Monthly Archives: September 2023
ເຕັກນິກການອະນຸບານລູກປາ
ການອະນຸບານປາໂດຍທົ່ວໄປແລ້ວຈະແບງເປັນສອງຂັ້ນຕອນໃຫຍຄື: ການອະນຸບານປາທີ່ແຕກໃໝ່ໄປຈົນຮອດອາຍຸໄດ້ 7-10 ວັນ ແລະ ການອະບານນັບແຕ່ອາຍຸ 10 ມື້ – 21 ມື້ ຫຼື 1 ເດືອນ .
I. ການອະນຸບານປາທີ່ແຕກໃໝ່ຈົນຮອດອາຍຸ 3 ມື້.
1. ການກຽມອຸປະກອນ.
ກ່ອນຈະມີການຟັກໄຂອຸປະກອນດັ່ງກ່າວຕ້ອງໄດ້ມີການ ຂ້າເຊື້ອມາແລ້ວ ດັ່ງນັ້ນອຸປະກອນທີ່ໃຊ້ຟັກໄຂ່ສ່ວນຫຼາຍແມ່ນຈະສືບຕໍ່ການອະນຸບານປາອາຍຸແຕ່ 3 ມື້ຈົນໄປຮອດ 7 – 10 ມື້ເຊັ່ນ: ອ່າງຊີເມັນແບບກົມ, ແບບຫລ່ຽມ ຫຼື ໃຊ້ມຸ້ງຟັກ ໄຂ່ຢູ່ກາງແຈ້ງ.
2. ການອະນຸບານປາ
ໄລຍະການອະນຸບານປາດັ່ງກ່າວນີ້ ເອີ້ນວ່າ : ປາແປ້ງເຊຶ່ງເປັນປາທີ່ແຕກໃໝ່ໆຈະມີຖົງອາຫານຕິດຕົວມານໍາ, ຊຶ່ງໃນໄລ ຍະນີ້ເຮົ່າບໍ່ຈໍາເປັນຈະໃຫ້ອາຫານເລີຍ. ການເຄື່ອນທີ່ຂອງປາໃນມື້ທໍາອິດປາຈະລອຍນໍ້າລັກສະນະເອົາຫົວຕັງຂື້ນ ແລະ ປັກຫົວລົງໄປຕາມທິດຕັ້ງ.ປາໃນໄລຍະນີ້ມີການລອຍນໍ້າຊ້າ ຫຼື ບາງຄັ້ງກໍ່ມີການນອນຢູ່ພື້ນເມື່ອຮອດມື້ທີສອງປາຈະເລີ່ມລອຍໄວຂື້ນ ທິດທາງໃນການລອຍຂວາງທິດທາງນໍ້າໜ້ອຍໜຶ່ງຖົງອາຫານທີ້ຕິດຢູ່ທ້ອງຈະເລີ່ມີແວບລົງ. ຫຼັງຈາກນັ້ນເມື່ອປາໄດ້ອາຍຸ 3 ມື້ ຈະເລີ່ມລອຍນໍ້າໄດ້ຢ່າງວອງໄວ ລອຍໄປຕາມທິດທາງຂວາງໄປຕາມໜ້ານໍ້າ, ຖົງອາຫານທີ່ຕິດຢູ່ທ້ອງຂອງປາຈະແລບເລີຍ ແລະ ມີປາບາງໂຕເລີ່ມມີການຫວອາຫານ.
II. ການອະນຸບານຕັ້ງແຕ່ອາຍຸ 4 ມື້ – 7 ຫຼື 10 ມື້.
ເມື່ອປາອາຍຸໄດ້ 3 ມື້ແລ້ວຮອດມື້ທີ່ 4 ກໍ່ເລີ່ມມີການໃຫ້ອາຫານ, ອາຫານທີ່ໃຫ້ໃນໄລຍະນີ້ ແມ່ນເອົາໄຂແດງທີ່ຕົ້ມສຸກ ໃຫ້ກິນ.ຄິດໄລອັດຕາກິນປະມານ 1 ໜ່ວຍໄຂແດງຕໍ່ປາປະມານ 100.000 ໂຕ. ໃນໜຶ່ງມື້ໃຫ້ກິນ 3 ຄາບ ແຕ່ລະຄາບ ຫ່າງກັນ 6 – 8 ຊົ່ວໂມງ .ວິທີ່ການເອົາໄຂແດງໃຫ້ປາກິນນີ້ເຮົາຈະນໍາໄຂ່ແດງມາຫໍ່ດ້ວຍຜ້າບາງຕາຖີີ່ໆແລ້ວໄລລົງອ່າງໃຫ້ ທົ່ວເຖິງໃນການໃຫ້ອາຫານປາຕ້ອງຮູ້ຈັກການສັງເກດເບິ່ງວ່າທ້ອງຂອງປາມີອາຫານ ຫຼື ບ່ໍຫຼັງຈາກນັ້ນຈຶ່ງພິຈາລະນາວ່າ : ຄວນຫລຸດອາຫານ ຫຼື ເພີ່ມອາຫານ, ຂື້ນກັບສະພາບແວດລ້ອມ ແລະ ອຸນຫະພູມຂອງອາກາດຕາມປົກກະຕິແລ້ວ ອຸນຫະພູມທີ່ເໝາະສົມໃນການອະນຸບານປາປະມານ 22 – 28 ອົງສາ ລະດັບອົກຊີເຈນປະມານ 3mg/L ຂື້ນໄປໂດຍຜ່ານການສັງເກດຄຸນນະພາບນໍ້າໄດ້ຄື: ສີ, ກິ່ນ , ເຄື່ອງວັດແທກ.
ຂໍ້ຄວນລະວັງ:
ການໃຊ້ໄຂ່ແດງຕົ້ມເປັນອາຫານແກ່ປາໄຂ່ຕ້ອງເປັນໄຂ່ສົດ ແລະ ຕົ້ມໃຫ້ສຸກນອກຈາກນີ້ການໃຊ້ໄຂ່ແດງເກືອປາບໍ່ໃຫ້ ເກີນ 4 ມື້ຖ້າໃຫ້ຫລາຍກວ່ານັ້ນຈະເປັນກະທົບຕໍ່ຄຸນນະພາບນໍ້າ ແລະ ອາດຈະເຮັດໃຫ້ປາຕາຍໄດ້. ຖ້າຢາກອະນຸບານປາ ຫຼາຍກວ່າ 4 ມື້, ແມ່ນຕ້ອງເກືອປານ້ອຍດ້ວຍໄຮນໍ້າ. ອັດຕາການໃຫ້ແມ່ນປະມານ 80 – 100g / ຈໍານວນປາ 100.000 ໂຕ / ມື້. ຈຸດດີໃນການໃຊ້ໄຮນໍ້າໃຫ້ເປັນອາຫານແມ່ນຈະຊ່ວຍປາກິນງ່າຍ , ປານ້ອຍໄດ້ຮັບທາດຊີ້ນສູງເຖິງ 40 – 45% ເຊຶ່ງເໜາະແກ່ການໃຫ້ປານ້ອຍໃນໄລຍະນີ້ ເພາະວ່າປານ້ອຍຕ້ອງການທາດຊີ້ນສູງ, ການໃຫ້ໄຮນໍ້ານີ້ຈະບໍ່ເປັນຜົນກະທົບ ຕໍ່ປາໃດໆໃນເວລາໃຫ້ກິນບໍ່ໝົດ ຍ້ອນໄຮນໍ້າຈະມີຊີວີດດສືບຕໍ່ໄປອີກ. ເມື່ອປານ້ອຍລ້ຽງຄົບຕາມຈໍານວນ 7 – 10 ມື້ແລ້ວຈິ່ງິເລີ່ມຍ້າຍລົງລ້ຽງໃນໜອງອະນຸບານທີ່ຈະໃຊ້ເວລາໃນການລ້ຽງຕໍ່ມື້ອີກ 3 ອາທິດ – 1 ເດືອນ ເພື່ອເປັນປາອະນຸບານກ່ອນຈະເອົາລົງລ້ຽງໃສໜອງ ຫຼື ກະຊັງ. ພາຊະນະໃນການອະນຸບານໃນໄລຍະນີ້ແມ່ນເປັນໜອງ ຫຼື ອ່າງກໍ່ໄດ້.
II. ການອະນຸບານປາ 10 ມື້ຂື້ນໄປ
1. ການກຽມໜອງອະນຸບານ.
ກ່ອນອື່ນໝົດ ຕ້ອງມີການອະນາໄມໜອງກໍາຈັດວັດສະພືດທີ່ຮົກເຮື້ອຕາມບໍລິເວນໜອງປາ, ຄັນຄູໜອງປາ ແລະ ການກຳຈັດສັດຕູປາອອກໃຫ້ໝົດເຊັ່ນ : ເອົາຂີ້ຕົ້ມຢູ່ພື້ນໜອງອອກໃຫ້ໜົດ ແລະ ມີການສ້ອມແຊມຄູໜອງປາ,ປະຕູນໍ້າຈາກນັ້ນກໍ່ຕາກໜອງໃຫ້ແຫ້ງຖ້າເປັນໜອງດິນຈະໃຊ້ເວລາໃນການຕາກ 2 – 3 ອາທິດ,ຖ້າເປັນອ່າງຊີເມັນຈະໃຊ້ເວລາໃນການຕາກໜ້ອຍກ່ວານັ້ນກໍ່ໄດ້.
1.1. ການຂ້າເຊື້ອ ແລະ ກໍາຈັດສັດຕູປາ
ກ. ກໍລະນີ້ໜອງເປັ່ງນໍ້າອອກໝົດໄດ້
ກ່ອນຈະມີການອະນຸບານປາໃນໜອງນີ້ ພາຍຫຼັງທີ່ຕາກໜອງແລ້ວໃຫ້ໃຊ້ປູນຫວານໃນອັດຕາ 0.02 kg / m2 , ການຫວ່ານປູນຄວນຫວ່ານຢູ່ເໜືອທິດຂອງລົມສະເໜີ ເພື່ອປ້ອງກັນສຸຂະພາບບໍ່ໃຫ້ປູນປີ້ວເຂົ້າດັງເຂົ້າປາກ ແລະ ເຂົ້າຕາຂອງພວກເຮົາດ້ວຍ ພາຍຫຼັງທີ່ໄດ້ຂ້າເຊື້ອໜອງປາໄປແລ້ວປະມານ 5 – 7 ມື້ ຈິ່ງເອົາຝຸ່ນຄອກໃສໃນອັດ 0.5 kg / m2 ເມື່ອເອົາຝຸ່ນຄອກລົງແລ້ວປະໄວ 3 – 5 ມື້ ຈຶ່ງເອົາປານ້ອຍລົງປ່ອຍໄດ້ໃນອັດຕາການປ່ອຍ 300 – 500 ໂຕ / m2
ຂ. ກໍລະນີ້ເປັ່ງນໍ້າໜອງອອກບໍ່ໝົດໄດ້
ແມ່ນມີການກຽມໜອງຫຼາຍວິທີຄືດັ່ງນີ້:
+ ໃຊ້ປູນດີບ ( CaCo ) ອັດຕາການໃສ່ 0.13 – 0.3 kg / m2 ລະດັບນໍ້າທີ່ຍັງຢູ່ 10 – 40 cm. ວິທີການໃສ່ແມ່ນ ໃຫ້ເອົາປູນລະລາຍນໍ້າກ່ອນແລ້ວຈິ່ງສາດໃສໜອງປາ.
+ ໃຊ້ໂລຕີນອັດຕາການໃສ່ແມ່ນ 1.5 kg / ມ. ສາດໃຫ້ທົ່ວໜອງລິດຂອງຢາຈະໝົດພາຍໃນ 5 – 10 ມື້
+ ໃຊ້ຢາໃຊຍາໄນດ ( NaCN ) ເປັນຢາທີ່ມີພິດຮ້າຍແຮງສົມຄວນນໍາມາຈາກປະເທດເຢຍລະມັນ ວິທີການໃຊ້ແມ່ນ ແຊ່ໂລຕີນປະໄວ 1 ຄືນ ແລ້ວຈິ່ງນໍາໄປສາດໃຫ້ທົ່ວໜອງປາ. ອັດຕາການໃຊ້ແມ່ນ 1.5 – 2g ຕໍ່ m2 ຢານີ້ບໍ່ຄວນປະໄວ້ໃນອາກາດທີ່ຊຸ່ມເພາະອາດຈະເກີດເປັນອັນຕະລາຍໃຫ້ເກັບໄວ້ບ່ອນອາກາດແຫ້ງດີ.
– ທຸກໆກໍລະນີທີ່ີກ່າວມາຂ້າງເທິງນັ້ນແມ່ນເພື່ອທໍາຄວມສະອາດໜອງປາ ແລະ ອີກວິທີໜຶ່ງກໍຄືການຂ້າເຊື້ອພະຍາດປາ.
ຄ. ການກໍາຈັດແມງໄມ້ຕ່າງໆທີ່ອາໃສຢູ່ໜ້ານໍ້າຂອງໜອງອະນຸບານ.
ວິທີກໍາຈັດແມງໄມ້ເຫຼົ່ານີ້ແມ່ນນໍາໃຊ້ນໍ້າມັນກາຊວນ ເຊິ່ງເປັນວິທີໄດ້ຮັບຜົນດີພໍສົມຄວນອັດຕາການໃຊ້ 1.5 ລິດ / 1 ໄລ່ ໃຊ້ສາດຢູ່ເທິງໜ້ານໍ້າໃຫ້ຢູ່ເໜືອທິດຂອງລົມສະເໜີ ເພື່ອໃຫ້ນໍ້າມັນກະຈາຍໄປທົ່ວໜ້ານໍ້າ. ຖ້າແມງໄມ້ຫຼາຍກໍ່ໃຫ້ໃຊ້ 3 – 4 ມື້ ລ້ຽນຕິດແລ້ວສັງເກດເບິ່ງວ່າ:ແມງໄມ້ເຫຼົ່ານັ້ນຈະຫຼຸດຈໍານວນລົງທັນທີ.
2. ວິທີການປ່ອຍປາ ແລະ ອັດຕາການປ່ອຍ .
ການປ່ອຍປານ້ອຍລົງອ່າງ ຫຼື ໜອງອະນຸບານແມ່ນເຮົາຈະປ່ອຍໃນເວລາເຊົ້າ ຫຼື ແລງໃນເວລາທີ່ອາກາດເຢັນສາມາດຕັກປານ້ອຍອອກຈາກບ່ອນຟັກໄຂ່ໄປໃສ່ອ່າງອະນຸບານໄດ້ເລີຍ. ຖ້າຫາກນໍາເອົາປານ້ອຍມາແຕ່ບ່ອນອື່ນມາປ່ອຍ ແມ່ນ ຄວນເລືອກເວລາໃຫ້ເໜາະສົມ, ເຊິ່ງໂດຍທົ່ວໄປແລ້ວຈະປ່ອຍໃນເວລາອາກາດເຢັນຄືເວລາເຊົ້າ ຫຼື ແລງ ເມືອເວລາເອົາລູກປາມາຮອດໜອງອະນຸບານບໍຄວນປ່ອຍທັນທີ່, ຄວນເອົາຖົງປາປະໃສ່ໜອງໂດຍບໍ່ທັນເທປາອອກປະໄວ້ປະມານ 10 – 15 ນາທີເສຍກ່ອນເພື່ອໃຫ້ອຸນຫະພູມນໍ້າໃນໜອງ ແລະ ນໍ້າໃນຖົງປານ້ອຍມີການປັບຕົວເຂົ້າກັນ ຈາກນັ້ນຈຶ່ງປ່ອຍປານ້ອຍລົງໃນເວລາປ່ອຍແມ່ນໃຫ້ໃຊ້ມືຄົນນໍ້າຢູ່ພື້ນໜອງ ແລະ ຢູ່ໜ້າໜອງເພື່ອໃຫ້ອຸນຫະພູມສະເໜີກັນຫຼັງຈາກນັ້ນຈຶ່ງ ຄ່ອຍໆປ່ອຍລູກປາໃຫ້ມັນລອຍອອກເອງ.
Ø ໜອງອະນຸບານ
ໜອງອະນຸບານອາດຈະນໍາໃຊ້ໜອງທີ່ຝັກໄຂ່ປາໃນກໍໄດ້. ຫຼັງຈາກແມ່ປາປ່ອຍໄຂ່ຢູ່ໜອງປະສົມພັນແລ້ວ, ຂະໜາດ ຂອງໜອງນີ້ປະມານ 400 – 800 ມ້ ຄວາມເລີກຂອງນໍ້າທີ່ຢູ່ໃນໜອງປະມານ 70 – 100 cm ຫຼື ວ່າບໍ່ໃຫ້ນໍ້າໃນໜອງສູງເກີນ 1 ແມັດ .
Ø ໜອງປາຮາມ
ໜອງປາຮາມ ເພື່ອລ້ຽງລູກປາທີ່ມີອາຍຸແຕ່ 2 – 3 ເດືອນຂື້ນໄປເຊິ່ງເຮົາແຍກອອກຈາກໜອງປາອະນຸບານ, ໜອງປາ ຮາມນີ້ເຮົາສາມາດລ້ຽງຈົນຮອດຈະຂາຍອອກເລີຍກໄດ້ດັ່ງນັ້ນເຮົາຄວນສ້າງໜອງໃຫ້ໃຫ່ຍພໍສົມຄວນ ແລະ ມີຄວາມເລີກຂອງໜອງປະມານ 1 – 2 ແມັດຕະຫຼອດປີຍິງດີ.
3. ການໃຫ້ອາຫານກັບລູກປາ
ຫຼັງຈາກຍ້າຍປາລົງອ່າງ ແລະ ໜອງແລ້ວຈະໃຫ້ໄຮແດງ ເຊິ່ງເວລາໃຫ້ທຸກໆເທື່ອແມ່ນມີການລ້າງນໍ້າໃຫ້ສະອາດການໃຫ້ອາຫານແມ່ນຕ້ອງມີການຄໍານວນ ເພື່ອໃຫ້ເໝາະສົມກັບລູກປາ. ຫຼັງໃຫ້ປະມານ 1 ຊົ່ວໂມງ ສັງເກດເບິ່ງວ່າປາ ນ້ອຍກິນອີ້ມ ຫຼື ບໍ່ອີ້ມຄວນເພີ່ມ ຫຼື ຫຼຸດແມ່ນຮູ້ໄດ້ຈາກການສັງເກດ ຖ້າໃຫ້ບໍ່ເໝາະສົມແມ່ນຈະສົ່ງຜົນກະທົບຕໍ່ຄຸນ ສົມບັດຂອງນໍ້າໄດ້ . ການຈະເລີນເຕີບໂຕຂອງລູກປາແມ່ນໄວ້ ດັ່ງນັ້ນຄວນເພີ່ມໄຮແດງຂື້ນນໍາການໃຫ້ໄຮແດງແມ່ນໃຫ້ໃນຊວງອາຍຸ 7 – 10 ວັນ ແລ້ວໃຫ້ອາຫານສໍາເລັດຮູບ ອັດຕາການໃຫ້ແມ່ນໃນວັນໜຶ່ງໃຫ້ຢູ່ 3 ຄາບ. ຫຼັງຈາກນັ້ນກໍ່ຄ່ອຍໆລຸດລົງ 2 ຄັ້ງ / ວັນ ເຊົ້າ ແລະ ແລງ.
ປົກກະຕິເມື່ອອາຍຸລູກປາໄດ້ 3 – 4 ອາທິດ , ຈະມີຂະໜາດ 3 – 4 cm ເປັນຂະໜາດທີ່ສາມາດຈໍາໜ່າຍໄດ້ ແລະ ນໍາໄປປ່ອຍລ້ຽງໃນໜອງໄດ້ອາຫານປະສົມນີ້ແມ່ນໄດ້ຈາກການເອົາອາຫານສໍາເລັດຮູບປາດຸກນ້ອຍ ແລະ ໄຂ່ແດງຕົ້ມສຸກ ໂດຍນໍາເອົາອາຫານໄປລະລາຍນໍ້າ ແລະ ເອົາໄຂ່ແດງທີ່ບົດມາປະສົມໃຫ້ເປັນເນື້ອດຽວກັນແລ້ວປັນເປັນກ້ອນເອົາໄປຫວ່ານໃຫ້ລູກປາກິນ .ການຖ່າຍເທນໍ້າ ແລະ ທໍາຄວາມສະອາດໜອງ ຫຼື ອ່າງໃນໄລຍະອະນຸບານປົກກະຕິຜູ້ລ້ຽງມັກຖືເບົາສິ່ງເລັກໆນ້ອຍໆ ມັນເຮັດໃຫ້ເກດມີບັນຫາຕໍ່ລູກປາຢູ່ສະເໝີ, ບັນຫາເລື້ອງນໍ້າເປື້ອນໃນໜອງ ແລະ ອ່າງ . ໃນເມື່ອປາກິນອາຫານແລ້ວຈໍາເປັນຕ້ອງມີການຖ່າຍອອກມາ, ປະກອບກັບເສດອາຫານທີ່ກິນແລ້ວ ຫຼື ຕົກຄ້າງເນື່ອງຈາກຜູ້ລ້ຽງໃຫ້ອາຫານປາຫຼາຍເກີນໄປແຕ່ຕົວຈິງແລ້ວແມ່ນຍາກທີ່ຄົນຈະເຮັດໄດ້ພໍດີ 100%. ດັ້ງນັ້ນສິ່ງທີ່ຂັບຖ່າຍ ແລະ ສິງເສດເຫຼືອຈະຕົກຄ້າງຢູ່ຕາມອ່າງ ຫຼື ໜອງ ແລະ ເນົ່າເປື້ອຍຊິ່ງຈະເປັນເຫດໃຫ້ນໍ້າມີກິ່ນເໜັນ ແລະ ເຮັດໃຫ້ປາມີໂອກາດຕິດພະຍາດ ຈຶ່ງຈໍາເປັນຕ້ອງມີການດູດເສດຂີ້ປາ ແລະ ອາຫານທີ່ເຫຼືອຕາມພື້ນອ່າງ ອອກເປັນການປ່ຽນນໍ້າໄປໃນຕົວຄື: ດູດເອົານໍ້າອອກ 1 / 3 ຂອງນໍ້າໃນໜອງແລ້ວເຕີ່ມນໍ້າໃໝ່ໃຫ້ໄດ້ລະດັບເກົ່າສະເໝີ.
ຂໍ້ຄວນເອົາໃຈໃສ່ໃນການອະນຸບານປາ
1. ບໍ່ຄວນໃຫ້ໄຂ່ແດງເກີນ 3 ວັນຕິດຕໍ່ກັນເພາະນໍ້າຈະເປີະເປື້ອນ ແລະ ເສຍຄຸນນະພາບໄດ້ງ່າຍ.
2 ຕ້ອງມີການດູດເສດອາຫານທຸກໆຄັ້ງຫຼັງຈາກມີການໃຫ້ອາຫານ ພ້ອມກັບຖ່າຍນໍ້າໃໝ່ທຸກຄັ້ງ.
3 ບ່ໍຄວນເຮັດໃຫ້ລູກປາມີການຕື່ນຕົກໃຈເພາະວ່າປາມັກຄວາມສະຫງົບ.
4 ນໍ້າໃນໜອງມີຄຸນສົມບັດດຢູ່ສະເໜີ ແລະ ບໍ່ເສຍຄຸນ.
5 ລູກປາດຸກມັກນໍ້ານິ່ງ ແລະ ໃສສະອາດການຖ່າຍເທນໍ້າໃຫ້ແກ່ລູກປາດຸກນັ້ນບໍ່ໃຫ້ປ່ຽນດຸຫຼາຍໃນຊ່ວງ 7 ວັນທໍາອິດ ເພາະລູກປາຈະປັບຕົວບໍ່ທັນເຮັດໃຫ້ເກີດພະຍາດໄດ້ ໃຫ້ມີການປ່ຽນນໍ້າເທື່ອລະໜ້ອຍ.
6 ອຸປະກອນໃນການອະນຸບານ ຫຼັງຈາກທີ່ມີການນໍາໃຊ້ແລ້ວຄວນລ້າງນໍ້າໃຫສະອາດ ແລະ ຕາກແດດໃຫ້ແຫ້ງ ກ່ອນຈະນໍາເອົາມາໃຊ້ໃນຄັ້ງຕໍ່ໄປ.
7 ຖ້າເຫັນລູກປາລອຍໂຜ່ຫົວຂື້ນເທິງໜ້ານໍ້າ ແລະ ເປັນກຸ່ມຢູ່ຕາມແຈໜອງ ນັ້ນສະແດງວ່າ : ຜິດປົກກະຕິລູກປາກ່ໍ ຈະຕິດເຊື້ອພະຍາດ ຫຼື ເປັນພະຍາດໃຫ້ຮີບດໍາເນີນການແກ້ໄຂ່ໂດຍດ່ວນ.
8 ຖ້າວ່າພົບປາຕາຍໃນໜອງເປັນສ່ວນໜ້ອຍໃຫ້ັຮັບຈັບປາທີ່ຕາຍອອກໂດຍໄວເພາະວ່າອາດຈະກໍ່ໃຫ້ເກີດພະຍາດທົ່ວົໜອງປາກໄດ້.
9 ປົກກະຕິແຕ່ລະວັນຖ້າມີປາຕາຍ 2 – 3 ໂຕ / ໜອງຖືວ່າບໍ່ມີບັນຫາເພາະວ່າລະບົບການຍ່ອຍອາຫານບໍ່ໄດ້ດີ.
10.ລັກສະນະລູກປາທີ່ສົມບູນ ແລະ ແຂງແຮງມີຄື:
– ປາຈະກິນອາຫານເກັ່ງ,ແຂງແຮງ,ລອຍນໍ້າໄດ້ຢ່າງວອງໄວທຸກໆທິດ .
– ລູກປາທີ່ແຂງແຮງດີຈະມີລໍາໂຕໃຫ່ຍ , ຊັດສ່ວນກັບຄວາມຍາວ ແລະ ນໍ້າໜັກໂຕສົມສ່ວນກັນດີ.
– ປາຈະກະຈາຍຢູ່ທົ່ວໃນເມື່ອກິນອີ້ມຈະນອນນິ້ງລັກສະນະສະຫງົບ.
– ປາແຂງແຮງສ່ວນຫຼາຍແມ່ນຢູ່ເລີກ ຫຼື ຢູ່ພື້ນໜອງຫຼາຍ ກວ່າໜ້ານໍ້າໂດຍຫຼັງຈາກກິນອາຫານອີ້ມ, ໃນກໍລະນີ້ທີ່ີມັນຫີວ ມັນຈະລອຍອອກມາຫາກິນຢ່າງວອງໄວ.
ແຫຼ່ງຂໍ້ມູນ:
https://planil.com/fry-nursing/
ເຕັກນິກການລ້ຽງອ່ຽນ
ຮູບຮ່າງລັກສະນະ ລໍາຕົວກົມຮຽວຍາວ, ສ່ວນໜ້າ ແລະ ກາງລຳຕົວມີຈະກົມຄ້າຍທໍ່ນ້ຳ, ສ່ວນຫາງຮຽວສ້ວຍ ແລະ ແປດ້ານຂ້າງ, ສ່ວນຫົວມີຂະໜາດໃກ້ຄຽງກັບລຳຕົວ, ປາກຮຽວນ້ອຍ ແລະ ຢື່ນໄປທາງດ້ານໜ້າ, ຕາມີຂະໜາດນ້ອຍ, ສ່ວນຫາງຮຽວຍາວ ແລະ ແປທາງດ້ານຂ້າງ, ຜິວລຳຕົວມີເມືອກມືນປົກຄູມ, ບໍ່ມີເກັດ ແລະ ຄີ. ລຳຕົວມີສີນ້ຳຕານແດງ, ດ້ານເທິງລຳຕົວມີສີນ້ຳຕານເຂັ້ມ, ສ່ວນດ້ານທ້ອງມີສີຈາງ. ລຳຕົວຂະໜາດຍາວປະມານ 40-60 ຊມ, ມັກພົບຢູ່ຕາມຫ້ວຍ, ແຄມນ້ຳ, ທົ່ງນາ, ບືງໜອງ. ອາຫານຂອງພວກມັນແມ່ນພວກສັດນ້ອຍ ແລະ ຊາກສັດ. ອ່ຽນເປັນສັດນໍ້າປະເພດໜຶ່ງທີ່ ລ້ຽງງ່າຍ, ບໍ່ຫຍຸ້ງຍາກເລື່ອງອາຫານການເກືອແຕ່ລະວັນ . ອ່ຽນເປັນທີ່ນິຍົມກັນກິນມາແຕ່ດົນນານແລ້ວ , ໃນໄລຍະປັດຈຸບັນສັງຄົມຂະຫຍາຍຕົວ , ຮ້ານອາຫານໃຫ່ຍມີຫລາຍແຫ່ງເກີດຂຶ້ນ, ຮ້ານອາຫານເຫລົ່ານັ້ນ ແລະ ຄົນທົ່ວໄປມີຄວາມຕ້ອງການອ່ຽນ ເພື່ອມາປຸງແຕ່ງເປັນອາຫານນັບມື້ຫລາຍຂຶ້ນ, ແຕ່ອ່ຽນທີ່ມີຂາຍໃນທ້ອງຕະຫລາດມີໜ້ອຍ ແລະ ລາຄາແພງ, ສະນັ້ນ , ຖ້າເຮົາຮູ້ວິທິການລ້ຽງ ແລະ ລ້ຽງຫລາຍຂາຍສົ່ງຕະຫລາດ ຫລື ຮ້ານອາຫານຕ່າງໆເຫລົ່ານັ້ນກໍ່ຈະເຮັດໃຫ້ເຮົາມີລາຍຮັບເພີ່ມໃຫ້ແກ່ຄອບຄົວ.
1. ການສ້າງສະຖານທີ່ລ້ຽງ.
1.1. ລ້ຽງໃນອ່າງຊີເມັນ.
• ວິທິທີ່ 1:
– ສ້າງອ່າງຂະໜາດ 2×4 ມ. ສູງ 1 – 1,2 ມ
– ພື້ນ ແລະ ຝາອ່າງທາງໃນຂັດໃຫ້ລະອຽດ, ພື້ນລາດອ່ຽງໄປຫາບ່ອນທໍ່ລະບາຍນໍ້າ
– ເທິ່ງອ່າງມຸງດ້ວຍຜ້າກັນແດດຫ່າງຈາກປາກອ່າງ 1 ມ
– ອ່າງທີ່ສ້າງໃໝ່ຕອ້ງເອົານໍ້າໃສ່ແຊ່ປະໄວ້ 30 ວັນ. ເມື່ອແນ່ໃຈວ່າຊີເມັນໝົດລິດແລ້ວຈິ່ງລ້າງໃຫ້ສະອາດ ແລ້ວນໍາ ວັດສະດຸຕ່າງໆ ທີ່ກຽມໄວ້ໝັກໃສ່ເພື່ອເປັນອາຫານອ່ຽນ
ການກະກຽມວດັສະດຸອຸປະກອນເພື່ອໝັກເປັນອາຫານອ່ຽນມີ:
– ຂີ້ໝູສົດ (ໝູທີ່ກິນອາຫານສໍາເລັດຮູບ)
– ຂີ້ດິນ (ຖ້າເປັນຕົມ ຫລື ດິນພື້ນໜອງ ຫລື ດິນທົ່ງນາຈະເປັນການດີ)
– ເຟືອງແຫງ້
– ຕົນ້ກວ້ຍ
– ແຕະໄມ້ປ່ອງ
– ກອ້ນຫີນ ຫລື ກ້ອນດິນບອກ
• ວິທິການໝັກອາຫານ ( ບົ່ມອາຫານໃຫ້ອ່ຽນ)
– ແບ່ງອ່າງອອກເປັນ 2 ສ່ວນ, ຂັ້ນກາງດ້ວຍແຕະໄມ້ປ່ອງ, ເອົາກ້ອນຫີນ ຫລື ກ້ອນດິນບອກເຕັງແຕະໄວ້ເພື່ອບໍ່ໃຫ້ກອງ ອາຫານໝັກລຸລົງມາຫາເຄິ່ງອ່າງທີ່ຫວ່າງ, ຫລງັຈາກນັ້ນຈິ່ງເອົາວັດສະດຸຕ່າງໆລົງໃສ່ເປັນຊັ້ນແຕ່ລະຊັ້ນໜາ 10 ຊັງຕີແມັດ ດັ່ງນີ້:
+ ຊັນ້ທີ 1: ຂີ້ໝູສົດ (ຂີ້ໝູທີ່ກິນອາຫານສໍາເລັດຮູບ) ປະສົມໜັງງົວ ຫລື ໜັງຄວາຍປະມານ 3 ກິໂລ.
+ ຊັ້ນທີ 2 ຂີ້ດິນ ຫລື ຕົມ
+ ຊັ້ນທີ 3 ເຟືອງແຫ້ງ
+ ຊັ້ນທີ 4 ຂີ້ດິນ ຫລື ຕົມ
+ ຊັ້ນທີ 5 ຕົ້ນກ້ວຍທີ່ຕັດເປັນທ່ອນນ້ອຍ 5 – 10 ຊມ
+ ຊັ້ນທີ 6 ຂີ້ດິນ ຫລື ຕົມ
ຫລັງຈາກເອົາວັດສະດຸຕ່າງໆໃສ່ແລວ້ ເອົານໍ້າໃສ່ອ່າງໃຫ້ເກືອບຖ້ວມກອງອາຫານໝັກປະໄວ້ຈົນກອງອາຫານໝັກບໍ່ເຫັນຟອດອາກາດດັນຂຶ້ນມາຈິ່ງເອົາອ່ຽນຂະໜາດທໍ່ໄມ້ຖູ່ມາລຽ້ງໃສ່ອ່າງ 500 ໂຕຕໍ່ອ່າງ, ໄລຍະທີ່ໝັກ ອາຫານຕ້ອງມັານປ່ຽນຖ່າຍນໍ້າເລື້ອຍໆ.
• ວິທິທີ່ 2: ລ້ຽງໃສ່ໃນອ່າງຂະໜາດ 4×4 ແມັດ . ແບ່ງອ່າງເປັນສອງສ່ວນດ້ວຍການກໍ່ດິນຈີ່ ຫລື ດິນບັອກຂັ້ນກາງ, ຝາຂັ້ນກາງຕ້ອງຈົ່ງເປັນຮູໃຫ້ອ່ຽນລອດໄປມາໄດ້.
ການກຽມບ່ອນລຽ້ງ:
– ລ້າງອ່າງໃຫ້ສະອາດ
– ກຽມວັດສະດຸ ແລະ ອຸປະກອນເພື່ອໝັກອາຫານໃຫ້ອ່ຽນດັ່ງນີ້:
+ ຕົ້ນກວ້ຍ
+ ເຟືອງແຫ້ງ
+ ຝຸ່ນຄອກ (ຂີ້ງົວ, ຂີ້ຄວາຍແຫ້ງ)
+ ດິນ ຫລື ຕົມພື້ນໜອງ
+ ໜັງງົວ ຫລື ໜັງຄວາຍ (ໜັງສົດ)
• ວິທີການບົ່ມອາຫານ ເອົາວັດສະດຸຕ່າງໆໃສ່ໃນອ່າງທີ່ກຽມໄວ້ເປັນຊັ້ນແຕ່ລະຊັ້ນໜາ 10 ຊັງຕີແມັດ .
– ຊັ້ນທີ 1 ດິນ ຫລື ຕົມ + ໜັງງົວ-ຄວາຍປະມານ 3-4 ກິໂລກລາມ
– ຊັ້ນທີ 2 ຕົ້ນກ້ວຍຕັດເປັນທ່ອນນອ້ຍ
– ຊັ້ນທີ 3 ຝຸ່ນຄອກ
– ຊັ້ນທີ 4 ເຟືອງແຫງ້ (ເອົາໜັງງົວ, ຄວາຍໃສ່ປະມານ 2 -3 ກິໂລ)
– ຊັ້ນທີ 5 ດິນ ຫລື ຕົມ ຫລັງຈາກເອົາວັດສະດຸຕ່າງໆໃສ່ແລ້ວເອົານໍ້າໃສ່ອ່າງໃຫ້ເກືອບຖ້ວມກອງອາຫານ, ໝັກປະໄວ້ ຈົນກອງອາຫານໝັກເຫັນຟອດອາກາດດັນຂຶ້ນມາຈິ່ງເອົາອ່ຽນມາລ້ຽງໃສ່ອ່າງ 1.000 ໂຕ ຕໍ່ອ່າງ, ໄລຍະທີ່ໝັກ ອາຫານຕ້ອງໝັ່ນປ່ຽນຖ່າຍນໍ້າເລື້ອຍໆ.
• ວິທິ 3.
– ສ້າງອ່າງຂະໜາດ 4×6 ແມັດສູງ 1,20 ແມັດ.
– ເອົາເຟືອງແຫ້ງໃສ່ໃນອ່າງໃຫ້ໜາປະມານ 50 ຊັງຕີແມັດ. ແລ້ວເອົາດິນ ຫລື ຕົມໃສ່ທັບລົງໄປໃຫ້ໜາ 20 ຊັງຕີແມັດ , ເອົານໍ້າໃສ່ໃຫ້ຖ້ວມພະຍາຍາມປ່ຽນນໍ້າເລື້ອຍໆຈົນນໍ້າໃສຈິ່ງນໍາເອົາທ່ອນໄມ້ເກົ່າທີ່ເປັນໂກນ, ບັ້ງໄມ້,ຕີນລົດເກົ່າ, ທໍ່ນໍ້າເກົ່າໃສ່ລົງໄປໃນອ່າງ
– ເອົາອ່ຽນນອ້ຍຂະໜາດໄສ່ສໍດາຈໍານວນ 500 ໂຕມາລຽ້ງ.
– ຖ້າມີລູກປາດຸກນາກໍ່ປ່ອຍລຽ້ງຮ່ວມກັນ 100 ໂຕ ແລະ ປາຫາງນົກຍູງ, ປະກັດໃສ່ ເພື່ອກິນໜອນຍຸງໃນອ່າງ.
1.2. ການລຽ້ງໃນໜອງດິນ
ການລ້ຽງໃສ່ໜອງດິນອ່ຽນອາດສູນຫາຍໄປປະມານ 20% ແຕ່ກໍ່ສະດວກສໍາລັບຜູ້ທີ່ມີບັນຫາເລື້ອງການສ້າງອ່າງ ແລະ ວິທິນີ້ກໍ່ເປັນວິທີທີ່ງ່າຍເໝາະສົມສໍາລັບຊາວບ້ານທີ່ຢູ່ໃກ້ແຫລ່ງນໍ້າ, ວິທີການລ້ຽງມີດັ່ງນີ້ :
– ຂຸດໜອງຂະໜາດ 4 x 6 ແມັດ, 2×4 ແມັດ ຫລື 2×6 ແມັດ. ແລ້ວແຕ່ຄວາມພ້ອມສະຖານທີ່ບ່ອນສ້າງໜອງຄວນເປັນດິນໜຽວ, ນໍ້າບໍ່ຖ້ວມ, ຂຸດໜອງເລິກ 1 ແມັດ . ເຄິ່ງບ່ອນສ້າງຕ້ອງຢູ່ບ່ອນທີ່ງຽບສະຫງົບ
– ເອົາໄມ້ມາເຮັດໂຄງສູງຈາກໜ້າດິນ 2 ແມັດ, ກວມເອົາໜອງ ແລະ ກວ້າງກາຍແຄມໜອງອອກໄປປະມານ 30-50 ຊັງຕີແມັດ. ແລ້ວເອົາຜ້າແຍ່ງຂຽວປົກຄຸມ ແລະ ເອົາດິນຖົມສົ້ນແພໃຫ້ແຈບ, ຂຸດຮ່ອງອ້ອມໜອງເພື່ອບໍ່ໃຫ້ນໍ້າຝົນໄຫລເຂົ້າຖ້ວມໜອງ ແລະ ເຮັດທາງເຂົ້າອອກໄດ້ສະດວກ.
– ໃນໜອງເອົາເຟືອງແຫ້ງ (ເຟືອງເກົ່າ) ໃສ່ລົງໄປແຈໃດແຈໜຶ່ງໃຫ້ໜາ 50 ຊັງຕີແມັດ . ໃນເນື້ອທີ່ 1/3 ຂອງໜອງ, ເອົາຝຸ່ນຄອກແຫ້ງໃສ່ທັບລົງໄປໜາ 20 ຊັງຕີແມັດປະໄວ້ 2 -3 ວັນ. ຖ້ານໍ້າເນົ່າເໝັນຕ້ອງປ່ຽນນໍ້າອອກເອົານໍ້າໃໝ່ໃສ່ພໍດີພຽງກອງອາຫານແລ້ວເອົາໄມ້ທໍ່ເປັນໂກນ, ບັ້ງໄມ້ໄຜ່….ໃສ່ໃນໜອງ, ເອົາຜັກຕົບ , ຜັກບົ້ງໃສ່ໃນສ່ວນທີ່ບໍ່ແມ່ນກອງອາຫານ, ເອົາໄມ້ຂື້ນລະຫວ່າງກອງອາຫານກັບຜັກຕົບໃຫ້ເປັນຫວ່າງເພື່ອສະດວກການໃຫອ້າຫານ, ກ່ອນເອົາອ່ຽນລົງລ້ຽງອາດເອົາປາຫາງນົກຍູງ, ກຸ້ງຝອຍ, ປາກັດໃສ່ໃນໜອງແລ້ວນໍາລູກອ່ຽນຂະໜາດດຽວກັນ 1.000 ໂຕມາປ່ອຍໃສ່ໜອງ.
2. ການລ້ຽງ ແລະ ບົວລະບັດຮັກສາ.
– ຕິດຕາມລະດັບນໍ້າໃຫ້ປົກກະຕິຖ້ານໍ້າໃນອ່າງມີຟີອດດັນຂຶ້ນມາ ຫລື ອ່ຽນອອກມາຈາກກອງອາຫານໝັກຕອນກາງເວັນຕ້ອງປ່ຽນນໍ້າທັນທີທີ່ທີສຽບໃສ່ບ່ອນລະບາຍນໍ້າຕອ້ງເຈາະຮູພຽງໜ້ານໍ້າໃນອ່າງເພື່ອໃຫ້ນໍ້າລົ້ນອອກເມື່ອຝົນຕົກ
– ລ້ຽງອ່ຽນປະໄວ້ 4 – 5 ເດືອນຈິ່ງເລີ່ມໃຫ້ອາຫານເສີມ ເຊັ່ນ: ເອົາໜັງ 2-3 ກກ ຫລື ສັດຕາຍເຜົາໄຟແລ້ວຝັງລົງໃນກອງອາຫານໝັກ, 2-3 ວັນ ໃດໃຫ້ອາຫານເສີມ 1 ຄັ້ງເຊັ່ນ: ຫອຍ, ກະປູທັບປະໄວ້ໃຫ້ມີກີ່ນເໜັນຈິ່ງເອົົາໄປຖອກໃສ່ ໃນອ່າງໃຫ້ອ່ຽນກິນ
– ໃນໄລຍະໃຫອ້າຫານເສີມນີ້ຄວນປ່ຽນຖ່າຍນໍ້າອາທິດລະຄັ້ງເພື່ອບໍ່ໃຫ້ນໍ້າໃນອ່າງເນົ່າເໝັນ
– ເມື່ອລ້ຽງຮອດເດອືນທີ 7 ຫາເດືອນທີ 8 ກໍ່ສາມາດເອົາອ່ຽນອອກຈໍາໜ່າຍໄດ້.
– ອ່າງຂະໜາດ 2 x4 ແມັດ . ປ່ອຍອ່ຽນລົງລ້ຽງ 500ໂຕຖ້າມີການດູແລດີ ແລະ ໃຫ້ອາຫານເສີມພຽງພໍຈະສາມາດໄດ້ຮັບຜົນ 35 – 50 ກິໂລກຼາມຕໍ່ອ່າງ
– ອ່າງຂະໜາດ 4 x 4 ແມັດ. ລ້ຽງອ່ຽນ 1.000 ໂຕ, ສາມາດໄດ້ຮັບຜົນປະມານ 100 ກິໂລກຼາມຕໍ່ອ່າງ.
ສິ່ງທີ່ຄວນໃສ່ໃຈ:
– ພັນອ່ຽນທີ່ມາລ້ຽງຕ້ອງມຂະໜາດເທົ່າໆກັນ
– ຢ່າປະໃຫ້ນໍ້າຖ້ວມອ່າງລ້ຽງເພາະອ່ຽນອາດຈະໜີອອກຈາກອ່າງລ້ຽງ
– ຢ່າປະໃຫ້ນໍ້າໃນອ່າງເນົ່າເໝັນຈະເຮັດໃຫ້ອ່ຽນຕາຍ
– ໃຫ້ອາຫານເສີມປົກກະຕິ ແລະ ພໍເຫມາະກັບຄວາມຕ້ອງການຂອງອ່ຽນຜົນໄດ້ຮັບຈະສູງ
ແຫຼ່ງຂໍ້ມູນ: http://lad.nafri.org.la/fulltext/4445-0.pdf
https://www.phakhaolao.la/kb/0000676?q=%E0%BA%AD%E0%BB%88%E0%BA%BD%E0%BA%99&p=search
https://www.sarakaset.com/2022/02/07/monopterus-albus-zuiew/
ເຕັກນິກການລ້ຽງກະຕ່າຍ
ກະຕ່າຍເປັນສັດຂະໜາດນ້ອຍທີ່ກິນຫຍ້າ ແລະ ໝາກໄມ້ຫຼາຍຊະນິດເປັນອາຫານ, ລ້ຽງງ່າຍໃຊ້ສະຖານທີ່ບ່ອນລ້ຽງໜ້ອຍ, ໃຫ້ຜົນຜະລິດໄວ. ການລ້ຽງກະຕ່າຍມີຄຸນປະໂຫຍດທາງດ້ານວິທະຍາສາດ ແລະ ການແພດ, ນັ້ນຈາກນັ້ນຍັງສາມາດສະໜອງອາຫານທີ່ເປັນທາດຊີ້ນໃຫ້ແກ່ຄອບຄົວ, ສາມາດປະກອບເປັນອາຊີບເສີມທີ່ນຳລາຍໄດ້ໃຫ້ແກ່ຄອບຄົວໄດ້.
I. ສະຖານທີ່ເໝາະສົມ ແລະ ວິທີການສ້າງຄອກລ້ຽງກະຕ່າຍ
– ບ່ອນລ້ຽງກະຕ່າຍຄວນຢູ່ບ່ອນໂນນໍ້າບໍ່ຖ້ວມຂັງ, ມີອາກາດຖ່າຍເທສະດວກດີ, ສາມາດປ້ອງກັນສັດຕູໄດ້ເຊັ່ນ: ໝາ, ແມວ ແລະ ສັດອື່ນໆ
– ຄອກກະຕ່າຍຄວນເຮັດສູງຈາກພື້ນດິນ 50 ຊັງຕີແມັດ. ເພື່ອປ້ອງກັນກິ່ນຍ່ຽວ, ພື້ນຄອກຄວນໃສ່ດ້ວຍໄມ້ດີ້ ຫຼື ຕາໜ່າງເຫຼັກຂະໜາດນ້ອຍພໍທີ່ຈະໃຫ້ຂີ້ລອດລົງໄດ້
– ຄອກຄວນເຮັດເປັນລັອກ, ແຕ່ລະລັອກກວ້າງ 50-60 ຊມ, ຍາວ 1 ແມັດ, ສູງ 50-60 ຊັງຕີແມັດ
– ມຸ້ງຫຼັງຄາດ້ວຍຫຍ້າຄາ ຫຼື ສັງກະສີ
II. ພັນ ແລະ ການຄັດເລືອກພັນ
ພັນກະຕ່າຍ: ກະຕ່າຍມີຫຼາຍສາຍພັນແຕກຕ່າງກັນເຊັ່ນ:
– ພັນນີວຊີແລນ: ເປັນກະຕ່າຍພັນຊີ້ນ, ຂັນສີຂາວ, ຕາສີແດງ, ໜ້າສັ້ນ, ສະໂພກໃຫ່ຍ, ໄຫລ່ກວ້າງ, ຊີ້ນແໜ້ນ, ໃຫ້ລູກຫຼາຍ, ລ້ຽງລູກເກັ່ງ, ໃຫ່ຍເຕັມທີມີນໍ້າໜັກ 4-5 ກິໂລ
– ພັນແຄລີບຟໍເນຍ: ເປັນຂົນສີຂາວຍາວ, ປາຍຫູ ແລະ ປາຍຕີນມີສີດຳ ຫຼື ສີນໍ້າຕານເຂັ້ມ, ຕາສີແດງ, ໃຫ່ຍໄວ ແລະ ລ້ຽງລູກດີໃຫ່ຍເຕັມທີ່ 3-4 ກິໂລ
– ພັນແອງໂກລາ: ຂົນຍາວມີຫຼາຍສີເຊັ່ນ: ສີຂາວ, ສີນໍ້າຕານ, ສີເທົາ ແລະ ສີດຳ, ໜ້າສັ້ນ, ຕາສີດຳ ຫຼື ສີນໍ້າຕານໃຫ້ລູກຄັ້ງລະ 2-4 ໂຕ. ໃຫ່ຍເຕັມທີ່ນໍ້າໜັກ 1,8-2,5 ກິໂລກຼາມ
– ພັນພື້ນເມືອງ: ມີຂົນສີນໍ້າຕານດຳ, ຂົນສັ້ນ, ຕາສີດຳທົນທານຕໍ່ພະຍາດ ແລະ ສິ່ງແວດລ້ອມໃຫ້ລູກຫຼາຍ, ໃຫ່ຍເຕັມທີ່ 2,5-3,5 ກິໂລກຼາມ
III. ການຄັດເລືອກແນວພັນ
– ກະຕ່າຍທີ່ນຳມາລ້ຽງຂື້ນຢູ່ກັບຈຸປະສົງຜູ້ລ້ຽງເຊັ່ນ: ລ້ຽງເພື່ອເພີດເພີນ, ລ້ຽງເພື່ອຄວາມສວຍງາມກໍ່ຄວນເລືອກເອົາແນວພັນທີ່ສວຍງາມເຊັ່ນ: ພັນແອງໂກລາ. ຖ້າລ້ຽງເພື່ອຈຳໜ່າຍຕະຫຼາດກໍ່ຄວນເລືອກພັນທີ່ໃຫ່ຍ ແລະ ທົນທານຕໍ່ພະຍາດ ແລະ ສິ່ງແວດລ້ອມເຊັ່ນ: ພັນນີວຊີແລນ, ພັນແຄລີຟໍເນຍ ແລະ ພັນພື້ນເມືອງ
– ການຄັດເລືອກກະຕ່າຍມາລ້ຽງເພື່ອຂະຫຍາຍພັນຄວນເລືອກເອົາກະຕ່າຍທີ່ບໍ່ແມ່ນມາຈາກສາຍພັນດຽວກັນ, ເພື່ອໄວ້ເປັນພໍ່ແມ່ພັນ, ເພາະຈະເຮັດໃຫ້ລູກທີ່ເກີດມາເປັນກະຕ່າຍຄອດ ແລະ ມັກເປັນພະຍາດ, ໃຫ່ຍຊ້າ
IV. ຂັ້ນຕອນການລ້ຽງກະຕ່າຍ
4.1 ການກະກຽມຄອກ
– ອະນາໄມຄອກໃຫ້ສະອາດທັງພື້ນຄອກ ແລະ ໂຕຄອກ, ອາດຈະລ້າງ ຫຼື ຂ້າເຊື້ອໄວ້ປະມານ 1-2 ວັນໃຫ້ແຫ້ງສະອາດດີ
4.2 ການໃຫ້ອາຫານ
– ໃຫ້ອາຫານວັນລະ 3 ຄັ້ງ (ເຊົ້າ, ສວຍ, ແລງ) ຫຼື ໃຫ້ໄວຕະຫຼອດເວລາ, ຕອນແລງອາດເພີ່ມອາຫານໝູໃສ່ຈານປະໄວ້ໃນຄອກກະຕ່າຍປະມານ 1-2 ຂີດ/ວັນ ຫຼື ເຂົ້າເປືອກ, ເຂົ້າສານ, ສາລີ, ມັນຕົ້ນ ແລະ ອື່ນໆ
– ຫຍ້າທີ່ເອົາມາໃຫ້ກະຕ່າຍຄວນເປັນຫຍ່າໝູນວຽນ(ປ່ຽນຊະນິດຫຍ້າທຸກໆ 2-3 ວັນ)
– ຫຍ້າສຳລັບລ້ຽງກະຕ່າຍໄດ້ແກ່ຈຳພວກຫຍ້າສະຕ່າຍໂລ້, ຫຍ້າຂົນ, ຫຍ້າຣູຊີ ແລະ ຫຍ້າປະເພດອື່ນໆ. ຈຳພວກຜັກມີ: ກະລໍ່າປີ, ຜັກບົ້ງ, ສະລັດ ແລະ ອື່ນໆ
– ນອກຈາກຫຍ້າ ແລະ ຜັກສົດຕ່າງໆແລ້ວຍັງມີຈຳພວກໝາກໄມ້ຊະນິດຕ່າງໆ
– ໃຫ້ອາຫານວັນລະ 3,5% ຂອງນໍ້າໜັກໂຕ/ວັນ, ກະຕ່າຍລຸ່ນໃຫ້ວັນລະ 6% ຂອງນໍ້າໜັກໂຕ/ວັນ
ສິ່ງຄວນລະວັງໃນການໃຫ້ອາຫານ
– ບໍ່ຄວນເອົາກະຖິນໃຫ້ກະຕ່າຍກິນ ເນື່ອງຈາກໃບກະຖິນມີສານມິນໂນຊິນເຮັດໃຫ້ຂົນກະຕ່ານລົ່ນໄດ້
– ຫຍ້າ ແລະ ຜັກສົດທີ່ນຳມາໃຫ້ກະຕ່າຍທີ່ຍັງປຽກນໍ້າຈະເຮັດໃຫ້ກະຕ່າຍເຈັບທ້ອງ. ສະນັ້ນ ຄວນປະໄວ້ບ່ອນຮົ່ມປະໃຫ້ແຫ້ງຈຶ່ງນຳມາໃຫ້ກະຕ່າຍກິນ ຫຼື ອາດຈະເກັບຫຍ້າຕອນເວລາ 10-12 ໂມງ(ມື້ບໍ່ມີຝົນຕົກໜັກ)
.3 ການປະສົມພັນ
– ເມື່ອກະຕ່າຍມີອາຍຸ 6-8 ເດືອນ ກໍ່ສາມາດປະສົມພັນໄດ້, ໂດຍແຍກພໍ່ແມ່ພັນອອກຈາກກັນຄອກລະໂຕແລ້ວສັງເກດເບິ່ງໂຕແມ່ຈະສະແດງອາການເຊັ່ນ: ກະທືບຕີນສົ່ງສຽງຮ້ອງ, ກະວົນກະວາຍ, ຂື້ນຂີໂຕອື່ນ, ອະໄວຍະວະເພດຕືງແດງ ແລະ ມີນໍ້າເມືອກໄຫຼອອກມາຕະຫຼອດເວລາ
– ເມື່ອກະຕ່າຍມີຄວາມພ້ອມກໍ່ຈັບກະຕ່າຍຜູ້ເຂົ້າໃສ່ກັນປະໃຫ້ປະສົມພັນກັນປະມານ 1-2 ວັນ. ກໍ່ຈັບພໍ່ພັນອອກ, ຖ້າສັງເກດເຫັນວ່າການປະສົມພັນຕິດແລ້ວປະມານ 15 ວັນ ກະກຽມສ້າງຮັງເພື່ອກຽມບ່ອນເກີດ, ບ່ອນເກີດຄວນມີຜ້າແພ ຫຼື ຫຍ້າແຫ້ງມາຮອງປະໄວ້ໃນຮັງ
– ກະຕ່າຍແມ່ຈະຖືພາ 30-45 ວັນ ກ່ອນຈະເກີດລູກ 2-3 ວັນແມ່ກະຕ່າຍຈະກັດຂົນວາງໄວ່ໃສ່ຮັງບ່ອນທີ່ຈະເກີດລູກ. ກະຕ່າຍນ້ອຍເກີດໃໝ່ 8-12 ວັນ ຕາຈຶ່ງຈະເປີດອາຍຸ 15-20 ວັນ ຈຶ່ງຈະເລີ່ມອອກກິນອາຫານໄດ້
V. ພະຍາດ ແລະ ການປ້ອງກັນ(ການຮັກສາພະຍາດໃຫ້ກະຕ່າຍ)
.1 ພະຍາດຫວັດ
– ອາການ: ມີນໍ້າມູກ, ຈາມ ແລະ ຕີນເບື້ອງໜ້າປຽກຊຸ່ມ
– ການປ້ອງກັນ: ຢ່າໃຫ້ກະຕ່າຍຖືກລະອອງຝົນ ຫຼື ລົມແຮງເກີນໄປ
– ການຮັກສາ: ໃຫ້ກິນຢາຊັນຟາເມດ ຫຼື ສິດຢາອອກຊີນ 3-5 ວັນ
5.2 ພະຍາດປອດບວມ
– ອາການ: ຫອບ, ມີນໍ້າມູກຂຽວ, ມັກຈະຕາຍຢ່າງກະທັນຫັນ
– ການປ້ອງກັນ: ບ່ອນລ້ຽງຄວນປ້ອງກັນໃຫ້ດີບໍ່ໃຫ້ລະອອງຝົນເຂົ້າໄດ້
– ການຮັກສາ: ສີດຢາເປນີຊີລີນ ຫຼື ຟຼອກຊາລີນ 5-7 ວັນ
5.3 ພະຍາດຕາອັບເສບ
– ອາການ: ຕາບວມແດງ, ແກ້ວຕາເປັນສີຂາວບາງຄັ້ງໜັງຕາປີ້ນ
– ການປ້ອງກັນ: ເມື່ອກະຕ່າຍເປັນຫວັດຄວນຟ້າງປິ່ນປົວໃຫ້ເຊົາ
– ການຮັກສາ: ໃຊ້ຢາຢອດຕາ ຫຼື ນໍ້າເກືອລ້າງ
ແຫຼ່ງຂໍ້ມູນ: https://www.facebook.com/photo/?fbid=189817685879795&set=pcb.189817802546450
https://salehere.co.th/articles/beginner-guide-to-pet-rabbit-care
https://shopee.co.th/blog/how-to-care-pet-rabbits/
ເຕັກນິກການປູກໝາກງາ
ງາເປັນພືດເສດຖະກິດ ເປັນພືດທີ່ປູກງ່າຍ ລົງທຶນໜ້ອຍ ບໍ່ຕ້ອງການນໍ້າຫຼາຍ ທົນຕໍ່ສະພາບແວດລ້ອມແຫ້ງແລ້ງໄດ້ດີ, ແຕ່ບໍ່ທົນຕໍ່ສະພາບນໍ້າຂັງ, ດິນເຄັມ ແລະ ດິນທີ່ເປັນກົດຫຼາຍ.- ເປັນດິນຜຸຜຸຍມີການລະບາຍນໍ້າດີ ແລະ ມີຄວາມອຸດົມ1. 1
1. ການກະກຽມດິນ:
– ເປັນດິນຜຸຜຸຍມີການລະບາຍນໍ້າດີ ແລະ ມີຄວາມອຸດົມສົມບູນທາງດ້ານອາຫານພໍສົມຄວນ
– ເປັນພື້ນທີ່ດອນ ຫຼື ສູງ ສາມາດລະບາຍນໍ້າໄດ້.
– ຂຸດ ຫຼື ໄຖພວນດິນ (ຖ້າເປັນດິນຜຸຜຸ່ຍຈະໄຖ 1-2 ຄັ້ງແຕ່ຖ້າເປັນດິນໜຽວຕ້ອງໄຖ 2-3 ຄັ້ງ).
– ເຮັດເປັນໜານໃຫຍ່ຂະໜາດ 3-5 ແມັດ ແລະ ໃຫ້ມີຮອງລະຫວ່າງໜານເພື່ອສະດວກໃນການດູແລເມື່ອເກີດພະຍາດ ຫຼື ແມງໄມ້ລະບາດ. ບາດ.
2. ການປູກ:
ວິທີການປູກມີ 2 ວິທີຄື : ການປູກແບບຫວ່ານ ແລະ ການປູກແບບໂຮຍເປັນແຖວ
– ການປູກແບບຫວ່ານ: ຫວ່ານແກ່ນໃຫ້ກະແຈກກະຈາຍ ແລະ ສະໝໍ່າສະເໝີແລ້ວຄາດດິນປົກເທິງໜ້າດິນ, ຫວ່ານ ແກ່ນງາປະລິມານ 1-2 ກິໂລ/ໄລ. ຂື້ນຢູ່ກັບສະພາບການກຽມດິນ ແລະ ຄວາມເຄີຍປູກຂອງຊາວກະສິກອນ
– ການປູກແບບໂຮຍເປັນແຖວ: ການປູກແບບໂຮຍເມັດແມ່ນຈະມີໄລຍະຫ່າງຂອງແຖວປູກ 50×10 ຊມ.
– ເປັນດິນຜຸຜຸຍມີການລະບາຍນໍ້າດີ ແລະ ມີຄວາມອຸດົມສົມບູນທາງດ້ານອາຫານພໍສົມຄວນ
– ເປັນພື້ນທີ່ດອນ ຫຼື ສູງ ສາມາດລະບາຍນໍ້າໄດ້.
– ຂຸດ ຫຼື ໄຖພວນດິນ (ຖ້າເປັນດິນຜຸຜຸ່ຍຈະໄຖ 1-2 ຄັ້ງແຕ່ຖ້າເປັນດິນໜຽວຕ້ອງໄຖ 2-3 ຄັ້ງ).
– ເຮັດເປັນໜານໃຫຍ່ຂະໜາດ 3-5 ແມັດ ແລະ ໃຫ້ມີຮອງລະຫວ່າງໜານເພື່ອສະດວກໃນການດູແລເມື່ອເກີດພະຍາດ ຫຼື ແມງໄມ້ລະບາດ.
3. ວິທີບົວລະບັດຮັກສາ:
– ງາເປັນພືດທີ່ຕ້ອງການການດູແລຮັກສາໜ້ອຍກວ່າພືດຊະນິດອື່ນພຽງແຕ່ກຽມດິນໃຫ້ຖືກວິທີ ແລະ ເໝາະສົມກໍ່ງອກງາມສະໝໍ່າສະເໝີ.
– ວິທີປ້ອງກັນສັດ: ໃຫ້ນໍາເອົາໃບສີໃຄເຄື່ອງ, ຫຍ້າໜອນນ່າຍ , ເຄືອເຂົາຮໍ… ມາຟັກໃຫ້ມຸ່ນແລ້ວເອົາແຊ່ໃສ່ນ້ໍາປະໄວ້ປະມານ 15-30 ມື້ ກໍ່ສາມາດນໍາເອົານໍ້າດັ່ງກ່າວມາສີດໃສ່ຕົ້ນງາເພື່ອປ້ອງກັນສັດຕູພືດໄດ້.
4. ການເກັບກ່ຽວ:
– ໃຫ້ສັງເກດໄລຍະສຸກຂອງໝາກງາ, ເມື່ອງາເຖິງອາຍຸເກັບກ່ຽວໃບຈະມີສີເຫຼືອງ ແລະ ລົ່ນເກືອບໝົດ, ຝັກຂອງໝາກງາຈະປ່ຽນສີຈາກສີຂຽວມາເປັນສີເຫຼືອງ, ເມັດເປັນສີນ້ໍາຕານ (ສໍາລັບງາດໍາໃຫ້ແກະຝັກທີ 3 ຈາກຍອດອອກມາເບິ່ງຖ້າເມັດເປັນສີນ້ໍາຕານສະແດງວ່າແກ່ສາມາດເກັບກ່ຽວໄດ້.
– ໃຫ້ເອົາມີດຕັດກ້ອງຝັກ ຫຼື ຫຼົກເອົາທັງຕົ້ນກໍໄດ້ແຕ່ພະຍາຍາມບໍ່ໃຫ້ດິນຕິດເມັດງາ.
5. ການຮັກສາໄວ້ກິນຍາວນານ:
ຕາກໃຫ້ແຫ້ງແລ້ວເກັບໄວ້ກິນຍາວນານ, ສະກັດເຮັດນ້ໍາມັນງາ, ເຮັດເຂົ້າຫມົມ …
6. ຄຸນປະໂຫຍດ:
– ມີຄຸນຄ່າທາງດ້ານສານອາຫານສູງເຊັ່ນ: ໃຫ້ໂປຣຕີນ, ໄຂມັນ …
– ປູກເພື່ອກິນ ແລະ ຂາຍເປັນສິນຄ້າພາຍໃນບ້ານ, ທ້ອງຖິ່ນ, ຕະຫຼາດ ແລະ ຕ່າງປະເທດ.
ແຫຼ່ງຂໍ້ມູນ: https://www.phakhaolao.la/stories/ການປູກໝາກງາ
https://www.baanjomyut.com/library_5/agricultural_knowledge/farm_products/42_4.html
https://tipsoftree.com/วิธีการปลูกงาดำและสารพ/
ເຕັກນິກການປູກເຂົ້າອິນຊີ
ເຂົ້າອິນຊີ ເປັນເຂົ້າທີ່ໄດ້ຈາກລະບົບການຜະລິດທີ່ບໍ່ມີການໃຊ້ຝຸ່ນເຄມີ ແລະ ສານເຄມີຕ່າງໆໃນການປ້ອງກັນ ແລະ ກຳຈັດສັດຕູພືດທີ່ເປັນອັນຕະລາຍ, ຄວນນຳໃຊ້ວັດຖຸຈາກທຳມະຊາດທີ່ບໍ່ເປັນອັນຕະລາຍ ເພາະວ່າ: ການປູກເຂົ້າອິນຊີຈະຊ່ວຍຫຼຸດຜ່ອນຜົນກະທົບໂດຍກົງທີ່ເກີດຈາກການນຳໃຊ້ຢາປາບສັດຕູພືດຕໍ່ຊາວນາ ແລະ ຊາວສວນ. ຫຼຸດຜ່ອນສານພິດຕົກຄ້າງໃນອາຫານ (ຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບ). ເນັ້ນໃສ່ການອະນຸລັກ ແລະ ບຳລຸງຮັກສາຄວາມອຸດົມສົມບູນຂອງດິນ. ຫຼຸດຜອນສານຕົກຄ້າງໃນດິນ ແລະ ແຫຼ່ງນໍ້າ. ເປັນຜົນຜະລິດທີ່ມີຄຸນນະພາບດີ (ລົດຊາດແຊບ, ການເກັບຮັກສາງ່າຍ). ມີທາງເລືອກສຳລັບການຕະຫຼາດ ແລະ ໄດ້ລາຄາດີກວ່າ. ແນ່ໃສ່ການທົດແທນການນຳໃຊ້ປັດໃຈຂາເຂົ້າການຜະລິດທີ່ມີລາຄາແພງ ໂດຍນຳໃຊ້ສິ່ງທີ່ມີຢູ່ພາຍໃນທ້ອງຖິ່ນ (ເຊ່ັນ: ຂີ້ສັດ, ຫຍ້າ, ຝຸ່ນຄອກ, ຂີ້ແກບ, ເຟືອງ ແລະ ອືນໆ)
I. ການຕຽມແນວພັນ
1. ເມັດພັນຕ້ອງບໍ່ມີເມັດເຂົ້າພັນອືນເຈືອປົນ
2. ບໍ່ຄວນເອົາເຂົ້າແນວພັນຈາກຜືນນາທີ່ເຄີຍເປັນພະຍາດມາເປັນແນວພັນຕໍ່ຈະເຮັດໃຫ້ເຂົ້າຕິດເຊື້ອພະຍາດໄດ້ງ່າຍ
3. ຖອກແນວເຂົ້າປູກລົງຊາມນໍ້າລະລາຍເກືອທີ່ໄຂ່ດິບສາມາດຟູ ແລ້ວຕັກເອົາ ແນວເຂົ້າລີບທີ່ຟູນໍ້າເກືອອອກຖີ້ມໝົດ ຮັກສາໄວ້ແຕ່ເມັດທີ່ຈົມ.
4. ລ້າງດ້ວຍນໍ້າທີ່ສະອາດໃຫ້ດີ
5. ເອົານໍ້າປຸ໋ຍຊີວະພາບ 1 ບ່ວງແກງປະສົມນໍ້າ 10 ລິດໃສ່ແຊ່ແນວພັນໃຫ້ຖ້ວມເມັດພັນແລ້ວປິດຝາຫຼືເອົາຜ້າມາປົກເກັບໄວ້ບ່ອນທີ່ມີຄວາມອົບເອົ້າຈະຊ່ວຍໃຫ້ເມັດພັນອອກງອກດີ.
6. ເມື່ອແຊ່ເມັດພັນໄດ້ 1 ມື້ ກັບ 1 ຄືນແລ້ວ ໃຫ້ຖອກນໍ້າອອກເອົາເຂົ້າມາໃສ່ເປົາ ຫຼື ກະບຸງແລ້ວປົກດ້ວຍເປົາປ່ານນຳໄປໄວ້ບ່ອນທີ່ມີຄວາມອົບເອົ້າຈະເຮັດໃຫ້ເຂົ້າແຕກໜໍ່ດີ
ໝາຍເຫດ: (ທ້ອງຖີ່ນທີ່ມີອາກາດໜາວ) ໃຫ້ຂຸດຂຸມເລິກ 50 ຊຕ, ລວງກ້ວາງອິງຕາມຈຳນວນແນວເຂົ້ານຳເອົາເຟືອງມາຮອງພື້ຂຸມ ວາງເປົາເຂົ້າປູກລົງ,ປົກດ້ວຍເຟືອງຊໍ້າທຳອິດ, ຊັ້ນທີ 2 ປົກດ້ວຍຜ້າຢາງ, ປົກດວ້ຍເຟືອງເປັນຊັ້ນທີ 3, ໃຫ້ໃຊ້ໄມ້ ຫຼື ວັດຖຸອື່ນເຕັງ (ຫົດນໍ້າອຸ່ນໃສ່ເປົາແນວເຂົ້າປູກເຊົ້າ ແລະ ແລງ) ຈົນເຫັນເຂົ້າແຕກໜໍ່ພໍດີຈຶ່ງນຳໄປຫວ່ານກ້າ.
II. ການກຽມດິນຕາກ້າ
ການກຽມດິນຕາກ້າກເຮັດໄດ້ຫຼາຍວິທີ ໃນນີ້ຂໍແນະນຳ 2 ວິທີເຊັ່ນ :
ວິທີ 1 ຂົນຝຸ່ນຄອກຄື: ຂີ້ງົວ, ຄວາຍ, ໝູ, ເປັດ, ໄກ່ ໄປໃສ່ໃນອັດຕາສ່ວນ 2 ຫາ 3 ກິໂລຕໍ່ ຕາແມັດ ເອົາໄປຢາຍໃສ່ ແລ້ວເປັ່ນນໍ້າເຂົ້າໃຫ້ພໍດີໄຖໄດ້ກໍ່ໄຖກົບປະໄວ້ 7 ຫາ 15 ວັນ. ກ່ອນມື້ຈະໄຖຄົ້ນຄວນເປັ່ງນໍ້າເຂົ້າປະໄວ້ຢ່າງໜ້ອຍ 3 ຫາ 5 ວັນ ຈຶ່ງໄຖຄົ້ນເພື່ອເຮັດເປັນຕາກ້າ. ຕາກ້າຄວນກ້ວາງໃນລະຫວ່າງ 2 ຫາ 3 ແມັດ,ຄວາມຍາວຂອງຕາກ້າ ອິງຕາມຄວາມເໝາະສົມຂອງເນື້້ອທີ່ດິນ.
ວິທີ 2 ຖ້າຫາກຕາກ້າເຮົາບໍ່ງາມເປັນດິນແໜ້ນແກ່ນເຮົາຄວນຟື້ນຟູດິນຕາກ້າຕາມຂັ້ນຕອນດັ່ງນີ້:
ກ. ກຽມວດຖຸອຸປະກອນເຊັ່ນ
ນໍ້າປຸ໋ຍຊີວະພາບ, ບົວ, ຄຸໃສ່ນໍ້າ ຫຼື ຈະເຮັດຢູ່ໄກ້ແຫຼ່ງນໍ້າຍິ່ງເປັນການດີ. ຜ້າປົກຕ້ອງມີຄວາມໃຫຍ່ກວມໝົດຕາກ້າ ຂໍແນະນຳໃຫ້ໃຊ້ເປົາຊີເມັນຫຍິບຕໍ່ກັນ ຫຼື ຈະໃຊ້ເຫຼັກໜີບ (ກຣາບເຟີ້) ໜີບຈະແລ້ວໄວບໍ່ຈຳເປັນຕ້ອງຊື້ຜ້າ
ຢາງມາປົກ
ຂ. ວິທີການຟື້ນຟູດິນຕາກ້າ
ຫຼັງຈາກໄຖຮຸດຕາກ້າຕາກແດດປະໄວ້ 7 ຫາ 15 ວັນ ເຮົາຈິ່ງເລີ້ມຢາຍເຟືອງໃສ່ຕາກ້າ ຄວນເລີ້ມຈາກດ້ານໜຶ່ງໄປຫາອີກດ້ານໜຶ່ງຈະເລີ້ມຈາກດ້ານໃດກໍ່ໄດ້.
ຄ. ການດູແລຮັກສາຟື້ນຟູດິນ
– ເມື່ອໄດ້ 2 ອາທິດ ເຮົາກໍ່່ເປີດຜ້າປົກອອກແລ້ວຫົດດ້ວຍນໍ້າຊີວະພາບໃສ່ສ່ວນປະສົມ 2 ບ່ວງແກງ ປະສົມນໍ້າ 10 ລິດ. ຕໍ່ມາກໍ່ຫົດທຸກໆອາທິດໃຫ້ປຽກຊຸ່ມຫຼາຍເທົ່າໃດກໍ່ໄດ້ຕ່າງກັບວິທີຫົດກອງຝຸ່ນບົ່ມ. ໃນກໍລະນີມີຝົນຕົກນໍ້າຂັງເຮົາບໍ່ຕ້ອງເປັ່ງນໍ້າອອກແຕ່ຍັງສືບຕໍ່ເອົານໍ້າປຸ໋ຍຊີວະພາບມາຫົດໃສ່ແຕ່ບໍ່ຈຳເປັນປະສົມນໍ້າເພາະມີນໍ້າຂັງຢ່ແລ້ວ. ການເອົານໍ້າປຸ໋ຍຊີວະພາບມາຫົດໃສ່ກໍ່ເພື່ອເຮັດໃຫ້ເຟືອງຍ່ອຍສະຫຼາຍອິນຊີວັດຖຸໃນດິນໃຫ້ກາຍເປັນຝຸ່ນປຸ໋ຍທີ່ດີຕໍ່ພືດ.
– ການໃຊ້ຜ້າປົກເພື່ອເປັນການບົ່ມເຟືອງໃຫ້ຍ່ອຍສະຫຼາຍໃນເວລາປະມານ 30 ຫາ 40 ວັນ. ຈຶ່ງຄ່ອຍເປີດຜ້າອອກ ໄຖຄົ້ນ,ຄາດໃຫ້ລະອຽດເຂົ້າສູ່ຂ້ັ້ນຕອນກຽມໜານກາເພື່ອຕກາ.
ງ. ຂັ້ນຕອນການເຮັດໜານກ້າ ກ່ອນຈະໄຖຕ້ອງສັງເກດເບິ່ງວ່າມີນໍ້າຫຼາຍ ຫຼື ໜ້ອຍ, ຖ້ານໍ້າຫຼາຍ ໃຫ້ເປັ່ງນໍ້າອອກເສຍກ່ອນ ແລ້ວຈຶ່ງໄຖຄາດລະອຽດປະໄວ້ປະມານ 15 ນາທີ. ແລະ ຈຶ່ງຄວັດຫຼໍ່ກ້າ ຄວາມກວ້າງຂອງໜານກ້າຄວນຢູ່ໃນລະຫວ່າງ 2 ຫາ 3 ແມັດສ່ວນລວງຍາວກໍ່ອີງໃສ່ເນື້ອທີ່ຂອງໜານກ້າຂອງໃຜມັນ. ສ່ວນຮ່ອງຫຼໍ່ກ້າຄວນກວ້າງປະມານ 40 ຊັງຕີແມັດ ຫຼື 1 ສອກ ເຮັດໄດ້ແນວນີ້ມີຄວາມສະດວກໃນເວລາຫົດ ຫຼື ສີດປຸ໋ຍ, ການດູແລຮັກສາຫຼົກຫຍ້າອອກກໍ່ງ່າຍຂື້ນ.
III. ການຫວານກ້າ
3.1 ການຫວ່ານກ້າ
ຫຼັງຈາກໄຖຄາດລະອຽດແລ້ວຄວນປະໄວ້ປະມານເຄ່ິງມື້ເພື່ອເຮັດໃຫ້ດິນບໍ່ແຫຼວເກີນໄປ ແລ້ວຈຶ່ງນຳແນວເຂົ້າປູກທີ່ຜ່ານການແຊ່ ແລະ ບົ່ມແລ້ວນັ້ນແມ່ນໃຊ້ປະມານ 80 ຫາ 100 ກຼາມ ຕໍ່ ຕາແມັດແລ້ວນຳເອົາໄປຫວ່ານ. ພາຍຫຼັງການຫວ່ານກ້າໄດ້ປະມານ 3 ຫາ 4 ມື້ ຈຶ່ງໃຫ້ເປັ່ງນໍ້າເຂົ້າໜານກ້າ ລະດັບນໍ້າພໍໃຫ້ຖ້ວມໜ້າດິນປະມານ 1 ຊັງຕີແມັດ, ພາຍຫຼັງຫວ່ານກ້າໄດ້ປະມານ 10 ຫາ 15 ມື້ໃຫ້ຮັກສາລະດັບນໍ້າຢູ່ລະຫວ່າງ 5 ຊັງຕີແມັດ.ເມືອກ້າອາຍຸເຖິງ 25 ຫາ 30 ວັນ ຕ້ອງສັງເກດເບິ່ງໃບກ້າປົ່ງໃບໄດ້ 4 ໃບຈຶ່ງສາມາດຫຼົກໄປດຳໄດ້.ດັ່ງນັ້ນ, ຈຶ່ງມີຂໍ້ແນະນຳການຕົກກ້າ ຊຶ່ງມີຫຼາຍວິທີຈະເລືອກເອົາວິທີໃດວິທີໜຶ່ງໃຫ້ເໝາະສົມກັບນາຂອງຕົນເອງເພື່ອຈະໄດ້ຮັບຜົນຜະລິດສູງ.
ກ. ຖາເຮົາຫວ່ານກ້າຫ່າງກ້າກໍ່ຈະກີບໃຫຍ່ແຂງແຮງດີ ເໝາະສຳລັບຈະເອົາໄປດຳແບບກ້າກີບດຽວ ແຕ່ຄວນເປັນນາທີ່ມີຄວາມອຸດົມສົມບູນດ້ວຍຝຸ່ນຈາກທຳມະຊາດ ຫຼື ຈາກການປັບປຸງບຳລຸງດິນດ້ວຍຝຸ່ນຄອກ, ຝຸ່ນມີຢ່າງພຽງພໍກ້າຈະແຕກກໍດີມີຜົນຜະລິດສູງ.
ຂ. ຖ້າເຮາຫວ່ານກ້າໄລຍະຫ່າງພໍດີ ດິນຕາກ້າອຸດົມສົມບູນດ້ວຍຝຸ່ນກ້າກໍ່ຈະກີບໃຫຍ່ແຂງແຮງດີ ຮາກກ້າຈະບໍ່ຍາວ ເວລາຫຼົກ ແລະ ປັກດຳກໍ່ງ່າຍບໍ່ມັກເກີດພະຍາດຫຼັງປັກດຳ.
ຄ. ຖາຫາກຫວ່ານກ້າຖີ່ກ້າກໍ່ຈະກີບນ້ອຍບໍ່ແຂງແຮງດ, ຫຼົກງ່າຍ ແຕ່ເວລາເອົາໄປປັກດຳຫອຍປາກກວ້າງກໍ່ກິນໄດ້ງ່າຍ (ສຳລັບບ່ອນທີ່ມີຫອຍປາກກວ້າງ).
ງ. ຖ້າຫວ່ານກ້າຖີ່ ແລະ ຕາກ້າບໍ່ມີຝຸ່ນພຽງພກ້ານັ້ນຈະກີບນ້ອຍ ບໍແຂງແຮງມັກເກີດພະຍາດ ແຕ່ຍັງເປັນຕົ້ນກ້າ ເວລາເອົາໄປປັກດຳຈະເກີດພະຍາດຕ່າງໆເຮັດໃຫ້ຜົນຜະລິດກໍ່ຕົກຕໍາ
IV. ການປັກດຳ
4.1 ການກຽມດິນເພື່ອປັກດຳ
♦ ເນື້ອທີ່ນາກ່ອນການປັກດຳໃຫ້ເອົາຝຸ່ນຄອກ ຫຼື ຝຸ່ນບົ່ມໄປໃສ່ນາໃນອັດຕາ ສ່ວນ 5 ຫາ 10 ໂຕນ / 1 ເຮັກຕາ ເປັ່ງນໍ້າເຂົ້າແຊ່ນໍ້າປະໄວ້ 1 ຫາ 2 ອາທິດ ແລ້ວໄຖຄົ້ນປະໄວ້ 1 ອາທິດ.
4.2 ການປັກດຳ
– ຄວນປັກດຳແຕ່ທິດຕາເວັນອອກຫາທິດຕາເວັນຕົກ, ປັກດຳເປັນແຖວ.
– ໄລຍະປັກດຳ 10 X15 X 20 ຊມ.
– ການປັກດຳ 2 ຫາ 3 ກີບຕໍ່ສຸມ ຖ້າກ້າແກ່ 4 ຫາ 5ກີບຕໍ່ສຸມ.
– ປັກດຳ 8 ຫາ 10 ແມັດໃດຄວນຈົ່ງວ່າງໄວ້ປະມານ 40 ຊຕມ ຫຼື 1 ສອກ ເພື່ອສະດວກໃນການເສຍຫຍ້າ ແລະ ຫວ່ນຝຸ່ນ
– ພາຍຫຼັງດຳແລ້ວຄວນຮັກສາລະດັບນໍ້າຢູ່ໃນລະຫວ່າງ 2ຫາ 5 ຊຕມ (ອິງຕາມຂະໜາດຂອງກ້າແຕ່ບໍ່ໃຫ້ຖ້ວມຕົ້ນກ້າ
V. ການບົວລະບັດຮັກສາ
5.1 ການເສຍຫຍ້າ
ຄວນເສຍຫຍ້າຢ່າງໜ້ອຍ 2 ເຖິງ 3 ຄ້ັ້ງ, ການເສຍຫຍ້າທກຄັ້ງແມ່ນເພີ້ມຜົນຜະລິດ
ຄັ້ງທີ 1: ພາຍຫຼັງປັກດຳປະມານ 10 ຫາ 15 ມື້
ຄັ້ງທີ 2: ພາຍຫຼັງປັກດຳ 20 ຫາ 30 ມື້
ຄັ້ງທີ 3: ແມ່ນກ່ອນເຂົ້າອອກດອກ
5.2 ການໃສ່ຝຸ່ນ
ການໃສ່ຝຸ່ນແບ່ງອອກເປັນ 2 ຊ່ວງຄື:
♦ ຫຼັງຈາກການປັກດຳກໍ່ໃຫ້ຮັກສາລະດັບນໍ້າໃຫ້ພໍດີກັບຕົ້ນເຂົ້າ
♦ ການໃສ່ຝຸ່ນ ຄວນໃສ່ຝຸ່ນຕາມໄລຍະດັ່ງນີ້:
ຄັ້ງທີ1: ຫຼັງການປັກດຳໄດ້ 20 ວັກໍ່ສີດປຸ໋ຍນໍ້າຊີວະພາບໃນອັດຕາສ່ວນ 1 ຫາ 2 ບວງແກງ / ນໍ້າ 10 ລິດ.
ຄັ້ງທີ 2 : ຄວນໃສ່ຝຸ່ນອິນຊີກ່ອນເຂົ້າມານເລັກນ້ອຍ.
ຄັ້ງທີ 3 ແລະ 4 : ຫຼັງເຂົ້າປະສົມເກສອນຄວນປະສົມນໍ້າຖ່ານ ແລະ ນໍ້າປຸ໋ຍຊີວະພາບໃສ່ນຳກັນເພື່ອຂັບໄລ່ແມງໄມ້ເຊັ່ນ: ຕັກກະແຕນ,ແມງແຄງ ແລະ ແມງໄມ້ອື່ນໆ
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(2).pdf
http://www.vigotech.in.th/ข่าวเกษตรน่ารู้/การทำนาข้าวอินทรีย์.html
https://research.srru.ac.th/thungkula/?page_id=33
ຖົ່ວຮາມາຕ້າ (Stylosanthes hamata CV Verano)
ຖົ່ວຮາມາຕ້າ ມີລັກສະນະເປັນພຸ່ມເຕ້ຍ ຕັ້ງຊິ່ື ແລະ ແຕກກິ່ງກ້ານແຜ່ຄຸ້ມພື້ນທິ່ີດິນກ້ວາງ. ຈະເລີນເຕີບໂຕໄດ້ໃນດິນຫຼາຍຊະນິດ ແຕ່ດິນຊາຍຈົນຮອດດິນໜຽວ, ບໍ່ທົນຕໍ່ນໍ້າຖ້ວມຂັງ ແຕ່ທົນຕໍ່ດິນທິ່ີແຫ້ງແລ້ງ. ເໝາະສໍາລັບປູກໃນ ພື້ນທິ່ີທິ່ີລະບາຍນໍ້າໄດ້ດີທົນທານຕໍ່ພະຍາດ ແລະ ແມງໄມ້, ທົນທານຕໍ່ການຢຽບຍໍ່າຂອງສັດໄດ້ດີ .ໃຫ້ຜົນຜະລິດຫຍ້າສົດປະມານ 4-6 ໂຕນ/ໄຣ່ /ປີ ມີໂປຣຕິນ 16-18 %.
1. ການກຽມພື້ນທິ່ີປູກ
ຄວນໄຖພວນ 2-3 ຄັ້ງການໄຖຄັ້ງທີ 1 ເປັນການໄຖເພິ່ືອບຸກເບີກພື້ນທິ່ີໃນຕົ້ນລະດູຝົນເພິ່ືອຕາກແດດ ແລະ ກໍາ ຈັດວັດສະພືດທິ່ີປົກຄຸ້ມດິນຢູ່ ແລະ ໄຖພວນຄັ້ງທີ່ 2 ເພິ່ືອທໍາລາຍຕົ້ນອ່ອນຂອງວັດສະພືດທີຂື້ນມາໃໜ່ພ້ອມທັງເປັນການພວນດິນໃຫ້ແຕກລະອຽດ ແລະ ເປັນການປັບສະພາບພື້ນທິ່ີໃຫ້ຮຽບພຽງດີ.
2. ການປູກ
ການປູກໂດຍໃຊ້ເມັດພັນ 1.5-2 ກລ/ໄຣ່ ຢອດເມັດພັນເປັນແຖວລະຫວ່າງແຖວ 50 ຊມ; ລະຫວ່າງຕົ້ນ 30ຊມ. ກ່ອນປູກແຊ່ເມັດພັນໃນນໍ້າຮ້ອນ 80 ອົງສາປະມານ 5 ນາທີ.
3. ການໃສ່ປຸ໋ຍ
ໃນກໍລະນີປູກຖົ່ວຣາມາຕ້າໃນພື້ນທິ່ີດິນຊາຍຄວນໃສ່ຝຸ່ນຄອກເພິ່ືອເປັນການເພິ່ີມອິນຊີວັດຖຸໃນດິນໃນຄະນະທິ່ີກຽມດິນ ແລະ ໄຖພວນກົບຝຸານຄອກລົງກ່ອນປູກຢ່າງໜ້ອຍ 3 ອາທິດ ແລະ ກ່ອນປູກຄວນໃສ່ປຸ໋ຍສູດ 12:24:12 ໃນອັດຕາ 30-50 ກລ/ໄຣ່ ຮອງພື້ນ ແລະ ປີຕໍ່ໆໄປຄວນໃສ່ສູດ 0-46-0 ອັດຕາ 20-30 ກລ/ໄຣ່ ໃນຊ່ວງຕົ້ນລະດູຝົນ.
4. ການກໍາຈັດວັດສະພືດ
ຄວນກໍາຈັດວັດສະພືດຄັ້ງທໍາອິດຫລັງຈາກປູກໄດ້ 3-4 ອາທິດ ແລະ ຄັ້ງທີ 2 ຫລັງຈາກຄັ້ງທິ່ີ 1 ປະມານ 1-2 ເດືອນ.
5. ການໃຊ້ປະໂຫຍດ
ຄວນຕັດຖົ່ວຣາມາຕ້າໃຫ້ສັດກິນຄັ້ງທໍາອິດ ເມື່ອຖົ່ວອາຍຸໄດ້ 60-75 ວັນ ໂດຍຕັດສູງຈາກໜ້າດິນປະມານ 10-15ຊມ. ໃນກໍລະນີປ່ອຍສັດເຂົ້າເລັມກິນຄວນປ່ອຍເຂົ້າເມື່ອອາຍຸຖົ່ວໄດ້ 70-80 ວັນ ຫລັງຈາກນັ້ນຈຶ່ງຕັດ ແລະ ປ່ອຍສັດເຂົ້າເປັນຊ່ວງໆໄລຍະ 30-45 ວັນ.
6. ການເກັບກ່ຽວເມັດພັນ
ຖົ່ວຣາມາຕ້າຈະເລີ່ມອອກດອກໃນເດືອນ ກັນຍາ ແລະ ເມັດຈະສຸກແກ່ເຕັມທີ ແລະ ຫລົ່ນລົງດິນໃນເດືອນມັງກອນ ແລະ ກຸ່ມພາ ເມື່ອເມັດລົານລົງໝົດຈຶ່ງເລີ່ມເກັບກ່ຽວ ໂດຍການຕັດຕົ້ນຖົ່ວອອກໄປກອງໄວ້ໃນພື້ນທິ່ີ ແລະ ເຄາະເມັດທິ່ີຕິດຄ້າງອອກໃຫ້ໜົດ ຈາກນັ້ນກໍ່ກວາດເອົາເມັດມາໄວ້ເປັນກອງແລ້ວ ໃຊ້ຕະແກ້ງ ຫຼື ເຂິງເພິ່ືອທໍາຄວາມສະອາດໂດຍການຮ່ອນ ແລະ ເປົ່າທໍາຄວາມສະອາດ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(3).pdf
https://www.rakbankerd.com/agriculture/page.php?id=4127&s=tblanimal
https://www.panittafarm.com/ถั่วฮามาต้า%20Stylosanthes%20hamata%20cv%20Verano%20350%20บาทกก/61481044d5bb070013df4299/61480e4e3618ac00139a2be4/Products_6148273a3618ac00139a2f21/langTH
ເຕັກນິກການປູກຫຍ້າມູລາໂຕ II (Brachiaria hybrid CIAT 36078)
ຫຍ້າມູລາໂຕ 2 ເປັນຫຍ້າລູກປະສົມລະຫວ່າງຫຍ້າຣູຊູ ແລະ ຫຍ້າຊິກນານຕັ້ງເປັນຫຍ້າທິ່ີມີອາຍຸຫຼາຍປີ ມີລັກສະນະເຄິ່ງເລືອເຄິ່ງຕັ້ງ, ໃບດົກ, ທົນແລ້ງແຕ່ບໍ່ທົນນໍ້າຖ້ວມ, ປູກຂະຫຍາຍພັນດ້ວຍເມັດ ແລະ ເບັ້ຍອ່ອນ ອອກດອກໃນຊ່ວງເດືອນຕຸລາ ແລະ ເມັດແກ່ໃນຕົ້ນເດືອນພະຈິກ ຜົນຜະລິດເມັດພັນຂື້ນກັບຄວາມອຸດົມສົມບູນຂອງດິນ ແລະ ການໃສປຸ໋ຍ ຜົນຜະລິດເມັດພັນຈະໄດ້ປະມານ 40-60 ກລ/ໄຣ່ ເມັດພັນມີຄວາມງອກສູງເຖິງ 80-85%. ຜົນຜະລິດຫຍ້າສົດປະມານ 10-12 ໂຕ/ໄຣ່ /ປີ ມີໂປຼຕີນ 12-14%
1. ການເລືອກພື້ນທິ່ີປູກ
ການເລືອກພື້ນທີ່ປູກ ຄວນເລືອກທິ່ີສູງບໍ່ມີນໍ້າຖ້ວມຂັງ, ດິນບໍ່ເປັນກົດຈັດ ຫຼື ດິນເຄັມ.
2. ຊ່ວງເວລາປູກ
ຊ່ວງເວລາປູກທິ່ີເໝາະສົມໃນລະຫວ່າງເດືອນພຶດສະພາ ຫາ ເດືອນມິຖຸນາ.
3. ການກຽມດິນ
ການກຽມພື້ນທິ່ີໂດຍການໄຖດິນຕາກແດດ 3 ອາທິດແລ້ວໄຖພວນດິນອີກເພິ່ືອກໍາຈັດວັດສະພືດຈາກນັ້ນ 1 ອາທິດ ຄາດດິນໃຫ້ແຕກມຸ່ນ ແລະ ປັບດິນຮາບພຽງດີ.
4. ການປູກ
– ຖ້າປູກເພິ່ືອເກັບເມັດໃຫ້ຢອດເມັດຫຼຸມລະ 5-6 ເມັດ ໄລຍະຫ່າງລະຫວ່າງຫຼຸມ 70 ຊມ. x ລະຫວ່າງແຖວ 70 ຊມ. – ປູກດ້ວຍເບັ້ຍ ກ້າເມັດໃນໜານໂດຍໃຊ້ເມັດພັນ 2 ກລ. ໃນໜານກ້າປະມານ 200 ມ ເມື່ອອາຍຸ 30 ວັນ ຍ້າຍເບ້ຍ ໄປປູກຂຸມລະ 3-4 ເບ້ຍ ໄລຍະຫ່າງລະຫວ່າງຂຸມ 70×70 ຊມ. ຈະປູກໄດ້ໃນພື້ນທີ 3 ໄຣ່ .
5. ການໃສ່ປຸ໋ຍ
ກ່ອນປູກຄວນໃສ່ປຸ໋ຍເຄມີສູດ 15:15:15 ອັດຕາ 50 ກລ/ໄຣ່ ຮອງພື້ນ. ໃນກໍລະນີດິນເປັນດິນຊາຍມີອິນຊີວັດຖຸຕໍ່າຄວນ ໃສ່ຝຸ່ນຄອກປະສົມນໍາ ກ່ອນປູກຢ່າງໜ້ອຍ 3 ອາທິດ ແລະ ໃສ່ປຸ໋ຍເລັ່ງສູດ 46:00 ໃນອັດຕາ 10-20 ກລ/ໄຣ່ . ຫຼັງຈາກຕັດຫຍ້າທຸກຄັ້ງໃນຄະນະທິ່ີດິນຍັງມີຄວາມຊຸ່ມຢູ່ ແລະ ໃນປີຕໍ່ໆໄປໃຫ້ໃສ່ໂດຍປຸ໋ຍສູດ 15:15:15 ໃນຊ່ວງຕົ້ນລະດູຝົນ.
6. ການກໍາຈັດວັດສະພືດ
ການກໍາຈັດວັດສະພືດຫຼັງຈາກປູກຫຍ້າແລ້ວ 3-4 ອາທິດ ແລະ ກໍາຈັດວັດສະພືດຄັ້ງຕໍ່ໆໄປຕາມຄວາມຈໍາເປັນ.
7. ການນໍາໃຊ້ປະໂຫຍດ
ການນຳໃຊ້ປະໂຫຍດ ເລີ່ມຕັດໃຫ້ສັດກິນເທິ່ືອທໍາອິດ ເມື່ອຫຍ້າມີອາຍຸປະມານ 45-50 ວັນ ຫຼັງຈາກປູກ ແລະ ຕັດເທິ່ືອຕໍ່ໄປທຸກໆ 35-40 ວັນ ໂດຍຕັດສູງຈາກໜ້າດິນປະມານ 10 ຊມ.
8. ການເກັບກ່ຽວເມັດພັນ
ການເກັບກ່ຽວ ເມື່ອຫຍ້າອອກດອກຄວນກະກຽມການມັດຊິ່ດອກຈູມເຂົ້າຫາກັນ ເມັດຫຍ້າຈະເລີ່ມແກ່ຫຼັງຈາກອອກດອກປະມານ 22-29 ວັນ ໃນໄລຍະນີໃຫ້ໝັນສັງເກດ ແລະ ເລີ່ມເກັບເມັດທັນທີເມື່ອເມັດແກ່ ໂດຍການເຄາະຮວງ ຄື: ເຄາະ 1 ເທິ່ືອ ເວັ້ນ 2 ມືແລ້ວກັບມາເຄາະອີກເລື່ອຍໄປຈົນໝົດ. ເມັດພັນທິ່ີໄດ້ໃຫ້ນໍາໄປຕາກໃນບ່ອນຮົ່ມ 2 ວັນ ເພິ່ືອລົດຄວາມຊຸ່ມແລ້ວນໍາອອກມາຕາກແດດອີກ 1 ວັນ ການຕາກເມັດຄວນເຂ່ຍປີ້ນກັບເມັດເລື່ອຍໆ ເພິ່ືອໃຫ້ເມັດແຫ້ງຢ່າງສະໝໍ່າສະເໝີ ຫຼັງຈາກນັ້ນທໍາຄວາມສະອາດໂດຍການໃຊ້ກະດົ້ງຝັດສິ່ງເຈືອປົນອອກໄປ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(3).pdf
https://cgspace.cgiar.org/handle/10568/69695
https://www.agi.nu.ac.th/science/121113/บทที่%207%20พืชอาหารสัตว์และการถนอมอาหารสัตว์.pdf
http://blog.arda.or.th/หญ้ามูลาโต้/
ເຕັກນິກການປູກຫຍ້າປສັປາລໍາ (Paspalum atratum)
ຫຍ້າປສັປາລໍາ ເປັນພືດອາຍຸຫຼາຍປີ ລັກສະນະລໍາຕົ້ນຕັ້ງສູງປະມານ 1 ແມັດ. ຖ້າບໍ່ຕັດປ່ອຍໄວ້ຈົນອອກດອກຈະສູງເຖິ່ງ 2 ແມັດ. ມີກໍໃຫ່ຍໃບກວ້າງ.ຂອບໃບຄົມຖ້າປູກໃນສະພາບແວດລ້ອມເໝາະສົມຈະມີໃບດົກ ແລະ ສັດມັກກິນພໍສົມຄວນ ແຕ່ຖ້າປູກໃນພື້ນທິ່ີແຫ້ງແລ້ງຜົນຜະລິດຈະຫຼຸດລົງຫຼາຍ ແລະ ມີໃບຫຍາບສັດບໍ່ມັກກິນ . ຫຍ້າປສັປາລໍາ ສາມາດທົນຕໍ່ດິນເປັນກົດໃນພື້ນທິ່ີໆມີນໍ້າຊືມ, ນໍ້າຖ້ວມຂັງ, ທົນແລ້ງໄດ້ດີສາມາດຂະຫຍາຍພັນໄດ້ດ້ວຍແກ່ນ ແລະ ເຫົ້ງາໃຫ້ຜົນຜະລິດຫຍ້າສົດປະມານ 8-10 ໂຕນ/ໄຣ່ /ປີມໂປຣຕິນ 7-8%.
1. ການກຽມພື້ນທິ່ີປູກ
ຄວນກຽມພື້ນທິ່ີໃຫ້ດີໂດຍໄຖພວນ 2-3 ຄັ້ງ, ການໄຖຄັ້ງທໍາອິດເປັນການໄຖເພິ່ືອບຸກເບີກພື້ນທິ່ີ ແລະ ກໍາຈັດວັດສະພືດ, ການໄຖຄັ້ງທີ 2 ເພິ່ືອກໍາຈັດຫຍ້າທິ່ີເກີດຂື້ນມາໃໝ່ ແລະ ບົດດິນໃຫ້ລະອຽດ ອາດຈະໄຖອີກຕາມຄວາມຈໍາເປັນ.
2. ການປູກ
ກາປູກດ້ວຍເຫງົ້າ ແລະ ເມັດພັນໃນອັດຕາ 1-2 ກລ/ໄຣ່ ໂດຍໂຮຍເມັດບາງໆ ເປັນແຖວໃຫ້ມີຄວາມເລີກ 1-2 ຊມ. ລະຫວ່າງແຖວ 50 ຊມ. ຖ້າປູກດ້ວຍເຫົ້ງາໄລຍະຫ່າງ 50 x 50 ຊມ. ຂຸມລະ 3 ເຫງົ້າ.
3. ການໃສ່ປຸ໋ຍ
ໃສ່ປຸ໋ຍສູດ 15:15:15 ໃນອັດຕາ 50-100 ກລ/ໄຣ່ ປະສົມກັບຝຸ່ນຄອກຮອງພື້ນກ່ອນປູກ ແລະ ໃສ່ຫຼັງຈາກຕັດຫຍ້າທຸກຄັ້ງຄວນໃສ່ສູດ 46:00:00 ໃນອັດຕາ 10-20 ກລ/ໄຣ່ ແລະ ປີຕໍ່ໆໄປໃຫ້ໃສ່ສູດ 15:15:15 ໃນອັດຕາ 50 ກລ/ໄຣ່ ເປັນປຸ໋ຍຮອງພື້ນໃສ່ຕົ້ນລະດູຝົນ.
4. ການກໍາຈັດວັດສະພືດ
ຄວນກໍາຈັດວັດສະພືດ 1-2 ຄັ້ງໆທໍາອິດຫຼັງຈາກປູກໄດ້ 3-4 ອາທິດ ແລະ ຄັ້ງທີ 2 ຫຼັງຈາກຄັ້ງທິ່ີ 1 ປະມານ 1-2 ເດືອນ.
5. ການໃຊ້ປະໂຫຍດ.
ຫຍ້າປສັປາລໍາ ເປັນຫຍ້າທິ່ີຈະເລີນເຕີບໂຕໄວ ຖ້າປ່ອຍໄວ້ໃຫ້ມີອາຍຸຫຼາຍໃບຈະຫຍາບ ແລະ ກະດ້າງຂອບໃບຄົມ. ດັ່ງນັ້ນ ຈິ່ງແນະນໍາໃຫ້ຕັດໄວກວ່າຫຍ້າອື່ນໆ. ໂດຍຕັດຄັ້ງທໍາອິດອາຍຸໄດ້ 40 ວັນ ແລະ ຕັດຄັ້ງຕໍ່ໆໄປ 30-35 ວັນ ທິ່ີລະດັບຄວາມສູງ 5- 10 ຊມ. ໃນລະດູຝົນຫຍ້າຈະເລີນເຕີບໄວສາມາດຕັດໄດ້ 25-30 ວັນ ໂດຍຕັດໃຫ້ສັດກິນ ຫຼື ປ່ອຍໃຫ້ສັດເຂົ້າເລັມກິນ ແລະ ເຮັດຫຍ້າໝັກແຕ່ບໍ່ເໝາະສໍາຫຼັບເຮັດຫຍ້າແຫ້ງ.
6. ການເກັບກ່ຽວເມັດພັນ
ຫຍ້າປສັປາລໍາ ຈະອອກດອກປະມານຕົ້ນເດືອນກັນຍາ ແລະ ເມັດຈະສຸກແກ່ທ້າຍເດືອນກັນຍາ ເຖິງຕົ້ນເດືອນຕຸລາ. ຄວນເລີ່ມເກັບກ່ຽວເມັດພັນເມິື່ອຫຍ້າອອກດອກໄດ້ 50% ໂດຍການມັດຊິ່ດອກຮ່ວມກັນເປັນສຸມກ່ອນເກັບ 1 ອາທິດ ຄວນໃຊ້ຖົງຕາໜ່າງໄປຄຸມຮວງໄວ້ເພິ່ືອໃຫ້ເມັດທິ່ີສຸກແກ່ຫຼົ່ນລົງຖົງ ຫຼື ໃຊ້ວິທິເຄາະຮວງທຸກໆ 3 ວັນ ແລ້ວນໍາມາທໍາ ຄວາມສະອາດ ແລະ ບັນຈຸໃສ່ກະສອບ ວິທີນີ້ເໝາະສົມກັບຊາວກະສິກອນທິ່ີມີເນື້ອທິ່ີໜ້ອຍແຕ່ສໍາຫລັບຜູ້ທີ່ມີເນື້ອກ້ວາງ ແລະ ມີແຮງງານຫຼາຍພໍອາດຈະໃຊ້ວິທີການກ່ຽວຊໍ່ດອກນໍາມາບົມແບບດຽວກັບຫຍ້າຣູຊີ .
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(3).pdf
https://ubonforageseeds.com/th/seeds/paspalum/
http://dairyfeed.blogspot.com/2015/12/paspalum-atratum.html
ເຕັກນິກການລ້ຽງກົບ
ກົບເປັນສັດທີ່ມີກະດູກສັນຫຼັງ. ເລີ່ມພັດທະນາການມາຈາກສັດນ້ໍາຄ້າຍຄືຈໍາພວກປາໂດຍຄືລູກກົບ (ຮວກ) ຈະດໍາລົງຊີວິດຢູ່ໃນນໍ້າ ແລະ ຫາຍໃຈດ້ວຍຟື້ນຟືມເໝືອນກັນກັບປາ, ຕໍ່ມາຈິ່ງຍ້າຍຂຶ້ນມາຢູ່ເທິງບົກ, ເພາະສະນັ້ນເພີ່ນຈຶ່ງເອີ້ນວ່າ: ສັດເຄິ່ງບົກ-ເຄິ່ງນໍ້າ. ກົບມີລໍາຕົວສັ້ນ, ບໍ່ມີຫາງ, ບໍ່ມີຄໍ, ສາມາດເຄື່ອນທີ່ໄດ້ຢ່າງວ່ອງໄວຢູ່ເທິງບົກເພາະວ່າກັບມີຂາຫຼັງທີ່ແຂງແຮງ 1 ຄູ່ ສາມາດໂດດເຕັ້ນໄດ້ໄກ.
ປະໂຫຍດຈາກການລ້ຽງກົບ: ກົບສາມາດນໍາໃຊ້ເປັນອາຫານ ແລະ ນິຍົມບໍລິໂພກຫຼາຍເພາະຊີ້ນຂອງກົບມີທາດຊີ້ນ (ໂປຣຕີນ) ສູງເປັນອາຫານທີ່ມີລົດຊາດແຊບດີ, ສາມາດປຸງແຕ່ງອາຫານໄດ້ຫຼາຍຢ່າງຫຼາຍຊະນິດຄື: ຂົ້ວກົບ, ຍໍາກົບ, ຜັດກົບ, ອົ່ວກົບ, ປິ່ນກົບ, ກົບແຫ້ງ, ກົບຢ່າງ ແລະ ອື່ນໆ. ນອກຈາກນີ້ກົບຍັງສາມາດລ້ຽງເປັນອາຊີບ ຫຼື ເພື່ອ ເປັນການຄ້າໄດ້ເພາະວ່າໃນປະຈຸບັນນີ້ກົບທີມີຕາມທໍາມະຊາດແມ່ນມີຈໍານວນເຫຼືອໜ້ອຍລົງ, ກົບຍັງບໍ່ພຽງພໍຕາມຄວາມຕ້ອງການຂອງຜູ້ບໍລິໂພກ, ຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ສະນັ້ນກົບຈິ່ງກາຍເປັນສີນຄ້າທີ່ຫາຍາກແລະ ມີລາຄາແພງຂຶ້ນ.
1. ການເລືອກສະຖານທີ່ລ້ຽງກົບ
– ຄວນເລືອກສະຖານທີ່ໃນການລ້ຽງກົບຢູ່ໃກ້ກັບເຮືອນເພື່ອສະດວກໃນການດູແລຮັກສາ ແລະ ສະດວກໃນ
ການປ້ອງກັນສັດຕູຂອງກົບ.
– ຄວນເລືອກເອົາບ່ອນທີ່ສູງ,ເພື່ອປ້ອງກັນນໍ້າຖ້ວມເວລາຝົນຕົກແຮງ.
– ຄວນມີແຫຼ່ງນໍ້າທີ່ສະອາດ ແລະ ມີປະລິມານນ້ໍາພຽງພໍສໍາລັບການລ້ຽງໂດຍສະເພາະລະດູແລ້ງເຊັ່ນ: ແມ່ນໍ້າລໍາເຊ, ນໍ້າສ້າງ,ນໍ້າບາດານແລະນໍ້າປະປາ.
– ມີສະຖານທີ່ສໍາລັບຖ່າຍເທນໍ້າເສຍອອກສະດວກ, ຖ້າມີພື້ນທີ່ໃຫ້ແຫຼ່ງນໍ້າກໍ່ຈະສະດວກໃນການຖ່າຍເທນໍ້າໄດ້ດີກວ່າພື້ນທີ່ລ້ຽງກົບບໍ່ຄວນໃກ້ກັບຖະໜົນໃຫຍ່ເພື່ອປ້ອງກັນສຽງລົດລົບກວນ, ກົບຈະບໍ່ໄດ້ພັກຜ່ອນເຕັມທີ່ ແລະ ໃຫຍ່ຊໍາບໍ່ຢູ່ໃນເຂດຊຸມຊົນແອອັດ, ຄວນໃກ້ກັບແຫຼ່ງອາຫານ ແລະ ຄວນໃກ້ກັບຕະຫຼາດ.
2. ອ່າງລ້ຽງກົບທີ່ນິຍົມໃນປະຈຸບັນ
ອ່າງຊະນິດກົມ
ອ່າງລ້ຽງຊະນິດນີ້ສ່ວນໃຫຍ່ຈະນໍາໃຊ້ແຫຼ່ງນໍ້າສ້າງມາເຮັດເປັນບ່ອນລ້ຽງກົບພໍ່ແມ່ພັນ, ອະນຸບານລູກກົບຂະໜາດນ້ອຍໃນໄລຍະຄັດແຍກກົບນ້ອຍ. ຂະໜາດຂອງອ່າງແມ່ນມີຫຼາຍຂະໜາດຂຶ້ນກັບຄວາມຕ້ອງການຂອງຜູ້ລ້ຽງກົບ.
ອ່າງຊີມັງຊະນິດກໍ່ສີ່ຫຼ່ຽມແຈສາກ
ອ່າງຊະນິດນີ້ຜູ້ລ້ຽງບາງຄອບຄົວມັກຈະນໍາໃຊ້ດິນບ໊ອກມາກໍ່ ຫຼື ອາດເປັນດິນຈີ່ເຊິ່ງກໍ່ເປັນຮູບສີ່ ຫຼ່ຽມຜືນຜ້າຕາມຂະໜາດທີ່ຕ້ອງການໂດຍຂຶ້ນກັບແຜນໃນການລ້ຽງ.
3. ການກະກຽມອ່າງກ່ອນການລ້ຽງ
ກ່ອນທີ່ຈະນໍາເອົາກົບມາລ້ຽງຜູ້ລ້ຽງຄວນມີການຂ້າເຊື້ອຢູ່ໃນອາງເສຍກ່ອນໂດຍການນໍາໃຊ້ປູນຂາວຫວ່ານໃຫ້ທົ່ວອ່າງໃນປະລິມານ 0,02-0,03 ກິໂລກຼາມ/ຕາລາງແມັດ, ຫຼັງຈາກນັ້ນຄວນມີການຕາກອ່າງ ໃຫ້ແຫ້ງປະໄວ້ 2-3 ວັນ ແລ້ວໃຫ້ລ້າງອ່າງດ້ວຍນໍ້າສະອາດ, ຫຼັງຈາກນັ້ນຈຶ່ງປ່ອຍນໍາເຂົາໃຫ້ສູງປະມານ 5-10 ຊັງຕີແມັດ, ພ້ອມທັງຊອກຫາພືດນໍ້າເຊັ່ນ: ຜັກຕົບ, ຜັກບົງ, ໄມ້ແປ້ນ ຫຼື ແຜ່ນສະໂນເພື່ອໃຫ້ກົບຂຶ້ນມາພັກຜ່ອນ ແລະ ເປັນບ່ອນໃຫ້ອາຫານ. ຈາກນັ້ນກໍນໍາກົບມາປ່ອຍໃສ່ ຫຼື ອີກວິທີໜຶ່ງໃນການຂ້າເຊື້ອອ່າງດ້ວຍການນໍາເອົາກົກກ້ວຍຕັດເປັນຕ່ອນແລ້ວຜ່າອອກແຊໄວ້ໃນອ່າງທີ່ມີນໍ້າເຕັມປະມານ 1 ອາທິດເພື່ອໃຫ້ຕົ້ນກ້ວຍດູດຊືມເອົາກິ່ນຊີມັງໃຫ້ຈືດລົງ ຫຼື ຈະໃຊ້ເປືອກໝາກນັດກໍ່ໄດ້ໂດຍວິທີໃຊ້ຮຸກຖູຕາມພື້ນອ່າງ ແລະ ດ້ານຂ້າງອ່າງ.
4. ຂະຫນາດແລະອັດຕາການປ່ອຍກົບນ້ອຍລົງລ້ຽງໃນອ່າງ
ຫຼັງຈາກກົບນ້ອຍຫາງກຸດ ເຊິ່ງມີຂະໜາດຄວາມຍາວຂອງໂຕສະເລ່ຍ 2-3 ຊມ ແລະ ນໍ້າໜັກ ສະເລ່ຍ 2-4 ກຼາມ, ສໍາລັບອ່າງຊີມັງຂະໜາດ 3x4x1 ແມັດຈະສາມາດປ່ອຍກົບລົມ 1,000 ໂຕ ຫຼື ເທົ່າກັບ 84 ໂຕ/ຕາລາງແມັດ.
5. ອາຫານແລະການໃຫ້ອາຫານ
ອາຫານສໍາເລັດຮູບຂອງປາດຸກຊະນິດເມັດລອຍຂອງປາດຸກນ້ອຍ, ກາງ ແລະ ໃຫຍ່ ທີ່ມີທາດໂປຣຕີນ 30-32% ແລະ ສາມາດໃຫ້ອາຫານຊະນິດອື່ນເສີມກໍ່ໄດ້ເຊັ່ນ: ປະເພດຜັກ, ປານ້ອຍ, ຫອຍ, ຂີ້ກະເດືອນ, ແມງໄມ້, ຈິ່ງຫຼີດ ແລະ ເສດອາຫານຈາກຄົວເຮືອນ, ໃຫ້ວັນລະ 2 ຄັ້ງຄື: ຕອນເຊົ້າ ແລະ ຕອນແລງ. ການໃຫ້ອາຫານກົບທີ່ຍັງນ້ອຍຄວນໃຫ້ 5-6 % ຂອງນໍ້າຫນັກໂຕ/ວັນ ແລະ ເວລາກົບໃຫຍ່ຄວນໃຫ້ 4-5% ຂອງນໍ້າໜັກໂຕ/ວັນ.
6. ການດູແລຮັກສາ
ການບົວລະບັດຮັກສາກົບແມ່ນໃຫ້ສັງເກດເບິ່ງນໍ້າໃນອ່າງນັ້ນວ່າເປັນຄືແນວໃດ, ຖ້ານໍ້າມີກິ່ນເໝັນຄວນປ່ຽນທັນທີໂລດ, ອີກຢ່າງໜຶ່ງຄວນເລືອກເອົາກົບທີ່ໃຫຍ່ລື່ນໝູ່ອອກຈາກອ່າງໄປລ້ຽງຍັງອ່າງອື່ນ ແລະ ມີຄວາມຈໍາເປັນຕ້ອງຄັດແຍກກົບທຸກໆອາທິດ.
7. ໄລຍະເວລາການລ້ຽງ
ການລ້ຽງກົບຈະໃຊ້ເວລາ 4-5 ເດືອນເທົ່ານັ້ນກໍ່ສາມາດຈັບກົບອອກຂາຍໄດ້ເຊິ່ງກົບທີ່ໄດ້ຈະມີນໍ້າໜັກສະເລ່ຍ 5-6 ໂຕ/ກິໂລກຼາມ, ສະເລ່ຍອາຫານທີ່ໃຫ້ຕໍ່ກົບ 1,000 ໂຕ ຈະໝົດອາຫານ 8 ເປົ່າ (ເປົ່າໜຶ່ງ 20 ກິໂລກຼາມ) ຖ້າມີອາຫານເສີມປະເພດອື່ນຈະເຮັດໃຫ້ການລອດຕາຍຂອງກົບສະເລ່ຍເຖິງ 70%.
ບາງຂໍ້ແນະນໍາກ່ຽວກັບການລ້ຽງກົບ
– ຄວນຊຸກຍູ້ໃຫ້ມີການຜະລິດອາຫານກົບຢູ່ພາຍໃນບ້ານເພື່ອຫຼຸດຜ່ອນຕົ້ນທຶນການລ້ຽງໃຫ້ຕ່ໍາລົງ ແລະ ມີຜົນກໍາໄລຫຼາຍຂຶ້ນ.
– ການເລືອກສະຖານທີ່ລ້ຽງຖືວ່າເປັນບັນຫາສໍາຄັນ ແລະ ເປັນພື້ນຖານຂອງການລ້ຽງກົບ, ຄວນເລືອກເອົາສະຖານທີ່ : ງຽບສະຫງົບປາສະຈາກສິ່ງລົບກວນ, ໃກ້ກັບທີ່ພັກເຊົາ, ໃກ້ກັບແຫຼ່ງອາຫານ ແລະ ເສັ້ນທາງຄົມມະນາຄົມສະດວກເພື່ອສະດວກໃນການຂົນສົ່ງຈໍາຫນ່າຍສູ່ຕະຫຼາດ.
– ໃນບັນດາອາງທີ່ໃຊ້ລ້ຽງກົບນີ້ຖ້າຜູ້ລ້ຽງກົບຈໍານວນຫຼາຍກໍ່ຄວນລ້ຽງໃນອ່າງຊີມັງ, ສ່ວນຜູ້ທີ່ລ້ຽງໜ້ອຍກໍ່ຄວນລ້ຽງໃນໜອງດິນຫຼືກະຊັງໂດຍຂຶ້ນກັບພື້ນທີ່ແລະສະພາບແວດລ້ອມຂອງຜູ້ລ້ຽງ.
– ແນວພັນກັບຄວນເລືອກຊິເອົາແນວພັນກົບເລືອດປະສົມລະຫວ່າງກົບພັນກັບກົບນາ, ເພາະລູກກົບຈະມີການຕອບສະໜອງຕໍ່ອາຫານໄດ້ດີ ແລະ ໃຫຍ່ໄວ.
– ອາຫານທີ່ລ້ຽງກົບ: ຄວນນໍາໃຊ້ອາຫານທີ່ຫາໄດ້ໃນທ້ອງຖິ່ນເພື່ອຫຼຸດຜ່ອນການນໍາໃຊ້ອາຫານສໍາເລັດຮູບກໍ່ຄືຈະເຮັດໃຫ້ຕົ້ນທຶນການລ້ຽງຕໍ່າລົງ.
– ການລ້ຽງເປັນກັບຊີ້ນຄວນວາງແຜນການລ້ຽງໃນຊ່ວງທ້າຍລະດູຝົນເພາະໄລຍະຊ່ວງນີ້ກົບຊີ້ນທໍາມະຊາດຈະຂາດແຄນຕາມທ້ອງຕະຫຼາດ, ກົບມີໜ້ອຍ ແລະ ຈະໄດ້ລາຄາດີອີກດ້ວຍ.
8.ການປະສົມພັນກົບ
ການປະສົມພັນກົບແມ່ນມີ 2 ແບບ ຄືແບບທໍາມະຊາດ ແລະ ແບບປະສົມພັນທຽມຄືນ
ການປະສົມພັນແບບທໍາມະຊາດ
– ການຄັດພໍ່ພັນກົບ: ກົບພໍ່ພັນທີ່ເຮົາຈະຄັດມາປະສົມພັນຄວນສັງເກດເບິ່ງວ່າໂຕທີ່ແຂງແຮງ, ມີປາຍນີ້ວຕີນສົມບູນ ແລະ ປາຍນິ້ວຕີນຈະມີຄວາມໜຽວເມື່ອຣອດລະດູການປະສົມພັນ.
– ການຄັດເລືອກກົບແມ່ພັນ: ກົບແມ່ພັນທີ່ດີຄວນເປັນກົບທີ່ມີຂະໜາດໃຫຍ່, ລໍາໂຕມີຄວາມສົມບູນ, ມີຂາທີ່ແຂງແຮງດີ, ເມື່ອຮອດລະດູການປະສົມພັນ, ຂ້າງທັງ 2 ຂ້າງຈະມີຕຸ່ມຊາເພື່ອໃຫ້ກົບຜູ້ຈັບໄດ້ໝັ້ນຄົງ.
9.ການກະກຽມອ່າງທີ່ຈະປ່ອຍກົບພໍ່ແມ່ພັນ
ອ່າງປະສົມພັນຄວນມີການຂ້າເຊື້ອດ້ວຍປູນຂາວເສຍກ່ອນຫຼັງຈາກນັ້ນ 2-3 ວັນຈຶ່ງລ້າງດ້ວຍນ້ໍາໃຫ້ສະອາດ, ຈາກນັ້ນຈິ່ງປ່ອຍນໍາເຂົ້າອ່າງໃຫ້ເລິກປະມານ 5-10 ຊັງຕີແມັດ. ຫຼັງຈາກນັ້ນຈຶ່ງນໍາເອົາກ້ານພ້າວ ແລະ ກິ່ງໄມ້ມາວາງເທິງໜ້ານໍ້າ. ເຮົາຄວນເຮັດຝົນທຽມດ້ວຍການຫົດນໍ້າໃສ່ສັງກະສີ ຫຼື ກ້ານພ້າວ 2-3 ວັນຕິດຕໍ່ກັນເຮັດທັງເຊົ້າ ແລະ ແລງໃຊ້ເວລາປະມານ 20-30 ນາທີ.
10.ການຟັກໄຂ່ກົບ
ພາຍຫຼັງກົບແມ່ວາງໄຂ່ສໍາເລັດແລ້ວກໍ່ນໍາເອົາກົບພໍ່ແມ່ພັນອອກຈາກອ່າງປະສົມພັນເຊິ່ງປະໄວ້ແຕ່ໄຂ່ພຽງເທົ່ານັ້ນ ແລະ ພວກເຮົາຄວນປະຕິບັດດັ່ງນີ້:
– ຄວນຕື່ມນໍ້າສະອາດລົງໃນອ່າງປະສົມພັນໃຫ້ມີຄວາມເລິກປະມານ 10-15 ຊັງຕິແມັດ ຕື່ມສານລະລາຍດາງທັບທິມລົງໄປເລັກນ້ອຍ.
– ເພີ່ມປະລິມານອົກຊີແຊນໃນນໍ້າຕະຫຼອດເວລາດ້ວຍປໍ້າລົມ.
– ເມື່ອໄຂ່ກົບແຕກເປັນກົບນ້ອຍແລ້ວຈຶ່ງເຮັດການອະນຸບານລູກກົບຕໍ່ໄປ.
11.ການອະນຸບານກົບນ້ອຍ(ຮວກ)
ຄວນອະນຸບານກົບນ້ອຍໃນອ່າງຊີມັງເພື່ອຊ່ວຍໃນການບົວລະບັດຮັກສາແກ້ໄຂບໍ່ໃຫ້ນໍ້າເນົ່າເສຍໄວ, ອ່າງອະນຸບານຄວນມີເນື້ອທີ 16-20 ຕາລາງແມັດເຊັ່ນ: ອ່າງ 4x4x1 ແມັດ ອ່າງນີ້ສາມາດປ່ອຍກົບນ້ອຍອະນຸບານໄດ້ 5,000-10,000 ໂຕ ທັງນີ້ກໍ່ຂຶ້ນກັບຊະນິດຂອງກົບ, ລະດັບນ້ໍາຢູ່ໃນອ້າງອະນຸບານກົບນ້ອຍໃນໄລຍະແຕກອອກມາໃໝ່ໆຄວນມີລະດັບນ້ໍາບໍ່ 20 ຊັງຕີແມັດ. ຈາກນັ້ນເຮົາຕ້ອງປ່ຽນນ້ໍາໃນອ່າງປະມານ 50% ຂອງປະລິມານນ້ໍາໃນອ່າງທຸກໆມື້ເຊິ່ງຈະຊ່ວຍໃຫ້ກົບນ້ອຍແຂງແຮງ, ກິນອາຫານໄດ້ດີ ແລະ ຈະເລີນເຕີບໂຕໄວ.
ເມື່ອກົບນ້ອຍອາຍຸໄດ້ 2-3 ວັນທໍາອິດກົບຈະບໍ່ກິນອາຫານເພາະລູກກົບຍັງນໍາໃຊ້ອາຫານແຮຖົງໄຂ່ແດງທີ່ຕິດມານໍາມັນເອງ, ຫຼັງຈາກນັ້ນຈຶ່ງໃຫ້ອາຫານເຊັ່ນ: ຮໍາອ່ອນໆ, ປາບົດລະອຽດ, ໄຂ່ແດງທີ່ຕົ້ມສຸກແລ້ວ, ໄຮນໍາ, ຜັກກາດ, ຜັກບົ້ງຕົ້ມໃຫ້ອ່ອນ ຫຼື ນໍາໃຊ້ອາຫານສໍາເລັດຮູບຂອງປາດຸກປະສົມກັບນ້ໍາເສຍກ່ອນ, ການໃຫ້ອາຫານຄວນໃຫ້ເທື່ອລະໜ້ອຍແຕ່ໃຫ້ເລື້ອຍໆ.
ຫຼັງຈາກກົບນ້ອຍອາຍຸໄດ້ 1 ເດືອນຂື້ນໄປ, ກົບນ້ອຍຈະມີການປົ່ງຂາ ແລະ ຂາຈະເລີ່ມສັ້ນເຂົ້າ, ສະນັ້ນໄລຍະນີ້ຍິ່ງເພີ່ມຄວາມເອົາໃຈໃສ່ ແລະ ປະຕິບັດດັ່ງນີ້:
– ໃຫ້ອາຫານກົບນ້ອຍດ້ວຍອາຫານກົບນ້ອຍຫຼືອາຫານປາດຸກນ້ອຍທີ່ມີທາດໂປຣຕີນສູງ.
– ຄວນປ່ຽນນໍ້າໃນອ່າງເພາະອາຫານຈະພາໃຫ້ນໍ້າເນົ່າເສຍໄວ, ນໍ້າສະອາດເຮັດໃຫ້ກົບແຂງແຮງ, ກິນອາຫານ ໄດ້ດີ ແລະໃຫຍ່ໄວ.
– ຜູ້ລ້ຽງຄວນສັງເກດ ແລະ ຄັດແຍກກົບນ້ອຍທີ່ເປັນກົບນ້ອຍສົມບູນ, ຄວນຄັດໂຕທີ່ໃຫຍ່ຕາມຂະໜາດໄວ້ໃນອ່າງຕ່າງຫາກຖ້າບໍ່ຄັດອອກຈະເຮັດໃຫ້ສູນເສຍຈໍານວນກົບນ້ອຍຫຼາຍຄວນຄັດຕາມຂະໜາດຂອງກົບນ້ອຍ.
ແຫຼ່ງຂໍ້ມູນ: https://nafclao.files.wordpress.com/2016/08/content-of-frog-production.pdf
file:///C:/Users/HP/Downloads/2d6KiuW0t8zco5hS%20(1).pdf
https://www.phakhaolao.la/stories/ການລ້ຽງກົບ
https://hukased.blogspot.com/2019/07/manual-of-frog-raising-techniques.html
ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108
ລະບົບການປູກເຂົ້າແບບກ້າກີບດຽວ
ລະບົບການປູກເຂົ້າແບບກ້າກີບດຽວ ມີປະສິດທິຜົນດີ ເພາະວ່າມັນຫຼຸດຜ່ອນຕົ້ນທຶນໃນການຜະລິດ ແລະ ເພີ່ມຜົນຜະລິດ ເຊິ່ງເປັນການຜະລິດທີ່ມີຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ການນຳໃຊ້ວິທີການຂອງລ ະບົບການປູກແບບກ້າກີບດຽວ ຊາວນາທີ່ມີລາຍຮັບໜ້ອຍ ະສາມາດຜະລິດເຂົ້າໄດ້ຫຼາຍຂຶ້ນ ເພື່ອການບໍລິໂພກພາຍໃນຄົວເຮືອນ ຫຼືຂາຍ ເຊິ່ງສາ ມາດປັບປຸງການຄຳປະກັນທາງດ້ານສະບຽງອາຫານ ແລະ ລາຍຮັບໄປພ້ອມກັນ. ພືດທີ່ປູກໂດຍໃຊ້ລະບົບ ການປູກແບບກ້າກີບດຽວ ໂດຍທົ່ວໄປແລ້ວຈະ ມີຄວາມທົນທານຕໍ່ກັບສັດຕູພືດ ແລະ ພະຍາດ ຫຼາຍກວ່າການປຸກແບບທົ່ວໄປພ້ອມນັ້ນຍັງ ນຳໃຊ້ຢາຂ້າສັດຕູພືດໃນປະລິມານໜ້ອຍ ແລະ ພືດສ າມາດຮັກສາຄວາມສົມດຸນຂອງທາດອາຫານໄວ້ໄດ້ດີ. ລະບົບດັ່ງກ່າວ ໄດ້ເລີ່ມໃຊ້ທຳອິດແມ່ນ ກັບການປຸກເຂົ້າ ແຕ່ຫຼາຍປະເທດກໍໄດ້ມີການປັບດັດທິດສະດີຂອງ ການປູກແບບກີບດຽວ ໃສ່ກັບການປູກພືດຊະນິດອື່ນໆ ເຊັ່ນ ສາລີ, ທັນຍະພືດ, ອ້ອຍ ລວມໄປເຖິງ ພືດຜັກຊະນິດຕ່າງໆ.
1. ຜົນປະໂຫຍດຂອງການເຮັດນາກ້າກີບດຽວຕໍ່ກັບຊາວກະສິກອນ
– ຫຼຸດຕົ້ນທຶນການຜະລິດ ເຊັ່ນ: ຄ່າແນວພັນ, ປະຍັດນ້ຳ, ຫຼຸດຕົ້ນທຶນຊື້ຝຸ່ນເຄມີ, ປະຍັດແຮງງານ.
– ຊ່ວຍປັບປຸງຄຸນນະພາບຂອງດິນ ແລະ ນ້ຳ
– ຕົ້ນພືດໃຫຍ່ໄວ
– ຫຼຸດຜ່ອນການນຳໃຊ້ຢາເຄມີປາບສັດຕູພືດ, ແມງໄມ້ ແລະ ການນຳໃຊ້ຝຸ່ນເຄມີ.
– ລົງທຶນໜ້ວຍແຕ່ໄດ້ຮັບຜົນຜະລິດຫຼາຍ
– ພືດມີຄວາມທົນທານກັບພະຍາດ ແລະ ສັດຕູພືດ, ມີປະໂຫຍດຕໍ່ສຸຂະພາບ ແລະ ມີທາດອາຫານທີ່ມີຄຸນ ນະພາບດີ.
2. ຜົນປະໂຫຍດຂອງການເຮັດນາກ້າກີບດຽວຕໍ່ຊາວກະສິກອນ
1. ເຕັກນິກການກະກຽມແນວພັນ ແລະ ການຕົກກ້າ
– ເອົາແນວພັນລົງແຊ່ນ້ຳໃນພາຊະນະໃຫຍ່ຕາມຄວາມເໝາະສົມປະໄວ 24 ຊົ່ວໂມງ ຫຼື 1 ມື້.
– ໃຫ້ນຳໃຊ້ດິນທີ່ມີຄຸນນະພາບດີໃນການຕົກກ້າ, ເພິ່ນສາມາດຕົກກ້າໃສ່ໜານ ຫຼື ຕົກກ້າໃສ່ກະຖາດກໍ່ໄດ້.
– ນຳໃຊ້ຝຸ່ນຄອກໃນເວລາຕົກກ້າ ຊຶ່ງສາມາດຊ່ວຍປ້ອງກັນພະຍາດ ແລະ ສັດຕ່າງໆມາທຳລາຍ.
2. ປັກດຳດ້ວຍກ້າອ່ອນ
(ກ້າໃຫຍ່ຂຶ້ນມີໃບປະມານ 2 ຫາ 3 ໃບ) ປູກແບບຢອດເມັດ (ປະຢັດເມັດພັນ)
2.1 ຕົ້ນເຂົ້າຈະຟື້ນຕົວໄວ ແລະ ມີລະບົບຮາກທີ່ ແຂງແຮງ
– ໂດຍທົ່ວໄປເພິ່ນສາມາດຫວ່ານໃສ່ໜານ ຫຼື ຫວ່ານໃສ່ພະຖາດສະເພາະກໍ່ໄດ້.
– ໃນເວລາເອົາກ້າອອກຈາກໜານ ຕ້ອງປະຕິບັດຢ່າງພິຖີ່ພິຖັນເພາະກ້າອ່ອນຈະຖືກກະທົບໄວ ແລະ ພາຍຫຼັງເອົາອອກ ຈາກໜານແລ້ວກໍ່ຕ້ອງປັກດຳທັນທີໂລດ.
– ໃຫ້ປັກດຳກ້າເອົາຮາກລົງໃສ່ຕົມແບບຕື້ນໆ ເພື່ອຫຼີກລ້ຽງບໍ່ໃຫ້ມີການກະທົບແບບເສຍຫາຍໃຫ້ລະບົບຮາກກ້າ.
2.2 ປູກແບບຢອດເມັດ (ປະຢັດເມັດພັນ)
+ ໃນບາງພື້ນທີ່ຊາວກະສິກອນດຳນາແບບກ້າກີບດຽວ ດ້ວຍວິທີນໍາໃຊ້ເຕັກນິກແບບຢອດເມັດ.
– ໃຊ້ເມັດພັນໜຶ່ງ ຫາ ສອງເມັດຕໍ່ສຸມຕາມໄລຍະຫ່າງທີ່ກຳນົດໄວ້.
– ໃຊ້ເມັດພັນເຂົ້າໜ້ອຍຕໍ່ເນື້ອທີ່ປູກ
. ສາມາດປູກດ້ວຍໄລຍະຫ່າງກວ້າງ ລະຫວ່າງແຖວ ແລະ ລະຫວ່າງຕົ້ນຕໍ່ຕົ້ນ (ປະມານ 25 ຊມ x 25 ຊມ ຫຼື ກວ້າງກວ່ານີ້ຖ້າໃນກໍລະນີດິນມີຄວາມງອກງາມດີ)
+ ຮາກຂອງພືດຂະຫຍາຍຕົວໄດ້ດີ
– ປັກດຳໃນໄລຍະຫ່າງປະມານ 16 ສຸມ ຕໍ່ 1 ຕາແມັດ ເພື່ອສະດວກໃນການນຳໃຊ້ເຄື່ອງມືກຳຈັດວັດສະພືດ.
– ຕົ້ນພືດມີຊ່ອງຫວ່າງໄດ້ຮັບແສງຕາເວັນພຽງພໍ.
4. ການຈັດການນ້ຳ
4.1 ສຸດເພື່ອຮັກສາຄວາມຊຸ່ມຂອງດິນໄວ້
– ນຳໃຊ້ນ້ຳໃນປະລິມານໜ້ອຍ ຫຼື ເຮັດແບບລະບົບສັບປ່ຽນແບບເອົານ້ຳເຂົ້າ ແລະ ເອົານ້ຳອອກ (ປຽກ-ແຫ້ງ) ເພື່ ອຫຼີກລ໊ຽງບໍ່ໃຫ້ນ້ຳຖ້ວມຕົ້ນເຂົ້າ; ແຕ່ທັງໝົດນັ້ນແມ່ນຂຶ້ນກັບສະພາບຂອງດິນ ແລະ ອາກາດ.
– ໃນໄລຍະເວລາທີ່ດິນແຫ້ງນັ້ນ ແມ່ນເປັນການສ້າງເງື່ອນໄຂພື້ນຖານອັນດີໃຫ້ແກ່ການຂະຫຍາຍຕົວລະບົບຮາກຂອງຕົ້ນເຂົ້າ.
5. ປັກດຳແບບເປັນແຖວສາມາດນຳໃຊ້ເຄື່ອງມືກຳຈັດວັດສະພືດ
5.1 ຮັກສາໄລຍະຫ່າງໄດ້ເພີ່ມຜະລິດຕະພາບ
– ເຄື່ອງມືກຳຈັດວັດສະພືດຈະຊ່ວຍພວນໜ້າດິນ, ພ້ອມທັງປັ່ນເອົາຫຍ້າອອກ ແລະ ຍົງດິນຂຶ້ນເປີດຊ່ອງອາກາດອີກປະມານ 10 ຊັງຕີແມັດ.
– ການນຳໃຊ້ເຄື່ອງມືກຳຈັດວັດສະພືດນີ້ແມ່ນເປັນການຊ່ວຍປັບລະບົບໜ້າດິນໃຫ້ພຽງສະໝໍ່າສະເໝີກັນກັບການປູກແບບໄລຍະຫ່າງເປັນແຖວ.
6. ປູກເຂົ້າແບບທໍາມະຊາດ
ການປູກເຂົ້າແບບທໍາມະຊາດຄືນໍາໃຊ້ຝຸ່ນຄອກ, ຝຸ່ນບົ່ມ (ເປັນການປັບປຸງດນແລະເຮັດໃຫ້ຕົ້ນເຂົ້າໃຫຍ່ດີ)
+ ປັບປຸງດິນດ້ວຍຝຸ່ນຊີວະພາບ, ສີມສ້າງທາດອາຫານໃນດິນໃຫ້ສູງຂຶ້ນເປັນຜົນເຮັດໃຫ້ຕົ້ນເຂົ້າຂະຫຍາຍຕົວດີ
– ຕົ້ນເຂົ້າຂະຫຍາຍຕົວໄດ້ດີໃນເວລາປູກເຂົ້ານຳໃຊ້ຝຸ່ນຊີວະພາບ, ຝຸ່ນບົ່ມ, ຝຸ່ນຄອກ, ຝຸ່ນຂຽວ ແລະ ເສດເຫຼືອຂອງພືດ.
– ຕົ້ນເຂົ້າມີຄວາມແຂງແຮງທົນທານຕໍ່ສັດຕູພືດ ແລະ ພະຍາດໄດ້ດີ.
– ເຮັດໃຫ້ດິນມີຄວາມອຸດົມສົມບູນງອກງາມຂຶ້ນ ເໝາະສົມກັບການປູກເຂົ້າ ແລະ ພືດຊະນິດອື່ນໆ.
– ດິນທີ່ອຸດົມສົມບູນດ້ວຍຝຸ່ນຊີວະພາບ ມີຄວາມສາມາດຮັກສານ້ຳໄວ້ໄດ້ດີ ແລະ ມີທາດອາຫານພຽງພໍສຳລັບການການປູກພືດຕ່າງໆ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(1).pdf
https://www.hrdi.or.th/Articles/Detail/17
https://www.baanmaha.com/community/showthread.php?45453-ดำนาด้วยกล้ากลีบเดียว