ເຕັກນິກການຟັກໄຂ່ (ໄກ່, ເປັດ)

1. ຂັ້ນຕອນວິທີການຟັກໄຂ່ໄກ່, ເປັດເທບ
1.1 ອຸນຫະພູມ (Temperrature c)
ປັດໄຈສຳຄັນທີ່ສຸດໃນການຟັກໄຂ່ ເພາະວ່າໃນເວລາມີຄວາມຮ້ອນຈະເຮັດໃຫ້ໜ່ວຍໄຂ່ມີການຂະຫຍາຍຕົວ ອຸນຫະພູມໃນຊ່ວງທຳອິດຕ້ອງສູງກວ່າຊ່ວງປົກກະຕິ ຈະຊ່ວຍໃຫ້ຕົ້ນອ່ອນຂະຫຍາຍຕົວໄວໄຂ່ຂາວຈະເຊື່ອມເຂົ້າຫາໄຂ່ແດງໄວຂື້ນ. ໃນໄລຍະຟັກໄຂ່ນັ້ນ ສ່ວນຫົວຂອງໄຂ່ຕ້ອງໃຫ້ຖືກຄວາມຮ້ອນ(ດູດຊືມຄວາມຮ້ອນ) ດັ່ງນັ້ນ, ຄວາມຮ້ອນສູງໃນໄລຍະທຳອິດມີຜົນດີຕໍ່ການຂະຫຍາຍຕົວຂອງອະໄວຍະວະຂອງຕົວອ່ອນ.
ການຟັກໄຂ່ໃນຊ່ວງກາງ(ໄລຍະກາງ) ເຊິ່ງໄຂ່ເລີ່ມລະບາຍຄວາມຮ້ອນອອກ ດັ່ງນັ້ນ, ບໍ່ຄວນໃຊ້ຄວາມຮ້ອນສູງ(ລຸດອຸນຫະພູມລົງ) ເພື່ອເຮັດໃຫ້ໄຂ່ລະບາຍຄວາມຮ້ອນໄດ້ດີ.
ໄລຍະທ້າຍກໍ່ຫຼຸດຄວາມຮ້ອນລົງ ບໍ່ຄວນເພີ່ມຄວາມຮ້ອນແຕ່ບໍ່ໃຫ້ຂາດຄວາມຮ້ອນຈະເຮັດໃຫ້ຂະບວນການເຕີບໂຕຂອງຕົວອ່ອນບໍ່ຂະຫຍາຍຕົວ

ການນຳໃຊ້ອຸນຫະພູມໃຫ້ຕູ້ຟັກໄຂ່ໄກ່,ເປັດມີດັ່ງລຸ່ມນີ້

ຈຳນວນມື້ອົບ ອຸນຫະພູມຕູ້ຟັກທັນສະໄໝ ອຸນຫະພູມຕູ້ຟັກທຳມະດາ
1-10 ມື້ 38,3-38 38,5-38,3
11-19 ມື້ 37,9-37,7 38-37,7
20-25 ມື້ 37,6-37,4 37,6-37,5
26-31 ມື້ 37,8-37,7 37,8-37,7
32-35 ມື້ 37,5-37,4  

1.2 ຄວາມຊຸ່ມ (Humidity)
– ຄວາມຊຸ່ມໃນຕູ້ຟັກມີຄວາມສຳຄັນຫຼາຍໃນການຟັກໄຂ່ເໜືອນກັບອຸນຫະພູມ
– ໃນຊ່ວງທຳອິດທີ່ອຸນຫະພູມສູງນັ້ນ ການລະເຫີຍອາຍນໍ້າໃນໄຂ່ຂາວຈະສູງຂື້ນໃນເວລານີ້ນໍ້າມີບົດບາດເຂົ້າໄປເຈືອຈາງກັບທາດບຳລຸງລ້ຽງພາຍໃນ
– ໃນຊ່ວງກາງ(ໄລຍະກາງ) ແຕ່ມື້ທີ່ 15-17 ອະໄວຍະວະຕ່າງໆໃນໜ່ວຍໄຂ່ຈະປະກອບເປັນຮູບເປັນຮ່າງອາຍນໍ້າຈະຖືກລະບາຍອອກທາງດ້ານນອກ ໂດຍຂະບວນການແລກປ່ຽນທາດພາຍໃນ
– ໃນຊ່ວງສຸດທ້າຍ(ໄລຍະແຕກເບາະ) ແມ່ນໄລຍະຕ້ອງການຄວາມຊຸ່ມທີ່ສູງ ເພື່ອຫຼີກເວັ້ນການຂາດນໍ້າຈະເຮັດໃຫ້ເຍື້ອຫຸ້ມໄຂ່ແຫ້ງ ເຮັດໃຫ້ເປັດນ້ອຍບໍ່ສາມາດເຈາະໄຂ່ອອກມານອກ
– ລະດັບການນຳໃຊ້ຄວາມຊຸ່ມໃນຕູ້ຟັກ
1-11 ມື້ ຄວາມຊຸ່ມ 64-65%
12-13 ມື້ ຄວາມຊຸ່ມ 55-57%
32-35 ມື້ ຄວາມຊຸ່ມ 80-85%

1.3 ການລະບາຍອາກາດຂອງໄຂ່ (ໄກ່, ເປັດ)
ໄຂ່ເປັດເທບ, ໄຂ່ເປັດລາດ ມີນໍ້າໜັກ 70-80 ກຼາມ/ໜ່ວຍ ມັນສາມາດດູດຊືມທາດອົກຊີແຊນ (Oxygen) ໄດ້ 9,169 Cm3 ແລະ ສາມາດຖ່າຍເທທາດກາກໂບນິກ (Carbonic)ອອກໄດ້ 6,607 Cm3 ແຕ່ວ່າໄຂ່ໄກ່ສາມາດດູດຊືມຈຳນວນບໍລິມາດອົກຊີແຊນໄດ້ 4,000 m3 ແລະ ຖ່າຍເທທາດກາກໂບນິກໄດ້ 3,536 m3 ຍ້ອນເຫດດັ່ງກ່າວມານັ້ນ. ຕູ້ຟັກໄຂ່ຕ້ອງສາມາດເຮັດໜ້າທີ່ແລກປ່ຽນທາດພາຍໃນໄດ້ດີທີ່ສຸດ.
ພາຍໃນຕູ້ຟັກໄຂ່ປະລິມານອົກຊີແຊນ ແມ່ນ 21% ແລະ ທາດກາກໂບນິກ 0,4-0,1%. ຖ້າວ່າທາດກາດໂບນິກມີສູງກວ່າ 0,4% ຈະມີຜົນກະທົບຕໍ່ການຈະເລີນເຕີບໂຕຂອງໂຕອ່ອນ ອັດຕາການຕາຍຈະສູງ, ປະລິມານທາດອົກຊີແຊນບໍ່ໃຫ້ຫຼຸດ 15% ຄວາມໄວຂອງພັດລົມພາຍໃນຕູ້ຟັກໄຂ່ແມ່ນ 300 ຮອບ/ນາທີ, ແຕ່ພາຍໃນຕູ້ເບາະ 40-45 cm/ນາທີ
ວິທີການກວດກາດ້ານຊີວະວິທະຍາ(ການສ່ອງໄຂ່)
ຕາຕະລາງ: ການກວດໄຂ່

ຊະນິດ ເທື່ອທີ 1 ເທື່ອທີ 2 ເທື່ອທີ 3
ໄຂ່ໄກ່ 7 14 18
ໄຂ່ເປັດເທບ 9 15 30
ໄຂ່ເປັດລາດ 8 13 25
ໄຂ່ຫ່ານ 9 15 28

 

1.4 ການເອົາໄກ່ນ້ອຍ,ເປັດນ້ອຍອອກຈ່ກຕູ້ຟັກ
– ຄ່ອຍໆເອົາຖາດບັນຈຸໄກ່ນ້ອຍແຕກເບາະອອກຈາກເຄື່ອງເທື່ອລະອັນ, ເອົາຖາດວາງໄວ້ເທິງໂຕະຄັດເລືອກໄກ່ນ້ອຍຕ້ອງເຮັດມືເບົາໆ, ຄັດເລືອກເອົາໄກ່ນ້ອຍແຂງແຮງ, ວ່ອງໄວ, ຢືນໄດ້ແຂງແຮງ, ຂົນເຫຼື້ອມດີສະອາດ, ສາຍບືແຫ້ງດີສະອາດ
– ຄັດໄກ່ນ້ອຍຈຳພວກອ່ອນແອ, ຂົນປຽກ, ສົລບ້ຽວ, ທ້ອງໃຫ່ຍ, ສາຍບືຕູນ, ຕາບອດ
– ພາຍຫຼັງເອົາໄກ່ນ້ອຍອອກໝົດແລ້ວຕ້ອງອານາໄມຂ້າເຊື້ອພາຍໃນຕູ້ໃຫ້ສະອາດ.


ແຫຼ່ງຂໍ້ມູນ: ເຕັກນິກການຟັກໄຂ່(ໄກ່, ເປັດ ສຳລັບຊາວກະສິກອນ), ສະຖານນີຄົ້ນຄວ້າແນວພັນສັດປີກໜອງແຕງ, ສູນຄົ້ນຄວ້າການລ້ຽງສັດ
ຂໍ້ມູນເພີ່ໃເຕີມຕິດຕໍ ທ ດວງຕາ ດວງວິໄລ
ເບີໂທ: 020 2202 1223

https://www.chickenfarmshop.com/article/3/การฟักไข่ให้ฟัก-100-ตอนที่-3-ปัจจัยสาคัญในการฟักไข่

วิธีการฟักไข่ ด้วยตู้ฟักไข่ให้ฟักออก 100% (ง่ายชนิดจับมือทำ)