Monthly Archives: October 2018

ເຕັກນິກການປູກໝາກນາວນອກລະດູແບບໃສ່ແທ່ງ

I. ສະພາບລວມ
ການຜະລິດໄມ້ໃຫ້ໝາກໃນປະຈຸບັນສ່ວນໃຫຍ່ແມ່ນອິງໃສ່ທໍາມະຊາດເປັນຕົ້ນຕໍ ໝາກນາວເປັນໄມ້ກິນ ໝາກ ຊະນິດໜື່ງທີ່ຄົນເຮົາຮູ້ຈັກກັນດີ ເປັນພືດທີ່ມີຄວາມສໍາຄັນທາງດ້ານເສດຖະກິດມີຄວາມຕ້ອງການສູງ ແລະ ຕະ ຫຼອດປີ ຊຶ່ງມີການນໍາມາປຸງແຕ່ງປະກອບອາຫານໃນຊີວິດປະຈໍາວັນຂອງມະນຸດເຮົາ ສະນັ້ນຈຶ່ງເຮັດໃຫ້ຜົນຜະລິດໝາກນາວມີບົດບາດສໍາຄັນທາງການຄ້າຫຼາຍຂື້ນ. ການປູກໝາກນາວຢູ່ໃນປະເທດເຮົາມີຢູ່ຫຼາຍແຕ່ການປູກໝາກນາວໃນຫລາຍທ້ອງຖິ່ນຍັງແບບຂະໜາດນ້ອຍ, ບໍ່ເປັນລະບົບ, ກະແຈກກະຈາຍ ແລະ ປະສົບກັບຫລາຍບັນຫາຂໍ້ຫຍຸ້ງຍາກເຊັ່ນ: ຂາດແນວພັນທີ່ມີຄຸນນະພາບ, ຂາດເຕັກນິກໃນການຜະລິດພາໃຫ້ຜົນຜະລິດຕໍ່າ, ຄຸນນະພາບບໍ່ສູງ, ມີລາຍຮັບຕໍ່າ, ຂາດຕະຫລາດຮອງຮັບຜະລິດແລ້ວບໍ່ໄດ້ຂາຍ, ລາຄາຕໍ່າ, ຂາດທຶນ, ບາງບ່ອນການຜະລິດມີຄວາມສ່ຽງບໍ່ໝັ້ນຄົງ ແລະ ຜົນຜະລິດຈະອອກໃນຊ່ວງລະດູຝົນເດືອນມິຖຸນາ(6) ຫາ ເດືອນພະຈິກ(11) ຜົນຜະລິດຈະຫຼາຍ ແລະ ພຽງພໍຕໍ່ການບໍລິໂພກ ແຕ່ໃນຊ່ວງລະດູແລ້ງ ເດືອນມິ ນາ(3) ຫາ ເດືອນເມສາ(4) ຂອງທຸກໆປີໝາກນາວຈະມີລາຄາແພງສູງກວ່າປົກກະຕິຄືມີລາຄາ 900 – 1,000 ກີບຕໍ່ໜ່ວຍ ນອກຈາກນີ້ເນື່ອງຈາກໃນຊ່ວງລະດູແລ້ງຈະມີຜົນຜະລິດອອກຊູ່ຕະຫຼາດໜ້ອຍ ການຈັດການສວນຢ່າງໃດກໍຕາມສິ່ງທີ່ຄວນຈົດຈໍາຄືໝາກນາວຈະບໍ່ມີການອອກດອກໃນງ່າທີ່ມີໝາກຢູ່ ດັ່ງນັ້ນຫາກຕ້ອງການໃຫ້ງ່າມີການອອກດອກໃນຊ່ວງທີ່ຕ້ອງການຕາມທີ່ກໍານົດໄວ້ກໍ່ ຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງກໍາຈັດດອກ ຫຼື ໝາກອ່ອນໃນງ່າເຫຼົ່ານັ້ນອອກໄປໃຫ້ໝົດ. ຫຼັກການບັງຄັບໃຫ້ໝາກນາວອອກນອກລະດູການນັ້ນ ເນື່ອງຈາກໝາກນາວເປັນພືດທີ່ໄວຕໍ່ການຂາດນໍາ ຊຶ່ງຖ້າໝາກນາວມີໃບແກ່ແລ້ວ ປ່ອຍໃຫ້ຂາດນໍ້າໃບຈະລົ່ນ ແລະ ຈະສະແດງອາການຄ້າຍຄືຕົ້ນຈະຕາຍ ແຕ່ຖ້າໃຫ້ນໍ້າ ແລະ ປຸ໋ຍໝາກນາວຈະແຕກໃບໃໝ່ພ້ອມອອກດອກ.
ສະນັ້ນ, ຈິ່ງມີຄວາມຈໍາເປັນຕ້ອງໄດ້ມີການຫັນປ່ຽນຮູບແບບສຶກສາ ແລະ ເຕັກນິກການຜະລິດໝາກນາວ ໂດຍເລັງໃສ່ການຜະລິດໃສ່ແທ່ງສາງ ແລະ ບັງຄັບອອກນອກລະດູ ເພື່ອເພີ້ມການຜະລິດໝາກນາວ ໃນຊ່ວງແລ້ງໃຫ້ຫລາຍຂື້ນ, ເຕັກນິກວິທີການ, ການໃສ່ປຸ໊ຍໃຫ້ນ້ຳ ແລະ ການບັງຄັບດອກ ຕະຫຼອດຮອດການບົວລະບັດຮັກສາ ແລະ ເພື່ອພັດທະນາພື້ນຖານການຜະລິດໃຫ້ກາຍເປັນສິນຄ້າ.

II.ແນວພັນໝາກນາວ
ໝາກນາວທີ່ພົບເຫັນມີຫຼາຍແນວພັນດ້ວຍກັນໄດ້ແກ່ຄື
– ແນວພັນໄລ່ເມັດ
– ແນວພັນແປ້ນພິຈິດ
– ແນວພັນ ຕາຮິຕີ ແລະ ແນວພັນອື່ນໆ
1. ອຸປະກອນທີ່ຈຳເປັນໃນການປູກໝາກນາວໃສ່ແທງສ່າງ
– ອຸປະກອນລະບົບນໍ້າແບບມິນິສະປິ່ງເກີ້( ແບບຝົນຝອຍ)
– ແທ່ງສ້າງ: ຄວາມສູງ 0,5 m, ຄວາມກວ້າງ 1,10 m
– ແກບ
– ຝຸ່ນຄອກ
– ຝຸນເຄມີສູດ15 : 15 : 15, 8 :24 : 24
– ຢາປ້ອງກັນພະຍາດ
– ລະບົບນ້ຳຕ່າງໆ
– ແລະ ອື່ນໆ

III.ລະດູປູກ
ເລີ່ມແຕ່ຕົ້ນລະດູຝົນຫາກາງລະດູຝົນ ເພາະໃນໄລຍະນີ້ຄົ້ນໄມ້ແມ່ນມີການຈະເລີນເຕີບໂຕ ແລະ ບໍ່ຫຍຸ້ງໃນການຫົດນ້ຳ

 

IV. ເຕັກນິກການປູກ

1. ການກຽມພື້ນທີ່ : ກ່ອນອື່ນໝົດ ຄວນຖ່າງຫຍ້າອານະໄມພື້ນທີ່ໃຫ້ສະອາດ ຫຼັງຈາກນັ້ນມີປັບໜ້າດິນຮາບພຽງດີ ເພື່ອກຳຈັດວັດສະພືດ, ໄຂ່ແມງໄມ້ ແລະ ພະຍາດຕ່າງໆທີ່ມີຢູ່ໃນດິນ
2. ການກະກຽມແທ່ງສ່າງ: ເທຊີມັງປູ້ພື້ນ ແລະ ເອົາແທງສ້າງໃສ່ເທີງ
3. ກ່ອນປູກ ແມ່ນນໍາສ່ວນປະສົມຕາມສູດທີ່ກ້ຽມໄວ້ລົງໃສ່ແທ່ງສ້າງໃຫ້ເຕັມ ຫຼັງຈາກນັ້ນນໍາເບ້ຍໝາກນາວລົງປູກ.
4. ການຕິດຕັ້ງລະບົບນ້ຳ: ນ້ຳແມ່ນສິີ່ງສຳຄັນສຳລັບໝາກນາວເພາະວ່າໝາກນາວແມ່ນຂາດນ້ຳບໍ່ໄດ້ເປັນຕົ້ນໃນຊ່ວງປູກໃໝ່ຕ້ອງໃຫ້ນ້ຳມື້ລະຄັ້ງເພື່ອໃຫ້ມີຄວາມຊຸ່ມຊື່ນໃນແທງສ່າງ ເຊີ່ງຈະໃຊ້ລະບົບສະປຮີງເກີ ຫຼື ລະບົບນ້ຳຍອດກໍ່ໄດ້ ແລະ ສະດວກໃນການປະຕິບັດງານຕ່າງໆ
5. ການບົວລະບັດຮັກສາ.
ຫຼັງຈາກປູກໝາກນາວໄດ້ 2 ເດືອນແລ້ວໃຫ້ປຸ໊ຍເຄມີ 15-15-15 ປະສົມກັບ 46-00-00 ໃນອັດຕາ 200 ກລາມ ຕໍ່ຕົ້ນ ແລະ ການໃຫ້ປູ໊ຍຄວນລະມັດລະວັງໃຫ້ຫ່າງຈາກເຫງົ້າຕົ້ນປະມານ 20 ຊັງຕີແມັດ,ການໃຫ້ປຸ໊ຍແມ່ນໃຫ້ທຸກໆເດືອນຈົນກວ່າໝາກນາວມີອາຍຸ ໄດ້ 8 ເດືອນ ຈືງສາມາດບັງຄັບດອກໄດ້.

 

ຮູບພາບທີ: 1 ການຕຽມແທງສ້າງ

ຮູບພາບທີ: 2 .ການຕຽມແທງສ້າງ

ຮູບພາບທີ 3: ການກະກຽມດິນ

ຮູບພາບທີ4: ດິນທີ່ປະສົມໃສ່ແທງສ່າງແລ້ວ

ຮູບພາບທີ5:ການປູກ

4. ຂັ້ນຕອນການບັງຄັບໃຫ້ໝາກນາວອອກນອກລະດູ
ຕົ້ນໝາກໜາວທີ່ຈະບັງຄັບໃຫ້ອອກນອກລະດູຈະຕ້ອງມີອາຍຸ 8 ເດືອນ ຫຼື 1 ປີ ແຕ່ໂດຍທົ່ວໄປເມືອ່ປູກໄດ້ 6 ເດືອນຕົ້ນໝາກນາວກໍ່ຈະເລີ່ມອອກດອກ ແລະ ຈັບໝາກ:
1. ໃນຕົ້ນເດືອນກໍລະກົດ( 7 ) ບໍາລຸງຕົ້ນໃຫ້ສົມບູນ ໃສ່ປຸ໋ຍຄອກຈໍານວນ 10 ກລ ແລະ ປຸ໋ຍເຄມີ ສູດ 15-15-15 ຈໍານວນ 1 ບ່ວງແກງ ເມື່ອຮອດເດືອນສິງຫາ( 8 ) ສັງເກດເບິ່ງໃບຍອດສຸດເປັນໃບທີ່ບໍ່ອ່ອນຫຼື ບໍ່ແກ່ເກີນໄປ( ໄລຍະໃບເຄີ່ງແກ່ເຄິ່ງອ່ອນ ).

 

ຮູບທີພາບທີ6: ສີຂອງໃບຍອດສຸດທີ່ເໝາະສົມໃນການທີ່ຈະບັງຄັບໃຫ້ອອກນອກລູດູ

 

ຮູບພາບທີ7: ສີຂອງໃບຍອດສຸດທີ່ເໝາະສົມໃນການທີ່ຈະບັງຄັບໃຫ້ອອກນອກລູດູ

3. ປະສົມດິນປູກຝັງກັບຝຸ່ນຄອກລົງຕື່ມໃສ່ແທ່ງສ້າງໃຫ້ເຕັມ ເພື່ອສະດວກໃນການຄຸມຜ້າຢາງ ແລະ ປ້ອງກັນບໍ່ໃຫ້ນໍ້າເຂົ້າ

ຮູບທີ8, 9: ການຕື່ມດິນໃສ່ແທ່ງ

4. ຄຸມແທ່ງສ້າງດ້ວຍຜ້າຢາງໃສ ທີ່ສາມາດປ້ອງກັນນໍ້າ.

ຮູບທີ10, 11: ການຄຸມແທງ

5. ຢຸດການໃຫ້ນໍ້າຈົນກ່າວໃບຈະແຮ່ວ ແລະ ລົ່ນແຕ່ບໍ່ເກີນ 1 ໃນ 5 ປະມານ 20%.

ຮູບທີ12, 13: ອາການແຮ່ວຂອງໃບໝາກນາວ

6. ເປີດຜ້າຢາງທີ່ຄຸມແທງສ້າງອອກ ແລະ ໃສ່ປຸ໋ຍເຄມີສູດ 8 : 24 : 24 ຫຼື 15 : 15 : 15 ຈໍານວນ 1 ບ່ວງແກງ/ຕົ້ນ ໃສ່ນໍາໃຫ້ປຽກຊຸ່ມຢູ່ສະເໝີ 1 3ມື້/ຄັ້ງ ຈົນກວ່າໝາກນາວຈະປົ່ງໃບໃໝ່ ແລະ ອອກດອກ.

ຮູບທີ14, 15: ການເປີດຜ້າຢາງຄຸມແທງ ແລະ ການໃສ້ປຸ໋ຍ

7. ໝາກນາວທີ່ບັງຄັບໃຫ້ອອກໝາກໃນແທ່ງສ້າງຈະອອກດອກ ແລະ ຈັບໝາກບໍລິເວນປາຍຍອດ.

ຮູບທີ16, 17: ການອອກດອກຂອງຕົ້ນໝາກນາວ

8. ເມື່ອໝາກນາວຈັບໝາກນ້ອຍໃສ່ປຸ໋ຍສູດ 15 : 15 : 15 ທຸກໆເດືອນຈໍານວນ 1 ບ່ວງແກງ/ເດືອນ ແລະ ໜ່ວຍຈະຈະເລີນໃຫຍ່ຂື້ນ ສາມາດເກັບຜົນຜະລິດໝາກນາວໄດ້ ຖືກກັບຊ່ວງທີ່ໝາກນາວມີລາຄາແພງ.

ຮູບທີ18, 19: ການຈັບໝາກນ້ອຍ ແລະ ໝາກທີ່ໃຫຍ່ເຕັມທີ່

 

I. ຫຼັກການໃນການບັງຄັບໃຫ້ໝາກນາວອອກນອກລະດູການ
ເນື່ອງຈາກໝາກນາວເປັນພືດທີ່ໄວຕໍ່ການຂາດນ້ຳ ຖ້າໝາກນາວມີໃບແກ່( ເຄິ່ງແກ່, ເຄິ່ງອ່ອນ) ແລ້ວປະໃຫ້ຂາດນ້ຳໃບຈະຫລົ່ນໄວ ແລະ ສະແດງອາການຄ້າຍຈະຕາຍ ແຕ່ຖ້າໃຫ້ນ້ຳ ແລະ ໃສ່ປຸ໋ຍໝາກນາວຈະແຕກໃບໃໝ່ ແລະ ອອກດອກຕາມມາ ເມື່ອໃດທີ່ໄດ້ຮັບນ້ຳ ແລະ ປຸ໋ຍຢາງພຽງພໍໝາກນາວຈະແຕກກີ່ງໃໝ່ໄດ້ຫຼາຍໃບຈະຂຽວສົດຢູ່ໄດ້ດົນ ແລະ ບໍ່ຄອຍມີການອອກດອກຕິດໝາກດັ່ງນັ້ນຈິ່ງມີວິທີການທີ່ເຮັດໃຫ້ໝາກນາວອອກດອກໃນລະດູແລ້ງໂດຍທີ່ບໍ່ເຮັດໃຫ້ໝາກນາວຊຸດໂຊມຈົນເກີນໄປດັ່ງລຸ່ມນີ້:
ສູດທີ 1: ຢຸດການໃຫ້ນ້ຳໃນໄລຍະໜື່ງເພື່ອປ່ອຍໃຫ້ໃບຫ່ຽວເມື່ອໃບຫ່ຽວກໍ່ໃຫ້ນໍ້າ 2-3 ວັນ/ຄັ້ງ ແລະ ເມື່ອເຫັນວ່າໝາກນາວມີການຟື້ນໂຕໄດ້ດີແລ້ວກໍ່ຄ່ອຍໃຫ້ນ້ຳຫລາຍໆຕິດຕໍ່ກັນປະມານ 5-7 ວັນ ຈົນດິນຊູ່ມຈື່ງໃສ່ປຸ໋ຍເລັ່ງດອກທີ່ມີຕົວກາງສູງ ເຊັ່ນ: ປຸ໋ຍສູດ 12-24-12 ຫຼື 9-27-27 ປະມານ 1-2 ກລ/ຕົ້ນ ຫຼື ໃສ່ກະດູກປົ່ນລົງໄປຕື່ມກໍ່ໄດ້ນອກຈາກນີ້ຄວນພິຈາລະນາໃສ່ຝຸ່ນຂີ້ໝູປະມານ 60 ກລ ກະດູກປົ່ນ 6 ກລກ ແລະ ໂພແທກຊຽມຊັນເຟດ 3 ກລ ປະສົມເຂົ້າກັນແລ້ວໃສ່ອ້ອມຕົ້ນຈະໄດ້ຜົນຜະລິດດີເຊັ່ນດຽວກັນ.
ສູດທີ 2: ຢຸດການໃຫ້ນ້ຳປະມານ 7-15 ວັນ ແລ້ວຈື່ງມີການຕັດແຕ່ງກີ່ງອອກປະມານ 1-2 ງ່າໃຫ້ທົ່ວທັງຕົ້ນການຕັດແຕ່ງກີ່ງນີ້ເປັນວິທີການໜື່ງທີ່ຊ່ວຍໃຫ້ໝາກນາວແຕກກີ່ງ ວິທີນີ້ເພື່ອໃຊ້ເພີ່ມປະລິມານການອອກດອກຕິດຜົນໃນຊ່ວງເດືອນມີຖຸນາຫາເດືອນກໍລະກົດ ຕົ້ນໝາກນາວທີ່ຈັບໝາກໃນຊ່ວງນີ້ບໍ່ຫຼາຍ.
ສູດທີ 3: ສີດນໍາປຸ໋ຍຢູເລຍຄວາມເຂັ້ມຂຸນ 5% (ໃສ່ປຸ໋ຍຍູເລຍ 46 : 00 :00 ຈໍານວນ 1 ກລ ປະສົມກັບນ້ຳ 20 ລິດ) ສີດທົ່ວຊົງພຸ່ມຂອງໝາກນາວປະມານ 4-5 ວັນ ໃບໝາກນາວຈະເລີ່ມລົ່ນໃບໂດຍສະເພາະໃບແກ່ ສ່ວນໃບອ່ອນຈະບໍ່ລົ່ນ ລັັກສະນະຂອງໃບໝາກນາວທີ່ລົ່ນນັ້ນຄ້າຍກັບຖືກນ້ຳຮ້ອນລວກຫຼັງຈາກນັ້ນໃຫ້ໃສ່ປຸ໋ຍເຄມີສູດ 12 : 24 : 12 ໂຮຍໃສ່ອ້ອມຕົ້ນແຕ່ລະຕົ້ນໃສ່ 1-2 ກລ ປະມານ 15-20 ວັນ ຫຼັງຈາກທີ່ໄດ້ສີດພົ່ນປຸ໋ຍຍູເລຍໄປແລ້ວ ໝາກນາວຈະເລີ່ມອອກດອກ ໃນຊ່ວງນີ້ໃຫ້ໃສ່ປຸ໋ຍເຄມີສູດ 20-14-14 ໃນອັດຕາ 200-300 ກຼາມ/ຕົ້ນ ເພື່ອເລັ່ງການຈະເລີນເຕີບໂຕຂອງຜົນຜະລິດໝາກນາວ ໃນຊ່ວງທີ່ໝາກນາວເລີ່ມອອກດອກຈົນເຖີງຈັບໝາກຈະຕ້ອງລະວັງບໍ່ໃຫ້ຕົ້ນໝາກນາວຂາດນໍ້າ ເພາະຈະເຮັດໃຫ້ໝາກລົ່ນ ຫຼື ການຈະເລີນເຕີບໂຕຂອງໝາກບໍ່ໄດ້ດີເທົ່າທີ່ຄວນທີ່ບັງຄັບໃຫ້ອອກດອກໃນເດືອນກັນຍາຫາເດືອນຕຸລາ ຖ້າມີການປະຕິບັດຕາມຂໍ້ແນະນຳດັ່ງກ່າວມານັ້ນເມື່ອເຖີງລະດູແລ້ງຄືໃນລະຫວ່າງເດືອນເມສາໝາກນາວຈະແກ່ ແລະ ສາມາດເກັບຜົນຜະລິດໄປຈຳໜ່າຍໄດ້.
ສູດທີ 4: ເປັນວິທີທີ່ໄດ້ຜົນດີ ວິທີໜື່ງ ວິທີນີ້ຈະບໍ່ເຮັດໃຫ້ຕົ້ນໝາກນາວໂຊມໄວຄືວິທີທໍາອິດຊຶ່ງມີຂັ້ນຕອນໃນການປະຕິບັດດັ່ງນີ້:
1. ປະມານເດືອນກັນຍາໃສ່ປຸ໋ຍເກດ 1:3:3 ສູດ 8-24-24 ເພື່ອເລັ່ງໃຫ້ໃບແກ່ຂະຫຍາຍຕົວຂື້ນ ແລະ ເກັບສະສົມອາຫານໄວ້ບຳລຸງດອກຕໍ່ໄປ.
2. ຕົ້ນເດືອນຕຸລາໃຫ້ນ້ຳເພື່ອໃຫ້ຕົ້ນໝາກນາວມີການເກັບສະສົມອາຫານ.
3. ປາຍເດືອນຕຸລາໃຫ້ນ້ຳຢ່າງເຕັມທີຫຼັງຈາກຢຸດໃຫ້ນ້ຳເປັນເວລາ 15-20 ວັນ
4. ຕົ້ນເດືອນພະຈິກຫຼັງຈາກທີ່ໃຫ້ນ້ຳໄປແລ້ວປະມານ 7 ວັນ ໝາກນາວຈະເລີ່ມອອກດອກ ຊ່ວງນຄວນມີການສີດຢາເພື່ອປ້ອງກັນກຳຈັດແມງໄມ້ໃນຊ່ວງທີ່ກຳລັງມີດອກອ່ອນ.
5. ປາຍເດືອນພະຈິກດອກເລີ່ມບານ ແລະ ມີການຈັບໝາກນ້ອຍຄວນສີດຢາເຄມີປ້ອງກັນ-ກຳຈັດແມງ.
6. ຕົ້ນເດືອນທັນວາໝ່ວຍໝາກນາວມີຈະໜາດເທົ່າກັບເມັດສາລີ ໃສ່ປຸ໋ຍເຄມີເກດ 1:1:1 ສູດ 15-15-15, 16-16-16 ເພື່ອບໍາລຸງໃຫ້ໝາກມີຄວາມສົມບູນ.
7. ປະມານເດືອນກຸມພາເປັນຕົ້ນໄປຈະສາມາດເກັບຜົນຜະລິດໝາກນາວອອກຈຳໜ່າຍໄດ້ ຊື່ງຖືກກັບຊ່ວງທີ່ໝາກນາວມີລາຄາແພງ.
8. ຫຼັງຈາກທີ່ມີການເກັບກ່ຽວຜົນຜະລິດໝົດແລ້ວປະມານເດືອນພຶດສະພາຄວນມີການຕັດແຕ່ງກີ່ງໃສ່ປຸ໋ຍຄອກ ແລະ ປຸ໋ຍເຄມີ ສູດ 15-15-15 ເພື່ອບໍາລຸງຕົ້ນໃຫ້ສົມບູນ ແລະ ພ້ອມສໍາລັບການຜະລິດໝາກນາວລະດູແລ້ງໃນປີຕໍ່ໄປ.
ສູດທີ່ 5 ມີວິທີການດັ່ງນີ້:
1. ຊ່ວງເດືອນກັນຍາ-ຕຸລາ ຊື່ງເປັນຊ່ວງລະດຸຝົນບໍ່ຄວນໃຫ້ນ້ຳຕົ້ນໝາກນາວເພາະເປັນຊ່ວງລະດຸຝົນ ແລະ ການເຮັດໃຫ້ໃບໝາກນາວຫຼົ່ນໃນຊ່ວງນີ້ຈືງເຮັດໄດ້ຍາກເພາະຍັງມີຝົນຕົກຢູ່
2. ຊາວສວນໃຊ້ວິທີ່ທໍລະມານເຫລັກໜ້ອຍໂດຍໃຊ້ການໄກຣຕັດປາຍກີ່ງຕົ້ນໝາກນາວປະມານ 1-2 ນິ້ວອອກທົ່ວທັງຕົ້ນສຳເລັດແລ້ວຈື່ງກະຕຸ້ນໃສ່ປຸ໋ຍສູດ 12-24-12 ຫຼື 9-27-27 ໃນອັດຕາຕົ້ນລະ 1 ກລກປຸ໋ຍດັ່ງກ່າວມີຣາຕຸຟອສຟອຣັສສູງຈື່ງສາມາດເລ່ງການອອກດອກຂອງໝາກນາວໄດ້.
3. ຖ້າຫາກຝົນບໍ່ຕົກກໍ່ໃຫ້ປຸ໋ຍເມັດລະລາຍນ້ຳທົດແທນທີ້ງໄວ້ 14-21 ວັນ ໝາກນາວຈະເລີ່ມຜະລິດໃບ ແລະ ອອກດອກມາຫຼັງຈາກນັ້ນກໍ່ໃສ່ປຸ໋ຍບຳລຸງຕົ້ນໝາກນາວໂດຍໃຊ້ສູດ 20-14-14 ຫຼື 20-11-11 ໃນອັດຕາຕົ້ນລະ 200-300 ກ ໃສ່ 3-4 ຄັ້ງ ໂດຍຫ່າງກັນຄັ້ງລະ 1 ເດືອນເພື່ອເລ່ງໃຫ້ຜົນໝາກນາວໃຫຍ່.
4. ໃນຊ່ວງນີ້ຖ້າອາກາດແຫ້ງແລ້ງຄວນພວນດິນ ແລະ ໃສ່ເສດຫຍ້າຄູມຕົ້ນໝາກນາວພ້ອມກັບຫົດນ້ຳ 10-14 ວັນ/ຄັ້ງຈາກນັ້ນດອກໝາກນາວຄ່ອຍໆຈະເລີນເຕີບໂຕກາຍເປັນຜົນຜະລິດຈົນສາມາດເກັບຈຳໜ່າຍຜົນໄດ້ໃນຊ່ວງລະດຸແລ້ງຊື່ງກົງກັບຊ່ວ/ທີ່ໝາກນາວມີລາຄາແພງພໍດີ.
ສູດທີ 6: ການໃຊ້ຮໍໂມນບັງຄັບການອອກດອກຂອງໝາກນາວນັ້ນຈຸດປະສົງ ເພື່ອການຜະລິດໝາກນາວໃຫ້ມີຜົນຜະລິດອອກຈຳໜ່າຍໄດ້ໃນຊ່ວງລະດູແລ້ງ ຫຼື ນອກລະດູ ຊື່ງປົກກະຕິແລ້ວໝາກນາວອອກດອກໝາກປີລະ 1 ຄັ້ງ ໂດຍເລີ່ມຈາກໃນຊ່ວງລະດູແລ້ງລະຫວ່າງເດືອນກຸມພາ – ເດືອນເມສາ ໃບທີ່ແກ່ຈະລົ່ນອອກຈາກຕົ້ນແລ້ວມີໃບໃໝ່ ແລະ ມີການຜະລິດດອກຕາມມາ ຜົນຜະລິດຈະອອກສູ່ຕະຫຼາດ ໃນຊ່ວງເດືອນກໍລະກົດ – ເດືອນກັນຍາ ແລະ ເມື່ອເກັບຜົນຜະລິດໝົດແລ້ວໝາກນາວຈະທະຍອຍກັນອອກດອກທັງປີ ແຕ່ມີໝາກຄັ້ງລະບໍ່ຫຼາຍ ການທີ່ຈະເຮັດໃຫ້ໝາກນາວເກັບກ່ຽວຜົນຜະລິດໄດ້ໃນຊ່ວງໜ້າແລ້ງຄືປະມານເດືອນມີນາ – ເມສາ ຊື່ງເປັນຊ່ວງທີ່ໝາກນາວມີລາຄາແພງຫຼາຍ ຈຳເປັນຈະຕ້ອງບັງຄັບໃຫ້ໝາກນາວອອກດອກໃນຊ່ວງເດືອນກັນຍາ – ຕຸລາ ເພາະໄລຍະເວລາທີ່ໝາກນາວອອກດອກຈົນເຖີງເປັນໝາກແກ່ສາມາດເກັບກ່ຽວຜົນຜະລິດໄດ້ຈະໃຊ້ເວລາປະມານ 5 – 6 ເດືອນ ຊຶ່ງກົງກັບຊ່ວງເດືອນມີນາ – ເມສາໂດຍການປະຕິບັດໃນການໃຊ້ສານພາໂຄລບິວທຣາໂຊລບັງຄັບການອອກດອກຂອງໝາກນາວເພື່ອໃຫ້ຜົນຜະລິດອອກສູ່ຕະຫຼາດໄດ້ໃນຊ່ວງໜ້າແລ້ງ ຫຼື ນອກລະດູສາມາດປະຕິບັດໄດ້ດັ່ງນີ້:
ເດືອນເມສາ.
1. ຕັດແຕ່ງກີ່ງໝາກນາວໂດຍເລືອກຕັດແຕ່ງກີ່ງແຫ້ງ ກີ່ງຄົດໂຄ້ງ ຫຼື ກີ່ງນ້ຳຄ້າງ ຊື່ງບຽນກັນແໜ້ນພາຍໃນຊົງພຸ່ມ ແລະ ກີ່ງທີ່ເປັນພະຍາດ ຫຼື ຖືກທຳລາຍຈາກແມງໄມ້ ແລະ ເຊື້ອລາ ອອກໄປເຜົາທຳລາຍເນື່ອງຈາກກີ່ງເຫຼົ່ານີ້ບໍ່ມີປະໂຫຍດຫາກປ່ອຍປະໄວ້ເທີງຕົ້ນຈະໄປຍາດແຍ່ງອາຫານ ແລະ ຍັງເປັນແຫຼ່ງສະສົມຂອງເຊື້ອພະຍາດອີກດ້ວຍ.
2. ປິດຊໍ່ດອກ ແລະ ໝາກນ້ອຍອອກໃຫ້ໝົດ ໂດຍການຕັດຖີ້ມດ້ວຍຊີຄັດເຕີ້ ຫຼື ຖ້າມີຈຳນວນຫຼາຍອາດສີດພົ່ນທາງໃບດ້ວຍສານທີ່ຊື່ວ່າ:ເອທຣີຟອນ ອັດຕາ 80 ມີລີລິດ /ນ້ຳ 1 ລິດ (80 ppm) ປະຈຸບັນມີສານດັ່ງກ່າວຈຳໜ່າຍມີຊື້ທາງການຄ້າວ່າ ອີເທຣລ ຊະນິດທີມີຄວາມເຂັ້ມຂຸ້ນຂອງສານເອທຣີຟອນ 48% ໃຊ້ໃນອັດຕາ 33 ມີລີລິດ (ຊີຊີ)/ນ້ຳ 200 ລິດ ພົ່ນຊໍ່ດອກ ແລະ ໝາກອ່ອນທົ່ວຕົ້ນຈະເຮັດໃຫ້ດອກ ແລະ ໝາກລົ່ນໄດ້ພາຍໃນ 2-3 ວັນ ຫຼັງຈາກນັ້ນອາດມີການຕັດແຕ່ງກີ່ງໝາກນາວເພີ່ມເຕີມໂດຍສະເພາະຊໍ່ໝາກອ່ອນຖ້າມີເຫຼືອຢູ່ ຊຶ່ວຖ້າປ່ອຍທີ້ງໄວ້ເທິງຕົ້ນຈະເຮັດໃຫ້ຄວາມສົມບຸນຂອງຕົ້ນຫຼຸດດລົງເນື່ອງຈາກຕ້ອງສູນເສຍອາຫານ ແລະ ພະລັງງານໄປໃນການລ້ຽງໝາກລຸ້ນໃໝ່.
ເດືອນພຶດສະພາ
ຕັດແຕ່ງກີ່ງຕົ້ນ ແລະ ປິດຊໍ່ດອກ, ໝາກອ່ອນທີ່ອາດຍັງມີ ມາເຖີງໄລຍະຕົ້ນເດືອນພຶດສະພາຕໍ່ຈາກນັ້ນໃຫ້ປະຕິບັດດັ່ງຕໍ່ໄປນີ້:
1. ບຳລຸງຕົ້ນໃຫ້ສົມບູນດ້ວຍການໃສ່ປຸ໋ຍເຄມີທາງດິນສູດ 16-20-0 ຫຼື 15-15-15, 16-16-16 ອັດຕາ 1-1,5ກລ/ຕົ້ນ(ຕົ້ນທີ່ມີອາຍຸ 2-4 ປີ) ອັດຕາ 2-3 ກລ/ຕົ້ນ(ຕົ້ນທີ່ມີອາຍຸ 5-7 ປີ) ໃສ່ລວມກັບປຸ໋ຍດອກປະມານ 2-3 ປີບ/ຕົ້ນ ມີການໃຫ້ນໍ້າພ້ອມ.
2. ເລັ່ງການແຕກຍອດອ່ອນ ໃບໃໝ່ຂອງຕົ້ນໝາກນາວດ້ວຍການພົ່ນສານຈິບເບວເຣລລິດ ແອຊິດທາງໃບປົກກະຕິໄລຍະນີ້ເລີ່ມເຂົ້າສູ່ລະດູຝົນ ໂດຍທຳມະຊາດເມື່ອຕົ້ນໝາກນາວໄດ້ຮັບນ້ຳຝົນຈະທະຍອຍກັນອອກດອກເປັນລະຍະການພົ່ນດ້ວຍສານຈິບເບວເຣລລິດ ແອຊິດ ຈະມີຜົນເຮັດໃຫ້ຕົ້ນໝາກນາວສ້າງໃບໃໝ່ແທນການອອກດອກອັດຕາທີ່ເໝາະສົມຄືຄວາມເຂັ້ມຂຸ້ນ 25 ມີລີລິດກຼາມ/ນ້ຳ 1 ລິດ ສາມາດຄຳນວນໂດຍການໃຊ້ສານຈິບເບວເຣລລິດ ແອຊິດ ທີ່ມີຈຳໜ່າຍໃນທ້ອງຕະຫຼາດຊື່ງໄດ້ແກ່ ໂປຣກິ໊ບພັລຊະນິດ 10% ໃນອັດຕາ 5 ກຼາມປະສົມນ້ຳ 20 ລິດ ແລະ ເຕີມສານຈັບໃບດ້ວຍທຳການສີດພົ່ນທາງໃບທົ່ວຕົ້ນໝາກນາວຈະສາມາດກະຕຸ້ນໃຫ້ເກີດການລົ່ນຂອງໃບອ່ອນໄດ້
 ເດືອນມີຖຸນາ-ກໍລະກົດ
1. ຮັກສາໃບອ່ອນທີ່ແຕກໃໝ່ໃຫ້ມີຄວາມສົມບູນປາສະຈາກພະຍາດ ແລະ ແມງໄມ້ເຂົ້າທຳລາຍ ໂດຍສະເພາະຢ່າງຍີ່ງມັກພົບການເຂົ້າທຳລາຍຂອງໜອນຊອນໃບໃນໄລຍະການຈະເລີນເຕີບໂຕຂອງໃບອ່ອນ
2. ໃນການທີ່ຕົ້ນໝາກນາວມີການອອກດອກ ແລະ ຈັບໝາກໃນໄລຍະນີ້ຕ້ອງການປິດດອກ ແລະໝາກອອ່ນຖີ້ມໂດຍການປິດດ້ວຍມື
3. ໃນຊ່ວງເດືອນກໍລະກົດໃຫ້ທຳການຕັດແຕ່ງກີ່ງອີກເທື່ອໜື່ງ
4. ໃສ່ປຸ໋ຍທາງດິນທີ່ມີອາຫານຟົດສະຟໍຣັດ ແລະ ໂພແທັກຊຽມສູງ ໄດ້ແກ່ສູດ 8-24-24 ໃນພື້ນທີທີ່ເປັນດິນຊາຍ ສູດ 12-24-12 ໃນພື້ນທີທີ່ເປັນດິນໜຽວ ໃນອັດຕາຕົ້ນລະ 1-1,5 ກລ ເພື່ອເລັ່ງໃຫ້ຕົ້ນມີສະພາບພ້ອມໃນການໃຫ້ດອກ ແລະ ໝາກ ຕົ້ນທີ່ສົມບູນໃບຈະມີຂະໜາດໃຫຍ່ ມີສີຂຽວເຂັ້ມບໍ່ມີອາການເຫຼືອງຊີດ.
 ເດືອນສິງຫາ
ຫົດສານພາໂຄລບິດທຣາໂຊລເພື່ອກະຕຸ້ນໃຫ້ໝາກນາວອອກນອກລະດູສຳລັບວິທີການກຽມສານເພື່ອໃຫ້ໄດ້ອັດຕາເນື້ອສານ1,5 ກຼາມເສັ້ນຜ່ານສູນກາງຊົງພູ່ມ 1 ແມັດ ມີຂັ້ຕອນດັ່ງນີ້
1. ຜອງນໍ້າໃສ່ຖັງ 75 ລິດ.
2. ປະສົມສານພາໂຄລບິດທຣາໂຊລ 1 ກລ ຫຼື 1 ລິດລົງໄປໃນນ້ຳທີ່ຜອງໄວ້
3. ໃຊ້ກວດນ້ຳຂະໜາດ 1 ລິດ ຜອງເອົານ້ຳທີ່ປະສົມສານເພື່ອນຳໄປລາດໝາກນາວ 1 ແມັດ/ນ້ຳປະສົມສານແລ້ວ 1 ຂວດ
4. ຖ້າມີຕົ້ນໝາກນາວບໍ່ຫຼາຍຄວນກຽມສານເພື່ອຫົດຕົ້ນໝາກນາວເປັນຕົ້ນໆໄປເຊັ່ນຕົ້ນໝາກນາວທີມີຂະໜາດເສັ້ນຜ່າສູນກາງຂອງຊົງພຸ່ມ 3 ແມັດ ໃຫ້ໃຊ້ສານພາໂຄລບິດທຣາໂຊລຈຳນວນ 45 ຊຊ ຫຼື 45 ກຼາມຕໍ່ນ້ຳ 2 – 3 ລິດ ທັງນີ້ເພື່ອໃຫ້ໄດ້ສານອັດຕາ 1,5 ກຼາມຕໍ່ຂະໜາດເສັ້ນຜ່າສູນກາງຂອງຊົງພຸ່ມ 1 ແມັດເຊັ່ນກັນ
5. ຫົດສານລົງໄປທີ່ເຫງົ້າຕົ້ນໝາກນາວໂດຍຮອບ ຫຼັງຈາກຫົດສານແລ້ວໃຫ້ຫົດນ້ຳຕົ້ນໝາກນາວຢ່າງສະໝໍ່າສະເໜີເພື່ອຊ່ວຍໃຫ້ການດູດສານດີຂື້ນເວລາຫົດສານຄວນເປັນຊ່ວງທີ່ຝົນຢຸດຕົກແລ້ວ 2 – 3 ວັນ ຈະຊ່ວຍໃຫ້ຕົ້ນໝາກນາວດູດສານໄດ້ດີກວ່າການຫົດສານຂະນະທີ່ຝົນຕົກໃໝ່ໆ
6. ປິດໝາກນາວນ້ອຍອອກເພາະໝາກຂະໜາດນ້ອຍໄລຍະນີ້ຈະໄປແກ່ເກັບກ່ຽວໄດ້ໃນຊ່ວງທີ່ລາຄາຍັງບໍ່ດີຈະເຮັດໃຫ້ການອອກດອກໃໜ່ບໍ່ດີເທົ່າທີຄວນ
 ເດືອນກັນຍາ
ຫຼັງຫົດສານແລ້ວ 1 ເດືອນ ຄວນເຮັດການຮັດກິ່ງ ສຳລັບວິທີນີ້ສາມາດເຮັດໄດ້ດັ່ງນີ້:
1. ເລືອກກິ່ງຂະໜາດເສັ່ນຜ່າກສູນກາງ 1 – 1,5 ນີ້ວ ໂດຍໃຊ້ລວດຮັດທີ່ກິ່ງ ໃຊ້ຄີມບິດລວດຈົນເປືອກໄມ້ຍຸບຕົວເຖິ່ງເນື້ອໄມ້
2. ຮັດກິ່ງປະມານ 3 – 5 ກິ່ງ ບໍ່ຄວນຮັດຈົນໝົດຕົ້ນຄວນເຫຼືອໄວ້ 2 – 3 ກິ່ງ
3. ໃສ່ປຸ໋ຍສູດ 00-00-50 ອັດຕາ 0,5 ກລຕໍ່ຕົ້ນ ຫຼື ໃຫ້ສີດປຸ໋ຍທາງໃບ ທີ່ມີຟົດສະຟໍຣັດ ໂພແທັກຊຽມ 00-52-34 ໃນອັດຕາ 80 ຊຊ/ນໍ້າ 20 ລິດ ໂດຍປະສົມລວມກັບສານຈັບໃບຈຳນວນ 2 – 3 ຄັ້ງ ທຸກໆ 10 ຈະມີປະໂຫຍດໃນການຄວບຄຸ້ມຕົ້ນບໍ່ໃຫ້ສ້າງໃບອ່ອນ ແລະ ມີການສະສົມທາດອາຫານໄດ້ດີ
4. ເມື່ອຄົບ 1 ເດືອນ ແລ້ວໃຫ້ມາຍລວດອອກໄປ ຊຶ່ວຖຶກກັບໄລຍະທີ່ຕົ້ນໝາກນາວຈະເລີ່ມແຕກໃບອອ່ນ ແລະ ອອກດອກພໍດີ
 ເດືອນຕຸລາ
1. ເປັນໄລຍະຊ່ວງ 2 ເດືອນຫຼັງຈາກຫົດສານ ຫຼື ໄລຍະ 1 ເດືອນຫຼັງຈາກຮັດກິ່ງ
2. ຕົ້ນໝາກນາວຈະເລີ່ມແຕກໃບອ່ອນພ້ອມກັບອອກດອກ ຊໍ່ໃບໃໝ່ທີ່ຈະເລີນອອກມາພ້ອມດອກປະເພດນີ້ຈັດໄດ້ວ່າມີລັກສະນະຂອງການພັດທະນາທີ່ດີ ໃບໃໝ່ຊຸດນີ້ຈະເປັນແຫຼ່ງສ້າງອາຫານທີ່ສຳຄັນສຳລັບການຈະເລີນເຕີບໂຕ ແລະ ການພັດທະນາຂອງໝາກອ່ອນໃນໄລຍະຕໍ່ມາໃຫ້ສັງເກດເບີ່ງວ່າການອອກດອກສະໝໍ່າສະເໝີທັງຕົ້ນ ຫຼື ບໍ່ ຖ້າຍັງອອກບໍ່ສະໝໍ່າສະເໝີທັງຕົ້ນຄວນເລັ່ງການອອກດອກດ້ວຍການພົ່ນສານໄທໂອຢູ່ເລຍ ໃນອັດຕາ 30 – 50 ກຼາມ/ນໍ້າ 20 ລິດ ບໍ່ຄວນໃຫ້ໃນອັດຕາສູງກວ່ານີ້ເພາະຈະເຮັດໃຫ້ໃບລົ່ນ ແລະ ຄວນສິດພົ່ນໃນໄລຍະທີ່ມີຝົນ
3. ປ້ອງກັນກຳຈັດພະຍາດ ແລະ ແມງໄມ້ໃນໄລຍະນີ້ຢ່າງສະໝໍ່າສະເໝີເຊັ່ນ: ເພ້ຍໄຟ, ໄຮແດງ, ເພ້ຍຫ້ອຍເປັນຕົ້ນ.
 ເດືອນພະຈິກ
1. ເປັນໄລຍະຈະເລີນເຕີບໂຕຂອງດອກ ໃບອ່ອນ ແລະ ຕິດໝາກອ່ອນ ມັກຈະພົບບັນຫາການລະບາດເຂົ້າທຳລາຍຂອງເພັ້ຍໄຟ ແລະ ໄຮແດງ ໂດຍດູດກີນນ້ຳລ້ຽງທີ່ຊໍ່ດອກ ແລະ ໝາກອ່ອນເຮັດໃຫ້ຊໍ່ດອກ ແລະ ໝາກອ່ອນລຸດລົ່ນໄປໃນທີ່ສຸດຈື່ງຮັກສາຢ່າງໃກ້ສິດ
2. ບໍ່ຄວນພົ່ນສານເຄມີໃນໄລຍະດອກບານເປັນເວລາ 10-15 ວັນ ເພາະເຮັດໃຫ້ການປະສົມເກສອນບໍ່ດີການຕິດໝາກກໍ່ຈະໜ້ອຍລົງ
3. ເມື່ອດອກເລີ່ມບານຈຳເປັນຕ້ອງໄດ້ຈັດການເລື່ອງການໃຫ້ນ້ຳ ໂດຍໃຫ້ນ້ຳ ແລະ ພວນດິນໃຫ້ມີຄວາມຊຸ່ມຊື່ນໃນໄລຍະທໍາອິດ ແລະ ໃຫ້ເພີ່ມຂື້ນເມື່ອມີການຈັບໝາກທົ່ວຕົ້ນ ໃນໄລຍະນີ້ສະພາບຂອງອາກາດທົ່ວໄປເລີ່ມແຫ້ງແລ້ງຫຼາຍຂື້ນຖ້າການຄວບຄຸມດູແລການໃຫ້ນ້ຳບໍ່ດີພໍອາດເຮັດໃຫ້ສະພາບຂອງຕົ້ນເກີດການຂາດນ້ຳ ແລະ ເຮັດໃຫ້ໝາກລົ່ນໄດ້
 ເດືອນທັນວາ
ເປັນລະຍະທີ່ໝາກນາວຕິດໝາກຂະໜາດນ້ອຍ ໄລຍະນີ້ການໃສ່ປຸ໋ຍວິທະຍາສາດຈະເປັນປະໂຫຍດຢ່າງຍີ່ງໄດ້ແກ່ປຸ໋ຍທາງດິນສູດ 15-15-15 ຫຼື 16-16-16 ອັດຕາ 200ກຼາມ/ຕົ້ນ ລວມກັບປຸ໋ຍຍູເລຍ 46-00-00 ອັດຕາ 50 ກຼາມ ເພື່ອໃຫ້ຕົ້ນໝາກນາວນໍາໄປໃຊ້ໃນການຈະເລີນເຕີບໂຕຂອງໃບອ່ອນ ແລະ ໝາກອ່ອນ
 ເດືອນມັງກອນ-ກຸມພາ
1.ໃນຊ່ວງຕົ້ນເດືອນມັງກອນຈະເລີ່ມເຂົ້າສູ່ລະດູໜາວສະພາບອາກາດເຢັນ ແລະ ແຫ້ງແລ້ງ ໂດຍທໍາມະຊາດແລ້ວຕົ້ນໝາກນາວຈະພົ້ນໄລຍະຂອງການພັກຕົວ ຜະລິດດອກສ່ວນໃຫຍ່ເປັນຊໍ່ດອກ ໂດຍສະຢ່າງຍີ່ງເມື່ອໄດ້ຮັບນ້ຳ ແລະ ຈະທະຍອຍອອກດອກທົ່ວຕົ້ນຊື່ງຈະໄປຖືກກັບລະດູການຂອງການໃຫ້ຜົນຜະລິດປະຈຳປີຈຳໜ່າຍໄດ້ລາຄາບໍ່ດີ ດັ່ງນັ້ນໄລຍະນີ້ຈື່ງຄວນມີການຄວບຄຸມບໍ່ໃຫ້ມີການອອກດອກໃນໄລຍະນີ້ຊື່ງເຮັດໄດ້ໂດຍການກະຕຸ້ນໃຫ້ຕົ້ນຜະລິດໃບອ່ອນພຽງຢ່າງດຽວແທນການອອກດອກໂດຍການພົ່ນສານທາງໃບດ້ວຍຮໍໂມນເຊັ່ນ: ສານຈິບເບວເຣລລິດ ແອຊິດໃນອັດຕາ 50ມລກ/ນ້ຳ 1 ລິດ ທົ່ວຕົ້ນ ຈະມີຜົນເຮັດໃຫ້ຕົ້ນມີສະພາບຂອງການແຕກໃບອ່ອນເປັນສ່ວນໃຫຍ່ ແລະ ມີການອອກດອກເລັກໜ້ອຍ ແລະ ມີຜົນຍັບຢັ້ງການເກີດດອກໄດ້ນານປະມານ 2 ເດືອນຊື່ງມີຜົນຄວບຄຸມໄປຈົນເຖີງເດືອນມີນາ.
2. ໃນໄລຍະນີ້ໝາກອ່ອນທີ່ກໍາລັງຈະເລີນເຕີບໂຕຫຼາຍແລ້ວ ຊື່ງຈະໃຫ້ຜົນຜະລິດນອກລະດູການ ຍັງຈຳເປັນຈະຕ້ອງໃຫ້ນ້ຳຢ່າງສະໝ່ຳສະເໝີ ແລະ ພຽງພໍເພື່ອຮັກສາຄວາມຊຸ່ມຊື່ນໃນດິນສຳລັບຮາກໃນການດູດຊັກນ້ຳ ແລະ ແຮ່ທາດທີ່ຈຳເປັນຕໍ່ການຈະເລີນເຕີບໂຕ ແລະ ພັດທະນາຂອງໝາກ
3. ຄວນມີການປ້ອງກັນກໍາຈັດສັດຕູຂອງໝາກນາວເປັນໄລຍະ
 ເດືອນມີນາ-ເມສາ
1. ເປັນໄລຍະທີ່ໝາກສ່ວນໃຫຍ່ຈະເລີນເຕີບໂຕເຕັມທີ່ ແລະ ເຂົ້າສູ່ໄລຍະການເກັບກ່ຽວໄດ້ ຊື່ງກົງກັບຊ່ວງທີ່ໝາກນາວມີລາຄາແພງພໍດີ ໃນໄລຍະນີ້ບາງໝາກອາດຈະເລີ່ມປ່ຽນສີເຫຼືອງ ແລະ ລົ່ນໃນທີ່ສຸດສີຜິວປ່ຽນເປັນສີເຫຼືອງຈະຈຳໜ່າຍໄດ້ລາຄາບໍ່ໄດ້ດີ
2. ໄລຍະນີ້ການອອກດອກຕົ້ນໝາກນາວບໍ່ມີຫຼາຍ ຊື່ງບໍ່ຈຳເປັນຕ້ອງຄວມຄຸມເນື່ອງຈາກສະພາບຂອງປັດໃຈພາຍໃນຕົ້ນບໍ່ພ້ອມຕໍ່ການສ້າງດອກໄດ້ດີ ໂດຍສະເພາະຢ່າງອາຫານສະສົມໃນກີ່ງລຸດລົງຫຼາຍເນື່ອງຈາກຖືກນຳໄປໃຊ້ໃນການຈະເລີນເຕີບໂຕຂອງໝາກ
3. ການປະຕິບັດຕໍ່ຕົ້ນໝາກນາວຫຼັງການເກັບກ່ຽວຜົນຜະລິດແລ້ວ ຈະຕ້ອງກຽມບຳລຸງສະພາບຕົ້ນໃຫ້ສົມບູນກັບຄືນຂື້ນມາໂດຍໄວ.
II. ປະຕິທິນການບົວລະບັດຮັກສາການຜະລິດໝາກນາວນອກລະດູ

ລ/ດ ເດືອນ ກິດຈະກໍາ
I ມັງກອນ( 1 )
II ກຸມພາ( 2 ) –    ເກັບກ່ຽວຜົນຜະລິດ

–    ຕັດແຕ່ງກິ່ງ

ມິນາ( 3 )
III ເມສາ( 4 ) –    ເພີ່ມດິນປູກຫຼັງເກັບກ່ຽວ

–    ໃສ່ປຸ໋ຍສູດ 15 : 15 : 15, ອັດຕາ 100 g/ຕົ້ນ

–    ໃຫ້ນໍ້າ 2 – 3 ມື້/ຄັ້ງ

IV ພືດສະພາ( 5 ) –    ໃຫ້ນໍ້າປົກກະຕິ 2 – 3 ມື້/ຄັ້ງ

–    ໃສ່ປຸ໋ຍສູດ 15 : 15 : 15, ອັດຕາ 100 g/ຕົ້ນ ທຸກໆ 1-2 ເດືອນ

 

 

 

ມິຖຸນາ( 6 )
ກໍລະກົດ( 7 )
ສິງຫາ( 8 )
V ກັນຍາ( 9 ) –    ຢຸດການໃຫ້ນໍ້າ

–    ບັງຄັບອອກດອກນອກລະດູ

–    ໃສ່ປຸ໋ຍສູດ 12 : 24 : 12 ອັດຕາ 100 g/ຕົ້ນ

–    ໃຫ້ນໍ້າສະໝໍ່າສະເໝີ

VI ຕຸລາ( 10 ) –    ອອກດອກ ແລະ ຈັບໝາກ

–    ໃຫ້ນໍ້າປົກກະຕິທຸກ 2-3 ມື້/ຄັ້ງ

–    ສີດຢາປ້ອງກັນ-ກໍາຈັດພະຍາດແມງໄມ້

–    ໃສ່ປຸ໋ຍສູດ 15 : 15 : 15 ອັດຕາ 100 g/ຕົ້ນ ທຸກໆເດືອນ

– ຄ້ຳງ່າ

ພະຈິກ( 11 )
ທັນວາ( 12 )

 

 

ແຫຼ່ງຂໍ້ມູນ: 

ເອກກະສານອ້າງອີງ
ກົມສົ່ງເສີມການກະເສດ. 2546. ໝາກນາວ. ກະຊວງກະເສດ ແລະ ອຸສະຫະກໍາ
ທະວິສັກ ດ້ວງທອງ. ໝາກນາວ. ກົມສົ່ງເສີມການກະເສດ
ວັດສະກົນ ຄຸ້ມຄອກ. 2541. ການຜະລິດໝາກນາວນອກລະດູໃນແທງສ້າງແບບບໍ່ໃຊ້ສານຄວບຄຸມ
ສຸລະພົນ ກະລໍ່າບຸນຕະກອນ. ການບັງຄັບໝາກນາວອອກລະດູແລ້ງ. ເອກກະສານປະກອບການບັນລະຍາຍ
ຣສ. ດຣ. ລະວີ ເສດຖະກິດສັກດີ. ລວຍດ້ວຍໝາກນາວລົງດິນບັງຄັບນອກລະດູ

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ຮຽບຮຽບ ແລະ ຂຽນ : ໂດຍ ທ. ດັດສະກອນ ຫົງສີວິໄລ
ທ. ໜູພອນ ຄຳສົມພູ
ທ. ບຸນ ຈັນ ສາຍນໍລາດ

ກວດແກ້ໂດຍ: ທ່ານ ປອ ບຸນເນື່ອງ ດວງບຸບຜາ ແລະ ທ່ານ ບຸນຖົມ ສົມພັນປັນຍາ

ວີດີໂອ: 

 

 

ຕິດຕໍ່: ສູນຄນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
Tel: ມືຖື
ຫ້ອງການ: 021 360377

 

 

ໄມ້ເຂົ້າລາມ

ຊື່ວິທະຍາສາດ: Cephalostachyum pergracile Munro

ຊື່ທ້ອງຖິ່ນ: ໄມ້ເຂົ້າລາມ

ລັກສະນະ: ສູງປະມານ 5-15 ແມັດ, ລຳຊື່, ປາຍລຳໂຄ້ງອັດກັນເປັນກໍແໜ້ນ, ຂະໜາດລຳມີເສັ້ນຜ່າໃຈກາງ 2-8 ຊັງຕີແມັດ,

ປ້ອງຍາວປະມານ 20-50ຊັງຕີແມັດ, ເນື້ອລຳບາງ, ມີນວນສີຂາວປົກຫຸ້ມເນື້ອລຳດ້ານໃນ, ໃບມີລັກສະນະເປັນຮູບຫອກ, ກາບຫຸ້ມລຳຕົ້ນແໜ້ນ ສີນ້າຕານປົນສີເຫຼືອງ ປົກຫຸ້ມດ້ວຍຂົນສີດຳ.

ໄມ້ເຂົ້າລາມ

 

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ໄມ້ຂະຍຸງ

ຊື່ພາສາອັງກິດ: Siamese rosewood

ຊື່ວິທະຍາສາດ: Dalbergia cochinchinensis

ແຫຼ່ງກຳເນີດ: ເກີດໃນປາດົງດິບ, ພື້ນທີ່ດິນຊຸ່ມທົ່ວໄປ

ລັກສະນະ:ຕົ້ນ:  ເປັນໄມ້ຍືນຕົ້ນ, ອາຍຸຫຼາຍປີ, ສູງປະມານ 15-26 ແມັດ, ກິ່ງກ້ານເຕື່ອຍລົງ, ເປືອກຕົ້ນລຽບ ຫຼື ແຕກເປັນແຜ່ນ ມີສີເທົາ ຫຼື ສີນໍ້າຕານ. ໃບ: ມີໃບປະສົມແບບຂົນນົກ, ຮຽງແບບສະຫຼັບ, ໃບຮູບຫອກປາຍແຫຼມ, ຂອບໃບລຽບ. ດອກ: ດອກເປັນຊໍ່ແບບແຍກຂະແໜງ, ອອກຕາມຊອກໃບ ແລະ ປາຍກິ່ງ, ດອກສີຂາວ ຂະໜາດນ້ອຍ, ປາຍແຍກເປັນ 5 ແຊກ, ກີບດອກມີ 5 ກີບ. ໝາກ: ໝາກແຫ້ງບໍ່ແຕກ, ຮູບຂອບຂະໜານ,ຝັກແກ່ສີນໍ້າຕານ ມີ 1-4ແກ່ນ.

ສະພາບແວດລ້ອມທີ່ເໝາະສົມໃນການປູກ: ດິນທົ່ວໄປ, ຕ້ອງການນໍ້າໃນປະລິມານປານກາງ, ຕ້ອງການແສງແດດຫຼາຍ

ໄມ້ຂະຍຸງໄມ້ຂະຍຸງ

 

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ຖົ່ວດິນ

ຊື່ວິທະຍາສາດ: Arachis hypagaca L.
ຊື່ແນວພັນຖົ່ວດິນ: ເປືອກແດງ ພື້ນເມືອງລາວ
ອາຍຸການເກັບກ່ຽວ: 115-120ວັນ
ໃຊ້ເມັດພັນປູກ: 12-15 ກິໂລ/ໄລ່
ວັນອອກດອກ: 28-45
ລັກສະນະຕົ້ນ: ສີຂຽວ
ລັກສະນດອກ: ສີເຫຼືອງ
ຄວາມສູງຂອງຕົ້ນ: 40-50 ຊຕມ
ຊົງຕົ້ນ: ເປັນຝຸ່ມ
ຜົນຜະລິດ: ຝັກແຫ້ງ 1400-1700ກິໂລ/ເຮັກຕາ
ຄວາມຕ້ານທານ: ຕ້ານທານຕໍ່ພະຍາດໃບຈຸດດ່າງດໍາ ແລະ ພະຍາດເຫງົ້າເນົ່າ

ຖົ່ວດິນຖົ່ວດິນພັນຟື້ນເມືອງ

 

 

 

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ
Tel: ມືຖື 020
ຫ້ອງການ 021

 

ຖົ່ວຂຽວ chainart 72

ຊື່ວິທະຍາສາດ: vigna radiate ( L ) wilczek
ຊື່ແນວພັນຖົ່ວຂຽວ: ປາກເຊ (ເປັນແນວພັນພື້ນເມືອງ)
ອາຍຸການເກັບກ່ຽວ: ເລີ້ມແຕ່ 63-78ວັນ
ໃຊ້ເມັດພັນປູກ: ປູກແບບຢອດ 4 – 4,5 ກິໂລ/ໄລ່. ປູກແບບຫວ່ານ 6 – 7 ກິໂລ/ໄລ່
ວັນອອກດອກ: 33 ວັນ
ລັກສະນະຕົ້ນ: ສີຂຽວ
ລັກສະນະດອກ: ສີເຫຼືອງອ່ອນ
ຄວາມສູງຕົ້ນ: 45-56 ຊຕມ
ຊົງຕົ້ນ: ເປັນຝຸ່ມ
ຜົນຜະລິດ: 800 – 1300 ກິໂລ/ເຮັກຕາ (ຜົນຜະລິດເມັດແຫ້ງ)
ຄວາມທົນທານ: ຕ້ານທານຕໍ່ພະຍາດໃບຈຸດສີນໍ້າຕານ ແລະ ພະຍາດລາແປ້ງ

ຖົ່ວຂຽວ chainart 72ຖົ່ວຂຽວ chainart 72

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ
Tel: ມືຖື 020
ຫ້ອງການ 021

ຖົ່ວຂຽວ

ຊື່ວິທະຍາສາດ: vigna radiate ( L ) wilczek
ຊື່ແນວພັນຖົ່ວຂຽວ: ປາກເຊ (ເປັນແນວພັນພື້ນເມືອງ)
ອາຍຸການເກັບກ່ຽວ: ເລີ້ມແຕ່ 65-80ວັນ
ໃຊ້ເມັດພັນປູກ: ປູກແບບຢອດ 4 – 4,5 ກິໂລ/ໄລ່. ປູກແບບຫວ່ານ 6 – 7 ກິໂລ/ໄລ່
ວັນອອກດອກ: 36 ວັນ
ລັກສະນະຕົ້ນ: ສີຂຽວ
ລັກສະນະດອກ: ສີເຫຼືອງອ່ອນ
ຄວາມສູງຕົ້ນ: 45-59 ຊຕມ
ຊົງຕົ້ນ: ເປັນຝຸ່ມ
ຜົນຜະລິດ: 700 – 1100 ກິໂລ/ເຮັກຕາ (ຜົນຜະລິດເມັດແຫ້ງ)
ຄວາມທົນທານ: ຕ້ານທານຕໍ່ພະຍາດໃບຈຸດສີນໍ້າຕານ

ຖົ່ວຂຽວ

 

 

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ
Tel: ມືຖື 020
ຫ້ອງການ 021

ຖົ່ວເຫຼືອງ

ຊື່ວິທະຍາສາດ: Glycine Max.(L) Merrill
ຊື່ແນວພັນຖົ່ວເຫຼືອງ: MCRC-1 ເປັນລູກປະສົມ (ມາຈາກພັນຖົ່ວເຫຼືອງ DT12 ຫວຽດນາມ ແລະ ພັນຖົ່ວເຫຼືອງ SJ5 ປະເທດໄທ)
ອາຍຸການເກັບກ່ຽວ: 90-95ວັນ
ໃຊ້ເມັດພັນປູກ: 10-13ກິໂລ/ໄລ່
ວັນອອກດອກ: 32-36ວັນ
ລັກສະນະຕົ້ນ: ສີຂຽວ
ລັກສະນະໃບ: ເປັນຮູບຊ້ວຍໃບໂພ
ລັກສະນະສີໃບ: ສີຂຽວເຂັ້ມ
ລັກສະນະຂົນ: ສີນໍ້າຕານອ່ອນ
ລັກສະນະສີດອກ: ສີຂາວ
ຄວາມສູງຂອງຕົ້ນ: 53 ຊຕມ
ຊົງຕົ້ນ: ຊົງຟຸ່ມ ແລະ ບໍ່ຖອດຍອດ
ຜົນຜະລິດ: 1700-2000ກິໂລ/ເຮັກຕາ
ຄວາມຕ້ານທານ: ຕານທານຕໍ່ພະຍາດໃບຈຸດສີນໍ້ຕານໄດ້ດີ

ຖົ່ວເຫຼືອງຖົ່ວເຫຼືອງ

 

ແຫຼ່ງຂໍ້ມູນ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ
Tel: ມືຖື 020
ຫ້ອງການ 021

 

ການຜະລິດແນວພັນ ປາເໝັ້ນ (Osphronemus exodon)

ເຕັກນິກການຜະລິດແນວພັນ ປາເໝັ້ນ (Osphronemus exodon)
ອຸປະກອນ ແລະ ວິທີການ:
1. ອຸປະກອນທີ່ໃຊ້ປະກອບມີ: ໜອງສຳລັບລ້ຽງປາພໍ່ແມ່ພັນ, ຊາມດຳຂະໜາດ 100 ລິດ, ເຈ້ຍໜັງສືພີມເກົ່າ, ເຄື່ອງແອປໍ້າ, ຮາກຫຍ້າປ້ອງ, ຜັກຕົບ, ຜັກປອດ (ຜັກຂີ້ຄວາຍ), ອາຫານ ແລະ ເສດຜັກຕ່າງໆທີ່ໃຊ້ໃນການລ້ຽງທອມປາພໍ່ແມ່ພັນ.
2. ວິທີການ:
2.1 ການລ້ຽງປາພໍ່ແມ່ພັນ: ປົກກະຕິປາເໝັ້ນຈະເລີ່ມປະສົມພັນໃນຊ່ວງເດືອນກຸມພາ – ເດືອນ ສິງຫາ ຊາວກະສິກອນຕ້ອງລ້ຽງທອມປາພໍ່ແມ່ພັນແຕ່ເດືອນ ພະຈິກ ເປັນຕົ້ນໄປ ໂດຍໃຊ້ອາຫານເມັລອຍນໍ້າຂອງປາດຸກ ທີ່ມີໂປຣຕີນສູງ 25-35% ໂດຍໃຫ້ອາຫານ 2-3% ຂອງນໍ້າໜັກໂຕປາ, ເສີມດ້ວຍອາຫານອື່ນສົມທົບເຊັ່ນ: ແໜ, ຜັກບົ້ງ, ເທົາ, ແລະ ອື່ນໆ.
2.2 ການຄັດເລືອກປາພໍ່ແມ່ພັນ: ປົກກະຕິປາເໝັ້ນເພດຜູ້ ແລະ ເພດແມ່ ໂດຍສັງເກດລັກສະນະພາຍນອກຂອງໂຕປາຄື: ປາໂຕຜູ້ສັງເກດໄດ້ບໍລິເວນກົກຄີຫູຈະມີສີຂາວ ແລະ ມີນໍ (Tubercle) ຫົວມີນໍສູງຈົນສັງເກດໄດ້ຊັດເຈນ, ໂຕແມ່ທີ່ກົກຄີຫູມີສີດຳເຫັນໄດ້ຊັດເຈນ ຖ້າປາໂຕແມ່ພ້ອມວາງໄຂ່ສັງເກດໄດ້ວ່າທ້ອງຈະໃຫຍ່, ມີຄວາມນຸ້ມ, ປາແມ່ເລີ່ມວາງໄຂ່ເມື່ອອາຍຸ 2.5 – 3 ປີຂຶ້ນໄປ ຫລື ມີນໍ້າໜັກ 2 ກິໂລຂຶ້ນໄປ
2.3 ການຕຽມໜອງສຳລັບປະສົມພັນ: ຄວນເປັນໜອງດິນ ຫລື ອ່າງຊີເມັນຂະໜາດໃຫຍ່ກໍ່ໄດ້, ອ່າງຊີເມັນຄວນມີຂະໜາດ 100-800 ຕາແມັດ, ທັງນີ້ເພື່ອສະດວກໃນການເບິ່ງແຍງການວາງໄຂ່ ແລະ ການກວດເຊັກຮັງໄຂ່ຂອງປາ, ໃນໜອງໃສ່ພັນໄມ້ນໍ້າເຊັ່ນ, ຜັກຕົບ, ຜັກບົ້ງ, ຮາກກໍໄຄ້, ຫຍ້າປ້ອງ, ຫຍ້າໄຊ ແລະ ອື່ນໆ, ວັດຖຸທີ່ນຳມາໃສ່ໃນໜອງເພື່ອໃຫ້ປາສ້າງຮັງໄຂ່ນັ້ນຄວນໃສ່ແບບກະຈາຍເປັນຈຸດໆທົ່ວໜອງ. ຈາກນັ້ນປ່ອຍປາພໍ່ແມ່ພັນລົງໃນໜອງໃນອັດຕາສ່ວນປາຜູ້1 ໂຕຕໍ່ປາແມ່ 2 ໂຕ ເພາະປາພໍ່ແມ່ພັນມັນຈະສ້າງອານາເຂດໃນການເບິ່ງຮັງໄຂ່ຂອງມັນເອງ ໂດຍລະດັບນໍ້າ 1 -1.5 ແມັດ.
2.4 ສັງເກດການປະສົມພັນ ແລະ ການສ້າງຮັງໄຂ່ປາເໝັ້ນ: ຫລັງຈາກປ່ອຍປາພໍ່ແມ່ພັນລົງໃນໜອງປະສົມພັນສະເພາະແລ້ວ ປາເໝັ້ນຈະປະສົມພັນກັນເອງ ແບບທຳມະຊາດໂດຍບໍ່ຈຳເປັນຕົ້ນໃຊ້ຮໍໂມນໃນການສັກກະຕຸ້ນໃຫ້ປາຄືກັບປາຊະນິດອື່ນໆ, ການສັງເກດວາງປ່ອຍໄຂ່ຂອງປາເໝັ້ນ ໃຫ້ໝັ່ນສັງເກດທຸກໆວັນ, ປາເໝັ້ນໃຊ້ເວລາໃນການເຮັດຮັງໄຂ່ປະມານ 5-7 ວັນ ປາແມ່ພັນຈຶ່ງປ່ອຍໄຂ່, ຖ້າຫາກຕ້ອງການຮູ້ແມ່ປາປ່ອຍໄຂ່ ຫລື ບໍ ໃຫ້ສັງເກດເບິ່ງຄາບນໍ້າມັນທີ່ເຫັນໄດ້ຢູ່ເທິງໜ້ານໍ້າບໍລິເວນຮັງໄຂ່ນັ້ນ, ຫລື ເມື່ອຈັບຮັງໄຂ່ນັ້ນຈະສັງເກດວ່າມີຝາບິດໄວ້ ຫລື ສັງເກດເບິ່ງວ່າແມ່ປາຈະຂຶ້ນມາຫູບນໍ້າ ແລະ ລອຍຢູ່ໃກ້ຮັງໄຂ່ນັ້ນ ສະແດງວ່າປາເໝັ້ນປ່ອຍໄຂ່ຮຽບຮ້ອຍແລ້ວ, ຈາກນັ້ນເອົາເອົາຮັງໄຂ່ຂຶ້ນມາມາຄັດເລືອກ ເອົາສະເພາະໄຂ່ດີ (ໄຂ່ສີເຫລືອງດີມີຄວາມໃສ) ໄປຟັກໃນຊາມ ຫລື ອ່າງຊີເມັນກໍ່ໄດ້.
2.5 ການຟັກໄຂ່ປາເໝັ້ນ: ໄຂ່ປາເໝັ້ນເປັນໄຂ່ປະເພດລອຍ, ເມື່ອປາວາງໄຂ່ແລ້ວນໍາຮັງທີ່ມີໄຂ່ຂື້ນມາ ຄັດໄຂ່ດີ ຊ້ອນໄຂ່ເສຍນັ້ນອອກໃຫ້ໝົດ ຈາກນັ້ນລວບລວມໄຂ່ໃສ່ຊາມດໍາມົນ ມີເສັ້ນຜ່າສູນກາງ 1 ແມັດ ແລ້ວໃສ່ນໍ້າໃຫ້ໄດ້ລະດັບ 30 – 35 ຊັງຕີແມັດ ໃສ່ເຄຶ່ອງປໍ້າອາກາດໃຫ້ເພີ່ມອົກຊີເຈນ, ໜັງສືພີມເກົ່າປົກໜ້ານໍ້າ ແລະ ຮາກໄມ້, ເພື່ອຊ່ວຍໃນການດູດຊັບນໍ້າມັນ ແລະ ໃຫ້ລູກປາໄດ້ຢືດເກາະ ໄຂ່ຈະແຕກເປັນໂຕນ້ອຍໆແມ່ນໃຊ້ເວລາ 36 – 48 ຊົ່ວໂມງທີ່ອຸນຫະພູມ 25 oC – 32oC ໃນລະດັບການຟັກແຕກ 80%, ເມື່ອແຕກເປັນໂຕ ໃໝ່ໆຈະລອຍຫງາຍທ້ອງຢູ່ ແລະ ຢືດຕິດກັບກິ່ງໄມ້, ຮາກຫຍ້າໃນຮັງໄຂ່, ລູກປາຈະເລີ່ມກີນອາຫານ 5 – 7 ວັນ ໂດຍໃຫ້ໄຂ່ແດງ ຫລື ອາຕິເມຍ ເມື່ອອາຍຸ 7 – 10 ວັນ ໃຫ້ໄຂ່ແດງທີ່ຕົ້ມສຸກລະລາຍໃສ່ນໍ້າໃຫ້ກີນ ເມື່ອອາຍຸ 10 – 15 ວັນຈິ່ງໃຫ້ໄຮແດງເປັນອາຫານກ່ອນຢ້າຍລົງໜອງອະນຸບານ.
2.6 ການອະນຸບານປາເໝັ້ນ: ການກະກຽມຫນອງ ໂດຍການຕາກຫນອງປາໃຫ້ແຫ້ງ, ຫວ່ານປູນຂາວ 10 ຫາ 15 ກິໂລກຣາມ ຕໍ່100 ຕາແມັດ. ຫວ່ານຝຸນຄອກ 20 ຫາ 30 ກິໂລກຣາມຕໍ່100 ຕາແມັດ. ຫວ່ານປຸ໋ຍ ຢູເຣຍ 2 ກິໂລ ກຣາມ ຕໍ່ 100 ຕາແມັດ, ນໍ້າທີ່ເຂົ້າໜອງຕ້ອງມັນຜ້າແຍງສີຟ້າ ເພື່ອກັນສັດຕູປາ, ເມື່ອເອົານ້ຳເຂົ້າຫນອງອະນຸບານໄດ້ 3 ວັນແລ້ວຈະເກີດໄຮນ້ຳທຳມະຊາດໃນຫນອງ, ຈິ່ງນຳປາມາລ້ຽງໃນຫນອງອະນຸບານດ້ວຍການປ່ອຍໃນອັດຕາ 500 ໂຕຕໍ່ຕາແມັດ. ຄວນໃຫ້ອາຫານອາຕິເມຍ ຫລື ໄຮແດງພາຍໃນ 10 -14 ວັນ ທຳອິດຂອງການປ່ອຍປາລົງຫນອງປາອະນຸບານ,ຈາກນັ້ນໃຫ້ອາຫານຝຸ່ນ ຫລື ປາປົ່ນ ສົມທົບກັບໄຮແດງເປັນສ່ິ່ງທີ່ຂາດບໍ່ໄດ້ໃນການອະນຸບານ. ໃນ 1 ເດືອນປາເຫມັ້ນຈະມີຂະຫນາດ 2 ຫາ 3 ຊັງຕີແມັດ, ຖ້າອະນຸບານ 60ວັນ ປາເໝັ້ນຈະໄດ້ຂະໜາດ 3 – 5 ຊັງຕີແມັດ ໃນອັດຕາການລອດຕາຍ 60%.
ຄວາມເໝາະສົມ:
ປາສາມາດລ້ຽງໄດ້ທັງໜອງດິນ ແລະ ກະຊັງ, ການລ້ຽງໃນໜອງດີນໂດຍໃຫ້ອາຫານພຽງພໍໃນ 1ປີ ໃນໜອງປ່ອຍໃນອັດຕາ 1 ຫາ 2 ໂຕ ຕໍ່ຕາແມັດປາຈະມີນ້ຳໜັກເຖີງ 800ກຣາມ- 1ກິໂລ. ໃນອັດຕາການແລກປ່ຽນອາຫານເປັນນໍ້າໜັກ 2.5-3 ກິໂລ, ອຸນຫະພູມ 27-32 ອົງສາ, ຄ່າ pH 6.7-8.3 ແລະ DO = 3.8-4.2mg/l. ການປາເໝັ້ນໃສ່ກະຊັງຂອງຊາວກະສິກອນຢູ່ ບ້ານນາເມືອງ ເມືອງເຟືອງ ແຂວງ ວຽງຈັນ ປ່ອຍປາປາເໝັ້ນ 200 ໂຕ/ກະຊັງ ຫລື 50 ໂຕ/ຕາແມັດ, ນໍ້າໜັກເລີ່ມຕົ້ນ 10 – 15 ກຣາມ/ໂຕ, ການລ້ຽງ 8 ເດືອນ, ໂດຍພວກພືດໄບມັນດ້າງ, ໃບປໍສາ ແລະ ແໜເປັນອາຫານເສີມ, ໄດ້ນໍ້າໜັກສຸດທ້າຍສະເລັ່ຍ 500 – 700 ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານເປັນນໍ້າໜັກ 2.7 ກິໂລ, ອຸນຫະພູມ 25-30 ອົງສາ, ຄ່າ pH 6.5-7.9 ແລະ DO = 4.1-4.8mg/l. ໃນອັດຕາການລອດຕາຍ 80%.

ຕົ້ນທຶນການຂະຫຍາຍແນວພັນປາເໝັ້ນ
1. ຕົ້ນທຶນໃນການຜະລິດແນວພັນປາເໝັ້ນ
ກ. ທຶນຄົງທີ່

ທຶນຄົງທີ່

ໝາຍເຫດ:
1. ປາເໝັ້ນແມ່ພັນ 40 ໂຕ ແລະ ປາພໍ່ພັນ 20 ໂຕ, ການໃຫ້ໄຂ່ຂອງປາເໝັ້ນເລີ່ມແຕ່ທ້າຍເດືອນ 2 – ຕົ້ນເດືອນ9
2. ປາເໝັ້ນພໍ່ແມ່ພັນນໍ້າໜັກສະເລັ່ຍ 2 ກິໂລ/ໂຕ, ມີອາຍຸການໃຊ້ງານໄດ້ 3 ປີ ແລະ ຕ້ອງໄດ້ປ່ຽນແນວພັນ.
3. ຊາມດຳໃຊ້ສະເພາະຟັກໄຂ່ປາທີ່ເກັບຂຶ້ນມາໃນແຕ່ລະຄັ້ງ, 6 ຫາ 10 ຮັງເປັນຢ່າງຫນ້ອຍ.
ຂ. ທຶນໝູນວຽນທີ່ໃຊ້ຕໍ່ຮອບການຜະລິດ

ທຶນໝູນວຽນທີ່ໃຊ້ຕໍ່ຮອບການຜະລິດ
ຄ. ລວມຕົ້ນທຶນທັງໝົດທີ່ໃຊ້ໃນ1ລະດູການ (ທຶນຄົງທີ່ + ທຶນໝູນວຽນ)
2,720,000 ກີບ + 11,325,000 ກີບ = 14,045,000 ກີບ
ສະນັ້ນ, ທຶນທັງໝົດທີ່ີໃຊ້ໃນປີ 1ໃນການຜະລິດປາເໝັ້ນ = 14,045,000 ກີບ

2. ລາຍຮັບຈາກການຂາຍລູກປາ

ລາຍຮັບຈາກການຂາຍລູກປາ

ໝາຍເຫດ:
1. ໃນປີ 1 ເຮົາສາມາດຜະລິດລຄູກໄດ້ປະມານ 5 – 6 ຄັ້ງ, ແຕ່ໃນນີ້ເຮົາ 5 ຄັ້ງຕໍ່ປີໃນການໄລ່ລຽງເສດຖະກິດ
3. ດຸ່ນດ່ຽງ ແລະ ປະສິດທິຜົນທຽບໃສ່ການລົງທຶນ/ຮອບ 1 ປີ
ກ. ດຸ່ນດ່ຽງ
ລາຍຮັບທັງໝົດ – ລາຍຈ່າຍທັງໝົດ
22,500,000 ກີບ – 14,045,000 ກີບ = 8,455,000 ກີບ
ສະນັ້ນ, ການຜະລິດປາເໝັ້ນໃນ1 ປີ ມີຄ່າດຸ່ນດ່ຽງ = 8,455,000 ກີບ
ຂ. ປະສິດທິຜົນທຽບໃສ່ການລົງທຶນ/ຮອບ 1 ປີ
ປະສິດທິຜົນທຽບໃສ່ການລົງທຶນ/ຮອບ1ປີ = 60.2%

ຈຸດດີ ແລະ ຈຸດອ່ອນ.
1. ຈຸດດີ:
– ປາຊະນິດດັ່ງກ່າວນີ້ ບໍ່ຈຳເປັນຕ້ອງໃຊ້ຮໍໂມນໃນການເຮັດປະສົມພັນ (ປະຫຍັດຕົນທຶນໄດ້ດີສົມຄວນ).
– ເປັນປາທີ່ມີລາຄາສູງ ຕັ້ງແຕ່ແນວພັນ (ປານ້ອຍ) ແລະ ປາຊີ້ນ, ຊຶ່ງຕະຫລາດມີຄວາມຕ້ອງການສູງ.
– ສາມາດລ້ຽງໄດ້ທັງໜອງດິນ, ກະຊັງ ແລະ ອ່າງຊີເມັນໄດ້.
– ນໍາມາລ້ຽງເປັນປາສວຍງາມ (ປາຕູ້) ໄດ້ ແລະ ມີລາຄາທີ່ສູງ
2. ຈຸດອ່ອນ:
– ໃຊ້ເວລາໃນການລ້ຽງເປັນພໍ່ແມ່ພັນດົນສົມຄວນຈຶ່ງສາມາດຂະຫຍາຍພັນໄດ້ 2.5-3 ປີ
– ການໃຫ້ໄຂ່ປາແຕ່ລະຄັ້ງຈຳນວນໜ້ອຍ ທຽບໃສ່ປາຊະນິດອື່ນໆ 2, 000-4,000 ໜ່ວຍ
– ຕ້ອງໝັ່ນຕິດຕາມຮັງໄຂ່ ແລະ ໄດ້ລົງເອົາຂຶ້ນມາຟັກເອງ ຈຶ່ງຈະໄດ້ລູກປານ້ອຍຈຳນວນຫລາຍ
– ການລ້ຽງເປັນປາຊີ້ນ ຫລື ປາຕະຫລາດໃຊ້ເວລາດົນ 8 ເດືອນ – 12 ເດືອນ (1ປີ) ເປັນຢ່າງໜ້ອຍ.

ຂໍ້ແນະນຳ:
1. ການທີ່ຈະຜະລິດແນວພັນປາເໝັ້ນ (ລູກປາ) ສິ່ງສຳຄັນຄວນແຍກລ້ຽງສະເພາະ ປາເໝັ້ນເທົ່ານັ້ນ. ເພາະຖ້າລ້ຽງຮ່ວມກັບຊະນິດອື່ນແລ້ວ ປາຊະນິດອື່ນຈະໄປກວນຮັງໄຂ່ປາ ແລະ ກິນໄຂ່ ແລະ ລູກປາທີ່ແຕກໃໝ່.
2. ຕ້ອງໝັ່ນກວດກາສັດຕູຂອງລູກປາ ແລະ ໄຂ່ປາເຊັ່ນ: ຫອຍເຊີຣີ ຄວນກຳຈັດອອກຈາກໜອງປາພໍ່ແມ່ພັນ, ເພາະມັນຈະເຂົ້າໄປກິນໄຂ່ປາເໝັ້ນເວລາປາໄຂ່ຍັງຢູ່ຮັງໃນໜອງ.
3. ຕ້ອງໄດ້ໃຫ້ອາຫານເປັນປະຈຳ ແລະ ມີນໍ້າໄຫລຜ່ານຍິ່ງດີ ເພື່ອກະຕຸ້ນໃຫ້ປາມີຄວາມສົມບູນເພດໄວຂຶ້ນ.
4. ຄວນໃສ່ຮັງໄຄ້, ຫຍ້າປ້ອງ, ຜັກປອດ ແລະ ຜັກຕົບໃນໜອງປາພໍ່ແມ່ພັນ 1/3 ຂອງເນື້ອທີ່ໜອງ ແລະ ບໍ່ຄວນໃສ່ຫຍ້າໄຊ ເພາະມັນຈະບາດ ແລະ ຄັນຄາຍເວລາເຮົາລົບໄປເກັບຮັງໄຂ່ປາເໝັ້ນ.

ແນວພັນປາເໝັ້ນ
ຮູບ. 1. ໜອງຂະຫຍາຍແນວພັນປາເໝັ້ນ ຢູ່ LARReC          ຮູບ. 2. ປາເໝັ້ນພໍ່ແມ່ພັນຢູ່ສູນຄົ້ນຄວ້າາການປະມົງ

ແນວພັນປາເໝັ້ນ
ຮູບ. 3. ລັກສະນະຮັງໄຂ່ປາເໝັ້ນ                          ຮູບ. 4. ປາເໝັ້ນທີ່ອະນຸບານໃນໜອງໄດ້ 60ວັນ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: ແນວພັນປາເໝັ້ນ http://tech.nafri.org.la/?p=613

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

ປາເໝັ້ນ

 

ແນວພັນປາເໝັ້ນ

ຊື່ພາສາລາວ: ປາເໝັ້ນ
ຊື່ວິທະຍາສາດ: Osphonemus exodon
ຊື່ພາສາອັງກິດ: Giant gourami
ຂະໜາດຍາວສຸດ: 60 cm (TL)
ນໍ້າໜັກສຸດ: 7 kg
ຜູ້ຄົ້ນພົບ: Robert,1994
ປະຫັວດຄວາມເປັນມາ: ປາເໝັ້ນເປັນປາພື້ນເມືອງຂອງລາວຊະນິດໜຶ່ງ ທີ່ພົບໃນແມ່ນໍ້ຂອງ ແລະ ສາຂາ, ມີດ້ວຍກັນ 2 ຊະນິດຄື: ສີດຳມີແຂ້ວບໍລິເວນປາ ແລະ ສີເຫຼືອງບໍ່ມີແຂ້ວ ແຕ່ຊະນິດນີ້ແມ່ນປາເໝັ້ນດຳພົບເຫັນສ່ວນຫລາຍໃນອ່າງນໍ້າງື່ມ1.ໃນປີ 2000 ໂຄງການຄົ້ນຄວ້າປາພື້ນເມືອງແມ່ນໍ້າຂອງ AMISຮ່ວມກັບສູນຄົ້ນຄວ້າການປະມົງ LARReC ໄດ້ນໍາເອົາປາເໝັ້ນນ້ອຍຊະນິດສີດຳ ມາລ້ຽງຢູ່ ສະຖານີ ຂະຫຍາຍແນວພັນປານໍ້າຫຸມ, ມາຮອດປີ 2005 ໄດ້ສຶກສາທົດລອງປະສົມພັນໃນກະຊັງໃນອັດຕາຜູ້ 2 ແມ່ 1 ໂດຍການໃສ່ ຜັກຕົບ, ຜັກບົ້ງໃສ່ດ້ານໃນຂອງກະຊັງ, ສາມາດປະສົມພັນໄດ້ລູກປາລຸ່ນ F1 ຈາກນັ້ນໄດ້ເອົາໃຫ້ຊາວກະສິກອນລ້ຽງ ຢູ່ເມືອງນາຊາຍທອງ. ມາຮອດ ປີ 2008 ໂຄງການຄົ້ນຄວ້າປາພື້ນເມືອງ JIRCAS ຮ່ວມກັບໜ່ວຍງານຄົ້ນຄວ້າການລ້ຽງປາ-ສັດນໍ້າ ຂອງສູນຄົ້ນຄວ້າການປະມົງ (LARReC) ໄດ້ສືບຕໍ່ສຶກສາຄົ້ນຄວ້າການຜະລິດແນວພັນປາເໝັ້ນ ຊຶ່ງສາມາດຜະລິດແນວພັນລຸ່ນ F2 ໃນປະຈຸບັນ.
ຮູບຮ່າງລັກສະນະ: ປາເໝັ້ນມີຮູບຮ່າງປ້ອມ, ແປທາງຂ້າງ, ຫົວມີຂະຫນາດນ້ອຍ, ໜ້າຜາກຮັກວ້ຳເຂົ້າ, ຮ່າງກາຍປ່ຽນແປງໄປຕາມສະພາບແວດລ້ອມ, ລຳໂຕມີສີນໍ້າຕານຫຼືສີເທົາ, ມີຄີຫູ 1 ຄູ່, ຄີເອິກ 1 ຄູ່ ຍາວຮອດກົກຫາງ ແລະ ຄີພື້ນທ້ອງຍາວຈາກຮູທວານຮອດກົກຫາງ ແລະ ຄີຫາງກົມ, ເກັດຂ້າງຕາມເສັ້ນຂ້າງລຳໂຕ 30-33 ເກັດ, ມີຈຸດດຳຢູ່ກົກຫາງ 1 ຈຸດ, ສີດຳຈາງເປັນແຖບພາດຂວາງຕາມລຳໂຕ ຂ້າງລະ 8 ແຖບ, ມີສີເງິນຮອບໆໂຕ, ລຳໂຕເປັນສີນໍ້າຕານປົນດຳ, ດ້ານລຸ່ມມີສີຂາວນິນປົນເຫລືອງ
ນິດໃສ່ການກິນອາຫານ: ປາເໝັ້ນມັກອາໃສຢູ່ນ້ຳບໍ່ໄຫຼ, ເປັນປາມັກຕຶ່ນຕົກໃຈງ່າຍ, ລ້ຽງງ່າຍກິນອາຫານເກືອບໄດ້ທຸກຊະນິດເຊັ່ນ: ຜັກບົ້ງ, ພັກຫົມ, ແໜ, ຈອກ, ເທົາ, ຫຍ້າອ່ອນ, ໄບມັນຕົ້ນ, ມັນດ້າງ,ໜອນ, ລູກກຸ້ງ, ແມງໄມ້, ກ້ວຍສຸກ, ໝາກໄມ້ແລະອື່ນໆ.
ການຈະເລີນເຕີບໂຕ: ລ້ຽງໃນໜອງດີນໂດຍໃຫ້ອາຫານພຽງພໍໃນ 1ປີ ຈະມີນ້ຳໜັກເຖີງ 800 ກຣາມ ຫາ 1 ກິໂລ. ໃນອັດຕາການແລກປ່ຽນອາຫານເປັນນໍ້າໜັກ 2.5-3 ກິໂລ ແລະ ການປາເໝັ້ນໃສ່ກະຊັງ ອັດຕາປ່ອຍ 50 ໂຕ/ຕາແມັດ,ນໍ້າໜັກເລີ່ມຕົ້ນ 10-15 ກຣາມ/ໂຕ, ໃຊ້ເວລາລ້ຽງ 8 ເດືອນ ໄດ້ນໍ້າໜັກ 500 -700 ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານເປັນນໍ້າໜັກ 2.7 ກິໂລ
ລະດູການປະສົມພັນ: ປາເໝັ້ນຈະປະສົມພັນແລະ ໃຫ້ໄຂ່ ແຕ່ເດືອນ 2-11 ຂອງທຸກປາ, ປາພໍແມ່ພັນທີ່ສາມາດປະສົມພັນໄດ້ຕ້ອງມີ ອາຍຸ 3 ປີຂຶ້ນໄປ ນ້ຳໜັກ 1.2-1.5 ກີໂລ ແລະ ລວງຍາວ 37-40 ຊັງຕີແມັດ. ປາແມ່ຈະໃຫ້ໄຂ່ 3.000-4.000 ໜ່ວຍຕໍ່ແມ່ໜຶ່ງກິໂລ.
ສະພາບແວດລ້ອມ: ປາເໝັ້ນມັກຢູ່ນໍ້ານິ້ງຕຸ້ນໆ (ນໍ້າບໍ່ໄຫລ)ຕາມແມ່ນໍ້າ, ໜອງ, ບຶ່ງ ແລະ ອ່າງເກັບນໍ້າ, ມັກລວມກັນຢູ່ເປັນຝູງ ຍົກເວັ້ນລະດູການປະສົມພັນ, ເປັນປາມັກຕື່ນຕົກໃຈງ່າຍ, ມັກຢູ່ບ່ອນງຽບ ຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH6.5-8.5 ແລະ ອຸ່ນຫະພູມນໍ້າທີ່ເໜາະສົມແມ່ນຢູ່ລະຫວ່າງ 27 -32 C°

ແນວພັນປາເໝັ້ນແນວພັນປາເໝັ້ນແນວພັນປາເໝັ້ນ

                            ປາແມ່                                                                 ປາຜູ້                                                                       ຮັງໄຂ່

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: ການຜະລິດແນວພັນ ປາເໝັ້ນ http://tech.nafri.org.la/?p=635

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

ປາດຸກພັນ

ແນວພັນປາດຸກພັນ

ພາສາລາວ: ປາດຸກພັນ
ຊື່ວິທະຍາສາດ: Clarias gariepinus
ຊື່ພາສາອັງກິດ: walking catfish
ຂະໜາດໃຫ່ຍສຸດ: 20-30 ກິໂລ
ປະຫວັດຄວາມເປັນມາ: ປາດຸກພັນ ມີຖີນກຳເນີດຢູ່ປະເທດລັດເຊຍ ແລະ ນໍາເຂົ້າມາລຽ້ງໃນລາວ ປີ 1982 ຈຳນວນ 24 ໂຕ ເຊືງມີລວງຍາວ 7-10 ຊັງຕີແມັດ ເຊືງໃດ້ນຳເຂົ້າມາລຽ້ງໃນສະຖານນີ ລຽ້ງ ປາຫນອງແຕ່ງ ໃນປີ 1983 ແລະໃດ້ທົດລອງທຳການປະສົມພັນ ໃນປີ 1984 ຈາກນັ້ນຈິ່ງ ໃດ້ແພ່ຂະຫຍ່າຍອອ່ກສູວົງກວ້າງ
ຮູບຮ່າງລັກສະນະ: ປາດຸກເປັນປາໜັງມີລັກສະນະຕົວກົມ,ຍາວ,ສວ້ຍໄປທາງຫຼັງ,ມີໜວດ 4 ຄູ່,ມີຫົວໃຫ່ຍ, ລຳຕົວມີສີ່ເຫຼືອງແກມເທົາ
ນິດໃສ່ການກີນອາຫານ: ປາດຸກເປັນປາກີນຊີ້ນ ແລະ ສັດນໍ້າ ຈຳພວກໄຮນໍ້າ,ປາຂະໜາດນອ້ຍ,ຂີ້ກະເດືອນ,ປວກຫອ່ຍ ແລະ ສັດອືນໆ
ການຈະເລີນເຕີບໂຕ: ປາດຸກ ເປັນປາທີ່ລຽ້ງງ່າຍ,ໃຫ່ຍໄວ,ກີນອາຫ່ານດີ ລຽ້ງພາຍໃນ 1 ເດືອນຈະໃດ້ລວງ ຍາວປະມານ 3-5 ຊັງຕີ ນໍ້າໜັກປະມານ 5-6 ກະລາມ ລຽ້ງພາຍໃນ 1 ປີຈະໃດ້ນໍ້າ 0,5-1 ກິໂລ
ລະດູການປະສົມພັນ: ປາດຸກຈະໃຫ້ເພດ ເມືອມີອາຍຸ 8 ເດືອນ ຫາ 1 ປີ ມີນໍ້າໜັກປະມານ 0,5-1 ກີໂລ ອາຍຸການໄຊ້ງານ ຂອງປາພໍ່-ແມ່ພັນ 5-7 ປີ ລະດູການປະສົມພັນ ແລະການ ວາງໄຂ ແມ່ນລະຫວ່າງ 2-9 ແມ່ 1 ກິໂລ ໃຫ້ໄຂ່ປະມານ 40,000-70,000 ໜ່ວຍ
ສະພາບແວດລອ້ມ: ປາດຸກເປັນປານໍ້າຈືດ ທີ່ອາໄສຢູ່ຕາມແມ່ນໍ້າລຳເຊ ຈາກນັ້ນຈິ່ງນຳມາລຽ້ງໃນໜອງ ນໍ້າຈືດ ຄວາມເປັນກົດເປັນດ່າງ pH 6,5-8,5 ອຸນຫະພູມທີ່ເໝະສົມ 20-30 0c

 

ແນວພັນປາດຸກພັນແນວພັນປາດຸກພັນ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ:


 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108