Monthly Archives: November 2019
ພະຍາດເຕົ້າໂຮມເລືອດ ງົວ,ຄວາຍ
ພະຍາດເຕົ້າໂຮມເລືອດງົວ ຄວາຍເປັນພະຍາດຕິດແປດສຳລັບງົວຄວາຍທີ່ມີ ອາຍຸ 6 ເດືອນຂື້ນໄປຊຶ່ງມີສາຍເຫດມາຈາກເຊື້ອບັກເຕເຮັຍຊະນິດໜຶ່ງ ພະຍາດນີ້ເປັນພະຍາດແຜ່ລະບາດໃນທຸກໆລະດູການແຕ່ມີການແຜ່ລະບາດຫຼາຍໃນທ້າຍລະດູແລ້ງຕໍ່ໃສ່ລະດູຝົນໃນໄລຍະອາກາດມີການປ່ຽນແປງສູງ ພະຍາດເຕົ້າໂຮມເລືອດງົວຄວາຍເປັນພະຍາດທີ່ປ້ອງກັນໄດ້
1 ການຕິດຕໍ່ ແລະ ການລະບາດຂອງພະຍາດເຕົ້າໂຮມເລືອດງົວ ຄວາຍ
ໃນເມືອມີສັດໂຕໃດໂຕໜຶ່ງເຈັບມັນກໍ່ຈະລະບາຍເຊື້ອພະຍາດອອກທາງຂີ້ມູກ ນໍ້າລາຍ ແລະ ນໍ້າຍ່ຽວ ແລະ ເຊື້ອພະຍາດກໍ່ຈະກະຈາຍໄປຕາມທົ່ງຫຍ້າ ແລະ ແຫຼ່ງນໍ້າ ແລະ ເວລາງົວ ຄວາຍກິນຫຍ້າ ຫຼື ນໍ້າທີ່ມີເຊື້ອພະຍາດນີ້ເຂົ້າໄປມັນກໍ່ຈະຕິດພະຍາດ ແລະ ຕິດຕໍ່ກັນໄປເລື້ອຍໆ
ເມື່ອມີສັດຕາຍຍ້ອນພະຍາດນີ້ເຈົ້າຂອງສັດບໍ່ຈູດ ຫຼື ຝັງສາກສັດຖີ່ມແຕ່ເອົາສາກສັດໄປຖີ່ມໃນໜອງນໍ້າ ຫຼື ເອົາໄຫຼໄປຕາມແມ່ນໍ້າເຮັດໃຫ້ງົວ ຄວາຍໂຕອື່ນທີ່ມາກິນນໍ້າຕິດພະຍາດໄປຕາມໆກັນ
ເມື່ອສັດຕາຍຍ້ອນພະຍາດເຈົ້າຂອງສັດພາກັນຄົວສັດແລ້ວແບ່ງກັນໄປກິນເຮັດໃຫ້ພະຍາດກະຈາຍອອກໄປສູ່ວົງກວ້າງ ແລະ ຕິດແປດໃສ່ສັດໂຕອື່ນ
- ອາການຂອງພະຍາດເຕົ້າໂຮມເລືອດງົວ ຄວາຍ
ອາການຂອງພະຍາດເຕົ້າໂຮມເລືອດງົວ ຄວາຍສະແດງອອກຫຼາຍຮູບການຄື
- ກະທັນຫັນ ຫາຍໃຈຫອບ,ໂຕສັ່ນຄອງຄາງກະໄຕບວມ ຫາຍໃຈຍາກ ແລະ ມີສຽງດັງຜິດປົກກະຕິ ນໍ້າມູກໜຽວແກມເລືອດ(ຮູຄໍຕີບ) ສັດຈະຕາຍພາຍໃນ 2-4 ຊົວໂມງ
- ຮ້າຍແຮງ ສັດບໍ່ກິນຫຍ້າ, ບໍ່ຄ້ຽວເອື້ອງ ທ້ອງເບັງຕໍ່ມາຈະມີອາການຂີ້ຈວກເປັນເລືອດແລ້ວກໍ່ຕາຍສັດຈະຕາຍພາຍໃນ 2-3 ຊົ່ວໂມງ
- ຊໍາເຮື້ອ ສັດໄອ ນໍ້າມູກປົນໜອງ ຫຼື ແກມເລືອດມີອາການບວມເລີ່ມຈາກກ້ອງຄາງລາມມາຫາໜ້າ ແລະ ກ້ອງຄໍເຮັດໃຫ້ສັດຫາຍໃຈມີສຽງກົນ ແລະ ບາງຄັ້ງສັດຈະຍ່າງຂາເຄ
- ວິທີປ້ອງກັນ
1.ສັກຢາປ້ອງກັນພະຍາດເຕົ້າໂຮມເລືອດໃຫ້ງົວ ຄວາຍຂອງທ່ານປີລະ 2 ເທື່ອ(ທຸກໆ 6 ເດືອນ)
- ຫ້າມບໍ່ໃຫ້ຜ່າສາກສັດຕາຍຍ້ອນພະຍາດ
- ຫ້າມເດັດຂາດບໍ່ໃຫ້ບໍລິໂພກຊີ້ນສັດຕາຍຍ້ອນພະຍາດ
- ຕ້ອງຝັງ ຫຼື ເຜົາສາກສັດຕາຍ ຫ້າມບໍ່ໃຫ້ເອົາສາກສັດຕາຍຖີ້ມລົງຫວ້ຍນໍ້າລໍາເຊເດັດຂາດ
- ໃນກໍລະນີມີການລະບາດເຕົ້າໂຮມເລືອດງົວຄວາຍຫ້າມບໍ່ໃຫ້ມີການເຄື່ອນຍ້າຍງົວ ແລະ ຄວາຍ ຫຼື ເຂົ້າໃນເຂດພະຍາດລະບາດ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ກົມລ້ຽງສັດ ແລະ ການປະມົງ
ໝວດໝູ່: ພະຍາດສັດ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ
ວີດີໂອ:
ເບີໂທຕິດຕໍ່:
ເຕັກນິກການປູກໝາກບວບ
ເຕັກນິກການປູກໝາກບວບ
ໝາກບວບມີຊື່ວິທະຍາສາດ: Luffa cylindrica (L.) M.Roem. ວົງຕະກຸນCucurbitaceae. ເປັນພັນໄມ້ເຄືອລົ້ມລຸກມີອາຍຸ 1 ປີ. ລຳຕົ້ນເປັນເຄືອ 4 ຫຼ່ຽມ ຫຼື ເປັນເຄືອກົມ ແລະ ມີຮ່ອງເປັນເສັ້ນທາງຍາວ, ເຄືອມີຄວາມຍາວ 7–10 ແມັດ ແລະ ຈະມີມືສຳລັບຍືດເກາະເປັນເສັ້ນຍາວປະມານ 3 ເສັ້ນ. ຕາມລຳຕົ້ນອ່ອນ ແລະ ຍອດອ່ອນມີຂົນອ່ອນນຸ່ມ. ໃບດ່ຽວຈັບກົງກັນຂ້າມກັນ, ຮູບມົນ, ປາຍໃບແຫຼມ, ໂຄນໃບວ້ຳເຂົ້າຫາກັນຄ້າຍຮູບຫົວໃຈ, ແຜ່ນໃບຈະມີຮອຍວ້ຳເຂົ້າ 3–7 ຮອຍ ແລະ ຂອບໃບຈະເປັນແຂ້ວເລື້ອຍ, ໃບມີຂະໜາດກວ້າງ 15–25 ຊັງຕີແມັດ ແລະ ຍາວ 8–25 ຊັງຕີແມັດ, ຫຼັງໃບເປັນສີຂຽວແກ່ສ່ວນພື້ນໃບເປັນສີຂຽວອ່ອນ, ໃບອ່ອນຈະມີຂົນຫຼາຍເມື່ອໃບແກ່. ເສັ້ນໃບໂນນເຫັນໄດ້ຈະແຈ້ງປະມານ 3–7 ເສັ້ນ. ກ້ານໃບນັ້ນມີລັກສະນະເປັນຫຼ່ຽມ ແລະ ມີຂົນອ່ອນນຸ່ມ, ຍາວ 4–9 ຊັງຕີແມັດ. ດອກເພດຜູ້ຈະອອກດອກເປັນຊໍ່ ຍາວ 10–15 ຊັງຕີແມັດ, ມີກ້ານດອກຍາວປະມານ 1–2 ຊັງຕີແມັດ, ກາບດອກຢູ່ໂຄນເຊື່ອມຕິດກັນເປັນທໍ່ສັ້ນໆ, ປາຍແຍກເປັນກີບນ້ອຍໆ 5 ກີບ ແລະ ມີຂົນ, ກີບດອກມີ 5 ກີບ, ເປັນຮູບໄຂ່, ກີບດອກເປັນສີເຫຼືອງ ຫຼື ສີເຫຼືອງອ່ອນ, ຂອບເປັນຄື່ນໆ. ເມື່ອດອກບານເຕັມທີ່ຈະມີຂະໜາດກວ້າງປະມານ 3–5 ຊັງຕີແມັດ ໂດຍກີບດອກຈະມີຂະໜາດກວ້າງປະມານ 1.5 ຊັງຕີແມັດ ແລະ ຍາວປະມານ 2–3 ຊັງຕີແມັດ. ດອກມີເກສອນຜູ້ປະມານ 3 ກ້ານ. ສ່ວນດອກເພດແມ່ມັນຈະອອກດອກເປັນດອກດ່ຽວ ແລະ ບາງຄັ້ງອາດຕິດກັບດອກເພດຜູ້ໃນຊໍ່ດຽວກັນ, ກ້ານດອກຍາວປະມານ 1–7 ຊັງຕີແມັດ, ກີບດອກ ແລະ ກາບດອກຄືກັບດອກເພດຜູ້, ເກສອນຜູ້ປະມານ 3–5 ອັນ. ຖົງລະອອງເກສອນ 2 ຫ້ອງ ແລະ ຈະງໍເປັນລັກສະນະຮູບໂຕເອສ (S) ບໍລິເວນໂຄນກ້ານຂອງເກສອນເພດຜູ້ມີລັກສະນະໂພງອອກ ແລະ ມີຂົນອ່ອນນຸ່ມ, ເຕົ້າໄຂ່ມີລັກສະນະເປັນຮູບຊົງກົມ ແລະ ຈັບຢູ່ລຸ່ມວົງກິບດອກ, ພາຍໃນຮັງໄຂ່ຈະມີຢູ່ປະມານ 3 ຫ້ອງ. ໝາກເປັນຮູບກົມຍາວມີຂະໜາດກວ້າງປະມານ 5–10 ຊັງຕີແມັດ ແລະ ຍາວປະມານ 16–60 ຊັງຕີແມັດ, ປາຍໝາກຈະມີຮອຍຂອງກີບຮອງກີບດອກເຫຼືອຢູ່. ໝາກອ່ອນເປັນສີຂຽວ ແລະ ມີລາຍເປັນສີຂຽວແກ່, ຜີວໝາກດ້ານນອກມີນວນເປັນສີຂາວ.
ໝາກບວບເປັນພືຜັກທີ່ໃຊ້ບໍລິໂພກສ່ວນຂອງໝາກນໍາມາປະກອບອາຫານໄດ້ຫຼາຍຊະນິດປູກງ່າຍໃຫ່ຍໄວI. ພັນທີ່ນິຍົມປູກ
– ພັນພລອຍນິລ 32 ລູກປະສົມ ຜີວສີຂຽວເຂັ້ມ ເສັ້ນຫລຽມສີມ່ວງເຂັ້ມ ທົນທານຕໍ່ການຂຸດຂີດເວລາຂົນສົ່ງ
ໝາກແກ່ຊ້າຍາວປະມານ 45-70 ຊມ ອາຍຸເກັບກ່ຽວ 43 ວັນ ຫຼັງຍ້າຍປູກຫຼືດອກຫຼັງບານ 8 ວັນ.
– ພັນເຮອຣ໌ຄີວລິສ ລູກປະສົມພັນເບົາທົນທານຕໍ່ພະຍາດ ຜີວສີເຫຼືອງອ່ອນຍາວປະມານ 40-45 ຊມ ອາຍຸການເກັບກ່ຽວ 35-40 ວັນ ຫຼັງຍ້າຍປູກ
II. ການກຽມດິນ.
ໄຖດິນໃຫ້ເລີກ 30-40 ຊມ ຕາກດິນໄວ້ 1-2 ອາທິດ ແລ້ວຄາດດິນໃຫ້ລະອຽດຫວ່ານປູນຂາວໃນອັດຕາ 100-300 ກິໂລ/ໄລ່ ໃສ່ຝຸ່ນຄອກຫຼືຝຸ່ນໝັກອັດຕາ 2,000 ກິໂລ/ໄລ່ ປຸ໋ຍສູດ 15-15-15 ອັດຕາ 30-50 ກິໂລ/ໄລ່ຄົນໃຫ້ທົ່ວແລ້ວຍົກໜານໃຫ້ສູງປະມານ 30 ຊມ ກ້ວາງ 120 ຊມ ເມື່ອກຽມໜານແລ້ວຫົດນໍ້າ ແລະ ປົກຫຸ່ມດ້ວຍແຜ່ນຢາງພາລາສະຕິກ.
III. ການກຽມໜານກ້າ.
ກຽມຖາດກ້າ ແລະ ດິນປະສົມ(ດິນທີ່ຮ່ອນແລ້ວ 3 ສ່ວນ ຊາຍຫຼືແກບ 1 ສ່ວນ)ໃສ່ດິນປະສົມລົງໃນຖາດຫົດນໍ້າ ແລະ ຍອດເມັດລົງໃນຂຸມໆລະ 1 ເມັດຫົດນໍ້າ.
IV. ການປູກ.
ລະຍະປູກ ລະຍະຫ່າງລະຫວ່າງຕົ້ນ 75-100 ຊມ .ເຈາະແຜ່ນຢາງຕາມລະຍະປູກ ຂຸດຂຸມບ່ອນທີ່ເຈາະແຜ່ນຢາງ ນໍາເບ້ຍບວບລົງມາປູກຕາມຂຸມເອົາດິນປົກຫົດນໍ້າ.
– ການເຮັດຄັ້ງ
ເມື່ອໝາກບວບມີອາຍຸ 15-20 ວັນໃຫ້ປັກເສົາຫຼັກທຸກໆ 4 ເມັດ 1 ຕົ້ນ ແລ້ວສານຕາໜາງໃຫ້ດຶງເປັັນແນວຕັ້ງສາກກັບໜານໃຊ້ເສືອກມັດເປັນລະຍະກັບເສົາແລ້ວປັກໄມ້ອ້ອມທຸກຂຸມເພື່ອໃຊ້ຍືດຕົ້ນບວບ ແລະ ກັນການກະພືດຂອງລົມ.
V. ການດູແລຮັກສາ
– ການໃຫ້ນໍ້າ ຫົດນໍ້າຢ່າງສະໝໍ່າສະເໝີ ແລະ ພຽງພໍ ວັນລະ 1 ຄັ້ງ.
– ການໃສ່ຝຸ່ນ
ໃສ່ປຸ໋ຍ 13-13-21 ໃນອັດຕາ 30-50 ກິໂລ/ໄລ່ ແບ່ງໃສ່ເມື່ອອາຍຸໄດ້ 7 ວັນ ແລະ 25-30 ວັນ.
VI. ການປ້ອງກັນກຳຈັດສັດຕູພືດ
ວັດສະພືດ ກຳຈັດວັດສະພືດທຸກຄັ້ງທີ່ມີການໃສ່ປຸ໋ຍຫຼືເມື່ອເກີດວັດສະພືດຂື້ນ
ພະຍາດ ພະຍາດຣາແປ້ງໂດຍການຊີດພົ່ນສານເຄມີປ້ອງກັນກຳຈັດເຊື້ອຣາ
ແມງໄມ້ ແມງເຕົ່າທອງໂດຍການຊີດພົ່ນສານເຄມີປ້ອງກັນກຳຈັດແມງໄມ້ ເຊັ່ນ ເຊພວິນ 85
VII. ການເກັບກ່ຽວ
ອາຍຸການເກັບກ່ຽວປະມານ 45-60 ວັນຫຼັງຈາກຍອດແກ່ນ ຜົນຜະລິດປະມານ 3,000-5,000 ກິໂລ/ໄລ່
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=5585&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/OSmpOpKQgLc” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ພະຍາດປາກເປື່ອຍລົງເລັບງົວ,ຄວາຍ,ໝູ ແລະ ແບ້
ພະຍາດປາກເປື່ອຍລົງເລັບງົວ,ຄວາຍ,ໝູ ແລະ ແບ້
ແມ່ນພະຍາດຕິດແປດຮ້າຍແຮງທີ່ມັກເກີດກັບສັດປະເພດ ງົວ,ຄວາຍ,ໝູແບ້ ແລະ ສັດປະເພດເລັບຄູ່. ສັດຈະມີອາການປາກເປື່ອຍ ແລະ ຕີນເປື່ອຍ ສັດທີ່ຕິດພະຍາດນີ້ຈະເສຍອົງຄະ ແລະ ສັດເກີດໃໝ່ອາດຈະຕາຍໄດ້
I ອາການຂອງພະຍາດປາກເປື່ອຍລົງເລັບ
1. ນໍ້າລາຍເຫີຍເປັນປວກຢ່າງບໍ່ຂາດສາຍ ຖ້າອ້າງປາກສັດອອກແລ້ວກວດເບິ່ງໃນປາກຈະເຫັນລີ້ນແລະ ແຂ້ວໂພງເປັນຕຸ່ມ
2. ສັດຈະຢືນຊຶງຢູ່ບ່ອນເກົ່າ ກິນຫຍ້າບໍ່ໄດ້ ແລະ ຫຼັງຈາກນັ້ນ 5-7 ວັນສັດຈະມີອາຫານຍ່າງຂາຫ້ານເນື່ອງຈາກເຈັບງ່າມຕີນ
3. ໝູຈະມີອາການຕ່າງຈາກງົວ ແລະ ຄວາຍຄື: ຕາມຂໍ້ຕໍ່ກະດູກ ໝາກເວີ້ດັງຈະໄຄ່ ມີຕຸ່ມເປື່ອກ ຍ່າງຂາຫ້ານເນື່ອງຈາກເຈັບງ່າມຕີນ ແລະ ເຈັບເລັບສ່ວນຫຼາຍເລັບຈະຖອນອອກ
II ການຕິດຕໍ່ ແລະ ການແຜ່ລະບາດຂອງພະຍາດປາກເປື່ອຍລົງເລັບ
1. ສາມາດຕິດແປດໂດຍກົງຈາກສັດເຈັບທີ່ຢູ່ໃນຄອກດຽວກັນ ຫຼື ກິນຫຍ້າຮ່ວມທົ່ງດຽວກັນ
2. ເຊື້ອພະຍາດຈະລະບາຍອອກຈາກຮ່າງກາຍຂອງສັດເຈັບຜ່ານທາງຂີ້ມູກ ນໍ້າລາຍ ນໍ້າຍ່ຽວ
3. ສາມາດຕິດແປດໂດຍທາງອ້ອມຜ່ານຄົນ ສັດລ້ຽງ,ນົກ,ໝູ,ແມງໄມ້ ແລະ ຍານພາຫານະອື່ນໆເຊັ່ນ ກວຽນ,ລົດ ແລະ ອື່ນໆ
III ການສະກັດກັ້ນການແຜ່ລະບາດຂອງພະຍາດປາກເປື່ອຍລົງເລັບ
ຖ້າສັດຂອງທ່ານມີອາຫານສະແດງອອກຄ້າຍຄືວ່າເປັນພະຍາດປາກເປື່ອຍລົງເລັບທ່ານຄວນປະຕິບັດດັ່ງນີ້:
1. ລາຍງານໃຫ້ສັດຕະວະແພດບ້ານ ຫຼື ນາຍບ້ານໂດຍດ່ວນ
2. ບໍ່ຄວນຂາຍສັດອອກເພາະເພາະຈະເປັນການແຜ່ເຊື້ອພະຍາດໄປບ່ອນອື່ນ
3. ສັດຂອງທ່ານຈະບໍ່ຕາຍ ແລະ ຈະຂາຍໄດ້ລາຄາດີກວ່າຫຼັງຈາກທ່ານປົວໃຫ້ດີແລ້ວ
4. ຈົ່ງແຍກສັດທີ່ເຈັບອອກຈາກຝູງເພື່ອປິ່ນປົວ ແລະ ບໍ່ຄວນປ່ອຍ
IV ວິທີການປົວບາດຂອງສັດທີ່ເປັນພະຍາດປາກເປື່ອຍລົງເລັບໂດຍນໍາໃຊ້ຢ່າພື້ນບ້ານ
1. ບາດຢູ່ໃນປາກ ໝາກເຟືອງສົ້ມ ຫຼື ໝາກນາວ ປະສົມໃສເກືອແລ້ວໃຊ້ລ້າງບາດວັນລະ 2 ຄັ້ງ
2. ບາດຢູ່ຕີນ ຂ້ຽວເປືອກໄມ້( ເປືອກໄມ້ດູ່ ເປືອກໄມ້ເຄັງ)ແລ້ວເອົາທາໃສບາດນັ້ນວັນລະ 2 ຄັ້ງ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ກົມລ້ຽງສັດ ແລະ ການປະມົງ
ໝວດໝູ່: ພະຍາດສັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/VT7NviihmOc” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ພະຍາດອະຫິວາໝູ
ພະຍາດອະຫິວາໝູ
ພະຍາດອະຫິວາໝູເປັນໂລກລະບາດນໍ້າເບີ 1 ທີ່ສ້າງຄວາມເສຍຫາຍໃຫ້ຜູ້ລ້ຽງໝູ ອະຫິວາໝູເປັນພະຍາດທີ່ຕິດຕໍ່ຮ້າຍແຮງສຳລັບໝູຍ້ອຍເຊື້ອໄວຣັດເຮັດໃຫ້ໝູຕາຍບໍ່ວ່າໝູນ້ອຍ ແລະ ໝູໃຫ່ຍ ໝູແມ່ລຸລູກ 80% ແມ່ນຍ້ອນພະຍາດນີ້
I. ສາຍເຫດ ແລະ ວິທີການລະບາດຂອງພະຍາດ
1. ອະຫິວາໝູຕິດໝູບ້ານ ແລະ ໝູປ່າ, ເກີດທຸກລະດູການ ແລະ ບໍ່ຈຳແນກອາຍຸຂອງໝູ
2. ເຊື້ອອະຫິວາໝູມີຄວາມທົນທານສາມາດມີຊີວິດຢູ່ໃນສົ້ມໝູ
3. ອະຫິວາໝູລະບາດຍ້ອນນຳເອົາໝູທີ່ຕິດເຊື້ອແລ້ວເຂົ້າມາລ້ຽງໃນຄອກດຽວກັບໝູໂຕອື່ນ.ໝູເປັນພະຍາດລະບາດເຊື້ອຮ້າຍແຮງອອກທາງຍ່ຽວ,ຂີ້,ນໍ້າມູກ,ນໍ້າລາຍ,ຂີ້ຕາ.ເວລາກິນອາຫານ, ກິນນໍ້າຮ່ວມກັນເຊື້ອກໍ່ໄປຕິດໃສ່ໂຕອື່ນ
4. ອະຫິວາໝູລະບາດຈາກຄອກໜຶ່ງໄປຫາຄອກອື່ນຍ້ອນຄົນ.ນົກ ແລະ ພາຫານພອື່ນໆ
5. ການຂາຍໝູເຈັບ ຫຼື ຄົວໝູຕາຍ ຍ້ອນອະຫິວາໝູເຮັດໃຫ້ພະຍາດນີ້ລະບາດໄດ້ດີທີ່ສຸດ
II. ປະກົດການຂອງພະຍາດ
ອະຫິວາໝູສ່ວນຫຼາຍລະບາດຮ້າຍແຮງເຮັດໃຫ້ໝູຕາຍກະທັນຫັນ ຫຼື ຕາຍພາຍໃນ 5-15 ມື້. ເປີເຊັ່ນຕາຍແມ່ນ 95-100%
1. ໝູເຫົງາ ກິນອາຫານນ້ອຍລົງ ມັນນອນໄຂ້ສັ້ນໜາວ ນອນຈຸ້ມເຂົ້າກັນ, ຕາແດງ, ຂີ້ຕາໂພະສີເຫຼືອງ ເຮັດໃຫ້ຮີມຕາຕິດກັນ ຫູເປັນສີຊໍ້າ ຕາມໜ້າໜັງມີຕຸ່ມແດງໆຄືມັດກັດ ຫຼື ເປັນປ່າມແດງຊໍ້າຕາມພື້ນທ້ອງ, ສົບ, ແອບແອ້ຂາ, ໝູຖ່າຍບໍ່ສະດວກ ຂີ້ແກ່ນ ແຕ່ຕໍ່ມາຂີ້ຈວກເປັນນໍ້າສີເຫຼືອງແກມເທົາ ບາງເທື່ອກໍ່ຮາກ ຂີ້ເໝັນຜິດປົກກະຕິ ຫາຍໃຈຫອບ
2. ທາງດ້ານເສັ້ນປະສາດເຮັດໃຫ້ໝູຊັກດີ້ນ ໂຕແຂງຊື່ແງ້ນ ນອກແຄງ ເອົາຕີນຄວກ ຊັກເປັນຄັ້ງເປັນຄາວ ແຕ່ບາງໂຕກໍ່ຊັກຈົນຕາຍ ບາງໂຕກໍ່ປິ່ນອ້ອມໂຕເອງ ຫຼື ເອົາຫົວຄໍ້າກັບຝາ ສ່ວນຫຼາຍແມ່ນອາການລອຍຊຶ່ງເລີ່ມຈາກສອງຂາຫຼັງໝູຈຶ່ງຍ່າງເຊໄປມາຕໍ່ມາກໍລ່ອຍໝົດໂຕລຸກບໍ່ໄດ້ ສຸດທ້າຍກໍ່ຕາຍ
III. ຜູ້ລ້ຽງຄວນປະພຶດແນວໃດ?
1. ໝູລອດຕາຍຈາກພະຍາດອຫິວາໝູແມ່ນໝູຖືເຊື້ອໄວ້ໃນໂຕມັນ ແລະ ເປັນອັນຕະລາຍໃຫ້ໝູໂຕອື່ນ ດັ້ງນັ້ນຕ້ອງຊື່ແຕ່ໝູນ້ອຍຂອງແມ່ທີ່ໄດ້ຮັບການສັກຢາປ້ອງກັນມາລ້ຽງຈຶ່ງຮັບປະກັນ
2. ຕ້ອງອານາໄມຄອກໝູທີ່ຕິດເຊື້ອ ແລະ ຂ້າເຊື້ອດ້ວຍປູນຂາວປະໄວ້ຢ່າງນ້ອຍ 1 ເດືອນຈຶ່ງເອົາໝູເຂົ້າມາລ້ຽງອີກໄດ້
3. ຫລີກເວັ້ນຢ່າຄົວໝູເຈັບ ຫຼື ຕາຍຍ້ອນພະຍາດອະຫິວາໝູ. ຫ້າມເອົາຊີ້ນໝູດັ່ງກ່າວໄປເຮັດສົ້ມ ຫຼື ໝູເຄັມ ເພາະຈະເປັນເຫດເຮັດໃຫ້ພະຍາດລະບາດໄວທີ່ສຸດ ແລະ ຈະສ້າງຄວາມເສຍຫາຍແກ່ຜູ້ອື່ນ
IV. ປ້ອງກັນດ້ວຍການສັກວັກຊີນ
1. ບໍ່ມີຢາຕ້ານເຊື້ອຊະນິດໃດສາມາດປິນປົວພະຍາດອະຫິວາໝູ ເພື່ອຄວາມປວດໄພມີແຕ່ສັກຢາປ້ອງກັນໄວ້ກ່ອນ
2. ວັກຊີນອະຫິວາໝູໃຊ້ສັກໝູອາຍຸ 3 ເດືອນຂື້ນໄປສາມາດຄຸ້ມກັນໝູໄດ້ 1 ປີຫ້ມສັກວັກຊີນນີ້ໃຫ້ໝູຖືພາ
3. ວັກຊີນອະຫິວາໝູສາມາດປ້ອງກັນໝູໄດ້ຫຼັງຈາກສັກໄດ້ 2 ອາທິດ
ກໍລະນີ ພະຍາດອະຫິວາໝູລະບາດຕ້ອງຮີບຮ້ອນສັກຢາວັກຊີນປ້ອງກັນໝູທີ່ຍັງບໍ່ທັນຕິດເຊື້ອ ແລະ ຍັງບໍ່ໄດ້ຮັບການສັກຢາປ້ອງກັນເທື່ອແຕ່ຖ້າໝູຕິດເຊື້ອແລ້ວການສັກວັກຊີນໃຫ້ຈະເຮັດໃຫ້ໝູຕາຍຄືເກົ່າ. ແຕ່ຖ້າບໍ່ສັກປ້ອງກັນເວລາເຊື້ອມາເຖີງໝູກໍ່ຕາຍຄືເກົ່າ ເພື່ອເຫຼີກເວັ້ນການສ່ຽງໄພດັ່ງກ່າວຕ້ອງສັກວັກຊີນອະຫິວາໝູກ່ອນເຊື້ອຮ້າຍແຮງຈະມາເຖິງ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ໂຮງງານວັກຊີນໜອງແຕ່ງ
ໝວດໝູ່: ພະຍາດສັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/dkesgZvhovg” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ບາງຂໍ້ແນະນຳກ່ຽວກັບການປ້ອງກັນ ແລະ ກຳຈັດແມງງົວທອງ(ດ້ວງເຈາະຍອດພ້າວ)
ບາງຂໍ້ແນະນຳກ່ຽວກັບການປ້ອງກັນ ແລະ ກຳຈັດແມງງົວທອງ(ດ້ວງເຈາະຍອດພ້າວ)
1. ແມງງົວທອງ(ດ້ວງເຈາະຍອດພ້າວ)
ຊື່ວິທະຍາສາດ: Brontispa longissima
ຊື່ເປັນພາສາອັງກິດ: Coconut hispine beetle
Class:Insecta,order: Coleoptera
Family: Chrysomelidae
ພືດອາໃສ: ຕົ້ນພ້າວ.
ທຳລາຍທຸກໄລຍະການຈະເລີນເຕີບໂຕຂອງພືດ.
ບ່ອນທຳລາຍ: ໃບອ່ອນທີ່ຍັງບໍ່ທັນໂຜ່ອອກມາ.
ໄລຍະການຈະເລີນເຕີບໂຕ
ໄຂ່: ເປັນຮູບໄຂ່ສີນໍ້າຕານຍາວປະມານ 1,5 mm,ກວ້າງ 1 mm ໄຂ່ຈະຖືກວາງ ແລະ ຕິດໄວ້ໜ້າໃບຢ່າງໜຽວແໜ້ນ.
ບົ້ງ(ໂຕອ່ອນ): ໂຕບົ້ງຈະເປັນວີຂາວ ຫົວຂອງບົ້ງໄລຍະທຳອິດຈະໃຫ່ຍກວ່າລຳຕົວ,ທົ່ວຕົນຕົວຈະຖືກປົກຄຸມດ້ວຍໝາມນ້ອຍໆ,ໂຕບົ້ງຍາວປະມານ 1,5 mm ແລະ ກວ້າງ 0,75 mm, ໂຕບົ້ງໄລຍະສຸດທ້າຍຍາວ 9 mm ແລະ ກວ້າງ 1,25 mm.
ດັກແດ້: ພາກສ່ວນທ້ອງຂອງດັກແດ້ຈະມີຂະໜາດໃຫ່ຍກວ່າທ້ອງຂອງບົ້ງ.
ໂຕແກ່: ຍາວ 8,5-9,5 mm,ກວ້າງ 2-2,5 mm, ໜວດຍາວ 2,75 mm,ໂຕຜູ້ຈະມີລຳໂຕນ້ອຍຮຽວກວ່າໂຕແມ່.ສີຂອງມັນຈະປ່ຽງແປງໄປຕາມພູມອາກາດຈາກສີແດງຊໍ້າຫາສີດຳ.
2. ລັກຊະນະວິທະຍາສາດ
ແມງງົວທອງຈະວາງໄຂ່ເປັນກຸ່ມລະ 1-4 ໜ່ວຍ ຕໍ່ໆກັນໃສ່ຕາມຮ່ອງຂອງໃບທີ່ຖືກໂຕດ້ວງກັດກິນ.ໄຂ່ຈະຖືກປົກຄຸມໄປດ້ວຍສິ່ງເສດເຫຼືອທີ່ໂຕດ້ວງຖ່າຍເທອອກມາ ແລະ ໄຂ່ຈະເບາະອອກມາເປັນຕົວບົ້ງ 5 ວັນຕໍ່ມາ.
ໂຕບົ້ງທີ່ແຕກອອກມາໃໝ່ໆຈະຂຸດກິນໜ້າໃບ ຍອດອ່ອນທີ່ຍັງບໍ່ທັນພົ້ງອອກມາ.ຕົວບົ້ງຈະຂະຫຍາຍຕົວໂດຍກາຍລອກຄາບ 5-6 ຄັ້ງ.ຕົວບົ້ງຈະກິນຢູ່ບ່ອນເກົ່າ ແລະ ມັກລີ້ເພື່ອບໍ່ໃຫ້ຖືກແສງແດດ.ໄລຍະເປັນຕົວບົ້ງ 30-40 ວັນ,ກະກຽມເຂົ້າເປັນດັກແດ້ 3 ວັນ ແລະ ໄລຍະເປັນດັກແດ້ 6 ວັນ.
ລວມໄລຍະການຈະເລີນເຕີບໂຕຈາກໄລຍະໄຂ່ຫາເປັນໂຕແກ່ປະມານ 5-7 ອາທິດ.ໂຕແກ່ຈະຂຸດກິນໜ້າໃບຍອດອ່ອນທີ່ບໍ່ທັນໂຜ່ອອກມາອາຍຸຂອງການເປັນໂຕແກ່ປະມານ 220 ວັນ ແລະ ຈະຫຼົບຫຼີກບໍ່ໃຫ້ຖືກແສງແດດ.ໂຕແມ່ທີ່ມີອາຍຸປະມານ 1-2 ເດືອນກໍ່ເລີ່ມວາງໄຂ່ ແລະ ຈະວາງໄຂ່ປະມານ 100 ໜ່ວຍຂື້ນໄປຕະຫຼອດໄລຍະຂອງການເປັນໂຕແກ່.
ໄລຍະ 1 ປີແມງງົວທອງຈະພັດທະນາໄດ້ 3 ລຸ້ນ.ອາກາດແຫ້ງແລ້ງແມ່ນມີຄວາມເໝາະສົມກັບການຂະຫຍາຍຕົວດ້ານຜົນລະເມືອງຂອງແມງງົວທອງຊະນິດນີ້.
ແມງງົວທອງບໍ່ສາມາດກິນໄວໄດ້, ດັ່ງນັ້ນການແຜ່ຂະຫຍາຍຂອງການທຳລາຍໄປສູ່ຕົ້ນອື່ນຈຶ່ງຊ້ານອກຈາກຈະມີການເຄື່ອນຍ້າຍດ້ວຍມະນຸດ.
– ການສັງເກດ ແລະ ການກວດກາ.
ຄວນກວດເບິ່ງຕົ້ນພ້າວ,ຕົ້ນໝາກ,ຕົ້ນປາມທີ່ຍັງເປັນຕົ້ນອ່ອນ(ອາຍຸນ້ອຍ)ເພື່ອຊອກຫາໄຂ່ຫຼືໂຕບົ້ງ ໄລຍະທຳອິດ ຊຶ່ງມັນຢູ້ລະວາງກາບໃບ ແລະ ໃບຍອດ.ບໍລິເວນທີ່ເປັນສີນໍ້າຕານຫຼືຈຸລັງທີ່ແຫ້ງກໍ່ສາມາດເບິ່ງເຫັນໄດ້
– ລັກສະນະການທຳລາຍ
ທັງໂຕແກ່ ແລະ ໂຕອ່ອນທຳລາຍຍອດຂອງພືດທີ່ຍັງບໍ່ທັນພົ້ນອອກມາ ມັນຂູດກິນໜ້າໃບເປັນທາງຍາວ,ຊຶ່ງຂະໜາດກັບກ້າໃບ ໜ້າໃບຖືກແມງງົວທອງຂູດກິນຈະເປັນບາດແຜສີນໍ້າຕານ,ພື້ນທີ່ໆເປັນສີນໍ້າຕານຈະຫ່ຽວແຫ້ງ ແລະ ຫງິກງໍ, ຊຶ່ງເຮັດໃຫ້ໃບມີລັກສະນະຄ້າຍຄືຖືກໄຟໃໝ້ ແລະ ບໍ່ສົມບູນ.
3. ການປ້ອງກັນ ແລະ ກຳຈັດ
1 ການຄວບຄຸມດ້ວຍວິທີເຂດຕະກຳ: ຕັດພາກສ່ວນທີ່ຖືກທຳລາຍອອກແລ້ວນຳໄປທຳລາຍຖີ້ມ.
2 ການຄວບຄຸມໂດຍທາງຊີວະວິທະຍາ:
– ນຳໃຊ້ແມງກາຝາກ(Parasitods) ເຊັ່ນ:
– Asecodes hispinarum (ທຳລາຍໄຂ່ຂອງແມງງົວທອງ)
– Chrysonotomyia (ທຳລາຍຕົວອ່ອນຂອງແມງງົວທອງ)
– Hispidophila brontispae (ທຳລາຍໄຂ່ຂອງແມງງົວທອງ)
ນຳໃຊ້ໂຕຫໍ້ (Predators)ເຊັ່ນ:
– Chelisoches morio (ທຳລາຍໂຕອ່ອນ ແລະ ດັກແດ້ຂອງແມງງົວທອງ)
– Oecophylla smaragdina (ທຳລາຍຕົວອ່ອນ ແລະ ດັກແດ້ຂອງແມງງົວທອງ)
ນຳໃຊ້ເຊື້ອພະຍາດ (Pathogens) ເຊັ່ນ:
– Metarhizium anisopliae,Beauveria bassiana ທຳລາຍຕົວອ່ອນ,ດັກແດ້ ແລະ ໂຕແກ່ຂອງແມງງົວທອງ.
4. ການຄວບຄຸມດ້ວຍສານເຄມີ:
ນຳໃຊ້ diazinon 40% WP, 25-90 ກຣາມປະສົມນໍ້າ 20 ລິດ ໂດຍການສິດພົ່ນໃສ່ຍອດພ້າວທີ່ຍັງບໍ່ທັນໂຜ່ອອກມາປະມານ 400 ລິດ/ຮຕ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ກົມປ່າໄມ້
ໝວດໝູ່: ສັດຕູພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/GUyhyn35NzQ” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ນໍ້າໝັກສະໝຸນໄພ 7 ລົດປ້ອງກັນກຳຈັດແມງໄມ້ສັດຕູພືດທຸກຊະນິດ
ນໍ້າໝັກສະໝຸນໄພ 7 ລົດປ້ອງກັນກຳຈັດແມງໄມ້ສັດຕູພືດທຸກຊະນິດ
ນໍ້າໝັກສະໝຸນໄພ 7 ລົດເປັນສູດທີ່ປະສົມຂື້ນມາຈາກສະໝຸນໄພທີ່ມີລົດຈືດ,ຂົມ,ຝາດຫອມລະເຫີຍ ແລະ ເຜັດຮ້ອນ ຫຼື ອາດເວົ້າໄດ້ວ່າເປັນສູດທີ່ລວມລົດຂອງສະໝຸນໄພທີ່ມີຄຸນສົມບັດໃນການກຳຈັດແມງສັດຕູພືດເຂົ້າໄວ້ສູດດຽວກັນເພື່ອເພີ່ມປະສິດຕິພາບໃນການປ້ອງກັນໃນການກຳຈັດແມງສັດຕູພືດເຂົ້າໄວ້ໃນສູດດຽວກັນເພື່ອເພີ່ມປະສິດຕິພາບໃນການປ້ອງກັນກຳຈັດແມງສັດຕູພືດຜັກ ຊຶ່ງມີຄວາມຫຼາກຫຼາຍ ແລະ ສາມາດພັດທະນາຄວາມຕ້ານມານສານກຳຈັດແມງໄດ້ພາຍໃນເວລາບໍ່ດົນ ດັ່ງນັ້ນການລວມພິດຂອງພືດທີ່ມີຜົນຕໍ່ລະບົບການເຮັດວຽກຂອງແມງສັດຕູພືດເອົາໄວ້ພາຍໃນສູດດຽວກັນ ຈຶ່ງເປັນອີກໜຶ່ງວິທີທີ່ຈະລົດບັນຫາການດື້ຢາຂອງແມງໄມ້ລົດໄດ້.
ໂດຍການເຮັດນໍ້າໝັກສະໝຸນໄພ 7 ລົດ ເປັນການເລືອກເອົາສະໝຸນໄພຕ່າງໆມາເຮັດນໍ້າໝັກຈຸລິນຊີຊີວະພາບເພື່ອປະໂຫຍດທາງການກະເສດຈຶ່ງສາມາດໃຊ້ໄດ້ກັບນາເຂົ້າ ແລະ ພືດຜັກທຸກຊະນິດ.
ນໍ້າໝັກສະໝຸນໄພ 7 ລົດປະກອບດ້ວຍ.
1. ສະໝຸນໄພລົດຈືດ ໄດ້ແກ່: ໃບກ້ວຍ,ໃບຜັກບົ້ງ ແລະ ພືດສະໝຸນໄພທີ່ມີລົດຈືດທຸກຊະນິດ.
ຄຸນປະໂຫຍດ: ຈະເປັນຝຸ່ນບໍາງລຸງດິນ ໃຫ້ດິນມີຄວາມຜົງ ແລະ ເຮັດໃຫ້ດິນບໍ່ແຂງ ແລະ ສາມາດໃຊ້ບໍາບັດນໍ້າ ເສຍໄດ້ດ້ວຍ.
2. ນໍ້າໝັກສະໝຸນໄພລົດຂົມ ໄດ້ແກ່: ໃບຂົມກະເດົາ,ເຄືອເຂົາຮໍ,ໃບຂີ້ເຫຼັກ ແລະ ພືດສະໝຸນໄພທີ່ມີລົດຂົມທຸກຊະນິດ.
ຄຸນປະໂຫຍດ: ສາມາດຂ້າເຊື້ອເບັກທີເລຍເພື່ອສ້າງພູມຄຸ້ມກັນໃຫ້ແກ່ພືດ.
3. ສະໝຸນໄພລົດຝາດ ໄດ້ແກ່: ປີກ້ວຍ,ເປືອກມັງຂຸດ,ເປືອກໝາກສີດາ,ໝາກຍົມຫວານ ແລະ ພື ສະ
ໝຸນໄພທີ່ມີລົດຝາດທຸກຊະນິດ.
ຄຸນປະໂຫຍດ: ຂ່າເຊື້ອຣາໃນໂລກພືດທຸກຊະນິດ.
4. ນໍ້າໝັກສະໝຸນໄພລົດເບື່ອເມົາ ໄດ້ແກ່: ຫົວກອຍ,ໃບໝາກເຍົາ,ໃບໝາກຄຽບ ແລະ ພືດສະໝຸນໄພທີ່ມີລົດເບື່ອເມົາທຸກຊະນິດ.
ຄຸນປະໂຫຍດ: ຂ້າເພ້ຍ,ໜອນ ແລະ ແມງໄມ້ໃນພືດຜັກທຸກຊະນິດ.
5. ນໍ້າໝັກສະໝຸນໄພລົດສົ້ມ ໄດ້ແກ່: ໝາກຂີ້ຫູດ,ໝາກນາວ,ຈະຈຽບ ແລະ ພືດສະໝຸນໄພທີ່ມີລົດສົ້ມທຸກຊະນິດ.
ຄຸນປະໂຫຍດ: ໄລ່ແມງໄມ້ໂດຍສະເພາະ.
6. ນໍ້າໝັກສະໝຸນໄພຫອມລະເຫີຍ ໄດ້ແກ່: ຫົວສີໄຄຫອມ,ໃບກະເພົາ,ໃບເຕີຍ ແລະ ພືດສະໝຸນໄພທີ່ມີລົດຫອມລະເຫີຍທຸກຊະນິດ.
ຄຸນປະໂຫຍດ: ຈະເປັນນໍ້າໝັກທີ່ປ່ຽນກິ່ນຂອງຕົ້ນພືດເພື່ອປ້ອງກັນບໍ່ໃຫ້ແມງໄດ້ກັດກິນທຳລາຍ.
7. ນໍ້າໝັກສະໝຸນໄພລົດເຜັດ ໄດ້ແກ່: ໝາກເຜັດ,ຂີງ,ຂ່າ ແລະ ພືດສະໝຸນໄພທີ່ມີລົດເຜັດທຸກຊະນິດ.
ຄຸນປະໂຫຍດ: ໄລ່ແມງໄມ້ ແລະ ເຮັດໃຫ້ແສບຮ້ອນ.
I. ວິທີເຮັດ:
1. ໃຊ້ວັດຖຸດີບທີ່ເປັນທີ່ມາຂອງແຕ່ລະລົດຢ່າງໃດຢ່າງໜຶ່ງຊອຍໃຫ້ສະອຽດລວມແລ້ວໃຫ້ໄດ້ຈຳນວນ 3 ກິໂລ + ກາກນໍ້າຕານຈຳນວນ 1 ລິດ + ນໍ້າທ່າ ຈຳນວນ 10 ລິດ.
2. ເທນໍ້າທ່າໃສ່ຖັງພລາສະຕິກແລ້ວເທກາກນໍ້າຕານລົງໄປຄົນເລື້ອຍໆຈົນກາກນໍ້າຕານເປັນເນື້ອດຽວກັນກັບນໍ້າຈາກນັ້ນຈຶ່ງເທວັດຖຸດີບທີ່ຊອຍລະອຽດແລ້ວຕາມລົງໄປ ຄົນໃຫ້ເຂົ້າກັນອີກຄັ້ງປິດຝາໃຫ້ຊະນິດຕັ້ງໄວ້ໃນທີ່ຮົ່ມ ດົນປະມານ 3 ເດືອນ ຈຶ່ງສາມາດນໍາມາໃຊ້ປະໂຫຍດໄດ້.
II. ການໃຊ້ປະໂຫຍດ
ໃນອັດຕາສ່ວນດຽວກັນສຳລັບພືດຜັກ,ນາເຂົ້າ ແລະ ໄມ້ໃຫ້ໝາກທຸກຊະນິດ ຄື ນໍ້າໝັກ 1 ລິດ + ນໍ້າທ່າ 20 ລິດ ສິດພົ່ນໃຫ້ທົ່ວ ຄື ຖ້າເປັນພືດຜັກທົ່ວໄປສິດພົ່ນທຸກ 3 ວັນ ຖ້າເປັນໄມ້ໃຫ້ໝາກສິດພົ່ນທຸກ 7 ວັນ.
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ຈິນຕະນາ ຈະເລີນສຸກ https://www.rakbankerd.com/agriculture/page.php?id=7370&s=tblplant
ໝວດໝູ່: ນໍ້າໝັກສະໜຸນໄພ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/wVC1fgr9FEE” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ຄູ່ມືກ່ຽວກັບວິທີການກ້າຫວາຍແຍ້
ຄູ່ມືກ່ຽວກັບວິທີການກ້າຫວາຍແຍ້
ຫວາຍແຍ້ເປັນພືດປະເພດເຄືອທີ່ຈັດຢູ່ໃນຕະກຸນປາລເມຍ ຫຼື ອາເລັກຄາເຄຍ ແລະ ສະກຸນ ກາລາມຸສ ຊຶ່ງໃນປະຈຸບັນຫວາຍແຍ້ຍັງບໍ່ທັນກຳນົດຊື່ວິທະຍາສາດຂອງມັນໄດ້ເຊັດເຈນ ຫວາຍແຍ້ເປັນຫວາຍຊະນິດໜຶ່ງທີ່ປະຊາຊົນນິຍົມບໍລິໂພກມາແຕ່ດົນແລ້ວ ແລະ ສ່ວນໃຫ່ຍແມ່ນເກັບຈາກປ່າ
1 ການເກັບແກ່ນຫວາຍແຍ້
ຫວາຍແຍ້ທີ່ມີຕາມທຳມະຊາດຂອງບ້ານເຮົາຈະອອກດອກໃນທ້ານເດືອນກັນຍາຫາທ້າຍເດືອນພະຈິກ ຫຼັງຈາກນັ້ນດອກຫວາຍຈະຕິດກ່າຍເປັນໝາກນ້ອຍ ແລະ ໝາກຈະເລີ່ມແກ່ໃນທ້າຍເດືອນມີນາ ຫາ ເດືອນພຶດສະພາ ແກ່ນຫວາຍແຍ້ສຸກຈະສັງເກດເຫັນໄດ້ເມື່ອເປືອກຫຸ້ມໝາກແຍ້ມີສີເຫຼືອງແກມມົ່ນເມື່ອເຮົາແກະເປືອກອອກເຮົາຈະເຫັນນວນຫຸ້ມທາງດ້ານໃນເປັນສີນໍ້າຕານແດງ ເວລາເຮົາເອົາມາກິນຈະມີລົດຊາດສົ້ມແກມຫວານ ໃນເວລານັ້ນສາມາດນໍາເອົາແກ່ນແນວພັນແຍ້ມາທຳການກ້າ ແລະ ຂະຫຍາຍພັນໄດ້.ໃນການເກັບແກ່ນຫວາຍແມ່ນແນະນໍາໃຫ້ປີນຂື້ນຕົ້ນໄມ້ຂ້າງກັນແລ້ວຕັດງ່າທີ່ເປັນໝາກຂອງຕົ້ນທີ່ຍາກເກັບກູ້ນັ້ນ ແຕ່ກ່ອນຈະຕັດງ່າທີ່ເປັນໝາກນັ້ນຈະຕ້ອງມັດງ່າທີ່ມີໝາກໄວ້ກ່ອນແລ້ວຈິ່ງຕັດເພື່ອປ້ອງກັນບໍ່ໃຫ້ໝາກເສຍຫາຍຈາກການຕົກລົງດິນຕໍ່ຈາກນັ້ນກໍ່ແຍກໝາກອອກຈາກງ່າ ແລະ ໃນກໍລະນີ້ທີ່ຕ້ອງຂົນສົ່ງທາງໄກຕ້ອງໄດ້ເອົາໃສ່ຖົງ ຫຼື ໄຖ່ທີ່ສາມາດລະບາຍອາກາດໄດ້ດີ ຫ້າມໃຊ້ຖົງປຣາສະຕິກພາຍຫຼັງທີ່ຕັດເອົາແກ່ນຫວາຍມາແລ້ວຄວນເກັບໄວ້ໃນບ່ອນທີ່ມີຄວາມຊຸ່ມຊື່ນຕະຫຼອດເວລາໃນກໍລະນີທີ່ເຮົາບໍ່ສາມາດທຳການກ້າໄດ້ທັນທີ
2. ການກະກຽມກ້າແກ່ນຫວາຍ
ຫຼັງຈາກທີ່ເກັບແກ່ນແນວພັນຫວາຍມາແລ້ວຄວນລະວັງຢ່າໃຫ້ແກ່ນຫວາຍແຫ້ງເກີນໄປ ເວລາໄດ້ແກ່ນຫວາຍມາຕ້ອງທຳການແກະເປືອກດ້ານນອກເລີຍພ້ອມດຽວກັນນັ້ນໃຫ້ແກະເນື້ອເຍື່ອຫຸ້ມແກ່ນດ້ານໃນອອກແລ້ວກໍ່ລົງເອົາແຊ່ນໍ້າເຢັນປະໄວ້ 7-10 ວັນແຕ່ລະວັນຕ້ອງປ່ຽນນໍ້າທີ່ແຊ່ ທັງນີ້ກໍ່ເພື່ອປ້ອງກັນເຊື້ອລາ ແລະ ເພື່ອເປັນການກະຕຸ້ນໃກ້ແກ່ນຫວາຍງອກໄວກວ່າປົກກະຕິ ຫຼື ເອົາແກ່ນຫວາຍແຍ້ມາແຊ່ໃນນໍ້າໂດຍກົງເລີຍກໍ່ໄດ້ ຫຼັງຈາກນັ້ນກໍ່ເອົາແກ່ນຫວາຍມາກັ້ນໃຫ້ລະອຽດເພື່ອຈະເຮັດໃຫ້ເນື້ອເຍື່ອຫຸ້ມແກ່ນຫວາຍອອກໝົດແລ້ວຈຶ່ງນໍາເອົາແກ່ນຫວາຍໄປຫວ່ານໜານທີ່ໄດ້ກະກຽມໄວ້ ໃນການເອົານວນຫຼືເນື້ອແກ່ນຫວາຍອອກກໍ່ເພື່ອປ້ອງກັນບໍ່ໃຫ້ແມງໄມ້ ຫຼື ເຊື້ອລາມາທຳລາຍແກ່ນ
3. ການກະກຽມດິນກ້າແກ່ນຫວາຍ
ການອານາໄມພື້ນທີ່ສວນທີ່ຈະທຳການກ້າຫຼັງຈາກນັ້ນຈຶ່ງທຳການໄຖ່ ຄາດກ່ອນການກ້າແກ່ນໜຶ່າງອາທິດອພື່ອຕາກດິນໃຫ້ແຫ້ງ ແລະ ທັງເປັນການຂ້າເຊື້ອພະຍາດແລ້ວຈຶ່ງທຸບດິນໃຫ້ລະອຽດເກັບເສດໄມ້ ແລະ ເສດຫຍ້າອອກໃຫ້ໝົດແລ້ວຍົກລະດັບໜານໃຫ້ສູງປະມານ 15-20 ຊມ ປົນຊາຍ 1/3(ດິນ 3ສວນ ຊາຍ 1 ສວນ ແລະ ໃຊ້ຂີ້ເລື່ອຍຫຼືແກບຄຸມດ້ານເທິງໜານໜາ 3 ຊມ ໜານທີ່ຈະທຳການກ້າແກ່ນຫວາຍຈະຕ້ອງມີຕະຄ່າຍກັ້ງແສງແດດ 50% ປົກຄຸມແລະ ໜານກ້າຕ້ອງເຮັດສະຫຼຽງລະຫງ່າງທິດຕາເວັນຕົກ ແລະ ທິດຕາເວັນອອກ
4. ການກ້າແກ່ນ
ຫຼັງຈາກກຽມໜານເປັນທີ່ຮຽບຮ້ອຍແລ້ວນໍາເອົາແກ່ນທີ່ແຊ່ໄວ້ມາຫວ່ານໃສ່ໜານໄດ້ເລີຍການກ້າແກ່ນແຍ້ປົກກະຕິຈະທຳກັນໃນຊ່ວງເດືອນພຶດສະພາ ຫາ ເດືອນມິຖຸນາ ເພາະໄລຍະນີ້ອຸ່ນນະພູມດິນຟ້າອາກາດຮ້ອນອົບເອົ້າຊຶ່ງເຮັດໃຫ້ແກ່ນຫວາຍງອກໄດ້ດີ.ກ່ອນຈະຫວ່ານແກ່ນຫວາຍລົງໜານກ່ອນອື່ນຕ້ອງການຫົດນໍ້າໃຫ້ປຽກຊຸມໄປທົ່ວໜານກ້າເສຍກ່ອນຫຼັງຈາກນັ້ນຈຶ່ງຫວ່ານແກ່ນຫວາຍລົງໃສ່ໜານແລ້ວໃຊ້ຂີ້ເລື່ອຍຫຼືແກບປົກໜາປະມານ 1,5 ຊມ ເພື່ອຮັກສາຄວາມຊຸ່ມຊື່ນຂອງແກ່ນຫວາຍ ແລະ ພ້ອມທັ້ງເປັນການປ້ອງກັນບໍ່ໃຫ້ແກ່ນຫວາຍຟົ້ງອອກໃນເວລາຫົດນໍ້າ
5. ການບົ້ງເບ້ຍຫວາຍ
ແກ່ນຫວາຍແຍ້ຈະແຕກງອກພາຍຫຼັງໄດ້ 15 ວັນ ແລະ ຫຼັງຈາກນັ້ນກໍ່ຈະຄ່ອຍທະຍອຍເກີດຈົນເຖີງ 90 ວັນຈຶ່ງຄ່ອຍໝົດ ເມື່ອເບ້ຍແຍ້ມີອາຍຸໄດ້ 1 ເດືອນ ມັນຈະແຕກອອກເປັນໜຶ່ງໃບ ແລະ ມີຄວາມສູງປະມານ 3 ຊມ ແລະ ຮາກຂອງມັນກໍ່ບໍ່ທັນຍາວ ຊຶ່ງເປັນໄລຍະທີ່ເໝາະສົມທີ່ສຸດໃນການນໍຳໄປບົ້ງ ໜານຊໍາເບ້ຍແຍ້ຕ້ອງມີຕະຄ່າຍປົກທີ່ມີຮົ່ມ 50% ເພື່ອບໍ່ໃຫ້ແສງແດດຮ້ອນເກີນໄປ ຫຼັງຈາກນັ້ນອີກໜຶ່ງເດືອນຈຶ່ງຄ່ອຍເອົາຕາຄ່າຍອອກ
– ຂໍ້ຄວນລະວັງໃນການຍ້າຍບົ້ງ
1. ກ່ອນຈະຍ້າຍເບ້ຍຫວາຍຕ້ອງຫົດນໍ້າໃຫ້ປຽກຊຸ່ມເສຍກ່ອນ
2. ຄວນທຳການຍ້າຍບົ້ງໃນເວລາທີ່ບໍ່ມີແສງແດດຮ້ອນເກີນໄປ
3. ໃຊ້ໄມ້ແຂງຈີ້ມເບ້ຍຫວາຍ ແລະ ລະວັງບໍ່ໃຫ້ກະທົບຕໍ່ເບ້ຍອ່ອນທີ່ຢູ່ທາງຂ້າງ
4. ລະວັງຢ່າໃຫ້ແກ່ນຫວາຍທີ່ຕິດກັບເບ້ຍອ່ອນນັ້ນຫຼຸດອອກເພາະຈະເຮັດໃຫ້ເບ້ຍຫວາຍແຍ້ຕາຍ
5. ຢ່າໃຫ້ຮາກຫວາຍຂາດອອກຈາກເຫົ້ງາເພາະຈະເຮັດໃຫ້ເບ້ຍຫວາຍຈະເລີນເຕີບໂຕຊ້າ
ເບົ້າທີ່ຈະບົ້ງເບ້ຍແຍ້ນັ້ນຕ້ອງເຈາະຮູເລິກປະມານ 10-15 ຊມ ຂອງດ້ານເທິງໄວ້ເສຍກ່ອນ ແລະ ຫຼັງຈາກນັ້ນຈຶ່ງປ່ອນເບ້ຍຫວາຍລົງໃຫ້ຕັ້ງຊື່ເຄິງກາງຂອງຖົງເບ້ຍແລ້ວບີບດິນອ້ອມເບ້ຍໃຫ້ແໜ້ນ ປົກກະຕິຖົງຢາງທີ່ເພີ່ນໃຊ້ຮ່າຍເບົ້າແຍ້ມີຂະໜາດແຕ່3/5 X7 – 4/6×10 ໂດຍເອົາດິນປົນກັບຊາຍໃນອັດຕາໜຶ່ງສ່ວນສາມຂອງຖົງຢາງ
6. ການບໍາລຸງຮັກສາເບ້ຍຫວາຍແຍ້
ໝັ່ນກວດສອບເບິ່ງເບ້ຍຫວາຍຢ່າງສະໝໍ່າສະເໝີເມື່ອເຫັນວ່າມີເບ້ຍທີ່ອ່ອນແອນັ້ນກໍ່ທຳການເສຍຫຍ້າຢູ່ເລື້ອຍໆເພື່ອບໍ່ໃຫ້ຫຍ້າຂື້ນປົກຄຸມເບ້ຍ ແລະ ຫົດນໍ້າທຸກເຊົ້າແລງຫຼັງຈາກເບ້ຍຫວາຍປູກໄດ້ 45 ວັນ ຄວນນໍາຝຸ່ນມາໃສ່ສູດ 15-15-15 ໃນປະລິມານ 1 ບ່ວງແກງ/ນໍ້າ 20 ລິດຫ່າງກັນປະມານ 15 ວັນຕໍ່ຄັ້ງແລະ ຈຶ່ງຄ່ອຍເພີ່ມຂື້ນ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ຄຳພອນ ແສງດາລາ ກົມປູກຝັງ
ໝວດໝູ່: ການຂະຫຍາຍພັນພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/Pt7OFaL5oIk” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການເຮັດແກ໊ດຊີວະພາບໄວ້ໃຊ້ໃນຄົວເຮືອນ
ການເຮັດແກ໊ດຊີວະພາບໄວ້ໃຊ້ໃນຄົວເຮືອນ
I. ອຸປະກອນການເຮັດແກ໊ດຊີວະພາບຈາກຂີ້ງົວ,ຄວາຍ
1. ຖັງພະລາສະຕິກຂະໜາດບັນຈຸ 200 ລິດ 1 ຖັງພ້ອມຝາປິດ
2. ຖັງພະລາສະຕິກຂະໜາດບັນຈຸ 200 ລິດ 1 ຖັງເປີດ
3. ຖັງພະລາສະຕິກຂະໜາດບັນຈຸ 180 ລິດ 1 ຖັງ
4. ທໍ່ pvc ຂະໜາດເສັ້ນຜ່ານສູນກາງ 2 ນີ້ວ ກຽວນອກ ແລະ ກຽວໃນຈຳນວນ 4 ໂຕ ຂໍ້ຕໍງໍ 1 ໂຕ
5. ທໍ່ pvc ກຽວນອກກຽວໃນ ວາວເປີດປິດ
6. ທໍ່ຍາງນໍ້າສາຍອ່ອນ
7. ກາວຊີລິໂຄນ
II. ວິທີການເຮັດຖັງໝັກແກ໊ດ
1. ເຈາະຖັງດ້ານເທິງເພື່ອໃສ່ຂີ້ງົວຄວາຍ ທໍ່ pvc ຂະໜາດ 2 ນີ້ວ ຍາວເກືອເຖີງກົ້ນຖັງ ດ້ານເທີງທີ່ເຕີມມີຝາປິດເພື່ອໃສ່ເສດອາຫານແຕ່ລະມື້ກັບຊ່ອງປະຄອງແກນກວນປະຕິກູນ
2. ເຈາະຖັງດ້ານຂ້າງຖັງຂະໜາດ 2 ນີ້ວ ເພື່ອໃຫ້ສິນປະຕິກູນທີ່ຍ່ອຍສະລາຍແລ້ວໄຫຼອອກມາ ແລະ ໃຊ້ຂໍ້ຕໍ່ງໍສູງຂື້ນເທີງ
3. ເຈາະຮູຖັງດ້ານເທີງຂະໜາດ 4 ຫຸນໃສ່ວາວເປີດປິດດ້ານເທີງເພື່ອນໍາແກ໊ດໄປໃຊ້ຫຼືເກັບ
4. ຖັງສຳລັບໃສ່ສິ່ງປະຕິກູນເປັນຖັງຫູຫີ້່ວ
5. ສາຍຍາງອ່ອນເພື່ອໃຊ້ຕໍ່ສາຍໄປໃຊ້ ແລະ ເກັບ
III. ວິທີເຮັດຖັງແກ໊ດ
1. ນຳຖັງ 200 ລິດເປີດຝາ ແລະ ໃສ່ນໍ້າໃຫ້ເຕັມ
2. ໃຊ້ຖັງ 180 ລິດ ເປີດຝາ ແລະ ຄວມລົງໃນຖັງທຳອິດ
3. ເຈາະຮູກົ້ນຖັງ 180 ລິດ 1 ຮູເພື່ອໃຊ້ແກ໊ດ ແລະ ເກັບແກ໊ດ
IV. ວິທີໝັກມູນສັດທີ່ເຮັດໃຫ້ເກີດແກ໊ດ
1. ໃຊ້ຂີ້ງົວສົດປະສົມກັບນໍ້າລ້າໃນອັດຕາສ່ວນປະສົມຄັ້ງທຳອິດ ນໍ້າລ້າ 35 ລິດ/ຂີ້ງົວສົດ35 ກິໂລປະສົມໃຫ້ເຂົ້າກັນໃສ່ຄັ້ງຕໍ່ໄປອາທິດລະ 1 ຄັ້ງອັດຕານໍ້າລ້າ 5 ລິດ/ຂີ້ງົວສົດ5ກິໂລ ປະສົມໃຫ້ເຂົ້າກັນປປິດທໍ່ທາງລະບາຍດ້ານຂ້າງເພື່ອໃຫ້ປະຕິກູນສ່ວນເກີນໄຫຼອອກມາປະລິທານ 1 ກິໂລ
2. ເກີດການຍ່ອຍສະລາຍ ສາມາດນໍາໄປເຮັດຝຸ່ນໄດ້ເປັນຢ່າງດີ
V. ຜົນໄດ້ຮັບ
1. ເປັນການສົ່ງເສີ່ມແນວຄວາມຄິດໃນການປະຍຸກໃຊ້ພະລັງງານ ແລະ ການໃຊ້ສິ່ງປະຕິກູນໃຫ້ເກີດປະໂຫຍດ
2. ປະຍຸກໃຊ້ໃນຄົວເຮືອນເພື່ອລຸດຄ່າໃຊ້ຈ່າຍໃນການໃຊ້ແກ໊ດຫຸງຕົ້ມໃນຄົວເຮືອນ
VI. ການນໍາໃຊ້
– ໃນການນໍາໄປໃຊ້ໃຫ້ເຮັດການຕໍ່ທໍ່ຈາກທໍ່ pvc ຂະໜາດ 4 ນີ້ວ ໄປຕາມຄົວເຮືອນທີ່ຕ້ອງການໃຊ້
ໝາຍເຫດ: ຂີ້ສັດທີ່ນິຍົມນໍາມາໃຊ້ເຊັ່ນ ຂີ້ງົວ,ຂີ້ຄວາຍ,ຂີ້ໝູເປັນຕົ້ນ
ຮຽບລຽງໂດຍ:ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: http://www3.oae.go.th/rdpcc/images/filesdownload/km/Knowledge/housenoldconsumption/5.pdf
ໝວດໝູ່: ແກ໊ດຊີວະພາບ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/2KkdZxahQLA” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການເຮັດເຟືອງໝັກ
ການເຮັດເຟືອງໝັກ
ເຟືອງໝັກເປັນອາຫານທີ່ສຳຄັນສຳລັບງົວ ແລະ ຄວາຍໃນລະດູແລ້ງ ແລະ ລະດູຝົນ ແຕ່ເຟືອງເປັນອາຫານທີ່ມີຄຸນນະພາບຕໍ່າມີຄຸນຄ່າທາງດ້ານອາຫານໜ້ອຍຊຶ່ງຂໍ້ຈຳກັບເລົ່ານີ້ເປັນສາຍເຫດເຮັດໃຫ້ສັດຍ່ອຍເຟືອງໄດ້ຍາກ ແລະ ກິນບໍ່ໄດ້ຫຼາຍ
ການເຮັດເຟືອງໝັກດ້ວຍປຸຍຍູເຮຍແມ່ນການປັບປຸງຄຸນນະພາບ ແລລະ ຄຸນຄ່າທາງດ້ານອາຫານຂອງເຟືອງໃຫ້ດີຂື້ນ ໂດຍເກີດຈາກປະຕິກິລິຍາຂອງປຸຍ 46-0-0 ປະສົມກັບນໍ້າເກີດເປັນອາຍອຳໂມເນຍເຮັດໃຫ້ໂຄງສ້າງຂອງເຟືອງມີການປ່ຽນແປງ ເມື່ອສັດກິນເຟືອງໝັກກໍ່ຈະບໍ່ຈ່ອຍ ແລະ ແຂງແຮງດີ
I. ວິທີການ
ເປັນວິທີການທີ່ງ່າຍດາຍຄືເອົາປູຍຍູເຣຍປະສົມກັບນໍ້າແລ້ວຫົດໃສ່ກອງເຟືອງຊຶ່ງມີເງືອນໄຂ ແລະ ຂັ້ນຕອນດັ່ງນີ້:
1. ສູດປະສົມຍູເຣຍ
ສັດສ່ວນທີ່ປະສົມສຳລັບການໝັກແມ່ນປູຍຍູເຣຍ 5 ກິໂລ/ນໍ້າ 20 ລິດໃຊ້ໝັກເຟືອງ 100 ກິໂລ ຖ້າຕ້ອງການໝັກໃນຈຳນວນຫຼາຍກໍ່ຕ້ອງກະກຽມໃນອັດຕາສ່ວນຄື:
ປູຍຍູເຣຍ(ກິໂລ) ນໍ້າ(ລິດ) ເຟືອງ(ກິໂລ)
ປູຍຍູເຣຍ(ກິໂລ) | ນໍ້າ(ລິດ) | ເຟືອງ(ກິໂລ) |
50 | 50 | 100 |
10 | 100 | 200 |
15 | 150 | 300 |
20 | 200 | 400 |
2. ອຸປະກອນຮັບໃຊ້
ອຸປະກອນຈັດຫາໄດ້ງ່າຍ ອ່າງໃສ່ນໍ້າ ຫຼື ຄຸ ບົວຫົດຜັກ ກະແຕະອ້ອມ ຫຸ້ມປົກ ຫຼື ໃຊ້ໃບຕອງກໍ່ໄດ້ຕາມຄວາມອາດສາມາດຫາໄດ້ໃນທ້ອງຖິ່ນຖ້າມີ ເງື່ອນໄຂຄວນໃສ່ຖົງຢາງພາລາສະຕິກຫຸ້ມຫໍ່ຈະເປັນການດີຫຼືໝັກໃສ່ຖັງສີມັງ(ແທ່ງສ້າງ) ເຟືອງຈະເປັນເຟືອງນາເຂົ້າ ເຟືອງເຂົ້ນໄຮ່ທີ່ຟາດດ້ວຍມື ຫຼື ດ້ວຍຈັກກໍ່ໄດ້
3. ຂັ້ນຕອນການເຮັດ
ໃນເງືອນໄຂຊົນນະບົດ ກະກຽມກະແຕະ ເຮັດເປັນຄອກສຳລັບໝັກເຟືອງ ຂະໜາດຂື້ນກັບປະລິມານຂອງເຟືອງທີ່ຕ້ອງການໝັກ ພື້ນຄອກຄວນເຮັດສູງຈາກພື້ນດິນປະມານ 15-20 ຊມ ເຮັດຫຼັງຄ່າເພື່ອປ້ອງກັນບໍ່ໃຫ້ຖືກນໍ້າຝົນ
– ກະກຽມນໍ້າໃສ່ຖັງ ຫຼື ຄຸ ແລະ ປະສົມກັບປູຍຍູເຣຍຕາມອັດຕາສ່ວນຂ້າງເທີງນັ້ນແລະຄົນໃຫ້ລະອຽດດີ ເອົາເຟືອງກອງລົງໃນຄອກທີ່ຈະໝັກນັ້ນເປັນຊັ້ນ ແລະ ໃຊ້ບົວຫົດຜັກຕັກເອົານໍ້າທີ່ປະສົມຍູເຣຍຫົດໃຫ້ທົ່ວພ້ອມທັ້ງຢຽບໃຫ້ແໜ້ນແລ້ວສືບຕໍ່ເອົາເຟືອງລົງໃສ່ອີກ ແລະ ຫົດອີກປະຕິບັດຄືເກົ່າຈົນກວ່າຈະໝົດເຟືອງ
ບໍ່ຄວນເຮັດເປັນຊັ້ນໜາເກີນໄປແຕ່ລະຊັ້ນປະມານບໍ່ເກີນ 30 ຊມ ຫຼັງຈາກໝັກເຟືອງໝົດແລ້ວກໍຫາກະແຕະ ເປົ່າເກົ່າ ຫຼື ແພຢາງແຫ່ງດີມາປົກໄວ້ ແລະ ຫາຂອນໄມ້ ຫຼື ວັດຖຸໜັກອື່ນໆມາເຕັງ
4. ການນໍາໃຊ້
ຫຼັງຈາກໝັກໄດ້ 2 ອາທິດກໍ່ສາມາດນໍາໃຊ້ໄດ້ ເຟືອງໝັກທີ່ດີຈະມີລັກສະນະສັງເກດໄດ້ດ່ັງນີ້:
1. ຈະມີກິ່ນອຳໂມເນຍແຮງ
2. ມີສີເຫຼືອງແກມສີນໍ້າຕານເຂັ້ມ
3. ລັກສະນະອ່ອນນຸ້ມເຟືອງທີ່ໝັກໄດ້ຕາມກຳນົດແລ້ວສາມາດເກັບຮັກສາ ແລະ ນໍາໃຊ້ໄດ້ດົນນານທີ່ສຳຄັັນບໍ່ໃຫ້ຖືກນໍ້າຝົນ
II. ຂໍ້ຄວນລະວັງ
1. ໄລຍະການໝັກຕ້ອງໄດ້ກຳນົດຄືຢ່າງໜ້ອຍ 2 ອາທິດເພື່ອໃຫ້ຍູເຣຍເກີດປະຕິກິລິຍາຈົນໝົດສາກ່ອນ
2. ກ່ອນຈະນໍາໄປໃຫ້ສັດກິນ ຄວນພືງເຟືອງໝັກເບີຍລົມສາກ່ອນຈື່ງໃຫ້ສັດກິນ
3. ບໍ່ຄວນໃຊ້ເຟືອງໝັກລ້ຽງໝູ ມ້າ ແລະ ງົວນ້ອຍທີ່ຍັງບໍ່ເຄີຍກິນຫຍ້າ
4. ສຳລັບສັດທີ່ຍັງບໍ່ລື້ງກີນເຟືອງໝັກຄວນຝຶກໃຫ້ກີນຄວນຝືກໃຫ້ກິນໂດຍເອົາເຟືອງລ້າປົນໃຫ້ກິນ ແລະ ຄວນເພີ່ມເຟືອງໝັກຫຼາຍຂື້ນຕາມຄວາມສາມາດທີ່ສັດກິນໄດ້
5. ຜົນປະໂຫຍດທີ່ໄດ້ຮັບ
1. ເພີ່ມຄຸນຄ່າທາງດ້ານອາຫານຂອງເຟືອງໃຫ້ສູງຂື້ນ(ເພີ່ມໂປຕິນຈາກ2,9-5,3%)
2. ສັດສາມາດຍ່ອຍເຟືອງໄດ້ດີຈາກ(47,7-56,5%)
3. ສັດໄດ້ກິນເຟືອງໝັກຈະເຮັດໃຫ້ສັດບໍ່ຈ່ອຍມີສະພາບທາງດ້ານຮ່າງກາຍແຂງແຮງ ແລະ ສົມບູນດີສາມາດເຮັດວຽກໜັກໄດ້ດີ ແລະ ທົນທານ
4. ຂີ້ສັດທີ່ກິນເຟືອງໝັກສາມາດເປັນຝຸ່ນທີ່ມີຄຸນນະພາບດີກວ່າຂີ້ສັດທຳມະດາ
– ທອມງົວໃນຍາມແລ້ງໂດຍໃຫ້ກີນເຟືອງ
ໝັກປົນກັບອາຫານຫຼັກ ແລະ ໃຫ້ກິນອາຫານຂຸ້ນປະສົມທີ່ໃຊ້ວັດຖຸດີບທີ່ຫາໄດ້ງ່າຍໃນບ້ານເຮົາເຊັ່ນ ຫົວມັນຕົ້ນແຫ້ງ,ໃບມັນຕົ້ນແຫ້ງງ, ຮໍ່າ(ເກືອ 1% ຍູເຣຍ2% ມາດ 0,5%)ຖ້າມີກາກນໍ້າຕານປະສົມຍີ່ງດີຈະເຮັດໃຫ້ອາຫານມີກິ່ນຫອມ ໜ້າກີນເພີ່ມຂື້ນທັງໝົດມາປະສົມເຂົ້າກັນດີແລ້ວນໍາໄປບັນຈຸໃສ່ຖົງຢາງພາລະສະຕິກຈະໃຊ້ໄດ້ດົນ ຫຼື ປະສົມແລ້ວໃຫ້ກິນເລີມ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄວ້າການລ້ຽງສັດ
ໝວດໝູ່: ອາຫານສັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/rKH9vymjpmY” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ການລ້ຽງປາສະລິດ
1. ວິທີການລ້ຽງປາສະລິດ
ກຽມພື້ນທີ່ລ້ຽງ ໂດຍເລີ່ມຈາກການຫາທີ່ດິນທີ່ເໝາະສົມເພື່ອຂຸດໜອງພື້ນທີ່ເໝາະສົມຕ້ອງເປັນດິນໜຽວ ແລະ ດິນເຄັມມາກ່ອນແຕ່ນ້າທີ່ໃຊ້ລ້ຽງປາຕ້ອງຈືດສະນິດທຳເລບໍຕ້ອງຢູ່ຕິດຄູຄອງເພື່ອງ່າຍໃນການສູນນໍ້າເຂົ້າໜອງ ວິທີການເຮັດໜອງຕ້ອງຂຸດໜອງກວ້າງ 3 ເມັດ ເລິກເລີ່ມຈາກທີ່ຄອນປະມານ 1 ເມັດ ຂຸດສະໂລໂດຍຮອບຈົນຮອບລຸ່ມເລິກ 3 ເມັດ ໂດຍຂຸດຕາມແນວຮອບດິນ ນໍາດິນທີ່ຂຸດຈາກຮອງໄປຕັ້ງເປັນຄັນ ຫ່າງຈາກຮອງນໍ້າ 10 ເມັດ ເພື່ອເປັນຄັນສຳລັບເກັບກັກນໍ້າໃນໜອງ ເຮັດຄັນດິນໃຫ້ກວ້າງປະມານ 6 ເເມັດ ອັດໃຫ້ແໜ່ນບໍ່ໃຫ້ນໍ້າຊືມອອກ ແລະ ເທິ່ງພື້ນທີ່ໜອງທີ່ລຸ່ມຂຸດໜອງນ້ອຍໆຂະໜາດ 4 X 6 ແມັດເລິກ 2 ແມັດເປັນໜອງສຳລັບເກັບພໍ່-ແມ່ພັນປາສະລິດໄວ້ກຽມເພາະພັນລູກປາ
– ການກຽມໜອງ
ການປູກຫຍ້າຫຼືຜັກບົ້ງເທິ່ງພື້ນທີ່ໃຫ້ເຕັມ ກຳຈັດສັດຕູຂອງລູກປາໃນໜອງໂດຍສະເພາະໃນຫ້ອງອ້ອມໜອງໃຫ້ໝົດໃຊ້ໄຊຍາໄນຫຼືໂລຕິ້ນຈັດການກ່ອນທີ່ຈະລ້ຽງປາ
– ການກຽມພໍ່ພັນ-ແມ່ພັນປາສະລິດ
ຈັດຫາພໍ່-ແມ່ພັນປາສະລິດທີ່ມີລັກສະນະແປ ຍາວມີຂະໜາດນໍ້າໜັກປະມານ 6-7 ໂຕ/1ກິໂລລຽນປະມານ 4 ກິໂລ/ພື້ນທີ່1ໄລ່ຫຼື ຫປະມານ 30 ໂຕ/ພື້ນທີ່1ໄລ່ອັດຕາລຽນໂຕຜູ້ກັບໂຕແມ່ອັດຕາ 1/1ນໍ້າພໍ່ພັນ ແລະ ແມ່ພັນມາໄວ້ໃນໜອງພັກຂັງໄວ້ 30 ວັນທຳອິດບໍ່ຕ້ອງໃຫ້ອາຫານຫຍັງເລີຍເພື່ອບັງຂັບໃຫ້ແມ່ພັນສ້າງໄຂ່ຫຼັງຈາກ 30 ວັນໄປແລ້ວຈຶ່ງເລີ່ມໃຫ້ອາຫານປາກິນພືດນ້ອຍປະສົມກັບຮໍໂມນຮັງໄຂ່ໃຫ້ພໍ່ພັນແມ່ພັນກິນວັນລະ 1 ຖ້ວຍແກງຕອນເຊົ້າທຸກວັນລວມເປັນໄລຍະເວລາຂັງປະມານ 60 ວັນ ຈຶ່ງຄ່ອຍຕັກແມ່ພັນຂື້ນມາເບິ່ງວ່າມີໄຂ່ຫຼືຍັງຖ້າເຫັນວ່າປາທ້ອງເປັ່ງອອກສີເຫຼືອງສະແດງວ່າພ້ອມທີ່ຈະປ່ອຍອອກມາປະສົມພັນເພື່ອເພາະລູກໄດ້ແລ້ວ
2. ວິທີການລ້ຽງລູກປາ
ໃຊ້ເຄື່ອງຕັດຫຍ້າຕັດຫຍ້າພື້ນທີ່ໜອງເປັນຫ້ອງໆລະ 3 ແມັດປະມານ 7-8 ຫ້ອງເພື່ອໝັກນໍ້າໃຫ້ເນົ່າເຮັດລູກໄຮເປັນອາຫານຂອງລູກປາແລ້ວເອົານໍ້າເຂົ້າໜອງໃຫ້ເຕັມສູງປະມານ 1 ຝາມືເລິກປະມານເຄິ່ງໜອງທີ່ສຳຄັນຕ້ອງໃຊ້ຕາໜ່າງຂຽວຕາຖີ່ຕອງນໍ້າປ້ອງກັນສັດຕູຂອງປານ້ອຍທີ່ອາດຈະລົງປົນເຂົ້າໃນໜອງຫຼັງຈາກເອົານໍ້າເຂົ້າພາຍໃນ 24 ຊົວໂມງພໍ່ແມ່ພັນຈະປະສົມພັນກັນເກີດລູກປາພາຍໃນ 24 ຊົວໂມງຫຼັງຈາກນັ້ນ 7 ວັນຈະເຫັນປາດ້ວຍຕາເປົາເທິ່ງໜ້ານໍ້າ ລໄຍະນີ້ຕ້ອງໝັນເບິ່ງນໍ້າໃນໜອງຢ່າໃຫ້ນໍ້າເນົ່າ ໄລຍະນີ້ຄວນປ່ຽນນໍ້າ 7 ວັນ/ຄັ້ງ ປານ້ອຍຍິ່ງໃຫ່ຍຍິ່ງຕ້ອງເພີ່ມລະດັບນໍ້າຂື້ນເລື້ອຍໆ ພໍປານ້ອຍໄດ້ 15 ວັນ ເລີ່ມໃຫ້ອາຫານເສີມໂດຍໃຊ້ອາຫານກຸ້ງນ້ອຍເບີ 0 ໂຮຍອ້ອມໆໜອງບາມື້ໃຫ້ຈົນຄົບ 4 ເດືອນ
– ວິທີລ້ຽງປາເດືອນ 5-6 ເລີ່ມລົງມື້ລ້ຽງແບບພັດທະນາໂດຍໃຫ້ອາຫານສຳເລັບຮູບ ກ່ອນໃຫ້ອາຫານຕ້ອງເຮັດຫຼັກຫຼືຈຸດໃຫ້ເສຍກ່ອນໂດຍຫາໄມ້ໄຜ່ດ້ວຍມີຄວາມຍາວ 2,5 ແມັດມາປັກເທິ່ງໜອງໃຫ້ເປັນແຖວໂດຍປັກໃຫ້ໄລຍະແຖວຫ່າງກັນ 12 ແມັດ ປັກເປັນແຖວຈົນເຕັມໜອງເມື່ອປັກຫຼັກອາຫານແລ້ວໃຫ້ເລີ່ມນຳອາຫານປາສະລິດໂປຼຕີນ 15% ໃສ່ເຮືອນໄປຖີ້ມຕາມຫຼັກອາຫານທີ່ປັກໄວ້ 1-3 ກິໂລ ແລ້ວແຕ່ວ່າປາຫຼາຍຫຼືນ້ອຍໂດຍຕ້ອງໃຫ້ອາຫານທຸກມື້ ທີ່ສຳຄັນຕ້ອງເຊັກອາຫານດ້ວຍຢ່າໃຫ້ເຫຼືອຫຼາຍເກີນໄປບໍ່ເຊັ່ນນັ້ນນໍ້າຈະເນົ່າ ແລະ ທີ່ສຳຄັນຕ້ອງເອົານໍ້າເຂົ້າໜອງເພີ່ມ
– ວິທີລ້ຽງປາເດືອນທີ່ 7-8 ໃຫ້ອາຫານທຸກວັນເຊັ່ນເຄີຍແຕ່ປ່ຽນມາເປັນອາຫານກຸ້ງກ້າມກຣາມໂປຼຕີນ 20% ແທນ ເອົານໍ້າເຂົ້າໜອງເພີ່ມ
– ວິທີການລ້ຽງປາເດືອນທີ່ 9-10 ໃຫ້ອາຫານທຸກວັນເຊັ່ນເຄີຍແຕ່ປ່ຽນມາເປັນອາຫານກຸ້ງກ້າມກຣາມໂປຼຕີນ 20%ປະສົມກັບອາຫານກຸ້ງກ້າມກຣາມໂປຼຕີນ 25% ຢ່າງລະເຄິ່ງ ເອົານໍ້າເຂົ້າໜອງເພີ່ມ
– ວິທີ່ການລ້ຽງປາເດືອນທີ່ 11-12 ເປັນຊ່ວງເດືອນໄລຍະສຸດທ້າຍປາເລີ່ມໃຫ່ຍເຕັມທີ່ປາຈະເລີ່ມກິນອາຫານລົດລົງຕ້ອງເບິ່ງອາຫານບໍ່ໃຫ້ຂາດ ແລະ ໃນເດືອນສຸດທ້າຍປາເລີ່ມໃຫ່ຍເຕັມທີ່ໃຫ້ອາຫານກຸ້ງກ້າມກຣາມ 20% ຢ່າງດຽວຈົນຈັບປາຂາຍຈະໄດ້ປາສະລິດຂະໜາດ 6-7 ໂຕ/1 ກິໂລ ແລະ ທີ່ສຳຄັນລົດຕົ້ນທຶນໄລຍະເວລາໃນການລ້ຽງໄດ້ເປັນຢ່າງດີ
3. ພະຍາດ
ຕາມທຳມະຊາດປາສະລິດບໍ່ຄ່ອຍຈະເປັນພະຍາດຮ້າຍແຮງທັ້ງຍັງບໍ່ເຄີຍປະກົດວ່າມີພະຍາດລະບາດຂື້ນໃນໜອງປາສະລິດເລີຍນອກຈາກນໍ້າໃນໜອງເສຍຊຶ່ງອາດຈະເຮັດໃຫ້ປາຂື້ນລອຍຫົວເພາະອ໋ອກຊີເຈນທີ່ລະລາຍໃນນໍ້າບໍ່ພຽງພໍປາຈຶ່ງຕ້ອງຂື້ນມາຫາຍໃຈເທິ່ງໜ້ານໍ້າ ຜູ້ລ້ຽງຕ້ອງຟ້າວປ່ຽນນໍ້າເກົ່າອອກ ແລ້ວລະບາຍນໍ້າເຂົ້າໃໝ່ຫຼືຮີບຍ້າຍປາໄປພັກໄວ້ບ່ອນອື່ນ ອີກຢ່າງໜຶ່ງກະຄືໃນລະດູຮ້ອນມັກປະກົດເຫັນສະເໝີວ່າຈະເກີດໂຕເຫັບນໍ້າເກາະຕິດຕາມໂຕປາ ໂຕເຫັບນໍ້າຈະເກາະດູດເລືອດຂອງປາເຮັດໃຫ້ການຈະເລີນເຕີບໂຕຍຸດຖ້າເກີດມີເຫັບນໍ້າຂື້ນມາຕ້ອງຮີບກຳຈັດໂດຍວິທີເອົານໍ້າສະອາດເຂົ້າໄປໃນໜອງໃຫ້ຫຼາຍໆຈະເຮັດໃຫ້ໂຕເຫັບຫາຍໄປ.ອີກປະການໜຶ່ງປາທີ່ຈະນໍາມາເປັນພໍ່-ແມ່ພັນຖ້າເຫັນວ່າມີບາດແຜ່ບໍ່ສົມຄວນປ່ອຍລົງລ້ຽງຮ່ວມກັນໃນໜອງເພາະປາທີ່ເປັນບາດອາດກາຍເປັນພະຍາດ ແລະ ປ່ອຍເຊື້ລະບາດໄປຕິດປາໂຕອື່ນ
4. ສັດຕູ ແລະ ການປ້ອງກັນ
ສັດຕູຂອງປາສະລິດໄດ້ແກ່
– ພວກນົກກິນປາ ເຊັ່ນ ນົກກະເຕັນ ນົກຍາງ ນົກກົດນໍ້າ ແລະ ແຫຼວ
– ພວກປາກິນຊີ້ນ ເຊັ່ນ ປາຄໍ ປາໂດ ອ່ຽນ ຈະກິນທັ້ງປາສະລິດຂະໜາດນ້ອຍ ແລະ ຂະໜາດໃຫ່ຍ
– ສັດເລືອຄານ ເຊັ່ນ ເຮ້ຍ ງູ ເຕົ່າ
– ພວກ ກົບ ຂຽດ ແລະ ນາກ
ປາສະລິດສາມາດລົບລີກສັດຕູໄດ້ດີແຕ່ເມືອນໍາມາລ້ຽງໃນໜອງປາສະລິດຈະບໍ່ສາມາດລົບລີກສັດຕູໄດ້ເທົ່າກັບຢູ່ໃນແຫຼ່ງນໍ້າທຳມະຊາດສະນັ້ນຈຶ່ງຈຳເປັນຈະຕ້ອງຊ່ວຍປ້ອງກັນ ແລະ ກຳຈັດສັດຕູຂອງປາສະລິດເພີ່ມຂື້ນອີກທາງໜຶ່ງ
ການປ້ອງກັນ ແລະ ກຳຈັດສັດຕູທີ່ເປັນອັນຕະລາຍຕໍ່ປາເຊັ່ນ ພວກເຮ້ຍ ເຕົ່າ ງູ ລວມທັ້ງກົບ ຂຽດ ຖ້າເຮັດຮົ້ວອ້ອມຮອບໜອງໄດ້ກໍ່ນັບວ່າເປັນວິທີປ້ອງກັນເຊັ່ນກັນຊຶ່ງໄດ້ຜົນດີພຽງພໍແລ້ວ ສັດຈຳພວກ ນົກ ຄວນເຮັດເພິງປົກແປ້ນອາຫານໄວ້ເພື່ອປ້ອງກັນບໍ່ໃຫ້ນົກລົງມາກິນປາໃນຄະນະທີ່ປາຂື້ນມາກິນອາຫານຢູ່ເປັນໝູ່ ອີກຢ່າງໜຶ່ງຄືທໍ່ລະບາຍນໍ້າຕ້ອງໃຊ້ຕາໜ່າງທີ່ມີຕາຖີ່ມາຄຸ້ມເອົາໄວ້ໃນເວລາດູດນໍ້າເຂົ້າໜອງ
5. ການຈັບປາ
ເມືອຄວາມຈຳເປັນຈະຕ້ອງຈັບປາສະລິດໃນຕອນຍັງນ້ອຍ ເພື່ອແຍກໄປລ້ຽງ ຄວນໃຊ້ກະຕ໋ອງຕັກແລ້ວໃຊ້ຂັນຫຼືຖັງຕັກລູກປາໃຫ້ໄດ້ທັ້ງນໍ້າ ແລະ ໂຕປາຂື້ນມາພ້ອມກັນເພື່ອບໍ່ໃຫ້ປາຊໍ້າຖ້າເປັນປາທີ່ໃຫ່ຍແລ້ວຄວນໃຊ້ສະວິງຕາຖີາຊ້ວນແລ້ວຈິ່ງໃຊ້ຂັນຫຼືຖັງຕັກຂື້ນມາຈາກສະວິງອີກຂັ້ນໜຶ່ງ
– ການຈັບປາເພື່ອໃຊ້ເປັນອາຫານປະຈຳວັນຕ້ອງເອົາປາທີ່ມີຂະໜາດຍາວຕັ້ງແຕ່ 10 ຊມ ຂື້ນໄປຄວນໃຊ້ລອບຍືນໄວ້ຕາມແຈໜອງເພາະຖ້າໃຊ້ແຫຫຼືໃຊ້ສະວິງຕັກບ່ອນໃຫ້ອາຫານປາກໍ່ຈະຍ້ານບໍ່ກ້າມາກິນອາຫານຕາມບໍລິເວນນັ້ນອີກຫຼາຍວັນ
– ສ່ວນການຈັບປາໃຫ້ໝົດທັ້ງໜອງເພື່ອຈຳໜ່າຍຄວນຈັບໃນເດືອນມີນາເພາະເປັນລະດູທີ່ປາບໍ່ໄດ້ວາງໄຂ່
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ປະຊັດໄຊ ອາຮີວົງ.https://www.rakbankerd.com/agriculture/page.php?id=3744&s=tblanimal
ໝວດໝູ່: ການລ້ຽງປາ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ
<iframe width=”560″ height=”315″ src=”https://www.youtube.com/embed/cog93kQmoPo” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>