ຄຳແນະນຳ ແລະ ການນຳໃຊ້ແນວພັນເຂົ້າຊະນະຄາມ 2(Sanakam 2 )

ແນວພັນ ຊະນະຄາມ 2 ຫຼື ສາຍພັນ TDK 10494-B-B-B-1-ND-B-BB-B ແມ່ນສນຄົ້ນຄວົ້າເຂົ້າໄດ້ປະສົມລະຫວ່າງແນວພັນ TDK1 ກັບສາຍພັນ Til4 (IR84639-7-97-6-6-2-2-4-2-2-2-B) (ເປັນສາຍພັນທີ່ໄດ້ໃຊ້ Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນ ແບບສົບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລອກແບບ Molecular Assistant Selection (ຊ່ວຍກວດຫາ Gene ທີ່ມີຄວາມຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ຮອດຊົ່ວທີ່ 5 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາບ້ານ.ນາເດືອ ເມືອງຊະນະຄາມ ແຂວງວຽງຈັນ ຄັດເລືອກຕໍ່ໃນຊົ່ວທີ່ 6 ( ປີ 2020) ໂດຍ ນາງ ໂອ ປູກຄັດເລືອກຊົ່ວ 7 ຮອດຊົ່ວທີ່ 9 ກາຍເປັນສາຍພັນຄົງຕົວ, ແລະ ປັບຕົວໄດ້ ດີໃນເຂດນີ້ ແລ້ວທົດສອບການກິນດົມຄວາມຫອມ, ຫລັງຈາກນັ້ນໄດ້ຂະຫຍາຍເມັດພັນເອົາໄປທົດສອບໃນຫລາຍ ໂຮງຮຽນຊາວນາ ແລະ ຊາວກະສິກອນກໍ່ໄດ້ຄັດເລືອກເອົາໄປປູກຕໍ່ໃນບ້ານໄກ້ຄຽງໄດ້ແກ່ບ້ານຫ້ວຍຕາວ, ບ້ານໂພນສະຫວ່າງ ແລະ ໂນນສະຫວັນ

1 . ລັກສະນະເດັ່ນຂອງແນວພັນ ຊະນະຄາມ 2
– ທົນພະຍາດໃຫມ້
– ຜົນຜະລິດດີ 4,5-5 ໂຕນ/ ເຮັກຕາ
– ກິ່ນອອ່ນ, ຫອມໜ້ອຍໜື່ງ

ຕາຕະລາງປຽບທຽບລັກຊະນະຊະນະຄາມ 1 ກັບພໍ່ແມ່ພັນ

ແນວພັນເຂົ້າ ຊະນະຄາມ 2 TDK1 ສາຍພັນ Til4
ປະເພດເຂົ້າ ເຂົ້າໜຽວ ເຂົ້າໜຽວ  ເຂົ້າໜຽວ
ສີເມັດ ນໍ້າຕານ ນໍ້າຕານ ເຫຼືອງ
ອາຍຸ (ວັນ) 138  136 140
ລະດູປູກ ແລ້ງ ແລະ ຝົນ ແລ້ງ ແລະ ຝົນ ແລ້ງ ແລະ ຝົນ
ລວງສູງ (ຊມ) 125  110  140
ເປີເຊັນການສີ (%)  62 59  65
ຜົນຜະລິດ(ໂຕນ/ ເຮັ ກຕາ  4,4-4,8 4,5-5 5.00
ຈຸດເດັ່ນຂອງແນວພັນ ກິນອ່ອນ, ຫອມໜ້ອຍໜຶ່ງ ແລະ ທົນພະຍາດໄຫ້ມ ບໍ່ທົນນໍ້າຖ້ວມ,ອອ່ນແອຕໍ່ພະຍາດໃຫ້ມ ແລະ ບໍ່ຫອມ ກວດສອບດ້ວຍ DNA ມີຢີນເຂົ້າຫອມ, ທົນພະຍາດໃຫ້ມ , ແລະ ທົນ ນໍ້າຖ້ວມ

2. ແນະ ນໍາການປູກ
ແນວພັນຊະນະຄາມ 2 ສາມາດປີ: ນາແຊງ ແລະ ນາປີ.
2. ວີທການປູກ:
– ນາດໍາແມ່ນແນະນໍາຕົກກ້າຊ່ວງເດືອນ ມີຖຸນາ (ນາປີ) ແລະ ທ້າຍເດືອນ ທັນວາ ຫາ ຕົ້ນເດືອນມັງກອນ (ນາແຊງ), ຕົ້ນກ້າໄດ້ 20-25 ວັນ ສາມາດນໍາໄປປັກດໍາໄດ້
– ສາມາດ ດໍາໃນອັດຕາ 2-3 ກີບກ້າຕໍ່ສຸ່ມ
2.2 ການໃສ່ຝຸ່ນ
ນາດິນຊາຍ ໃຫ້ໃສ່ຝູ່ນປະສົມສູດ 15-15-15 ໃນ ອັດຕາ200 ກລ/ຮຕ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນ ອັດຕາ 200 ກລ/ຮຕ, ຫຼັງຈາກປັກດໍາໄດ້ 5-7 ມື້ ແລະ ໃຫ້ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46 0 0 ຫຼັງຈາກປັກດໍາໄດ້ 25 ມື້ ແລະ 45 ມື້ ໃນ ອັດຕາ 30 ກລ/ຮຕ/ຄັ້ງ

3. ການເກັບກ່ຽວ
ເໝາະສົມໃນການນໍາໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ວັນອອກດອກໄດ້ 50%, ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສິເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດຈຶ່ງເກັບກູ້ ແລະ ຟາດຕີ


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/j9sIRBdTNZRugy3k.pdf
ຕິດຕໍ່ປະສານແນວພັນ ທ່ານ ດວງປີ ຈັນທະກັນສອນ ,ກະສິກໍາ ແລະ ປ່າໄມ້ ເມືອງ ຊະນະຄາມ ແຂວງວຽງຈັນ
ໂທ: 02055732280