ເຕັກນິກການປູກຜັກຫອມປ້ອມນອກລະດູ

ຜັກຫອມປ້ອມເປັນຜັກທີື່ຢູ່ໃນຕະກຸນ Apiaceae ມີຊືື່ວິທະຍາສາດວ່າ Coriandrum sativum L ເປັນຜັກທີ່ສາມາດບໍໍລີໂພກສ່ວນຂອງໃບ ແລະ ກ້ານ ເປັນຜັກສົດຜັກຫອມປ້ອມເປັນພືດລົ້ມລຸກທີ່ມີອາຍຸສັ້ນປະມານ 40-60 ວັນ ລໍາຕົ້ນ, ຮາກ, ໃບ, ກ້ານໃບ, ດອກ ແລະ ເມັດມີກີ່ນຫອມ ສາມາດປູກໄດ້ໃນດິນທຸກປະເພດ ບໍ່ວ່າຈະເປັນດິນໜຽວ, ດິນຜຸຝຸ່ຍ, ຕົມແກບຊາຍແຕ່ດິນທີ່ເໝາະສົມແມ່ນດິນລ້ວນທີ່ມີການລະບາຍນໍ້າໄດ້ດີສາມາດປູກໄດ້ທົ່ວປະເທດປູກໄດ້ ຕະຫຼອດປີ ຊ່ວງທີ່ເໝາະສົມທີ່ສຸດຄື: ລະດູໜາວ.ຜັກຫອມປ້ອມສາມາດຈະເລີນເຕີບໂຕໃນດິນເກືອບທຸກຊະນິດແຕ່ຈະເລີນເຕີບໂຕໄດ້ດີໃນດິນທີ່ມີຄວາມອຸດົມສົມບູນຂ້ອນຂ້າງສູງດິນເປັນດິນຊາຍແກມຕົມຄວາມເຂັ້ມ(ເຄັມ)ຂອງດິນແມ່ນຢູ່ລະຫ່ວາງ pH 5.5-6.8 ແລະ ດິນສາມາດເກັບຄວາມຊຸ່ມໄດ້ດີ.ຜັກຫອມປ້ອມສາມາດຈະເລີນເຕີບໂຕໃນອຸນນະພູມປະມານ 20-25 ອົງສາເຊ ແຕ່ຫອມປ້ອມກໍ່ທົນທານຕໍ່ອຸນນະພູມສູງໄດ້. ຜັກຫອມປ້ອມຕ້ອງການຄວາມຊຸ່ມສູງ ໃນການຈະເລີນເຕີບໂຕແຕ່ບໍ່ມັກນໍ້າຂັງອັນເນືອງຈາກວ່າຫອມປ້ອມເປັນຜັກທີ່ມີລະບົບຮາກຕື້ນຈິື່ງບໍ່ສາມາດທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ.

1. ເຕັກນິກ ແລະ ຂັ້ນຕອນໃນການປູກຜັກຫອມປ້ອມນອກລະດູ
ໂດຍທົ່ວໄປຜັກຫອມປ້ອມສາມາດປູກໄດ້ດີໃນຊ່ວງລະດູໜາວໃນເຂດທົ່ງຮາບພຽງ ແລະ ແຄມນໍ້າທີ່ມີນໍ້າຖ້ວມຕາມລະດູການ, ແຕ່ເນືື່ອງຈາກພື້ນທີາດັ່ງກ່າວຈໍາກັດ ແລະ ການບໍລິໂພກກໍ່ມີຄວາມຕ້ອງການຕະຫຼອດປີ. ສະນັ້ນ, ມັນຈໍາເປັນຕ້ອງໄດ້ຂະຫຍາຍການຜະລິດໄປສູ່ເຂດອືື່ນ ແລະ ປູກນອກລະດູ.
1.1 ເຕັກນິກການປູກຜັກຫອມປ້ອມໃນພື້ນທີ່ເຂດຊຸ່ມນໍ້າ
1.1.1 ເງືື່ອນໄຂ ແລະ ຄວາມສາມາດຂອງຊາວກະສິກອນ
– ມີຄວາມສົນໃຈ,ມັກໃນອາຊີບກະສິກໍາ ແລະ ເອົາໃຈໃສ່ໃນການບົວລະບັດຮັກສາ.
– ມີພື້ນທີ່ທີ່ເໝາະສົມ,ຮາບພຽງ ຫຼື ຄ້ອຍຊັນເລັກໜ້ອຍ ແລະ ສາມາດລະບາຍນໍ້າໄດ້ສະດວກ ແລະ ໃກ້ກັບແຫຼ່ງນໍ້າ.
– ມີແຮງງານທີ່ສາມາດເຮັດການກະສິກໍາໄດ້ສອງຄົນຂື້ນໄປ.
– ຊາວກະສິກອນທີ່ເຄີຍເຮັດມາກ່ອນຍິ່ງເປັນການດີເຊັ່ນ: ການປູກພືດຜັກຕ່າງໆ.
2. ການກຽມແນວພັນ
ຜັກຫອມປ້ອມເປັນພືດທີື່ຂະຫຍາຍພັນ ໂດຍການໃຊ້ເມັດດັ່ງນັ້ນກ່ອນຈະປູກຕ້ອງໄດ້ກຽມເມັດພັນໃຫ້ພ້ອມໂດຍການນໍາເອົາເມັດມາທັບໃຫ້ແຕກເປັນສອງປ່ຽງ ແລ້ວນຳໄປແຊ່ນໍ້າ ປະມານ 2-3 ຊົ່ວໂມງ ຫຼັງຈາກນັ້ນນໍາມາບົ່ມໄວ້ຈົນ ເມັດເລີ້ມແຕກງອກຈຶ່ງນໍາໄປຫວານໃສ່ໜານ. ແນວພັນທີ່ເໜາະສົມໃນການປູກ ໃນລະດູຝົນແມ່ນແນວພັນຫອມປ້ອມໃຫ່ຍທີ່ນໍາເຂົ້າຈາກປະເທດໄທ ສ່ວນແນວພັນພື້ນບ້ານຂອງລາວ ຫຼື ຫອມປ້ອມນ້ອຍແມ່ນບໍ່ເໜາະ ເພາະຍັງເປັນແນວພັນທີ່ບໍ່ຕ້ານທານຕໍ່ຄວາມຊຸ່ມສູງ

3. ການກຽມດິນ
– ຂຸດ ຫຼື ໄຖດິນຕາກແດດໃຫ້ແຫ້ງ ເພື່ອທໍາລາຍພະຍາດແມງໄມ້ສັດຕູພືດ ແລະ ວັດສະພືດທີ່ຢູ່ໃນດິນປະໄວ້ປະມານ 10 ວັນ.
– ຖ້າດິນເປັນກົດໃຫ້ໃສ່ປູນຂາວໃນອັດຕາ 50 ກິໂລກຼາມຕໍ່ໄລ່ ເພືື່ອປັບສະພາບຂອງດິນ.
– – ຫຼັງຈາກນັ້ນກໍ່ທໍາການໄຖຄາດໃຫ້ລະອຽດເກັບເສດວັດສະພືດຕ່າງໆອອກຫວານຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ສະລາຍຕົວດີແລ້ວໃນອັດຕາ 2-4 ໂຕນຕໍ່ໄລ່.
– ຈາກນັ້ນກໍ່ຍົກເປັນແປງປູກໃຫ້ກວ້າງປະມານ 1-1.5 ແມັດ, ສ່ວນຄວາມຍາວແມ່ນຂື້ນກັບຄວາມເໝາະສົມຂອງພື້ນທີ່ ຍົກໜານໃຫ້ສູງປະມານ 25- 30 ຊັງຕີແມັດ ຫຼື ອາດສູງເຖິງ 50 ຊັງຕີແມັດ ຫາກພື້ນທີປູກລະບາຍນໍ້າຍາກຈົ່ງຮ່ອງລະບາຍນໍ້າລະຫວ່າງໜານຕໍ່ໜານໃຫ້ກ້ວາງປະມານ 50 ຊັງຕີ ແມັດ, ເພືື່ອໃຫ້ສາມາດລະບາຍນໍ້າໄດ້.

4. ການມຸງໜານ
ມຸງໜານໂດຍຈະໃຊ້ຜ້າກັນແສງມຸງ ເພືື່ອປ້ອງກັນການກະທົບຂອງນໍ້າຝົນ ເມືື່ອເວລາຝົນຕົກການມຸງໜານແມ່ນຈະມຸງໃຫ້ສູງຈາກໜ້າດິນປະມານ 1.2- 1.5 ແມັດ ໂດຍໃຊ້ໄມ້ຈິງ, ໄມ້ໄຜ່ ຫຼື ໄມ້ທີ່ສາມາດຫາໄດ້ງ່າຍໃນທ້ອງຖິ່ນປັກຂອບໜານທັງສອງຂ້າງ ໄລຍະຫ່າງລະຫວ່າງຫຼັກຕໍ່ຫຼັກປະມານ 2-3 ແມັດຕໍ່ຫຼັກປັກໃຫ້ແໜ້ນດີແລ້ວມັດເປັນຮາວ ຈາກນັ້ນກໍ່ນໍາຜ້າກັນແສງມາປົກແລ້ວມັດໃຫ້ແໜ້ນດີເພືື່ອບໍ່ໃຫ້ເປ່ເພເວລາມີລົມ.

5. ການຫວ່ານເມັດ
ກ່ອນຈະປູກ ຫຼື ຫ່ວານເມັດຕ້ອງຫົດນໍ້າໃຫ້ທົ່ວໜານໍາເມັດທີ່ຕຽມໄວ້ ມາຫວານລົງໜານປູກທີ່ຕຽມໄວ້ ແລ້ວຄຸມດ້ວຍເຟືອງ ຫຼື ແກບເພືື່ອຮັກສາຄວາມຊຸ່ມຂອງດິນສໍາເລັດແລ້ວຫົດນໍ້າໃຫ້ຊຸ່ມ ຫຼື ຈະປູກແບບໂຮຍເປັນແຖວ ແຕ່ລະແຖວຫ່າງກັນ 15-20 ຊັງຕີແມັດ ອັດຕາການໃຊ້ເມັດພັນປະມານ 20 ກິ ໂລກຼາມຕໍ່ໄລ່, ອັດຕາການໃຊ້ເມັດພັນຈະຫຼາຍ ຫຼື ໜ້ອຍນີ້ຂື້ນກັບຄວາມອຸດົມສົມບູນຂອງດິນ ແລະ ເປີເຊັນການແຕກງອກຂອງເມັດພັນ ຫາກດິນມີຄວາມອຸດົມສົມບູນດີຈະໃຊ້ເມັດພັນໜ້ອຍລົງ ເພາະຜັກຫອມປ້ອມສາມາດຈະເລີ່ນເຕີບໂຕໄດ້ດີ ແລະ ຫຼອດຕາຍໄດ້ຫຼາຍຂື້ນ.

6 . ການບໄວລະບັດຮັກສາ
ການໃຫ້ນໍ້າ: ຜັກຫອມປ້ອມເປັນພືດທີ່ຕ້ອງການນໍ້າຫຼາຍແຕ່ບໍ່ມັກນໍ້າຂັງ ດັ່ງນັ້ນຄວນໃຫ້ນໍ້າຢ່າງສະໝໍ່າສະເໝີຂື້ນກັບຄວາມຊຸ່ມຂອງດິນໃນໜານປູກຢ່າໃຫ້ນໍ້າຫຼາຍຈົນເກີນໄປເພາະຜັກຫອມປ້ອມຖ້າຖືກນໍ້າ ຫຼື ຝົນຫຼາຍໆມັກຈະເນົ່າງ່າຍ ກໍລະນີມີຝົນຕົກໃຫ້ຫົດນໍ້າລ້າງທຸກຄັ້ງ ຖ້າບໍ່ເຊັ່ນນັ້ນຈະເຮັດໃຫ້ຜັກເກີດການເນົ່າເປື່ອຍໄດ້. ສາຫຼັບຫຍ້າທີ່ຂື້ນໃນໄລຍະທໍາອິດຄວນຮີບກໍາຈັດໂດຍໄວ ໂດຍການໃຊ້ມື ຖອນຢ່າປ່ອຍໃຫ້ຫົກເພາະຫຍ້າເປັນໂຕຍາດແຍ່ງນໍ້າ ແລະ ທາດອາຫານຂອງພືດ.
ການໃສ່ຝຸ່ນ: ຫຼັງຈາກຜັກຫອມປ້ອມ ມີໃບຈິງແລ້ວໃຫ້ໃສ່ຝຸ່ນວິທະຍາສາດສູດ 46-00-00 ປະມານ 15-30 ກຼາມ, ປະສົມນໍ້າ 10 ລິດ, ສິດຜົ່ນໃຫ້ທົ່ວໜານປູກ, ໃນການໃສ່ຝຸ່ນຜັກຫອມປ້ອມ ມີການປະຕິບັດກັນຫຼາຍແບບທີ່ແຕກຕ່າງກັນໄປໃນແຕ່ລະທ້ອງຖິ່ນ ແຕ່ວິທີທີ່ໃຫ້ໄດ້ຜົນຜະລິດທີ່ດີຄື ການໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ຊຶ່ງຊາວກະສິກອນສາມາດຜະລິດຜັກຫອມປ້ອມໄດ້ສູງເຖິງ 1,500 ກິໂລກຼາມຕໍ່ໄລູ່ ແລະ ສໍາຄັນຄືຜັກຫອມປ້ອມເປັນພືດທີ່ໃຊ້ປະໂຫຍດຈາກຮາກ ດັ່ງນັ້ນ, ໃນການຖອນຂື້ນມາຈາກດິນຈະຕ້ອງໄດ້ຮາກທີ່ສົມບູນ ດິນປູກຈຶ່ງຕ້ອງຜຸຜຸ່ຍພໍສົມຄວນ ສະນັ້ນຈຶ່ງຄວນໃສ່ຝຸ່ນຄອກ ຫຼື ຝຸ່ນໝັກໃຫ້ຫຼາຍ ຫາກໄດ້ຜັກຫອມປ້ອມທີຕົ້ນເຫົ້ງາຮາກງາມ ກໍ່ຈະເຮັດໃຫ້ໄດ້ນໍ້າໜັກຫຼາຍຂື້ນ.
7. ການເກັບກູ່ຽວ
ຜັກຫອມປ້ອມຈະເລີື່ມເກັບກ່ຽວໄດ້ເມືື່ອອາຍຸໄດ້ປະມານ 30-45 ວັນ, ເນືື່ອງຈາກວ່າຜັກຫອມປ້ອມ ສາມາດໃຊ້ທຸກສ່ວນ ເພືື່ອບໍລິໂພກ ຄວນເກັບກ່ຽວໂດຍການຖອນດ້ວຍມືຕິດທັງຕົ້ນ ແລະ ຮາກບໍ່ໃຫ້ຂາດ ແຕ່ກ່ອນຖອນ ຄວນຫົດນໍ້າໃຫ້ທົ່ວໜານ ໃຫ້ດິນຊຸ່ມເສຍກ່ອນເພືື່ອໃຫ້ຖອນງ່າຍເມືື່ອຖອນ ສໍາເລັດແລ້ວນໍາໄປລ້າງດິນອອກຕົກແຕ່ງ (ຊ້ອມ) ໂດຍເດັດໃບເຫຼືອງໃບລ້ຽງຖິ້ມນໍາໄປເບີຍໃສ່ລົມ ແລ້ວບັນຈຸໃສ່ກະຕາເພືື່ອໃຫ້ຜັກຫອມປ້ອມບໍ່ເກີດການເນົ່າ ແລະ ຄະນະການຂົນສົ່ງອັນເນືື່ອງມາຈາກນໍ້າ ຜົນຜະລິດທີ່ດີຕ້ອງມີໃບຂຽວສະໝໍ່າສະເໝີບໍ່ເປັນພະຍາດໃບລາຍ ຫຼື ໃບໄໝ້, ມີຮາກຂາວຫຼາຍແລະ ຮາກຍາວບໍ່ຂາດ.

8. ພະຍາດ ແລະ ແມງໄມ້ທີ່ສໍາຄັນຂອງຜັກຫອມປ້ອມ
ພະຍາດທີ່ພົບໄດ້ແກ່ພະຍາດໃບເນົ່າ ແລະ ໂຄນເນົ່າ ສ່ວນແມງໄມ້ບໍ່ຄ່ອຍພົບເຫັນ ແຕ່ບາງຄັ້ງອາດພົບເຫັນເພ້ຍ.
ການປ້ອງກັນກໍາຈັດ
– ບໍ່ປູກ ຫຼື ຫວານເມັດໜາແໜ້ນເກີນໄປ ແລະ ລະບາຍນໍ້າອອກຈາກພື້ນທີ່ປູກ.
– ສິດພົ່ນນໍ້າສະໝຸນໄພທຸກໆ 3-5 ວັນ ເພືື່ອປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/2T3apm7P0zG3pUEW.pdf
https://sgethaith.maggang.com/ผักชีปลูกยังไง-วิธีปลูกผักชีนอกฤดูทำยังไง
https://home.kapook.com/view90361.html