Monthly Archives: February 2023

ການປະສົມພັນປາຄັດລາແບບເຄິ່ງທຳມະຊາດ

ປາຄັດລາ ( Catlocarpio siamensis ) ຊື່ສາມັນ Giant carp ເປັນປານໍ້າຈືດ ມີເກັດໃຫ່ຍ, ລຳຕົວມີສີເທົາປົນດຳ ຫຼື ຊົມພູຂາວໃນບາງໂຕ ຊຶ່ງມັກພົກໃນເພດແມ່ເປັນສ່ວນໃຫ່ຍ, ຄີມີສີແດງ . ເກັດມີຂະໜາດໃຫ່ຍ, ເກັດທີ່ເສັ້ນຂ້າງລຳຕົວມີປະມານ 39-41 ເກັດ. ສ່ວນຫົົວມີຂະໜາດໃຫ່ຍ ບໍ່ມີໜວດ, ປາກບໍ່ມີແຂ້ວ ແຕ່ມີແຂ້ວໃນລຳຄໍ ແບ່ງ ອອກເປັນ 2 ແຖວ, ແຖວລະ 4 ຊີ່, ມີຊີ່ເຫງືອກປະມານ 98-110 ຊີ່, ມີຂະໜາດຄວາມຍາວລຳໄສ້ປະມານ 3 ເທົ່າ ຂອງລຳຕົວ, ກ້ານຄີຫຼັງມີ 14-16 ອັນ, ຄີທຸກຄີມີສີແດງ

1. ການຄັດເລືອກພໍ່ແມ່ພັນ
ການຄັດເລືອກພໍ່ແມ່ພັນປາຄັດລາ ປາຜູ້ຈະມີລຳຕົວຂະໜາດນ້ອຍ ແລະ ລຽວກວ່າເພດແມ່ ສ່ວນທ້ອງແບນຮຽບ, ມີສີດຳຄໍ້າກວ່າໂຕແມ່ ແລະ ບໍລິເວນຮອບໆຊ່ອງເພດມີຕຸ່ມຍື່ນອອກມາ ເມືອເຮົາບີບທ້ອງເບົາໆຈະມີນໍ້າເຊື່ອໄຫຼອອກມາທາງຊ່ອງເປີດ, ຊິ່ງມີຮູບຮ່າງກົມ ແລະ ນ້ອຍ. ສ່ວນປາເພດແມ່ນັ້ນຈະມີຂະໜາດໃຫ່ຍກວ່າເພດຜູ້ ລຳຕົວສັ້ນ, ປ້ອມ. ປາເພດແມ່ທີ່ໄຂ່ແກ່ ສ່ວນທ້ອງຈະເປ່ງ ແລະ ນິ່ມ, ຊ່ອງເປີດມີລັກສະນະເປັນຮູບໄຂ່ ບວມນູນ ເປີດກວ້າງ ແລະ ມີີຊົມພູ ຫຼືແດງ.

2. ການປະສົມພັນປາຄັດລາໂດຍການປະສົມພັນທຽມ
2.1 ອຸປະກອນ
– ບໍສີເມັນຂະໜາດ 50 ຊັງຕີແມັດ ເພື່ອພັກພໍ່ແມ່ພັນຫຼັງຈາກສັກຮໍໂມນຄັ້ງທີ່ 1 ແລະ 2
– ອຸປະກອນໃນການປະສົມພັນທຽມ
– ຖົງຟັກໄຂ່ເປັນຮູບກວຍ
– ກະຊັງມຸ້ງໃນລ່ອນ ໃຊ້ຜ້າໃນລອນຕາຖີ່ເຍີບເປັນກະຊັງສີຫລຽມຂະໜາດ 1,5-2 ແມັດ, ເລີກ 90 ຊັງຕີແມັດ ວາງໃນບໍສີເມັນເພື່ອລ້ຽງລູກປານ້ອຍຫຼັງຈາກທີ່ຟັກອອກມາເປັນຕົວໃໝ່ໆຊຶ່ງຍ້າຍຈາກຖົງຟັກໄຂ່

3. ຮໍໂມນ ແລະ ປະລິມານໃນການໃຊ້
ໃນການປະສົມພັນປາຄັດລາດ້ວຍວິທີສັກຮໍໂມນ ໃຊ້ຮໍໂມນ 2 ປະເພດຄື: ຮໍໂມນຈາກຕ່ອມໃຕ້ສະໜອງປາຄັດລາ ແລະ ຮໍໂມນສັງເຄາະຄໍຮີໂອນິດ ( Chorionic Gonadotropin ) ຫຼື ເອີ້ນສັ້ນໆວ່າ ຊີຈີ. ສຳລັບຕ່ອມໃຕ້ສະໜອງປາຄັດລາຈະນ້ອຍຫຼາຍປາທີ່ມີໄຂ່ ແລະ ນໍ້າເຊື່ອທີ່ສົມບູນ. ໂດຍທົ່ວໄປຕ່ອມມີຂະໜາດເສັ້ນຜ່ານສູນກາງປະມານ 0,5 ຊັງຕີແມັດ. ຊຶ່ງໃຫ່ຍກວ່າປາຊະນິດອື່ນ ສ່ວນ ຊີຈີ ເປັນສ່ວນປະສົມທີ່ສະກັດຈາກປັດສະວະຍິງທີ່ກຳລັງຖືພາ ແລະ ຕ່ອມໃຕ້ສະໜອງສ່ວນໜ້າຂອງສັດລ້ຽງລູກດ້ວຍນົມມີຂາຍຕາມທ້ອງຕະຫຼາດ
 ປະລິມານຮໍໂມນທີ່ໃຊ້ໃນການສັກ 2 ຄັ້ງຄື:
– ຄັ້ງທີ່ 1 : 0,5-,075 ໂດສ ຜະສົມ ຊີຈື 50-100 ໜ່ວຍສາກົນ
– ຄັ້ງທີ່ 2: 1,5-2,0 ໂດສ ປະສົມ ຊີຈີ 150-250 ໜ່ວຍສາກົນ

4. ການສັກຮໍໂມນ
ການກຽມຕ່ອມໃຕ້ສະໜອງກ່ອນສັກ ນຳຕ່ອມໃຕ້ສະໜອງມາບົດປະສົມກັບນໍ້າກັ່ນບໍລິສຸດ 1 ຊີຊີ ແລະ ປະສົມດ້ວຍ ຊີຈີ. ໃຊ້ເຂັມສັກຢາດູດສານລະລາຍຕາມປະລິມານທີ່ຕ້ອງການເພື່ອນຳໄປສັກໃຫ້ແມ່ປາ ສຳລັບປາເພດຜູ້ສ່ວນຫຼາຍມີນໍ້າເຊື່ອດີບໍ່ຕ້ອງສັກ
ຕຳແໜ່ງທີ່ສັກຄີບໍລິເວນກ້າມເນື້ອໂຄນຄີຫູ ຊຶ່ງເປັນບໍລິເວນທີ່ບໍ່ມີເກັດ ເນື່ອງຈາກປາຄັດລາມີເກັດຂະໜາດໃຫ່ຍ ແລະ ຍາກຕໍ່ການສັກບໍລິເວນກ້າມເນື້ອ, ດັ່ງນັ້ນບໍລິເວນໂຄນຄືຫູຈື່ງເໝາະສົມທີ່ສຸດສຳລັບການສັກ. ໂດຍການປັກເຂັມລົງໄປໃຫ້ເກືອສຸດເຂັມຈື່ງປ່ອຍນໍ້າຢາແລ້ວນຳປາໄປຟັກໄວ້ໃນບໍສີເມັນ ແລະ ໃນໄລຍະເວລາໃນການສັກແມ່ນຕອນບ່າຍເພື່ອໃຫ້ປາວາງໄຂ່ໃນຕອນເຊົ້າ. ໂດຍການສັກ 2 ຄັ້ງ ໄລຍະຫ່າງຂອງຄັ້ງທີ່ 1 ແລະ ຄັ້ງທີ່ 2 ປະມານ 6-8 ຊົ່ວໂມງ. ຫຼັງຈາກສັກຄັ້ງທີ່ 2 ແລ້ວປະມານ 6 ຊົ່ວໂມງ ຈຶ່ງເຮັດການກວດສອບເພື່ອທຳການຮີດໄຂ່


 ການສັກໄຂ່ປະສົມນໍ້າເຊື້ອ
ຫຼັງຈາກສັກຮໍໂມນໃຫ້ປາໂຕແມ່ຄັ້ງທີ່ 2 ປະມານ 6 ຊົ່ວໂມງ ກໍ່ກວດເບິ່ງແມ່ປາໂດຍການບີບທີ່ທ້ອງເບົາໆບໍລິເວນສ່ວນຕົ້ນໆຖ້າໄຂ່ສຸກເຕັມທີ່ພ້ອມທີ່ຈະປະສົມພັນໄດ້ແລ້ວໄຂ່ຈະໄຫຼອອກມາທາງຊ່ອງເປີດອະໄວຍະວະເພດ. ນຳແມ່ປາມາເຊັດລຳຕົວໃຫ້ແຫ້ງແລ້ວຮີດໄຂ່ລົງໃນຊາມທີ່ເຊັດແຫ້ງ ແລະ ສະອາດ ແລ້ວຮີດນໍ້າເຊື້ອຈາກຄົວຜູ້ປະສົມລົງໄປ. ການປະສົມໄຂ່ກັບນໍ້າເຊື່ອໃຊ້ວີທີແບບແຫ້ງແລ້ວເຕີມນໍ້າໂດຍໃຊ້ຂົນໄກ່ຄົນໄປມາເບົາໆໃຫ້ໄຂ່ ແລະ ນໍ້າເຊື້ອເຂົ້າກັນດີແລ້ວຈິ່ງເຕີມນໍ້າສະອາດພໍທ່ວມໄຂ່ ໃຊ້ຂົນໄກ່ຄົນອີກ ແລະ ເທນໍ້າຖິ່ມເຮັດແບບນີ້ອີກ 2-3 ຄັ້ງ ຈົນໄຂ່ສະອາດ ຈຶ່ງນຳໄປຟັກໃນຖົງຟັກໄຂ່ທີ່ກຽມປະໄວ້ປະມານ 10,000-15,000 ໜ່ອຍ/ຖົງຟັກໄຂ່1ຖົງ. ໄຂ່ປາຄັດລາຈະມີລັກສະນະສີນໍ້າຕານເຂັ້ມ, ຂະໜາດຂອງໄຂ່ມີເສັ້ນຜ່ານສູນກາງປະມານ 1-2 ມິນລີ

5. ການຟັກໄຂ່
ໄຂ່ປາຄັດລາຈະມີລັກສະນະເຄື່ງຈົມເຄິ່ງລອຍ ເຊັ່ນກັບໄຂ່ປາປາກ ແລະ ໄຂ່ປາຈີນ ໃນຄະນະທີ່ຍັງບໍ່ຖືກນໍ້າມີເສັ້ນຜ່ານສູນກາງປະມານ 1-2 ມມ. ຫຼັງຈາກຖືກນໍ້າແລ້ວໄຂ່ຈະດູດນໍ້າເປືອກໄຂ່ຈະຂະຫຍາຍພອງໂຕ. ພາຍໃນມີລັກສະນະຄ້າຍວຸ້ນຢູ່ຮອບໄຂ່ແດງ ໄຂ່ຈະໃຫ່ຍຂື້ນມີເສັ້ນຜ່ານສູນກາງ 3-4 ເທົ່າ ດັ້ງນັ້ນໃນການຟັກໄຂ່ເພື່ອໃຫ້ໄຂ່ມີານເຄື່ອນໄຫວຕະຫຼອດເວລາ ຈຶ່ງຕ້ອງໃຊ້ກວຍຟັກໄຂ່ທີ່ມີນໍ້າຜ່ານເຂົ້າໃນຖົງຟັກໄຂ່ທາງກວຍໃຕ້ຖົງໂດຍໃຊ້ສາຍຢາງຕໍ່ເຂົ້າໄປ. ໄຂ່ຈະຟັກໄຂ່ອອກເປັນໂຕພາຍໃນເວລາ 11-13 ຊົ່ວໂມງ, ທີ່ອຸຫະພູມ 29-30 ອົງສາ ຫຼັງຈາກທີ່ໄຂ່ຟັກຕົວໃນຖົງໄຂ່ໝົດແລ້ວ ຕ້ອງຟ້າວຍ້າຍລູກປາໄປອານຸບານໃນກະຊັງຜ້າມຸ້ງໃນລ່ອນ ຫຼື ໃນຕູ້ແກ້ວຕໍ່ໄປ

6. ການອານຸບານລຸກປາຄັດລາ
ລູກປາຄັດລາທີ່ຟັກອອກມາເປັນໂຕໃໝ່ໆມີຄວາມຍາວປະມານ 5-6 ມມ ມີຖົງໄຂ່ແດງຕິດຢູ່ ຊຶ່ງຈະຍຸບໝົດພາຍໃນ 3 ວັນ ຫຼັງຈາກໄຂ່ແດງຍຸບໝົດພາຍໃນ 3 ວັນ ຫຼັງຈາກໄຂ່ແດງຍຸບແລ້ວ ລຳຕົວໄສ, ຍາວ, ອະໄວຍະວະເພດຍັງບໍ່ຄົບທຸກສ່ວນຈົນກວ່າ 13-15 ວັນ ຈຶ່ງຈະມີອະໄວຍະວະຄົບທຸກສ່ວນ ຫຼັງຈາກນັ້ນ 1 ເດືອນ ຈະມີສີແດງຕາມຄີຈະເຫັດໄດ້ຊັດເຈນ


ສຳລັບອາຫານລູກປາຄັດລາ ໃນໄລຍະທີ່ລູກປາອາຍຸໄດ້ 3 ວັນ ຫຼັງຈາກທີ່ຖົງໄຂ່ແດງຍຸບຄວນໃຫ້ອາຫານໄຂ່ແດງຕົ້ມບົດລະອຽດ ໄລຍະນີ້ລູກປາຍັງບໍ່ກິນໄຮນໍ້າ, ຈົນລູກປາອາຍຸໄດດ້ 7 ວັນ ຈຶ່ງເລີ່ມໃຫ້ໄຮນໍ້າຊຶ່ງລູກປາສາມາດກິນໄຮນໍ້າໄດ້ແລ້ວ ແລະ ຫຼັງຈາກລູກປາອາຍຸໄດ້ 20 ວັນ ຈຶ່ງໃຫ້ໄຄນໍ້ານຳໃນບາງມື້. ເມື່ອລູກປາອາຍຸໄດ້ 1 ເດືອນ ກໍ່ຍ້າຍລູກປາໄປລ້ຽງໃບໜອງທີ່ກຽມໄວ. ສຳລັບອາຫານນັ້ນນິຍົມປັບປະລິມານຕາມນໍ້າໜັກປາ ເຊັ່ນ: 5 ວັນທຳອິດ ໃຫ້ອາຫານນໍ້າໜັກເທົ່າກັບນໍ້າໜັກປາ. ເມືອປ່ອຍປາ 5 ວັນ ທີ່ 2 ແລະ 5 ວັນທີ 3 ໃຫ້ອາຫານ 2 ເທົ່າ ແລະ 3 ເທົ່າ ຂອງນໍ້າໜັກປາທີ່ປ່ອຍຕາມລຳດັບ,

ແຫຼ່ງຂໍ້ມູນ:

https://sites.google.com/site/4girlhrm/kar-pheraa-phanthu-pla-kraho

https://www.wikiwand.com/th/ปลากระโห้

 

 

 

 

ວິທີການປູກພືດແບບປະສົມປະສານໃນພື້ນທີ່ຄ້ອຍຊັນ

ສປປ ລາວ ເປັນປະເທດທີ່ມີພື້ນທີ່ພູພຽງ, ພູດອຍກວມປະມານ 80%, ຂອງເນື້ອທີ່ທົ່ວປະເທດ. ຊາວກະສິກອນໃນເຂດດັ່ງກ່າວອາໃສການປູກພືດ ແລະ ລ້ຽງສັດເປັນອາຊີບຫຼັກ. ການປູກພືດຂອງຊາວກະສິກອນພົບກັບຄວາມສ່ຽງ ແລະ ມີຂໍ້ຈຳກັດຫຼາຍດ້ານເຊັ່ນ: ຄວາມບໍ່ຮາບພຽງຂອງເນື້ອທີ່ດິນ, ຂາດຄວາມຮູ້ໃນການຈັດການດິນທີ່ຖືກຕ້ອງ. ການນຳໃຊ້ກົນຈັກເຂົ້າຊ່ວຍໃນການກຽມດິນແມ່ນມີຄວາມຫຍຸງຍາກ, ການເຊາະເຈື່ອນຂອງດິນລວມທັງການສູນເສຍນໍ້າ ແລະ ທາດອາຫານພືດເກີດຂື້ນຢ່າງຕໍ່ເນື່ອງ ຊຶ່ງເປັນສາເຫດເຮັດໃຫ້ສະມັດຕະພາບການຜະລິດຕໍ່າລົງຢ່າງໄວວາ. ບໍ່ມີຄວາມໝັ້ນຄົງໃນການນຳໃຊ້ພື້ນທີ່ດິນ, ເປັນສາເຫດເຮັດໃຫ້ມີຄວາມຕ້ອງການພື້ນທີ່ໃໝ່ສຳລັບການຜະລິດເພີ່ມຂື້ນ ຫຼື ເວົ້າວ່າອາຊີບເຮັດໄຮ່ແບບເລື່ອນລອຍ. ສະນັ້ນ, ການປູກພືດແບບປະສົມປະສານເປັນທາງເລືອກໜຶ່ງສຳລັບຊາວກະສິກອນເຂດດັ່ງກ່າວ ທີ່ຈະຊ່ວຍປັບປຸງບຳລຸງດິນ, ຫຼຸດຜ່ອນການສູນເສຍດິນຈາກການເຊາະເຈື່ອນ ແລະ ເພີ່ມສະມັດຕະພາບການຜະລິດ ແລະ ສ້າງລາຍໄດ້ແກ່ຊາວກະສິກອນ.

(ສະພາບການຜະລິດໃນເຂດພື້ນທີ່ຄ້ອນຊັນ)

1. ຜົນປະໂຫຍດຂອງລະບົບການປູກພືດປະສົມປະສານ
– ໄດ້ຫຼາກຫຼາຍຜົນຜະລິດພືດໃນພື້ນທີ່ດຽວ
– ຫຼຸດຜ່ອນການເຊາະເຈື່ອນດິນຊັ້ນໜ້າຈາກນໍ້າຝົນໃນພື້ນທີ່ຄ້ອຍຊັນ
– ຮັກສາສະພາບໜ້າດິນ ແລະ ປັບປຸງໃຫ້ດິນຄ່ອຍໆດີຂື້ນ
– ເຮັດໃຫ້ຊາວກະສິກອນມີອາຊີບຄົງທີ່ ແລະ ສະມັດຕະພາບການຜະລິດຄ່ອຍເພີ່ມສູງຂື້ນ
– ຄວບຄຸມວັດຊະພືດໄດ້ດີ ແລະ ຫຼຸດຜ່ອນການເກີດພະຍາດ ແລະ ແມງໄມ້ສັດຕູພືດ
– ຫຼຸດຜ່ອນການລົງທຶນຊື້ຝຸ່ນວິທະຍາສາດ ແລະ ຢາປາບສັດຕູພືດຈາກຕ່າງປະເພດ

2. ວິທີການປູກພືດປະສົມປະສານໃນເຂດພື້ນທີ່ຄ່ອຍຊັນ
2.1 ວິທີການປູກສາລີປະສົມກັບພືດຕະກຸນຖົ່ວ
 ວິທີທີ່ 1 ປູກພືດໝູນວຽນ: ແມ່ນການພັດປ່ຽນກັນປູກ 2 ພືດຂື້ນໄປໃນພື້ນທີ່ດຽວກັນ ຕົວຢ່າງ: ປູກສາລີກ່ອນໃນລະດູນີ້ ລະດູຕໍ່ໄປປູກພືດຕະກຸນຖົ່ວໃນພື້ນທີ່ດັ່ງກ່າວ

(ການປູກສາລີໜູນວຽນກັບພືດຕະກຸນຖົ່ວ)

 ວິທີການປູກສາລີ: ໄລຍະຫ່າງຂອງການປູກສາລີແມ່ນ 70 x 30 ຊັງຕີແມັດ, ໃສ່ 2 ເມັດ/ຂຸມ ປະລິມານແນວພັນສາລີທີ່ໃຊ້ 18-20 ກິໂລ/ເຮັກຕາ
 ການໃສ່ຝຸ່ນສາລີ: ໃສ່ຢູ່ 3 ໄລຍະ (ໃສ່ຮອງພື້ນພ້ອມປູກຝຸ່ນສູດ 15-15-15 ຫຼື 16-8-8 ໃນອັດຕາ 100 ກິໂລ/ເຮັກຕາ, ຫຼັງປູກ 30-35 ວັນ ແລະ ຫຼັງປູກ 55-60 ວັນ ຝຸ່ນສູດ 46-00-00 ໃນອັດຕາ 100 ກິໂລ/ເຮັກຕາ) ສຳລັບວິທີການໃສ່ແມ່ນເຮັດເປັນຮ່ອງ ຫຼື ເປັນຂຸມ ຫຼັງຈາກທີ່ໃສ່ຝຸ່ນລົງໄປແລ້ວໃຫ້ພວນດິນປົກ ຫຼື ຖົມ

 ວິທີການປູກພືດຕະກຖນຖົ່ວ: ໄລຍະຫ່າງລະຫວ່າງແຖວ ແລະ ຕົ້ນ 50 x 30 ຊັງຕີແມັດ ຫຼື 40 x 40 ຊັງຕີແມັດ ຂື້ນກັບຄວາມເໝາະສົມຂອງພືດຕະກຸນຖົ່ວແຕ່ລະຊະນິດ, ໃສ່ຂຸມລະ 3-5 ແກ່ນ, ຊື່ງໃຊ້ອັດຕາແນວພັນ 25-30 ກິໂລ/ເຮັກຕາ
 ວິທີ 2 : ປູກພືດແບບຕໍ່ເນື່ອງ: ທັງສອງພືດຈະປູກພືດໃນພື້ນທີ່ດຽວກັນແຕ່ຕ່າງເວລາປູກ, ປູກສາລີ ເມື່ອອາຍຸສາລີໄດ້ 75-80 ວັນ ຈຶ່ງປູກຖົ່ວສັບຫວ່າງສາລີ, ຄວນເລືອກພືດຕະກຸນຖົ່ວທີ່ຕ້ອງການແສງໜ້ອຍ. ເມືອເກັບກູ້ສາລີແລ້ວຕັດຫຼືລົ້ມຕົ້ນສາລີລົງຈະເປັນສວນຖົ່ວ, ເມື່ອເກັບກູ້ຜົນຜະລິດຖົ່ວອອກແລ້ວປູກສາລີໃສ່ເຮັດຕໍ່ເນື່ອງກັນໄປເລື້ອຍໆ

2.2 ການປູກພືດສະຫຼັບເປັນແຖບ
ການປູດພືດແບບສະລັບເປັນແຖບແມ່ນການປູກ 2-3 ພືດສັບກັນຢ່າງເປັນລະບົບຕັດຕາມຄວາມຄ້ອຍຊັນຂອງພື້ນທີ່ ເຊັ່ນ: ຖົ່ວດິນ, ຖົ່ວເຫຼືອງ, ຖົ່ວຂຽວ, ຖົ່ວອື່ນໆ. ສະຫຼັບສາລີ ແລະ ເຂົ້າໄຮ່ສາມາດຊ່ວຍໃຫ້ຜົນຜະລິດເພີ່ມຂື້ນ ທັງເປັນການປັບປຸງດິນມີຄວາມອຸດົມສົມບຸນ(ຫຼັງເກັບກ່ຽວຫ້າມຈູດເສດພືດຕ່າງໆ)

(ການປູກພືດເປັນແຖບໃນພື້ນທີ່ຄ້ອຍຊັນ)

 ຜົນດີຂອງການປູກພືດສະຫຼັບເປັນແຖບ
– ຊ່ວຍຫຼຸດຜ່ອນຄວາມໄວຂອງນໍ້າໄຫຼບ່າໃນພື້ນທີ່ປູກພືດ
– ຊ່ວຍເພີ່ມການຊຶມຊັບນໍ້າລົງໃນດິນໄດ້ດີຂຶ້ນ, ເຮັດໃຫ້ດິນມີຄວາມຊຸມເປັນປະໂຫຍດຕໍ່ພືດປູກ
– ເຮັດໃຫ້ນໍ້າໄຫຼບ່າໜ້າດິນກະຈາຍຢ່າງສະໝໍ່າສະເໝີໄປທົ່ວພື້ນທີ່, ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມແຮງຂອງການກັດເຊາະໜ້າດິນລົງ
– ເປັນຄັນຮອງຮັບຕະກອນດິນທີ່ໄຫຼລົງມາ

3 ການປູກສາລີປະສົມຫຍ້າອາຫານສັດເປັນແລວກັນເຈື່ອນ(ຄັນພືດ)
ເປັນວິທີທີ່ເໝາະສົມກັບຄວາມຄ້ອນຊັນແຕ່ 30% ຂື້ນໄປ ໂດຍໃຊ້ຫຍ້າອາຫານສັດທີ່ມີຮາກເລີກ ແລະ ຮາກຫຼາຍ ປູກເປັນຄັນປ້ອງກັນເຊາະເຈື່ອນ. ການປູກເປັນແລວຄວນປູກໃນຕົ້ນເດືອນພືດສະພາຊ່ວງດິນມີຄວາມຊຸ່ມ ໄລຍະຫ່າງຂອງແປງສາລີແມ່ນຂື້ນກັບລະດັບຄວາມຄ້ອນຊັນຂອງພື້ນທີ່ ສຳລັບຄວາມກວ້າງຂອງຫຍ້າອາຫານສັດ (ຄັນພືດ) ແມ່ນ 1 ແມັດ

(ການປູກສາລີປະສົມກັບຫຍ້າອາຫານສັດ)

 ຜົນດີຂອງການປູກພືດເປັນແລວຕ້ານເຈື່ອນ
– ຫຼຸດຜ່ອນຄວາມແຮງຂອງນໍ້າໄຫຼບ່າໜ້າດິນ
– ຊ່ວຍປ້ອງກັນການເຊາະເຈື່ອນຂອງດິນປູກຝັງໄດ້ດີ
– ຊ່ວຍສະສົມທາດອາຫານຂອງພືດຕາມແລວຄັນພືດ, ຕະພັກດິນ, ປັບປຸງຄຸນນະພາບຂອງດິນໃຫ້ດີຂື້ນ ເຮັດໃຫ້ຊາວກະສິກອນນຳໃຊ້ພື້ນທີ່ໄດ້ຍາວນານ
– ຊ່ວຍເພີ່ມຜົນຜະລິດ ແລະ ລາຍໄດ້ໃນໄລຍະສັ້ນ ແລະ ໄລຍະຍາວ
– ຫຍ້າອາຫານສັດທີ່ປູກເປັນແລວກັນເຈື່ອນສາມາດຕັດໄປລ້ຽງສັດເຮັດໃຫ້ຊາວກະສິກອນມີລາຍຮັບເພີ່ມ

4 ການປູກສາລີປະສົມໄມ້ໃຫ້ໝາກ
ໄມ້ໃຫ້ໝາກເປັນພືດທີ່ຕ້ອງໃຊ້ເວລາ 3 ປີຂື້ນໄປຈຶ່ງໄດ້ເກັບກູ້ຜົນຜະລິດ. ສະນັ້ນ, ເພື່ອເປັນການນຳໃຊ້ພື້ນທີ່ໃຫ້ເກີດປະໂຫຍດ ແລະ ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ. ຄຽງຄູ່ກັບການປູກສາລີອາດຈະປູກສາລີໄປພ້ອມກັນໃນພື້ນທີ່ນັ້ນ. ໄລຍະຫ່າງຂອງການປູກໄມ້ໃຫ້ໝາກຂື້ນກັບແຕ່ລະປະເພດ. ໄລຍະຫ່າງຂອງຕົ້ນສາລີແມ່ນ 70 x 30 ຊັງຕີແມັດ ສະນັ້ນ, ປູກສາລີຕາມຫວ່າງຂອງໄມ້ໃຫ້ໝາກຕໍ່ເນື່ອງ 2-3 ປີ ຈົນກວ່າໄມ້ໃຫ້ໝາກຈະໃຫຍ່ ຫຼື ອີກວິທີໜຶ່ງແມ່ນປູກໄມ້ໃຫ້ໝາກຕາມຕະພັກດິນເປັນຄູກັນເຈື່ອນສາມາດໄດ້ຜົນຜະລິດທັງ 2 ຢ່າງໃນພື້ນທີ່ດຽວກັນ

(ການປູກໄມ້ໃຫ້ໝາກໃສ່ຄັນພືດປ້ອງກັນດິນເຊາະເຈື່ອນ)

 ຜົນດີຂອງຄັນພືດ
– ປ້ອງກັນການເຊາະເຈື່ອນຂອງດິນໄດ້ດີ
– ຮັກສາຄວາມຊຸ່ມຂອງດິນ, ຊ່ວຍເຮັດໃຫ້ຕົ້ນໄມ້ຈະເລີນເຕີບໂຕໄດ້ດີ
– ເຮັດໃຫ້ຊາວກະສິກອນມີລາຍຮັບຈາກສາລີ ແລະ ໄມ້ໃຫ້ໝາກຕໍ່ຫົວໜ່ວຍພື້ນທີ່ສູງຂື້ນ
– ຟຸ່ມໄມ້ໃຫ້ໝາກສາມາດເປັນທີ່ກຳບັງເວລາມີຝົນ ຫຼື ລົມພັດແຮງປ້ອງກັນບໍ່ໃຫ້ຕົ້ນສາລີຫັກລົ້ມໄດ້ງ່າຍ
ເປັນການນຳໃຊ້ພື້ນທີ່ຢ່າງມີປະສິດທິຜົນ

ແຫຼ່ງຂໍ້ມູນ: ການປູກພືດແບບປະສົມປະສານໃນພື້ນທີ່ຄ້ອຍຊັນ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ວິທີການຜະລິດ ແລະ ນຳໃຊ້ຝຸ່ນຂີ້ກະເດືອນ

ຝຸ່ນຂີ້ກະເດືອນ (Vermicompost) ເປັນຝຸ່ນທີ່ໄດ້ຈາກການນຳໃຊ້ຂີ້ກະເດືອນຍ່ອຍສະລາຍວັດສະດຸທຳມະຊາດ. ເມື່ອຖ່າຍເທອອກມາຈະມີລັກສະນະເປັນເມັດນ້ອຍໆມີສີຂື້ນກັບວັດສະດຸຸຸຸຸຸທີ່ນຳມາໃຫ້ຂີ້ກະເດືອນຍ່ອຍ. ບັນດາທາດອາຫານຖກປົດປ່ອຍອອກມາຢູ່ໃນຮູບສານລະລາຍ ເມືອນຳໄປໃສ່ໃນດິນພືດສາມາດດູດໄປນຳໃຊ້ໄດ້ເພາະຝຸ່ນຈະມີຄວາມເຢັນບໍ່ເປັນອັນຕະລາຍຕໍ່ພືດ.

1. ວັດສະດຸສຳລັບໃຊ້ລ້ຽງ ແລະ ຜະລິດຝຸ່ນຂີ້ກະເດືອນ (100 kg)
– ເສດພືດແຫ້ງ (ເຟືອງແຫ້ງ, ຫຍ້າແຫ້ງ, ໃບໄມ້ແຫ້ງ, ຝອຍໝາກພ້າວແຫ້ງ….) 50 ກິໂລ
– ຂີ້ງົວແຫ້ງ 50 ກິໂລ
– ເສດພືດ ແລະ ໝາກໄມ້ 2 ກິໂລ
– ອ່າງບັນຈຸ (ບໍລິມາດ) 100 ກິໂລ
ໃຫ້ປ່ຽນ ເສດພືດເປັນໃບ, ປ່ຽນຂຸຍໝາກພ້າວເປັນເປືອກໝາກພ້າວ.

ສ່ວນປະກອບຂອງວັດສະດຸທີ່ນຳມາຜະລິດຝຸ່ນຂີ້ກະເດືອນ

2. ຂັ້ນຕອນການຜະລິດ
 ຂັ້ນຕອນທີ່ 1: ນຳວັດສະດຸທີ່ໃຊ້ຜະລິດຝຸ່ນຂີ້ກະເດືອນມາຕັດ ຫຼື ບົດໃຫ້ມີຂະໜາດນ້ອຍໆ

(ການກຽມວັດສະດຸຜະລິດຝຸ່ນຂີ້ກະເດືອນ)

 ຂັ້ນຕອນທີ່ 2: ນຳເອົາວັດສະດຸທີ່ກຽມໄວ້ (ເສດພືດແຫ້ງ ແລະ ຂີ້ງົວແຫ້ງ) ໃນອັດຕາສ່ວນ 50 : 50 ມາປະສົມເຂົ້າກັນແລ້ວຫດນໍ້າໃຫ້ມີຄວາມຊຸ່ມປະມານ 70% ແລ້ວບົ່ມໄວ້ 1 ອາທິດ

ການປະສົມວັດຖຸດີບ

 ຂັ້ນຕອນທີ່ 3 : ນຳເອົາຂີ້ກະເດືອນມາປ່ອຍໃສ່ໃນອັດຕາ 200 ກຼາມ/ອ່າງ ໂດຍຂຸດເປັນຂຸມກາງອ່າງປ່ອຍຂີ້ກະເດືອນລົງໃສ່ແລ້ວຖົມໄວ້ຄືນຄືເກົ່າ

(ການນຳຂີ້ກະເດືອນລົງປ່ອຍໃສ່ອ່າງ)

 ຂັ້ນຕອນທີ່ 4 : ໃຫ້ອາຫານຂີ້ກະເດືອນໂດຍນຳໃຊ້ເສດພືດຜັກ ແລະ ໝາກໄມ້ ທີ່ຕັດເປັນຕ່ອນນ້ອຍໆໃນອັດຕາ 2 ກິໂລ/ອ່າງ ໂດຍການຂຸດເປັນຂຸມນຳເອົາອາຫານລົງໃສ່ແລ້ວຖົມໄວ້ ແລະໃຫ້ອາຫານ ໃນທຸກໆອາທິດ ຫຼື 7 ວັນ

(ການໃຫ້ອາຫານຂີ້ກະເດືອນ)

 ຂັ້ນຕອນທີ່ 5: ການເກັບຝຸ່ນຂີ້ກະເດືອນຫຼັງຈາກທີ່ລ້ຽງໄດ້ປະມານ 1 ເດືອນ ຈະສັງເກດເຫັນຂວຍຂີ້ກະເດືອນພົ້ນອອກມາ. ໃຊ້ມື ຫຼື ວັດສະດຸຕັກເອົາຝຸ່ນຂີ້ກະເດືອນໄປຮ່ອນເພື່ອແຍກຕົວຂີ້ກະເດືອນ ແລະ ຝຸ່ນຂີ້ກະເດືອນອອກຈາກກັນແລ້ວສາມາດເອົາຝຸ່ນໄປນຳໃຊ້ໄດ້.

(ການແຍກເອົາຝຸ່ນຂີ້ກະເດືອນ)

3. ຄຸນປະໂຫຍດ
– ຊ່ວຍປັບປຸງໂຄງສ່າງຂອງດິນໃຫ້ດີຂື້ນ, ເຮັດໃຫ້ດິນຜຸຜຸ່ຍສາມາດລະບາຍນໍ້າ ແລະ ອາກາດໄດ້ດີ
– ຊ່ວຍປັບຄວາມເປັນກົດເປັນດ່າງຂອງດິນໃຫ້ດີຂື້ນ ພືດສາມາດນຳໃຊ້ທາດອາຫານໄດ້ຫຼາຍຂື້ນ
– ເພີ່ມອິນຊີວັດຖຸ ແລະ ທາດອາຫານພືດໃນດິນໃຫ້ຫຼາຍຂື້ນ ເຮັດໃຫ້ພືດຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດດີ

4. ການນຳໃຊ້
ພືດຜັກ: ໃຊ້ອັດຕາ 1 ກິໂລ/ຕາແມັດ ຮອງພື້ນກ່ອນປູກ ແລະ ຫຼັງປູກ 1-2 ອາທິດ ປະມານ 2-3 ຄັ້ງ ໃຊ້ຄຽງຄຸ່ກັບນໍ້າຂີ້ກະເດືອນໃນອັດຕາ 100 ຊີຊີ/ນໍ້າ 20 ລິດ ສິດທຸກໆ 3-5 ວັນ
ໄມ້ໃຫ້ໝາກ: ຕົ້ນໄມ້ອາຍຸ 1 ປີ ໃຊ້ໃນອັດຕາ 1 ກິໂລ/ຕົ້ນ, ຕົ້ນໄມ້ອາຍຸ 2-3 ປີ ໃຊ້ໃນອັດຕາ 2-3 ກິໂລ/ຕົ້ນ ແລະ ຕົ້ນໄມ້ອາຍຸ 3-5 ປີ ໃຊ້ອັດຕາ 3-5 ກິໂລ/ຕົ້ນ
ໄມ້ປະດັບ: ແມ່ນໃສ່ຕາມບໍລິມາດຂອງກະໂຖ ໃຊ້ໃນອັດຕາ 1 ກິໂລ/ຕາແມັດ ໃສ່ທຸກໆ 15 ວັນ

5. ການເກັບຮັກສາ
ການເກັບຮັກສາຝຸ່ນຂີ້ກະເດືອນໄວ້ໃນຮົ່ມ ເພື່ອຮັກສາທາດອາຫານບໍ່ໃຫ້ສູນເສຍງ່າຍ ເພາະທາດອາຫານບັນຈຸໃນຝຸ່ນຂີ້ກະເດືອນແມ່ນຢູ່ໃນຮູບສານລະລາຍຄວນຫໍ່ຫຼືບັນຈຸໃສ່ຖົງຢາງເພື່ອຮັກສາຄວາມຊຸ່ມ ແລະ ເກັບຮັກໄວ້ໄດ້ດົນ

(ການທົດລອງຝຸ່ນຂີ້ກະເດືອນຕໍ່ການຈະເລີນເຕີບໂຕຂອງຜັກ)

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ການຜະລິດ ແລະ ນຳໃຊ້ຝຸ່ນຂີ້ກະເດືອນ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ເຕັກນິກການປູກພືດປະສົມປະສານ (ສາລີ ກັບ ຖົ່ວແດງ) ໃນເຂດເນີນສູງ

ຄວາມຫຼາກຫຼາຍຂອງການປູກພືດໃນເຂດເນີນສູງ ເປັນເງື່ອນໄຂອັນດີກ້າວໄປສູ່ຄວາມຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ.
ຫຼາຍທົດສັດຕະວັດທີ່ຜ່ານມາ ການປູກສາລີຢ່າງດຽວໄດ້ກາຍເປັນລະບົບການປູກພືດທີ່ສຳຄັນ ໃນການຜະລິດສາລີຢູ່ເຂດເນີນສູງຂອງ ສປປ ລາວ ຊຶ່ງມີຄວາມສະດວກໃນການເສຍຫຍ້າ ແລະ ການເກັບກ່ຽວ ແລະ ທີ່ຮູ້ກັນດີໃນຊາວກະສິກອນໃນການໄດ້ຮັບຜົນຕອບແທນສູງສຸດຈາກດິນ ແລະ ແຮງງານ. ເຖິງແນວໃດກໍ່ຕາມ, ການປູກສາລີຢ່າງດຽວ ຈະເຮັດໃຫ້ຄຸນນະພາບຂອງດິນຫຼຸດລົງເຊັ່ນ: ຄວາມອຸດົມສົມບູນຂອງດິນ ແລະ ມີຫຍ້າວັດຊະພືດຫຼາຍຂື້ນ, ເພີ່ມຄວາມສ່ຽງຕໍ່ລາຄາທີ່ບໍ່ແນ່ນອນ ແລະ ການປ່ຽນແປງດິນຟ້າອາກາດ. ການປູກພືດຫຼາຍຊະນິດແມ່ນມີຄວາມຈຳເປັນຕໍ່ຄວາມຍືນຍົງຂອງການປູກສາລີໃນເຂດເນີນສູງ ແລະ ພືດຕະກຸນຖົ່ວກໍ່ເປັນທາງເລືອກທີ່ດີອັນໜຶ່ງທີ່ສາມາດປູກປະສົມກັບສາລີໄດ້ໂດຍສະເພາະແມ່ນຖົ່ວແດງ, ຖົ່ວແຮ.

ຖົ່ວແດງເປັນພືດລົ້ມລຸກ ປີດຽວທີ່ມີຄວາມເໝາະສົມທີ່ສຸດກັບການປູກສາລີ ໃນໄລຍະສາທີກຳລັງອອກດອກຜູ້ເພື່ອຫຼີກລ້ຽງການແກ້ງແຍ່ງກັບສາລີ, ດີທີ່ສຸດແມ່ນຄວນປູກເປັນແຖວ 1 ແຖວຕໍ່ຫວ່າງຂອງແຖວສາລີ ແລະ ໄລຍະຫ່າງລະຫວ່າງຂຸມແມ່ນ 30 ຊັງຕີແມັດ(ໃສ່ 3-5 ແກ່ນຕໍ່ຂຸມ) ດ້ວຍອັດຕາແນວພັນ 15-20 ກິໂລ/ເຮັກຕາ. ສາມາດນຳໃຊ້ເຄື່ອງປູກ (ທີ່ຜະລິດຈາກຊາວກະສິກອນຢູ່ແຂວງໄຊຍະບູລີລາຄາ 160 000 ກີບຕໍ່ເຄື່ອງ) ເພື່ອຫຼຸດຜ່ອນແຮງງານປູກຈາກ 12-16 ຄົນ/ມື້/ເຮັກຕາມາເປັນ 6-7 ຄົນ/ມື້. ຖົ່ວແດງເປັນພືດຕອບສະໜອງຕໍ່ແສງສັ້ນ ຊຶ່ງຈະເກັບກ່ຽວຢູ່ໃສລະຫວ່າງເດືອນ ມັງກອນ-ກຸມພາ ສຳລັບຢູ່ພາກເໜືອຂອງ ສປປ ລາວ.

1. ເຕັກນິກການປູກຖົ່ວແດງປະສົມກັບສາລີມີ 2 ວິທີການຄື:
ວິທີ 1: ປູກໝູນວຽນກັບສາລີ: ແມ່ນຈະປູກສາລີກ່ອນ ຫຼື ຖົ່ວແດງກ່ອນກໍ່ໄດ້.
 ການກຽມດິນ: ຖາງຫຍ້າອານາໄມພື້ນທີ່ ເຊີ່ງເລີ່ມປະຕີບັດແຕ່ທ້າຍເດືອນ ມີນາ ເປັນຊ່ວງໄລຍະຝົນເລີ່ມຕົກ ແລະ ສາມາດປູກໄດ້ເລີຍບໍ່ໃຫ້ປະໄວ້ດົນເພາະຫຍ້າຈະເກີດກ່ອນ.
 ການປູກສາລີ: ໄລຍະຫ່າງການປູກສາລີແມ່ນ 75 X 40 ຊັງຕີແມັດ, ໃສ່ 2 ເມັດຕໍ່ຂຸມ ແນວພັນສາລີທີ່ໃຊ້ 18-20 ກິໂລ/ເຮັກຕາ.
 ການປູກຖົ່ວແດງ: ໄລຍະຫ່າງ 40 X 40 ຊັງຕີແມັດ, ໃສ່ຂຸມລະ 5-8 ແກ່ນ, ຊື່ງອັດຕາແນວພັນ 25-30 ກິໂລ/ເຮກຕາ.
 ການເກັບກ່ຽວ: ສຳລັບສາລີແມ່ນຈະໄດ້ເກັບກ່ຽວໃນທ້າຍເດືອນ ກັນຍາ ຫາເດືອນ ຕຸລາ ການເກັບແມ່ນແມ່ນ
ຈະຫັກເອົາແຕ່ຝັກແລ້ວປະລຳຕົ້ນ ແລະ ໃບແຫ້ງປະໄວ້ໃນພື້ນທີ່ ເພື່ອໃຫ້ປົກຄຸມດິນໄວ້ ແລະ ຄຸມຫຍ້າສຳລັບຖົ່ວແດງ ແມ່ນຈະເກັບກ່ຽວໃນເດືອນ 1-2 ຊຶ່ງຈະເກັບກ່ຽວເອົາແຕ່ຝັກຖົ່ວແດງ ແລ້ວປະເຄືອໄວ້ໃນພື້ນທີ່ໃຫ້ປົກຄຸ້ມໜ້າດິນ ແລະ ຄຸມຫຍ້າ, ພາຍຫຼັງກ່ຽວຝັກຕາກແຫ້ງ 1-2 ມື້ ກໍ່ສາມາດຕີເອົາແກ່ນໄດ້.

ວິທີ 2: ປູກຕໍ່ເນື່ອງສາລີກາບເຫຼືອງ: ທັງສອງພືດຈະປູກໃນປີດຽວກັນແຕ່ຕ່າງເວລາປູກ, ປູກສາລີກ່ອນເມື່ອອາຍຸສາລີໄດ້ 2 ເດືອນເຄຶ່ງ (ສາລີອອກໝາກ 100%) ຈຶ່ງປູກຖົ່ວແດງສັບຫວ່າງແຖວສາລີ.
 ການກຽມດິນ: ເສຍຫຍ້າຄັ້ງສຸດທ້າຍຂອງການປູກສາລີໃນຊ່ວງໄລຍະສາລີກາບເຫຼືອງກ່ອນເກັບກ່ຽວ 1 ເດືອນ.
 ການປູກ: ພາຍຫຼັງປູກສາລີໄດ້ 75 ວັນ, ປູກຖົ່ວແດງຕາມຫວ່າງແຖວສາລີ ໄລຍະຫ່າງລະຫວ່າງຂຸມ 30 ຊັງຕີແມັດ(ໃສ່ຂຸມລະ 3-4 ແກ່ນ, ອັດຕາແນວພັນ 20 ກິໂລ/ເຮັກຕາ).
 ການເກັບກ່ຽວ: ເກັບກ່ຽວສາລີກ່ອນ ໃນໄລຍະທ້າຍເດືອນ 9-10, ສຳລັບຖົ່ວແດງຈະເກັບກ່ຽວໃນຊ່ວງໄລຍະເດືອນ 1-2.

 ຂໍ້ຈຳກັດ: ຖົ່ວແດງຈະມີບັນຫາຕໍ່ກັບແມງໄມ້ ແລະ ສັດຕູພືດໃນໄລຍະອອກດອກ ແລະ ໝາກ.
 ຂໍ້ແນະນຳ: ຖົ່ວແດງເປັນພືດມີຄວາມຮູ້ສຶກຕໍ່ແສງໜ້ອຍເມືອປູກຢູ່ເຂດພາກເໜືອຂອງລາວມີຄວາມສູງລະດັບນໍ້າທະເລ 800 ແມັດ ຂື້ນໄປປູກໄດ້ແຕ່ຈະມີແຕ່ລຳຕົ້ນ ແລະ ໃບບໍ່ສາມາດໃຫ້ໝາກໄດ້.
ຜົນການສາທິດຢູ່ສວນບ້ານບວມ ເມືອງປາກລາຍ ແຂວງໄຊຍະບູລີ ປີ 2005

ເຕັກນິກການປູກພືດ ຜົນຜະລິດແກ່ນ ລາຍການ
ກິໂລ/ເຮັກຕາ ຕົ້ນທຶນ(ກີບ) ແຮງງານ ລາຄາຂາຍ ກຳໄລ
ເຕັກນິກແບບຊາວກະສິກອນ(ໄຖດິນ) 3,040 1,840,000 50 960 1,080,000
ເຕັກນິກກະສິກຳອະນຸລັກການປູກສາລີ(ບໍ່ໄຖດິນ) 3,460 840,000 45 960 2,480,000
ເຕັກນິກກະສິກຳອະນຸລັກການປູກສາລີໝູນວຽນກັບຖົ່ວແດງ(ຜົນຜະລິດຖົ່ວແດງ) 800 360,000 55 3,600 2,520,000
ເຕັກນິກກະສິກຳອະນຸລັກການປູກສາລີໝູນວຽນກັບຖົ່ວແດງ(ຜົນຜະລິດສາລີ) 5140 618,000 40 960 4,320,000

ສິ່ງທ້າທາຍຕໍ່ການປູກຖົ່ວແດງ
ການທຳລາຍຂອງສັດຕູພືດ
ຖົ່ວແດງເປັນພືດທີ່ມີແມງໄມ້ມັກເຊັ່ນ: ບົ້ງເຈາະຝັກຖົ່ວ, ສະນັັ້ນ ຈຶ່ງຈຳເປັນຕ້ອງໄດ້ມີວິທີປ້ອງກັນເປັນຢ່າງດີ, ວິທີປ້ອງກັນແບບປະສົມປະສານໂດຍນຳໃຊ້ນໍ້າສະໝຸນໄພໄລ່ແມງໄມ້ເພື່ອຮັບປະກັນໃຫ້ໄດ້ຮັບຜົນຜະລິດທີ່ດີ,
  ການປ່ອຍສັດສະຊາຍ
ໂດຍປົກກະຕີແລ້ວຊາວບ້ານຈະປ່ອຍສັດພາຍຫຼັງເກັບກ່ຽວຜົນຜະລິດແລ້ວ ຈຶ່ງເປັນອຖປະສັກຕໍ່ການປູກຖົ່ວແດງທີ່ສັດຈະເຂົ້າຢຽບທຳລາຍຖົ່ວແດງ, ເພື່ອຮັບປະກັນຄວນຈະມີລະບຽບຄຸ້ມຄອງການປ່ອຍສັດຢູ່ແຕ່ລະບ້ານລວມທັງບ້ານອ້ອມຂ້າງ.
ຄວາມຕ້ອງການແຮງງານ
ຄວາມຕ້ອງການແຮງງານສຳລັບການເກັບກ່ຽວຖົ່ວແດງປະມານ 20-40 ຄົນ /ເຮັກຕາ ແລະ ອານາໄມເມັດ 20-30 ຄົນ/ເຮັກຕາ.

ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ແຫຼ່ງຂໍ້ມູນ: ເຕັກນິກການປູກແບບປະສົມປະສານໃນເຂດເນີນສູງ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສະກຳ

ການປູກສາລີລະດູແລ້ງດ້ວຍລະບົບນໍ້າຢອດ

ສາລີຫວານ ຫຼື ສາລີເຂົ້າໜຽວ ແມ່ນພືດທັນຍາຫານຊະນິດໜຶ່ງທີ່ມີຄຸນຄ່າທາງອາຫານ, ການປູກສາລີດັ່ງກ່າວ ເປັນສິນຄ້າເປັນທາງເລືອກໜຶ່ງໃນການສ້າງລາຍຮັບໃຫ້ແກ່ຄອບຄົວຂອງຊາວກະສິກອນ ແລະ ນິຍົມປູກກັນຫຼາຍໃນຊ່ວງລະດູຝົນ, ສ່ວນໃນຊ່ວງລະດູແລ້ງແມ່ນມີເນື້ອທີ່ປູກຈຳກັດ ແລະ ນິຍົມປູກໃນພື້ນທີ່ທີ່ຮາບພຽງ, ຕາມໄຮ່ນາຫຼັງກ່ຽວເຂົ້າ. ບ່ອນທີ່ມີນໍ້າພຽງພໍ(ແຄມຂອງ, ເຊ, ຫວ້ຍ, ໜອງບຶງ ຫຼື ໃຊ້ນໍ້າບາດານ) ໂດຍການດູດນໍ້າແລ້ວປ່ອຍຕາມຮ່ອງສາລີ ຫຼື ຫົດດ້ວຍມືຕາມເງືອນໄຂຂອງແຕ່ລະຄົນ, ການຜະລິດດັ່ງກ່າວເຫັນວ່າມີຄວາມຫຍຸ້ງຍາກໃນການຫົດນໍ້າ, ການໃສ່ຝຸ່ນ, ຊິ້ນເປືອງນໍ້າ ແລະ ແຮງງານ. ສະນັ້ນ, ຈຶ່ງຂໍ້ແນະນຳເຕັກນິກການປູກສາລີແລ້ງດ້ວຍລະບົບນໍ້າຢອດ, ປະຍັດນໍ້າ ແລະ ປະຍັດແຮງງານ, ເຕັກນິກດັ່ງກ່າວໄດ້ສາທິດໃນສູນອານຸລັກ ແລະ ພັດທະນາທີ່ດິນກະສິກຳ ແລະ ສາທິດຮ່ວມກັບຊາວກະສິກອນບ້ານແສນດິນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ໃນລະດູແລ້ງປີ 2016 ແລະ 2017 ເຊິ່ງເປັນທີ່ຍອມຮັບຂອງຊາວກະສິກອນໃນເຂດດັ່ງກ່າວ.

1. ຈຸດປະສົງ
ເພື່ອໃຫ້ຊາວກະສິກອນຮູ້ການປູກສາລີແບບລະບົບນໍ້າຢອດ, ທີ່ປະຢັດນໍ້າ, ປະຍັດແຮງງານ, ເພີ່ມຜົນຜະລິດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ.
2. ອຸປະກອນ
ຈັກດູດນໍ້າ 1 ເຄື່ອງ, ໜໍ້ກ່ອງຂີ້ເຫຍື່ອ 1 ອັນ, ທໍ່ນໍ້າໃຫ່ຍໃນແປງ 40 ແມັດ/ໄລ່, ທໍ່ແຈກນໍ້າເຂົ້າແປງ 2,120 ແມັດ/ໄລ່, ຂໍ້ຕໍ່ແຈກນໍ້າ 53 ອັນ/ໄລ່, ຖັງ ຫຼື ຟຸຍນໍ້າ 1 ອັນ, ທໍ່ສົ່ງນໍ້າແຕ່ແຫຼ່ງນໍ້າພື້ນທີ່ຂື້ນກັບຕົວຈິ່ງ.

3. ການກຽມດິນປູກ
ຈະເປັນດິນສວນ ຫຼື ດິນນາໃຫ້ໄຖຕາກແດດ 2 ອາທິດເພື່ອຂ້າຫຍ້າ ຫຼັງຈາກນັ້ນຄາດໃຫ້ດິນແຕກລະອຽດດີແລ້ວວາທໍ່ນໍ້າ.
4. ການວາງທໍ່ນໍ້າ
ວາງທໍ່ສົ່ງນໍ້າໃຫ່ຍລຽບແຄມນາ ຫຼື ແຄມສວນ ແລະ ວາງທໍ່ແຈກນໍ້ານ້ອຍໄລຍະ 75 ຊັງຕີແມັດ ຕໍ່ທໍ່ແລ້ວເຈາະຮູຕໍ່ທໍ່ໃສ່ຕາມລະບົບ
ວາງທໍ່ນໍ້າໃຫ່ຍໃນແປງລຽບແຈສວນ ຫຼື ລຽບກັບຄັນນາຕາມທິດທາງທີ່ເໝາະສົມ ຕາມໃຈຂອງທ່ານວ່າເໝາະສົມເອົາໄປໃນທິດທາງໃດ, ຈາກນັ້ນ ກໍ່ວາງທໍ່ນໍ້ານ້ອຍຕາມໄລຍະປູກ 75 ຊັງຕີແມັດ/ແຖວ ປິ້ນຮູນໍ້າຂື້ນເທິງທຸກທໍ່ແລ້ວຕໍ່ທໍ່ນ້ອຍໃສ່ທໍ່ໃຫ່ຍດ້ວຍຂໍ້ຕໍ່ ແລ້ວຕອກໄມ້ດັນໄວ້ເພື່ອບໍ່ໃຫ້ເຄື່ອນຍ້າຍເວລາດຶງ, ຈາກນັ້ນ ກໍ່ວາງໄລຍະຮ່າງຂອງທໍ່ນ້ອຍຫົວ ແລະ ທ້າຍໃຫ້ເທົ່າກັນແລ້ວກໍ່ກຽມປູກ.


5. ການປູກ
ກ່ອນປູກ ໃຫ້ກຽມລະບົບນໍ້າໃຫ້ສົມບູນຄື: ຕິດຕັ້ງຈັກ, ຕໍ່ລະບົບທໍ່ໃຫ້ສຳເລັດ, ອັດປາຍທໍ່ໃຫ່ຍ ແລະ ນ້ອຍທຸກສາຍໃຫ້ແຈບດີແລ້ວຄິດຈັກເປີດນໍ້າປະມານ 20 ນາທີ ເພື່ອໃຫ້ເຫັນລັດສະໝີຂອງຄວາມຊຸ່ມຂອງນໍ້າກະຈາຍໄປໄດ້, ພ້ອມດຽວກັນກໍ່ຍ່າງກວດເບິ່ງຢ້ານທໍ່ນ້ອຍບິດລັງນໍ້າຜ່ານບໍ່ໄດ້ ຫຼື ຮູທໍ່ປິ່ນລົງລຸ່ມບໍ່ຖືກລະບົບ, ການປູກ ຖ້າຮູທໍ່ນໍ້າຢອດໄລຍະ 20 ຊັງຕີແມັດຕໍ່ຮູປູກ 1 ເມັດ/ຂຸມ, ຖ້າໄລຍະຮູ 40 ຊັງຕີແມັດ ປູກ 2 ເມັດ/ຂຸມ ປູກຫ່າງຈາກສາຍທໍ່ປະມານ 3 ນີ້ວມື,ປູກເລີກປະມານ 2-5 ຊັງຕີແມັດ.


6. ປະລິມານຝຸ່ນ ແລະ ການໃສ່ຝຸ່ນເຄມີ
ປະລິມານຝຸ່ນທີ່ໃສ່ ເປັນການດີຄວນວິໄຈດິນກ່ອນຈຶ່ງແນະນຳຖືກຕ້ອງ ແລະ ເໝາະສົມ, ຢ່າງໃດກໍ່ຕາມການແນະນຳແບບທົ່ງໆໄປ ແມ່ນໃຫ້ໃສ່ຝຸ່ນວິທະຍາສາດສູດ 15-15-15=50 ກິໂລ/ໄລ່ ແລະ ຝຸ່ນເລັ່ງ(ຢູເຣຍ) = 50 ກິໂລ/ໄລ່, ໃຫ້ແບ່ງຝຸ່ນອອກເປັນ 3 ສ່ວນເທົ່າກັນ ແລ້ວໃສ່ 3 ເທື່ອຄື:
ເທື່ອທີ່ 1 ໃສ່ຫຼັງຈາກປູກໄດ້ 2 ອາທິດ
ເທື່ອທີ່ 2 ໃສ່ຫຼັງປູກໄດ້ 3 ອາທິດ
ເທື່ອທີ່ 3 ເທື່ອສຸດທ້າຍໃສ່ຫຼັງປູກໄດ້ 4 ອາທິດ

 ວິທີການໃສ່ຝຸ່ນ
ວິທີການໃສ່ຝຸ່ນ ໃຫ້ແຊ່ຝຸ່ນສູດ 15-15-15 ໃນກະຖັງປະມານ 4-5 ຊົ່ວໂມງ, ສ່ວນຝຸ່ນເລັ່ງ(ຢູເຣຍ) ສູດ 46-00-00 ເປັນຝຸ່ນທີ່ລະລາຍງ່າຍເວລາໃສ່ໃຫ້ເທລົງຖັງດຽວກັນ ຄົນໃຫ້ລະອຽດກໍ່ໃຊ້ໄດ້.
ກ່ອນປ່ອຍຝຸ່ນໄປໃຫ້ເປີດຈັກປ່ອຍນໍ້າເຂົ້າສວນກ່ອນປະມານ 10 ນາທີ ເພື່ອໃຫ້ນໍ້າແລ່ນເຕັມທໍ່ທຸກທໍ່ ແລ້ວຈຶ່ງເປີດກ໊ອກຝຸ່ນໄປພ້ອມກັນຫົດປະມານ 30 ນາທີກໍພໍ. ການປ່ອຍຝຸ່ນໄປໃຫ້ຕໍ່ເນື່ອງກັນ ຕື່ມນໍ້າໃສ່ຖັງເລື້ອຍໆ ຈົນຝຸ່ນໃນຖັງຈຶດ, ຫຼັງຈາກຝຸ່ນໝົດແລ້ວໃຫ້ເປີດນໍ້າຕໍ່ປະມານ 10 ນາທີ ເພື່ອລ້າງຝຸ່ນໃນທໍ່ບໍ່ໃຫ້ຕົກຕະກອນຈິ່ງມອດຈັກ, ເວລາໃສ່ຝຸ່ນແນະນຳໃສ່ຕອນແລງ, ຕອນເຊົ້າແຊ່ຝຸ່ນປະໄວ້ແລ້ວໃສ່ຕອນແລງ.
ການປ່ອຍຝຸ່ນປະສົມນໍ້າ (ເອົາທໍ່ດູດລົງໃນຖັງແລ້ວເປີດກ໊ອກ)
 ກໍລະນີບໍ່ມີລະບົບຈັກແບບນີ້ ໃຫ້ຕໍ່ທໍ່ດູດຝຸ່ນໃສ່ປາກທໍ່ໃຫ່ຍບ່ອນປາກດູດນໍ້າຂື້ນເລີຍກໍ່ໄດ້, ຫ້າມບໍ່ໃຫ້ດູດ
ແຕ່ນໍ້າຝຸ່ນໄປຢ່າງດຽວແລ້ວປ່ອຍນໍ້າຕາມຫຼັງເດັດຂາດ ເພາະຝຸ່ນຈະບໍ່ເຖິງທຸກຕົ້ນ, ສາລີຈະງາມບໍ່ສະເໝີກັນ.

 ການບົວບັດຮັກສາ
ການໃຫ້ນໍ້າ: ຂື້ນກັບດິນ ແລະ ອາກາດໃນພື້ນທີ່, ໃຫ້ເບິ່ງຕາມຕົວຈິງວ່າຈັກມື້ຫົດ, ອາດຈະໃຫ້ 2-3 ມື້ຕໍ່ເທື່ອ, ໃຫ້ສັງເກດໃບສາລີໃນເວລາຕອນທ່ຽງແດດກ້າຖ້າມັນຫ່ຽວສະແດງວ່ານໍ້າບໍ່ພໍຕ້ອງຫດທີ່ເຂົ້າ ຫຼື ໃຊ້ເວລາຫົດຫຼາຍຂື້ນ ໃຫ້ຫົດນໍ້າຕອນເຊົ້າເພື່ອໃຫ້ພືດໄດ້ໃຊ້ເວລາແດດກ້າ.
ການກຳຈັດພືດ: ການປູກລະບົບນີ້ບໍ່ມີບັນຫາເລື້ອງຫຍ້າ, ຫຍ້າຈະເກີດເລັກນ້ອຍຕາມແຖວສາລີ ສ່ວນລະຫວ່າງແຖວສາລີທີ່ນໍ້າບໍ່ເຖິງໃນລະດູແລ້ງກໍ່ບໍ່ມີຫຍັາບໍ່ຈຳເປັນຫຼົກກໍ່ໄດ້ ສາລີຈະໃຫ່ຍກວ່າຫຍ້າ(ປະຫຍັດແຮງງານ)
7. ການເກັບຮັກສາທໍ່
ທໍ່ດັ່ງກ່າວສາມາດໃຊ້ໄດ້ 5-6 ເທື່ອຂື້ນກັບການຮັກສາ ແລະ ຖະໜອມໃຊ້ ຫຼັງຈາກສິ້ນສຸດລະດູການໃຊ້ໃຫ້ເກັບມ້ຽນມັດໄວ້ເປັນຢ່າງດີ, ຮັກສາບໍ່ໃຫ້ໜູກັດ ຫຼື ຫຼີກລ້ຽງສິ່ງທີ່ຈະເຮັດໃຫ້ທໍ່ບໍ່ຂາດ ຫຼື ເປັນຮູເພາະບໍ່ສາມາດຈະອັດຮູຕາມໃຈໄດ້.
8. ຕົ້ນທຶນ ແລະ ກຳໄລ

ລາຍການ ມູນຄ່າ(ກີບ/ເຮັກຕາ)
ມູນຄ່າທຶນຄົງທີ່/ປີ  2,892,000
ທຶນໜູນວຽນ 9,400,000
ຜົນໄດ້ຮັບ 22,000,000
ກຳໄລ 9,708,000

ການນຳໃຊ້ລະບົບນໍ້າຢອດດັ່ງກ່າວ ແມ່ນສາມາດໃຊ້ໄດ້ຫຼາຍພືດເຊັ່ນ: ການປູກໝາກແຕງ, ໝາກຖົ່ວ, ໝາກເຜັດ, ໝາກເຂືອອື່ນໆ, ສາມາດນຳໃຊ້ໄດ້ໃນພື້ນທີ່ຫຼຸບໂນນເລັກນ້ອຍ, ປະຫຍັດນໍ້າ, ປະຫຍັດແຮງງານກວ່າ. ການປູກສາລີແບບປ່ອຍນໍ້າເຂົ້າຮ່ອງ ແລະ ໃສ່ຝຸ່ນດ້ວຍການຫວານແລ້ວຫົດນໍ້າລະລາຍຖືວ່າປະຫຍັດໃນການຫົດນໍ້າ, ໃສ່ຝຸ່ນເໝາະສຳລັບຜູ້ທີ່ມີແຫຼ່ງນໍ້ານ້ອຍ ແລະ ເປັນພື້ນທີ່ບໍ່ຮາບພຽງ.
ຂຽນ ແລະ ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ການປູກສາລີລະດູແລ້ງດ້ວຍລະບົບນໍ້າຢອດ, ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ