Monthly Archives: December 2023

ເຕັກນິກການປູກອະໂວຄາໂດ

ອະໂວຄາໂດ້ເປັນໄມ້ຢືນຕົ້ນຂະຫນາດກາງຫາໃຫຍ່, ຊົງພຸ່ມອາດເປັນພຸ່ມຕໍ່າ ຫຼື ສູງ, ກິ່ງງ່າຫັກງ່າຍເມື່ອມີລົມພັດແຮງ ຫຼື ເມື່ອມີຫມາກຫຼາຍໆ.ໃບ: ຮູບໃບມີຫຼາຍແບບ ລັກສະນະຊົງຮູບໄຂ່ຂຶ້ນຢູ່ກັບແນວພັນ, ໃບອ່ອນມັກມີຂົນ ແລະ ສີອອກແດງນ້ອຍນຶ່ງສ່ວນໃບແກ່ລຽບສີຂຽວເຂັ້ມ.ດອກ: ດອກອອກເປັນຊໍ່ຢູ່ປາຍກິ່ງ, ເປັນດອກສົມບູນເພດ (ມີທັງໂຕຜູ້ ແລະ ໂຕແມ່) ມີສີຂຽວອົມເຫຼືອງ.ຫມາກ: ມີເມັດຂະຫນາດໃຫຍ່ ຫຸ້ມດ້ວຍເນື້ອຫມາກທີ່ມີລັກສະນະເປັນເນີຍ, ເປີເຊັນໄຂມັນມີຕັ້ງແຕ່ 3-25%, ຜີວຂອງເປືອກຫມາກອາດລຽບ ຫຼືຊາ ເມື່ອສຸກອາດເປັນສີຂຽວ, ດໍາ, ມ້ວງ ຫຼື ອອກ
ແດງ ຂຶ້ນກັບສາຍພັນ, ຮູບຊົງຫມາກຄ້າຍຄືຮູບໄຂ່ມົນ ແລະ ຍາວ, ຫມາກມັກຈະບໍ່ສຸກຈົນກວ່າຈະລົ່ນຫຼື ຖືກເດັດອອກຈາກຕົ້ນ, ສ່ວນຫຼາຍການເກັບກຽ່ວຫມາກຈະເບິ່ງຈາກຊ່ວງເວລາ ແລະ ຂະຫນາດຂອງຫມາກເປັນຫຼັກ.

I. ການປູກຫມາກອະໂວຄາໂດ
ຫມາກອະໂວຄາໂດເປັນພືດບໍ່ ທົນນໍ້າຖ້ວມຂັງຄວນປູກຢູ່ບ່ອນທີ່ບໍ່ມີນໍ້າຖ້ວມຂັງ ຫຼື ຄວນຈະເຮັດເປັນຄູປູກ, ຄວນປູກໃນຊ່ວງຕົ້ນລະດູຝົນ. ອະໂວຄາໂດສາມາດປູກໄດ້ຫມົດປີຖ້າມີລະບົບຊົນລະປະທານ, ໄລຍະຫ່າງການປູກ 8×6 ແມັດ ສໍາລັບແນວພັນລູເຮີດ (Ruehle), ປີເຕີ້ສັນ (Peterson),ແຮດ (Hass), ແລະ ບັດຄາເນຍ (Buccan-aer). ປູກ 8×10 ແມັດ ສໍາລັບແນວພັນບູດ 8 (Booth 8) ແລະ ຮໍ (Hall).

1. ການປູກ:
ກ່ອນຈະປູກໃຫ້ນໍາຕົ້ນພັນອອກໄວ້ກາງແຈ້ງ ເພື່ອປັບສະພາບປະມານ 2-3 ວັນ ຂຸດຂຸມຂະຫນາດກວ້າງ, ຍາວ, ເລິກ 60x60x60 ຊັງຕີແມັດ, ໃສ່ຝຸ່ນຄອກປະມານ 1-2 ກິໂລ ແລ້ວນໍາຕົ້ນລົງປູກ, ຖົມດິນ ປະສົມປຸ໋ຍລົງໄປໃນຂຸມໃຫ້ແຫນ້ນພໍປະມານ, ຄໍ້າຕົ້ນດ້ວຍໄມ້ໄພ່, ໃຊ້ ເຊືອກຟາງ,ແກບ ຫຼື ເສດໃບໄມ້ປົກຄຸມຮອບເຫົ້ງາຕົ້ນ ເພື່ອຮັກສາຄວາມຊຸ່ມຊື່ນ.ຫົດນໍ້າທຸກວັນ ວັນລະ ປະມານ 15 ລິດ ຫຼື ຫົດວັນເວັ້ນວັນ ວັນລະປະມານ30 ລິດ ຈົນເຖິງອາຍຸປະມານ 1 ປີ ຈຶ່ງຫຼຸດການໃຫ້ນໍ້າ ຫຼື ຫົດອາທິດລະ 1 ຄັ້ງ, ສໍາ ລັບຕົ້ນໃຫຍ່ໃຫ້ນໍ້າທຸກ 15 ວັນ.

2. ການໃສ່ປຸ໋ຍ:
ໃສ່ປຸ໋ຍໄນໂຕຣເຈນ (N), ຝົດສະຟໍຣັດ (P) ແລະໂຟແທດຊຽມ (K) ໃນອັດຕາສ່ວນ 3-1 ໂດຍປະສົມປຸ໋ຍຢູເລຍ 1 ສ່ວນ ຕໍ່ປຸ໋ຍສູດ (15-15-15) 2 ສ່ວນ. ປະລິມານການໃສ່ປຸ໋ຍໃນປີທໍາອິດເລີ້ມໃຫ້ຫຼັງປູກ 2 ເດືອນ, ໃຫ້ປຸ໋ຍຕໍ່ຕົ້ນປະມານ 200 ກຼາມ ທຸກ 3 ເດືອນ. ປີທີ 2 ໃຫ້400 ກຼາມ, ປີທີ 3 ຫຼື ປີຕໍ່ໆໄປເຊິ່ງເປັນຊ່ວງທີ່ອະໂວຄາໂດໃຫ້ຜົນຜະລິດ,ໃສ່ປຸ໋ຍປະລິມານ 500 ກຼາມ, ຊ່ວງຕົ້ນລະດູຝົນ ແລະ ກາງລະດູຝົນງົດໃຫ້ນໍ້າເພື່ອກະຕຸ້ນໃຫ້ເກີດການອອກດອກ.ສໍາລັບຕົ້ນອະໂວຄາໂດທີ່ສຽບຍອດນັ້ນ ຖ້າເບິ່ງແຍງດີຈະໃຫ້ຜົນຜະລິດຕັ້ງແຕ່ປີທີ 3, ສ່ວນອະໂວຄາໂດ້ທີ່ປູກດ້ວຍເມັດຈະໃຫ້ຜົນຜະລິດ ຕັ້ງແຕ່ປີທີ 8 ຫາກຕົ້ນຍັງບໍ່ໃຫຍ່ພໍໃນຊ່ວງປີທໍາອິດຄວນປິດຫມາກຖີ້ມເພື່ອເລັ່ງການຈະເລີນເຕີບໂຕທາງຕົ້ນໃຫ້ເຕັມທີ່ເສຍກ່ອນ.

3. ການຕັດແຕ່ງກິ່ງງ່າ:
ເມື່ອອະໂວຄາໂດ ມີຄວາມສູງພຽງເຂົ່າຂຶ້ນໄປໃຫ້ຕັດຍອດຖີ້ມໃຫ້ເຫຼືອແຕ່ຕໍຈະເຮັດໃຫ້ອະໂວຄາໂດແຕກຍອດຂຶ້ນມາໃຫມ່3-4 ຍອດ, ໃນຊ່ວງການຈະເລີນເຕີບໂຕ ໃຫ້ຕັດກ້ານທີ່ແຫ້ງ, ເປັນພະຍາດ,ກ້ານທັບຊ້ອນກັນ, ກ້ານທີ່ບັງແສງ, ງ່າທີ່ໂຄ້ງອອກ ໂດຍເນັ້ນໃຫ້ແຜ່ໄປດ້ານຂ້າງແລະ ຕັດໃຫ້ຊົງຕໍ່າເພື່ອສະດວກໃນການເກັບກ່ຽວ. ການຕັດແຕ່ງກິ່ງງ່າຈະເຮັດອີກຄັ້ງຫຼັງຈາກເກັບກຽ່ວຜົນຜະລິດແລ້ວກໍ່ໃສ່ຝຸ່ນຄອກ ແລະ ໃສ່ປຸ໋ຍຢູເລຍເພື່ອບໍາລຸງຕົ້ນ.

4. ພະຍາດ:
ພະຍາດທີ່ສໍາຄັນໃນຕົ້ນອະໂວຄາໂດ ຄື ໂລກຮາກເນົ່າ ເມື່ອເກີດແລ້ວບໍລິເວນປາຍກິ່ງກ້ານຈະແຫ່ວຈົນເຖິງເຫງົ້າຕົ້ນ, ສາມາດປ້ອງກັນໂດຍການລະບາຍນໍ້າໃຫ້ດີ ແລະ ໃຊ້ຕົ້ນຕໍທີ່ທົນພະຍາດ ຄື ແນວພັນດັກ 7 (Duke-7).

II. ການປະສົມເກສອນຂອງອະໂວຄາໂດ:
ໂດຍປົກກະຕິດອກຂອງອະໂວຄາໂດ້ເມື່ອບານຄັ້ງທໍາອິດຈະຍັງບໍ່ພ້ອມປະສົມພັນ ແຕ່ຈະພ້ອມປະສົມພັນເມື່ອບານຄັ້ງທີ 2 ເຮົາສາມາດແບ່ງສາຍພັນອະໂວຄາໂດ້ ໄດ້ເປັນ 2 ກຸ່ມຕາມລັກສະນະການບານຂອງດອກຄື:
ກຸ່ມ A: ມີການບານຂອງດອກຄື: ຈະບານຄັ້ງທໍາອິດໃນຕອນເຊົ້າເກສອນໂຕແມ່ນັ້ນພ້ອມຮັບລະອອງເກສອນ ແຕ່ເກສອນໂຕຜູ້ນັ້ນບໍ່ພ້ອມ ປະສົມດອກຈະຫຸບໃນຕອນທ່ຽງ ແລະ ບານອີກຄັ້ງໃນຕອນບ່າຍຂອງວັນຕໍ່ມາເກສອນຜູ້ແລະແມ່ຈຶ່ງພ້ອມປະ ສົມພັນ. ເຊິ່ງໃຊ້ໄລຍະເວລາປະມານ 30 ຊົ່ວໂມງ,ເຮັດໃຫ້ອະໂວຄາໂດ້ໃນກຸ່ມ ນີຈຶ່ງຕິດຫມາກຍາກໄດ້ແກ່ ພັນແຮດ Hass,ພັນພິງເຄີຕອນ Pinkerton ປີເຕີ້ສັນ Peterson, ລູລ່າ Lula, ມອນໂຣ Monroe.
ກຸ່ມ B: ການບານຂອງດອກຈະບານຄັ້ງທໍາອິດໃນຕອນບ່າຍເກສອນໂຕແມ່ ນັ້ນ ພ້ອມຮັບລະອອງເກສອນ, ແຕ່ເກສອນໂຕຜູ້ນັ້ນບໍ່ພ້ອມປະສົມ ແລະ ດອກ ຈະບານອີກຄັ້ງໃນຕອນເຊົາມື້ຕໍ່ມາ, ເກສອນໂຕຜູ້ ແລະ
ໂຕແມ່ຈຶ່ງພ້ອມປະສົມ. ເຊິ່ງໄລຍະເວລາປະມານ 12 ຊົ່ວໂມງ (ໄລຍະເວລາສັ້ນກວ່າ) ເຮັດໃຫ້ອະໂວຄາໂດໃນກຸ່ມນີ້ຈິ່ງຕິດຫມາກໄດ້ຂ້ອນຂ້າງດີກວ່າໄດ້ແກ່ພັນບັກ ຄາເນຍ Buccanaer, ບຸດ7 Booth 7, Booth 8, ເຟີດເຕ້
Fuerte, ຮໍ Hall, ລູເຮີດ Ruehle, ປາກຊ່ອງ 2-8.
ຫາກຕ້ອງການເພີ້ມການຕິດຫມາກຂອງອະໂວຄາໂດ້ ໂດຍສະເພາະສາຍພັນກຸ່ມເອ ຄວນປູກພັນກຸ່ມເອຮ່ວມກັບກຸ່ມບີ ໃນສະຫະລັດອາເມລີການິຍົມປູກພັນ ເຟີດເຕ້ Fuerte ຮ່ວມກັບພັນແຮດ ເພື່ອເພີ້ມການຕິດຫມາກຂອງພັນແຮດ ໂດຍການປະສົມພັນໃນຕົ້ນດຽວກັນຈະໃຊ້ລົມເປັນຫຼັກສ່ວນການປະສົມຂ້າມຕົ້ນຈະໃຊ້ແມງເຊັ່ນເຜີ້ງ ແລະ ມົດຕະນອຍ.

III. ແນວພັນອະໂວຄາໂດ:
ພັນອະໂວຄາໂດ້ທີ່ລົດຊາດດີນັ້ນເປັນພັນທີ່ມີເປີເຊັນໄຂມັນຂ້ອນຂ້າງສູງ ເຊິ່ງພັນແຮດ Hass ມີໄຂມັນປະມານ18-25%, ເຟີດເຕ້ Fuerte ມີນໍ້າມັນ 14-18% ແລະ ພັນບັກຄາເນຍBuccanaer, ມີນໍ້າມັນ 12-14% ຊ່ວງເວລາການເກັບກຽ່ວຈະມີຜົນຕໍ່ປະລິມານໄຂມັນຫຼາຍຂຶ້ນຕາມລໍາດັບ.

ກ. ພັນແຮດ Hass: ໃບມີລັກສະນະແຫຼມຍາວ, ໃບອອກຫ່າງໆກັນ, ຫມາກຮູບສວ້າຍຍາວ, ຜີວນອກຊາມີສີຂຽວເຂັ້ມເມື່ອສຸກປຽ່ນເປັນສີດໍາ, ຫມາກມີຂະຫນາດນ້ອຍນໍ້າຫນັກປະມານ 200-300 ກະລຣາມ, ມີເນື້ອຂ້າງໃນສີເຫຼືອງ,ເມັດນ້ອຍເຖິງຂະຫນາດກາງ, ເປືອກຫມາກຂ້ອນຂ້າງຫນາ, ທົນທານຕໍ່ການຂົນສົ່ງ. ພັນນີ້ຍັງມີຂໍ້ດີອີກຢ່າງຄື ເມື່ອຫມາກແກ່ແລ້ວກໍ່ຍັງສາມາດລຽ້ງຢູ່ເທິງຕົ້ນໄດ້ອີກດົນຫຼາຍເດືອນ. ຊ່ວງເກັບກຽ່ວຫມາກແມ່ນເດືອນທັນວາ-ກຸມພາ,ມີໄຂມັນ ສູງຫຼາຍຄື ປະມານ 20 % ຫຼືຫຼາຍກວ່າ. ເປັນແນວພັນການຄ້າ
ອັນດັບ 1 ຂອງໂລກ, ພັນນີ້ຫມາກມີລາຄາແພງຫຼາຍທີ່ສຸດ. ແຕ່ໃຫ້ຜົນຜະລິດໃນບ່ອນທີ່ມີອາກາດເຢັນ, ພື້ນທີ່ປູກທີ່ເຫມາະສົມຄວນສູງຈາກລະດັບຫນ້ານໍ້າທະເລ600 ແມັດຂຶ້ນໄປ, ໄລຍະປູກທີ່ແນະນໍາຄື: 8×8 ແມັດ.

ຂ. ພັນບຸດ7 (Booth 7): ໃບໃຫຍ່ເປັນ ມັນ, ຫມາກຂ້ອນຂ້າງກົມຂະຫນາດປະມານ 3 ຫມາກຕໍ່ກິໂລກຣາມ, ຜີວຫມາກຂ້ອນຂ້າງຊາ, ສີຂຽວ, ເປືອກຫນາ, ເນື້ອມີສີເຫຼືອງອ່ອນ, ເມັດຂະຫນາດກາງ. ເມື່ອສຸກຫມາກມັກຈະລົ່ນ, ມີໄຂມັນ7-14 %. ຊ່ວງເກັບກຽ່ວຫມາກປະມານເດືອນ ຕຸລາ-ເດືອນທັນວາ. ພັນນີ້ໃຫ້ຜົນຜະລິດດົກປະມານ 249 ຫມາກຕໍ່ຕົ້ນ, ລໍາຕົ້ນ ຂະຫນາດໃຫຍ່ຂ້ອນຂ້າງທົນຕໍ່ພະຍາດ, ແຕ່ຫມາກລົດຊາດປານກາງ.

ຄ. ປີເຕີ້ສັນ Peterson: ເປັນພັນເບົາໃຫ້ຜົນຜະລິດກ່ອນພັນອື່ນໆ ຄືປະມານເດືອນມິຖຸນາ – ເດືອນກໍລະກົດ, ໃບລ້ຽງຊ້ອນກັນຖີ່ໆ ແລະ ເປັນມັນໃບອ່ອນສີແດງຫມາກມີລັກຊະນະກົມ.

ງ. ເຟີດເຕ້ Fuerte: ມີລໍາຕົ້ນຂະຫນາດໃຫຍ່ ແລະ ແຜ່ກວ້າງຫມາກຮູບຫນ່ວຍໄຂ່ ຍາວ, ຜີວຫມາກຊາເລັກນ້ອຍ ແລະ ມີສີຂຽວເຂັ້ມ, ມີເນື້ອສີເຫຼືອງຄີມ, ເມັດຂະ ຫນາດກາງ, ນໍ້າຫນັກຫມາກປະມານ 150-300 ກຣາມ.ລົດຊາດດີຫຼາຍ ແຕ່ຂ້ອນຂ້າງບໍ່ທົນຕໍ່ພະຍາດ, ເປືອກຫມາກບາງເຮັດໃຫ້ບໍ່ທົນທານຕໍ່ການຂົນສົ່ງ, ມັກອາກາດເຢັນແຕ່ບໍ່ຫນາວ. ຖ້າອາກາດຮ້ອນ ຫຼື ຫນາວເກີນໄປຈະເຮັດໃຫ້ການອອກດອກຫນ້ອຍ ແລະ ບໍ່ສະຫມໍາສະເຫມີ, ຊ່ວງເກັບກຽ່ວຫມາກແມ່ນເດືອນຕຸລາ ຫາ ເດືອນທັນວາ ເປັນພັນການຄ້າຂອງໂລກຮອງຈາກພັນແຮດ Hass.

ຈ. ພັນບັກຄາເນຍ Buccanaer:ຫມາກ ມົນ ຫມາກມີຂະຫນາດໃຫຍ່3-4 ຫມາກຕໍ່ ກິໂລກຣາມ, ໃບກວ້າງ
ຜີວໃບບໍ່ມັນ, ຍອດຂຽວ, ຫມາກແກ່ຈະປຽ່ນສີຈາກຂຽວເປັນເຫຼືອງ, ມີຫມາກດົກ, ເບິ່ງແຍງງ່າຍ ຂະຫນາດຕົ້ນໃຫຍ່ ແລະ ແຜ່ກວ້າງ ໄລຍະປູກທີ່ແນະນໍາຄື: 10×10 ແມັດ.
ສ. ພັນພິງເຄີຕອນ Pinkerton: ຂະຫນາດຕົ້ນຂ້ອນຂ້າງນ້ອຍ, ໃບຮຽວຍາວແລະ ຈະສັ້ນກວ່າພັນແຮດ Hass ເປືອກ ຊາ, ຫມາກແກ່ປຽ່ນຈາກສີຂຽວເປັນສີຂຽວເຂັ້ມ, ລົດຊາດມັນ, ເປີເຊັນນໍ້າມັນສູງ ໄກ້ຄຽງພັນແຮດ Hass ຫມາກຂ້ອນຂ້າງໃຫຍ່, ນໍ້າຫນັກຫມາກປະມານ 3 ຫມາກຕໍ່ກິໂລກຣາມ, ຫມາກດົກ. ສາມາດປູກໃນພື້ນທີ່ສູງນ້ອຍກວ່າພັນແຮດ Hass ຄືປະມານ 300-400ແມັດຂຶ້ນໄປຈາກລະດັບນໍ້າທະເລ. ພັນນີ້ຫມາກແກ່ໄວບໍ່ສາມາດລ້ຽງຢູ່ເທິງຕົ້ນໄດ້ດົນນານເຮັດໃຫ້ໄລຍະເວລາການເກັບກຽ່ວຂ້ອນຂ້າງສັ້ນ.

IV. ການເກັບກຽ່ວຜົນຜະລິດ:
ໂດຍທໍາມະຊາດແລ້ວອະໂວຄາໂດ ຈະບໍ່ສຸກກັບຕົ້ນແຕ່ຈະສຸກຫຼັງຈາກທີ່ເກັບກຽ່ວຫມາກອອກຈາກຕົ້ນແລ້ວປົກກະຕິຈະໃຊ້ເວລາປະມານ 1 ອາທິດ, ເຊິ່ງຫມາຍຄວາມວ່າ ຫຼັງຈາກເກັບກຽ່ວຫມາກຈາກຕົ້ນແລ້ວ ເຮົາຕ້ອງບົ່ມ ຫມາກອະໂວຄາໂດ້ໄວ້ບ່ອນທີ່ມີອຸນຫະພູມຫ້ອງທໍາມະດາ 1 ອາທິດກ່ອນນໍາມາຮັບປະທານ. ການເກັບຫມາກອະໂວຄາໂດທີ່ອ່ອນເກີນໄປ ນອກຈາກຈະມີເປີເຊັນນໍ້າມັນນ້ອຍແລ້ວ ຍັງເຮັດໃຫ້ບໍ່ສາມາດ
ບົ່ມຫມາກອະໂວຄາໂດໃຫ້ສຸກໄດ້ຄື: ຫມາກອາດຈະເນົ່າໄປເລີຍ ໂດຍທີ່ຍັງບໍ່ສຸກ.ດັ່ງນັ້ນ ຄວນມີຫຼັກການໃນການສັງເກດເພື່ອເກັບຜົນຜະລິດທີ່ແກ່ພຽງພໍນອກຈາກນີ້ ເຮົາຍັງສາມາດ ປະຫມາກອະໂວຄາໂດ້ທີ່ແກ່ໃຫ້ຢູ່ເທິງຕົ້ນໄດ້ອີກໄລຍະຫນຶ່ງ ຫາກເກັບບໍ່ທັນ ຫຼື ຕ້ອງການເວລາແຕ່ວ່າກໍ່ຂຶ້ນກັບສາຍພັນນໍາ.

V. ວິທີການບົ່ມອະໂວຄາໂດ້ໃຫ້ສຸກ:
ເມື່ອເຮົາເກັບຫມາກອະໂວຄາໂດຈາກຕົ້ນແລ້ວ ຈໍາເປັນຕ້ອງມີການບົ່ມເພື່ອໃຫ້ສຸກກ່ອນຮັບປະ
ທານ, ການບົ່ມນັ້ນເຮັດໄດ້ງ່າຍ ໂດຍການປະຫມາກໄວ້ຢູ່ໃນຫ້ອງທໍາມະດາ ຖ້າຫາກຕ້ອງການເລັ່ງໃຫ້ຫມາກສຸກໄວຂຶ້ນ ໃຫ້ໃສ່ຫມາກອະໂວຄາໂດ້ໃນຖົງເຈ້ຍສີນໍ້າຕານແລ້ວປິດປາກຖົງ ຫາກບໍ່ມີກໍ່ຫໍ່ດ້ວຍເຈ້ຍຫນັງສືພີມກໍ່ໄດ້ແລ້ວປະໄວ້ທີ່ຫ້ອງທໍາມະດາ ໃຊ້ເວລາພຽງແຕ່ 1 ຄືນ ຫຼື ຫຼາຍວັນ ຂຶ້ນກັບອະໂວຄາໂດແຕ່ລະຫມາກ. ການທົດສອບວ່າຫມາກສຸກຫຼືບໍ່ ໃຫ້ລອງເອົາມືບີບຫມາກເບົາໆຖ້າຫມາກບີບໄດ້ອ່ອນແດ່ ກໍ່ສະແດງວ່າຫມາກສຸກ. ຖ້າຫມາກສຸກແລ້ວໃຫ້ນໍາຫມາກອະໂວຄາໂດ້ແຊ່ຕູ້ເຢັນເພື່ອຍືດອາຍຸການເກັບຮັກສາ (ບໍ່ຄວນນໍາຫມາກດິບທີ່ຍັງບໍ່ສຸກແຊ່ຕູ້ເຢັນເພາະອາດເຮັດໃຫ້ຫມາກບໍ່ສຸກແລ້ວເນົ່າໄປເລີຍ).

ແຫຼ່ງຂໍ້ມູນ: https://drive.google.com/file/d/1TTb-WD-v-lC8haCjk6OfMBaoY4nJx0YP/view

https://www.hrdi.or.th/Articles/Detail/82

https://www.baanlaesuan.com/245455/garden-farm/farming-step-by-step/avocado

 

ການລ້ຽງໝູເປັນສິນຄ້າ ຂອງປະຊາຊົນ ບ້ານຄອນຄຳ ເມືອງປາກອູ

ບ້ານ ຄອນຄຳ ເປັນບ້ານໜື່ງທີ່ຂຶ້ນກັບເມືອງປາກອູ ແຂວງຫຼວງພະບາງ, ຊື່ງໄດ້ສ້າງຕັ້ງເປັນບ້ານມາແຕ່ປີ 1975 ຈົນຮອດ ປັດຈຸບັນ ທີ່ຢູ່ລຽບຕາມແຄມແມ່ນໍ້າອູ ແລະ ແຄມເສັ້ນທາງຫຼວງເລກທີ 13 ເໜືອ, ທິດເໜືອຕິດກັບບ້ານຫວ້ຍໂລ ທິດໃຕ້ຕິດກັບບ້ານຜາທີງທິດຕາເວັນ ອອກຕິດກັບບ້ານຫວ້ຍໂອດ ແລະ ທິດຕາເວັນຕົກຕິດກັບພູຊາມີຄອບຄົວທັງໝົດ 107 ຄອບຄົວ, ມີພົນລະເມືອງ 538 ຄົນ, ຍິງ 277 ຄົນ, ປະກອບມີ 1 ເຜົ່າຄື: ຊົນເຜົ່າລື້ປະຊາຊົນສ່ວນໃຫຍ່ມີອາຊີບເຮັດການກະສິກໍາເປັນຕົ້ນແມ່ນເຮັດນາ, ເຮັດສວນ, ລ້ຽງສັດ, ຫາປາ ແລະ ຄ້າຂາຍ.ການລ້ຽງໝູຂອງປະຊາຊົນແມ່ນເລີ່ມມາໄດ້ຫຼາຍກວ່າ 10 ປີແລ້ວ ເຊິ່ງໄດ້ຮັບຄວາມຮູ້ດ້ານ ການລ້ຽງມາຈາກການສືບທອດຈາກຄົນໃນຄອບຄົວຮຸ່ນກ່ອນພັນໝູທີ່ລ້ຽງສ່ວນຫຼາຍແມ່ນພັນພື້ນເມືອງ (ໝູລາດ) ແລະ ຄອບຄົວໜື່ງແມ່ນລ້ຽງ 3-10 ໂຕຂື້ນໄປຕໍ່ຄອບຄົວ

1. ຄວາມສໍາຄັນຂອງການລ້ຽງໝູ
ການລ້ຽງໝູແມ່ນມີຄວາມສຳຄັນຫຼາຍຕໍ່ຄອບຄົວເຊັ່ນ: ລ້ຽງເພື່ອຂາຍເປັນສີນຄ້າ, ສ້າງລາຍຮັບໃຫ້ແກ່ຄອບຄົວປະມານ 6-20 ລ້ານກີບຕໍ່ປີ, ລ້ຽງເພື່ອເປັນອາຫານໃນງານບຸນປະເພນີຕ່າງໆຂອງບ້ານ ແລະ ນອກຈາກນັ້ນຍັງໃຊ້ໝູເຂົ້າໃນການເຮັດພິທີຕ່າງໆຕາມຮີດ ຄອງປະເພນີຂອງບ້ານ

2. ວິທີການລ້ຽງໝູຂອງປະຊາຊົນບ້ານຄອນຄໍາ
ການລ້ຽງໝູຂອງບ້ານຄອນຄໍາ ແມ່ນລ້ຽງຕາມທຳມະຊາດ ແບບຂັງທີ່ອ້ອມດ້ວຍໄມ້, ເກືອດ້ວຍຮຳ ຫຼື ຮໍາປະສົມພືດທີ່ມີຕາມທ້ອງຖີ່ນທີ່ຫາໄດ້ຕາມທຳມະຊາດໂດຍເກືອ 2 ຄັ້ງຕໍ່ ມື້, ໄດ້ມີການຈັດການທາງດ້ານສຸຂະພາບສັດ ແມ່ນໄດ້ສັກວັກຊີນ (ຢາປ້ອງກັນພະຍາດ) ເປັນປົກກະຕິ ແລະ ສາມາດປີ່ນປົວສັດເມື່ອເປັນພະຍາດຂັ້ນເບົາບາງ. ເຊີ່ງການລ້ຽງໝູແມ່ນໃຊ້ເວລາໃນການລ້ຽງ 5-6 ເດືອນ ຈື່ງສາມາດຂາຍປັດຈຸບັນການລ້ຽງໝູຂອງບ້ານເຮົາ ແມ່ນລ້ຽງເພື່ອຂາຍເປັນສ່ວນໃຫຍ່ ໃນການຂາຍແມ່ນຂາຍໃຫ້ພໍ່ຄ້າທີ່ມາຊື້ຕາມບ້ານ ຮູບແບບໃນການການຂາຍແມ່ນຂາຍເປັນໂຕຊັງເປັນກິໂລດິບ

3. ບັນຫາການລ້ຽງໝູ
– ຂາດເຕັກນິກການລ້ຽງໝູ ແລະ ການຈັດການທາງດ້ານສຸຂະພາບເຮັດໃຫ້ໝູຈະເລີນເຕີບໂຕຊ້າ
– ຂາດແຫຼ່ງທືນມາສະໜັບສະໜູນໃນການລ້ຽງໝູເພື່ອຊື້ອາຫານທີ່ດີໃຫ້ໝູກີນ
– ຂາດພໍ່ພັນ-ແມ່ພັນໝູເພື່ອມາປັບປຸງແນວພັນດັ່ງເດີມ ສະຖານໃນການລ້ຽງໝູແມ່ນຫຍັງຄັບແຄບເຮັດໃຫ້ຍັງບໍ່ສາມາດລ້ຽງຂາຍເປັນສິນຄ້າໄດ້ເຕັມຮູບແບບ
– ຂາດເຕັກນິກການສ້າງລະບົບຄອກທີ່ໄດ້ມາດຕະຖານ

4. ວິທີການແກ້ໄຂ
– ຂຽນໂຄງການຝຶກອົບຮົມການລ້ຽງໝູ ຫຼື ໄປທັດສະນະ (ເບີ່ງງານ) ເບີ່ງບ່ອນທີ່ລ້ຽງໝູປະສົບ ຜົນສຳເລັດຜ່ານມາ
– ຊອກແຫຼ່ງທືນມາສະໜັບສະໜູນ ການລ້ຽງໝູເພື່ອໃຫ້ເປັນບ້ານຕົວແບບຂອງເມືອງປາກອູ
– ຂໍແນວພັນໝູທີ່ລ້ຽງໃຫຍ່ໄວຈາກໂຄງການມາປະສົມພັນ
– ຂໍສະຖານທີນຳອຳນາດການຈັດຕັ້ງບ້ານ ແລະ ຫ້ອງການກະສິກຳ-ປ່າໄມ້ເມືອງ ເພື່ອຈັດສັນ ສະຖານທີໃຫ້
– ຊອກແຫຼ່ງທືນມາສະໜັບສະໜູນໃນການສ້າງຄອກໃຫ້ໄດ້ມາດຕະຖານ ແລະ ທົນທານຕໍ່ສະພາບແວດລ້ອມ

5. ຂໍ້ສະເໜີ
1.ສະເໜີຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຊ່ວຍເຫຼືອໃນການຊອກແຫຼ່ງທືນເພື່ອສ້າງກຸ່ມ ການລ້ຽງໝູໃຫ້ເປັນບ້ານແບບຢ່າງຂອງເມືອງ, ຂໍແນວພັນໝູມາປະສົມພັນເພື່ອປັບປຸງພັນ ແລະ ຈັດສະຖານທີ່ ທີ່ເໝາະສົມໃນການລ້ຽງໝູດ້ວຍ. 2.ສະເໜີວິຊາການທາງດ້ານການລ້ຽງສັດມາຈັດຝຶກອົບຮົມກ່ຽວກັບການຈັດການ ແລະ ດູແລຮັກສາສຸຂະພາບສັດ (ສັກຢາປົວພະຍາດ ແລະ ສັກວັກຊີນປ້ອງກັນພະຍາດ)
3.ສະເໜີໃຫ້ຫ້ອງການອຸດສາຫະກຳ-ການຄ້າເມືອງ ຊ່ວຍຄວບຄຸມທາງດ້ານລາຄາໃຫ້ເປັນປົກກະຕິ
4.ສະເໜີໃຫ້ບໍລິສັດຊີພີ ມາຊ່ວຍໃນການສ້າງລະບົບຄອກໃຫ້ໄດ້ມາດຕະຖານ
5.ສະເໜີບໍລິສັດໄຟຟ້າເຂື່ອນນໍ້າອູ 1 ສະໜອງທາງດ້ານງົບປະມານເຂົ້າຮ່ວມກິດຈະກໍຳການລ້ຽງໝູເປັນສິນຄ້າດ້ວຍ

ແຫຼ່ງຂໍ້ມູນ: file:///C:/Users/HP/AppData/Local/Temp/89f50ddc-5617-4c3b-803d-c3cfa86e0958_lad%202022-20230728T041728Z-001.zip.958/lad%202022/0ajVpf7RMATfq9xJ.pdf

 

https://www.swinethailand.com/15901431/สุกรอนุบาลและขุน-ทำอย่างไรให้ประสิทธิภาพสูง

https://www.whitecranev88.com/research/สุกร/152/

 

ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນສາລີເຂົ້າໜຽວຄຳ 1

ແນວພັນສາລີເຂົ້າໜຽວຄຳ 1 ແມ່ນ ທ່ານ ຄຳມີໄຊ ຈັນທະລາ ໄດ້ປັບປຸງພັນຢູ່ບ້ານທ່າຫີນ ເມືອງສາມະຄີໄຊ ແຂວງອັດຕະປື ລະດູຝົນ 2019 , ລະດູແລ້ງ 2020 ໂດຍປະສົມລະຫວ່າງ ແນວພັນສາລີເຂົ້າໜຽວພື້ນເມືອງ ກັບແນວພັນສາລີຈີນ. ໃຊ້ຮູບແບບປັບປຸງພັນແບບປະສົມຂ້າມໂດຍກຳນົດເອົາສາລີຈີນເປັນຕົ້ນພໍ່ພັນ ແລະ ເອົາສາລີເຂົ້າໜຽວພື້ນເມືອງເປັນຕົ້ນແມ່(ສາລີຈີນເປັນສາລີທີ່ໃຫ້ຝັກສະໝໍ່າສະເໝີຜົນຜະລິດດີ, ກິນແຊບ, ຕະຫຼາດຕ້ອງການ ແຕ່ບໍ່ສາມາດເກັບເປັນແນວພັນປູກໃນລະດູການຕໍ່ໄປໄດ້. ສ່ວນສາລີເຂົ້າໜຽວພື້ນເມືອງລັກສະນະລຳຕົ້ນກໍ່ບໍ່ສະໝໍ່າສະເໝີກິນຂ້ອນຂ້າງແຂງ, ຕະຫຼາດບໍ່ຕ້ອງການ ແຕ່ວ່າມັນທົນຕໍ່ລ້ວງເຈາະລຳຕົ້ນໄດ້ ແລະ ກໍ່ສາມາດເກັບເປັນແນວພັນປູກປູກໃນລະດູການຕໍ່ໄປໄດ້) ເຊິ່ງສາມລີສອງແນວພັນນີ້ມີອາຍຸການເກັບກ່ຽວຂ້ອນຂ້າງຊໍ່າກັນດັາງນັ້ນ, ເຮົາຈຶ່ງສາມາດປູກພ້ອມກັນໄດ້.ວິທີການປູກແມ່ນຈະປູກເປັນແຖວສະສັບກັນສຳລັບຕົ້ນແມ່ເມືອຮອດເວລາອອກດອກຜູ້ ຫຼື ກ່ອນມັນຈະພົ້ນອອກຕ້ອງໄດ້ຕັດຖີ້ມໝົດຮວງເພື່ອບໍ່ໃຫ້ເກສອນມາປົນ ຫຼື ປະສົມກັນເອງຈົງເອົາໄວ້ແຕ່ເກສອນຕົ້ນຜູ້ທີ່ເຮົາກຳນົດໄວ້ແລ້ວໃຫ້ມັນປະສົມພັນກັນເອງໂດຍທຳມະຊາດແລ້ວລໍຖ້າໃຫ້ມັນແກ່ກໍ່ສາມາດເກັບມາເປັນແນວພັນປູກໃນລະດູການຕໍ່ໄປໄດ້. ປະຈຸບັນແນວພັນດັ່ງກ່າວໄດ້ທົບສອບການກິນເຫັນວ່າກິນແຊບອ່ອນນຸ້ມ, ຫວານເປັນທີ່ຕ້ອງການຂອງຕະຫຼາດ ແລະ ປູກຂະຫຍາຍຢູ່ພາຍໃນແຂວງ ແລະ ນຳໄປປູກທົດລອງຢູ່ແຂວງທີ່ມີກິດຈະກຳໂຮງຮຽນຊາວນາກໍ່ເຫັນວ່າມີຄົນສົນໃຈຫຼາຍ.

I. ລັກສະນະເດັ່ນຂອງແນວພັນສາລີເຂົ້າໜຽວຄຳ 1
– ເໝາະກັບດິນຊາຍ, ຊາຍແກບຕົມ
– ປັບຕົວກັບສະພາບແວດລ້ອມໄດ້ດີ
– ຜົນຜະລິດດີ 6,5-7ໂຕນ/ເຮັກຕາ
– ກິນອ່ອນ, ຫອມໜ້ອຍໜຶ່ງ

ລັກສະນະປະຈຳພັນຂອງສາລີເຂົ້າໜຽວຄຳ 1

ລ/ດ ຄຸນລັກຊະນະ ແລະ ຮູບປະກອບ ລັກຊະນະປະຈຳພັນ
1 ສີລຳຕົ້ນອ່ອນ ຂຽວ
2 ສີຂອງໃບອ່ອນ ຂຽວອ່ອນ
3 ອາຍຸເຖິງອອກດອກ 50% 35
4 ອາຍຸອອກໃໝ່ 50% 45
5 ສີຂອງເກສອນຜູ້ ເຫຼື່ອງອ່ອນ
6 ສີຂອງໄໝ ສີທອງ
7 ສີລຳຕົ້ນ ຂຽວ
8 ການແຕກແໜ່ງ 2
9 ລັກຊະນະຂອງໃບ ກວ້າງຍາວ
10 ອາຍຸເກັບຝັກສົດ 65
11 ອາຍຸເກັບເປັນເມັດພັນ 80-85
12 ຄວາມສູງຕົ້ນ ມ 2,3
13 ຄວາມສູງການຈັບຝັກ ມ 0,6
14 ປາຍຫຸ້ມຜັກ ແຫຼມ
15 ຜັກມີປີກ ຫຼື ບໍ່ມີ ບໍ່ມີ
16 ຄວາມຍາວຂອງຝັກ ຊມ 20
17 ຄວາມກວ້າງຂອງຝັກ ຊມ 4
18 ຈຳນວນແຖວຕໍ່ຝັກ 14

II. ແນະນຳການປູກ
ລະດູການປູກ ສາມາດປູກໄດ້ 2 ລະດູ
1. ຕົ້ນລະດູຝົນ ເດືອນ ເມສາ – ພືດສະພາ
2. ທ້າຍລະດູຝົນ ເດືອນກໍລະກົດ – ສິງຫາ
ກ. ການກຽມດິນ
1. ໄຖ 1 ຄັ້ງ ເລີກ 20-30 ຊັງຕີແມັດ, ຕາກແດດ 7-10 ວັນ
2. ປັ່ນດິນໃຫ້ລະອຽດແລ້ວຍົກຮ່ອງ
ຂ. ການປູກ
1. ໄລຍະປູກ 25 x75 ຊັງຕີແມັດ
2. ຂຸມລະ 1-2 ເມັດ
3. ໃຊ້ແນວພັນ 20 ກີໂລກຼາມ/ເຮັກຕາ

II. ການບົວລະບັດຮັກສາ
– ກຳຈັດວັດສະພືດ 1 ຄັ້ງ ຫຼັງຈາກປູກໄດ້ 15-20 ວັນ ກ່ອນການໃສາຝຸ່ນ ຄັ້ງທີ່ 1- 2 ຫຼັງຈາກກຳຈັດວັດສະພືດຄັ້ງທີ່ 1 ໃຊ້ຝຸ່ນເຄມີ 16-20-00 ຫຼື 15-15-15 ໃນອັດຕາ 250 ກິໂລກຼມ/ເຮັກຕາ ແລະ ຝຸ່ນອິນຊີ 50 ກຼາມ/ຂຸມ, ໃສ່ຝຸ່ນຄັ້ງທີ່ 2 ຫຼັງຈາກງອກໄດ້ 45 ວັນ ໃສ່ຝຸ່ນເຄມີ 46-00-00 ໃນອັດຕາ 50 ກິໂລກຼາມ/ເຮັກຕາ ໂຮຍຂ້າງແຖວປູກພວນດິນຖົມ

IV. ການເກັບກ່ຽວ
ເກັບຝັກສົດເມື່ອໝາກສາລີມີອາຍຸ 65-70 ວັນ ຫຼື ຈະສັງເກດເບິ່ງໄໝສາລີຍຸມ 4-5 ວັນ ກໍ່ສາມາດເກັບກ່ຽວໄດ້. ຖ້າເຮັດແນວພັນຕ້ອງໃຫ້ສາລີແກ່ຈົນຝັກ ຫຼື ຕົ້ນແຫ້ງ ເປັນສີເຫຼືອງຈຶ່ງສາມາດເກັບກ່ຽວໄດ້

ແຫຼ່ງ ຂໍ້ມູນ: file:///C:/Users/HP/Downloads/8O1KX46A3m3D08VI%20(1).pdf

http://r12.ldd.go.th/yala/index.php/2015-09-11-19-25-27/2016-03-07-09-07-42/16-2016-04-07-15-15-17/57-2016-04-15-05-35-51

https://www.rakbankerd.com/agriculture/print.php?id=5131&s=tblplant

 

ການໄຖກົບຕໍເຟືອງເພື່ອປັບປຸງບຳລຸງດິນ

ການໄຖກົບຕໍເຟືອງ ແມ່ນເຕັກນິກການປັບປຸງບຳລຸງດິນແບບໃໝ່ທີ່ກຳລັງນິຍົມກັນໃນປັດຈຸບັນ, ເປັນການສ້າງດິນໃຫ້ມີຊີວິດ ແລະ ຢືດອາຍຸການນຳໃຊ້, ເພີ່ມທາດອາຫານພືດໃນດິນ, ເຮັດໃຫ້ມີຄວາມອຸດົມສົມບູນດີຂື້ນ, ຜົນຜະລິດດີຂື້ນແຕ່ລະປີ

1. ປະໂຫຍດຈາກການໄຖກົບຕໍເຟືອງ
 ປັບປຸງຄຸນສົມບັດທາງດ້ານກາຍຍະພາບຂອງດິນ
– ເຮັດໃຫ້ດິນອ່ອນນຸ້ມ ສະດວກໃນການກຽມດິນ, ການປັກດຳກ້າ ແລະ ເຮັດໃຫ້ຮາກພືດຂະຫຍາຍຕົວໃນດິນໃຫ້ດີຂື້ນ
– ເຮັດໃຫ້ການລະບາຍອາກາດໃນດິນໄດ້ດີ
– ເພີ່ມການຊືມຜ່ານຂອງນໍ້າ ແລະ ການອົມນໍ້າຂອງດິນໃຫ້ດີຂື້ນ

 ປັບປຸງຄຸນສົມບັດທາງດ້ານເຄມີຂອງດິນ
– ເພີ່ມທາດອາຫານໃຫ້ແກ່ດິນໂດຍກົງ ເຖິງວ່າປະລິມານທາດອາຫານຈະບໍ່ຫຼາຍ ເມືອທຽບໃສ່ຝຸ່ນເຄມີແຕ່ມີທາດອາຫານຄົບຖ້ວນຕາມພືດຕ້ອງການ ທັງທາດອາຫານຫຼັງ: N P K, ແລະ ທາດອາຫານສຳສຳຮອງຄື: Ca, Mg, S, Fe, Mn, Cu, Zn, Br ….. ຈະຄ່ອຍປ່ອຍອອກມາໃຫ້ເປັນປະໂຫຍດຕໍ່ພືດໄລຍະຍາວ
ຜົນຜະລິດເຂົ້າ 1 ໂຕນຈະມີຕໍເຟືອງ ແລະ ພືດປະມານ 1,0 ໂຕນ, ທີທາດຝຸ່ນເລັ່ງ ( N) ປະມານ 4,8 ກິໂລ, ຝຸ່ນໝາກ( P) ປະມານ 0,6 ກິໂລ ແລະ ຝຸ່ນເລັ່ງຮາກ (K) ປະມານ 11,8 ກິໂລ, ເມື່ອທຽບໃສ່ຝຸ່ນຂາຍໃນທ້ອງຕະຫຼາດຈະເທົ່າກັບຝຸານສູດ 15-15-15 ຈຳນວນ 6 ກິໂລ, ຝຸ່ນເລັ່ງໃບ (ຍູເລຍ) ຈຳນວນ 14 ກິໂລ, ຝຸ່ນເລັ່ງຮາກ (K) ຈຳນວນ 28 ກິໂລ
– ຊ່ວຍດູດຊັບ ແລະ ຢືດເກາະທາດອາຫານຈາກການໃສ່ຝຸ່ນເຄມີບໍ່ໃຫ້ສູນເສຍໄປຈາກກດິນ, ຊຶ່ງພືດສາມາດນຳໄປໃຊ້ເປັນປະໂຫຍດ, ການຫຼຸດຜ່ອນປະລິມານການໃສາຝຸ່ນເຄມີ
– ຊ່ວຍເພີ່ມຄວາມຕ້ານທານການປ່ຽນແປງຄວາມເປັນກົດເປັນດ່າງຂອງດິນ
– ຊ່ວຍຫຼຸດຜ່ອນຄວາມເປັນພິດຂອງທາດເຫຼັກ (Fe) ແລະ ທາດອາລຸມີຍົມ ຺ (Al) ໃນດິນ
– ຊ່ວຍຫຼຸດຄວາມເປັນພິດຈາກດິນເຄັມ

 ປັບປຸງທາງຊີວະພາບຂອງດິນ
– ເພີ່ມທາດອິນຊີວັດຖຸທີ່ເປັນແຫຼ່ງອາຫານ ແລະ ແຫຼ່ງພະລັງງານຂອງຈຸລິນຊີໃນດິນ ມີຂະບວນການຍ່ອຍເສດພືດໄວຂື້ນ, ໂດຍສະເພາະການປ່ຽນແປງທາດອາຫານ ໃນດິນໃຫ້ຢູ່ໃນຮູບທີ່ເປັນປະໂຫຍດໃຫ້ແກ່ພືດ.
– ເພີ່ມປະລິມານ ຫຼື ຈຳນວນຂອງຈຸລິນຊີດິນມີຜົນປະໂຫຍດໃນການຊ່ວຍຫຼຸດປະລິມານເຊື້ອພະຍາດ, ສັດຕູພືດບາງຊະນິດຢູ່ໃນດິນໃຫ້ຫຼຸດໜ້ອຍລົງ.

2. ວິທີການໄຖກົບເຟືອງ
1. ພື້ນທີ່ນາທີ່ມີຊົນລະປະທານ
ຫຼັງຈາກເກັບກ່ຽວເຂົ້ານາປີແລ້ວ ໃຫ້ໄຖກົບໄວ້ໂລດ ປ່ອຍນໍ້າເຂົ້ານາ(ຖ້າມີ) ໂດຍໃຫ້ລະດັບນໍ້າ ພໍດີຖ້ວມເສດເຫຼືອງ, ຫຼັງຈາກນັ້ນ ໃຊ້ຝຸ່ນຊີວະພາບຊະນິດນໍ້າ (BE,EM) ໃນອັດຕາ 5 ລິດ/ໄລ່ ເຈືອຈ້າງກັບນໍ້າ 100 ລິດ, ຄິດເປັນອັດຕາສ່ວນ 1%20 ຫົດລົງໃນພື້ນທີ່ນາເພື່ອຊ່ວຍໃຫ້ຕໍເຟືອງເຂົ້າເປື່ອຍໄວ, ບົ່ມໄວ້ປະມານ 2 ອາທິດ ແລ້ວຈຶ່ງກະກຽມ ເພື່ອປູກພືດຊະນິດອື່ນໄດ້ເຊັ່ນ: ສາລີ, ຖົ່ວ ແລະ ພືດຫຼັກອື່ນໆ


 ພື້ນທີ່ນານໍ້າຝົນ: ຫຼັງຈາກເກັບກ່ຽວເຂົ້ານາປີແລ້ວໃຫ້ໄຖກົບຕໍເຟືອງ ແລະ ເສດເຟືອງເຂົ້າໄວ້ເລີຍ ເພາະເວລານັ້ນດິນຍັງອ່ອນ,

3. ຜົນເສຍຂອງການຈູບຕໍເຟືອງ
– ຊາວກະສິກອນທີ່ກະກຽມພື້ນທີ່ສຳລັບປູກເຂົ້າ, ໂດຍຈູດເຟືອງ ແລະ ຕໍເຟືອງເຂົ້າ ເພື່ອສະດວກສະບາຍໃນການໄຖກຽມດິນ ຫຼື ເພື່ອຕ້ອງການກຳຈັດວັດສະພືດ ແລະ ແມງໄມ້ສັດຕູພືດນັ້ນ ຈະມີຜົນກະທົບຕໍ່ການປ່ຽນແປງອັນໃຫ່ຍຫຼວງ ຕັ້ງແຕ່ດິນຈົນເຖິງຟ້າ ເນື່ອງຈາກການເຜົາໜ້າດິນນັ້ນ ຄວາມຮ້ອນຈະແຜ່ໄປທົ່ວຜີວໜ້າດິນ ມີອຸນນະພາບສູງ ແລະ ສົ່ງຜົນກະທົບຕໍ່ການປ່ຽນແປງດ້ານກາຍຍະພາບ, ທາງດ້ານເຄມີ ແລະ ຊີວະພາບຂອງດິນເປັນຕົ້ນ.
– ທຳລາຍອິນຊີວັດຖຸ, ທາດອາຫານ ແລະ ນໍ້າໃຕ້ດິນ ການຈູດເຜົາເຟືອງ ແລະ ຕໍເຟືອງເຂົ້າເຮັດໃຫ້ສູນເສຍທາດ: ໄນໂຕຼເຈນ (N) , ຟົດສະຟໍຣັດ (P), ໂປຕັດຊຽມ (K), ຍ້ອນຖືກລົມພັດເຖົ່າໃນນາ ແລະ ນໍ້າພັດທີ່ຈາກພື້ນທີ່ໃນຕົ້ນລະດູຝົນ, ອິນຊີວັດຖຸ ແລະ ກາກບອນ ເມືອຖືກຈູດເຜົາຈະກ່າຍເປັນກຼາສກາກບອນໄດອົກໄຊ (co2) ຄວັນດາປີວຂື້ນເທິ່ງອາກາດ
– ຜີວໜ້າດິນຈະມີອຸ່ນຫະພູມສູງເຖິງ 90 ອົງສາເຊ ເຮັດໃຫ້ນໍ້າໃນດິນລະເຫີຍສູ່ຊັ້ນບັນຍາກາດ ແລະ ຄວາມຊຸ່ມຊື່ນໃນດິນຫຼຸດລົງ.
– ທຳລາຍໂຄ້ງສ້າງຂອງດິນ ທີ່ເໝາະສົມຕໍ່ການປູກເຂົ້າຢ່າງຕໍ່ເນື່ອງທຸກປີ, ດິນຈະຈັບຕົວກັນແໜ້ນ ເຮັດໃຫ້ການເກັບນໍ້າໄດ້ນ້ອຍ, ບໍ່ທົນກັບຄວາມແຫ້ງແລ້ງ, ສະພາບດິນແຂງແກ່ນ, ຊັ້ນໜ້າດິນປູກຝັງກາຍເປັນສີຂາວ, ການຈະເລີນເຕີບໂຕຂອງຮາກພືດບໍ່ຂະຫຍາຍໄດ້ດີ ແລະ ຜົນຜະລິດຕົກຕໍ່າ
– ທຳລາຍຈຸລິນຊີທີ່ເປັນປະໂຫຍດໃນດິນ ແລະ ທຳລາຍແມງໄມ້ທີ່ເປັນປະໂຫຍດໃນໄຮ່ນາ
– ເກີດຄວັນເສດຝຸ່ນລະອອງ, ກຼາສເປັນພິດ, ສົ່ງຜົນຕໍ່ສຸກຂະພາບ ແລະ ສິ່ງແວດລ້ອມ
– ເກີດພາວະໂລກຮ້ອນ, ໄພແຫ້ງແລ້ງ ແລະ ຝົນຂາດຊ່ວງລະດູ
– ເຮັດໃຫ້ທ້ອງຟ້າມືດຄື້ມ, ຫຍຸ້ງຍາກໃນການຂັບຂີ່ຢູ່ຕາມທາງຖະໜົນຫົນທາງ ແລະ ອາດລາມໃໝ້ໃສ່ອາຄານ, ສິ່ງກໍ່ສ້າງ, ເຮືອນພັກທີ່ຢູ່ອາໃສ

ແຫຼ່ງຂໍ້ມູນ: ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

https://mdhlds.go.th/index.php/2017-03-06-07-48-07/2017-03-06-11-01-43

https://www.thailandplus.tv/archives/659891

 

 

ເຕັກນິກການປູກໜໍ່ໄມ້ຝລັ່ງ

ໜໍ່ໄມ້ຝລັ່ງ ເປັນພືດທີ່ຈັດເຂົ້າໃນຕະກຸນ Liliaceae ມີຊື້ວິທະຍາສາດ Officinalis L ຊຶ່ງມີຕົ້ນກຳເນີດຢູ່ປະເທດຈີນ ຫຼັງຈາກນັ້ນໄດ້ແຜ່ຂະຫຍາຍມາຍັງປະເທດຕ່າງໆເຊັ່ນ: ສປປ ລາວ, ຫວຽດນາມ, ໄທ, ອິນໂດເນເຊຍ, ອົດສະຕາລີ ແລະ ປະເທດອື່ນໆ. ປັດຈຸບັນນີ້ໜໍ່ໄມ້ຝລັ່ງໄດ້ເປັນທີ່ນິຍົມກັນປູກຫຼາຍຢູ່ທົ່ວໂລກ. ໜໍ່ໄມ້ຝລັ່ງໄດ້ຈັດເຂົ້າຈຳພວກພືດຜັກທີ່ມີລົດຊາດແຊບດີ, ຊຶ່ງນຳມາປະກອບອາຫານໄດ້ຫຼາຍຊະນິດ ທັງເປັນອາຫານຈຳພວກຜັກສົດ ແລະ ເຮັດໜໍ່ໄມ້ກະປ໋ອງ ສາມາດຮັກສາໄວ້ໄດ້ດົນ.

I. ການປູກ
1. ການຕຽມດິນໜານກ້າ
ການປູກໜໍ່ໄມ້ຝລັ່ງ ໂດຍທົ່ວໄປແລ້ວແມ່ນປູກຈາກເມັດ, ດັ່ງນັ້ນ ຈຶ່ງໄດ້ເຮັດໜານກ້າເບັ້ຍເສຍກ່ອນ ຈຶ່ງຍົກຍ້າຍເບັ້ຍໄປປູກຢູ່ໜານໃຫ່ຍ. ການຕຽມໜານກ້າ ຄວນເປັນບ່ອນທີ່ມີຄວາມອຸດົມສົມບູນຂອງດິນສູງ, ມີແຫຼ່ງນໍ້າພຽງພໍ ເພື່ອສະດວກໃນການບົວລະບັດຮັກສາ. ຄວານຂຸດ ຫຼື ໄຖດິນເລີກປະມານ 20-30 ຊັງຕີແມັດ. ຕາກດິນປະໄວ້ປະມານ 10-15 ວັນ ໃຫ້ດິນແຫ້ງແລ້ວຈິ່ງພວນໜ້າດິນໃຫ້ລະອຽດ. ເກັບເສດຫຍ້າ ຫຼື ວັດຖຸອັນອື່ນອອກໃຫ້ໝົດ, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃຫ້ທົ່ວໜານກ້າ ແລ້ວປັບໜ້າດິນໃຫ້ຮາບພຽງດີ ເຮັດໜານກວ້າງປະມານ 1-1,5 ແມັດ ຍາວຕາມຄວາມຕ້ອງການ ໄລຍະຫ່າງລະຫວ່າງໜານກ້າປະມານ 20 ຊັງຕີແມັດ ເພື່ອເປັນທາງຍາງໃນການບົວລະບັດຮັກສາ.

2. ການກ້າແກ່ນ
ກ່ອນຈະນຳເມັດໄປກ້າຄວນແຊ່ນໍ້າອຸ່ນໄວ້ 1 ຄືນ, ເວລານີ້ຄວນເກັບເມັດທີ່ຟູເທິ່ງໜ້ານໍ້າອອກ ແລ້ວເອົາຂື້ນເບີຍລົມໄວ້ 1-2 ຊົ່ວໂມງ ດີແທ້ຄວນປະສົມດ້ວຍຢາກັນເຊື້ອລາເສຍກ່ອນຈຶ່ງນຳເມັດໄປກ້າ.
3. ວິທີກ້າ
ຫົດນໍ້າໜານກ້າໃຫ້ຊຸ່ມ ຂີດຮ່ອງນ້ອຍຕາມທາງຂວາງຂອງໜານກວ້າງ 5 ຊັງຕີແມັດ. ໃຊ້ເຟືອງ ຫຼື ແກບປົກໜານກ້າບາງໆ ແລ້ວຫົດນໍ້າໃຫ້ຊຸ່ມອີກເທື່ອໜຶ່ງ. ຫຼັງຈາກນັ້ນ ໃຫ້ຫົດນໍ້າໜານກ້າໃຫ້ຊຸ່ມສະເໝີມື້ລະ 2-3 ເທື່ອ. ຫຼັງຈາກກ້າໄດ້ 10-15 ວັນ ເວລາເມັດງອກໝົດໃຫ້ເປີດເຟືອງທີ່ປົກນັ້ນອອກໄວ້ຕາມຫວ່າງແຖວຂອງເບັ້ຍ.

4. ການບົວລະບັດຮັກສາໜານກ້າ
ໃນໄລຍະທີ່ຕັົ້ນກ້າກຳລັງຈະເລີນເຕີບໂຕ ຄວນຄັດເລືອກເອົາຕົ້ນທີ່ອ່ອນແອ, ບໍ່ສົມບູນ ຫຼື ຕົ້ນທີ່ເປັນພະຍາດນັ້ນອອກ, ເສຍຫຍ້າໄປພ້ອມໆກັນ. ຈາກນັ້ນ ຄວນໃສ່ຝຸ່ນເລັ່ງປະເພດຢູເຣຍ75% ຈຳນວນ 2 ບ່ວງແກງ/ນໍ້າ 10 ລິດ ຫົດໜານກ້າທຸກໆ 7 ວັນ. ພໍເມືອຕົ້ນກ້າມີອາຍຸໄດ້ 4-5 ເດືອນ ກໍ່ຂຸດໄປປູກໃນໜານໃຫ່ຍໂດຍເລືອກເອົາຕົ້ນທີ່ແຂງແຮງ, ເຕີບໂຕດີ, ຕົ້ນໃຫ່ຍ, ມີຮາກຫຼາຍ ແລະ ມີຕາໃຫ່ຍໄປປູກ.
5. ການກຽມໜານປູກ
ໜໍ່ໄມ້ຝລັ່ງເປັນພືດຢືນຕົ້ນມີອາຍຸ 5-10 ປີ ດັ່ງນັ້ນ ການກຽມດິນຄວນຂຸດ ຫຼື ໄຖເລີກປະມານ 30-40 ຊັງຕີແມັດ ແລະ ອານາໄມສິ່ງບໍ່ຕ້ອງການອອກໃຫ້ໝົດ. ຖ້າເປັນດິນບໍ່ດີ ເຊັ່ນ ດິນຊາຍລ້ວນ ຫຼື ມີອິນຊີວັດຖຸໜ້ອຍ ຄວນໃສ່ຝຸ່ນຄອກ 7-12 ໂຕນ/ເຮັກຕາປະສົມເຂົ້າກັບດິນໃຫ້ລະອຽດແລ້ວຂຸດເປັນຮອງກວ້າງ 50 ຊັງຕີແມັດ. ຄວາມຍາວແມ່ນຂື້ນກັບຄວາມຕ້ອງການ, ແຕ່ລະຮອງມີໄລຍະຫ່າງຈາກກັນປະມານ 50-100 ຊັງຕີແມັດ. ຂຸດເປັນຂຸມເທິ່ງຫຼັງຮອງ ກວ້າງ 20 ຊັງຕີແມັດ, ເລີກ 15 ຊັງຕີແມັດ. ແຕ່ລະຂຸມຫ່າງກັນປະມານ 50-70 ຊັງຕີແມັດ. ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃສ່ຮອງກົ້ນຂຸມປະມານ 1-2 ກຼາມ ແລະ ປຸ່ຍເຄມີສູດ 15:15:15 ຫຼື ສູດ 16: 16: 20 ຂຸດລະ 1 ບ່ວງແກງ ແລ້ວຖົມດິນທີ່ປະສົມຝຸ່ນໃຫ້ນາປະມານ 3-4 ຊັງຕີແມັດ. ເມືອກຽມໜານປູກແລ້ວ ໃຫ້ຂຸດຍ້າຍໜໍ່ໄມ້ຝລັ່ງຈາກໜານກ້າໄປປູກໂລດ. ເວລາຍ້າຍໄປປູກຄວນຍ້າຍໃນຕອນແລງ, ໃນເວລາແສງແດດອ່ອນ.ື ເລືອກເອົາຕົ້ນທີ່ງາມແຂງແຮງດີ ໂດຍຂຸດເອົາເທື່ອລະຕົ້ນ, ດີແທ້ໃຫ້ມີດິນຕິດເຫງົ້າຂອງເບັ້ຍໄປນຳ. ລະວັງຍ່າໃຫ້ຮາກຂາດ, ກ່ອນລົງປູກຄວນຕັດຍອດອອກເຄິ່ງໜຶ່ງແລ້ວຈຶ່ງນຳໄປປູກໃນຂຸມທີ່ກຽມໄວ້, ຈັບຮາກໃຫ້ແຜ່ກະຈາຍອອກໄປ ແລ້ວຈຶ່ງຖົມດິນ-ຫົດນໍ້າໃຫ້ສະໝໍ່າສະເໝີ. ເມື່ອເຫັນວ່າຕົ້ນເຕີບໂຕເປັນປົກກະຕິແລ້ວຈຶ່ງຄ່ອຍພວນດິປົກເຫງົ້າອີກເທື່ອໜຶ່ງ

II ການບົວລະບັດຮັກສາ
1. ການໃຫ້ນໍ້າ
ການໃຫ້ນໍ້າໜໍ່ໄມ້ຝລັ່ງໃນເບື້ອງຕົ້ນຄວນໃຫ້ເທື່ອລະໜ້ອຍແຕ່ໃຫ້ເປັນປະຈຳ(ທຸກໆວັນ). ໃນໄລຍະເດືອນທຳອິດເປັນໄລຍະທີ່ໜໍ່ໄມ້ຝລັ່ງຕັ້ງຕົວ, ເມື່ອຈະເລີນເຕີບໂຕຂື້ນແລ້ວກໍໃຫ້ຫົດນໍ້າ 3-4 ເທື່ອ/ວັນ. ໂດຍອີງໃສ່ຄວາມຊຸ່ມຊື່ນຂອງດິນເປັນພື້ນຖານ ຖ້າຝົນບໍ່ຕົກ ຫຼື ດິນແຫ້ງ ກໍ່ຄວນໃຫ້ນໍ້າເພີ່ມຂື້ນ ແລະ ຖີ່ຂື້ນ. ໜໍ່ໄມ້ຝລັ່ງເປັນພືດຕ້ອງການນໍ້າຫຼາຍແຕ່ບໍ່ມັກນໍ້າຖ້ວມ ຫຼື ນໍ້າຂັງ ເມື່ອຝົນຕົກຄວນເປັ່ງນໍ້າອອກຈາກແປງໃຫ້ໝົດ.

2. ການເສຍຫຍ້າພວນດິນ
ການເສຍຫຍັ້າເປັນປັດໃຈທີ່ຈຳເປັນເພື່ອບໍ່ໃຫ້ວັດສະພືດໄປຍາດແຍ່ງອາຫານ ທັງເປັນການປ້ອງກັນພະຍາດ ແລະ ແມງໄມ້ໃຫ້ພືດອີກດ້ວຍ. ການເສຍຫຍ້າອາດໃຊ້ແຮງງານຄົນກໍ່ໄດ້ ແຕ່ຄວນປະຕິບັດກ່ອນໜໍ່ໄມ້ຝລັ່ງເລີ່ມອອກໜໍ່. ນີ້ກໍ່ເພື່ອບໍ່ໃຫ້ກະທົບກະເທືອນເຖິງການຈະເລີນເຕີບໂຕຂອງໜໍ່. ໃນກໍລະນີທີ່ຫຍ້າຫຼົກເກີນໄປອາດຈະຈຳກັດດ້ວຍການຂ້າຫຍ້າກໍ່ໄດ້ອີງຕາມຄວາມອາດສາມາດອັນເໝາະສົມ. ການພວນດິນກໍ່ເປັນສິ່ງຈຳເປັນ ເຮັດໃຫ້ດິນຜຸຜົງ ແລະ ຖ່າຍເທອາກາດໄດ້ດີ, ຊ່ວຍໃຫ້ພືດຈະເລີນເຕີບໂຕໄດ້ດີ ການພວນດິນດິນຕ້ອງພວນເລີກປະມານ 7-10 ຊັງຕີແມັດ, ຫ່າງຈາກຕົ້ນພືດ 15-20 ຊັງຕີແມັດ. ກ່ອນພວນດິນຄວນຢຸດການໃຫ້ນໍ້າເສຍກ່ອນເພື່ອເຮັດໃຫ້ດິນແຫ້ງ ແລະ ເປັນການຂ້າຫຍ້າໄປພ້ອມໆກັນ.

3. ການໃສ່ຝຸ່ນ
ຫຼັງຈາກປູກແລ້ວໃຫ້ໃສ່ປຸຍN:P:K ສູດ 15-15-15 ຫຼື ສູດ 16-16-20 ໃຫ້ຂຸດເປັນຂຸມໃກ້ບໍລິເວນເຫງົ້ານໍ່ໄມ້ຝລັ່ງ ແລ້ວໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມຈຳນວນ 20 ກຼາມ/ຂຸມປະສົມກັບຝຸ່ນເຄມີຂຸມລະ 1 ບ່ວງແກງແລ້ວຫົດນໍ້າ. ການໃສ່ຝຸ່ນແຕ່ລະຄັ້ງໃຫ້ຫ່າງກັນປະມານ 4-5 ເດືອນ
4. ການຄູນຕົ້ນ
ຫຼັງຈາກປູກໄດ້ 2 ເດືອນ ໃຫ້ຄູນດິນຖົມສຸ່ມໜໍ່ໄມ້ຝລັ່ງສູງ 3-4 ຊັງຕີແມັດ ເມື່ອໜໍ່ໄມ້ມີອາຍຸ 1 ປີ ຂື້ນໄປກໍ່ຄູນດິນຖົມໜໍ່ໄມ້ຝລັ່ງໃຫ້ສູງຂື້ນປະມານ 20 ຊັງຕີແມັດ. ທັງນີ້ກໍ່ເພື່ອເຮັດໃຫ້ໜໍ່ໄມ້ໃຫ່ຍ, ຂຽວງາມ, ຕາມມາດຕະຖານຂອງຕະຫຼາດ. ແຕ່ປູກເພື່ອຂາຍໜໍ່ຂຽວໃຫ້ພວນດິນຖົມສຸ່ມພຍງຫຼັກນ້ອຍ 10-15 ຊັງຕີແມັດ

II ພະຍາດ ແລະ ແມງໄມ້
ການປູກໜໍ່ໄມ້ຝລັ່ງ ຢູ່ໃນປະເທດລາວ ແມ່ນຫາກໍ່ເລີ່ມ ແລະ ຍັງບໍ່ທັນປະກົດມີ ພະຍາດ ແລະ ແມງໄມ້ມາລົບກວນທີ່ໜັກໜ່ວງເທື່ອ, ແຕ່ເຖິງຢ່າງໃດກໍ່ຕາມຊາວກະສິກອນຜູ້ປູກພືດດັ່ງກ່າວ ຄວນໝັ້ນກວດກາດູແລສະເໝີ ເມື່ອພົບເຫັນພະຍາດ ແລະ ສັດຕູພືດກໍ່ໃຫ້ຮີບຮ້ອນກຳຈັດທຳລາຍ ຫຼື ຫາວິທີປ້ອງກັນໂດຍໄວ. ສຳລັບສານເຄມີທີ່ກຳຈັດ ແລະ ປ້ອງກັນສັດຕູພືດນັ້ນຄວນເລືກຊະນິດທີ່ບໍ່ເປັນອັນຕະລາຍລາຍຮ້າຍແຮງ, ຕົວຢາໃຫ້ສະຫຼາຍຍຕົວງ່າຍ ທັງເປັນສານເຄມີທີ່ຕົກຄ້່ງຢູາໃນພືດໄລຍະສັ້ນ. ທັງໝົດທີ່ກ່າວມານີ້ແມ່ນເພື່ອຄວາມປອດໄພຂອງຜູ້ໃຊ້ຢາ ແລະ ຜູ້ບໍລິໂພກອີກດ້ວຍ.
IV ການເກັບກ້ຽວ
ຫຼັງຈາກປູກໄດ້ 8-12 ເດືອນ ກໍ່ເລີ່ມເກັບກ່ຽວນໍ່ໄມ້ໄດ້, ຂື້ນກັບອາຍຸຂອງຕົ້ນກ້າທີ່ໃຊ້ປູກ ແລະ ການບົວລະບັດຮັກສາ. ໄລຍະການເກັບກ່ຽວທຳອິດສາມາດເກັບຕິດຕໍ່ກັນໄປໄດ້ດົນເຖິ່ງ 2-3 ອາທິດ ຫຼັງຈາກນັ້ນໄລຍະການເກັບກ່ຽວແຕ່ລະຊ່ວງແມ່ນແກ່ຍາວອອກໄປຕາມອາຍຸຂອງພືດ. ເມື່ອໜໍ່ໄມ້ຝລັ່ງຈະເລີນເຕີບໂຕເຖິງກຳນົດເກັບກ່ຽວແລ້ວເຮົາສັງເກດໄດ້ໃນເວລາຕອນເຊົ້າຈະປະກົດເຫັນຍອດຂາວໆກະຈາຍຢູ່ຕາມໜ້າດິນອ້ອມຮອບເຫງົ້າໜໍ່ໄມ້ຝລັ່ງ. ໃນເວລານັ້ນສະແດງໃຫ້ເຫັນວ່າໜໍ່ໄມ້ຝລັ່ງໃຫ່ຍພໍທີ່ຈະເກັບກ່ຽວໄດ້ແລ້ວ(ໜໍ່ອ່ອນຫຼືໜໍ່ຕໍ່າ)ຄວນເລືອກເອົາໜໍ່ທີ່ພົ້ນດິນຂື້ນມາປະມານ 25 ຊັງຕີແມັດ ຫຼັງຈາກເກັບກ່ຽວຄວນລ້າງເອົາດິນອອກ.

1. ການພັກຕົ້ນໜໍ່ໄມ້ຝລັ່ງ
ເມື່ອເຫັນຕົ້ນໜໍ່ໄມ້ຝລັ່ງມີສະພາບສຸໂສມຄວນທຳການພັກຕົ້ນ. ໂດຍເຮັດຕາມຂັ້ນຕອນດັ່ງນີ້:
– ຕັດແຕ່ງລຳຕົ້ນແມ່ເດີມຖິ່ມເພື່ອໃຫ້ໜໍ່ໄມ້ຈະເລີນມາແທນ
– ໃຫ້ພວນດິນໃສ່ຝຸ່ນຄອກຝຸ່ນອິນຊີ ຫຼື ສີດພົ່ນດ້ວຍນໍ້າໝັກຊີວະພາບ
– ສີດພົ່ນສານເຄມີປ້ອງກັນພະຍາດ ແລະ ແມ້ງໄມ້
– ທຳການຕັດແຕ່ງໜໍ່ຂື້ນມາໃໝ່ ໃຫ້ເລືອກເອົາໜໍ່ທີ່ສົມບູນໄວ້ປະມານ 4-5 ຕົ້ນ/ສຸ່ມ
– ຫຼັງຈາກນັ້ນຈຶ່ງເກັບກ່ຽວຜົນຜະລິດຕໍ່ໄປ

ແຫຼ່ງຂໍ້ມູນ: https://www.cowboyplantfoods.com/how-to-grow-asparagus/

https://www.plookphak.com/how-to-plant-asparagus/

https://www.kasetorganic.com/knowledge/white-asparagus/

 

 

 

 

 

 

ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າເມືອງໄຊ 1((Meunq Xay 1)

ແນວພັນເຂົ້າເມືອງໄຊ 1 ຫຼື ສາພັນ TDK 10493-B-B-5-2- 1 ແມ່ນໄດ້ຈາກການປັບປຸງພັນດ້ວຍການປະສົມພັນລະຫວ່າງ ແນວພັນທ່າດອກຄຳ 11 ກັບ Til 4 (1R84639-7-97-6-6-2-2-4-2-2-2- B (lntrogression .line, yieldpromising at I RRI)) ໃຊ້ຮູບແບບປະສົມພັນແບບດ່ຽວເຊິ່ງແມ່ນປະສົມຢູ່ສູນຜະລິດແນວພັນເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ, ຈາກນັ້ນໄດ້ນຳໄປທົດລອງຢູ່ໂຮງຮຽນຊາວນາກຸ່ມບ້ານລ້ອງຢາ ເມືອງໄຊ ແຂວງອຸດົມໄຊ ລະດູຝົນປີ 2019 ໄດ້ນຳເອົາສາຍພັນດັ່ງກ່າວໄປຄັດເລືອກໃນພື້ນທີ່ນາຂອງຊາວກະສິກອນ ບ້ານບໍ່, ບ້ານດອນແກ້ວ, ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ແລະ ຍັງໄດ້ແລກປ່ຽນກັບຊາວນາຈາກຕ່າງແຂວງ ໃນງານແລກປ່ຽນແນວພັນຢູ່ສູນຄົ້ນຄວ້າເຂົ້າປີ 2019. ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບຜົນຜະລິດຢູ່ 18 ບ້ານໃນ 6 ແຂວງ(ແຂວງອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ສາລະວັນ ແລະ ອັດຕະປື) ເຫັນວ່າການຈະເລີນເຕີບໂຕດີ, ທົນທານຕໍ່ສະພາບແວດລ້ອມໄດ້ດີ, ທົນທານຕໍ່ພະຍາດ ແລະ ແມງໄມ້ໄດ້ດີ. ປູກໄດ້ໃນດິນທຸກປະເພດສາມາດເກັບກ່ຽວໄດ້ໃນເຂດພື້ນທີ່ແຫ້ງແລ້ງຜົນຜະລິດປານກາງຕັ້ງແຕ່ 3,5-5 ໂຕນ/ເຮັກຕາ ສະເລ່ຍ 4,5 ໂຕນ/ເຮັກຕາ

1. ລັກສະນະເດັ່ນຂອງແນວພັນ ເມືອງໄຊ 1
– ເໝາະກັບດິນທຸກປະເພດ
– ທົນພະຍາດໃໝ້, ປັບຕົວກັບສະພາບແວດລ້ອມໄດ້ດີ
– ຮວງໃຫ່ຍ, ຍາວ
– ຜົນຜະລິດດີ 4,5-5 ໂຕນ/ເຮັກຕາ
– ລົດຊາດອ່ອນ, ນຸ່ມ
ຕາຕະລາງປຽບທຽບລັກຊະນະເຂົ້າເມືອງໄຊ 1 ກັບພໍ່ແມ່ພັນ

ແນວພັນເຂົ້າ ເມືອງໄຊ 1 Til 4 (1R84639-7-97-6-6-2-2-4-2-2-2- B TDK 1 1
ປະເພດເຂົ້າ ເຂົ້າໜຽວ ເຂົ້າໜຽວ ເຂົ້າໜຽວ
ສີເມັດ ສີເຫຼືອງແດງ ຂາວ ນໍ້າຕານ
ອາຍຸ(ວັນ) 130-135 135-140 150
ລະດູປູກ ປູກໄດ້ທັງ 2 ລະດູ ແລ້ງ ແລະ ຝົນ ຝົນ
ລວງສູງ(ຊມ) 130-135 110 145-160
ເປີເຊັນການສີ(%) 63-65%   60%
ຜົນຜະລິດໂຕນ/ເຮັກຕາ 4,-4,5 3,5-4 44-4,5
ຈຸດເດັ່ນຂອງແນວພັນ ທົນທານພະຍາດໃໝ້, ປັບຕົວໄດ້ດີກັບຫຼາຍສະພາບແວດລ້ອມ   ທົນທ່ານພະຍາດໃໝ້, ທົນທານຕໍ່ບົ່ວ

 

2. ແນະນຳການປູກ
ແນວພັນເມືອງໃຊ້ ສາມາດປູກໄດ້ 2 ລະດູຄື: ນາງແຊງ ແລະ ນາປີ
ກ. ວິທີການປູກ
– ນາດຳແມ່ນແນະນຳຕົກກ້າຊວ້ງເດືອນ 5 ລະຫວ່າງວັນທີ 1-15 ຫຼັງຕົກກ້າໄດ້ 20-25 ວັນສາມາດນຳໄປປັກດຳໄດ້
– ນາຫວານ ຫຼື ນາຢອດແຫ້ງ ແນະນຳໃຫ້ປູກຊ້ວງເດືອນ 6 ວັນທີ 15-30
ການໃສ່ຝຸ່ນ: ນາດິນຊາຍໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນອັດຕາ 200 ກິໂລ/ເຮັກຕາ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນອັດຕາ 200 ກິໂລ/ເຮັກຕາ, ຫຼັງຈາກປັກດຳໄດ້ 5-7 ມື້ ແລະ ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46-0-0, ຫຼັງຈາກປັກດຳໄດ້ 25 ມື້ ແລະ 45 ມື້ ໃນອັດຕາ 30 ກິໂລ/ເຮັກຕາ/ຄັ້ງ

3. ການເກັບກ່ຽວ
ເໝາະສົມໃນການນຳໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 35 ວັນ ນັບແຕ່ວັນອອກດອກໄດ້ 50% , ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2-3 ແດດ ຈຶ່ງເກັບກູ້ ແລະ ຟາດຕີ

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/IiEuNtNog6gpHI3W.pdf
ຕິດຕໍ່ປະສານແນວພັນເມືອງໄຊ 1 , ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ
ໂທ: 020 52038434