ການທຳລາຍຂອງພະຍາດ Anthracnose ຕົ້ນໝາກມ່ວງ
ພະຍາດນີ້ເກີດຈາກເຊື້ອຣາ Colletotrichum gloeosporiodes Penz ຈັດເປັນພະຍາດ ທີ່ແພ່ລະບາດຢ່າງກວ້າງຂວາງ ແລະ ເຮັດໃຫ້ມີຄວາມເສຍຫາຍໃຫ້ກັບໝາກມ່ວງໃນທຸກບ່ອນ ທີ່ມີການປູກໝາກມ່ວງ, ໂດຍສະເພາະແມ່ນບ່ອນທີ່ມີຄວາມ ຊຸ່ມ ສູງຈະລະບາດຢ່າງຮ້າຍແຮງ. ເຊື້ອຣາຊະນິດນີ້ແພ່ລະ ບາດ ໄດ້ດີໃນສະພາບອາກາດຮ້ອນຊຸ່ມ ແລະ ມີຝົນຕົກແຮງ ຫຼື ມີໝອກລົງແຮງ.
ນອກຈາກນີ້ມີຕົ້ນໄມ້ທີ່ເປັນແຫຼ່ງຢູ່ອາຂອງ ເຊື້ອຣາຍັງ ດຳລົງຊີວິດ ຢູ່ນຳເສດຊາກພຶດທີ່ຕາຍແລ້ວ ເມື່ອສະພາບແວດ ລ້ອມທີ່ເໝາະສົມຈະແພ່ລະບາດຈາກຕົ້ນນີ້ສູ່ຕົ້ນໝາກມ່ວງອື່ນ ໄດ້. ເຊື້ອຣາຈະຂະຫຍາຍພັນ ທີ່ໂດຍສ້າງສ່ວນເອີ້ນວ່າສະປໍ, ເຊີ່ງມີລັກສະນະເປັນນໍ້າສີເຫຼືອງສົ້ມ ມີຢ່າງຫຼວງຫຼາຍເຖີງພຶດ ທີ່ຕາຍແລ້ວ, ສະປໍມີຂະໜາດນ້ອຍ ເບີ່ງດວ້ຍຕາເປົ່າບໍ່ເຫັນ ສະປໍຂອງເຊື້ອຣາອາດໄຫຼ່ໄປຕາມນໍ້າ ປົນກັບນ້ຳທີ່ໃຊ້ຫົດຕົ້ນ ໄມ້ ຫຼື ປິວໄປຕາມລົມ, ເມື່ອຕົກລົງພື້ນດິນແລ້ວຈະງອກຂື້ນ ແລະ ແທງເຂົ້າໄປສ່ວນອື່ນຂອງພຶດ ຫຼື ອາດຝັງຕົວຢູ່ໃນສ່ວນ ຕ່າງໆຂອງພຶດ.
1. ລັກສະນະການທຳລາຍ
ພະຍາດຊະນິດນີ້ຈະສາມາດເຂົ້າທຳລາຍ ໄດ້ທຸກໄລ ຍະດັ່ງນ
ກ. ໄລຍະກ້າເບ້ຍ
ເປັນໄລຍະທີ່ເຊື້ອພະຍາດເຂົ້າທຳລາຍ, ເພາະເປັນໄລ ຍະທີ່ອ່ອນແອ ແລະ ມີໂອກາດທີ່ໄດ້ຮັບເຊື້ອຈາກນ້ໍາທີ່ໃຊ້ຫົດ,ອາການທຳລາຍຂອງພະຍາດນີ້ ເກີດເທິງໃບໃນໄລຍະທຳອິດ, ມີລັກສະນະເປັນຈຸດຊ້ຳ,ຂະໜາດນ້ອຍ,ສີນ້ຳຕານແພ່ກະຈ່າຍ ຢູ່ເທີງໃບ ແລະ ຂອບໃບ, ຕໍ່ຈາກນັ້ນແຜ່ຂະຫຍາຍໃຫ່ຍຂຶ້ນ, ເນື້ອເຍື້ອສ່ວນນັ້ນຈະແຫ້ງຕາຍເປັນຮູ, ຖ້າເປັນຫຼາຍໃບຈະບິດ ບ້ຽວ, ເມື່ອແພ່ລາມຕິດກັນເຮັດໃຫ້ເກີດຮອຍແຜ ຄືໄຟໄໝ້ຂະ ໜາດໃຫ່ຍທົ່ວທັງໃບ, ໃນທີ່ສຸດຈະເຮັດໃຫ້ໃບແຫ້ງຕາຍ ແລະ ລົ່ນ. ຫາກສະພາບອາກາດຊຸ່ມຫຼາຍ ບາດແຜຈະລາມໄປສູ່ທັງ ກ້ານໃບ ຫຼື ກິ່ງອ່ອນ, ຈະເຮັດໃຫ້ເນົ່າດຳຢູ່ຍອດ, ໃບຈະລົ່ນ ແລະ ເບ້ຍຈະຕາຍ, ຢູ່ຕາມລຳຕົ້ນຂອງເບ້ຍ, ຈະເກີດເຊື້ອຣາ ຂຶ້ນຢູ່ທົ່ວບໍລິເວນຮອຍບາດແຜນັ້ນ, ຖ້າຫາກລະບາດຮ້າຍແຮ ງເບ້ຍຈະຫັກພັບຢູ່ບ່ອນຮອຍແຜ, ຕົ້ນທີ່ເປັນພະຍາດນີ້ຈະອ່ອ ນແອໄປນຳໃຊ້ເຮັດເປັນຕົ້ນຕໍບໍ່ໄດ້.ຂ.ໄລຍະຕົ້ນໃຫ່ຍ
ຂ.ໄລຍະຕົ້ນໃຫ່ຍ
ຈະພົບວ່າມີຈຸດນ້ອຍໆສີເທົ່າເທີງຢູ່ໃບແກ່, ເນື້ອເຍື້ອ ທາງກາງຈະແຫ້ງ ແລະ ແຕກລົ່ນລົງ, ຈະເຮັດໃຫ້ເປັນຮູ, ແຜນ ໃບທີ່ເຫຼືອຈະມີສີເຫຼືອງ ຖ້າຫາກອາການຮ້າຍແຮງຫຼາຍ, ເນື້ອ ເຍື້ອໃບຈະຊີກກວ້າງອອກ. ໂດຍສະເພາະສ່ວນບ່ອນອ່ອນຢູ່ ປາຍກິ່ງຈະບໍມີການແຕກໃບອ່ອນ, ຍອດຈະແຫ້ງຕາຍເປັນສີ ດຳ, ທາງກາງຮອຍບາດແຜຈະຍຸບຕົວລົງໜ້ອຍໜຶ່ງ. ຖ້າສະ ພາບອາກາດຊຸ່ມອາດມີເມືອກສີບົວ ຂອງເຊື້ອຣາຢູ່ເທິງບາດ ແຜ, ຖ້າລະບາດຮ້າຍແຮງບາດແຜຈະລາມໄປຕາມກິ່ງງ່າເຮັດ ໃຫ້ກິ່ງງ່າ ແລະ ຍອດຫຽ່ວຕາຍ.
ຄ. ໄລຍະດອກ ແລະ ເປັນໝາກ
ເຊື້ອຈະເລີ່ມທຳລາຍຕັ້ງແຕ່ເລີ່ມເປັນດອກ, ດອກໝາກ ມ່ວງທີ່ຖືກທຳລາຍຈະເນົ່າເປັນສີດຳ, ລົ່ນ ແລະ ບໍ່ເປັນໝາກ, ກ້ານຊໍ່ດອກທີ່ຖືກທຳລາຍຈະເປັນຈຸດເນົ່າດຳ, ການລໍາລ້ຽງອາ ຫານນໍາໄປສູ່ອອກດອກເປັນໄປໄດ້ຍາກ, ດອກອາດລົ່ນໝົດຊໍ່, ຖ້າເປັນໝາກໃນໄລຍະນີ້ຈະໄດ້ຮັບເຊື້ອພະຍາດຄືກັນກັບໝາກ ທີ່ເກີດພະຍາດຈະມີຈຸດສີດຳຮູບຮ່າງກົມຢູ່ເທ່ີງຜິວຂອງໝາກ ມີຂະໜາດທໍ່ຫົວເຂັມມຸດແລ້ວຂະຫຍາຍຈົນເຖີງຂະໜາດ 2-3 ຊຕມ, ບາດແຜທີ່ເປັນແຕກມີເມັດສີດໍາ ຂະໜາດນ້ອຍລຽງເປັນ ວົງມົນໃນບາດແຜ, ລັກສະນະອາການຊະນິດນີ້ຊາວສວນເອີ້ນ ວ່າ: ພະຍາດຈຸດສີດຳ, ບາງເທື່ອຈະພົບຈຸດສີດໍາເປັນທາງຍາວ ລາມລົງມາຈາກບໍລິເວນສ່ວນເທີງຂອງບາດແຜ. ໂດຍທີ່ສະປໍ ຂອງເຊື້ອຣາຈະໄຫຼມາຕາມນໍ້າເຮັດໃຫ້ເກີດພະຍາດຊະນິດນີ້ຶ້ນ ແລະ ເຊື້ອພະຍາດຈະລາມໄປຫາໝາກອື່ນໆ ຕາມທີ່ໃຊ້ ນໍ້າຫົດ. ເຖີງແມ່ນວ່າຈະບໍ່ສະແດງອາການ ທັນທີ່ແຕ່ເຊື້ອພະ ຍາດອາດແຝງໂຕ ແລະ ສະແດງອາການກໍ່ເມື່ອໄລຍະໝາກ ແກ່ ຫຼື ສຸກໄດ້. ສຳລັບອາການການເທິງໝາກແກ່ ຫຼື ສຸກໄລຍະ ທຳອິດບາດແຜຈະເປັນຈຸດສີດຳນ້ອຍໆຕໍ່ມາກໍ່ຂະຫຍາຍເປັນ ຈຸດສີດຳຢ່າງວອງໄວ. ຮອຍບາດແຜຈະເປັນຮູບວົງມົນໆຕາມ ຜິວແລະ ໝາກແຕກ. ບາດແຜຈະຂະຫຍາຍເຊືອມຕໍ່ກັນເປັນ ຮອຍບາດແຜໃຫ່ຍຂຶ້ນເລື່ອຍໆ ຈົນເຮັດໃຫ້ບາດແຜເນົ່າ ແລະ ຍຸບລົງ ຫຼື ແຜລົງເລິກເຂົ້າໄປໃນໝາກທັງທີ່ໝາກຍັງຕິດຢູ່ເທິງ ຕົ້ນ ຫຼື ເກັບກຽ່ວມາແລ້ວ ອາການເຫຼົ່ານີ້ປະກົດໃຫ້ເຫັນຢ່າງຊັດ ເຈນ ເມື່ອເກັບໝາກໄວ້ເປັນເວລາດົນ ເພາະເນື້ອພາຍໃນໝາກ ມ່ວງເລີ່ມອອ່ນຕົວລົງເຮັດໃຫ້ເປັນພະຍາດໄດ້ງ່າຍໂດຍສະ ເພາະໝາກມ່ວງທີມີຮອຍບາດແຜຢູ່ແລ້ວຈະໄດ້ຮັບເຊື້ອງ່າຍ ແລະ ເນົ່າໄວ. ໝາກມ່ວງທີ່ໝັກເປັນພະຍາດນີ້ ໄດ້ແກ່ກິນສຸກ ເຊັ່ນ: ພັນນໍ້າດອກໄມ້, ອົກລອງ ແລະ ໜັງກາງວັນເປັນຕົ້ນ.
2. ການປ້ອງກັນ ແລະ ກຳຈັດ
1. ໄລຍະຕົ້ນກ້າ: ບໍ່ຄວນປູກເບ້ຍຍັງນ້ອຍຫຼາຍເກີນໄປ, ນ້ຳທີ່ທີ່ຫົດເບ້ຍຕ້ອງເປັນນໍ້າ ທີປາສະຈາກເຊື້ອຣາ, ຄວນສີດ ຢາປ້ອງກັນເຊື້ອຣາທຸກໆໄລຍະ 7 ວັນ ເມື່ອຈະເບ້ຍຈະເລີນ ເຕີບໂຕແລ້ວຄວນສີດຢາ 1 ຄັ້ງ/ເດືອນ. ແຕ່ຖ້າພື້ນທີ່ປູກອາດມີ ຄວາມຊຸ່ມ ຫຼື ມີເຊື້ອຣາລະບາດຄວນສີດຖີ່ຂຶ້ນປະມານ 7-10 ວັນຈົນກວາເຊື້ອຣາຈະຫຼຸດລົງ ຢາທີ່ໃຊ້ສີດຄື: DithaneNT 45, ແລະ ພວກ ( Copper Oxychloride) ສີດພົ່ນໃນໄລຍະແຕກ ໃບອ່ອນໃນອັດຕາປະມານ 30- 80 ກຼາມ/ນໍ້າ 20 ລິດ.
2. ໄລຍະທີ່ໝາກມ່ວງແຕກໃບອ່ອນ, ໄລຍະອອກດອກ ຫຼື ໄລຍະເປັນໝາກອອ່ນ: ເປັນໄລຍະເວລາທີ່ຊາວສວນຄວນ ທີ່ຈະສົນໃຈໃຫ້ຫຼາຍຂື້ນ ເພາະໄລຍະນີ້ມີສັດຕູໝາກມ່ວງເຂົ້າ ມາລົບກວນຫຼາຍທັງພະຍາດ ແລະ ແມງໄມ້ຕ່າງໆ. ການສີດຢາຄວນເຮັດຕັ້ງແຕ່ໄລຍະໝາກມ່ວງ ເລີ່ມເປັນຊໍ່ດອກສີດຢາ ຢ່າງເຕັມທີ່ກ່ອນດອກຈະບານ ແມງໄມ້ຈະສາມາດປະສົມເກ ສ້ອນໄດ້ເຕັມທີ່ເຮັດໃຫ້ໝາກມ່ວງເປັນໝາກດີ, ເມື່ອໝາກ ມ່ວງເປັນຊໍ່ດອກແລ້ວ ຄວນສີດຢາຂ້າເຊື້ອຣາປະມານ 3-4 ຄັ້ງ ຄັ້ງຕໍ່ໄປກໍ່ສີດໃຫ້ຫ່າງຂື້ນເຊັ່ນ: 1-2 ເດືອນ ຂຶ້ນກັບສະພາບອາ ກາດ, ການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພຶດການ ສີດພົ້ນຢາເຄມີຂ້າເຊື້ອລາ ເຊັ່ນ: Dithane NT45, ແລະ ພວກ (Copper Oxychloride) ສີດພົ່ນໃນໄລຍະແຕກໃບອ່ອນໃນ ອັດຕາປະມານ 30- 80 ກຼາມ/ນ້ໍາ 20 ລິດ.
ຂໍ້ຄວນລະວັງຄືຢ່າໃຫ້ຄວາມເຂັ້ມຂຸ້ນ ຂອງຢາເກີນຂະ ໜາດເພາະຈະເຮັດໃຫ້ຍອດອ່ອນ ຫຼື ດອກໝາກມ່ວງໄດ້ຮັບ ອັນຕະລາຍ. ຄວນຫຼີກລຽ້ງການສີດຢາ ໃນຂະນະທີ່ດອກໝາກມ່ວງ ກຳລັງບານສົ່ງກິ່ນຫອມ ເພາະຈະເປັນອຸປະສັກຕໍ່ການປະສົມ ເກສອນຂອງແມງໄມ້ ແລະ ຄວນສີດຄັ້ງໄປຫຼັງຈາກເປັນໝາກ ແລ້ວສີດໃຫ້ປົກຄຸ້ມທົ່ວທຸກສວນຂອງຟຸ່ມ ໂດຍປະສົມຢາຈັບ ໃບ. ການສີດຢາຄວນສີດ ໃນຕອນເຊົ້າໃນຂະນະທີ່ແດດບໍ່ຮ້ອນ ແຮງເກີນໄປເພາະອາດເຮັດໃຫ້ດອກລົ່ນໄດ້.
3. ຫຼັງຈາກເກັບໝາກມ່ວງຈາກຕົ້ນມາແລ້ວ ໃຫ້ນຳໝາກມ່ວງມາຄວ້ຳຫົວລົງ ເທິງເຈ້ຍໜັງສືພິມປ່ອຍ ໃຫ້ນໍ້າຢາງແຫ້ງແລ້ວ ນຳມາແຊ່ໃນນໍ້າອຸ່ນ 55°C, ປະສົມກັບ ຢາ benomyl, ເຊີ່ງມີຊື່ວ່າ Banelate ເຂັ້ມຂ້ນ 0,5%ແຊ່ດົນ ປະມານ 5 ນາທີ ໃຫ້ໜວ່ຍແຫ້ງແລ້ວບັນຈຸໃສ່ຫີບຫໍ່ ຢ່າໃຫ້ ໝາກມ່ວງຊໍ້າການກຳຈັດພະຍາດ Anthracnose ດ້ວຍວິທີ ໃຊ້ຢາ benomyl ໃນນໍ້າຮ້ອນ ( 55°Cໃນ 5 ນາທີ ) 4. ຫຼັງຈາກເກັບຜະລິດໝາກມ່ວງ ແລ້ວຄວນຕັດແຕ່ງກິ່ງ ເພື່ອໃຫ້ອາກາດລະບາຍໄດ້ດີຂຶ້ນ.
ແຫຼ່ງຂໍ້ມູນ: file:///D:/2020/September_df.pdf
https://www.icpladda.com/ความรู้ที่น่าสนใจ/บทความ/โรคแอนแทรคโนสมะม่วง/
https://stri.cmu.ac.th/article_detail.php?id=11