ບາງຂໍ້ແນະນຳກ່ຽວກັບການປ້ອງກັນ ແລະ ກຳຈັດແມງງົວທອງ(ດ້ວງເຈາະຍອດພ້າວ)
ບາງຂໍ້ແນະນຳກ່ຽວກັບການປ້ອງກັນ ແລະ ກຳຈັດແມງງົວທອງ(ດ້ວງເຈາະຍອດພ້າວ)
1. ແມງງົວທອງ(ດ້ວງເຈາະຍອດພ້າວ)
ຊື່ວິທະຍາສາດ: Brontispa longissima
ຊື່ເປັນພາສາອັງກິດ: Coconut hispine beetle
Class:Insecta,order: Coleoptera
Family: Chrysomelidae
ພືດອາໃສ: ຕົ້ນພ້າວ.
ທຳລາຍທຸກໄລຍະການຈະເລີນເຕີບໂຕຂອງພືດ.
ບ່ອນທຳລາຍ: ໃບອ່ອນທີ່ຍັງບໍ່ທັນໂຜ່ອອກມາ.
ໄລຍະການຈະເລີນເຕີບໂຕ
ໄຂ່: ເປັນຮູບໄຂ່ສີນໍ້າຕານຍາວປະມານ 1,5 mm,ກວ້າງ 1 mm ໄຂ່ຈະຖືກວາງ ແລະ ຕິດໄວ້ໜ້າໃບຢ່າງໜຽວແໜ້ນ.
ບົ້ງ(ໂຕອ່ອນ): ໂຕບົ້ງຈະເປັນວີຂາວ ຫົວຂອງບົ້ງໄລຍະທຳອິດຈະໃຫ່ຍກວ່າລຳຕົວ,ທົ່ວຕົນຕົວຈະຖືກປົກຄຸມດ້ວຍໝາມນ້ອຍໆ,ໂຕບົ້ງຍາວປະມານ 1,5 mm ແລະ ກວ້າງ 0,75 mm, ໂຕບົ້ງໄລຍະສຸດທ້າຍຍາວ 9 mm ແລະ ກວ້າງ 1,25 mm.
ດັກແດ້: ພາກສ່ວນທ້ອງຂອງດັກແດ້ຈະມີຂະໜາດໃຫ່ຍກວ່າທ້ອງຂອງບົ້ງ.
ໂຕແກ່: ຍາວ 8,5-9,5 mm,ກວ້າງ 2-2,5 mm, ໜວດຍາວ 2,75 mm,ໂຕຜູ້ຈະມີລຳໂຕນ້ອຍຮຽວກວ່າໂຕແມ່.ສີຂອງມັນຈະປ່ຽງແປງໄປຕາມພູມອາກາດຈາກສີແດງຊໍ້າຫາສີດຳ.
2. ລັກຊະນະວິທະຍາສາດ
ແມງງົວທອງຈະວາງໄຂ່ເປັນກຸ່ມລະ 1-4 ໜ່ວຍ ຕໍ່ໆກັນໃສ່ຕາມຮ່ອງຂອງໃບທີ່ຖືກໂຕດ້ວງກັດກິນ.ໄຂ່ຈະຖືກປົກຄຸມໄປດ້ວຍສິ່ງເສດເຫຼືອທີ່ໂຕດ້ວງຖ່າຍເທອອກມາ ແລະ ໄຂ່ຈະເບາະອອກມາເປັນຕົວບົ້ງ 5 ວັນຕໍ່ມາ.
ໂຕບົ້ງທີ່ແຕກອອກມາໃໝ່ໆຈະຂຸດກິນໜ້າໃບ ຍອດອ່ອນທີ່ຍັງບໍ່ທັນພົ້ງອອກມາ.ຕົວບົ້ງຈະຂະຫຍາຍຕົວໂດຍກາຍລອກຄາບ 5-6 ຄັ້ງ.ຕົວບົ້ງຈະກິນຢູ່ບ່ອນເກົ່າ ແລະ ມັກລີ້ເພື່ອບໍ່ໃຫ້ຖືກແສງແດດ.ໄລຍະເປັນຕົວບົ້ງ 30-40 ວັນ,ກະກຽມເຂົ້າເປັນດັກແດ້ 3 ວັນ ແລະ ໄລຍະເປັນດັກແດ້ 6 ວັນ.
ລວມໄລຍະການຈະເລີນເຕີບໂຕຈາກໄລຍະໄຂ່ຫາເປັນໂຕແກ່ປະມານ 5-7 ອາທິດ.ໂຕແກ່ຈະຂຸດກິນໜ້າໃບຍອດອ່ອນທີ່ບໍ່ທັນໂຜ່ອອກມາອາຍຸຂອງການເປັນໂຕແກ່ປະມານ 220 ວັນ ແລະ ຈະຫຼົບຫຼີກບໍ່ໃຫ້ຖືກແສງແດດ.ໂຕແມ່ທີ່ມີອາຍຸປະມານ 1-2 ເດືອນກໍ່ເລີ່ມວາງໄຂ່ ແລະ ຈະວາງໄຂ່ປະມານ 100 ໜ່ວຍຂື້ນໄປຕະຫຼອດໄລຍະຂອງການເປັນໂຕແກ່.
ໄລຍະ 1 ປີແມງງົວທອງຈະພັດທະນາໄດ້ 3 ລຸ້ນ.ອາກາດແຫ້ງແລ້ງແມ່ນມີຄວາມເໝາະສົມກັບການຂະຫຍາຍຕົວດ້ານຜົນລະເມືອງຂອງແມງງົວທອງຊະນິດນີ້.
ແມງງົວທອງບໍ່ສາມາດກິນໄວໄດ້, ດັ່ງນັ້ນການແຜ່ຂະຫຍາຍຂອງການທຳລາຍໄປສູ່ຕົ້ນອື່ນຈຶ່ງຊ້ານອກຈາກຈະມີການເຄື່ອນຍ້າຍດ້ວຍມະນຸດ.
– ການສັງເກດ ແລະ ການກວດກາ.
ຄວນກວດເບິ່ງຕົ້ນພ້າວ,ຕົ້ນໝາກ,ຕົ້ນປາມທີ່ຍັງເປັນຕົ້ນອ່ອນ(ອາຍຸນ້ອຍ)ເພື່ອຊອກຫາໄຂ່ຫຼືໂຕບົ້ງ ໄລຍະທຳອິດ ຊຶ່ງມັນຢູ້ລະວາງກາບໃບ ແລະ ໃບຍອດ.ບໍລິເວນທີ່ເປັນສີນໍ້າຕານຫຼືຈຸລັງທີ່ແຫ້ງກໍ່ສາມາດເບິ່ງເຫັນໄດ້
– ລັກສະນະການທຳລາຍ
ທັງໂຕແກ່ ແລະ ໂຕອ່ອນທຳລາຍຍອດຂອງພືດທີ່ຍັງບໍ່ທັນພົ້ນອອກມາ ມັນຂູດກິນໜ້າໃບເປັນທາງຍາວ,ຊຶ່ງຂະໜາດກັບກ້າໃບ ໜ້າໃບຖືກແມງງົວທອງຂູດກິນຈະເປັນບາດແຜສີນໍ້າຕານ,ພື້ນທີ່ໆເປັນສີນໍ້າຕານຈະຫ່ຽວແຫ້ງ ແລະ ຫງິກງໍ, ຊຶ່ງເຮັດໃຫ້ໃບມີລັກສະນະຄ້າຍຄືຖືກໄຟໃໝ້ ແລະ ບໍ່ສົມບູນ.
3. ການປ້ອງກັນ ແລະ ກຳຈັດ
1 ການຄວບຄຸມດ້ວຍວິທີເຂດຕະກຳ: ຕັດພາກສ່ວນທີ່ຖືກທຳລາຍອອກແລ້ວນຳໄປທຳລາຍຖີ້ມ.
2 ການຄວບຄຸມໂດຍທາງຊີວະວິທະຍາ:
– ນຳໃຊ້ແມງກາຝາກ(Parasitods) ເຊັ່ນ:
– Asecodes hispinarum (ທຳລາຍໄຂ່ຂອງແມງງົວທອງ)
– Chrysonotomyia (ທຳລາຍຕົວອ່ອນຂອງແມງງົວທອງ)
– Hispidophila brontispae (ທຳລາຍໄຂ່ຂອງແມງງົວທອງ)
ນຳໃຊ້ໂຕຫໍ້ (Predators)ເຊັ່ນ:
– Chelisoches morio (ທຳລາຍໂຕອ່ອນ ແລະ ດັກແດ້ຂອງແມງງົວທອງ)
– Oecophylla smaragdina (ທຳລາຍຕົວອ່ອນ ແລະ ດັກແດ້ຂອງແມງງົວທອງ)
ນຳໃຊ້ເຊື້ອພະຍາດ (Pathogens) ເຊັ່ນ:
– Metarhizium anisopliae,Beauveria bassiana ທຳລາຍຕົວອ່ອນ,ດັກແດ້ ແລະ ໂຕແກ່ຂອງແມງງົວທອງ.
4. ການຄວບຄຸມດ້ວຍສານເຄມີ:
ນຳໃຊ້ diazinon 40% WP, 25-90 ກຣາມປະສົມນໍ້າ 20 ລິດ ໂດຍການສິດພົ່ນໃສ່ຍອດພ້າວທີ່ຍັງບໍ່ທັນໂຜ່ອອກມາປະມານ 400 ລິດ/ຮຕ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ກົມປ່າໄມ້
ໝວດໝູ່: ສັດຕູພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/GUyhyn35NzQ” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>