Monthly Archives: April 2019
ປົດສະເຕີປາຟື້ນເມືອງລາວ2
ປົດສະເຕີປາຟື້ນເມືອງລາວ1
ເຕັກນິກການປູກໝາກກ້ຽງ
ຜົນຜະລິດໝາກກ້ຽງ ແລະ ຄຸນຄ່າທາງອາຫານຂອງໝາກກ້ຽງ
• ໝາກກ້ຽງເປັນຕົ້ນໄມ້ໃຫ້ໝາກຢືນຕົ້ນທີ່ມີຊົງພຸ່ມຂະໜາດນ້ອຍປະມານ 3-4 ແມັດເປັນພືດໃບລ້ຽງຄູ່.
• ສາມາດໃຫ້ຜົນຜະລິດ 1 ຄັ້ງຕໍ່ປີ ຜົນຜະລິດສະເລ່ຍຕໍ່ຕົ້ນປະມານ 50-80 ກິໂລຕໍ່ຕົ້ນຕໍ່ປີ
• ພື້ນທີ່ສວນປູກໝາກກ້ຽງສ່ວນໃຫຍ່ຢູ່ທາງພາກກາງ ແລະ ພາກເໜືອຂອງ ສປປ ລາວໄດ້ແກ່: ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງໄຊສົມບູນ, ແຂວງຊຽງຂວງ
• ໝາກກ້ຽງມີລົດຊາດສົ້ມ, ສົ້ມຫວານ ແລະ ມີກິນຫອມ ເມື່ອສຸກແກ່ເຕັມທີ່ໝາກຈະມີສີເຫຼືອງ
• ມີຄຸນຄ່າທາດອາຫານທີ່ຮ່າງກາຍຂອງຄົນເຮົາຕ້ອງການເຊັ່ນ: ແຄມຊຽມ,ໂປຣທັດຊຽມ, ວິຕາມິນເອ, ວິຕາມິນຊີ.
ຮູບ: ຜົນຜະລິດໝາກກ້ຽງ
ການຄັດເລືອກພື້ນທີ່ໃນການສ້າງສວນໝາກກ້ຽງ.
• ສະພາບພື້ນທີ່ໃນການສ້າງສວນໝາກກ້ຽງຕ້ອງຢູ່ໃກ້ແຫຼ່ງນໍ້າ ແລະມີນໍ້າພຽງພໍຕະຫຼອດປີ
• ມີເສັ້ນທາງສາມາດເຂົ້າອອກໄດ້ທັງ 2 ລະດູການ (ລະດູແລ້ງ ແລະ ລະດູຝົນ)
• ຄວາມຄ້ອຍຊັນຂອງດິນໃນລະດັບປານກາງ, ເປັນພື້ນທີ່ພູດອຍ, ພູພຽງ ແລະ ທົ່ງພຽງກໍ່ໄດ້ແຕ່ບໍ່ເປັນດິນນໍ້າຂັງ.
• ດິນຕ້ອງເປັນດິນທີ່ອຸດົມສົມບູນ ເປັນດິນຜຸຜຸ່ຍ ມີລັກສະນະສີດໍາ.
ຮູບ: ພື້ນທີ່ການສ້າງສວນໝາກກ້ຽງ
ແນວພັນໝາກກ້ຽງ.
• ແນວພັນເບ້ຍໝາກກ້ຽງທີ່ຈະນໍາມາປູກຕ້ອງໄດ້ຈາກການຂະຫຍາຍພັນດ້ວຍການໂທມງ່າ(ຕອນງ່າ)ຈາກຕົ້ນທີ່ໃຫ້ຜົນຜະລິດມາກ່ອນແລ້ວ.
• ເປັນແນວພັນເບ້ຍທີ່ໄດ້ຈາກການປ່ຽນຍອດ ຫຼື ການຕິດຕາຈາກຕາພັນດີທີ່ໃຫ້ຜົນຜະລິດມາກ່ອນແລ້ວ
• ເປັນແນວພັນ ຫຼື ເບ້ຍທີ່ສາມາດໃຫ້ຜົນຜະລິດຖືກຕ້ອງຕາມຄວາມນິຍົມຊົມຊອບຂອງຕະຫຼາດກໍ່ຄືຜູ້ບໍລິໂພກ
• ເປັນແນວພັນທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມພື້ນທີ່ຂອງຊາວກະສິກອນ
• ແນະນໍາໃຫ້ນໍາໃຊ້ແນວພັນໝາກກ້ຽງບ້ານຢ້າວເຂດເມືອງກາສີ, ເມືອງວັງວຽງ ແຂວງວຽງຈັນ
ຮູບ: ການຂະຫຍາຍພັນໝາກກ້ຽງດ້ວຍການໂທມງ່າ
ຮູບ: ເບ້ຍໝາກກ້ຽງໄດ້ຈາກການຂະຫຍາຍພັນໝາກກ້ຽງດ້ວຍການໂທມງ່າ
ຮູບພາບ: ເບ້ຍໝາກກ້ຽງທີ່ໄດ້ຈາກການຂະຫຍາຍພັນໝາກກ້ຽງດ້ວຍການປ່ຽນຍອດ
ເຕັກນິກການປູກໝາກກ້ຽງ.
ກ. ການກະກຽມພື້ນທີ່ປູກໝາກກ້ຽງ.
• ຕັດ, ຖາກຖາງຫຍ້າ ແລະ ຕົ້ນໄມ້ຈິງ ຫຼືຕົ້ນໄມ້ໃຫຍ່ທີ່ມີໃນບໍລິເວນທີ່ຄັດເລືອກຈະສ້າງສວນໝາກກ້ຽງ ໃນລະຫວ່າງເດືອນກຸມພາ(2)
• ອະນາໄມພື້ນທີ່ດ້ວຍການຈູດເຜົາໄຟໃນລະຫວ່າງທ້າຍເດືອນມິນາ(3).
ຮູບພາບ: ການກຽມພື້ນທີ່ໃນການສ້າງສວນໝາກກ້ຽງ
• ກໍລະນີພື້ນທີ່ເປັນສວນທີ່ປູກເຂົ້າໄຮ່ມາກ່ອນກໍ່ຕ້ອງໄດ້ອະນາໄມ້ດ້ວຍການຕັດ ຫຼື ຖາກຖາງພ້ອມຈູດເຜົາໄຟໃຫ້ແປນເຊັ່ນດຽວກັນ
ຮູບ: ການສ້າງສວນໝາກກ້ຽງໃນພື້ນທີ່ປູກເຂົ້າໄຮ່
ຮູບພາບ: ການກຽມພຶ້ນທີ່ກໍລະນີດິນຮາບພຽງ
ຂ. ການກໍານົດໄລຍະປູກ
• ປູກແບບຮູບຈະຕຸລັດສີ່ຫຼ່ຽມ ແລະ ປູກໄປຕາມເສັ້ນລະດັບຂອງໜ້າດິນ.
• ໃຊ້ເຊືອກຜຽກ ຫຼື ເຊືອກຟາງ ພ້ອມແມັດແທກໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ ຫຼື ໄລຍະຫ່າງລະຫວ່າງຂຸມທີ່ຈະຂຸດປູກເບ້ຍໝາກກ້ຽງ
• ໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ 4 x 4 ແມັດ
• ຖ້າຈະສ້າງສວນໝາກກ້ຽງໃນເນື້ອທີ່ 1 ຮຕ ຈະຕ້ອງໄດ້ກະກຽມເບ້ຍໝາກກ້ຽງໃນຈໍານວນ 625 ເບ້ຍ
ຮູບພາບ: ການວັດແທກໄລຍະຂຸມປູກໝາກກ້ຽງ
ຮູບພາບ: ສວນໝາກກ້ຽງທີ່ປູກຕາມລະຄ້ອຍຊັນຂອງໜ້າດິນ
ຄ. ການຂຸດຂຸມປູກ.
• ໃຊ້ຈົກ, ສຽມ ຫຼື ຊ້ວນ ທີ່ສາມາດຂຸດດິນໄດ້ໃນລະດັບຄວາມເລີກ 50 ຊັງຕີແມັດ ແລະ ຄວາມກວ້ງຂອງປາກຂຸມປະມານ 40 – 60 ຊັງຕີແມັດ
• ແຍກດິນທີ່ຂຸດຂຸມນັ້ນອອກເປັນ 2 ກອງຄື ດິນຊັ້ນໜ້າ, ຊັ້ນເທິງ ແລະ ດິນຊັ້ນລຸ່ມ
ງ. ລະດູປູກໝາກກ້ຽງ
• ຄວນຈະປູກໝາກກ້ຽງໃນລະຫວ່າງທ້າຍເດືອນເມສາ(4) ຫາຕົ້ນເດືອນມິຖຸນາ(6)
ຮູບພາບ: ການຂຸດຂຸມປູກໝາກກ້ຽງ
ຈ. ການປູກໝາກກ້ຽງ
• ນໍາຝຸ່ນຄອກປະສົມເຂົ້າກັບດິນຊັ້ນເທິງໃນປະລິມານ 5 ກິໂລ
• ນໍາດິນທັງສອງກອງທີ່ຂຸດຈາກຂຸມນັ້ນລົງຂຸມຄືນ ແຕ່ຕ້ອງນໍາດິນຊັ້ນເທິງທີ່ປະສົມກັບຝຸ່ນຄອກລົງກົ້ນຂຸມກ່ອນ
• ໃຊ້ສຽມຂຸດຂຸມອີກເທື່ອໜື່ງໃຫ້ຂຸມມີຂະໜາດພໍດີກັບເບົ້າໝາກກ້ຽງ.
• ໃຊ້ມີດປາດ ຫຼື ມືຈີກຂ້າງຖົງຢາງອອກຢ່າງລະວັງເພື່ອບໍ່ໃຫ້ເບົ້າດິນແຕກ ແລ້ວວາງເບ້ຍໝາກກ້ຽງລົງຂຸມ ໃຊ້ດິນຖົມລົງໄປອີກ.
• ໃຊ້ຫຼັກໄມ້ປັກລົງດ້ານຂ້າງເບົ້າຕົ້ນໄມ້ ແລ້ວເອົາເຊືອກມັດ.
• ໃຊ້ເຟືອງ, ໃບໄມ້ແຫ້ງມາປົກຂຸມເພື່ອຮັກສາຄວາມຊຸ່ມ
ຮູບພາບ: ການປູກໝາກກ້ຽງ
ສ. ການເສຍຫຍ້າ.
• ຕ້ອງໄດ້ມີການເສຍຫຍ້າອ້ອມຕົ້ນ ແລະ ບໍລິເວນສວນຢ່າງເປັນປົກກະຕິ
• ສໍາລັບລະດູຝົນຄວນມີການເສຍຫຍ້າເປັນປະຈຳ 1 ຄັ້ງຕໍ່ເດືອນ.
• ສໍາລັບລະດູແລ້ງຈໍານວນຄັ້ງຂອງການເສຍຫຍ້າອາດຈະເປັນ 2 ເດືອນຕໍ່ຄັ້ງ
• ອຸປະກອນທີ່ນໍາໃຊ້ອາດຈະເປັນຈົກ, ຊ້ວນ ຫຼື ຈັກຕັດຫຍ້າ ຖາກຖາງຫຍ້າຢູ່ບໍລິເວນອ້ອມຕົ້ນ ແລະ ບໍລິເວນສວນ
ຊ. ການໃສ່ຝຸ່ນ
• ນໍາໃຊ້ຝຸ່ນຂີ້ງົວ ຫຼື ຂີ້ຄວຍ ຫຼື ທີ່ເອີ້ນກັນວ່າຝຸ່ນຄອກມາໃສ່ຕົ້ນໝາກກ້ຽງ
• ນໍາໃຊ້ຝຸ່ນເຄມີສູດ 15:15:15 ແລະ ສູດ 13:13:12 ຫຼື ທີ່ເອີ້ນກັນວ່າປຸ໋ຍຮອງພື້ນ ແລະ ປຸ໋ຍໝາກ
• ຕົ້ນໝາກກ້ຽງປູກປີທໍາອິດໃສ່ຝຸ່ນຄອກ 5 ກິໂລຕໍ່ຕົ້ນ ປະສົມກັບດິນຕອນປູກໃໝ່ ແລະໃສ່ຝຸ່ນເຄມີສູດ 15:15:15 ໃນປະລິມານ 200 ກຼາມຕໍ່ຕົ້ນ, ໃສ່ໃນທ້າຍລະດູຝົນ
• ການໃສ່ຝຸ່ນຕົ້ນໝາກກ້ຽງທີ່ປູກໃນປີທີ 2 ຈະໄດ້ໃສ່ຝຸ່ນຄອກ 10 ກິໂລຕໍ່ຕົ້ນ ແລະ ຝຸ່ນເຄມີສູດ 15:15:15 ຈໍານວນ 300 ກຼາມຕໍ່ຕົ້ນ ແບ່ງເຄິ່ງໃສ່ 2 ຄັ້ງຄືຕົ້ນລະດູຝົນ ແລະ ທ້າຍລະດູຝົນ
• ການໃສ່ຝຸ່ນຕົ້ນໝາກກ້ຽງທີ່ປູກໃນປີທີ 3 ຈະໄດ້ໃສ່ຝຸ່ນຄອກ 15 ກິໂລຕໍ່ຕົ້ນ ແລະ ຝຸ່ນເຄມີສູດ 15:15:15 ຈໍານວນ 500 ກຼາມຕໍ່ຕົ້ນ ແບ່ງເຄິ່ງໃສ່ 2 ຄັ້ງຄືຕົ້ນລະດູຝົນ ແລະ ທ້າຍລະດູຝົນ
• ການໃສ່ຝຸ່ນຕົ້ນໝາກກ້ຽງທີ່ປູກໃນປີທີ 4 ແລະ ປີຕໍ່ໆໄປ ຈະໄດ້ໃສ່ຝຸ່ນຄອກ 15 ກິໂລຕໍ່ຕົ້ນ ແລະ ຝຸ່ນເຄມີສູດ 15:15:15 ຈໍານວນ 300 ກຼາມຕໍ່ຕົ້ນ ແບ່ງເຄິ່ງໃສ່ 2 ຄັ້ງຄືຕົ້ນລະດູຝົນ ແລະ ທ້າຍລະດູຝົນ ພ້ອມໃສ່ຝຸ່ນສູດ 13:13:21 ຫຼັງຈັບໝາກນ້ອຍ ໃນປະລິມານ 300 ກຼາມຕໍ່ຕົ້ນ
• ວິທີການໃສ່ຝຸ່ນມີ 2 ແບບຄື:ໃສ່ແບບຂຸດເປັນຮ່ອງອ້ອມຕາມຊົງຟຸ່ມ, ຂຸດເປັນຈຸດ 4 ແຈຕາມຊົງຟຸ່ມ.
ຮູບພາບ: ການໃສ່ຝຸນແບບອ້ອມຕາມຊົງພຸ່ມ
ຍ. ການໃຫ້ນໍ້າ
• ຄວນໃຫ້ນ້ຳຢ່າງສະໝ່ຳສະເໝີ, ຖ້າຝົນບໍ່ຕົກ ຫຼື ຖືກຊ່ວງລະດູແລ້ງຄວນໃຫ້ນ້ຳ 2 ເທື່ອຕໍ່ອາທິດ.
• ວິທີການໃຫ້ນໍ້າມີ 2 ແບບຄືໃຫ້ນໍ້າແບບດຶງສາຍຢາງຫົດ ແລະ ແບບສະປິ່ງເກີ້
ຮູບພາບ: ໄດນ້ຳ ຫຼື ປໍ້ານໍ້າທີ່ໃຊ້ໃນການໃຫ້ນໍ້າຕົ້ນໝາກກ້ຽງ
ຮູບພາບ: ການໃຫ້ນໍ້າແບບສະປິ່ງເກີ້
ດ. ການຕັດແຕ່ງ
• ພາຍຫຼັງປູກໄດ້ປີທີ 2 ຫາ 3 ກໍ່ເລີ່ມຕັດແຕ່ງຊົ່ງພຸ່ມ
• ຕັດແຕ່ງ່ານ້ອຍຫາງ່າໃຫຍ່ ແລະ ຕັດຈາກທາງໃນອອກຫາທາງນອກ
• ຕັດກິ່ງ, ງ່າ, ໃບທີ່ເປັນພະຍາດ ແລະ ຖືກແມງໄມ້ທໍາລາຍ
• ຕັດແຕ່ງໃນລະຫວ່າງເດືອນກັນຍາ(9)ຫາເດືອນຕຸລາ(10) ຫຼັງເກັບກ່ຽວຜົນຜະລິດ
• ອຸປະກອນທີ່ໃຊ້ໃນການຕັດແຕ່ງມີມີດຊີຄັດເຕີ ແລະ ເລື່ອຍ
ຮູບພາບ: ມີດຊີຄັດເຕີທີ່ໃຊ້ໃນການຕັດແຕ່ງ
ຕ. ການເກັບກ່ຽວຜົນຜະລິດ
• ໝາກກ້ຽງເລີ້ມອອກດອກ ແລະ ຈັບໝາກໃນລະຫວ່າງເດືອນມັງກອນ(1) ຫາ ເດືອນມິນາ(3) ຫຼື ເດືອນເມສາ(4).
• ໝາກເລີ່ມສຸກແກ່ ແລະ ສາມາດເກັບກ່ຽວຜົນຜະລິດໃນເດືອນກັນຍາ(9) ຫຼື ເດືອນຕຸລາ(10)
ຮູບ: ຜົນຜະລິດໝາກກ້ຽງທີ່ເກັບກ່ຽວຈາກສວນ ແລະ ວາງຂາຍ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ: ຮຽບຮຽງໂດຍ: ທ. ໜູພອນ ຄຳສົມພູ ແລະ ທ. ດັດສະກອນ ຫົງສີວິໄລ; ກວດແກ້ ໂດຍ: ປອ ບຸນເນື່ອງ ດວງບຸບຜາ ແລະ ທ່ານ ບຸນຖົມ ສົມພັນປັນຍາ
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ຂະແໜງງານຄົ້ນຄວ້າໄມ້ໃຫ້ໝາກ
ໂທ/ເຟັກ: 021 360377
020 55123190 ຫຼື 020 95144441
ເຕັກນິກການຂະຫຍາຍພັນໝາກມ່ວງແບບປ່ຽນຍອດ
ການຂະຫຍາຍພັນໝາກມ່ວງກໍ່ຄືການເພີ່ມຈຳນວນເບ້ຍແນວພັນໝາກມ່ວງ ໃຫ້ມີຈໍານວນຫຼາຍຂື້ນ ເພື່ອຕອບສະໜອງໃຫ້ແກ່ການສ້າງສວນໝາກມ່ວງ ຫຼື ການປູກຕົ້ນໝາກມ່ວງ ແລະ ນໍາມາຊຶ່ງຜົນຜະລິດໝາກມ່ວງອັນເປັນທີ່ນິຍົມທີ່ເປັນປະໂຫຍດໃນການດຳລົງຊີວິດເປັນອາຫານການກິນຂອງຄົນເຮົາ. ໂດຍທຳມະຊາດແລ້ວການຂະຫຍາຍພັນໝາກມ່ວງ ສາມາດຂະຫຍາຍພັນໄດ້ດ້ວຍແກ່ນຂອງໝາກມ່ວງເອງຊຶ່ງເປັນວັດທະຈັກຂອງສິ່ງທີ່ມີຊີວິດເພື່ອບໍ່ໃຫ້ມີການສູນເສຍພັນ ແຕ່ໃນປະຈຸບັນຄວາມກ້າວໜ້າທາງດ້ານເຕັກໂນໂລຊີໄດ້ເຂົ້າມາມີບົດບາດໃນທຸກໆຂົງເຂດວຽກງານເວົ້າລວມ ເວົ້າສະເພາະວຽກງານການຂະຫຍາຍພັນພືດໄມ້ກິນໝາກ, ໝາກມ່ວງ ຊຶ່ງໄດ້ປະສົບຜົນສໍາເລັດໃນການຄົ້ນຄິດຊອກຫາວິທີການຂະຫຍາຍພັນໃນຫຼາຍເຕັກນິກເປັນຕົ້ນ: ເຕັກນິກການທາບງ່າມ່ວງ, ເຕັກນິກການຕິດຕາ ແລະ ເຕັກນິກການການປ່ຽນຍອດ.
ເຕັກນິກການປ່ຽນຍອດໝາກມ່ວງແບບສຽບຂ້າງ ເປັນອີກທາງເລືອກໜື່ງທີ່ຈະສາມາດຊ່ວຍຊາວກະສິກອນ, ຜູ້ທີ່ມີຄວາມສົນໃຈຮັກມັກໃນການປູກຕົ້ນມ່ວງ ແລະ ຜູ້ປະກອບການຂາຍເບ້ຍໝາກມ່ວງ ເພາະຂັ້ນຕອນໃນການຈັດຕັ້ງປະຕິບັດການປ່ຽນຍອດໝາກມ່ວງແບບສຽບຂ້າງເປັນວິທີການທີ່ບໍ່ຫຍຸ້ງຍາກ, ບໍ່ມີການນໍາໃຊ້ອຸປະກອນທີ່ມີຄວາມທັນສະໃໝ່ສູງ ຂໍພຽງຜູ້ຈັດຕັ້ງປະຕິບັດມີການຝຶກຝົນຕົນເອງໃຫ້ມີຄວາມຊໍານານໃນການປາດປາກບາດຂອງຕົ້ນຕໍ ແລະ ຍອດພັນດີ, ຮູ້ວິທີການກຽມຍອດພັນດີ ແລະ ກໍາໄດ້ລະດູການພຽງເທົ່ານີ້ກໍ່ສາມາດປະສົບຜົນສໍາເລັດແລ້ວ.
I. ອຸປະກອນໃນການປ່ຽນຍອດໝາກມ່ວງ
- ຍອດພັນດີໝາກມ່ວງ
- ເບ້ຍໝາກມ່ວງທີ່ໄດ້ຈາກການແກ່ນ
- ຊີຄັດເຕີ້
- ມີດຄັດເຕີ້
- ເທັບຄຽນ
- ເຊືອກຟາງ
ຮູບພາບ: ອຸປະກອນໃນການປ່ຽນຍອດ
II. ການກຽມຕົ້ນຕໍ
- ຕົ້ນຕໍ່ໝາກມ່ວງທີ່ຈະນໍາໃຊ້ແມ່ນໄດ້ມີການກ້າແກ່ນໃສ່ໜານກ້າ, ກ້າແກ່ນໃສ່ຖົງຢ່າງດໍາ, ໂຖດໍາ ແລະ ພາສະນະອື່ນໆທີ່ສາມາດນໍາມາກ້າແກ່ນມ່ວງໄດ້ ນອກຈາກວິທີດັ່ງກ່າວແລ້ວຍັງສາມາດກະກຽມຕົ້ນຕໍ່ໃນພື້ນທີ່ທີ່ຈະສ້າງສວນໝາກມ່ວງໂດຍກົງເລີຍ.
- ຕົ້ນຕໍຕ້ອງມີອາຍຸ 6 ເດືອນ ຫຼື 1 ປີ.
- ເປັນຕົ້ນທີ່ອຸດົມສົມບູນມີລໍາຕົ້ນທີ່ງາມດີ
ຮູບພາບ : ການກຽມຕົ້ນຕໍໃສ່ໂຖດໍາ |
ຮູບພາບ : ການກຽມຕົ້ນຕໍໃນເນື້ອທີ່ປູກ |
III. ການກຽມຍອດພັນດີ
- ຄັດເລືອກຍອດທີ່ມີຕາມຸກດີ ເປັນຍອດທີ່ກຽມພ້ອມຈະແຕກຍອດໃນ 10 – 15 ກ່ອນການປ່ຽນຍອດ
- ຍອດພັນໝາກມ່ວງທີ່ຈະນໍາມາປ່ຽນຍຕ້ອງໄດ້ຈາກຕົ້ນທີ່ໃຫ້ໝາກມາແລ້ວ
- ເປັນຍອດທີ່ສົມບູນບໍ່ເປັນພະຍາດ-ແມງໄມ້ກັດທໍາລາຍ
- ໃຊ້ມີດຊີຄັດຕີ້ຕັດໃບມີ່ຢູ່ບໍລິເວນໃກ້ຍອດອອກ 5-7 ໃບ ປະໄວ້ 5 ວັນ ກ້ານໃບຈະລົ່ນອອກຈາກຍອດ ຈຶ່ງຕັດຍອດມາສຽບ ຫຼື ປ່ຽນໃສ່ຕົ້ນຕໍທີ່ກຽມໄວ້.
ຮູບພາບ : ການກຽມຍອດພັນດີ
IV. ການປ່ຽນຍອດແບບສຽບຂ້າງ
ກ.ການປາດປາກບາດຕົ້ນຕໍ
- ໃຊ້ມີດຄັດເຕີ້ປາດຕົ້ນຕໍໃຫ້ມີຄວາມສູງຈາກເບົ້າ ຫຼື ຈາກໜ້າດິນປະມານ 15-20 ຊັງຕີແມັດ
- ປາດປາກບາດແບບເຈີ້ຍເລິກເຂົ້າຫາເນື້ອຕົ້ນຕໍ 3-5 ຊັງຕີແມັດ
- ຄວາມຍາວຂອງປາກບາດ 5 -8 ຊັງຕີແມັດ
- ປາກບາດທີ່ປາດຕ້ອງມີຄວາມລະອຽດບໍ່ໃຫ້ເປັນຄື້ນ.
ຮູບພາບ : ການປາດປາກບາດຕົ້ນຕໍ
ຂ. ການປາດປາກບາດຍອດພັນດີ
- ໃຊ້ມີດຄັດເຕີ້ປາດຍອດພັນດີໃຫ້ມີຄວາມຍາວ 5-8 ຊັງຕີແມັດ
- ບໍລິເວນປາດຍອດພັນດີນັບເອົາຍອດສ່ວນເທິງລົງມາປະມານ 3-4 ຕາ,
- ປາກບາດຕ້ອງປາດໃຫ້ເຈີ້ຍລັກສະນະດຽວກັນຄືກັບປາກບາດທີປາດເທິງຕົ້ນຕໍມີຄວາມເລິກ 3-5 ຊັງແມັດ
- ປາດເຈີ້ຍລັດດ້ານຫຼັງມີຄວາມຍາວປະມານ 0,5 ຊັງຕີແມັດ.
ຮູບພາບ : ການປາດປາກບາດຍອດພັນດີ
ຄ. ການປະກົບຍອດພັນດີເຂົ້າກັບຕົ້ນຕໍ
- ນໍາຍອດພັນດີທີ່ປາດປາກບາດນັ້ນມາສຽບໃສ່ຕົ້ນຕໍທີ່ກຽມໄວ້ໃນຊ່ວງໄລຍະເວລາທີ່ໄວ
- ໃຊ້ມືບີບ ແລະ ຄຽນເທບໄປພ້ອມໆກັນ
- ຖ້າຕົ້ນຕໍໃຫຍ່ກວ່າຍອດພັນ, ໃຫ້ເອົາຂ້າງໜຶ່ງຂອງຍອດພັນແນບໃສ່ຂ້າງໜຶ່ງຂອງຕົ້ນຕໍ ເພື່ອໃຫ້ປາກບາດທັງສອງອັນປະກົບເຂົ້າກັນ ແລະ ເປັນເນື້ອດຽວ.
- ການຄຽນເທບໃຫ້ຄຽນແຕ່ລຸ່ມຂື້ນເທິງໃຫ້ປົກປາກບາດ ແລະ ຍອດພັນດີ
ຮູບພາບ : ການປະກົບຍອດພັນດີໃສ່ຕົ້ນຕໍ
ງ. ການບົວລະບັດຮັກສາ.
- ເກັບຮັກສາໄວ້ໃນບ່ອນມີຮົ່ມ ແລະ ອາກາດປອດໂປງດີ.
- ໃຫ້ນ້ຳສະໝໍ່າສະເໝີເປັນປົກກະຕິ.
- ຫຼັງຈາກໄດ້ 7 – 14 ຈະເຫັນຕາເລີ່ມແຕກຕາອອກມາ ໃຫ້ແກະເທັບ ທີ່ຄຽນສ່ວນປາຍນັ້ນອກ
- ຕັດຕົ້ນຕໍອອກສູງເທິ່ງປາຍຍອດ 10 ຊັງຕີແມັດ
- ຫຼັງຈາກສຽບຍອດໄດ້ 1-2 ເດືອນ ຈຶ່ງສາມາດນໍາອອກຈາກເຮືອນອະນຸບານ ຫຼື ນຳໄປປູກໄດ້
ຮູບ: ການແກະເທບຄຽນເມືອປ່ຽນຍອດໄດ້ 7- 14 ວັນ
V. ການປ່ຽນຍອດແບບຜ່າຫຼີ້ມ
ກ. ການປາດປາກບາດຕົ້ນຕໍ
- ຕັດລໍາຕົ້ນຂອງຕົ້ນຕໍອອກຊຶ່ງຄວາມສູງຈາກໜ້າດິນ 15 ຊັງຕີແມັດ
- ໃຊ້ມີດຄັດເຕີ້ຜ່າລີ້ມໃນບໍລິເວນ 1 ສ່ວນ 3 ຂອງໜ້າຕ່າງ
- ຄວາມຍາວຂອງປາກບາດ 5 – 8 ຊັງຕີແມັດ.
- ການຜ່າປາກບາດບໍ່ໃຫ້ເປັນຄື້ນ.
ຮູບພາບ : ການປາດປາກບາດຕົ້ນຕໍ
ຂ.ການປາດປາກບາດຍອດພັນດີ
- ໃຊ້ມີດຄັດເຕີ້ປາດຍອດພັນດີໃຫ້ມີຄວາມຍາວ 5-8 ຊັງຕີແມັດ
- ບໍລິເວນປາດຍອດພັນດີນັບເອົາຍອດສ່ວນເທິງລົງມາປະມານ 3-4 ຕາ,
- ປາກບາດຕ້ອງປາດໃຫ້ເຈີ້ຍທັງ 2 ດ້ານ ເປັນຮູບຫຼີ້ມມີຄວາມຍາວ 5-8 ຊັງແມັດ
ຮູບພາບ : ການປາດປາກບາດຍອດພັນດີ
ຄ. ການປະກົບຍອດພັນດີເຂົ້າກັບຕົ້ນຕໍ
- ນໍາຍອດພັນດີທີ່ປາດປາກບາດນັ້ນມາສຽບໃສ່ຕົ້ນຕໍທີ່ກຽມໄວ້ໃນຊ່ວງໄລຍະເວລາທີ່ໄວ
- ໃຊ້ມືບີບ ແລະ ຄຽນເທບໄປພ້ອມໆກັນ
- ຖ້າຕົ້ນຕໍໃຫຍ່ກວ່າຍອດພັນ, ໃຫ້ເອົາຂ້າງໜຶ່ງຂອງຍອດພັນແນບໃສ່ຂ້າງໜຶ່ງຂອງຕົ້ນຕໍ ເພື່ອໃຫ້ປາກບາດທັງສອງອັນປະກົບເຂົ້າກັນ ແລະ ເປັນເນື້ອດຽວ.
- ການຄຽນເທບໃຫ້ຄຽນແຕ່ລຸ່ມຂື້ນເທິງໃຫ້ປົກປາກບາດ ແລະ ຍອດພັນດີ
ຮູບພາບ : ການປະກົບປາກບາດໃສ່ກັນ
ງ. ການບົວລະບັດຮັກສາ.
- ເກັບຮັກສາໄວ້ໃນບ່ອນມີຮົ່ມ ແລະ ອາກາດປອດໂປງດີ.
- ໃຫ້ນ້ຳສະໝໍ່າສະເໝີເປັນປົກກະຕິ.
- ຫຼັງຈາກໄດ້ 7 – 14 ຈະເຫັນຕາເລີ່ມແຕກອອກມາ
- ຫຼັງຈາກສຽບຍອດໄດ້ 1-2 ເດືອນ ຈຶ່ງສາມາດນໍາອອກຈາກເຮືອນອະນຸບານ ຫຼື ນຳໄປປູກໄດ້
ຮູບ: ການແກະເທບຄຽນເມືອປ່ຽນຍອດໄດ້ 7- 14 ວັນ
VI. ຂໍ້ດີ ແລະ ຂໍ້ເສຍ
ຈຸດດີ
– ໃຫ້ຜົນຜະລິດໄວ
– ສາມາດຜະລິດເປັນຈຳນວນຫຼາຍ
– ໃຫ້ໝາກຄືກັບພັນເດີມ, ລົດຊາດ ຮູບຮ່າງ ແລະ ຂະໜາດ
– ມີລະບົບຮາກແກ້ວ ແລະ ຮາກຝອຍ
– ທົນຕໍ່ສະພາບແວດລ້ອມການທຳລາຍພະຍາດ ແລະ ແມງໄມ້
ຈຸດອ່ອນ
– ຕ້ອງມີຄວາມຊຳນານ
– ງ່າມັກຫັກ ສີກງ່າຍເວລາມີຟ້າລົມຝົນຕົກ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ: ຮຽບຮຽງໂດຍ: ທ. ໜູພອນ ຄຳສົມພູ ແລະ ທ. ດັດສະກອນ ຫົງສີວິໄລ; ກວດແກ້ ໂດຍ: ປອ ບຸນເນື່ອງ ດວງບຸບຜາ ແລະ ທ່ານ ບຸນຖົມ ສົມພັນປັນຍາ
ຂໍ້ມູນເຕັກນິກ:
ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ຂະແໜງງານຄົ້ນຄວ້າໄມ້ໃຫ້ໝາກ
ໂທ/ເຟັກ: 021 360377
020 55123190 ຫຼື 020 95144441
https://www.youtube.com/@user-ci8lt9nl4z
ຜັກສະຫຼັດ_ສຜໝ-ດ10
ຕະກຸນ: Asteraceae
ຊື່ວິທະຍາສາດ: Lactuca Sativa
ຊື່ສາມັນ: ຜັກສະຫຼັດ (Lettuce)
ຊື່ແນວພັນ: ຜັກສະຫຼັດ_ສຜໝ-ດ10
ແຫຼ່ງທີ່ມາ: – ຈາກປະເທດເກົາຫຼີ.
ສະຖານທີ່ສຶກສາ: – ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.
ລັກສະນະ: – ໃບມີສີມ້ວງຂຽວ
– ລັກສະນະໃບແບບໃບພາຍ (Spathu late)
– ຂອບໃບມີລັກສະນະແບບແວກຕື້ນ(Crenate)
– ລັກສະນະປາຍໃບແບບກົງມົນ (Rounded)
– ລັກສະນະໃບກ້ຽງບໍ່ມີຂົນ
– ລໍາຕົ້້ນມີສີມ້ວງ
– ດອກມີສີເຫຼືອງ
– ເມັດພັນເປັນສີເທົາ
ສາມາດໃຫ້ຜົນຜະລີດ: – ຈໍານວນໃບ 16 ໃບຕໍ່ຕົ້ນ
– ຄວາມກ້ວາງຂອງໃບ 14 ຊັງຕີແມັດ
– ຄວາມຍາວຂອງໃບ 17.66 ຊັງຕີແມັດ
– ຄວາມສູງ 20.05 ຊັງຕິແມັດ
– ນໍ້າໜັກ 0.12 ກິໂລກຼາມ/ຕົ້ນ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ໂທ/ເຟັກ: 021 360377
ຜັກສະຫຼັດ_ສຜໝ-ດ09
ຕະກຸນ: Asteraceae
ຊື່ວິທະຍາສາດ: Lactuca Sativa
ຊື່ສາມັນ: ຜັກສະຫຼັດ (Lettuce)
ຊື່ແນວພັນ: ຜັກສະຫຼັດ_ສຜໝ-ດ09
ແຫຼ່ງທີ່ມາ: – ຈາກປະເທດເກົາຫຼີ.
ສະຖານທີ່ສຶກສາ: – ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.
ລັກສະນະ: – ໃບມີສີມ້ວງຂຽວ
– ລັກສະນະໃບແບບໃບພາຍ (Spathu late)
– ຂອບໃບມີລັກສະນະແບບແວກຕື້ນ (Crenate)
– ລັກສະນະປາຍໃບແບບກົງມົນ (Rounded)
– ລັກສະນະໃບກ້ຽງບໍ່ມີຂົນ
– ລໍາຕົ້້ນມີສີມ້ວງ
– ດອກມີສີເຫຼືອງ
– ເມັດພັນເປັນສີເທົາ.
ສາມາດໃຫ້ຜົນຜະລີດ: – ຈໍານວນໃບ 18 ໃບຕໍ່ຕົ້ນ
– ຄວາມກ້ວາງຂອງໃບ 12.66 ຊັງຕີແມັດ
– ຄວາມຍາວຂອງໃບ 16 ຊັງຕີແມັດ
– ຄວາມສູງ 18.55 ຊັງຕິແມັດ
– ນໍ້າໜັກ 0.08 ກິໂລກຼາມ/ຕົ້ນ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ໂທ/ເຟັກ: 021 360377
ຜັກສະຫຼັດ_ສຜໝ-ຂ05
ຕະກຸນ: Asteraceae
ຊື່ວິທະຍາສາດ: Lactuca Sativa
ຊື່ສາມັນ: ຜັກສະຫຼັດ (Lettuce)
ຊື່ແນວພັນ: ຜັກສະຫຼັດ_ສຜໝ-ຂ05
ແຫຼ່ງທີ່ມາ: – ຈາກປະເທດເກົາຫຼີ
ສະຖານທີ່ສຶກສາ: – ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ລັກສະນະ: – ໃບມີສີຂຽວເຂັ້ມ
– ລັກສະນະໃບແບບໃບພາຍ (Spathulate)
– ຂອບໃບມີລັກສະນະແວກຕື້ນ (Crenate)
– ລັກສະນະປາຍໃບແບບກົງມົນ (Rounded)
– ລັກສະນະໃບກ້ຽງບໍ່ມີຂົນ
– ລໍາຕົ້້ນມີສີຂຽວອ່ອນ
– ດອກມີສີເຫຼືອງເຂັ້ມ
– ເມັດພັນເປັນສີເທົາ
ສາມາດໃຫ້ຜົນຜະລີດ: – ຈໍານວນໃບ 23.66 ໃບຕໍ່ຕົ້ນ
– ຄວາມກ້ວາງຂອງໃບ 15 ຊັງຕີແມັດ
– ຄວາມຍາວຂອງໃບ 19 ຊັງຕີແມັດ
– ຄວາມສູງ 22.44 ຊັງຕິແມັດ
– ນໍ້າໜັກ 0.21 ກິໂລກຼາມ/ຕົ້ນ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ໂທ/ເຟັກ: 021 360377
ຜັກສະຫຼັດ_ສຜໝ-ດ08
ຕະກຸນ: Asteraceae
ຊື່ວິທະຍາສາດ: Lactuca Sativa
ຊື່ສາມັນ: ຜັກສະຫຼັດ (Lettuce)
ຊື່ແນວພັນ: ຜັກສະຫຼັດ_ສຜໝ-ດ08
ແຫຼ່ງທີ່ມາ: – ຈາກປະເທດເກົາຫຼີ
ສະຖານທີ່ສຶກສາ: – ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ລັກສະນະ: – ໃບມີສີມ້ວງຂຽວ
– ລັກສະນະໃບແບບໃບພາຍ (Spathu late)
– ຂອບໃບມີລັກສະນະແບບແວກຕື້ນ (Crenate)
– ລັກສະນະປາຍໃບແບບກົງມົນ (Rounded)
– ລັກສະນະໃບກ້ຽງບໍ່ມີຂົນ
– ລໍາຕົ້້ນມີສີມ້ວງ
– ດອກມີສີເຫຼືອງ
– ເມັດພັນເປັນສີເທົາ
ສາມາດໃຫ້ຜົນຜະລີດ: – ມີຈໍານວນໃບ 10.66 ໃບຕໍ່ຕົ້ນ
– ຄວາມກ້ວາງຂອງໃບ 17.66 ຊັງຕີແມັດ
– ຄວາມຍາວຂອງໃບ 14 ຊັງຕີແມັດ
– ຄວາມສູງ 16.56 ຊັງຕິແມັດ
– ນໍ້າໜັກ 0.09 ກິໂລກຼາມ/ຕົ້ນ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ໂທ/ເຟັກ: 021 360377
ຜັກສະຫຼັດ_ສຜໝ-ດ07
ຕະກຸນ: Asteraceae
ຊື່ວິທະຍາສາດ: Lactuca Sativa
ຊື່ສາມັນ: ຜັກສະຫຼັດ (Lettuce)
ຊື່ແນວພັນ: ຜັກສະຫຼັດ_ສຜໝ-ດ07
ແຫຼ່ງທີ່ມາ: – ຈາກປະເທດເກົາຫຼີ.
ສະຖານທີ່ສຶກສາ: – ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.
ລັກສະນະ: – ໃບມີສີມ້ວງຂຽວ
– ລັກສະນະໃບແບບໃບພາຍ (Spathu late)
– ຂອບໃບມີລັກສະນະແບບແວກຕື້ນ (Crenate)
– ລັກສະນະປາຍໃບແບບກົງມົນ (Rounded)
– ລັກສະນະໃບກ້ຽງບໍ່ມີຂົນ
– ລໍາຕົ້້ນມີສີມ້ວງ
– ດອກມີສີເຫຼືອງ
– ເມັດພັນເປັນສີເທົາ
ສາມາດໃຫ້ຜົນຜະລີດ: – ຈໍານວນໃບ 9.33 ໃບຕໍ່ຕົ້ນ
– ຄວາມກ້ວາງຂອງໃບ 16.33 ຊັງຕີແມັດ
– ຄວາມຍາວຂອງໃບ 13.33 ຊັງຕີແມັດ
– ຄວາມສູງ 15.44 ຊັງຕິແມັດ
– ນໍ້າໜັກ 0.08 ກິໂລກຼາມ/ຕົ້ນ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ໂທ/ເຟັກ: 021 360377
ຜັກສະຫຼັດ_ສຜໝ-ຂ04
ຕະກຸນ: Asteraceae
ຊື່ວິທະຍາສາດ: Lactuca Sativa
ຊື່ສາມັນ: ຜັກສະຫຼັດ (Lettuce)
ຊື່ແນວພັນ: ຜັກສະຫຼັດ_ສຜໝ-ຂ04
ແຫຼ່ງທີ່ມາ: ຈາກປະເທດລາວ
ສະຖານທີ່ສຶກສາ: – ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.
ລັກສະນະ: – ໃບມີສີຂຽວອ່ອນ
– ລັກສະນະໃບແບບໃບພາຍ (Spathulate)
– ຂອບໃບມີລັກສະນະແວກຕື້ນ (Crenate)
– ລັກສະນະປາຍໃບແບບກົງມົນ (Rounded)
– ລັກສະນະໃບກ້ຽງບໍ່ມີຂົນ
– ລໍາຕົ້້ນມີສີຂຽວອ່ອນ
– ດອກມີສີເຫຼືອງ
– ເມັດພັນເປັນສີເທົາ
ສາມາດໃຫ້ຜົນຜະລີດ: – ຈໍານວນໃບ 12.83 ໃບຕໍ່ຕົ້ນ
– ຄວາມກ້ວາງຂອງໃບ 10.11 ຊັງຕີແມັດ
– ຄວາມຍາວຂອງໃບ 11.50 ຊັງຕີແມັດ
– ຄວາມສູງ 20.61 ຊັງຕິແມັດ
– ນໍ້າໜັກ 0.10 ກິໂລກຼາມ/ຕົ້ນ