Monthly Archives: January 2023

ຂໍ້ແນະນຳການປູກສະຕໍເບີຣີ

ສະຕໍເບີຣີ Strawberry ມີຊື່ວິທະຍາສາດ Fragariaviginian ເປັນພືດເສດຖະກິດຊະນິດໜຶ່ງທີ່ມີການປູກຢ່າງຫຼວງຫຼາຍໃນໂລກສາມາດພົບໄດ້ເກືອບທຸກປະເທດຕັ້ງແຕ່ແຖບຂົ້ວໂລກເໜືອລົງມາເຖິງພື້ນທີ່ໃນເຂດຮ້ອນຊຶ່ງມີຄວາມແຕກຕ່າງກັນທັງສະພາບພູມີອາກາດ ແລະ ປະເພດດິນ. ໝາກສະຕໍເບີຣີມີລົດຊາດແຊບ ແລະ ເປັນທີ່ຮູ້ຈັກກັນໂດຍທົ່ວໄປ, ໃນໄລຍະທີ່ຜ່ານມາພົບວ່າຜົນຜະລິດທີ່ໃຊ້ສຳຫຼັບການບໍລິໂພກໄດ້ມີປະລິມານການເພີ່ມຂື້ນຢ່າງວ່ອງໄວ, ເຊິ່ງມັນຮຽກຮ້ອງໃຫ້ມີການເພີ້ມຜົນຜະລິດໃຫ້ພຽງພໍກັບຄວາມຕ້ອງການ.
ສະຕໍເບີຣີຈັດເປັນພືດຫຼາຍປີ ແຕ່ໂດຍທົ່ວໄປຈະປູກປີດຽວແລ້ວຈະປູກຄືນໃໝ່ໃນປີຕໍ່ໄປ, ການຈະເລີນເຕີບໂຕແຕກແໜງເລືອເປັນພຸ່ມສູງຈາກໜ້າດິນ 15-20 ຊັງຕີແມັດ, ຊົງພຸ່ມກວ້າງ 20-30 ຊັງຕີແມັດ, ລະບົບຮາກສ່ວນໃຫ່ຍຢູ່ລະດັບເລີກຈາກໜ້າດິນປະມານ 30 ຊັງຕີແມັດ, ລຳຕົ້ນຍາວ 2,5 ຊັງຕີແມັດ, ຄວາມຍາວຂອງກ້ານໃບຂື້ນກັບແນວພັນ
ໝາກສະຕໍເບີຣີໃຫ້ຄຸນຄ່າທາງອາຫານປະກອບດ້ວຍ: ໂປຼຕີນ 1,0 ກຼາມ, ໄຂມັນ 0,6 ກຼາມ, ແຄນຊຽມ 22 ມິລີກຼາມ, ທາດແປງ 11,0 ກຼາມ, ທາດເຫຼັກ 0,6 ມິລີກຼາມ, ວິຕາມິນອເ 42 ໄອຢູ, ວິຕາມິນເຊ 90 ມິລີກຼາມ, ໂປຕັດຊຽມ 262 ມິລິກຼາມ

1. ການກຽມດິນຮ່າຍເບົ້າ
ດິນທີ່ນຳມາຮ່າຍໃສ່ເບົ້າປະກອບດ້ວຍອັດຕາສ່ວນຄື: ດິນຊົ້ນໜ້າ 3 ສ່ວນ, ຊາຍ 2 ສ່ວນ ແລະຝຸ່ນຄອກ 1 ສ່ວນ ມາປະສົມເຂົ້າກັນໃຫ້ລະອຽດ. ຂະໜາດເບົ້າທີ່ເໝາະສົມແມ່ນ 10×15 ຊັງຕີແມັດ.

2. ການກຽມແນວພັນ
ເບ້ຍສະຕໍເບີຣີທີ່ນຳມາຊຳໃສ່ເບົ້າແມ່ນໄດ້ຈາກເບ້ຍທີ່ເກີດຈາກແໜງຕົ້ນເດີມ ມີອາຍຸປະມານ 30 ວັນ, ຄວຍເລືອກເອົາເບ້ຍສະຕໍເບີຣີທີ່ແຂງແຮງດີ. ກ່ຶນນຳເບ້ຍສະຕໍເບີຣີມາຊຳຄວນລິໃບອອກໃຫ້ເຫຼືອໄວ້ປະມານ 3-5 ໃບ, ແລ້ວນຳໄປຮັກສາໄວໃນເຮືອນຮົ່ມທີ່ໄດ້ຮັບແສງແດດປະມານ 50%, ຄວນຫົດນໍ້າ 2 ຄັ້ງ: ຕອນເຊົ້າ ແລະ ແລງຈົນຮອດ 2 ອາທິດ, ຫຼັງຈາກນັ້ນແມ່ນໃຫ້ຫົດນໍ້າ 1 ຄັ້ງ/ວັນ. ເມືອເບ້ຍມີອາຍຸໄດ້ 30-45 ວັນກໍ່ສາມາດນຳໄປປູກໄດ້.

3. ການກຽມເນື້ອທີ່
ຄວນເຮັດເປັນໜານ ເຊິ່ງມີຄວາມກວ້າງ 80 ຊັງຕີແມັດ, ຄວາມສູງ 20-25 ຊັງຕີແມັດ ຈາກໜ້າດິນ, ສ່ວນຄວາມຍາວຂອງໜານແມ່ນອີງຕາມພື້ນທີ່. ຖ້າເປັນພື້ນທີຄ້ອຍຊັນຕ້ອງສ້າງໜານໄປຕາມແລວລະດັບ.
ເພື່ອກຳຈັດເຊື້ອພະຍາດ ແລະ ປັບລະດັບຄວາມເປັນກົດ-ເປັນດ່າງ (pH) ໃນດິນໃຫ້ເອົາປູນຂາວຫວ່ານໃສ່ໜານ ໃນອັດຕາ 40-45 ກຼາມ/ຕາແມັດ. ຫຼັງຈາກນັ້ນໃຫ້ເອົາແກບອັດຕາ 1,2 ກິໂລ/ຕາແມັດ ແລະ ຝຸ່ນຄອກ(ມູນສັດ) 1,2-1,6 ກິໂລ/ຕາແມັດ ຫວ່ານໃສ່ໜານແລ້ວຄາດໃຫ້ເຂົ້າກັບດິນ.

4. ການປູກ

ຄວນເລີ່ມຕົ້ນປູກໃນເດືອນກັນຍາ (9) ຫາເດືອນຕຸລາ (10). ຂະໜາດຂອງຂຸມປູກຄວນເລີກປະມານ 20 ຊັງຕີແມັດ ແລະ ຄວາມກວ້າງ 15 ຊັງຕີແມັດ. ໄລຍະຫ່າງການປູກລະຫວ່າງຕົ້ນ 25-30 ຊັງຕີແມັດ, ແຖວ 45-50 ຊັງຕີແມັດ, ປູກ 2 ແຖວຄູ່. ເບ້ຍທີ່ນຳໄປປູກຕ້ອງແຂງແຮງດີ, ກ່ອນນຳເບ້ຍລົງຂຸມໃຫ້ຈີກຖົງຢາງອອກບໍ່ໃຫ້ເບົ້າດິນແຕກ. ຫຼັງຈາກປູກໄດ້ 2-3 ວັນໃຫ້ເອົາເຟືອງ ຫຼື ຜ້າຢາງປົກເພື່ອຄຸມວັດສະພືດ ແລະ ຮັກສາຄວາມຊຸ່ມໃນດິນ. ໄລຍະ 3 ອາທິດຫຼັງປູກຄວນໃຫ້ນໍ້າ 1 ຄັ້ງ/ວັນ ຫຼັງຈາກນັ້ນ ຄວນໃຫ້ນໍ້າ 2-3 ຄັ້ງ/ອາທິດ.

5. ການບົວລະບັດຮັກສາ
 ການເສຍຫຍ້າ: ຄວນເສຍຫຍ້າ 1-2 ຄັ້ງຕໍ່ເດືອນ
 ການໃສ່ຝຸ່ນ: ຫຼັງເສຍຫຍ້າໃຫ້ໃສ່ຝຸ່ນເລັ່ງ(ຢູ່ເລຍ) 46-00-00 2 ຄັ້ງ/ເດືອນໃນອັດຕາ 6 ກຼາມ/ຕາແມັດແລ້ວ
ຫົດນໍ້າໃຫ້ທົ່ວ. ເມື່ອອາຍຸໄດ້ 120 ວັນຫຼັງຈາກປູກໃຫ້ໃສ່ຝຸ່ນສູດ 15-15-15 ໃນອັດຕາ 38 ກຼາມ/ຕາແມັດ ໃສ່ອ້ອມຊົງຢຸ່ມ ເພື່ອເລັ່ງໃຫ້ການອອກດອກ ແລະ ໃຫ້ໝາກຫຼາຍ.

6. ການເກັບໝາກ
ເມື່ອສັງເກດເຫັນໝາກສະຕໍເບີຣີມີສີແດງປະມານ 75% ກໍ່ສາມາດເກັບໝາກໄດ້. ໝາກທີ່ເກັບຄວນໃຫ້ມີຂວັ້ນຕິດມານຳ ແລະ ຄວນເກັບໝາກໃນຊ່ວງຕອນເຊົ້າ ຫຼື ຕອນແລງ ເພື່ອປ້ອວກັນໝາກສະຕໍເບີຣີຈາກການຢົກຊໍ້າບໍ່ຄວນໃຫ້ໝາກຖືກແສງແດດນານກວ່າ 10-15 ນາທີ ແລະ ບໍ່ຄວນໃຫ້ມັນເຕັງກັນຫຼາຍ. ໃຫ້ຜົນຜະລິດປະມານ 200-500 ກຼາມ/ຕົ້ນ.

7. ການບັນຈູ ແລະ ການຂົນສົ່ງ
ຈະບັນຈຸໃສ່ໂຟມ, ຖົງພຣາສະຕິກ ຫຼື ຖົງເຈັ້ຍແຂງ ເພື່ອຫຼຸດຜ່ອນການເສຍຫາຍໃນການຂົນສົ່ງ. ການເກັບຮັກສາຕ້ອງເກັບໄວ້ໃນອຸນຫະພູມ 1-2 ອົງສາເຊ, ຄວນມີຄວາມຊຸ່ມຢູ່ຫ້ອງທີ່ເກັບປະມານ 85-90%.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ຂໍ້ແນະນຳການປູກສະຕໍເບີຣີ, ສູນຄົ້ນຄວ້າກະສິກຳເຂດພູດອຍ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ

 

 

ບົດແນະນຳກ່ຽວກັບການປູກແນວພັນເຂົ້າໝາກຫີນສູງ(ເຂົ້າໜຽວ)

ແນວພັນເຂົ້າໝາກຫີນສູງ(LG6432) ແມ່ນແນວພັນເຂົ້າບົກພື້ນເມືອງຂອງທ້ອງຖິ່ນ ເມືອງນໍ້າບາກ ແຂວງຫຼວງພະບາງ, ເຊິ່ງໃນປີ 1995 ຫາ 2000 ໂຄງການອະນຸຮັກເຊື້ອພັນເຂົ້າ (Lao-IRRI Biodiversity project) ໄດ້ເຕົ້າໂຮມແນວພັນເຂົ້າໃນທົ່ວປະເທດໄດ້ 13,192 ຕົວຢ່າງ, ໃນນັ້ນມີ ແນວພັນເຂົ້າບົກ 7,371 ຕົວຢ່າງ ໄດ້ນຳມາເກັບມ້ຽນ ແລະ ຮັກສາໄວ້ໃນທະນາຄານເຊື້ອພັນລາວ,
ປີ 1998 ໄດ້ນຳມາສຶກສາ ແລະ ຄັດເລືອກ ທີ່ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ພາກເໜືອ.
ປີ 2001 ໄດ້ນຳມາປູກທົດລອງໃນພື້ນທີ່ຂອງຊາວກະສິກອນໃນ 3 ແຂວງພາກເໜືອຄື: ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ.
ປີ 2002 ໄດ້ນຳໄປທົດລອງ ການຄັດເລືອກແບບມີສ່ວນຮ່ວມຂອງຊາວກະສິກອນໃນ 8 ແຂວງພາກເໜືອ, ຜ່ານຈາກການທົດລອງເຫັນວ່າສາມາດປັບປຸງຕົວໄດ້ດີ ແລະ ເປັນທີ່ຍອມຮັບຂອງຊາວກະສິກອນ.

1. ລັກສະນະປະຈຳພັນ
– ເປັນປະເພດເຂົ້າໜຽວມີຄວາມຮູ້ສຶກຕໍ່ຊ່ວງແສງ, ອາຍຸ 135-140 ວັນ.
– ຊ່ວງປູກ ທ້າຍເດືອນ ເມສາ (4) -ຕົ້ນເດືອນ ມິຖຸນາ(6) ຊ່ວງໄລຍະຝົນຕົກ.
– ລຳຕົ້ນສູງປະມານ 105 – 145 ຊັງຕີແມັດ, ລຳຕົ້ນແຂງ, ສີເຖືອງ.
– ໃບເປັນສີຂຽວ, ແຜ່ນໃບບໍ່ມີຂົນ, ໃບກວ້າງ.
– ເມັດເຂົ້າເປືອກກ້ຽງ (ບໍ່ມີຂົນ) ເປັນສີເຟືອງຂີດສີນໍ້າຕານແດງ.
– ເມັດໃຫ່ຍ, ຍາວ 9.24 ມິນລີແມັດ, ກວ້າງ 4,06 ມິນລີແມັດ, ໜາ 2,5 ມິນລີແມັດ.
– ເມັດເຂົ້າກ້ອງຍາວ 6,8 ມິນລີແມັດ, ກວ້າງ 3,38 ມິນລີແມັດ, ໜາ 2,22 ມິນລີແມັດ.
– ຄຸນນະພາບການສີດີ, ເມັດເຂົ້າສານສີຂາວ, ປະລິມານອາມີໂລດ (6,9%)
– ນໍ້າໜັກ 1000 ເມັດ/ກຼາມ

2. ລັກສະນະເດັ່ນ
– ຜົນຜະລິດສູງກວ່າແນວພັນພື້ນເມືອງ 18%
– ເຫດຜົນຊາວກະສິກອນມັກ: ເມັດໃຫ່ຍ, ຮວງໃຫ່ຍ, ລຳຕົ້ນໜາ, ໃຫ້ຜົນຜະລິດດີ.
– ສາມາດປູກໄດ້ໃນລະດັບຄວາມສູງຈາກໜ້ານໍ້າທະເລ 300-1000 ແມັດ,

3. ຜົນຜະລິດ
ໃຫ້ຜົນຜະລິດສູງກວ່າພັນພື້ນເມືອງໃນພື້ນທີ່ປູກເຂົ້າຕໍ່ເນື່ອງ ແລະ ດິນປ່າເລົ່າອ່ອນ 165-360 ກິໂລຕໍ່ເຮັກຕາ


ຮູບທີ່ 1 ຜົນຜະລິດໃນດິນປ່າເລົ່າທີ່ແຕກຕ່າງກັນ

4. ພື້ນທີ່ເໝາະສົມໃນການປູ
ເຂດພາກເໜືອ ແລະ ພາກໃຕ້ເຊັ່ນ: ແຂວງຫຼວງພະບາງ, ໄຊຍະບູລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງອັດຕະປື.

 ຂໍ້ຄວນລະວັງ
– ບໍ່ຄວນປູກໃນພື້ນທີ່ຮາບພຽງ ແລະ ມີຄວາມອຸດົມສົມບູນຂອງດິນສູງ (pH> 6) ຈະເກີດພະຍາດສີນໍ້າຕານ (Brown spot Disease)
– ຖ້າປູກເປັນໄລຍະຫຼາຍໆປີຕິດຕໍ່ກັນໂດຍບໍ່ມີການຄັດເລືອກແນວພັນ ຈະເຮັດໃຫ້ຄຸນນະພາບການກິນຫຼຸດລົງ(ເຂົ້າແຂງ) ຕ້ອງຄັດເລືອກແນວພັນທຸກໆປີ
– ບໍ່ຄວນປູກໃນພື້ນທີ່ປູກເຂົ້າຕໍ່ເນື່ອງກັນເປັນເວລາ 2-3 ປີ ຜົນຜະລິດຈະຫຼຸດລົງ
– ບໍ່ທົນທານຕໍ່ແມງໄຂ່ປາ (Root aphid)
– ເມັດໃກ້ຄໍຮວງມັກລີບ
– ແຕກກໍໜ້ອຍ

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄວ້າກະສິກຳເຂດພູດອຍ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ

ບາງຂໍ້ແນະນຳການປູກເຂົ້າໄຮ່ເຂດເນີນສູງ

ໃນເຂດທີ່ບໍ່ມີເງືອນໄຂໃນການເຮັດນາ ການປູກເຂົ້າໄຮ່ແມ່ນກິດຈະກຳໜຶ່ງທີ່ສຳຄັນສຳລັບປະຊາຊົນບັນດາເຜົ່າໃນເຂດພູດອຍ. ການເພີ່ມຂື້ນຂອງປະຊາກອນເປັນແຮງກົດດັນທີ່ເຮັດໃຫ້ຮອບວຽນການກັບມາປູກເຂົ້າໄຮ່ໃນເນື້ອທີ່ໄຮ່ເລົ່າສັ້ນລົງ, ເຮັດໃຫ້ລະບົບການເຮັດໄຮ່ໝູນວຽນແບບດັ່ງເດີມບໍ່ມີຄວາມຍີນຍົງ. ດັ່ງນັ້ນ, ຊາວກະສິກອນມີຄວາມຕ້ອງການແນວພັນເຂົ້າໄຮ່ ທີ່ມີຄວາມສາມາດປັບຕົວໄດ້ດີໃນປ່າເລົ່າໄລຍະສັ້ນ, ມີຜົນຜະລິດສະໝໍ່າສະເໝີ ແລະ ມຄວາມຍືນຍົງໃນເຂດພູດອຍ.

1. ການກະກຽມພື້ນທີ່
ການກະກຽມເນື້ອທີ່ເລີ່ມຖາງໃນທ້າຍເດືອນ 2 (ກຸມພາ) ຫາ ຕົ້ນເດືອນ 3 (ມີນາ), ຕາກແດດປະໄວ້ປະມານ 25-30 ວັນ. ຈູບໃນທ້າຍເດືອນ 3 (ມີນາ) ຫຼັງຈາກນັ້ນກໍ່ເລີມລົງມືຮ້າ ແລະ ອານາໄມພື້ນທີ່. ພື້ນທີ່ຮາບພຽງຄວນໄຖດິນປະໄວ້ເສຍກ່ອນ ເພື່ອຫຼຸດຜ່ອນການເສຍຫຍ້າ (ຖ້າມີເງື່ອນໄຂ).

2 ການປູກ
ລະດູການປູກທີ່ເໝາະສົມ ທ້າຍເດືອນເມສາ (4) ຫາ ຕົ້ນເດືອນ ມິຖຸນາ (6) ຊ່ວງໄລຍະຝົນຕົກ. ໄລຍະຫ່າງການປູກ 25*25 ຊັງຕີແມັດ, ກ່ອນປູກແມ່ນໄດ້ປະສົມເມັດພັນກັບຢາເຊວີນ 85% ໃນອັດຕາ 5 ກຼາມຕໍ່ 1 ກິໂລກຼາມ ຂອງເມັດພັນ ເພື່ອປ້ອງກັນການທຳລາຍຂອງມົດ, ອັດຕາເມັດພັນ 60-80 ກິໂລ/ເຮັກຕາ. ໃຊ້ໄມ້ຫຼຸ້ງ ຫຼື ສຽມສັກເປັນຈຸມເລີກ 2-3 ຊັງຕີແມັດ, ຢອດເມັດພັນຂຸມລະ 5-8 ເມັດ, ຫຼັງຈາກນັ້ນ ໃຫ້ເອົາດິນຖົມເພື່ອປ້ອງກັນການທຳລາຍຂອງນົກ ແລະ ໜູ

3 ການບົວລະບັດຮັກສາ
1. ການເສຍຫຍ້າ
ການເສຍຫຍ້າ ໃນລະດູການໜຶ່ງການເສຍຫຍ້າ 3 ຄັ້ງ ເພື່ອບໍ່ໃຫ້ຍາດແຍ່ງທາດອາຫານຈາກຕົ້ນເຂົ້າ. ການເສຍຫຍ້າຄັ້ງທີ່ 1 ຫຼັງຈາກປູກ 15-25 ວັນ, ຄວນສັງເກດເບິ່ງປະຊາກອນຂອງຫຍ້າ ວ່າສົມຄວນກຳຈັດ ຫຼື ບໍ່, ຄັ້ງທີ່ 2 ຫຼັງຈາກເສຍຫຍ້າຄັ້ງທີ່ 1 25-30 ວັນ ແລະ ຄັ້ງທີ່ ຫຼັງຈາກເສຍຫຍ້າຄັ້ງທີ່ສອງ 35-40 ວັນ, ການເສຍຫຍ້າແມ່ນໃຊ້ແຮງງານລາຍເກືອບ 50% (150 ແຮງງານ) ຂອງແຮງງານທັງໝົດໃນການເຮັດໄຮ່ໃນເນື້ອທີ່ 1 ເຮັກຕາ.

2. ການໃສ່ຝຸ່ນ
ການເຮັດໄຮ່ໃນເຂດເນີນສູງ ຄວາມຄ້ອຍຊັນຕັ້ງແຕ່ 15 -60% , ການໃສ່ຝຸ່ນເຂົ້າໄຮ່ແມ່ນເຮັດໄດ້ຍາກກວ່າການໃສ່ຝຸ່ນເຂົ້ານາ ເນື່ອງຈາກວ່າການເຮັດໄຮ່ເປັນພື້ນທີ່ຄ່ອຍຊັນ ໂອກາດຝຸ່ນເຊາະໄຫຼໜີສູງກວ່າພືດ ກວ່າພືດຈະເອົານຳໄປໃຊ້, ຊ່ວງໄລຍະເວລາທີ່ໃສ່ຕ້ອງເປັນຊ່ວງຝົນຕົກລິນ(ຝົນຕົກຄ່ອຍໆ) ແລະ ຂຸດເປັນຮ່ອງນ້ອຍໆຕາມຫວ່າງຂອງຕົ້ນເຂົ້າ, ການໃສ່ຝຸ່ນເຂົ້າໄຮ່ ເມື່ອມາໄລ່ລຽງທາງດ້ານເສດຖະກິດແມ່ນບໍ່ຄຸ້ມຄ່າຕໍ່ການລົງທຶນ, ດັ່ງນັ້ນ ຈຶ່ງບໍ່ແນະນຳໃຫ້ໃສ່ຝຸ່ນໃນພື້ນທີ່ຄ່ອຍຊັນ. ຖ້າເປັນພື້ນທີ່ຮາບພຽງ ຫຼື ພື້ນທີ່ນາທີ່ມີຄວາມອຸດົມສົມບູນຂອງດິນຕໍ່າ ຫາ ປານກາງ, ມີການກຽມດິນ, ແນະນຳໃສ່ຝຸ່ນສູດ 15-15-15 ຮອງພື້ນກ່ອນປູກຈຳນວນ 100 ກິໂລກຼາມ/ເຮັກຕາ ແລະ ຝຸ່ນເລັ່ງຈຳນວນ 50 ກິໂລກຼາມ/ເຮັກຕາ (ຝຸ່ນຢູເຣຍ 46-00-00) ໃສ່ຫຼັງຈາກປູກໄດ້ 45 ວັນ.

4 ແມງໄມ້ ແລະ ພະຍາດ
1. ດ້ວງໂທນ (White grbs)
ເປັນດ້ວງອ່ອນຂອງແມງໄມ້ປີກແຂງຊະນິດໜຶ່ງທີ່ພວກເຮົາເອີ້ນວ່າ: ແມງຂະນູນ. ຊ່ວງໄລຍະເປັນໂຕອ່ອນຈະອາໃສ່ຢູ່ໃນດິນ ແລະ ອາໄສກິນຮາກພືດ, ມັກລະບາດໃນຊ່ວງເຂົ້າແຕກກໍ ຫາ ແຕກກໍສູງສຸດ, ດ້ວງໂທ້ນຈະກັດກິນຮາກຂອງຕົ້ນເຂົ້າ, ເຮັດໃຫ້ຕົ້ນເຂົ້າຫ່ຽວແຫ້ງ ແລະ ຕາຍໃນທີ່ສຸດ, ເມື່ອລົກຕົ້ນເຂົ້າຂື້ນມາເບິ່ງຈະບໍ່ມີຮາກ, ມັກລະບາດໃນຊ່ວງຝົນທີ້ງຊ່ວງ (ແຫ້ງແລ້ງ).
 ວິທີການກຳຈັດ: ເມື່ອສັງເກດເຫັນຕົ້ນເຂົ້າເລີ້ມຫ່ຽວຕ້ອງຂຸດເອົາດ້ວງໂທ້ນມາທຳລາຍຖີ້ມ ແລະ ພື້ນທີ່ໆມີການລະບາດຂອງດ້ວງໂທນ ຄວນຫຼີກລ້ຽງການເສຍຫຍ້າໃນຊ່ວງເກີດແຫ້ງແລ້ງຕິດຕໍ່ກັນຫຼາຍວັນ.

2 ແມງໄຂ່ປ່າ(Root aphid)
ເປັນແມງໄມ້ຈຳພວກເພ້ຍອ່ອນ, ອາໄສຢູ່ໃນດິນເພື່ອດູດກິນນໍ້າລ້ຽງຂອງຮາກພືດຕະກຸນຫຍ້າ, ລັກສະນະຕົວອ່ອນເປັນສີສົ້ມ ຫຼື ສີນໍ້າໝາກກ້ຽງເມື່ອແມງໄຂ່ປ່າຕິດເກາະຢູ່ຕາມຮາກຂອງຕົ້ນເຂົ້າ, ມັກລະບາດໃນຊ່ວງເຂົ້າແຕກກໍຮອດໄລຍະເຂົ້າຈໍ່ຕັ້ງທ້ອງ, ຕົ້ນເຂົ້າທີ່ຖືກທຳລາຍຈະບໍ່ຖອກຮວງ, ມັກລະບາດໃນພື້ນທີ່ປູກເຂົ້າຕິດຕໍ່ກັນຫຼາຍປີ. ຖ້າພື້ນທີ່ລະບາດຄວນປູກພືດໝູນວຽນ (ພືດຕະກຸນຖົ່ວ) ເພື່ອຫຼຸດຜ່ອນການເສຍຫາຍ.

2. ພະຍາດຈຸດສີນໍ້າຕານ (Brown spot)
ພະຍາດນີ້ສາມາດເກີດຂື້ນທຸກພາກສ່ວນຂອງຕົ້ນເຂົ້າແຜ່ນໃບ, ກາບໃບ, ຮວງ ແລະ ເມັດ. ທຳອິດພະຍາດນີ້ຈະເປັນຈຸດສີນໍ້າຕານ ຫຼື ສີນໍ້າຕານປົນມ່ວງນ້ອຍໆ, ບາດແຜຈະເປັນຈຸດວົງມົນແລ້ວຄ່ອຍຂະຫຍາຍໃຫ່ຍຂື້ນຈຸດໃຈກາງຂອງບາດແຜຈະເປັນສີນໍ້າຕານອ່ອນ ຫຼື ສີຂີ້ເທົາ ຊາວກະສິກອນເອີ້ນວ່າ ເຂົ້າໃບລາຍ.
 ວິທີການປ້ອງກັນ ຄວນໃຊ້ເມັດພັນປາສະຈາກເຊື້ອພະຍາດນີ້, ໃຊ້ແນວພັນຕ້ານທານ.

5 ສັດຕູພືດ
 ໜູ
ໜູເປັນສັດຊະນິດໜຶ່ງທີ່ສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດທາງດ້ານກະສິກຳ, ຊາວກະສິກອນໄດ້ຢືນຢັນວ່າບັນຫາຫຼັກໃນການປູກພືດກະສິກຳແມ່ນສັດຕູພືດ (70%), ໃນນີ້, ໜູເປັນບັນຫາສຳຄັນກວ່າໝູ່ (98%), ຜົນຜະລິດເສຍຫາຍໂດຍສະເລ່ຍ 19% (Khamphoukeo et al, 2005) ໂດຍສະເພາະແມ່ນເຂົ້າໄຮ່ ໜູຈະເຂົ້າທຳລາຍເສຍຫາຍຫຼາຍກວ່າໝູ່ ໄລຍະເຂົ້າຖອກຮວງ ຫາເກັບກ່ຽວ.
 ວິທີປ້ອງກັນ ແລະ ກຳຈັດ: ຄວນຈັບໜູດ້ວຍຫຼາຍວິທີເຊັ່ນ: ໃສ່ເກັບເຫຼັກ ແລະ ກັບພື້ນເມືອງ, ໄລ່ລ້ອມ
ກອງເຟືອງຊ່ວງລະດູແລ້ງ, ຂຸດຂູມໃຫ້ໜູຕົກ, ຂຸດຮູໜູ, ອອກແຮງງານລວມໝູ່ເພື່ອຈັບໜູ, ລ້ຽງແມວ ແລະ ອື່ນໆ.
 ນົກປິດ
ນົກປິດຈະທຳລາຍຜົນຜະລິດເຂົ້າໄຮ່ ໃນຊ່ວງຖອກຮວງຫາເກັບກ່ຽວ, ໂດຍສະເພາະແນວພັນເຂົ້າດໍ ຈະຖຶກທຳລາຍຫຼາຍກວ່າໝູ່, ບາງພື້ນທີ່ບໍ່ສາມາດເກັບກ່ຽວຜົນຜະລິດໄດ້.
 ການປ້ອງກັນ ແລະ ກຳຈັດ: ຄວນປູກເຂົ້າແນວພັນທີ່ຖອກຮວງພ້ອມກັນເປັນພື້ນທີ່ກວ້າງ, ໃຊ້ຮຸ່ນໄລ່, ກ່ອນເຂົ້າຖອກຮວງ 1-2 ເດືອນ ຄວນໃສ່ຕຸ້ມ, ໃຊ້ຕານ່າງດັກຈັບ ແລະ ອື່ນໆ.

6 ການເກັບກ່ຽວ
ສັງເກດເບິ່ງຮວງເຂົ້າສຸກແກ່ປະມານ 80-85% ກໍ່ສາມາດເກັບກ່ຽວໄດ້ ຫຼື ຫຼັງຖອກຮວງ 50% ປະມານ 25-30 ວັນ, ບໍ່ຄວນເກັບກ່ຽວເຂົ້າສຸກເກີນໄປ (ເຂົ້າງອບ) ຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ເກັບກ່ຽວຍາກ. ເກັບກ່ຽວເຂົ້າໄຮ່ມີຫຼາຍວິທີຂື້ນກັບແຕ່ລະຊົນເຜົ່າເຊັ່ນ: ເຜົ່າກຶມມຸ ເກັບກ່ຽວດ້ວຍມື(ຮູດເຂົ້າ), ຊົນເຜົ່າລາວເກັບກ່ຽວດ້ວຍກ່ຽວ ແລະ ຊົນເຜົ່າມົ້ງນິຍົມກ່ຽວເອົາແຕ່ຮວງ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄວ້າກະສິກຳເຂດພູດອຍ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ

 

ຄູ່ມື ຄຳແນະນຳການລ້ຽງກຸ້ງກ້າມກາມ giant freshwater prawn (Macrobrobranchium rosenbergii de Nan)

     ກຸ້ງກ້າມກາມ( giant freshwater prawn) ແລະ ຊື່ວິທະຍາສາດ Macrobrobranchium rosenbergii de Nan) ແມ່ນກຸ້ງນ້ຳຈືດທີ່ມີຂະໜາດໃຫຍ່ ມີລົດຊາດທີ່ດີ ແລະ ລາຄາແພງ ຈັດເປັນສັດນ້ຳທີ່ມີຄວານສຳຄັນທາງດານເສດຖະກິດຊະນິດໜື່ງ ສາມາດນຳມາປຸງແຕ່ງ ເປັນອາຫານໄດ້ຫລາກຫຼາຍເຊັ່ນ: ປີ້ງ,ຕົ້ມຍຳ,ຕຳ,ທອດ,ອົບ ແລະ ອື່ນໆ, ຊື່ງໃນປະຈຸບັນກຸ້ງກ້າມກາມແມ່ນເປັນທີ່ຕ້ອງການຂອງຕະຫຼາດໂດຍສະເພາະໃນ ສປປ ລາວ ແມ່ນຍັງບໍ່ທັນມີການລ້ຽງເປັນຈຳນວນຫຼາຍຈື່ງເຮັດໃຫ້ມີການນຳເຂົ້າຈາກປະເທດໃກ້ຄຽງ.

  ດັ່ງນັ້ນ, ຈຶ່ງໄດ້ມີການສ້າງຄູ່ມືແນະນຳວິທີການລ້ຽງກຸ້ງສະບັບນີ້ ເພື່ອເປັນບົດຮຽນ, ປະສົບການ,ການຮຽນຮູ້,ທັກສະ ແລະ ສ້າງຄວາມເຂົ້າໃຈວິທີການລ້ຽງກຸ້ງກ້າມກາມໃຫ້ແກ້ຜູ້ທີ່ມີ ຄວາມສົນໃຈເພື່ອເປັນແນວທາງ,ໃນການປະກອບອາຊີບ ແລະ ສ້າງລາຍຮັບ.

  ກຸ້ງກ້າມກາມເປັນກຸ້ງນ້ຳຈືດຊະນິດໜື່ງ ທີ່ອາໃສຢູ່ຕາມແມ່ນ້ຳ, ລຳຄອງທົ່ວໆໄປ ແຕ່ຖ້າຮອດລະດູປະສົມພັນ ພໍ່ແມ່ພັນກຸ້ງຈະໄດ້ປະສົມພັນຢູ່ແຫຼ່ງນ້ຳປະສົມລະຫວ່າງນ້ຳຈືດ+ນ້ຳເຄ້ມ ເພື່ອ ວາງໄຂ ແລະ ລ້ຽງໂຕອ່ອນ.

1. ການເລືອກສະຖານທີ: ຄວນເປັນສະຖານທີ່ຢູ່ໃກ້ເສັ້ນທາງ, ມີໄຟຟ້າ,ແຫຼ່ງນ້ຳທີ່ມີຄຸນນະພາບດີ,ສະອາດ
ແລະ ມີນ້ຳໄຫຼຕະຫຼອດປີບໍ່ຄວນຢູ່ໃກ້ໂຮງງານ ອຸດສາຫະກຳ ແລະ ໃກ້ຊຸມຊົນຫຼາຍ ເກີນໄປ ຖ້າຈະຂຸດໜອງຄວນເລືອກບ່ອນທີ່ເປັນດິນໜຽວເພື່ອເກັບຮັກສານ້ຳໄດ້ດີ ເນື້ອດິນ ບໍ່ຄວນເປັນດິນສົ້ມຈະເຮັດໃຫ້ນ້ຳເປັນກົດບໍ່ເໝາະສຳຫລັບການຈະເລີນເຕີບໂຕຂອງກຸ້ງ.(PH ທີ່ເໝາະສົມຂອງດິນປະມານ 6-7)

ຮູບແບບໜອງ: ສ່ວນຫຼາຍແມ່ນເປັນຮູບສີ່ຫຼ່ຽມ ເພາະສະດວກໃນການຈັດການ ຂະໜາດໜອງປະມານ 25×25ແມັດ,ເລີິກ 1 ແມັດ ຖ້າໜອງເລີກເກີນໄປຈະເຮັດໃຫ້ກຸ້ງຂາດອອກຊີເຈນໄດ້ ແຕ່ຖ້າໜອງຕື້ນເກີນໄປຈະເຮັດໃຫ້ແດດສ່ອງເຖິງພື້ນໜອງ ແລະ ເຮັດໃຫ້ນ້ຳຮ້ອນຈົນເກີນໄປ.
2. ການກຽມໜອງ: ສູບນ້ຳອອກຈາກໜອງກ່ອນເພື່ອຂ້າເຊື້ອ ແລະ ທຳລາຍສັດຕູຂອງກຸ້ງເຊັ່ນ: ປາຄໍ,ກົບ,
ຂຽດ,ປູ ໂດຍໃຊ້ປູນຂາວ ຫລື ກາກຊາຫວ່ານເພື່ອບໍ່ໃຫ້ມີສັດຕູກຸ້ງ ໂດຍສະເພາະປູໂຕນ້ອຍໆ ຊື່ງເປັນໂຕສຳຄັນໃນການຍາດອາຫານ ຂອງກຸ້ງ. ການຫວ່ານປູນຂາວແມ່ນໃຊ້ອັດຕາ 60-100 ກິໂລ/ໄລ່ ຫລັງຈາກນັ້ນຕາກໜອງໄວ້ປະມານ 1-2 ອາທິດເພື່ອໜັ້ນໃຈວ່າສັດຕູຂອງກຸ້ງບໍ່ມີແລ້ວຫຼັງຈາກນັ້ນຈື່ງປ່ອຍນ້ຳເຂົ້າປົກກະຕິ

3. ການກຽມນ້ຳ: ຫຼັງຈາກສູບນ້ຳເຂົ້າໜອງແລ້ວຄວນປະໄວ້ປະມານ 2-3 ມື້ ເພື່ອເປັນການປັບສະພາບນ້ຳ-ທໍ່
ລະບາຍນ້ຳຄວນອັດດ້ວຍດ່າງສີຟ້າ ເພື່ອປ້ອງກັນສັດຕູກຸ້ງປົນມານຳນ້ຳ ຫຼັງຈາກນັ້ນກໍ່ໃຊ້ປຸ໋ຍເຄມີ ສູດ 15-15-15 ໃນອັດຕາ 3 ກິໂລ/ໄລ່ ແລະ ປາປົ່ນປະສົມຮຳລະອຽດສັດສ່ວນ 1:1 ອັດຕາ 3 ກິໂລ/ໄລ່ ໂດຍ ລະລາຍນ້ຳແລ້ວຈຶ່ງຫວ່ານໃຫ້ໜອງເພື່ອໃຫ້ເກີດ ມີອາຫານທຳມະຊາດເຊັ່ນ: ໄຮນ້ຳພືດ ແລະ ໄຮນ້ຳສັດ ໂດຍສັງເກດຈາກການປ່ຽນສີຂອງນ້ຳ(ສີອອກເຫລືອງຫຼື ນ້ຳຕານ)

4. ການເລື່ອກແນວພັນ: ຄວນເລືອກກູ້ງທີ່ມີລັກສະນະແຂງແຮງສົມບູນລຳໂຕໃສ,ຂະໜາດໃກ້ຄຽງກັນ,ເປັນ
ລູກກຸ້ງທີ່ມີອາຍຸຢ່າງໜ້ອຍ 20 ມື້ ຄວນມີການປັບສະພາບໃຫ້ກຸ້ງຢູ່ໃນນ້ຳຈືດຢ່າງນ້ອຍ 3 ມື້ກ່ອນຈະນຳເອົາມາລ້ຽງໃນໜອງ.

ຄຸນນະພາບນ້ຳທີ່ເໝາະສົມ PH ແມ່ນ 7-8 ,ອອກຊີເຈນລະລາຍໃນນ້ຳ ( DO ) ແມ່ນບໍ່ຄວນລຸດ 4 ອຸນຫະພູມທີ່ເໝາະສົມແມ່ນ : 25-32 ອົງສາ.
ການເຄື່ອນຍ້າຍ: ເວລາທີ່ດີ ແລະ ເໝາະສົມໃນການເຄື່ອນຍ້າຍກຸ້ງແມ່ນຕອນເຊົ້າມື ຫຼື ຕອນກາງຄືນ,ຄວາມໜາແໜ້ນແມ່ນປະມານ 1.000-2.000 ໂຕງ/ກົງ ຂຶ້ນຢູ່ກັບຂະໜາດຂອງກຸ້ງ ແລະ ທາງຂອງການເຄື່ອນຍ້າຍ.
ອັດຕາການປ່ອຍ: ອັດຕາການປ່ອຍຈະມີ 3 ແບບຄື:
1. ລະດັບຄວາມໜາແໜ້ນໜ້ອຍປະມານ 20.000-24.000 ໂຕ/ໄລ່.
2. ລະດັບຄວາມໜາແໜ້ນປານກາງປະມານ: 75.000-80.000 ໂຕ/ໄລ່
3. ລະດັບຄວາມໜາແໜ້ນຫຼາຍປະມານ: 150.000-200.000 ໂຕ/ໄລ່
ທຸກລະດັບຈະຕ້ອງມີເຄື່ອງຕີນ້ຳປະມານ 3-4 ເຄື່ອງເພື່ອເພີ່ມອອກຊີເຈນ ແລະ ຊ່ວຍໃຫ້ກຸ້ງມີອັດຕາການຫລອດຕາຍສູງ.

4. ອາຫານ ແລະ ການໃຫ້ອາຫານ: ຄວນເປັນອາຫານຊະນິດເມັດຈົມນ້ຳ,ມີໂປຕີນບໍ່ຕໍ່າກວ່າ 30% ອາຫານ
ຄວນຢູ່ໃນນ້ຳໄດ້ຢ່າງໜ້ອຍ 4 ຊົ່ວໂມງ,ເນື່ອງຈາກກູ້ງຈະກິນອາຫານໂດຍການໃຊ້ຄີບໜີບເອົາອາຫານຖ້າອາຫານລະລາຍນ້ຳໄວຈະເຮັດໃຫ້ກຸ້ງໄດ້ຮັບອາຫານບໍ່ເຕ້ມທີ.ການໃຫ້ອາຫານ ຄວນໃຫ້ 3 ຄັ້ງ/ມື້ໃນຊ່ວງ 3 ເດືອນທຳອິດຫລັງຈາກນັ້ນຄວນໃຫ້ 2 ຄັ້ງ/ມື້ໃນປະລິມານທີ່ເໝາະສົມ ບໍ່ຄວນໃຫ້ຫຼາຍ ຈົນເກີນໄປເພາະຈະເຮັດໃຫ້ນ້ຳເໜົ່າເສຍໄດ້ງ່າຍ ອັດຕາການໃຫ້ ອາຫານແມ່ນປະມານ 3-5%ຕໍ່ນ້ຳໜັກໂຕ
ໝາຍເຫດ: ການກວດສອບການກິນອາຫານຂອງກຸ້ງແມ່ນໃຊ້ກະດຸ້ງແລ້ວວາງອາຫານໃສ່ເພື່ອສະດວກໃນການກວດເບິ່ງການກິນອາຫານຂອງກຸ້ງ
5. ການປ່ຽນຖ່າຍນ້ຳ:
ການປ່ຽນຖ່າຍນ້ຳແມ່ນຂື້ນກັບອາຍຸ ແລະ ຂະໜາດຂອງກຸ້ງ,ຖ້າມີການປ່ຽນຖ່າຍນ້ຳ ຈະຊ່ວຍໃຫ້ ກຸ້ງມີການຈະເລີນເຕີບໂຕໄດ້ດີ ກຸ້ງເປັນສັດນ້ຳທີ່ ຈະເລີນ ເຕີບໂຕດ້ວຍການລອກຄາບ ສຳຫຼັບກຸ້ງ 1-2 ເດືອນທຳອິດ ບໍ່ຈຳເປັນ ປ່ຽນຖ່າຍນ້ຳແຕ່ຄວນເຕີມນ້ຳທຸກອາທິດ ເມື່ອອາຍຸກຸ້ງຮອດ 2 ເດືອນຂື້ນໄປຄວນປ່ຽນຖ່າຍນ້ຳ ເດືອນລະ 2-4 ຄັ້ງ,ຄັ້ງລະປະມານ 1/3 ຂື້ນຢູ່ກັບສະພາບນ້ຳໃນໜອງ ແລະ ລະດູການ ຊ່ວງປ່ຽນນ້ຳໃໝ່ກຸ້ງຈະລອກຄາບ ແລະ ບໍ່ກິນອາຫານຫລາຍ ສະນັ້ນຄວນຫລຸດປະລິມານອາຫານລົງໃນຊ່ວງປ່ຽນຖ່າຍນ້ຳໃໝ່.

6. ໄລຍະເວລາ :
ເມື່ອລ້ຽງກຸ້ງໄດ້ປະມານ 6 ເດືອນ ກໍ່ເລີ່ມຄັດຂະໜາດ ແລະ ຈັບກຸ້ງຂາຍໄດ້ ໂດຍຫລຸດປະລິມານນ້ຳໃນໜອງລົງເຫລືອປະມານ 50 ຊັງຕີແມັດ ແລ້ວໃຊ້ອວນຂະໜາດ 4 ຊັງຕີແມັດເພື່ອໃຫ້ກຸ້ງຂະໜາດ ນ້ອຍຫລຸດອອກຈາກອວນເພື່ອບໍ່ໃຫ້ກຸ້ງໂຕນ້ອຍໄດ້ຮັບຜົນກະທົບ ການຈັບ ກຸ້ງແມ່ນຄວນຈັບຕອນເຊົ້າ ປະມານ 6-7 ໂມງ ເພາະອາກາດບໍ່ຮ້ອນຫຼາຍເກີນໄປຈະເຮັດໃຫ້ກຸ້ງມີຄວາມສ່ຽງໃນການຕາຍໜ້ອຍລົງ ແລະ ມີຄວາມແຂງ ແຮງອີກດ້ວຍ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ພະແນກປະມົງ, ກົມລ້ຽງສັດ ແລະ ການປະມົງ

ພະຍາດກາຝາກພາຍນອກທີ່ພົບໃນປາ

1. ພະຍາດເລືອດອອກຕາມຫວ່າງເກັດ
ສາເຫດ: ກາຝາກທີ່ກໍ່ໃຫ້ເກີດພະຍາດ ຄື: ມີຮູບຮ່າງ ຄ້າຍຄືກະດິ່ງຄວ້ໍາຢູ່ຮ່ວມກັນເປັນກຸ່ມ ຫຼື ກາຝາກ ກລໍເຊັດເທລລາ (Glossatella sp.) ກໍ່ເປັນກາຝາກທີ່ກໍ່ພະຍາດນີ້ .
ອາການ: ປາຈະມີບາດແຜ, ມີເລືອດອອກສີແດງຕາມລໍາໂຕ ແລະ ຄີ ໂດຍສະເພາະບໍລິເວນຫວ່າງເກັດ ຖ້າຕິດເຊື້ອ ຮຸນແຮງຈະມີອາການເກັດຫລຸດ ແລະ ເຫັນເປັນປຸຍສີຂາວ ເຫລຶອງຄ້າຍຄືເຊື້ອຣາ.
ຊະນິດປາທີ່ເກີດພະຍາດ: ສາມາດພົບໄດ້ໃນປາທີ່ມີ ເກັດເປັນຕົ້ນ.
ລະດູການແຜ່ລະບາດຂອງພະຍາດ: ພົບເຫັນໄດ້ຕະຫລອດປີ ແຕ່ຈະພົບຫລາຍ ແລະ ແຜ່ລະບາດຢ່າງຮູນແຮງໃນແຫຼ່ງ
ນໍ້າທີ່ມີປະລິມານສານອິນຊີຫຼາຍ.
ການປ້ອງກັນ ແລະ ປິ່ນປົວ
1. ການເຄື່ອນຍ້າຍ, ການຂົນສົ່ງຕ້ອງລະມັດລະວັງ ຄວນໃຫ້ອາຫານປາຢ່າງເຫມາະສົມ,ບໍ່ປ່ອຍປາຫນາແຫນ້ນເກີນໄປ.
2. ໃຊ້ຟໍມາລິນ 150-200 ຊີຊີ ຕໍ່ນໍ້າ 1000 ລິດ ແຊ່ 1 ຊົ່ວໂມງ, ຖ້າອາການຍັງບໍ່ດີຂຶ້ນ ຄວນຢຸດກ່ອນ 1 ມື້ ແລ້ວ ເຮັດອີກ 1-2 ຄັ້ງ.
ຂໍ້ຄວນລະວັງ: ການໃຊ້ຟໍມາລິນ ຄວນມີອົກຊີແຊນລະລາຍ ໃນນໍ້າຢ່າງພຽງພໍສໍາລັບປາ.

2. ພະຍາດເຫັບຣະຄັງ Trichodina
ສາເຫດ: ກາຝາກທີ່ກໍ່ໃຫ້ເກີດພະຍາດ ລັກສະນະລໍາຕົວ ຄ້າຍລະຄັງຄວໍ້າ ເບິ່ງທາງກົງຈະເຫັນເປັນຮູບວົງມົນ ມີອະໄວ ຍະວະຄ້າຍຂໍເກາະໃຊ້ສໍາລັບຍຶດເກາະໂຕປາ ເພື່ອກິນຈຸລັງຜິວ ຫນັງ ແລະ ເມືອກປາເປັນອາຫານ.
ອາການ: ປາຈະມີອາການຄັນຄາຍ ມີເມືອກ ແລະ ເກີດບາດແຜຂະຫນາດນ້ອຍບໍລິເວນລໍາໂຕ, ຄີ ແລະ ຟັນຟືມ, ອາດ ພົບເກັດຫລຸດ ຖ້າເກາະຢູ່ຟັນຟືມຫຼາຍ ຟັນຟືມຈະມີສີຈືດຊີດ ແລະ ປາຈະຕາຍເພາະຂາດອົກຊີ.
ຊະນິດປາທີ່ເກີດພະຍາດ: ສາມາດພົບໄດ້ໃນປານິນ, ປາສະຫວາຍ, ປາປາກ ເປັນຕົ້ນ.
ລະດູການແຜ່ລະບາດ: ພົບໄດ້ຕະລອດປີ ແຕ່ຈະພົບຫຼາຍ ແລະ ແຜ່ລະບາດຢ່າງຮຸນແຮງໃນແຫຼ່ງນໍ້າທີ່ມີ ປະລິມານສານ ອິນຊີຫຼາຍ.
ການປ້ອງກັນ ແລະ ປິ່ນປົວ
1. ຄວນຂັງປາໄວ້ປະມານ 2-3 ມື້ ແລະ ກວດຫາກາຝາກ ຊະນິດນີ້ໃນລູກປາກ່ອນນໍາມາລ້ຽງ.
2. ຄວບຄຸມປະລິມານ ການໃຫ້ອາຫານໃຫ້ເຫມາະສົມ ແລະ ບໍ່ ປ່ອຍປາຫນາແຫນ້ນເກີນໄປ.
3. ຫາກປາເປັນພະຍາດໃຊ້ຟໍມາລິນ 150-200 ຊີຊີ ຕໍ່ນໍາ້ 1000 ລິດ ແຊ່ 1 ຊົ່ວໂມງ.
ຂໍ້ຄວນລະວັງ: ການໃຊ້ຟໍມາລິນ ຄວນມີອົກຊີແຊນລະລາຍ ໃນນໍ້າຢ່າງພຽງພໍສໍາລັບປາ

3. ພະຍາດປີງໃສ
ສາເຫດ: ເກີດຈາກກາຝາກທີ່ເອີ້ນວ່າ: ປີງໃສ ຊະນິດທີ່ພົບຄື: Gyrodactylus sp. ແລະ Dactylogrus sp. ມີຮູບຮ່າງຄ້າຍຄືປີ້ງ ແຕ່ລໍາຕົວຂ້ອນຂ້າງໃສ ມີຂໍສໍາລັບຍຶດເກາະລໍາຕົວປາ.
ອາການ: ປາຈະລອຍນໍ້າວົນໄປ-ມາ ຕາມຫນ້ານໍ້າ, ມີຈຸດແດງ ຕາມກົກຄີ, ລໍາຕົວຊີດ ແລະ ມີບາດແຜ, ຂັບເມືອກອອກມາຫລາຍ ພົ້ງແກ້ມປິດເປີດໄວກວ່າປົກກະຕິ ເມື່ອເປີດເບິ່ງຟັນຟືມ ຈະມີຮູບແດງຊໍ້າ, ຟັນຟືມຖືກທໍາລາຍ ແລະ ປາຈະຕາຍຍ້ອນຂາດອອກຊີເຈນ.
ຊະນິດປາທີ່ ເກີດພະຍາດ: ສາມາດພົບກາຝາກນີ້ໃນ ຈໍາພວກປາມີເກັດເປັນຕົ້ນ.
ລະດູການແຜ່ລະບາດຂອງພະຍາດ: ພົບໄດ້ຕະລອດປີ ແຕ່ຈະລະບາດຢ່າງຮຸນແຮງໃນແຫຼ່ງນໍ້າທີ່ມີປະລິມານສານອິນຊີຫລາຍ ແລະ ກາຝາກຊະນິດນີ້ມັກເກີດກັບປາທີ່ລ້ຽງດ້ວຍນໍ້າທໍາມະຊາດ.
 ການປ້ອງກັນ ແລະ ປິ່ນປົວ:
1. ຄວນສຸ່ມປາກວດເບິ່ງກ່ອນປ່ອຍປາລົງລ້ຽງ ຫາກພົບເຫັນ ປິງໃສພຽງເລັກນ້ອຍຄວນກໍາຈັດດ້ວຍຟໍມາລິນ 250 ຕໍ່
ນໍ້າ 1000 ລິດ ແຊ່ 30 ນາທີ ເມື່ອເລີ່ມມີອາການຕ້ອງຮີບ ປິ່ນປົວ ຫາກປະໄວ້ດົນ ກາຝາກຈະຂະຫຍາຍພັນ ແລະສົ່ງຜົນເຮັດໃຫ້ອັດຕາການຕາຍສູງ.
2. ໃຊ້ຟໍມາລິນ 250 ຊີຊີ ຕໍ່ນໍ້າ 1000 ລິດ ແຊ່ໄວ້ 30 ນາທີ ມື້ລະຄັ້ງຕິດຕໍ່ກັນ 3 ມື້.

4. ພະຍາດຈຸດຂາວ
ສາເຫດ: ກາຝາກທີ່ເຮັດໃຫ້ເກີດພະຍາດນີ້ເອີ້ນວ່າ: ອີ້ກລໍາຕົວເປັນຮູບກົມເລັກນ້ອຍຈະອາໄສຂອງແຫລວຈາກເນື້ອເຍື່ອປາບໍລິເວນທີ່ຈະຝັງຕົວເປັນອາຫານ.
ອາການ: ພົບຈຸດສີຂາວນ້ອຍໆຕາມລໍາຕົວ ແລະ ຄີ, ປາມີ ອາການກະວົນກະວາຍລອຍນໍ້າຂຶ້ນລົງຢ່າງໄວວາ ປ່ອຍເມືອກອອກມາຫຼາຍ ຈຸດຂາວຈະແຜ່ກະຈາຍຢ່າງໄວ ຫາກ ພົບໃນບໍລິເວນຟັນຟືມຈະເຮັດໃຫ້ການແລກປ່ຽນແກ້ສອົກຊີ ບໍ່ສະ
ດວກ ແລະ ປາຈະຕາຍພາຍໃນເວລາ 2-3 ວັນ.
ຊະນິດປາທີ່ເກີດພະຍາດ: ພົບໄດ້ໃນປາທີ່ມີເກັດ ແລະ ບໍ່ມີເກັດ ເຊັ່ນ: ປານິນ, ປາໄນ, ປາປາກ, ປາດຸກ ແລະ ປາສະຫວາຍ ເປັນຕົ້ນ.
ລະດູການແຜ່ລະບາດຂອງພະຍາດ: ພົບໃນຊ່ວງລະດູຫນາວ (ເດືອນພຶດສະພາ ຫາ ກຸມພາ) ອີ້ກຈະແບ່ງໂຕ ແລະ ຈະເລີນເຕີບໂຕຢ່າງໄວໃນບໍລິເວນທີ່ມີອົກຊີສູງ ແລະ ອຸນຫະພູມຂອງນໍ້າຢູ່ລະຫວ່າງ 21-25 ອົງສາເຊ.
 ການປ້ອງກັນ ແລະ ປິ່ນປົວ
1. ຄວນປ້ອງກັນການຕິດເຊື້ອ ປາທີ່ຈະນໍາມາລ້ຽງຄວນນໍາ ມາຂັງໄວ້ກ່ອນປະມານ 7-10 ວັນ ເພື່ອກວດເບີ່ງວ່າມີກາ ຝາກຕິດມານໍາ ຫລື ບໍ່ ຫາກບໍ່ພົບຈຶ່ງນໍາໄປລ້ຽງ.
2. ການໃຊ້ສານເຄມີມັກຈະບໍ່ໄດ້ຜົນ ເນື່ອງຈາກອີ້ກຈະຝັງ ຕົວຢູ່ກ້ອງຜິວຫນັງ, ຕ້ອງກໍາຈັດໃນໄລຍະທີ່ປາລອຍນໍ້າອິດ ສະລະຈຶ່ງໄດ້ຜົນດີ ໂດຍໃຊ້ຟໍມາລິນ 150-200 ຊີຊີ ຕໍ່ນໍ້າ 1000 ລິດ ແຊ່ໄວ້ 1 ຊົ່ວໂມງ (ສໍາລັບປາຂະຫນາດໃຫຍແລະ ເຮັດອີກຄັ້ງຫາກອາການຍັງບໍ່ດີຂຶ້ນ.

5. ຫນອນສະຫມໍ
ສາເຫດ: ເກີດຈາກ Copepod ສະກຸນ Lernea ຫລື ຫນອນສະຫມໍ ຮູບຮ່າງຊົງກະບອກ ມີສະຫມໍ 2 ຄູ່ ສໍາລັບ ຍຶດເກາະ ຢູ່ທາງທ້າຍລໍາໂຕ ເປັນກາຝາກສະເພາະໂຕແມ່ ໂດຍຈະດູດກີນເລືອດ ແລະ ຂອງແຫລວຈາກເນື້ອເຍື່ອປາ ເຮັດໃຫ້ເກີດຮອຍແດງຊໍ້າໃນຈຸດທີ່ມີຫນອນສະຫມໍເກາະຢູ່.
ອາການ: ເກີດບາດແຜຂະຫນາດໃຫຍ່, ມີບາດແຜເລືອດ ອອກຕາມໂຕ, ປາຈະຄັນຄາຍ ແລະ ຈະຈ່ອຍລົງຈົນຜິດ ປົກ ກະຕິ, ລອຍນໍ້າຜິດປົກກະຕິ ມັກໂດດຂຶ້ນ-ລົງ ບໍລິເວນ ຫນ້ານໍ້າ ແລະ ເອົາລໍາໂຕຖູກັບຂ້າງອ່າງ ຫຼື ຫນອງ, ຖ້າຫາກ ກາຝາກຊະນິດນິດເກາະໃນປານ້ອຍ ອາດເຮັດໃຫ້ປາຕາຍໄດ້.
ຊະນິດປາທີ່ເກີດພະຍາດ: ປາປາກ, ປາໄນ.
ລະດູການ: ສາມາດເກີດໄດ້ ທຸກລະດູການ.
. ການປ້ອງກັນ ແລະ ປິ່ນປົວ:
1. ຄວນຍ້າຍປາທີ່ມີຫນອນສະຫມໍ ປະມານ 3-4 ອາທິດ ແຍກໄປໄວ້ໃນອ່າງອື່ນ.
2. ແຊ່ປາໃນສານລະລາຍ ຕຣີກລໍ່ຟອນ 0,5 ກຣາມ ຕໍ່ນໍ້າ 1000 ລິດ ແຊ່ 24 ຊົ່ວໂມງ ແລ້ວປ່ຽນຖ່າຍນໍ້າເວັ້ນ ໄລຍະເວລາ 5-7 ວັນ. ຈື່ງແຊ່ນໍ້າຕື່ມອີກ 2-3 ຄັ້ງ.
3. ການກໍາຈັດຫນອນສະຫມໍ ໃນຫນອງທີ່ບໍ່ມີປາ ສາມາດເຮັດ ໃຫ້ຫມົດໄປ ໂດຍການລະລາຍ ສານຕຣີກລໍ່ຟອນ 2 ກຣາມ ຕໍ່ນໍ້າ 1000 ລິດ ແລ້ວສາດໃສ່ຫນອງໃຫ້ທົ່ວ ປະ ໄວ້ 1-2 ອາທິດ ແລ້ວ ຈຶ່ງນໍາປາກັບມາລ້ຽງ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລອິນທະວົງ
ແຫລ່ງຂໍ້ມູນ: ພະແນກຄຸ້ມຄອງການປະມົງ,ກົມລ້ຽງສັດ ແລະ ການປະມົງ
ໂທ/ແຟັກ: (856-21)217869,215243

ພະຍາດທີ່ເກີດຈາກເຊື້ອແບັກທີເຣຍໃນປາ

1. ພະຍາດໂຕດ່າງ
 ສາເຫດ: ເກີດຈາກເຊື້ອແບັກທີເຣຍຟຣາໂວ, ແບັກທີ່ເຣຍໂຄລຳແນລ Flavobacterium Columnare ມີ
ລັກສະນະເປັນແທ່ງຍາວ ຫຼື ເປັນສາຍຕໍ່ກັນສາມາດຜະລິດນໍ້າຍ່ອຍສຳລັບຍ່ອຍໂປຣຕີນ ແລະ ກະດູກອ່ອນຂອງປາ.
 ອາການ: ປາຈະລອຍນໍ້າຊ້າໆ ຢູ່ບໍລິເວດໜ້ານໍ້າ ແບັກທີ່ເຣຍຈະທຳລາຍບໍລິເວດຜີວໜັງ, ຄີ ແລະ ຟັນຢືມ
ບໍລິເວນທີ່ຕິດເຊື້ອຈະລຸດອອກ ສີຂອງຜີວໜັງຈະເຫັນເປັນແຖວດ່າງໆທົ່ວໄປ ອາດພົບເລືອດອອກຕາມຜີວໜັງ, ເກັດລຸດ ຫາກຕິດເຊື້ອຮຸນແຮງຈະເກີດມີບາດແຜທີ່ເປັນຂຸມຕາມຜີວໜັງ ອັດຕາການຕາຍອາດສູງເຖິງ 70% ພາຍໃນ 1-2 ວັນ ແລະ ຈະທະຍອຍຕາຍຈົນໝົດໜອງ ຫຼື ກະຊັງ.
 ຊະນິດປາທີ່ເກີດພະຍາດ: ປາທີ່ມີເກັດ ແລະ ບໍ່ມີເກັດ
 ລະດູການແຜລະບາດຂອງພະຍາດ, ພົບເຫັນໃນຊ່ວງທີ່ອຸນຫະພູມໃນຮອບວັນມີການປ່ຽນແປງຢ່າງວອງໄວ
ໂດຍສະເພາະໃນຊ່ວງເດືອນ ພຶດສະພາ ຫາ ເດືອນສິງຫາ ແລະ ຈະພົບການລະບາດຮຸນແຮງໃນຊ່ວງປາຍລະດູຮ້ອນເຖິງຕົ້ນລະດູຝົນ.

1.2 ການປ້ອງກັນ ແລະ ການປິ່ນປົວ
1. ໃສ່ເກືອເມັດໃສ່ນໍ້າທີ່ໃຊ້ໃນການຂົນສົ່ງລູກປາປະມານ 1 ບ່ວງຊາຕໍ່ນໍ້າ 1 ລິດ ເພື່ອລົດຄວາມຄຽດຈາກການ
ຂົນສົ່ງ ຫຼື ເວລາທີ່ປາຢູ່ແບບໜາແໜ້ນ.
2. ໃຊ້ຟໍມາລິນ 150-200 ຊີຊີຕໍ່ນໍ້າ 1000 ລິດແຊ່ 15-30 ນາທີ ຫຼື ຄອບເປີຊັນເຟດ 40 ກຣາມຕໍ່ນໍ້າ 1000
ລິດ ແຊ່ 1 ຊົ່ວໂມງເປັນຕົ້ນ.

2. ພະຍາດຕາສວດ (ພະຍາດຕາຂາວ, ຕາດູນ)
 ສາເຫດ: ເກີດຈາກເຊື້ອສະເຕັບໂຕກັອກກັດ ອາຄາແລັກຕິອິ້ (Steptococcus agalactiae)
 ອາການ: ປາຈະລອຍນໍ້າຢ່າງບໍ່ມີທິດທາງ: ສີຂອງລຳຕົວຄໍ້າ, ຕາສວດຂ້າງໃດຂ້າງໜຶ່ງ ຫຼື ທັງສອງຂ້າງ, ແກ້ວຕາ
ຂຸ່ນມົວ ອາດມີເລືອດອອກບໍລິເວນຕາ໋ ແຜ່ນຕິດຟັນຟືນ, ປາກ, ຖານຄີ, ຮູທະວານ ແລະ ອະໄວຍະວະພາຍໃນເຊັ່ນ: ຕັບຈະມີສີຊິດ, ມ້າມມີຂະໜາດໃຫ່ຍຜິດປົກກະຕິ ແລະ ບໍລິເວນຂອບຈະມີສີແດງ ອາດພົບຟີໜອງ ແລະ ເລືອດອອກບໍລິເວນກ້າມເນື້ອ.
 ຊະນິດປາທີ່ເກີດພະຍາດ: ໄດ້ແກ່ປາທີ່ມີເກັດເປັນຕົ້ນ.
 ລະດູການແຜ່ລະບາດຂອງພະຍາດ: ພົບການເກີດພະຍາດໄດ້ຕະຫຼອດປີ ແລະ ມີການລະບາດຢ່າຮຸນແຮງໃນຊ່ວງ
ລະດູຮ້ອນຕັ້ງແຕ່ເດືອນ ມີນາ ຫາ ເດືອນ ກໍລະກົດ.
2.2 ການປ້ອງກັນ ແລະ ການປິ່ນປົວ
1. ການປ້ອງກັນທີ່ດີທີ່ສຸດຄື ບໍ່ຄວນປ່ອຍປາລົງລ້ຽງໜາແໜ້ນເກີນໄປ, ໃຫ້ອາຫານໃນປະລິມານທີ່ເໝາະສົມ, ຄວນນໍາປາທີ່ເຈັບອອກຈາກໜອງ ຫຼື ກະຊັງ ແລະ ທຳລາຍໃຫ້ໄວທີ່ສຸດ ເພື່ອລຸດການແຜ່ກະຈ່າຍຂອງແບັກທີເຣຍ.
2. ປິ່ນປົວ ໂດຍການນຳໃຊ້ຢາຕ້ານຈຸລະຊີບປະສົມໃນອາຫານເຊັ່ນ: Oxytetracycline, Endofloxacin 10-30 mg/1 ລິດ ແຊ່ 1-2 ວັນ ເຮັດຕິດຕໍ່ກັນ 3-4 ວັນ ແລະ ຄວນຢຸດການໃຫ້ຢາກ່ອນຂາຍ 21 ວັນ.

3. ພະຍາດທ້ອງບວມ
 ສາເຫດ: ເກີດຈາກເຊື້ອ ແອໂຣໂມແນດ ໄຮໂດຣຟີລາ (Aeromonads hydrophila) ມີຮູບຮ່າງເປັນແທ່ງ
ສັ້ນສ່ວນຫຼາຍພົບໃນນໍ້າຈືດ ໂດຍສະເພາະໃນແຫຼ່ງນໍ້າຈືດທີ່ມີປະລິມານອິນຊີສານເປັນຈຳນວນຫຼາຍ.
 ອາການ: ປາຈະຕາຍໄວ ໂດຍບໍ່ສະແດງອາການພາຍນອກໃຫ້ເຫັນ ຫຼື ມີອາການພຽງເລັກນ້ອຍເທົ່ານັ້ນ. ອະໄວ
ຍະວະພາຍໃນເລືອດຄ້າງ ບໍລິເວນລຳໄສ້ມີເລືອດອອກເປັນຈຸດຊໍ້າ, ເນື້ອເຍື່ອຊ່ອງທ້ອງ ແລະ ກ້າມເນື້ອມີເລືອດອອກເປັນຈຸດນ້ອຍ, ທ້ອງບວມນໍ້າ ແລະ ອາດມີເລືອດອອກບໍລິເວນລຳຕົວ.
 ຊະນິດປາທີ່ເກີດພະຍາດ: ພົບໄດ້ທັງປາມີເກັດ ແລະ ບໍ່ມີເກັດ ເຊັ່ນ: ປານິນ, ປາປາກ, ປາໄນ, ປາດຸກ ເປັນຕົ້ນ.
 ລະດູການແຜ່ລະບາດຂອງພະຍາດ: ມັກຈະເກີດຂື້ນໃນຊ່ວງປາຍລະດູຝົນຕໍ່ກັບລະດູໜາວ ເນື່ອງຈາກສະພາບ
ແວດລ້ອມປ່ຽນແປງໄປໃນເວລາອັນໄວ.
3.2 ການປ້ອງກັນ ແລະ ການປິ່ນປົວ
1. ການປ້ອງກັນທີ່ດີທີ່ສຸດຄື: ບໍ່ຄວນປ່ອຍປາລົງລ້ຽງໜາແໜ້າເກີນໄປ ໃຫ້ອາຫານໃນປະລິມານທີ່ເໝາະສົມຄວນນຳປາທີ່ເຈັບອອກອອກຈາກໜອງ ຫຼື ກະຊັງ ແລະ ທຳລາຍໃຫ້ໄວທີ່ສຸດ.
2. ປິ່ນປົວ ໂດຍການນຳໃຊ້ຢາຕ້ານຈຸລະຊີບປະສົມໃນອາຫານເຊັ່ນ: Oxytetracycline, Endofloxacin 10-30 mg/1 ລິດ ແຊ່ 1-2 ວັນ ເຮັດຕິດຕໍ່ກັນ 3-4 ວັນ ແລະ ຄວນຢຸດການໃຫ້ຢາກ່ອນຂາຍ 21 ວັນ.

4. ພະຍາດເກັດຕັ້ງ
ພະຍາດນີ້ພົບໄດ້ໃນປາທີ່ມີເກັດ ເຊິ່ງອາການຂອງພະຍາດອາດມີເກັດຕັ້ງເປັນບາງສ່ວນ ຫຼື ເກັດຕັ້ງໝົດຕົວ. ນອກນັ້ນຍັງພົບລັກສະນະຈຸດສີແດງທົ່ວຕົວ ໂດຍສະເພາະບໍລິເວນຄີ ແລະ ລຳຕົວ. ພະຍາດເກັດຕັ້ງທີ່ພົບອາດເກີດຂື້ນ ໂດຍເປັນຜົນເນື່ອງຈາກການເກີດພະຍາດທ້ອງບວມ ຫຼື ອາດເປັນອາການຂອງພະຍາດໂດຍສະເພາະ ທີ່ເກີດຈາກການຕິດເຊື້ອພະຍາດແບັກທີເຣຍ.
4.1 ການປ້ອງກັນ ແລະ ການປິ່ນປົວ
1. ແຊ່ຢາຕ້ານຈຸລະຊີບ ເຊັ່ນ: Oxytetracycling ຫຼື Tetracyclin ໃນອັດຕາສ່ວນ 10-30 mg/ນໍ້າ 1 ລິດ.
2. ການຂ້າເຊື້ອໃນໜອງລ້ຽງປາ ຄວນໃຊ້ປູນຂາວ 50-60 ກິໂລກຣາມ ຕໍ່ໄລ່ ໂດຍໂຮຍໃຫ້ທົ່ວໜອງ ຫຼັງຈາກດູດນໍ້າອອກແລ້ວ ແລະ ຕາກໜອງໃຫ້ແຫ້ງກ່ອນກຽມນໍ້າໜອງເພື່ອປ່ອຍປາລົງລ້ຽງ.

5. ພະຍາດຄີ-ຫາງກຸດ
ເປັນພະຍາດທີ່ພົບປົກກະຕິ ໂດຍສະເພາະໃນປາຂະໜາດນ້ອຍ ເກີດຈາກການຕິດເຊື້ອພະຍາດຫຼາຍຊະນິດ ທັ້ງກາຝາກ ແລະ ແບັກທີເຣຍ ປາທີ່ເຈັບໃນໄລຍະທຳອີດ. ຄີ ແລະ ຫາງປາບໍລິເວນທາງປາຍຈະກຸດ ແລະ ຄ່ອຍໆລາມເຂົ້າໄປ ຈົນຄີ ແລະ ຫາງມີຂະໜາດທີ່ນ້ອຍລົງຫຼາຍ ບາງຄັ້ງຄີ ແລະ ຫາງຈະກຸດໄປໝົດເລີຍ.
 ຊະນິດປາທີ່ເປັນພະຍາດນີ້ໄດ້ແກ່: ປາດຸກ, ປານິນ, ປາປາກ ເປັນຕົ້ນ.
5.1 ການປ້ອງກັນ ແລະ ປິ່ນປົວ
1. ໃຊ້ຢາຕ້ານຈຸລະຊີບ ໃນອັດຕາສ່ວນ 1-2 ມິນລີກຣາມ ຕໍ່ນໍ້າ 1000 ລິດ ແຊ່ປາປະມານ 2-3 ວັນ.
2. ການຂ້າເຊື້ອໃນໜອງລ້ຽງແມ່ນໃຊ້ປູນຂາວ ໃນອັດຕາ 50-60 ກິໂລກຣາມຕໍ່ໄລ່ ໂດຍໂຮຍໃຫ້ທົ່ວໜອງ ຫຼັງຈາກດູດນໍ້າອອກແລ້ວ ແລະ ຕາກໜອງໃຫ້ແຫ່ງກ່ອນກຽມນໍ້າໜອງເພື່ອລ້ຽງປາ

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ແຫຼ່ງຂໍ້ມູນ: ພະແໜງຄຸ້ມຄອງການປະມົງ, ກົມລ້ຽງສັດ ແລະ ການປະມົງ

ຄໍາແນະນໍາການລ້ຽງກຸ້ງຝອຍໃນອ່າງຊີເມັນ Lanchester’s Freshwater Prawn (Macrobrachium lanchesteri)

ກຸ້ງຝອຍເປັນສັດນໍ້າຊະນິດຫນຶ່ງທີ່ສ້າງລາຍຮັບໃຫ້ກັບຊາວກະສິກອນຜູ້ລ້ຽງເປັນຢ່າງດີ ກຸ້ງມີຫຼາຍແນວພັນ ແລະ ທຸກແນວພັນລ້ວນແລ້ວແຕ່ສ້າງລາຍຮັບໄດ້ຢ່າງຫຼວງຫຼາຍ ແລະ ກຸ້ງຝອຍເປັນກຸ້ງທີ່ລ້ຽງງ່າຍທີ່ສຸດໃນບັນດາກຸ້ງແຕ່ລະຊະນິດ ຕົ້ນທຶນໃນການລ້ຽງຕໍ່າກວ່າກຸ້ງຊະນິດອື່ນ ກຸ້ງຝອຍເປັນກຸ້ງທີ່ລ້ຽງງ່າຍຂະຫຍາຍຕົວໄວ ທີ່ສໍາຄັນຍັງເປັນທີ່ຕ້ອງການຂອງຕະຫຼາດ ໃນປະຈຸບັນ.
ກຸ້ງຝອຍ( Macrobrachium lanchesteri)ເປັນກຸ້ງນໍ້າຈືດ ຂະຫນາດນ້ອຍພົບໄດ້ທົ່ວໄປຢູ່ໃນຫ້ວຍ, ຮ່ອງ, ຫນອງ, ບຶງ ແລະ ແຫຼ່ງນໍ້າທໍາມະຊາດຂອງປະເທດລາວກຸ້ງຊະນິດດັ່ງກ່າວສາມາດ ນໍາມາເຮັດອາຫານໄດ້ຫຼາກຫຼາຍເຊັ່ນ: ກຸ້ງເຕັ້ນ, ກຸ້ງທອດ. ກຸ້ງຝອຍເປັນແຫຼ່ງໂປຮຕີນ, ແຄລຊຽມ ແລະ ມີຄຸນຄ່າທາງ ໂພຊະນາການສູງອີກດ້ວຍ.
ກຸ້ງຝອຍທີ່ຂາຍໃນຕະຫຼາດ ສ່ວນຫຼາຍແມ່ນຫາໄດ້ ຈາກແຫຼ່ງນໍ້າທໍາມະຊາດ, ແຕ່ກໍ່ຍັງບໍ່ພຽງພໍກັບຄວາມຕ້ອງການໃນປັດຈຸບັນດັ່ງນັ້ນຈຶ່ງເຮັດໃຫ້ລາຄາກຸ້ງຝອຍມີລາຄາແພງ, ໃນປະຈຸບັນນີ້ກຸ້ງຝອຍໃນທໍາມະຊາດ ເລີ່ມຫຼຸດລົງເນື່ອງຈາກການ ການເພີ່ມຂຶ້ນຂອງປະຊາກອນນັບມື້ນັບຫຼາຍຂຶ້ນ ແລະ ຄວາມ ຕ້ອງການດ້ານການບໍລິໂພກຂອງກຸ້ງຝອຍກໍ່ສູງຂຶ້ນເຊັ່ນກັນ.

1 ແຫຼ່ງທີ່ຢູ່ອາໄສ: ພົບເຫັນທົ່ວໄປໃນແຫຼ່ງນໍ້າຈືດເຊັ່ນ:ຫ້ວຍ, ຫນອງ, ຄອງ, ບຶງ ຕ່າງໆ. ກຸ້ງຝອຍມັກອາໄສຢູ່ໃນນໍ້າໄຫຼ ບໍ່ແຮງ ນໍ້າມີລັກ ສະນະຂຸ່ນ ບໍ່ເລິກເກີນ 1 ແມັດ.
2 ອາຫານຂອງກຸ້ງຝອຍ: ກຸ້ງຝອຍມັກກິນຈໍາພວກພືດ ແລະ ສັດ (Omnivorous)ທີ່ເນົ່າເປື່ອຍເປັນອາຫານ, ມັກກິນອາຫານຕາມ ຫນ້ານໍ້າໃນເວລາກາງຄືນ ແລະ ກິນອາຫານຢູ່ບໍລິເວນ ທີ່ມີພຸ່ມໄມ້ ເພາະເປັນບ່ອນອາໃສຫຼົບຫຼີກໃນການລອກຄາບ.
3 ການກະກຽມອ່າງ: ອ່າງລ້ຽງກຸ້ງຝອຍມີຂະຫນາດ 1 x 1 x 1 ແມັດ, ກໍລະນີອ່າງໃຫມ່ຕື່ມນໍ້າໃສ່ເຕັມອ່າງ ແລ້ວໃຫ້ນໍາເອົາຕົ້ນ ກ້ວຍມາຕັດເປັນຕ່ອນແຊ່ໃນອ່າງຢ່າງຫນ້ອຍ 7-14 ມື້ ເພື່ອປັບ ຄວາມເປັນ ກົດເປັນດ່າງ ຫຼັງຈາກນັ້ນຈຶ່ງປ່ອຍ
ນໍ້າອອກ ແລ້ວຕື່ມນໍ້າໃຫມ່ໃຫ້ເຕັມອ່າງ, ຕື່ມເກືອ 1-2 ກໍາມື ລົງໃນອ່າງພ້ອມທັງຫາພືດນໍ້າເພື່ອເປັນບ່ອນລີ້ຊ້ອນ ຂອງກຸ້ງ.

4 ການກຽມແນວພັນ ແລະ ອັດຕາການປ່ອຍ: ນໍາອົາກຸ້ງໃສ່ຖັງ ແລ້ວຕື່ມນໍ້າໃຫ້ຖ້ວມພໍປະມານໃສ່ອອກຊີເຈນທີ່ບໍ່ແຮງປະໄວ້ ປະມານ 10-15 ນາທີ ແລ້ວຄັດເອົາກຸ້ງທີ່ຕາຍອອກ ຫຼັງຈາກ ນັ້ນກໍ່ຄ່ອຍໆ ຖອກລົງໃນອ່າງດ້ວຍມືທີ່ເບົາທີ່ສຸດ ໃນອັດຕາການ ປ່ອຍແມ່ນ 10.000-20.000 ໂຕ/m2.

6 ການໃຫ້ອາຫານ: ຄວນໃຫ້ອາຫານໃນມື້ທີ 2 ຫຼັງຈາກປ່ອຍ ລົງອ່າງ ສໍາຫຼັບອາຫານກຸ້ງກໍ່ຈະມີຫຼາຍຊະນິດ ເຊັ່ນ: ອາຫານ ກຸ້ງຝອຍ, ອາຫານປາດຸກ ບົດລະອຽດ, ຮໍາປະສົມ ກັບໄຂ່ແດງ ຕົ້ມສຸກ, ອາຫານກຸ້ງສໍາເລັດຮູບ, ເຕົ້າຫູ້ຫຼອດ ການ ໃຫ້ອາຫານ ກຸ້ງຝອຍບໍ່ຄວນໃຫ້ຫຼາຍ ໃຫ້ອາຫານ 2 ຄັ້ງ/ມື້ ເຊົ້າ-ແລງ ອາດ ຈະຊອກອາຫານເສີມເຊັ່ນ: ຂີ້ກະເດືອນ ໂລຕີເຟີ, ໄຮແດງເປັນ ຕົ້ນ. ອັດຕາການໃຫ້ອາຫານແມ່ນ 3% ຕໍ່ນໍ້າຫນັກໂຕ.

7 ການແຍກແມ່ພັນກຸ້ງຝອຍ: ໃນອ່າງຫນຶ່ງຄວນໃສ່ພໍ່ແມ່ພັນປະມານ 300 ໂຕເມື່ອລ້ຽງໄດ້ປະມານ 2-3 ອາທິດ ໃຫ້ເລີ່ມຄັດ ເລືອກເອົາ ແມ່ພັນທີ່ທ້ອງມີໄຂ່ອອກໄວ້ອ່າງໃຫມ່ ເພື່ອຈະໄດ້ ຂະຫຍາຍພັນຕໍ່ໄປເພື່ອບໍ່ໃຫ້ເກີດມີຄວາມແອອັດ. ກຸ້ງຝອຍຈະ ປະສົມພັນ ຕະຫຼອດປີ ກຸ້ງຝອຍ 1 ແມ່ສາມາດໃຫ້ລູກ ໄດ້ ປະ ມານ 60-80 ໂຕ.
8 ການດູແລຮັກສາ: ຕ້ອງມີການປ່ຽນຖ່າຍນໍ້າ 2 ຄັ້ງຕໍ່ອາທິດ, ເຕີມ ອອກຊີເຈນ, ອາຫານເສີມເຊັ່ນ: ໄຂ່ຕົ້ມ, ສາຫຮ່າຍເພື່ອເປັນບ່ອນເກາະຕິດ.
9 ໄລຍະເວລາການຈໍາຫນ່າຍ: ໄລຍະເວລາໃນການຈັບກຸ້ງຝອຍເພື່ອ ຈໍາຫນ່າຍໃຊ້ເວລາປະມານ 3-4 ເດືອນ ກໍ່ສາມາດເອົາອອກຂາຍ ເພື່ອສ້າງລາຍໄດ້ໃຫ້ຜູ້ລ້ຽງ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫລ່ງຂໍ້ມູນ: ກົມລ້ຽງສັດ ແລະ ການປະມົງ ,ພະແນກປະມົງ ໂທ 021 217869

ເຕັກນິກການຜະລິດເມັດພັນສາລີລູກປະສົມ LVN10

ແນວພັນສາລີລູກປະສົມ LVN10 ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນກຸ່ມຂອງຊາວກະສິກອນຜູ້ຜະລິດສາລີ.ແນວພັນນີ້ແມ່ນ ສະຖາບັນຄົ້ນຄວ້າສາລີຂອງວຽດນາມ ໄດ້ທຳການສຶກສາຄົ້ນຄວ້າເປັນເວລາ 28 ປີ ຈຶ່ງສຳເລັດ. ປະຈຸບັນນີ້ປະເທດວຽດນາມ ໄດ້ຜະລິດເມັດສາລີ LVN10 ສົ່ງອອກຂາຍໄປຍັງປະເທດຕ່າງໆໃນທະວີບ ແລະ ເຂດແຄວ້ນ. ສຳລັບປະເທດເຮົາໃນປະຈຸບັນ ການຜະລິດສາລີແມ່ນມີທ່າອ່ຽງເພີ່ມຂື້ນຢ່າງຕໍ່ເນື່ອງ. ຄວາມຮຽກຮ້ອງຕ້ອງການ ທາງດ້ານແນວພັນກໍ່ຫຼາຍຂື້ນ ຈຳເປັນຕ້ອງໄດ້ຊື້ແນວພັນ ທີ່ນຳເຂົ້າມາຈາກຕ່າງປະເທດເຊັ່ນ: ປະເທດໄທ ແລະ ຫວຽດນາມເປັນຕົ້ນ.

1. ວິທີການ
1.1 ການຄັດເລືອກສະຖານທີ່
ສະຖານທີ່ ຜະລິດເມັດພັນສາລີ ຄວນເປັນບ່ອນທີ່ດິນມີຄວາມອຸດົມສົມບູນ ບໍ່ເປັນແຫຼ່ງທີ່ສະສົມພະຍາດ ແລະ ແມງໄມ້, ເປັນບ່ອນທີ່ຫ່າງຈາກພື້ນທີ່ປູກສາລີພັນອື່ນຢ່າງນ້ອຍ 800 ແມັດ ຫຼື ໄລຍະຫ່າງທາງດ້ານເວລາຂອງການປູກສາລີພັນອື່ນ 21 ວັນເປັນຢ່າງໜ້ອຍ.

2.1 ການກຽມພື້ນທີ່
ພື້ນທີ່ຕ້ອງຖາງ, ອະນາໄມໃຫ້ລະອຽດ, ໄຖຕາກແດດປະໄວ້ 7-10 ວັນ ແລ້ວຈຶ່ງມາໄຖຄົ້ນຄືນ. ເມືອໄຖສຳເລັດແລ້ວກໍ່ເອົາຝຸ່ນຄອກມາໃສ່ໃນອັດຕາ 4 ໂຕນ/ເຮັກຕາ. ຈາກນັ້ນຈຶ່ງຄາດ ແລະ ຍົກຮ່ອງທີ່ມີໄລຍະຫ່າງກັນຂອງຮ່ອງ 60 ຊັງຕີແມັດ, ຄວາມກວ້າງຂອງຮ່ອງແມ່ນ 20 ຊັງຕີແມັດ.

2.3 ການກະກຽມເມັດພັນ
ເມັດເປັນສາຍພັນ ແມ່ນມີ 2 ຊະນິດ ຄື: ພັນຜູ້(ເມັດຜູ້) ແລະ ພັນແມ່(ເມັດແມ່) ຕ້ອງແຊ່ເມັດຜູ້ກ່ອນ 8 ຊົ່ວໂມງແລ້ວຈຶ່ງແຊ່ເມັດແມ່(ໃຊ້ເວລາແຊ່ນໍ້າ 8 ຊົ່ວໂມງ, ເມັດຜູ້ ແລະ ແມ່ຫ້າມປົນກັນ) ຈາກນັ້ນກໍ່ເອົາມາບົ່ມໃສ່ຂີ້ຊາຍ ຮອງດ້ວຍພາສະນະປະໄວ້ໜຶ່ງຕືນຈຶ່ງນຳໄປປູກ

2.4 ວິທີການປູກ
ອັດຕາການປູກ ລະຫວ່າງເມັດພັນຜູ້ກັບເມັດແມ່ ແມ່ນ1/4 ໝາຍຄວາມວ່າ 1 ແຖວຜູ້ຕໍ່ 4 ແຖວແມ່. ໄລຍະຫ່າງຂອງການປູກແມ່ນ 25×75 ຊັງຕີແມັດ ອັດຕາການປູກແມ່ນ 2 ເມັດ/ຂຸມ ເມື່ອງອກຂື້ນມາຈຶ່ງຖອກແຍກອອກເຫຼືອໄວ້ 1 ຕົ້ນ/ຂຸມ(ແຖວຜູ້ ແລະ ແມ່ນແມ່ນເຮັດຄືກັນ).
ແຜນຜັງການປູກ

Xxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxx
Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx
Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx
Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx
Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx
Xxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxx
Xyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyyx

ໝາຍເຫດ: X ແມ່ນແຖວທີ່ປູກໂຕຜູ້; y ແມ່ນແຖວທີ່ປູກໂຕແມ່

2.5 ການກຳຈັດຕົ້ນປົນ
ເມືອສາລີງອກຂື້ນມາໄດ້ 10-15 ວັນກໍ່ຖອກແຍກອອກ ແລະ ກຳຈັດຕົ້ນປົນ ເຮົາສັງເກດເບິ່ງຫາກເຫັນວ່າ ມີຕົ້ນທີ່ຜິດປົກກະຕິ ຫຼື ແຕກຕ່າງຈາກໝູ່ໃຫ້ທຳລາຍຖຶ້ມ. ການກຳຈັດຕົ້ນປົນແມ່ນໄດ້ປະຕິບັດຕະຫຼອດລະດູການຜະລິດ.
2.6 ການໃສ່ຝຸ່ນ
ອັດຕາຝຸ່ນທີ່ກຳນົດແມ່ນ 60-30-30 ໂດຍແບ່ງໃສ່ແຕ່ລະໄລຍະດັ່ງນີ້໊:
– ເລັ່ງຄັ້ງທີ່ 1 ເມື່ອສາລີມີ 2-3 ໃບແທ້ໃສ່ 1/3 ຢູເລຍ (N) ແລະ ½ ຂອງກາລີ (K)
– ເລັ້ງຄັ້ງທີ່ 2 ເມືອສາລີມີ 5-7 ໃບແທ້ໃສ່ 1/3 ຢູເລຍ (N) ແລະ1 ສ່ວນຂອງກາລີ (K)
– ເລັ້ງຄັ້ງທີ່ 3 ເມື່ອສາລີມີ 9-10 ໃບແທ້ແມ່ນໃສ່ສ່ວນທີ່ຍັງເຫຼືອໃຫ້ໝົດ

2.7 ການຖອດດອກຜູ້ຂອງຕົ້ນແມ່
ເມື່ອສາລີແມ່ພັນເລີ່ມຕົ້ນອອກດອກ(ອາດ ຫຼື ຊໍ່ດອກຜູ້) ກໍ່ຖອດຖີ້ມໃຫ້ໝົດທຸກແໜງ ແລະ ທຸກຕົ້ນ ກ່ອນທີ່ມັນຈະກະຈາຍເກສອນ. ແຕ່ການຖອດດອກຕ້ອງລະມັດລະວັງຢ່າໃຫ້ໃບວີ ຫຼື ໃບສຸດອອກນຳ, ຕ້ອງປະຕິບັດທຸກມື້ຈົນກວ່າດອກຈະອອກໝົດທຖກຕົ້ນ.

2.8 ການເອົາເກສອນຜູ້(ຕົ້ນຜູ້)
ເມື່ອເຫັນວ່າ ດອກຜູ້ຂອງຕົ້ນຜູ້ບານເຕັມທີ່ ແລະ ພ້ອມທີ່ຈະກະຈາຍເກສອນນຳເອົາອຸປະກອນທີ່ເປັນປຼາດສະຕິເຊັ່ນ: ຊາມ, ຄູ…..ມາຮອງຮັບເອົາເກສອນ ເຮົາຄ່ອຍໆໂນ້ມແຊງດອກລົງໃສ່ຊາມ ແລ້ວເຄາະຄ່ອຍໆເພື່ອເອົາເກສອນ. ການເຄາະເກສອນຄວນລະວັງຢ່າໃຫ້ຊໍ່ດອກຫັກ.
2.9 ການປະສົມພັນ
ຫຼັງຈາກທີ່ກຽມເກສອນແລ້ວ ກໍ່ເລີ່ມລົງມືປະສົມພັນໄດ້ເມືອດອກແມ່ (ໄໝ) ຍາວປະມານ 3 ຊັງຕີແມັດຂື້ນໄປ. ການປະສົມພັນແມ່ນໃຊ້ອຸປະກອນທີ່ຫາງ່າຍເຊັ່ນ: ກ້ອງແປ້ງ, ຂົນໄກ່, ຍອງຝ້າຍມາຕັກ ຫຼື ຈຸບເອົາເກສອນໄປໃສ່ດອກແມ່ ແລະ ຄວນປະຕິບັດທຸກເຊົ້າແຕ່ເວລາ 8-10 ໂມງ ແລະ ຕອນແລງ 3-5 ໂມງ. ອຸນນະພູມ 23-28 ອົງສາ ແລະ ຄວາມຊຸ່ມ 80-90% ແມ່ນເໝາະສົມທີ່ສຸດ. ຫຼັງທີ່ປະສົມພັນສຳເລັດແລ້ວ ຫຼື ລະອອງເກສອນຜູ້ກະຈາຍໝົດແລ້ວໃຫ້ຕັດຕົ້ນຜູ້ຖີ່ມ.

2.10 ການເກັບກູ້
ເມືອເຫັນວ່າສາລີສຸກແກ່ເຄັມທີ່ກໍ່ເກັບກູ້ໂລດ, ຫຼັງຈາກເກັບມາແລ້ວໃຫ້ຕາກຝັກຢ່າງນ້ອຍ 4 ແດດຈຶ່ງນຳໄປແກະເມັດແລ້ວຕາກອີກ 8 ແດດຈົນກວ່າຄວາມຊຸ່ມເຫຼືອ 12% ຈຶ່ງນຳໄປຄັດເມັດ, ຈັດເກດ ແລະ ກຸກສີຈຶ່ງນຳໄປບັນຈຸໃສ່ຖົງຫຸ້ມຫໍ່ລະອຽດ
2. ຜົນໄດ້ຮັບຈາກການຜະລິດ
– ມີແນວພັນໄດ້ປູກໃນປີຕໍ່ໄປ
– ມີລາຍຮັບຈາກການຂາຍແນວພັນ ແລະ ຜົນຜະລິດໃນລະດູຖັດໄປ
– ສາມາດຫຼຸດຜ່ອນການນຳເຂົ້າເມັດພັນຈາກຕ່າງປະເທດ
3. ຂໍ້ແນະນຳ
ການຜະລິດເມັດພັນສາລີລູກປະສົມຄວນເອົາໃຈໃສ່ດັ່ງນີ້:
1. ຕ້ອງຕິດຕາມຂໍ້ມູນອຸຕຸ ເພື່ອຮັບປະກັນໄລຍະປະສົມພັນບໍ່ໃຫ້ຖືກຊ່ວງທີ່ມີຝົນຕົກຫຼາຍ ແລະ ສະພາບອາກາດທີ່ເໝາະສົມ
2. ການກຳຈັດຕົ້ນປົນ, ດັດດອກຜູ້ຂອງຕົ້ນແມ່ ແລະ ປະສົມພັນຄວນເອົາໃຈໃສ່ເປັນພີເສດ
3. ເມືອເຄາະເອົາເກສອນໄດ້ແລ້ວກໍ່ປະສົມພັນໂລດ ບໍ່ຄວນປະໄວ້ດົນເກີນ 12 ຊົ່ວໂມງ ເພາະເປີເຊັນການຕິດຈະຫຼຸດລົງ

ເຕັກນິກການປູກໝາກໂມ

ເຕັກນິກການປູກໝາກໂໝາກໂມ ( Watermeron ) ເປັນພືດຕະກຸນດຽວກັບແຄນຕາລູບ ໝາກ ແລະ ແຕງຊະນິດອື່ນໆ ມີຖີນກຳເນີດຢູ່ທະວິບແອັບຟຣີກາ ໝາກໂມເປັນພືດລົ້ມລຸກທີ່ເລືອໄປຕາມດີນ ມີຂົນຂື້ນຕາມລຳຕົ້ນ ມີທັງ 2 ເພດ ຢູ່ໃນຕົ້ນດຽວກັນ ໝາກໂມໃນບ້ານເຮົາທີ່ນິຍົມປູກຫຼາຍ ມີຢູ່ຫຼາຍສາຍພັນເຊັ່ນ ໝາກໂມພິນກີນຮີ ພັນຕໍປີໂດ, ພັນຊອນຍາ….ຫຼັງການເກັບກ່ຽວເຂົ້າແລ້ວ ເນື່ອງຈາກສາມາດໃຊ້ຄວາມຊຸ່ມທີ່ຍັງເຫຼືອຢູ່ໃນດິນທີ່ຊ່ວຍໃນການຈະເລີນເຕີບໂຕ ຈັດເປັນພືດເສດຖະກິດທີ່ສຳຄັນໃນຫຼາຍທ້ອງຖີ່ນປູກໄດ້ທົ່ວທຸກພາກ. ໝາກໂມ ເປັນໝາກໄມ້ທີ່ມີລົດຫວານຫຼາຍແຕ່ມີນ້ຳຕານໜ້ອຍກວ່າໝາກໄມ້ບາງຊະນິດ ນ້ຳຕານຢູ່ໃນໝາກໂມແມ່ນນ້ຳຕານຊະນິດກລູໂຄດ ມີຖີ່ນກຳເນີດຢູ່ໃນທະເລຊາຍຄາລາຣາລີ ທະວີບແອຟຣິກາ ໃນປະເທດລາວແມ່ນນິຍົມປູກໃນທົ່ວທຸກພາກ ແລະ ປູກໄດ້ທຸກລະດູ.

  • ການປູກໝາກໂມ

ເລືອກພັນທີ່ຕ້ອງການປູກ ແລະ ຈັດຫາ ຫຼື ຈັດຕຽມສະຖານທີ່ ຖ້າເປັນໄປໄດ້ສະຖານທີ່ປູກໝາກໂມຄວນຍ້າຍໄປເລື້ອຍໆ ເພາະໝາກໂມຈະມີບັນຫາໃນການປູກຊ້ຳໃນທີ່ດີນທີ່ເຄີຍປູກ ທັງປັນຫາເລື້ອງສັດຕູພືດ ແລະ ບັນຫາເລື້ອງຄຸນນະພາບດີນ ແຕ່ຖ້າຈຳເປັນຕ້ອງປູກຊ້ຳດີນທີ່ເຄີຍປູກ ຂັ້ນຕອນການຕຽມດີນກໍ່ຕ້ອງລະອຽດເພີ້ມເຈີມ ໝາກໂມ ມັກດີນຊາຍຫຼາຍທີ່ສຸດ ບໍ່ມັກດີນໜຽວທີ່ລະບາຍນ້ຳບໍ່ໄດ້ດີ ອີກຢ່າງໝາກໂມ ບໍ່ມັກໜ້າຝົນ ຄວນປູໝາກໂມຫຼັງຈາກໝົດລະດູຝົນແລ້ວ.

  • ການກະກຽມອຸປະກອນ:
  • ເມັດໝາກໂມ (ຊື້ໄດ້ຕາມທ້ອງຕະຫຼາດ ຫຼື ຕິດຕໍ່ຈາກຊາວກະສິກອນທີ່ປູກແລ້ວຈະໄດ້ລາຄາທີ່ຖືກກວ່າ)
  • ພື້ນທີ່ປູກ, ປຸ໋ຍຄອກ (ຂີ້ໝູ, ຊີ້ງົວ, ຂີ້ໄກ່ )
  • ກະກຽມໜານປູກ

ເມື່ອໄດ້ສະຖານທີ່ລຽບລ້ອຍແລ້ວ ແມ່ນໄຖໜ້າດີຂື້ນມາ ຄວາມເລິກ 30-50 cm ຕາກແດດປະໄວ້ປະມານ 15 ວັນ ເພື່ອກຳຈັດວັດສະພືດ ແລະ ເຊື້ອໂລກ ລວມໄປເຖີງໄຂ່ຂອງແມງໄມ້ສັດຕູພືດ ພໍຄົບກຳນົດໃຫ້ໄຖພວນອີກຄັ້ງໜື່ງ ຄັ້ງນີ້ໄຖໃຫ້ເລິກເທົ່າທີ່ຈະເລິກໄດ້ ເພາະໝາກໂມມີຮາກຍາວ ແລະ ເລິກ ເຖິງ 100 ກ່ວາແມັດ ຍີ່ງເຮົາໄຖພວນໃຫ້ໜ້າດີນເລິກເທົ່າໃດ ຮາກຂອງໝາກໂມ ກໍຈະສາມາດແທກຕົວລົງໄປຫານ້ຳ ແລະ ອາຫານ ໄດ້ຢ່າງເຕັມທີ ໄຖຮອບນີີ້ໃຫ້ຫວ່ານປູນຂາວໃຫ້ທົ່ວ  150 Kg/ໄລ່ ພ້ອມທັງເຕີມປຸ໋ຍຄອກ 1 ໂຕນ/ໄລ່ ປຸ໋ຍສູດ 15-15-15 (30 Kg/ໄລ່) ເພື່ອເພີ້ມຄວາມສົມບູນໃນດີນ ໃຫ້ຂັ້ນຕອນນີ້ກວດສອບຄວາມເປັນກົດ-ດ່າງ ໃນດີນໄປພ້ອມ ໝາກໂມ ຕ້ອງການດີນທີ່ມີຄ່າ pH ປະມານ 6.X (ປະມານ 6 ກວ່າ) ຢ່າງນ້ອຍໃຫ້ຢູ່ໃນຊ່ວງ pH 5-7

ຈາກນັ້ນໃຫ້ພູນໜານສູງ 30 cm ກ້ວາງ 1 m ໄລຍະຫ່າງລະຫວ່າງໜານ 5 m ໃຊ້ພາລາສະຕິກສີດຳຄຸມໄວ້ໃຫ້ທົ່ວໜານ ເພື່ອຮັກສາຄວາມຊຸ່ມ ແລະ ປ້ອງກັນວັດສະພືດ ເຈາະຮູທີພາລະສະຕິກ ແລະ ຂຸດຂຸມຕຽມໄວ້ໝາກໂມ ໃຫ້ໄລຍະຫ່າງປະມານ 60 cm ໃຊ້ປຸ໋ຍຄອກລະອຽດປະສົມດີນຮອງກົ້ນຂຸມ ຈາກນັ້ນວາງລະບົບນ້ຳຢອດ ເພື່ອຄວາມສະດວກໃນການໃຫ້ນ້ຳ ແລະ ປຸ໋ຍ ເປັນອັນສຳເລັດສຳລັບຂັ້ນຕອນການກຽມໜານປູກ

ໃຊ້ລົດໄຖເດີນຕາມໄຖຍົກຮ່ອງ (ຖ້າບໍ່ມີລົດໄຖກໍ່ປູກເປັນແຖວເປັນແນວຕາມທີ່ເຮົາສະດວກໄດ້) ຈາກນັ້ນໃຫ້ຮອງພື້ນດ້ວຍປຸ໋ຍຄອກທີ່ກຽມໄວ້ໃນປະລິມານພໍປະມານ, ຫຍອດເມັດໝາກໂມລົງຫລຸມ ປະມານຫລຸມລະ 2-3 ເມັດ ລະຫວ່າງຫຼຸມໃຫ້ຫ່າງກັນ ປະມານ 80 ຊຕມ (ຍ່າງ 2ກ້າວທຳມະດາ) ເມັດພັນແມ່ນໃຫ້ແຊ່ນໍ້າກ່ອນປູກກໍ່ໄດ້ດິນຊຸ່ມກໍ່ສາມາດຫຍອດເມັດລົງໄດ້ເລີຍ. ຜ່ານໄປ 5-7 ມື້ ຍອດອ່ອນກໍ່ຈະແຕກອອກມາໃຫ້ເຫັນ, ຖ້າເຫັນໃບເລີ່ມແຕກອອກມາກໍ່ສາມາດສີດນ້ໍາໝັກໄລ່ແມງໄມ້ ແລະ ໃຊ້ປຸ໋ຍອິນຊີຊະນິດນ້ຳອາທິດລະເທື່ອ ຊ່ວງນີ້ແມ່ນເລີ່ມມີແມງເຕົ່າແຕງ ເຂົ້າລົບກວນໃຫ້ສີດນ້ຳໜັກໄລ່ແມງ 3 ມື້ຕໍ່ເທື່ອຖ້າເປັນວ່າລົງໜັກໃຫ້ສີດມື້ເວັ້ນມື້ ຫຼື ເຮົາອາດຈະປະສົມປຸ໋ຍອິນຊີນ້ຳໄດ້ເລີຍ. ໝາກໂມໃນໄລຍະ 3-4 ອາທິດ ແມ່ນຈະເລີ່ມເຫັນໃບປົ່ງອອກ 8-10 ໃບແລ້ວແມງເຕົ່າແຕງກໍ່ຈະເຂົ້າກັດກີນໃບໃຫ້ສີດປຸ໋ຍ ແລະ ນ້ຳໝັກອາທິດລະ 1 ເທື່ອ. ໝາກໂມອາຍຸ 1 ເດືອນ ຂື້ນໄປກໍ່ບໍ່ເປັນຫຍັງໝາກເລີ່ມອອກເທົ່າຫົວໂປ້ມືຕາມເຄືອຂອງໝາກໂມ. ເຂົ້າເດືອນທີ່ສອງ ແມ່ນເລີ່ມມີພະຍາດຍອດໄໜ້ທີ່ເກີດຈາກການເຂົ້າທຳລາຍຂອງເພ້ຍໄຟ ຖ້າເລີ່ມເຈີ້ໃຫ້ຮີບຕັດໃບຖີ້ມ ແລະ ສີດບີວເວອເຣຍ ເພື່ອຍັບຢັ້ງ ແລະ ບໍ່ຄວນປູກໝາກໂມຊ້ຳເດີ່ມບ່ອນເກົ່າການຖືກທຳລາຍຂອງໃບແມ່ນເຮັດໃຫ້ໝາກບໍ່ສາມາດມີອາຫານມາລ້ຽງໝາກໃຫ້ໃຫ່ຍໄດ້.

ຂໍ້ແນະນຳ: ຮອດເວລາຕັດໝາກໃຫ້ຕັດກ່ອນໝາກສຸກປະມານ 3-4 ມື້ ເພື່ອໃຫ້ເກັບໄວ້ໄດ້ດົນ ຖ້າຕັດຕອນສຸກເລີຍແມ່ນຈະເຮັດໃຫ້ໝາກຊ້ຳ.

ສອນໂດຍ: ຮສ.​ ອຈ ຟອງສະໝຸດ ສຸທໍາມະວົງ

ຮຽບຮຽງໂດຍ: ນາງ ເພັດດາໄລ ວໍລະພີມ

ນັກສຶກສາປະລິນຍາໂທ, ສາຂາການຄຸ້ມຄອງຊັບພະຍາກອນກະສິກສາແບບຍືນຍົງ ຮຸ່ນທີ 11

  • ເອກະສານອ້າງອີງ
  1. https://www.technologychaoban.com/agricultural-technology/article_107938
  2. https://vegetweb.com/%E0%B8%84%E0%B8%B9%E0%B9%88%E0%B8%A1%E0%B8%B7%E0%B8%AD%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B9%81%E0%B8%95%E0%B8%87%E0%B9%82%E0%B8%A1/
  3. http://www.eto.ku.ac.th/neweto/e-book/plant/tree_fruit/w_melon.pdf