Monthly Archives: September 2022
ເຕັກນິການປູກຫຍ້າລູຊີ ເພື່ອ ລ້ຽງງົວ, ຄວາຍ ແລະ ແບ້ ເປັນສິນຄ້າ
ເຕັກນິການປູກຫຍ້າລູຊີ ເພື່ອ ລ້ຽງງົວ, ຄວາຍ ແລະ ແບ້ ເປັນສິນຄ້າ
ການປູກພືດສຳລັບການລ້ຽງງົວ, ຄວາຍ ແລະ ແບ້ ແມ່ນມີຫຼາຍຊະນິດທີ່ແຕກຕ່າງກັນທີ່ນິຍົມປູກໃນປັດຈຸບັນ ມື້ນີ້ພວກເຮົາຈະແນະນຳໃຫ້ທ່ານຮູ້ຈັກພືດຊະນິດໜຶ່ງທີ່ດີ ສຳລັບເປັນອາຫານສັດລ້ຽງຂອງທ່ານ ພ້ອມກັບຄຸນປະໂຫຍດ ແລະ ວິທີການປູກມາຝາກກັນນັ້ນກໍຄື ຫຍ້າລູ່ຊີ່.
ເປັນຫຍັງ? ທ່ານຈຶ່ງຄວນປູກຫຍ້າລູ່ຊີ່ ເພື່ອເປັນອາຫານແກ່ສັດລ້ຽງຂອງທ່ານ.
- ເປັນຫຍ້າທີ່ມີຄຸນຄ່າທາງໂພຊະນາການສູງ ຈຶ່ງເໝາະສຳລັບເປັນອາຫານຂອງງົວ, ຄວາຍ, ແບ້…
- ລຳຕົ້ນ ແລະ ໃບມີລັກສະນະອ່ອນນຸ້ມ ແລະ ລຳຕົ້ນບໍ່ແຂງເກີນໄປຈຶ່ງກາຍເປັນສຸດຍອດອາຫານຂອງງົວ, ຄວາຍ.
- ລຳຕົ້ນມີເຫງົ້າສັ້ນ ຈຶ່ງສາມາດເກັບກ່ຽວໄດ້ໃນລະດັບຕ່ຳ.
- ທົນທານຕໍ່ການຢຽບຢ່ຳ ແລະ ການເລັມຂອງສັດໄດ້ດີ.
- ລຳຕົ້ນສາມາດແຕກກໍ ແລະ ເຕີບໂຕໄດ້ດີຈຶ່ງສາມາດໃຫ້ຜົນຜະລິດ ໄດ້ໃນປະລິມານຫຼາຍ.
- ທົນທານຕໍ່ສະພາບແຫ້ງແລ້ງໄດ້ດີ ແຕ່ບໍ່ທົນທານຕໍ່ສະພາບນ້ຳຂັງໄດ້.
- ສາມາດຈະເລີນເຕີບໂຕໄດ້ໃນທຸກສະພາບດິນ.
- ບໍ່ເກີດພະຍາດ ຫຼື ສັດຕູພືດທຳລາຍ.
- ຄຸນລັກສະນະທົ່ວໄປ
ຫຍ້າລູຊີ້ (Brachiaria ruziziensis) ເປັນຫຍ້າເຂດຮ້ອນ ມີລັກສະນະການຈະເລີນເຕີບໂຕ ແບບລຳຕົ້ນຕັ້ງ, ລຳຕົ້ນເລືອດິນ ສູງ 60-100 ຊັງຕີແມັດ. ລຳຕົ້ນກົມບໍ່ມີຂົນ ມີຮາກແຕກຂະແໜງຢູ່ລຳຕົ້ນ ໃບສີຂຽວອ່ອນນຸ້ມ ມີຂົນລະອຽດຄຸມທັງດ້ານໜ້າ ແລະ ຫຼັງໃບ ໃບຍາວ 13-15 ຊັງຕີແມັດ ກວ້າງ 0,8-2,5 ຊັງຕີແມັດ ມັກຈະເລີນເຕີບໂຕ ໃນເຂດ ທີ່ມີຝົນຕົກຫຼາຍ ແລະ ໃນດິນທີ່ມີຄວາມອຸດົມສົມບູນ ແຕ່ບໍ່ສາມາດຂຶ້ນໄດ້ໃນບໍລິເວນດິນມີຄວາມອຸດົມສົມບູນຕ່ຳ. ເປັນພືດທີ່ທົນແລ້ງພໍສົມຄວນ ບໍ່ທົນຕໍ່ສະພາບພື້ນທີ່ນ້ຳຂັງ ແລະ ທົນທານຕໍ່ການຢຽບຢໍ່າຂອງສັດ. ມີຄຸນຄ່າທາງອາຫານສູງ ແລະ ສັດມັກກິນ, ລັກສະນະເດັ່ນຂອງຫຍ້າລູຊີ ຄື ສາມາດຜະລິດເມັດໄດ້ຫຼາຍ ແລະ ເມັດມີອັດຕາຄວາມງອກສູງ ເຮັດໃຫ້ສະດວກຕໍ່ການຂະຫຍາຍພັນ.
- ໄລຍະເວລາໃນການປູກ
ຄວນປູກໃນຊ່ວງຕົ້ນລະດູຝົນ ປະມານ ເດືອນພຶດສະພາ ຫາ ກໍລະກົດ. ຖ້າປູກຊ້າຫຼັງ ເດືອນກໍລະກົດ ການຈະເລີນເຕີບໂຕບໍ່ໄດ້ດີ ລະບົບຮາກກໍບໍ່ແຂງແຮງ.
- ການກຽມດິນ
ເລີ່ມກຽມດິນເມື່ອຝົນຕົກຄັ້ງແລກ ໃນຊ່ວງຕົ້ນລະດູຝົນ ປະມານ ເດືອນ ເມສາ ໃນເມື່ອດິນມີຄວາມຊຸມເໝາະສົມ ແລ້ວໄຖບຸກເບີກ ເພື່ອກົບໜ້າດິນ ແລະ ກຳຈັດວັດສະພືດ ປ່ອຍປະໄວ້ 3-4ອາທິດ. ຫຼັງຈາກນັ້ນ ໄຖພວນດິນອີກ 1-2 ຄັ້ງ ເພື່ອກຳຈັດວັດສະພືດຄືນໃໝ່ ແລະ ປັບສະພາບແປງໃຫ້ຮາບພຽງ ພ້ອມທັງເຮັດໃຫ້ດິນມີຄວາມລະອຽດ ແລະ ພ້ອມກັນນັ້ນ ເພື່ອກຽມຫວ່ານໃນເດືອນຕໍ່ໄປ ແມ່ນໃຫ້ຫວ່ານຝຸ່ນຄອກໃນອັດຕາ 2-3 ໂຕນ/ໄລ່ ພ້ອມທັງໃຊ້ປຸ໋ຍສູດ 15-15-15 ໃນປະລິມານ 20 ກິໂລ/ໄລ່. ກໍລະນີການປັບປຸງແປງເກົ່າ ຂອງຫຍ້າລູຊີ້ ຄວນໄຖພວນທຸກ 3 ປີ.
- ການປູກ
ສາມາດປູກດ້ວຍເມັດ ຫຼື ໜໍ່ ແຕ່ສ່ວນຫຼາຍນິຍົມປູກດ້ວຍເມັດ ເນື່ອງຈາກສະດວກ, ການປູກດ້ວຍເມັດສາມາດປູກໂດຍການຫວ່ານ ຫຼື ປູກເປັນແຖວ ໄລຍະຫວ່າງແຖວ 50 ຊັງຕີແມັດ ໃຊ້ອັດຕາເມັດ 2 ກິໂລກຣາມຕໍ່ໄລ່. ການປູກເປັນແຖວ ຈະສະດວກໃນການກຳຈັດວັດສະພືດ ຫຼາຍກວ່າການປູກແບບຫວ່ານ ສຳລັບການປູກດ້ວຍໜໍ່ແມ່ນປູກໃນໄລຍະຫ່າງ 50×50 ຊັງຕີແມັດ.
- ການໃສ່ປຸຍ
ສຳລັບການໃສ່ປຸຍແມ່ນເລີ່ມແຕ່ຂັ້ນຕອນການກະກຽມດິນ ຫຼັງຈາກທີ່ແກ່ນເລີ່ມງອກແລ້ວປະມານ 1 ເດືອນ ແມ່ນໃຫ້ຫວ່ານຝູ່ນຄອກ ແລະ ປຸຍສູດ 15-15-15 ໃນອັດຕາ 50-100 ກິໂລກຣາມຕໍ່ໄລ່ ແລະ ອາດໃສ່ຝຸ່ນຄອກປະສົມນຳເພື່ອເພີ່ມອິນຊີວັດຖຸໃນດິນ ຫຼັງຈາກນັ້ນ ຕ້ອງໃສ່ປຸຍສູດ 46-0-0 ຫຼັງຕັດທຸກຄັ້ງໃນອັດຕາ 10-20 ກິໂລກຣາມຕໍ່ໄລ່. ໃນປີຕໍ່ໄປຄວນໃສ່ປຸຍອັດຕາແບບດຽວກັນກັບປີທຳອິດ ໂດຍໃສ່ປຸຍສູດ 15-15-15 ໃນຊ່ວງຕົ້ນລະດູຝົນ.
- ການກຳຈັດວັດສະພືດ
ໃນໄລຍະແລກຂອງການປູກຖ້າມີວັດສະພືດຫຼາຍ ຄວນມີການກຳຈັດພືດ ຫຼັງປູກຫຍ້າ 2-4 ອາທິດ ໃນແປງຄວນປ່ອຍສັດລົງກິນຫຍ້າ ເຊິ່ງສັດຈະເລືອກກິນຫຍ້າລູຊີ. ຖ້າໃນກໍລະນີ ວັດສະພືດຫຼາຍ ຈະຕ້ອງມີການກຳຈັດໂດຍການຕັດ ຫຼັງປ່ອຍສັດລົງກິນ.
- ການເກັບກ່ຽວຫຍ້າ:
ຫຼັງຈາກທີ່ແກ່ນຫຍ້າລູ່ຊີ່ເລີ່ມງອກໄດ້ ປະມານ 35 – 45 ມື້ກໍສາມາດຕັດເພື່ອໄປໃຫ້ສັດລ້ຽງໄດ້, ການຕັດອາດຈະໃຊ້ກ່ຽວ ຫຼື ເຄື່ອງຕັດແບບພາຍ ການຕັດແມ່ນໃຫ້ເຫຼືອຕົ້ນສູງຫາໜ້າດິນປະມານ 10 ຊັງຕີແມັດ. ໃນໄລຍະການຈະເລິນເຕີບໂຕເລີ່ມຕົ້ນນີ້ ຄວນຫຼີກລ້ຽງຫ້າມບໍ່ໃຫ້ປ່ອຍສັດເຂົ້້າມາກິນ ເພາະວ່າຫຍ້າຍັງເປັນຕົ້ນອ່ອນ ເຊິ່ງຖ້າສັດເຂົ້າມາຢຽບຢໍ່າຫຼາຍອາດຈະເຮັດໃຫ້ຫຍ້າຕາຍໄດ້. ການປູກຫຍ້າລູຊີຈະໃຫ້ຜົນຜະລິດຫຍ້າສົດປະມານ 10 – 18 ໂຕນ/ໄລ່ ແລະ ຜົນຜະລິດແຫ້ງປະມານ 2-2,5 ໂຕນ/ໄລ່.
ແຫຼ່ງຂໍ້ມູນ
ຮຽບຮຽງໂດຍ ທ້າວ ກໍລະກົດ ວົງສຸທິ
ນັກສຶກສາປະລິນຍາໂທ ສາຂາ:ຄຸ້ມຄອງຊັບພະຍາກອນກະສິກໍາແບບຍືນຍົງ ລຸ້ນ 11, ຄະນະກະເສດສາດ, ມະຫາວິທະຍາໄລ ແຫ່ງຊາດ ສົກປີ 2022-2023.
ເຕັກນິກການກ້າແກ່ນຊາ
ເຕັກນິກການກ້າແກ່ນຊາ
ຊື້ວິທະຍາສາດ: Camellia sinensis var. assamica
1. ການເກັບແກ່ນຊາ
1.1 . ລະດູການທ່ີ່ເໝາະສົມທີ່ສຸດໃນການເກັບແກ່ນຊາແມ່ນຢູ່ລະຫວ່າງທ້າຍເດືອນ ກັນຍາ ຫາຕົ້ນເດືອນ ພະຈິກ, ເພາະວ່າໃນໄລຍະນີ້ ແກ່ນຊາແມ່ນສຸກດີ ສັງເກດເບິ່ງ ໝາກຊາຕ້ອງເປັນໝາກທີ່ແກ່ດີ, ເວລາເຮົາແກະເປືອກນອກອອກແລ້ວ ຈະສັງເກດເຫັນແກ່ນຊາທີ່ຢູ່ທາງໃນເປັນສີນໍ້າຕານເຂັ້ມແມ່ນສາມາດເກັບມາກ້າແກ່ນໄດ້.
1.2. ຖ້າໝາກເປັນສີຂຽວ, ສີນໍ້າຕານຍັງບໍ່ເຂົ້າເຕັມໝົດ ຫຼື ເຂົ້າເຄິ່ງໜຶ່ງຍັງບໍ່ເຖິງຂວັ້ນເຮົາຕ້ອງປະໄວ້ກ່ອນ.
2. ການປອກເປືອກໝາກຊາ
2.1 ແບບແກະເອົາແກ່ນ:
ພາຍຫຼັງເກັບໝາກຊາມາແລ້ວ ແມ່ນນໍາເອົາໝາກຊາມາແກະເອົາແກ່ນໂດຍກົງ
2.2 ແບບຕາກແດດ:
ນໍາເອົາໝາກຊາທີ່ເກັບມາໄດ້ ແລ້ວນໍາມາໃສ່ກະດົ້ງ ໄປຕາກແດດ 1 ມື້ ເພື່ອໃຫ້ເປືອກຊາແຕກ, ຫຼັງຈາກນັ້ນ ຈຶ່ງນໍາມາແກະເອົາແກ່ນຊາ, ເຊິ່ງວິທີນີ້ ຈະສະດວກໃນການແກະເອົາແກ່ນ.
3. ການຮັກສາແກ່ນຊາ
ວິທີທີ 1: ນໍາເອົາໝາກຊາທີ່ແກ່ດີ ຍັງບໍ່ທັນໄດ້ແກະເປືອກ ມາບັນຈຸໃສ່ເປົ໋າ ຫຼື ກະຕ່າ ແລ້ວເກັບປະໄວ້ ໄລຍະ 1 ເດືອນ ກໍ່ສາມາດນໍາໄປແກະເອົາແກ່ນຊາໄດ້.
ວິທີທີ 2: ແກ່ນຊາຈະບໍ່ຄືກັບແກ່ນພືດທົ່ວໄປ ເພາະບໍ່ສາມາດເກັບຮັກສາໄວ້ດົນ, ພາຍຫຼັງທີ່ແກະເອົາແກ່ນແລ້ວ ບໍ່ຄວນປະໄວ້ເກີນ 2 ມື້, ຫ້າມບໍ່ໃຫ້ຕາກແດດ, ຕ້ອງປະໄວ້ບ່ອນຮົ່ມເທົ່ານັ້ນ, ເພື່ອຮັກສາໃຫ້ແກ່ນຊາໄວ້ໄດ້ດົນ ແມ່ນໃຫ້ນໍາໄປຝັງໃນດິນໄວ້ ເຊິ່ງວິທີນີ້ສາມາດເກັບຮັກສາແກ່ນຊາໄດ້ສູງສຸດ 3 ອາທິດ.
ວິທີຝັງດິນ ພາຍຫຼັງແກະແກ່ນຊາບໍ່ເກີນ 2 ມື້ ໃຫ້ນໍາເອົາແກ່ນຊາ ມາບັນຈຸໃນເປົາທີ່ລະບາຍອາກາດໄດ້ດີ ແລ້ວມັດປາກເປົາໃຫ້ດີ ເພື່ອຮັກສາຄວາມຊຸ່ມຂອງເນື້ອເຍື່ອໃນແກ່ນຊາ
ຂຸດຂຸມໃຫ້ມີຂະໜາດເທົ່າເປົາຊາ ແລະ ເລິກປະມານ 15-20 ຊັງຕີແມັດ.
ນໍາເອົາແກ່ນຊາທີ່ໄດ້ບັນຈຸໃນເປົ໋າໄວ້ແລ້ວ ມາລົງຂຸມ ຫຼັງຈາກນັ້ນກໍເອົາດິນຖົມປະໄວ້
4. ການຄັດເລືອກແກ່ນຊາ
ກ່ອນກ້າແກ່ນຊາ ແມ່ນນໍາເອົາແກ່ນຊາ ໄປເທລົງໃນຊາມນໍ້າທີ່ກຽມປະໄວ້, ໃຫ້ຄັດເລືອກເອົາສະເພາະແກ່ນຊາທີ່ຈົມນໍ້າ ສ່ວນແກ່ນໃດທີ່ຟູຂຶ້ນໜ້ານໍ້າ ແມ່ນໃຫ້ຕັກອອກ, ເມື່ອໄດ້ແກ່ນທີ່ຈົມ ແລ້ວແຊ່ນໍ້າປະໄວ້ 24-48 ຊົ່ວໂມງ (1ມື້ 1ຄືນ ຫຼື 2 ມື້ ແຕ່ບໍ່ໃຫ້ຫຼຸດ 24 ຊົ່ວໂມງ) ແລ້ວຈຶ່ງນໍາໄປລົງໃສ່ໜານ ຫຼື ເບົ້າ.
5. ການກຽມກ້າແກ່ນຊາ
ການກຽມໜານ: ນໍາດິນຊາຍ 1 ເປົາ, ແກບເຜົາ ເຄິ່ງເປົາ ແລະ ດິນປູກຝັງ ມາປະສົມເຂົ້າກັນ ເພື່ອນໍາມາເຮັດໜານກ້າ, ສ່ວນຂະໜາດຂອງໜານກ້າ ລວງກວ້າງ 1 ແມັດ, ລວງຍາວ 2 ແມັດ ແລະ ສູງປະມານ 12- 15 ຊັງຕີແມັດ.
ການກຽມເບົ້າ: ກະກຽມດິນ ໂດຍນໍາດິນປູກຝັງ 3 ຄຸ, ດິນຊາຍ 2 ຄຸ (ຖ້າມີ) ແລະ ແກບເຜົາ 1 ຄຸ ປະສົມເຂົ້າກັນ ແລ້ວນໍາໄປຮ່າຍໃສ່ເບົ້າ, ຖົງເບົ້າ ຄວນເອົາຂະໜາດ 6X20 ຊັງຕີແມັດ
ພາຍຫຼັງທີ່ກະກຽມໜານ ແລະ ເບົ້າແລ້ວ ແມ່ນໃຫ້ຫົດນໍ້າໃສ່ ເພື່ອໃຫ້ມີຄວາມຊຸ່ມ ແລ້ວຈຶ່ງນໍາເອົາແກ່ນຊາລົງກ້າໄດ້, ການເອົາແກ່ນລົງກ້າ ໃຫ້ເອົາເບື້ອງທີ່ມີຕາ ລົງໃນດິນໃຫ້ໄດ້ລະດັບ 4/5 ຂອງແກ່ນ.
ຫຼັງຈາກນັ້ນ, ໃຫ້ນໍາເອົາຝຸ່ນມາຖົມບາງໆ ແລະ ນໍາເຟືອງມາປົກອີກຄັ້ງໜຶ່ງ ແລ້ວຫົດນໍ້າໃຫ້ຊຸ່ມ
6. ການບົວລະບັດຮັກສາ
ໃນໄລຍະ 3 ອາທິດ ທໍາອິດ ຕ້ອງຫົດນໍ້າ ທຸກໆຕອນແລງ (ບໍ່ຄວນຫົດຕອນເຊົ້າ), ອາທິດ ທີ 4-5 ແມ່ນໃຫ້ຫົດນໍ້າ ເວັ້ນມື້, ພາຍຫຼັງ 5 ອາທິດຂຶ້ນໄປ ແມ່ນໃຫ້ນໍ້າ ເວັ້ນໄລຍະ 2 ມື້ ຫົດເທື່ອໜຶ່ງ ເຮັດແບບນີ້ໄປຈົນຮອດມື້ນໍາໄປປູກ, ຄວນໝັ່ນຕິດຕາມຫຼົກຫຍ້າໃນໜານກ້າ ແລະ ເບົ້າ ເປັນປະຈໍາ.
ແຫຼ່ງຂໍ້ມູນ: ຈາກກຸ່ມຜະລິດຊາຍອດປ່ຽນ, ແຂວງ ຊຽງຂວາງ
ການສົ່ງເສີມວັນນີ້, ກົມສົ່ງເສີມເຕັກນິກ ແລະ ສະຫະກອນ, ສະບັບທີ 13, 2020
ຮຽບຮຽງໂດຍ: ວິໄນທອງ ນາກະວົງ
ນັກສຶກສາປະລິຍາໂທ, ສາຂາ: ການຄຸ້ມຄອງຊັບພະຍາກອນກະສິກຳແບບຍືນຍົງ ຮຸ່ນທີ 11, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ
ເຕັກນິກການປູກຜັກຫວານປ່າ
ເຕັກນິກການປູກຜັກຫວານປ່າ
ການຂະຫຍາຍພັນຜັກຫວານປ່າດ້ວຍເແກ່ນ ມີປະສິດທິພາບຫຼາຍກວ່າວິທີປູກດ້ວຍການຂຸດເອົາມາເພາະວ່າການຂູດເອົາມາຈາກປ່າສາມາດເຕີບໂຕໄດ້ປະມານ 2-3 ປີກໍຈະຕາຍ ເພາະລຳຕົ້ນທີ່ຂຸດມາບໍ່ມີຮາກແກ້ວ,ການປູກດ້ວຍແກ່ນນັ້ນຈະຕ້ອງມີການກຽມພື້ນທີ່ ທີ່ມີຕົ້ນໄມ້ຢືນຕົ້ນເສຍກ່ອນເພື່ອເປັນຮົ່ມເງົາ ເພາະຕົ້ນຜັກຫວານປ່າບໍ່ມັກແສງແດດປານໃດ ໂດຍການປູກໄມ້ທີ່ເຕີບໂຕໄດ້ໄວເຊັ່ນ: ຕົ້ນໝາກຂາມສົ້ມ, ຜັກອີ້ຮຸມ, ຕົ້ນໝາກຂາມເທດ ສຳລັບການປູກດ້ວຍເມັດຈະສາມາດນຳມາຮັບປະທານໄດ້ເມື່ອອາຍຸ 3 ປີຂຶ້ນໄປ.
ການເລືອກ ແລະ ການກ້າແກ່ນ: ຄວນເລືອກເອົາໝາກທີ່ສຸກດີ ແລະ ສົດໃໝ່ເທົ່ານັ້ນ ຫຼັງຈາກນັ້ນໃຫ້ນຳເປືອກຫຸ້ມແກ່ນອອກ ແລ້ວລ້າງແກ່ນໃຫ້ສະອາດ,ໃນຂະນະທີ່ລ້າງຄວນໃນຖົງມື ເນື່ອງຈາກເປືອກທີ່ຫຸ້ມແກ່ນມີສານທີ່ເຮັດໃຫ້ເກີດມາອາການຄັນ. ວີທີການຄັດເລືອກເມັດພັນຄວນນຳມາແຊ່ນ້ຳພ້ອມຄັດເອົາເມັດທີ່ຟູນ້ຳອອກໃຫ້ໝົດ ນຳເອົາເມັດທີ່ຈົມນ້ຳຂຶ້ນມາປະໄວ້ໃຫ້ສະເດັດນ້ຳແລ້ວນຳເອົາຢາກັນເຊື້ອລາມາປະສົມ ແລ້ວນຳມາວາງໃສ່ດົ້ງ ຫຼື ຕາໜ່າງ ຄວາມໜາບໍ່ເກີນ 1 ນີ້ວ ຕໍ່ມາໃຫ້ນຳກະສອບປ່ານທີ່ຊຸ່ມນ້ຳພໍປະມານມາປົກຄຸມໄວ້ ຈາກນັ້ນຈຶ່ງນຳໄປປະໄວ້ບ່ອນຮົ່ມປະມານ 7-10 ວັນ ແກ່ນຈະແຕກໜໍ່.
- ໃຫ້ຕິດຕາມແລະກວດເບິ່ງຖ້າເຫັນແກ່ນງອກແລະມີຮາກອອກປະມານ 2-3 ຊັງຕີແມັດ ແມ່ນໃຫ້ນຳໄປກ້າໃສ່ຖົງທີ່ມີຄວາມເລິກປະມານ 20 ຊັງຕີແມັດ .
- ການກ້າແກ່ນແມ່ນໃຫ້ໃຊ້ນີ້ວມືກົດແກ່ນລົງໄປໃຫ້ສະເໝີກັບດິນ ຫຼື ໃຫ້ກ່ນພົ້ນດິນເລັກນ້ອຍ ຫຼັງຈາກນັ້ນໃຫ້ນຳໄປໄວ້ບ່ອນຮົ່ມທີ່ມີແສງແດດປະມານ 40-50 ເປີເຊັນ
ການກຽມຂຸມປູກ: ໃຫ້ຂຸດຂຸມກ້ວາງປະມານ 50 x 50 ຊມ ຫຼັງຈາກນັ້ນໃຫ້ໃສ່ຝູ່ນຄອກ ຫຼື ຝຸ່ນໝັກຮອງພື້ນຂຸມ ແລ້ວປະໄວ້ປະມານ 2-3 ອາທິດ. ໃນຂະນະດຽວກັນນັ້ນກໍເລີ່ມເຮັດໃຫ້ເບ້ຍແຂງແຮງກ່ອນການຍ້າຍໄປປູກລົງຂຸມແທ້ ໂດຍໃຫ້ນ້ຳໜ້ອຍລົງ ແລະ ໃຫ້ຖືກແສງແດດຫຼາຍຂຶ້ນ ພ້ອມທັງລະລາຍປຸ໋ຍ ສູດ 15-15-15 ດ້ວຍຄວາມເຂັ້ມບໍ່ເກີນ 2 ເປີເຊັນ ( 1 ກະລາມ / ນ້ຳ 50 ລີດ) ເພື່ອຫົດເບ້ຍກ່ອນນຳໄປປູກ 2 ອາທິດ ພ້ອມທັງຢຸດໃຫ້ນ້ຳ 1ມື້ກ່ອນນຳໄປປູກ.
ການບົວລະບັດຮັກສາ:ເມື່ອປູກໄລຍະທໍາອິດຄວນຫົດນໍ້າທຸກໆມື້ເພື່ອໃຫ້ດິນມີຄວາມຊຸ່ມຊື່ນຕະຫຼອດເວລາ,ເມື່ອຜັກຫວານຕັ້ງຕົວໄດ້ແລ້ວຄວນຫົດນ້ໍາ 1-3 ຄັ້ງຕໍ່ອາທິດ, ຄວນໃສ່ຝຸ່ນຄອກປີລະ 2 ຄັ້ງ, ຄັ້ງທໍາອິດແມ່ນໃສ່ໃນຊ່ວງລະດູຝົນເຊິ່ງເປັນຊ່ວງກ່ອນຜັກຫວານຈະແຕກຍອດ ແລະ ອອກດອກ, ເຊິ່ງເຮັດໃຫ້ຕົ້ນແຂງແຮງໃຫ້ຜະລິດຍອດໄດ້ຍາວໃນລະດູແລ້ງ. ຄັ້ງທີ 2 ແມ່ນຫຼັງຈາກການເກັບຍອດແລ້ວ, ເພື່ອບໍາລຸງຕົ້ນໃຫ້ສົມບູນສໍາຫຼັບລະດູການຕໍ່ໄປ.
ການກໍາຈັດວັດຊະພືດ:ວິທີການການເສຍຫຍ້າບໍ່ຄວນກໍາຈັດຈົນກ້ຽງເກີນໄປ ເພາະຜັກຫວານອາໄສພືດ ຫຼື ຫຍ້າບາງຊະນິດເປັນພືດຢູ່ຮ່ວມກັນເພື່ອສ້າງອາຫານ, ການ ກໍາຈັດຫຍ້າຄວນຕັດຫຍ້າດີກວ່າເສຍຫຍ້າໃຫ້ກ້ຽງ. ຕັດຫຍ້າອອກມາຄວນເອົາປົກຄຸມບໍລິເວນຕົ້ນຜັກຫວານ.
ການປ້ອງກັນພະຍາດ ແລະ ແມງໄມ້:ຜັກຫວານປ່າເປັນພືດທີ່ມີພະຍາດ ແລະ ແມງໄມ້ລົບກວນໜ້ອຍ, ແຕ່ສັດຕູທີ່ສໍາຄັນແມ່ນຫອຍທາກ, ແມງເຕົ່າທອງ, ໄຮແດງ ແລະ ຂີ້ກະເດືອນຝອຍ, ວິທີການປ້ອງກັນ ແລະ ກໍາຈັດ ຄວນໃຊ້ສານສະກັດຈາກທໍາມະຊາດ ເຊັ່ນ: ກະເດົາ…., ເພື່ອບໍ່ໃຫ້ສານພິດຕົກຄ້າງໃນຜັກຫວານທີ່ ່ຈະນໍາໄປບໍລິໂພກ, ຄວນຕິດຕາມ ແລະ ກວດກາຢູ່ຢ່າງສະໜ່ຳສະເໝີ ເມື່ອເຫັນພະຍາດ ຫຼື ແມງໄມ້ຄວນກໍາຈັດທັນທີ.
ການເກັບກູ້ຍອດອ່ອນ:ຜັກຫວານປ່າເມື່ອອາຍຸໄດ້ 3 ປີ ກໍ່ເລີ່ມເກັບກູ້ຍອດອ່ອນໄດ້ແລ້ວ, ອາດຈະໄດ້ຫນ້ອຍ, ແຕ່ປີຕໍ່ໄປອາດຈະໄດ້ຫຼາຍຂຶ້ນໄປເລື້ອຍໆ, ຕາມອາຍຸ ແລະ ຂະຫນາດຂອງຊົງພຸ່ມຂອງຜັກຫວານປ່າທີ່ເພີ່ມຫຼາຍຂຶ້ນ, ໃນການເກັບຍອດອ່ອນສາມາດຕັດຍອດອ່ອນຜັກຫວານປ່າທີ່ແຕກອອກມາຍາວປະມານ 15-25 ຊັງຕິແມັດ, ເພື່ອນໍາມາບໍລິໂພກ ແລະ ຂາຍ, ແຕ່ຄວນລະມັດລະວັງ ຢ່າເກັບຍອດຜັກຫວານປ່າທີ່ຕົ້ນອາຍຸບໍ່ເຖິງ 3 ປີ, ເພາະຈະເຮັດໃຫ້ຕົ້ນຜັກຫວານຕາຍໄດ້ ຫຼື ຢຸດການຈະເລີນເຕີບໂຕ, ປະລິມານການເກັບຍອດອ່ອນນອກຈາກຈະຂຶ້ນກັບອາຍຸແລ້ວ ຍັງຂຶ້ນກັບຈໍານວນຄັ້ງທີ່ເກັບກູ້ໃນແຕ່ລະປີ. ເວລາທີ່ມີການເກັບກູ້ຄວນເກັບກູ້ໃນຊ່ວງຕອນເຊົ້າຂອງທຸກໆວັນ ເພາະຕອນເຊົ້າຍອດຈະສົດຊື່ນດີ ແລະ ບໍ່ຫົດງໍ, ຈະຕ້ອງເກັບຍອດທີ່ຍາວປະມານ 15-25 ຊັງຕິແມັດ ແລະ ຕັດຍອດຈະຊ່ວຍກະຕຸ້ນກິ້ງໃຫ້ແຕກຍອດອອກມາໃຫມ່.
ການກະຕຸ້ນໃຫ້ຜັກຫວານແຕກຍອດອ່ອນ:ຜັກຫວານປ່າເມື່ອອາຍຸພ້ອມທີ່ຈະເກັບຍອດອ່ອນແລ້ວ ກໍ່ເລີ່ມມີການຕັດແຕ່ງກິ່ງງ່າ, ຕັດກີ່ງງ່ານ້ອຍອອກໃຫ້ເຫຼືອປະມານ 15-20 ຊັງຕິແມັດ. ຕັດໃບແກ່ບາງສ່ວນອອກໃຫ້ ເຫຼືອປະມານ 3-4 ໃບ, ແລະຫົດນ້ໍາໃຫ້ພຽງພໍ, ຈາກນັ້ນກີ່ງງ່ານ້ອຍກໍ່ເລີ່ມແຕກຍອດຍາວປະມານ 15-20 ຊັງຕິແມັດ, ກໍສາມາດເກັບຍອດອ່ອນໄດ້ເລີຍ. ເມື່ອເກັບກູ້ແລ້ວຄວນໃຫ້ຝຸ່ນ ແລະ ນ້ໍາປົກກະຕິແລະສະຫມໍ່າສະເໝີ.
ເຕັກນິກການເຮັດໃຫ້ຜັກຫວານແຕກຍອດນອກລະດູ:ຜັກຫວານປ່າສາມາດເຮັດໃຫ້ອອກຍອດນອກລະດູໄດ້ ອາດຈະເຮັດໃຫ້ອອກກ່ອນລະດູການ ຫຼື ຫຼັງລະດູການ. ແຕ່ກ່ອນຈະຕັດກິ່ງງ່າເພື່ອໃຫ້ອອກຍອດ ຄວນໃສ່ຝຸ່ນກ່ອນ ປະມານຫນື່ງເດືອນ, ໂດຍກໍານົດວັນທີ່ຈະເຮັດໃຫ້ຍອດຜັກຫວານເກັບຍອດໄດ້, ໂດຍການຕັດກິ່ງງ່າຜັກຫວານທັງຕົ້ນ ເພື່ອກະຕຸ້ນ, ຕັດໃບອອກເກືອບຫມົດ, ຈົ່ງໄວ້ເລັກນ້ອຍ. ຈາກນັ້ນໃຫ້ຫັກກີ່ງອອກເຄີ່ງຫນື່ງຂອງຄວາມຍາວກີ່ງງ່າ, ຖ້າຫັກກິ່ງໄວ້ຍາວເກີນໄປຈະເຮັດໃຫ້ຍອດອ່ອນບໍ່ງາມ, ແລະຄວນຫົດນໍ້າໃຫ້ຫົດນ້ໍາ 3-5 ຄັ້ງຕໍ່ອາທິດ. ຜັກຫວານກໍສາມາດເກັບຍອດອ່ອນໄດ້ປະມານ 3-4 ຄັ້ງ, ໂດຍແຕ່ລະຄັ້ງຈະຫ່າງກັນປະມານ 7 ມື້. ດັ່ງນັ້ນຖ້າຈະຂາຍຜັກຫວານໃນຊ່ວງປີໃຫມ່ສາກົນກໍ ຕ້ອງໄດ້ຕັດແຕ່ງກິ່ງປະມານເດືອນພະຈິກ-ທັນວາ, ເມື່ອເກັບຜັກຫວານປ່າຫມົດຍອດແລ້ວ ຕ້ອງໃຫ້ຕົ້ນຜັກຫວານພັກໄລຍະໜື່ງ ແລະ ບໍາລຸງຕົ້ນໃຫ້ແຂງແຮງ.
ວິຊາ: ເຕັກນິກການສື່ສານ
ສອນໂດຍ: ຮສ. ອຈ ຟອງສະໝຸດ ສຸທໍາມະວົງ
ຮຽບຮຽງໂດຍ: ນາງ ແສດມະນີ ພົມພັກດີ
ນັກສຶກສາປະລິນຍາໂທ, ສາຂາການຄຸ້ມຄອງຊັບພະຍາກອນກະສິກຳແບບຍືນຍົງ ຮຸ່ນທີ 11
ເອກະສານອ້າງອີງ:
https://www.phakhaolao.la
https://hukased.blogspot.com/2020/11/melientha.html