Monthly Archives: February 2024
ເຕັກນິກການເຮັດກ້ອນແຮ່ທາດອາຫານ
ແຫຼ່ງອາຫານທີ່ສໍາຄັນສໍາລັບການລ້ຽງສັດ ໃນບ້ານເຮົາ ແມ່ນທົ່ງຫຍ້າທໍາມະຊາດ ແລະ ເຟືອງ, ໂດຍສະເພາະໃນລະ ດູແລ້ງອາຫານຕົ້ນຕໍຂອງ ງົວ-ຄວາຍ ຈະມີແຕ່ໃບໄມ້, ຫຍ້າ ແຫ້ງ, ເຟືອງແຫ້ງ, ຊຶ່ງອາຫານເລົ່ານີ້ລ້ວນແຕ່ເປັນອາຫານທີ່ມີຄຸນນະພາບຕໍ່າ ເມື່ອສັດກິນເຂົ້າໄປກໍ່ບໍ່ສາມາດ ຍ່ອຍອາຫານ ເລົ່ານີ້ໄດ້ດີ, ບໍ່ສາມາດນໍາໄປເປັນປະໂຫຍດໄດ້ດີ, ບໍ່ສາມາດ ຕອບສະໜອງພະລັງງານ ແລະ ປະໂຣຕິນພຽງພໍ ໃຫ້ແກ່ຮ່າງ ກາຍຂອງສັດ ຊຶ່ງເປັນສາຍເຫດເຮັກໃຫ້ສັດຈ່ອຍ, ນໍ້າໝັກຫຼຸດ ສັດທີ່ໃຊ້ເປັນແຮງງານລາກແກ່ມີສະພາບທາງດ້ານສຸຂະພາບ ບໍ່ສົມບູນ ແລະ ກໍ່ບໍ່ພຽບພ້ອມໃນການອອກແຮງງານໃນລະດູ ການຜະລິດ.
- ວີທີການຜະລິດ
ສ່ວນປະກອບທີ່ສໍາຄັນ ໃນການຜະລິດກ້ອນແຮ່ທາດ ອາຫານເສີມມີ: ປຸຍຍູເຣຍ (46-0-0), ເກືອ, ກະດູກປົ່ນ, ການ ນໍ້າຕານ, ປູນຂາວ, ຊີເມັນ ແລະ ດິນໜຽວ (ດິນດາກ). ອຸປະກອນຮັບໃຊ້ການຜະລິດ: ອ່າງສໍາລັບໃຊ້ຄົນ, ຄາດ, ວານ, ຊິງຊັ່ງນໍ້າໝາກ ແລະ ໄມ້ແບບ.
ສ່ວນປະກອບ | ສູດ(%) | ||||
1 | 2 | 3 | 4 | 5 | |
ຮຳ | 40 | 30 | 45 | 40 | 50 |
ກາກນໍ້າຕານ | 5 | 10 | 0 | 0 | 0 |
ຍູເຣຍ | 10 | 10 | 10 | 10 | 10 |
ເກືອ | 5 | 5 | 5 | 5 | 5 |
ກະດູກປົ່ນ | 5 | 10 | 5 | 10 | 0 |
ປູນຂາວ | 5 | 5 | 5 | 5 | 5 |
ຊີເມັນ | 10 | 10 | 10 | 10 | 10 |
ດິນໜຽວ | 20 | 20 | 20 | 20 | 20 |
ລວມ | 100 | 10 | 100 | 100 | 100 |
ນໍ້າ | 18-20 | 18-20 | 25-30 | 25-30 | 30-35 |
ອີງຕາມເງື້ອນໄຂທີ່ສາມາດ ຈັດຫາສ່ວນປະກອນຕ່າງໆ ໃນແຕ່ລະທ້ອງຖີ່ນ ແລະ ສະພາບການຂາດແຄນ ທາງດ້ານ ອາຫານສັດໃນແຕ່ລະເຂດ, ຈຶ່ງໄດ້ແນະນໍາຫຼາຍສູດ ເພື່ອໃຫ້ປະຊາຊົນຜູ້ທີ່ຈະຜະລິດສາມາດ ນໍາໃຊ້ໄດ້ເລືອກສູດທີ່ເໝາະ ສົມກັບສະພາບ ແລະ ເງື່ອນໄຂ. ໃນການຜະລິດກ້ອນ ແຮ່ທາດ ອາຫານເສີມ, ຊາວນາສາມາດຜະລິດເອງໄດ້, ຊຶ່ງມີຂັ້ນຕອນ ການຜະລິດແບບງ່າຍໆດັ່ງນີ້:
ກ. ແຊ່ດິນໜຽວ ແລະ ປູນຂາວໄວ້ກ່ອນໝື່ງຄືນ, ຖ້າຫາ ກວ່າເປັນດິນແຫ້ງໃຊ້ນໍ້າໃນປະລິມານເທົ່າກັບເຄີ່ງໝື່ງຂອງ ດິນ, ຖ້າຫາກເປັນດິນປຽກໃຊ້ນໍ້າໝື່ງສ່ວນສີ່ຂອງນໍ້າໝັກດິນ.
• ຕົວຢ່າງ: + ດິນແຫ້ງ 20 ກລ + ນໍ້າ 10 ລິດ.
• ດິນປຽກ 20 ກລ + ນໍ້າ 5 ລິດ.
ຂ. ໃນມື້ຕໍ່ມາເອົາກາກນໍ້າຕານ ແລະ ນໍ້າຈໍານວນທີ່ຍັງ ເຫຼືອເຫຼົງອ່າງສໍາລັບຄົນ (ການໃຊ້ນໍ້າຄວນໃຊ້ ໃນປະລິມານ ໝ້ອຍຫາຫຼາຍ) ແລ້ວຍູເຣຍ ແລະ ເກືອລະລາຍດີແລ້ວເຕີມ ດ້ວຍນໍ້າທີ່ແຊ່ດິນດາກ ແລະ ປູນຂາວໄວ້ກ່ອນນັ້ນລົງຄົນເຂົ້າ ກັນໃຫ້ເປັນເນື້ອດຽວ ແລ້ວຄ່ອຍໆເຫຼົງກອງຮໍາ ທີ່ເຮັດເປັນກອງ ໂດຍທາງກາງກອງເຮັດເປັນຫລູບໝ້ອຍໝຶ່ງຄົນຮໍາກັບນໍ້າທີ່ ເປັນສ່ວນປະກອບມາແລ້ວ ນັ້ນໃຫ້ເປັນເນື້ອດຽວ (ຖ້າໃຊ້ສູດ ທີ່ບໍ່ມີກາກນໍ້າຕານກໍ່ເອົານໍ້າປົນກັບຍູເຣຍ, ເກືອ ແລະ ສ່ວນ ປະກອບອື່ນໆ ເລີຍ).
ຄ. ເອົາສ່ວນທີ່ເຮົາປະສົມ ຈົນໄດ້ເນື້ອດຽວແລ້ວນັ້ນໄປ ໃສ່ໃນໄມ້ແມ່ແບບທີ່ມີຂະໝາດ 20×20 ຊມ. ເພື່ອຈະເຮັດເປັນ ກ້ອນ ຫຼື ຈະໃຊ້ ວັດຖຸອື່ນໆ. ທີ່ຫາໄດ້ໃນທ້ອງຖີ່ນເປັນແມ່ແບບ ກໍ່ໄດ້, ຫຼັງຈາກນັ້ນອັດ ແລະ ຕໍາໃຫ້ແໝ້ນ.
ງ. ການຖອດແມ່ແບບ ແລະ ຕາກ. ຫຼັງຈາກທີ່ອັດ ແລະ ຕໍາແໝ້ນດີແລ້ວ ກໍ່ທໍາການຖອດ ແມ່ ແບບອອກເລີຍ ແລະ ອັດກ້ອນຕໍ່ໄປຈົນໝົດ.
- ການຕາກ. ບໍ່ຄວນຕາກແດດໂດຍກົງຈະເຮັດໃຫ້ເສື່ອມຄຸນະ ພາບ, ຄວນຕາກໃນຮົ່ມ, ມີລົມພັດຜ່ານຕາກ 3-5 ວັນ.
- ການນໍາໃຊ້ໃຫ້ສັດກິນ
ໃນກ້ອນແຮ່ທາດມີຍູເຮຍເປັນສ່ວນປະກອບ 10% ສະ ນັ້ນ, ການເຮັດໃຫ້ສັດມີຄວາມລື້ງເຄີຍກັບການກິນ (ເລຍ) ກ້ອນແຮ່ທາດຈື່ງມີຄວາມຈໍາເປັນ ໃນໄລຍະຕົ້ນຄວນເອົາກ້ອນ ແຮ່ທາດໃຫ້ສັດເລຍມື້ໝື່ງປະມານ 1-2 ຊົ່ວໂມງ. ໃນໄລຍະ 10 ມື້. ຫຼັງຈາກນັ້ນຈື່ງປ່ອຍໃຫ້ສັດເລຍຕາມໃຈ, ບໍ່ຄວນໃຫ້ສັດທີ່ ກໍາລັງຫີວເພາະສັດຈະກິນໄດ້ຫຼາຍ ໂພດຈະເຮັດໃຫ້ສັດໄດ້ຮັບ ຍູເຣຍເກີນຄວາມຕ້ອງການ ແລະ ກາຍເປັນທາດເບື່ອຊື່ງເປັນ ອັນຕະລາຍຕໍ່ຮ່າງກາຍສັດ.ຈາກການສັງເກດໃນການນໍາໃຊ້ກ້ອນແຮ່ທາດອາຫານເສີມ, ເຫັນວ່າສັດຈະກິນໄດ້ໂດຍສະເລ່ຍປະມານ 200-300 ກຣາມ/ ມື້/ໂຕ, ໝື່ງກ້ອນມີນໍ້າໝັກ 10 ກຼ. ຈະກຸ້ມໄດ້ 1 ເດືອນ.
- ຜົນປະໂຫຍດ.
- ສັດຈະກິນອາຫານດີຂື້ນ ແລະ ກິນຫ້ຍາໄດ້ດີ.
- ສັດຈະກິນນໍ້າ ແລະ ເຟືອງຫຼາຍຂື້ນເມື່ອສົມທຽບກັບ ຕອນທີ່ບໍ່ໄດ້ເລຍກ້ອນແຮ່ທາດ.
- ອາຫານສັດທີ່ກິນເຂົ້າໄປກໍ່ສາມາດນໍາໃຊ້ໄປເປັນປະ ໂຫຍດຕໍ່ຮ່າງກາຍເພີ່ມຂື້ນ.
- ສັດບໍ່ຈ່ອຍ, ສຸຂະພາບສົມບູນດີ ແລະ ໃນເວລາການ ນໍາໃຊ້ແຮງງານກໍ່ຍັງສາມາດຮັກສາສຸກຂະພາບທາງດ້ານຮ່າງ ກາຍສົມບູນດີພ້ອມທັງທົນທານ ແລະ ເຮັດວຽກ ໝັກໄດ້ດີ.
- ສັດມີປະກົດການຂາຫ້ານ, ຫຼັງກົ່ງທີ່ເນື່ອງມາຈາກ ຂາດແຮ່ທາດເມື່ອໄດ້ເລຍກ້ອນແຮ່ທາດອາຫານເສີມ ເປັນປະ ຈໍາແລ້ວສັດກໍ່ຈະບໍ່ມີປະກົດການດັ່ງກ່າວອີກ.
- ແຫຼ່ງຂໍ້ມູນ: file:///D:/2022/January_df.pdf
https://www.rakbankerd.com/agriculture/print.php?id=1043&s=tblanimal
ເພັ້ຍຈັກຈັ່ນ
ເພັ້ຍຈັກຈັ່ນ ຊື່ວິທະຍາສາດ (IdioscopusclyperlisLeth) ຕະກຸນ: Cicadellidae ເປັນແມງໄມ້ສັດຕູໝາກມ່ວງ ທີ່ຮ້າຍແຮງລະບາດໃນ ສວນໝາກມ່ວງທົ່ວໄປລັກສະນະຕົວເຕັມໄວມີຂະໜາດ ນ້ອຍລຳຕົວຍາວປະມານ 3.5-4 ມມ, ສີນໍ້າຕານອົມເທົາມີຈຸດ ນ້ອຍໆສີດຳ ແລະ ເຫຼືອງທົ່ວຕົວ, ສາມາດເຕັ້ນ ແລະ ບິນໄດ້ ຢ່າງວ່ອງໄວ, ປາກຍາວເປັນທໍ່ໃຊ້ເຈາະດູດກິນ ນໍ້າລ້ຽງຈາກດອກ, ໝາກ, ໃບອ່ອນຂອງໝາກມ່ວງຕົວແມ່ ມັກຈະວາງໄຂ່ເປັນ ໜ່ວຍດ່ຽວ ສີເຫຼືອງອ່ອນຢູ່ກາງໃບ, ກ້ານຊໍ່ດອກ ແລະ ບໍລິ ເວນສ່ວນອ່ອນໄລຍະໄຂ່ 7-10 ວັນ ຟັກເປັນໂຕອ່ອນ ແລະ ໂຕເຕັມຈະລີ້ຢູ່ຕາມກ້ອງໃບ ເນື່ອງຈາກແມງໄມພວກນີ້ບໍ່ມັກ ແສງແດດ.
1. ການທຳລາຍ
ໂຕອ່ອນຈະເຂົ້າທຳລາຍຮ້າຍແຮງ ກ່ອນໂຕໃຫ່ຍມັນມັກ ຢູ່ຮ່ວມກັນເປັນກຸ່ມໆ ໂດຍການດູດກິນນໍ້າລ້ຽງຈາກໃບອ່ອນ, ຊໍ່ດອກ ແລະ ສ່ວນອື່ນທີ່ອ່ອນນຸ້ມ, ສວ່ນທີ່ຖືກແມງໄມ້ທຳລາຍ ຈະເກີດອາການຫຽ່ວແຫ້ງ ແລະ ປ່ຽນເປັນສີນ້ຳຕານສ່ວນນັ້ນ ຈະຫຼົ່ນໃນທີ່ສຸດ, ຖ້າເປັນກັບຊໍ່ດອກຈະບໍ່ເປັນໝາກ ຫຼື ຖ້າເປັ ນໝາກກໍ່ອາດຈະເຮັດໃຫຫ້ຫຼົ່ນໄດ້. ຢ່າງໃດກໍຕາມເພັ້ຍຊະນິດ ນີ້ຍັງຂັບຖ່າຍອອກມາ ມີລັກສະນະເປັນນໍ້າໜຽວໆຄືນໍ້າຫວານ ຫຼື ເອີ້ນວ່າມອກນໍ້າເຜິ້ງຕິີດຕາມຊໍ່ດອກ ຕາມໃບອ່ອນເຊິ່ງຈະ ເຮັດໃຫ້ເກີດລາດຳຂຶ້ນປົກຄຸມຕາມພາຍຫຼັງ ແລະ ເຮັດໃຫ້ການ ສັງເຄາະແສງຫຼຸດລົງ ຖ້າບໍ່ສາມດທີ່ຄວບຄຸມແມງໄມ້ຊະນິດນີ ໄດ້ອາດເຮັດໃຫ້ໝາກມ່ວງບໍ່ເປັນໝາກເລີຍ.
2. ການແຜ່ລະບາດ
ເພັ້ຍຈັກຈັ່ນໝາກມ່ວງ ແຜ່ະບາດໃນລະດູໝາກມ່ວງ ອອກດອກ ເຊິ່ງເປັນໄລຍະທີ່ຂະຫຍາຍພັນເພັ້ຍຊະນິດນີ້ຍັງຂັບ ຖ່າຍຂອງເສຍອອກມາເປັນແຫຼ່ງນຳເຊື້ອພະຍາດລາດຳມາອີກ.
3. ການປ້ອງກັນ ແລະ ກຳຈັດ
1. ຄວນໝັ່ກວດກາຕົ້ນໝາກມ່ວງທຸກສ່ວນທີ່ອອ່ນ ເຊັ່ນ: ຍອດອ່ອນ, ໃບອ່ອນ ແລະ ຊໍ່ດອກ.
2. ໃຊ້ຕາຂ່າຍທີ່ມີຂະໜາດຖີ່ ທາດ້ວຍສານໜຽວ ແລ້ວນຳໄປຄຸມ ຫຼື ປົກໄວ້ຕາມຍອດໝາກມ່ວງ ທີ່ມີຊົງພຸ່ມຂະ ໜາດນ້ອຍເພື່ອໃຫ້ແມງໄມ້ບິນມາຕິດ ແຕ່ແມງໄມ້ພວກນີ້ມັກ ຫຼິ້ນແສງໄຟຟ້າ ຈຶ່ງອາດໃຊ້ແສງໄຟ ເປັນກັບດັກລໍ້ ແລະ ກຳຈັດ ແມງໄມ້ໄດ້ນອກຈາກນີ້ຍັງໃຊ້ຢາງຕີນລົດທີ່ໃຊ້ແລ້ວເຜົາເຮັດ ໃຫ້ເກີດຂວັນເພື່ອໄລ່ເພັ້ຍຈັກຈັ່ນໄດ້ດີອີກດ້ວຍ.
3. ກຳຈັດແມງໄມ້ສັດຕູໃນທຳມະຊາດ ໄດ້ແກ່ແມງວັນ ຕາໂຕ, ແມງກະເບື້ອ ແລະ ໂຕບຽນແມງໄມ້ ທີ່ກ່າວມານີ້ເປັນ ເພັດສະຄາດທີ່ມີບົດບາດສຳຄັນ.
4. ການໃຊ້ຢາເຄມີກຳຈັດ ເຊັ່ນ: ມາລະໄທອອນ, ແລນ ເນດ, ໂຄກຸໄທອອນ, sevin 85%. ຫຼັການໃຊ້ຢາຂ້າແມງໄມເວລາຊີດພົ່ນຢາເຄມີຖືວ່າ ສຳຄັນຫຼາຍ, ການຂ້າເພັ້ຍນີ້ຈະຕ້ອງເຮັດເມື່ອໄລຍະທີ່ໝາກ ມ່ວງເລີ່ມເປັນດອກເພາະວ່າໄລຍະນີ້ເປັນເວລທີ່ແມງໄມ້ ເລີ່ມ ຂະຫຍາຍພັນແຕ່ຖ້າດອກກຳລັງບານ ໃຫ້ຫຼຸດການຊີດຢາເຄມີ ເນື່ອງຈາກຈະເປັນອັນຕະລາຍຕໍ່ດອກໝາກມ່ວງ ແລະ ແມງ ໄມ້ທີ່ຊ່ວຍໃຫ້ການປະສົມເກສອນ. ປົກກະຕິໝາກມ່ວງ ເປັນຊໍ່ດອກກອ່ນດອກບານຈະໃຊ້ ເວລາ 20-25 ວັນ. ຖ້າຈຳເປັນການຊີດຄວນຫ່າງຈາກຄັ້ງທຳ ອິດ 7-14 ວັນ ຫຼື ຈະປະສົມຢາຂ້າເຊື້ອລາລົງໄປກໍ່ໄດ້ ເພື່ອບໍ່ ໃຫ້ເສຍເວລາ
ແຫຼ່ງຂໍ້ມູນ: file:///D:/2020/November_df.pdf
http://www.pmc01.doae.go.th/Data/news/63/เตือนการระบาด/04-เพลี้ยจักจั่นมะม่วง.pdf
https://www.qyield.com/article/view.php?id=38
ແມງເພັ້ຍອ່ອນ Vicia aphid
ແມງເພັ້ຍອ່ອນມີຊື່ທາງພາສາວິທະຍາສາດວ່າMegou ra japonica (Matsumura) ຢູ່ໃນຄອບຄົວຂອງ Aphidoidea ອັນດັບ Homoptera ເປັນແມງທຳລາຍຖົ່ວເຫຼືອງ ແລະ ພືດອື່ນໆ ທຸກພື້ນທີ່ໃນການປູກຖົ່ວແມ່ນມັກພົບເຫັນການລະບາດ.
I. ລັກສະນພິເສດຂອງແມງ
1. ໂຕອ່ອນບໍ່ມີປີກ: ໂດຍທົ່ວໄປລຳໂຕຈະຍາວປະມານ 3.7-4mm, ກວ້າງ ປະມານ 1.6-1.7 mm ທັງຕົນໂຕຈະເປັນສີຂຽວຄ້າຍຄື ຫຍ້າສ່ວນຫົວ ແລະ ເອີກຈະເປັນສີດຳ, ດ້ານເອີກທາງຫຼັງມີແຖບ ແນວນອນມີຈຸດໃຫຍ່ຢູ່ບ່ອນໜ້າເອີກ, ທາງຫຼັງຈະມີຈຸດນ້ອຍ ,ທັງຕົນໂຕສະແດງເຫັນຄ້າຍຄືເປັນຕາໜາງລາຍຫຼືຮູບແບບ ເສັ້ນລາຍ, ສ່ວນຫົວຈະມີຂົນ 14 ຄູ່, ເຄີ່ງກາງລຳໂຕຈະແບນ, ໜ້າຜາກແມ່ນຈະອຽງຫຼຸບເຂົ້າ.
2. ໂຕອ່ອນມີປີກສ່ວນຫົວ ແລະ ອີກຈະມີສີດຳ, ສ່ວນ ທ້ອງຈະເປັນສີໃສມີ ຄວາມຍາວປະມານ 1-6 mm ມີຈຸດຈໍ້າໃຫຍ່ຢູ່.II. ລັກສະນະການທຳລາຍ:
ໂຕອ່ອນ ແລະ ຕົວເຕັມໄວ ຈະຈັບຢູ່ຕາມຍອດອ່ອນຂອງຕົ້ນພືດ ແລະ ໃບມັກທຳລາຍ ພາ ກສ່ວນເຫຼົ່ານີ້ໃບທີ່ຖຶກທຳລາຍດັ່ງກ່າວະມ້ວນເຂົ້າ, ເຄືອຖົ່ວ ກໍ່ຈະຂອດເຂົ້າ, ການຈະເລີນເຕີບໂຕຢຸດສະງັດ, ມີຜົນກະທົບ ຕໍ່ຜົນຜະລິດ. ໄລຍະເວລາເຂົ້າທຳຖົ່ວໝັກໜ່ວງ ແມ່ນເດືອນ 4-6 ຂອງປີ.
III. ການປ້ອງກັນ ແລະ ກຳຈັດ
1. ວິທີແບບເຂດຕະກຳຫຼືກະສິກຳ: ພື້ນທີ່ການຜະລິດ ເວລາກຽມດິນແມ່ນເກັບເສດພືດອອກຈາກພື້ນທີ່, ອານາໄມ ຮ່ອງລະບາຍນໍ້າ, ໜອງ, ຄອງ, ບຶງ, ວັດສະພືດ ເພື່ອບໍ່ໃຫ້ເປັນ ບ່ອນຫຼີ້ຊ້ອນຂອງແມງ.
2. ວິທີແບບກາຍະພາບ: ນຳໃຊ້ແຜ່ນຢາງທີເປັນສີນໍ້າ ເງີນປົນຂີ້ເທົ່າໃນການຄຸ່ມໜານເພື່ອໃຫ້ສະທ້ອນແສງ ເຊີ່ງມີ ຜົນກະທົບກັບການເບີ່ງ ເຫັນຂອງເພັ້ຍອ່ອນ, ສາມາດນຳໃຊ້ ແຜ່ນເຫຼືອງມາແຂວນໃສ່ເພື່ອລໍ້ຈັບແມ່ເພັ້ຍ. (ໂຕທີ່ມີປີກ).
3. ນຳໃຊ້ສານເຄມີ: ໄລຍະເປັນເບັ້ຍອ່ອນຈະມັກເກີດ ການລະບາດຂອງເພັ້ຍຕ້ອງ ໄດ້ປ້ອງກັນກຳຈັດກ່ອນການລະ ບາດ. ຖ້າຫາກຕົ້ນພືດຕົ້ນໜຶ່ງມີການລະບາດ ຂອງເພັ້ຍປະມານ 10% ຫຼືມີໂຕເພັ້ຍປະມານ 3-5 ໂຕຄວນຈະສີດຢາປ້ອງກັນ. ຊະນິດຢາທີ່ເລືອກໃຊ້ແມ່ນ 1% Matrine emulate ອັດຕາ 1200 mg/L. 10%Imidacloprid wettable powder ອັດຕາ 1200 mg/L. 25% Rotenone liqid ອັດຕາ 500-600 mg/L. ຢາເຄມີຈຳນວນເຫຼົ່ານີ້ແມ່ນປ່ຽນນຳໃຊ້ບໍ່ໃຫ້ຊໍ້າກັນສີດພົນທຸກໆ 7-10 ວັນລຽນກັນ 3-4 ຄັ້ງ
ແຫຼ່ງຂໍ້ມູນ: https://influentialpoints.com/Gallery/Aphis_craccae_tufted_vetch_aphid.htm
ແມງແຄງກ້ອມ Glubular stink bug
ແມງແຄງກ້ອມ ຂອງຖົ່ວເຊິ່ງເອີ້ນກັນວ່າ Coptosoma cribrayia Fabricius ຢູ່ໃນສະກຸນ Hemiptera ແມ່ນຂອງຄອບ ຄົວ Platapidae ມັນເປັນສັດຕູພືດ ທີ່ມີສັບພະຄຸນເຊິ່ງສ່ວນໃຫຍ່ ແມ່ນເປັນອັນຕະລາຍຕໍ່ພືດຕະກຸນຖົ່ວ ເຊັ່ນ: ໝາກຖົ່ວຫຼັງແຕກ, ຝັກຍາວ, ຖົ່ວເຫຼືອງ, ຖົ່ວຂຽວ ແລະ ພືດຊະນິດອື່ນໆ.
1. ລັກສະນະພິເສດຂອງແມງ
ໄຂ່: ຮູບຊົງເປັນທໍ່ກົມຄ້າຍກະບອກເລັກໜ້ອຍຍາວ 0.6-0.7 ມມ, ຄວາມກວ້າງ 0.4 ມມ, ຕາມເສັນລວງນອນ,ຝາ ດ້ານໜຶ່ງເປັນຝາຫຸ້ມໄຂ່ປອມໂຄ້ງເລັກໜ້ອຍ ແລະ ກ້ຽງ, ສະ ແດງອອກເປັນທ່ອນຍາວມີ ສາມແຖວຫຼຸບເຂົ້າຕາມທາງແຄບ ແລະ ທຳອິດໄຂ່ຈະເປັນສີຂາວທາງໃນເປັນສີເຫຼືອງ.
ໂຕອ່ອນ: ແບ່ງອອກເປັນ 5 ໄວ, ໄລຍະໂຕອ່ອນໄວສຸດ ທ້າຍມີຄວາມຍາວ 4,8-6 ຊຕມ. ຜິວຂອງໂຕອ່ອນຈະເປັນສີ ຂຽວອົມເຫຼືອງອ່ອນຈະປົກຄຸ່ມໄປດ້ວຍຂົນສີດຳ ແລະ ສີຂາວົກຫຸ້ມຢ່າງໜາແໜ້ນ, ໃນນັ້ນ, ຂົນສີຂາວທັງສອງດ້ານແມ່ນ ຍາວທີ່ສຸດ(ຍົກເວັ້ນໜ້າເອີກດ້ານຫຼັງ).ທາງສອງດ້ານຂະຫຍາ ຍອອກເປັນແຜ່ນວົງກົມສະທ້ອນແສງ.
ໂຕເຕັມໄວ: ຄວາມຍາວຂອງຮ່າງກາຍ 4,3-5,4 ມມ, ຄວາມກວ້າງ 3.8-4,5 ມມ, ສີເຫຼືອງອ່ອນປົນນ້ຳເຫຼືອງ ຫຼື ສີ ຂຽວອ່ອນ, ມີແວວວາວສີຂຽວເລັກນ້ອຍ, ມີເລນຊື່ສີນ້ຳຕານ ເຂັ້ມ, ຕາລວມ ມີແຄບສີແດງ, ສີນໍ້າຕານ 1 ແຖວຕິດຕາມເສັ້ນ ລວງນອນ ປະກອບດ້ວຍສົ້ນສີແສງເຫຼື້ອມໃສ ຂອງພື້ນຖານ ເປັນໂລ້ຂະໜາດນ້ອຍ ແລະ ບໍ່ມີຮ່ອງຮອຍຢູ່ດ້ານຂ້າງ; ດ້ານຫຼັງ ຂອງຕີນແຕ່ລະດ້ານມີຮ່ອງຕາມລວງຍາວ, ດ້ານໜ້າຂອງພື້ນ ທ້ ອງມີແຖບກວ້າງສີເຫຼືອງລັດສະໝີແດງ ແລະ ຂອບດ້ານໜ້າ ຂອງຂອງໂຕຜູ້ຈະເປັນສີເສົ້າຢູ່ພາຍໃນ, ຈະເຫັນອະໄວຍະ ວະເພດ.
2. ການປ້ອງກັນ ແລະ ກຳຈັດ
ຫຼັງຈາກເກັບກ່ຽວຜົນລິດແລ້ວແມ່ນອານາໄມ້ພື້ນທີ່ກິ່ງ ກ້ານງ່າ, ໃບ ແລະ ວັດສະພືດໃຫ້ສະອາດດີ, ນຳອອກໄປຈາກ ພື້ນທີ່ໄປເຜົາໄຟຖີ້ມ, ໂດຍສະເພາະໄລຍະແມງໄມ້ເປັນໂຕແກ່ ນຳໃຊ້ຢາເຄມີໃນໄລຍະເປັນໂຕອ່ອນ ແລະ ໂຕແກ່ຈຳພວກຢາ
ແຫຼ່ງຂໍ້ມູນ: file:///D:/2020/April_df.pdf
ເຕັກນິກການລ້ຽງດ້ວງໝາກພ້າວໃນຊາມ
1. ວັດຖຸອຸປະກອນ ແລະ ສ່ວນປະສົມໃນການກຽມອາ ຫານສຳຫຼັບລ້ຽງດ້ວງ
– ອາຫານໝູໂປຼຕິນ 16% 3 ຂີດ.
– ມັນຕົ້ນບົດ 1 ກິໂລກຼາມ (ຫາກໃຊ້ມັນ 5 ນາທີສາມາດ ໃຊ້ໄດ້ເລີຍແຕ່ຖ້າເປັນມັນສົດຕ້ອງແຊ່ນໍ້າ 3 ວັນ ແລ້ວນຳມາ ບົດ ຫຼື ຟັກກ່ອນຈື່ງຈະໃຊ້ໄດ້).
– ຕົ້ນອ້ອຍສັບ ຫຼື ເປືອກໝາກພ້າວອ່ອນສັບ 2 ກິໂລກຼາມ.
– ນ້ຳສະອາດສຳຫຼັບລະລາຍອາຫານໝູ.
– ຊາມດຳຂະໜາດເສັ້ນຜ່າສູນກາງ 50 ຊັງຕີແມັດ.
– ຝາອັດຂະໜາດ 45.72 ຊັງຕີແມັດ ກັນພໍ່ແມ່ພັນດ້ວງໜີ.
– ວັດສະດຸໃດກໍ່ໄດ້ທີ່ມີນ້ຳໜັກພໍຈະເຕັງຝາທີ່ປົກຊາມ.
– ເປືອກໝາກພ້າວແຫ້ງ 4-5 ປ່ຽງ.
– ໝາກກ້ວຍນ້ຳວ້າ 1 ໜ່ວຍ.
– ພໍ່ແມ່ພັນດ້ວງ ຈຳນວນ 5 ຄູ່ຕໍ່ 1 ຊາມ.
2. ເຕັກນິກ ແລະ ຂັ້ນຕອນວິທີການລ້ຽງດ້ວງໝາກພ້າວ
– ທຳອິດປະສົມອາຫານສຳຫຼັບການລ້ຽງດ້ວງກ່ອນ ໂດຍ ການໃສ່ອຫານໝູລົງໄປໃນຊາມຕື່ມນ້ຳສະອາດ ລົງໄປເພື່ອເຮັດ ໃຫ້ອາຫານໝູເປື່ອຍ.
– ໃສ່ມັນບົດລົງໄປປະສົມກັບອາຫານໝູທີ່ເປື່ອຍແລ້ວ
– ໃສ່ອ້ອຍສັບລົງໄປປະສົມໃຫ້ເຂົ້າກັນໃຫ້ມີລັກສະນະ ເປັນຕົມແລ້ວອັດໃຫ້ລຽບສະເໝີກັນໃນຊາມ.
– ໃສ່ໝາກກ້ວຍນຳວ້າລົງໄປທາງກາງຊາມ ແລະ ນຳ ເປືອກໝາກພ້າວແຫ້ງສັບປ່ຽງໃຫຍ່ໆ 4-5 ປ່ຽງລົງໄປໃນຊາມ ວາງໃຫ້ທົ່ວເພື່ອໃຫ້ພໍ່ພັນແມ່ພັນໄດ້ໃຊ້ເປັນບ່ອນຫຼົບລີ້.
– ປ່ອຍພໍ່ພັນ ແລະ ແມ່ພັນລົງໄປ 5 ຄູ່ຕໍ່ຊາມ, ອັດຝາຊາມ ໄວ້ແລ້ວຕັ້ງຊາມຢອງກັນເປັນຊັ້ນໆ ຈາກນັ້ນນຳວັດສະດຸໜັກ ເຕັງທັບຝາໄວ້ປ້ອງກັນພໍ່ແມ່ພັນໄຕ່ໜີຈາກຊາມຊັ້ນສຸດທ້າຍ.
– ຕັ້ງຊາມປະໄວ້ຈົນຄົບ 5 ວັນກໍ່ສາມາດນຳພໍ່ແມ່ພັນ ໄປລ້ຽງໃນຊາມຊຸດໃໝ່ ໂດຍໃສ່ສ່ວນປະສົມຄືເກົ່າທຸກຂັ້ນ ຕອນ. ສຳຫຼັບພໍ່ພັນ ແລະ ແມ່ພັນທີ່ນຳມາລ້ຽງນັ້ນສາມາດເຮັດ ໄດ້ເຖີງ 5 ຄັ້ງຈົນເຖີງຄັ້ງທີ 6 ໃຫ້ລວມເອົາພໍ່ແມ່ພັນຈາກ 2 ຊາ ມມາລວມເປັນຊາມດຽວເພາະວ່າພໍ່ແມ່ພັນເລີ່ມມີອາການອ່ອນ ເພຍແລ້ວ. ສຳຫຼັບຊຸດສຸດທ້າຍ ຫຼື ຄັ້ງທີ 6 ນັ້ນໃຫ້ປ່ອຍປະໄວ້ແບບນີ້ຈົນກວ່າຈະມີການເກີດດ້ວງໂຕນ້ອຍໆຂຶ້ນມາປະມານ 10 ກວ່າວັນພໍ່ແມ່ພັນໃນຄັ້ງທີ 6 ກໍ່ຈະຕາຍລົງໄປ. ສຳຫຼັບການ ລ້ຽງແຕ່ລະຊາມຄວນມີການຈົດບັນທຶກວ່າເລີ່ມລ້ຽງແຕ່ມື້ໃດ ເພື່ອປ້ອງກັນການລືມ.
– ເມື່ອຄົບ 20 ວັນ ໃຫ້ເປີດເບິ່ງກ້ອງເປືອກໝາກພ້າວກໍ່ ຈະເຫັນດ້ວງໂຕເລັກໂຕນ້ອຍເກີດຂື້ນມາ. ຫາກອາຫານບໍ່ພຽງ ພໍໃຫ້ຕື່ມອາຫານແບບທີ່ເຮັດມາແຕ່ທຳອິດພຽງແຕ່ບໍ່ຕ້ອງຕື່ມ ອາຫານໝູເທົ່ານັ້ນເອງ ໃຫ້ຕື່ມອາຫານລົງຊາມເອົາມືຄົນເບົາ ທີ່ສຸດເຂົ້າກັນແລ້ວກໍ່ທຳການອັດຝາໄວ້ແບບເດີມ.
– ເມື່ອຄົບ 30–35 ວັນ ກໍ່ສາມາດຄັດເອົາຜົນຜະລິດ ຂອງດ້ວງໂຕໃຫຍ່ ຫຼື ຂະໜາດຕາມທີ່ສາມາດໄປເປັນອາຫານ ຫຼື ນຳໄປຈຳໜ່າຍໄດ້ແລ້ວ. ສຳຫຼັບເຕັກນິກ ຫຼື ວິທີການລ້ຽງ ດ້ວງໝາກພ້າວແບບນີ້ນັ້ນຫາກເຮົາໃຊ້ພໍ່ແມ່ພັນຈຳນວນ 5 ຄູ່ ພາຍໃນ 1 ເດືອນເຮົາກໍ່ສາມາດລ້ຽງດ້ວງໄດ້ 55 ຊາມ ໂດຍ ປະມານ. ແຕ່ຫາກເຮົາໃຊ້ 3 ຄູ່ຕໍ່ຊາມພາຍໃນ 1 ເດືອນກໍ່ຈະ ໄດ້ປະມານ 80 ຊາມ.
ແຫຼ່ງຂໍ້ມູນ: https://thaifarmer.lib.ku.ac.th/news/626f8f3e6ba4095e417c7a39
https://kaset.today/ปศุสัตว์และประมง/ด้วงสาคูหรือด้วงมะพร้า/
https://www.baannoi.com/เกษตรบ้านน้อย/สัตว์เลี้ยง/เทคนิคและวิธีการเลี้ยง/
file:///D:/2020/April_df.pdf
ເຕັກນິກການລ້ຽງກຸ້ງຝອຍໃນອ່າງຊີເມັນ
ກຸ້ງຝອຍໂດຍປົກກະຕິຕາມທຳມະຊາດ ຈະພົບເຫັນຕາມ ແມ່ນໍ້າ, ຫ້ວຍ, ຮ່ອງ, ໜອງຕ່າງໆ ແຕ່ປັດຈຸບັນບໍ່ຄ່ອຍຈະມີ ໃຫ້ເຫັນກັນຫຼາຍເນື່ອງຈາກກຸ້ງຝອຍ ເປັນທີ່ຕ້ອງການຂອງຕະຫຼາດຢ່າງຫຼວງຫຼາຍເປັນທີ່ນິຍົມບໍລິໂພກ ຫຼື ນຳມາເປັນອາຫານ ຂອງສັດຊະນິດອື່ນ. ສະນັ້ນຊາວກະສິກອນບາງຄົນຈຶ່ງຫັນມາ ໃຫ້ຄວາມສົນໃຈລ້ຽງກັນຫຼາຍຂື້ນ ເນື່ອງຈາກຕົ້ນທຶນຕໍ່າ ແລະ ການຂະຫຍາຍພັນຂອງກຸ້ງຝອຍນັ້ນຂະຫຍາຍພັນງ່າຍ, ໃຊ້ເວ ລາລ້ຽງບໍ່ດົນ. ແຕ່ປັນຫາໃນການລ້ຽງກໍ່ມີແຕກຕ່າງກັນອອກໄປ.
1. ການກຽມອ່າງຊີເມັນກ່ອນປ່ອຍກຸ້ງຝອຍ
ວັດຖຸອຸປະກອນທີ່ໃຊ້
– ຕົ້ນກ້ວຍແກ່.
– ເກືອທະເລ 1-2 ກຳມື ï ພືດນໍ້າ ເຊັ່ນ: ຈອກແໜຕ່າງໆ
– ທໍ່ອົກຊີເຈນ
– ໃບກ້າມປູແຫ້ງ.
2. ວິທີ ແລະ ຂັ້ນຕອນໃນການກຽມອ່າງກ່ອນປ່ອ ຍກຸ້ງຝອຍສຳຫຼັບອ່າງປູນ
– ໃສ່ນໍ້າລົງໄປໃນອ່າງປູນໃຫ້ເຕັມແລ້ວ ຕັດຕົ້ນກ້ວຍ ໃສ່ລົງໄປແຊ່ໃນອ່າງ ໂດຍການຜ່າເປັນຊີກກາງແລ້ວຕັດເປັນ ທ່ອນໆແຊ່ໄວ້ໃນອ່າງປະມານ 7-14 ວັນ ເປັນຢ່າງນ້ອຍ.
– ເມື່ອແຊ່ຕົ້ນກ້ວຍໃນອ່າງ ໄດ້ຕາມວັນເວລາທີ່ກຳນົດ ແລ້ວໃຫ້ເອົານໍ້າອອກຈາກອ່າງປູນ ໃຫ້ໝົດແລ້ວໃສ່ນ້ຳລົງໄປ ໃຫ້ເຕັມອ່າງປູນອີກຄັ້ງ ແລະ ໃສ່ເກືອທະເລລົງໄປ ໃນອ່າງປະ ມານ 1-2 ກຳມື ພັກນໍ້າໄວ້ 1 ວັນ. ນໍ້າທີ່ໃຊ້ຖ້າເປັນນ້ຳປະປາກໍ່ ຈະມີດີກວ່ານ້ຳບາດານ ແຕ່ຈະມີຂໍ້ເສຍຄືມີກະລໍຣິນເພາະສະ ນັ້ນຈື່ງຈຳເປັນຕ້ອງແຊ່ອ່າງເພື່ອໃຫ້ກະລໍຣິນຈືດຈາງ ແລະ ກໍ່ ເປີດອົກຊີເຈນເພື່ອເພີ່ມອາກາດໃຫ້ກັບນ້ຳໃນອ່າງປູນ.
– ເມື່ອກຽມຄວາມພ້ອມຂອງອ່າງປູນ ແລະ ໄດ້ກຽມນໍ້າ ເປັນທີ່ຮຽບຮ້ອຍແລ້ວກໍ່ຫາພືດນ້ຳມາລົງໃນອ່າງ ແຕ່ກ່ອນທີ່ຈະ ນຳພືດນ້ຳມາໃສ່ໃນອ່າງຄວນລ້າງໃຫ້ສະອາດກ່ອນນຳມາໃສ່ ເພື່ອປ້ອງກັນພະຍາດຕ່າງໆທີ່ຕິດມາກັບພືດ ແລະ ຖ້າໃຫ້ດີ ໃສ່ໃບກ້າມປູແຫ້ງລົງໄປໃນອ່າງກໍ່ດີເພາະຈະປ້ອງກັນພະຍາດ ໃນກຸ້ງຝອຍໄດ້ດ້ວຍ.
– ສຳຫຼັບກຸ້ງຝອຍທີ່ຈະນຳມາລ້ຽງນັ້ນຫາໄດ້ງ່າຍຕາມ ແຫຼ່ງທຳມະຊາດ ຫຼື ເລືອກຊື້ຕາມທ້ອງຕະຫຼາດທີ່ພໍ່ຄ້າແມ່ຄ້າ ນຳມາຂາຍໃຫ້ເລືອກເອົາກຸ້ງທີ່ທ້ອງມີໄຂ່ມາລ້ຽງບໍ່ເກີນ 1 ອາ ທິດລູກກຸ້ງກຸ້ງກໍ່ຈະອອກມາເຕັມອ່າງໃຫ້ເຮົາເຫັນ. ແຕ່ກ່ອນທີ່ ຈະນຳເອົາກຸ້ງຝອຍມາລົງອ່າງນັ້ນກໍ່ຕ້ອງມີການຈັດການໃຫ້ດີ ກ່ອນ.
3. ເຕັກນິກກ່ອນນຳພັນກຸ້ງມາລົງອ່າງປູນທີ່ກຽມໄວ້
1. ນໍ້າກຸ້ງມາໃສ່ໃນຖັງ ຫຼື ຊາມແລ້ວນຳນ້ຳທີ່ເຮົາກຽມ ໄວ້ໃນອ່າງປູນມາໃສ່ພໍໃຫ້ຖ້ວມໂຕກຸ້ງ, ໃສ່ອົກຊີເຈນເປີດເບົາ ສຸດພັກໄວ້ປະມານ 10 ນາທີ ແລ້ວກໍ່ໃຫ້ຄັດກຸ້ງຝອຍໂຕທີ່ຕາຍ ອອກ, ປ່ອຍໃຫ້ກຸ້ງປັບຕົວເຂົ້າກັບສະພາບນ້ຳໄດ້ແລ້ວກໍ່ໃຫ້ນຳ ໄປໃສ່ໃນອ່າງປູນທີ່ກຽມໄວ້ເຮັດໃຫ້ເບົາມືທີ່ສຸດເພື່ອປ້ອງກັນບໍ່ ໃຫ້ກຸ້ງເກີດອາການຕົກໃຈ.
2. ເຕັກນິກ ແລະ ຂັ້ນຕອນໃນການກຽມອ່າງປູນ ແລະ ກຽມນໍ້າກ່ອນນຳກຸ້ງຝອຍລົງໄປລ້ຽງເປັນວິທີການງ່າຍໆທີ່ບໍ່ ຄວນເບິ່ງຂ້າມສຳຫຼັບກຸ້ງຝອຍທີ່ເຮົາໄດ້ນຳລົງໃນອ່າງແລ້ວໃນ ມື້ທຳອິດບໍ່ຕ້ອງໃຫ້ອາຫານໃຫ້ສັງເກດເບິ່ງວ່າກຸ້ງຈະປັບສະ ພາບເຂົ້າກັບອ່າງ ແລະ ນໍ້າທີ່ເຮົາໄດ້ກຽມໄດ້ດີເທົ່າໃດ.
3. ໄລຍະເວລາໃນການໃຫ້ອາຫານກັບກຸ້ງ ນັ້ນຄວນເປັນ ວັນທີ 2 ຫຼື 3 ຫຼັງຈາກທີ່ໄດ້ນຳລົງໄປໃນອ່າງປູນແລ້ວ. ສຳຫຼັບ ອາຫານຂອງກຸ້ງກໍ່ມີຫຼາຍຢ່າງດ້ວຍກັນເພາະກຸ້ງຝອຍເປັນສັດ ປະເພດທີ່ລ້ຽງງ່າຍກິນອາຫານໄດ້ເກືອບທຸກຢ່າງ ເຊັ່ນ: ອາ ຫານຂອງກຸ້ງຝອຍ/ອາຫານປາດຸກບົດລະອຽດ, ຮຳປະສົມກັບ ໄຂ່ຕົ້ມສຸກ,ອາຫານສຳເລັດຮູບສຳຫຼັບກຸ້ງ, ເຕົ້າຮູ້ຫຼອດ. ການ ໃຫ້ອາຫານກຸ້ງຝອຍບໍ່ຄວນໃຫ້ຫຼາຍແຕ່ລະມື້ໃຫ້ອາຫານ 1 ຄັ້ງ ໃນຊ່ວງແລງໆກໍ່ພໍ. ອາຫານເສີມກໍ່ຈະເປັນປະເພດຂີ້ກະເດືອນ ກັບໄຮແດງ.
4. ການແຍກແມ່ພັນກຸ້ງຝອຍ: ແມ່ນເບິ່ງບໍ່ຍາກເມື່ອເຮົາ ລ້ຽງໄປໄດ້ບໍ່ເກີນ 2 ອາທິດ ໃຫ້ລອງຕັກຂື້ນມາຄັດໂຕກຸ້ງຝອຍ ທີ່ທ້ອງເລີ່ມມີໄຂໃຫ້ຄັດແຍກອ່າງ ເພື່ອຈະໄດ້ຂະຫຍາຍພັນຕໍ່ ໄປເພື່ອບໍ່ໃຫ້ເກີດອາການແອອັດຂອງຈຳນວນກຸ້ງ. ກຸ້ງຝອຍ ຈະປະສົມພັນກັນຕະຫຼອດທັງປີ ແລະ ກຸ້ງຝອຍ 1 ແມ່ຈະສາ ມາດໃຫ້ໄຂ່ໄດ້ປະມານ 60-80 ໜ່ວຍ. ສະນັ້ນແລ້ວຈິ່ງຈຳເປັນ ຕ້ອງຄັດແມ່ກຸ້ງຝອຍທີ່ທ້ອງມີໄຂ່ ອອກຈາກອ່າງເກົ່າ ແລະ ເມື່ອ ແມ່ກຸ້ງໄດ້ສະຫຼັດໄຂ່ອອກລົງຍ່າງແລ້ວຕ້ອງຈັບແຍກແມ່ກຸ້ງ ອອກຈາກອ່າງທັນທີເພາະແມ່ກຸ້ງຈະກິນໂຕອ່ອນຂອງຕົວເອງ.
5. ສຳຫຼັບການລ້ຽງໃນກະຊັງ ຫຼື ໜອງດິນຖ້າບໍ່ໄດ້ລ້ຽງປາ ຫຼື ສັດນໍ້າຊະນິດອື່ນມາກ່ອນກໍ່ໃຫ້ກຽມໜອງ ໂດຍການໃສ່ຝຸ່ນ ຄອກລົງໄປໃນໜອງປະມານ 30-50 ກິໂລກຼາມ/ໜອງ ໂດຍ ໃສ່ນໍ້າບໍ່ໃຫ້ສູງເກີນ 30 ຊັງຕີແມັດ ພັກໄວ້ປະມານ 1 ອາທິດ ຈົນຝຸ່ນຄອກເລີ່ມເປັນສີຂຽວ ຈິ່ງໃສ່ນໍ້າເຂົ້າໄປໃຫ້ເຕັມໜອງ ແລ້ວໃຫ້ຫາພືດນໍ້າມາໃສ່ເພື່ອຮຽນແບບທຳມະຊາດໃຫ້ຫຼາຍທີ່ ສຸດ.
6. ໄລຍະເວລາໃນການຈັບກຸ້ງຝອຍ ເພື່ອຈຳໜ່າຍໃຊ້ເວ ລາປະມານ 3-4 ເດືອນກໍ່ສາມາດສ້າງລາຍໄດ້ໃຫ້ກັບຜູ້ລ້ຽງ, ການລ້ຽງໃນໜອງດິນ ຫຼື ຕາມສວນຕ່າງໆຈະສາມາດໃຫ້ຈຳ ນວນການຂະຫຍາຍພັນໄດ້ຫຼາຍກວ່າການລ້ຽງໃນອ່າງປູນ ເພາະມີພື້ນທີ່ຫຼາຍກວ່າ, ອາຫານຂອງກຸ້ງຝອຍທີ່ລ້ຽງໃນໜອງ ດິນສາມາດໃຫ້ໄດ້ໃນແບບດຽວກັນກັບການລ້ຽງໃນອ່າງປູນ. ລາຄາ ຂອງກຸ້ງຝອຍ 1 ກິໂລກຼາມບໍ່ຕ່ຳກວ່າ 50.000 ກີບ – 100.000 ກີບ.
ແຫຼ່ງຂໍ້ມູນ: file:///D:/2019/September_df.pdf
https://www.kasethhotnews.com/เทคนิค-เลี้ยงกุ้งฝอย-ในวงบ่อ-ต้นทุนต่ำ–กำไรเห็นๆ-/
https://kasetnew.com/การเลี้ยงกุ้งฝอย/
ເຕັກນິກການປູກກວ້ຍໄຂ່
ກວ້ຍໄຂ່: ກາຍເປັນໝາກໄມ້ຂາຍດີບໍ່ແພ້ກັບກວ້ຍຊະ ນິດຕ່າງໆ ຄວາມຈິງກວ້ຍໄຂ່ເປັນໄມ້ໃຫ້ໝາກທີ່ປູກງ່າຍຫາກ ວ່າໃຜມີພື້ນທີ່ວ່າງໃນສວນຫຼັງບ້ານກໍ່ສາມາດຫາພັນກວ້ຍໄຂ່ ມາປູກ ແລະ ບໍາລຸງຮັກສາໃຫ້ຈະເລີນເຕີບໂຕໄດ້ບໍ່ຍາກພຽງ ແຕ່ໃຊ້ເວລາປູກ ແລະ ບົວລະບັດຮັກສາບໍ່ດົນກໍ່ຈະໄດ້ຜົນຜະ ລິດໃຫ້ເກັບກິນ ແລະ ເກັບຂາຍໄດ້
1. ການປູກ
ກວ້ຍໄຂ່: ເປັນໝາກໄມ້ທີ່ນິຍົມປູກກັນໂດຍທົ່ວໄປທີ່ພື້ນ ຮາບ ຕົ້ນກວ້ຍໄຂ່ເຕີບໂຕໄດ້ດີ ໃນສະພາບດິນປົນຊາຍຂ້ອນ ຂ້າງອຸດົມສົມບູນ (ລະດູຝົນ) ເປັນຊ່ວງເວລາທີ່ດີທີ່ສຸດຂອງການປູກກວ້ຍໄຂ່ ເລີ່ມຕັ້ງແຕ່ທ້າຍ ເດືອນ ເມສາໄປຈົນ ເຖິງກາງ ເດືອນ ພືດສະພາ ທັ້ງນີ້ບໍ່ແນະນຳໃຫ້ປູກຕົ້ນກວ້ຍໄຂ່ ໃນພື້ນ ທີ່ແປນຫຼາຍເກີນໄປ ເພາະອາດເຈີປັນຫາລົມພັດແຮງຈະສ່ຽງ ເຮັດໃຫ້ຕົ້ນກວ້ຍຫັກໂຄ່ນລົ້ມ ຫຼັກເຄິງຕົ້ນໄດ້ໃນໄລຍະຕົກເຄືອ ຫາກເປັນໄປໄດ້ຄວນປູກໄມ້ກັນລົມໄວ້ດ້ວຍຈະຍິ່ງດີ.
ກ່ອນປູກຄວນໄຖດິນຕາກແດດໄວ້ປະມານ 5-7 ວັນ ຂຸຂຸມເລີກ ແລະ ກວ້າງປະມານ 50 ຊມ ຍໍ່າດິນທີ່ຂຸດຂື້ນຈາກ ຂຸມກັບຝຸ່ນຄອກ ຮອງກົ້ນຂຸມດ້ເວຍໃບໄມ້ ຫຼື ເຟືອງແຫ້ງເຄ່ຍ ດິນທີ່ປະສົມໄວ້ກັບລົງຂຸມ ວາງໜໍ່ກວ້ຍໄຂ່ລົງ ຫາຕ້ອງການ ໃຫ້ຕົ້ນກວ້ຍຕົກເຄືອໃນທິດທາງດຽວກັນ ໃຫ້ຫັນຮອຍແຜທີ່ຕັດ ແຍກຈາກຕົ້ນແມ່ໄປທິດທາງດຽວກັນ ຖົມໜໍ່ກ້ວຍໃຫ້ເລິກປະ ມານ 25-30 ຊມ ຖົມດິນຢຽບອັດພໍແນ່ນພູນດິນ ໃຫ້ສູງເໜືອ ໜ້າດິນເປັນຮູບຫຼັງເຕົາປ້ອງກັນນໍ້າຂັງ ແລະ ຄະນະຫົດນໍ້າ ຫຼື ຝົນຕົກແຮງໃນໄລຍະຝົນທິ້ງຊ່ວງຄວນໃຫ້ນໍ້າເປັນຄັ້ງຄາວ.
ຕົ້ນກ້ວຍໄຂ່: ມີການຈະເລີນເຕີບໂຕ ແບ່ງໄດ້ເປັນ 3 ໄລຍະ ຄື: ໄລຍະທຳອິດ ນັບຈາກເລີ່ມປູກຈົນຕົ້ນກ້ວຍຕັ້ງໂຕ ໄດ້ໄລຍະນີ້ຕັ້ນກ້ວຍຕ້ອງການນໍ້າ ແລະ ອາຫານຫຼາຍຊຶ່ງຈະ ມີຜົນຕໍ່ການໃຫ້ຜົນຜະລິດກ້ວຍ, ໄລຍະທີ 2 ເລີ່ມຈາກຫຼັງຈາກ ຕັ້ງໂຕເຖິງກ່ອນການຕົກເຄືອເລັກນ້ອຍ ອາຫານສ່ວນໃຫ່ຍຈະ ນຳໄປຜະລິດໜໍ່ອ່ອນ, ໄລຍະທີ 3 ຈາກໄລຍະຕົກເຄືອໄປຈົນ ເຖິງໝາກແກ່ ຈະເຫັນວ່າຕົ້ນກ້ວຍຕ້ອງມີການສະສົມອາຫານ ໄວໃນປະລິມານສູງຕະຫຼອດທັ້ງ 3 ໄລຍະໃຫ້ຜົນຜະລິດດີ.
2. ການໃສ່ຝຸ່ນ
ຫາກປູກຕົ້ນກ້ວຍໄຂ່ ໃນແຫຼ່ງດິນທີ່ຂາດຄວາມອຸດົມ ສົມບູນຈຳເປັນຕ້ອງໄດ້ໃສ່ປຸ໋ຍເຄມີບຳລຸງດິນດ້ວຍ ເທື່ອທຳອິດ ໃສ່ຫຼັງຈາກຕົ້ນກ້ວຍໄຂ່ຕັ້ງໂຕແລ້ວ 1 ເດືອນ ເລືອດໃສ່ປຸ໋ຍ ເຄມີສູດ 15-15-15 ອັດຕາ ເຄິງກິໂລຕໍ່ຕົ້ນ ແລະ ໃສ່ອີກຄັ້ງ ໃນໄລຍະຕົກເຄືອດ້ວຍປຸ໋ຍສູດ 13-13-21 ຫຼື 14-14-21 ອັດ ຕາເຄິງກິໂລຕໍ່ຕົ້ນ. ຕະຫຼອດໄລຍະການປູກ ຕ້ອງໝັ້ນກຳຈັດ ວັດສະພືດດ້ວຍເຄື່ອງຕັດຫຍ້າ ເປັນວິທີທີ່ດີທີ່ສຸດສ່ວນວິທີຂຸດ ສັບຈະມີຜົນເສຍຄືເປັນການທຳລາ ຍລະບົບຮາກຂອງຕົ້ນກ້ວຍ.
3. ການໃຫ້ຜົນຜະລິດ
ເມືອຕົ້ນກ້ວຍໄຂ່ ເລີ່ມແທງໜໍ່ເມືອມີອາຍຸ 5-6 ເດືອນ ໃຫ້ຕັດແຕ່ງໜໍ່ກ້ວຍ ໂດຍເລືອກໜໍ່ໄວພຽງ 2 ໜໍ່ເພື່ອທົດແທນ ຕົ້ນແມ່ໂດຍເລືອກໜໍ່ທີ່ຢູ່ຄົນລະດ້ານຂອງຕົ້ນແມ່ເນື່ອງຈາກມີລະບົບຮາກທີ່ແຂງແຮງສ່ວນການຕັດແຕ່ງກິ່ງ ແລະ ໃບແນະ ນຳໃຫ້ຕັດໃບທີ່ແຫ້ງ ແລະ ໃບທີ່ເປັນໂລກຖິ່ມໄປໃຫ້ເຫຼືອເກັບ ໄວ້ໃນໄລຍະເຄືອຈວນແກ່ພຽງ 4-5 ໃບກໍ່ພໍ.
ກ້ວຍຈະເລີ່ມໃຫ້ປີເມືອອາຍຸ 8-12 ເດືອນ ນັບ ຈາກວັນ ປູກສັງເກດການອອກປຣີຈະເຫັນມີໃບຮົງ ຈະມີຂະໜາດນ້ອຍ ກວ່າໃບທົ່ວໄປ ແລະ ຕັ້ງຊື່ກ້ານປຣີເລີມຍືດຍາວອອກ, ປຣີມີ ນໍ້າໜັກຫຼາຍຂື້ນຈຶ່ງໂນ້ມຫ້ອຍລົງ, ປຣີຈະເລີາມບານໃຫ້ເຫັນ ດອກໄລ່ວຽນຈາກໂຄນມາຍັງປາຍເມືອໄດ້ຮັບການປະສົມເກ ສອນດອກຈະພັດທະນາເປັນໝາກກ້ວຍ ລວມໄລຍະເວລາ ການບານໃຊ້ເວລາ 10-15 ວັນ ຈາກນັ້ນໃຫ້ຕັດປຣີທີ່ຍັງບໍ້ບານ ອອກ. ເມືອຕົ້ນກ້ວຍໄຂ່ ໃຫ້ຜົນຜະລິດເຄືອກ້ວຍມີນໍ້າໜັກ ຫຼາຍແນະນຳໃຫ້ໃຊ້ໄມ້ໄຜ່ ຫຼື ໄມ້ເນື້ອອ່ອນກໍ່ໄດ້ຄໍ້າຕົ້ນກ້ວຍ ໄຂ່ ເພື່ອປ້ອງກັນລົມພັດໂຍກ, ບໍ່ໃຫ້ຕົ້ນກ້ວຍໄຂ່ຫັກພັບລົງມາ. ໃນແຕ່ລະເຄືອຈະມີຫວີສົມບູນຢູ່ປະມານ 5-6 ຫວີ ແລະ ໜຶ່ງ ຫວີມີປະມານ 10-16 ໜ່ວຍ ສະເລ່ຍແລ້ວໃນໜຶ່ງເຄືອຈະມີ ໝາກກ້ວຍປະມານ 70 ໜ່ວຍ. ການເກັບກ່ຽວຕັດເຄືອເມືອ ກ້ວຍຄົບ 90 ວັນ.
4. ການເກັບກ່ຽວ
ຫຼັງຈາກປຣີກ້ວຍແທງ ອອກຈາກປຣີໂພ່ພົ້ນຍອດໃຫ້ ເກັບໄມ້ຄໍ້າອອກຈົນໝົດ, ຕັດເຄືອດ້ວຍມີດຄົມນຳປາຍເຄືອ ຕັ້ງຂື້ນໃຫ້ໂຄນຢູ່ທາງລຸ່ມ ຄວນປະຕິບັດຢ່າງນຸ່ມນວນຢ່າໃຫ້ ກ້ວຍຊໍ້າປາອຍໃຫ້ຢາໄຫຼອອກບໍ່ໄປເປີະເປື້ອນໝາກກ້ວຍເມືອ ນໍ້າຢາງແຫ້ງຈຶ່ງເຄືອຍ້າຍເຂົ້າເກັບໃນໂຮງເຮືອນ. ກ່ອນສົ່ງຂາຍ ຫຼືມີຜູ້ຮັບຊື້ມາຊື້ເຖິງທີ່.
5. ພະຍາດ ແລະ ສັດຕູພືດ
1. ພະຍາດຕາຍພາຍ: ຄືໂລກພືດທີ່ສຳຄັນຂອງພືດຕະ ກຸນກ້ວຍພະຍາດຕາຍພາຍ ເກີດຈາກການເຂົ້າທຳລາຍຂອງ ເຊື້ອຣາຊະນິດໜຶ່ງໄລຍະທີ່ລະບາດຮຸນແຮງ ມັກເກີດຂື້ນກັບ ຕົ້ນກ້ວຍທີ່ມີອາຍຸ 4-5 ເດືອນ ອາການທີ່ພັບກ້ານ ໃບແກ່ຈະມີ ສີເຫຼືອງ ຕໍ່ມາຂະຫຍາຍຕົວຢ່າງໄວວາຈົນເຫຼືອງທົ່ວໄປ, ໃບ ອ່ອນມີອາການເຫຼືອງໄໝ້ ຫຼື ຕາຍນຶ່ງບິດເປັນຄື້ນ, ໃບຈະກັກ ພັບບໍລິເວນກົກກ້ານໃບ,ກ້ວຍທີ່ຕິດເຄືອແລ້ວຈະຫ້ຽວ, ໝາກ ລີບນ້ອຍບໍ່ສະໝໍ່າສະເໝີ, ແກ່ກ່ອນກຳນົດ, ເນື້ອຟ່າມຊິດ, ຫາກຕັດຂວາງທີ່ລຳຕົ້ນຈະພົບເນື້ອໃນຂອງກາບໃບບາງສ່ວນ ເປັນສີນໍ້າຕານແດງ ແລະ ອາດມີເສັ້ນໄຍຂອງເຊື້ອຣາປະກົດ ໃຫ້ເຫັນ.
– ການປ້ອງກັນກຳຈັດ: ເລືອກພື້ນທີ່ປູກຢ່າໃຫ້ມີນໍ້າຂັງ ເພາະຈະເຮັດໃຫ້ຕົ້ນກ້ວຍອ່ອນແອ ເກີດພະຍາດໄດ້ງ່າຍໃນ ດິນທີ່ເປັນກົດຕ້ອງໃສ່ປູນຂາວ ເພື່ອລົດຄວາມເປັນກົດຂອງ ດິນລົງ. ຕົ້ນທີ່ເປັນພະຍາດຄວນຕັດ ແລະ ເຜົາທຳລາຍຖິ່ມໄປ ໄລຍະທີ່ເກີດພະຍາດ ຕ້ອງລົດການໃສ່ປຸ໋ຍໄນໂຕຣເຈນລົງສິ່ງ ສຳຄັນຕ້ອງຄັດເລືອກໜໍ່ພັນຈາກແຫຼ່ງທີ່ບໍ່ມີພະຍາດຊະນິດນີ້ ລະບາດມາກ່ອນ.
2. ດ້ວງງວງໄຊເຫົ້ງາ: ຄືແມງສັດຕູທີ່ສຳຄັນຂອງກ້ວຍໄຂ່ ດ້ວງໄຊເຫົ້ງາ ໃນໄລຍະເປັນໂຕໜອນ ຈະທຳລາຍເຫົ້ງາກ້ວຍ ຢ່າງຮຸນແຮງຫາກເຫົ້ງາກ້ວຍ 1 ຕົ້ນມີໜອນ 5 ໂຕ ຈະເຮັດ ໃຫ້ ຕົ້ນກ້ວຍຕາຍລົງໃນທີ່ສຸດ ແມງໂຕເຕັມໄວເປັນດ້ວງງວງຊະ ນິດໜຶ້່ງ.
– ວິທີປ້ອງກັນ: ແລະ ກຳຈັດໝັ້ນທຳຄວາມສະອາດໃນ ສວນກ້ວຍໂດຍສະເພາະກາບ ແລະ ໃບທີ່ເນົ່າເປື້ອຍຕ້ອງໄດ້ ກຳຈັດໃຫ້ໝົດເພາະຈະເປັນບ່ອນວາງໄຂ່ຂອງແມງໄມ້ຊະນິ ດນີ້. ເມືອພັບການລະບາດຢ່າງຮຸນແຮງ ໃຫ້ສີດພົ້ນດ້ວຍເຮັດ ຕາຄລອ ຕາມອັດຕາແນະນຳເທລົງບໍລິເວນໂຄນຕົ້ນການລະ ບາດຈະໝົດໄປ.
ແຫຼ່ງຂໍ້ມູນ: file:///D:/2019/September_df.pdf
https://www.technologychaoban.com/agricultural-technology/article_21847
https://esc.doae.go.th/wp-content/uploads/2016/01//เทคนิคปลูกกล้วยไข่.pdf
ວິທີການລ້ຽງປູນາແບບງ່າຍໆລາຍໄດ້ດີ
ປູນາເປັນປູນ້ຳຈືດທີ່ພົບຫຼາຍໃນຊ່ວງລະດູເຮັດນາ ແລະ ບໍລິເວນທີ່ມີນ້ຳຂັງທົ່ວໄປ. ລັກສະນະທົ່ວໄປຈະມີອອງ ໂຄ້ງໂນນ, ຜີວມັນລຽບທັງສ່ວນອອງ, ກ້າມ ແລະ ຂາສ່ວນ ໃຫຍ່ມີສີມ່ວງດຳ ແລະ ສີເຫຼືອງມັກຂຸດຮູອາໃສຢູ່ຕາມທົ່ງນາ, ຄັນນາ ແລະ ຕາມແຄມນໍ້າທີ່ສາມາດສັງເກດເຫັນເປັນຮູລັກສະ ນະກົມຮຽວຕາມຂະໜາດລຳໂຕ. ຊຶ່ງປັດຈຸບັນແມ່ນມີຈຳນວນ ຫຼຸດໜ້ອຍຖອຍລົງອັນເນື່ອງມາຈາກການຳໃຊ້ສານເຄມີ ແລະ ຢາປາບສັດຕູພືດ ໃນພື້ນທີ່ການຜະລິດ ແຕ່ຄວາມຕ້ອງການ ຂອງຕະຫຼາດພັດສູງ ຈິ່ງເຮັດໃຫ້ຊາວກະສິກອນ ບາງກຸ່ມນຳມາ ລ້ຽງເພື່ອຂາຍເປັນສິນຄ້າສ້າງລາຍຮັບແກ່ຄອບຄົວ. ສຳລັບ ຄົນທີ່ມີພື້ນທີ່ນ້ອຍ ຫຼື ຢາກລົງທຶນລ້ຽງປູນາແບບບໍ່ໃຊ້ຕົ້ນທຶນ ສູງ ແລະ ເຮັດໃຫ້ການເບິ່ງແຍງຮັກສາງ່າຍການລ້ຽງປູນາມີຫຼາຍ ວິທີດ້ວຍກັນ.
ການລ້ຽງປູນາໃນອ່າງຊີເມັນລ້ຽງ ໄດ້ໃນອ່າງຊີເມັນ ແບບວົງກົມ ແລະ ແບບ 4 ຫຼ່ຽມ. ຂໍ້ດີຂອງການລ້ຽງໃນອ່າງຊີ ເມັນກໍ່ຄືເບິ່ງແຍງຮັກສາງ່າຍປູບໍ່ໄຕ່ໜີ, ໃຊ້ພື້ນທີ່ບໍ່ຫຼາຍ, ມີພື້ນ ທີ່ນ້ອຍໆກໍ່ສາມາດລ້ຽງໄດ້ແລ້ວ. 2. ການລ້ຽງປູນາໃນໜອງດິນ. ສຳລັບການລ້ຽງປູນາໃນ ໜອງດິນຄ່າໃຊ້ຈ່າຍຈະສູງກວ່າການລ້ຽງໃນອ່າງຊີເມັນ ແລະຕ້ອງມີພື້ນທີ່ເພື່ອຈະຂຸດໜອງເພາະພື້ນທີ່ໃນການລ້ຽງປູນາ ໃນໜອງດິນນັ້ນຕ້ອງມີດາງ, ມຸ້ງຕາຖີ່ອ້ອມບໍລິເວນໜອງເພື່ອ ປ້ອງກັນການໄຕ່ໜີ. ແຕ່ຂໍ້ສຳຄັນຂອງໜອງດິນ ຄື: 3 ໃນ 4 ຂອງພື້ນທີ່ຂອງໜອງຄວນເປັນດິນສູງປະມານ 30 ຊັງຕີແມັດ ເພື່ອໃຫ້ປູນາໄດ້ຂຸດຮູຢູ່.
1. ການກຽມອ່າງຊີເມັນແບບວົງກົມ ແລະ ແບບ 4 ຫຼ່ຽມ ໃນການລ້ຽງປູນາ
– ສຳລັບທ່ານທີ່ລ້ຽງໃນອ່າງຊີເມັນວົງກົມ ຫຼື 4 ຫຼ່ຽມ ທີ່ມີຄວາມກວ້າງ 2 ແມັດ, ຍາວ 3 ແມັດ, ສູງ 1 ແມັດໃຫ້ຫາ ທໍ່ພີວີຊີຈຳນວນ 2 ທໍ່ ມາໃສ່ໄວ້ໃນອ່າງເພື່ອເຮັດເປັນພື້ນທີ່ລະ ບາຍນໍ້າອອກຈາກອ່າງ.
– ໃນກໍລະນີທີ່ເຮັດອ່າງໃໝ່ໃຫ້ໃສ່ນ້ຳລົງໄປ ເພື່ອຫຼຸດ ຄວາມເຄັມຈາກຊີເມັນໂດຍແຊ່ນ້ຳໄວ້ປະມານ 1-2 ວັນ ແລ້ວ ປ່ອຍນໍ້າອອກ, ໃສ່ຕົ້ນກ້ວຍລົງໄປແຊ່ນ້ຳໃນອ່າງປະໄວ້ປະ ມານ 7 -10 ວັນ ໃສ່ເກືອລົງໄປໃນອ່າງ ຫຼື ນ້ຳສົ້ມສາຍຊູປະມານ 2 -3 ຖ້ວຍນ້ອຍແລ້ວປ່ອຍນ້ຳອອກ.
– ຫຼັງຈາກນັ້ນໃຫ້ນຳດິນມາໃສ່ລົງໄປໃນອ່າງ ໃຫ້ມີ ຄວາມສູງປະມານ 20-30 ຊັງຕີແມັດ ຫຼື ໃສ່ໄດ້ຕາມປະລິມານ ຂອງອ່າງ ຫຼື ສະພາບພື້ນທີ່.
– ຄວນຕັ້ງອ່າງໄວ້ໃນພື້ນທີ່ ທີ່ມີຮົ່ມເພາະປູນາບໍ່ມັກອາ ກາດຮ້ອນ ຫຼື ຮ້ອນເກີນໄປຈະເຮັດໃຫ້ປູນາຕາຍໄດ້ ແຕ່ຖ້າບໍ່ມີ ຮົ່ມກໍ່ໃຫ້ນຳຕາໜ່າງກັນແສງ ຫຼື ຫຼັງຄາໃສ່ເທີງອ່າງ.
– ໃສ່ທໍ່ ຫຼື ແຜ່ນກະເບື້ອງ, ດິນບລັອກເພື່ອໃຫ້ປູນາຈະ ໄດ້ມີແຫຼ່ງທີ່ຫຼົບລີ້ໄພເພາະວ່າປູນາມີນິໄສມັກທຳຮ້າຍກັນເອງ
– ເຮັດຕາໜ່າງປປົກປາກອ່າງ ເພື່ອປ້ອງກັນບໍ່ໃຫ້ປູໄຕ່ໜີ.
2. ສຳລັບການລ້ຽງໃນໜອງດິນ
– ຫາກມີໜອງເກົ່າທີ່ເຄີຍໃຊ້ງານມາກ່ອນແລ້ວ ເຊັ່ນ: ເຄີຍຂຸດໜອງລ້ຽງກົບ ຫຼື ລ້ຽງປາກ່ອນໜ້ານັ້ນກໍ່ສາມາດນຳ ມາລ້ຽງປູນາໄດ້ໂດຍບໍ່ຕ້ອງຂຸດໜອງໃໝ່. ຈັດການໜອງໃຫ້ມີ ສະພາບແວດລ້ອມຮຽນແບບທຳມະຊາດ ໃຫ້ຫຼາຍທີ່ສຸດເຊັ່ນ: ປູກເຂົ້າໃສ່, ຜັກບົ້ງ, ຈອກແໜປູນາຈະໄດ້ມີແຫຼ່ງອາຫານທາງ ທຳມະຊາດ ແລະ ກໍ່ຈະໄດ້ເປັນບ່ອນຫຼົບລີ້ຂອງປູໄດ້ອີກດ້ວຍ.
– ໃສ່ນ້ຳໃສ່ດິນຕົມລົງໄປປະມານ 30 ຊັງຕີແມັດ
3. ເຄັດລັບການເບິ່ງແຍງຮັກສາ ແລະ ວິທີການລ້ຽງປູນາ
– ສຳລັບທ່ານທີ່ຕ້ອງການຄັດພໍ່ແມ່ພັນປູນາ ໃຫ້ນຳປູ ນາທີ່ໄດ້ຈາກແຫຼ່ງນ້ຳທຳມະຊາດ ໂດຍເລືອກຂະໜາດຄວາມຍາວ ຂອງປູນາທີ່ມີລຳໂຕປະມານ 4 ຊັງຕີແມັດ, ຄັດເອົາແຕ່ ໂຕທີ່ແຂງແຮງ ແລະ ມີຂາທີ່ຄົບສົມບູນມາປ່ອຍລົງ ໃນສະຖານ ທີ່ກຽມເອົາໄວ້ໃຫ້ປ່ອຍປູນາໂຕຜູ້ 25 ໂຕ ແລະ ໂຕແມ່ 25 ໂຕ/ອ່າງ ຫຼື ໜອງ.
– ການໃຫ້ອາຫານປູນາໃຫ້ອາຫານອາທິດລະ 3 ຄັ້ງ ອາຫານທີ່ໃຊ້ລ້ຽງປູນາໄດ້ແກ່: ເຂົ້າສຸກຈະເປັນເຂົ້າຈ້າວ ຫຼື ເຂົ້າ ໜຽວກໍ່ໄດ້, ປາຟັກໃຫ້ເປັນຕ່ອນນ້ອຍໆ, ກຸ້ງຝອຍ, ຜັກສົດ ເຊັ່ນ: ຜັກບົ້ງ ຫຼື ຜັກກາດ.
– ບໍ່ຄວນໃຫ້ອາຫານປູນາຫຼາຍເກີນໄປ ແລະ ຕ້ອງເຝົ້າ ສັງເກດເບິ່ງວ່າໃຫ້ອາຫານເທົ່າໃດປູນາ ຈຶ່ງຈະກິນໝົດເພາະ ຖ້າມີອາຫານເຫຼືອກໍ່ຈະເຮັດໃຫ້ອາຫານເນົ່າເໝັນໄດ້. ຫາກອາ ຫານເຫຼືອໃຫ້ເກັບອອກຢ່າປະໄວ້ໃຫ້ເໜົ່າຄາໜອງ ຫຼື ອ່າງ ເພາະ ຈະເຮັດໃຫ້ເຮັດປູນາບໍ່ແຂງແຮງເປັນພະຍາດໄດ້.
– ການລະບາຍນໍ້ານັ້ນຕ້ອງລະບາຍນໍ້າອອກຈາກອ່າງ ແລະ ປ່ຽນນ້ຳໃໝ່ປະມານ 2-3 ຄັ້ງຕໍ່ເດືນ.
4. ວິທີການລ້ຽງ ແລະ ເບິ່ງແຍງຮັກສາປູນາທີ່ຢູ່ໄວຈະເລີ ນພັນ ແລະ ລູກປູ
– ປູນາຈະປະສົມພັນກັນໃນຊ່ວງລະດູຝົນແມ່ປູ 1 ໂຕ ຈະມີໄຂ່ປະມານ 500-700 ໜ່ວຍດັ່ງນັ້ນປູນາ 1 ໂຕຈະອອກ ລູກໄດ້ປະມານ 500-700 ໂຕ.
– ການຈະເລີນພັນຂອງປູນາຈະໃຊ້ເວລາປະມານ 6 -8 ເດືອນຈິ່ງຈະໃຫຍ່ເຕັມທີ່
– ກໍລະນີທີ່ລູກປູນາ ເລີ່ມຕັ້ງແຕ່ນຳມາລ້ຽງໃນອ່າງໃຫ້ ອາຫານລູກປູທີ່ມີຊ່ວງ 15 ວັນທຳອິດຄວນໃຫ້ໄຮແດງ, ໜອນ ແດງ, ເທົາ ຫຼື ໄຂ່ຕົ້ມກິນເປັນອາຫານ.
– ຫຼັງຈາກ 15 ວັນ ໃຫ້ປາບົດ ຫຼື ກຸ້ງຝອຍ, ອາຫານເມັດ ທີ່ໃຊ້ລ້ຽງລູກປາດຸກ
– ເມື່ອລູກປູມີອາຍຸໄດ້ 30 ວັນກໍ່ສາມາດນຳໄປປ່ອຍ ລ້ຽງໃນໜອງດິນ ຫຼື ອ່າງຊີເມັນເພື່ອໃຫ້ມີຂະໜາດໂຕເຕັມໄວ.
– ຖ້າມີເນື້ອທີ່ທີ່ເປັນໜອງດິນຂະໜາດໃຫຍ່ ສາມາດ ປ່ອຍລົງລ້ຽງໄດ້ໃນປະລິມານ 10.000 ໂຕຕໍ່ເນື້ອທີ່ 1 ຕາແມັດ
– ປູນາມີການລອກຄາບເໝືອນສັດ ນາໍ້ຊະນິດດຽວກັນ ເຊັ່ນ: ຈຳພວກກຸ້ງ ຫຼື ປູຊະນິດອື່ນ. ຫຼັງຈາກຟັກເປັນໂຕແລ້ວ ປູນາຈະທຳການລອກຄາບປະມານ 13-15 ຄັ້ງ ກໍ່ຈະໃຫຍ່ເປັນ ໂຕເຕັມໄວສາມາດໄດ້ຂະໜາດຕາມຄວາມຕ້ອງການຂອງ ທ້ອງຕະຫຼາດໄລຍະເວລາກໍ່ຈະຢູ່ປະມານ 6-8 ເດືອນຂື້ນໄປ.
5. ວິທີການສັງເກດການລອກຄາບຂອງປູນາ
– ປູນາທີ່ຈະມີການລອກຄາບໃຫ້ເຮົາສັງເກດໄດ້ຈາກຮ ອຍຕໍ່ທາງສ່ວນທ້າຍຂອງອອງຈະກວ້າງກວ່າປົກກະຕິເມື່ອໃກ້ ຈະລອກຄາບປູຈະບໍ່ເໜັງ ແລະ ຢຽດຂາອອກໄປທັງສອງຂ້າງ ຈາກນັ້ນຮອບຕໍ່ທາງສ່ວນທ້າຍຂອງອອງກໍ່ຈະເປີດອອກ.
– ສ່ວນທ້າຍພ້ອມກັບຂາຍ່າງຄູ່ສຸດທ້າຍຂອງປູນາຈະ ອອກມາກ່ອນສ່ວນອື່ນໆ ຂາຄູ່ຖັດມາຈະຄ່ອຍໆພົ້ນອອກມາ ຕາມລຳດັບສ່ວນກ້າມຄູ່ທຳອິດຈະພົ້ນອອກມາເປັນອັນດັບສຸດ ທ້າຍ. ປູນາຈະໃຊ້ໄລຍະເວລາໃນການລອກຄາບປະມານ 1 ຊົ່ວໂມງ.
ແຫຼ່ງຂໍ້ມູນ: file:///D:/2019/October_df.pdf
https://www.rakbankerd.com/agriculture/print.php?id=29&s=tblareablog
https://promotions.co.th/บทความ/วิธีการเลี้ยงปูนาในบ่อ.html
ພະຍາດວົງແຫວນຂອງໝາກເລັ່ນ
ພະຍາດວົງແຫວນ ຫຼື ເອີ້ນອີກຊື່ວ່າພະຍາດໄໝ້ໄວ ຂອງໜາກເລັ່ນ, ເປັນພະຍາດມັກເກີດໃນລະດູຮ້ອນ, ເປັນພະ ຍາດສຳຄັນຊະນິດໜຶ່ງທີ່ເກີດຂື້ນກັບໃບໜາກເລັ່ນ, ທຸກສະຖານ ທີ່ແມ່ນສາມາດເກີດຂື້ນໄດ້. ໂດຍທົ່ວໄປໃນປີໜຶ່ງຕົ້ນໝາກ ເລັ່ນຈະຕິດເຊື້ອພະຍາດນີ້ຢູ່ລໍາຕົ້ນກິ່ກ້ານສາຂາ ແລະ ໃບປະ ມານ 10%. ພະຍາດນີ້ຈະເກີດຂື້ນຕະຫຼອດປີ ຫຼື ເປັນຮ້າຍ ແຮງກໍ່ຈະທຳລາຍໄດ້ເຖີ່ງ 100%
1. ລັກສະນະອາການ:
ໄລຍະການຈະເລີນເຕີບໂຕກໍ່ສາ ມາດຕິດເຊື້ອໄດ້, ໂດຍສະເພາະແມ່ນໃບ, ລຳຕົ້ນ, ດອກ ແລະ ໝາກອື່ນໆ. ໃນນັ້ນໃບ ແລະ ກ້ານໃບທີ່ເດ່ອອກມາແມ່ນສາ ມາດຕິດເຊື້ອໄດ້ງ່າຍທີ່ສຸດ. ໃບທີຕິດເຊື້ອຈະເປັນຈຸດຂະຫຍາຍ ອອກເປັນລັກສະນະອວບນໍ້າ, ເປັນສີນ້ຳຕານເຂັ້ມ, ແພ່ກວ້າງ ອອກຈະເປັນຮູບໄຂ່, ມີຈຸດໃຈກາງລາຍເປັນວົງອ້ອມ, ຂອບ ໃບເປັນວົງແຫວນຫຼາຍໆຂອບສີຂຽວຈາງ ຫຼື ສີເຫຼືອງ. ເວລາ ມີຄວາມຊຸ່ມເໜາະສົມໃບຈຸດດັ່ງກ່າວກໍ່ຈະຄ່ອຍຂະຫຍາຍອ ອກເປັນສີດຳມີໄຍເຊື້ອຣາຈະເລີນເຕບໂຕຂື້ນ, ສ່ວນຫຼາຍຈະ ເລີ່ມຈາກພາກສ່ວນລຸ່ມຈາກຕົ້ນ, ໃບຄ່ອຍແພ່ຂະຫຍາຍອອກ, ເວລາເປັນຮ້າຍແຮງ, ຈຸດດ່າງເຫຼົ່ານັ້ນ ຈະຂະຫຍາຍອອກເປັນ ເມັດໃຫຍ່ບໍ່ເປັນລະບຽບ, ໃບກໍ່ກາຍເປັນໃບຫ່ຽວໄວ. ພາກ ສ່ວນລຳຕົ້ນຕິດເຊື້ອ, ຈະເປັນຈຸດຢູ່ບັນດາກິ່ງກ້ານສາຂາທີ່ແຕ ກອອກມາເປັນສີນ້ຳຕານ ຫາ ສີນໍ້າຕານເຂັ້ມ. ຈຸດເຫຼົ່ານັ້ນມີຮູບ ຮ່າງບໍ່ເປັນລະບຽບສະຫຼັບກັນ ຫຼື ຮູບຮ່າງຈະບໍ່ມົນ, ຜິວເປືອກ ຈະຜະລິດໄຍເຊື້ອຣາສີເທົາດຳອອກມາ. ໝາກອ່ອນຕິດເຊື້ອ ຈະຢູ່ໃນກີບລ້ຽງຂອງດອກ ຫຼື ພາກສ່ວນສະບື
ໝາກສະແດງອອກເປັນສີນໍ້າຕານປົນດຳ ເປັນຈຸດບໍ່ມົນ ຫຼຸບເຂົ້າ. ການຕິດເຊື້ອພະຍາດຢູ່ທີ່ໝາກຈະເປັນຈຸດແບບກົມ ແຟບ ຫຼື ລັກສະນະໜ່ວຍໄຂ່ເປັນຈຸດສີນ້ຳຕານມົ່ວ, ຈຸດນັ້ນຈະ ຫຼຸບລົງມີຈຸດໃຈກາງເປັນວົງແຫວນ, ຜິວຂອງໝາກຈະເກີດມີ ໄຍເຊື້ອຣາເປັນຊັ້ນໆ
2. ເຊື້ອສາເຫດ ແລະ ປັດໃຈການແພ່ເຊື້ອ:
ພະຍາດວົງ ແຫວນຂອງໝາກເລັ່ນ ແມ່ນເກີດຈາກເຊື້ອຣາ: Alternaria solani (Ellis et Martin) Jones et Grout. ເຊື້ອພະຍາດນີ້ ຈະອາໃສຢູ່ນຳຊາກພືດ ຫຼື ຕາມຜິວຂອງເມັດພັນຈົນຮອດລະ ດູໜາວ, ຖ້າຫາກອາໃສຢູ່ໃນແນວພັນພືດ ສາມາດອາໃສຢູ່ໄດ້ ຮອດ 2 ປີ. ເຊື້ອພະຍາດສາມາດແພ່ໄປຕາມລົມ, ນໍ້າຝົນ, ແມງໄມ້ ຫຼື ກຳມະກອນທີ່ເຮັດວຽກໃພນທີ່ ແລະ ອື່ນໆ. ຈະ ເຂົ້າທຳລາຍພືດຜ່ານຊ່ອງທາງການຄາຍນ້ຳ, ປາກໃບ, ຜິວ ຂອງພືດໂດຍກົງ. ໃນນັ້ນຄວາມຊຸ່ມເປັນປັດໃຈຫຼັກໃນການແພ່ ລະບາດຂອງພະຍາດຖ້າຄວາມຊຸ່ມ 80% ຂື້ນໄປ, ອຸ່ນຫະພູມ ປະມານ 20-25 ℃, ສະພາບອາ ກາດຟ້າຄື້ມກໍ່ໄຫ້ເກີດຄວາມຊຸ່ມສູງແມ່ນງ່າຍໃນການ ຕິດເຊື້ອ. ໃນລະດູໃບໄມ້ລົ່ນປ້ອງກັນພື້ນທີ່ການປູກ ໝາກເລັ່ນໃນພື້ນທີ່ກວ້າງ ໃນເວລາກາງຄືນອຸ່ນຫະພູມ ປ່ຽນແປງຂ້ອນຂ້າງສູງ, ຜິວໃບມີນ້ຳໝອກເປັນສິ່ງທີ່ເອື້ອອຳນ ວຍໃຫ້ກັບການຕິດເຊື້ອພະຍາດ.
3. ມາດຕະການໃນການປ້ອງກັນ ແລະ ກຳຈັດ
1. ການຂ້າເຊື້ອເມັດພັນ: ນຳໃຊ້ 10% Trisodium Phosphate ເອົາເມັດພັນຈູ່ມລົງຂ້າເຊື້ອ 20 ນາທີ, ນຳຂື້ນມາ ລ້າງດ້ວຍນໍ້າໃຫ້ສະອາດ, ນຳໃຊ້ນ້ຳອຸ່ນປະ ມານ 50-55℃ ຈຸ່ມເ ມັດພັນລົງເພີ່ມອຸ່ນຫະພູມໃຫ້ນໍ້າຮັກາອຸ່ນຫະພູມໄວ້ 10 ນາທີ ເອົາອອກ, ຫຼັງາກນັ້ນເພີ່ມນໍ້າເຢັນເຂົ້າໃຫ້ອຸ່ນຫະພູມ ຫຼຸດລົງ 30℃ ຈຸ່ມເມັດລົງເອົາອອກຈາກນັ້ນນໍາເມັດພັນໄປກະຕຸ້ນຕໍ່ໄປ.
2. ວິທີການເຂດຕະກຳ ຫຼື ກະສິກຳ: ເຂດທີ່ເກີດພະ ຍາດຮ້າຍແຮງແມ່ນປູກພືດໝູນວຽນ, ບໍ່ນຳແນວພັນພືດທີ່ ເປັນພືດຕະກຸນ Solanaceace ມາປູກ 2-3 ປີຂື້ນໄປ. ນຳໃຊແນວພັນຕ້ານທານ, ນຳໃຊ້ເຕັກນິກການກ້າເບັ້ຍໄຫ້ສູງ ຈາກພື້ນ ດິນ, ການປົກໜານໃນການປູກ, ປູກໄລຍະຫ່າງໄຫ້ເໝາະສົມ, ເພີ່ມຝຸ່ນ Phosphate,ຝຸນ Potassium ລີກລ້ຽງການໃສ່ຝຸ່ນ Nitrogen ໝັ່ນກວດ ແລະ ຕ້ອງປ້ອງກັນບໍ່ໄຫ້ພະຍາດລະບາດ ຮຸ່ນແຮງ,ຕ້ອງໃສ່ຝຸ່ນຄອກ ແລະ ຝຸ່ນທາງໃບ, ຖ້າຢູ່ໃນເຮືອນ ຮົມຫຼັງຈາກໃຫ້ນ້ຳໃຊ້ລົມລວງໃຫ້ເໝາະສົມ, ຄວບຄຸ່ມຄວາມ ຊຸ່ມບໍ່ໄຫ້ສູງ, ອານາໄມພື້ນທີ່ໃຫ້ສະອາດ, ໃນເວລາດຽວກັນນັ້ນ ກຳຈັດຕົ້ນທີເປັນພະຍາດ, ໃບແກ່, ໃບເຫຼືອງ, ໝາກທີ່ເປັນ ພະຍາດ, ຕົ້ນທີ່ຕິດພະຍາດຮ້າຍແຮງ,ນຳອອກຈາກເຮືອນຮົມ ໄປທຳລາຍ ຫຼື ເຜົາໄຟຖີ້ມ.
3. ການນຳໃຊ້ຢາເຄມີ: ສີດພົ່ນ 500g/L Iprodoione Emulate Concentrate ອັດຕາ 400-800 mg/L ຫຼື 70% Zinc Propionate wettable powder ອັດຕາ 200-300 mg/L ສິດພົ່ນທຸກໆ 7-10 ວັນ ຈົນກວ່າອາການເກີດພະຍາດດີຂື້ນຈິ່ງ ຢຸດການສີດພົນ.
ແຫຼ່ງຂໍ້ມູນ: file:///D:/2019/August_df.pdf
https://www.allkaset.com/contents/โรคในมะเขือเทศ-91.php
https://www.m-group.in.th/article/บทความ/โรคมะเขือ.html
https://www.youtube.com/watch?v=U8pb872SbG0
ການລ້ຽງປາຄໍ່ໃນອ່າງຊີເມັນ
ປາຄໍ່ເປັນປານ້ຳຈືດຊະນິດໜື່ງ ທີ່ມີຄຸນຄ່າທາງດ້ານ ເສດຖະກິດ, ອາໄສຢູ່ໃນແຫຼ່ງນ້ຳຈືດທົ່ວໄປ. ເປັນປາທີ່ມີລົດ ຊາດແຊບ, ມີກ້າງນ້ອຍສາມາດນຳມາປະກອບອາຫານ ໄດ້ຫຼາຍ ຊະນິດ. ໂດຍທຳມະຊາດແລ້ວປາຄໍ່ ເປັນປາປະເພດກິຊີ້ນ, ກິນ ສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳລວມທັງປານ້ອຍ ແລະ ແມງໄມ້ ຕ່າງໆໃນນໍ້າເປັນອາຫານ. ເມື່ອຂາດແຄນອາຫານຈະເຮັດໃຫ້ ປາຄໍ່ໂຕໃຫຍ່ຫັນມາກິນປາຄໍ່ນ້ອຍ. ການລ້ຽງປາຄໍ່ຈິ່ງເປັນເລື້ອງ ສຳຄັນຫຼາຍເພາະຖ້າຂາດແຄນອາຫານປາຈະກິນກັນເອງ.
1. ການກຽມອ່າງຊີເມັນ
ອ່າງຊີເມັນຄວນເຮັດໄວ້ຫຼາຍໆອ່າງ ເຊັ່ນ: ອ່າງອະນຸບານ ລູກປາຄວນມີຂະໜາດ 2×3 ແມັດ ຫຼື 2×2 ແມັດ, ຄວາມ ເລິກຂະໜາດ 30 ຊັງຕີແມັດ ມີຫຼັງຄາຄຸມເພື່ອປ້ອງກັນງູນ, ນົກຈະມາກິນລູກປາ. ປ່ອຍລູກປາຂະໜາດປະມານ 5 ຊັງຕີ ແມັດ ຈຳນວນ 2.000 – 3.000 ໂຕ, ຄວນເຮັດ 2-3 ອ່າງ. ຖ້າ ຕ້ອງການລ້ຽງປາຈຳນວນ 1.000 ໂຕອະນຸບານໄວ້ 30 ວັນ, ອ່າງລ້ຽງຄວນມີຂະໜາດ 5×10 ແມັດ, ເລິກ 1 ແມັດ ແຊ່ນໍ້າໃຫ້ ມີໄຄນ້ຳຈັບໃຫ້ໝົ້ດລິດປູນ, ໃສ່ນ້ຳເລິກປະມານ 30 ຊັງຕີແມັດ.ໃສ່ຜັກຕົບຈຳນວນເຄິ່ງໜື່ງຂອງພື້ນທີ່ອ່າງໃຫ້ປາຄໍ່ໄດ້ຊົ້ນ ແລະ ປ້ອງກັນນ້ຳເສຍງ່າຍ. ອ່າງລ້ຽງປາຄໍ່ຢ່າງນ້ອຍຕ້ອງມີ 2-3 ອ່າງເພື່ອໄວ້ຄັດຂະໜາດຂອງປາ ທີ່ເທົ່າໆກັນມາລ້ຽງໃນອ່າງ ດຽວກັນ.
2. ການຫາລູກປາຄໍ່ ແລະ ການອະນຸບານ
ສາມາດຫາໄດ້ຕາມແຫຼ່ງນ້ຳທົ່ວໄປ ເຊັ່ນ: ຫ້ວຍ,ໜອງ, ຄອງ, ບືງໃນຊ່ວງລະດູຝົນ ເດືອນພຶດສະພາ ຫາ ເດືອນ ສິງຫາ ປາຄໍ່ຈະວາງໄຂ່ ແລະ ຈະມີລູກປານ້ອຍໆຂະໜາດ 2-5 ຊັງ ຕີແມັດ ເປັນຝູງສາມາດເບິ່ງເຫັນຕາມຟອງນ້ຳຍິບໆ ໃຫ້ນຳກະ ຕ່ອງຕາຖີ່ຂະໜາດເສັ້ນຜ່າສູນກາງປະມານ 1 ແມັດ ໄປຊ່ອນ ເອົາລູກປາ ແລະ ໃສ່ພາຊະນະໃຫຍ່ໆ ຫຼື ໃສ່ຖົງພາລາສະຕິກ ຂະໜາດໃຫຍ່. ກໍລະນີລຳລຽງລູກປາໄກຄວນອັດອົກຊີເຈນ. ເມື່ອໄດ້ລູກປາແລ້ວໃຫ້ນຳມາແຊ່ນ້ຳໃໝ່ ໂດຍໃສ່ຢາຂ້າເຊື້ອ ພະຍາດເຈືອຈາງກ່ອນນຳລົງອ່າງອະນຸບານປະໄວ້ 1 ວັນ ໃຫ້ ລູກປາຫີວແລ້ວນຳອາຫານຊະນິດຜົງຂອງປາດຸກນ້ອຍມາປັ້ນ ກ້ອນເທົ່າຫົວໂປ້ມື 2-3 ກ້ອນແລ້ວວາງລົງໃນອ່າງລູກປາຈະ ເຂົ້າມາກິນ. ໃນມື້ຕໍ່ໆມາຄວນໃຫ້ອາຫານວັນ 2 ຄັ້ງ ເຊົ້າ – ແລງ ແລະ ໃນອາທິດຕໍ່ມາຄວນຝຶກໃຫ້ກິນຈິ່ງຫຼີດຕົວນ້ອຍໆ. ອາທິດທີ 3-4 ລູກປາຈະໃຫຍ່ຂື້ນມີຂະໜາດເທົ່ານີ້ວມືຄວາມ ຍາວປປະມານ 10-13 ຊັງຕີແມັດ.
3. ການລ້ຽງໃຫ້ເປັນປາໃຫຍ່
ເມື່ອລູກປາອາຍຸ 1 ເດືອນ ໃຫ້ຍ້າຍປາຄໍ່ລົງອ່າງລ້ຽງຂະ ໜາດ 5×10 ແມັດ ຈຳນວນອ່າງລະ 2.000-3.000 ໂຕ.ຊ່ວງ ນີ້ຫາກບໍ່ມີຈີ່ງຫຼີດ ຫຼື ບໍ່ພຽງພໍໃຫ້ໃຊ້ຫອຍປາກວ້າງ ມາຕົ້ມ ແລະ ແກະເອົາຊີ້ນຫອຍມາຟັກໃຫ້ເປັນຕ່ອນນ້ອຍ ແລ້ວນຳໄປໃສ່ໃນອ່າງປາຄໍ່ຈະກິນ. ຈຳນວນຫອຍທີ່ໃຊ້ລ້ຽງ 1 ກິໂລ ກຼາມ/ຄັ້ງ ແຕ່ຈະເຮັດໃຫ້ນ້ຳເນົ່າເໝັນໄວ ປະມານ 15 ວັນຈະ ຕ້ອງປ່ຽນຖ່າຍນ້ຳ. ກໍລະນີປ່ຽນຖ່າຍນ້ຳ ໃຫ້ນ້ຳໄຫຼອອກຈາກຮູ ລະບາຍນ້ຳທີ່ມີຂະໜາດນ້ອຍກວ່າໂຕປາ, ປ່ອຍນ້ຳອອກໃຫ້ ໝົດອ່າງແລ້ວເອົານ້ຳເຂົ້າໃໝ່. ຂໍ້ດີຄື: ເຮັດໃຫ້ເຮົາເບິ່ງເຫັນສະ ພາບຂອງປາໄດ້ຊັດເຈນວ່າປາຕິດເຊື້ອພະຍາດ ຫຼື ບໍ ແລະ ປະ ລິມານການຈະເລີນເຕີບໂຕຈະເຫັນໄດ້ຊັດເຈນ, ພ້ອມທັງຄັດ ຂະໜາດປາໄດ້.
4. ຂໍ້ຄວນລະວັງ
• ອ່າງຕ້ອງມີຕາໜ່າງຂຽວ ໄນລ່ອນກາງຕິດໄວ້ແຄມ ອ່າງໃຫ້ສູງຖ້າຊ່ວລະດູຝົນປາຄໍ່ຈະໂດດສູງ ຖ້າບໍ່ກັນຈະໂດດ ອອກໝົດ.
5. ອາຫານສຳລັບປາຄໍ່
ຈຳເປັນຈະຕ້ອງຫຼຸດຕົ້ນທຶນ ໃຫ້ຫຼາຍທີ່ສຸດເພື່ອໃຫ້ໄດ້ ກຳໄລຫຼາຍ. ໄລຍະເວລາການລ້ຽງປາຄໍ່:
– ຕ້ອງການປາຄໍ່ຂະໜາດນ້ອຍ 4 ໂຕ/ກິໂລກຼາມ ຈະໃຊ້ ເວລາປະມານ 6 ເດືອນ
– ຕ້ອງການປາຄໍ່ຂະໜາດ 2-3 ໂຕ/ກິໂລກຼາມຈະໃຊ້ ເວລາປະມານ 8-9 ເດືອນ ໃນກໍລະນີໃຊ້ອາຫານປາດຸກ+ຈິ່ງ ຫຼີດໄລຍະເວລານີ້ຈະໄວກວ່າປະມານ 1 ເດືອນ ການໃຫ້ອາ ຫານປາໃຫ້ຕອນເຊົາ ແລະ ຕອນແລງ. ກໍລະນີເຮົາລ້ຽງຈີ່ງຫຼີດ ໄດ້ອາທິດລະ 50.000 ໂຕຈະພຽງພໍສຳລັບການລ້ຽງປາຄໍ່ 1 ອ່າງ ( 2.000 – 3.000 ໂຕ ).
ແຫຼ່ງຂໍ້ມູນ: file:///D:/2019/December_df.pdf