Monthly Archives: January 2019
ວິທີການໝັ້ກ ( ບົ່ມ ) ໃບມັນຕົ້ນເປັນອາຫານໝູ
ຄຸນປະໂຫຍດ.
– ເປັນອາຫານໝັກທີ່ມີຄຸນນະພາບທາງດ້ານອາຫານສູງ
– ສາມາດແກ້ໄຂການຂາດແຄນອາຫານໝູ.
– ສາມາດເກັບຮັກສາໄດ້ດົນ.
ອາຍຸການເກັບໃບມັນຕົ້ນ.
ພາຍຫຼັງປູກໄດ້ 90 ວັນກໍ່ສາມາດເກັບກ່ຽວໃບໄດ້ ເມື່ອເກັບເອົາໃບແລ້ວຕ້ອງໃສ່ຝຸ່ນພວນດິນໃຫ້ຕົ້ນຂອງມັນ.
ການເດັດໃບ ແລະ ຍອດມັນຕົ້ນ
ວິທີການເກັບໃບ.
ຫົກເອົາຍອດມັນຕົ້ນຍາວປະມານ 40-50 ຊັງຕີແມັດ ຈາກຍອດລົງມາຫາຈຸດທີ່ຫັກ. ຈາກນັ້ນນຳມາເດັດເອົາໃບ ແລະ ຍອດອ່ອນ.
ການຫັກເອົາຍອດມັນຕົ້ນ ການເດັດໃບ ແລະ ຍອດ
ການຊອຍໃບມັນຕົ້ນ.
ນຳເອົາໃບມັນຕົ້ນທີ່ຄັດເລືອກເປັນທີ່ຮຽບຮ້ອຍນັ້ນມາຊອຍເປັນຕ່ອນນ້ອຍໆໃຫ້ມີຂະໜາດຄວາມຍາວ 2 ຫາ 3 ຊັງຕີແມັດ, ຕາກໄວ້ບ່ອນຮົ່ມທີ່ມີລົມພັດ 2 ຫາ 3 ຊົ່ວໂມງເພື່ອເຮັດໃຫ້ສານພິດ ( ໄຮໂດຣໄຊຍານາຍ )ໃນໃບມັນຕົ້ນຫຼຸດລົງ ( ແຕ່ບໍ່ໃຫ້ຕາກແດດໂດຍກົງ ).
ການຊອຍໃບມັນຕົ້ນ
ສູດການໝັກໃບມັນຕົ້ນ.
– ໃບມັນຕົ້ນ 100 ກິໂລກຼາມ
– ຮຳອ່ອນ 100 ກິໂລກຼາມ
– ເກືອ 0,5 ກິໂລກຼາມ
ການປະສົມ
ເອົາໃບມັນຕົ້ນທີ່ກຽມໄວ້ມາຊັ່ງໃນອັດຕາສ່ວນ 100 ກິໂລກຼາມປະສົມກັບຮຳ 10 ກິໂລກຼາມ ແລະ ເກືອ 0,5 ກິໂລກຼາມມາປະສົມເຂົ້າກັນໃຫ້ລະອຽດດີຫຼັງຈາກນັ້ນນຳເອົາສ່ວນປະສົມໃສ່ຖົງຢາງທີ່ກຽມໄວ້.
ການປະສົມອາຫານໝັກ
ວິທີການເອົາໃບມັນຕົ້ນໃສ່ໃນຖົງຢາງ
ການເອົາໃບມັນຕົ້ນທີ່ປະສົມແລ້ວໃສ່ຖົງຢາງແມ່ນເຮັດດ້ວຍຄວາມລະມັດລະວັງເພື່ອບໍ່ໃຫ້ຖົງຢາງຂາດເອົາຖົງຢາງ 2 ຖົງມາຊ້ອນເຂົ້າກັນໃສ່ໃບມັນຕົ້ນເທື່ອລະນ້ອຍຍັດໃຫ້ແໜ້ນໆ ບໍ່ໃຫ້ມີອາກາດເຂົ້າໃນຖົງຢາງຍັດໃຫ້ຈົນເຕັມເອົາໄປໃສ່ກະເປົາແລ້ວມັດຖົງແຕ່ລະຊັ້ນໃຫ້ແໜ້ນ.
– ຂຽນວັນທີ ……….ເດືອນ………ປີ ທີ່ເຮັດອາຫານໝັກ
– ຂຽນຈຳນວນກິໂລຂອງອາຫານໝັກ
– ຂຽນວັນທີ………..ເດືອນ…………ປີ…..ທີ່ຈະນຳໃຊ້ອາຫານໝັກ ( ຂຽນໃສ່ຖົງດ້ານນອກ )
8. ການເກັບຮັກສາ
ເກັບໄວ້ບ່ອນຮົ່ມທີ່ມີລົມລ່ວງດີປະໄວ້ໃຫ້ໄດ້ປະມານ 3 ຫາ 4 ອາທິດ ຈຶ່ງສາມາດນຳໃຊ້ໄດ້.
9. ການເອົາອາຫານໝັກໃຫ້ໝູກິນ
ໃຫ້ນຳໃຊ້ກັບໝູລຸ້ນທີ່ມີອາຍຸ 2 ເດືອນຂຶ້ນໄປ. ຄັ້ງທຳອິດແມ່ນໃຫ້ອາຫານໝັກຈຳນວນນ້ອຍໆຫຼັງຈາກໝູລື້ງເຄີຍກັບອາຫານໝັກແລ້ວຈຶ່ງຄ່ອຍໃຫ້ຈຳນວນຫຼາຍເພີ່ມຂຶ້ນຄື: ເອົາອາຫານໝັກ 20 ຫາ 30% ມາປະສົມກັບຮຳຕາມຄວາມເໝາະສົມໃຫ້ໝູກິນ.
- ຂໍ້ແນະນຳ: ທຸກໆຄັ້ງທີ່ໄຂຖົງອາຫານໝັກເກືອສັດຕ້ອງມັດໄວ້ໃຫ້ດີເກັບໄວ້ບ່ອນທີ່ຮົ່ມທີ່ມີລົມລ່ວງບໍ່ໃຫ້ຖືກແສງແດດ ແລະ ຝົນ.
- ຂໍ້ຫ້າມ: ຫ້າມນຳໃຊ້ອາຫານໝັກກັບສັດດັ່ງນີ້: ໝູແມ່ມານ ( ໝູຖືພາ ), ໝູນ້ອຍທີ່ຍັງກິນນົມແມ່ ແລະ ໝູແມ່ທີ່ເກີດລູກໃໝ່.
ແຫຼ່ງຂໍ້ມູນ: ແຜ່ນພັບວິທີການໝັກ ( ບົ່ມ ) ໃບມັນຕົ້ນເປັນອາຫານໝູ ສຳລັບຊາວກະສິກອນ, ຂະແໜງສົ່ງເສີມ ແຂວງຫຼວງນ້ຳທາ ໂທ: 086 212115
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ
ຫວາຍນໍ້າເຜີ້ງ
ຊື່ສາມັນ: ຫວາຍນໍ້າເຜີ້ງ
ຊື່ວິທະຍາສາດ: Calamus siamensis BeccD
ຊື່ພາສາອັງກິດ:
ລັກສະນະພັນພືດ: ຕົ້ນລໍາເລືອ ແຕກກໍ, ມັກເລືອພັນຕົ້ນໄມ້ອື່ນ, ມີການຫຸ້ມລໍາຕົ້ນ, ສີຂຽວເຂັ້ມຮູບໄຂ່, ສີຂາວບາງໆ, ມີໜາມຍາວ, ໃບເປັນໃບຍ່ອຍຮຽງສະຫຼັບ, ຂອບໃບມີໜາມແຫຼມ, ປາຍໃບແຫຼມດອກອອກເປັນຊໍ່ສີເຫຼືອງ.
ສະພາບແວດລ້ອມ: ພົບເຫັນຕາມປ່າດົງດິບ, ແຫ້ງແລ້ງ ແລະ ປ່າຄືນສະພາບ.
ການນຳໃຊ້:
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
Tel: (856) 21 770094
Fax: (856) 21 770892
Email: vongvilay7566@gmail.com
ໄມ້ເຮ້ຍ
ຊື່ສາມັນ: ໄມ້ເຮ້ຍ
ຊື່ວິທະຍາສາດ: Schizostachyum virgatum (Munro) Naitham.
ຊື່ພາສາອັງກິດ:
ລັກສະນະພັນພືດ: ໄຜ່ປະເພດເຫົ້ງາກໍມີຂະໜາດນ້ອຍເຖິ່ງຂະໜາດກາງ ສູງ 1-12 ແມັດ, ລໍາຊື່ອັດກັນເປັນກໍແໜ້ນ ຫຼື ຫຼົມ, ເສັ້ນຜ່ານສູນກາງລໍາ 3,5-8 ຊັງຕີແມັດ, ປ້ອງຍາວ 40-70 ຊັງຕີແມັດ, ເນື້ອບາງ 3-5 ມິນລີແມັດ, ລໍາອ່ອນມີຂົນປົກຄຸມບາງໆເຫັນດີບໍລິເວນລຸ່ມຂໍ້, ລໍາແກ່ຈະມີສີຂຽວແກ່, ແຕກກິ່ງຕາມລໍາຂື້ນໄປ, ແຕ່ລະກິ່ງມີຈໍານວນຫຼາຍ, ແຕ່ລະກິ່ງບາງນ້ອຍ ແລະ ມີຂະໜາດໄລ່ເລ່ຍກັນ, ໃບແຖບກ້ວາງ 2-4 ຊັງຕີແມັດ, ຍາວ 10-30 ຊັງຕີແມັດ , ກາບຫຸ້ມເປັນສີເຫຼືອງອົມຂຽວ, ປົກຫຸ້ມດ້ວຍສີຂາວ, ຂອບຂອງກາບຈະບາງ ແລະ ແຫ້ງໄວກ່ວາສ່ວນອື່ນໆ, ໃບຍອດກາບຂອງມັນມ້ວນຂື້ນທາງເທິງ ແລະ ພັບລົງ.
ສະພາບແວດລ້ອມ: ພົບໃນປະເທດອິນເດຍ ແລະ ປະເທດອິນໂດເນເຊຍ.
ການນຳໃຊ້: ລໍາໃຊ້ໄວ້ເຮັດຝາບ້ານ, ຫັດຖະກໍາຈັກສານ, ນໍາມາເຮັດອາຫານ.
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
Tel: (856) 21 770094
Fax: (856) 21 770892
Email: vongvilay7566@gmail.com
ໄມ້ຮວກ
ຊື່ສາມັນ: ໄມ້ຮວກ
ຊື່ວິທະຍາສາດ: Thyrsotachys simensis Gamble.
ຊື່ພາສາອັງກິດ:
ລັກສະນະພັນພືດ: ໄມ້ປະເພດເຫງົ້າສູງປະມານ 3-10 ແມັດ, ລໍາຊື່ອັດກັນເປັນກໍໜາແໜ້ນຫຼາຍ, ກາບຫຸ້ມລໍາຕິດທົນທານ ແລະ ຫຼຸດໄປຂະໜາດທີ່ຍັງຕິດກັບລໍາ, ເສັ້ນຜ່ານສູງກາງລໍາ 2-5 ຊັງຕີແມັດ ປ້ອງຍາວ 10-30 ຊັງຕີແມັດ, ເນື້ອໄມ້ໜາ ແລະ ມັກຕັນບໍລິເວນໂຄນລໍາ, ລໍາແກ່ມີສີຂຽວອົມເທົາ, ແຕກກິ່ງຕັ້ງແຕ່ກາງລໍາຂື້ນໄປມີຂໍ້ 3-5 ກິ່ງ, ກິ່ງທີ່ເດັ່ນ 1 ກິ່ງຢູ່ເທິງກາງ ແລະ ສໍາຮອງສອງກິ່ງ, ກິ່ງທີ່ເຫຼື່ອມມີຂະໜາດໄລ່ສະເລ່ຍກັນໃບຮູບແຖບກ້ວາງ 5-8 ຊັງຕີແມັດ ຍາວ 5-15 ຊັງຕີແມັດ, ກາບຫຸ້ມລໍາເປັນສີນໍ້າຕານອ່ອນ ຫຼື ອົມມ່ວງ ມັກມີລາຍສີ້ມຂວ່າຍກັນໄປມາ , ມີຂົນສີຂາວ ຫຼື ສີເທົາປົກຄຸ້ມກາບໃບສາມຫຼ່ຽມ ຫຼື ຮູບຫອກ, ຕັ້ງຊື່ ຫຼື ກ່າງ ອອກເຫຼັກໜ້ອຍ, ກາບຂອງມັນບໍ່ມີຫູ ຫຼື ຊໍ່ດອກສົມບູນຍາວ 1-1,5 ຊັງຕີແມັດ, ກຸ່ມ 1-2 ອັນ ດອກຍ່ອຍສົມບູນ 2 ດອກແກມຊໍ່ດອກສັ້ນ ແລະ ຫຼຸດອອກເປັນທ່ອນໄດ້, ເກນສອນຜູ້ແຍກອອກຈາກກັນ ເກສອນແມ່ມີ 1 ອັນ.
ສະພາບແວດລ້ອມ: ເຫັນໃນປ່າປະສົມ ແລະ ພາກເໜືອ, ພາກຕາເວັນຕົກ ແລະ ພາກຕາເວັນອອກສ່ຽງເໜືອ.
ການນຳໃຊ້: ເປັນໄມ້ໄຜ່ ທີ່ນໍາໃຊ້ນິຍົມຫຼາຍບໍ່ວ່າຈະເປັນໜໍ່ ຫຼື ລໍາ, ລໍາໃຊ້ໃນການກໍ່ສ້າງ, ໃຊ້ໄວ້ເປັນຄັງໃນການປູກພືດຕະກູນຖົ່ວ ຫຼື ເປັນເຄືອ ແລະ ຫັດຖະກໍາຕ່າງໆ.
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
Tel: (856) 21 770094
Fax: (856) 21 770892
Email: vongvilay7566@gmail.com
ໄມ້ບົງຫວານ
ຊື່ສາມັນ: ໄມ້ບົງຫວານ
ຊື່ວິທະຍາສາດ: Bambusac F.burmanica Camble.
ຊື່ພາສາອັງກິດ:
ລັກສະນະພັນພືດ: ເປັນປະເພດກໍເຫງົ້າມີຂະນາດນ້ອຍເຖີງຂະໜາດກາງສູງ 7-15 ແມັດ, ເປັນລໍາລຽນກັນຢູ່ເປັນຫ່າງໆ , ເສັ້ນຜ່ານສູນກາງລໍາ 3,5-10 ຊັງຕີແມັດ, ປ້ອງຍາວ 20-30 ຊັງຕີແມັດ, ເນື້ອໄມ້ໜາ 1-2 ຊັງຕີແມັດ, ບາງລໍາຕົ້ນກໍ່ຕັນ, ລໍາອ່ອນມີສີນວນຂາວປົກຄຸມ, ແຕກກິ່ງຢູ່ທາງລຸ່ມ ຫຼື ກາງລໍາຂື້ນໄປ, ແຕ່ລະຂ້າງມີລາຍຢູ່ກິ່ງ ໂດຍສ່ວນຫຼາຍກິ່ງຢູ່ກາງຈະເດັ່ນ, ຮູບແຖບ 2,5- 4,5 ຊັງຕີແມັດ, 20-30 ຊັງຕີແມັດ, ກາບຫຸ້ມລໍາຈະມີສີຂຽວອົມເທົາ, ມີຂົນສີນໍ້າຕານ ແລະ ນວນສີຂາວປົກຄຸມ, ມັກມີແຖບສີຂາວ ຫຼື ສີເຫຼືອງຕິດຕາມຄວາມຍາວກາບ, ກາບຫູເປັນພູຄືໃບຫູ, ຂະໜາດເບື້ອງຊ້າຍ ແລະ ຂວາຈະບໍ່ສະເໝີກັນ, ລຽບ ຫຼື ເປັນຄື້ນ.
ສະພາບແວດລ້ອມ: ເປັນໄຜ່ພື້ນເມືອງໃນປະເທດອິນດູຈີນ.
ການນຳໃຊ້: ໃຊ້ໄວ້ເຮັດອາຫານ.
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
Tel: (856) 21 770094
Fax: (856) 21 770892
Email: vongvilay7566@gmail.com
ໄມ້ຊ່າງ
ຊື່ສາມັນ: ໄມ້ຊ່າງ
ຊື່ວິທະຍາສາດ: Dendrocalamus membranaceus Munro.
ຊື່ພາສາອັງກິດ:
ລັກສະນະພັນພືດ: ໄຜ່ປະເພດເຫງົ້າກໍ່ມີຂະໜາດກາງ ເຖີງະໜາດໃຫຍ່ສູງ 10-25 ແມັດ ເປັນລໍາຕົງຢູ່ຮ່ວມກັນເປັນກໍຂ້ອນຂ້າງແໜ້ນ ມີເສັ້ນຜ່າສູນກາງລໍາ 5-12 ຊັງຕີແມັດ, ປ້ອງຍາວ 20-45 ຊັງຕີແມັດ ເນື້ອໄມ້ໜາ 0.7-1.5 ຊັງຕີແມັດ ລໍາອ່ອນມີນວນສີຂາວປົກຄຸມໜາແໜ້ນ ລໍາແກ່ສີຂຽວອ່ອນ, ປ້ອງລຸ່ມບໍ່ມີຂົນແຕກກິ່ງຕະຫຼອດລໍາ ໂດຍຂໍ້ລຸ່ມຂອງກິ່ງັກບໍ່ມີໃບ ຫຼື ຂະໜາດນ້ອຍ ກ່ວາປົກກະຕິ , ມັກມີແຕ່ຂໍ້ລະກິ່ງໜື່ງກິ່ງທີ່ມີຂະໜາດທໍາມະດາແມ່ນເລີ່ມຈາກກິ່ງກາງລົງໄປ ແຕ່ລລະຂໍ້ມີຫຼາຍກິ່ງ, ມີກິ່ງກາງທີ່ເດັ່ນ 1 ກິ່ງ ແລະ ກິ່ງທີ່ສໍາຮອງເດັ່ນມີ 2 ກິ່ງ ທີ່ເຫຼືອມີຂະໜາດໄລ່ເລ່ຍກັນ, ຮູບແຖບກ້ວາງ 1-2 ຊັງຕີແມັດ, ຍາວ 10-20 ຊັງຕີແມັດ ກາບຫຸ້ມລໍາສີສົ້ມ, ສີເຫຼືອງ ຫຼື ສີນໍ້າຕານອົມຂຽວ, ມີຂົນສີນໍ້າຕານເຂັ້ມຈົນເຖິງສີດໍາ ແລະ ມີນວນສີຂາວປົກຄຸມ. ບາງຄັ້ງກາບຂ້ອນຂ້າງກ້ຽວ, ກາບໃບຮູບຫອກ ສີມ່ວງແດງ ຫຼື ຂຽວອົມມ່ວງ ກົ່ງລົງຫູກາບເປັນພູເຕ້ຍໆ ພັບໄປມາ ຫຼື ເປັນຄື້ນ ມີຂົນແຂງປົກຄຸມ, ຊໍ່ດອກຍ່ອຍຍາວປະມານ 1 ຊັງຕີແມັດດອກຍ່ອຍສົມບູນ 2-3 ດອກ, ເກສອນຜູ້ມີ 6 ອັນ, ກ້ານເກສອນຜູ້ແຍກກັນ, ກ້ານເກສອນແມ່ 1 ອັນ.
ສະພາບແວດລ້ອມ: ພົບເຫັນຕັ້ງແຕ່ ອິນເດຍ, ອິນໂດຈີນ,ມັກພົບເຫັນຕາມປ່າປະສົມທົ່ວໄປ.
ການນຳໃຊ້: ມີການນໍາໃຊ້ປະໂຫຍດຢ່າງກ້ວາງຂວາງທາງດ້ານການກໍ່ສ້າງ, ອຸດສາຫະກໍາຈັກສານ, ເຮັດເຈ້ຍກະດາດ, ໜໍ່ກິນໄດ້, ເປັນໄມ້ໄຜ່ທໍາມະຊາດທີ່ມີການໃຊ້ປະໂຫຍດຢ່າງຫຼາຍທີ່ສຸດ.
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
Tel: (856) 21 770094
Fax: (856) 21 770892
Email: vongvilay7566@gmail.com
ຂີງດໍາ
ຊື່ສາມັນ: ຂີງດໍາ
ຊື່ວິທະຍາສາດ: Kaempferia parviflora Wallich ex Baker.
ຊື່ພາສາອັງກິດ: Thai gingen.
ລັກສະນະພັນພືດ: ພືດລົ້ມລຸກ, ມີອາຍຸຫຼາຍປີ, ມີເຫົ້ງາຢູ່ພື້ນດິນ, ສີມ່ວງດໍາ, ລັກສະນະໃບດ່ຽວຮູບໄຂ່ກ້ວາງປະມານ 5-10 ຊັງຕີແມັດ, ດອກອອກເປັນຊໍ່ແຊກຕາມລໍາກາບໃບ, ກ້ານຊໍ່ຍາວ 5-6 ຊັງຕີແມັດ.
ເປັນພືດທີ່ມີຫົວ ຫຼື ເຫງົ້າຢູ່ໃຕ້ດິນ, ມີສີມ່ວງເຂັ້ມ ຫຼື ເກືອບເປັນສີດຳ, ມີຮາກສະສົມອາຫານເປັນກະຈຸກກົມ, ລຳຕົ້ນເໜືອດິນສູງ 6-10 ຊັງຕີແມັດ, ໃບມີ 2-8 ໃບ, ຈັບຮຽງແບບລະນາບດຽວ, ກາບໃບຍາວ ທີ່ໂຄນຢູ່ຕິດໆກັນ, ແຜ່ນໃບຮູບໄຂ່ ຫຼື ຮູບຮີ, ກວ້າງ 4-7 ຊັງຕີແມັດ, ຍາວ 7-11 ຊັງຕີແມັດ, ປາຍແຫຼມ ຫຼື ມີຕິ່ງແຫຼມ, ໂຄນຮຽວແຫຼມ ຫຼື ເຄິ່ງຮູບຫົວໃຈ, ຂອບໃບລຽບ, ຜີວໃບດ້ານເທິງກ້ຽງ, ດ້ານລຸ່ມມີຂົນ, ກ້ານໃບຍາວປະມານ 15 ຊັງຕີແມັດ, ຫູໃບຮູບສາມຫຼ່ຽມ, ຍາວປະມານ 2 ມິນລີແມັດ, ລີ້ນໃບຮູບສາມຫ່ຼຽມ, ຍາວປະມານ 2 ມິນລີແມັດ, ຊໍ່ດອກກ້ານຊື່ດຽວໆ, ເກີດຈາກລະຫວ່າງຊອກໃບທັ້ງສອງ, ກ້ານຊໍ່ດອກຍາວ 4-7 ຊັງຕີແມັດ, ດອກສີຂາວປົນສີມ່ວງອ່ອນ, ກາບດອກຍາວ 1,8-2 ຊັງຕີແມັດ, ໂຄນເຊື່ອມຕິດກັນເປັນຫຼອດ ປາຍແຍກເປັນແສກເລິກດ້ານດຽວ, ກີບດອກໂຄນເຊື່ອມຕິດກັນເປັນຫຼອດຍາວ 3-3,2 ຊັງຕີແມັດ, ປາຍແຍກເປັນສາມແສກຮູບແຖບ, ກວ້າງປະມານ 2,5 ມິນລີແມັດ, ຍາວປະມານ 1,2 ຊັງຕີແມັດ, ປາຍມົນ, ກີບປາກສີຂາວ ແລະ ມີລາຍແຖບສີມ່ວງ ເກືອບທົ່ວກີບ, ຮູບໄຂ່ກັບກວ້າງ, ກວ້າງ 0,8-1 ຊັງຕີແມັດ, ຍາວ 1,2-1,6 ຊັງຕິແມັດ, ກີບຄູ່ຂ້າງທີ່ເກີດຈາກເກສອນຜູ້ທີ່ເປັນໜັນຮູບຂອບຂະໜານ ກວ້າງປະມານ 3 ມິນລີແມັດ, ຍາວ 1-1,3 ຊັງຕີແມັດ ມີສີຂາວ, ເກສອນຜູ້ຍາວປະມານ 3,5 ມິນລີແມັດ, ປາຍສຸດມີສັນຮູບກົມເປ້, ເຕົ້າໄຂ່ຍາວປະມານ 2 ມິນລີແມັດ, ໃບປະດັບຮູບຂອບຂະໜານ, ກວ້າງປະມານ 6 ມິນລີແມັດ ຍາວ 1,8-2,5 ຊັງຕີແມັດປາຍມົນ, ໃບປະດັບຍ່ອຍຮູບແຖບ, ກວ້າງ 1-2 ມິນລີແມັດ, ຍາວ 0,6-1,2 ຊັງຕີແມັດ, ປາຍມົນ.
ສະພາບແວດລ້ອມ:
ການນຳໃຊ້: ເປັນພືດທີ່ມີສັບພະຄຸນເປັນຢາສະໝຸນໄພ ສານສະກັດຈາກຂີງດຳມີປະສິດທິພາບໃນການຕ້ານເຊື້ອມາເລເຣຍ, ເຊື້ອຣາ ແລະ ໄມໂຄແບັກທີເຣຍ, ຕ້ານການເກີດພະຍາດພູມແພ້ ແລະ ຕ້ານການເກີດບາດແຜໃນກະເພາະອາຫານ, ເອົາຫົວມາຜະລິດເປັນຢາຮັກສາພະຍາດ, ບຳລຸງຮ່າງກາຍ ແລະ ເຄື່ອງດື່ມ ໂດຍສະເພາະໃນກຸ່ມຜະລິດຕະພັນໂອທອບ ເປັນພືດທີ່ນິຍົມນຳມາປູກຕາມຄວາມເຊືອຂອງຊາວບ້ານເຜົ້າມົ້ງຖືວ່າຂີງດຳເປັນສະໝູນໄພປະຈຳເຜົ່າ ເຂົາເຈົ້ານຳໃສ່ຖົງຕິດຕົວຕະຫຼອດເວລາເມື່ອມີການເດີນທາງໄປໄກບ້ານ, ເມື່ອຍທາງດ້ານການຂື້ນພູ ຫຼື ໄປເຮັດວຽກເມື່ອຍເພື່ອເພີ່ມພະລັງງານ, ຂັບນ້ຳປັດສະວະ, ແກ້ພະຍາດກະເພາະ ແລະ ປວດທ້ອງ.
ສັບພະຄຸນໃນການຮັກສາພະຍາດມີດັ່ງນີ້: 1. ຊ່ວຍບຳລຸງຮ່າງກາຍຕົ້ມໃສ່ໄກ່, 2. ແກ້ປວດເມື່ອຍ ແລະ ຮັກສາອາການເມື່ອຍລ້າ, 3. ຊ່ວຍກະຕຸ້ນສະມັດຕະພາບທາງເພດ, 4. ຊ່ວຍຂັບລົມໃນກະເພາະອາຫານ, 5. ແກ້ຈຸກສຽບປວດທ້ອງ, 6. ຂັບນ້ຳປັດສະວະ, 7. ບ໋ອງເຫຼົ້າເພື່ອດື່ມແກ້ມົດລູກພີການ ຫຼື ມົດລູກຢ່ອນ, 8. ຕົ້ມດື່ມແກ້ພະຍາດຕາແດງ, 9. ກະຕຸ້ນລະບົບປະສາດ, 10. ຮັກສາສົມດຸນຄວາມດັນເລືອດ, 11. ຊ່ວຍຂະຫຍາຍຫຼອດເລືອດຫົວໃຈ, 12. ພະຍາດເກົ້າ, 13. ຊ່ວຍຮັກສາພະຍາດກະເພາະອາຫານ, 14. ຊ່ວຍຮັກສາລະບົບການຍ່ອຍອາຫານໃຫ້ເກີດສົມດຸນ, 15. ຮັກສາຜູ້ເປັນພະຍາດເບົາຫວານ ລົດລະດັບນ້ຳຕານໃນເລືອດ.
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
Tel: (856) 21 770094
Fax: (856) 21 770892
Email: vongvilay7566@gmail.com
ຂໍ້ແນະນຳ ເຕັກນິກການປູກໝາກຖົ່ວຍັດ
ການຕຽມໜານປູກ.
ຂຸດໄຖດິນໃຫ້ເລິກປະມານ 25 ຫາ 30 ຊັງຕີແມັດ. ຕາກດິນໄວ້ປະມານ 7 ຫາ 10 ວັນ, ແລ້ວໃສ້ຝຸ່ນຄອກ ຫຼື ຝຸ່ນບົ່ມເພື່ອໃຫ້ດິນມີຄວາມຜຸຜົງ ແລະ ລະບາຍນ້ຳດີຂຶ້ນ. ຈາກນັ້ນພວນດິນໃຫ້ລະອຽດ. ຖ້າດິນເປັນກົດເກີນໄປ ຄວນໃສ່ປູນຂາວເພື່ອຫຼຸດຜ່ອນຄວາມເປັນກົດລົງ.
ການປູກ.
ໃຊ້ໄລຍະລະຫວ່າງຕົ້ນຕໍ່ຕົ້ນ 30 ຫາ 40 ຊັງຕີແມັດ. ແລະ ແຖວຕໍ່ແຖວ 70 ຫາ 80 ຊັງຕີແມັດ. ຫຼັງຈາກປູກແລ້ວປົກດ້ວຍດິນລະອຽດ ຫຼື ຝຸ່ນຄອກ, ຝຸ່ນບົ່ມບາງໆແລ້ວຫົດນ້ຳໃຫ້ຊຸ່ມຫຼັງຈາກຖົ່ວຍັດງອກຈົນມີໃບແທ້ 2 ໃບຄວນແຍກຄວນແຍກໃຫ້ເຫຼືອຂຸມລະ 2 ຕົ້ນ. ເມື່ອຕົ້ນຖົ່ວອາຍຸ 15 ຫາ 20 ມື້ ຈະເລີ່ມມີມືເກາະຄວນເຮັດຄ້າງເພື່ອໃຫ້ຖົ່ວຍັດເລືອ.
ການບົວລະບັດຮັກສາ.
ການໃສ່ຝຸ່ນ.
ຝຸ່ນທີ່ແນະນຳໃຫ້ໃສ່ຄືຝຸ່ນເຄມີສູດ 10-20-10 ຫຼື 15-15-15 ຫຼື 13-13-21 ຫຼື ສູດອື່ນໆທີ່ໃກ້ຄຽງກັນນີ້. ໃສ່ຈຳນວນ 300 ຫາ 500 ກິໂລກຼາມ/ເຮັກຕາ ຂຶ້ນຢູ່ກັບຄວາມອຸດົມສົມບູນຂອງດິນ. ການໃສ່ຝຸ່ນເທື່ອທີ 1 ໃສ່ເປັນຝຸ່ນຮອງພື້ນກ່ອນປູກ, ເທື່ອທີ 2 ໃສຫຼັງຈາກປູກໄດ້ 25 ຫາ 30 ວັນ ໂຮຍຂ້າງຫ່າງຈາກຕົ້ນເລັກນ້ອຍພວນດິນປົກຫຼັງຈາກປູກໂດຍໃສ່ແບບໂຮຍຂ້າງຕົ້ນກ່ອນແລ້ວພວນດິນປົກ.
ການໃຫ້ນ້ຳ
ຄວນໃຫ້ສະໝ່ຳສະເໝີ ແລະ ພຽງພໍບໍ່ຄວນໃຫ້ຂາດນ້ຳໃນໄລຍະກຳລັງອອກດອກ ແລະ ຈັບໝາກ.
ການເກັບກ່ຽວ.
ອາຍຸການເກັບກ່ຽວແຕ່ລະພັນບໍ່ຄືກັນແຕ່ໂດຍທົ່ວໄປແລ້ວປະມານ 80 ຫາ 90 ມື້ ຫຼັງຈາກປູກ. ການເກັບໝາກສົດຄວນເກັບທຸກໆ 3 ຫາ 4 ມື້ ເກັບໄປເລື້ອຍໆ. ເລືອກເກັບໝາກທີ່ໄດ້ຂະໜາດອ່ອນນຸ່ມກອບ, ເມັດຂ້າງໃນອ່ອນ. ອາຍຸການເກັບກ່ຽວປະມານ 30 ຫາ 60 ມື້ ( ຕັ້ງແຕ່ເລີ່ມຕົ້ນເກັບຈົນເຖີງເກັບເທື່ອສຸດທ້າຍ ).
ແຫຼ່ງຂໍ້ມູນ: ຄັດຈາກປື້ມ ຂໍ້ແນະນຳ ເຕັກນິກການປູກໝາກຖົ່ວຍັດ, ກອງສົ່ງເສີມກະສິກຳ ແລະ ປ່າໄມ້, ໜ່ວຍງານຝຶກອົບຮົມ CETDU, ພະແນກວິຊາການ, ໂຄງການສົ່ງເສີມກະສິກຳ
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ
ການປູກເຫັດປວກນ້ອຍ
ສາມາດທີ່ຈະໃຊ້ວັດສະດຸອຶ່ນປູກໄດ້ຫຼາຍຢ່າງບໍ່ວ່າຈະເປັນຕົ້ນ ແລະ ໃບຖົ່ວຕ່າງໆ, ຕົ້ນສາລີ, ຜັກຕົບ, ຕົ້ນ ແລະ ໃບກ້ວຍເຊິ່ງສາມາດທີ່ຈະນຳມາເປັນວັດສະດຸປູກໄດ້ທັ້ງນັ້ນ ລ້ວນແລ້ວແຕ່ເປັນວັດສະດຸທີ່ຫາໄດ້ງ່າຍໃນທ້ອງຖິ່ນ. ປັນຫາທີ່ສຳຄັນຢ່າງໜື່ງຂອງການປູກເຫັດປວກນ້ອຍ ຄືການລະລາຍຕົວງ່າຍຂອງດອກເຫັດ ເນື່ອງຈາກເປັນເຫັດທີ່ມີວົງຈອນຊີວິດສັ້ນຫຼາຍບໍ່ເກີນ 36 ຊົ່ວໂມງ. ແຕ່ສ່ວນໃຫຍ່ທີ່ພົບຄືປະມານ 24 ຊົ່ວໂມງເທົ່ານັ້ນໂດຍຕອນເຊົ້າຈະມີຂະໜາດນ້ອຍ ແລະ ໃຫຍ່ຂຶ້ນໃນຕອນສວຍເຊິ່ງຈະຕ້ອງຮີບເກັບ. ຫາກປ່ອຍໄວ້ດອກເຫັດຈະປ່ຽນເປັນສີນ້ຳຕານສູງຂຶ້ນ ແລະ ຂຶ້ນ ໝວກ, ດອກຈະບາງ ແລະ ປ່ຽນເປັນສີດຳ ແລະ ລະລາຍຕົວເປັນທີ່ມີຂອງເຫັດໝຶກເຊິ່ງບໍ່ສາມາດນຳມາບໍລິໂພກຈິ່ງມີໄລຍະເວລາໃຫ້ຜົນຜະລິດຂ້ອນຂ້າງສັ້ນ.
ຂັ້ນຕອນການປູກ.
• ສູດອາຫານສຳລັບກະຕ່າ
– ເຟືອງແຫ້ງ 150 ກິໂລກຼາມ
– ນ້ຳ 400 ລິດ
– ຮຳລະອຽດ 2 ກິໂລກຼາມ
– ປຸ໋ຍແຄຣຊຽມໄນເຕຼສສູດ 15-0-0 4 ກິໂລກຼາມ
– ກາກນ້ຳຕານ 2 ກິໂລກຼາມ
ວິທີການປະຕິບັດ
– ຕົ້ມນ້ຳປະມານ 150 ລິດ ໃນຖັງ ( ຖັງນໍ້າມັນ 200 ລິດທີ່ຜ່າ 3 ໃນ 4 ) ເຕີມຮໍາລະອຽດ 1 ກິໂລກຼາມ, ກາກນໍ້າຕານ 1 ກິໂລກຼາມ, ປຸ໋ຍແຄຣຊຽມໄນເຕຼສສູດ 15-0-0 2 ກິໂລກຼາມ. ປຸ໋ຍຢູເຣຍ 1 ກິໂລກຼາມ. ຕົ້ມຈົນນ້ຳຟົດເປັນອາຍຂຶ້ນມາ.
– ນຳເຟືອງແຫ້ງລົງຕົ້ມ ຫຼື ລວກຈົນນຸ້ມແລ້ວຕັກຂຶນນຳໄປກອງໄວ້
– ນຳພາລາສະຕກມາຄຸມກອງເຟືອງທີ່ລວກແລ້ວ ( ຄຸມໃຫ້ແໜ້ນລະອຽດ ) ບົ່ມປະໄວ້ 1 ຄືນ, ມື້ທີ 2 ຕື່ມ( ແປ້ງເຂົ້າໜຽວປະສົມກັບຮຳລະອຽດໃນອັດຕາ 1/1 ສ່ວນ ) ໃຊ້ອັດຕາ 1 ກຳມືຕໍ່ຫົວເຊື້ອເຫັດ 1 ຖົງ
– ວາງກະຕ່າພາລາສະຕິກສຳລັບປູກເຫັດທີ່ກຽມໄວ້ວາງລົງພື້ນທີ່ສະອາດ ( ປູແຜ່ນຢາງ ຫຼື ເປົາຮອງພື້ນກ່ອນ )
– ນຳກະຕ່າທີ່ຕັດກົ້ນອອກສຸບລົງໃນກະຕ່າປູກອີກຊັ້ນໜື່ງເພື່ອເຮັດເປັນແບບພີມ
– ນຳເຟືອງທີ່ລວກລແລ້ວທີ່ກຽມໄວ້ໃນມື້ທຳອິດໃສ່ລົງໃນກະຕ່າເປັນຊັ້ນໆດັ່ງນີ້:
- ຊັ້ນທີ 1: ໃສ່ເຟືອງລົງໃນກະຕ່າໜາປະມານ 3 – 5 ຊັງຕີແມັດໃຊ້ມືກົດໃຫ້ແໜ້ນໂຮຍເຊື້ອເຫັດທີ່ກຽມໄວ້ໃຫ້ທົ່ວໜ້າເຟືອ
- ຊັ້ນທີ 2: ໃສ່ເຟືອງໜາປະມານ 5 ຫາ 10 ຊັງຕີແມັດ ໃຊ້ມືກົດໃຫ້ແໜ້ນໂຮຍເຊື້ອເຫັດສະເພາະແຄມ ບໍລິເວນຂອບກະຕ່າໃຫ້ຮອບ
- ຊັ້ນທີ 3 ແລະ 4 ປະຕິບັດຄືກັບຊັ້ນທີ 2
- ຊັ້ນທີ 5: ໂຮຍເຊື້ອເຫັດໃຫ້ທົ່ວພື້ນທີ່ເຟືອງແລ້ວຖົມດ້ວຍເຟືອງໜາປະມານ 3 ຫາ 5 ຊັງຕີແມັດ
- ໃຊ້ຕີນຢຽບກ້ອນເຟືອງເບົາໆເພື່ອຕືງກະຕ່າແບບພີມອອກ ແລະ ຈັດກ້ອນເຟືອງໃຫ້ຮຽບຮ້ອຍ
- ນຳກະຕ່າວັດສະດຸທີ່ປູກສຳເລັດແລ້ວມາວາງລວມກັນໄວ້ເຮັດຈົນຄົບ 100 ກະຕ່າແລ້ວນໍາເຂົ້າໄປແຂນບົ່ມໂຮງເຮືອນ.
- ກ່ອນນຳກະຕ່າໄປເຂົ້າໂຮງເຮືອນໃຫ້ຫົດນ້ຳກ່ອນດ້ວຍນ້ຳປຸ໋ຍທີ່ເຢັນແລ້ວຫຼື ນ້ຳລ້າໃສ່ບົວຫົດນ້ຳໂດຍຫົດຜ່ານໆໄປມາພໍປຽກ.
- ນຳກະຕ່າວັດສະດຸເຂົ້າແຂວນ ຫຼື ວາງລຽງໃນໂຮງເຮືອນໂດຍກ່ອນຍ້າຍເຂົ້າໃຫ້ສີດນ້ຳໃນໂຮງເຮືອນໃຫ້ມີຄວາມຊຸ່ມຊື້ນເສຍກ່ອນ.
- ນັບຈາກມື້ທຳອິດທີ່ຍ້າຍວັດສະດຸເຂົ້າໃນໂຮງເຮືອນຈົນຄົບ 5 ມື້ໃຫ້ຮັກສາອຸນນະພູມໃນໂຮງເຮືອນໃຫ້ໄດ້ປະມານ 35 – 38 ອົງສາ ແລະ ຮັກສາຄວາມຊຸ່ມໃຫ້ໄດ້ 80% ໂດຍປິດແຜ່ນຢາງພາລາສະຕິກໂຮງເຮືອນໃຫ້ແໜ້ນ
- ເຫັດປວກນ້ອຍຈະເລີ່ມອອກດອກເຫັດໃຫ້ເກັບຜົນຜະລິດໄດ້ປະມານວັນທີ 5 – 6
ຫຼັງຈາກທີ່ນຳກະຕ່າວັດສະດຸປູກໄປບົ່ມໄວ້ໃນໂຮງເຮືອນ ແລະ ຈະທະຍອຍເກັບດອກເຫັດໄດ້ຕິດຕໍ່ກັນທຸກວັນເປັນເວລາປະມານ 10 ຫາ 15 ວັນ. ປະລິມານຜົນຜະລິດຕໍ່ກະຕ່າວັດສະດຸປູກປະມານ 1 ກິໂລກຼາມ ທັ້ງນີ້ຂື້ນຢູ່ກັບສະພາບພູມອາກາດວ່າເໝາະສົມຕໍ່ການຈະເລີນເຕີບໂຕຂອງດອກເຫັດ. ແຕ່ລະຄັ້ງໃນການປູກ.
ການດູແລ ແລະ ທຳຄວາມສະອາດດອກເຫັດລັງເກັບກ່ຽວ
ດອກເຫັດທີ່ໄດ້ຮັບການເກັບກ່ຽວແລ້ວຍັງຈະເລີນເຕີບໂຕຕໍ່ເນື່ອງຢ່າງວ່ອງໄວ ຫາກເກັບໄວ້ໃນທີ່ມີອຸນນະພູມສູງຈະເຮັດໃຫ້ດອກເຫັດບໍ່ມີຄຸນນະພາບ, ນ້ຳໜັກເບົາ ບານງ່າຍ. ດັ່ງນັ້ນ, ການເກັບກ່ຽວເຫັດປວກນ້ອຍບໍ່ຄວນເກັບໃສ່ພາຊະນະທີ່ອັບ ແລະ ບໍ່ຄວນໃສ່ໃນພາຊະນະປະລິມານຫຼາຍເກີນໄປ. ມັກຈະນິຍົມໃສ່ກະຕ່າປອດໂປ່ງທີ່ສາມາດໃສ່ດອກເຫັດໄດ້ປະລິມານ 4 – 5 ກິໂລກຼາມ. ເມື່ອເຮັດການເກັບກ່ຽວຮຽບຮ້ອຍແລ້ວຄວນຮີບນຳໄປຕັດແຕ່ງເຮັດຄວາມສະອາດແລ້ວນຳໄປຈຳໜ່າຍໂດຍໄວ. ຖ້າປ່ອຍປະໄວ້ດອກເຫັດຈະບານ ແລະ ກາຍເປັນສີດຳຢ່າງວ່ອງໄວເນື່ອງຈາກມີການລະລາຍຕົວ. ແຕ່ຖ້າຕ້ອງການຕໍ່ອາຍຸການເກັບຮັກສາຄວນເກັບໄວ້ໃນຕູ້ເຢັນທີ່ອຸນນະພູມ 8 -10 ອົງສາ ສາມາດເກັບໃນຮູບເຫັດສົດໄດ້ດົນໄດ້.
ແຫຼ່ງຂໍ້ມູນ: ອາຈານ ພິໄຊ ສົມບູນວົງ ນັກວິຊາການຊຳນານການກະເສດ ສຳນັກວິໄຈ ແລະ ສົ່ງເສີມວິຊາການກະເສດ, ມະຫາວິທະຍາໄລແມ່ໂຈ້ ໂທ: 053 -873938-9
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:
ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ
ການປູກໝາກເຜັດຂີ້ໜູ
ໝາກເຜັດຂີ້ໜູປູກໄດ້ດີໃນດິນເກືອບທຸກຊະນິດແຕ່ດິນ ທີ່ເໝາະສົມທີ່ສຸດຄື ດິນປົນຊາຍທີ່ມີການລະບາຍນ້ຳໄດ້ດີ ມີຄວາມເປັນກົດເປັນດ່າງຂອງດິນ 6.0 ຫາ 6.8 ປູກໄດ້ຕະຫຼອດປີ. ໝາກເຜັດຂີ້ໜູເປັນພືດທີ່ໃຊ້ສ່ວນໝາກບໍລິໂພກໃນຮູບຂອງໝາກສົດ ແລະ ໝາກແຫ້ງ ແລະ ສາມາດໃຊ້ປະກອບອາຫານໄດ້ຫຼາຍຊະນິດມີລົດເຜັດ.
ການກຽມດິນ.
– ໃຊ້ສຽມ ຫຼື ຈົກຂຸດໜ້າດິນເລິກປະມານ 15 ຫາ 20 ຊັງຕີແມັດ, ກຽມເຮັດເປັນໜານກວ້າງ 1 ແມັດ.
– ປະສົມຝຸ່ນຄອກ ຫຼື ຝຸ່ນໝັກທີ່ລະລາຍຕົວດີແລ້ວຄົນດິນ ແລະ ຝຸ່ນໃຫ້ເຂົ້າກັນດີ
– ປັບໜ້າດິນໃຫ້ລະອຽດ ແລະ ພຽງ
– ຫວ່ານເມັດໃຫ້ທົ່ວໜານ
– ໃຊ້ແກບ ຫຼື ເຟືອງເຂົ້າບາງໆຖົມໜ້າດິນ
– ຫົດນ້ຳໃຫ້ຊຸ່ມ
– ອາຍຸຂອງເບ້ຍທີ່ຄວນຍ້າຍປູກປະມານ 25 ຫາ 30 ວັນ.
ການກຽມໜານປູກ ແລະ ຍ້າຍເບ້ຍ.
– ໃຊ້ສຽບ ຫຼື ຈົກຂຸດໜ້າດິນໃຫ້ເລິກ 15 ຫາ 20 ຊັງຕີແມັດ, ເຮັດໜານກວ້າງຂະໜາດ 1 ແມັດ, ຍາວຕາມຄວາມເໝາະສົມຂອງພື້ນທີ່.
– ປະສົມຝຸ່ນຄອກ ຫຼື ຝຸ່ນໝັກໃຫ້ເຂົ້າກັບດິນ
– ຂຸດຂຸມປູກໂດຍໃຊ້ໄລຍະຫ່າງລະຫວ່າງຕົ້ນ 30 ຊັງຕີແມັດ. ລະຫວ່າງແຖວ 70 ຫາ 80 ຊັງຕີແມັດ
– ຮອງກົ້ນຂຸມດ້ວຍຝຸ່ນເຄມີສູດ 15-15-15 ອັດຕາສ່ວນຂຸມລະ ½ ບ່ວງແກງ, ທັບໜ້າຝຸ່ນເຄມີດ້ວຍຝຸ່ນຄອກຂຸມລະ 1 ກະໂປະໝາກພ້າວ
– ຫຼົກແຍກເບ້ຍໝາກເຜັດລົງປູກຂຸມລະ 1 ຕົ້ນ ແລະ ຫົດນ້ຳໃຫ້ຊຸ່ມ.
ການດູແລຮັກສາ.
ການໃສ່ຝຸ່ນ.
ແນະນຳໃຫ້ໃສ່ຝຸ່ນເຄມີສູດ 15-15-15 ຫຼື 13-13—21 ໂດຍໂຮຍຫ່າງຈາກລຳຕົ້ນ 5 ຊັງຕີແມັດ ແລະ ຫົດນ້ຳຕາມທັນທີ. ຫຼື ຈະໃຊ້ຝຸ່ນຄອກ ຫຼື ຝຸ່ນໝັກຢ່າງສະໝ່ຳສະເໝີໂດຍໃຊ້ຝຸ່ນເຄມີນ້ອຍລົງ
ການໃຫ້ນ້ຳ.
ຄວນໃຫ້ນ້ຳຢ່າງສະໝ່ຳສະເໝີທຸກວັນຢ່າໃຫ້ຂາດນ້ຳໂດຍສະເພາະຊ່ວງທຳອິດຫຼັງຍ້າຍເບ້ຍປູກ
ການພວນດິນ
ຄວນພວນດິນ ແລະ ກຳຈັດວັດຊະພືດໃນໄລຍະທຳອິດຢ່າປ່ອຍໃຫ້ວັດສະພືດຂຶ້ນຫຼາຍເພາະຈະຍາດແຍ່ງອາຫານຂອງໝາກເຜັດໄດ້.
ການເກັບກ່ຽວ
ໝາກເຜັດຂີ້ໜູເປັນພືດທີ່ມີອາຍຸເກັບກ່ຽວໄດ້ຫຼັງຍ້າຍເບ້ຍລົງປູກ 60 ຫາ 90 ວັນ. ການເກັບກ່ຽວຄວນເກັບທຸກໆ 5 ຫາ 7 ວັນ ໂດຍໃຊ້ວິທີເດັດເທື່ອລະໝາກຢ່າເກັບທັງຊໍ່ເພາະໝາກແຕ່ລະຊໍ່ແກ່ບໍ່ພ້ອມກັນ. ໝາກເຜັດຂີ້ໜູສາມາເກັບໄວ້ຍາວນານໄດ້ເຖີງ 6 ເດືອນ.
ແຫຼ່ງຂໍ້ມູນ: http://thaihow.tripod.com
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:
ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ