ຮໍໂມນເລັ່ງການຈະເລີນເຕີບໂຕ (ປຸ໋ຍເລັ່ງ)

ແມ່ນ ປຸ໋ຍເລັງ (ປຸ່ຍອິນຊີ) ຫລື ຝຸ່ນທຳມະຊາດຊະນິດ ໜື່ງທີ່ມີປະໂຫຍດ ໃນການບຳລຸງພືດຜັກ ແລະ ຕົ້ນໄມ້ເຮັດໃຫ້ໝາກໄມ້ໃຫຍ່ໄວ, ເມັດເຂົ້າຕຶ່ງດີ, ຫມາກໄມ້ຈັບດີ ແລະ ມີລົດຊາດຫວານ ນອກຈາກນັ້ນຍັງມີຄຸນປະໂຫຍດໃນການປັບປຸງບຳລຸງດິນ, ເປັນນໍ້າຢາເລັງຮາກ, ສາມາດເຮັດເອງໄດ້, ຜະລິດງ່າຍ, ໃຊ້ເວລາໜ້ອຍ, ຕົ້ນທຶນຕ່ຳ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ໃນພື້ນທີ່ ໂດຍການນຳໃຊ້ໝາກຮຸ່ງສຸກ, ໝາກອຶແກ່ ແລະ ໝາກກ້ວຍນໍ້າ.

1. ສ່ວນປະສົມ
1. ຖັງຢາງມີຝາປິດເຊັ່ນ: ຖັງສີ, ຖັງດຳ ຫຼື ຖັງຂຽວ ທີ່ມີຂາຍຢູ່ຕາມທ້ອງຕະຫຼາດ
2. ເປົາຂາວ
3. ໝາກອຶແກ່ 2 ກິໂລ
4. ໝາກຮຸ່ງສຸກ 2 ກິໂລ
5. ໝາກກ້ວຍນໍ້າ 2 ກິໂລ
6.ນໍ້າຕານ ຫຼື ນໍ້າອ້ອຍສົດ ຫຼື ກາກນໍ້າຕານ 4 ຫາ 5 ບ່ວງ
7.ນໍ້າສະກັດຊີວະພາບ 4 ຫາ5 ບ່ວງ
8.ນໍ້າສະອາດ 10 ລິດ

2. ວິທີຜະລິດ
1. ນຳເອົາໝາກອຶ, ໝາກຮຸ່ງສຸກ ແລະ ກ້ວຍນໍ້າສຸກ ມາຕັດເປັນຕ່ອນນ້ອຍໆ ເອົາໃສ່ເປົາຂາວ
2.ນຳເອົາເປົາຂາວທີ່ບັນຈຸສາມຢ່າງທີ່ກຽມໄວ້ໃສ່ໃສ່ຖັງ
3. ເອົານໍ້າຕານ, ນໍ້າສະກັດຊີວະພາບ ແລະ ນໍ້າລົງຕາມອັດຕາສ່ວນທີ່ໄດ້ກ່າວມາ ແລ້ວມັດເປົາໃວ້ເອົາວັດຖຸທີ່ໜັກມາເຕັງ, ອັດຝາໃຫ້ແໜ້ນແລ້ວເກັບໃວ້ໃນຮົ່ມ ທີ່ມີອາກາດລ່ວງດີ, ປະໄວ້ປະມານ 7 ຫາ 30 ມື້ ກໍສາມາດນຳໄປໃຊ້ໄດ້ ຫຼືເອົານໍ້າຮ່າຍໃສ່ຕຸກນໍ້າຢາງ(ຕຸກນໍ້າດຶ່ມ) ອັດຝາໃຫ້ແຈບດີເກັບໄວ້ຢູ່ຮົ່ມແລ້ວເຮົາສາມາດເກັບຮັກສາໄດ້ນານເຖິງ 1 ຫາ2 ປີ
3. ວິທີນຳໃຊ້
1.ນໍາເຂົ້າ: ໃຊ້ປະມານ 2 ບ່ວງແກງ ຕໍ່ນໍ້າ 5 ລິດ ສີດ ໄລຍະເຂົ້າທີ່ກຳລັງມານ ແລະ ເຂົ້າກົ້ມ (ເຂົ້າຖອກຮວງ)ແຕ່ຫ້າມເດັດຂາດບໍ່ໃຫ້ຊີດປຸ່ຍເລັ່ງໃສ່ຕອນທີ່ເກສອນບໍ່ທັນລົ່ນ)
2. ກ້າ: ຫລັງຈາກຫວ່ານກ້າໄດ້ 1 ອາທິດ ສີດນໍ້າປຸ໋ຍເລັ່ງໃນປະລິມານ 2 ບ່ວງແກງ ຕໍ່ນໍ້າ 5 ລິດ.
3. ພືດຜັກຕ່າງໆ: ໃຊ້ນໍ້າປຸ໋ຍເລັງ ປະມານ 2 ບ່ວງແກງ ຕໍ່ນໍ້າ 5ລິດ ສີດ 1 ເທຶ່ອ ຕໍ່ ຜັກຊຸດໜຶ່ງ (ສາມາດໃຊ້ກັບຜັກທຸກຊະນິດ) ສຳລັບພືດຜັກອາຍຸເກີນ 2 ເດືອນ ແລະ ພືດໃຫ້ ໝາກເຊັ່ນ: ກະລໍ່າປີ, ໝາກຖົ່ວຍາວ, ໝາກແຕງ, ໝາກອຶ ແລະອື່ນໆ ຄວນສີດປຸ໋ຍເລັ່ງ 1 ອາທິດ ຕໍ່ ເທື່ອ.
4. ຕົ້ນໄມ້ໃຫ້ໝາກ: ຄວນສີດປຸ໋ຍເລັ່ງ ກ່ອນອອກດອກ,ຕອນມັນເປັນຫມາກນ້ອຍໆ ແລະ ໝາກໄມ້ຍັງອ່ອນໃນອັດຕາສ່ວນປະສົມປຸ໋ຍນໍ້າ 2 ບ່ວງ ແກງ ຕໍ່ນໍ້າ 5 ລິດ
5. ດອກໄມ້: ສີດນໍ້າປຸ໋ຍເລັງ 2 ບ່ວງແກງ ຕໍ່ນໍ້າ 5 ລິດທຸກໆອາທິດ
6. ໃຊ້ແຊ່ກິ່ງໄມ້ ກ່ອນການປັກຊຳປະມານ 5 ນາທີ ໃນອັດຕາສ່ວນປະສົມ ປຸ໋ຍນໍ້າ 2 ບ່ວງແກງ ຕໍ່ນໍ້າ 5 ລິດ
7. ໃຊ້ໃນການໂທມ ຫຼື ໂອບງ່າໄມ້: ນຳເອົານໍ້າຮໍໂມນ ຫລື ເຊື້ອລາສີຂາວທີ່ຈັບຢູາຕາມເປົາໃນຖັງນັ້ນ ທາເບື້ອງເທິງຂອງປາກບາດ ແລ້ວເອົາດິນ ຫຼື ກາບພ້າວມາໂອບເພື່ອເລັ່ງໃຫ້ອອກຮາກໄວ.

4. ຄຸນປະໂຫຍດ
1. ເປັນນໍ້າປຸ໋ຍທີ່ເລັງການຈະເລີນໂຕບໂຕຂອງພືດ
2. ເມັດເຂົ້າຕຶ່ງດີ, ລຳຕົ້ນແຂງແຮງ, ໃຫຍ່ໄວ,ມີເມັດຫລາຍ, ບໍ່ມີເມັດລີບ ແລະ ມີນໍ້າໜັກດີ
3. ໝາກໄມ້ເປັນຫຼາຍ, ໃຫຍ່ໄວ, ຈັບດີ ແລະ ລົດຊາດແຊບ.
4. ເປັນນໍ້າຢາເລັ່ງຮາກຈະເຮັດໃຫ້ຮາກໄມ້ອອກໄວແລະ ແຂງແຮງ
5. ພືດຜັກໃຫຍ່ໄວ, ໝາກໃຫ່ຍ, ຈັບດີ, ນໍ້າໜັກດີ,ເກັບຮັກສາໄວ້ດົນ ແລະ ມີລົດຊາດແຊບ.
6. ຖ້າຫົດລົງດິນຈະປັບປຸງໂຄງສ້າງຂອງດິນ ແລະ ເພີ້ມປະລິມານອິນຊີວັດຖຸໃນດິນ ແລະ ຮັກສາຄວາມອຸດົມສົມບູຂອງດິນໄດ້ດີ
7. ບໍ່ເປັນອັນຕະລາຍຕໍ່ສີ່ງທີ່ມີຊີວິດໃນດິນ, ດິນ ແລະ ພືດ ເຖີງຈະໃຊ້ໃນປະລິມານຫລາຍ ແລະ ຕໍ່ເນື່ອງກໍຕາມ
8. ບໍ່ເປັນອັນຕະລາຍຕໍ່ຜູ້ຜະລິດ, ຜູ້ບໍລິໂພກ ແລະ ສະພາບແວດລ້ອມ.
9. ຊ່ວຍຫລຸດຜ່ອນການລະບາດຂອງສັດຕູພືດ
10. ປັບປຸງແລະເຮັດໃຫ້ສະພາບແວດລ້ອມດີຂຶ້ນ
11. ຜະລິດງ່າຍ, ລົງທຶນຕ່ຳ ແລະ ໃຊ້ເວລາໜ້ອຍ.
12. ຜົນຜະລິດເພີມຂຶ້ນ ແລະ ມີຄວາມຍືນຍົງ

5. ວິທີເກັບຮັກສາ
ສາມາດເກັບຮັກສາໄດ້ດົນກວ່າ 1 ຫາ 2 ປີຄວນເກັບຮັກສາໄວ້ໃນຮົ່ມບ່ອນທີ່ມີອາກາດລ່ວງດີ

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/cp4JGFc8WQBnE4W0.pdf
https://ngthai.com/science/30725/plant-nutrients/
https://li01.tci-thaijo.org/index.php/agritechjournal/article/view/217151