ເຕັກນິກການປູກຜັກຫອມປ້ອມໃນພື້ນທີເຂດໂນນ

ຜັກຫອມປ້ອມເປັນຜັກທີ່ຢູ່ໃນຕະກຸນ Apiaceae ມີຊືື່ວິທະຍາສາດວ່າ Coriandrum sativum L ເປັນຜັກທີ່ສາມາດບໍລີໂພກສ່ວນຂອງໃບ ແລະ ກ້ານເປັນຜັກສົດຜັກຫອມປ້ອມ ເປັນພືດລົ້ມລຸກທີ່ມີອາຍຸສັ້ນປະມານ 40-60 ວັນ ລໍາຕົ້ນ, ຮາກ, ໃບ, ກ້ານໃບ, ດອກ ແລະ ເມັດມີກີ່ນຫອມ ສາມາດປູກໄດ້ໃນດິນທຸກປະເພດ ບໍ່ວ່າຈະເປັນດິນໜຽວ, ດິນຜຸຝຸ່ຍ, ຕົມແກບຊາຍແຕ່ດິນທີ່ເໝາະສົມແມ່ນດິນລ້ວນທີ່ມີການລະບາຍນໍ້າໄດ້ດີສາມາດປູກໄດ້ທົ່ວປະເທດປູກໄດ້ ຕະຫຼອດປີຊາວງທີ່ເໝາະສົມທີ່ສຸດຄື:ລະດູໜາວ.ຜັກຫອມປ້ອມສາມາດຈະເລີນເຕີບໂຕໃນດິນເກືອບທຸກຊະນິດແຕ່ຈະເລີນເຕີບໂຕໄດ້ດີໃນດິນທີ່ມີຄວາມອຸດົມສົມບູນຂ້ອນຂ້າງສູງດິນເປັນດິນຊາຍແກມຕົມຄວາມເຂັ້ມ (ເຄັມ) ຂອງດິນແມ່ນຢູ່ລະຫ່ວາງ pH 5.5-6.8 ແລະ ດິນ ສາມາດເກັບຄວາມຊຸ່ມໄດ້ດີ.ຜັກຫອມປ້ອມສາມາດຈະເລີນເຕີບໂຕໃນອຸນນະພູມປະມານ 20-25 ອົງສາເຊ ແຕ່ຫອມປ້ອມກໍ່ທົນທານຕໍ່ອຸນນະພູມສູງໄດ້. ຜັກຫອມປ້ອມຕ້ອງການຄວາມຊຸ່ມສູງ ໃນການຈະເລີນເຕີບໂຕແຕ່ບໍ່ມັກນໍ້າຂັງອັນເນືອງຈາກວ່າຫອມປ້ອມເປັນຜັກທີ່ມີລະບົບຮາກຕື້ນ ຈິື່ງບໍ່ສາມາດທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ.

1. ເງືື່ອນໄຂ ແລະ ຄວາມສາມາດຂອງຊາວກະສິກອນ
– ມີຄວາມສົນໃຈ, ມັກໃນອາຊີບກະສິກໍາ ແລະ ເອົາໃຈໃສ່ໃນການບົວລະບັດຮັກສາ
– ມີພື້ນທີື່ທີື່ເໝາະສົມ, ຮາບພຽງ ຫຼື ຄ້ອຍຊັນເລັກໜ້ອຍ ແລະ ສາມາດລະບາຍນໍ້າໄດ້ສະດວກ ແລະ ໃກ້ກັບແຫຼ່ງນໍ້າ
– ມີແຮງງານທີ່ສາມາດເຮັດການກະສິກໍາໄດ້ສອງຄົນຂື້ນໄປ
– ຊາວກະສິກອນທີື່ເຄີຍເຮັດມາກ່ອນຍິ່ງເປັນການດີເຊັ່ນ: ການປູກພືດຜັກຕ່າງໆ
2. ແນວພັນທີື່ເໝາະສົມ
ແນວພັນທີື່ເໝາະສົມໃນການປູກພື້ນທີ່ເຂດໂນນແມ່ນແນວພັນຜັກຫອມປ້ອມພັນພື້ນບ້ານຂອງລາວ (ຫອມປ້ອມນ້ອຍ) ເຊິື່ງເປັນແນວພັນທີ່ສາມາດປູກໄດ້ດີໃນເຂດພື້ນທີ່ແຫ້ງແລ້ງ ມີກິນຫອມ ແລະ ເປັນທີນິຍົມຂອງທ້ອງຕະຫຼາດ.
3. ການກະກຽມເມັດພັນ
ຜັກຫອມປ້ອມເປັນພືດທີ່ຂະຫຍາຍພັນດ້ວຍການໃຊ້ເມັດ ດັ່ງນັ້ນກ່ອນຈະປູກຕ້ອງກຽມເມັດພັນໃຫ້ພ້ອມໂດຍການນໍາເອົາເມັດມາທຸບໃຫ້ແຕກເປັນສອງປ່ຽງແລ້ວນໍາໄປແຊ່ນໍ້າປະມານ 2-3 ຊົ່ວໂມງ ຫຼັງຈາກນັ້ນນໍາມາບົ່ມໄວ້ຈົນເມັດເລີ້ມແຕກງອກ ຈຶ່ງນໍາໄປຫວ່ານໃສ່ໜານ.

4. ການກຽມໂຮງເຮືອນໃນພື້ນທີ່ເຂດໂນນ
ນໍາເອົາໄມ້ຈິງທີ່ມີຄວາມຍາວປະມານ 2.5-3 ແມັດ ມາຕັ້ງເປັນຮູບສີແຈ ໃຫ້ມີຄວາມກວ້າງປະມານ 8-10 ແມັດ, ສ່ວນຄວາມຍາວຂື້ນກັບຄວາມເໝາະສົມຂອງພື້ນທີ່ໄລຍະຫ່າງລະຫວ່າງເສົາຕໍ່ເສົາປະມານ 2-3 ແມັດ ຈາກນັ້ນກໍ່ນໍາເອົາໄມ້ໄຜ່ມາມັດເປັນຮາວປູກດ້ວຍຕາໜາງກໍ່ໄດ້ ສ່ວນຮູບແບບຂອງຫຼັງຄາແມ່ນສາມາດເຮັດໄດ້ຫຼາຍແບບເຊັ່ນ ແບບສາມແຈ, ແບບເຄິງວົງມົນ ຫຼື ແບບພຽງ ຂື້ນກັບຄວາມສະດວກ ຈາກນັ້ນກໍ່ນໍາເອົາພືດຜັກຈໍາພວກເປັນເຄືອເຊັ່ນ: ຜ້າເນັດດາທີ່ແສງສາມາດລອດຜ່ານ 50%, ໝາກບວບ, ໝາກນອຍ, ໝາກນໍ້າ, ໝາກຊູ ແລະ ອື່ນໆ ມາປູກໃສ່ຂ້າງເສົາແຕ່ລະຕົ້ນ ເພືື່ອໃຫ້ເປັນຮົມສາມາດກັນແສງແດດໄດ້ປະມານ 40-50% ດັ່ງນັ້ນຈິື່ງບໍ່ຄວນປູກໃຫ້ໜາແໜ້ນຈົນເກີນໄປ ແລະ ຫາກເຫັນວ່າມີຄວາມໜາແໜ້ນຈໍາເປັນຕ້ອງໄດ້ມີການຕັດແຕ່ງອອກຢ່າງເປັນປະຈໍາ.
5. ການກຽມດິນປູກ
ໃນການກຽມດິນປູກຜັກຫອມປ້ອມໃນພື້ນທີ່ໂນນເຮົາອາດສາມາດປະຕິບັດໄດ້ 2 ແບບຄື: ການກຽມດິນປູກແບບເປັນໜານ ແລະ ການກຽມດິນປູກແບບໃສ່ວັດສະດຸ.

 ການກຽມດິນປູກແບບເປັນໜານຂຸດ ຫຼື ໄຖດິນໃຫ້ເລີກປະມານ 20-25 ຊັງຕີແມັດ ຕາກດິນໄວ 7-10 ວັນ ຫຼັງຈາກນັ້ນກໍ່ໄຖຄົ້ນອີກຄັ້ງຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມໃນອັດຕາ 2-4 ໂຕນຕໍ່ໄລ່ໂຕນຕໍ່ໄລ່ຄາດໃຫ້ລະອຽດເກັບເສດຫ້ຍາອອກໃຫ້ໝົດຍົກເປັນໜານປູກໃຫ້ກ້ວາງປະມານ 1.2-1.5 ແມັດ ສູງປະມານ 20-25 ຊັງຕີແມັດຈົ່ງໄລຍະຫ່າງ ລະຫວ່າງໜານຕໍ່ໜານ 50 ຊັງຕີແມັດ.

 ການກຽມດິນປູກແບບໃສູ່ພາສະນະ ນໍາເອົາພາສະນະຕ່າງໆມາເຊັນວ່າ ກະສອບ, ໂຖ, ຄຸ, ຖົງຢາງປະລາສະຕິກ ແລະອືື່ນໆ ຈາກນັ້ນກໍ່ນໍາເອົາດິນປູກຝັງຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ຍ່ອຍສະລາຍດີແລ້ວໃນອັດຕາດິນ 3 ສ່ວນ/ຝຸ່ນ 1 ສ່ວນຖົງຢາງປຣາສະຕິກ ແລະ ອື່ນໆ, ແລ້ວນໍາດິນປູກຝັງ 3 ສ່ວນ ແລະ ຝຸ່ນຄອກ ຫຼື ຝຸ່ນບົ່ມ 1 ສ່ວນມາປະສົມເຂົ້າກັນ ແລ້ວ ຮ່າຍໃສ່ວັດສະດຸທີ່ກຽມໄວ້ແລ້ວ ນໍາໄປຕັ້ງ ຫຼື ລຽນໄວ້ໃນໂຮງເຮືອນຕາມຄວາມຕ້ອງການ.

6. ການປູກ ຫຼື ຫ່ວານເມັດ
ກ່ອນຈະປູກ ຫຼື ຫ່ວານເມັດຕ້ອງຫົດນໍ້າໃຫ້ທົ່ວໜານນໍາເມັດທີ່ຕຽມໄວ້ມາຫວ່ານລົງໜານປູກທີ່ຕຽມໄວ້ ແລ້ວປົກດ້ວຍເຟືອງ ຫຼື ແກບເພືື່ອຮັກສາຄວາມຊຸ່ມຂອງດິນ ສໍາເລັດແລ້ວຫົດນໍ້າໃຫ້ຊຸ່ມ. ຫຼື ຈະປູກໂດຍວິທີການໂຮຍ ເປັນແຖວແຕ່ລະແຖວຫ່າງກັນ 15-20 ຊັງຕີແມັດ, ອັດຕາການໃຊ້ເມັດພັນປະມານ 20 ກິໂລກຼາມຕໍ່ໄລ່ ອັດຕາການໃຊ້ເມັດພັນຈະຫຼາຍ ຫຼື ໜ້ອຍນີ້ຂື້ນກັບຄວາມອຸດົມສົມບຸນຂອງດິນ ແລະ ເປີເຊັນການແຕກງອກຂອງເມັດພັນຫາກດິນມີຄວາມອຸດົມສົມບູນດີຈະໃຊ້ເມັດພັນໜ້ອຍລົງເພາະຜັກຫອມປ້ອມສາມາດ ຈະເລີ່ນເຕີບໂຕໄດ້ດີ ແລະ ຫຼອດຕາຍໄດ້ຫຼາຍຂື້ນ.

7. ການບົວລະບັດຮັກສາ
ການໃຫ້ນໍ້າ: ຜັກຫອມປ້ອມເປັນພືດທີື່ຕ້ອງການນໍ້າແຕ່ບໍ່ມັກນໍ້າຂັງ ດັ່ງນັ້ນຄວນໃຫ້ນໍ້ ຢ່າງສະໝໍ່າສະເໝີ 2 ຄັ້ງຕໍ່ວັນ, ທັງນີ້ກໍ່ຂື້ນກັບຄວາມຊຸ່ມຂອງດິນໃນໜານປູກ ສໍາລັບຫຍ້າທີ່ຂື້ນໃນໄລຍະທໍາອິດຄວນຮີບກໍາຈັດໂດຍໄວໂດຍການໃຊ້ມືຖອນຢ່າປ່ອຍໃຫ້ຫົກເພາະຫຍ້າເປັນໂຕຍາດແຍ່ງນໍ້າ ແລະ ທາດອາຫານຂອງພືດ.
 ການໃສູ່ຝຸ່ນ: ຫຼັງຈາກຜັກຫອມປ້ອມມີໃບຈິງແລ້ວໃຫ້ໃສ່ຝຸ່ນວິທະຍາສາດ ສູດ 46 -00-00 ປະມານ 15 – 30 ກຼາມປະສົມນໍ້າ 10 ລິດ, ສິດຜົ່ນໃຫ້ທົ່ວແປງປູກ ໃນການໃສ່ຝຸ່ນຜັກຫອມປ້ອມມີການປະຕິບັດກັນຫຼາຍແບບທີ່ແຕກຕ່າງກັນໄປ ໃນແຕ່ລະທອງຖິ່ນແຕ່ວິທີທີ່ໃຫ້ໄດ້ຜົນຜະລິດທີ່ດີຄື ການໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ຊຶ່ງຊາວກະສິ ກອນສາມາດຜະລິດຜັກຫອມປ້ອມໄດ້ສູງເຖິງ 1,500 ກິໂລ ກຼາມຕໍ່ໄລ່ ແລະ ສໍາຄັນຄືຜັກຫອມປ້ອມເປັນພືດທີ່ໃຊ້ປະໂຫຍດຈາກຮາກ,ດັ່ງນັ້ນໃນການຖອນຂື້ນມາຈາກດິນຈະຕ້ອງໄດ້ຮາກທີ່ສົມບູນດິນປູກຈຶ່ງຕ້ອງຜຸຜຸູ່ຍພໍສົມຄວນ ສະນັ້ນຈຶ່ງຄວນໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃຫ້ຫຼາຍ. ຫາກໄດ້ຫອມປ້ອມ ທີ່ຕົ້ນໂຄນຮາກງາມກໍ່ຈະໄດ້ນໍ້າໜັກຫຼາຍຂື້ນ.

8. ການເກັບກ່ຽວ
ຜັກຫອມປ້ອມຈະເລີ່ມເກັບກ່ຽວໄດ້ເມືື່ອອາຍຸໄດ້ປະມານ 30-45 ວັນ, ເນືື່ອງຈາກວ່າຜັກຫອມປ້ອມ ສາມາດໃຊ້ທຸກສ່ວນເພືື່ອບໍລິໂພກຄວນເກັບກ່ຽວ ໂດຍການຖອນດ້ວຍມືຕິດທັງຕົ້ນ ແລະ ຮາກບໍໃຫ້ຂາດ ແຕ່ກ່ອນຖອນຄວນຫົດນໍ້າໃຫ້ທົ່ວໜານເພືື່ອໃຫ້ດິນຊຸ່ມເສຍກ່ອນເພືື່ອໃຫ້ຖອນງ່າຍເມືອຖອນສໍາເລັດແລ້ວນໍາໄປລ້າງດິນອອກ, ຕັດແຕ່ງ (ຊ້ອມ)ໂດຍເດັດໃບເຫຼືອງໃບລ້ຽງຖິ້ມ ນໍາໄປເບີຍໃສ່ລົມແລ້ວບັນຈຸໃສ່ກະຕາ ເພືື່ອໃຫ້ຜັກຫອມປ້ອມບໍ່ເກີດການເນົ່າ ແລະ ຂະນະການຂົນສົ່ງອັນເນືອງມາຈາກນໍ້າໜັກຜົນຜະລິດທີື່ດີຕ້ອງມີໃບຂຽວສະໝໍ່າສະເໝີບໍ່ເປັນພະຍາດໃບລາຍ ຫຼື ໃບໄໝ້, ມີຮາກຂາວຫຼາຍ ແລະ ຍາວ.

9. ພະຍາດ ແລະ ແມງໄມ້ທີ່ສໍາຄັນຂອງຜັກຫອມປ້ອມ
ພະຍາດທີ່ພົບໄດ້ແກ່ພະຍາດໃບເນົ່າ ແລະ ໂຄນເນົ່າ ສ່ວນແມງໄມ້ບໍ່່ອຍພົບເຫັນ ແຕ່ບາງຄັ້ງອາດພົບເຫັນເພ້ຍ.
 ການປ້ອງກັນກໍາຈັດ
– ບໍ່ປູກ ຫຼື ຫວານເມັດໜາແໜ້ນເກີນໄປ ແລະ ລະບາຍນໍ້າອອກຈາກພື້ນທີ່ປູກ.
– ສິດພົ່ນນໍ້າສະໝຸນໄພທຸກໆ 3-5 ວັນ ເພືື່ອປ້ອງກັນພະຍາດ ແລະ ແມງໄມ້ ສັດຕູພືດ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/2T3apm7P0zG3pUEW.pdf
https://www.disthai.com/17075738/ผักชี
https://www.rakbankerd.com/agriculture/page.php?id=9641&s=tblplant