Monthly Archives: August 2023

ເຂົ້າລາບູນ

ເຂົ້າລາບູນ (LG-12803) ແມ່ນແນວພນເຂົ້າບົກພື້ນເມືອງລາວໃນທ້ອງຖິ່ນ ເມືອງທ່າປາງທ່ອງ, ແຂວງສະຫັວນນະເຂດ . ໃນປີ 1995 ຫາ 2000 ໂຄງ ການອະນຸຮັກເຊື້ອພັນເຂົ້າ (Lao-IRRI Biodiversity project) ໄດ້ເຕົ້າໂຮມແນວພັນເຂົ້າໃນທົ່ວປະເທດໄດ້ 13.191 ຕົວຢ່າງ , ໃນນັ້ນມີແນວພັນເຂົ້າບົກ 7.300 ຕົວຢ່າງໄດ້ນໍາມາເກັບມ້ຽນ ແລະ ຮັກສາໄວ້ໃນທະນາຄານເຊື້ອພັນເຂົ້າລາວ . ປີ 2000 ໄດ້ນໍາມາສັກສາ ແລະ ຄັດເລືອກທີ່ສູນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ພາກເໜືອ. ແລະ ປີ 2003 ໄດ້ນໍາໄປທດົລອງ ການຄັດເລືອກ ແບບມີສ່ວນ ຮ່ວມຂອງຊາວກະສິກອນໃນ 8 ແຂວງ ພາກເໜືອ, ຜ່ານຈາກການທົດລອງເຫັນວ່າສາມາດປັບຕົວໄດ້ດີ ແລະ ເປັນທີ່ຍອມຮັບຂອງຊາວກະສິກອນ .

1. ລັກສະນະປະຈໍາພັນ
– ເປັນປະເພດເຂົ້າໜຽວມີຄວາມຮູ້ສືກຕີຊ່ວງແສງ, ອາຍຸ 120 – 130 ວັນ.
– ຊ່ວງປູກທ້າຍເດືອນ ເມສາ (4) – ຕົ້ນເດືອນ ມິຖຸ (6) ຊ່ວງໄລຍະຝົນຕົກ.
– ລໍາຕົ້ນສູງປະມານ 100 – 125 ຊັງຕີແມັດ.
– ໃບເປັນສີຂຽວຂອບສີມ່ວງ, ແຜ່ນໃບມີຂົນ.

– ເມັດເຂົ້າເປືອກມີຂົນເປັນສີເຟືອງ.
– ເມັດນ້ອຍ, ຍາວ 10.34 ມິນລີແມັດ, ກວ້າງ 3.06 ມິນລີແມັດ, ໜາ 1.98 ມິນລີແມັດ.
– ເມັດເຂົ້າກ້ອງຍາວ 6 ມິນລີແມັດ, ກວ້າງ 2.44 ມິນລີແມັດ, ໜາ 1.72 ມິນລີແມັດ.
– ຄຸນນະພາບການກິນດີ, ອ່ອນ, ເມັດເຂົ້າສານສີຂາວ, ປະລິມານອາມີໂລດ (6.4%)
– ນໍ້າໜັກ 1000 ເມັດ 29.2 ກຣາມ.

2. ລັກສະນະເດັ່ນ
– ຜົນຜະລິດສູງ, ສາມາດປູກໄດ້ດີໃນດິນຂີ້ລາຍ ແລະ ພື້ນທີ່ປູກເຂົ້າຕ່ໍເນື່ອງ 2 – 3 ປີ.
– ສາມາດປູກໄດ້ໃນລະດັບຄວາມສູງຈາກໜ້ານໍ້າທະເລ 300 – 1200 ແມັດ.
– ທົນທານຕໍ່ແມງໄຂ່ປາ (Root aphid)

3. ຜົນຜະລິດ
ເຂົ້າລາບູນສາມາດໃຫ້ຜົນຜະລິດສູງກວ່າແນວພັນເຂົ້າຂອງຊາວກະສິກອນ ເຖິ່ງ 7-30% ຫຼື 137-401 ກລ/ຮຕ. ໃນສະພາບຂອງດິນທີແຕກຕ່າງກັນແຕ່ໄດ້ຫຼາຍກວ່າໝູ່ແມ່ນໃນໄຮທີ່ປູກເຂົ້າຕໍ່ເນືອງກັນ 2 ປີ (401 ກລ/ຮຕ). ສໍາລັບການນໍາໃຊ້ຝຸ່ນໃນໄຮ່ເຂົ້າແມ່ນບໍ່ແນະນໍາໃສ່ເພາະວ່າການຕອບສະໜອງຕໍ່ຝຸ່ນຂອງເຂົ້າບົກພື້ນເມືອງແມ່ນຕໍ່າ ຫຼື ບໍ່ເປັນ ເສດຖະກິດ .

4. ພື້ນທີ່ແນະນໍາປູກ
ເຂດພາກເໜືອ ແລະ ພາກໃຕ້ເຊັ່ນ : ແຂວງຫຼວງພະບາງ, ແຂວງໄຊຍະບຸລີ,ແຂວງອຸດົມໄຊ, ແຂວງ ຫຼວງນໍ້າທາ , ແຂວງບໍ່ແກ້ວ, ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງອັດຕາປື.
5. ຂໍ້ຄວນລະວັງ
– ບໍ່ທົນທານພະຍາດຈຸດສີນໍ້າຕານ (Brown spot)
– ລໍາຕົ້ນນ້ອຍ, ລົ້ມຖ້າປູກໃນພື້ນທີ່ອຸດົມສົມບູນ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/yF3TaEFaq96Z65JJ.pdf

ຂໍ້ມູນເພີ່ມເຕີມ: ທ ຄໍາດອກ ຊົງຢີຄັ່ງຊີທໍ່
ສູນຄນົ້ຄ້ວາກະສິກໍາ ແລະ ປ່າໄມ້ພາກເໜືອ ແຂວງຫຼວງພະບາງ
ຕູ້ປ. ນ: 467
ໂທ: (856-71) 212099
ແຟກ: (856-71) 212467
email: NAFReC@nafri.org.la

ຝຸ່ນບົ່ມຊີວະພາບ (ຝຸ່ນໝັກແຫ້ງ)

ແມ່ນ ຝຸ່ນໝັກແຫ້ງ (ຝຸ່ນອິນຊີ) ຫລື ຝຸ່ນທຳມະຊາດຊະນິດໜຶ່ງ ທີ່ມີປະໂຫຍດໃນການປັບປຸງບຳລຸງດິນສາມາດເຮັດ ເອງໄດ້, ຜະລິດງ່າຍ, ໃຊ້ເວລາໜ້ອຍ, ຕົ້ນທຶນຕ່ຳ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ໃນພື້ນທີ່ໂດຍການນຳໃຊ້ເສດ ວັດຖຸເຫລືອໃຊ້ ປະສົມກັບຂີ້ສັດ,ແກບດຳ (ເຜົາ), ຮຳອ່ອນປົກດ້ວຍເປົາປ່ານ ຫລື ເຟືອງປະໄວ້ 3-5 ວັນ ກໍສາມາດນຳ ໄປໃຊ້ໄດ້.

1. ສ່ວນປະສົມ
1. ຂີ້ສັດແຫ້ງມຸ່ນ (ທຸກຊະນິດ) 1 ເປົາຂາວ
2. ແກບເຜົາ ຫຼື ແກບແຫ້ງ 1 ເປົາຂາວ
3. ຮຳອ່ອນ 1/3 ເປົາຂາວ
4.ນໍ້າສະກັດຊີພາບ (ປຸ໋ຍນໍ້າ)
5.ນໍ້າອ້ອຍ ຫຼື ນໍ້າຕານກ້ອນ ຫຼື ນໍ້າຕານຊາຍແດງ
6. ສ່ວນປະກອບອື່ນໆ ທີ່ມີໃນທ້ອງຖີ່ນ: ຂີ້ເລືອຍ, ຂີ້ອ້ອຍ, ເປືອກຖົ່ວດິນ, ຖົ່ວເຫຼືອງ, ຖົ່ວຂຽວ, ຂີ້ຝອຍໝາກພ້າວ (ຕັດເປັນຕ່ອນນ້ອຍໆ),ເສດເຫລືອຈາກການປູກເຫັດທີ່ຕາກແຫ້ງ, ໃບໄມ້ແຫ້ງ, ຖ່ານມຸ່ນ,ຖ່ານຕົມ (ດິນພື້ນໜອງ) ແລະ ອື່ນໆຢ່າງລະ 1 ເປົາຂາວ (ຖ້າມີ)

2. ວິທີການຜະລິດ
1. ປະສົມວັດຖຸ ໃນຂໍ້ 1, 2, 3 ແລະ 6 ໃຫ້ເຂົ້າກັນ
2. ຫົດນໍ້າທີ່ປະສົມນໍ້າສະກັດຊີວະພາບ ແລະ ນໍ້າຕານ
 ສ່ວນປະສົມ:
– ນໍ້າ 10 ລິດ
– ນໍ້າສະກັດຊີວະພາບ 4-5 ບ່ວງແກງ
– ນໍ້າຕາ 4-5 ບ່ວງແກງ
ຫົດຝຸ່ນໃຫ້ຊຸ່ມຈົນສາມາດປັ້ນເປັນກ້ອນໄດ້ ແລະ ນໍ້າບໍ່ໄຫລອອກຕາມງ່າມມືນັ້ນແມ່ນຄວາມຊຸ່ມພໍດີ.

3. ວິທີໝັກ
ມີ 2 ວິທີ:
1. ຊ້ວນເອົາຝຸ່ນໃສ່ເປົາແຕ່ລະເປົາຄວນໃສ່ເຄີ່ງໜຶ່ງ (ໃສ່ບໍ່ເຕັມ) ມັດປາກເປົາ ເອົາໄມ້ມາຮອງໄວ້ ແລ້ວເອົາເປົາຝຸ່ນໄປວາງໃສ່ບ່ອນທີ່ຮົ່ມມີອາກາດລ່ວງດີ.
2. ໃຊ້ພື້ນຊິີມັງ ຫຼື ປູຜ້າຢາງ ແລ້ວນຳເອົາຝຸ່ນມາເຮັດເປັນກອງຄວາມສູງບໍ່ເກີນ 20 ຊັງຕີແມັດ ຫຼື 1 ຄືບມື ແລ້ວປົກດ້ວຍສີ່ງທີ່ອາຍນໍ້າສາມາດຜ່ານໄດ້ເຊັ່ນ: ເປົາປ່ານ ເປົາຂາວຫ່າງ, ເຟືອງແຫ້ງ, ຫຍ້າແຫ້ງ ແລະອື່ນໆ.
ຝຸ່ນຈະມີຄວາມຮ້ອນສູງສົມຄວນ ແລະ ປະໄວ້ພຽງແຕ່ທ 3-5 ວັນ ຝຸ່ນຈະເຢັນລົງ ແລະ ຝຸ່ນທີ່ມີຄຸນນະພາບຈະ ຕ້ອງມີເສັ້ນໃຍສີຂາວຄືກັບໃຍແມງມຸມຂື້ນເຕັມຕາມຝຸ່ນ ແລະ ຈັບກັນເປັນກ້ອນເບົາໆເອີ້ນວ່າ” ໃຍຈຸລິນຊີ ” ແລ້ວສາມາດນຳໄປໃຊ້ໄດ້. ຖ້າຕ້ອງການຈະເກັບຮັກສາໄວ້ດົນກໍຕ້ອງປະຝຸ່ນໄວ້ໃຫ້ແຫ້ງດີເສຍກ່ອນຈື່ງໃສ່ເປົາໃຫ້ເຕັມແລ້ວມັດປາກໄວ້.

4. ວິທີນຳໃຊ້
1. ນາເຂົ້າ: ໃຊ້ຝຸ່ນຊີວະພາບ ປະມານ 650 – 950 ກິໂລກຣາມ/ເຮັກຕາແບ່ງໃສ່ 3 ໄລຍະທີ່ສຳຄັນຄື: ເວລາກຽມດິນ (ໄຖຄາດ) 30%, ເວລາລຳເຂົ້າກົມ (ຖືພາ) 40% ແລະ ເວລາເຂົ້າເປັນນໍ້ານົມ (ເຂົ້າກົ້ມ) 30%.
2. ພືດຜັກຕ່າງໆ: ໃຊ້ຝຸ່ນຊີວະພາບ ປະສົມກັບດິນໃນໜານຜັກທຸກຊະນິດໃນອັດຕາສ່ວນຝຸ່ນ 1 ກິໂລ ຕໍ່ພຶ້ນທີ່ 1 ຕາແມັດ.ສຳລັບພືດຜັກອາຍຸເກີນ 2 ເດືອນເຊັ່ນ: ກະລ່ຳປີ, ໝາກຖົ່ວ ຍາວ,ໝາກແຕງ, ໝາກອຶ ໃສ່ຝຸ່ຍຊີວະພາບຮອງກົ້ນຂຸມກ່ອນປູກປະມານ 1 ກຳມືໃຫຍ່ຕໍ່ຂຸມ.
3. ຕົ້ນໄມ້ໃຫ້ໝາກ ຄວນຮອງກົ້ນຂຸມດ້ວຍເສດຫຍ້າ, ໃບໄມ້, ເຟືອງແຫ້ງ,ແລະ ຝຸ່ນບົ່ມຊີວະພາບປະມານ 1 -2 ຄຸ. ສ່ວນຕົ້ນໄມ້ໃຫ້ໝາກທີ່ປູກແລ້ວໃສ່ຝຸ່ນບົ່ມຊີວະພາບອ້ອມ ແລ້ວປົກດ້ວຍຫຍ້າ,ໃບໄມ້ແຫ້ງ ແລະ ເຟືອງແຫ້ງ.
4. ຕົ້ນໄມ້ໃຫ້ດອກ ຄວນໃສ່ຝຸ່ນບົ່ມຊີວະພາບ ທຸກໆ 7 ວັນ ປະມານ 1 -2 ກຳມື.

5. ຄຸນປະໂຫຍດ
1. ປັບປຸງໂຄງສ້າງຂອງດິນ ແລະ ເພີ້ມປະລິມານອິນຊີວັດຖຸໃນດິນ ແລະ ຮັກສາຄວາມອຸດົມສົມບູນຂອງດິນ
2. ຮັກສາຄວາມຊຸ່ມຊື່ນໃນດິນ ແລະ ຊ່ວຍການຖ່າຍເທອາກາດໃນດິນໄດ້ດີຂຶ້ນ
3. ເພີ້ມທາດອາຫານທີ່ພືດຕ້ອງການໃຫ້ກັບດິນໂດຍສະເພາະເພີ່ມທາດໄນໂຕຣເຈັນໃຫ້ແກ່ດິນ
4. ບໍ່ເປັນອັນຕະລາຍຕໍ່ສີ່ງທີ່ມີຊີວິດໃນດິນ, ດິນ ແລະ ພືດເຖີງຈະໃຊ້ໃນປະລິມານຫລາຍ ແລະ ຕໍເນື່ອງກໍຕາມ
5. ບໍ່ເປັນອັນຕະລາຍຕໍ່ຜູ້ຜະລິດ, ຜູ້ບລິໂພກ ແລະສະພາບແວດລ້ອມ.
6. ຊ່ວຍຫລຸດຜ່ອນການລະບາດຂອງສັດຕູພືດ
7. ປັບປຸງແລະເຮັດໃຫ້ສະພາບແວດລ້ອມດີຂຶ້ນ
8. ຜະລິດງ່າຍ, ລົງທຶນຕ່ຳ ແລະ ໃຊ້ເວລາໜ້ອຍ.
9. ຜົນຜະລິດເພີ້ມຂຶ້ນ ແລະ ມຄວາມຍືນຍົງ

6. ວິທີເກັບຮັກສາ
ສາມາດເກັບຮັກສາໄດ້ດົນກວ່າ 1-2 ປີ ການເກັບຮັກສາແມ່ນບໍ່ໃຫ້ຖືກແດດ ແລະ ຝົນ (ຄວນເກັບມ້ຽນໃນບ່ອນທີ່ມີອາກາດລ່ວງດີ)

ແຫຼາງຂໍ້້ມູນ: file:///C:/Users/HP/Downloads/I3DPQQj9q5e3zeZn.pdf
https://www.ajourneyinspiredbytheking.org/th/knowledge/local-knowledge-detail.php?id=14
https://thaicityfarm.com/2018/06/05/วิธีทำปุ๋ยหมักชีวภาพแบ/

ສະຖານທີ່ຕິດຕໍ່: ບ້ານໂພນສະຫວັນໃຕ້, ໜ່ວຍ 2, ນະຄອນຫຼວງວຽງຈັນ
ຕູ້ ປ ນ 4881
ໂທລະສັບ/ໂທລະສານ: (021) 264-290
E-mail: saflao@laopdr.com
www.saedalao.org

 

ເຕັກນິກການລ້ຽງໄກ່ເຫຼືອງ

ໄກ່ເຫລືອງ,ເປັນພັນທີ່ລ້ຽງງ່າຍ,ໃຫຍ່ໄວ,ເໝາະສົມກັບສະພາບດິນຟ້າອາກາດຂອງບ້ານເຮົາ.ຈຸດພິເສດຂອງໄກ່ເຫລືອງໃຫ້ໄຂ່ ຫລາຍກ່ວາໄກ່ລາດ, ສາມາດໃຫ້ໄຂ່ປະມານ 150 ໜ່ວຍຕໍ່ປີ.
1. ການເລືອກສະຖານທີ່:
ຕ້ອງເປັນບ່ອນຫ່າງໄກຈາກຊຸມຊົນ, ເປັນບ່ອນດິນໂນນນໍ້າບໍ່ຖ້ວມ,ສາມາດລະບາຍນໍ້າໄດ້ດີ, ມີຕົ້ນໄມ້ບັງແດດໃນຕອນທ່ຽງ,ມີເດີ່ນຫຍ້າໃຫ້ໄກ່ໄດ້ຫາກິນ, ເປັນບ່ອນທີ່ມີອາກາດປອດໂປ່ງບໍ່ເຄີຍເກີດພະຍາດມາກ່ອນ.
2. ກາສ້າງຄອກໄກ່:
ຫຼັງຄາອາດມຸງດ້ວຍຫຍ້າຄາ, ສັງກະສີຫລື ຝ້າຫລັງຄາສູງຢ່າງໜ້ອຍ 1,80 ແມັດ, ພື້ນຄອກຄວນເອົາຂີ້ແກບ, ຂີ້ເລື້ອຍ ມາໃສ່ໃຫ້ໜາປະມານ 5 ຊັງຕີແມັດ ເພື່ອດູດຊື່ມນໍ້າຈາກຂີ້ໄກ່ເຮັດໃຫ້ພື້ຄອກແຫ້ງສະອາດດີປ້ອງກັນພະຍາດ.

3. ການຄັດເລອກພໍ່ແມ່ພັນ:
ການຄັດເລືອກໄກ່ເຮັດເປັນພໍ່ແມ່ພັນຕ້ອງເລືອກຈາກພໍ່ແມ່ນພັນທີ່ມີລັກສະນະຄຸນສົມບັດຄື:
 ເລີ່ມໄຂ່ໄວ(ອາຍຸ 23 – 28 ອາທິດ) ໜ້າຕາແຈ່ມໃສ,,ໂຕໃຫຍ່,ຫອນ ແລະ ຕາງສີແດງ, ລ້ຽງລູກດີ, ຟັກໄຂ່ເກັ່ງ, ກະດູກຜົ້ງກົ້ນກ້ວາງ
 ສຳລັບພໍ່ພັນ ປະສົມພັນເກັ່ງ,ຄວນປ່ຽນພໍ່ພັນທຸກໆ 2 ປີ ຫລີກເວ້ັນບໍ່ໃຫ້ພໍ່ປະສົມພັນກັບລູກມັນເອງ.

4. ການອະນຸບານໄກ່ນ້ອຍ:
ໄກ່ນ້ອຍແຕກໃໝ່ຕ້ອງການອຸນຫະພູມ 36-37 ອົງສາ, ເຮົາຕ້ອງເຮັດຄອກອະນຸບານໄກ່ນ້ອຍ, ໂດຍໃຊ້ຝາກະແຕະມາຂົດເປັນວົງມົນກ້ວາງ 1,20 ແມັດ, ສູງ 60 ຊັງຕີແມັດ ຫລື ໃຊ້ຈຳພວກໄມ້ໄຜ່ມາເຮັດເປັນຄອກ, ໃສ່ດອກໄຟ 100 ວັດ 2-3 ດອກຕໍ່ໄກນ້ອຍ 100 ໂຕ, ຕ້ອງໃຫ້ນໍ້າໄກ່ນ້ອຍບໍ່ໃຫ້ຂາດ

5. ອາຫານ ແລະ ການໃຫ້ອາຫານ
ອາຫານໄກ່ໄດ້ມາຈາກ 3 ແຫລ່ງຄື:ໄດ້ຈາກພືດ,ຈາກສັດ ແລະຈາກແຮ່ທາດຕ່າງໆ,ອາຫານໄກ່ປະກອບດ້ວຍ 4 ທາດໃຫ່ຍໆຄື:
ທາດພະລັງງາ−: ແມ່ນໄດ້ມາຈາກ ສາລີ,ຮຳ,ເຂົ້າປຽນ, ຫົວມັນຕົ້ນ ແລະ ຫົວມັນຕ່າງໆ.
ທາດຊີ້ນ: ແມ່ນໄດ້ມາຈາກຊີ້ນ,ປາ,ແມງໄມ້ຕ່າງໆ ແລະ ພືດຕະກຸນຖົ່ວຕ່າງໆ,ທາດຊີ້ນເຮັດໃຫ້ໄກ່ຈະເລີນເຕີບໂຕ.
ແຮ່ທາດ: ໄດ້ຈາກຈຳພວກ ກະດູກ, ປໍ້ຫອຍ, ປໍ້ໄຂ່, ໄກ່ຕ້ອງການແຮ່ທາດເພື່ອສ້າງໂຄງກະດູກໃຫ້ແຂງແກ່ນ, ສ້າງປໍ້ໄຂ່ອີກດ້ວຍ,ນອກນັ້ນຍັງເປັນສ່ວນປະກອບຂອງທາດຊີ້ນ,ເມັດເລືອດ ແລະ ແພຈຸລັງຕ່າງໆ.
ທາດວິຕາມີນ: ໄດ້ມາຈາກຈຳພວກພືດສີຂຽວນອກນັ້ນຍັງໄດ້ຈາກນໍ້າມັນ, ຕັບສັດ, ຊີ້ນປົ່ນ, ນໍ້ານົມ

ສູດອາຫານໄກ່

ວັດຖຸດີບ ນໍ້າໜັກ(ກິໂລ) %ທາດຊຮັນໃນວັດຖຸດີບ %ທາດຊຮັນໃນອາຫານ
ສາລີ, ເຂົ້າປຽນ 45 0,08 3,60
ຮຳອ່ອນ 25 0,10 2,50
ຖົ່ວເຫຼືອງ 10 0,40 4,00
ປາປົ່ນ 5 0,50 4,00
ໃບກະຖິນ 4 0,17 0,68
ດູກປົ່ນ 7,7 0,71 0,53
ເກືອ 0,3
ລວມ 100 15,31

ອັດຕາການໃຫ້ອາຫານ

ອາຍຸໄກ່ ຈຳນວນອາຫານ(ກຼາມ/ມື້/ໂຕ) ນໍ້າ(ມິນລີລິດ/ມື້/ໂຕ)
1 ມື້-2 ອາທິດ 20 40
15 ມື້- 1 ເດືອນ 40 80
1-2 ເດືອນ 70 102
2-3 ເດືອນ 100 150
3 ເດືອນຂື້ນໄປ 120 200

5. ພະຍາດ
ພະຍາດນິວຄາເຊິນ: ແມ່ນພະຍາດຮ້າຍແຮງ ເກີດຈາກເຊື້ອໄວຣັດ ມັກເກີດກັບໄກ່ສະເພາະ, ໄກ່ທີ່ເປັນພະຍາດນີ້ຈະຕາຍເຖິງ 80-100%,ອາການທີ່ສະແດງອອກຄືໄກ່ຈະຕາຍຢ່າງກະທັນຫັນເປັນຈຳນວນຫລວງຫລາຍໄກ່ຈະຈາມ, ຫັນໃຈຍາກ, ອາຈົມເປັນສີຂຽວແກມເຫລືອງ, ຮ່າງກາຍບາງສ່ວນເປັນອຳມະພາດ,ໄກ່ໂຕທີ່ລອດຕາຍຈະຄໍບິດຍ່າງເປັນວົງວຽນ, ພະ ຍາດນີ້ປົວບໍ່ໄດ້, ຕ້ອງປ້ອງກັນດ້ວຍວັກຊີນນີວຄາເຊີນຄື: ວັກຊີນນິວຄາເຊີນອາຍຸອ່ອນໃຊ້ຢອດ ດັງ,ຕາໄກ່ນ້ອຍ 2-3 ຢອດ ແລະ ນີວຄາເຊີນອາຍຸແກ່ສັກກ້າມຊີ້ນໄກ່ ອາຍຸ 6 ອາທິດຂື້ນໄປ, ຄຸ້ມກັນໄດ້ 1 ປີ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/N7C7WO4ocD4Dw5Q6.pdf
file:///C:/Users/HP/Downloads/tossaporni,+%7B$userGroup%7D,+252468-ไฟล์บทความ-905715-1+(21.12.64).pdf

https://pvlo-cmi.dld.go.th/webnew/images/doc/creat_%20awareness/2565/กรกฎาคม%2065/การเลี้ยงไก่พื้นเมือง.pdf

 

ບາງຄຳແນະນຳເຕັກນິກວິທີການລ້ຽງຄັ່ງ

ຄັ່ງ ເປັນແມງໄມ້ຊະນິດໜຶ່ງທີ່ອາໃສຢູ່ກັບລຳຕົ້ນຂອງໄມ້ຫຼາຍຊະນິດທີ່ມີຢູ່ຕາມທຳມະຊາດ ແລະ ທີ່ຄົນເຮົາປູກເອງໄດ້ເຊັນ: ຕົ້ນຖົ່ວແຮ, ຕົ້ນສົມສາ, ຕົ້ນໝາກແຟນ, ໝາກຂາມປ້ອມ, ຕົ້ນເປົ້າ…. ໂດຍສະເພາະແມ່ນຕົ້ນໄມ້ທີ່ຍັງດີບ. ຄັ່ງມີຄຸນປະໂຫຍດຫຼາຍໆດ້ານເຊັ່ນ: ເປັນສີຍອມຜ້າ, ເຮັດນໍ້າມືກພີມ, ນໍ້າມັນຂັດພື້ນ, ຕາມລໍ້າພ້າອື່ນໆ ແລະ ຍັງເປັນສິນຄ້າທາງດ້ານເສດຖະກິດສ້າງລາຍຮັບໃຫ້ແກ່ຄອບຄົວອີກດ້ວຍ. ຄັ່ງເປັນແມງໄມ້ທີ່ລ້ຽງໄດ້ງ່າຍ ສາມາດລ້ຽງໄດ້ທຸກລະດູ ແລະ ມີ 3 ຊະນິດແນວພັນຄັ່ງຄື: ແນວພັນຄັ່ງດໍ, ກາງ ແລະ ປີ

1. ການກຽມພື້ນທີ່ ທີ່ຈະລ້ຽງຄັ່ງ
– ຢູ່ໃນບ້ານເປົ້າໝາຍຂອງໂຄງການພວກນຳໃຊ້ ຕົ້ນຖົ່ວແຮເປັນບ່ອນລ້ຽງຄັ່ງ
– ກ່ອນການຈະລ້ຽງຄັ່ງເຮົາຕ້ອງປູກຕົ້ນຖົ່ວແຮ່ປະໄວ້ກ່ອນ(ອາຍຸຕົ້ນຖົ່ວຢ່າງຕໍ່າ 6 ເດືອນຂື້ນໄປ) ຈຶ່ງສາມາດປ່ອຍໄດ້ ເພື່ອຮັບປະກັນໃນການລ້ຽງຄັ່ງ
2. ການປູກຕົ້ນຖົ່ວແຮເພື່ອຄັ່ງ
– ລະດູກ່ຮປູກແມ່ນຕົ້ນລະດູຝົນເດືອນ 5-6 ຂອງປີ. ທັງນັ້ນກໍ່ເພື່ອປ່ອຍຢູ່ໃນເດືອນ 12 ຫຼື ເດືອນ 2
– ໄລຍະການປູກຕ້ອງແມ່ນ ກວ້າງ 2 ແມັດ x ຍາວ 2 ແມັດ (ຢູ່ໃນພື້ນທີ່ຮາບພຽງ)
– ໄລຍະການປູກຕ້ອງແມ່ນກວ້າງ 3 ແມັດ x ຍາວ 2 ແມັດ (ຢູ່ໃນພື້ນທີ່ຄ້ອຍຊັນ)
3. ແນວພັນຄັ່ງ
ແນວພັນຄັ່ງ ມີ 3 ຊະນິດ ຄື:
1 ແນວພັນຄັ່ງດໍ ມີອາຍຸ 4 ເດືອນ
2 ແນວພັນຄັ່ງ ກາງ ມີອາຍຸຸ 6 ເດືອນ ຈຳນວນທີ່ໃຊ້ 30-40 ກິໂລ/ເຮັກຕາ(ອີງໃສ່ຮັ່ງນ້ອຍ ຫຼື ໃຫ່ຍ) ຜົນຜະລິດສະເລ່ຍ 800-1,000 ກິໂລ/ເຮັກຕາ
3 ແນວພັນຄັ່ງປີ ມີອາຍຸ 12 ເດືອນ
4. ວິທີການປ່ອຍຄັ່ງ
– ຕ້ອງຕັດແຕ່ງກິ່ງງ່າຕົ້ນຖົ່ວແຮທີ່ນ້ອຍອອກເພື່ອຮັບປະກັນໃນການລ້ຽງຄັ່ງ
– ຕ້ອງມັກແນວພັນຄັ່ງ (ຮັ່ງຄັ່ງ) ກົງກັນຂ້າມກັບທາງທິດຕາຕາເວັນຂື້ນ(ເພື່ອບໍ່ໃຫ້ແນວພັນຄັ່ງຮັບແສງແດດ 100%)
– ຕ້ອງສັ່ງເກດເບິ່ງຈຳນວນຄັ່ງອ່ອນ 1-2 ມື້ທີ່ຂື້ນຢູ່ຕົ້ນຖົ່ວແຮ(ຄັ່ງອອ່ນຈະເປັນສີແດງຖ້າຫາກແມ່ຄັ່ງຂື້ນຫຼາຍແລ້ວເຮົາສາມາດຍ້າຍຄັ່ງໄປໃສ່ຕົ້ນອື່ນ, ອີງໃສ່່ຮັ່ງຄັ່ງນ້ອຍ ຫຼື ໃຫ່ຍ)
– ຫຼັງຈາກປ່ອຍຄັ່ງໄດ້ 7-10 ເຮົາມາດເກັບກູ້ຮັ່ງອອກຈາກຕົ້ນຖົ່ວແຮໄວ້ຂາຍຕໍ່ໄປ

5. ສັດຕູ ແລະ ການປ້ອງກັນກຳຈັດ
 ມົດ: ມັກຈະເປັນສັດຕູຄັ່ງທີ່ຮ້າຍແຮງໃນຊ່ວງທີ່ຕົວຄັ່ງຍັງອ່ອນ ແລະ ມົດມັກຈະດູດກິນໂຕຄັ່ງອ່ອນຢູ່ໃນຊ່ວງຄັ່ງມີອາຍຸ 7-10 ວັນ
 ວິທີປ້ອງກັນ: ໃຊ້ຜ້າຈຸບນໍ້າມັນເຄື່ອງທີ່ເຮົາບໍ່ໃຊ້ແລ້ວມັດອ້ອມຕົ້ນຖົ່ວແຮເພື່ອປ້ອງກັນບໍ່ໃຫ້ມົດໄຕ່ຂື້ນ ແລະ ອານາໄມພື້ນທີ່ອ້ອມຕົ້ນຖົ່ວແຮ
 ເພ້ຍແປງ: ເປັນສັດຕູທີ່ສຳຄັນທີ່ຈະດູດນໍ້າລ້ຽງຕາມງ່າ ແລະ ໃບຂອງລຳຕົ້ນເຮັດໃຫ້ໃບລົ້ນ ແລະ ລຳຕົ້ນຈະຫ້ຽວແຫ້ງຕາຍໃນທີ່ສຸດ

 ການປ້ອງກັນ ແລະ ກຳຈັດ: ໃຊ້ຢາສະໝຸນໄພຊີດພົ້ນ ຫຼື ຕັດກິ່ງງ່ານັ້ນອອກ
6. ການເກັບກູ້ຄັ່ງ
ຕ້ອງສັງເກດເບິ່ງຢູ່ໃນຊ່ວງອາທິດສຸດທ້າຍຂອງອາຍຸຄັ່ງ (ປະມານ 130-140 ວັນ) ຕົວຄັ່ງຈະມີສີໂມກຂາວ, ມີຂົນຍາວ ຫຼັງຈາກນັ້ນຂົນຈະລົ້ນ ແລະ ຈະກ່າຍເປັນສີແດງຊໍ້າ, ມີຮອຍແຕກຊໍ້າລະແດງວ່າຮັ່ງຄັ່ງແກາເຕັມທີ່ ແລະ ເຮົາກໍ່ສາມາດເກັບຮັ່ງຄັ່ງໄປປ່ອຍໃນເນື້ອເນື້ອທີ່ເຮົາກະກຽມໄວ້. ຜົນຜະລິດສະເລ່ຍ 800-1,000 ກິໂລ/ເຮັກຕາ

 

 

 

ເຕັກນິກຂັ້ນຕອນການຜະລິດແນວພັນເຂົ້າລຸ້ນ 3

1. ການກະກຽມເມັດພັນເຂົ້າລຸ້ນ 2
ໃນການຕົກກ້າຄວນມີການທົດສອບຄວາມງອກຂອງເມັດພັນເຂົ້າລຸ້ນ 2 ກ່ອນ ຫຼື ດີແທ້ແມ່ນໃຫ້ຕາກແດດກ່ອນ 1 – 2 ແດດ ເພື່ອກະຕຸ້ນໃຫ້ເຂົ້າງອກດີ.
– ຄັດເລືອກແມ່ນພັນເຂົ້າໂດຍການໃຊ້ນໍ້າເກືອ.
– ການຂ້າເຊື້ອທີ່ຕິດມານຳເມັດພັນເຂົ້າດ້ວຍນໍ້າຮ້ອນ ແລະ ເຊື້ອ ໄທໂຄເດີ້ມາ. ນໍ້າຮ້ອນ 60 ອົງສາ ແຊ 10 ນາທີ ແລະ ແຊ່ໄທໂຄເດີ້ມາ 12 ຊົ່ວໂມງ.

2. ການກຽມຕາກ້າ
ພວກເຮົາຄວນລະວັງສຳລັບການຕຽມຕາກ້າ ເພື່ອຫຼີກລ້ຽງແນວ ພັນອື່ນມາປົນກັນ, ພວກເຮົາຄວນເຮັດຄັນນາຂັ້ນ ຫຼື ໃຫ້ມີ ໄລຍະຫ່າງກັນປະມານ 1–2 ແມັດ. ການຫຼີກລ້ຽງຄວາມຜິດ ພາດທີ່ຈະເກີດຂືຶ້ນໃນເວລາທີ່ພວກເຮົາຕົກກ້າບໍ່ຄວນໃຫ້ມີການຜິດພາດເຊັ່ນ: ເວລາເອົາແນວພັນມາຄັດເລຶອກ, ມາ ແຊ່ນໍ້າ, ມາບົ່ມ ແລະ ມາຫວ່ານລົງໃນຕາກ້າບໍ່ໃຫ້ມາການສັບປົ່ນແນວພັນກັນ.
3. ການກຽມດີນ
ການກຽມດີນກ່ອນປັກດຳ ກໍ່ແມ່ນມີຄວາມສຳຄັນຄວນກຽມໃຫ້ຮາບພຽງດີຈະມີຄວາມສະດວກຫຼາຍຢ່າງ ເຊັ່ນ: ສາ ມາດລະບາຍນໍ້າໄດ້ດີ, ຄວບຄຸມການເກີດຫຍ້າ, ສະດວກໃນການຕັດເຂົ້າປົນ ແລະ ຕົ້ນເຂົ້າງາມໝໍ່າສະເໝີກັນໄດ້ເມັດພັນທີ່ມີຄຸນນະພາບ.

4. ການປັກດໍາ
ຖ້າການປັກດຳນາທີ່ມີສອງແນວພັນຢູ່ໃກ້ຄວນໄດ້ແຍກກັນ ໃຫ້ມີໄລຍະຫ່າງກັນເພື່ອບໍ່ໃຫ້ມີການປະສົມພັນຂ້າມ.

5. ການກໍາຈັດວັດສະພືດ (ຫຍ້າ)
ຖ້ານາມີຫຍ້າຈະຕ້ອງໄດ້ອານາໄມອອກຖ້າບໍ່ອານາໄມອອກ ຈະເຮັດໃຫ້ຫຍ້າຍາດກີນທາດອາຫານນຳຕົ້ນເຂົ້າຈະບໍ່ງາມສົມບູນມັນຈະກະທົບຕໍ່ຄວາມສົມບູນຂອງເມັດພັນ.

6. ພະຍາດ ແລະ ສັດຕູພືດຂອງເຂົ້າ
ກ. ພະຍາດ: ສ່ວນຫຼາຍມັກຈະເກີດພະຍາດເຫງົ້າເໜົ່າ (Foot rot) ເກີດຈາກເຊື້ອແບກທີເຣັຽ Erwinia chrysanthemi ເນື້ອງຈາກວ່າ: ມັນຕິດມາກັບເມັດພັນກພະຍາດນີ້ແມ່ນພະຍາດມັນຈະມີຜົນກະທົບເຊັ່ນ: ຜົນຜະລິດຫຼຸດລົງ, ມັນສາມາດຂະຫ ຍາຍຕົວໄປໃນເມັດພັນໄດ້.
ຂ. ສັດຕູພືດຂອງເຂົ້າ: ສ່ວນນ້ອຍທີ່ສັດຕູພືດຈະເກີດໃນນາທີ່ຜະ ລິດແນວພັນເຂົ້າລຸ້ນ 3 ແຕ່ກໍ່ເກີດຂື້ນໄດ້ເປັນຕົ້ນ: ດ້ວງກໍ, ບົ້ງຂຽວ, ແມງແຄງ…ແຕ່ກະບໍ່ພໍທີ່ຈະສ້າງຄວາມເສຍຫາຍຕໍ່ຜົນຜະລິດໄດ້

7. ການຫຼົກເຂົ້າປົນ

ໃນການຫຼົກເຂົ້າປົນແມ່ນມີ 2 ຢ່າງ ຄື: ເກີດຈາກການແຍກຕົວຂອງແນວພັນເອງ ແລະ ເກີດຈາກການມີແນວພັນອື່ນມາປົນ. ການຫຼົກເຂົ້າປົນຈະຕ້ອງສັງເກດເບີ່ງລັກສະນະຕ່າງໆເຊັ່ນ: ສີຂອງຕົ້ນ, ໃບ, ເມັດ, ຄວາມສູງຂອງຕົ້ນ, ການອອກດອກ. ຄວນຫຼົກ ເຂົ້າປົນຢູ່ 4 ຄັ້ງຄື:
1. ໄລຍະເປັນຕົ້ນກ້າກ່ອນປັກດຳ.
2. ໄລຍະຫຼັງປັກດຳໄດ້ 30 ຫາ 50 ວັນ.
3. ໄລຍະເຂົ້າ ອອກດອກ.
4. ໄລຍະເຂົ້າ ສຸກກ່ອນເກັບກ່ຽວ 5 ຫາ 10 ວັນ.

8. ການເກັບກ່ຽວ
ເຂົ້າທີ່ຈະກ່ຽວເປັນແນວພັນຈະຕ້ອງສຸກແກ່ເຕັມທີ ຫຼື ວ່າສຸກ ກວ່າເຂົ້າກີນປະມານ 5 ຫາ 10 ວັນ.
9. ການຕາກເມັດພັນເຂົ້າ
ກ່ອນຈະຕາກເຂົ້າທີ່ຈະເຮັດເມັດພັນຕ້ອງໄດ້ອານາໄມຜ້າ ຫຼື ສິ່ງທີ່ຈະມາປູຕາກເຂົ້າໃຫ້ດີ, ຖ້າເປັນເຄື່ອງອົບກໍ່ຕ້ອງໄດ້ອາ ນາໄມໃຫ້ສະອາດດີຄວາມຊຸ່ມທີ່ເໝາະສົມແມ່ນ 14%.
10. ການຄັດເມັດພັນເຂົ້າ
ຫຼັງຈາກເມັດພັນເຂົ້າຕາກແຫ້ງໃຫ້ໄດ້ຄວາມຊຸ່ມ 14 % ຫຼື ໜ້ອຍກວ່າສາມາດຄັດເມັດພັນ ໄດ້ດ້ວຍເຄື່ອງຄັດເມັດພັນ ໄດ້ແຕ່ຖ້ານຳໃຊ້ເຄື່ອງນ້ອຍແມ່ນສາມາດເປົ່າໄດ້ແຕ່ບໍ່ສາມາດຄັດແຍກເສດເຟືອງ, ເມັດຫຍ້າ, ເຂົ້າເມັດລີບ, ເມັດບໍ່ຕຶ່ງດີໄດ້.

 ເງື່ອນໄຂຂອງເມັດພັນເຂົ້າທີ່ມີຄຸນນະພາບສູງແຫຼ່ງທີ່ມາຂອງເມັດພັນເຂົ້າທີ່ມີຄວາມບໍລິສຸດສູງທາງກມະພັນມີລັກສະນະແນວພັນເດີມ, ເປີເຊັນການງອກສູງ, ການງອກໄວສະໝໍ່າສະເໝີດີ ແລະ ມີຄວາມແຂງແຮງ, ເປັນເມັດພັນທີ່ບໍ່ມີພະຍາດ ແລະ ແມງໄມ້ທຳລາຍ, ບໍ່ມີເມັດຫັກ, ບໍ່ມີເມັດທີ່ບໍ່ສົມບູນ, ບໍ່ມີເມັດພັນອື່ນປົນ ແລະ ບໍ່ມີ ສິ່ງເຈື່ອປົນອື່ນໆ.
 ທີ່ມາຂອງເມັດພັນ: ແຫຼ່ງທີ່ມາຂອງເມັດພັນ ສະເພາະການ ຜະລິດເມັດພັນເຂົ້າລຸ້ນ 3 ຈະຕ້ອງແມ່ນເມັດພັນທີ່ໄດ້ຮັບ ການລົງທະບຽນ ຫຼື ຢັ້ງຢືນວ່າເປັນເມັດພັນເຂົ້າລຸ້ນ 2 ມາກ່ອນທີ່ໄດ້ຮັບການຜະລິດຢູ່ບັນດາສູນຂອງສູນກາງຂອງ ແຂວງເຊີ່ງໄດ້ຮັບຮອງທາງ ດ້ານມາດຖານການຜະລິດ ເມັດພັນເຂົ້າທີ່ຂື້ນກັບການຈັດຕັ້ງຂອງລັດ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/P4nOjuPBp64rmXJC.pdf
file:///C:/Users/HP/Downloads/328851-3.pdf
https://seedtechpp.kku.ac.th/Download/library/12%20seed%20production%20.pdf

 

ຂໍ້ແນະນຳກ່ຽວກັບການປ້ອງກັນ ແລະ ກຳຈັດຫອຍສັດຕູເຂົ້າ

ຫອຍກິນເຂົ້າ ມີຊື່ວິທະຍາສາດວ່າ : Pomocea SP.ພົບເຫັນໃນລາວມີ 2 ຊະນິດຄື : ຊະນິດເປືອກຫຸ້ມສີຂຽວເຂ້ັມປົນສີນໍ້າຕານ ( P. lnsuສlarus) ມີຮູບຮ່າງ ແລະ ຂະໜາດຄ້າຍຄືຫອຍໂຂ່ງ, ຫອຍປັງ ຖ້າສັງເກດໃຫ້ດີເຫັນວ່າຫອຍກິນເຂົ້າກວ້າງກວ່າ, ກົ້ນຂອດ ແລະ ບໍ່ແຫຼມປານໃດ, ເປືອກບາງ ແລະ ຜ່ອຍເມື່ອທຸບຈະແຕກງ່າຍ, ລຳຕົວຫອຍຫຸ້ມດ້ວຍເປືອກທີ່ກ້ຽງດີມີຝາ ແລະ ໄງດຽວຂ້ອນຂ້າງມົນ ແລະ ໃຫຍ່, ຫົວຂອງຫອຍຈະເປັນແຜ່ນແຂໆ ແລະ ລື່ນອອກຈາກໂຕຫົວມີປາກ ແລະ ອະໄວຍະວະຄ້າຍໜວດໜຶ່ງຄູ່ ປາຍແຫຼມສ້ັນກວ່າໜວດໃຊ້ຮັບຄວາມຮູ້ສຶກ, ມີໜວດໜຶ່ງຄູ ແລະ ຕາໜຶງຄູ່, ມີແຂ້ວໜຶ່ງຄູ່ເປັນດານແຂງໆ ໃຊ້ກັດຕົ້ນໄມ້ໃບຫຍ້າ. ຫອຍເຄື່ອນທີ່ໂດຍໃຊ້ກ້າມຊີ້ນທີ່ເປັນແຜ່ນຍາວເອີ້ນວ່າ ຕີນຫອຍເພື່ອຄານໄປຕາມໜ້າດິນ ຫຼື ພື້ນນໍ້າ

1. ລັກສະນະການທຳລາຍ
ທຳລາຍຕົ້ນເຂົ້າໂດຍກັດກິນໃບ ແລະ ກ້ານໃບ ໂຕທີ່ຢູ່ໄກ້ໜ້ານໍ້າມັກທຳລາຍເຂົ້າທີ່ປັກດຳໃໝ່ ຫາເຂົ້າແຕກກໍສູງສຸດ ແລະ ເມື່ອເຂົ້າແກ່ກໍ່ກັດກິນຮາກເຂົ້າ. ມັກກິນພືດອ່ອນ ແລະ ມີຢາງ .


2. ວົງຈອນຊີວິດ ແລະ ການແຜ່ພັນ
ຈຳແນກເພດ ຂອງຫອຍກິນເຂົ້າຖ້າໂຕຜູ້ຝາ ແລະ ໄງຈະໂນນຢູ່ຈຸດກາງຂອງຝາ ມີອະໄວຍະວະເພດ ເປັນຮູບທ່ໍຍາວສີຂາວເຫັນໄດ້ຊັດເຈນ ແລະ ຖ້າໂຕແມ່ກໍ່ຈະຫຼຸບລົງເລັກນ້ອຍ. ຫອຍໂຕເຕັມໄວຈະມີອາຍຸ 3 ເດືອນ ມີນໍ້າໜັກປະມານ 5 ກຣາມ, ໂຕແມ່ມີໄຂ່ໃນທ້ອງກ່ອນຈຶ່ງເລີ່ມປະສົມພັນໂດຍຈັບຄູ່ກັນຢູ່ຫຼາຍຊົ່ວໂມງ, ຈາກນັ້ນ 1-2 ວັນຕໍ່
ມາໂຕແມ່ໄຂ່ອອກ ຊິ່ງສ່ວນຫຼາຍແມ່ນເວລາກາງຄືນໂດຍໄຕ່ຂື້ນຕົ້ນພືດ ແລະ ຫຼັກໄມ້ທີ່ມີລະດັບສູງກວ່າໜ້ານໍ້າ ໄຂ່ທີ່ອອກໃໝ່ຈະຫຸ້ມດ້ວຍຢາງ ຕໍ່ມາຈ່ຶງກ້າມ ແລະ ແຂງຕົວເຂົ້າ ໄຂ່ຈັບກັນເປັນກຸ່ມ ມີສີບົວ ກຸ່ມໜຶ່ງຍາວປະມານ 1- 5 ຊຕມ ໃນແຕ່ລະກຸ່ມມີໄຂ່ປະມານ 400-3000 ໜ່ວຍພາຍໃນ 7-12 ວັນໄຂ່ຈະເປັນສີຂາວ ແລະ ສີຂີ້ເທົ່າກ່ອນຈະເບາະເປັນຕົວອ່ອນ ຫອຍນ້ອຍຂະໜາດເທົ່າຫົວເຂັມໝຸດຈະກິນໄຮນໍ້າ ແລະ ຈະເລີນເຕີບໂຕວ່ອງໄວ. ເມື່ອອາຍຸໄດ້ 3 ເດືອນຈະກາຍເປັນໂຕແກ່ເຕັມໄວ ແລະ ສາມາດສຶບພັນໄດ້ ຫອຍທີ່ອອກໄຂ່ແລ້ວປະມານ 4 -10 ວັນສາມາດປະສົມພັນ ແລະ ອອກໄຂ່ໄດ້ອີກໃນລະດູຝົນຈະໄຂ່ໄດ້ເຖີງ 10 – 14 ຄ້ັງ / ເດືອນ ແລະ ອອກໄຂ່ໄດ້ຕະຫຼອດປີ,ຕະຫຼອດຊົ່ວອາຍຸຂອງຫອຍແມ່ນ 2-3 ປີ .

3. ວິທີປ້ອງກັນ ແລະ ກຳຈັດ
ວິທີດີທີ່ສຸດກໍ່ຄືແບບ ປະສົມປະສານໂດຍໃຊ້ຫຼາຍເຕັກນິກວິທີການ ຄື:
# ເຕັກນິກການປ້ອງກັນ
• ຫຼີກເວ້ັນການເຄື່ອນຍ້າຍຫອຍໄປລ້ຽງ ຫຼື ປ່ອຍໃນທ້ອງຖີ່ນອື່ນ.
• ເປ່ັງນໍ້ານາອອກຫຼັງຈາກປັກດຳ ຫຼື ຈົ່ງໄວ້ໜ້ອຍທີ່ສຸດ 1 ຊຕມ.
• ປ້ານຄັນນາໃຫ້ສູງດີ ແລະ ໝັ່ນອັດບ່ອນຮົ່ວໄຫຼ, ຢູ່ບ່ອນເປັ່ງນໍ້າເຂົ້າອອກນາຕ້ອງໃນໃສ່ຕາໜ່າງກັນໄວ້ເພື່ອບໍ່ໃຫ້
ຫອຍລັກລອດເຂົ້າມາ .
# ວິທີການປາບ
• ເກັບກຸ່ມໄຂ່ ແລະ ໜ່ວຍຫອຍ ດ້ວຍມື ປະຕິບັດໄດ້ຢ່າງຕໍ່ເນື່ອງ ທິດລະຄ້ັງຢ່າງນ້ອຍ.
• ໃຊ້ດາງກວດໃນໄຮ່ນາທີ່ຄາດແລ້ວກ່ອນປັກດຳ ຫຼື ໃຊ້ໃບໝາກຫຸ່ງ, ໃບຈຳປາ, ໃບມັນຕົ້ນ, ເປືອກໝາກນັດ, ໝາກແຕງ ແລະ ເສດອາຫານຢ່າງໃດໜຶ່ງໄປວາງໄວ້ເປັນຈຸດລຽບຕາມຄັນນາເພື່ອລໍ້ເກັບຫອບແບບງ່າຍໆ.
• ທຳລາຍໄຂ່ເປັນວິທີການທີ່ມີປະສິດທິພາບດີ.

• ເຮັດຮ່ອງລຽບຕາມຄັນນາຂະໜາດ 40 X 40 X 20 ເວ ລາແດດກ້າຫອຍຈະມາທ້ອນກັນຢູ່ຮ່ອງສະດວກໃນການ ເກັບ.
• ປ່ອຍຝຸງເປັດລົງນາກ່ອນການປັກດຳ ຫຼື ພາຍຫຼັງປັກດຳໄດ້ 30 ວັນ.
• ໃຊ້ສານເຄມີປາບຄວນເປັນວິທີສຸດທ້າຍ, ຖ້າຫາກມີການລະບາດຂອງຫອຍຫຼາຍເກີນຄວນໃນທັນທີຫຼັງ ຈາກປັກດຳແລ້ວ /.
ສານທີ່ຄວນໃຊ້ໄດ້ແກ່ :
• ນີໂຄລຊາໄມ (Niclosamide) ຫຼື ໄບລຸດໄຊ bay lucide ) ໃຊ້ປະສົມນໍ້າສີດ ຫຼື ຫົດໃນອັດຕາ 5 ບ່ວງແກງ
(50 ກລ / ໄລ່) ປະສົມນໍ້າປະມານ 40 ລິດ ໃສ່ໃນລະດັບນໍ້ານາບໍ່ເກີນ 5 ຊຕມ /.
• ເມທອນດີໄຮ ຫຼື ແອງໂກຣສະລັກເປັນເມັດສີບົວໃຊ ຫ່ວານໃນອັດຕາ 0.5 ກິໂລ / ໄລ່ ໃນລະດັບນໍ້າບໍ່ເກີນ 5 ຊຕມ.
• ຄອບເປີຊັນເຟດເປັນຝຸ່ນສີຟ້າ ໃຊ້ປະສົມນໍ້າໃນອັດຕາ 1 ກລ / ໄລ່ ປະສົມນໍ້າ 80 ລິດ ສີດ ຫຼື ຫົດດ້ວຍບົວຫົດຜັກ

# ຂໍ້ຄວນຈຳ
ກ່ອນຈະໃຊ້ຢາຂ້າຫອຍຄວນເປັ່ງນໍ້າອອກໃຫ້ຈົ່ງໄວ້ພໍຖ້ວມຂັງທົ່ວໄຮ່ນາ ຍັງປະມານ 5 ຊຕມ ເພາະຖ້າລະດັບນໍ້າໜ້ອຍ ຫອຍຈະເຂົ້າຝັງຕົວໃນດິນເປັນສ່ວນໃຫຍ່ ແລ້ວຈະບໍ່ຖືກຢາ ຫຼື ຖ້າລະດັບນໍ້າຫຼາຍໂພດຢາຈະຈືດຈາງ ແລະ ກໍ່ສີ້ນເປືອງຢາອກີດ້ວຍ. ດີແທ້ການໃຊ້ຢາຄວນເປັນຕອນແລງ ໄກ້ຄ່ຳຍາມອາກາດເຢັນເວລານີ້ຫອຍຈະຂື້ນຈາກດິນ ມາກິນອາຫານທຸກຕົວ ຖ້າບ່ອນໃດນໍ້າເລິກຕ້ອງສີດ ແລະ ຫ່ວານຢາເພີ່ມຂື້ນ ຫ້າມໃຊ້ຢາແອນໂດຊັນແຟນເພາະເປັນຢາອັນຕະລາຍສູງຕໍ່ສະພາບແວດລ້ອມ .

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/Sqw4IeIjR8dr62go.pdf
https://www.rakbankerd.com/agriculture/hilight-view.php?id=22&s=tblheight
https://www.technologychaoban.com/agricultural-technology/article_80921

 

ເຕັກນິກການລ້ຽງໝູລາດແແບຂັງ

ຢູ່ບ້ານເຮົາ ການລ້ຽງໝູແມ່ນມີການນິຍົມລ້ຽງຢ່າງແຜ່ຫຼາຍບໍໍ່ວ່າໃນຕົວເມືອງ ຫຼື ຊົນນະບົດ ເຊິ່ງໃນນັັ້ນໝູລາດກໍໍ່ເປັນສັດຊະນິດໜຶ່ງທີ່ລ້ຽງງ່າຍ. ຊີ້ນໝູລາດມີລົດຊາດແຊບ ສາມາດສະໜອງອາຫານໃຫ້ແກ່ຄອບຄົວຊາວກະສິກອນ ແລະ ຂາຍໄດ້ທຸກທີ່ທຸກເວລາ. ນອກຈາກຈະໃຫ້ຊີ້ນເປັນອາຫານແລ້ວກໍໍ່ຍັງໃຫ້ຝຸ່ນເພືື່ອໃສ່ຕົ້ນໄມ້, ສວນຜັກ ແລະ ນໍາເຂົ້າໄດ້ອີກດ້ວຍ.ໝູລາດແມ່ນແນວພັນທີ່ປະຊາຊົນເຄີຍລ້ຽງມາແຕ່ບູຮານ, ອາຫານ ແລະ ແນວພັນແມ່ນສາມາດຫາໄດ້ໃນທ້ອງຖິ່ນ. ຊີ້ນໝູລາດເປັນທີ່ນິຍົມບໍລິໂພກພາຍໃນຄອບຄົວ ແລະ ເປັນທີ່ຕ້ອງການຂອງຕະຫລາດ. ຊາວກະສິກອນລາວ ໂດຍສະເພາະແມ່ນຜູ້ທີ່ອາໃສຢູ່ຊົນນະບົດເຂດພູດອຍມີມູນເຊື້ອໃນການລ້ຽງໝູລາດມາແຕ່ດົນນານແລ້ວ ຊຶ່ງເປັນພັນພື້ນເມືອງທີ່ຫາໄດ້ງ່າຍໃນເຂດບ້ານອ້ອມຂ້າງ ໂດຍມີການລົງທືນເລັກນ້ອຍຕາມຄວາມສາມາດຂອງແຕ່ລະຄອບຄົວ ຄືປະມານ 2-3 ໂຕ ເພືື່ອການໂພຊະນາການພາຍໃນຄອບຄົວ ແລະ ຍັງສາມາດສ້າງລາຍຮັບໄດ້ນໍາອີກດ້ວຍ.

I. ເຕັກນິກ ແລະ ຂັັ້ນຕອນການລ້ຽງໝູລາດ
1 ເງືື່ອນໄຂຊາວກະສິກອນ
• ມີຄວາມສົນໃຈ, ມັກໃນອາຊີບກະສິກໍາ ແລະ ເອົາໃຈໃສ່ໃນການບົວລະບັດຮັກສາ;
• ມີພື້ນທີ່ທີ່ເໝາະສົມ, ຮາບພຽງ ຫຼື ຄ້ອຍຊັນເລັກໜ້ອຍ, ອາກາດປອດໂປ່ງ, ສາມາດລະບາຍນໍ້າໄດ້ສະດວກ ແລະ ໃກ້ກັບແຫຼ່ງນໍ້າ;
• ມີແຮງງານທີ່ສາມາດເຮັດການກະສິກໍາໄດ້ສອງຄົນຂື້ນໄປ;
• ຊາວກະສິກອນທີ່ເຄີຍມີປະສົບປະການໃນການລ້ຽງໝູມາກ່ອນຍິ່ງເປັນການດີ.

2 ແນວພັນໝູລາດ
ໝູລາດມີຫຼາຍປະເພດຄື: ປະເພດໝູລາດຊະນິດນ້ອຍມີນໍ້າໜັກສູງສຸດປະມານ 40-48 ກິໂລ, ອາຍຸຂື້ນເພດທໍາອິດປະມານ 8-9 ເດືອນ, ເກີດລູກປະມານ 1,5 ເທືື່ອຕໍໍ່ປີ, ມີຈໍານວນລູກເກີດປະມານ 5-7 ໂຕຕໍໍ່ເທືື່ອ; ໝູລາດປະເພດໃຫຍ່ມີນໍ້າໜັກປະມານ 45-80 ກິໂລ, ອາຍຸປະມານ 1 ປີກໍໍ່ສາມາດເກີດລູກໄດ້. ປະເພດໝູລາດມັກເຫັນທົ່ວໄປມີຊືື່ເອີ້ນ ແຕກຕ່າງກັນເຊັ່ນ: ໝູໝາກກະໂດນ, ໝູຈີດ, ໝູບົວ, ໝູແດງພາກໃຕ້, ໝູເຜົ່າມົ້ງ ແລະ ອືື່ນໆ; ມີລໍາຕົວນ້ອຍ, ຫູສັັ້ນ, ຫູຕັັ້ງ, ລໍາຕົວເປັນສີດໍາ. ໝູລາດເປັນໝູທີ່ລ້ຽງໄດ້ງ່າຍ, ສາມາດກິນອາຫານພື້ນບ້ານທີ່ຫາໄດ້ຢູ່ໃນທ້ອງຖິ່ນ, ມີອັດຕາການຂະຫຍາຍຕົວຊ້າ, ແຕ່ມີຄວາມທົນທານຕໍໍ່ສະພາບແວດລ້ອມໄດ້ດີ.
3. ວິທີການຄັດເລືອກໝູພໍໍ່ພັນ
ໃຫ້ຄັດເລືອກເອົາພໍໍ່ພັນ ຈາກແນວພັນທີ່ມີລູກດົກ, ມີອັດຕາຂະຫຍາຍຕົວໄວ, ມີລໍາຕົວໃຫຍ່; ຂັັ້ນຕອນໃນການຄັດເລືອກແບ່ງເປັນ 3 ໄລຍະຄື:
ໄລຍະທີ 1: ເລີ່ມແຕ່ເກີດຈົນຮອດຢ່ານົມ.
ໄລຍະທີ 2: ເລີ່ມແຕ່ອະນຸບານຈົນຮອດໄລຍະເລີ່ມເປັນບ່າວສາວ
ໄລຍະທີ 3: ແມ່ນໄລຍະເລີ່ມເປັນພໍໍ່ແມ່ພັນ; ສໍາລັບໝູແມ່ພັນແມ່ນເລີ່ມຂື້ນເພດ; ສໍາລັບພໍໍ່ພັນຕ້ອງມີລໍາຕົວໃຫຍ່, ສີສັນ ແລະ ໜັງສົດໃສ, ອະໄວຍະວະເພດຜູ້ແຂງແຮງດີ, ລູກອັນທະທັງສອງໜ່ວຍໃຫຍ່ສະເໝີກັນ, ໜ່ວຍຕາສົດຊືື່ນແຈ່ມໃສ, ດັງຊຸ່ມ, ລະບົບແຂ່ງຂາ ແລະ ເລັບຕີນແຂງແຮງດີ, ມີລັກສະນະກ້າວກົດເປັນເພດຜູ້ຢ່າງຊັດເຈນ. ສໍາລັບແມ່ພັນຕ້ອງມີລໍາຕົວໃຫຍ່, ຍາວໄດ້ລະດັບດີພໍສົມຄວນ, ອະໄວຍະວະເພດແມ່ຂະຫຍາຍຕົວສົມບຸນດີ, ເຕົ້ານົມລຽນກັນເປັນສອງແຖວ ແລະ ມີເຕົ້ານົມສົມບູນແຕ່ລະຄູ່ໃຫຍ່ສະເໝີກັນປະມານ 6 ຫາ 7 ຄູ່; ຕາແຈ່ມໃສດີ, ດັງຊຸ່ມ, ມີສີສັນສົດໃສ, ມີ ຄຸນລັກສະນະເປັນແມ່ທີ່ດີ, ໃຫ້ນໍ້ານົມ ຫຼາຍ, ເກີດລູກຫຼາຍໂຕ, ລ້ຽງລູກດີ, ກິນອາຫານດີ, ລະບົບແຂ່ງຂາ ແລະ ເລັບຕີນແຂງແຮງດີ.

4. ອາຍຸການນໍາໃຊ້ເປັນພໍໍ່ແມ່ພັນ
ພໍໍ່ພັນ: ເມືື່ອກໍານົດເປົ້າໝາຍພໍໍ່ພັນ ແລະ ມີວິທີການຄັດເລືອກພໍໍ່ພັນໄດ້ແລ້ວກໍໍ່ໃຫ້ລ້ຽງພໍໍ່ພັນໄວ້ຈົນຮອດອາຍຸປະມານ 6 ຫາ 7 ເດືອນ. ດີແທ້ແມ່ນອາຍຸຮອດ 9 ເດືອນ ຈຶ່ງສາມາດນໍາໃຊ້ເປັນພໍໍ່ພັນໄດ້ ທັງນີ້ເພືື່ອໃຫ້ພໍໍ່ພັນມີການຂະຫຍາຍຕົວ ຢ່າງສົມບູນ, ສາມາດຜະລິດນໍ້າເຊື້ອໄດ້ຫຼາຍ ແລະ ແຂງແຮງດີ.
ແມ່ພັນ: ໃຫ້ແຍກໝູແມ່ພັນອອກລ້ຽງຕ່າງຫາກ ເມືື່ອມີອາຍຸໄດ້ປະມານ 7 ຫາ 8 ເດືອນ ສາມາດປະສົມພັນໄດ້, ບໍໍ່ຄວນປະສົມພັນເມືື່ອໝູແມ່ພັນຂື້ນເພດເປັນເທື່ອທໍາອິດ ເພາະວ່າລະບົບມົດລູກບໍໍ່ທັນຂະຫຍາຍຕົວຢ່າງສົມບູນ, ແມ່ພັນຂື້ນເພດ ເທື່ອທີ 2 ຈຶ່ງປະສົມພັນແມ່ນດີທີ່ສຸດ.

5 ກະກຽມຄອກໝູ
ການລ້ຽງໝູແບບຂັງໃສ່ຄອກ ຫຼື ເອີ້ນວ່າການລ້ຽງໝູແບບທອມ ແມ່ນວິທີການລ້ຽງທີ່ໃຊ້ໄລຍະເວລາອັນສັັ້ນແຕ່ໄດ້ຂາຍໝູທີ່ຕຸ້ຍ ແລະ ມີນໍ້າໜັກດີເປັນທີ່ຕ້ອງການຂອງຕະຫລາດທົ່ວ. ຊື້ໝູນ້ອຍທີ່ຢ່ານົມແລ້ວມີນໍ້າໜັກປະມານ 15-20 ກິໂລ ຄອບຄົວໜຶ່ງຈະລ້ຽງ 2-4 ໂຕ ຫຼື ໃນຈໍານວນທີ່ຫຼາຍກວ່ານັັ້ນຂື້ນກັບຄວາມສາມາດຂອງແຕ່ລະຄອບຄົວ ເປັນແນວພັນໝູລາດ ຫຼື ໝູລູກປະສົມ (ແຕ່ສ່ວນຫຼາຍແມ່ນໝູລາດ), ໂດຍນໍາໃຊ້ຫົວອາຫານປະສົມ, ອາຫານທີ່ມີໃນທ້ອງຖິ່ນເຊັ່ນຮໍາ, ສາລີ, ມັນຕົ້ນ, ບອນ ແລະ ຜັກປ່າຊະນິດອືື່ນໆ ໃຫ້ອາຫານພຽງພໍກັບຄວາມຕ້ອງການຂອງໝູແຕ່ລະໄລຍະ ໃຫ້ມື້ໜຶ່ງ 2 ຄັັ້ງ (ເຊົ້າ ແລະ ແລງ), ໃຫ້ນໍ້າກິນທີ່ສະອາດ ແລະ ບໍໍ່ໃຫ້ຂາດ.
 ດ້ານສຸຂະພາບສັດ: ມີການຂ້າແມ່ທ້ອງ ແລະ ສັກຢາປ້ອງກັນພະຍາດຖືກຕ້ອງຕາມຫຼັກການ,ອານາໄມ
ປັດກວາດພື້ນທີ່ ແລະ ບໍລິເວນອ້ອມຂ້າງຄອກໃຫ້ສະອາດ. ໃຊ້ເວລາລ້ຽງ 6-7 ເດືອນຈະໄດ້ນໍ້າໜັກປະມານ 60-80 ກິໂລ ແລະ ເປັນນໍ້າໜັກທີ່ຂາຍເປັນໝູຊີ້ນໄດ້ທົ່ວໄປໃນທ້ອງຖິ່ນລາຄາ 20.000-22.000 ກີບຕໍໍ່ນໍ້າໜັກສັດເປັນ 1 ກິໂລ.

6 ການລ້ຽງໝູໃນຄອກ
ແມ່ນໄລຍະເວລາແຕ່ອາຍຸໄດ້ 8 ຫາ 10 ອາທິດ ນັບແຕ່ມື້ເກີດ, ມີນໍ້າໜັກແຕ່ 15 ຫາ 20 ກິໂລກຼາມຂື້ນໄປຈົນຮອດນໍ້າໜັກ 80 ກິໂລກຼາມ ຫຼື ຫຼາຍກວ່ານັັ້ນຊຶ່ງຈະໃຊ້ເວລາລ້ຽງແຕ່ 13 ຫາ 16 ອາທິດ ຫຼື ປະມານ 90 ວັນ ແລ້ວ ແຕ່ຈຸດປະສົງຂອງຜູ້ລ້ຽງຄື: ລ້ຽງເປັນໝູຊີ້ນສົ່ງຕະຫຼາດ ຫຼື ຈະລ້ຽງເພືື່ອຄັດເລືອກແນວພັນ; ສໍາລັບຄອກໝູລຸ້ນກໍໍ່ສາມາດນໍາໃຊ້ຄອກແບບຊູພື້ນ ຫຼື ຄອກແບບຍົກພື້ນຕາມເງືື່ອນໄຂທໍາມະຊາດຂອງແຕ່ລະເຂດໃຫ້ເໝາະສົມ. ຄວາມຕ້ອງການເນື້ອທີ່ຖ້າແມ່ນຄອກແບບຊູພື້ນປະມານ 1 ຕາແມັດຕໍໍ່ໂຕ, ສາມາດຈັດເປັນກຸ່ມ 5 ຫາ 10 ໂຕຕໍໍ່ຄອກ, ແຕ່ຕ້ອງໃຫ້ມີຮາງໃຫ້ອາຫານ ຄົບຖ້ວນ, ກວ້າງພໍດີກັບຂະໜາດຂອງໝູເພືື່ອບໍໍ່ໃຫ້ໝູຍາດຊີງອາຫານກັນ; ຖ້າເປັນຄອກຍົກພື້ນຕ້ອງມີພື້ນທີ່ປະມານ 0,7 ຕາແມັດຕໍໍ່ໂຕ; ຕ້ອງໃຫ້ໝູລຸ້ນໄດ້ກິນນໍ້າຕາມຄວາມຕ້ອງການຕະຫຼອດ 24 ຊົ່ວໂມງ.
ການໃຫ້ອາຫານໝູລຸ້ນໃນໄລຍະເລີ່ມຕົ້ນອາທິດທໍາອິດປະມານ 1 ກິໂລ ກຼາມ ຕໍໍ່ໂຕ ຕໍໍ່ວັນ, ແບ່ງເປັນ 2 ຄາບໆລະ 500 ກຼາມ ແລະ ເພີ່ມຂື້ນແຕ່ລະອາທິດຈົນຮອດອາທິດທີ 13 ປະມານ 2,5 – 2,7 ກິໂລກຼາມຕໍໍ່ໂຕຕໍໍ່ວັນ. ໃນເງືື່ອນໄຂນໍາໃຊ້ອາຫານສໍາເລັດຮູບຈາກໂຮງການ ຫຼື ອາຫານປະສົມກັບທີ່ໆໄດ້ມາດຖານຕາມຄວາມຕ້ອງການຂອງໝູ ; ໃນໄລຍະເປັນໝູລຸ້ນຈະມີອັດຕາການຈະເລີນເຕີບໂຕສູງສະເລ່ຍແຕ່ລະວັນປະມານ 550 – 700 ກຼາມ; ປະລິມານອາຫານທີ່ຕ້ອງການທັງໝົດປະມານ 240 ກິໂລກຼາມ ຫຼື ຄິດໄລ່ອັດຕາສ່ວນການຈະເລີນເຕີບໂຕຕໍໍ່ກັບການກິນອາຫານໃນອັດຕາ 1 ຕໍໍ່ 3 ສ່ວນ, ໝາຍຄວາມວ່າໃຊ້ອາຫານ 3 ກິໂລກຼາມໄດ້ນໍ້າໜັກໂຕ 1 ກິໂລກຼາມ
6.1 ກະກຽມຮາງອາຫານ

ຮາງອາຫານມີຄວາມສໍາຄັນຫຼາຍ ເພາະວ່າຖ້າເຮັດຮາງອາຫານທີ່ດີ ແລະ ຖືກຕ້ອງອາຫານກໍໍ່ຈະບໍໍ່ຕົກເຮ່ຍເສຍຫາຍຫຼາຍ, ປະຢັດແຮງງານ ແລະ ຕົ້ນທືນ, ໝູຈະໄດ້ກິນອາຫານຫຼາຍຂື້ນ, ອາຫານສະອາດ ແລະ ໝູໃຫຍ່ໄວກວ່າ, ນອກຈາກນັັ້ນຍັງເຮັດໃຫ້ມີການອານາໄມທໍາຄວາມສະອາດງ່າຍຂື້ນອີກດ້ວຍ
6.2 ການໃຫ້ໃຫ້ນໍ້າ:
ນໍ້າມີຄວາມໝາຍສໍາຄັນເປັນພື້ນຖານສໍາລັບການຈະເລີນເຕີບໂຕຂອງຮ່າງກາຍ, ຖ້າໝູກິນນໍ້າບໍໍ່ພຽງພຽງໝູຈະມີອາການດັ່ງນີ້: ກິນອາຫານໜ້ອຍລົງ, ອາການເຄັ່ງຕຶງຈາກຄວາມຮ້ອນອົບເອົ້າ, ອັດຕາການຈະເລີນເຕີບໂຕຕໍ່າ, ໝູນານ ໃຫຍ່, ໃຫ້ນໍ້ານົມໜ້ອຍລົງໂດຍສະເພາະໝູແມ່ລ້ຽງລູກ.
• ໝູນ້ອຍຕ້ອງການນໍ້າປະມານ 2-4 ລິດຕໍໍ່ມື້ຕໍໍ່ໂຕ.
• ໝູໃຫຍ່ 6-12 ລິດຕໍໍ່ມື້ຕໍໍ່ໂຕ, ໝູແມ່ລູກອ່ອນ 15-20 ລິດຕໍໍ່ມື້ຕໍໍ່ໂຕ.
6.3 ອາຫານໝ ແລະ ເຕັກນິກການໃຫ້ອາຫານ:
ກ. ວັດຖຸດິບອາຫານ
• ອາຫານເຂັັ້ມຂຸ້ນ (ອາຫານສໍາເລັດຮູບ) ມີທາດຊີ້ນປະມານ 29%.
• ສ່ວນຫຼາຍຈະມີພະລັງງານ, ທາດຊີ້ນ, ເຍື້ອໃຍ, ແຮ່ທາດ ແລະ ວິຕາມິນ ຄົບຖ້ວນ.
• ສາມາດໃຊ້ປະສົມໃນສົດຕ່າງໄດ້ຕາມຄວາມຕ້ອງການ.
• ອາດປະສົມໃນລະດັບ 25-45% ຂື້ນກັບຜູ້ຜະລິດ.
ຂ. ຮໍາອອນ:
• ມີທາດຊີ້ນປະມານ 12%
• ພະລັງງານ 3.120 ກິໂລກະລໍລີ/ກິໂລ.
• ຖ້າເປັນຮໍາຈາກໂຮງສີເຂົ້າຂະໜາດກາງ ແລະ ນ້ອຍຈະມີທາດຊີ້ນພຽງ 7- 8% ເທົ່ານັັ້ນ ເພາະເປັນຮໍາແກ່ສ່ວນຫຼາຍ.
• ມີໄຂມັນສູງ 12-13% ເຮັດໃຫ້ມີກິື່ນຂີວງ່າຍ
 ຂໍໍ້ຈາກັດ:
• ບໍໍ່ຄວນໃຊ້ປະກອບອາຫານໃຫ້ໝູນ້ອຍໄລຍະຢ່ານົມເນືື່ອງຈາກມີເຍື້ອໃຍສູງ.
 ຂໍໍ້ແນະນໍາ:
• ຄວນໃຊ້ຮໍາອ່ອນທີ່ຍັງໃໝ່ບໍໍ່ມີກິ່ນ ແລະ ບໍໍ່ຄວນເກັບຮັກສາໄວ້ດົນເກີນ 30-40 ວັນ.
• ໝູນ້ອຍນໍ້າໜັກ 20-60 ກິໂລ ບໍໍ່ຄວນເກີນ 30% ໃນສົດອາຫານ, ຖ້າເປັນໝູໃຫຍ່ ຫຼື ພໍໍ່ແມ່ພັນສາມາດປະສົມໄດ້ຫຼາຍກວ່າ 30% ໃນສູດອາຫານ.

II. ການປ້ອງກັນ ແລະ ປິ່ນປົວສຸຂະພາບໝູ
ພະຍາດໝູ ມີຫລາຍຊະນິດ, ໝູຫູກໍ່າ, ອະຫິວາ ແລະ ອືື່ນໆ ເຊິ່ງລາລະອຽດເປັນລັກສະນະວິຊາການເກີນໄປ. ສະນັັ້ນ ຈຶ່ງບໍໍ່ສາມາດລົງລາຍລະອຽດໄດ້ ແຕ່ຈະສະເໜີບັນດາສາຍເຫດທີ່ພາໃຫ້ໝູເກີດພະຍາດ ແລະ ວິທີປ້ອງກັນ. ສ່ວນວ່າການແກ້ໄຂ ຫລື ການປິ່ນປົວຄວນສະເໜີສັດຕະວະແພດສະເພາະດ້ານມາປິ່ນປົວໃຫ້ທັນເວລາຈະເປັນການດີ.
1 ສາເຫດທີ່ພາໃຫ້ເກີດພະຍາດ
ພະຍາດໝູ ເກີດຈາກຫຼາຍສາເຫດ ແລະ ເກີດຈາກເຊື້ອພະຍາດຫຼາຍຊະນິດ; ໃນເມືື່ອໝູຕິດພະຍາດແລ້ວກໍໍ່ຈະເຮັດໃຫ້ໝູເຈັບປ່ວຍ ຫຼື ຕາຍໄດ້ຊຶ່ງສັງລວມແລ້ວສາມາດເກີດຈາກ 3 ແຫຼ່ງກໍາເນີດຕົ້ນຕໍຄື:

• ເກີດຈາກຄວາມແຮງກະທົບໃສ່ໂຕໝູ ເຮັດໃຫ້ໝູເຈັບ, ເປັນບາດ; ເກີດຈາກສິ່ງທີ່ມີຄວາມຮ້ອນ, ກະແສໄຟຟ້າ ຫຼື ເກີດຈາກແສງກໍາມັນຕະພາບລັງສີໃດໜຶ່ງ;
• ເກີດຈາກສານເຄມີປະເພດມີລັກສະນະເປັນກົດ, ເປັນດ່າງ, ຢາຂ້າແມງໄມ້ ແລະ ຢາປາບສັດຕູພືດຕ່າງໆທີ່ສາມາດຕິດມານໍາ ຫຼື ປົນເປື້ອນມາກັບອາຫານ, ນໍ້າ, ລົມ ຫຼື ອາດຈະກະທົບໃສ່ໂຕໝູໂດຍກົງ;
• ເກີດຈາກເຊື້ອພະຍາດທີ່ມີຊີວິດຄື: ເຊື້ອໄວຣັດ, ແບັກເຕີຣີ, ເຊື້ອລາ, ໂປຼໂຕໂຊ ແລະ ແມ່ກາຝາກຕ່າງໆ.
2. ຫຼັກການລວມ ກຽວກັບການປ້ອງກັນພະຍາດໝ
• ໃຫ້ເຮັດຮົ້ວອ້ອມຄອກ ຫຼື ຟາມໝູເພືື່ອປ້ອງກັນບໍໍ່ໃຫ້ສັດປະເພດອືື່ນເຂົ້າລົບກວນ;
• ຖ້າມີເງືື່ອນໄຂໃຫ້ປົກຕົ້ນໄມ້ ເພືື່ອເປັນສິ່ງກໍາບັງພະຍາດສັດ;
• ໃຫ້ເຮັດຄອກໝູຫ່າງຈາກເຮືອນຢ່າງໜ້ອຍ 50 ແມັດ;
• ທໍາຄວາມສະອາດຄອກໝູທຸກໆວັນ, ອະນາໄມຂີ້ໝູອອກຈາກຄອກ, ລ້າງພື້ນຄອກ, ຮາງອາຫານເປັນປົກກະຕິ;
• ໃຫ້ໝູໄດ້ກິນນໍ້າທີ່ສະອາດບໍໍ່ມີການປົນເປື້ອນສານເຄມີຕ່າງໆຕ້ອງເກືອໝູດ້ວຍອາຫານສົດຍັງໃໝ່, ບໍໍ່ມີເຊື້ອລາ, ບໍໍ່ມີກິ່ນເໝັນ;
• ທຳຄວາມສະອາດອຸປະກອນທີ່ຮັບໃຊ້ປະຈໍາຄອກໝູເປັນປະຈໍາເຊັ່ນ: ອຸປະກອນເກືອໝູ , ຄຸໃສ່ນໍ້າ, ເຄືື່ອງຕັກອາຫານ, ຊວ້ານ ແລະ ອືື່ນໆ.
• ບໍໍ່ໃຫ້ເອົາຊີ້ນໝູທີ່ຕາຍດ້ວຍພະຍາດມາຄົວກິນຢູ່ໃກ້ກັບຄອກໝູ ຫຼື ຢູ່ໃນຟາມຂອງຕົນ;
• ຖ້າເຫັນປະກົດການໝູຕິດພະຍາດແລ້ວ ຫຼື ມີອາການຫຸນແຮງກວ່າຈະຄວບຄຸມໄດ້ ໝາຍຄວາມວ່າບໍໍ່ສາມາດເຮັດປະຖົມພະຍາບານໄດ້ດ້ວຍຕົນເອງໃຫ້ລາຍງານສັດຕະວະແພດບ້ານ ແລະ ສັດຕະວະແພດເມືອງທັນທີ;
• ວິທີສຸດທ້າຍແມ່ນ ການສັກຢາປ້ອງກັນພະຍາດດ້ວຍຢາວັກຊິນ.
3 ຢາທີ່ຈໍາເປັນຕ້ອງມີໄວ້ປະຈໍາຟາມລ້ຽງໝູ
ສໍາລັບການລ້ຽງໝູທີ່ເປັນຟາມຂະໜາດນ້ອຍ ຫຼື ມີການລ້ຽງເປັນກຸ່ມກໍ່ມີ ຄວາມຈໍາເປັນຕ້ອງໄດ້ມີຖົງຢາ ສັດຕະວະແພດປະຈໍາກຸ່ມ ຫຼື ປະຈໍາຟາມເພື່ອເຮັດປະຖົມພະຍາບານ ແລະ ປິ່ນປົວສຸຂະພາບສັດ; ໃນຖົງຢາ ສັດຕະວະແພດປະຈໍາກຸ່ມລ້ຽງໝູ ປະກອບມີຢາທີ່ຈໍາເປັນຕ້ອງໃຊ້ດັ່ງນີ້:
• ເຫຼົ້າ 90 ອົງສາ ມີໄວ້ເພືື່ອຂ້າເຊື້ອພະຍາດ, ໃຊ້ເຊັດ, ທາໜັງໃນເວລາສັກຢາ ຫຼື ເຮັດການຜ່າຕັດນ້ອຍ;
• ຢາທິງເຈີໄອໂອດີນ 2-5% ສໍາລັບຂ້າເຊື້ອພະຍາດ ແລະ ປົວບາດແຜສົດ;
• ຢາປົວບາດແຜ ເຊັ່ນ: ຢາແດງ, ຢາເຫຼືອງ, ຢາຜົງຊັນຟາ ແລະ ຢາຕ້ານເຊື້ອອືື່ນໆ;
• ຢາລົດໄຂ້ ໂນວັນຢີນ ໃຊ້ປິ່ນປົວໝູທີ່ມີອາການໄຂ້ຂື້ນສູງ ຫຼື ໃຊ້ປິ່ນປົວ ແມ່ພັນຫຼັງເກີດລູກທີ່ມີອາການເປັນໄຂ້;
• ຢາທາດເຫຼັກ ໃຊ້ສໍາລັບສັກໃຫ້ໝູນ້ອຍເກີດໃໝ່ທີ່ມີອາຍຸໄດ 3 ວັນ ເພືື່ອເສີມສ້າງເມັດເລືອດແດງເຮັດໃຫ້ໝູແຂງແຮງ, ກິນອາຫານດີ, ໃຫຍ່ໄວ; ນໍາໃຊ້ໃນປະລິມານ 1-2 ເຊເຊ; ຖ້າໝູນ້ອຍຂາດທາດເຫຼັກກໍໍ່ຈະເປັນພະຍາດເລືອດຈາງຜີວໜັງຂາວມ້ານ, ບໍໍ່ແຂງແຮງ, ໃຫຍູ່ຊ້າ, ມີອາການເຈັບທ້ອງແບບຊໍ້າເຮື້ອ;
• ຢາບໍາລຸງ ເປັນຢາກະຕຸ້ນໃຫ້ສັດມີສຸຂະພາບແຂງແຮງຂື້ນກິນອາຫານໄດ້ດີ, ໃຫຍ່ໄວຊຶ່ງມີຈໍາພວກຄາໂຕຊານ, ວິຕາມິນ AD3E, ວິຕາມິນ ເບກອມປະເລັກ ແລະ ອືື່ນໆ;
• ຢາຊູແຮງຊ່ວຍແມ່ພັນໃນເວລາເກີດລູກ “ອົກຊີໂຕຊີນ” ຊ່ວຍກະຕຸ້ນໃຫ້ກ້າມຊີ້ນມົດລູກປັ່ນຕົວໃນກໍລະນີແມ່ພັນບໍໍ່ມີແຮງເບັ່ງເກີດລູກ ຫຼື ມີອາການເກີດລູກຊ້າ, ແຮ່ຕົກຄ້າງ; ນໍາໃຊ້ປະລິມານ 2 ເຊເຊ ຕໍໍ່ຄັັ້ງ.

• ຢາຈໍາພວກກະລຸຍໂກ ແລະ ເດັກສະໂທຼ ຊ່ວຍຊູແຮງແມ່ພັນ ຫຼື ໝູນ້ອຍໃນເວລາເຈັບທ້ອງ, ສູນເສຍນໍ້າຕານໃນຮ່າງກາຍໄປຫຼາຍ.
• ຢາຕ້ານເຊື້ອທີ່ຄວນມີໄວ້ສໍາລັບປິ່ນປົວພະຍາດໝູ ເຊັ່ນ:
 ເປນີຊີລີນ (Penicillin)
 ສະເຕັບໂຕມາຍຊີນ (Streptomycin)
 ກະລໍແຣມເຟນີໂຄນ (Chloramphenicol)
 ອົກຊີເຕຕຼາຊີກະລີນ (Oxytetracycline)
 ໄອເວີເມັກຕິນ (Ivermectin)
 ເພັນສະເຕັບ (Penstrept)
 ຢາຜົງເນກາຊັນ (Negasant)
 ຢາວັກຊິນ ປ້ອງກັນພະຍາດໝູ ເຊັ່ນ: ອະຫິວາໝູ , ປາກເປື່ອຍລົງເລັບ

4. ການເກັບຮັກສາຢາປົວພະຍາດໝູ
ຢາແຕ່ລະຊະນິດຕ້ອງເກັບຮັກສາໄວ້ເປັນຢ່າງດີ ໂດຍສະເພາະແມ່ນຢາວັກຊິນຕ້ອງເກັບຮັກສາໄວ້ໃນຕູ້ເຢັນທີ່ມີອຸນຫະພູມ 4 ອົງສາເຊ, ຫ້າມບໍໍ່ໃຫ້ຖືກແສງແດດໂດຍກົງຈະເຮັດໃຫ້ວັກຊິນຕາຍ ແລະ ເສຍຄຸນນະພາບ; ສ່ວນຢາຕ້ານເຊື້ອ ແລະ ຢາປະເພດອືື່ນກໍໍ່ຕ້ອງເກັບຮັກສາໄວ້ໃນຖົງຢາ ຫຼື ຕູ້ຢາປະຈໍາຟາມໃນບ່ອນທີ່ແຫ້ງດີ, ພາຍຫຼັງນໍາໃຊ້ອຸປະກອນເຄືື່ອງສັດຕະວະແພດແລ້ວໃຫ້ມີການຂ້າເຊື້ອ, ຕົ້ມເຂັມ, ສະແລັງພ້ອມທັງຕາກໄວ້ໃນຮົ່ມໃຫ້ແຫ້ງດີຈິ່ງເກັບມ້ຽນ.
5 ຂໍໍ້ຄວນປະຕິບັດເມືື່ອມີໝູຕິດພະຍາດ
• ຖ້າມີໝູເຈັບປວຍຢູ່ໃນຝຸງ ໃຫ້ຟ້າວຍ້າຍອອກຈາກຝຸງເພືື່ອກັກຂັງ ແລະ ປິ່ນປົວຕ່າງຫາກ;
• ຖ້າຫາກປິ່ນປົວດ້ວຍຕົນເອງຕ້ອງນໍາໃຊ້ມາດຕະການບົ່ງມະຕິພະຍາດສາກ່ອນຈຶ່ງເຮັດການປິ່ນປົວເຊັ່ນ: ຕ້ອງມີການວັດແທກອຸນຫະພູມຮ່າງກາຍ, ຊອກຫາສາເຫດທີ່ພາໃຫ້ໝູເຈັບປ່ວຍຢ່າງລະອຽດ;
• ຖ້າໝູຕາຍໃຫ້ຝັງຖິ້ມທັນທີ, ຫ້າມນໍາເອົາໝູທີ່ຕາຍດ້ວຍພະຍາດມາຄົວກິນ ຫຼື ຄົວຂາຍຊີ້ນຢ່າງເດັດຂາດ;
• ເມືື່ອໝູເກີດພະຍາດໃຫ້ປະຕິບັດຕາມກົດໝາຍຂອງສັດຕະວະແພດຢ່າງເຄັ່ງຄັດ;
• ກໍລະນີເປັນເຫດຮ້າຍແຮງຕ້ອງລາຍງານສັດຕະວະແພດປະຈໍາບ້ານ, ກຸ່ມບ້ານ ຫຼື ສັດຕະວະແພດເມືອງ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/64iJTeilxwMfr6UP.pdf
file:///C:/Users/HP/Downloads/L3HdJrSQ1drrazno.pdf
https://www.phakhaolao.la/stories/ການລ້ຽງໝູລາດ
file:///C:/Users/HP/Downloads/3yAJuGdeN3AH7u4L.pdf

 

ພະຍາດຮາກເໜົ່າຜັກບົ່ວ ແລະ ການປ້ອງກັນກໍາຈັດ

ຜັກບົ່ວ ເປັນພືດເສດຖະກິດທີ່ສໍາຄັນຫຼາຍໃນປະເທດລາວ, ນິຍົມໃຊ້ບໍລິໂພກຫຼາຍເນື່ອງຈາກເປັນອົງປະກອບສໍາຄັນຂອງອາຫານ, ມີສັບພະຄຸນເປັນຢາ ແລະ ມີທາດອາຫານສູງເຊິ່ງ ຊາວກະສິກອນນິຍົມປູກແຕ່ເໜືອຮອດໄຕ້. ລໍາຕົ້ນມີລັກສະນະລໍາຕົ້ນອວບນໍ້າ, ໃບຍາວຊື່ຈື່ງມັກຫັກພັບເສຍຫາຍໄດ້ຈາກຝົນ, ລົມ ແລະ ເຄື່ອງມືອຸປະກອນຕ່າງໆ, ເປັນຊ່ອງທາງໃຫ້ເຊື້ອພະຍາດເຂົ້າທໍາລາຍເຮັດໃຫ້ເກີດພະຍາດໄດ້ງ່າ ເຊັ່ນ: ພະຍາດດັ່ງລຸ່ມນີ້.

1. ພະຍາດຮາກເໜົ່າ
ເປັນພະຍາດທີ່ເຮັດໃຫ້ພືດນັ້ນບໍ່ສາມາດລໍາລຽງທາດອາຫານເພາະລະບົບຮາກຖືກທໍາລາຍເໜົ່າເປື່ອຍ ແລະ ອາດຈະ ຕິດເຊື້ອພະຍາດລຸກລາມໄປໃນທໍ່ອາຫານຈົນເຮັດໃຫ້ພືດຄ່ອຍ ຫ່ຽວຕາຍ.

2. ສາຍເຫດຂອງພະຍາດ
ແມ່ນເກີດຈາກຫຼາຍສາເຫດ ແລະ ຫຼາຍປັດໃຈດັ່ງນີ້:
• ແນວພັນບໍ່ສົມບູນ, ມີພະຍາດຮາກເໜົ່າຕິດແປດມານໍາ;
•ແນວພັນບໍ່ມີແຫຼ່ງທີ່ມາທີ່ຈະແຈ້ງ, ການໃຊ້ແນວພັນຜັກບົ່ວແມ່ນເອົາມາຈາກບ່ອນອື່ນເຊີ່ງມີຄວາມສ່ຽງຕໍ່ການເກີດພະ ຍາດ;
• ການໃສ່ຝຸ່ນບໍ່ຖືກວິທີກໍ່ສາມາດເຮັດໃຫ້ເກີດອາການຮາກເໜົ່າ ແລະ ເຫງົ້າເໜົ່າໄດ້ເຊັ່ນ: ໃສ່ຝຸ່ຄອກບໍ່ຜ່ານການໝັກ ແລະ ບົ່ມຝຸ່ນ (ເຮັດໃຫ້ມີພະຍາດຕິດແປດມານໍາຝຸ່ນ);
• ການກຽມໜານປູກບໍ່ເໝາະສົມ;
• ດິນມີນໍ້າຂັງບໍ່ສະດວກຕໍ່ການຖ່າຍເທອາກາດ ແລະ ການລະບາຍນໍ້າ;
• ພະຍາດນີ້ເກີດຈາກການທໍາລາຍຂອງເຊື້ອລາ.

3. ລັກສະນະອາການ
ຜັກຈະສະແດງອາການຫຽ່ວ ໂດຍໃບທີ່ຢູ່ຮອບນອກເລີ້ມມີອາການເຫຼືອງ, ແຫ້ງແລ້ວລຸກລາມຈົນແຫ້ງຕາຍເມື່ອຫຼົກຕົ້ນ ເບີ່ງເຫັນວ່າຫຼຸດຈາກດິນໄດ້ງ່າຍເພາະຫົວ ແລະ ຮາກມີລັກສະນະສີນໍ້າຕານຊໍ້າ ແລະ ເໜົ່າເຫັນເສັ້ນໃຍສີຂາວຫຍາບຂອງເຊື້ອລາຈະເລີນເຕີບໂຕຢູ່ບໍລິເວນເຫງົ້າຕົ້ນ ແລະ ພົບເມັດສະເຄີໂລຕຽມລັກສະນະຄ້າຍເມັດຜັກກາດມີສີຂາວ ຫຼື ນໍ້າຕານອ່ອນ ຫຼື ນໍ້າຕານແກ່ເກີດແຊກປະປົນຢູ່ກັບເສັ້ນໄຍ.

4. ໄລຍະເວລາການແຜ່ລະບາດ
ໄລຍະລະບາດໂດຍສະເພາະໃນຊ່ວງລະດູຝົນມັກເກີດຊ່ວງໄລຍະ ເດືອນ 8-10. ຫຼື ດິນມີນໍ້າຂັງ, ຄວາມຊຸ່ມຫຼາຍເກີນໄປຈະເຮັດໃຫ້ເກີດເປັນພະຍາດຮາກເໜົ່າ.
5. ການບົວລະບັດຮັກສາ
• ບໍ່ຄວນໃຊ້ສານເຄມີທີ່ເປັນອັນຕະລາຍຕໍ່ສີ່ງມີຊີວິດ ແລະ ສີ່ງແວດລ້ອມ.
• ໃສ່ຝຸ່ນໝັກ, ຝຸ່ນຄອກຢ່າງສະໝໍ່າສະເໝີ ຫຼື ນໍາໃຊ້ເສດເຟືອງ, ຫຍ້າມາຄຸມໄວ້ກໍ່ຈະຊ່ວຍເຮັດໃຫ້ອຸນນະພູມ ແລະ ສະພາບແວດລ້ອມບໍລິເວນໜານຜັກນັ້ນມີຄວາມເໝາະສົມ.
6. ມາດຕະການການປ້ອງກັນກໍາຈັດ
• ອະນາໄມ, ເກັບເສດຊາກພືດ ທີ່ເກັບກຽ່ວແລ້ວໄປທໍາລາຍຖີ້ມນອກສວນ;
• ໄຖດິນຕາກແດດ ແລະ ຫວ່ານປູນຂາວເພື່ອປັບຄວາມເປັນກົດເປັນດ່າງຂອງດິນ ແລະ ຂ້າພະຍາດໃນດິນຢ່າງໜ້ອຍ 7– 14 ວັນ;

• ເຮັດໜານຜັກແບບຍົກຄູ, ປັບປຸງດິນໃຫ້ລະບາຍນໍ້າໄດ້ດີ.
• ງົດການໃຫ້ນໍ້າແບບຮ່ອງເນື່ອງຈາກເຊື້ອລາລະບາດໄປທາງ ນໍ້າ;
• ກ່ອນປູກຕ້ອງຂ້າເຊື້ອເມັດພັນໂດຍແຊ່ນໍ້າອຸ່ນ (50 ອົງສາ ຫຼື ແຊ່ດ້ວຍເຊື້ອຊີວະວິທະຍາ (Trichoderma) (ໄຕໂຄໂດມາ) ໃນອັດຕາ 1 ກິໂລ ເມັດພັນ/ເຊື້ອ 10-15 ກຼາມ ປະສົມນໍ້າ 1 ລິດ.
• ກ່ອນປູກຕ້ອງຮອງພື້ນໜານປູກດ້ວຍຝຸ່ນບົ່ມເຊື້ອຊີວະວະທະຍາ (Trichoderma) (ໄຕໂຄໂດມາ) ໃນອັດຕາ 1 ກິໂລກຼາມ/ ຕາແມັດ.
• ສີດດ້ວຍເຊື້ອຊີວະວິທະຍາ (Trichoderma) (ໄຕໂຄໂດມາ) ໃນອັດຕາ 1 ກິໂລກຼາມ/ນໍ້າ 30 ລິດ (ສີດອາທິດລະຄັ້ງ).


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/z4rePUrp2um0G36c%20(1).pdf
http://microorganism.expertdoa.com/disease_16-โรคหัวและรากเน่า.php
https://www.gib.co.th/โรคของหอมและกระเทียม/5d52825bbf49c40012d24465

 

ເຕັກນິກການລ້ຽງປາໄນ

ປາໄນເປັນພັນປາທຳອິດທີ່ນຳມາລ້ຽງໃນ ສປປ ລາວ ແລະ ໄດ້ຂະຫຍາຍໄປທົ່ວທຸກເຂດ ນັບແຕ່ເໜືອເຖິງໃຕ້. ປາໄນມີຖີ່ນກຳເນີດຢູ່ພາກຕາເວັນອອກຂອງທະວີບອາຊີ ເຊິ່ງແມ່ນຄົນຈີນເປັນຜູ້ນຳເອົາປາຊະນິດນີ້ມາຈາກນ້ຳທຳມະຊາດ ເພື່ອມາລ້ຽງກ່ອນໝູ່ໂດຍມີຫຼັກຖານສະແດງ ໃຫ້ເຫັນວ່າປະເທດຈີນໄດ້ມີການເລີ່ມຕົ້ນລ້ຽງ ໃນປີ ຄ.ສ 475 ເປັນຕົ້ນມາ. ປາໄນເປັນປານ້ຳຈືດຊະນິດໜຶ່ງທີ່ຈັດເຂົ້າໃນຕະກຸນປາເກັດ ແລະ ເປັນປາທີ່ນິຍົມລ້ຽງກັນຫຼາຍໃນເກືອບທຸກໆປະເທດໃນໂລກ ແລະ ມີປະຫວັດກ່າວໄວ້ວ່າປະເທດຈີoເປັນຜູ້ເລີ່ມລ້ຽງກ່ອນໝູ່. ນັບແຕ່ປີ 1954 ໄດ້ມີການພົບເຫັນຢູ່ຕາມແມ່ນ້ຳລຳເຊ ໂດຍສະເພາະແຂວງຕ່າງໆທີ່ຢູ່ຕິດກັບຊາຍແດນຂອງປະເທດຈີນ ແລະ ປະເທດຫວຽດນາມ. ໃນເວລານັ້ນ ຢູ່ແຂວງຊຽງຂວາງ ແລະ ແຂວງ ຫົວພັນໄດ້ນຳເອົາປາຊະນິດດັ່ງກ່າວມາລ້ຽງພ້ອມທັງປະປ່ອຍໃຫ້ມັນປະສົມພັນຕາມທຳມະຊາດໃນຫ້ວຍນ້ຳລຳເຊແລ້ວເອົາເກັບເອົາຮັງໄຂ່ມາວາງໃສ່ຕາມໄຮ່ນາໃນລະດູຝົນ. ເມື່ອປະມານປີ 1969 ທີ່ນະຄອນຫຼວງວຽງຈັນໄດ້ເລີ່ມມີການລ້ຽງປາໃນວົງແຄບໆແບບຄອບຄົວ ແລະ ກະແຈກກະຈາຍໂດຍສະເພາະປ່ອຍຕາມອ່າງເກັບນ້ຳ, ສະຖານີລ້ຽງປາໜອງແຕ່ງ ແລະ ສະຖານີອຶ່ນໆ. ຈາກນັ້ນເປັນຕົ້ນມາກໍນິຍົມລ້ຽງກັນຢ່າງແຜ່ຫຼາຍໃນທົ່ວປະເທດ.
ປາໄນເປັນປາທີ່ແຂງແຮງຮູບຮ່າງ ແລະ ລັກສະນະຄາຍຄືປາປາກ, ມີເກັດກົມໃຫ່ຍອ້ອມຕົວ, ສ່ວນຫົວບໍ່ມີເກັດ, ປາກນ້ອຍມີແຂ້ວ 2 ແຖວ ແລະ ມີໜວດ 4 ເສັ້ນ. ສ່ວນສີຈະປ່ຽນແປງໄປຕາມສະພາບແວດລ້ອມ (ສ່ວນຫຼາຍສີຂອງປາໄນເປັນສີນ້ຳເງີນປົນສີເທົາ, ສີເຫຼືອງ ຫຼື ສີຄຳ).ປາໄນມັກອາໃສ່ຢູ່ໃນໜອງ ຫຼື ແມ່ນ້ຳທີ່ມີພື້ນເປັນຕົມ, ນ້ຳໄລຊ້າ. ອຸນຫະພູມ ທີ່ເໜາະສົມໃນການຈະເລີນເຕີບໂຕ ແລະ ຂະຫຍາຍພັນຢູ່ໃນລະຫວ່າງ 20 – 30 c ແລະ ບໍ່ມັກນ້ຳໃສ. ຕາມປົກກະຕິ ແລ້ວມັນມັກປະສົມພັນຢູ່ບ່ອນນ້ຳຕື້ນ ແລະ ເປັນປາທີ່ປັບຕົວເຂົ້າກັບສະພາບແວດລ້ອມໄດ້ງ່າຍພ້ອມທັງທົນຕໍ່ການປ່ຽນແປງຂອງສະພາບແວດລ້ອມໄດ້ດີ.

. ການຂະຫຍາຍພັນຂອງປາໄນ.
1. ລັກສະນະເພດຂອງປາໄນ ການຈຳແນກເພດຂອງປາໄນມີຄວາມສຳຄັນຕໍ່ການລ້ຽງປາພໍ່ແມ່ພັນເພື່ອຂະຫຍາຍພັນ.
2. ອາຍຸ ແລະ ລະດູການປະສົມພັນ
– ອາຍຸຫຼາຍກວ່າ ຫຼື ເທົ່າກັບ 1 ປີ
– ນ້ຳໜັກຫຼາຍກວ່າ ຫຼື ເທົ່າກັບ 0.8 ກລ
– ລະດູປະສົມພັນຕະລອດປີ
– ອຸນຫະພູມ 18 – 30 C
3. ການປະສົມພັນວິທີການປະສົມພັນມີ 3 ຮູບແບບ ຄື: 1. ປະສົມພັນແບບທຳມະຊາດ 2. ປະສົມພັນແບບເຄິ່ງທຽມ
ເຕັກນິກການລ້ຽງປາໄນ

3. ປະສົມພັນແບບທຽມ
3.1. ການປະສົມພັນແບບທຳມະຊາດ
ວິທີນີ້ ເປັນວິທີທຳອິດ ເຊິ່ງປາໂຕຜູ້ ແລະ ປາແມ່ປະສົມພັນກັນເອງຕາມທຳມະຊາດ ຫຼັງຈາກມັນປະສົມພັນກັນແລ້ວ ໃຫ້ຍ້າຍປາພໍ່ແມ່ພັນອອກຈາກໜອງແລ້ວອານຸບານປານ້ອຍຕໍ່ໄປ.
• ຜົນດີ
– ຈະບໍເສຍເວລາໃນການຄັດເລືອກພໍ່ແມ່ພັນຂື້ນມາປະສົມພັນຜົນເສຍ
– ບໍ່ສາມາດກຳນົດໄລຍະເວລາໃນການປະສົມພັນໄດ້, ຈຳນວນປານ້ອຍບໍ່ສາມາດຮູ້ລະອຽດ ແລະ ຈຳນວນປານ້ອຍບໍ່ໄດ້ຫຼາຍ.

3.2. ການປະສົມພັນແບບເຄິ່ງທຳມະຊາດ
– ວິທີນີ້ປາໂຕຜູ້ ແລະ ໂຕແມ່ທີ່ລ້ຽງໃນໜອງ ຫຼື ໃນອ່າງສາມາດຄວບຄຸມສະພາບແວດລອ້ມ ເພື່ອໃຫ້ປາປະສົມພັນໄດ້ ດ້ວຍການກະຕຸ້ນ.
– ວິທີນີ້ເຮົາຈະຕ້ອງຄັດເລືອກເອົາປາພໍ່ແມ່ພັນທີ່ພ້ອມໃນການປະສົມພັນ.
– ການກະຕຸ້ນມີ 3 ວິທີ 1. ການປ່ຽນນ້ຳ ຫຼື ໃຊ້ຝົນທຽມ 2. ປັບປ່ຽນອຸນຫະພູມນ້ຳໃນບ່ອນຈະປະສົມພັນ 3. ການສັກຢາຮໍໂມນ

3.3. ການປະສົມພັນທຽມຂອງປາໄນ
• ປະສົມພັນແບບແຫ້ງ
• ຫຼັງຈາກເຮົາຄັດເລື່ອກພໍ່ແມ່ພັນໄດ້ແລ້ວຈະເອົາຟັກໄວ້ໃນອ່າງປະສົມພັນປະມານ 4 – 6 ຊົ່ ວ ໂມງ ຈິ່ງສັກຢາຮໍໂມນເພື່ອກະຕຸ້ນໃຫ້ໄຂ່ ແລະ ນ້ຳເຊື້ອມີຄວາມສົມບູນ
• ເມື່ອສັກຢາຮໍໂມນແລ້ວປະມານ 6 – 8 ຊົ່ ວໂມງ ເຮົາກໍສາມາດຮີດໄຂ່ໄດ້.• ອຸນຫະພູມທີ່ເໝາະສົມໃນການປະສົມພັນ 20 – 30 C; ຕໍ່າສຸດ 18 C

3.4. ຮໍໂມນ ແລະ ວິທີການສັກຮໍໂມນ

ກ. ຊະນິດຂອງຮໍໂມນມີຫຼາຍຊະນິດແຕ່ນິຍົມໃຊ້ພຽງ 2 ຊະນິດ ຄື:
1. ຕອມໃຕ້ສະໜອງຂອງປາທີ່ພ້ອມໃນການປະສົມພັນ, ດີທີ່ສຸດແມ່ນມາຈາກປາເກັດແລບ, ປາຫົວໃຫ່ຍ, ປາກິນຫຍ້າ ແລະ ປາໄນ. ຍ້ອນປາຊະນິດນີ້ໃຫ່ຍ ແລະ ງາຍໃນການນຳເອົາຕອມໃຕ້ສະໜອງ (PG)

• ວິທີການເອົາຕອມໃຕ້ສະໜອງ.
– ເອົາຈາກປາທີ່ ພ້ອມປະສົມພັນໄດ້ ຫຼື ຈາກປາທີ່ຂາຍຢູ່ຕາມທ້ອງຕະຫຼາດທີ່ຍັງບໍ່ທັນ ຕາຍ.
– ເມື່ອຜ່າຫົວປາແລ້ວຈະເຫັນສະໜອງປາ ຫຼັງຈາກນັ້ນຄ່ອຍເອົາສະໜອງອອກຈາກກະໂຫລກຫົວ, ຈະເຫັນຕ່ອມສີຂາວຢູ່ໃຕ້ສະໝອງນັ້ນແມ່ນຕ່ອມໃຕ້ສະໝອງທີ່ຕ້ອງການ. ປາທີຜ່າຕັດນ້ຳໜັກ 1 ກລ ຈະໄດ້ຕອມໃຕ້ສະ ໝອງປະມານ 2 – 3 ມລກ

. ຮໍໂມທີ່ສັງເຄາະ ( suprefact )
• ໄດ້ມາຈາກນ້ຳປັດສະວະຂອງແມ່ມານ 2 – 4 ເດືອນ ຊີ່ງແມ່ນແມ່ມານຫົວສາວ Human chorinic gonadotropin (HCG)
• ສ່ວນປະກອບລັກແມ່ນ LH (Luteinizing hormone)
• ຈະຊ່ວຍໃນການກະຕຸ້ນໃຫ້ຖົງນ້ຳເຊື້ອປາຜູ້ຂະຫຍາຍຕົວ, ຈະຊ່ວຍໃຫ້ຮວຍໄຂ່ມີການສຸກໄດ້ເຕັມທີ່ ແລະ ກະຕຸ້ນໃຫ້ປາປ່ອຍຮໍໂມນເພດອອກມາເພື່ອປະສົມພັນ.
3.5. ວິທີການສັກຢາຮໍໂມນ
ໃນການສັກຢາຮໍໂມນເພ່ື່ອກະຕຸ້ນໃຫ້ປາປະສົມພັນໂດຍທົ່ວໄປແລ້ວໃນຈຸດທີ່ສີດເຂົ້າໃນປາມີ 5 ຈຸດ

3.6. ການຟັກໄຂ່ປາໄນ
ໄຂ່ປາໄນ ເປັນປະເພດໄຂ່ຕິດກັບວັດຖ້າ, ໂດຍທົ່ວໄປແລ້ວຈະໃຊ້ຮັງໄຂ່ຟັກໃສ່ອ່າງຊີມັງ ຫຼື ໜອງປະສົມພັນ ແລະ ຟັກໃສ່ເທິງບົກ ໂດຍໃຊ້ນ້ຳສີດໃສ່ເພື່ອບໍ່ໃຫ້ໄຂ່ແຫ້ງ. ແຕ່ເຖິງແມ່ນວ່າໄຂ່ຈະເປັນໄຂ່ຕິດກໍ່ຕາມ, ສາມາດຟັກໃສ່ຈວຍໂດຍໃຊ້ລະບົບນ້ຳໝູນວຽນ ເຊີ່ງເຮົາຈະເອົາສານໜຽວອອກຈາກໄຂ
3.7. ຕົວກຳນົດໃນການຟັກແຕກຂອງປານ້ອຍ
• ອຸນຫະພູມຂອງນ້ຳ ໃນລະຫ່ວາງ 18 – 30 C ,ຕໍາສຸດ 18 C
3.8. ປາອະນຸບານ 2-3 ມ ຫາ 30-40 ມື້
» ອັດຕາການໃຫ້ອາຫານ
– ອາທິດທີ່ 1: 80 % / ນ້ຳ ໜັກໂຕປາທັງໝົດ
– ອາທິດທີ່ 2: 50% / ນ້ຳໜັກໂຕປາທັງໝົດ
– ອາທິດທີ່ 3: 30% / ນ້ຳ ໜັກໂຕປາທັງໝົດ
– ອາທິດທີ່ 4: 15% / ນ້ຳ ໜັກໂຕປາທັງໝົດ

III ການລ້ຽງ ແລະ ອາຫານຂອງປາໄນ
• ການລ້ຽງປາໄນສາມາດລ້ຽງໃນໜອງດິນ, ນາເຂົ້າ ແລະ ກະຊັງ
ອັດຕາການປ່ອຍ
– ຊ່ວງອະນຸບານ 150- 200 ໂຕ / ມ2
– ຊ່ວງລ້ຽງເປັນປາຊີ້ນ 2- 3 ໂຕ / ມ2 ໃນໜອງ, ໄລຍະເວລາລ້ຽງ 6 – 8 ເດືອນ 150 – 200 ໂຕ / ມ2 ໃນກະຊັງ, ໄລຍະເວລາລ້ຽງ 4 – 6 ເດືອນ 0.8 – 1 ໂຕ / ມ2 ໃນນາເຂົ້າ, ໄລຍະເວລາລ້ຽງ 3 – 4 ເດືອນ

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/hDPExYGLkqRUOvN3.pdf
https://www.thaikasetsart.com/การเลี้ยงปลาไน/
https://pasusat.com/ปลาไน/

 

 

ເຕັກນິກການປູກຊາແບບຢືນຍົງ

I. ເຕັກນິກການປູກ
1.1. ກະກຽມດິນປູກ
– ເຮັດໃຫ້ດິນບໍ່ມີຕົົ້ນໄມ້ໃບຫຍ້າ, ຂຸດກະຕໍໄມ້ ແລະ ຖົມຂຸມໃຫ້ໄດ້ຕາມຄວາມຕ້ອງການ(ເຮັດໃຫ້ດິນພຽງດີ) “ສະອາດ, ເຮັດໃຫ້ຕົົ້ນໄມ້ໃບຫຍ້າໂດກ ແລະ ເໜົົ່າເປື່ອຍໄວ”.
– ຂຸດຮ່ອງ: ກວ້າງ 0,4 -0,5 ແມັດ; ເລີກ 0,3 – 0,4 ແມັດ. ເຮັດໃຫ້ຊັ້ນໜ້າດິນຕໍ່າກວ່າລະດັບໜານ 5 – 10 ຊັງຕີແມັດ.
– ລະດູກະກຽມດິນ ກ່ອນປູກ 1 – 3 ເດືອນ ເມື່ອມີຝົນໜ້ອຍ. ຄວນກະກຽມດິນໃນເດືອນ 11 – 12, ປູກຊາ ເດືອນ 3 – 4 ປີຕໍ່ໄປ.
– ຝຸ່ນຮອງພື້ນ ຝຸ່ນຄອກ 20 – 30 ໂຕນ/ເຮັກຕາ; ຝຸ່ນຮອງພື້ນໃສ່ກ່ອນປູກໜ້ອຍສຸດແມ່ນ 30 ມື້.

1.2. ລະດັບ, ໄລຍະຫ່າງ, ລະດູປູກຊາ
– ໄລຍະຫ່າງປູກ: ແຖວດຽວ: ແຖວຕໍ່ແຖວ 1,3 – 1,4 ແມັດ; ຕົົ້ນຕໍ່ຕົົ້ນ 0,3 – 0,4 ແມັດ. ແຖວຄູ່: ແຖວຕໍ່ແຖວ 1,6 ແມັດ; ລວງກວ້າງໃນການປູກຊາ 0,6 ແມັດ; ຕົົ້ນຕໍ່ຕົົ້ນ 0,5 ແມັດ(ໄລຍະຫ່າງລະຫວ່າງ 2 ແຖວຄູ່ແມ່ນ 40 ຊັງຕີແມັດ) ໄລຍະຫ່າງຂອງແຖວ: ອີງຕາມມາດຖານການປູກ, ແນວພັນ, ຮູບຮ່າງຂອງໜ້າດິນ.
– ມາດຖານການປູກ: ແມ່ນ 18.000-20.000 ຕົົ້ນ/ເຮັກຕາ, ອີງຕາມແນວພັນ ແລະ ຄວາມຊັນຂອງສວນຊາ.
– ລະດູປູກ: ລະດູບານໃໝ່: ປູກເດືອນ 3 – 4. ລະດູບໄມ້ລົົ່ນ: ປູກເດືອນ 8 – 9, ດີທີ່ສຸດແມ່ນໃຫ້ແລ້ວກ່ອນວັນທີ 15 ເດືອນກັນຍາ. ເຂດພູດອຍປູກແຕ່ເດືອນ 5 – 8 ໃຫ້ແລ້ວກ່ອນວັນທີ 15 ເດືອນກັນຍາ.

1.3. ເຕັກນິກການປູກ ແລະ ການບົວລະບັດຮັກສາຫຼັງຈາກການປູກ
– ຕົົ້ນອ່ອນໄດ້ມາດຕະຖານ:
+ ຕົົ້ນທີ່ມີອາຍແຕ່ 8 – 10 ເດືອນ; ສູງ 20 – 25 ຊັງຕີແມັດ;
+ ຕົົ້ນສູງກວ່າ 25 ຊັງຕີແມັດ ແມ່ນໃຫ້ເດັດຍອດອ່ອນອອກກ່ອນທີ່ຈະນີ້ໄປປູກ.
+ ໃຫ້ມີ 8 – 10 ໃບຂຶ້ນໄປ.
+ ເສັ້ນຜ່າສູນກາງໃບຫຼາຍກວ່າ 2,5 ມີລີແມັດ.
+ ຕົົ້ນມີສີໝາກກະເບົາ > 50%, ເປືອກຍອດອ່ອນເປັນສີຂຽວເຂັ້ມ.
+ ຍອດອ່ອນແມ່ນບໍ່ໃຫ້ມີຮອຍຊໍ້າກ່ອນປູກ 15 ມື້.
+ ຍັງມີດິນຕິດຮາກສົມບູນ; ຕົົ້ນບໍ່ເປັນແມງສະອາດດີ.
– ເຕັກນິກການປູກ.
+ ຂຸດເປັນເບົົ້າ ຫຼື ໄຖເລິກ 20 – 25 ຊັງຕີແມັດ.
+ ຈີກຖົງເບົົ້າ (ບໍ່ເຮັດໃຫ້ເບົົ້າແຕກ), ນໍາເອົາເບົົ້າລົງໃນຂຸມໃຫ້ພຽງກັບໜ້າດິນ, ປິ່ນໃບຊາໃຫ້ໄປຕາມທິດທາງຂອງລົມ.
+ ບໍ່ຄວນໃຫ້ຮາກຊາຖືກກັບຝຸ່ນຮອງພື້ນໂດຍກົງ.
+ ຖົມດິນຄ່ອຍໆໃຫ້ພຽງກັບປາກຂຸມ.
+ ຖົມດິນອ້ອມຂ້າງເບົົ້າເບົາໆໃຫ້ຕືກວ່າດິນຂ້າງຂຸມ 1 – 3 ຊັງຕີແມັດ.
+ ໃຊ້ວັດຖຸ (ເຟືອງ, ໃບໄມ້ແຫ້ງ…), ປົກເບົົ້າຊາໜາປະມານ 8 – 10 ຊັງຕີແມັດ, ກວ້າງ 20 -30 ຊັງຕີແມັດ.

+ ຖ້າດິນແຫ້ງ, ມີແດດໃຫ້ຫົດນໍ້າເບ້ຍຊາກ່ອນແລ້ວຈິ່ງປູກ. ບໍ່ເຮັດເບົົ້າແຕກ, ບໍ່ໃຫ້ຮາກຊາຖືກໂດຍກົງກັບຝຸ່ນຮອງພື້ນ – ເບ້ຍຊາສໍາຮອງ
+ ສຳຮອງ 10-15% ຂອງເບ້ຍຊ້າທີ່ປູກໄປແລ້ວ.
+ ໃນເວລາ 3 ເດືອນຫລັງຈາກປູກແລ້ວ: ຕ້ອງໄດ້ຕິດຕາມຖ້າເບ້ຍໃດຕາຍແມ່ນໃຫ້ປູກແທນໂລດ.
+ ປູກໃນເວລາທີ່ຟ້າບົດ, ດິນຊຸ່ມ.
+ ເອົາໃຈໃສ່ເບິ່ງແຍງຮັກສາເບ້ຍຊາສໍາຮອງໃຫ້ຂະຫຍາຍຕົວເທົ່າທຽມກັບເບ້ຍຊາທີ່ປູກແລ້ວ.
– ປົກໜ້າດິນ
+ ເພື່ອຫລຸດຜ່ອນການເຊາະເຈື່ອນ, ຫຍ້າ, ຮັກສາລະດັບຄວາມຊຸ່ມ.
+ ວັດຖຸນໍາໃຊ້ປົກໜ້າດິນ: ເຟືອງ, ຕໍເຟືອງ, ຫຍ້າ….
– ຖາງຫຍ້າ, ພວນດິນ.
+ ຖາງຫຍ້າ 4-6 ເທື່ອ/ປີ.
+ ຖາງຫຍ້າ ເມື່ອຫຍ້າຍັງອ່ອນ, ບໍລິເວນລຳຕົົ້ນຊາແມ່ນໃຊ້ມືລົກຫຍ້າອອກ.
+ ຖ້າຖາງຫຍ້າຊ້າຈະເຮັດໃຫ້ຫຍ້າປົກຕົົ້ນຊາ, ລົກຫຍ້າຕ້ອງແມ່ນໃຫ້ໄດ້ຮາກອອກມານໍາ.
+ ດິນທີ່ປູກຕ້ອງໄດ້ພວນດິນເພື່ອໃຫ້ດິນງອກງາມ.
 ເອົາໃຈໃສ່: ປະຕິບັດດ້ວຍຄວາມລະມັດລະວັງເພື່ອບໍ່ໃຫ້ສົົ່ງຜົນກະທົບຕໍ່ຮາກຊາທີ່ຍັງອ່ອນ.

1.4. ພື້ນຖານການຕັດຕອນງ່າຊາ
– ຈຸດປະສົງ: ສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້ລວງສູງຕົົ້ນຊາສະເໝີກັນເພື່ອສະດວກໃນການເດັດ.
– ເລີ່ມຕັດຕອນງ່າຊາເມື່ອ 2/3 ຂອງຕົົ້ນທີ່ມີລວງສູງ 65-70 ຊັງຕີແມັດ, ເສັ້ນຜ່າສູນກາງຂອງຕົົ້ນຫລາຍກວ່າ 1 ຊັງຕີແມັດ.
– ລະດູ: ເດືອນ 12 – ເດືອນ 1 (ຖ້າຫາກອາກາດໜາວຫລາຍແມ່ນໃຫ້ແກ່ຍາວເວລາຕັດອອກໄປ).
– ເຕັກນິກການຕັດຕອນ:
• ຄັ້ງທໍາອິດ(ຊາ 2 ປີ): ແມ່ນຕອນລໍາຕົົ້ນສູງຈາກໜ້າດິນ 15 – 20 ຊັງຕີແມັດ, ງ່າຫ່າງຈາກໜ້າດິນ 30 -35 ຊັງຕີແມັດ(ຫຼືຫ່າງຈາກລຳຕົົ້ນ 15 ຊັງຕີແມັດ).
• ຄັ້ງທີ່ 2 (ຊາ 3 ປີ): ແມ່ນຕອນລໍາຕົົ້ນຫ່າງຈາກໜ້າດິນ 30 -35 ຊັງຕີແມັດ, ງ່າຫ່າງຈາກໜ້າດິນແມ່ນ 40-45 ຊັງຕີແມັດ(ຫລືຫ່າງຈາກລໍາຕົົ້ນ 10 ຊັງຕີແມັດ).
• ຄັ້ງທີ່ 3: ຊາ 4 ປີ ແມ່ນຕອນຫ່າງຈາກໜ້າດິນ 50 -55 ຊັງຕີແມັດ ແລະ ໃຫ້ທາງເທິງພຽງກັນ


1.5. ພື້ນຖານວິທີການເດັດຍອດຊາ
– ຊາອາຍຸ 1 ປີ: ແມ່ນບໍ່ໃຫ້ເດັດ
+ ຕັ້ງແຕ່ເດືອນ 10-12: ໃຫ້ເດັດເອົາຍອດທີ່ສູງກວ່າ 60 ຊັງຕີິແມັດ.
– ຊາອາຍຸ 2 ປີ:
+ ປະໃຫ້ໃບລ້ຽງລໍາຕົົ້ນ, ແຕ່ເດືອນ 1 – 5: ບໍ່ເດັດ.
+ ແຕ່ເດືອນທີ 6 ຂຶ້ນໄປ: ເດັດຍອດທີ່ສູງກວ່າ 60 ຊັງຕີແມັດຂຶ້ນໄປ.
– ຊາອາຍຸ 3 ປີ:
+ ເດັດຄັ້ງທຳອິດ: ເດັດພຽງແຕ່ຍອດທີ່ສູງກວ່າ 60 ຊັງຕີແມັດ.

+ ຄັ້ງຕໍ່ໄປແມ່ນໃຫ້ເດັດຄືກັບຊາເສດຖະກິດ.
– ຕົົ້ນຊາອາຍຸ 4 ປີ:
+ ເດັດຄັ້ງທຳອິດ: ເດັດພຽງແຕ່ຍອດຊາທີ່ສູງກວ່າ 50-55 ຊັງຕີແມັດ.
+ ຄັ້ງຕໍ່ໄປແມ່ນໃຫ້ເດັດຄືກັບຊາເສດຖະກິດ.

II. ການບົວລະບັດຮັກສາຊາໃນໄລຍະເວລາທີ່ເປັນເສດຖະກິດ
2.1. ການໃຫ້ຝຸ່ນຊີວະພາບ.
– ຝຸ່ນຊີວະພາບ (ຝຸ່ນຈາກການໝັກ ຫຼື ຝຸ່ນຈາກຈຸລິນຊີ): ແມ່ນໃຫ້ຝຸ່ນ 3 ປີ/ຄັ້ງ.
+ ຝຸ່ນຊີວະພາບຫຼືຈາກການໝັກໃສ່ 25-30 ໂຕນ/ເຮັກຕາ;
+ 10ໂຕນຝຸ່ນຊີວະພາບ;
+ ຝຸ່ນຈຸລິນຊີ 2-3ໂຕນ/ເຮັກຕາ.

2.2. ເຕັກນິກການເດັດຊາ
2.2.1. ເຕັກນິກການເດັດຊາຕາມລະດູການ
– ລະດູບານໃໝ່ (ເດືອນ 3-4): ເດັດປະໄວ້ 1 ໃບປາ + 2 ໃບແທ້, ເຮັດໃຫ້ເປັນຊົງຟຸ່ມພຽງ.
– ລະດູໃບໄມ້ລົົ່ນ (ເດືອນ 5-10): ເດັດປະໄວ້ 1 ໃບປາ + 1ໃບແທ້, ເຮັດໃຫ້ເປັນຊົງຟຸ່ມພຽງ.
– ລະດູໝາວ (ເດືອນ 11-12): ເດືອນ 11 ເດັດປະໄວ້ໃບປາ, ເດືອນ 12 ເດັດທັງໃບປາ(ເດັດຈົນຫມົດ).
– ບັນດາຍອດອ່ອນທີ່ສູງກວ່າໜ້າຟຸ່ມແມ່ນໃຫ້ເດັດຍອດອ່ອນເພື່ອໃຫ້ຊົງຟຸ່ມໃບຊາເປັນໜ້າພຽງ.
 ສິ່ງທີ່ຄວນເອົາໃຈໃສ່:
• ເດັດຊາຖືກຕາມມາດຕະຖານແມ່ນເດັດ 1 ຍອດຈູມ + 2-3 ໃບອ່ອນ; ໃບຈູມທີ່ກໍາລັງຈະບານແມ່ນເດັດ 1-2 ໃບ, ສ່ວນທີ່ຍັງເຫຼືອແມ່ນໃຫ້ປະໄວ້ຕາມຄວາມເໝາະສົມຂອງລະດູ ;
• ການເດັດຊາແມ່ນເປັນການເຮັດໃຫ້ກະຕຸ້ນການຂະຫຍາຍຕົວຂອງໃບຈູມທີ່ກໍາລັງຈະບານ ເພາະເວລາຕັດຍອດແລ້ວຈະເຮັດໃຫ້ແຕກໃບແລະຂະຫຍາຍຕົວເປັນໃບອ່ອນ.
• ອັດຕາສ່ວນໃບທີ່ຍັງເຫຼືອແມ່ນເທົ່າກັບຈໍານວນໃບຈູມທີ່ກໍາລັງຈະບານ
• ຖ້າປະໄວ້ຫລາຍໃບຈະເຮັດໃຫ້ໃບຊາອ່ອນນ້ອຍລົງ, ຊົງພຸ້ມບໍ່ສະໝໍ່າສະເໝີ ເຮັດໃຫ້ເປັນພະຍາດໄດ້ງ່າຍ.

2.2. ການຖາງຫຍ້າ, ການປົກດິນ, ການນຳໃຊ້ໃບທີ່ຕັດຕອນແລ້ວປົກດິນ, ການດູແລພະຍາດແລະໜອນຊາ.
– ໃຫ້ກວດກາເປັນປະຈໍາຈັດການກັບຫຍ້າທີ່ຢູ່ອ້ອມຂ້າງຕົົ້ນຊາໃຫ້ສະອາດ.
– ລະດູຮ້ອນອາກາດຮ້ອນຊຸ່ມຈະເຮັດໃຫ້ຫຍ້າອ່ອນປົົ່ງຂຶ້ນໄວ້ ແລະ ຫລາຍ ສະນັ້ນຕ້ອງໄດ້ຕັດຫຍ້າເປັນປະຈໍາດ້ວຍວິທີການດັ່ງລຸ່ມນີ້:
+ ໃຊ້ມືລົກຫລືໃຊ້ແວກຖາງຫຍ້າອ້ອມຂ້າງຕົົ້ນຊາ.
+ ໃຊ້ຈັກຕັດຫຍ້າ, ແນະນຳໃຫ້ໃຊ້ຈັກຕັດຫຍ້າສະເພາະສວນຊາເພື່ອປ້ອງກັນບໍ່ໃຫ້ມີການເຊາະເຈື່ອນ.
+ ຢູ່ລະຫວ່າງກາງສອງແຖວຊາແມ່ນບໍ່ຄວນຕັດຫຍ້າຈົນຈຳດິນ
– ການປົກຮາກ: ໜາ 10-15 ຊັງຕີແມັດ; ວັດຖ ດິບທີ່ນຳໃຊ້: ເຟືອງ, ຕໍເຟືອງ, ໃບໄມ້, ຫຍ້າແຫ້ງ…
– ການນໍາໃຊ້ໃບທີ່ຕັດຕອນແລ້ວປົກດິນ: ຫລັງຈາກການຕັດຕອນຊາ, ນໍາໃຊ້ໃບ ແລະ ກິ່ງນ້ອຍຂອງໃບຊາປົກດິນ ເພືົ່ອຊ່ວຍໃຫ້ດິນມີການຟື້ນຟ.
– ສັດຕູພືດຕົົ້ນຕ: ຕັກແຕນນ້ອຍສີຂຽວ, ແມງແກງເຕີນ້ອຍ, ແມງມຸມແດງ, ແມງແຄງ, ໃບເນົົ່າ. ຄວນ ເອົາໃຈໃສ່ຕິດຕາມບັນດາສັດຕູພືດແລະພະຍາດທີ່ເກີດຂຶ້ນກັບຕົົ້ນຊາເພື່ອມີວິທີ່ການຈັດການໃຫ້ທັນເວລາ.
 ສິ່ງທີ່ຄວນເອົາໃຈໃສ່:
– ບໍ່ຄວນນໍາໃຊ້ຢາຂ້າຫຍ້າກັບຕົົ້ນຊາ
– ບໍ່ຄວນກໍາຈັດຫຍ້າຈົນຫມົດກ້ຽງ ເພາະຈະເຮັດໃຫ້ດິນມີການເຊາະເຈື່ອນ
– ຄວນຖາງຫຍ້າກ່ອນທີ່ຫຍ້າຈະມີດອກຫລືໝາກ ເພາະຈະຊ່ວຍເຮັດໃຫ້ຄວບຄຸມການແຜ່ພັນຂອງຫຍ້າ.
– ສໍາລັບສ່ວນຊາທີ່ຍັງບໍ່ທັນຕັດແຕ່ງຟຸ່ມໃຫ້ພຽງ, ຕົົ້ນຊາແກ່ຍັງບໍ່ທັນໄດ້ປູກຊາໃຫມ່ຊ້ອນໃສ່ແມ່ນຄວນປູກພືດຕະກຸນຖົົ່ວເພື່ອຫລຸດຜ່ອນການເກີດຂອງຫຍ້າ ແລະ ຊ່ວຍຮັກສາບໍ່ໃຫ້ດິນເຊາະເຈື່ອນ ພ້ອມທັງເປັນການໃຫ້ທາດບໍາລຸງໃຫ້ແກ່ຕົົ້ນຊາ.

III. ສັດຕູພືດ ແລະ ການຮັກສາ
3.1 ສັດຕູພຶດປະເພດມີປີກ
• ຜົນກະທົບ
– ສັດຕູພຶດໂຕນ້ອຍ, ຍາກທີ່ຈະເບິ່ງເຫັນດ້ວຍຕາເປົົ່າ.
– ມັນດູດຢາງອອກຈາກໃບຊາອ່ອນ, ຢູ່ໃນຕຳລໍາຕົົ້ນ.
– ບ່ອນທີ່ມີຜົນກະທົບຢູ່ໜ້າຂອງໃບຊາ ແລະ ເທິງລໍາຕົົ້ນ ມັນຈະເປັນເສັ້ນກະຕູດກະຕິດສີໝາກກະເບົາແຫ້ງ, ເປັນເສັ້ນຂະໜາດຕາມລວງຂອງໃບຊາ.
– ຜົນກະທົບທີ່ບໍ່ຮ້າຍແຮງ: ໃບຊາແຂງ, ໃບໜາ, ນ້ອຍ, ເປັນສີຟ້າແກ, ເປັນຮອຍ, ປ່ຽນຮູບຮ່າງ.
– ຜົນກະທົບທີຮ້າຍແຮງ: ໃບຊາແຂງ, ແຫ້ງງ່າຍ, ສະລາຍ, ໃບຊາອ່ອນຈະແຫ່ງນງ່າຍ ແລະ ແຫ່ວໄວ.
– ສັດຕູພຶດປະເພດມີປີກຈະພັດທະນາໄວໃນສະພາບອາກາດທີຮ້ອນ, ແດດຫຼາຍ.
• ການປ້ອງກັນ
– ປູກ ແລະ ອານຸລັກຮັກສາໃຫ້ແຂງແຮງ, ໃສ່ຝຸ່ນສະໝໍ່າສະເໝີ, ປູກຕົົ້ນໄມ້ໃຫ້ເປັນຮົົ່ມທີ່ເໝາະສົມ
– ທຸກໆປີຕ້ອງພູນດີນພ້ອມທັງຂ້າສັດຕູພຶດ.
– ເດັດໃບຊາປົກກະຕິ, ເດັດລະອຽດສໍາລັບໃບຊາອ່ອນທີ່ຖືກຜົນກະທົບ.
– ຈະຂ້າສັດຕູພືດກໍ່ຕໍ່ເມືອອັດຕາສ່ວນມີຜົນກະທົບກາຍ 10% ຫຼືມີ 4-5 ໂຕ/ໃບ.

3.2. ໂຕເພ້ຍສີຂຽວ
• ຜົນກະທົບ
– ມັນດູດເອົາສານອາຫານຈາກເສັ້ນໃຍໃຫຍ່ ແລະ ເສັ້ນໃຍນ້ອຍຂອງໃບ ແລະ ຍອດອ່ອນ.
– ຜົນກະທົບທີບໍ່ຮ້າຍແຮງ: ໃບແລະຍອດອ່ອນທີພັດທະນາຊ້າ, ໃບຈະພັນເຂົົ້າກັນ ແລະ ປ່ຽນສີເປັນສີແດງຊໍ້າ.
– ຜົນກະທົບທີຮ້າຍແຮງ: ຍອດອ່ອນຈະກົົ່ງເຂົົ້າກັນຄືຮູບເຮືອແຫ້ງແລະແຂງ, ໃບນ້ອຍ, ເປັນສີເຫຼືອງ, ຢູ່ໃນສະພາບອາກາດຮ້ອນຈະກໍໃຫ້ເກີດໃບແຫ້ງໄໝ້.
– ໂຕເພ້ຍສີຂຽວຈະປາກົດເຫັນໃນຮອບປີ, ມີຜົນກະທົບຮ້າຍແຮງຢູ່ໃນສະພາບອາກາດທີ່ແດດຮ້ອນ, ຊຸ່ມຊືນມີຝົນນໍາ. • ການປ້ອງກັນ
– ປູກ ແລະ ຮັກສາໃບຊາໃຫ້ມີຄວາມແຂງແຮງເພຶ່ອປ້ອງກັນກັບໂຕເພ້ຍ.
– ເອົາເຟືອງປົກ ແລະ ໃສ່ຝຸ່ນສະໝໍ່າສະເໜີ.
– ເກັບເດັດໃຫ້ໝົດຕາມລຸ້ນດຽວກັນ ແລະ ຕັດຂາດແຫ້ງອາຫານຂອງໂຕເພ້ຍຕາມສວນຊາຢູ່ໃນໄລຍະໃດໜື່ງ.- ຂ້າຫຍ້າ ແລະ ທໍາລາຍບັນດາຕົົ້ນໄມ້ທີເກີດຂື້ນຢູ່ໃນສວນຊາ. – ເວລາໂຕເພ້ຍຂະຫຍາຍພັນເຮົາຕ້ອງເດັດໃບຊາດັ່ງກ່າວອອກໃຫ້ໝົດເພື່ອຫລຸດປະລິມານການຂະຫຍາຍພັນຂອງໂຕເພ້ຍ

3.3. ແມງບົົ້ງຂົນທໍາລາຍຊາ
• ຜົນກະທົບ.
– ກິນບັນດາໃບຊາແກ່ຫລາຍ, ກິນໃບອ່ອນໜ້ອຍແຕ່ວ່າຖ້າກິນໃບອ່ອນມັນຈະກິນທັງໝົດໃບເລີຍ.
– ບົົ້ງອ່ອນ 1-2 ກິນທາດສີຂຽວຢູ່ກ້ອງໃບ. ບົົ້ງອາຍ 3 ຂຶ້ນໄປຈະກິນທັງໝົດໃບຈົົ່ງເຫລືອໄວ້ພຽງແຕ່ໃຍໃບ.
– ຕົົ້ນຊາທີ່ຖືກບົົ້ງກິນຈະເຮັດໃຫ້ການກັບຄືນສູ່ສະພາບເດີມຊ້າລົງ.
• ການປ້ອງກັນ.
– ການດູແລຮັກສາສວນຊາໃຫ້ຂະຫຍາຍຕົວຢ່າງແຂງແຮງ.
– ໃຊ້ໄຟເພື່ອຈັບແມງໄມ້ທີ່ໃຫຍ່ແລ້ວ (ແມງກະເບື້ອ…) ໃນທຸກໆຕອນແລງໃນ 7-10 ມື້.
– ຕັດຫຍ້າອ້ອມບໍລິເວນຕົົ້ນຊາທີ່ຖືກທໍາລາຍ.
– ຕັດເອົາໃບທີ່ມີໄຂູ່ບົົ້ງ, ກໍາຈັດບົົ້ງອາຍ 1-2 ໄປທຳລາຍ.

3.4. ພະຍາດໃບແຫ້ງແຫ່ວ
• ຜົນກະທົບ
– ຮອຍພະຍາດຊະນິດນີ້ມີສີແຫ້ງແຫ່ວເປັນຮູບຄື້ນງໍ, ທໍາອິດເປັນຮອຍຈໍ້າສີດໍານ້ອຍໆ ຫລັງຈາກນັ້ນແຜ່ຂະຫຍາຍເປັນວົງກວ້າງ.
– ພະຍາດຊະນິດນີ້ມັກຈະເປັນຢູ່ປາຍໃບ ແລະ ເຮັດໃຫ້ໃບຫຼົ່ນ.
– ໃບຈະຫຼົ່ນພາຍຫລັງທີ່ພະຍາດແຜ່ໄປໄດ້ ½ ຂອງໃບ.
– ພະຍາດຊະນິດນີ້ຂະຫຍາຍຕົວໃນອຸນຫະພູມສູງ, ຄວາມຊຸ່ມສູງ, ເປັນໜັກຕັ້ງແຕ່ເດືອນ 6-8.
• ວິທີການປ້ອງກັນ
– ຮັກສາສວນຊາ, ກໍາຈັດຫຍ້າ
– ທໍາຄວາມສະອາດສວນຊາ, ເກັບກວດໃບຫລັງຈາກທໍາການຕັດຕອນ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/c6CA9Rk3T2nRevIz.pdf
https://www.rakbankerd.com/agriculture/print.php?id=6593&s=tblplant
https://www.palangkaset.com/ผักเศรษฐกิจ/การดูแลรักษาต้นชา-1/