Monthly Archives: March 2019

1 2 3 12

ໝູພື້ນເມືອງຂອງລາວ

ການຄົ້ນຄ້ວາກ່ຽວກັບຫມູພື້ນເມືອງຂອງລາວ
 ການຈັດຈຳແນກຫມູ (Classification)
ການຈັດຈຳແນກຫມູໃນໂລກນີ້ ແມ່ນ ປະກອບມີໂຄງຮ່າງຫລັກດັ່ງມີລາຍລະອຽດດັ່ງຕໍ່ໄປນີ້:

ອານາຈັກ(Kingdom) Animalia ອານາຈັກສັດ
ປະເພດ (Phylum) Chordata ມີກະດູກສັນຫລັງ
ປະເພດຍ່ອຍ (Subphylum)  Vertebrata ມີກະດູກສັນຫລັງ ແລະ ມີເລືອດ
ຊັ້ນ(Class)  Mummalia ເປັນສັດເລືອດອຸ່ນ ແລະ ລ້ຽງລູກດ້ວຍນົມ
ອັນດັບ(Order)  Artiodactyla ຕີນມີລັກສະນະເປັນກີບຄູ່
ຄອບຄົວ(Family) Suida ເປັນສັດກະເພາະດ່ຽວ
ຕະກຸນ(Genus) Babyrousa (babirusa) ຫມູທີ່ພົບເຫັນຢູ່ ເກາະ ຊູລາເວຊີ ປະເທດອິນໂດເນເຊຍ, ຊຶ່ງປະຈຸບັນນີ້ນັກວິທະຍາ ສາດຫລາຍຄົນເຊື່ອວ່າຫາຍສາບສູນໄປແລ້ວ.
Phacochoerus (wart hogs) ຫມູທີ່ພົບເຫັນໃນເຂດຊາຮາຣາຂອງ ອາຟລິກາ
Hylochoerus (forest hogs) ຫມູປ່າຈາກອາຟລິກາ ປະເທດເຄນຢາ.
Potamochoerus (bush pig) ຫມູໃນເຂດຊາຮາຣາ ຂອງອາຟລິກາ.
Sus (pigs) ເປັນຕະກຸນທີ່ມີຫລາຍໃນໂລກນີ້
ຊະນິດ (Species) ຢູ່ໃນນີ້ ແມ່ນມີຫລາຍຊະນິດ ແຕ່ ຍົກເອົາຊະນິດ ທີ່ມັນກ່ຽວຂ້ອງ ກັບ ຫມູພື້ນເມືອງ ຂອງ ລາວ ຄື: ເປັນຊະນິດຫມູທີ່ມີການລ້ຽງຢ່າງກ້ວາງຂວາງ ຢູ່ໃນໂລກນີ້ ຊຶ່ງມີຫລາຍໆ ພັນ ລວມທັງພັນ ພື້ນເມືອງຂອງລາວເຮົາດ້ວຍ.
Sus domesticus

ຄຸນລັກສະນະຂອງຫມູພື້ນເມືອງ
ຊາວກະສິກອນຜູ້ລ້ຽງຫມູ ຢູ່ ສປປ ລາວ ປະມານ 90% ແມ່ນລ້ຽງຫມູພື້ນເມືອງ (Phengsavanh et al., 2011). ຫມູລາດ ແມ່ນມີຄຸນລັກສະນະທີ່ມີນ້ຳຫນັກໂຕຕ່ຳ, ການຈະເລີນເຕີບໂຕຊ້າ, ມີຄວາມສາມາດໃນການຜະລິດໄຂມັນສູງ ແລະ ປັບຕົວໄດ້ດີກັບສະພາບເງື່ອນໄຂສະພາບແວດລ້ອມ ແລະ ການຜະລິດຂອງຊາວກະສິກອນ(Phengsavanh et al, 2011). ຫມູພື້ນເມືອງລາວ ແມ່ນນອນຢູ່ໃນຕະກຸນ Sus ແລະ ສາຍພັນ Scrofa ຫລື Sus domesticus, ຊຶ່ງຢູ່ໃນ ສປປ ລາວ ມີ 4 ພັນເຊັ່ນ ຫມູລາດ, ຫມູມົ້ງ ຫລື ລາວສູງ, ຫມູຈີດ ແລະ ຫມູແດງ, ຊຶ່ງແຕ່ລະພັນ ແມ່ນມີຄຸນລັກສະນະທີ່ແຕກຕ່າງກັນດັ່ງຕໍ່ໄປນີ້:
ຫມູລາດ
ຫມູລາດແມ່ນມີຢູ່ເກືອບທຸກພາກ ຂອງ ສປປລາວ, ແຕ່ຈະພົບເຫັນຫລາຍໃນເຂດພູດອຍພາກເຫນືອ ແລະ ພາກກາງຂອງລາວ, ເປັນຫມູທີ່ມີຮູບຮ່າງໃຫຍ່ ແລະ ຕົນໂຕສີດໍາ ຫນ້າພາກມີສີຂາວ. ຫມູລາດທີ່ມີນໍ້າຫນັກໃຫຍ່ເຕັມທີ່ແມ່ນປະມານ 80 ຫາ 100 ກິໂລ (ໂຕແມ່ໃຫຍ່ເຕັມທີມີນໍ້າຫນັກ 80 ຫາ 100 ກິໂລ, ແຕ່ຫມູຜູ້ຈະມີນໍ້າຫນັກຕໍ່າກວ່າປະມານ 60-80 ກິໂລ).

    

ຫມູລາດທີ່ລ້ຽງໃນລະບົບແບບປະປ່ອຍ
ຫມູມົ້ງ
ຫມູມົ້ງຈະພົບເຫັນຫລາຍຢູ່ໃນເຂດທີ່ມີເຜົ່າມົ້ງດຳລົງຊີວິດຢູ່ໃນ ສປປ ລາວ ເຊັ່ນ ຢູ່ເຂດຫນອງແຮດແຂວງຊຽງຂວາງ, ເຂດອື່ນໆ ໃນພາກເຫນືອ ແລະ ບາງສ່ວນຂອງພາກກາງ ຂອງ ສປປ ລາວ. ຫມູມົ້ງ ແມ່ນມີສີດໍາ ແລະ ຮູບຮ່າງໃຫຍ່ທີ່ມີນ້ຳຫນັກເຕັມທີ່ປະມານ 80 ຫາ 120 ກິໂລ (ໂຕແມ່ໃຫຍ່ເຕັມທີມີນໍ້າຫນັກ 85 ຫາ 120 ກິໂລ, ແຕ່ຫມູຜູ້ຈະມີນໍ້າຫນັກ 60-80 ກິໂລ).

   

ຫມູມົ້ງຢູ່ ເມືອງຫນອງແຮດ ແຂວງຊຽງຂວາງ

ຫມູຈີດ (ຫມູຫມາກກະໂດນ ຫລື ຫມູບົວ)
ຫມູຈີດ ແມ່ນພົບເຫັນຫລາຍກ່ວາຫມູ່ໃນເຂດພາກກາງຂອງ ສປປ ລາວ ໂດຍສະເພາະ ແມ່ນໃນແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຫມູພັນດັ່ງກ່າວ ແມ່ນມີສີດໍາຮູບຮ່າງນ້ອຍມີນໍ້າຫນັກໃນເວລາໃຫຍ່ເຕັມທີ່ປະ ມານ 40-60 ກິໂລ (ໂຕແມ່ໃຫຍ່ເຕັມທີມີນໍ້າຫນັກ 50 ຫາ 60 ກິໂລ, ແຕ່ຫມູຜູ້ຈະມີນໍ້າຫນັກຕໍ່າກວ່າປະມານ 30-40 ກິໂລ).

   

ຫມູຈີດຢູ່ ແຂວງ ບໍລິຄໍາໄຊ

ຫມູແດງ ຫລື ຫມູເບີກ
ເປັນຫມູພື້ນເມືອງອີກສາຍພັນຫນຶ່ງ ທີ່ພົບເຫັນສະເພາະໃນເຂດພາກໃຕ້ຂອງລາວເຮົາ ໂດຍສະເພາະແມ່ນພົບເຫັນຫລາຍຢູ່ແຂວງຈໍາປາສັກ, ຊຶ່ງເປັນທີ່ເຊື່ອກັນມາວ່າ ເປັນຫມູຊອດລະຫວ່າງຫມູດູຣອກ ແລະ ຫມູພື້ນເມືອງ, ຊຶ່ງໄດ້ຜ່ານການປະສົມພັນຂ້າມໄປມາເປັນເວລາຫລາຍປີ ຈົນສາມາດປັບຕົວ ແລະ ກາຍເປັນສາຍພັນພື້ນເມືອງຂອງລາວເຮົາ. ຫມູແດງ ແມ່ນມີສີແດງ, ຫນ້າພາກສັ້ນ, ຮູບຮ່າງໃຫຍ່ ແລະ ມີນ້ຳຫນັກເຕັມທີ່ ປະມານ 65-90 ກິໂລ.

   

ຫມູແດງຢູ່ ເມືອງ ໂຂງ ແຂວງຈໍາປາສັກ

 ການຈະເລີນເຕີບໂຕ ແລະ ການຜະລິດລູກຂອງຫມູລາດ ຢູ່ໃນລະບົບການລ້ຽງຂອງຊາວກະສິກອນ
ການລ້ຽງຫມູຂອງຊາວກະສິກອນສ່ວນໃຫຍ່ ແມ່ນອາໄສອາຫານທີ່ມີຢູ່ຕາມທ້ອງຖິ່ນຕ່າງໆເຊັ່ນ ສິ່ງເສດເຫລືອຈາກການຜະລິດກະສິກຳ (ຮຳ ແລະ ເຂົ້່າປຽນ), ພືດທີ່ປູກ (ສາລີ ແລະ ມັນຕົ້ນ) ແລະ ພືດຜັກຕ່າງໆ (ບອນ, ຫຍ້າເຮືອບິນ, ຜັກຫົມ ແລະ ອື່ນໆ). ຈະສັງເກດເຫັນວ່າອາຫານເຫລົ່ານີ້ ແມ່ນເປັນແຫລ່ງພະລັງງານ ສ່ວນແຫລ່ງ ໂປຼຕີນແມ່ນໄດ້ມາຈາກພືດຜັກຕ່າງໆເທົ່ານັ້ນ ແຕ່ພືດຜັກສ່ວນໃຫຍ່ແມ່ນບັນຈຸເຍື້ອໄຍສູງທີ່ເຮັດໃຫ້ອາຫານມີ ຄວາມຍ່ອຍຕ່ຳ, ຊຶ່ງທັງຫມົດນັ້ນ ແມ່ນໄດ້ເຮັດໃຫ້ອາຫານທີ່ຊາວກະສິກອນນຳໃຊ້ເປັນອາຫານຫມູ ແມ່ນບໍ່ມີ ຄວາມດຸ່ນດ່ຽງທາງດ້ານທາດອາຫານ ຫມາຍວ່າຂາດທາດໂປຼຕີນ. ນອກຈາກການຂາດແຄນທາງດ້ານຄຸນນະພາບ ແລ້ວ, ການຂາດແຄນທາງດ້ານປະລິມານຕາມລະດູການ ກໍເປັນບັນຫາຫນຶ່ງທີ່ສຳຄັນເຮັດໃຫ້ຫມູໄດ້ຮັບອາຫານບໍ່ພຽງພໍ.

   

ອາຫານຫມູທີ່ຫາໄດ້ຕາມທ້ອງຖິ່ນຕ່າງໆ

ບັນຫາດັ່ງກ່າວນີ້ ມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການຈະເລີນເຕີບໂຕຂອງຫມູ, ຊຶ່ງຈາກຜົນຂອງການສຳຫລວດ ແລະ ເກັບກຳຂໍ້ມູນ ແມ່ນເຫັນວ່າຫມູທີ່ລ້ຽງໃນລະບົບຂອງຊາວກະສິກອນ ທີ່ອາໄສອາຫານທີ່ຫາໄດ້ໃນທ້ອງຖິ່ນ ແມ່ນມີການຈະເລີນເຕີບໂຕຊ້າ ປະມານ 100 ຫາ 140 ກຼາມ ຕໍ່ ມື້, ສ່ວນລາຍລະອຽດກ່ຽວກັບການຈະເລີນເຕີບໂຕຂອງຫມູ ໃນລະບົບການລ້ຽງຂອງແຕ່ລະກຸ່ມຊົນເຜົ່າ ແມ່ນມີໃນຕາຕະລາງ 10. ຈາກຂໍ້ມູນໃນຕາຕະລາງ 10 ສັງເກດເຫັນວ່າ ການຈະເລີນເຕີບໂຕຂອງຫມູ ໃນກຸ່ມຊົນເຜົ່າລາວ-ໄຕ ຈະມີການເຕີບໂຕດີກ່ວາຫມູທີ່ລ້ຽງໂດຍກຸ່ມຊົນເຜົ່າອື່ນໆ ຊຶ່ງມັນສືບເນື່ອງມາຈາກ ກຸ່ມຊົນເຜົົ່າລາວ-ໄຕ ສ່ວນໃຫຍ່ມັກດຳລົງຊີວິດຢູ່ທົ່ງພຽງ ແລະ ເຮັດນາເປັນສ່ວນໃຫຍ່ ອັນໄດ້ເຮັດໃຫ້ມີເສດເຫລືອຈາກການຜະລິດກະສິກຳຫລາຍເຊັ່ນ ຮຳ, ເຂົ້າປຽນ, ຂີ້ຊ່າເຫລົ້າ ແລະ ຜັກພືດອື່ນໆອີກ ໃນຈຳນວນທີ່ພຽງພໍສຳລັບການນຳໃຊ້ເປັນອາຫານຫມູ.
ຕາຕະລາງ10: ການຈະເລີນເຕີບໂຕຂອງຫມູລາດໃນລະບົບການລ້ຽງຂອງຊາວກະສິກອນໃນແຕ່ລະກຸ່ມຊົນເຜົ່າ

ກຸ່ມຊົນເຜົ່າ
ລາວ-ໄຕ (n=108) ມອນ-ຂະແມ (n=76) ມົ້ງ-ມຽນ (n=55) ຕີເບໂຕ-ເບີມັນ (n=33) SEM
ໄລຍະການລ້ຽງ, ເດືອນ 13.9a 19.0b 19.8b 17.4b 0.76
ນ້ຳຫນັກເລີ່ມຕົ້ນ, ກລ 11.1a 8.9b 17.15c 10.3a 1.30
ນ້ຳຫນັກສຸດທ້າຍ, ກລ 64.7a 61.6a 82.8b 65.6a 1.96
ນ້ຳຫນັກເພີ້ມ, ກຼ 140a 104b 117b 108b 5.07

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

    

ການລ້ຽງຫມູແບບຂັງຄອກຂອງຊາວກະສິກອນ

ການຜະລິດລູກຂອງຫມູລາດແມ່ນຕ່ຳ ສະເລ່ຍແລ້ວແມ່ນໃຫ້ລູກປະມານ 3 ຄັ້ງ ຕໍ່ສອງປີ, ຊຶ່ງຈໍານວນຫມູນ້ອຍທີ່ເກີດໃນແຕ່ລະຊອກ ແມ່ນສະເລ່ຍປະມານ 7 ໂຕ, ຊຶ່ງຖ້າສົມທຽບໃສ່ຫມູພື້ນເມືອງຂອງໄທເຊັ່ນ ຫມູກະໂດນ ແລະ ຫມູລາດ ແມ່ນໃກ້ຄຽງກັນ, ແຕ່ຖ້າທຽບໃສ່ກັບຫມູມົ້ງກາຍຂອງຫວຽດນາມ ແມ່ນຕ່ຳກ່ວາ (12-15 ໂຕ). ຈາກການສຶກສາຄົ້ນຄ້ວາຂອງສູນຄົ້ນຄ້ວາການລ້ຽງສັດ ໄດ້ຮັບຮູ້ວ່າສາຍເຫດທີ່ເຮັດໃຫ້ຫມູພື້ນເມືອງຂອງລາວ ມີຈຳນວນຫມູນ້ອຍຕໍ່ຊອກຕ່ຳ ແມ່ນຍ້ອນວ່າຈຳນວນໄຂ່ທີ່ຕົກຈາກຮວຍໄຂ່ລົງມາ ແມ່ນສະເລ່ຍປະມານ 8-9 ຫນ່ວຍ ແລະ ໃນຈຳນວນນີ້ແມ່ນ ປະມານ 10-20% ຕາຍ (Ratky et al. 2010). ນອກຈາກນັ້ນແລ້ວ, ກໍອາດມາຈາກສາຍເຫດອື່ນໆເຊັ່ນ ການນຳໃຊ້ຫມູພໍ່ພັນທີ່ອາຍຸຍັງນ້ອຍ (ປະມານ 5-7 ເດືອນ) ຂອງຊາວກະສິກອນ ແລະ ການປະສົມພັນພາຍໃນ ອັນເນື່ອງມາຈາກຊາວກະສິກອນສ່ວນໃຫຍ່ຈະບໍ່ຄ່ອຍມີການຄັດເລືອກພໍ່ພັນ ຫລື ຊື້ພໍ່ພັນມາຈາກເຂດອື່ນໆ ສ່ວນໃຫຍ່ຈະນຳໃຊ້ໂຕທີ່ເຫລືອຈາກການຂາຍມາເປັນພໍ່ພັນ ຊຶ່ງເຮັດໃຫ້ເກີດການປະສົມພາຍໃນ (inbreeding) ມາເປັນເວລາອັນຍາວນານ (Phengsavanh et al. 2010).

   

ຫມູແມ່ລູກອ່ອນໃນລະບົບການລ້ຽງແບບປະປ່ອຍ

ຈາກການລົງສຶກສາ ແລະ ສຳຫລວດ ຂອງສູນຄົ້ນຄ້ວາການລ້ຽງສັດຍັງພົບວ່າ ບັນຫາສຳຄັນອັນໜຶ່ງທີ່ ພົບພໍ້ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ຊາວກະສິກອນກໍຄືການຕາຍຂອງຫມູນ້ອຍ, ຊຶ່ງຂໍ້ມູນໃນຕາຕະລາງ 11 ໄດ້ ສະແດງໃຫ້ເຫັນວ່າອັດຕາການຕາຍຂອງຫມູນ້ອຍ ແມ່ນປະມານ 30 ຫາ 50 %.
ຕາຕະລາງ11: ການຜະລິກລູກຂອງຫມູລາດໃນລະບົບການລ້ຽງຂອງຊາວກະສິກອນ.

ກຸ່ມຊົນເຜົ່າ
ລາວ-ໄຕ (n=108) ມອນ-ຂະແມ (n=76) ລາວ-ໄຕ (n=108) ມອນ-ຂະແມ (n=76) ມົ້ງ-ມຽນ (n=55) ຕີເບໂຕ-ເບີມັນ (n=33) SEM
ຈຳນວນຊອກ ຕໍ່ ປີ 1.5a 1.1b 1.3c 1.4ab 0.04
ຈຳນວນຫມູນ້ອຍ ຕໍ່ ຊອກ 7.2a 6.8a 6.5b 6.9a 0.14
ຈຳນວນຫມູນ້ອຍທີ່ຍັງມີຊີວິດ 5.2a 4.3b 3.6c 4.6ab 0.22
ອາຍຸຕອນຢ່ານົມ, ເດືອນ 3.1a 3.3a 3.9b 3.6b 0.30
ນ້ຳຫນັກຕອນຢ່ານົມ, ກລ 7.4a 5.6b 7.4a 6.5a 0.12
ອາຍຸການປະສົມພັນຄັ້ງທຳອິດ ຂອງຫມູແມ່, ເດືອນ 8.1a 9.0a 7.7b 8.4a 0.25
ນ້ຳຫນັກໃນຕອນປະສົມພັນຄັ້ງທຳອິດ, ກລ 37.3a 31.3b 27.6c 34.1a 1.21
ອາຍຸການໃຊ້ງານຂອງຫມູແມ່, ປີ 2.7a 2.7a 3.7b 3.2a 0.12

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

    ສາຍເຫດອັນສຳຄັນທີ່ເຮັດໃຫ້ຫມູນ້ອຍຕາຍ ແມ່ນສ່ວນໃຫຍ່ມາຈາກການເຈັບທ້ອງ ທີ່ສືບເນື່ອງມາຈາກການຕິດເຊື້ອພະຍາດ ທີ່ມາຈາກຄອກ ຫລື ສະຖານທີ່ບໍ່ສະອາດ, ການຂາດທາດອາຫານ ແລະ ໄດ້ຮັບນໍ້ານົມຈາກແມ່ໃນຈຳນວນບໍ່ພຽງພໍ ເພາະຫມູແມ່ແມ່ນຂາດແຄນອາຫານໃນໄລຍະຖືພາ ແລະ ຕອນໃຫ້ນົມລູກ.
 ຄວາມສາມາດໃນການຈະເລີນເຕີບໂຕຂອງຫມູລາດ
ເພື່ອເປັນການຊອກຫາລະດັບ ຫລື ທ່າແຮງໃນການຈະເລີນເຕີບໂຕຂອງຫມູພື້ນເມືອງ ສູນຄົ້ນຄ້ວາການ ລ້ຽງສັດ ໄດ້ຮ່ວມມືກັບສູນຄົ້ນຄ້ວາກະສິກຳສາກົນຂອງອົດສະຕາລີ (ACIAR) ໄດ້ທົດລອງການນຳໃຊ້ອາຫານ ສຳເລັດຮູບທີ່ມີຄວາມດຸນດ່ຽງທາງດ້ານທາດອາຫານ (ໂປຼຕິນ 18 % ແລະ ພະລັງງານປະມານ 12 MJ/ກິໂລ ທາດແຫ້ງ) ໃຫ້ເປັນອາຫານແກ່ຫມູລຸ້ນ ໃນ 5 ລະດັບທີ່ແຕກຕ່າງກັນຂອງຄວາມຕ້ອງການອາຫານ ( 60, 70, 80, 90 ແລະ 100% ຂອງຄວາມຕ້ອງການ).
ຜົນຂອງການທົດລອງໄດ້ສະແດງໃຫ້ເຫັນວ່າ ຫມູລາດທີ່ໄດ້ຮັບອາຫານທີ່ມີຄຸນນະພາບ ແລະ ໃນຈຳ ນວນທີ່ພຽງພໍກັບຄວາມຕ້ອງການ ແມ່ນມີຄວາມສາມາດໃນການຈະເລີນເຕີບໂຕ ໃນລະດັບ 500 ຫາ 600 ກຼາມ ຕໍ່ ມື້ (ຕາຕະລາງ 12), ຊຶ່ງຖ້າສົມທຽບໃສ່ການຈະເລີນເຕີບໂຕຂອງຫມູໃນລະບົບການລ້ຽງຂອງຊາວກະສິກອນ ໂດຍໃຊ້ອາຫານທີ່ຫາໄດ້ໃນທ້ອງຖິ່ນ (100 ກຼ ຕໍ່ ມື້) ແມ່ນ ສູງກວ່າປະມານ 5 ຫາ 6 ເທົ່າ. ສະນັ້ນ, ການທົດລອງຄັ້ງນີ້ໄດ້ຢັ້ງຢືນວ່າ ຫມູລາດແມ່ນມີທ່າແຮງໃນການຈະເລີນເຕີບໂຕຂ້ອນຂ້າງສູງ ແລະ ນອກຈາກນັ້ນແລ້ວ ມັນຍັງສະແດງໃຫ້ເຫັນວ່າອາຫານ ທິ່ຊາວກະສິກອນນຳໃຊ້ໃນທ້ອງຖິ່ນຕ່າງໆນັ້ນ ແມ່ນມີຄຸນະພາບຕ່ຳ ແລະ ອາດຕອບສະຫນອງໃນຈຳນວນຈຳກັດ ບໍ່ພຽງພໍຕໍ່ຄວາມຕ້ອງການອາຫານສຳລັບຫມູ ຈຶ່ງເຮັດໃຫ້ຫມູຂອງຊາວກະສິກອນມີການເຕີບໂຕຊ້າ (Keonouchanh et al. 2008).
ຕາຕະລາງ12: ການທົດສອບທ່າແຮງການຈະເລີນເຕີບໂຕຂອງຫມູລາດ

ຈຸທົດລອງ, % ຄວາມຕ້ອງການຂອງອາຫານ SMD
100 90 80 70 60
ຈຳນວນສັດ, ໂຕ 6 6 6 6 6
ນ້ຳຫນັກເບື້ອງຕົ້ນ, ກລ 21.3 20.8 19.7 18.7 21.1 3.14
ນ້ຳຫັນກສຸດທ້າຍ, ກລ 61.7 60.8 61.3 61.2 61.2 1.38
ຈຳນວນມື້ລ້ຽງຈົນຮອດນ້ຳຫນັກສຸດທ້າຍ, ມື້ 77 76 80 94 122 8.70
ນ້ຳຫນັກເພີ້ມ, ກຼ 558a 542a 523ab 446b 346c 57.1
ອັດຕາແລກປ່ຽນອາຫານ ຕໍ່ ນ້ຳຫນັກເພີ້ມ,ກລ/ກລ 3.61 3.39 3.23 3.21 3.44 0.27

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

    ດັ່ງທີ່ຮູ້ມາແລ້ວວ່າຫມູພັນພື້ນເມືອງ ເປັນຫມູທີ່ມີໄຂມັນສູງ ແລະ ມັນໄດ້ຢັ້ງຢືນອີກຄັ້ງຈາກການສຶກສາ ກ່ຽວກັບຊາກຂອງຫມູ ທີ່ໄດ້ທົດລອງຢູ່ສູນຄົ້ນຄ້ວາການລ້ຽງສັດວ່າເປີເຊັນໄຂມັນໃນຊາກ ແມ່ນມີສູງຕັ້ງແຕ່ 48 ຫາ 60 % ຂຶ້ນຕາມປະເພດ ແລະ ຈຳນວນອາຫານທີ່ຫມູກິນເຂົ້າໄປ (ຕາຕະລາງ 13). ແຕ່ເຖິງຢ່າງນັ້ນກໍຕາມ, ຈຸດດີຂອງມັນກໍຄື ຊາວກະສິກອນໃນເຂດຊົນນະບົດ ແລະ ຫ່າງໄກຊອກຫລີກ ແມ່ນຍັງນິຍົມລ້ຽງຫມູລາດ ເພາະວ່າເວລາຂ້າຫມູ ສຳລັບງານບຸນຕ່າງໆ ແມ່ນເຂົາເຈົ້າຈະແຍກໄຂມັນອອກ ແລະ ຈືນເອົານ້ຳມັນໄວ້ສຳລັບການແຕ່ງກິນທົ່ວໄປ.

   

ຕາຕະລາງ13: ຄຸນລັກສະນະຊາກຂອງຫມູລາດ

ຈຸທົດລອງ, % ຄວາມຕ້ອງການຂອງອາຫານ LSD
100 90 80 70 60
ຈຳນວນສັດ, ໂຕ 6 6 6 6 6
ນ້ຳຫນັກກ່ອນຂ້າ, ກລ 62.0 61.7 61.1 62.0 62.0 1.45
ນ້ຳຫນັກຊາກ, ກລ 42.7 42.7 41.8 42.1 42.3 1.72
ໄຂມັນສັນຫລັງ ຢູ່ P2, ຊັງຕິແມັດ 3.4 3.5 3.3 3.4 3.1 5.01
ນ້ຳຫນັກໄຂມັນທັງຫມົດ, ກລ 25.3a 24.2ab 23.5ab 22.3bc 20.3c 2.59
ເປີເຊັນໄຂມັນ, % 59a 57a 56a 53b 48b 6.2
ນ້ຳຫນັກຊີ້ນທັງຫມົດ, ກລ 14.8a 14.5a 15.2a 15.0a 16.9b 1.16
ເປີເຊັນຊີ້ນ, % 35a 34b 36a 36a 40c 40

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

      ສະນັ້ນ, ຈາກຂໍ້ມູນຂອງການຄົ້ນຄ້ວາຄັ້ງນີ້ ແມ່ນສາມາດເຫັນໄດ້ທ່າອ່ຽງຄວາມຕ້ອງການທາງດ້ານທາດອາຫານ ຂອງຫມູພື້ນເມືອງລາວແມ່ນຕ່ຳ ຊຶ່ງໄດ້ສະແດງອອກຢູ່ບ່ອນວ່າ ຫມູຢູ່ໃນກຸ່ມທີ່ໄດ້ກິນອາຫານພຽງແຕ່ 80 % ແມ່ນມີການເຕີບໂຕໃກ້ຄຽງກັບຫມູທີ່ໄດ້ກິນອາຫານຫລາຍກ່ວາ.
ຄວາມຕ້ອງການທາດໂປຼຕິນ ແລະ ພະລັງງານຂອງຫມູລາດ
ຈາກຜົນຂອງການສຳຫລວດ ແລະ ຄົ້ນຄ້ວາທີ່ກ່າວມາຂ້າງເທິງນັ້ນ ແມ່ນ ສັງເກດເຫັນວ່າ ການຈະເລີນ ເຕີບໂຕຂອງໝູພື້ນເມືອງ ໃນລະບົບການຜະລິດຂອງຊາວກະສິກອນແມ່ນຕ່ຳ ປະມານ 100 ກຼາມ ຕໍ່ ມື້ (Phengsavanh et al, 2010), ຊຶ່ງສາຍເຫດຫລັກແມ່ນມາຈາກອາຫານທີ່ມີຄຸນນະພາບຕ່ຳ, ແຕ່ໃນເວລາ ທີ່ໄດ້ຮັບອາຫານທີ່ມີຄຸນນະພາບດີ ຫມູລາດຈະສາມາດຈະເລີນເຕີບໄດ້ໃນລະດັບ 500 ກຼາມ ຕໍ່ ມື້ (Keonouchanh et al. 2008). ສະນັ້ນ, ມັນຈຶ່ງມີຄວາມຈຳເປັນທີ່ຕ້ອງຮູ້ຈັກ ຄວາມຕ້ອງການດ້ານທາດອາຫານສັດ ເພື່ອຈະສາມາດສ້າງສູດອາຫານ ຫລື ດຸ່ນດ່ຽງທາດອາຫານ ໃຫ້ເຫມາະສົມກັບຄວາມຕ້ອງການ ສຳລັບຫມູລາດໃນແຕ່ລະລຸ້ນ.
ສູນຄົ້ນຄ້ວາການລ້ຽງສັດ ໄດ້ຮັບການສະຫນັບສະຫນູນທຶນໂດຍ ອົງການພັດທະນາສາກົນຂອງສະວີເດນ (Sida), ກົມຮ່ວມມືທາງດ້ານການຄົ້ນຄ້ວາຂອງສະວີເດັນ (SAREC), ກອງທຶນ Gines-Mera ສຳລັບການສຶກສາຂັ້ນສູງ ຂອງສູນກະສິກຳເຂດຮ້ອນສາກົນ (CIAT) ແມ່ນໄດ້ຄົ້ນຄ້ວາ ແລະ ຕອບສະຫນອງ ຂໍ້ມູນເບື້ອງຕົ້ນກ່ຽວກັບຄວາມຕ້ອງການທາດໂປຼຕິນສຳລັບຫມູລາດ ທີ່ຢູ່ໃນໄລຍະການເຕີບໂຕທີ່ແຕກຕ່າງກັນ (ໄລຍະຢ່ານົມ, ຫມູລຸ້ນ ແລະ ຫມູໃຫຍ່). ຜົນຂອງການທົດລອງ ສາມາດສະຫລຸບໃນເບື້ອງຕົ້ນໄດ້ວ່າ ລະດັບທາດໂປຼຕິນທີ່ບັນຈຸໃນອາຫານ ແມ່ນ ສົ່ງຜົນກະທົບໂດຍກົງຕໍ່ການຈະເລີນເຕີບໂຕຂອງຫມູໃນແຕ່ລະລຸ້ນຄື: ລະດັບໂປຼຕິນທີ່ເຫມາະສົມສຳລັບຫມູລາດຢ່ານົມແມ່ນ 18%, ເພາະວ່າຫມູທີ່ໄດ້ກິນອາຫານທີ່ບັນຈຸທາດໂປຼຕິນໃນລະດັບ 18% ຫລື ສູງກ່ວາຈະມີອັດຕາການຈະເລີນເຕີບໂຕ ແລະ ອັດຕາການກິນອາຫານທີ່ດີກ່ວາຫມູໃນກຸ່ມທີ່ມີລະດັບໂປຼຕິນທີ່ຕ່ຳກ່ວາ (ຕາຕະລາງ 14) (Phengsavanh and Lindberg, 2013).
ຕາຕະລາງ14: ຜົນກະທົບຂອງລະດັບທາດໂປຼຕິນໃນອາຫານ ຕໍ່ການຈະເລີນເຕີບໂຕ ຂອງຫມູລາດຢ່ານົມ (ການທົດລອງ ທີ່ 1)

ທາດໂປຼຕິນ, % ໃນທາດແຫ້ງ SEM
14 16 18 20 22
ນ້ຳຫນັກເບື້ອງຕົ້ນ, ກລ 5.0 4.9 4.9 5.2 4.9 0.34
ນ້ຳຫັນກສຸດທ້າຍ, ກລ 11.9a 12.6a 17.7b 21.8b 21.6b 1.03
ນ້ຳຫນັກເພີ້ມ, ກຼ 109.5a 122.2a 203.2b 263.5b 265.1b 16.45
ອັດຕາການກິນອາຫານໄດ້ຕໍ່ມື້, ກຼ 274.3a 290.3a 497.7b 537.2b 543.8b 70.29
ອັດຕາການກິນອາຫານໄດ້ຕໍ່ມື້, % ຂອງນ້ຳຫນັກຕົວ 3.3a 3.3a 4.3b 4.5b 4.5b 0.48
ອັດຕາແລກປ່ຽນອາຫານ ຕໍ່ນ້ຳຫນັກເພີ້ມ, ກລ/ກລ 2.5a 2.4a 2.4a 2.0b 2.1b 0.28

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

     ສຳລັບຫມູລຸ້ນພັນພື້ນເມືອງຂອງລາວທີ່ມີນ້ຳຫນັກແຕ່ 20 ຫາ 40 ກິໂລ ແມ່ນມີຄວາມຕ້ອງການທາດໂປຼຕິນໃນອາຫານລະດັບ 15%, ເພາະວ່າລະດັບດັ່ງກ່າວນັ້ນ ໄດ້ເຮັດໃຫ້ຫມູລຸ້ນມີອັດຕາການຈະເລີນເຕີບໂຕ ແລະ ອັດຕາການກິນອາຫານທີ່ດີກ່ວາ (ຕາຕະລາງ 15). ນອກຈາກນັ້ນແລ້ວ, ອັດຕາການແລກປ່ຽນຊີ້ນກໍມີອັດຕາທີ່ຕ່ຳ ໃນກຸ່ມທີ່ໄດ້ກິນອາຫານທີ່ມີລະດັບໂປຼຕິນ 15% ເຊັ່ນດຽວກັນ (Phengsavanh and Lindberg, 2013) .
ຕາຕະລາງ15: ຜົນກະທົບຂອງລະດັບທາດໂປຼຕິນໃນອາຫານ ຕໍ່ການຈະເລີນເຕີບໂຕ ຂອງຫມູລາດລຸ້ນ (ການທົດລອງ ທີ່ 2)

ທາດໂປຼຕິນ, % ໃນທາດແຫ້ງ SEM
11 13 15 17 19
ນ້ຳຫນັກເບື້ອງຕົ້ນ, ກລ 20.4 20.0 20.5 20.5 20.2 0.32
ນ້ຳຫັນກສຸດທ້າຍ, ກລ 36.9a 39.8bc 43.8c 38.6ab 38.3ab 0.89
ນ້ຳຫນັກເພີ້ມ, ກຼ 350.7a 420.2bc 497.8c 386.8ab 384.7ab 17.83
ອັດຕາການກິນອາຫານໄດ້ຕໍ່ມື້, ກຼ 1235.5a 1382.0ab 1536.7b 1308.6a 1293.1a 58.23
ອັດຕາການກິນອາຫານໄດ້ຕໍ່ມື້, % ຂອງ ນ້ຳຫນັກຕົວ 4.1a 4.3a 4.8b 4.2a 4.2a 0.19
ອັດຕາແລກປ່ຽນອາຫານ ຕໍ່ນ້ຳ ຫນັກເພີ້ມ, ກລ/ກລ 3.5a 3.2ab 3.0b 3.4a 3.4a 0.16

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

    ຫມູລາດໃຫຍ່ທີ່ມີນ້ຳຫນັກແຕ່ 40 ກິໂລຂຶ້ນໄປ ແມ່ນຕ້ອງການທາດໂປຼຕິນໃນອາຫານລະດັບ 11%, ເພາະວ່າຫມູທີ່ໄດ້ກິນອາຫານທີ່ມີທາດໂປຼຕິນໃນລະດັບດັ່ງກ່າວ ຈະມີອັດຕາການຈະເລີນເຕີບໂຕທີ່ດີກ່ວາ ຫມູທີ່ໄດ້ຮັບທາດໂປຼຕິນໃນລະດັບອື່ນໆ (ຕາຕະລາງ 16). ອັດຕາການແລກປ່ຽນຊີ້ນກໍມີອັດຕາທີ່ຕ່ຳໃນກຸ່ມ ທີ່ມີລະດັບໂປຼຕິນ 11% ເຊັ່ນດຽວກັນ (Phengsavanh and Lindberg, 2013).

   

ຫມູທົດລອງຄວາມຕ້ອງການທາງດ້ານໂປຼຕິນ

ຕາຕະລາງ16: ຜົນກະທົບຂອງລະດັບທາດໂປຼຕິນໃນອາຫານ ຕໍ່ການຈະເລີນເຕີບໂຕຂອງຫມູໃຫຍ່ (ການທົດລອງ ທີ່ 3)

ທາດໂປຼຕິນ, % ໃນທາດແຫ້ງ SEM
9 13 15 17 19
ນ້ຳຫນັກເບື້ອງຕົ້ນ, ກລ 39.8 40.0 40.5 39.5 39.7 1.80
ນ້ຳຫນັກສຸດທ້າຍ, ກລ 54.4a 60.2b 61.2b 58.8b 58.6b 2.04
ນ້ຳຫນັກເພີ້ມ, ກຼ 347.2a 481.3b 495.6b 461.5b 452.0b 18.18
ອັດຕາການກິນອາຫານໄດ້ຕໍ່ມື້, ກຼ 1805.3a 1972.8a 2178.6a 1982.2a 1892.0a 70.54
ອັດຕາການກິນອາຫານໄດ້ຕໍ່ມື້, % ຂອງ ນ້ຳຫນັກຕົວ 3.8a 4.0a 4.3a 4.0a 3.8a 0.10
ອັດຕາແລກປ່ຽນອາຫານ ຕໍ່ ນ້ຳຫນັກ ເພີ້ມ, ກລ/ກລ 5.2a 4.1b 4.4b 4.3b 4.2b 0.44

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

     ຜົນຂອງການສຶກສາຄັ້ງນີ້ ສາມາດແນະນຳໃນເບື້ອງຕົ້ນໄດ້ວ່າ ຄວາມຕ້ອງການທາດໂປຼຕິນຂອງຫມູລາດ ໃນໄລຍະການເຕີບໂຕທີ່ແຕກຕ່າງກັນເຊັ່ນ ໄລຍະຢ່ານົມ, ຫມູລຸ້ນ ແລະຫມູໃຫຍ່ ແລ້ວ ແມ່ນ 18%, 15% ແລະ 11% ຕາມລຳດັບ. ສ່ວນຄວາມຕ້ອງການທາງດ້ານພະລັງງານສຳລັບຫມູລາດ ແມ່ນ ເຫັນວ່າບໍ່ມີຄວາມແຕກຕ່າງ ກັນຫລາຍ, ຊຶ່ງຜົນຈາກການສຶກສາເບື້ອງຕົ້ນແມ່ນສັງລວມໄດ້ວ່າ ຄວາມຕ້ອງການທາງດ້ານພະລັງງານ (ME) ຂອງຫມູຢ່ານົມ ແມ່ນປະມານ 14 MJ/ກິໂລທາດແຫ້ງ ແລະ ສຳລັບຫມູລຸ້ນຫາຫມູໃຫຍ່ ແມ່ນປະມານ 12.5-13 MJ/ກິໂລທາດແຫ້ງ. ນອກຈາກນີ້ແລ້ວ, ການຄົ້ນຄ້ວາ ແລະ ທົດລອງກ່ຽວກັບຄວາມຕ້ອງການທາງດ້ານໂປຼຕິນ, ກົດອາມີໂນ ແລະ ພະລັງງານຄວນດຳເນີນຕໍ່ໄປ ເພື່ອເປັນການຢັ້ງຢືນ ແລະ ສ້າງຖານຂໍ້ມູນກ່ຽວກັບຄວາມຕ້ອງການທາງດ້ານດັ່ງກ່າວສຳລັບຫມູລາດ (ອຳມາລີ ແລະ ຄະນະ, 2010; Phengsavanh and Lindberg, 2013).
ຜົນຂອງການສຶກສາຄັ້ງນີ້ ແມ່ນເປັນຜົນປະໂຫຍດໂດຍກົງໄປຍັງຊາວກະສິກອນຜູ້ລ້ຽງຫມູຢູ່ ສປປ ລາວ, ເພາະວ່າມັນສາມາດນຳໃຊ້ເປັນແນວທາງ ທີ່ຊີ້ໃຫ້ເຫັນເຖິງລະດັບໂປຼຕິນທີ່ຕ້ອງການຢູ່ໃນອາຫານສຳລັບຫມູລາດ. ລະດັບໂປຼຕິນທີ່ນຳສະເຫນີໄດ້ຈາກການທົດລອງຄັ້ງນີ້ ແມ່ນຖືວ່າຕ່ຳກ່ວາມາດຕະຖານ ທີ່ແນະນຳສຳລັບຫມູພັນອື່ນ ໆ, ຊຶ່ງກໍຖືວ່າເປັນໂອກາດທີ່ດີສຳລັບຊາວກະສິກອນ ທີ່ ຈະສາມາດນຳໃຊ້ແຫລ່ງອາຫານຕ່າງ ໆ ທີ່ມີໃນທ້ອງຖິ່ນ ມານຳໃຊ້ເປັນອົງປະກອບຂອງອາຫານຫມູ ເພື່ອເຮັດໃຫ້ອາຫານມີທາດໂປຼຕິນທີ່ພຽງພໍ ຕາມຄວາມຕ້ອງການຂອງຫມູລາດ ຊຶ່ງມັນຈະເຮັດໃຫ້ການຈະເລີນເຕີບໂຕຂອງຫມູລາດໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ຊາວກະສິກອນກໍຈະສາມາດລ້ຽງຫມູຕໍ່ປີໄດ້ຫລາຍຂຶ້ນອີກດ້ວຍ.
ຜົນການນຳໃຊ້ພືດອາຫານສັດຕະກຸນຖົ່ວ ເປັນອາຫານເສີມໃຫ້ແກ່ຫມູລາດ
ດັ່ງທີ່ໄດ້ກ່າວມາຂ້າງເທິງແລ້ວວ່າ ອາຫານທີ່ຊາວກະສິກອນນຳໃຊ້ໃນການລ້ຽງຫມູລາດ ແມ່ນຂາດທາດໂປຼຕິນຊຶ່ງໄດ້ສົ່ງຜົນໃຫ້ການຈະເລີນເຕີບໂຕຂອງຫມູລາດຕ່ຳ. ການແກ້ໄຂບັນຫາດັ່ງກ່າວ ແມ່ນສາມາດເຮັດໄດ້ຫລາຍວິທີເຊັ່ນ ການນຳໃຊ້ອາຫານສຳເລັດຮູບ, ເສດເຫລືອຈາກການຜະລິດກະສະກຳ ແລະ ອຸດສາຫະກຳຕ່າງໆ. ເຖິງແນວໃດກໍຕາມ ການນຳໃຊ້ອາຫານເຫລົ່ານີ້ ຕົວຢ່າງເຊັ່ນ ອາຫານສຳເລັດຮູບ ສໍາລັບການລ້ຽງຫມູລາດແມ່ນບໍ່ເປັນທີ່ນິຍົມຂອງຊາວກະສິກອນ, ໂດຍສະເພາະໃນເຂດພູດອຍ ອັນມີສາຍເຫດມາຈາກມັນມີລາຄາແພງ, ຄວາມຫຍຸ້ງຍາກໃນການຂົນສົ່ງ ແລະ ການໃຫ້ຜົນຕອບຮັບທາງດ້ານເສດຖະກິດຕ່ຳ.
ສະນັ້ນ, ເພື່ອເປັນການຊອກຫາວິທີການອື່ນໆ ທີ່ເຫມາະສົມກັບການຜະລິດຂອງຊາວກະສິກອນນັ້ນ ສູນຄົ້ນຄ້ວາການລ້ຽງສັດ ຈຶ່ງໄດ້ຮ່ວມມືກັບໂຄງການຄົ້ນຄ້ວາກ່ຽວກັບອາຫານສັດຂອງບັນດາປະເທດໃນລຸ່ມແມ່ນ້ຳຂອງ (MEKARN) ແລະ ສູນຄົ້ນຄ້ວາກະສິກຳສາກົນຂອງອົດສະຕາລີ (ACIAR) ໄດ້ພະຍາຍາມສຶກສາ ແລະ ຄົ້ນຄ້ວາການນຳໃຊ້ຖົ່ວພືດອາຫານສັດເພື່ອເປັນອາຫານເສີມທາງດ້ານໂປຼຕິນໃຫ້ແກ່ຫມູລາດ. ຖົ່ວພືດອາຫານສັດ ແມ່ນເປັນພືດທີ່ມີທາດໂປຼຕິນສູງ ແລະ ບັນຈຸກົດອາມີໂນທີ່ຄ້າຍຄືກັບຖົ່ວເຫລືອງ, ຊຶ່ງຖ້າມີການປະສົມຖົ່ວພືດອາຫານສັດໃນລະດັບທີ່ເຫມາະສົມໃນອາຫານສຳລັບຫມູລາດ ມັນຈະຊ່ວຍຕອບສະຫນອງທາດໂປຼຕິນໃນຈຳນວນທີ່ເຫມາະສົມ ແລະ ຈະເຮັດໃຫ້ຫມູລາດມີການຈະເລີນເຕີບໂຕທີ່ດີຂຶ້ນ. ນອກຈາກນັ້ນແລ້ວ, ຖົ່ວພືດອາຫານສັດ ຍັງສາມາດປັບຕົວເຂົ້າກັບສະພາບແວດລ້ອມ ແລະ ການນຳໃຊ້ຂອງຊາວກະສິກອນໃນລາວເຮົາໄດ້ເປັນຢ່າງດີ.

 

ຫມູທົດລອງການນໍາໃຊ້ໃບກະຖິນເປັນແຫລ່ງໂປຼຕິນ

ຕາຕະລາງທີ17: ການຈະເລີນເຕີບໂຕຂອງໝູໃນແຕ່ລະຈຸທົດລອງ

ຈຸທົດລອງ, % ໃບກະຖິນ SE
0 (ອາຫານປະເພນີ) 10 (ສົດ) 10 (ແຫ້ງ) 20 (ແຫ້ງ) 30 (ແຫ້ງ)
ໄລຍະທົດລອງ, ກລ 60 60 60 60 60
ສັດທົດລອງ, ໂຕ 6 6 6 6 6
ນໍ້າໜັກເລີ່ມຕົ້ນ, ກລ 27.4 27.0 28.5 23.7 22.4 2.20
ນໍ້າໜັກສຸດທ້າຍ, ກລ 36.3ab 39.5ab 44.0b 37.5ab 31.0a 2.45
ນໍ້າໜັກເພີ່ມຕໍ່ວັນ, ກຼ 148.3a 208.3ac 258.3bc 230.0c 143.3a 16.31

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

    ຜົນຂອງການທົດລອງ ຂອງສູນຄົ້ນຄ້ວາການລ້ຽງສັດທີ່ໄດ້ເຮັດຢູ່ໃນສູນ ແລະ ຮ່ວມກັບຊາວກະສິກອນ ໄດ້ສະແດງໃຫ້ເຫັນວ່າ ການນຳໃຊ້ຖົ່ວອາຫານສັດເຊັ່ນ ໃບກະຖິນ, ຖົ່ວສະໄຕໂລ ແລະ ຖົ່ວຮີສະຕຼິກ ເປັນອາຫານເສີມໃຫ້ແກ່ຫມູລາດນັ້ນ ແມ່ນໄດ້ເຮັດໃຫ້ຫມູມີການຈະເລີນເຕີບໂຕສູງໃນລະດັບ 200 ຫາ 350 ກຼາມ ຕໍ່ ມື້, ສົມທຽບກັບການເຕີບໂຕຂອງຫມູ ທີ່ໄດ້ຮັບອາຫານແບບພື້ນເມືອງ ຂອງຊາວກະສິກອນທີ່ມີພຽງແຕ່ 100 ກຼາມ ຕໍ່ ມື້ (ພອນປະເສີດ ເພັງສະຫວັນ ແລະ ສົມວັນ ພົມມາລີ, 2010; ພອນປະເສີດ ແລະ ຄະນະ, 2010b, ອໍາມາລີ ແລະ ຄະນະ, 2010). ດັ່ງມີລາຍລະອຽດໃນຕາຕະລາງ 17 ແລະ 18.
ຕາຕະລາງ 17. ການທົດລອງນຳໃຊ້ຖົ່ວສະໄຕໂລເປັນອາຫານເສີມໃຫ້ແກ່ຫມູລາດ ຮ່ວມກັບຊາວກະສິກອນ ຢູ່ ເມືອງ ປາກອູ, ແຂວງຫລວງພະບາງ.

ປະເພດອາຫານ
ອາຫານແບບປະເພນີ ເສີມຖົ່ວສະໄຕໂລແຫ້ງ (20%) ເສີມຖົ່ວສະໄຕໂລສົດ (20%)
ໄລຍະການທົດລອງ, ມື້ 30 30 30
ນ້ຳຫນັກເລີ້ມຕົ້ນ, ກລ 16 13 19
ນ້ຳຫນັກສຸດທ້າຍ, ກລ 19 22 27
ນ້ຳຫນັກເພີ້ມຕໍ່ວັນ, ກຼ 100 300 272

    ເຖິງວ່າການນຳໃຊ້ຖົ່ວພືດອາຫານສັດ ເປັນອາຫານເສີມໃຫ້ແກ່ຫມູພື້ນເມືອງ ແມ່ນ ໄດ້ຮັບຜົນດີ ແລະ ສາມາດເຮັດໃຫ້ຫມູມີການເຕີບໂຕດີກ່ວາການນຳໃຊ້ພຽງແຕ່ອາຫານແບບພື້ນເມືອງກໍຕາມ, ແຕ່ໃນການຖ່າຍທອດ ຫລື ນຳໄປຊຸກຍູ້ໃຫ້ແກ່ຊາວກະສິກອນນັ້ນ ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເບິ່ງຄຸນລັກສະນະອື່ນໆອີກ ໃນການຄັດເລືອກຖົ່ວອາຫານສັດ ທີ່ຊາວກະສິກອນຕ້ອງການເຊັ່ນ ປູກ, ຮັກສາ ແລະ ເກັບກ່ຽວງ່າຍ, ຄວາມສາມາດໃນການປົ່ງຄືນໄວຫລັງຈາກການຕັດ ແລະ ສຸດທ້າຍແມ່ນຫມູມັກກິນ. ສະນັ້ນ, ເງື່ອນໄຂ ຫລື ຄຸນລັກສະນະຕ່າງໆນີ້ ຕ້ອງໄດ້ພິຈາລະນາ ເພື່ອໃຫ້ມີການນຳໃຊ້ຖົ່ວອາຫານສັດຢ່າງຫລວງຫລາຍໂດຍຊາວກະສິກອນນັ້ນ.
ຕາຕະລາງ18: ການທົດລອງນຳໃຊ້ຖົ່ວຮີສຕຼິກເປັນອາຫານເສີມໃຫ້ແກ່ຫມູລາດຮ່ວມກັບຊາວກະສິກອນຢູ່ ເມືອງຊຽງເງິນ, ແຂວງຫລວງພະບາງ (ພອນປະເສີດ ແລະ ທະນົງສິນ, 2012).

ອາຫານທົດລອງ
ອາຫານແບບປະເພນີ ອາຫານແບບປະເພນີ + ຖົ່ວຮີສຕຼິກ
ຈຳນວນສັດ, ໂຕ 12 12
ໄລຍະການທົດລອງ, ມື້ 90 90
ນ້ຳຫນັກທຳອິດ, ກລ 7.5 7.8
ນ້ຳຫນັກສຸດທ້າຍ, ກລ 20.5a 25.0b
ນ້ຳຫນັກເພີ້ມຕໍ່ມື້, ກຼ 144.4a 302.2b

a, b, c, ຄ່າສະເລ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

   

ຊາວກະສິກອນທົດລອງນໍາໃຊ້ຖົ່ວພືດອາຫານສັດເປັນອາຫານເສີມໃຫ້ແກ່ຫມູ

 

ການຂະຫຍາຍຜົນຂອງການທົດລອງອອກສູ່ຊາວກະສິກອນຢູ່ພາກເຫນືອຂອງ ສປປ ລາວ
ນອກຈາກວຽກຄົ້ນຄ້ວາ ແລະ ສຶກສາກ່ຽວກັບຫມູພື້ນເມືອງແລ້ວ ສູນຄົ້ນຄ້ວາການລ້ຽງສັດຍັງໄດ້ຖືເອົາ ການແຜ່ຂະຫຍາຍຜົນຂອງການຄົ້ນຄ້ວາລົງສູ່ຊາວກະສິກອນ ໂດຍຜ່ານການຮ່ວມມືກັບຂະແຫນງລ້ຽງສັດ ແລະ ການປະມົງແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ບັນດາໂຄງການພັດທະນາ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ເຮັດວຽກໃນການປັບປຸງ ແລະ ຍົກສະມັດຕະພາບການລ້ຽງຫມູຢູ່ໃນທ້ອງຖິ່ນຕ່າງໆ ໂດຍສະເພາະແມ່ນຢູ່ພາກເຫນືອ ຂອງ ສປປ ລາວ.

   

ການປູກຖົ່ວສະໄຕໂລເປັນອາຫານໃຫ້ແກ່ຫມູ

     ອີງໃສ່ຕົວເລກກ່ຽວກັບຈຳນວນຊາວກະສິກອນ ທີ່ປູກຖົ່ວສະໄຕໂລເປັນອາຫານຫມູ ທີ່ເກັບກຳມາແຕ່ປີ 2005 ເຖິງປີ 2010 ແມ່ນມີອັດຕາການເພີມຂຶ້ນ ຈາກປະມານ 200 ຄອບຄົວ ມາເປັນປະມານ 1600 ຄອບຄົວ (ຮູບສະແດງທີ່ 1) (Phengsavanh et al, 2010). ການເພີມຂຶ້ນຂອງຈຳນວນຊາວກະສິກອນ ໃນການນໍາໃຊ້ຖົ່ວພືດອາຫານສັດເປັນອາຫານຫມູນີ້ ແມ່ນມີສາຍເຫດມາຈາກຜົນປະໂຫຍດທີ່ຊາວກະສິກອນໄດ້ຮັບ ເປັນຕົ້ນແມ່ນ ການປະຢັດເວລາໃນການໄປຊອກຫາອາຫານ (ຈາກມື້ລະ 2-3 ຊົ່ວໂມງ ມາເປັນ 30 ນາທີ), ການຈະເລີນເຕີບໂຕຂອງຫມູທີ່ສູງກ່ວາ (ຈາກ 100 ກຼ/ມື້ ມາເປັນ 200-350 ກຼາມ/ມື້) ແລະ ລວມເຖິງຄວາມສາມາດໃນການເພີມຈຳນວນຫມູໃນ ການທອມແຕ່ລະຄັ້ງ ແລະ ເພີມຈຳນວນຄັ້ງໃຫ້ຫລາຍຂຶ້ນຕໍ່ປີ, ຊຶ່ງທັງຫມົດນີ້ແມ່ນນໍາໄປສູ່ການປ່ຽນແປງລະບົບການລ້ຽງ ຈາກລະບົບການລ້ຽງແບບປະເພນີ ໄປສູ່ການລ້ຽງເພື່ອການຕະຫລາດ ຊຶ່ງເປັນການສ້າງລາຍຮັບອັນດີແກ່ຄອບຄົວຂອງຊາວກະສິກອນ.

    ຮູບສະແດງທີ່ 1. ຈຳນວນຊາວກະສິກອນທີ່ປູກຖົ່ວສະໄຕໂລເປັນອາຫານຫມູ, 2005-2010.

    ຊາວກະສິກອນທີ່ປູກຖົ່ວສະໄຕໂລເປັນອາຫານເສີມໃຫ້ແກ່ຫມູນີ້ ສ່ວນໃຫຍ່ແມ່ນຍັງປູກໃນເນື້ອທີ່ນ້ອຍ ຊຶ່ງປະມານ 200-400 ມ2. ຕາມການສຶກສາ ແລະເກັບກໍາຂໍ້ມູນທາງດ້ານຜົນຜະລິດຂອງຖົ່ວສະໄຕໂລ ແມ່ນເຫັນວ່າເນື້ອທີ່ດັ່ງກ່າວແມ່ນສາມາດຜະລິດອາຫານເສີມໃຫ້ແກ່ຫມູ ທີ່ຊາວກະສິກອນສ່ວນໃຫຍ່ໄດ້ລ້ຽງແບບທອມຂາຍ ແມ່ນ 1-2 ໂຕ ຕໍ່ ຄອບຄົວ (Stür et al. 2008)

    

ການຜະລິດຖົ່ວສະໄຕໂລແຫ້ງເພື່ອເປັນອາຫານເສີມໃຫ້ແກ່ຫມູ

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029

ເຂົ້າ ນົກ (Khaonok)

ຊື່ແນວພັນ: ເຂົ້າ ນົກ (Khaonok)
ຊະນິດແນວພັນ: ເຂົ້າໜຽວ
ແຫລ່ງກໍາເນີດ: ແຂວງຫລວງພະບາງ
ລັກສະນະປະຈໍາພັນ:
• ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 85-100ຊມ
• ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 10-14/9
• ລວງຍາວຂອງຮວງ: 20-25ຊມ
• ລັກສະນະຂອງເມັດ: ເມັດໃຫຍ່ຍາວ ເປຶອກນອກສີຂາວ
ຜົນຜະລິດ: 1.5-2.5ໂຕນ/ຮຕ
ລັກສະນະເດັ່ນ: ເປັນເຂົ້າໜຽວທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າກະສິກຳ ບ້ານໂພນຕ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Tel: ມືຖື
ຫ້ອງການ: 030 5260232

ການຄົ້ນຄ້ວາກ່ຽວກັບງົວພື້ນເມືອງລາວ

ງົວພື້ນເມືອງລາວ
ການຈັດຈຳແນກງົວ (Classification)
ງົວທີ່ລ້ຽງຢູ່ໃນໂລກນີ້ມີຢູ່ 2 ຕະກຸນດ້ວຍກັນຄື: ງົວຕະກຸນໃນເຂດຮ້ອນ (Bos indicus) ແລະ ງົວຕະກຸນໃນເຂດໜາວ (Bos Taurus) ຊຶ່ງສາມາດຈັດຈໍາແນກໄດ້ດັ່ງນີ້:

ອານາຈັກ (Kingdom) Animalia ອານາຈັກສັດ
ປະເພດ (Phylum) Chordata ມີກະດູກສັນຫລັງ
ປະເພດຍ່ອຍ (Subphylum) Vertebrata ມີກະດູກສັນຫລັງ ແລະ ມີເລືອດ
ຊັ້ນ  (Class) Mummalia ເປັນສັດເລືອດອຸ່ນ ແລະ ລ້ຽງລູກດ້ວຍນົມ
ອັນດັບ  (Order) Artiodactyla ຕີນມີລັກສະນະເປັນກີບຄູ່
ຄອບຄົວ (Family) Bodivae ເປັນສັດກະເພາະລວມ ກິນອາຫານຫຍາບເປັນຫລັກ ແລະ ຄ້ຽວເອື້ອງ
ຕະກຸນ (Genus) Bos ເປັນສັດໃນສະກຸນ ງົວ, ຄວາຍ.
ຊະນິດ, ສາຍພັນ (Species) Taurus ງົວຕະກຸນໃນເຂດໜາວ ຫລື ບາງຄັ້ງເອີ້ນກັນວ່າ ງົວເຂດເອີຣົບ ເຊັ່ນ: ງົວພັນຊາໂຣເລ ແລະ ເຮັຍຝອດ
Indicus ງົວຕະກຸນໃນເຂດຮ້ອນ ບາງຄັ້ງເອີ້ນກັນວ່າງົວອິນເດຍ ຫລື ງົວຊີບູ (Zebu) ໄດ້ແກ່ ງົວພັນບຣາມັນ, ເຣດຊິນດີ ແລະ ງົວພຶ້ນເມືອງເປັນຕົ້ນ

ປະຫວັດຂອງງົວພື້ນເມືອງລາວ
ຜ່ານການກວດຄົ້ນເອກະສານທີ່ກ່ຽວຂ້ອງ ບໍ່ສາມາດພົບເຫັນປະຫວັດຄວາມເປັນມາຂອງງົວພື້ນເມືອງລາວຖ້າຫາກຈະຖາມວ່າງົວພື້ນເມືອງລາວມາຈາກໃສ ກໍ່ຄົງຕອບໄດ້ວ່າ ງົວພື້ນເມືອງລາວເກີດຂຶ້ນມາພ້ອມກັບບັນພະ ບຸລຸດຂອງຊາດລາວ, ຊຶ່ງໃນສະໃໝກ່ອນຈົນເຖິງປະຈຸບັນ ອາຊີບຫລັກຂອງຄົນລາວແມ່ນເຮັດການກະສິກໍາ ປູກຝັງ-ລ້ຽງສັດ, ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໃຊ້ແຮງງານສັດເພື່ອແກ່ຄາດ, ແກ່ໄຖ ແລະ ແກ່ກວຽນເພື່ອຂົນສົ່ງສິນຄ້າ.ງົວພື້ນເມືອງລາວຈັດຢູ່ໃນກຸ່ມຕະກຸນງົວອິນເດຍ ຫລື ຊີບູ ມີລັກສະນະຮູບຮ່າງລັກສະນະພາຍນອກໂດຍທົ່ວໄປຄ້າຍຄືກັບ ງົວພື້ນເມືອງຂອງບັນດາປະເທດເພື່ອນບ້ານ ສສ ຫວຽດນາມ, ໄທ, ກຳປູເຈຍ ແລະ ມຽນມາ ຊຶ່ງມີຊື່ເອີ້ນກັນວ່າ ງົວເຫລືອງອາຊີ (Asian yellow cattle). Kazuaki ແລະ ຄະນະ (2000) ໄດ້ສຶກສາຢີນ ຢູ່ໂຄຣໂມໂຊມ Y (ໂຄຣໂມໂຊມເພດຜູ້) ເພື່ອຄົ້ນຫາການຖ່າຍທອດທາງກໍາມະພັນຂອງສາຍພໍ່ພົບວ່າ: ງົວພື້ນເມືອງລາວ ແລະ ຫວຽດນາມ ມີຢີນທີ່ໄດ້ຮັບການຖ່າຍທອດລະຫວ່າງ ງົວຕະກຸນເຂດໜາວ ແລະ ງົວຕະກຸນເຂດຮ້ອນ ແລະ ທິມງານຄົ້ນຄວ້າໄດ້ສະຫລຸບວ່າ: ຕົ້ນກຳເນີດຂອງງົວພື້ນເມືອງໃນອາຊີຕາເວັນອອກສ່ຽງໃຕ້ ໂດຍທົ່ວໄປແມ່ນສາຍເລືອດປະສົມລະຫວ່າງ ງົວຕະກຸນເຂດໜາວ ແລະ ເຂດຮ້ອນ ໃນລະດັບສາຍເລືອດທີ່ແຕກຕ່າງກັນ.
Hideyuki ແລະ ຄະນະ (2000) ໄດ້ສຶກສາຄວາມຜັນແປຂອງ ດີເອັນເອ ທີ່ຢູ່ນອກ ນີວຄະລຽດ (Mitochondrial DNA) ແລະ ວິເຄາະກໍາມະພັນທາງຮ່າງກາຍ (Phylogenetic) ຂອງງົວພື້ນເມືອງລາວພົບວ່າ: ງົວພື້ນເມືອງລາວມີຕົ້ນກຳເນີດມາຈາກງົວອິນເດຍ ແລະ ບໍ່ມີຄວາມຜັນແປທາງດ້ານກໍາມະພັນທີ່ຕ່າງກັນຫລາຍລະຫວ່າງງົວແຕ່ລະເຂດໃນທົ່ວປະເທດ.
ໂດຍອີງໃສ່ລັກສະນະຮູບຮ່າງພາຍນອກແລ້ວ ສາມາດຈັດງົວພື້ນເມືອງລາວອອກເປັນ 02 ປະເພດຄື: ງົວລາດ ແລະ ງົວຊົນ (ມີຈຳນວນນ້ອຍ). ສຳລັບງົວຊົນ ແມ່ນມີຕຳນານເລົ່າຂານກັນວ່າໃນສະໄໝທີ່ປະເທດລາວເປັນຫົວເມືອງຂຶ້ນຂອງຝຣັ່ງ, ຝຣັ່ງໄດ້ນໍາເຂົ້າງົວຊີບູ ຫລື ງົວໜອກ ເຂົ້າມາລ້ຽງຢູ່ເຂດພູພຽງຊຽງຂວາງ ເພື່ອສົ່ງອອກໄປຫວຽດນາມ (ບໍ່ມີເອກະສານຢັ້ງຢືນ), ຕໍ່ມາງົວພັນດັ່ງກ່າວໄດ້ປະສົມພັນກັບງົວລາດລາວ, ກະຈາຍກໍາມະພັນອອກສູ່ວົງກວ້າງໃນລະດັບສາຍເລືອດທີ່ແຕກຕ່າງກັນ ແລະ ໄດ້ມີການຄັດເລືອກເອົາໂຕຜູ້ທີ່ໃຫຍ່ ແລະ ງາມໄວ້ເພື່ອເປັນພໍ່ພັນ. ໂດຍຕິດພັນກັບຮີດຄອງປະເພນີ ໂດຍສະເພາະແມ່ນພີ່ນ້ອງເຜົ່າມົ້ງໄດ້ຄັດເລືອກເອົາເຊື້ອໂຕຜູ້ທີ່ໃຫຍ່ ແລະ ຊົນເກັ່ງ ໄວ້ເປັນແນວພັນສືບທອດມາເຖິງປະຈຸບັນ.
ຈາກຜົນຂອງການນຳໃຊ້ພໍ່ພັນບຣາມັນແດງ ແລະ ພັນເຣດຊິນດີ ເພື່ອປັບປຸງແນວພັນງົວຢູ່ ສູນຄົ້ນຄວ້າການລ້ຽງສັດ ເຫັນໄດ້ວ່າ ງົວລູກປະສົມທີ່ເກີດມາ ແມ່ນໂຕໃຫຍ່, ມີໜອກສູງ ເຊັ່ນດຽວກັບງົວຊົນ. ດັ່ງນັ້ນ ຈຶ່ງສັນນິຖານໄດ້ວ່າ ງົວທີ່ຝຣັ່ງນຳເຂົ້າມາລາວໃນເວລານັ້ນ ແມ່ນງົວຕະກຸນອິນເດຍ ຫລື ງົວໜອກ ຄືພັນບຣາມັນແດງ ຫລື ພັນເຣດຊິນດີ ຊຶ່ງໄດ້ຖ່າຍທອດກຳມະພັນໃນລະດັບສາຍເລືອດຕ່າງໆ ເປັນງົວພື້ນເມືອງລາວປະຈຸບັນ.
ຄຸນລັກສະນະຂອງງົວພື້ນເມືອງລາວ
ດັ່ງທີ່ໄດ້ກ່າວມາຂ້າງເທິງແລ້ວວ່າ ງົວພື້ນເມືອງລາວຈັດເຂົ້າຢູ່ໃນກຸ່ມງົວຕະກຸນອິນເດຍ ຫລື ງົວຊີບູ ຊຶ່ງເປັນງົວໃນເຂດຮ້ອນ ເໝືອນກັບງົວພື້ນເມືອງຂອງບັນດາປະເທດເພື່ອນບ້ານໃກ້ຄຽງທີ່ມີຂະໜາດນ້ອຍ, ໜ້າຍາວ ແລະ ໜ້າຜາກແຄບ, ຕາຂະໜາດປານກາງ, ໃບຫູນ້ອຍ ແລະ ກາງອອກ, ມີເຂົາສັ້ນເຖິງຍາວປານກາງ, ໂຕແມ່ມີເຂົາສັ້ນຕັ້ງຂຶ້ນຊື່, ລຳຄໍບາງນ້ອຍ, ມີຕ້ວຍຄໍ (dewlap) ແຕ່ບໍ່ຢ່ອນຍານເໝືອນງົວອິນເດຍ, ສ່ວນເທິງຂອງບ່າໄຫລ່ມີໜອກ (hump) ນ້ອຍເຖິງປານກາງ (ຍົກເວັ້ນງົວຊົນທີ່ມີໜອກສູງໃຫ່ຍ). ສໍາລັບໂຕຜູ້ ສ່ວນບັ້ນທ້າຍ (rump) ກົ່ງລົງເລັກນ້ອຍ ກົກຫາງສູງຂຶ້ນ ແລະ ມີຫາງທີ່ນ້ອຍຍາວ. ໂດຍທົ່ວໄປແລ້ວງົວພື້ນເມືອງໃນເຂດອາຊີຕາເວັນອອກສ່ຽງໃຕ້ ແມ່ນໃຫ່ຍຊ້າ ແຕ່ມີນິໄສວ່ອງໄວ, ມັກຕື່ນຕົກໃຈງ່າຍ, ຮັກ ແລະ ຈື່ຈຳຝູງດຽວກັນໄດ້ດີ, ໂຕຜູ້ໃຫຍ່ສຸດໜັກປະມານ 350 ກິໂລ ແລະ ໂຕແມ່ໃຫ່ຍສຸດປະມານ 250 ກິໂລ. ຊີ້ນມີຄຸນນະພາບບໍ່ສູງຖ້າທຽບໃສ່ມາດຖານສາກົນ ເນື່ອງຈາກມີໄຂມັນແຊກໜ້ອຍ ແລະ ເປີເຊັນຊາກຫລັງຈາກຂ້າຕໍ່າ (≤50%), ແຕ່ມີຄວາມທົນທານຕໍ່ສະພາບອາກາດຮ້ອນ, ສະພາບພູມີປະເທດທຸລະກັນດານ, ມີໂລກລະບາດ ແລະ ມີແມງໄມ້ຫລາຍ, ນອກນັ້ນຍັງເກີດລູກປີລະໂຕອາຍຸເມື່ອເປັນໜຸ່ມເປັນສາວ (ອາຍຸ 2.5-3 ປີ). ພໍ່ພັນປະສົມພັນເກັ່ງ ແລະ ເປີເຊັນການປະສົມພັນຕິດສູງ (≥ 80%) ຊຶ່ງຫາງົວພັນອື່ນປຽບທຽບໄດ້ຍາກ. ອີງໃສ່ຂໍ້ມູນການວັດແທກລັກສະນະຂອງງົວລາດ (ຈຳນວນ 100 ໂຕ) ໂດຍນັກຄົ້ນຄ້ວາສູນຄົ້ນຄ້ວາການລ້ຽງສັດ ໃນປີ 2003 ແມ່ນມີລາຍລະອຽດໃນຕາຕະລາງ 1 ແລະ 2.

ຕາຕະລາງ1: ການວັດແທກລັກສະນະຂອງງົວລາດ ຢູ່ເມືອງພູກູດ ຄັ້ງວັນທີ່ 27-31/05/2013 (ສົມຈັນ ຄຳພາວົງ ແລະ ໂສພາ ຊາຍຜາ, 2013)

ຊ່ວງອາຍຸ ນ້ຳໜັກ
(kg)
ການວັດແທກຕ່າງໆ (cm)
ລວງສູງ ຮອບເອິກ ລໍາຄໍ ຮອບປາກ ຍາວຫູ ກກະໂພກ ຍາວເຂົາ
ຄ່າສະເລ່ຍ 1 ປີ ຫາ 2 ປີ 121.5 85 114 85.5 34 16.5 25.5 1.5
ຄ່າສະເລ່ຍ 3 ປີ ຫາ 8 ປີ 207.5 95 138.5 101 37.5 17 33.5 5.5
ຄ່າສະເລ່ຍ 9 ປີ ຫາ 14 ປີ 203.5 97 138 104 39 17.5 36.5 16

      ໂດຍທົ່ວໄປແລ້ວມີຂົນສັ້ນ, ລຳໂຕມີສີເຫລືອງແກ່ ແຕ່ອາດມີຫລາຍສີແຕກຕ່າງກັນເຊັ່ນ ສີດຳ, ນໍ້າຕານໄໝ້, ຂາວ, ດ່າງ ແລະອື່ນໆ. ສີຂົນຂອງງົວພື້ນເມືອງລາວໂດຍພື້ນຖານແລ້ວຖືກບັງຄັບດ້ວຍຫົວໜ່ວຍການຖ່າຍທອດທາງກຳມະພັນ ຫລື ຢີນ (gene) ທີ່ເປັນຢີນດ້ອຍ (recessive gene). ດັ່ງນັ້ນ ເມື່ອປະສົມພັນກັບງົວພັນອື່ນ ເຊັ່ນ: ພັນບຣາມັນແດງ, ຊາໂຣເລ ມັກສະແດງອອກເປັນສີຂອງງົວພັນນັ້ນ. ກົງກັນຂ້າມລັກສະນະສີດຳ ຂອງງົວພື້ນເມືອງພັດມີລັກສະນະເດັ່ນຖ້າປະສົມກັບພັນພື້ນເມືອງດ້ວຍກັນ ແຕ່ກໍ່ຍັງບໍ່ເປັນລັກສະນະການຂົ່ມແບບສົມບູນ (incomplete dominance) ຖ້າປະສົມກັບງົວພັນຕ່າງປະເທດເຊັ່ນ ບຣາມັນຂາວ ຫລື ຊາໂຣເລ ລູກອອກມາຈະເປັນສີຂາວໝົ່ນ ຫລື ຖ້າປະສົມກັບງົວພັນເຣດຊິນດີທີ່ມີສີແດງ ລູກກໍ່ຈະມີສີແດງປົນດຳເປັນຕົ້ນ.

ຕາຕະລາງ2: ສົມທຽບຂະໜາດຕ່າງໆຂອງງົວພື້ນເມືອງລາວທີ່ລ້ຽງໃນລະບົບແຕກຕ່າງກັນ (ບຸນຖາວອນ ກຸນນະວົງສາ, 2007)

ເນື້ອໃນ ງົວລາດລ້ຽງໃນທົ່ງຫຍ້າປັບປຸງ ງົວລາດລ້ຽງໃນທົ່ງຫຍ້າທຳມະຊາດ
ເກີດໃໝ່ ອາຍຸ 8 ເດືອນ ແມ່ພັນພື້ນຖານ ເກີດໃໝ່ ອາຍຸ 8 ເດືອນ ແມ່ພັນພື້ນຖານ
ນ້ຳໜັກ (kg) 13.33 92.00 186.09 12.90 90.17 171.00
ຮອບເອິກ (cm) 52.33 105.00 134.72 48.80 103.88 133.20
ລວງສູງ (cm) 48.00 93.80 104.72 50.50 88.29 104.85
ລວງຍາວ (cm) 49.66 81.80 106.63 51.10 78.47 111.70

ອີງໃສ່ຂໍ້ມູນຈາກການສຶກສາ ແລະ ສັງເກດ ງົວພື້ນເມືອງລາວ ມີຄຸນລັກສະນະ ຈຸດພິເສດສະເພາະດ້ານດີ ແລະດ້ານອ່ອນດັ່ງລຸ່ມນີ້:
ກ. ຈຸດດີ
• ແຜ່ພັນດີໂດຍຈະເກີດລູກໃນທຸກໆ 11-13 ເດືອນ, ລ້ຽງລູກດີ ແລະ ໃຫ້ລູກຫຼາຍໂຕໃນຊົ່ວຊີວິດຂອງມັນ.
• ທົນທານຕໍ່ສະພາບແວດລ້ອມ ແລະ ດິນຟ້າອາກາດຮ້ອນ ແຕ່ບໍ່ທົນທານຕໍ່ອາກາດທີ່ໜາວຈັດແບບກະທັນຫັນ, ທົນທານຕໍ່ຈຳພວກພະຍາດກາຝາກພາຍນອກເຊັ່ນ: ເຫັບ, ເຫຼືອກ, ເມັນ, ໝັດ ແລະ ພວກແມງຊະນິດຕ່າງໆ.
• ສາມາດນຳໃຊ້ອາຫານຫຍາບທີ່ມີຄຸນນະພາບຕ່ຳເພື່ອການຜະລິດ ແລະ ການດຳລົງຊີວິດໄດ້ດີ, ຊີ້ນເປັນທີ່ຕ້ອງການຂອງຕະຫຼາດພາຍໃນ ແລະ ບັນດາປະເທດໃກ້ຄຽງເນື່ອງຈາກບໍ່ມີໄຂມັນແຊກຫຼາຍ.
• ນິໄສຄຸ້ນ ແລະ ຈື່ຝູງໄດ້ດີ.
• ຫາກິນເກັ່ງ ແລະ ເຫມາະສົມກັບລະບົບການລ້ຽງແບບອາໄສແຕ່ທົ່ງຫຍ້າທຳມະຊາດ
• ແນວພັນງົວພື້ນເມືອງ ແມ່ນເປັນແຫຼ່ງສະສົມດ້ານແນວພັນທີ່ຫຼາກຫຼາຍຊຶ່ງໃນຫຼາຍປະເທດອ້ອມຂ້າງເຫັນວ່າແນວພັນພື້ນເມືອງແມ່ນໃກ້ຈະສູນພັນໄປແລ້ວ, ສະນັ້ນຄຽງຄູ່ກັບການປັບປຸງພັນພວກເຮົາກໍ່ຕ້ອງໄດ້ຮັກສາແນວພັນງົວພື້ນເມືອງໄວ້ເພື່ອອະນາຄົດຂ້າງໜ້າ.
• ງົວລາດແມ່ນຊັບສົມບັດອັນລ້ຳຄ່າທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດ ແລະ ໃນທາງຮີດຄອງປະເພນີຂອງຄົນລາວເຊັ່ນ: ງານແຕ່ງດອງ, ຂຶ້ນເຮືອນໃໝ່ ແລະ ອື່ນໆ.
ຂ. ຈຸດອ່ອນ
• ເປັນພັນທີ່ມີຂະໜາດນ້ອຍເມື່ອທຽບກັບງົວພັນຕ່າງປະເທດ.
• ¬ນ້ຳໜັກເກີດໂດຍສະເລ່ຍ 12 kg.
• ¬ນ້ຳໜັກງົວແມ່ ເມື່ອອາຍຸໄດ້ 3-4 ປີ ປະມານ 180-200 kg ຖືວ່າຕ່ຳ ເມື່ອທຽບກັບພັນງົວລູກປະສົມອື່ນໆ ຊຶ່ງມີນ້ຳໜັກເຖິງ 250-300 kg.
• ອາຍຸການເກີດລູກຄັ້ງທຳອິດແມ່ນຊ້າເມື່ອທຽບກັບງົວພັນລູກປະສົມອື່ນໆ.
• ຈະເລີນເຕີບໂຕຊ້າ,ໃຊ້ເວລາຍາວໃນການເພີ້ມນ້ຳໜັກ ແລະ ມີນ້ຳໜັກໜ້ອຍໃນເວລາຂາຍອອກ.
• ເປີເຊັນການໃຫ້ຊີ້ນຕ່ຳ ສະເລ່ຍປະມານ 35-39%.

    

ງົວພໍ່ພັນພື້ນເມືອງລາວ                                  ງົວແມ່ພັນພື້ນເມືອງລາວ

ຜົນໄດ້ຮັບຂອງການຄົ້ນຄວ້າກ່ຽວກັບການປັບປຸງພັນງົວ
ການຄົ້ນຄ້ວາກ່ຽວກັບການປັບປຸງພັນ ແມ່ນ ໄດ້ດຳເນີນມາແຕ່ປີ 1995 ຊຶ່ງໃນເວລານັ້ນແມ່ນໄດ້ເລີ່ມຕົ້ນເອົາງົວລາດເຂົ້າມາປະສົມກັບງົວພັນ. ການສຶກສາ ແລະ ເກັບກຳຂໍ້ມູນກ່ຽວກັບງົວລູກປະສົມ ແມ່ນໄດ້ດຳເນີນ ແລະ ສືບຕໍ່ການຄົ້ນຄ້ວາຈົນມາເຖິງປະຈຸບັນ, ໂດຍໄດ້ແນ່ໃສ່ການຍົກລະດັບນ້ຳຫນັກ ແລະ ການຈະເລີນເຕີບໂຕໃຫ້ສູງຂຶ້ນ. ງົວພັນທີ່ນຳມາປັບປຸງງົວລາດ ແມ່ນປະກອບມີ 2 ພັນເຊັ່ນ ບຼາມັນ ແລະ ເຣດຊິນດີ, ຊຶ່ງເຫດຜົນທີ່ນຳໃຊ້ງົວພັນດັ່ງກ່າວນີ້ເພາະວ່າ ມັນມີຂະໜາດ ແລະ ນ້ຳໜັກໃກ້ຄຽງກັບງົວພື້ນເມືອງລາວ, ມີຄວາມທົນທານຕໍ່ເຫັບ ແລະ ອາກາດທີ່ແຫ້ງແລ້ງດີ, ເປັນງົວທີ່ມີຮູບຮ່າງຂະໜາດກາງ. ຄຸນລັກສະນະຂອງງົວທັງສອງພັນນີ້ ແມ່ນມີລາຍລະອຽດດັ່ງລຸ່ມນີ້:
ງົວພັນເຣດຊິນດີ (Red Sindhi)
ແມ່ນແນວພັນທີ່ຖືກຈັດຢູ່ປະເພດກຸ່ມຂອງງົວຊີບູ ແລະ ອິນເດຍ. ມີສີແດງຊ້ຳ ຫຼື ສີແດງແກມດໍາຢູ່ຕາມບໍລິເວນໜັງ ແລະ ຄໍ, ເປັນງົວທີ່ມີໜອກໃຫຍ່, ຕ້ວຍຄໍ ແລະ ໜັງທ້ອງຢ່ອນຍານ. ງົວແມ່ອາຍຸ 3-4 ປີ ມີນໍ້າໜັກສູງສຸດ 350 ກິໂລກຼາມ. ໂຕຜູ້ໜັກປະມານ 370-400 ກິໂລກຼາມ. ງົວພັນເຣດຊິນດີເປັນແນວພັນເຄິ່ງຊີ້ນເຄິ່ງນົມ, ສາມາດໃຫ້ຜະລິດນ້ຳນົມໄດ້ເຖິງ 800-1.200 ກິໂລກຼາມຕໍ່ຊ່ວງໄລຍະການໃຫ້ນົມ (Lactation). ເປີເຊັນການໃຫ້ຊີ້ນສູງກວ່າງົວພື້ນເມືອງ ໂດຍປະມານ 43-45%, ເປັນງົວທີ່ເໝາະກັບອາກາດເຂດຮ້ອນຊຸ່ມ ທົນທານຕໍ່ສະພາບແວດລ້ອມໄດ້ດີ, ສາມາດລ້ຽງແບບປະປ່ອຍ ແລະ ທັງເປັນແນວພັນທີ່ງ່າຍໃນການຝຶກແອບລ້ຽງແບບຂັງໃນຄອກຖ້າມີອາຫານໃຫ້ກິນຢ່າງພຽງພໍ. ດັ່ງນັ້ນ ໃນປີ 1998 ສູນຄົ້ນຄວ້າການລ້ຽງສັດ ຈຶ່ງໄດ້ນຳແນວພັນດັ່ງກ່າວເຂົ້າມາລ້ຽງ ເພື່ອຜະລິດງົວລູກປະສົມກັບງົວພັນພື້ນເມືອງລາວ.

   

ງົວພໍ່ພັນເຣດຊິນດີ                                 ງົວແມ່ພັນເຣດຊິນດີ

ງົວພັນບຣາມັນ (Brahman)
ມີຕົ້ນກຳເນີດຢູ່ໃນພາກກາງຂອງອິນເດຍ, ເປັນພັນທີ່ຢູ່ໃນກຸ່ມດຽວກັບງົວ ຊີບູ ຫຼຶ ງົວອິນເດຍ ໃນຕະກຸນງົວພື້ນເມຶອງອາຊີ ເຊິ່ງອາເມລິກາໄດ້ນຳໄປລ້ຽງ ແລະ ປັບປຸງພັນເປັນເວລາເກືອບ 100 ປີຜ່ານມາແລ້ວ. ງົວພັນບຣາມັນ ຈັດເປັນງົວພັນຊີ້ນທີ່ດີພັນໜຶ່ງທີ່ນິຍົມກັນລ້ຽງຫຼາຍໃນປັດຈຸບັນ. ຄຸນລັກສະນະຂອງງົວພັນດັ່ງກ່າວ ສ່ວນຫຼາຍມີຂົນເປັນສີຂີ້ເຖົ່າອອກຂາວ (ບຣາມັນຂາວ), ແລະ ມີສີແດງຊ້ຳ ຫຼື ດຳປົນແດງ (ບຣາມັນແດງ), ມີຮູບຮ່າງໃຫຍ່ເຂົາຊັນຂື້ນເທິງ, ໜອກໃຫຍ່, ສູງທັງໂຕຜູ້ ແລະ ໂຕແມ່, ຕ້ວຍຄໍ ແລະ ໜັງບໍລິເວນທ້ອງຢ່ອນຍານ, ສາມາດປັບໂຕເຂົ້າກັບສະພາບອາກາດເຂດຮ້ອນໄດ້ດີກວ່າງົວມາຈາກເອີລົບ, ທົນທານຕໍ່ພະຍາດຕ່າງໆ ແລະ ທົນທານຕໍ່ເຫັບໄດ້ດີ ໂດຍສະເພາະແມ່ນບຣາມັນແດງ ແຕ່ບໍ່ເທົ່າກັບພັນພື້ນເມືອງ ແລະ ພັນເຣດຊິນດີ, ມີການຈະເລີນເຕີບໂຕໄວ ແລະ ຈໍາໜ່າຍໄດ້ໄວ. ເປີເຊັນການໃຫ້ຊີ້ນປະມານ 50-52% ສູງກວ່າພັນເຣດຊິນດີ ແລະ ຊາຫຣີວານ. ງົວແມ່ອາຍຸ 3-4ປີ ມີນ້ຳໜັກປະມານ 400-480 ກິໂລກຼາມ, ໂຕຜູ້ 500-550 ກິໂລກຼາມ ແລະ ສາມາດໃຫ້ນົມ 600-700 ກິໂລກຼາມຕໍ່ຊ່ວງໄລຍະການໃຫ້ນົມ. ງົວພັນບຣາມັນ ແມ່ນງົວພັນທີ່ຖືກປັບປຸງ ແລະ ເລືອກເຟັ້ນໃຫ້ເປັນງົວພັນຊີ້ນສະເພາະ. ດັ່ງນັ້ນ ຈຶ່ງເປັນທາງເລືອກໜຶ່ງໃຫ້ພວກເຮົາໃນການສ້າງພັນງົວຊີ້ນຂອງລາວໃນຕໍ່ໜ້າ ໂດຍສະເພາະ ຈະນຳໃຊ້ງົວບຣາມັນສີແດງເປັນສາຍພໍ່ພັນ. ແຕ່ເນື່ອງຈາກວ່າ ງົວພັນດັ່ງກ່າວ ມີຂະໜາດໃຫຍ່ ຕ້ອງການອາຫານຫຼາຍ ແລະ ຄຸນຄ່າທາງດ້ານອາຫານຕ້ອງສູງ ພວກເຮົາຈຳເປັນຕ້ອງໄດ້ປັບປຸງລະບົບການລ້ຽງ ແລະ ສ້າງແຫຼ່ງອາຫານໃຫ້ພຽງພໍ (ສ້າງທົ່ງຫຍ້າພັນປັບປຸງ, ເກັບເຟືອງ, ເຮັດກ້ອນແຮ່ທາດອາຫານເສີມ ແລະ ອື່ນໆ) ໂດຍໃນເບື້ອງຕົ້ນ ຕ້ອງໄດ້ຄົ້ນຄ້ວາທົດລອງໃນເຂດທີ່ມີເງື່ອນໄຂເຊັ່ນ: ພາກກາງ, ພາກໃຕ້ ແລະ ເຂດທົ່ງພຽງລຽບຕາມແຄມແມ່ນ້ຳຂອງ.

   

ງົວພໍ່ພັນບຣາມັນແດງ ແລະ ຂາວ

ຜ່ານການຈັດຕັ້ງປະຕິບັດການປັບປຸງພັນເຫັນໄດ້ວ່າ ງົວລູກປະສົມທີ່ເກີດມາ ແມ່ນມີຄວາມເໝາະສົມຕໍ່ລະບົບການລ້ຽງແບບປະປ່ອຍ, ເໝາະກັບສະພາບແວດລ້ອມ ແລະ ມີຂະໜາດ ແລະ ນ້ຳໜັກທີ່ສູງ (ຕາຕະລາງ 3).

ຕາຕະລາງ3: ນ້ຳຫນັກຂອງງົວລູກຊອດ (ງົວບຼາມັນ x ງົວລາດ) ຢູ່ໃນອາຍຸທີ່ແຕກຕ່າງກັນ (ສູນຄົ້ນຄ້ວາການລ້ຽງສັດ, 2010)

ອາຍຸ
(ເດືອນ)
ນ້ຳໜັກ, ກລ ອັດຕາການເພີ້ມນ້ຳໜັກ ຕໍ່ ມື້ (g)
ຕໍ່າສຸດ ສູງສຸດ ສະເລ່ຍ
ເກີດໃໝ່ 13.7 28 20.4
3 34 82 54.4 387
6 74 150 114.0 525
9 117 178 140.0 446
12 102 205 153.5 367

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

  ຈາກຜົນຂອງການປັບປຸງພັນຈະສັງເກດໄດ້ວ່າ ນ້ຳໜັກຂອງງົວລູກຊອດ (ງົວບຼາມັນ x ງົວລາດ) ໃນແຕ່ລະໄລຍະຂອງອາຍຸທຽບໃສ່ກັບງົວລາດແລ້ວເຫັນວ່າ ມີຂະຫນາດ ແລະ ນ້ຳໜັກທີ່ໃຫ່ຍກ່ວາ (ຕາຕະລາງ 4), ຊຶ່ງເຫັນ ວ່າງົວລູກຊອດນີ້ ແມ່ນສາມາດນຳໄປສົ່ງເສີມໃຫ້ຊາວກະສິກອນທີ່ມີແຫຼ່ງອາຫານທີ່ດີ ຫລື ຄວາມສາມາດໃນການ ປັບປຸງແຫຼ່ງອາຫານໃຫ້ດີຂຶ້ນເອົາໄປລ້ຽງເປັນງົວຊີ້ນເພື່ອຂາຍ.

ຕາຕະລາງ4: ການສົມທຽບຂະໜາດຮ່າງກາຍລະຫວ່າງງົວລູກຊອດ ແລະ ງົວລາດ (ບຸນລ້ຽງ ຄຸດສະຫວ່າງ ແລະ ຄະນະ, 2002; ສູນຄົ້ນຄ້ວາການລ້ຽງສັດ, 2010)

ເນື້ອໃນ ງົວລູກຊອດ ງົວລາດ
ຈຳນວນສັດທົດລອງ 50 50
ລວງສູງ, ຊມ 113 ± 1.87a 102 ± 2.12b
ລວງຍາວ, ຊມ 132 ± 9.89a 115 ± 10.0b
ຮອບເອິກ, ຊມ 158 ± 5.47a 135 ± 9.89b

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

    ນອກຈາການທີ່ມີຂະຫນາດທີ່ໃຫ່ຍກ່ວາແລ້ວ ງົວລູກຊອດຍັງມີການຈະເລີນເຕີບໂຕທີ່ໄວກ່ວາ ຊຶ່ງສັງເກດໄດ້ຈາກການສົມທຽບນ້ຳໜັກງົວທີ່ມີອາຍຸໃນລຸ້ນດຽວກັນ ແມ່ນງົວລູກຊອດຈະມີນໍ້າໜັກຫລາຍກ່ວາງົວລາດພື້ນເມືອງຂອງລາວເຮົາເກືອບສອງເທົ່າຕົວ (ຕາຕະລາງ 5), ຊຶ່ງເຫັນວ່າເໝາະສົມກັບການລ້ຽງໃນລະບົບແບບທອມຂາຍ ເພາະວ່າງົວລູກຊອດຈະໃຫ້ນ້ຳຫນັກດີ ແລະ ຊີ້ນຫລາຍກ່ວາ. ນອກຈາກນັ້ນແລ້ວ, ຖ້າຈະລ້ຽງງົວລູກຊອດໃນລະບົບການລ້ຽງແບບທົ່ວໄປ ແມ່ນ ຕ້ອງໄດ້ມີການປັບປຸງທາງດ້ານອາຫານເຊັ່ນ ການປູກພືດອາຫານສັດເປັນຕົ້ນ.

ຕາຕະລາງ5: ນໍ້າໜັກຂອງງົວລູກຊອດ (ງົວບຼາມັນ x ງົວລາດ) ແລະ ງົວລາດຕາມອາຍຸສະເລ່ຍບໍ່ແຍກເພດ (ບຸນລ້ຽງ ຄຸດສະຫວ່າງ ແລະ ຄະນະ, 2002; ສູນຄົ້ນຄ້ວາການລ້ຽງສັດ, 2010)

ເນື້ອໃນ ນ້ຳຫນັກ, ກລ
ງົວລູກຊອດ ງົວລາດ
ຈຳນວນສັດທົດລອງ 50 50
ງົວເກີດໃຫມ່ 21 ± 3.2a 12 ± 3.16b
ງົວ 4 ເດືອນ 61 ± 5.09a 35 ± 2.45b
ງົວ 8 ເດືອນ 122 ± 6.48a 60 ± 3.74b
ອາຍຸ 1 ປີ 150 ± 6.50a 90 ± 3.16b
ອາຍຸ 2 ປີ 250 ± 7.07a 142 ± 3.20b
ງົວແມ່ອອກລູກໂຕທຳອິດ 360 ± 15.81a 180 ± 17.26b
ງົວອາຍຸເຕັມໄວ 450 450 ± 13.85a 250 ± 39.37b

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

   

ງົວລູກຊອດເກີດໃຫມ່ມີນໍ້າຫນັກປະມານ 20 ກລ

ຜົນຂອງການຄົ້ນຄ້ວາກ່ຽວກັບການປັບປຸງທາງດ້ານອາຫານສຳລັບງົວລາດ
ສູນຄົ້ນຄ້ວາການລ້ຽງສັດ ແມ່ນຍັງຖືວ່າເປັນຈຸດໃຈກາງໃນການສຶກສາ ແລະ ຄົ້ນຄ້ວາກ່ຽວກັບອາຫານສຳລັບສັດຄ້ຽວເອື້ອງ ໂດຍສະເພາະແມ່ນງົວຄວາຍ ແລະ ແບ້. ຜົນງານອັນພົ້ນເດັ່ນອັນໜຶ່ງແມ່ນການສຶກສາ ແລະ ປະເມີນ ເພື່ອຄັດເລືອກເອົາພືດອາຫານສັດພັນປັບປຸງທີ່ເໝາະສົມກັບສະພາບແວດລ້ອມ ແລະ ການນຳໃຊ ຢູ່ ສປປ ລາວ. ພອນປະເສີດ ເພັງສະຫວັນ (2000) ໄດ້ສະຫລຸບກ່ຽວກັບການສຶກສາກ່ຽວກັບພືດອາຫານສັດວ່າ ຈາກທັງໝົດ 152 ສາຍພັນທີ່ນຳເຂົ້າມາທົດລອງນັ້ນ ແມ່ນຄັດເລືອກໄດ້ປະມານ 10 ສາຍພັນທີ່ສາມາດຈະເລີນເຕີບໂຕໄດ້ດີໃນສະພາບແວດລ້ອມຂອງລາວ ແລະ ໃນຈຳນວນດັ່ງກ່າວຊາວກະສິກອນໄດ້ນຳໃຊ້ເປັນອາຫານສັດສຳລັບງົວຄວາຍພຽງແຕ່ 5 ສາຍພັນ (ຕາຕະລາງ 6).
ຕາຕະລາງ6: ພືດອາຫານສັດທີ່ຊາວກະສິກອນນຳໃຊ້ເປັນອາຫານສັດ ຢູ່ ສປປ ລາວ

ຕະກຸນພືດອາຫານສັດ ຊື່ລາວ ຊື່ວິທະຍາສດ
ຫຍ້າອາຫານສັດ ແກມບາ Andropogon gayanus “Kent”
ກີນີ ສີມ່ວງ Panicum maximum “Simuang ຫລື purple”
ບຼີຊັນຕາ Brachiria brizantha “Marandu”
ມູລາໂຕ Brachiaria hybrid “Mulato”
ຖົ່ວອາຫານສັດ ສະໄຕໂລ Stylosnathes guianensis “CIAT 184 ແລະ Composite”

     

ຫ້ຍາກີນີ້                                        ຫ້ຍາມຄລາໂຕ

   

ຫ້ຍາແກມບາ                             ຖົ່ວສະໄຕໂລ

ສູນຄົ້ນຄ້ວາການລ້ຽງສັດ ຍັງໄດ້ສຸມກໍາລັງແຮງຂອງການຄົ້ນຄ້ວາໃສ່ໃນການປັບປຸງອາຫານຂອງງົວຄວາຍ ໃຫ້ມີຄຸນນະພາບທີ່ດີຂຶ້ນເຊັ່ນ ການນໍາໃຊ້ໃບມັນຕົ້ນ, ໃບຕາເວັນປ່າ ແລະ ໃບມອນເປັນອາຫານເສີມທາດໂປຼຕິນ ໃຫ້ແກ່ງົວ ຊຶ່ງເຮັດໃຫ້ງົວມີອັດຕາການຈະເລີນເຕີບໂຕທີ່ດີຂຶ້ນປະມານ ສອງ ຫາ ສາມ ເທົ່າຕົວ (ບຸນລ້ຽງ ຄຸດສະຫວ່າງ ແລະ ຄະນະ, 2007; Khamphoumy et al. 2007) ດັ່ງມີຕົວຢ່າງໃນຕາຕະລາງ 7.
ຕາຕະລາງ7: ຜົນໄດ້ຮັບຂອງການນຳໃຊ້ໃບມັນຕົ້ນເປັນອາຫານເສີມຕໍ່ການຈະເລີນເຕີບໂຕຂອງງົວພື້ນເມືອງລ

ຕົວຊີ້ວັດ ໃບມັນຕົ້ນ, g/100 kg ນ້ຳໜັກໂຕ SEM P
0 300 600 900 1200
ນ້ຳໜັກເລີ້ມຕົ້ນ, ກລ 133 111 107 111 108 15.719 0.583
ນ້ຳໜັກສຸດທ້າຍ, ກລ 151 132 132 138 163 15.172 0.289
ການເພີ້ມນ້ຳໜັກ, ກລ 18bc 21bc 25b 27b 55a 1.732 0.001
ອັດຕາການເພີ້ມນ້ຳໜັກຕໍ່ມື້, ກຼາມ 150b 175b 212b 225b 462a 5.520 0.005
ອັດຕາການແລກປ່ຽນອາຫານເປັນຊີ້ນ, ກລ/ກລ 27a 23a 17b 17b 8.2c 1.475 0.001

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

ການສຶກສາໃນການຊອກຫາວິທີການແກ້ໄຂບັນຫາການຂາດແຄນບັນຫາໃນລະດູແລ້ງນັ້ນ ສູນຄົ້ນຄ້ວາການລ້ຽງສັດ ແມ່ນໄດ້ທົດສອບເຕັກນິກທີ່ງ່າຍ ແລະ ເໝາະສົມກັບສະພາບຂອງຊາວກະສິກອນເຊັ່ນ ການເຮັດເຟືອງໝັກ ແລະ ນຳໃຊ້ອາຫານທີ່ມີຄຸນະພາບໃນທ້ອງຖິ່ນມາເປັນອາຫານເສີມໃຫ້ແກ່ງົວລາດ (ເພັດສະໄຫມ ວິລາເພັດ ແລະ ແກ້ວວິໄລ ແສງສຸວັນນາ, 2003; Phengvilaysouk and Phimphachanvongsod, 2006) ແລະ ເຫັນວ່າສາມາດເຮັດໃຫ້ສັດມີການເຕີບໂຕໄດ້ດີໃນລະດູແລ້ງ (277 ກຼາມ ຕໍ່ ມື້) ສົບທຽບໃສ່ການລ້ຽງດ້ວຍອາຫານແບບທຳມະຊາດ ແລະ ລະບົບການລ້ຽງຂອງຊາວກະສິກອນ (77 ກຼາມ ຕໍ່ ມື້) ຊຶ່ງໃນໄລຍະລະດູແລ້ງງົວຈ່ອຍ ແລະ ເສຍນ້ຳໜັກຫລາຍ (ຕາຕະລາງ 8). ສະນັ້ນ, ເຫັນວ່າການປັບປຸງ ແລະ ນຳໃຊ້ອາຫານຕ່າງໆ ທີ່ມີໃນທ້ອງຖິ່ນ ແມ່ນເຫັນວ່າມີຄວາມສຳຄັນ ແລະ ຈຳເປັນຕ້ອງໄດ້ຊຸກຍູ້ເຜີຍແຜ່ໃຫ້ແກ່ຊາວກະສິກອນເອົາໄປນຳໃຊ້ຕໍ່ໄປ.
ຕາຕະລາງ8: ການຈະເລີນເຕີບໂຕຂອງງົວລາດ ທີ່ ໄດ້ຮັບອາຫານທີ່ແຕກຕ່າງກັນໃນລະດູແລ້ງ

ລ້ຽງແບບທຳມະຊາດ ເສີມເຟືອງຫມັກ, ໃບຕາເວັນປ່າ ແລະ ນ້ຳມັນພືດ SEM
ຈຳນວນສັດ 6 6
ນ້ຳໜັກເລີ້ມຕົ້ນ, ກລ 186.4a 158.7b 1.05
ນ້ຳໜັ້ກສຸດທ້າຍ, ກລ 188.7a 167.0b 1.05
ສະເລ່ຍການເພີ້ມນ້ຳໜັກຕໍ່ມື້, ກຼ 77a 277b 0.00
ອັດຕາການແລກປ່ຽນອາຫານເປັນຊີ້ນ, ກລ/ກລ 34.06a 12.15b 1.03

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມຄວາມແຕກຕ່າງກັນ (P<0.05)

ສ່ວນຜົນຂອງການສຶກສາການຫັນປ່ຽນລະບົບການລ້ຽງຈາກການລ້ຽງແບບປະປ່ອຍ ມາເປັນການລ້ຽງແບບທອມ ກໍເຫັນວ່າໄດ້ຮັບຜົນດີ, ໂດຍສະເພາະແມ່ນການນຳໃຊ້ພືດອາຫານສັດພັນປັບປຸງເປັນອາຫານຫຼັກໃນການທອມສັດນັ້ນ ແມ່ນໄດ້ເຮັດໃຫ້ງົວຄວາຍໄດ້ມີການຈະເລີນເຕີບໂຕທີ່ດີຂຶ້ນ ເມື່ອສົມທຽບກັບອາຫານທີ່ມີຢູ່ຕາມທ້ອງຖິ່ນ. ຜົນຂອງການສຶກສາຮ່ວມກັບຊາວກະສິກອນທີ່ແຂວງຊຽງຂວາງ ໄດ້ສະແດງໃຫ້ເຫັນວ່າ ງົວຄວາຍທີ່ໄດ້ຮັບອາຫານທົດລອງທີ່ປະກອບມີ ຫຍ້າກີນີ, ຫຍ້າ ມູລາໂຕ, ຖົ່ວສະໄຕໂລ ແລະ ຮຳ ເປັນອາຫານເສີມ ແມ່ນມີອັດຕາການຈະເລີນເຕີບໂຕປະມານ 430 ກຼາມ/ມື້ ຊຶ່ງດີກ່ວາກ່ວາງົວຄວາຍທີ່ໄດ້ຮັບອາຫານແບບທໍາມະຊາດທີ່ມີການເຕີບໂຕພຽງແຕ່ 250 ກຼາມ/ມື້ ເທົ່ານັ້ນ (ຕາຕະລາງ 9). ຍ້ອນສາຍເຫດດັ່ງກ່າວນີ້ໄດ້ເຮັດໃຫ້ການຫັນປ່ຽນວິທີການລ້ຽງ ແມ່ນເປັນເຕັກນິກທີ່ຍອມຮັບຈາກຊາວກະສິກອນເປັນຢ່າງດີໂດຍສະເພາະ ແມ່ນຢູ່ແຂວງຊຽງຂວາງ, ຫລວງພະບາງ ແລະ ແຂວງອື່ນໆ ໃນພາກເໜືອຂອງ ສປປ ລາວ (ສົມຈັນ ຄຳພາວົງ ແລະ ຄະນະ, 2012; ວຽງສຸກ ລໍເບຼຍຢາວ ແລະ ຄະນະ, 2012).

ຕາຕະລາງ 9. ການຈະເລີນເຕີບໂຕຂອງງົວໃນແຕ່ລະຈຸທົດລອງ (ສັດທົດລອງທັງຫມົດ 20 ໂຕ)

ຈຸທົດລອງ
ແບບປະເພນີ ອາຫານທົດລອງ
ໄລຍະການທົດລອງ, ມື້ 100 100
ນ້ຳຫນັກທຳອິດ, ກລ 110 106
ນ້ຳຫນັກສຸດທ້າຍ, ກລ 135 150
ນ້ຳຫນັກເພີ້ມ, ກຼ/ມື້ 250a 433b

a, b, c, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

   

ການປູກຫຍ້າທອມງົວຂອງຊາວກະສິກອນ ຢູ່ ແຂວງ ຊຽງຂວາງ

      ຈາກການສຶກສາ ແລະ ຄົ້ນຄ້ວາຜ່ານມາສາມາດສະຫຼູບໄດ້ວ່າ ການປັບປຸງພັນງົວລາດ ໂດຍການປະສົມພັນ ກັບງົວ ບຼາມັນ ແລະ ເຣດຊິນດີ ແມ່ນເຮັດໃຫ້ໄດ້ງົວລູກຊອດທີ່ມີຂະຫນາດ, ນ້ຳຫນັກ ແລະ ອັດຕາການຈະເລີນເຕີບໂຕເພີ້ມຂຶ້ນ, ແຕ່ຄຽງຄູ່ກັບການປັບປຸງພັນ ຄວນຈະຕ້ອງໄດ້ມີການປັບປຸງອາຫານໄປພ້ອມກັນເຊັ່ນ ການປູກພືດອາຫານສັດ, ການປັບປຸງທາງດ້ານຄຸນະພາບອາຫານ, ການຄຸ້ມຄອງຈັດການກ່ຽວກັບສຸຂະພາບສັດ ແລະ ອື່ນໆ ເພື່ອເປັນການຮັບປະກັນໃຫ້ແກ່ການຕອບສະໜອງອາຫານ ແລະ ທາດອາຫານທີ່ພຽງພໍຕາມຄວາມຕ້ອງການຂອງສັດ ແລະ ສະພາບແວດລ້ອມຕ່າງໆ ທີ່ຈະເຮັດໃຫ້ສັດມີສຸຂະພາບສົມບູນ ແລະ ມີການຈະເລີນເຕີບໂຕດີ.

 

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029

ເຂົ້າ ແດງຕັນ (Dengtan)

ຊື່ແນວພັນ: ເຂົ້າ ແດງຕັນ (Dengtan)
ຊະນິດແນວພັນ: ເຂົ້າໜຽວ
ແຫລ່ງກໍາເນີດ: ແຂວງຫົວພັນ
ລັກສະນະປະຈໍາພັນ:
• ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 85-110ຊມ
• ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 17-24/9
• ລວງຍາວຂອງຮວງ: 25-30ຊມ
• ລັກສະນະຂອງເມັດ: ເມັດໃຫຍ່ປຸ້ມ ເປຶອກນອກແດງ
• ການຈັບເມັດແໜ້ນໜາຫລາຍ
ຜົນຜະລິດ: 2-3.5ໂຕນ/ຮຕ
ລັກສະນະເດັ່ນ: ປັບຕົວໄດ້ດີ ເປັນແນວພັນເຂົ້າໜຽວໄຮ່ທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ ແລະ ທົນທານຕໍ່ພະຍາດແມງໄມ້

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າກະສິກຳ ບ້ານໂພນຕ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Tel: ມືຖື
ຫ້ອງການ: 030 5260232

ເຂົ້າ ຈ້າວດໍາ (Chaodam)

ຊື່ແນວພັນ: ເຂົ້າ ຈ້າວດໍາ (Chaodam)
ຊະນິດແນວພັນ: ເຂົ້າຈ້າວ
ແຫລ່ງກໍາເນີດ: ແຂວງຫົວພັນ
ລັກສະນະປະຈໍາພັນ:
• ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 80-120ຊມ
• ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 17-24/9
• ລວງຍາວຂອງຮວງ: 25-35ຊມ
• ລັກສະນະຂອງເມັດ: ເມັດຍາວ ເປຶອກນອກລາຍກົ້ນດໍາ
ຜົນຜະລິດ: 1-1.5ໂຕນ/ຮຕ
ລັກສະນະເດັ່ນ: ເປັນເຂົ້າຈ້າວໄຮ່ທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ ແລະ ທົນທານຕໍ່ພະຍາດແມງໄມ້

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າກະສິກຳ ບ້ານໂພນຕ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Tel: ມືຖື
ຫ້ອງການ: 030 5260232

ເຂົ້າ ຈຸກ (Jouk)

ຊື່ແນວພັນ: ເຂົ້າ ຈຸກ (Jouk)
ຊະນິແນວພັນ: ເຂົ້າໜຽວ
ແຫລ່ງກໍາເນີດ: ແຂວງຫົວພັນ
ລັກສະນະປະຈໍາພັນ:
• ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 80-100ຊມ
• ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 24-26/9
• ລວງຍາວຂອງຮວງ: 25-30ຊມ
• ລັກສະນະຂອງເມັດ: ເມັດໃຫຍ່ຍາວ ເປຶອກນອກສີຂາວ
ຜົນຜະລິດ: 1.5-2.5ໂຕນ/ຮຕ
ລັກສະນະເດັ່ນ: ເປັນເຂົ້າໜຽວທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ, ການຈັບເມັດຢູ່ເປັນຈູ້ມ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າຝ້າງ6

ຊື່ພາສາອັງກິດ: Sorghum
ຕະກູນ: Poaceae
ຊະນິດ: S. bicolor
ຊື່ວິທະຍາສາດ: Sorghum bicolor L.
ລັກສະນະທົ່ວໄປ: ເຂົ້າຝ້າງຈັດຢູ່ໃນອັນດັບຫ້າຂອງພືດອາຫານໂລກຮອງຈາກ: ເຂົ້າ, ເຂົ້າວີດ, ສາລີ ແລະ ເຂົ້າບຣາເລ. ເຂົ້າຝ້າງຄາດວ່າມີຖິ່ນກຳເນີດຢູ່ປະເທດໂອຖິໂອເປຍ, ຈາກນັ້ນໄດ້ແພ່ກະຈາຍໄປຕາມເສັ້ນທາງການຄ້າຫລືການເດີນເຮືອ. ເຂົ້າຝ້າງຈັດຢູ່ໃນພືດຕະກູນຫຍ້າ, ມີອາຍຸໜຶ່ງປີ, ຕົ້ນດຽວຫລືແຕກກໍທີ່ເຫງົ້າ, ມີຮາກພິເສດເປັນຮາກຝອຍ, ລຳຕົ້ນຕັ້ງ, ແຫ້ງຫລືຊຸ່ມນ້ຳ, ມີລົດຈືດ ແລະ ຫວານ, ຂ້າງໃນຂອງລຳຕົ້ນຄ້າຍຄືຟອງນ້ຳ ແລະ ມີຊອງຫວ່າງ, ໃບລຽງສະຫລັບ, ກາບອ້ອມຮອບລຳຕົ້ນເຊິ່ງສ່ວນຂອງກາບຊ້ອນເລື່ອມກັນ, ມີໄຂນວນປົກຄຸມ, ລີ້ນໃບສັ້ນ ແລະ ມີຂົນປົກຫຸ້ມຢູ່ຂອບດ້ານເທິງ, ມີປາກໃບທັງສອງດ້ານ, ດອກເປັນຊໍ, ເມັດຄ້າຍຄືກັບທັນຍະພືດ: ກົມຫລືປາຍມົນ ແລະ ແຫລມ, ໃຊ້ເປັນອາຫານທັງຄົນ, ສັດ ແລະ ນອກນັ້ນຍັງໃຊ້ເປັນນໍ້າມັນເຊື້ອໄຟ.[1]
ຄຸນປະໂຫຍດ:
• ເຂົ້າຝ້າງເປັນພືດອາຫານສັດທີ່ສຳຄັນໃນແອັບຟິກາ, ເອເຊຍ, ສະຫາລັດອາເມລິກາ ແລະ ອັອດສະເຕເລຍ. ປຸງແຕ່ງໄດ້ທັງການຂົ້ວ ແລະ ຕົ້ມ, ໃຊ້ເປັນໂຈກ, ໃຊ້ເຮັດເຂົ້າຈີ່, ຫລືໃຊ້ຜະລິດເບຍໂດຍການນຳເອົາເມັດໄປບົມໃຫ້ງອກ. ເມັດໃຊ້ຜະລິດເຄື່ອງດືມທີ່ມີເເອລກໍຮໍ ແລະ ນ້ຳສົ້ມສາຍຊູ. ລຳຕົ້ນໃຊ້ເປັນວັດຖຸໃນກໍ່ສ້າງ, ເຊື້ອໄຟ ແລະ ອາຫານສັດ.[1]
• ໃຊ້ເປັນຢາຂັບນ້ຳປັດສະວະໂດຍການນຳເອົາເມັດແຫ້ງປະມານ 30-60 ກລາມ ຫລື ຮາກແຫ້ງປະມານ 15-30 ກລາມ (ຖ້າເປັນຮາກສົດແມ່ນໃຊ້ 30-60 ກລາມ) ນຳມາຕົ້ມກັບນ້ຳດືມ.
• ໃນຜູ້ຍິ່ງຕົກເລືອດໃນເວລາເກີດລູກໃຫມ່ໃຫ້ໃຊ້ຮາກສົດປະມານ 7 ຕົ້ນ(ປະມານ 30-60 ກລາມ) ຜະສົມກັບນ້ຳຕານຊາຍແດງປະມານ 15 ກລາມແລ້ວຕົ້ມກັບນໍ້າດືມຈະຊ່ວຍບັນເທົາອາການລົງໄດ້
• ໃຊ້ເປັນຢາຮັກສາພະຍາດອະຫິວາ, ບິດ, ຊ່ວຍສະໝານລຳໃສ້ ແລະ ກະເພາະອາຫານດ້ວຍການໃຊ້ເມັດແຫ້ງປະມານ 30-60 ກລາມ ນໍາມາຕົ້ມກັບນໍ້າດື່ມ[2]
ລັກສະນະປະຈຳພັນ:
• ແນວພັນ: JP149795 (COL/JIYOSHI,KOUCHI/1992/NAKANISHI)
• ຄວາມສູງ: 161.3 ຊມ
• ຈໍານວນໜໍ່: 1 ໜໍ່
• ຄວາມຍາວຮວງ: 35 ຊມ
• ຄວາມໜາລຳຕົ້ນ: 11.6 ມມ
• ຄວາມຍາວໃບ: 83.9 ຊມ
• ຄວາມກວ້າງໃບ: 7.6 ຊມ
• ອາຍຸ: ຮູ້ສຶກແສງຈະອອກດອກຢູ່ໃນຊ່ວງແສງກາງເວັນສັ້ນກ່ອນສິບເອັດຊົ່ວໂມງ
ເອກະສານອ້າງອີງ:

1. Field crops production in Thailand, Field crops research institute, Department of agriculture, Ministry of agriculture and co-operatives, Bangkok, Thailand. pp 19-25
2. ໜັງສືພະຈານານຸກົມສະໝຸນໄພໄທ, ສະບັບພິມຄັ້ງທີ່ 5. (ດຣ ວິດທຽງບຸນນະທຳ). “ເຂົ້າຝ້າງສະໝຸດໂຄດົມ”. ໜ້າ 120-124
3. https://th.wikipedia.org/wiki

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າຝ້າງ5

ຊື່ພາສາອັງກິດ: Sorghum
ຕະກູນ: Poaceae
ຊະນິດ: S. bicolor
ຊື່ວິທະຍາສາດ: Sorghum bicolor L.
ລັກສະນະທົ່ວໄປ: ເຂົ້າຝ້າງຈັດຢູ່ໃນອັນດັບຫ້າຂອງພືດອາຫານໂລກຮອງຈາກ: ເຂົ້າ, ເຂົ້າວີດ, ສາລີ ແລະ ເຂົ້າບຣາເລ. ເຂົ້າຝ້າງຄາດວ່າມີຖິ່ນກຳເນີດຢູ່ປະເທດໂອຖິໂອເປຍ, ຈາກນັ້ນໄດ້ແພ່ກະຈາຍໄປຕາມເສັ້ນທາງການຄ້າຫລືການເດີນເຮືອ. ເຂົ້າຝ້າງຈັດຢູ່ໃນພືດຕະກູນຫຍ້າ, ມີອາຍຸໜຶ່ງປີ, ຕົ້ນດຽວຫລືແຕກກໍທີ່ເຫງົ້າ, ມີຮາກພິເສດເປັນຮາກຝອຍ, ລຳຕົ້ນຕັ້ງ, ແຫ້ງຫລືຊຸ່ມນ້ຳ, ມີລົດຈືດ ແລະ ຫວານ, ຂ້າງໃນຂອງລຳຕົ້ນຄ້າຍຄືຟອງນ້ຳ ແລະ ມີຊອງຫວ່າງ, ໃບລຽງສະຫລັບ, ກາບອ້ອມຮອບລຳຕົ້ນເຊິ່ງສ່ວນຂອງກາບຊ້ອນເລື່ອມກັນ, ມີໄຂນວນປົກຄຸມ, ລີ້ນໃບສັ້ນ ແລະ ມີຂົນປົກຫຸ້ມຢູ່ຂອບດ້ານເທິງ, ມີປາກໃບທັງສອງດ້ານ, ດອກເປັນຊໍ, ເມັດຄ້າຍຄືກັບທັນຍະພືດ: ກົມຫລືປາຍມົນ ແລະ ແຫລມ, ໃຊ້ເປັນອາຫານທັງຄົນ, ສັດ ແລະ ນອກນັ້ນຍັງໃຊ້ເປັນນໍ້າມັນເຊື້ອໄຟ.[1]
ຄຸນປະໂຫຍດ:
• ເຂົ້າຝ້າງເປັນພືດອາຫານສັດທີ່ສຳຄັນໃນແອັບຟິກາ, ເອເຊຍ, ສະຫາລັດອາເມລິກາ ແລະ ອັອດສະເຕເລຍ. ປຸງແຕ່ງໄດ້ທັງການຂົ້ວ ແລະ ຕົ້ມ, ໃຊ້ເປັນໂຈກ, ໃຊ້ເຮັດເຂົ້າຈີ່, ຫລືໃຊ້ຜະລິດເບຍໂດຍການນຳເອົາເມັດໄປບົມໃຫ້ງອກ. ເມັດໃຊ້ຜະລິດເຄື່ອງດືມທີ່ມີເເອລກໍຮໍ ແລະ ນ້ຳສົ້ມສາຍຊູ. ລຳຕົ້ນໃຊ້ເປັນວັດຖຸໃນກໍ່ສ້າງ, ເຊື້ອໄຟ ແລະ ອາຫານສັດ.[1]
• ໃຊ້ເປັນຢາຂັບນ້ຳປັດສະວະໂດຍການນຳເອົາເມັດແຫ້ງປະມານ 30-60 ກລາມ ຫລື ຮາກແຫ້ງປະມານ 15-30 ກລາມ (ຖ້າເປັນຮາກສົດແມ່ນໃຊ້ 30-60 ກລາມ) ນຳມາຕົ້ມກັບນ້ຳດືມ.
• ໃນຜູ້ຍິ່ງຕົກເລືອດໃນເວລາເກີດລູກໃຫມ່ໃຫ້ໃຊ້ຮາກສົດປະມານ 7 ຕົ້ນ(ປະມານ 30-60 ກລາມ) ຜະສົມກັບນ້ຳຕານຊາຍແດງປະມານ 15 ກລາມແລ້ວຕົ້ມກັບນໍ້າດືມຈະຊ່ວຍບັນເທົາອາການລົງໄດ້
• ໃຊ້ເປັນຢາຮັກສາພະຍາດອະຫິວາ, ບິດ, ຊ່ວຍສະໝານລຳໃສ້ ແລະ ກະເພາະອາຫານດ້ວຍການໃຊ້ເມັດແຫ້ງປະມານ 30-60 ກລາມ ນໍາມາຕົ້ມກັບນໍ້າດື່ມ[2]
ລັກສະນະປະຈຳພັນ:
• ແນວພັນ: JP149782 (COL/MIYOSHI,TOKUSHIMA/1993/YAMADA)
• ຄວາມສູງ: 111.7 ຊມ
• ຈໍານວນໜໍ່: 2 ໜໍ່
• ຄວາມຍາວຮວງ: 29.3 ຊມ
• ຄວາມໜາລຳຕົ້ນ: 10 ມມ
• ຄວາມຍາວໃບ: 54.7 ຊມ
• ຄວາມກວ້າງໃບ: 6.7 ຊມ
• ອາຍຸ: ຮູ້ສຶກແສງຈະອອກດອກຢູ່ໃນຊ່ວງແສງກາງເວັນສັ້ນກ່ອນສິບເອັດຊົ່ວໂມງ
ເອກະສານອ້າງອີງ:

1. Field crops production in Thailand, Field crops research institute, Department of agriculture, Ministry of agriculture and co-operatives, Bangkok, Thailand. pp 19-25
2. ໜັງສືພະຈານານຸກົມສະໝຸນໄພໄທ, ສະບັບພິມຄັ້ງທີ່ 5. (ດຣ ວິດທຽງບຸນນະທຳ). “ເຂົ້າຝ້າງສະໝຸດໂຄດົມ”. ໜ້າ 120-124
3. https://th.wikipedia.org/wiki

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າຝ້າງ4

ແນວພັນທີ4
ຊື່ພາສາລາວ: ເຂົ້າຝ້າງ
ຊື່ພາສາອັງກິດ: Sorghum
ຕະກູນ: Poaceae
ຊະນິດ: S. bicolor
ຊື່ວິທະຍາສາດ: Sorghum bicolor L.
ລັກສະນະທົ່ວໄປ: ເຂົ້າຝ້າງຈັດຢູ່ໃນອັນດັບຫ້າຂອງພືດອາຫານໂລກຮອງຈາກ: ເຂົ້າ, ເຂົ້າວີດ, ສາລີ ແລະ ເຂົ້າບຣາເລ. ເຂົ້າຝ້າງຄາດວ່າມີຖິ່ນກຳເນີດຢູ່ປະເທດໂອຖິໂອເປຍ, ຈາກນັ້ນໄດ້ແພ່ກະຈາຍໄປຕາມເສັ້ນທາງການຄ້າຫລືການເດີນເຮືອ. ເຂົ້າຝ້າງຈັດຢູ່ໃນພືດຕະກູນຫຍ້າ, ມີອາຍຸໜຶ່ງປີ, ຕົ້ນດຽວຫລືແຕກກໍທີ່ເຫງົ້າ, ມີຮາກພິເສດເປັນຮາກຝອຍ, ລຳຕົ້ນຕັ້ງ, ແຫ້ງຫລືຊຸ່ມນ້ຳ, ມີລົດຈືດ ແລະ ຫວານ, ຂ້າງໃນຂອງລຳຕົ້ນຄ້າຍຄືຟອງນ້ຳ ແລະ ມີຊອງຫວ່າງ, ໃບລຽງສະຫລັບ, ກາບອ້ອມຮອບລຳຕົ້ນເຊິ່ງສ່ວນຂອງກາບຊ້ອນເລື່ອມກັນ, ມີໄຂນວນປົກຄຸມ, ລີ້ນໃບສັ້ນ ແລະ ມີຂົນປົກຫຸ້ມຢູ່ຂອບດ້ານເທິງ, ມີປາກໃບທັງສອງດ້ານ, ດອກເປັນຊໍ, ເມັດຄ້າຍຄືກັບທັນຍະພືດ: ກົມຫລືປາຍມົນ ແລະ ແຫລມ, ໃຊ້ເປັນອາຫານທັງຄົນ, ສັດ ແລະ ນອກນັ້ນຍັງໃຊ້ເປັນນໍ້າມັນເຊື້ອໄຟ.[1]
ຄຸນປະໂຫຍດ:
• ເຂົ້າຝ້າງເປັນພືດອາຫານສັດທີ່ສຳຄັນໃນແອັບຟິກາ, ເອເຊຍ, ສະຫາລັດອາເມລິກາ ແລະ ອັອດສະເຕເລຍ. ປຸງແຕ່ງໄດ້ທັງການຂົ້ວ ແລະ ຕົ້ມ, ໃຊ້ເປັນໂຈກ, ໃຊ້ເຮັດເຂົ້າຈີ່, ຫລືໃຊ້ຜະລິດເບຍໂດຍການນຳເອົາເມັດໄປບົມໃຫ້ງອກ. ເມັດໃຊ້ຜະລິດເຄື່ອງດືມທີ່ມີເເອລກໍຮໍ ແລະ ນ້ຳສົ້ມສາຍຊູ. ລຳຕົ້ນໃຊ້ເປັນວັດຖຸໃນກໍ່ສ້າງ, ເຊື້ອໄຟ ແລະ ອາຫານສັດ.[1]
• ໃຊ້ເປັນຢາຂັບນ້ຳປັດສະວະໂດຍການນຳເອົາເມັດແຫ້ງປະມານ 30-60 ກລາມ ຫລື ຮາກແຫ້ງປະມານ 15-30 ກລາມ (ຖ້າເປັນຮາກສົດແມ່ນໃຊ້ 30-60 ກລາມ) ນຳມາຕົ້ມກັບນ້ຳດືມ.
• ໃນຜູ້ຍິ່ງຕົກເລືອດໃນເວລາເກີດລູກໃຫມ່ໃຫ້ໃຊ້ຮາກສົດປະມານ 7 ຕົ້ນ(ປະມານ 30-60 ກລາມ) ຜະສົມກັບນ້ຳຕານຊາຍແດງປະມານ 15 ກລາມແລ້ວຕົ້ມກັບນໍ້າດືມຈະຊ່ວຍບັນເທົາອາການລົງໄດ້
• ໃຊ້ເປັນຢາຮັກສາພະຍາດອະຫິວາ, ບິດ, ຊ່ວຍສະໝານລຳໃສ້ ແລະ ກະເພາະອາຫານດ້ວຍການໃຊ້ເມັດແຫ້ງປະມານ 30-60 ກລາມ ນໍາມາຕົ້ມກັບນໍ້າດື່ມ[2]
ລັກສະນະປະຈຳພັນ:
• ແນວພັນ: JP149776 (COL/MIYOSHI, TOKUSHIMA/1993/HADARA)
• ຄວາມສູງ: 133 ຊມ
• ຈໍານວນໜໍ່: 3 ໜໍ່
• ຄວາມຍາວຮວງ: 31.4 ຊມ
• ຄວາມໜາລຳຕົ້ນ: 11.9 ມມ
• ຄວາມຍາວໃບ: 63.3 ຊມ
• ຄວາມກວ້າງໃບ: 5.8 ຊມ
• ອາຍຸ: ຮູ້ສຶກແສງຈະອອກດອກຢູ່ໃນຊ່ວງແສງກາງເວັນສັ້ນກ່ອນສິບເອັດຊົ່ວໂມງ
ເອກະສານອ້າງອີງ:

1. Field crops production in Thailand, Field crops research institute, Department of agriculture, Ministry of agriculture and co-operatives, Bangkok, Thailand. pp 19-25
2. ໜັງສືພະຈານານຸກົມສະໝຸນໄພໄທ, ສະບັບພິມຄັ້ງທີ່ 5. (ດຣ ວິດທຽງບຸນນະທຳ). “ເຂົ້າຝ້າງສະໝຸດໂຄດົມ”. ໜ້າ 120-124
3. https://th.wikipedia.org/wiki

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າຝ້າງ3

ແນວພັນທີ3
ຊື່ພາສາລາວ: ເຂົ້າຝ້າງ
ຊື່ພາສາອັງກິດ: Sorghum
ຕະກູນ: Poaceae
ຊະນິດ: S. bicolor
ຊື່ວິທະຍາສາດ: Sorghum bicolor L.
ລັກສະນະທົ່ວໄປ: ເຂົ້າຝ້າງຈັດຢູ່ໃນອັນດັບຫ້າຂອງພືດອາຫານໂລກຮອງຈາກ: ເຂົ້າ, ເຂົ້າວີດ, ສາລີ ແລະ ເຂົ້າບຣາເລ. ເຂົ້າຝ້າງຄາດວ່າມີຖິ່ນກຳເນີດຢູ່ປະເທດໂອຖິໂອເປຍ, ຈາກນັ້ນໄດ້ແພ່ກະຈາຍໄປຕາມເສັ້ນທາງການຄ້າຫລືການເດີນເຮືອ. ເຂົ້າຝ້າງຈັດຢູ່ໃນພືດຕະກູນຫຍ້າ, ມີອາຍຸໜຶ່ງປີ, ຕົ້ນດຽວຫລືແຕກກໍທີ່ເຫງົ້າ, ມີຮາກພິເສດເປັນຮາກຝອຍ, ລຳຕົ້ນຕັ້ງ, ແຫ້ງຫລືຊຸ່ມນ້ຳ, ມີລົດຈືດ ແລະ ຫວານ, ຂ້າງໃນຂອງລຳຕົ້ນຄ້າຍຄືຟອງນ້ຳ ແລະ ມີຊອງຫວ່າງ, ໃບລຽງສະຫລັບ, ກາບອ້ອມຮອບລຳຕົ້ນເຊິ່ງສ່ວນຂອງກາບຊ້ອນເລື່ອມກັນ, ມີໄຂນວນປົກຄຸມ, ລີ້ນໃບສັ້ນ ແລະ ມີຂົນປົກຫຸ້ມຢູ່ຂອບດ້ານເທິງ, ມີປາກໃບທັງສອງດ້ານ, ດອກເປັນຊໍ, ເມັດຄ້າຍຄືກັບທັນຍະພືດ: ກົມຫລືປາຍມົນ ແລະ ແຫລມ, ໃຊ້ເປັນອາຫານທັງຄົນ, ສັດ ແລະ ນອກນັ້ນຍັງໃຊ້ເປັນນໍ້າມັນເຊື້ອໄຟ.[1]
ຄຸນປະໂຫຍດ:
• ເຂົ້າຝ້າງເປັນພືດອາຫານສັດທີ່ສຳຄັນໃນແອັບຟິກາ, ເອເຊຍ, ສະຫາລັດອາເມລິກາ ແລະ ອັອດສະເຕເລຍ. ປຸງແຕ່ງໄດ້ທັງການຂົ້ວ ແລະ ຕົ້ມ, ໃຊ້ເປັນໂຈກ, ໃຊ້ເຮັດເຂົ້າຈີ່, ຫລືໃຊ້ຜະລິດເບຍໂດຍການນຳເອົາເມັດໄປບົມໃຫ້ງອກ. ເມັດໃຊ້ຜະລິດເຄື່ອງດືມທີ່ມີເເອລກໍຮໍ ແລະ ນ້ຳສົ້ມສາຍຊູ. ລຳຕົ້ນໃຊ້ເປັນວັດຖຸໃນກໍ່ສ້າງ, ເຊື້ອໄຟ ແລະ ອາຫານສັດ.[1]
• ໃຊ້ເປັນຢາຂັບນ້ຳປັດສະວະໂດຍການນຳເອົາເມັດແຫ້ງປະມານ 30-60 ກລາມ ຫລື ຮາກແຫ້ງປະມານ 15-30 ກລາມ (ຖ້າເປັນຮາກສົດແມ່ນໃຊ້ 30-60 ກລາມ) ນຳມາຕົ້ມກັບນ້ຳດືມ.
• ໃນຜູ້ຍິ່ງຕົກເລືອດໃນເວລາເກີດລູກໃຫມ່ໃຫ້ໃຊ້ຮາກສົດປະມານ 7 ຕົ້ນ(ປະມານ 30-60 ກລາມ) ຜະສົມກັບນ້ຳຕານຊາຍແດງປະມານ 15 ກລາມແລ້ວຕົ້ມກັບນໍ້າດືມຈະຊ່ວຍບັນເທົາອາການລົງໄດ້
• ໃຊ້ເປັນຢາຮັກສາພະຍາດອະຫິວາ, ບິດ, ຊ່ວຍສະໝານລຳໃສ້ ແລະ ກະເພາະອາຫານດ້ວຍການໃຊ້ເມັດແຫ້ງປະມານ 30-60 ກລາມ ນໍາມາຕົ້ມກັບນໍ້າດື່ມ[2]
ລັກສະນະປະຈຳພັນ:
• ແນວພັນ: JP149761 (COL/AGAWA,KOUCHI/1989/ITOH)
• ຄວາມສູງ: 144 ຊມ
• ຈໍານວນໜໍ່: 1 ໜໍ່
• ຄວາມຍາວຮວງ: 21.7 ຊມ
• ຄວາມໜາລຳຕົ້ນ: 9.7 ມມ
• ຄວາມຍາວໃບ: 52.9 ຊມ
• ຄວາມກວ້າງໃບ: 5.1 ຊມ
• ອາຍຸ: ຮູ້ສຶກແສງຈະອອກດອກຢູ່ໃນຊ່ວງແສງກາງເວັນສັ້ນກ່ອນສິບເອັດຊົ່ວໂມງ
ເອກະສານອ້າງອີງ:
1. Field crops production in Thailand, Field crops research institute, Department of agriculture, Ministry of agriculture and co-operatives, Bangkok, Thailand. pp 19-25
2. ໜັງສືພະຈານານຸກົມສະໝຸນໄພໄທ, ສະບັບພິມຄັ້ງທີ່ 5. (ດຣ ວິດທຽງບຸນນະທຳ). “ເຂົ້າຝ້າງສະໝຸດໂຄດົມ”. ໜ້າ 120-124
3. https://th.wikipedia.org/wiki

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

1 2 3 12