ່ນ: ຄວາມຊຸ່ມທີ່ເໝາະສົມຕໍ່ຂີ້ກະເດືອນທີ່ອາໄສຢູ່ພື້ນດິນ 40-70%, ສ່ວນຂີ້ກະເດືອນທີ່ອາໄສຢູ່ພື້ນກອງມູນສັດ ຫຼື ຊາກອິນຊີທີ່ມີການຈະເລີນເຕີບໂຕໄດ້ດີ ຕວາມຊຸ່ມ 70-80% ເປັນຕົ້ນ.
ອຸນຫະພູມ: ອຸນຫະພູມທີ່ເໝາະສົມຕໍ່ການຈະເລີນເຕີບໂຕຂອງຂີ້ກະເດືອນ ຢູ່ໃນຊ່ວງ 15-28 ອົງສາເຊ ໂດຍສະເພາະຂີ້ກະເດືອນໃນເຂດຮ້ອນຈະມີຄວາມຕ້ານທານ ຕໍ່ອຸນຫະພູມສູງໄດ້ດີກວ່າ ຂີ້ກະເດືອນໃນເຂດອົບອຸ່ນ.
ຂີ້ກະເດືອນ ນອກຈາກຈະນຳເອົາຂີ້ຂອງມັນມາເຮັດຝຸ້ນໄດ້ແລ້ວນັ້ນ, ຍັງສາມາດນຳມາເຮັດນ້ຳຈຸລິນຊີຂີ້ກະເດືອນໃຊ້ໄດ້.ລາຍລະອຽດມີດ່ັງລຸ່ມນີ້:
ຂັ້ນຕອນຂອງການເຮັດນ້ຳຈຸລິນຊີຂີ້ກະເດືອນ
ໃນການຜະລິດນ້ຳໝັກມູນຂີ້ກະເດືອນນັ້ນ ຈະປະກອບມີຫຼາຍໆ ວິທີທີ່ແຕກຕ່າງກັນ ເຊິ່ງເຮົາສາມາດລົງມືເຮັດເອງໄດ້ ງ່າຍໆ
ວີທີການແລະອຸປະກອນ
(ວິທີທີ່ 1)

  •  ສ່ວນປະສົມ ແລະ ອັດຕາສ່ວນປະສົມ

• ກາກນ້ຳຕານ 100 cc (ເພື່ອໄປລ້ຽງຈຸລິນຊີໃຫ້ມີການຂະຫຍາຍໂຕໄວ)
• ນ້ຳ 10 kg
• ມູນສັດ (ຂີ້ຂອງຂີ້ກະເດືອນ) 1 kg
• ຖັງ 20 – 50 ລິດ
• ເຄື່ອງໃຫ້ ອອກຊີເຈນຕູ້ປາ

  • ຂັ້ນຕອນການໝັກ

• ໃຊ້ມູນຂີ້ກະເດືອນ ບັນຈຸໃນຜ້າ ທີ່ມັດໄວ້ໃຫ້ແໜ້ນ ຫຼື ໃສ່ກະສອບກໍ່ໄດ້
• ຖອກນ້ຳໃສ່ຖັງໃຫ້ເຕັມ ຖ້າເປັນນ້ຳປະປາ ແມ່ນປະຖິ່ມໄວ້ 2 ວັນ, ຫຼັງຈາກນັ້ນນໍາເອົາມູນຂີ້ກະເດືອນທີ່ກຽມໄວ້ ໃສ່ລົງໃນຖັງທີ່ມີນ້ຳ ແລ້ວເອົາ ກາກນ້ຳຕານ 100 cc ຫຼື ນ້ຳຕານແດງ 1 ຖ້ວຍ
• ຈາກນັ້ນປຳ້ລົມຕູ້ປາ ຕໍ່ສາຍລົມອອກຊີເຈນ ໄປຫາຫົວຈຸ່ມລົງໄປໃນນ້ຳດົນເຖິງ 3 ວັນ ຫຼື 7 ວັນ,ກໍ່ສາມາດນົໃຊ້ໄດ້ແລ້ວ ຈື່ງເອົາຖົງມູນຂີ້ກະເດືອນອອກຈາກຖັງນ້ຳ ນຳໄປເຮັດປຸ໋ຍແຫ້ງໃສ່ຕົ້ນໄມ້ໄດ້

  • ອັດຕາການສ່ວນ ແລະ ວີທີການນຳໃຊ້ນ້ຳຈຸລິນຊີ

• ໃຊ້ຊີດພົນທາງໃບຂອງພືດ ແມ່ນໃຊ້ນ້ຳໝັກມູນຂີ້ກະເດືອນ 1 ລິດ/ນໍ້າ 10 ລິດ ໃຫ້ພົນຕອນເຊົ້າ ຫຼື ຕອນແລງທີ່ຍັງມີແສງແດງອ່ອນໆ
• ໃຊ້ເປັນນ້ຳຫົດເງົ້າຕົ້ນໄມ້ ພໍດິນຊຸ່ມ ຫຼື ດິນອຸ້ມນ້ຳ ນ້ຳໝັກ 1 ລິດ/ ນໍ້າ 20 ລິດ
• ໃຊ້ພົນເມັດແນວພັນກ່ອນປູກໄດ້

ວິທີທີ 2

  • ສ່ວນປະສົມ ແລະ ອັດຕາສ່ວນ

• ມູນຂີ້ກະເດືອນ 1 kg
• ນ້ຳສະອາດ 10 kg
• ຖັງ 20 ລິດ

  • ວິທີການໝັກ

• ນຳເອົາມູນຂີ້ກະເດືອນ ລົງໃນຖັງທີ່ກຽມໄວ້
• ແລ້ວນຳເອົານ້ຳ 10 kg ຖອກລົງໄປປະສົມກັບມູນຂີ້ກະເດືອນ,ຄົນໃຫ້ເຂົ້າກັນຢ່າງລະອຽດ
• ແລ້ວໝັກປະໄວ້ 1 ຄືນ, ຫຼັງຈາກໄດ້ 1ຄືນ ນຳເອົານ້ຳໝັກ ມາຕອງເອົາມູນຂີ້ກະເດືອນອອກ ສະກັດເອົາແຕ່ນຳ້,ສ່ວນຂີ້ກະເດືອນທີ່ເຫຼືອ ເຮົາສາມາດນຳໄປໃສ່ຕົ້ນໄມ້ໄດ້
• ເມື່ອເຮົາສະກັດເອົາແຕ່ນ້ຳສຳເລັດແລ້ວ ເຮົາກໍ່ຈະໄດ້ປຸ໋ຍນ້ຳໝັກຂີ້ກະເດືອນ

  •  ອັດຕາການສ່ວນ ແລະ ວີທີການນຳໃຊ້ນ້ຳຈຸລິນຊີ

• ໃຊ້ຊີດພຶດທາງໃບ ໃນອັດຕາ 1 cc / ນ້ຳ 1 ລິດ
• ອັດຕາ 20 cc / ນ້ຳ 20 ລິດ (5 cc =1 ບ່ວງຊົດແກ້ງ)
ຕົ້ນທືນທີ່ນຳໃຊ້

ລ/ດ ລາຍການ ຈໍານວນ ລາຄາ ລວມເປັນເງິນ
ສໍາລັບການລ້ຽງ
1 ຂີ້ກະເດືອນ 4Kg 300.000 120.000
2 ຝຸ່ນຄອກ (ຂີ້ງົວ) 10ເປົ້າ 15.000 150.000
3 ພາຊະນະລ້ຽງ (ຊ່າມ, ກະຕາ, ແທ່ງ) 4ອັນ 30.000 120.000
4 ລວມ 390.000
ສໍາລັບການເຮັດນໍ້າໜັກ
1 ມູນຂີ້ກະເດືອນ (ຈາກເຮົາລ້ຽງ) 1 Kg
2 ກາກນໍ້າຕ້ານ 2 Kg 8.000 18.000
3 ຖັ່ງ 20 ລິດ 1ຖັ່ງ 20.000 20.000
4 ເຄື່ອງອອກຊີເຈນຕູປາ 1ອັນ 100.000 100.000
5 ລວມ 138.000

ຈຸດດີ ແລະ ຈຸດອ່ອນ
ຈຸດດີ
• ນ້ຳໝັກຂີ້ກະເດືອນໃຊ້ເປັນປຸ໋ຍເຄມີໄດ້ ຊ່ວຍເຮັດໃຫ້ຮາກພືກແຂງແຮງ ຈື່ງຊ່ວຍເພີ່ມຂະໜາດຕົ້ນໄມ້ ແລະ ເຮັດໃຫ້ຜຜົນຜະລິດມີປະລິມານເພີ່ມຂື້ນ
• ໃຊ້ເປັນຢາຂັບໄລ່ແມງໄມ້ ແລະ ສັດຕູພືດອື່ນໆໄດ້
• ມີແບັກທີເຊຍ ແລະ ຈຸລິນຊີ ທີ່ສາມາກິນເຊື່ອລາຕ່າງໆ ຊ່ວຍຮັກສາເຊື້ອລລາ ທີ່ເປັນຈຸດສີດຳໃນໃບໄມ້,ດອກໄມ້ ແລະ ສາມາດຂ້າໂຕອ່ອນຂອງເພ້ຍໄດ້
• ມີຄຸນສົມບັດເປັນຮໍຟໂມນພືດ ຊ່ວຍໃຫ້ພືດຕິດດອກໄດ້ດີ ແລະ ແຂງແຮງ
• ຊ່ວຍໃຫ້ລະບົບຮາກຂອງພຶດສາມາດແຜ່ກະຈ່າຍໃນບໍລິເວນກວ້າງ
• ຊ່ວຍຫຼົດການເປັນພິດຂອງທາດອາຫານພຶດບາງຊະນິດທີ່ມີປະລິມານຫຼາຍເກີນໄປເຊັ່ນ: ອາລູມີນຳ ແລະ ແມັງການີສ ເນື່ອງຈາກນ້ຳໝັກຈະຊ່ວຍຢືດທາດທັງສອງໄວ້ບາງສ່ວນ
• ສົ່ງເສີ່ມການເກີດຂອງເມັດດິນ
• ສາມາດນຳໄປບຳບັດນ້ຳເສຍໄດ້
ຈຸດອ່ອນ
• ຖ້າເຮົາປະສົມກາກນ້ຳຕານໃນນ້ຳໝັກມູນຂີ້ກະເດືອນ, ກາກນ້ຳຕານກໍ່ອາດເປັນໂທດຕໍ່ພືດ ແລະ ສັດໄດ້ ຖ້າເຮໄາໃຫ້ອາກາດບໍພຽງພໍ
• ນ້ຳໝັກມູນຂີ້ກະເດືອນ ຖ້າເອົາໄປຊີດໃສ່ກັບພວກກ້ວຍໄມ້ ລະວັງເລື່ອງວັດສະດຸ ເພາະມັນຈະເພໄວ

  • ຂໍ້ແນະນຳ

• ຫ້າມໃຊ້ນ້ຳປະາ ເພາະມີຄໍລີນ ແລະ ຈະເຮັດໃຫ້ຈຸລີນຊີດີໆຕາຍໝົດ ຖ້າໃຊ້ນ້ຳປະປາໃຫ້ລອງປະນ້ຳໄວ້ 3-4 ວັນ ເພື່ອໃຫ້ຄໍລີນລະເຫີຍຫາຍ
• ກ່ອນໃຊ້ ຕ້ອງປະສົມນ້ຳໝັ້ກມູນຂີ້ກະເດືອນກັບນ້ຳໃຫ້ເຈື່ອຈ່າງ ບໍ່ສະນັ້ນໃບໄມ້ຈະໄໝ້ໄດ້

ຮູບ: ນ້າໝັກ ສູດ1                             ຮູບ:ນໍ້າໝັກ ສູດ2 ແລະ ການລ້ຽງ

ຮູບ:ການລ້ຽງໃສ່ກະຊາມ                                           ຮູບ:ການແຊ່ ຂີ້ງົວ ເພື່ອລ້ຽງຂີ້ກະເດືອນ

ຮູບ: ການໃຫ້ອາຫານທີ່ຄອກລ້ຽງ                                                   ຂີ້ກະເດືອນ


ຂີ້ກະເດືອນ

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ:

ເຕັກນີີກ: ການປູກພຶດລະດູແລ້ງ(ຖົ່ວດິນ)ໂດຍການນຳໃຊ້ລະບົບນ້ຳຢອດ

ຖົ່ວດິນເປັນພຶດທີນິຍົມປູກກັນທົ່ວໄປ ເຊິ່ງສາມາດສ້າງລາຍຮັບເພີ່ມໃຫ້ແກ່ຊາວກະສິກອນເປັນຢ່າງດີ ໃນຊ່ວງຫຼັງລະດູເກັບກ່ຽວ ( ສາມາດປູກໄດ້ທັງລະດູຝົນ ແລະ ລະດູແລ້ງ ) ເພາະການປູກຖົ່ວດິນໃນຊ່ວງນີ້ ມັນຈະສາມາດຊ່ວຍປັບປຸງສະພາບດິນໃຫ້ດີຂີ້ນໄດ້ ແລະ ເໝາະແກ່ການປູກໃນພື້ນທີ່ໄຮ່ນາຫຼັງລະດູເກັບກ່ຽວ. ຫຼັງຈາກປູກຖົ່ວດິນສຳເລັດແລ້ວ ຈະມີການປູກເຂົ້ານາປີ ເຊິ່ງເຮົາສາມາດໄຖ່ປົກຕົ້ນຖົ່ວດິນ ລວມໄປເຖິງເປືອກຖົ່ວດິນກໍ່ສາມາດນຳມາເປັນປຸ໋ຍໃນນາເຂົ້າໄດ້ ແລະ ສາມາດປະຫຍັດຕົນທືນໄດ້ຫຼາຍສົມຄວນ.
ການນຳໃຊ້ລະບົບນ້ຳຢອດຫຼັກໆ ແມ່ນເຮົາຕ້ອງການໃຫ້ຊາວກະສິກອນ ມີລະບົບນ້ຳ ເພື່ອທີ່ເຮັດໃຫ້ຊາວກະສິກອນສາມາດປູກພຶດຜັກໄດ້ຕະຫຼອດປີ (ຖ້າເນັ່ນການບໍລິໂພກ) ແລະ ສວນຄົວນ້ຳຢອດໃຊ້ນ້ຳພຽງ 200-400 ລິດ, ກໍ່ສາມາດປູກພຶດເພື່ອບໍລິໂພກໄດ້. ລະບົບນ້ຳຢອດສາມາດໃຊ້ກັບໂຄງສ້າງຂອງດິນທຸກຊະນິດ ເພາະວ່າອັດຕາການຢອດມັນຈະນ້ອຍປະມານ 1-2 ລິດ/ຊົ່ວໂມງ ສະນັ້ນ ດິນໜຽວມັນຈະມີອັດຕາການຊືມຂອງນ້ຳນ້ອຍຫຼາຍ, ແຕ່ວ່າລະບົບນ້ຳຢອດນີ້ສາມາຊືມລົງໄປໄດ້ໝົດ ບໍ່ມີການໄຫຼອອກຈາກຮາກພຶດ
ວິທີການ ແລະ ອຸປະກອນ
ການກະກຽມອຸປະກອນ
• ແນວພັນຖົ່ວດິນ 20 kg/ໄລ່ (ການງອກບໍ່ໃຫ້ຕໍ່າກວ່າ 75%) ນໍາເອົາແນວພັນມາຄົນ ຫຼື ເຄືອບ ເຂົ້າກັບເຊື້ອໄຮໂຊບຽມ ອັດຕາ
• ທໍ່ຢ່າງ (ທໍ່ນ້ຳຢອດ )
• ລົດໄຖພວນດິນ (ຖ້າບໍ່ມີ ເອົາຈົກ,ສຽມກໍ່ໄດ້)
• ຝຸ່ນຄອກ,ຝຸ່ນບົມ
ການກະກຽມດິນປູກ

  • ສຳລັບລະດູຝົນ (ຈະມີ 3 ຊ່ວງຄື: ເມສາ – ພືກສະພາ, ມີຖຸນາ ແລະ ກໍລະກົດ – ສິງຫາ )

• ຖ້າພື້ນທີ່ດັ່ງກ່າວມີພືດ ຫຼື ເສດພືດນ້ອຍ ບໍ່ຈຳເປັນກະກຽມດິນ ພຽງແຕ່ໄຖເປີດຫວ່າງສຳລັບຢອດເມັດ
• ຖ້າພື້ນທີ່ດັ່ງກ່າວມີພຶດ ແລະ ເສດພຶດໜາແໜ້ນ ໃຫ້ໄຖພວນດິນ 1 ຄັ້ງ,ເລີກປະມານ 10 – 20 ຊມ. ຫຼັງຈາກນັ້ນຕາກດິນປະໄວ້ 7 – 10 ວັນ, ແລ້ວໄຖພວນອີກ 1 ຄັ້ງ ແລະ ເກັບເສດພຶດຕ່າງໆອອກ.

  • ສຳລັບລະດູແລ້ງ

• ປູກໃນພື້ນທີ່ນາ ອາໄສນ້ຳຈາກຊົນລະປະທານ (ທັນວາ – ມັງກອນ). ໄຖ 1 ຄັ້ງ, ເລີກປະມານ 10 – 20 ຊມ. ຕາກແດກ 7 – 10 ວັນ,ແລ້ວພວນດິນອີກ 1ຄັ້ງ ແລ້ວເກັບເສດພຶດອອກ ຈາກນັ້ນຍົກຄູໜານປູກໃຫ້ສູງຂື້ນ 20 -25 ຊມ. ເພື່ອສະດວກໃນການໃຫ້ນ້ຳ
• ປູກຫຼັງເກັບກ້ຽວ ອາໄສຄວາມຊຸ່ມຊື່ນຂອງດິນ (ຕຸລາ – ພະຈິກ). ກະກຽມດິນໃຫ້ລະອຽດ ແລະ ຕ້ອງຜຸຜຸ່ຍ,ໄຖດິນ 2ຄັ້ງ ແລະ ພວນ 1-2 ຄັ້ງ.
• ຫຼັງຈາກກະກຽມດິນແລ້ວ,ວັດແທກໜານ ແລະ ກຳນົດແຖວເພື່ອສະດວກຕໍ່ການວາງລະບົບນ້ຳຢອດ ແລະ ການເຮັດຮ່ອງໜານແລ້ວ, ໃສ່ຝຸ່ນຄອກ,ຝຸ່ນບົມ ຫຼື ແກບເຜົ່າໃຫ້ທົ່ວໜານ
ການໃສ່ຝຸ່ນ
• ດິນທີ່ມີອິນຊີວັດຖຸຕຳ່ກວ່າ 1% ຄວນໃສ່ຝຸ່ນຄອກ,ຝຸ່ນໝັກ 1000 – 2000 kg/ໄລ່ ແລ້ວພວນດິນປົກ
• ດິນທີ່ມີທາດອາຫານຕຳ່ ຄວນໃສ່ປຸ໋ຍສູດ 12-24-21 ອັດຕາ 25 kg/ໄລ່ ຫຼື ສູດ 16-16-8 ອັດຕາ 35 kg/ໄລ່ ຮອງພື້ນຂຸມກ່ອນປູກ ຫຼື ໂຫຍຂ້າງແຖວແລ້ວພວນດິນປົກ ຫຼັງແຕກງອກ 10-15 ວັນ.
• ດິນທີີ່ຂາດ Ca ໃຫ້ໃສ່ຢິບຊຳ ໃນອັດຕາ 50 kg/ໄລ່ ຂ້າງແຖວປູກໄລຍະລົງ (ອາຍຸ 40-50ວັນ ແຕກງອກ)

  •   ການປູກ :

• ຢອດເປັນຂຸມ ເຊິ່ງໄລຍະຫ່າງປະມານ 50×20 ຊມ.ເລີກ 5 ຊມ, ກ່ອນປູກນໍາເອົາແນວພັນມາຄົນ ຫຼື ປະສົມເຂົ້າກັບເຊື້ອໄຮໂຊບຽມ ອັດຕາ 100 ml/10-15 kg/ໄລ່ ແລະ ຈຳນວນເມັດປະມານ 2-3 ເມັດ/ຂຸມ ແລ້ວເອົາດິບປົກບ່າງໆ.
ການວາງລະບົບນໍ້າຢອດ
ການຕິດຕັ້ງລະບົບນ້ຳຢອດນັ້ນບໍ່ຍາກປານໃດ ພຽງເຮົາສຶກສາພໍເຂົ້າໃຈແລ້ວຫາອຸປະກອນມາວາງ ລະບົບໄດ້ເອງ.ດັ່ງລຸ່ມນີ້:
• ທຳອິດ ເຮົາຕ້ອງມີຖັງເກັບນ້ຳ (200 ລິດ)ໃກ້ໆໜານປູກ ເພື່ອສະດວກໃນການໃຫ້ນໍ້າ ຫຼື ຖ້າໃຜທີ່ຕ້ອງການຕໍ່ລະບົບນ້ຳຢອດໃສ່ກັບເຄື່ອງໂປມນ້ຳ ເພື່ອດູດນ້ຳໂດຍກົງກໍ່ໄດ້ເລີຍ. ເຊິ້ງເຮົາຕ້ອງຍົກຖັງໃຫ້ສູງຈາກພື້ນ 1-2 ແມັດ. ແລ້ວເຂາະກົ້ນຖັງ ເພື່ອເຊື່ອມຕໍ່ທໍ່ PE 40, ຕໍ່ທໍ່ໄປຕາມຫົວໜານ
• ສ່ວນການດືງນ້ຳໄປໃສ່ ແມ່ນຈະຕິດຕັ້ງວາວ ເພື່ອເຊື່ອມຕໍ່ກັບເທັບນ້ຳຢອດ ເພື່ອສົ່ງນ້ຳໄປຫາໜານປູກ,ໃສ່ໄລຍະຢອດ 20 ຊມ
• ແລ້ວຕໍ່ລະບົບນ້ຳທັງໝົດ ທຸກໜານໃຫ້ຮຽບຮ້ອຍ, ຫຼັງຈາກນັ້ນທົດສອບລະບົບນ້ຳ, ແຮງດັນນ້ຳ,ຮ້ອຍຮົ່ວຂອງທໍ່ ແລະ ອື່ນໆ
• ໃນການວາງທໍ່ນ້ຳຢອດ ແມ່ນຄວນວາງປີ້ນຮູມັນຂື້ນຂ້າງເທິງ,ຖ້າເຮົາປິ່ນລົງ ຕະກອນທີ່ຢູ່ພື້ນມັນຈະຖືກດູດເຂົ້າໃນຮູ ແລ້ວເຮັດໃຫ້ຮູທໍ່ຕັນໄດ້, ແຕ່ຖ້າເຮົາປີ້ນຂື້ນ ອາຍຸການໃຊ້ງານຈະດົນ.
• ນໍ້າ 1 ຖັງ,ສາມາດໃຫ້ນໍ້າໄດ້ 160 m2 ແລະ ໃຫ້ແຮງດັນສະໜໍາສະເໜີບໍ່ໃຫ້ເກີນ 20 m ຈາກຈຸດໃຫ້ນ້ຳ
ການເບິ່ງແຍ່ງຮັກສາ
ການປ້ອງກັນກຳຈັດ ທັງແມງໄມ້, ສັັດຕູພຶດ, ໂລກພຶດ ແລະ ຈຳພວກຫຍ້າ ຕະຫຼອດໄລຍະເວລາການຈະເລີນເຕີບໂຕຈົນເຖິງໄລຍະການເກັບກ່ຽວ
1. ການກຳຈັດຫຍ້າ
• ການກຳຈັດຈຳພວກຫຍ້າຄັ້ງທີ່ 1 ເມື່ອຕອນອາຍຸໄດ້ 15 -20 ວັນ ຫຼັງງອກອອກ
• ການກຳຈັດຄັ້ງທີ່ 2 ພ້ອມພວນດິນຂ້າງແຖວ ເມື່ອອາຍຸໄດ້ 30 -40 ວັນຫຼັງງອກອອກ
2. ການກຳຈັດໂລກ ແລະ ສັດຕູ້ພຶດທີ່ສຳຄັນ
• ຖ້າຫາກວ່າມີບົ້ງໃນໃບ,ເພ້ຍໄພ,ເພ້ຍອ່ອນ,ເພ້ຍຈັກຈັນ ແລະ ສ້ຽນດິນ ໃຫ້ໃຊ້ສານເຄມີຕາມຄຳແນະນຳ
• ໂລກກົກເນົ່າ, ລຳຕົ້ນເນົ່າ, ຍອດໄໝ້ ແລະ ອື່ນໆ ແມ່ນປ້ອງກັນໂດຍການເຜົ່າທຳລາຍ ແລະປູກພຶດໜູນວຽນ,ພົ່ນສານເຄມີ ຫຼື ປູກພຶດທີ່ສາມາດທົນທານໄດ້ກວ່ານີ້.
3. ການໃຫ້ນ້ຳ
• ໃຫ້ນ້ຳທຸກ 7 ວັນ ໃນເດືອນທໍາອິດ ເພື່ອໃຫ້ຄວາມຊຸ່ມແກ່ຮາກ ປະມານ 20 ນາທີ ຫຼື ພໍປະມານດິນຊຸ່ມ ແລະ ບໍໃຫ້ປຽກຫຼາຍເກີນໄປ, ຫຼັງຈາກນັ້ນແມ່ນໃຫ້ທຸກ 10 ວັນ
• ຫ້າມໃຫ້ຂາດນ້ຳໃນຊ່ວງຖົ່ວດິນໄດ້ອາຍຸ 30-60 ວັນຫຼັງງອກອອກ
ການເກັບກ່ຽວ
• ການເກັບກ່ຽວນີ້ ຄວນເກັບກ່ຽວຕາມອາຍຸຂອງແນວພັນ (ອາຍຸ 85 – 120 ວັນຫຼັງແຕກງອກ) ຫຼື ເມື່ອສີເມັດຖົ່ວດິນດ້ານໃນ ປ່ຽນເປັນສີນ້ຳຕານຫຼາຍກວ່າ 60%
• ໃຊ້ເຄື່ອງຖອນ ຫຼື ໃຊ້ມືຫຼົກ
• ປິດເມັດຖົ່ວດິນດ້ວຍມື ຫຼື ດ້ວຍເຄື່ອງຈັກ
ການປະຕິບັດຫຼັງການເກັບກ່ຽວ
• ຕາກຖົ່ວດິນໃນຜ້າຢາງ ໂດຍບໍ່ໃຫ້ຖົ່ວດິນຖືກດິນ, ຕາກແດດ 3-5 ວັນ ເພື່ອໃຫ້ຄວາມຊຸ່ມເຫຼືອພຽງ 9%
• ອະນາໄມໃຫ້ສະອາດ ແລະ ຕັດແຍກ,ບັນຈຸໃນກະສອບ ແລ້ວວາງໄວ້ທີ່ຮົ່ມເທິ່ງພື້ນທີ່ທີ່ມີໄມ້ຮ່ອງພື້ນ ເພື່ອເກັບເປັນແນວພັນໃນລະດູຕໍ່ໄປ
• ສຳລັບສ່ວນທີ່ເຫຼື່ອ (ຕົ້ນ,ໃບ ແລະ ຮາກ) ເຮົາສາມດນຳມາເຮັດຝຸ່ນໄດ້: ນຳເອົາເປືອກ,ຕົ້ນ,ໃບ ນຳໄປກອງລວມກັນ ສ່ວນໃຫຍ່ຈະເຮັດໃນລະດູຝົນ ເມື່ອຝົນຕົກລົງມາສາມາດເຮັດໃຫ້ຍ່ອຍລະຫຼາຍໄດ້ ຫຼື ອີກອີກແບບແມ່ນເອົາຕົ້ນ,ຮາກ ແລະ ໃບ ນຳໄປໄຖໃສ່ກັບດິນເລີຍ ເພື່ອເປັນການພວນດິນ ເພື່ອເຮັດໃຫ້ດິນມີຄວາມອຸດົມສົມບຸນ ແລະ ຍົກສະມັດຕະພາບການຜະລິດໃຫ້ດີຂື້ນ.
ຄວາມເໝາະສົມຂອງສະພາບແວດລ້ອມ

  • ພື້ນທີ່ດິນ:

ລັກສະນະຂອງດິນທີ່ເໝາະສົມສຳລັບການປູກຖົ່ວດິນ ຄວນເປັນດິນໜ້າເລີກ,ເປັນດິນຮ່ວນປັນຊາຍລະບາຍນຳ້ໄດ້ດີ ນ້ຳບໍ່ຂັງ ເມື່ອໜ້າດິນແຫ້ງບໍ່ຄວນມີລັກສະນະແໜ້ນ ຫຼື ແຂງເກີນໄປ.ໂດຍສະເພາະເມື່ອຮຶດລະດູການເກັບກ່ຽວ ເພາະຈະເຮັດໃຫ້ຝັກຂາດຄ້າງຢູ່ໃນດິນຫຼາຍ.ປັບສະພາບດິນໃຫ້ເໝາະສົມ ເພາະມັນຈະຊ່ວຍເຮັດໃຫ້ທາດອາຫານພຶດ ສາມາດລະລາຍອອກມາ ແລະ ເປັນຜົນດີຕໍ່ກັບຮາກພຶດ ທີ່ຈະດູດຊືມເອົາໄປລໍ່ລ້ຽງໃນການຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດດີ.

  • ອຸນຫະພູມ:

ອຸນຫະພູມສະເລ່ຍທີ່ເໝາະສຳລັບ ການປູກຖົ່ວດິນ ເພື່ອໃຫ້ຈະເລີນເຕີບໂຕ ຄວນປະມານ 30 ອົງສາ
ຕົ້ນທືນ
ໃນການນໍາໃຊ້ຕົ້ນທືນເຂົ້າໃນການປູກ ບາງຄັ້ງອາດຈະແພງໃຍຊ່ວງເລີ່ມຕົ້ນ ແຕ່ກໍ່ຄຸ່ມຄ່າໃນການນໍາໃຊ້ລະບົບນໍ້າຢອດ ເພາະເຮົາໄດ້ໃຊ້ຍາວນານ ແລະ ສາມາດປະຫຍັດໄດ້ຫຼາຍຢ່າງອີກ ລາຍລະອຽດລຸ່ມນີ້:

ລ/ດ ລາຍການ ຈຳນວນ ລາຄາ ລວມເປັນເງີນ
1 ແນວພັນ(20 kg/ໄລ່) 2 kg 25.000 50.000
2 ຫົວສູບທໍ່ນ້ຳຢອດ 6 ອັນ 5.000 30.000
3 ທໍ່ PE 20 70 ແມັດ 3.000 210.000
4 ທໍ່ PE 32 24 ແມັດ 5.000 120.000
5 ສາມທາງລົດກ່ຽວ 32 – 20 7 ອັນ 27.000  189.000
6 ຂໍ້ຕໍ່ ສາມທາງ 32 1 ອັນ 20.000 20.000
7 ປະຕູນ້ຳ 32 1 ອັນ 20.000 20.000
8 ຝຸ່ນຄອກ 5 ເປົ່າ 15.000 75.000
9 ແກບ 8 ເປົ່າ 3.000 24.000
10 ຖັງນ້ຳ 200ລິດ 1 ຖັງ 200.000 200.000
11 ລວມ 938.000

 

ຈຸດດີ ແລະ ຈຸດອ່ອນຂອງການປູກຖົ່ວດິນ
ຈຸດດີຕໍ່ດິນ
• ເມື່ອພຶກຕະກຸນຖົ່ວ ຍ່ອຍລະລາຍຈະເພີ່ມອິນຊີວັດຖຸໃນດິນສູງ ແລະ ຊ່ວຍເພີ່ມທາດ N ໃຫ້ແກ່ດິນ
• ຊ່ວຍປັບປຸງຄຸນນະພາບຂອງດິນໃຫ້ມີຄວາມອຸດົມສົມບູນ ແລະ ເຮັດໃຫ້ພືດຫຼັກໆທີ່ປູກມີການຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດສູງ
• ປ້ອງກັນການພັງທະລາຍຂອງດິນ
• ຊ່ວຍຮັກສາຄວາມຊຸ່ມຂອງດິນ ແລະ ເຮັດໃຫ້ດິນອຸ້ມນ້ຳດີຂື້ນ
• ຫຼຸດຜ່ອນການສູນເສຍໜ້າດິນ ອັນເກີດຈາກການເຊາະລ້າງ
• ຫຼຸກຜ່ອນການໃຊ້ປູ໋ຍເຄມີ
ຈຸດດີຂອງການນຳໃຊ້ລະບົບນ້ຳຢອດ
• ປະຫຍັດເວລາ ເພາະໃຊ້ເວລາບໍ່ດົນໃນການໃຫ້ນ້ຳແຕ່ລະຄັ້ງ (10,20,30) ຫຼື ຫຼາຍກວ່ານີ້ກໍ່ໄດ້ ຂື້ນກັບການຕ້ອງການນ້ຳຂອງພຶດ
• ປະຫຍັດແຮງງານ, ງ່າຍ ແລະ ສະດວກສະບາຍ
• ປະຫຍັດຄ່າໃຊ້ຈ້າຍ, ຄ່ານ້ຳມັນ, ຄ່າໄຟຟ້າໃນການປຳ້ນ້ຳແຕ່ລະຄັ້ງ ເນື້ອງຈາກວ່າໃຊ້ເວລາໃນການໃຫ້ນ້ຳສັ້ນກວ່າ
• ຫຼຸດຜ່ອນຈຳພວກຫຍ້າ,ພຶດຕ່າງໆໃນໜານປູກ ເພາະນ້ຳຈະບໍ່ກະຈ່າຍຕົວທົ່ວໜານ,ຈະຍອຍລົງສະເພາະທີ່ເປັນຮາກພືດໂດຍກົງ
• ປະຫຍັດນ້ຳໄດ້ດີ
ຈຸດອ່ອນ
• ໄນໂຕຼເຈນ (N) ທີ່ມີຢ່າງຫຼວງຫຼາຍໃນຕົ້ນຖົ່ວທຸກຊະນິດ ມີແຫຼ່ງທີ່ມາຈາກ 2 ແຫຼ່ງຄື: ຈາກດິນ ແລະ ອາກາດ. ຖົ່ວຈະບຳລຸງດິນໄດ້ກໍ່ຕໍ່ເມື່ອ ສາມາດຕືງແກ໊ສ ໄນໂຕຼເຈນ (N) ຈາກອາກາດໄດ້ຫຼາຍພຽງພໍສຳລັບການຈະເລີນເຕີບໂຕ ແລະ ເຫຼືອ ໄນໂຕຼເຈນ (N) ໄວ້ໃຫ້ກັບດິນ
• ໃນກໍລະນີ້ຖົ່ວ ດືງແກ໊ສ ໄນໂຕຼເຈນ (N) ຈາກອາກາດບໍ່ໄດ້,ຖົ່ວຈະດືງໄນໂຕຼເຈນຈາກດິນມາໃຊ້ ແລ້ວເຮັດໃຫ້ດິນເຊື່ອມໂໍຊມ ແລະ ສູນເສຍໄນໂຕຼເຈນ

  •  ຂໍ້ແນະນຳ:

1. ຖ້າດິນເປັນກົດຄ່າ PH ຕຳກວ່າ 5,5 ໃຫ້ໃສ່ປູນຂາວຫວ່ານ 100 – 300 kg/ໄລ່ ກ່ອນປູກ 1-2 ອາທິດ
2. ຖ້າເປັນດິນຊາຍຄວນໃສ່ປູ໋ຍເຄມີທີ່ມີສູດ 3-6-9 ອັດຕາ 20-30 kg/ໄລ່
3. ສະພາບພື້ນທີ່ດິນທີ່ຄວນພວນດິນ ແມ່ນດິນແໜ່ນ ແລະ ດິນແຫ້ງແຂງ

ຮູບກະຽມດິນ

ຮູບ ການຕິດຕັ້ງລະບົບນໍ້າຢອດ

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ:

ເຕັກນີກ: ນ້ຳສະກັດຊີວະພາບຈາກພືດຜັກ

ນ້ຳໝັກຊີວະພາບ: ມີຊື່ເອີ່ນໄດ້ຫຼາຍແບບຕາມຄວາມຄຸ້ນເຄີຍຂອງແຕ່ລະທ້ອງຖິ່ນເຊັ່ນ: ນ້ຳເອັນໄຊສ, ນໍ້າຈຸລິນຊີ, ນ້ຳອີເອັມ, ນໍ້າສະກັດຊີວະພາບ, ປຸ໋ຍນໍ້າຊີວະພາບ ແລະ ອື່ນໆ
ນໍ້າໝັັກຊີວະພາບ ເປັນນໍ້າໝັກທີ່ໄດ້ຈາກ ການຍຍ່ອຍສະລາຍເສດວັດສະດຸເຫຼືອໃຊ້ຈາກສ່ວນຕ່າງໆຂອງພືດ ຫຼື ສັດ ໂດຍຜ່ານການໝັກໃນສະພາບທີ່ບໍ່ມີອອກຊີເຈນ, ຊິ່ງມີຈຸລິນຊີເຮັດໜ້າທີ່ຍ່ອຍເສດຊາກພືດ ແລະ ສັດເຫຼົ່ານັ້ນໃຫ້ກາຍເປັນສານລະລາຍ ລວມເຖິງການໃຊ້ ເອັນໄຊສ ທີ່ເກີດຂື້ນເອງຕາມທຳມະຊາດ ຫຼື ມີການຕື່ມ ເອັນໄຊສ ເພື່ອເລັງການຍ່ອຍສະລາຍໄດ້ໄວຂື້ນ. ນ້ຳໝັກຊີວະພາບ ຈະມີສີດຳອອກນ້ຳຕານ, ກິ່ນສົ້ມໆຫວານໆ ບໍ່ເປັນອັນຕະລາຍຕໍ່ພືດ ແລະ ສັດ ສາມາດຊ່ວຍປັບຄວາມສົມດູນຂອງສິ່ງອວດລ້ອມ ແລະ ສິ່ງທີ່ມີຊີວິດໄດ້.

I. ວິທີການ ແລະ ອຸປະກອນ

  • ຂັ້ນຕອນການກະກຽມວັດຖຸທີ່ຈະນຳໃຊ້ (ນ້ຳໝັກຊີວະພາບ 50 ລິດ)

• ຖັງທີ່ມີຝາປິດ ແລະ ຄວນໃຊ້ຖັງ ພລາສະຕິກ ບໍ່ຄວນໃຊ້ອ່າງຊີມັງ ຫຼື ຖັງທີ່ເປັນໂລຫະ(ຖັງສຳລັບໄວ້ໝັກ 50 ລິດ)
• ເສດພຶດຜັກໝາກໄມ້ 40 ກິໂລ
• ກາກນ້ຳຕານ 10 ກິໂລ ຫຼື ຖ້າໃນກໍລະນີບໍ່ມີກາກນໍ້າຕານໃຫ້ໃຊ້ນໍ້າຕາຊາຍຂາວຫຼືແດງແທນກໍ່ໄດ້
• ນ້ຳ EM 1 ລິດ(ຖ້າມີຜົງຫົວເຊື້ອຈຸລິນຊີ 1 ຖົງ)
1.1. ວິທີເຮັດນ້ຳໝັກ
• ນຳເອົາເສດພືດຜັກມາຟັກໃຫ້ມຸ່ນແລ້ວປະສົມໃຫ້ເຂົ້າກັນ
• ແລ້ວນຳເສດພຶດຜັກທີ່ກຽມໄວ້,ໃສ່ລົງຖັງໄວ້ ຈາກນັ້ນນຳເອົາກາກນ້ຳຕານ ແລະ EM ປະສົມໃສ່ກັບນ້ຳປະມານ 20 ລິດ ຫຼື ໃຫ້ນ້ຳຖ້ວມ ເສດພືດ
• ຫຼັງຈາກນັ້ນ ຄົນໃຫ້ເຂົ້າກັນ, ແລ້ວປິດຝາຖັງໃຫ້ແໜ້ນເກັບໄວ້ໃນທີ່ມືດຄວນເປີດຝາອອກຫຼັງຈາກ 2-3 ມື້ແລ້ວຄົນ,ເມື່ອຄົບ 7 ມື້ໃຫ້ດົມກິ່ນ ຖ້າມີກິ່ນຫ້ອມສະແດງວ່ານ້ຳໝັກສາມາດນຳໄປໃຊ້ງານໄດ້,ແຕ່ຖ້າຫາກວ່າມີກິ່ນບູດສົ້ມສະແດງວ່ານ້ຳໝັກບໍ່ສາມາດນຳໃຊ້ໄດ້,ແຕ່ເຮົາສາມາດແກ້ໄຂໄດ້ໂດຍການນຳເອົາກາກນ້ຳຕານໄປປະສົມຕຶ່ມອີກ ແລ້ວໝັກຕໍ່ອີກ 3ມື້. ຖ້າມີກິ່ນຫ້ອມສາມາດນຳໄປໃຊ້ງານໄດ້ ແຕ່ຖ້າມີກິ່ນບູດສົ້ມໃຫ້ຕື່ມກາກນ້ຳຕານອີກແລ້ວໝັກຕໍ່ໄປຈົນກວ່າຈະມີກິ່ນຫ້ອມ ຄວນເກັບໄວ້ໃນທີ່ມຶດພາຍໃນອຸນຫະພູມຂອງຫ້ອງ
• ໝັກໄວ້ປະມານ 15-20 ວັນສາມາດນໍາໃຊ້ໄດ້ເລີຍ.
1.2. ອັດຕາສ່ວນ ແລະ ວິທີການນຳໃຊ້ນ້ຳໝັກຊີວະພາບ
1. ໃຊ້ກັບພືດຜັກສວນຄົວແມ່ນໃຫ້ທາງໃບ ອັດ¬ຕາສ່ວນ 15-20 ຊີ.ຊີ./ນໍ້າ 20 ລີດ ທຸກໆ 5-7 ມື້ ຄອບຄູ່
ກັບໃຫ້ທາງຮາກ 30-50 ຊີ.ຊີ./ນໍ້າ 20 ລີດ ທຸກໆ 15-20 ມື້
2. ຕຽມດິນກ່ອນປູກ ຫລື ຂຸມປູກຕົ້ນ¬ໄມ້ໃຫ້ໝາກ ອັດ¬ຕາສ່ວນ 30-50 ຊີ.ຊີ./ນໍ້າ 20 ລີດ ປະ¬ສົມກັບຝຸ່ນຄອກ ຫຼື ຝຸ່ນໝັກ
3. ໃຊ້ແທນສານເລັ່ງຝຸ່ນໝັກ ອັດ¬ຕາສ່ວນ 75-100 ຊີ.ຊີ./ນໍ້າ 20 +
4. ລີດ ຫົດລົງເທິງວັດດຸເຮັດຝຸ່ນໝັກ
5. ເພີ່ມເປີເຊັນການງອກຂອງເມັດພັນພືດ ໃນອັດ¬ຕາສ່ວນ 15-20 ຊີ.ຊີ./ນໍ້າ 20 ລີດ ແຊ່ເມັດພັນພໍຖ້ວມກ່ອນປູກປະມານ 12 ຊັ່ວໂມງ.
ການເກັບຮັກສາ ແລະ ການຕໍ່ຫົວເຊື້ອນ້ຳໝັກຊີວະພາບ
ຄວນເກັບໄວ້ໃນບ່ອນມຶດ ແລະ ອຸ່ນຫະພູມທີ່ເໜາະສົມບໍ່ຄວນປະໄວ້ບ່ອນທີ່ມີແສງແດດ ແລະ ເກັບໄດ້ດົນ 6 ເດືອນ – 1 ປີ ລະ¬ຫວ່າງເກັບຫາກມີກິ່ນບູດສົ້ມໃຫ້ເຕີມກາກນ້ຳ¬ຕານລົງໄປ.ການຕໍ່ເຊື້ອນ້ຳໝັກຊີວະພາບ ໃຊ້ຫົວເຊື້ອນ້ຳໝັກຊີວະພາບ 1 ສ່ວນ ກາກນ້ຳ¬ຕານ 1 ສ່ວນ ນ້ຳສະ¬ອາດ 10 ສ່ວນ ປະ¬ສົມໃຫ້ເຂົ້າ¬ກັນດີ ປິດຝາພາ¬ຊະ¬ນະເກັບໄວ້ໃນທີ່ມືດ ພາຍໃນອຸນ¬ຫະ¬ພູມຫ້ອງ ດົນ 3 ມື້ ກວດສອບກິ່ນຄືກັນກັບການເຮັດເທື່ອທຳອິດ.
ຕົ້ນທືນທີ່ນຳໃຊ້
ຕົ້ນທືນທີ່ນຳໃຊ້ເຂົ້າໃນການເຮັດນ້ຳໜັກ ແມ່ນເຮົາບໍ່ໄດ້ໃຊ້ທືນຮ້ອນຍັງຫຼາຍ.ສ່ວນປະສົມບາງຢ່າງເຮົາກໍ່ສາມາດຫາ ແລະ ປະກອບສ່ວນໄດ້ໂດຍທີ່ບໍ່ຈຳເປັນຕ້ອງເສຍເງີນ. ເຮັດນ້ຳໝັກໃນອັດຕາສ່ວນປະມານນີ້ ສາມາດໄດ້ນ້ຳໝັກ 50 ລິດ,ເຊິ່ງກໍ່ຖືວ່າຫຼາຍສົມຄວນ ເພາະໃນການໃຊ້ແຕ່ລະຄັ້ງ ແມ່ນຈະຕ້ອງນຳມາປະສົມນ້ຳທຸກໆຄັ້ງ. ລາຍລະອຽດດັ່ງລຸ່ມນີ້:

ລ/ດ ລາຍການ ຈຳນວນ ລາຄາ ລວມເງິນ
1 ກາກນໍ້າຕານ 10 ລິດ 8.000 80.000
2 ຫົວເຊື່ອEM 1 ລິດ 18.000 18.000
3 ຖັ່ງຢາງ 100 ລິດ 1 ຖັ່ງ 120.000 120.000
4 ເສດພືດຜັກ ແລະ ໝາກໄມ້ (ສາມາດຫາໄດ້ຕາມທ້ອງຕະຫຼາດ)
5 ລວມ 218.000

ຈຸດດີ ແລະຈຸດອ່ອນ

  • ຈຸດດີ

• ຊ່ວຍປັບສະ¬ພາບຄວາມເປັນກົດ – ດ່າງ ໃນດິນ ແລະ ນ້ຳ
• ຊ່ວຍປັບສະ¬ພາບໂຄງສ້າງຂອງດິນໃຫ້ຜຸຜຸ່ຍ, ໃຫ້ດິນອຸ້ມນ້ຳ ແລະ ອາ¬ກາດໄດ້ດີຂຶ້ນ
• ຊ່ວຍຍ່ອຍສະລາຍອິນ¬ຊີວັດ¬ຖຸໃນດິນໃຫ້ເປັນທາດອາ¬ຫານແກ່ພືດ ແລະ ພືດສາ¬ມາດດູດຊຶມໄປໃຊ້ໄດ້ເລີຍ ໂດຍບໍ່ຕ້ອງໃຊ້ພະ¬ລັງ¬ງານຫຼາຍຄືກັບການໃຊ້ປຸ໋ຍວິ¬ທະ¬ຍາ¬ສາດ(ປຸ່ຍເຄມີ)
• ຊ່ວຍເລັ່ງການຈະ¬ເລີນເຕີບໂຕຂອງພືດໃຫ້ສົມ¬ບູນແຂງ¬ແຮງຕາມທຳມະຊາດຕ້ານ¬ທານພະ¬ຍາດ ແລະ ແມງໄມ້
• ຊ່ວຍສ້າງຮໍໂມນພືດ ເຮັດໃຫ້ຜົນຜະ¬ລິດສູງ ແລະ ຄຸນນະພາບຂອງຜົນຜະ¬ລິດດີຂຶ້ນ
• ໃຫ້ຜົນຜະ¬ລິດມີຄວາມທົນທານ ແລະ ເກັບຮັກ¬ສາໄວ້ໄດ້ດົນ
• ຊ່ວຍເພີ່ມອັດຕາການຍ່ອຍສະລາຍສານອິນຊີ ແລະ ນ້ຳ

  •  ຈຸດອ່ອນ

• ຖ້າໃຊ້ນ້ຳໝັກໃນປະລິມານຫຼາຍເກີນໄປແມ່ນຈະເຮັດໃຫ້ພືດຢຸດການຈະເລີນເຕີບໂຕ ແລະ ອາດຕາຍໄດ້
• ໃນການເຮັດນ້ຳໝັກຊີວະພາບ ຕ້ອງພະຍາຍາມເປີດຝາຖັງຕະຫຼອດ ເພື່ອລະບາຍແກ໊ສ ເພາະຖ້າບໍ່ເປີດຝານັ້ນອາດຈະເກີດການລະເບີດໄດ້
ຂໍ້ແນະນຳ
• ເຄັດລັບ ການເຮັດນ້ຳໝັກຊີວະພາບ ຫຼັງຈາກໝັກໄດ້ 3 ມື້ທໍາອິດ ເປີດຝາອອກເບິ່ງຖ້າມີແກສ໌ດັນອອກມາ¬ສະແດງວ່າ ມີສ່ວນປະ¬ສົມທີ່ດີພະ¬ຍາ¬ຍາມເປີດຝາລະ¬ບາຍແກສ໌ເລື້ອຍໆ
• ຖ້າບໍ່ເປີດພາ¬ຊະ¬ນະທີ່ໝັກອາດລະເບີດໄດ້ ກໍ¬ລະ¬ນີຖ້າບໍ່ມີກາກນ້ຳ¬ຕານສາ¬ມາດໃຊ້ນ້ຳ¬ຕານຊາຍແດງແທນກໍ່ໄດ້ ໂດຍເພີ່ມປະ¬ລິ¬ມານນ້ຳ¬ຕານແດງເປັນ 1 ສ່ວນ : ເສດພືດ 1 ສ່ວນ ການໃຊ້ນ້ຳໝັກຊີວະ
ພາບທາງຮາກ
• ຄວນໃຊ້ຄອບຄູ່ໄປກັບຝຸ່ນຄອກ ຫລື ຝຸ່ນໝັກຝຸ່ນບົ່ມ

ຮູບ: ຂັ້ນຕອນໃນການໝັກ


ນ້ຳໝັ້ກ ພຶດຜັກ ນ້ຳໝັກ                            ໝາກໄມ້ ກັບ ຜັກ
ຮູບ: ຫຼັ້ງຈາກໝັກ ແລະ ສາມາດນຳໃຊ້ໄດ້

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: