ການປ້ອງກັນ ແລະ ກຳຈັດແມງໄມ້ສັດຕູພືດຕົ້ນຕໍຂອງເຂົ້າ ( ດ້ວງກໍ )

ດ້ວງກໍຢູ່ໃນປະເທດເຮົາມີຫຼາຍຊະນິດ ແຕ່ດ້ວງກໍທີ່ທຳລາຍເຂົ້າໄຮ່ ແລະ ເຂົ້ານາ ສ່ວນຫຼາຍແມ່ນມີ 4 ຊະນິດຄື : ດ້ວງກໍສີເຫຼືອງ, ດ້ວງກໍສີຊົມພູ, ດ້ວງກໍສີລາຍແຊກ ແລະ ດ້ວງກໍສີເຫຼືອງ, ແມ່ດ້ວງກໍມັກອອກຫຼີ້ນແສງໄຟ ໃນຍາມກາງຄືນ, ຖ້າປະກົດເຫັນແມ່ດ້ວງກໍອອກຫຼີ້ນແສງໄຟຄວນລະມັດລະວັງໃນການບົວລະບັດຮັກສາຕົ້ນເຂົ້າ .

2. ໄລຍະລະບາດ
ດ້ວງກໍລະບາດໃນນາເຂົ້າ ແຕ່ໄລຍະກ້າ ຫາ ເກັບກ່ຽວແຕ່ໄລຍະທີ່ລະບາດຮ້າຍແຮງ ສ່ວນຫຼວງຫຼາຍແມ່ນໃນໄລ
ຍະຕົ້ນເຂົ້າເລີ້ມແຕກກໍ, ແຕກກໍສູງສຸດ ແລະ ເຂົ້າຖອກຮວງ. ດ້ວງກໍທຳລາຍເຂົ້າໃນໄລຍະເຂົ້າແຕກກໍເອີ້ນວ່າ: ເຂົ້າຕາຍຍອດ ຫຼື ເຂົ້າຕາຍໃຈ ແຕ່ຖ້າດ້ວງກໍເຂົ້າທຳລາຍໃນໄລຍະເຂົ້າຖອກຮວງເອີ້ນວ່າ:ເຂົ້າຫົວຫງອກ ຫຼື ເຂົ້າຕາຍພາຍ.

3. ວົງຈອນຊີວິດ ແລະ ລັກສະນະການທຳລາຍ
ການຈະເລີນເຕີບໂຕຂອງດ້ວງກໍ ພວກນີ້ແມ່ນແບບສົມບູນ ມີ 4 ໄລຍະຄື :
ໄລຍະ 6ມື້ 7 ມື້ ໄຂ່ຈະຟັກ ຫຼື ເບາະອອກເປັນໂຕດ້ວງກີນອາຫານຢູ່ພາຍໃນລຳຕົ້ນ, ອາຍຸຂອງໂຕດ້ວງ 35 ມື້- 45 ມື້ , ຈຶ່ງເຂົ້າດັກແດໄລຍະນີ້ມັນບໍ່ກີນອາຫານ, ອາຍຸເປັນດັກແດ້ 8 ຫາ 13 ມື້ , ຈາກນັ້ນກໍ່ຈະຟັກອອກເປັນແມງກະບື້, ໄລຍະແມງກະບີ້ 4 ຫາ 7 ມື້ . ແມງກະບີ້ຂອງດ້ວງກໍແມ່ໜຶງຈະໄຂ່ໄດ້ 1 ຫາ 2 ໜ່ວຍ, ແມ່ແມງກໍ່ຈະເລີ້ມກີນອາຫານໄດ້ໂລດຄືທຳອິດໂຕດ້ວງນ້ອຍ ກໍ່ເລັຽກີນສານສີຂຽວຢູ່ໃບໄກ້ໆກັບບໍລິເວນໜ່ວຍໄຂ່ຢູ່ຈາກນັ້ນໂຕດ້ວງນ້ອຍຈະທາວໄຍລົງໄປຫາກາບໃບ ທີ່ລຳຕົ້ນຂອງຕົ້ນເຂົ້າ ແລ້ວເຂົ້າທຳລາຍຢູ່ກາບໃບນັ້ນເລີຍ.

4. ການປ້ອງກັນ
• ຄວນໃຊ້ໄຟຕະກຽງໄຕ້ໄວ້ ໃນເວລາກາງຄືນ ເພື່ອຂ້າແມ່ດ້ວງກໍ
• ຄວນອະນາໄມນາ ເພື່ອທຳລາຍບ່ອນລີ້ຊ້ອນ ຫຼື ວາງໄຂ່ຂອງແມ່ດ້ວງກໍ.
• ກໍາຈັດດ້ວຍຢາຂ້າແມງໄມ້ ໂດຍໃຊ້ຢາເບຫັດເຊ 12 %ໃນອັດຕາ 15 ຫາ 20 ກລ/ຮຕ.
• ໃຊ້ຢາດີອາຊິນອນ 14 % ໃນອັດຕາ 8 ຫາ 15 ກລ/ຮຕ.
• ໃຊ້μາໂຟຟູຣານ 3 % ແຊ່ຕົ້ນກ້າ ໃນອັດຕາ 250 ກຣາມ
ປະສົມກັບນໍ້າ 20 ລິດ ແລ້ວແຊ່ມັດກ້າ 6 ຫາ 12 ຊົ່ວໂມງແລ້ວຈຶ່ງນຳໄປປັກດຳ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/QSZq8WHbhh32f252.pdf
https://www.na-dd.com/content/7859/หนอนกอข้าว-กำจัดยังไงให้หมดนา
https://www.rakbankerd.com/agriculture/print.php?id=97&s=tblrice