Monthly Archives: June 2023

ເຕັກນິກການລ້ຽງປາດຸກພັນໃນໜອງຜ້າຢາງ

ການລ້ຽງປາດຸກພັນໃນໜອງຜ້າຢາງ ເປັນວິທີການລ້ຽງອີກວິທີໜຶ່ງທີ່ສາມາດລ້ຽງກັນໄດ້ງ່າຍມີພື້ນທີ່ຈໍາກັດັກູ່ສໍາມາດລ້ຽງໄດ້ ການລົງທຶນກໍ່ໜ້ອຍ ແລະ ສາມາດໃຊ້ນໍ້າບາດານ ຫຼື ນໍ້າປະປາກໍ່ສາມາດລ້ຽງໄດ້, ການຈັດການງ່າຍ, ສາມາດລ້ຽງກິນພາຍໃນຄອບຄົວ ແລະ ສາມາດລ້ຽງເປັນເສດຖະກິດໄດ້. ເຊິ່ງການລ້ຽງປາດຸກໃສ່ໜອງຜ້າຢາງມີຄວາມສາໍຄັນດັ່ງນີ້້
1. ປາດຸກເປັນປາທີ່ລ້ຽງງ່າຍ ແລະ ໃຫ່ຍໄວໃຊ້ເວລາໃນການລ້ຽງສັ້ນ 2.5 – 3 ເດືອນ ກໍສາມາດຈັບຂາຍໄດ້
2. ມີຄວາມຕ້ອງການທາງຕະຫຼາດສູງເຖິງລາຄາຈະຖິກກວ່າປານິນ ແລະ ຖືກກວ່າປາຊະນິດອື່ນໆ ແຕ່ມີຄວາມຕ້ອງການທາງຕະຫຼາດຫຼາຍເຊັ່ນກັນ
3. ປາດຸກເປັນປາທີ່ໃຊ້ນໍ້າໃນການລ້ຽງໜ້ອຍສາມາດລ້ຽງໄດ້ໃນລະດັບນໍ້າທີ່ຕື້ນຄືປະມານ 30 ຊັງຕີແມັດກໍ່ສາມາດລ້ຽງໄດ້
4. ມີພີື້ນທີ່ນ້ອຍ ຫຼື ມີພີື້ນທີ່ຈໍາກັດກໍ່ສາມາດລ້ຽງໄດ້ອາດລ້ຽງໃສ່ອ່າງ, ໜອງຜ້າງຢາງ ຫຼື ໜອງດິນກໍ່ໄດ້
5. ມີຄວາມທົນທານຕໍ່ສະພາບແວດລ້ອມ ແລະ ພະຍາດ

1. ການເລືອກສະຖານທີ່ໃນການລ້ຽງປາດຸກ

ການເລືອກສະຖານທີ່ໃນການສ້າງອ່າງຜ້າຢາງແມ່ນສິ່ງທີ່ສໍາຄັນອີກຢ່າງໜຶ່ງໃນການລ້ຽງປາດຸກໃນໜອງຜ້າຢາງ ເນື່ອງຈາກຖ້າເຮົາຮູ້ຈັກເລືອກສະຖານທີ່ທີເໝາະສົມຈະເຮັດໃຫ້ປ່າໃຫ່ຍໄວ ແລະ ຮັກສາໜອງຜ້າຢາງໃຫ້ໃຊ້ໄດ້ດົນເຊິ່ງຄວນເລືອກສະຖານທີ່ຄື:
– ເປັນບ່ອນທີ່ຮາບພຽງ ຈະເຮັດໃຫ້ປັບພື້ນທີ່ໃນການສ້າງໜອງຜ້າຢາງໄດ້ງ່າຍ
– ບໍ່ມີເສດໄມ້ ຫຼື ຫິນ ເພາະຈະເຮັດໃຫ້ຜ້າຢາງຂາດບໍສາມາດເກັບນໍ້າໄດ້
– ສາມາດລ້ຽງຢູ່ໃກ້ກັບເຮືອນ ຫຼື ບ່ອນທີ່ນ້ອຍ ນອກຈາກນັ້ນກໍ່ສະດວກໃນການດູແລຮັກສາ ຫຼື ການເກືອປາທຸກໆມື້
– ພື້ນທີ່ສ້າງໜອງຜ້າຢາງຄວນຢູ່ກາງແຈ້ງບໍ່ຄວນຢູ່ກ້ອງຕົ້ນໄມ້ໃຫ່ຍ ເພາະຖ້າໜອງປາບໍ່ຖືກແດດຈະເຮັດໃຫ້ປາເປັນພະຍາດໄດ້ງ່າຍ
– ຖ້ານໍ້າໃນໜອງຖືກແດດເກີນໄປອາດໃຊ້ຜ້າກັນແສງກັນເພື່ອຫຼຸດອຸນຫະພູມຂອງນໍ້າລົງໄດ້
– ສະຖານທີ່ດັ່ງກ່າວຕ້ອງຢູ່ບ່ອນທີ່ຄົນສາມາດເຫັນໄດ້ສະດວກສະບາຍແຕ່ບໍ່ຢູ່ໃນບ່ອນທີ່ແອອັດ ຫຼື ຢູ່ໃນຊຸມຊົນໃຫ່ຍ
– ສະຖານທີ່ນັ້ນຕ້ອງບໍ່ຢູ່ໃກ້ຖະໜົນໃຫ່ຍທີ່ມີລົດທຽວປະຈາໍ ເພາະຈະເຮັດໃຫ້ປາຕື່ນຕົກໃຈໄດ້ງ່າຍເປັນເຫດໃຫ້ປາບໍ່ກິນອາຫານ ແລະ ໃຫ່ຍຊ້າ.

2. ຮູບແບບຂອງໜອງຜາ້ຢາງ
ການສ້າງໜອງຜ້າຢາງໃນການລ້ຽງປາດຸກແມ່ນສ້າງໄດ້ 2 ແບບຄື:
ແບບທີ 1 ໜອງຂຸດລົງໃນດິນ : ເປັນໜອງທີ່ຕ້ອງໃຊ້ແຮງງານໃນການຂຸດດິນລົງໃຫ້ໄດ້ຂະໜາດທີ່ຕ້ອງການສ້າງໜອງປາ, ຈາກນັ້ນຈິ່ງໃຊ້ຜ້າຢາງປູເພື່ອໃຫ້ສາມາດເກັບກັກນໍ້າໄດ້.
ແບບທີ 2 ໜອງຢູ່ເທິງໜ້າດິນ : ເປັນໜອງທີ່ຫາວັດສະດຸທີ່ຫາງ່າຍມາຢອງຂຶ້ນ ແລະ ປ້ານເປັນຄັນຄູໜອງຕາມຂະໜາດທີ່ຕ້ອງການ ແລະ ປູຜ້າຢາງ ເພື່ອໃຫ້ສາມາດເກັບກັກນໍ້າໄດ້ແຕ່ວິທີ່ນີ້ແມ່ນລະດັບນໍ້າທີ່ໄດ້ຈະບໍ່ເທົ່າໜອງທີ່ຂຸດລົງໃນດິນ

3. ອຸປະກອນ, ການສ້າງໜອງ ແລະ ການລ້ຽງປາດຸກພັນໃນໜອງຜາ້ຢາງ
– ຈົກ: ໃຊ້ຂຸດໜອງ ແລະ ປັບໜ້າດິນ
– ຊວ້ານ: ໃຊ້ຂຸດໜອງ ແລະ ປັບໜ້າດິນ
– ເປົາ: ເປົາອາຫານເປົ່າໃຊ້ປູພື້ນໜອງ ເພື່ອບໍ່ໃຫ້ເສດໄມ້ ຫຼື ຫິນປັກຜ້າຢາງ (ກໍລະນີທີ່ບໍ່ມີເປົາສາມາດໃຊ້ວັດສະດຸອື່ນທີ່ມີໃນທ້ອງຖິ່ນນັ້ນໄດ້)
– ຜ້າຢາງ: ໃຊ້ສໍໍາລັບປູພື້ນໜອງ ເພື່ອໃຫ້ສາມາດເກັບກັກນໍ້າໄວ້ໄດ້ເຊິ່ງຄວາມໜາທີ່ໃຊ້ແມ່ນ 0.15 mm
– ຄ້ອນຕີ: ໃຊ້ຕອກຕະປູເພື່ອຍືດຜ້າຢາງໄວ້ກັບດິນບໍ່ໃຫ້ຂອບຜ້າຢາງຕົກລົງໜອງ
– ຕະປູ: ຕອກຜ້າຢາງໄວ້ກັບດິນບໍ່ໃຫ້ຂອບຜ້າຢາງຕົກລົງໜອງ ປົກກະຕິຈະໃຊ້ຂະໜາດ 12 ຖ້າບໍ່ມີສາມາດເຫົຼາໄມ້ເຮັດເປັນຫຼິ້ມແທນໄດ້
– ຄຸດາໍ: ໃຊ້ໃນເວລາການໃຫ້ອາຫານປາ ເຊິ່ງມີບໍລິມາດ 15 ລິດ
– ກະຕ່ອງ: ໃຊ້ຕັກປາເວລາກວດເຊັກປາ ແລະ ເກັບກູ້ປາຂື້ນຂາຍ
4. ຂັ້ນຕອນການສ້າງໜອງຜ້າຢາງໃນການລ້ຽງປາດຸກພັນ

 ແບບທີ່ 1 ໜອງຂຸດລົງໃນພື້ນດິນ
ໃນການສ້າງໜອງຜ້າຢາງແມ່ນມີຂັ້ນຕອນດັ່ງນີ້:
ຂັ້ນຕອນ 1 ໜອງຂຸດລົງໃນພື້ນດິນ ຂຸດໜອງໃຫ້ມີຂະໜາດທີ່ຕ້ອງການ (ຕາມປົກກະຕິແລ້ວສ່ວນໃຫ່ຍການສ້າງໜອງຜ້າຢາງແມ່ນອີງຕາມຂະໜາດຂອງຜ້າຢາງ ເພາະຜ້າຢາງທີ່ຫາຊື້ໄດ້ໃນບ້ານເຮົາຈະມີຂະໜາດແມ່ນກວ້າງ 3 ແມັດ ແລະ ຍາວ 30 ແມັດ ຖ້າເຮົາສ້າງໜອງກວ້າງເກີນໄປຈະເຮັດໃຫ້ໄດ້ຕໍ່ຜ້າຢາງ ແລະ ເຮັດໃຫ້ນໍ້າຊຶມອອກບໍລິເວນທີ່ຕໍ່ໄດ້)
ຂັ້ນຕອນທີ 2 ປັບພື້ນໜອງໃຫ້ມີຄວາມຄ້ອຍຊັນເລັກໜ້ອຍເພື່ອສະດວກໃນການປ່ຽນຖ່າຍນໍ້າ ແລະ ເກັບກູ້ຜົນຜະລິດ ໂດຍທົ່ວໄປແລ້ວສາມາດສ້າງໃນຂະໜາດ 1.5×4 ແມັດ ເລິກ 0.5 ແມັດ, ແຕ່ກໍ່ຂຶ້ນກັບຜູ້ທີ່ຈະລ້ຽງສາມາດກໍານົດເອງກໍ່ໄດ້
ຂັ້ນຕອນທີ່ 3 ເກັບເສດຫີນ ແລະ ກາງໄມ້ອອກໃຫ້ໝົດເພື່ອປ້ອງກັນບໍ່ໃຫ້ຜ້າຢາງຂາດ

 ແບບທີ 2 ການປູພື້ນດິນ ແລະ ໃສ່ຜ້າຢາງ
ໃນການປູພື້ນໜອງແມ່ນມີຂັ້ນຕອນດັ່ງນີ:
1 ໃຊ້ເປົາອາຫານ, ຜ້າຢາງເກົ່າ ຫຼື ວັດສະດຸທີ່ຫາໄດ້ງ່າຍໃນແຖວນັ້ນປູຮອງພື້ນກ່ອນ ເພື່ອປ້ອງກັນບໍ່ໃຫ້ຜ້າຢາງຂາດ.
2 ປູຜ້າຢາງລົງໄປໃນໜອງແຕ່ຢ່າຟ້າວຖົມດິນໃສ່ຂອບຜ້າຢາງເທື່ອເພາະວ່າເມື່ອເປັ່ງນໍ້າເຂົ້າແລ້ວອາດເຮັດໃຫ້ຜ້າຢາງຂາດໄດ້
3 ໃຫ້ເປັງນໍ້າເຂົ້າກ່ອນ ເພື່ອໃຫ້ຜ້າຢາງທີ່ປູເຂົ້າກັບຮູບຊົງຂອງໜອງ
4 ໃຊ້ຕະປູຕອກຍຶດຜາ້ຢາງກັບຂອບໜອງເພື່ອບໍ່ໃຫ້ຜ້າຢາງຫຼຸດ
5 ໃຊ້ດິນຖົມຂອບໜອງອີກຄັ້ງເພື່ອເຮັດໃຫ້ຂອບຜ້າຢາງແໜ້ນ ແລະ ບໍ່ໄຫຼຕົກລົງໜອງ
6 ເປັ່ງນໍາ້ເຂົ້າ (ຖ້າເປັນນໍ້າປະປາ ຫຼື ນໍ້າບາດານຄວນພັກໄວ້ກ່ອນ 5-7 ມື້ແລ້ວຈຶ່ງປ່ອຍປາລົງລ້ຽງໄດ້)
7 ສໍາຫຼັບໜອງຜ້າຢາງເມື່ອເຮົາກຽມໜອງຮຽບຮ້ອຍແລ້ວແມ່ນສາມາເປັ່ງນໍ້າເຂົ້າ ແລ້ວສາມາດລ້ຽງປາດຸກໄດ້ເລີຍ ສາມາດເອົານໍ້າຈາກທໍາມະຊາດ ຫຼື ນໍ້າທີ່ຂັງໄວ້ດົນຍິ່ງເປັນການດີ ແລ້ວເອົາຜັກບົ້ງ ຫຼື ພືດນໍ້າມາໃສ່ໄວ້ເພື່ອຫຼດອຸນຫະພູມ ຂອງນໍ້າໃນໜອງ

5. ການລ້ຽງປາດຸກພັນໃນໜອງຜ້າຢາງ
– ແນວພັນທີ່່ນໍາມາລ້ຽງ ປາດຸກທີ່ນໍາມາລ້ຽງແມ່ນພັນລັດເຊຍຈະມີອາຍຸປະມານ 21- 30 ວັນ ຂະໜາດປະມານ 3 – 5 ຊັງຕີແມັດ ຄວນເລືອກຊື້ກັບຟາມທີ່ເຊື່ອຖືໄດ້ເພາະບາງຟາມອາດນໍາລູກປາທີ່ອ່ອນແອ ແລະ ເປັນພະຍາດມາໃຫ້ຈະເຮັດໃຫ້ອັດຕາການລອດຕາຍຕໍ່າ
– ເມື່ອນໍາລູກປາມາຄວນແຊ່ຖົງລູກປາລົງໃນໜອງຜ້າຢາງກ່ອນປະມານ 10-20 ນາທີ ເພື່ອໃຫ້ລູກປາປັບຕົວກັບອຸນຫະພູມນໍ້າຈາກໃນຖົງທີ່ເຄື່ອນຍ້າຍມາກັບໜອງໃໝ່ທີ່ຈະປ່ອຍລົງ
– ຫຼັງຈາກປ່ອຍປາລົງລ້ຽງປະມານ 2-3 ຊົ່ວໂມງ ເພື່ອໃຫ້ປາປັບໂຕເຂົ້າກັບສະພາບແວດລ້ອມໃນໜອງໃໝ່ ແລ້ວຈຶ່ງຄ່ອຍເລີ່ມໃຫ້ອາຫານ
– ການໃຫ້ອາຫານຊ່ວງເດືອນທາໍອິດແມ່ນຈະໃຫ້ອາຫານສໍໍາເລັດຮູບເມັດນ້ອຍເຊຶ່ງຈະມີໂປຼຕີນຢູ່ 32% ການໃຫ້ແມ່ນໃຫ້ 2 ຄັ້ງຕໍ່ວັນຄືຕອນເຊົ້າ ແລະ ຕອນແລງ

6. ການດູແລຮັກສາ ແລະ ການປ້ອງກັນ
1 ການດູແລຮັກສາ: ໝັ່ນອະນາໄມໜອງຢູ່ຕະຫຼອດເວລາກ່ອນ ແລະ ຫຼັງການລ້ຽງປາດ້ວຍການຖາງຫຍ້າ ຫຼື ສິ່ງທີ່ຮົກເຮື້ອຢູ່ໃນໜອງລ້ຽງປານັ້ນ
2 ການປ້ອງກັນ: ຕ້ອງໄດ້ຊອກຫາຕາໜ່າງ ຫຼື ເຮັດຮົ້ວອ້ອມໄວ້ເພື່ອປ້ອງກັນບໍ່ໃຫ້ສັດຕູປາ ເຊັ່ນ: ກົບ, ຂຽດ, ງູ, ແມວ ແລະ ອື່ນໆເຂົ້າມາໄດ້, ນອກຈາກນັ້ນກໍ່ກັນການຕິດເຊື້ອພະຍາດທີ່ເກີດໃນປາ ຫຼື ຕິດມານໍາປາ
7. ຂໍ້ຄວນລະວັງໃນການລ້ຽງປາດຸກໃນໜອງຜ້າຢາງ
ໃນການສ້າງໜອງຜ້າຢາງຄວນອານາໄມພື້ນທີ່ໃຫ້ສະອາດ ໂດຍສະເພາະພື້ນໜອງເພາະຖ້າມີເສດໄມ້ ຫຼື ໜາມຈະເຮັດໃຫ້ຜ້າຢາງຂາດ ແລະ ເກັບກັກນໍ້າບໍ່ໄດ້
– ບໍ່ຄວນລ້ຽງສັດໃກ້ກັບໝອງຜ້າຢາງ ເພາະສັດລ້ຽງຈະທໍາລາຍໜອງຜ້າຢາງເຊັ່ນ: ເປັດ, ໄກ່ , ງົວ ແລະ ຄວາຍ
– ໃນການລ້ຽງປາດຸກ ຄວນມີການປ່ຽນຖ່າຍນໍ້າເປັນປະຈໍາ ເມື່ອເຫັນວ່ານໍ້າໃນໜອງຜ້າຢາງມີສີເຂັ້ມ ຫຼື ເລີ່ມມີກິ່ນເພາະເຖິງວ່າປາດຸກຈະທົນຕໍ່ສະພາບນໍ້າທື່ເປື້ອນໄດ້ດີ ແຕ່ກກໍ່ໍເຮັດໃຫ້ການຈະເລີນເຕີບໂຕຊ້າ, ເຮັດໃຫ້ປາດຸກມີກິ່ນຄາວ ແລະ ສີຂອງປາດຸກກໍ່ດໍາຄືກັນກັບນໍ້າເຊິ່ງເຮັດໃຫ້ຂາຍບໍ່ໄດ້ລາຄາ ຫຼື ບໍ່ໜ້າກິນ .
– ການລ້ຽງໃສ່ໜອງຜ້າຢາງ ລະດັບນໍ້າຈະຕື້ນກວ່າູການລ້ຽງໃສ່ໜອງດິນໂດຍສະເພາະໜອງຜ້າຢາງທີ່ຍົກຂື້ນມາເທິງໜ້າດິນມັກພົບບັນຫາຊ່ວງອາກາດຮ້ອນ ນໍ້າໃນໜອງມີອຸນຫະພູມສູງ ອາດເຮັດໃຫ້ປາຕາຍໄດ້ຄວນໃຊ້ຜ້າກັນແສງບັງ ຫຼື ພືດນໍ້າເພື່ອຊ່ວຍຫຼຸດອຸນຫະພູມນໍ້າລົງໄດ້.

ແຫຼ່ງຂໍ້ມູນ: file:///C:/Users/AIDC94/Downloads/7Ayfjfy37xoPoQme%20(1).pdf
https://www.sarakaset.com/2021/04/28/การเลี้ยงปลาดุกในบ่อพล/

 

 

ເຕັກນິກການປູກເຂົ້າ(ປັກດຳດ້ວຍມື)

ເຕັກນິກການປັກດຳດ້ວຍມື ແມ່ນເຕັກນິກທີ່ຊາວກະສິກອນລາວໃນຂອບເຂດທົ່ວປະເທດນິຍົມນຳໃຊ້ ຍ້ອນເຄີຍເຮັດສືບທອດກັນມາແຕ່ດົນນານແລ້ວ. ສາມາດເຮັດໄດ້ກັບນາທຸກປະເພດ ແຕ່ເຕັກນິກນີ້ແມ່ນມີຫຼາຍຂັ້ນຕອນ, ນຳໃຊ້ແຮງງານຫຼາຍ, ຕົ້ນທຶນການຜະລິດສູງ, ໄດ້ຜົນຜະລິດດີ. ບໍ່ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນປະຈຸບັນ, ຍ້ອນວ່າຝົນຕົກບໍ່ຕາມລະດູການ ບາງປີຕົກກ້າໄວ້ແລ້ວຮອດຍາມດຳຝົນບໍ່ຕົກບໍ່ສາມາດດຳໄດ້. ເຕັກນີ້ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ລະດູນາແຊງ. ລະດູນາປີ: ແມ່ນລະຫວ່າງທ້າຍເດືອນພືດສະພາ ຫາ ເດືອນ ມິຖູນາ. ລະດູນາແຊງ: ແມ່ນລະຫວ່າທ້າຍເດືອນ ພະຈຶກ ຫາເດືອນ ທັນວາ

I. ການຕົກກ້າ
1 ການກຽມເມັດພັນ
– ເມັດພັນເຂົ້າທີ່ນຳມາຕົກກ້າຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນານທາມ ແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຄຶດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
– ເມັດພັນເຂົ້າທີ່ກຽມໄວ້ ຕ້ອງເອົາໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນມາແຊ່ໃສ່ຖັງ ຫຼື ພາສະນະອື່ນໆ ປະໄວ້ປະມານ 24-48 ຊົ່ວໂມງ.
– ການບົ່ມແມ່ນບັນຈຸໃສ່ເປົາທີ່ມີອາກາດຖ່າຍເທໄດ້ດີ ຫຼື ໃສ່ເປົາປ່ານຍິ່ງເປັນການດີ ສາມາດແຍກເປັນ 2 ລະດູການຄື: ລະດູນາປີ ແລະ ລູນາແຊງ.
1 ລະດູນາແຊງ ສ່ວນຫຼາຍອາກາດຈະເຢັນ ຕ້ອງໃສ່ຜ້າປົກຄຸມ ແລະ ປົກດ້ວຍເໂືອງອິກຊັ້ນໜຶ່ງ ປະໄວ້ບ່ອນມີອາກາດລ່ວງດີ, ປີ້ນເປົາເຂົ້າທຖກໆ 12 ຊົ່ວໂມງ, ຫດນໍ້າໃຫ້ຊຸ່ມ, ໃຊ້ເວລາບົ່ມປະມານ 36-48 ຊົ່ວໂມງ ກໍ່ສາມາດນຳໄປຫວ່ານໄດ້,
2 ລະດູນາປີ ສ່ວນຫຼາຍອາກາດຮ້ອນ ຕ້ອງໃຊ້ຜ້າປົກຄຸມປະໄວ້ບ່ອນມີອາກາດລ່ວງດີ, ປີ້ນເປົາເຂົ້າທຸກໆ 12 ຊົ່ວໂມງ ແລະ ຫົດນໍ້າໃຫ້ມີຄວາມຊຸ່ມ, ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປຫວ່ານໄດ້.
– ອຸນຫະພູມທີ່ເໝາະສົມໃນການບົ່ມເມັດເຂົ້າປະມານ 30-32 ອົງສາເຊ.
2 ການກຽມດິນຕາກ້າ
ການກຽມດິນຕາກ້າ ແມ່ນຕ້ອງໄດ້ໄຖ, ຄາດ ຫຼື ປັ່ນດິນໃຫ້ລະອຽດແລ້ວປັບໜ້າດິນໃຫ້ຮາບພຽງດີບໍ່ໃຫ້ມີນໍ້າຂັງ, ເຮັດຮ່ອງລະບາຍນໍ້າອ້ອມຂອກຂອງໄຮ່ນາ, ໃນພື້ນທີ່ຕາກ້າຄວນໃສ່ຝຖ່ນບົ່ມປະມານ 0,2-1 ກິໂລ/ຕາແມັດ ເພື່ອປັບປຸງດິນ ແລະ ຖ້າມີເງືອນໄຂແມ່ນໃສ່ຝຸ່ນວິທະຍາສາດຮອງພື້ນກ່ອນຫວ່ານກ້າປະມານ 20-25 ກິໂລ/ໄລ່ ສູດ 15-15-15 ຫຼື 16-20-00.

3 ການເຮັດໜານກ້າ
ນານກ້າຄວນມີຂະໜາດຄວາມກວ້າງຂອງໜານປະມານ 2-3 ແມັດ, ສ່ວນຄວາມຍາວແມ່ນເຮັດຕາມລວງຍາວຂອງໄຮ່ນາເພື່ອສະດວກໃນການບົວລະບັດຮັກສາກ້າ.

4 ການຫວ່ານກ້າ
ການຫວ່ານກ້າຕ້ອງໄດ້ຫວ່ານຢ່າງສະໝໍ່າສະເໝີ ຈຶ່ງເຮັດໃຫ້ຕົ້ນກ້າຈະເລີນເຕີບໂຕໄດ້ດີ, ອັດຕາເມັດພັນເຂົ້າທີ່ບົ່ມແລ້ວຕໍ່ກັບເນື້ອທີ່ຂອງຕາກ້ແມ່ນປະມານ 150-200 ກຼາມ/ຕາແມັດ ຫຼື 1,5-2 ຂີດ/ຕາແມັດ.
5 ການບົວລະບັດຮັກສາ
ການບົວລະບັດຮັກສາກ້າ ຫຼັງຈາກຫວ່ານກ້າໄດ້ 2-3 ວັນ ຄວນເອົານໍ້າເຂົ້າໃສ່ກ້າໃຫ້ມີຄວາມຊຸ່ມ ແຕ່ຖ້າເປັນລະດູຝົນຖ້າເຂດໃດມີຫອຍຫຼາຍຕ້ອງໄດ້ເກັບ ຫຼື ໃຊ້ຢາເພື່ອຂ້າຫອຍບໍ່ໃຫ້ກິນໜໍ່ກ້າ. ອາຍຸກ້າໄດ້ 12-15 ວັນ ຄວນໃສ່ຝຸ່ນວິທະຍາສາດສູດ 46-00-00 ໃນອັດຕາ 30-40 ກຼາມ/ຕາແມັດ. ພ້ອມນັ້ນກໍ່ໄດ້ຕິດຕາມເອົານໍ້າໃສ່ ແລະ ຕິດຕາມເບິ່ງພະຍາດແມງໄມ້ສັດຕູພືດທີ່ຈະມາທຳລາຍ.

II. ການປັກດຳ
1 ການກຽມດິນປັກດຳ
– ໄຖຮຸດຄວນໄຖເລິກປະມານ 15-20 ຊັງຕີແມັດ, ປະໄວ້ເພື່ອຂ້າເຂື້ອພະຍາດບາງຊະນິດທີ່ຢູ່ໃນດິນ ແລະ ອີກດ້ານໜຶ່ງກໍ່ເຮັດໃຫ້ຕົ້ນຫຍ້າ, ວັດຊະພືດຕ່າງໆຕາຍ ແລະ ຍ່ອຍສະຫຼາຍເປັນຝຸ່ນຢູ່ໃນນາ, ຫຼັງຈາກໄຖຮຸດແລ້ວໄດ້ 10-15 ວັນຄວນເອົານໍ້າຂັງໃສ່ນາທີ່ໄດ້ໄຖຮຸດແລ້ວ (ຖ້າວ່າບ່ອນມີເງືອນໄຂນໍ້າສະດວກ) ເພາະຈະເຮັດໃຫ້ດິນບໍ່ແຂງ.
– ເມື່ອຕົ້ນກ້າມີອາຍຸປະມານ 20-25 ວັນ ກໍ່ໄຖຄົ້ນນ ແລະ ຄາດອີກເທື່ອໜຶ່ງ, ການໄຖຄົ້ນແມ່ນເພື່ອພຶກປີ້ນດິນ ເຮັດໃຫ້ການຄາດມີຄວາມລະອຽດດີ ເຊິ່ງສາມາດໄຖເລີກປະມານ 15-20 ຊັງຕີແມັດ ແລະ ຄາດກໍ່ຕ້ອງໃຫ້ລະອຽດດີ. ປັບໜ້າດິນໃຫ້ຮາບພຽງດີເພື່ອເຮັດໃຫ້ການຄວບຄຸມນໍ້າ ແລະ ວັດສະພືດໄດ້ດີມີປະສິດຕິຜົນສູງ.

2 ການປັກດຳ
ການປັກດຳດ້ວຍມືນີ້ເມື່ອກ້າມີອາຍຸປະມານ 25-30 ວັນ ແມ່ນເໝາະສົມໃນການປັກດຳ, ການລົກກ້າສ່ວນຫຼາຍແມ່ນນິຍົມກັນເຮັດເປັນມັດ ເພື່ອສະດວກໃນການຂົນຍ້າຍ ແລະ ປັກດຳ. ການກຳນົດໄລຍະຫ່າງໃນການປັກດຳແມ່ນຂື້ນກັບສະພາບຄວາມອຸດົມສົມບູນຂອງດິນ, ຂະນິດແນວພັນເຂົ້າ ແລະ ລະດູການຄື
– ລະດູນາປີສ່ວນຫຼາຍນິຍົມກັນປັກດຳ ໃຊ້ໄລຍະຫ່າງປະມານ 20 x 20 ຊັງຕີແມັດ ຫຼື 25 x 25 ຊັງຕີແມັດ(ເຂົ້າງັນ) ໃສ່ກ້າປະມານ 3-4 ກີບ/ສຸມ
– ລະດູນາແຊງນິຍົມກັນປັກດຳ ໃຊ້ໄລຍະຫ່າງປະມານ 20 x 20 ຊັງຕີແມັດ ຫຼື 15 x 20 ຊັງຕີແມັດ ໃສ່ກ້າປະມານ 3-4 ກີບ/ສຸມ

3 ການໃຫ້ນໍ້າ
– ພາຍຫຼັງປັກດຳແລ້ວໃໝ່ ຕ້ອງໄດ້ຄວບຄຸມລະດັບນໍ້າໃຫ້ມີນໍ້າຂັງປະມານ 5-10 ຊັງຕີແມັດ ບໍ່ໃຫ້ນໍ້າແຫ້ງເພາະຖ້ານໍ້າແຫ້ງນາຈະເກີດຫຍ້າ.
– ຫຼັງຈາກປັກດຳໄດ້ປະມານ 20-25 ວັນ ຈຶ່ງໃຫ້ນໍ້າແຫ້ງປະມານ 5-7 ວັນ ເພາະວ່າຊ່ວງນີ້ເຂົ້າເລີ່ມແຕກກໍ, ຖ້າວ່າຊ່ວງນີ້ມີນໍ້າຫຼາຍຈະເຮັດໃຫ້ການແຕກກໍ ແລະ ຜົນຜະລິດເຂົ້າບໍ່ສູງ.
– ຫຼັງຈາກທີ່ເຂົ້າແຕກກໍສູງສູດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ.
4 ການກໄຈັດວັດສະພືດ
ການກຳຈັດວັດພືດ ພາຍຫຼັງເກີດແມ່ນມີຫຼາຍວິທີຄື:
– ໃຊ້ເຄື່ອງພວນດິນຕາມຫວ່າງຕົ້ນເຂົ້າທີ່ມີວັດສະພືດເກີດ
– ໃຂ້ສານເຄມີກຳຈັດໃນກໍລະນີທີ່ມີວັດສະພືດເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໃຊ້ສານເຄມີເພື່ອຊ່ວຍກຳຈັດ, ການໃຊ້ແມ່ນໃຫ້ສັງເກດເບິ່ງຊະນິດວັດສະພືດທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖືກກັບວັດສະພືດທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ.
– ຖ້າຫຍ້າບໍ່ເກີດຫຼາຍ ແລະ ເປັນການຫຼຸດຜ່ອນການໃຊ້ສານເຄມີ ແມ່ນໃຊ້ແຮງງານຄົນຫຼົກ
5 ການໃສ່ຝຸ່ນ

ການໃສ່ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
 ໃສ່ຮອງພື້ນກ່ອນປັກດຳ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ໂຕນ/ເຮັກຕາ
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັປັກດຳ 5-7 ວັນ ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
– ໃສ່ຝຸ່ນວິທະຍາສາດປະເພດດິນຊາຍ ແລະ ດິນຕົມແມ່ນແນຳນຳໃຫ້ໃສ່ສູດ 15-15-15 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
– ຖ້າດິນປະເພດດິນໜຽວ ແມ່ນແນະນຳໃຫ້ໃສ່ຝຸ່ນວິທະຍາສາດສູດ 16-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາ 100-150 ໂຕນ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽມຢູ່ແລ້ວ
 ໃສ່ເລັ່ງ
– ຄັ້ງທີ່1: ໃສ່ຫຼັງຈາກປກດຳໄດ້ 25-30 ວັນ, ໃຫ້ໃສ່ຝຸ່ນວິທະຍາສາດສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ.
– ໃສ່ຄັ້ງທີ 2: ໃສ່ຫຼັງຈາກປັກດຳໄດ້ 45-50 ວັນ ໃຫ້ໃສ່ຝຸ່ນວິທະຍາສາດສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນ ຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ່ 2 ກ່ອນເຂົ້າຖືພາມານ ເພື່ອໃຫ້ຊ່ວຍໃຫ້ເຂົ້າຮ່ວງໃຫ່ຍ, ເມັດຫຼາຍ.

III. ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ຖ້າກ່ຽວໄລຍະນີ້ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ.
– ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-30% ແມ່ນກ່ຽວໄດ້.
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນ ຈຶ່ງກ່ຽວ(ກໍລະນີສາມາດປ່ອຍນໍ້າອອກໄດ້)
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າແຕ່ມີຝົນຕົກຄວນປະໃຫ້ຕົ້ນເຂົ້າແຫ້ງແລ້ວຈື່ງເກັບກ່ຽວ.
– ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີ
1 ໃຊ້ງແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມືວາງເປັນຝ່ອນ (1 ຝ່ອນປະມານ 2-3 ກຳ) ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ.

2 ໃຊ້ກົນຈັກ
– ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
– ໃຊ້ລົດກ່ຽວອອກມາເປັນເມັດແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ

3 ການເກັບກ່ຽວເຂົ້າອ່ອນມີຜົນເສຍຄື:
– ເຂົ້າບໍ່ເຕັມເມັດ ການສະສົມທາດແປ້ງຕໍ່າ
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ, ເຮັດໃຫ້ມີຄຸນນະພາບຕໍ່າ
– ຄຸນນະພາບໃນການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າມີສີຂຽວປົນ, ໄດ້ເຂົ້າສານໜ້ອຍ
4 ການເກັບກ່ຽວເຂົ້າແກ່ເກີນໄປມີຜົນເສຍຄື:
– ຮ່ວງເຂົ້າຈະແຫ້ງກອບ ແລະ ຫຼົ່ນ ເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ
– ຕົ້ນເຂົ້າແຫ້ງຫຼາຍແລ້ວຈະຫັກທັບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ,

ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກ ການປູກເຂົ້າ(ປັກດຳດ້ວຍມື), ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
https://ricedee.com/3-วิธีทำนาข้าวตามวิถีไทย/
https://panuwat125.weebly.com/3585363436193604363536093634.html

 

ເຕັກນິກການເຮັດນາຫວ່ານແຫ້ງ

ການປູກເຂົ້າແບບຫວ່ານນາແຫ້ງ ແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ ຍ້ອນບໍ່ມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ. ການເຮັດນາຫວ່ານແບບແຫ້ງ ແມ່ນວິທີການໜຶ່ງ ທີ່ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ໄພແຫ້ງແລ້ງ, ຝົນນານຕົກ, ຝົນຂາດຊ່ວງ ແລະ ເຂດທີ່ມັກເກີດນໍ້າຖ້ວມ, ເຂດທີ່ນໍ້າມັກຂັງພາຍຫຼັງຝົນຕົກ.ດີແທ້ແມ່ນເໝາະສົມກັບພື້ນທີ່ນາຮາບພຽງ ແລະ ສາມາດລະບາຍນໍ້າອອກໄດ້ງ່າຍ, ຖ້ານາທີ່ມີຄອງຊົນລະປະທານທີ່ສາມາດທີ່ສາມາດລະບາຍນໍ້າເຂົ້າ-ອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ.ການກຽມດິນຕ້ອງໄດ້ນຳໃຊ້ລົດໄຖໃຫຍ່ ເພາະວ່າຕ້ອງໄດ້ໄຖ ແລະ ຄາດດິນແຫ້ງ ຊຶ່ງລົດໄຖນາເດີນຕາມບໍ່ສາມາດໄຖໄດ້.ເຕັກນິກນີ້ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ນາແຊງ( 1 ລະດູນາປີ: ແມ່ນຕົ້ນເດືອນພືດສະພາ ຫາ ຕົ້ນເດືອນມິຖຸນາ ເພາະວ່າຊ່ວງເວລານີ້ແມ່ນຝົນຈະເລີ່ມຕົກໃໝ່ເຮັດໃຫ້ດິນມີຄວາມຊຸ່ມ ແລະ ອຸນຫະພູມຢູ່ໃນດິນກໍ່ມີຄວາມເໝາະສົມໃຫ້ແກ່ເຂົ້າມີຄວາມງອກ; 2 ລະດູນາແຊງ, ແມ່ນເຮັດຊ່ວງກາງເດືອນພະຈິກ ຫາ ຕົ້ນເດືອນທັນວາ).

I. ການຫວ່ານ ແລະ ການບົວລະບັດຮັກສາ
1 ການກະກຽມເມັດພັນ
– ເມັດພັນເຂົ້າທີ່ຈະນຳມາຫວ່ານຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນາທາມ ແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນການເກັບກ່ຽວ.
– ເມັດພັນເຂົ້າທີ່ກຽມໄວ້ ຕ້ອງເອົາໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນໄປຫວ່ານ, ການເອົາເມັດພັນຕາກແດດ ແມ່ນເພື່ອເປັນການກະຕຸ້ນໃຫ້ເມັດພັນງອກດີ.
2 ການກຽມດິນ
– ໄຖປະໄວປະມານ 10-15 ວັນ ແລ້ວຈິ່ງຫວ່ານ ຫຼື ພົ່ນ ເມັດເຂົ້າໃສ່ໃຫ້ທົ່ວແລ້ວປັ່ນ ຫຼື ຄາດດິນໃຫ້ລະອຍດ, ວິທີດັ່ງກ່າວນີ້ແມ່ນປະຍັດຕົ້ນທຶນ,ແຮງງານ ແຕ່ມີຄວາມສ່ຽງໃນການເກີດຫຍ້າ.
– ໄຖປະໄວ້ປະມານ 20-30 ວັນ ປັ່ນ ຫຼື ຄາດດິນປະໄວ້ປະມານ 5-7 ວັນແລ້ວຈິ່ງຫວ່ານ ຫຼື ພົ່ນ ເມັດເຂົ້າໃສ່ໃຫ້ທົ່ວແລ້ວປັ່ນ ຫຼື ຄາດດິນໃຫ້ລະອຽດວິທີດັ່ງກ່າວນີ້ແມ່ນໃຊ້ຕົ້ນທຶນ, ແຮງງານເພີ່ມ ແຕ່ມີຄວາມສ່ຽງໃນການເກີດຫຍ່າໜ້ອຍ.
– ຫຼັງຈາກຫວ່ານເຂົ້າແລ້ວໃຫ້ໃຊ້ຄາດປົກ ແມ່ນຈະເຮັດໃຫ້ເມັດເຂົ້າເກີດສະເໝີດີກວ່າການໃຊ້ເຄື່ອງປັ່ນ.

3 ການຫວ່ານ
ການຫວ່ານແມ່ນມີ 2 ວິທີຄື: ໃຊ້ແຮງງານຄົນຫວ່ານ ແລະ ໃຊ້ຈັກພົ່ນ
– ຖ້າໃຊ້ແຮງງານຄົນຫວ່ານແມ່ນໃຊ້ປະມານ 3 ຄົນ/ຊົ່ວໂມງ/ເຮັກຕາ
– ຖ້າໃຊ້ຈັກພົ່ນແມ່ນໃຊ້ປະມານ 1 ຄົນ/ຊົ່ວໂມງ/ເຮັກຕາ
4 ການໃຫ້ນໍ້າ
– ເຂດທີ່ບໍ່ມີຊົນລະປະທານ ຫຼັງຈາກຫວ່ານ ຫຼື ພົ່ນແລ້ວຖ້າມີຝົນຕົກຕ້ອງໄດ້ລະບາຍນໍ້າອອກໃຫ້ໝົດ ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວແລ້ວຂັງນໍ້າໄວ້ ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ.
– ເຂດທີ່ບໍ່ມີຊົນລະປະທານ ຫຼັງຈາກຫວ່ານ ຫຼື ພົ່ນແລ້ວຖ້າມີຝົນຕົກຕ້ອງໄດ້ລະບາຍນໍ້າອອກໃຫ້ໝົດ ຫຼັງຈາກເຂົ້າງອກໄດ້ 10-15 ວັນ ໃຫ້ລະບາຍນໍ້າເຂົ້ານາໃຫ້ທົ່ວ ແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
– ຊ່ວງໄລຍະເຂົ້າແຕກກໍ ຄວນລຸດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ
– ຫຼັງຈາກທີ່ເຂົ້າແຕກກໍສູງສຸດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າໄດ້ແມ່ນໃຫ້ລະບາຍນໍ້າອອກເພື່ອສະດວກໃນການເກັບກ່ຽວ.
5 ການກຳຈັດວັດສະພືດ
ການກຳຈັດວັດສະພືດ ພາຍຫຼັງຫຍ້າເກີດແມ່ນມີຫຼາຍວິທີຄື:
1 ໃຊ້ແຮງງານຄົນຫຼົກແຕ່ມີຄວາມຫຍຸງຍາກໃນການຫຼົກ ຍ້ອນວ່າຕົ້ນເຂົ້າ ແລະ ຫຍ້າເກີດປົນກັນ
2 ໃຊ້ສານເຄມີກຳຈັດໃນກໍລະນີທີ່ມີຫຍ້າເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໄດ້ໃຊ້ຢາຂ້າຫຍ້າ, ການໃຊ້ແມ່ນໄດ້ສັງເກດເບິ່ງຊະນິດຫຍ້າທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖືກກັບຫຍ້າທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນີດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ
6 ການໃສ່ຝຸ່ນ
ໃນການໃສ່ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
ກ. ໃສ່ຮອງພື້ນ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນໃສ່ປະມານ 3-5 ໂຕນ/ເຮັກຕາ.
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງເຂົ້າງອກໄດ້ 15-20 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
ຂ. ໃສ່ຝຸ່ນວິທະຍາສາດ

– ປະເພດດິນຊາຍ ແລະ ດິນຕົມ: ແມ່ນແນະນຳໃຫ້ໃສ່ສູດ 15-15-15 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມ ສ່ວນຫຼາຍແມ່ນຂາດທາດໂປດຕັດຊຽມ (K) , ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ.
– ຖ້າດິນປະເພດດິນໜຽວ ແມ່ນແນະນຳໃຫ້ໃສ່ຝຸ່ນເຄມີສູດ 16-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາ 100-150 ໂຕນ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປດຕັດຊຽມ (K) ຢູ່ແລ້ວ.
ຄ. ໃສ່ເລັ່ງ
– ຄັ້ງທີ່ 1: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 40-45 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ໃສ່ຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ
– ຄັ້ງທີ່ 2: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 60-65 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປປັນຝຸ່ນເັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພື້ນເມືອງທີ່ມີອາຍຸຍາວ 150 ວັນ ຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ່ 2 ກ່ອນເຂົ້າຖືພາມານ, ເພື່ອໃຫ້ຊ່ວຍໃຫ້ເຂົ້າຮ່ວງໃຫຍ່, ເມັດຫຼາຍ

II ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ຖ້າກ່ຽວໄລຍະນີ້ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ.
– ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-30% ແມ່ນກ່ຽວໄດ້.
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽ່ນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າກົກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນ ຈຶ່ງກ່ຽວ(ກໍລະນີສາມາດປ່ອຍນໍ້າອອກໄດ້)
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ.
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໄວ້ໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
– ການກ່ຽວເຂົ້າແມ່ນນິຍົມດ້ວຍ 2 ວິທີຄື:
 ໃຊ້ແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມືວາງເປັນຝ່ອນ (1 ຝ່ອນປະມານ 1-3 ກຳ) ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ.

 ໃຊ້ກົນຈັກ
– ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
– ໃຊ້ລົດກ່ຽວອອກເປັນເມັດ ແລ້ວຈຶ່ງເອົາໄປຕາກ ຫຼື ອົບແຫ້ງ.

3 ການກ່ຽວເຂົ້າອ່ອນມີຜົນເສຍຄື:
– ເຂົ້າຈະບໍ່ເຕັມເມັດ ການສະເໝາະທາດແປ້ງຕໍ່າ.
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ ເຮັດໃຫ້ມີຄຸນນະພາບຕໍ່າ.
– ຄຸນນະພາບການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າມີສີຂຽວປົນ, ໄດ້ເຂົ້າສານໜ້ອຍ
4 ການເກັບກ່ຽວເຂົ້າແກ່ເກີນໄປມີຜົນເສຍຄື:
– ຮວງເຂົ້າຈະແຫ້ງກອບ ແລະ ຫຼົ່ນເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ.
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ.
– ຕົ້ນເຂົ້າແຫ້ງແລ້ວຈະຫັກທົບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ.

ແຫຼ່ງຂໍ້ມູນ: ເຕັກນິກການເຮັດນາຫວ່ານແຫ້ງ, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິ່ງຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ
ຄູ່ມືສົ່ງເສີມເຕັກນິກການເຮັດນາຫວ່ານແຫ້ງ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
http://www.kasetporpeang.com/forums/index.php?topic=109706.0
https://www.kubotasangthong.com/วิธีการปลูกข้าวโดยวิธีการหยอดข้าวแห้ง

 

ເຕັກນິກການເຮັດນາຫວ່ານຕົມ

ການປູກເຂົ້ານາຫວ່ານຕົມ ແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ຍ້ອນມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ, ນາຫວ່ານແມ່ນບໍ່ເປັນແຖວຫຍຸ່ງຍາກໃນການກຳຈັດວັດສະພືດ. ເໝາະສົມກັບພື້ນທີ່ນາທີ່ຮາບພຽງ ແລະ ສາມາດລະບາຍນໍ້າອອກໄດ້ງ່າຍ, ຖ້ານາທີ່ມີຄອງຊົນລະປະທານ ທີ່ສາມາດລະບາຍນໍ້າເຂົ້າ-ອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ, ບໍ່ສາມາດເຮັດໄດ້ກັບນາທີ່ລະບາຍນໍ້າອອກບໍ່ໄດ້. ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນປະຈຸບັນ, ຍ້ອນວ່າບໍ່ໄດ້ມີຂັ້ນຕອນການຕົກກ້າ ມີແຕ່ແຊ່ເມັດເຂົ້າ, ບົ່ມໃຫ້ງອກ ແລະ ຫວ່ານເລີຍ.ເຕັກນິກນີ້ສາມາດເຮັດໄດ້ 2 ລະດູການຄື: ນາປີ ແລະ ນາແຊງ. ລະດູນາປີ ແມ່ນທ້າຍເດືອນພືດສະພາ ຫາ ເດືອນ ມິຖຸນາ ແລະ ລະດູນາແຊງ ແມ່ນເຮັດຊ່ວງກາງເດືອນພະຈິກ ຫາ ເດືອນທັນວາ.

I. ການຫວ່ານ ແລະ ການບົວລະບັດຮັກສາ
1 ການກຽມເມັດພັນ
– ເມັດພັນເຂົ້າທີ່ຈະນຳມາຫວ່ານຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນາທາມ ແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
– ເມັດພັນເຂົ້າທີ່ກຽມໄວ້ຕ້ອງເອົາໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນມາແຊ່ໃນຖັງ ຫຼື ພາສະນະອື່ນໆ ປະໄວ້ປະມານ 24-36 ຊົ່ວໂມງ
– ການບົ່ມແມ່ນບັນຈຸໃສ່ເປົາທີ່ມີອາກາດຖ່າຍເທໄດ້ດີ ຫຼື ໃສ່ເປົາປານຍິ່ງເປັນການດີ, ສາມາດແຍກອອກເປັນ 2 ລະດູຄື: ລະດູນາປີ ແລະ ລະດູນາແຊງ
ກ ລະດູນາແຊງ ສ່ວນຫຼາຍອາກາດຈະເຢັນຕ້ອງໃຂ້ຜ້າຢາງປົກຄຸມ ແລະ ປົກດ້ວຍເຟືອງອີກຊັ້ນໜຶ່ງ ປະໄວ້ບ່ອນທີ່ມີອາກາດລ່ວງດີ, ປີ່ນເປົາເຂົ້າທຸກໆ 12 ຊົ່ວໂມງ ຫົດນໍ້າໃຫ້ມີຄວາມຊຸ່ມ ໃຊ້ເວລາປະມານ 26-48 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປຫວ່ານໄດ້
ຂ ລະດູນາປີ ສ່ວນຫຼາຍອາກາດຮ້ອນ ຕ້ອງໃຊ້ຜ້າປົກຄຸມປະໄວ້ບ່ອນທີ່ມີອາກາດລ່ວງດີ ປີ່ນເປົາເຂົ້າທຸກໆ 12 ຊົ່ວໂມງ ແລະ ຫົດນໍ້າໃຫ້ມີຄວາມຊຸ່ມ ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປຫວ່ານໄດ້
– ການແຕກງອກຂອງເມັດພັນເຂົ້າທີ່ເໝາະສົມໃນການຫວ່ານປະມານ 0,5-1 ຊັງຕີແມັດ
– ອຸນຫະພູມທີ່ເໝາະສົມໃນການບົ່ມເມັດພັນເຂົ້າປະມານ 30-32 ອົງສາເຊ

2 ການກຽມດິນ
– ໄຖຮຸດຄວນໄຖເລີກປະມານ 15-20 ຊັງຕີແມັດ, ປະໄວ້ເພື່ອຂ້າເຊື້ອພະຍາດບາງຊະນິດທີ່ຢູ່ໃນດິນ ແລະ ອີກດ້ານໜຶ່ງກໍ່ຈະເຮັດໃຫ້ຕົ້ນຫຍ້າ, ວັດຊະພືດຕ່າງໆຕາຍ ແລະ ຍ່ອຍສະຫຼາຍເປັນຝຸ່ນຢູ່ໃນນາ. ຫຼັງຈາກໄຖຮຸດແລ້ວໄດ້ 10-15 ວັນ ຄວນເອົານໍ້າຂັງໃສ່ນາທີ່ໄດ້ໄຖຮຸດແລ້ວ( ຖ້າວ່າບ່ອນມີເງືອນໄຂນໍ້າສະດວກ) ເພາະຈະເຮັດໃຫ້ດິນບໍ່ແຂງກໍ່, ຈາກນັ້ນກໍ່ໄຖຄົ້ນ ແລະ ຄາດອີກເທື່ອໜຶ່ງ, ການໄຖຮຸດແມ່ນເພື່ອພີກດິນປີ້ນດິນເຮັດໃຫ້ການຄາດມີຄວາມສະອຽດດີ, ປັບໜ້າດິນໃຫ້ຮຽບພຽງດີເພື່ອເຮັດໃຫ້ການຄວບຄຸມນໍ້າ ແລະ ວັດສະພືດໄດ້ດີມີປະສິດຕີຜົນສູງ
– ຫຼັງຈາກຄາດແລ້ວຕ້ອງໄດ້ເຮັດຮ່ອງລະບາຍນໍ້າ ກວ້າງປະມານ 20-30 ຊັງຕີແມັດ ໂດຍໃຊ້ໄຖຈານດຽວ ຫຼື ໃຊ້ກະຕຸກນໍ້າດື່ມແກ່ ແລະ ວິທີ່ອື່ນໆລຽບຕາມຄັນນາ ຖ້ານາໄຮ່ໃຫ່ຍຄວນມີການເຮັດຮ່ອງທາງກາງໄຮ່ນາຕາມຄວາມເໝາະສົມຂອງພື້ນທີ່ເພື່ອລະບາຍນໍ້າອອກ

3 ການຫວ່ານ

ການຫວ່ານແມ່ນມີ 2 ວິທີຄື: ໃຊ້ແຮງງານຄົນຫວ່ານ ແລະ ໃຊ້ຈັກພົ່ນ, ການຫວ່ານໃຫ້ຫວ່ານເບົາໆໄປກ່ອນ ຫຼັງຈາກນັ້ນຈື່ງມາຫວ່ານລື້ມຄືນອີກເທື່ອໜຶ່ງ, ຖ້າໃຊ້ແຮງງານຄົນເວລາກຳເມັດເຂົ້າບໍ່ຄວນກຳເຕັມມືໃຫ້ກຳເອົາເຄື່ງກຳມືເລາຫວ່ານເມັດເຂົ້າຈຶ່ງກະຈ່າຍໄປສະໝໍ່າສະເໝີ

4 ການໃຫ້ນໍ້າ
– ຫຼັງຈາກຫວ່ານແລ້ວ ປະໄວ້ປະມານ 10-15 ວັນ ຈຶ່ງເອົານໍ້າເຂົ້າສູ່ໄຮ່ນາ ແລະ ໄຂ່ນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
– ເມື່ອເຂົ້າມີອາຍຸໄດ້ 20 ວັນ ໃຫ້ຮັກສາລະດັບນໍ້າໄວ້ 5-10 ຊັງຕີແມັດ, ເວລາເອົານໍ້າເຂົ້າໃສ່ໄຮ່ນາໃນໄລຍະທຳອິດ ໃຫ້ສັງເກດເບິ່ງຫອຍກິນເຂົ້າ ຖ້າມີຄວນຊອກຫາວິທີກຳຈັດ.
– ຊ່ວງໄລຍະເຂົ້າແຕກກໍ ຄວນລຸດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ.
– ຫຼັງຈາກທີ່ເຂົ້າແຕກກໍສູງແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ,

5 ການກຳຈັດວັດສະພືດ
ການກຳຈັດວັດສະພືດ ພາຍຫຼັງຫຍ້າເກີດແມ່ນມີຫຼາຍວິທີຄື:
– ໃຊ້ສານເຄມມີກຳຈັດໃນກໍລະນີທີ່ມີຫຍ້າເກີດຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໃຊ້ຢາຂ້າຫຍ້າ, ການໃຂ້ແມ່ນໃຫ້ສັງເກດເບິ່ງຊະນິດຫຍ້າທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖຶກກັບຫຍ້າທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ.
– ໃຊ້ແຮງງານຄົນ ແຕ່ມີຄວາມຫຍຸງຍາກໃນການຫຼົກ ຍ້ອນວ່າຕົ້ນເຂົ້າ ແລະ ຫຍ້າເກີດຂື້ນປົນກັນ.

6 ການໃສ່ຝຸ່ນ
ໃນການໃຊ້ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
ໃສ່ຮອງພື້ນ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ໂຕນ/ເຮັກຕາ
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງຢອດໄດ້ 10-25 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
– ໃສ່ຝຸ່ນວິທະຍາສາດປະເພດດິນຊາຍ ແລະ ດິນຕົມແມ່ນແນະນຳໃຫ້ໃສ່ສູດ 15-15-15 ຫຼື 16-16-16 ຫຼື 16-8-8 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
– ຖ້າດິນປະເພດດິນໜຽວແມ່ນແນະນຳໃຫ້ໃສ່ຝຸ່ນເຄມີ 16-20-00 ຫຼື 18-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາສ່ວນ 100-150 ກິໂລ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽງ (K) ຢູ່ແລ້ວ.
ໃສ່ຝຸ່ນເລັ່ງ
– ຄັ້ງທີ 1: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 40-45 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ.
– ຄັ້ງທີ 2 : ໃສ່ຫຼັງເຂົ້າມີອາຍຸໄດ້ 60-65 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ 2 ກ່ອນເຂົ້າຖືພາມານ, ເພື່ອໃຫ້ຊ່ວຍໃຫ້ເຂົ້າຮວງໃຫ່ຍ, ເມັດຫຼາຍ.

II. ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ຖ້າກ່ຽວໄລຍະນີ້ ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ,
– ໃຊ້ເຄື່ອງວັດແທກຄວາມຊຸ່ມ ຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-30% ແມ່ນກ່ຽວໄດ້.
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກົກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນ ຈຶ່ງກ່ຽວ (ກໍລະນີສາມາດປ່ອຍນໍ້າອອກໄດ້).
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ.
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
– ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີຄື:

1 ໃຊ້ແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມື ວາງເປັນຝ່ອນ (1ຝ່ອນປະມານ 2-3 ກຳ), ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ.

2 ໃຊ້ກົນຈັກ
– ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
– ໃຊ້ລົດກ່ຽວອອກມາເປັນເມັດແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ

3 ການເກັບກ່ຽວເຂົ້າອ່ອນມີຜົນເສຍຫາຍຄື
– ເຂົ້າຈະບໍ່ເຕັມເມັດ ການສະສົມທາດແປ້ງຕໍ່າ.
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ, ເຮັດໃຫ້ມີຄຸນນະພາບຕໍ່າ.
– ຄຸນນະພາບໃນການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າມີສີຂຽວປົນ, ໄດ້ເຂົ້າສານໜ້ອຍ.
4 ການເກັບກ່ຽວເຂົ້າແກ່ເກີນໄປມີຜົນເສຍຄື
– ຮ່ວງເຂົ້າຈະແຫ້ງກອບ ແລະ ຫຼົ່ນເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ.
– ເຂົ້າຕົ້ນແຫ້ງຫຼາຍແລ້ວຈະຫກທົບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ.

ແຫຼ່ງຂໍ້ມູນ: ຕູ່ມືສົ່ງເສີມເຕັກນິກການເຮັດນາຫວ່າຕົມ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

https://sites.google.com/site/mju574/home/phumipayya

http://cmuir.cmu.ac.th/bitstream/6653943832/19356/4/agro0146st_ch1.pdf

 

ເຕັກນິກການເຮັດນາຢອດຕົມ

ເຕັກນິກນາຢອດຕົມ ແມ່ນເຕັກນິກໜຶ່ງທີ່ຊາວກະຊິກອນ ໃນເຂດພາກກາງຫາພາກໃຕ້ໄດ້ຍິນຍົມນຳໃຊ້ ຍ້ອນບໍ່ມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ, ຢອດເປັນແຖວ ສະດວກສະບາຍໃນການບົວລະບັດຮັກສາ. ເໝາະສົມກັບພື້ນທີ່ນາທີ່ຮາບພຽງ ແລະ ສາມາດລະບາຍນໍ້າອອກໄດ້ງ່າຍ, ຖ້ານາທີ່ມີຄອງຊົນລະປະທານ ທີ່ສາມາດລະບາຍນໍ້າເຂົ້າ-ອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ, ບໍ່ສາມາດເຮັດໄດ້ກັບນາທີ່ລະບາຍນໍ້າອອກບໍ່ໄດ້. ແທດເໝາະກັບການປ່ຽນແປງ ຂອງສະພາບດິນຟ້າອາກາດໃນປະຈຸບັນ, ຍ້ອນວ່າບໍ່ໄດ້ມີຂັ້ນຕອນການຕົກກ້າ ມີແຕ່ແຊ່ເມັດເຂົ້າ, ບົ່ມໃຫ້ງອກ ແລະ ຢອດເລີຍ. ເຕັກນິກນີ້ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ນາແຊງ. ລະດູນາປີແມ່ນເຮັດຊ່ວງເດືອນມິຖຸນາ ແລະ ລະດູນາແຊງແມ່ນເຮັດຊ່ວງກາງເດືອນພະຈິກຫາກາງເດືອນທັນວາ.

I. ການຢອດ ແລະ ການບົວລະບັດຮັກສາ
1 ການກຽມເມັດພັນ
– ເມັດພັນເຂົ້າທີ່ສາມາດນຳມາຢອດຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ເມັດພັນ 60-70 ກິໂລ/ເຮັກຕາ, , ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ
– ເມັດພັນເຂົ້າທີ່ກຽມໄວ້ຕ້ອງເອົາໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນມາແຊ່ໃສ່ຖັງ ຫຼື ພາສະນະອື່ນໆ ປະໄວ້ປະມານ 24-36 ຊົ່ວໂມງ.
– ການບົ່ມແມ່ນບັນຈຸໃສ່ເປົາທີ່ມີອາກາດຖ່າຍເທໄດ້ດີ ຫຼື ໃສ່ເປົາປ່ານຍິ່ງເປັນການດີ, ສາມາດແຍກອອກເປັນ 2 ລະດູຄື: ລະດູນາປີ ແລະ ລະດູນາແຊງ
1 ລະດູນາແຊງ ສ່ວນຫຼາຍອາກາດຈະເຢັນ ຕ້ອງໃຊ້ຜ້າປົກຄູ້ມ ແລະ ປກດ້ວຍເຟືອງອີກຊັ້ນໜຶ່ງ ປະໄວ້ບ່ອນທີ່ມີອາກາດລ່ວງດີ, ປີ້ນເປົາລົງເຂົ້າທຸກໆ12 ຊົ່ວໂມງ ຫົດນໍ້າໃຫ້ມີຄວາມຊຸມ, ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປຢອດໄດ້
2 ລະດູນາປີ ສ່ວນຫຼາຍອາກາດຮ້ອນ ຕ້ອງໃຊ້ຜ້າປົກຄຸມ ປະໄວ້ບ່ອນທີ່ມີອາກາດລ່ວງດີ, ປີ້ນເປົາເຂົ້າທຸກໆ 12 ຊົ່ວໂມງ ແລະ ຫົດນໍ້າໃຫ້ມີຄວາມຊຸ່ມ, ໃຊ້ເວລາບົ່ມປະມານ 24-30 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປຢອດໄດ້.
– ການແຕກງອກຂອງເມັດພັນເຂົ້າທີ່ເໝາະສົມໃນການຢອດປະມານ 0,5 ຊັງຕີແມັດ (ສໍ່າສົບນົກຈາບ) ຈຶ່ງນຳໄປຢອດ.
– ອຸ່ນຫະພູມທີ່ເໝາະສົມໃນການບົ່ມເມັດພັນເຂົ້າປະມານ 30-32 ອົງສາເຊ.

2. ການກຽມດິນ
– ໄຖຮຸດຄວນໄຖເລີກປະມານ 15-20 ຊັງຕີແມັດ, ປະໄວ້ເພື່ອຄ້າເຊື້ອພະຍາດບາງຊະນິດທີ່ຢູ່ໃນດິນ ແລະ ອີກດ້ານໜຶ່ງກໍ່ຈະເຮັດໃຫ້ຕົ້ນຫຍ້າ, ວັດຊະພືດຕ່າງໆຕາຍ ແລະ ຍ່ອຍສະຫຼາຍເປັນຝຸ່ນຢູ່ໃນນາ. ຫຼັງຈາກໄຖຮຸດແລ້ວໄດ້ 10-15 ວັນ ຄວນເອົານໍ້າຂັງໃສ່ນາທີ່ໄຖຮຸດແລ້ວ(ຖ້າວ່າບ່ອນມີເງືອນໄຂນໍ້າສະດວກ) ເພາະຈະເຮັດໃຫ້ດິນບໍ່ແຂງ, ຈາກນັ້ນກໍ່ໄຖຄົ້ນ ແລະ ຄາດອີກເທື່ອໜຶ່ງ, ການໄຖຄົ້ນແມ່ນເພື່ອພິກປີ້ນດິນ ເຮັດໃຫ້ການຄາດມີຄວາມສະອຽດດີ, ປັບໜ້າດິນໃຫ້ຮາບພຽງດີເພື່ອເຮັດໃຫ້ການຄວບຄຸມນໍ້າ ແລະ ວັດສະພືດໄດ້ດີມີປະສິດຕິຜົນສູງ.
– ຫຼັງຈາກຄາດແລ້ວຕ້ອງໄດ້ເຮັດຮ່ອງະບາຍນໍ້າ ກວ້າງປະມານ 20-30 ຊັງຕີແມັດ ໂດຍໃຊ້ໄຖຈານດຽວ ຫຼື ໃຊ້ກະຕຸກນໍ້າດື່ມແກ່ ແລະ ວິທີອື່ນໆລຽບຕາມຄັນນາ ຖ້ານາໄຮ່ໃຫ່ຍຄວນມີການເຮັດຮ່ອງທາງກາງໄຮ່ນາ ຕາມຄວາມເໝາະສົມຂອງພື້ນທີ່ເພື່ອລະບາຍນໍ້າອອກ.

3 ການຢອດ
– ກວດກາຄວາມພ້ອມຂອງເຄື່ອງຢອດ, ປັບເຄື່ອງຢອດໃສ່ຮູທີ ຫຼື ຮູຫ່າງກໍ່ໄດ້ຂື້ນກັບຄວາມຕ້ອງການ ແຕ່ຕ້ອງໄດ້ອັດຮູໜຶ່ງໄວ້, ເພື່ອບໍ່ໃຫ້ມີບັນຫາຢູ່ພາກສະໜາມ.
– ກ່ອນຢອດຕ້ອງໄດ້ລະບາຍນໍ້າອອກຈາກພື້ນທີ່ໄຮ່ນາໃຫ້ມົດແລ້ວຈື່ງຢອດເພື່ອເຮັດໃຫ້ເມັດເຂົ້າລຽນເປັນແຖວດີ ແລະ ສະດວກໃນການບົວລະບັດຮັກສາ.
– ການເອົາເຂົ້າໃສ່ເຕົ້າເຄື່ອງຢອດ ແມ່ນໃຫ້ໃສ່ເຄິ່ງເຕົ້າ ຫຼື ໃສ່ພໍດີພຽງແກນກາງຂອງເຄື່ອງຢອດ (ບໍ່ໃຫ້ໃສ່ເຕັມ) ເພື່ອໃຫ້ເມັດເຂົ້າລົງສະໝໍ່າສະເໝີ.
– ການຢອດແມ່ນໃຫ້ຢອດເປັນແຖວ ຕາມລວງຍາວຂອງໄຮ່ນາ, ດີແທ້ແມ່ນຢອດໄປຕາມລວງຂອງຕາເວັນຂື້ນລົງ ເພື່ອເຮັດໃຫ້ແສງແດດສາມາດສ່ອງລົງເຖິງດິ ຕົ້ນຂົ້າສາມາດຂະຫຍາຍໂຕໄດ້ດີ.
– ເວລາຢອດບໍ່ໃຫ້ເຕົ້າເຄື່ອງຢອດຖືກນໍ້າ ເພາະວ່າຖ້າຖືກນໍ້າເມັດເຂົ້າຈະບໍ່ລົງ.

4 ການໃຫ້ນໍ້າ
– ຫຼັງຈາກຢອດແລ້ວປະໄວ້ປະມານ 10-15 ວັນ ຈື່ງເອົານໍ້າເຂົ້າໃສ່ໄຮ່ນາ ແລະ ຂັງນໍ້າໄວ້ ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ.
– ເມື່ອເຂົ້າມີອາຍຸໄດ້ 20 ວັນ ໃຫ້ຮັກສາລະດັບນໍ້າໄວ້ 5-10 ຊັງຕີແມັດ, ເວລາເອົານຊ້າເຂົ້າໃສ່ໄຮ່ນາໃນໄລຍະທຳອິດ ໃຫ້ສັເກດເບິ່ງຫອຍກິນເຂົ້າ ຖ້າມີຄວນຊອກຫາວິທີກຳຈັດ.
– ຊ່ວງໄລຍະເຂົ້າແຕ່ກໍ ຄວນຫຼຸດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ.
– ຫຼັງຈາກທີ່ເຂົ້າແຕກກໍສູງສູດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ,
5 ການກຳຈັດວັດສະພືດ
ການກຳຈັດວັດສະພືດ ພາຍຫຼັງເກີດແມ່ນມີຫຼາຍວິທີຄື:
1 ໃຊ້ເຄື່ອງພວນດິນຕຫວ່າງຕົ້ນເຂົ້າທີ່ມີວັດສະພືດເກີດ
2 ໃຊ້ສານເຄມີກຳຈັດໃນກໍລະນີທີ່ວັດສະພືດທີ່ເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໄດ້ໃຊ້ສານເຄມີເພື່ອຊ່ວຍກຳຈັດ, ການໃຊ້ແມ່ນໃຫ້ສັງເກດເບິ່ງຊະນິດວັດສະພືດທີ່ມີໃນນາເຂົ້າ ເພື່ອຊະນິດຢາໃຫ້ຖືກກັບວັດສະພືດທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ.
3 ຫຍ້າບໍ່ເກີດຫຼາຍ ແລະ ເປັນການຫຼຸດຜ່ອນການໃຊ້ສານເຄມີແມ່ນໃຊ້ແຮງງານຄົນຫຼົກ

6 ການໃສ່ຝຸ່ນ
ໃນການໃຊ້ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:
 ໃສ່ຮອງພື້ນ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ໂຕນ/ເຮັກຕາ
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງຢອດໄດ້ 10-25 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
– ໃສ່ຝຸ່ນວິທະຍາສາດປະເພດດິນຊາຍ ແລະ ດິນຕົມແມ່ນແນະນຳໃຫ້ໃສ່ສູດ 15-15-15 ຫຼື 16-16-16 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
– ຖ້າດິນປະເພດດິນໜຽວແມ່ນແນະນຳໃຫ້ໃສ່ຝຸ່ນເຄມີ 16-20-00 ຫຼື 18-20-00 ເປັນຝຸ່ນຮອງພື້ນໃນອັດຕາສ່ວນ 100-150 ກິໂລ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽງ (K) ຢູ່ແລ້ວ.
ໃສ່ຝຸ່ນເລັ່ງ
– ຄັ້ງທີ 1: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 40-45 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ.

– ຄັ້ງທີ 2 : ໃສ່ຫຼັງເຂົ້າມີອາຍຸໄດ້ 60-65 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ 2 ກ່ອນເຂົ້າຖືພາມານ, ເພື່ອໃຫ້ຊ່ວຍໃຫ້ເຂົ້າຮວງໃຫ່ຍ, ເມັດຫຼາຍ.
II. ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ຖ້າກ່ຽວໄລຍະນີ້ ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ,
– ໃຊ້ເຄື່ອງວັດແທກຄວາມຊຸ່ມ ຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-30% ແມ່ນກ່ຽວໄດ້.
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກົກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນ ຈຶ່ງກ່ຽວ (ກໍລະນີສາມາດປ່ອຍນໍ້າອອກໄດ້).

2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕຳ.
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
– ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີຄື:
1 ໃຊ້ແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມື ວາງເປັນຝ່ອນ (1ຝ່ອນປະມານ 2-3 ກຳ), ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ.

2 ໃຊ້ກົນຈັກ
– ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
– ໃຊ້ລົດກ່ຽວອອກມາເປັນເມັດແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ

3 ການເກັບກ່ຽວເຂົ້າອ່ອນມີຜົນເສຍຄື:
1 ຮວງເຂົ້າຈະແຫ້ງກອບ ແລະ ຫຼົ່ນເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ.
2 ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ
3 ຕົ້ນເຂົ້າແຫ້ງຫຼາຍແລ້ວຈະຫັກທັບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ.

ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກການເຮັດນາຢອດຕົມ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
https://www.kubotasangthong.com/วิธีการปลูกข้าวโดยวิธีการหยอดข้าวแห้ง
https://www.thairath.co.th/news/local/1935048

 

ເຕັກນິກການຕິດຕາຕົ້ນຢາງພາລາ

I. ອຸປະກອນ
1. ຕົ້ນຕໍ (ຕົ້ນກ້າຢາງ) ຈະຕ້ອງເປັນຕົ້ນທີ່ສົມບູນ ເປືອກລອກງ່າຍ ອາຍຸ 4 ເດືອນ ຫາ 8 ເດືອນ, ເສັ້ນຜ່ານສູນກາງຂອງລຳຕົ້ນປະມານ 1.0-1.2 ຊັງຕີແມັດ, ຄວາມສູງຈາກພື້ນດິນ 10 ເຊັນ
2. ກິ່ງຕາຂຽວ ຕ້ອງເປັນກິ່ງຕາຂຽວທີ່ສົມບູນ ອາຍຸສູງສຸດປະມານອາທິດ
3. ແກ່ນຕິດຕາ ຕ້ອງເປັນມີດທີ່ມີໃບມີດບາງ ແລະ ຄົມ ອາດໃຊ້ມີດຕັດໂຟມ ຫຼື ມີດອື່ນໆ
4. ຖົງຢາງພລາສະຕຶກສຳລັບໃຊ້ບັນຈຸກິ່ງຕາ
5. ສະກອດໃສໃຊ້ສຳລັບພັນຕົ້ນຕໍ ໃນເວລາຕິດຕາ ມີຂະໜາດກວ້າງ 1.5 ຊັງຕີແມັດ,ໜາ 0.05 ແມັດ ແລະ ຍາວປະມານ 30 ຊັງຕີແມັດ
6.ເສດຜ້າ ໃຊ້ສຳລັບທຳຄວາມສະອາດ ໂຄນຕົ້ນ ແລະ ກິ່ງຕາ
7. ຫິນລັບມີດ ໃຊ້ສຳລັບມີດຕິດຕາ
8. ມີດຕັດ ໃຊ້ສຳລັບຕັດກິ່ງຕາ ແລະ ຕົ້ນຕໍ
9. ກ່ອງໃສ່ເຄື່ອງມື ໃຊ້ສຳລັບບັນຈຸເຄື່ອງໃຊ້ຕ່າງໆໃນການຕິດຕາ

II. ວີທີການຕິດຕາ
1. ໃຊ້ເສດຜ້າທຳຄວາມສະອາດໂຄນຕົ້ນ
2. ໃຊ້ປາຍມີດປາດເປືອກຂອງຕົ້ນຕໍໃນແນວດິ່ງ 2 ຮອຍຫ່າງກັນປະມານ 1 ຊັງຕີແມັດ.1 ໃນ 3 ຂອງລໍາຕົ້ນ ຮອຍປາດມີຄວາມຍາວ 5-7 ຊັງຕີແມັດ ໂດຍໃຫ້ປາດດ້ານລຸ່ມໃກ້ພື້ນດິນຫຼາຍທີ່ສຸດ
3. ຕັດຂວາງຮອຍປາດທັ້ງສອງທີ່ປາຍສຸດດ້ານເທິ່ງໃຫ້ຕໍ່ເຖິງກັນແລ້ວຄ່ອຍໆລອກເປືອກທີ່ຕັດອອກເບົາໆລົງທາງລຸ່ມຈົນສຸດຮອຍປາດຕັດເປືອກທີ່ດຶງອອກໃຫ້ເຫຼືອລີ້ນຍາວປະມານ 1-1.5 ຊັງຕີແມັດ
4.ເຮັດຄວາມສະອາດກິ່ງຕາແລ້ວໃຊ້ ໃບມີດຄົມໆຂູດແຜ່ນຕາ ເລີມຈາກປາຍກິ່ງໄປຫາໂຄນໃຫ້ຕິດເນື້ອໄມ້ບາງໆ ແລະ ສະໝໍ່າສະເໝີ, ຍາວປະມານ 7-8 ຊັງຕີແມັດ
5 ແຕ່ງບາດແຜ່ຕາທັງສອງຂ້າງໃຫ້ມີລັກສະນະເບົາໆ ຂະໜາດພໍໃຫ້ບາດຕາເຂົ້າກັບຮອຍເປີດບາດເທິ່ງຕົ້ນຕໍ ຈາກນັ້ນກໍ່ຕັດປາຍດ້ານລຸ່ມອອກ
6. ລອກແຜ່ນຕາອອກຈາກເນື້ອນໄມ້ ໂດຍການໃຊ້ນີ້ວຊີ້ ແລະ ນີ້ວໂປ້ມື້ທັງສອງ 2 ຂ້າງຈັບປາຍດ້ານເທິ່ງຂອງແຜ່ນຕາ ລອກເນື້ອໄມ້ອອກຈາກເປືອກແຜ່ນຕາ ໂດຍພະຍາມຍາມຍ່າໃຫ້ສ່ວນທີ່ເປັນເປືອກໂຄ້ງງໍ
7. ສອດແຜ່ນຕາທີ່ລອກເນື້ອໄມ້ອອກແລ້ວໃສ່ລົງໃນລີ້ນເປືອກຕົ້ນຕໍ່ຄ່ອຍໆໃຫ້ໄວ ແລະ ໃນຄະນະທີ່ໃສ່ລະວັງຟ່າໃຫ້ແຜ່ນຕາຖືກເນື້ອໄມ້ເພາະວ່າຈະເຮັດໃຫ້ແຜ່ນຕາ ແລະ ເນື່ອຊໍ້າໄດ້ ແລະ ຕັດສ່ວນຈອງແຜ່ນຕາທີ່ເກີນຢູ່ເທິ່ງ ຫຼື ຈະປະໄວ້ເພື່ອຖ້າຕັດອອກໃນຕອນພັນຜ້າພລາສະຕິກກໍ່ໄດ້
8. ພັນແຜ່ນຕາດ້ວຍພລາສະຕິໃສຂະໜາດຄວາມຍາວປະມານ 30 ຊັງຕີແມັດ ໂດຍພັນຈາກທາງລຸ່ມຂື້ນເທິ່ງໃຫ້ແຜ່ນຕາແນບກັບບາດເປີດຂອງຕົ້ນກ້າ ແລະ ໃນຂອບພລາສະຕິກທັບສູງຂື້ນໄປຈົນກາຍຮອຍຕັດຕາ 2-3 ຮອບ ມັດແຜ່ນພລາສະຕິກໃຫ້ແນ່ນໂດຍການສອດປາຍເຂົ້າໄປໃນແຜ່ນພລາສະຕິກຮອບສຸດທ້າຍແລ້ວດືງໃຫ້ແນ່ນ
9. ຕິດໄວ້ປະມານ 21-30 ວັນ ຄ່ອຍນຳສະກ໋ອດໃສອອກ ໂດຍໃຊ້ມີດປາດແຜ່ນສະກ໋ອດໃສບໍລິເວນດ້ານກົງກັນຂ້າມເພື່ອບໍ່ໃຫ້ແຜ່ນສະກ໋ອດໃສຫຼຸດອອກຈາກແຜ່ນຕາ
10. ຕັດປີລະ 2 ຄັ້ງເພື່ອໃຫ້ຕົ້ນອ່ອນຕະຫຼອດເວລາຈະເຮັດໃຫ້ຕົ້ນຢາງບໍ່ອອກດອກ(ຖ້າອອກດອກຕົ້ນຢາງຈະຈະເລີນເຕີບໂຕໄດ້ບໍ່ເຕັມທີ)

III. ການກວດສອບຜົນການຕິດຕາຕົ້ນຢາງພາລາ
1. ພາຍຫຼັງການຕິດຕາແລ້ວ 3 ອາທິດໃຫ້ກວດເບິ່ງ ຖ້າແຜ່ນຕາຍັງມີສີຂຽວຢູ່ສະແດງວ່າການຕິດຕາໄດ້ຮັບຜົນສຳເລັດ
2. ໃຊ້ປາຍມີດແຫຼມຄົມປາດລົງເທິ່ງແຜ່ນສະກ໋ອດໃສທາງຂ້າງຂອງຕົ້ນຕໍແລ້ວ ແກະສະກ໋ອດໃສອອກ
3. ຕົ້ນທີ່ມີບາດແຜ່ສີຄໍ້າສະແດງວ່າການຕິດຕາບໍ່ໄດ້ຮັບຜົນ

IV. ຂໍ້ຄວນລະວັງໃນການຕິດຕາຕົ້ນຢາງພາລາ
1. ມີດຕ້ອງຄົມຢູ່ສະເໝີ
2. ຕົ້ນກ້າ ແລະ ກິ່ງຕາຈະຕ້ອງສົມບູນ
3. ຫຼີກລ້ຽງການຕິດຕາໃນລະຫວ່າງທີ່ຝົນກຳລັງຕົກ
4. ຢ່າໃຊ້ແຜ່ນຕາຊໍ້າ, ຕາກຸ້ງ, ຕາບໍລິເວນກຸ່ມໃບທີ່ບໍ່ມີໄຂ່ຕາ, ແຜ່ນຕ່ເປື້ອນ ແລະ ແຫ້ງ
5. ພັນແຜ່ນຕາໃຫ້ແໜ້ນ
6. ຢ່າຕິດຕາໃນເວລາອາກາດຮ້ອນຈັດ

ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/print.php?id=8641&s=tblplant
http://scia.chanthaburi.buu.ac.th/old/research/file/tayang.pdf

 

ເຕັກນິກກ່ອນ ແລະ ຫຼັງການເກັບກ່ຽວສາລີອາຫານສັດ

ສາລີອາຫານສັດ ເປັນພືດເສດຖະກິດຊະນິດໜຶ່ງທີ່ສຳຄັນ ແລະ ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນຢູ່ຫຼາຍແຂງໃນເຂດທົ່ວປະເທດ. ນອກນັ້ນສາລີອາຫານສັດຍັງເປັນສ່ວນປະກອບຫຼັກ ສຳລັບການເຮັດອາຫານສັດ. ສາລີຍັງພືດຊະນິດໜຶ່ງ ທີ່ຊາວກະສິກອນນິຍົມກັນປູກຮອງຈາກເຂົ້າເພາະວ່າຕະຫຼາດມີຄວາມຕ້ອງການຫຼາຍ. ສະນັ້ນເຕັກນິກວິທີການ ຫຼັງການເກັບກ່ຽວສາລີກໍ່ມີຄວາມສຳຄັນເພາະວ່າຖ້າປະຕິບັດບໍ່ຖືກຕາມເຕກນິກແມ່ນຈະເຮດໃຫ້ເມັດສາລີບໍ່ໄດ້ຄຸນນະພາບດີ, ຕະຫຼາດບໍ່ຕ້ອງການ, ລາຄາຕົກຕໍ່າ, ຂາຍບໍ່ໄດ້ ການຜະລິດມີການຂາດທຶນ, ບໍ່ມີລາຍຮັບໃຫ້ແກ່ຄອບຄົວ, ສະນັ້ນພວກເຮົາຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ຮູ້ເຕັກນິກວິທີການດັ່ງກ່າວເພື່ອເຮັດໃຫ້ການຜະລິດສາລີອາຫານສັດໄດ້ຄຸນນະພາບດີ.

I. ອຸປະກອນ
1 ອຸປະກອນຮັບໃຊ້ເຂົ້າໃນການເກັບກ່ຽວ
– ກະຕ່າ ຫຼື ກະແຊະ
– ລົດເດີນຕາມ
– ກະເປົາ
– ລົດເກັບກ່ຽວ
– ເຄື່ອງແທກຄວາມຊຸ່ມ
– ພ້າ, ມີດ ແລະ ອື່ນໆ
2 ອຸປະກອນຮັບໃຊ້ຫຼັງການເກັບກ່ຽວ
– ເຄື່ອງແກະເມັດ
– ຜ້າ ຫຼື ເພີນ
– ເຄື່ອງອົບ
– ລານຕາກ
– ເລົ້າ, ສາງ
– ເປົາໃສ່ເພື່ອເກັບມ້ຽນ
– ກະທໍ່ໄທ້ ແລະ ອື່ນໆ
II. ກ່ອນການເກັບກ່ຽວ
1 ການສັງເກດກ່ອນການເກັບກ່ຽວ
– ສາລີອາຫານສັດ ສ່ວນຫຼາຍແມ່ນມີອາຍຸໃນການເກັບກ່ຽວປະມານ 100-130 ວັນ, ຂື້ນກັບແຕ່ລະແນວພັນ.
– ສັງເກດເບິ່ເປືອກຫຸ້ມຝັກ, ໃບ, ລຳຕົ້ນສາລີ ຈະແຫ້ງປ່ຽນເປັນສີຄ້າຍຄືເຟືອງເຂົ້າ ແມ່ນສາມາດເກັບກ່ຽວໄດ້.
– ຖ້າໃຫ້ດີທີ່ສຸດ ຄວນມີເຄື່ອງວັດແທກຄວາມຊຸ່ມຂອງເມັດສາລີໃນຝັກປະມານ 21-28%.

2 ການເກັບກ່ຽວ
ການເກັບກ່ຽວສາລີອາຫານສັດມີ 2 ແບບຄື: ເກັບກ່ຽວດ້ວຍແຮງງານຄົນ ແລະ ເກັບກ່ຽວດ້ວຍເຄື່ອງຈັກ
1 ເກັບກ່ຽວແຮງງານຄົນທີ່ນິຍົມກັນແມ່ນມີ 2 ວິທີຄື:
– ແກະເປືອກອອກແລ້ວເກັບເອົາຝັກດີບໄປໃສ່ໃນເລົ້າໄວ້.
– ເກັບເອົາເປັນຝັກແລ້ວມາໃຊ້ແຮງງານຄົນແກະເປືອດອອກ.
2 ເກັບກ່ຽວດ້ວຍເຄື່ອງຈັກ ແມ່ນໃຊ້ລົດກ່ຽວອອກມາເປັນເມັດເລີຍສ່ວນຫຼາຍຈະໃຊ້ຢູ່ເຂດພື້ນທີ່ຮາບພຽງ, ມີພື້ນທີ່ປູກທີ່ກວ້າງ ຫຼື ປູກເປັນອຸດສະຫະກຳຈຳນວນຫຼາຍຈຶ່ງນິຍົມໃຊ້,

III. ຫຼັງການເກັບກ່ຽວ
1 ວິທີການແກະເມັດສາລີ
1.1 ໃຊ້ແຮງງານຄົນແກະດ້ວຍມື
ແມ່ນວີທີການໜຶ່ງທີ່ຊາວສວນໃນເຂດຊົນນະບົດຫາງໄກສອດຫຼີກຍັງນຳໃຊ້ກັນຢູ່, ສ່ວນໃຫ່ຍຍັງມີອຸປະກອນຊ່ວຍໃນການແກະເຊັ່ນ: ກະບອກເຫຼັກ, ເຄື່ອງອີ້ວດ້ວຍມື.

1.2 ໃຊ້ເຄື່ອງຈັກສີ(ແກະເມັດ)
ການນຳໃຊ້ເຄື່ອງຈັກສີສາລີມີ 2 ຊະນິດ.
– ເຄື່ອງຈັກສີຂະໜາດໃຫ່ຍແມ່ນສາມາດສີໄດ້ທັງເປືອກ.
– ໃຊ້ເຄື່ອງຈັກຂະໜາດນ້ອຍ ແມ່ນຕ້ອງໄດ້ແກະເປືອກອອກກ່ອນຈຶ່ງສີ.
ໃຊ້ເຄື່ອງຈັກສີ ຝັກສາລີຕ້ອງແຫ້ງ ຄວາມຊຸ່ມຂອງເມັດສາລີຕ້ອງຕໍ່າກວ່າ 20% ຫຼື ປະສາລີໄວ້ຄ່າຝັກຢູ່ໃນເລົ່າ, ສາງປະມານ 1 ອາທິດ ຈຶ່ງແກະເມັດ. ຖ້າຫາກສາລີມີຄວາມຊຸ່ມສູງ ຈະເຮັດໃຫ້ແກນຂອງສາລີແຕກມຸ່ນປົນມານຳເມັດສາລີ.

2 ວິທີການຫຼຸດຄວາມຊຸ່ມຂອງເມັດ
2.1 ຕາກດ້ວຍແສງແດດ
ການດາກແດດແມ່ນມີ 2 ວິທີຄື:
– ຕາກທັງຝັກ: ຄວນມີລານຕາກ ແລະ ໃຊ້ຜ້າທີ່ແຫ້ງຮອງຝັກສາລີເຊັ່ນ: ຜ້າແຍ່ງ, ຜ້າທີ່ອາກາດສາມາດລ່ວງໄດ້, ເພີນທີ່ສານດ້ວຍໄມ້ ແລະ ອື່ນໆ
– ຕາກເປັນເມັດ: ຄວນມີລານຕາກ ແລະ ໃຊ້ຜ້າທີ່ແຫ້ງຮອງເມັດສາລີເຊັ່ນ: ຜ້າແຍ່ງ, ຜ້າທີ່ອາກາດລ່ວງໄດ້, ເພີນທີ່ສານດ້ວຍໄມ້ ແລະ ອື່ນໆ. ຄວາມໜາປະມານ 5 ຊັງຕີແມັດ ແລະ ປີ້ນທຸກໆ 2 ຊົ່ວໂມງ.

2.2 ໃຊ້ເຄື່ອງອົບ
ການໃຊ້ເຄື່ອງອົບແມ່ນມີ 2 ວິທີຄື:
1 ເຄື່ອງອົບທີ່ໃຊ້ຄວາມຮ້ອນ ຈາກພະລັງງານໄຟ້າ.
2 ເຄື່ອງອົບທີ່ໃຊ້ຄວາມຮ້ອນ ຈາກການດັງໄຟ (ຟືນ, ຖ່ານ, ຂີ້ເລື້ອຍ, ຂີ້ແກບ…)

3 ການທຳຄວາມສະອາດ
ໝາຍເຖິງການແຍກເອົາເສດຂອງແກນສາລີ ສິ່ງເຈື່ອປົນອື່ນໆ ອອກຈາເມັດສາລີ, ນອກຈາກນັ້ນຍັງຊ່ວຍປ້ອງກັນບໍ່ໃຫ້ເກີດພະຍາດ ແລະ ແມງໄມ້ທຳລາຍ ໃນເວລາເກັບຮັກສາດັ່ງລາຍລະອຽດລຸ່ມນີ້:
3.1 ໃຊ້ແຮງງານຂອງຄົນຝັດດ້ວຍກະດົ້ງ, ວີ (ສານດ້ວຍໄມ້)
3.2 ໃຊ້ເຄື່ອງຈັກເປົ່າ ແລະ ໃຊ້ເຄື່ອງຄັດ (ແຕ່ຖ້າໃຊ້ເຄື່ອງຈັກສີນັ້ນ ມັນຈະທຳລາຍຄວາມສະອາດໄປພ້ອມເລີຍ ເພາະເຄື່ອງສີເມັດມີພັດລົມເປົ່າເອົາສິ່ງເຈື່ອປົນອອກພ້ອມ)
4ການເກັບຮັກສາ
ວີທີການເກັບຮັກສາເມັດສາລີ ສ່ວນຫຼາຍຢູ່ບ້ານເຮົານິຍົມໃຊ້ມີ 2 ວິທີຄື:
1 ເກັບຮັກສາໄວ້ແບບພື້ນບ້ານ

– ເກັບໄວ້ຄາຝັກ ທີ່ປອກເປືອກອອກແລ້ວ
– ເກັບໄວ້ເປັນເມັດ
ສະຖານທີ່ເກັບມ້ຽນ ແມ່ນໄວ້ໃນເລົ່າ, ສາງ. ຖ້າວ່າເຮັດເລົ່າຄວນປູກໄວ້ບ່ອນທີ່ສູງ, ປອດໄພ, ມີອາກາດຖ່າຍເທດີ, ບໍ່ໃຫ້ຝົນຜະໃສ່, ປ້ອງກັນບໍ່ໃຫ້ໜູ, ແມງໄມ້ ແລະ ອື່ນໆມາລົບກວນ. ສ່ວນ
ລາຍຊາວກະສິກອນນິຍົມເກັບຮັກສາສາລີໄວ້ທັງຝັກເພາະຈະເຮັດໃຫ້ອາກາດຖ່າຍເທໄດ້ດີບໍ່ເກີດເຊື້ອລາ. ການເກັບສາລີແບບພື້ນບ້ານຈະສາມາດເກັບໄວ້ໄດ້ 1-2 ເດືອນ, ຖ້າດົນກວ່ານັ້ນຈະມີມອດທຳລາຍເຈາະກິນເມັດສາລີເຮັດໃຫ້ຜົນຜະລິດເສຍຫາຍ.
ເກັບຮັກສາໄວ້ໃນສາງເຢັນ
ເກັບໄວ້ໃນສາງເຢັນທີ່ມີອຸນນຫະພູມບໍ່ເກີນ 15 ອົງສາ ວິທີນີ້ເປັນວິທີທີ່ມີປະສິດທິພາບສູງທີ່ສຸດສາມາດປ້ອງກັນ ແລະ ຫຼຸດການເສຍຫາຍຂອງເມັດສາລີໄດ້ດີ, ເມັດສາລີມີຄຸນນະພາບດີ, ເກັບໄວ້ໄດ້ດົນ, ແຕ່ມີຕົ້ນທຶນ ແລະ ຄ່າໃຊ້ຈ່າຍສູງ. ຖ້າເກັບຮັກສາໄວ້ບໍ່ດີຈະເຮັດໃຫ້ນົກ,ໜູ, ແມງໄມ້ເຂົ້າທຳລາຍໄດ້ງ່າຍເຮັດໃຫ້ມີເມັດດຳ, ມີມອດກິນ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກກ່ອນ ແລະ ຫຼັງການເກັບກ່ຽວສາລີອາຫານສັດ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
https://www.phtnet.org/2010/04/79/
https://www.phtnet.org/2015/12/268/

 

ເຕັກນິກການເຮັດນາຢອດແຫ້ງ

ການປູກເຂົ້າແບບຢອດແຫ້ງ ແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ຍ້ອນບໍ່ມີຫຼາຍຂັ້ນຕອນ, ໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດຕໍ່າ. ການເຮັດນາຢອດແຫ້ງແມ່ນວິທີໜຶ່ງ ທີ່ສາມາດຫຼຸດຜ່ອນຄວາມສ່ຽງຕໍ່ໄພແຫ້ງແລ້ງ, ຝົນຕົກນານ. ຝົນຂາດຊ່ວງ ແລະ ເຂດທີ່ມັກເກີດນໍ້າຖ້ວມ, ເຂດທີ່ນໍ້າມັກຂັງພາຍຫຼັງຝົນຕົກ. ດີແທ້ແມ່ນເໝາະສົມກັບພື້ນທີ່ນາທີ່ຮາບພຽງ ແລະ ສາມາດລະບາຍນໍ້າອອກໄດ້ງ່າຍ, ຖ້ານາທີ່ມີຄອງຊົນລະປະທານທີ່ສາມາດລະບາຍນໍ້າເຂົ້າ-ອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ. ເຕັກນິກການເຮັດນາຢອດແຫ້ງ ແມ່ນເຕັກນິກທີ່ສາມາດເຮັດໄດ້ທັງ 2 ລະດູການຄື: ລະດູນາປີ ແລະ ນາແຊງ.

I. ການຢອດ ແລະ ການບົວລະບັດຮັກສາ
1. ການກຽມເມັດພັນ
– ເມັດພັນເຂົ້າທີ່ຈະນຳມາຢອດຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 50-60 ກິໂລ/ເຮັກຕາ ນຳໃຊ້ໄດ້ທັງແນວພັນເຂົ້າດໍ ຫຼື ເຂົ້າງັນກໍ່ໄດ້ ຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດພື້ນທີ່ນາທາມແມ່ນແນະນຳໃຫ້ໃຊ້ແນວພັນເຂົ້າເຂົ້າງັນ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ .ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
– ນຳເມັດພັນເຂົ້າໄປຕາກແດດປະມານ 1-2 ແດດ ຈຶ່ງນຳເມັດພັນໄປຢອດ, ການເອົາເມັດພັນໄປຕາກແດດແມ່ນເພື່ອເປັນການກະຕຸ້ນໃຫ້ເມັດພັນງອອກດີ
2. ການກຽມດິນ
ການກຽມດິນ ແມ່ນໃຫ້ເລິກປະມານ 15-20 ຊັງ3. ການຢອດເຂົ້າຕີແມັດ, ຫຼັງຈາກນັ້ນ ຕາກແດດ 7-10 ວັນ, ເພື່ອເຮັດໃຫ້ວັດ

ສະພືດ, ໄຂ່ແມງໄມ້ ແລະ ເຊື້ອພະຍາດບາງຊະນິດຕາຍຫຼັງຈາກນັ້ນໃຫ້ປັ່ນ ຫຼື ຄາດ ຂຄາດໃຫ້ລະອຽດຈຶ່ງທຳການຢອດເມັດພັນເຂົ້າ.

– ຕ້ອງກວດກາ ຄວາມພ້ອມຂອງເຄື່ອງຢອດ, ເພື່ອຮັບປະກັນບໍ່ໃຫ້ເສຍເວລາໃນຕອນໃຊ້ງານຢູ່ພື້ນທີ່.
– ການເອົາເມັດພັນເຂົ້າໃສ່ຖັງ, ຄວນກວດກາໃຫ້ລະອຽດວ່າບໍ່ມີສິ່ງອື່ນໆ ປົນຢູ່ໃນຖັງຢອດ.
– ການຢອດຄວນປັບເຄື່ອງຢອດລົງໃນດິນເລີກປະມານ 4-5 ຊັງຕີແມັດ.
– ການຢອດແມ່ນເບິ່ງຕາມເງືອນໄຂລວງຍາວຂອງໄຮ່ນາ, ດີແທ້ຕ້ອງຢອດໄປຕາມລວງຂອງຕາເວັນຂື້ນ, ຕາເວັນຕົກເພື່ອເຮັດໃຫ້ແສງແດດສ່ອງຜ່ານລົງດິນໄດ້ສະໝໍ່າສະເໝີ.

4. ການໃຫ້ນໍ້າ
– ເຂດທີ່ມີຊົນລະປະທານ ຫຼັງຈາກຢອດສຳເລັດແລ້ວໃຫ້ເອົານໍ້າເຂົ້າໃຫ້ຖ້ວມ ແລ້ວລະບາຍນໍ້າອອກໃຫ້ໝົດ, ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ, ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວ ແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
– ສຳລັບເຂດທີ່ບໍ່ມີຊົນລະປະທານ ຫຼັງຈາກຢອດແລ້ວຖ້າມີຝົນຕົກຕ້ອງໄດ້ລະບາຍນໍ້າອອກໃຫ້ໝົດ ຫຼັງຈາກເຂົ້າງອກໄດ້ປະມານ 10-15 ວັນ ໃຫ້ລະບາຍນໍ້າເຂົ້າໄຮ່ນາໃຫ້ທົ່ວແລ້ວຂັງນໍ້າໄວ້ແຕ່ບໍ່ໃຫ້ນໍ້າຖ້ວມຍອດເຂົ້າ
– ຊ່ວງໄລຍະເຂົ້າແຕກກໍ ຄວນລຸດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ
– ຫຼັງຈາກທີ່ເຂົ້າແຕກກໍສູງສຸດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ. ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ
5. ການກຳຈັດວັດຊະພືດ
ການກຳຈັດວັດສະພືດ ພາຍຫຼັງຫຍ້າເກີດແມ່ນມີຫຼາຍວິທີຄື:
– ໃຊ້ເຄື່ອງພວນດິນຕາມຫວ່າງຕົ້ນເຂົ້າທີ່ຫຍ້າເກີດ.
– ໃຊ້ສານເຄມມີກຳຈັດໃນກໍລະນີທີ່ມີຫຍ້າເກີດຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໃຊ້ຢາຂ້າຫຍ້າ, ການໃຂ້ແມ່ນໃຫ້ສັງເກດເບິ່ງຊະນິດຫຍ້າທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖຶກກັບຫຍ້າທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ.
– ຖ້າຫຍ້າບໍ່ເກີດຫຼາຍ ແລະ ເປັນການຫຼຸດຜ່ອນການໃຊ້ສານເຄມີແມ່ນໃຊ້ແຮງງານຄົນຫຼົກ

6 ການໃສ່ຝຸ່ນ

ໃນການໃຊ້ຝຸ່ນແມ່ນແບ່ງເປັນ 2 ໄລຍະຄື:

ໃສ່ຮອງພື້ນ

  • ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ໂຕນ/ເຮັກຕາ
  • ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງຢອດໄດ້ 10-25 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
  • ໃສ່ຝຸ່ນວິທະຍາສາດປະເພດດິນຊາຍ ແລະ ດິນຕົມແມ່ນແນະນຳໃຫ້ໃສ່ສູດ 15-15-15 ໃສ່ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
  • ຖ້າດິນປະເພດດິນໜຽວແມ່ນແນະນຳໃຫ້ໃສ່ຝຸ່ນເຄມີສູດ 16-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາສ່ວນ 100-150 ກິໂລ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽງ (K) ຢູ່ແລ້ວ.

ໃສ່ຝຸ່ນເລັ່ງ

  • ຄັ້ງທີ 1: ໃສ່ຫຼັງຈາກເຂົ້າມີອາຍຸໄດ້ 40-45 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ.
  • ຄັ້ງທີ 2 : ໃສ່ຫຼັງເຂົ້າມີອາຍຸໄດ້ 60-65 ວັນ, ໃຫ້ໃສ່ຝຸ່ນເຄມີສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ 2 ກ່ອນເຂົ້າຖືພາມານ, ເພື່ອໃຫ້ຊ່ວຍໃຫ້ເຂົ້າຮວງໃຫ່ຍ, ເມັດຫຼາຍ.
  • II. ການເກັບກ່ຽວ
    1 ສັງເກດກ່ອນການເກັບກ່ຽວ
    ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ ຖ້າກ່ຽວໄລຍະນີ້ ແມ່ນຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ.
    – ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮວງ ຖ້າມີຄວາມຊຸ່ມປະມານ 20-23% ແມ່ນກ່ຽວໄດ້.
    – ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກົກຮວງປະມານ 3-5 ເມັດບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນາ.
    – ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກກ່ອນປະມານ 10 ວັນຈຶ່ງກ່ຽວ (ກໍ່ລະນີສາມາດປ່ອຍນໍ້າອອກໄດ້) ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໄວ້ໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
    2 ການເກັບກ່ຽວ
    – ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ.
    – ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ.
    – ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີຄື:
    1 ໃຊ້ແຮງງານຄົນ
    – ໃຊ້ແຮງງານຄົນກ່ຽວດ້ວຍມື ວາງເປັນຝ່ອນ (1ຝ່ອນປະມານ 2-3 ກຳ), ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ.
  • 2 ໃຊ້ກົນຈັກ
    – ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາວ ຫຼື ວາງເປັນຝ່ອນກໍ່ໄດ້
    – ໃຊ້ລົດກ່ຽວອອກມາເປັນເມັດແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ

3 ການເກັບກ່ຽວເຂົ້າອ່ອນມີຜົນເສຍຫາຍຄື
– ເຂົ້າຈະບໍ່ເຕັມເມັດ ການສະສົມທາດແປ້ງຕໍ່າ.
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ, ເຮັດໃຫ້ມີຄຸນນະພາບຕໍ່າ.
– ຄຸນນະພາບໃນການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າມີສີຂຽວປົນ, ໄດ້ເຂົ້າສານໜ້ອຍ.
4 ການເກັບກ່ຽວເຂົ້າແກ່ເກີນໄປມີຜົນເສຍຄື
– ຮ່ວງເຂົ້າຈະແຫ້ງກອບ ແລະ ຫຼົ່ນເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ.
– ເຂົ້າຕົ້ນແຫ້ງຫຼາຍແລ້ວຈະຫກທົບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ.

ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກການເຮັດນາຢອດແຫ້ງ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ
http://www.kasetporpeang.com/forums/index.php?topic=109706.0
https://www.kubotasangthong.com/วิธีการปลูกข้าวโดยวิธีการหยอดข้าวแห้ง

 

ເຕັກນິກການເຮັດນາດ້ວຍເຄື່ອງຈັກ

ການປູກເຂົ້າດ້ວຍລົດດຳນາແມ່ນເຕັກນິກໜຶ່ງທີ່ຊາວກະສິກອນໃນເຂດພາກກາງຫາພາກໃຕ້ໄດ້ນິຍົມນຳໃຊ້ ຍ້ອນມີຄວາມສະດວກຫຼາຍຢ່າງເຊັ່ນ: ໃຊ້ແຮງງານຄົນໜ້ອຍ, ດຳແລ້ວໄວ, ດຳເປັນແຖວ ສະດວກສະບາຍໃນການບົວລະບັດຮັກສາ
ສາມາດເຮັດໄດ້ກັບນາທຸກປະເພດ, ຖ້ານາທີ່ນຳໃຊ້ຊົນລະປະທານທີ່ສາມາດລະບາຍນໍ້າເຂົ້າອອກໄດ້ໃນເວລາທີ່ຕ້ອງການຈະເປັນການດີ. ເຈັກນິກນີ້ແມ່ນມີຫຼາຍຂັ້ນຕອນ, ນຳໃຊ້ແຮງງານຄົນໜ້ອຍ, ຕົ້ນທຶນການຜະລິດສູງ, ໄດ້ຜົນຜະລິດດີ.
ບໍ່ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນປະຈຸບັນ, ຍ້ອນວ່າຝົນຕົກບໍ່ຕາມລະດູການ ບາງປີຕົກກ້າໄວ້ແລ້ວຮອດຍາມດຳຝົນບໍ່ຕົກບໍ່ສາມາດດຳໄດ້.
ເຕັກນິກນີ້ສາມາດເຮັດໄດ້ທັງ 2 ລະດູຄຶ: ລະດູນາປີ ແລະ ລະດູນາແຊງ
1 ລະດູນາປີ: ແມ່ນລະຫວ່າງ ທ້າຍເດືອນພືດສະພາ ຫາ ເດືອນ ມິຖຸນາ
2 ລະດະນາແຊງ: ແມ່ນລະຫວ່າງ ທ້າຍເດືອນ ພະຈິກ ຫາ ເດືອນ ທັນວາ

I. ການຕົກກ້າ
1 ການກຽມເມັດພັນ
– ເມັດພັນເຂົ້າທີ່ຈະນຳມາຕົກກ້າຕ້ອງມີຄວາມງອກສູງກວ່າ 80% ນຳໃຊ້ອັດຕາເມັດພັນແມ່ນ 60-70 ກິໂລ/ເຮັກຕາ, ນຳໃຊ້ໄດ້ທັງແນວພັນເຂົ້າດໍຫຼື ເຂົ້າງັນຂື້ນກັບພື້ນທີ່ໆຈະເຮັດ, ຖ້າແມ່ນເຂດນາໂນນແນະນຳໃຫ້ໃຊ້ແນວພັນເຂົ້າກາງ ຫຼື ແນວພັນເຂົ້າດໍ ເພາະຕ້ອງຄິດໄລ່ໃສ່ເວລາເຂົ້າສຸກແກ່ບໍ່ໃຫ້ຖືກຊ່ວງຝົນຕົກຫຼາຍ ແລະ ສະດວກໃນເວລາເກັບກ່ຽວ.
– ເມັດພັນເຂົ້າທີ່ກ່ຽວໄວ້ ຕ້ອງໄປຕາກແດດກ່ອນປະມານ 1-2 ແດດ ຈຶ່ງນຳເມັດພັນມາແຊ່ໃສ່ຖັງ ຫຼື ພາສະນະອື່ນໆ ປະໄວ້ປະມານ 24-36 ຊົ່ວໂມງ.
– ການບົ່ມແມ່ນບັນຈຸໃສ່ເປົາທີ່ມີອາກາດຖ່າຍເທໄດ້ດີ ຫຼື ໃສ່ເປົາປ່ານຍິ່ງເປັນການດີ. ສາມາດແຍກອອກເປັນ 2 ລະດູການຄື: ລະດູນາປີ ແລະ ລະດູນາແຊງ
ກ. ລະດູນາແຊງ ສ່ວນຫຼາຍອາກາດຈະເຢັນ ຕ້ອງໃຊ້ຜ້າຢາງປົກຄຸມ ແລະ ປົກດ້ວຍເຟືອງອີກຊັ້ນໜຶ່ງ ປະໄວ້ບ່ອນທີ່ມີອາກາດລ່ວງດີ, ປີ້ນເປົາເຂົ້າທຸກໆ 12 ຊົ່ວໂມງ ຫົດນໍ້າໃຫ້ມີຄວາມຊຸ່ມ, ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳໄປໂຮຍໃສ່ຖາດກ້າໄດ້.
ຂ. ລະດູນາປີ ສ່ວນຫຼາຍອາກາດຮ້ອນ ຕ້ອງໃຊ້ຜ້າຢາງປົກຄຸມ ປະໄວ້ບ່ອນທີ່ມີອາກາດລ່ວງດີ. ປີ້ນເປົາເຂົ້າທຸກໆ 12 ຊົ່ວໂມງ ແລະ ຫົດນໍ້າໃຫ້ມີຄວາມຊຸ່ມ ໃຊ້ເວລາບົ່ມປະມານ 24-36 ຊົ່ວໂມງ ກໍ່ສາມາດນຳເມັດເຂົ້າໄປໂຮຍໃສ່ຖາດກ້າໄດ້.
– ອຸນຫະພູມທີ່ເໝາະສົມໃນການບົ່ມເມັດພັນເຂົ້າປະມານ 30-32 ອົງສາເຊ.

2 ການກຽມດິນຕົກກ້າ
ການຕົກກ້າໃນການນຳໃຊ້ລົດດຳນາ ແມ່ນມີຂັ້ນຕອນ ແລະ ວິທີການແຕກຕ່າງກັນກັບວິທີອື່ນໆຊຶ່ງມີລາຍລະອຽດລຸ່ມນີ້:
– ແມ່ນການນຳເອົາດິນທີ່ມີຄວາມອຸດົມສົມບູນ, ດີແທ້ຄວນເອົາດິນແຕມແມ່ນໍ້າແລ້ວມາປະສົມກັບແກບເຜົາ ແລະ ຝຸ່ນຄອກໃນອັດຕາສ່ວນ 1:3:1, ໝາຍຄວາມວ່າ ດິນ 1 ສ່ວນ, ແກບ 3 ສ່ວນ, ຝຸ່ນຄອກ 1 ສ່ວນ, ເອົາສ່ວນປະສົມທີ່ກຽມໄວ້ມາທູບໃຫ້ມຸ່ນລະອຽດປະສົມເຂົ້າກັນແລ້ວຈຶ່ງນຳໄປໃສ່ຖາດຕົກກ້າ.

3 ການໂຮຍເມັດເຂົ້າໃສ່ຖາດກ້າ
ເອົາດິນທີ່ປະສົມໄວ້ແລ້ວນັ້ນມາໂຮຍໃສ່ຖາດກ້າປະມານ 2 ສ່ວນ 3 ຂອງຖາດກ້າ ຈາກນັ້ນກໍ່ເອົາເມັດພັນມາໂຮຍໃສ່ໃຫ້ສະໝໍ່າສະເໝີ, ການໂຮຍແມ່ນໃຊ້ມື ຫຼື ເຄື່ອງຈັກກໍ່ໄດ້. ຫຼັງຈາກໂຮຍແລ້ວກໍ່ເອົາດິນທີ່ປະສົມໄວ້ນັ້ນມາປົກອີກໃຫ້ພໍດີພຽງຖາດ, ໃຊ້ແນວພັນ 4-5 ຖາດ/1 ກິໂລ (ເຂົ້າແຫ້ງ)

4 ການບົວລະບັດຮັກສາຖາດກ້າ
ຫຼັງຈາກໂຮຍເມັດເຂົ້າໃສ່ຖາດກ້າສຳເລັດແລ້ວ ເອົາຖາດກ້າໄປວາງຊ້ອນກັນຂື້ນໄວ້ປະມານ 30 ຖາດ, ໄວ້ບ່ອນຮົ່ມ ທີ່ມີອາກາດຖ່າຍເທດີ, ປົກຄຸມດ້ວຍຜ້າ, ເມືອກ້າມີອາຍຸປະມານ 2-3 ວັນ ແລ້ວນຳເອົາຖາດກ້າລົງໄປວາງໄວ້ໃນໄຮ່ນາ ແລ້ວເອົານໍ້າຂັງໃສ່ເປັນການຫຼຸດຜ່ອນການໃຫ້ນໍ້າ ແຕ່ວ່າມີຄວາມສ່ຽງຕໍ່ການມາທຳລາຍຂອງຫອຍ, ຕິດຕາມສັງເກດເບິ່ງພະຍາດ ແລະ ແມງໄມ້ທີ່ຈະມາທຳລາຍໃນຊ່ວງນີ້. ນາປີກ້າມີອາຍຸປະມານ 15-20 ວັນ, ນາແຊງແມ່ນ 20-25 ວັນ ກໍ່ສາມາດນຳໄປປັກດຳໄດ້.

II. ການປັກດຳ
1 ການກຽມດິນ
– ໄຖຮຸດຄວນໄຖເລິກປະມານ 5-20 ຊັງຕີແມັດ, ປະໄວ້ເພື່ອຂ້າເຊື້ອພະຍາດບາງຊະນິດທີ່ຢູ່ໃນດິນ ແລະ ອີກດ້ານໜຶ່ງກໍ່ຈະເຮັດໃຫ້ຕົ້ນຫຍ້າ, ວັດຊະພືດຕ່າງໆຕາຍ ແລະ ຍ່ອຍສະຫຼາຍເປັນຝຸ່ນຢູ່ໃນນາ, ຫຼັງຈາກໄຖຮຸດແລ້ວໄດ້ 10-15 ວັນ ຄວນເອົານໍ້າຂັງໃສ່ນາທີ່ໄດ້ໄຖຮຸດແລ້ວ (ຖ້າວ່າບ່ອນມີເງືອນໄຂນໍ້າສະດວກ) ເພາະຈະເຮັດໃຫ້ດິນບໍ່ແຂງແຮງ.
– ໄຖຄົ້ນ ແລະ ຄາດອີກເທື່ອໜຶ່ງ ເມືອຕົ້ນກ້າມີອາຍຸປະມານ 12-15 ວັນ, ການໄຸຄົ້ນແມ່ນເພືອພີກປີ້ນດິນເຮັດໃຫ້ການຄາດມີຄວາມລະອຽດດີ ເຊິ່ງສາມາດໄຖເລິກປະມານ 15-20 ຊັງຕີແມັດ ແລະ ຄາດກໍ່ຕ້ອງໃຫ້ລະອຽດ, ປັບໜ້າດິນໃຫ້ຮາບພຽງດີເພື່ອເຮັດໃຫ້ການຄວບຄຸມນໍ້າ ແລະ ວັດສະພືດໄດ້ດີມີປະສິດຕີຜົນສູງ.
– ຫຼັງຈາກປັບນ້າດິນແລ້ວຂັງນໍ້າໄວ້ປະໄວ້ປະມານ 2-3 ວັນ ເພື່ອໃຫ້ຕົມນອນເວລາດຳຕົ້ນກ້າຈື່ງບໍ່ລົ້ມ, ມື້ທີ່ຈະດຳແລ້ວຈຶ່ງລະບາຍນໍ້າອອກໃຫ້ເຫຼືອປະມານ 3 ຊັງຕີແມັດແລ້ວຈຶ່ງປັກດຳ.

2 ການປັກດຳ
ການປັກດຳດ້ວຍລົດ ແມ່ນມີໄລຍະຫ່າງລະຫວ່າງແຖວແມ່ນ 30 ຊັງຕີແມັດ ແລະ ລະຫວ່າງຕົ້ນແມ່ນຂື້ນກັບຄວາມຕ້ອງການ ເຮົາສາມາດປັບເຄື່ອງດຳນາໄດ້. ການດຳນາດ້ວຍໃຊ້ລົດດຳນາມີຫຼາຍຂະໜາດແຕກຕ່າງກັນ, ລົດດຳນາມີແບບ 2 ແຖວຢ່າງຂັບ, 4 ແຖວຢ່າງຂັບ, 6 ແຖວນັ່ງຂັບ ແລະ 8 ແຖວນັ່ງຂັບ, ອັດຕາກ້າຕໍ່ເນື້ອທີ່ນາແມ່ນປະມານ 200-300 ຖາດ/ເນື້ອທີ່ 1 ເຮັກຕາ, ກ່ອນຈະປັກດຳລະບາຍນໍ້າອອກກ່ອນ 1 ວັນ.

3 ການໃຫ້ນໍ້າ
– ພາຍຫຼັງປັກດຳແລ້ວໃໝ່ ຄ້ອງໄດ້ລະດັບນໍ້າໃຫ້ມີນໍ້າຂັງປະມານ 3-5 ຊັງຕີແມັດ ບໍ່ໃຫ້ນໍ້າແຫ້ງເພາະຖ້ານໍ້າແຫ້ງນາຈະເກີດຫຍ້າ
– ຫຼັງຈາກປັກດຳໄດ້ປະມານ 20-25 ວັນ ຈຶ່ງໃຫ້ນໍ້າແຫ້ງປະມານ 5-7 ວັນ ເພາະວ່າຊ່ວງນີ້ເຂົ້າເລີ່ມແຕກກໍ, ຖ້າວ່າຊ່ວງນີ້ມີນໍ້າຫຼາຍຈະເຮັດໃຫ້ການແຕກກໍ ແລະ ຜົນຜະລິດເຂົ້າບໍ່ສູງ
– ໄລຍະເຂົ້າແຕກກໍ ຄວນລົດລະດັບນໍ້າລົງ ຫຼື ໃຫ້ນໍ້າແຫ້ງປະມານ 1-2 ອາທິດ
– ຫຼັງຈາກທີ່ເຂົ້າແຕກກໍສູງສຸດແລ້ວ ຕ້ອງໄດ້ເອົານໍ້າຂັງໃນນາຈົນຮອດໄລຍະກ່ອນຈະເກັບກ່ຽວປະມານ 10 ວັນ ຖ້າພື້ນທີ່ນາທີ່ສາມາດລະບາຍນໍ້າອອກໄດ້ແມ່ນໃຫ້ລະບາຍນໍ້າອອກ ເພື່ອສະດວກໃນການເກັບກ່ຽວ
4 ການກຳຈັດວັດສະພືດ
ການກຳຈັດພືດ ພາຍຫຼັງເກີດແມ່ນມີຫຼາຍວິທີຄື:
– ໃຊ້ເຄື່ອງພວນດິນຕາມຫວ່າງຕົ້ນເຂົ້າທີ່ມີວັດສະພືດເກີດ
– ໃຊ້ສານເຄມີກຳຈັດໃນກໍລະນີ້ທີ່ມີວັດສະພືດເກີດຂື້ນຫຼາຍ ບໍ່ສາມາດໃຊ້ແຮງງານຄົນຫຼົກໄດ້ ແຕ່ຕ້ອງໃຊ້ສານເຄມີເພື່ອຊ່ວຍກຳຈັດ, ການໃຊ້ແມ່ນໃຫ້ສັງເກດເບິ່ງຊະນິດວັດສະພືດທີ່ມີໃນນາເຂົ້າ ເພື່ອເລືອກຊະນິດຢາໃຫ້ຖືກກັບວັດສະພືດທີ່ເກີດ, ສິ່ງທີ່ສຳຄັນຢາທີ່ໃຊ້ຕ້ອງແມ່ນຢາທີ່ໄດ້ຮັບອານຸຍາດໃຫ້ນຳໃຊ້, ຫ້າມໃຊ້ຢາເກີນ 2 ຊະນິດຮ່ວມກັນ ແລະ ຕ້ອງເບິ່ງຄຳແນະນຳຢູ່ສະຫຼາກຂ້າງກ່ອງຢາ
– ຖ້າຫຍ້າບໍ່ເກີດຫຼາຍ ແລະ ເປັນການຫຼຸດຜ່ອນການໃຊ້ສານເຄມີ ແມ່ນໃຊ້ແຮງງານຄົນຫຼົກ

5 ການໃສ່ຝຸ່ນ
ໃນການໃສ່ຝຸ່ນແມ່ນແບ່ງເປັນ 2 ໄລຍະ
ໃສ່ຮອງພື້ນກ່ອນປັກດຳ
– ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ກ່ອນກຽມດິນ ຖ້າມີເງືອນໄຂໃຫ້ໃສ່ປະມານ 3-5 ຖຕນ/ເຮັກຕາ
– ໃສ່ຝຸ່ນວິທະຍາສາດ ແມ່ນໃສ່ຫຼັງປັກດຳ 5-7 ວັນ, ນາຕ້ອງມີນໍ້າຂັງປະມານ 3-5 ຊັງຕີແມັດ
ໃສ່ຝຸ່ນວິທະຍາສາດ ປະເພດດິນຊາຍ ແລະ ດິນຕົມແມ່ນແນະນຳໃຫ້ໃສ່ຝຸ່ນສູດ 15-15-15 ຮອງພື້ນໃນອັດຕາ 100-150 ກິໂລ/ເຮັກຕາ, ດິນຊາຍ ແລະ ດິນຕົມສ່ວນຫຼາຍແມ່ນຂາດທາດໂປຕັດຊຽມ (K) ເພື່ອຊ່ວຍໃຫ້ເຂົ້າມີການແຕກກໍຫຼາຍ
ຖ້າດິນປະເພດດິນໜຽວ ແມ່ນແະນຳໃຫ້ໃສ່ຝຸ່ນວິທະຍາສາດສູດ 16-20-00 ເປັນຝຸ່ນຮອງພື້ນໃສ່ໃນອັດຕາ 100-150 ກິໂລ/ເຮັກຕາ, ດິນໜຽວສ່ວນຫຼາຍແມ່ນມີທາດໂປຕັດຊຽມຢູ່ແລ້ວ
ໃສ່ເລັ່ງ

-ຄັ້ງທີ່1: ໃສ່ຫຼັງຈາກປັກດຳໄດ້ 25-30 ວັນ, ໃຫ້ໃສ່ຝຸ່ນວິທະຍາສາດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 40-60 ກິໂລ/ເຮັກຕາ, ເພື່ອຊ່ວຍໃຫ້ເຂົ້າຈະເລີນເຕີບໂຕໄດ້ດີ
-ຄັ້ງທີ່ 2: ໃສ່ຫຼັງຈາກປັກດຳໄດ້ 45-50 ວັນ, ໃຫ້ໃສ່ຝຸ່ນວິທະຍາສາດສູດ 46-00-00 ເປັນຝຸ່ນເລັ່ງໃນອັດຕາ 30-50 ກິໂລ/ເຮັກຕາ, ຖ້າແມ່ນເຂົ້າພັນພື້ນເມືອງທີ່ມີອາຍຸຍາວ 150 ວັນ ຂື້ນໄປຄວນໃສ່ຝຸ່ນເລັ່ງຄັ້ງທີ່ 2 ກ່ອນເຂົ້າຖືພາມານ ເພື່ອຊ່ວຍໃຫ້ເຂົ້າຮ່ວງໃຫ່ຍ, ເມັດຫຼາຍ

III. ການເກັບກ່ຽວ
1 ສັງເກດກ່ອນການເກັບກ່ຽວ
– ຫຼັງຈາກເຂົ້າອອກດອກໄດ້ 50% ປະມານ 25-30 ວັນ ສາມາດກ່ຽວໄດ້ ຖ້າກ່ຽວໄລຍະນີ້ຈະເຮັດໃຫ້ເຂົ້າເສຍຫາຍໜ້ອຍ ແລະ ມີຄຸນນະພາບດີ
– ໃຊ້ເຄື່ອງວັດແທກຄວາມຊຸ່ມຂອງເມັດເຂົ້າໃນຮ່ວງ ຖ້າມີຄວາມຊຸ່ມປະມານ 20-23% ແມ່ນກ່ຽວໄດ້
– ສັງເກດເບິ່ງຕົ້ນເຂົ້າປ່ຽນສີ ຈາກສີຂຽວປ່ຽນເປັນສີເຫຼືອງເຂັ້ມ, ເບິ່ງເມັດເຂົ້າຢູ່ກກຮວງປະມານ 3-5 ເມັດ ບໍ່ເປັນນໍ້ານົມ ຫຼື ຮວງສຸກ 80-85% ຂອງເຂົ້າໃນໄຮ່ນ່
– ຖ້າໄຮ່ນາມີນໍ້າຂັງ ຕ້ອງລະບາຍນໍ້າອອກປະມານ 10 ວັນ ຈຶ່ງກ່ຽວ(ກໍລະນີສາມາດປ່ອຍນໍ້າອອກໄດ້)
2 ການເກັບກ່ຽວ
– ການເກັບກ່ຽວເຂົ້າບໍ່ຄວນແກ່ຍາວເວລາ ເພາະຈະເຮັດໃຫ້ຜົນຜະລິດເສຍຫາຍ ແລະ ຄຸນນະພາບຕໍ່າ
– ຖ້າໃນຊ່ວງທີ່ເໝາະສົມໃນການເກັບກ່ຽວເຂົ້າ ແຕ່ມີຝົນຕົກຄວນປະໄວ້ໃຫ້ຕົ້ນເຂົ້າແຫ້ງແລ້ວຈຶ່ງເກັບກ່ຽວ
– ການກ່ຽວເຂົ້າແມ່ນນິຍົມກັນດ້ວຍ 2 ວິທີ:
ກ ໃຊ້ແຮງງານຄົນ
– ໃຊ້ແຮງງານຄົນກ່ຽວດ້ວຍມືວາງເປັນຝ່ອນ (1 ຝ່ອນປະມານ 2-3 ກຳ) ບາງທ້ອງຖິ່ນກໍ່ມັດເປັນກຳໄວ້ເລີຍເຮັດໃຫ້ເຂົ້າແຫ້ງໄວ

ຂ ໃຊ້ກົນຈັກ
-ໃຊ້ຈັກຕັດຫຍ້າກ່ຽວວາງເປັນແຖວຍາມ ຫຼື ວາງເປັນຝ່ອນກໍ່ໄດ້
-ໃຊ້ລົດກ່ຽວອອກມາເປັນມັດ ແລ້ວຈຶ່ງເອົາໄປຕາກ ຫຼື ອົບໃຫ້ແຫ້ງ

ການເກັບກ່ຽວເຂົ້າອ່ອນມີຜົນເສຍຄື:
– ເຂົ້າຈະບໍ່ມັກເຕັມເມັດການສະສົມທາດແປ້ງຕໍ່າ
– ເມັດເຂົ້າມີຄວາມຊຸ່ມສູງ, ຕາກນານແຫ້ງ, ເຮັດໃຫ້ມີຄຸນນະພາບຕໍ່າ
– ຄຸນນະພາບໃນການສີຕໍ່າ, ເມັດເຂົ້າຫັກ, ເມັດເຂົ້າສີຂຽວປົນ, ໄດ້ເຂົ້າສານໜ້ອຍ
ການເກັບກ່ຽວແກ່ເກີນໄປມີຜົນເສຍຄື:
– ຮວງເຂົ້າຈະແຫ້ງກອບ ຫຼົ່ນ ເຮັດໃຫ້ຜົນຜະລິດເຂົ້າເສຍຫາຍ
– ຄຸນນະພາບຂອງການສີຕໍ່າ ແລະ ມີເມັດຫັກຫຼາຍ
– ຕົ້ນເຂົ້າແຫ້ງຫຼາຍແລ້ວຈະຫັກທົບລົງ ຖ້າໄຮ່ນາມີນໍ້າຈະເຮັດໃຫ້ເມັດເຂົ້າແຊ່ນໍ້າ ແລະ ເຮັດໃຫ້ເມັດເຂົ້າອອກງອກຄາຮວງ

ແຫຼ່ງຂໍ້ມູນ: ຄູ່ມືສົ່ງເສີມເຕັກນິກການເຮັດຮາດ້ວຍເຄື່ອງຈັກ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

https://www.doa.go.th/aeri/wp-content/uploads/2021/07/36-ปี-เทคโนโลยีการใช้เครื่องดำนา.pdf
https://raithep.com/วิธีปลูกข้าว/