ຂໍ້ແນະນຳວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ

– ຊ່ວຍປັບປຸງບຳລຸງດິນເພີ່ມປະລິມານອິນຊີວັດຖຸໄດ້ ແລະ ເພີ່ມທາດອາຫານໃຫ້ແກ່ພືດ, ເຮັດໃຫ້ໂຄງສ້າງຂອງດິນດີຂື້ນສະດວກໃນການລະບາຍນໍ້າ ແລະ ອາກາດໃນດິນໜຽວມີຫຼາຍຂື້ນ, ສະເພາະດິນຊາຍແມ່ນເຮັດການອຸ້ມນໍ້າດີຂື້ນເລື້ອຍໆ.
– ຊ່ວຍຫຼຸດຜ່ອນນຳໃຊ້ສານເຄມີ, ຝຸ່ມບົ່ມສາມາດເຮັດໄດ້ໂດຍນຳໃຊ້ສິ່ງເສດເຫຼືອກັບຄືນມາເປັນປະໂຫຍຍດອີກໃໝ່, ຫຼີກລ້ຽງໄດ້ການຈູດເຜົາເຟືອງຫຍ້າແຫ້ງ ແລະ ອື່ນໆ
– ຊ່ວຍກຳຈັດເມັດຫຍ້າ ຫຼື ວັດສະພືດໄດ້ ໂດຍຜານການບົ່ມເມັດຫຍ້າຈະຕາຍໄປໃນຕົວ
– ໃນກໍລະນີໃຊ້ຝຸ່ນບົ່ມທີ່ເປັນດີແລ້ວ ພືດຈະແຂງແຮງດີສ່ວນໜຶ່ງກໍ່ສາມາດປ້ອງກັນໄດ້ການທຳລາຍຂອງໂລກພະຍາດ ແລະ ແມງສັດຕູ້ພືດ
– ຮັກສາໄດ້ສະພາບແວດລ້ອມອັນສວຍສົດງົດງາມປາສະຈາກໄດ້ບັນດາມົນລະພິດທັງຫຼາຍ.

1. ການນຳໃຊ້ຝຸ່ນໃນນາເຂົ້າ
ຝຸ່ນນັບວ່າເປັນປັດໃຈທີ່ສຳຄັນຢ່າງໜຶ່ງ ໃນບັນດາຫຼາຍປັດໃຈໃນການເພີ່ມຜົນຜະລິດຕະພາບສູງກໍ່ຕໍ່ເມືອໄດ້ຮັບອາຫານທີ່ພຽງພໍກັບຄວາມຕ້ອງການ, ເພາະສະນັ້ນແມ່ນຈຳເປັນຕ້ອງໃສ່ຝຸ່ນເພີ່ມລົງໃນດິນນາ. ຊຶ່ງໃນນີ້ເຮົາຈະກ່າວເຖິງຝຸ່ນອົງຄະທາດ(ຝຸ່ນບົ່ມ)
2. ການເຮັດຝຸ່ນບົ່ມດ້ວຍເຟືອງ
ເຫັນໄດ້ວ່າເຟືອງ ແລະ ຕໍ່ເຟືອງແມ່ນມີຢ່າງຫຼວງຫຼາຍຢູ່ຕາມທົ່ງນາພາຍຫຼັງຈາກການເກັບກ່ຽວ ເຊິ່ງວ່າມັນມີຄຸນປະໂຫຍດຊ່ວຍໃນການປັບປຸງດິນ ແຕ່ໃນໄລຍະຜ່ານມາຊາວກະສິກອນຍັງບໍ່ທັນເຫັນຄວາມສຳຄັນຂອງມັນເທື່ອ ເພາະວ່າພາຍຫຼັງຈາກການເກັບກ່ຽວເຂົ້າອອກຈາກທົ່ງນາຊາວນາກໍ່ມັກຈູດເຟືອງ ແລະ ຕໍເຟືອງຖີ້ມລ້າໆ, ສະນັ້ນ ການນຳໃຊ້ເຟືອງເພື່ອມາເຮັດຝຸ່ນບົ່ມດ້ວຍເຟືອງກໍ່ແມ່ນວິທີການໜຶ່ງທີ່ສາມາດຍົກຜົນຜະລິດຕະພາບຂອງເຂົ້າໃຫ້ສູງຂື້ນ ພ້ອມທັງເປັນການຫຼຸດຜ່ອນລາຍຈ່າຍໃນການຊື້ປຸ໋ຍ ແລະ ສະດວກສະບາຍສຳລັບຊາວກະສິກອນ

3. ສ່ວນປະກອບທີ່ນຳໃຊ້
ເຟືອງເຂົ້າ 1000 ກິໂລ, ຝຸ່ນຄອກແຫ້ງ (ຂີ້ງົວ,ຂີ້ຄວາຍ, ໄກ່, ໝູ) 50 ກິໂລ, ຂີ້ເຖົ້າ 10 ກິໂລ, ປູນຂາວ 1 ກິໂລ ແລະ ຮຳເຂົ້າ 1 ກິໂລ. ໃນກໍລະນີທີ່ມີຝຸ່ນຄອກຫຼາຍຍິ່ງເປັນການດີ, ແຕ່ຫາກວ່າໃນກໍລະນີທີ່ບໍ່ມີຂີ້ເຖົ້າແມ່ນໃຫ່ນຳໃຊ້ຝຸ່ນເຄມີສູດ 16:00:00 ແທນໃນອັດຕາສ່ວນ ½ ກິໂລ/1 ໂຕນເຟືອງ.

4. ສະຖາທີ່ ແລະ ອຸປະກອນຮັບໃຊ້
ການຄັດເລືອກສະຖາທີ່ໃນການເຮັດຝຸ່ນບົ່ມແມ່ນຂື້ນກັບຄວາມສະດວກ ແລະ ຄວາມເໝາະສົມເຊັ່ນ: ພື້ນທີ່ຮຽບພຽງ, ບໍ່ມີນໍ້າຂັງ, ໃກ້ກັບແຫຼ່ງນໍ້າ ແລະ ວັດຖຸດີບ, ສ່ວນປະກອບທີ່ຈຳເປັນໄດ້ແກ່: ຈົກ, ຊ້ວນ, ຄາດ, ບົວຫົດຫົດນໍ້າ, ກະຕ່າ ຫຼື ກະບຸງ ແລະ ອື່ນໆ

5. ຂັ້ນຕອນ ແລະ ວິທີການເຮັດຝຸ່ນບົມ
ພາຍຫຼັງທີ່ມີການກະກຽມວັດຖຸອຸປະກອນຮັບໃຊ້ທີ່ຮຽບຮ້ອຍແລ້ວກໍ່ແມ່ນເລີ່ມທຳການລົງມື ດັ່ງຂັ້ນຕອນລຸ່ມນີ້:
– ໃຫ້ນຳເອົາເຟືອງມາຍາຍໃສ່ໜານສຳລັບຄວາມກວ້າງ ແລະ ຍາວແມ່ນຂື້ນກັບສະຖານທີ່ ແລະ ຄວາມຕ້ອງການຂອງຊາວກະສິກອນ, ແຕ່ເໝາະສົມແມ່ນຂະໜາດ 2 ແມັດ x 2 m x 1 m
– ກອງເສດເຟືອງ, ພືດ ແລະ ຕໍເຟືອງແມ່ນໃຫ້ໜາປະມານ 20-30 ຊັງຕີແມັດ, ໂດຍຍຽບໃຫ້ແໜ້ນພໍສົມຄວນ ແລະ ຫົດນໍ້າໃຫ້ພໍຊຸ່ມ
– ຫຼັງຈາກນັ້ນໃຫ້ໂຮຍຝຸ່ນຄອກໃສ່ເທິງກອງເຟືອງ ເຮັດເປັນຊັນທີ່ສອງ ໂດຍໃຫ້ໜາປະມານ 5 ຊັງຕີແມັດ ແລ້ວຫົດນໍ້າໃຫ້ພໍຊຸ່ມອີກ

– ຂັ້ນຕອນນີ້ແມ່ນໃຫ້ເອົາຂີ້ເຖົ້າ, ຮຳເຂົ້າ ແລະ ປູນຂາວໂຮຍໃສ່ເປັນຂັນຕໍມາໃຫ້ສະໝໍ່າສະເໝີ, ສ່ວນໃນກໍລະນີທີ່ບໍ່ມີຂີ້ເຖົ້າ ແລະ ປູນຂາວແມ່ນໃຫ້ໃສ່ຝຸ່ນສູດ 16:20:00 ຫຼື 18:46:00 ໃນອັດຕາສ່ວນ ½ ກິໂລ/1 ໂຕນເຟືອງ
– ຫຼັງຈາກນັ້ນສືບຕໍ່ເຮັດໃນຊັນທີ່ 2,3,4 ຄືກັນກັບຊັ້ນທີ່ 1 ຈົນວ່າກອງຝຸ່ນມີຄວາມສູງປະມານ 1 ແມັດ, ສິ່ງສຳຄັນແມ່ນໃນແຕ່ລະຊັ້ນແມ່ນຕ້ອງຫົດນໍ້າໃຫ້ປຽກຊຸ່ມສະເໝີ

6. ການບົວລະບັດຮັກສາ
– ເວລາທີ່ໃຊ້ໃນການບົ່ມຝຸ່ນນັ້ນແມ່ນຂື້ນກັບລະດຸການ, ວັດຖຸດີບທີ່ນຳໃຊ້ ແລະ ການບົວລະບັດຮັກສາ. ຍາມຮ້ອນແມ່ນຈະໃຊ້ເວລາບົ່ມປະມານ 30-40 ວັນ, ຍາມໜາວແມ່ນໃຊ້ເວລາບົ່ມປະມານ 45-60 ວັນ.
– ການບົວລະບັດຮັກສາ ແມ່ນຕ້ອງໄດ້ເອົາໃຈໃສ່ຕິດຕາມເປັນປະຈຳ ຖ້າຫາກສັງເກດເຫັນວ່າກອງຝຸ່ນບົ່ມນັ້ນແຫ້ງກໍ່ຄວນຈະຫົດນໍ້າໃນກອງຝຸ່ນໃຫ້ກອງຝຸ່ນມີຄວາມຊຸ່ມຢູ່ສະເໝີ, ແຕ່ວ່າບໍ່ຄວນຫົດນໍ້າຂັງຖ້ວມ ແລະ ບໍ່ຄວນເປີດກອງຝຸ່ນເລື້ອຍໆ
– ຫຼັງພາຍທີ່ບົ່ມຝຸ່ນໄດ້ປະມານ 2 ອາທິດ, ໃຫ້ປີ້ນກອງຝຸ່ນເພື່ອໃຫ້ອາກາດມີການຖ່າຍເທ ພ້ອມດຽວກັນນັ້ນກໍ່ໃຫ້ທຳການປີ້ນເຟືອງທີ່ຢູ່ຕາມຂອງກອງຝຸ່ນທີ່ຍັງບໍ່ທັນເປືອຍຂອງກອງຝຸ່ນເຂົ້າໃນກອງຝຸ່ນ
7. ການນຳໃຊ້
ຝຸ່ນບົ່ມກໍ່ມີຄຸນສົມບັດເຊັ່ນດຽວກັນກັບອິນຊີວັດຖຸໃນດິນທຸກຢ່າງເມື່ອເຮົາໃສ່ລົງໄປໃນດິນກໍ່ຈະຊ່ວຍປັບປຸງບຳລຸງດິນ ພ້ອມທັງຮັກສາລະດັບອິນຊີໃນດິນໄດ້, ສຳລັບການນຳໃຊ້ແມ່ນໃຫ້ໃສ່ກ່ອນການປັກດຳປະມານ 7-15 ວັນ ໂດຍການຫວ່ານໃຫ້ສະໝໍ່າສະເໝີທົ່ວໄຮ່ນາ, ອັດຕາການນຳໃຊ້ແມ່ນ 5-10 ໂຕນ/ເຮັກຕາ ຫຼື ½ກິໂລ/ໄລ່

• ຂໍ້ຄວນສັງເກດ
ອຸນຫະພູມພາຍໃນ ແລະ ພາຍນອກ ກອງຝຸ່ນຕ້ອງໃກ້ຄຽງກັນ, ໝາຍຄວາມວ່າກອງຝຸ່ນບົ່ມແມ່ນສາມາດນຳໄປໃສ່ໄດ້ບໍ່ຄວນປະໄວ້ດົນຈົນເກີນໄປ ເພາະຈະເຮັດໃຫ້ທາດອາຫານຂອງພືດຫຼຸດລົງໄດ້. ຖ້າຫາກເກັບໄວ້ດົນຈົນເກີນໄປກໍ່ຄວນເກັບໄວ້ໃນຮົ່ມ ຫຼື ໃສ່ຫີນຟົດສເຟດເພື່ອໃຫ້ຝຸ່ນບົ່ມມີຄຸນນະພາບດີ, ຄວາມຊຸ່ມຄວນຢູ່ລະຫວ່າງ 40-50ວ ແລະ ຕ້ອງບໍ່ມີກິ່ນເໝັນ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/oE3ffAXzBzDcMbMo%20(1).pdf
https://www.rakbankerd.com/agriculture/page.php?id=7393&s=tblrice

https://www.sgethai.com/article/วิธีทำปุ๋ยหมัก-แบบง่ายๆ/