Monthly Archives: March 2019
ການປູກຖົ່ວງອກໃສ່ພາສຕິກ
ຖົ່ວງອກຖືວ່າເປັນພືດຊະນິດໜຶ່ງທີ່ຄົນລາວນິຍົມກັນນໍາມາແຕ່ງກິນ ແລະ ປະກອບກັບອາຫານຫຼາຍຊະນິດເພື່ອເພີ່ມລົດຊາດ, ໃນປະເທດເພື່ອນບ້ານ ຖົ່ວງອກຍັງຖືວ່າເປັນພືດທີ່ໃຫ້ຄວາມມົງຄົນ ໝາຍເຖິງຄວາມງອກງາມຈະເລີນຮຸ່ງເຮືອງ ໃນປະຈຸເພື່ອປູກຖົ່ວງອກບໍ່ແມ່ນເລື່ອງຍາກອີກຕໍ່ໄປ ສາມາດເຮັດໄດ້ໃນທຸກສະພາບພື້ນທີ່ ແລະ ຍັງບໍ່ສານພິດອີກດ້ວຍ ໂດຍການປູກໃນຢາງພຼາສຕິກທີ່ອາໄດ້ງ່າຍໂດຍສະເພາະແມ່ນ ຕຸກນໍ້າດື່ມ ທັງນ້ອຍ ແລະ ໃຫຍ່ທີ່ເຮົາໃຊ້ກິນທຸກວັນ.
I. ອຸປະກອນທີ່ໃຊ້
1. ຕຸກນໍ້າຕາມຂະໜາດທີ່ຕ້ອງການ
2. ເຄື່ອງເຈາະຮູ
3. ເມັດຖົ່ວເຫຼືອງ
4. ບົວ ຫຼື ແນວຫົດນໍ້າ
5. ເຄື່ອງຕົ້ມນໍ້າອຸ່ນ
6. ມີດ
II. ຂັ້ນຕອນ ແລະ ວິທີການ
1. ນຳເອົາກະຕຸກນໍ້າທີ່ມີມາເຈາະຮູລະບາຍນໍ້າ 2 ແຖວ ແຖວລະ 5 ຮູລວມທັງໝົດເປັນ 10 ຮູ ເລີ່ມເຈະໃນຂໍ້ທີ່ 4-8 ແລະ ເຈາະລະບາຍອາກາດແຖວຄໍອີກ 3 ຮູ, ໃຊ້ມີດປາດບ່ອນໃສ່ແກ່ນຖົ່ວ ແລະ ຫົດນໍ້າພາກກົງກັນຂ້າມກັບເຈາະ 10 ຮູ.
2.ຈາກນັ້ນນຳເອົາແກ່ນຖົ່ວຂຽວແຫ້ງໃສ່ລົງໃນຕຸກປະລິມານຂອງເມັດຖົ່ວໃຫ້ສູງເທົ່າກັບຂໍ້ທຳອິດຂອງກົ້ນຕຸກ ລ້າງເມັດຖົ່ວໂດຍການໃສ່ນໍ້າລົງໄປໃນຕຸກໃຊ້ນີ້ວມືແນບອັດຝາທີ່ເຈາະໄວ້ສຳຫຼັບໃສ່ແກ່ນຖົ່ວ ແລະ ຫົດນໍ້າເພື່ອບໍ່ໃຫ້ນໍ້າເຮ່ຍອອກ ຫຼັງຈາກນັ້ນນອນຕຸກລົງສັ່ນໄປມາເພື່ອລ້າງເມັດໃຫ້ສະອາດເຮັດ 2-3 ເທື່ອ, ເພື່ອໃຫ້ສະດວກອາດຈະລ້າງກ່ອນຈຶ່ງໃສ່ແກ່ນກໍ່ໄດ້ແຕ່ຕ້ອງລ້າງໃຫ້ສະອາດດີ.
3. ຕຽມນໍ້າອຸນ (ໂດຍການໃຊ້ນໍ້າຮ້ອນ 1 ສ່ວນປະສົມກັບນໍ້າເຢັນ 3 ສ່ວນຈະໄດ້ນໍ້າອຸ່ນພໍດີ) ເທນໍ້າອຸ່ນລົງໃນຕຸກສູງເຖິງຂໍ້ທີ່ 3 ແລ້ວແຊ່ເມັດຖົ່ວຂຽວປະໄວ້ 6-8 ຊົ່ວໂມງ, ເປັນການຂ້າເຊື້ອໂລກບາງຊະນິດ ແລະ ກະຕຸ້ນຄວາມງອກຂອງເມັດຫຼັງຈາກໄດ້ເວລາແລ້ວປ່ຽນໃສ່ນໍ້າທຳມະດາເພື່ອລ້າງເມັດໃຫ້ສະອາດ 1-2 ເທືອສັ່ນໄປມາຄ່ອຍໆ ແລ້ວນອນຕຸກລົງໃຫ້ເມັດທົ່ວກະຈາຍອອກເທນໍ້າລົງໃຫ້ຖ້ວມເມັດຖົ່ວ.
4. ນໍ້າຈະຄ່ອຍໆໄຫຼຊືມຜ່ານຮູທີ່ເຈາະໄວ້ຈາກນັ້ນນໍາເອົາຜ້າກັນແສງ ຫຼື ສິ່ງອື່ນໆມາມ້ວນຫຸ້ມທັບກັບຕຸກເພື່ອຊ່ວຍບັງແສງ ຊ່ວຍຫຼົດການປະທະຂອງນໍ້າທີ່ລຸດລົງໄປ ແລະ ຫຸ້ມທັບອີກຊັ້ນດ້ວຍຜ້າຂຸນໜູ ຫຼື ເປົາເພື່ອບໍ່ໃຫ້ແສງເຂົ້າ.
5. ມື້ຕໍ່ມາໃຫ້ຫົດນໍ້າດ້ວຍບົວ ຫຼື ໃຊ້ໂອຕັກລາດຄ່ອຍໆ ໃຫ້ນໍ້າຄ່ອຍໆຊຶມຜ່ານຮູທີ່ເຈາະໄວ້ໃຫ້ຫົດນໍ້າມື້ລະ 3 ເທື່ອຄື: ເຊົ້າ ສວຍ ແລງ.
6. ເມື່ອເວລາຜ່ານໄປໄດ້ 2-3 ມື້ ຖົ່ວງອກຈະຂື້ນແໜ້ນເຕັມກະຕຸກຄ່ອຍໆດຶງເອົາຖົ່ວງອກອອກທາງຮູທີ່ປາດໄວ້ໂດຍທົ່ວໄປແລ້ວຕຸກຂະໜາດ 1500 ml ຈະໄດ້ຖົ່ວງອກປະມານ 600 ກຣາມ, ຕຸກຂະໜາດ 750 ml ຈະໄດ້ຖົ່ວງອກປະມານ 300 ກຣາມ, ຕຸກຂະໜາດ 600 ml ຈະໄດ້ຖົ່ວງອກປະມານ 200 ກຣາມ ແລະ ຕຸກຂະໜາດ 5 ລິດ ຈະໄດ້ຖົ່ວງອກປະມານ 4-5 ກິໂລກຣາມ.
ແຫຼ່ງທີ່ມາ: www.farmthailand.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝູດໝູ່: ພືດຜັກ
ຂໍ້ມູນເພີມຕື່ມ:
ຂໍ້ມູູນເຕັກນິກ:
ວີດີໂອ:
ຕິດຕໍ່:
ເຕັກນິກ ການລ້ຽງນົກກະທາ
I.ຂັ້ນຕອນ ແລະ ວິທີການລ້ຽງ
1. ພັນນົກທີ່ລ້ຽງ
ເພື່ອຄວາມສະດວກແມ່ນສາມາດຊື້ເອົາລູກນົກ ທີ່ເພິ່ນເບະລູກຂາຍຈາກຟາມທີ່ມີອາຍຸ 18 ມື້ມາລ້ຽງ ຫຼື ວ່າຈະນຳເອົາໄຂ່ນົກກະທາທີ່ມີເຊື້ອມາຝັກເອງ ແຕ່ສ່ວນຫຼາຍວິທີນີ້ບໍ່ຄ່ອຍມີໃຜນຳມາປະຕິບັດພໍປານໃດ.
2. ການສ້າງຄອກ
ການລ້ຽງນົກກະທາສາມາດລ້ຽງໄດ້ ໂດຍການສ້າງຄອກແບບຍົກພື້ນໃຫ້ສູງຈາກໜ້າດິນປະມານ 1 ມ ຂື້ນໄປເພື່ອປ້ອງກັນສັດມາທຳຮ້າຍ ແລະ ພື້ນຄອກປູດ້ວຍແກບ ຫຼື ເປືອກເຂົ້າ ແລະ ອາດຈະໃຊ້ເປົາປ່ານປູຮອງພື້ນເພື່ອຊ່ວຍບໍ່ໃຫ້ຂານົກລອດກົງ.
– ຂະໜາດຂອງຄອກຂື້ນຢູ່ກັບຂະໜາດຂອງລູກນົກ ໂດຍທົ່ວໄປຈະໃຊ້ຂະໜາດກ້ວາງ 1 ມ ແລະ ຍາວ 0,5 ມ ຈະບັນຈຸນົກທີ່ມີອາຍ 1-20 ວັນ ໄດ້ປະມານ 250-300 ໂຕ.
3. ການໃສ່ດອກໄຟ
ຂະໜາດຂອງດອກໄຟທີ່ໃຊ້ສຳຫຼັບນົກທີ່ຫາກໍແຕກໃໝ່ໆ ແມ່ນຕ້ອງການຄວາມອົບອຸ່ນຫຼາຍເຊັ່ນດຽວກັນກັບລູກເປັດ ແລະ ລູກໄກ່ ຈຶ່ງຈຳເປັນຕ້ອງໃຫ້ຄວາມອົບອຸ່ນ ໂດຍການໃສ່ຫຼອດໄຟຟ້າ 1 ຫຼອດ ສຳລັບລູກນົກ 60-100 ໂຕ ອຸນຫະພູມທີ່ໃຊ້ໃນກົງໃນທໍາອິດໃຫ້ອຸ່ນພໍປະມານ.
4. ການໃຫ້ອາຫານ
ການໃຫ້ນ້ຳ ແລະ ອາຫານຈະຕ້ອງພຽງພໍກັບຈຳນວນລູກນົກທີ່ລ້ຽງເພື່ອບໍ່ໃຫ້ນົກຍາດກັນກິນ, ພາຊະນະໃນການໃຫ້ອາຫານສຳລັບລູກນົກຄວນໃຊ້ຖາດແບນໆທີ່ມີຂອບສູງບໍ່ເກີນ 1-2 ຊມ ຖ້າຫາກຂອບສູງເກີນໄປລູກນົກຈະບໍ່ສາມາດກິນອາຫານໄດ້ ໂດຍສະເພາະແມ່ນໃນໄລຍະ 3 ວັນຂື້ນໄປ ຫຼັງຈາກນັ້ນອາດໃຊ້ຮາງອາຫານແບບໄກ່ກໍ່ໄດ້.
5. ການບົວລະບັກຮັກສາ
ເມື່ອລູກນົກມີອາຍຸ 30 ວັນຂື້ນໄປຈະແຍກລ້ຽງໃນຄອກທີ່ໃຫຍ່ກວ່າຄວນຕ້ອງຕັດປາກນົກກ່ອນເພື່ອເປັນການປ້ອງກັນບໍ່ໃຫ້ນົກຈິກກັນ ວິທີການຕັດປາກນົກກະທາກໍ່ເຮັດແບບດຽວກັນກັບຕັດປາກໄກ່
6. ການສັງເກດເພດ
ໃນການຄັດເລືອກເພດຂອງນົກກະທາສາມາດສັງເກດໄດ້ເມື່ອນົກມີອາຍຸ 3 ເດືອນ ເຮົາຈະໃຊ້ວິທີສັງເກດຈາກລັກສະນະພາຍນອກຂອງນົກນັ້ນກໍ່ຄື ສີຂົນ, ນົກໂຕຜູ້ຈະມີຂົນໜ້າເອິກ ແລະ ບໍລິເວນລຳຄໍເປັນສີເຫຼືອງນ້ຳຕານປົນຂາວ ຫຼື ສີນ້ຳຕານປົນແດງ ແລະ ຂົນບໍລິເວນແກ້ມກໍ່ມີສີນ້ຳຕານແກມແດງ, ສ່ວນນົກກະທາໂຕແມ່ມີສີຂົນບໍລິເວນຄໍບໍ່ເຂັ້ມປານໃດ ຫຼື ມີສີນ້ຳຕານປົນເທົາ ແລະ ມີສີລາຍດຳປົນຂາວເມື່ອຄັດແຍກເພດໄດ້ລຽບລ້ອຍແລ້ວ ນົກໂຕຜູ້ກໍ່ນຳມາລ້ຽງຂາຍ ສວ່ນນົກໂຕແມ່ກໍ່ຕັດປາກ ແລ້ວລ້ຽງເປັນນົກໄຂ່ໄດ້.
ແຫຼ່ງທີ່ມາ: ອານຸສອນ ໄຊຍະລາດ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ການລຽງສັດ
ຂໍ້ມູນເພີມຕື່ມ:
ຂໍ້ມູູນເຕັກນິກ:
ວີດີໂອ:
ຕິດຕໍ່:
ເຕັກນິກການປູກໝາກພິກໄທ
I. ການຄັດເລືອກສະຖານທີ່ ແລະ ສາຍພັນ
1. ດິນຟ້າອາກາດ: ພິກໄທຕ້ອງການດິນທີ່ມີຄວາມອຸດົມສົມບູນ, ມີຊັ້ນໜ້າດິນເລິກ, ເປັນດິນລະບາຍນ້ຳໄດ້ດີ ແລະ ບໍ່ມີນ້ຳຖ້ວມຂັງ ເພາະຈະເຮັດໃຫ້ຮາກຂອງຕົ້ນເນົ່າໄດ້, ຖ້າດິນມີລັກສະນະເປັນຄ້ອຍຊັນຄວນຈະປູກເປັນຂັ້ນໃດ, ອຸນຫະພູມທີ່ເໝາະສົມ 15-30 ອົງສາເຊ ຫຼື ໃນເດືອນທີ່ມີອຸນຫະພູມຕໍ່າສຸດບໍ່ຄວນຕໍ່າກວ່າ 15 ອົງສາເຊ ແລະ ດິນມີຄວາມເປັນກົດ, ເປັນດ່າງ PH 6-6,5.
2. ສາຍພັນທີ່ດີ: ພິກໄທມີຫຼາຍສາຍພັນ, ແຕ່ລະສາຍພັນບໍ່ມີຄວາມແຕກຕ່າງກັນຫຼາຍ ສະນັ້ນການຄັດເລືອກສາຍພັນຄວນຄຳນຶງເຖິງ:
ມີຄວາມເໝາະສົມກັບສະພາບທ້ອງຖິ່ນ, ທົນທານຕໍ່ພະຍາດ ແລະ ການລົບກວນຂອງສັດຕູ, ໃຫ້ຜົນຜະລິດສູງ ແລະ ເປັນທີ່ຕ້ອງການຂອງຕະຫຼາດເຊັ່ນ: ສາຍພັນ ຊາລາວັດ ຫຼື ພັນມາເລເຊຍ, ພັນຫວຽດນາມ ທີ່ນຳເຂົາມາປູກໃຫ້ຜົນຜະລິດສົດ 9-12 ກິໄລ/ຄ້າງ ຫຼື 3600-4800 ກິໂລກຣາມ/ໄລ່/ປີ.
II. ການອອກແບບສວນປູກ
– ໄລຍະຫ່າງການປູກ 2×2 ແມັດ (400ຄ້າງ/ໄລ່)
– ປັກຄ້າງຕາມແລວທີ່ວາງໄວ້, ຝັງເລິກ 60 ຊມ, ຝັງໃຫ້ແໜ້ນ ແລະ ໃຫ້ຫ່າງຈາກປາກຂຸມ 15 ຊມ
– ຂຸດຂຸມປູກ 40 x 60 x 40 ຊມ ຂື້ນໄປ
– ແຍກດິນຊັ້ນເທິງ ແລະ ຊັ້ນລຸ່ມໄວ້ຄົນລະບ່ອນ
– ເອົາດິນຊັ້ນເທິງລົງກ່ອນປະມານ 1/3 ຂອງຂຸມ
– ຈາກນັ້ນໃຫ້ເອົາດິນຊັ້ນເທິງອ້ອມປາກຂຸມປະສົມຝຸ່ນຄອກ 2 ຄຸ, ປຸຍ 15 15 15 ຈຳນວນ 200 ກຣາມ, ໂຟລະດານ 3% ຈຳນວນ 20 ກຣາມ ປະສົມເຂົ້າກັບດິນຊັ້ນໜ້າແລ້ວເອົາລົງຂຸມເອົາດິນຊັ້ນລຸ່ມຖົມກົບສູງຈາກໜ້າດິນ 20 ຊມ.
– ໃຊ້ຄ້າງປະເພດໄມ້ແກ່ນເຊັ່ນ: ໄມ້ແດງ ແລະ ອື່ນໆ ເຊິ່ງມີໜ້າຕັດປະມານ 15 ຊມ ແລະ ຄວາມຍາວ 4 ແມັດ.
III. ເຕັກນິກການປູກ
– ຄວນປູກໃນຕົ້ນລະດູຝົນໃນເດືອນ 6-7 ຂອງປີ.
– ການເອົາເບ້ຍລົງຂຸມ ແລະ ເບົ້າ ຕ້ອງຕໍ່າກ່ວາໜ້າດິນ 5-10 ຊມ ໃຊ້ມີດຕັດແຫກເບົ້າຕາມລວງຕັ້ງເພື່ອເອົາຖົງຢາງອອກ, ໃຫ້ປູກຂຸມລະ 1 ຫຼື 2 ເບ້ຍກໍ່ໄດ້.
– ຖົມດິນໃຫ້ແໜ້ນ ແລະ ຫົດນ້ຳຕົ້ນລະ 1 ຄຸ.
IV. ການບົວລະບັກຮັກສາ
1. ການຫົດນ້ຳ
– ພິກໄທເປັນພືດບໍ່ມັກນ້ຳຂັງຮາກ, ດິນມີຄວາມຊຸ່ມສູງ ສະນັນໃນລະດູຝົນກໍ່ບໍ່ຈຳເປັນຫົດ, ສວ່ນລະດູແລ້ງຕ້ອງຫົດເປັນປົກກະຕິ
– ພາຍຫຼັງປູກຈະຕ້ອງຫົດນ້ຳ 20-30 ວັນຕິດຕໍ່ກັນ ຫຼັງຈາກນັ້ນໃຫ້ຫົດອາທິດລະ 2 ຄັ້ງ.
– ເມື່ອປູກໃໝ່ໃຫ້ໃຊ້ກ້ານພ້າວ ຫຼື ກິ່ງໄມ້ບັງແດດຈົນຮອດ 1 ເດືອນ ຈຶ່ງເອົາອອກ.
2. ການເສຍຫຍ້າ: ໃຫ້ລະວັງບໍລິເວນ 50 ຊມ ອອ້ມຕົ້ນໃຫ້ໃຊ້ມືຫຼົກເອົາ ເພາະຈະກະທົບກະເທືອນຕໍ່ຮາກ ແລະ ຕົ້ນພິກໄທ.
3. ການຕັດແຕ່ງກິ່ງ
– ເມື່ອພິກໄທແຕກຍອດຄວນປິດຍອດອ່ອນອອກ ແລະ ຈົ່ງໄວ້ 2-3 ຍອດ ທີ່ສົມບູນແລ້ວມັດຂື້ນຄ້າງ
– ເມື່ອອາຍຸໄດ້ 1 ປີ ສູງຈາກໜ້າດິນ 50 ແມັດຕັດແຕ່ງເລືອກເອົາຍອດພັນດີໄປຂະຫຍາຍ, ປີທີ 2 ດກໍ່ເຮັດເຊັ່ນດຽວກັນ.
– ເມື່ອຕົ້ນສູງກວ່າຄ້າງ 30 ຊມ ໃຫ້ເອົາຍອດພັນຄ້າງໄວ້ ແລະໃຊ້ເຊືອກ ຂະໜາດ 0.25 ມັດແທນເຊືອກຟາງຫ່າງກັນ 40-50 ຊມ.
– ໃຫ້ຕັດກິ່ງອອກຈາກໂຄນຕົ້ນ ແລະ ແໜງຢູ່ຕິດກັບດິນ, ບິດໃບອອກໃຫ້ໂລ່ງ, ຖ້າພິກໄທນານໃຫຍ່ບໍ່ຖ້ວມຄ້າງໃຫ້ເດັດຊໍ່ດອກອອກໝົດ.
4. ການພວນ ແລະ ການຄຸມດິນ: ການພວນດິນໃຫ້ເຮັດເວລາດຽວກັບໃສ່ຝຸ່ນຄອກ ຫຼື ຫຼັງເສຍຫຍ້າ, ໃຊ້ຝຸ່ນຄອກ 3 ສ່ວນດິນ 1 ສ່ວນປະສົມເຂົ້າກັນແລ້ວນຳໄປຫວ່ານ 2 ຄຸ/ຄ້າງ, ລະດູແລ້ງໃຫ້ເອົາເຟືອງເຂົ້າປົກໂຄນເພື່ອໃຫ້ຄວາມຊຸ່ມ ແລະ ເປັນຝຸ່ນໄດ້.
5. ການໃສ່ຝຸ່ນ: ໃຫ້ໃສ່ຕາມຊົງພຸ່ມພວນດິນແລ້ວໃສ່ອ້ອມຕົ້ນ ຫ່າງຈາກຕົ້ນ 25-30 ຊມ ຝຸ່ນທີ່ຈະໃສ່ມີ:
– ຝຸ່ນຄອກ (ຂີ້ສັດຕ່າງໆ): ໃຫ້ປະສົມດິນ 1 ສ່ວນ ແລະ ຝຸ່ນ 5 ສ່ວນ ແລ້ວຫວ່ານກົບ.
– ຝຸ່ນບົ່ມ: ປະສົມດິນ 2 ສ່ວນ, ຝຸ່ນຄອກ 1 ສ່ວນ, ຝຸ່ນບົ່ມ 2 ສ່ວນ ປະສົມເຂົ້າກັນແລ້ວຫວ່ານກົບ.
– ປຸຍສູດ 15 15 15 ປີໜຶ່ງໃສ່ 400-500 ກຼາມ/ຄ້າງ 3 ຄັ້ງ/ປີ, ປີທີ່ 2 ໃສ່ 400-500ກຼາມ/ຄ້າງ 2 ປີ/ຄັ້ງ.
V. ວິທີປ້ອງກັນ ແລະ ທໍາລາຍສັດຕູພືດຕ່າງໆ
• ປວກ: ໃຫ້ຂຸດທຳລາຍທັງຄ້າງ ແລະ ໂຄນຮອດຮາກແລ້ວໃຊ້ຢາ Dieldrex 15 ປະສົມນ້ຳປະມານ 1:300 ຫົດໃຫ້ທົ່ວ.
• ດ້ວງເຈາະລຳຕົ້ນ: ໃຫ້ຕັດກິ່ງ ຫຼື ລຳຕົ້ນບໍລິເວນດ້ວງທຳລາຍຖີ້ມ, ໃຊ້ສານເຄມີ ຟູລາດານ 5 ຈີ ປະມານ 30 ກຼາມ/ຄັ້ງ ໂດຍປະສົມລົງໃນດິນໃຫ້ທົ່ວ.
• ພະຍາດໂຄນ ແລະ ຮາກເນົ່າ: ເກີດຈາກເຊື້ອລາເມື່ອອາຍຸຕົ້ນໄດ້ 2 ປີຂື້ນໄປ ແລະ ຈະຕາຍພາຍໃນ 1-2 ເດືອນ, ຢ່າປູກໃກ້ແຫຼ່ງນໍ້າ, ບ່ອນນໍ້າຂັງ, ຕັດແຕ່ງກິ່ງໃຫ້ສູງຈາກໜ້າດິນ 30 ມຊ.
VI. ການເກັບກູ້ຜົນຜະລິດ ແລະ ເກັບມ້ຽນ
• ນັບແຕ່ອອກດອກຈົນເຖິງເກັບໝາກໃຊ້ເວລາ 6-8 ເດືອນ ການເກັບໝາກແມ່ນ ເດືອນມັງກອນ ແລະ ກຸມພາ ໃຫ້ສັງເກດເບິ່ງຮວງໜຶ່ງມີໝາກສຸກເຫຼືອງ ຫຼື ແດງ 3-4 ໝາກກໍ່ສາມາດເກັບໄດ້ເລີຍ.
• ການເກັບຮັກສາພາຍຫຼັງເກັບມາໄດ້ນຳໄປແຊ່ນ້ຳ 7-14 ວັນ, ຢຽບເອົາເປືອກອອກ, ລ້າງໃຫ້ສະອາດ ນໍາໄປຕາກແດດ 4-5 ວັນໃຫ້ມີຄວາມຊຸ່ມ 10% ໂດຍໃຊືມືກໍາຖ້າແກ່ນລອດຫວ່າງມືສະແດງວ່າແຫ້ງດີ.
• ຕົ້ນພິກໄທມີອາຍຸໃຫ້ຜົນຜະລິດປະມານ 4-8 ປີ ແລະ ຈະໃຫ້ຜົນຜະລິດສົດ 3600-4800 ກິໂລ/ໄລ່/ປີ (ຜົນຜະລິດແຫ້ງ 110-145 ກິໂລ). ແຫຼ່ງທີ່ມາ: ພະແນກກະສິກຳ ແລະ ປ່າໄມ້ ແຂວງ ອັດຕະປື
ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ພືດຜັກ
ຂໍ້ມູນເພີມຕື່ມ:
ຂໍ້ມູູນເຕັກນິກ:
ວີດີໂອ:
ຕິດຕໍ່:
ການປູກແຂມເປັນສິນຄ້າ
I.ຄຸນປະໂຫຍ ແລະ ຄວາມສຳຄັນ
ແຂມເປັນເຄື່ອງປ່າຂອງດົງຊະນິດໜຶ່ງ ທີ່ມີຄຸນຄ່າທາງດ້ານເສດຖະກິດ ທີ່ສາມາດສ້າງລາຍຮັບເສີມ ໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ນປະຊາຊົນໃນເຂດຊົນນະບົດ. ແຂມມີຄຸນປະໂຫຍດຄື: ຊໍ່ດອກແຂມນຳມາເຮັດຟອຍ ເພື່ອທຳຄວາມສະອາດພື້ນ, ບາງທ້ອງຖິ່ນໜໍ່ອອ່ນນຳມາເປັນອາຫານ.
ການປູກແຂມແມ່ນ ທາງເລືອກໜຶ່ງທີ່ດີໃນການໃຊ້ດິນໃຫ້ເກີດປະໂຫຍດສູງສຸດ ເຊິ່ງເປັນການຊຸກຍູ້ວຽກງານການຜະລິດເປັນສິນຄ້າ ອັນທີ່ສ້າງຄວາມສະດວກສະບາຍ ແລະ ປະຢັດເວລາໃນການເກັບກູ້ ໂດຍຫັນຈາກການເກັບກູ້ໃນທຳມະຊາດມາເປັນສວນປູກ, ນອກຈາກນີ້ ການປູກເປັນສວນຂະໜາດໃຫຍ່ຍັງສາມາດເພີ່ມບໍລິມາດຂອງການເກັບກູ້ໄດ້ຫຼາຍຂື້ນ.
1. ເງື່ອນໄຂສະພາບແວດລ້ອມ
ແຂມສາມາດຂະຫຍາຍພັນໄດ້ໃນຫຼາຍປະເທດເຊັ່ນ: ຈີນ, ຫວຽດນາມ, ໄທ ແລະ ມຽນມາ. ສຳຫຼັບປະເທດລາວແມ່ນພົບເຫັນຢູ່ທາງພາກເໜືອຄື: ແຂວງ ຫຼວງນ້ຳທາ, ຫຼວງພະບາງ, ຜົງສາລີ, ອຸດົມໄຊ, ຫົວພັນ. ກົກແຂມມັກເກີດຢູ່ຕາມປ່າແຈ້ງ, ປ່າຫີນ ແລະ ຕາມພູເຂົາສູງຊັນ, ເຊິ່ງມີຄວາມສູງຈາກລະດັບໜ້ານ້ຳທະເລ 300-1400 ແມັດ.
II. ຂັ້ນຕອນທາງດ້ານເຕັກນິກວິທີການ
1. ໄລຍະປູກ
ການປູກແຂມໄລຍະທີ່ເໝາະສົມແມ່ນ ໃຫ້ປູກໃນໄລຍະຫ່າງລະຫວ່າງຂຸມ 2×2 ມ, ໄລຍະນີ້ແຂມແມ່ນສາມາດປູກຮ່ວມກັບສວນປູກໄມ້ອື່ນໆໄດ້ເຊັ່ນ: ສວນໄມ້ໃຫ້ໝາກເປັນຕົ້ນ.
2. ການຂຸດຂຸມປູກ
ຂະໜາດຂອງຂຸມປູກແມ່ນ 20×20 ຊມ
3. ການປູກ
ຕາມປົກກະຕິລະດູການປູກແຂມທີ່ເໝາະສົມ ແມ່ນຢູ່ໃນຊ່ວງທີ່ມີຝົນຕົກຄື: ທ້າຍເດືອນພຶດສະພາ ຫາ ເດືອນມີຖຸນາ ໃນຊ່ວງນີ້ດິນຈະມີຄວາມຊຸ່ມຊື່ນເຊິ່ງເໝາະແກ່ການຈະເລີນເຕີບໂຕຂອງຕົ້ນແຂມ.
ການປູກແຂມແມ່ນປູກດ້ວຍເຫງົ້າ (ແຂມສຸມໜຶ່ງຈະປະກອບມີຫຼາຍເຫົ້ງາ), ພາຍຫຼັງທີ່ຂຸດເອົາເຫງົ້າແຂມມາແລ້ວ ແມ່ນຕ້ອງໄດ້ມີການຄັດເລືອກ ເອົາເຫງົ້າທີ່ສົມບູນ ແລະ ແຕ່ລະເຫງົ້າທີ່ຈະນຳໄປປູກແມ່ນບໍ່ໃຫ້ລຸດ 3 ລຳ, ຈາກນັ້ນໃນວັນດຽວກັນແມ່ນໃຫ້ນຳເອົາເຫງົ້າແຂມທີ່ໄດ້ກະກຽມໄວ້ລົງປູກໃນຂຸມທີ່ໄດ້ຂຸດໄວ້. ສິ່ງທີ່ສຳຄັນແຂມແຕ່ລະເຫງົ້າແມ່ນມີອາຍຸບໍ່ເກີນ 1 ປີ ແລະ ຕັດລຳທີ່ປົງອອກມາຈາກເຫງົ້າຍາວປະມານ 40 ຊມ.
4. ການບົວລະບັດຮັກສາ
ເພື່ອເຮັດໃຫ້ແຂມຈະເລີນເຕີບໂຕໄດ້ດີນັ້ນ ແມ່ນມີຄວາມຈຳເປັນຈະຕ້ອງໄດ້ມີການບົວລະບັດຮັກສາ ໂດຍການອານາໄມ 2 ຄັ້ງ/ປີ ໃນນີ້ປີທຳອິດແມ່ນ ສາມາດເຮັດໄດ້ພາຍຫຼັງປູກໄດ້ 2 ເດືອນ ແລະ ຄັ້ງທີ່ 2 ແມ່ນ 3 ເດືອນຕໍ່ມາ. ເຖິງຢ່າງໃດກໍ່ຕາມ ການປູກແຂມໃນປີທຳອິດຕ້ອງປູກປະສົມກັບພືດກະສິກຳເຊັ່ນ: ໝາກເດືອຍ, ໝາກງາ, ສາລີ ແລະ ອື່ນໆ, ເພາະຈະເຮັດໃຫ້ປະຢັດເວລາໃນການບົວລະບັດຮັກສາສວນແຂມເປັນຕົ້ນວ່າ ການຖາງຫຍ້າອອກຈາກພືດກະສິກຳ ກໍ່ຄືກັບການຖາງຫຍ້າໃນສວນແຂມໄປພ້ອມກັນ.
5. ການຈະເລີນເຕີບໂຕ ແລະ ຜົນຜະລິດແຂມ
ຈາກຜົນການທົດລອງການປູກແຂມທີ່ ເມືອງ ໂພນໄຊ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ແຂມແມ່ນສາມາດຈະເລີນເຕີບໂຕໄດ້ດີ, ພາຍໃນໄລຍະເວລາ 9 ເດືອນ ແມ່ນສາມາດເກັບຜົນຜະລິດໄດ້, ນັ້ນກໍ່ໝາຍຄວາມວ່າ ໃຊ້ເວລາສັ້ນ, ລົງທຶນໜ້ອຍ, ເຮັດງ່າຍ, ໃຊ້ແຮງງານບໍ່ຫຼາຍ ແຕ່ສາມາດເກັບຜົນຜະລິດໄດ້ຍາວນານ ເຊິ່ງມີຕະຫຼາດຮອງຮັບ. ເຖິງຢ່າງໃດກໍ່ຕາມ, ຜົນຜະລິດຂອງແຂມ (ດອກແຂມ) ແມ່ນບໍ່ທັນໄດ້ເຕັມເມັດເຕັມໜ່ວຍ, ແຕ່ໃນປີທີ່ 2 ແມ່ນຜົນຜະລິດທີ່ໄດ້ຮັບແມ່ນດີຫຼາຍ ສະເລ່ຍລາຍຮັບໄດ້ 1,110,000 ກີບ/ປີ (ລາຄາ 3500 ກີບ/ກິໂລ).
ແຫຼ່ງທີ່ມາ : ໄພວອນ ພອນພະນົມ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່:
ຂໍ້ມູນເພີມຕື່ມ:
ຂໍ້ມູູນເຕັກນິກ:
ວີດີໂອ:
ຕິດຕໍ່:
ການປູກໝາກເຂືອຍົກພູພານ ( ໝາກເຂືອເພາະໃຫ່ຍ )
1. ໝາກເຂືອເພາະໃຫ່ຍ.
ໝາກເຂືອເພາະ ເປັນຜັກທີ່ປູກງ່າຍໃຫ່ຍໄວ້ ໃຫ້ຜົນຕອບແທນໄວ້ ແລະ ສາມາດເກັບກ່ຽວຜົນຜະລິດໄດ້ດົນ.
2. ພັນທີ່ຈະໃຊ້ປູກ.
– ພັນຫຍດພະຍາ ພັນລູກປະສົມ ຕົ້ນເຕີ້ຍແຕກແໝງໄດ້ດີ ໝາກດົກ ໝາກກົມສີຂາວລາຍຂ່ຽວອອ່ນ ນໍ້າໝັກໝາກສະເລ່ຍ 40-60 ກຣາມ.
– ພັນປິງປອງ ພັນລູກປະສົມຕົ້ນສູງ ໝາກກົມສີຂາວລາຍຂ່ຽວອອ່ນ ນໍ້າໝັກໝາກສະເລ່ຍ 60-80 ກຣາມ ເກັບຜົນຜະລິດໄດ້ດົນ 4 ເດືອນ.
– ພັນເດອຣ໌ມິດ ພັນລູກປະສົມຕົ້ນເຕີ້ຍແຕກແໝງໄດ້ດີ ໝາກດົກ ໝາກກົມສີຂາວລາຍຂ່ຽວເຂັມ ນໍ້າໝັກໝາກສະເລ່ຍ 40-60 ກຣາມ.
4. ການຕຽມດິນ.
ໄຖດິນໃຫ້ເລີກປະມານ 30-40 ຊັງຕີແມັດ ຕາກດິນໄວ້ປະມານ 7-10 ວັນ ຍອ່ຍດິນໃຫ້ລະອຽດ ຫວ່ານປູນຂາວໃນອັດຕາສວ່ນ 100-200 ກິໂລກຣາມ/ໄຮ່ ພອ້ມໃສ່ປຸ໋ຍໝັກ ຫຼື ປຸ໋ຍຄອກອັດຕາ 2,000 ກິໂລກຣາມ/ໄລ່ ແລະ ປຸ໋ຍສູດ 15-15-15 ອັດຕາສວ່ນ 30 ຊັງຕີແມັດ ກວ້າງປະມານ 120 ຊັງຕີແມັດ ຫຼັງຈາກປູກແລ້ວຫົດນໍ້າ ແລະ ຄຸມດວ້ຍພລາສະຕິກ ເພື່ອຮັກສາຄວາມຊຸ່ມຊື່ນ ແລະ ປ້ອງກັນວັດສະພືດ.
5. ການຕຽມໝານກ້າ.
ໃສ່ດິນປະສົມລົງໃນໝານເພາະກ້າ (ດິນທີ່ຮອ່ນແລ້ວ 3 ຊວນ ປຸ໋ຍຄອກ 1 ຊວນ ຊາຍ ຫຼື ແກບ 1 ຊວນ) ແລ້ວຫົດນໍ້າ ແລະ ຍອ່ດເເກ່ນລົງໃນໝານຂຸມໆລະ 1 ແກ່ນ ແລ້ວຫົດນໍ້າເຊົ້າ ແລະ ແລງ.
6. ການປູກ.
ເຈາະພລາສະຕິກຕາມໄລຍະປູກ ນໍາກ້າໝາກເຂືອເພາະໃຫ່ຍທີ່ມີອາຍຸ 15 ວັນ ຫຼື ມີໃບຈິງ 3-4 ໃບ ມາປູກຕາມຂຸມທີ່ກໍານົດຖົມດິນ ແລະ ຫົດນໍ້າ.
ໄລຍະການປູກ: ໄລຍະການປູກລະຫວ່າງຕົ້ນ 70-80 ຊັງຕີແມັດ ລະຫວ່າງແຖວ 90-100 ຊັງຕີແມັດ.
7. ການດູແລຮັກສາ.
1. ການໃຫ້ນໍ້າ.
ຕ້ອງໃຫ້ນໍ້າສະໝໍ່າສະເໝີ ຫຼັງຍ້າຍກ້າທຸກເຊົ້າ ແລະ ແລງ ເມື່ອກ້າຕັ້ງຕົວດີແລ້ວຈີ່ງຫົດນໍ້າວັນລະຄັ້ງກໍໄດ້.
8. ການໃສ່ປຸ໋ຍ.
– ຫຼັງຍ້າຍມາປູກໄດ້ 7-10 ວັນ ໃສ່ປຸ່ຍສູດ 46-0-0 ອັດຕາ 30 ກິໂລກຣາມ/ໄລ່ ເພື່ອເລັ່ງການຈະເລີ່ມເຕີບໂຕ.
– ໃສ່ປຸ໋ຍສູດ 13-13-21 ຫຼື 8-24-24 ອັດຕາ 50-100 ກິໂລກຣາມ/ໄຮ່ ໂດຍທະຍອຍແບ່ງໃສ່ໃນຊ່ວງອອກດອກຕິດໝາກທຸກໆ 20 ວັນ.
9. ການປ້ອງກັນກໍາຈັດວັດສະພືດ.
ວັດສະພືດ: ກໍາຈັດວັດສະພືດທຸກຄັ້ງທີ່ມີການໃສ່ປຸ໋ຍ ຫຼື ເມື່ອວັດສະພືດເກີດຂື້ນ.
ໂລກ: ໂລກໝາກເນົ່າແຫ້ງສີດໍາ ຫຼື ປາຍໝາກດໍາ ປ້ອງກັນ ແລະ ກໍາຈັດໂດຍໃສ່ຫີນປູນ ຫຼື ປູນຂາວຮອງພື້ນຂຸມ 1-2 ຊວນ/ຂຸມ ສີດພົ່ນທາດແຄລເຊີ່ຍມ ໃນຊ່ວງໄລຍະຕິດໝາກໄປຈົນເຖີ່ງການເກັບກ່ຽວ.
ໂລກໃບແຫ້ງ, ໂລກໃບຈຸດ: ປ້ອງກັນ ແລະ ກໍາຈັດ ໂດຍໃຊ້ສານປ້ອງກັນເຊື່ອລາເຊັ່ນ: ກໍາມະຖັນໝາກຊະນິດລະລາຍນໍ້າ ຄາລາເບນ ເບນເລທ ສໍາລັບກໍາມະຖັນຄວນສີດພົ່ນໃນເວລາເຊົ້າມີດທີ່ມີອາກາດເຢັນ ຫຼື ຕອນເຊົ້າ.
10. ການເກັບກ່ຽວ.
ຫຼັງຈາກດອກບານ 7-10 ວັນ ຈະສາມາດເກັບກ່ຽວຜົນຜະລິດໄດ້ ໂດຍເກັບຜົນຜະລິດໄດ້ໂດຍເກັບໝາກທີ່ມີຂະໝາດພໍເໝາະບໍ່ອອ່ນ ຫຼື ແກ່ເກີນໄປ ໂດຍການເກັບກ່ຽວໃຫ້ໝາກເຂືອຕິດມາກັບໝາກດວ້ຍ ຜົນຜະລິດ 8,000-12,000 ກິໂລກຣາມ/ໄລ່.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດຜັກ
ແຫຼ່ງຂໍ້ມູນhttps://www.rakbankerd.com/agriculture/page.php?id=5802&s=tblplant
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່:
ຂໍ້ແນະນໍາ ການຜະລິດຝຸ່ນຊີວະພາບດ້ວຍການລ້ຽງຂີ້ກະເດືອນ
I. ຄຸນປະໂຫຍດຂອງຂີ້ກະເດືອນ
– ປັບສິ່ງເນົ່າເປື່ອຍໃຫ້ເປັນຝຸ່ນທຳມະຊາດທີ່ມີຄຸນນະພາບສູງ ແລະ ຊ່ວຍກຳຈັດຂີ້ເຫຍື້ອໃນຄົວເຮືອນ.
– ດຸດດິນໃຫ້ເປັນຮູ, ເຮັດໃຫ້ດິນຜຸຜຸ່ຍ, ດິນມີອາກາດ ເຮັດໃຫ້ພືດງາມ ແລະ ໃຫຍ່ໄວ.
– ໂຕຂອງຂີ້ກະເດືອນເປັນອາຫານທີ່ມີໂປຕີນສູງໃຫ້ແກ່ສັດລ້ຽງ ແລະ ຂີ້ກໍ່ເປັນຝຸ່ນທຳມະຊາດທີ່ດີຕໍ່ການປູກພືດທຸກຊະນິດ.
1. ທີ່ຢູ່ອາໄສຂອງຂີ້ກະເດືອນ
– ບ່ອນຮົມ ຫຼື ຕາກແດດກໍ່ໄດ້ ແຕ່ຕ້ອງມີອາຫານກິນ (ຈຸລິນຊີ).
– ມີອາກາດລຸລ່ວງດີບ່ອນທີ່ສາມາດລົບລີ້ສັດຕ່າງໆໄດ້ເຊັ່ນ: ນົກ, ໜູ, ມົດ ແລະ ອື່ນໆໄດ້ດີ.
2. ປະເພດອາຫານລ້ຽງຂີ້ກະເດືອນ
– ຫຍ້າ, ໃບຕອງ, ເຟືອງ, ຜັກເສດ, ເປືອກໝາກໄມ້ ຫຼື ອື່ນໆ ຈາກຄົວເຮືອນ ແລະ ຈາກຕະຫຼາດ.
II. ວິທີການລ້ຽງຂີ້ກະເດືອນ
1. ການລ້ຽງເພື່ອກຳຈັດຂີ້ເຫຍື້ອ
– ລ້ຽງໃສ່ຊາມຢາງແຕກ, ຖັງດຳແຕກ, ຖາດຢາງ ແລະ ອື່ນໆ.
– ຊາມທີ່ມີເສັ້ນຜ່າສູນກາງຂະໜາດ 40 ຊມ ຂື້ນໄປໃຫ້ປ່ອຍ 1 ກຣາມ/ຊາມ ໃຫ້ອາຫານ 1-5 ກຣາມ/ມື້ ສາມາດໃຫ້ທຸກໆມື້ໄດ້ ແລະ ວາງຊາມລ້ຽງໃຫ້ສູງຈາກພື້ນ 15-20 ຊມ ຫົດນໍ້າ 1 ຄັ້ງ/ອາທິດ.
2. ການລ້ຽງເພື່ອເອົາຝຸ່ນໃສ່ສວນຄົວ-ລ້ຽງເປັນຄອກ
1. ການເລືອກສະຖານທີ່
– ບ່ອນພຽງ ຫຼື ປັບໜ້າດິນໃຫ້ພຽງ, ບ່ອນຮົ່ມ ຫຼື ຕາກແດດກໍ່ໄດ້
– ຖ້າບໍ່ມີຕົ້ນໄມ້ໃຫຍ່ຍິ່ງເປັນການດີ
2. ວັດຖຸ-ອຸປະກອນ
– ດິນບຼອກ ຫຼື ໄມ້ແປ້ນ ແລະ ອື່ນໆທີ່ສາມາດປ້ອງກັນບໍ່ໃຫ້ຂີ້ເຫຍື້ອພັງອອກຈາກຄອກ ຫຼື ໜານ
– ແນວພັນຂີ້ກະເດືອນ
– ຜ້າຢາງປູ
– ເສດອາຫານຕ່າງໆທີ່ຈະໝັກ
– ບົວຫົດນໍ້າ ຫຼື ທໍ່ຢາງ
3. ຂັ້ນຕອນ ແລະ ວິທີການເຮັດ
1. ການສ້າງຄອກ
– ປູຜ້າຢາງ, ເອົາດິນບຼອກ ຫຼື ໄມ້ແປ້ນມາເຮັດເປັນຄອກ 4 ລ່ຽມປິດ ລວງກ້ວາງ 1 ແມັດຂື້ນໄປຕາມ
ຄວາມເໝາະສົມ ແລະ ລວງຍາວ 2 ແມັດຂື້ນໄປຕາມຄວາມເໝາະສົມ, ສູງບໍ່ເກີນ 20 ຊມ.
2. ຂັ້ນຕອນການໝັກ
– ເອົາເສດອາຫານຕ່າງໆໃສ່ໃນຄອກບໍ່ໃຫ້ເກີນ 30 ຊມ ຖ້າຂະໜາດຄອກກ້ວາງ 100 ຊມ x 200 ຊມ ໃສ່ເສດຜັກນໍ້າໜັກລວມ 150 kg-200 kg /ຄອກ ເອົາໃບໄມ້ແຫ້ງ ຫຼື ເຟືອງປົກສູງ 3 ຂໍ້ມື, ໝັກໄວ້ 15-20 ວັນ ຫົດນໍ້າ 2-3 ຄັ້ງ/ອາທິດ.
– ຖ້າໝັກດ້ວຍເຟືອງ ຫຼື ໃບໄມ້ຈະຊ່ວຍປ້ອງກັນກິ່ນເໝັນ, ບໍ່ໃຫ້ແມງວັນລົງໄຂ່ໃສ່-ບໍ່ເກີດໜອນ, ສັດບໍ່ມາຄວັດເຂ່ຍ, ຮັກສາຄວາມຊຸ່ມໄດ້ດີ.
3. ການປ່ອຍໃສ່ຄອກລ້ຽງ
– ຫຼັງຈາກໝັກໄດ້ 15-20 ວັນກໍ່ປ່ອຍຂີ້ກະເດືອນໃສ່ໄດ້ ແຕ່ກ່ອນປ່ອຍຂີ້ກະເດືອນໃຫ້ເອົາມືຈົກເບິ່ງກ່ອນຖ້າຍັງຮ້ອນຢູ່ໃຫ້ຫົດນໍ້າ ຫຼື ບໍ່ທັນປ່ອຍເທື່ອຖ້າຂະໜາດຄອກ 100 ຊມ x 200 ຊມ ແມ່ນໃຫ້ປ່ອນຂີ້ກະເດືອນ 0,5 – 1 ກິໂລ.
4. ການເບິ່ງແຍງຮັກສາ
ຍາມແລ້ງຫົດນໍ້າ 2-3 ເທື່ອ/ອາທິດເພື່ອຮັກສາຄວາມຊຸ່ມຊື່ນ ຍາມຝົນບໍ່ຈໍາເປັນຕ້ອງຫົດກໍ່ໄດ້,ອຸນຫະພູມທີ່ເໝາະສົມ 25-35 ອົງສາເຊ ແລະ ຄວາມຊຸ່ມທີ່ເໝາະສົມ 50-80 %.
III. ການເກັບກູ້ເອົາຂີ້ຂອງຂີ້ກະເດືອນມາເປັນຝຸ່ນອົງຄະທາດ
– ພາຍຫຼັງທີ່ປ່ອຍຂີ້ກະເດືອນລົງໄປໄດ້ 75-90 ວັນກໍ່ສາມາດເກັບເອົາຝຸ່ນໄດ້ ໂດຍການເອົາໜ່າງດຳມາວາງໃສ່ເທິງໜານໃໝ່ທີ່ມີຂີ້ເຫຍື້ອບົ່ມສຸກໄວ້ແລ້ວ 3 ອາທິດ.
– ຍ້າຍເອົາທັງຝຸ່ນ ແລະ ຂີ້ກະເດືອນຈາກໜານເກົ່າມາຢອງໃສ່ເທິງຕາໜ່າງຂອງໜານໃໝ່ໃຫ້ຈົນໝົດ ໄລຍະເວລານີ້ຫ້າມບໍ່ໃຫ້ຫົດນໍ້າ, ປະໄວ້ 3-7 ວັນ ຂີ້ກະເດືອນຈະດຸດລອດໜ່າງລົງໄປຫາອາຫານຢູ່ໜານໃໝ່ສ່ວນເຫຼືອຢູ່ເທິງຕາໜ່າງກໍ່ຈະແມ່ນຂີ້ຂອງຂີ້ກະເດືອນ ອັນນີ້ແມ່ນຝຸ່ນ ຊີວະພາບດີເດັ່ນເອີ້ນວ່າ: ຝຸ່ນຂີ້ກະເດືອນ.
– ໃຫ້ເອົາຝຸ່ນດັ່ງກ່າວໃສ່ຖົງທີ່ສາມາດຮັກສາຄວາມຊຸ່ມໄວ້ໄດ້ ແລະ ບໍ່ໃຫ້ຖືກແດດ ຝຸ່ນມີຄຸນຄ່າ ແລະ ມີຄຸນນະພາບເໜືອກວ່າປຸຍເຄມີ.
1. ວິທີການຮ່ອນເອົາຝຸ່ນເພື່ອໃຫ້ໄດ້ຝຸ່ນງາມ
– ພາຍຫຼັງທີ່ເກັບກູ້ແລ້ວບໍ່ໃຫ້ຮ່ອນເລີຍໂລດເພາະຝຸ່ນຍັງມີຄວາມຊຸ່ມຢູ່ເຮັດໃຫ້ຝຸ່ນເປັນກ້ອນ, ບໍ່ໄດ້ຝຸ່ນຫຼາຍ ແລະ ບໍ່ງາມ ພາຍຫຼັງທີ່ບັນຈຸໃສ່ເປົາແລ້ວປະໄວ້ 3-5 ວັນຈຶ່ງນໍາຝຸ່ນມາຮ່ອນ.
– ພາຍຫຼັງທີ່ຮ່ອນແລ້ວຂີ້ທີ່ຄ້າງເທິງໜ່າງຮ່ອນໃຫ້ເອົາໄປລ້ຽງຕໍ່ເພາະໃນຝຸ່ນຍັງມີໄຂ່ ແລະ ໂຕນ້ອຍຂີ້ກະເດືອນຢູ່ຝຸ່ນທີ່ຮ່ອນງາມແລ້ວສາມາດນຳໄປໃຊ້ໄດ້ເລີຍ ຖ້າຍັງບໍ່ທັນໄດ້ໃຊ້ໃຫ້ບັນຈຸໃສ່ຖົງທີ່ສາມາດຮັກສາຄວາມຊຸ່ມ ປະໄວ້ບໍ່ໃຫ້ຖືກແສງແດດ.
IV. ການນຳໄປໃຊ້
1. ໃຊ້ໃນການກຽມດິນປູກຜັກສວນຄົວ
– ຫຼົກຫຍ້າອອກຈາກບ່ອນທີ່ຈະປູກຜັກ ແລະ ບໍ່ຕ້ອງຂຸດດິນແລ້ວຢາຍຝຸ່ນຂີ້ກະເດືອນໃສ່ໃຫ້ທົ່ວ 1 ກຳມື/ 20-30 ຊມ.
– ເອົາໃບໄມ້ແຫ້ງ, ຫຍ້າ, ເຟືອງປົກບາງໆໃຫ້ທົ່ວ ແລະ ຫົດນໍ້າ 2-3 ເທື່ອ/ອາທິດ ແລ້ວປະໄວ້ 1 ອາທິດຈຶ່ງນຳເອົາເບ້ຍພືດລົງປູກໃສ່.
2. ໃຊ້ໃນການກ້າເບ້ຍ
– ເຮັດຄືກັບການກ້າເບ້ຍຊະນິດຕ່າງໆ ຫາກແຕ່ຈະໃຊ້ຝຸ່ນຂີ້ກະເດືອນແທນດິນໂດຍການໃສ່ລົງໃນຖົງເບົ້າທີ່ຈະກ້າເບ້ຍໃຫ້ພໍດີ ຄວນຈະໃຊ້ເຈ້ຍໜັງສືພິມກໍ້ໃຫ້ມີຂະໜາດນ້ອຍ (ເທົ່າຖ່ານໄຟສາຍໃຫຍ່)ແລ້ວໃຊ້ກາວຕິດເປັນເບົ້າກ້າເບ້ຍ ຫຼື ຖົງຢາງຕິກທີ່ມີຂະໜາດນ້ອຍກໍ່ໄດ້ເພື່ອບໍ່ໃຫ້ສີ້ນເປືອງຝຸ່ນຈົນເກີນໄປ.
3. ໃຊ້ເຂົ້າໃນການປູກຜັກ
– ເປີດເຟືອງທີ່ປົກອອກຂ້ວດໃຫ້ເປັນຂຸມເລິກ, ກ້ວາງ 5 x 5 ຊມ ແລ້ວເອົາຝຸ່ນຂີ້ກະເດືອນໃສ່ 1 ກຳມື/ຂຸມ ຫຼັຈາກນັ້ນເອົາເບ້ຍກ້າລົງປູກໃສ່ເນັ້ນໃຫ້ແໜ້ນ ແລ້ວເອົາໃບໄມ້ປົກໄວ້ຄືນ ຫົດນໍ້າ 1-2 ຄັ້ງ/ມື້. ແຫຼ່ງທີ່ມາ: ໄຂ່ແກ້ວ ພົມວິໄລ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ການປັບປຸງດິນ
ຂໍ້ມູນເພີມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ຂໍ້ແນະນໍາ ວິທີການປູກຜັກຕໍານິນ
I. ລັກສະນະທາງພຶກສາດ
– ລຳຕົ້ນ: ມີລັກສະນະເປັນເຄືອ, ກົມ ຕົ້ນອ່ອນມີສີຂຽວເມື່ອແກ່ຈະມີສີນໍ້າຕານອົມເທົາ ຫຼື ສີເທົາອົມຂຽວ ບໍລິເວນຂໍ້ຂອງຕົ້ນຈະມີມືຍຶດເກາະອອກມາຂ້າງລຳຕົ້ນ.
– ໃບ: ເປັນໃບດ່ຽວອອກລຽງສະລັບກັນຄົນລະຂ້າງຕາມກິ່ງໃບມີຮູບຮ່າງ 5 ຫຼ່ຽມແຜ່ນໃບແຍກເປັນແຊກ ຜີວໃບມັບລຽບ, ໃບອອ່ນມີສີຂຽວອອ່ນ, ໃບແກ່ມີສີຂຽວເຂັ້ມ, ບໍ່ມີຂົນ, ປາຍໃບເປັນຕິ່ງແຫຼມ, ຄວາມກ້ວາງ ແລະ ຄວາມຍາວປະມານ 5-10 ຊມ, ໃບແມ່ຈະເປັນແຊກເລິກກວ່າໃບຜູ້.
– ມືເກາະ: ປົ່ງອອກຕາມບໍລິເວນຂໍ້ຂອງລຳຕົ້ນມີ 1 ເສັ້ນ/ຂໍ້ລັກສະນະເປັນເສັ້ນຄືໜວດ ມີສີຂຽວອ່ອນເສັ້ນຜ່າສູນກາງ 1-2 mm, ຍາວປະມານ 10-20 cm, ສ່ວນປາຍນ້ອຍກວ່າໝູ່ ແລະ ມ້ວນຂໍ້ເຮັດໜ້າທີ່ມ້ວນຍຶດເກາະກັບວັດຖຸເພື່ອໃຫ້ລຳຕົ້ນເລືອແຜ່ເລືອຂື້ນໄປ.
– ດອກ: ເປັນດອກດ່ຽວອອກຕາມງ່າມໃບມີທັງດອກເພດຜູ້ ແລະ ດອກເພດແມ່ໂດຍແຍກກັນຢູ່ຄົນລະຕົ້ນກີບດອກມີສີຂາວບາງ 4-5 ກີບ, ປາຍກີບແຍກອອກເປັນ 5 ແຊກ ດອກຜູ້ມີເກສອນ 3 ອັນ ແລະ ດອກແມ່ມີເກສອນ 1 ອັນ, ດອກແມ່ອອກເປັນດອກດ່ຽວກ້ານດອກຍາວ 2,5 ຊມ, ຮັງໄຂ່ຮູບຊົງກະບອກຍາວ 1,5 ຊມ, ກ້ານເກສອນຍາວປະມານ 3 ຊມ, ປາຍເກສອນແຍກເປັນ 3 ແຊກ, ດອກເພດຜູ້ອອກເປັນດອກດ່ຽວ ຫຼື ເປັນຊໍ່ໆລະ 2-3 ດອກ, ກ້ານດອກຍາວ 0,7-7 ຊມ, ກ້ານເກສອນຍາວປະມານ 6 ມມ.
– ໝາກ ແລະ ແກ່ນ: ໝາກຕຳນິນຈັດເປັນແບບ berry ມີຮູບຮ່າງກົມ ແລະ ຮຽວຍາວຄ້າຍກັບໝາກແຕງກວາຕອນຍັງນ້ອຍ, ມີເປືອກໜາ, ກ້ານໝາກຍາວປະມານ 4 ຊມ, ໝາກດິບມີສີຂຽວເມື່ອສຸກຈະມີສີແດງ, ໃນໝາກໜຶ່ງຈະມີຫຼາຍແກ່ນ, ເມັດມີລັກສະນະແປ ແລະ ແຂງ, ມີຂົນ ດ້ານຂ້າງໂນນ, ເມັດມີສີຂາວຂຸ້ນ ຫຼື ສີເທົາຈາງ, ຂະໜາດກ້ວາງປະມານ 0,2-0,3 ຊມ, ຍາວປະມານ 0,5-0,65 ຊມ.
– ຮາກ: ມີລະບົບຮາກແກ້ວແຕກຮາກຂະແໜງ ແລະ ຮາກຝອຍ, ຮາກຈະເລີນ ແລະ ແທງລົງໃນດິນເລິກປະມານ 20-30 ຊມ, ສາມາດແຕກຮາກໄດ້ຕາມເຄືອທີ່ເລືອໄປໂດຍສະເພາະເຄືອທີ່ດິດກັບດິນ.
II.ຂັ້ນຕອນ ແລະ ວິທີການປູກ
1. ການຕຽມດິນ: ຄືກັນກັບການຕຽມປູກພືດຜັກທົ່ວໆໄປອາດຈະເຮັດເປັນໜານ ຫຼື ຂຸດເປັນຂຸມເລີຍກໍ່ໄດ້ແຕ່ຫ້າມບໍ່ໃຫ້ໃຊ້ສານເຄມີທຸກຊະນິດ ຄວນຮອງພື້ນດ້ວຍຝຸ່ນຄອກ ຂຸດເປັນຮ່ອງເລິກ 15 ຊມ, ກ້ວາງ 30 ຊມ, ຄວາມຍາວ 10 ມ ຫຼື ຕາມຕ້ອງການຫົດນໍ້າໃຫ້ດິນປຽກຊຸ່ມແລ້ວນໍາເອົາແກ່ນ ຫຼື ທ່ອນພັນທີ່ຕຽມໄວ້ລົງຂຸມປູກ ຫຼັງຈາກນັ້ນຫົດນໍ້າ ເຊົ້າ-ແລ້ງບໍ່ໃຫ້ດິນແຫ້ງແຕ່ບໍ່ໃຫ້ມີນໍ້າຂັງ.
2.ການປູກດ້ວຍແກ່ນ:ນຳເອົາແກ່ນທີ່ຢູ່ໃນໝາກທີ່ສຸກເຕັມທີ່ມີສີແດງໆ ມາລ້າງນໍ້າເອົາເຫຍື້ອຫຸ້ມເມັດອອກຫຼັງຈາກນັ້ນເອົາໄປຕາກແດດໃຫ້ແຫ້ງ 2-3 ແດດກໍ່ສາມາດນໍາມາກ້າ ຫຼື ປູກໄດ້ເລີຍເນື່ອງຈາກວ່າເມັດຕຳນິນບໍ່ມີການພັກໂຕ.
3.ປູກດ້ວຍການປັກຊຳ: ຄັດເລືອກເອົາຕົ້ນ ຫຼື ເຄືອທີ່ມີອາຍຸບໍ່ຕໍ່າກວ່າ 1 ປີ ຂະໜາດໃຫຍ່ຕັ້ງແຕ່ 1 ຊມ, ຕັດຍາວປະມານ 30-40 ຊມ, ປັກຊຳໃຫ້ອຽງເປັນມຸມ 30-40 ອົງສາ, ຫົດນໍ້າ 1-3 ມື້/ຄັ້ງ ປະມານ 7 ວັນ ກິ່ງຊໍາຈະແຕກຍອດໃໝ່ຫຼັງຈາກນັ້ນ 2 ອາທິດສາມາດນຳໄປປູກໄດ້ ຫຼື ບໍ່ດັ່ງນັ້ນກໍ່ສາມາດນຳເອົາທ່ອນພັນທີ່ມີລົງປູກໂດຍກົງໃນໜານທີ່ຕຽມໄວ້.
4.ການເຮັດຄ້າງ: ເປັນປັດໃຈທີ່ສຳຄັນຕໍ່ການຈະເລີນເຕີບໂຕທັງເປັນປະໂຫຍດຕໍ່ການເລືອຍເຄືອຂອງຜັກຕຳນິນ ເພືອເພີ່ມການໄດ້ຮັບແສງສຳຫຼັບການສັງເຄາະແສງຂອງໃບເພື່ອສ້າງທາດອາຫານໃຫ້ແກ່ສ່ວນຕ່າງໆ ການເຮັດຄ້າງແມ່ນມີຫຼາຍແບບສາມາດເຮັດໄດ້ຕາມວັດຖຸທີ່ມີ ແລະ ຄວາມສະດວກໃນທ້ອງຖິ່ນ, ອາດຈະໃຊ້ໄມ້ໄຜ່ເຮັດກໍ່ໄດ້ໃຫ້ສູງຈາກດິນປະມານ 120 ຊມ, ຍາວຕາມຮູບໜານທີ່ຕຽມດິນປູກເພື່ອໃຫ້ຕໍານິນເລືອຂື້ນ.
5.ການບົວລະບັດຮັກສາ: ເມື່ອສັງເກດເຫັນວ່າມີວັດສະພືດເກີດຂື້ນໃນຂຸມຫຼືໜານປູກກໍ່ໃຊ້ມືຫຼົກອອກ ແລ້ວພວນດິນໃສ່ຝຸ່ນຄອກເພື່ອເພີ່ມທາດອາຫານໃຫ້ແກ່ຜັກຕາມຄວາມເໝາະສົມ ແຕ່ຫ້າມເດັດຂາດບໍ່ໃຫ້ໃຊ້ສານເຄມີທຸກຊະນິດເພາະຜັກຕຳນິນເປັນພືດທີ່ມີຄວາມໄວຕໍ່ສານເຄມີຈະເຮັດໃຫ້ໃບດ້ານ, ໃບຫຍິກອາດເຮັດໃຫ້ຜົນຜະລິດເສຍຫາຍໄດ້.
6.ການເກັບກ່ຽວ: ຫຼັງຈາກທີ່ປູກໄດ້30ວັນສາມາດເກັບກ່ຽວໄດ້ຄວາມຍາວ50ຊມຫຼືສາມາດເກັບໄດ້ເມື່ອມີຄວາມຕ້ອງການແຕ່ຢ່າລືມວ່າການເກັບຍອດຍິ່ງເຮັດໃຫ້ຜັກຕຳນິນແຕກຍອດອອ່ນຫຼາຍ ຄວນເກັບໃນຊ່ວງຕອນເຊົ້າຍອດຈະບໍ່ດຳ ໜວດຈະຂາວ.
ແຫຼ່ງທີ່ມາ: puechkaset.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ພືດຜັກ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ຂໍ້ແນະນໍາ ການປູກພືດຜັກສວນຄົວ
ພືດຜັກໝາຍເຖິງ ພືດທີ່ສາມາດນຳສ່ວນໃດສ່ວນໜຶ່ງ ຂອງຕົ້ນມາປະກອບອາຫານທັງ ໃບ, ດອກ, ໝາກ, ຮາກ ແລະ ຫົວ ເປັນທັງພືດຢືນຕົ້ນ ແລະ ພືອລົ້ມລຸກທີ່ສາມາດປູກເພື່ອປຸງແຕ່ງເປັນອາຫານ ແລະ ສ້າງລາຍຮັບໄດ້.
I. ຊະນິດຂອງພືດຜັກ
1. ຜັກສວນຄົວ:
ເປັນກຸ່ມຜັກທີ່ມີອາຍຸການເກັບກ່ຽວສັ້ນມັກປູກຕາມຄົວເຮືອນ ຫຼື ປູກເພື່ອການຄ້າເຊັ່ນ: ຜັກກາດຂາວ, ກະຫຼໍ່າປີ, ກະຫຼໍ່າດອກ, ຜັກຊີ, ຜັກບົ້ງ, ຜັກກາດນາ, ໝາກເຜັດ, ກະເພົາ, ບົວລະພາ, ກາດກວງຕຸງ, ຜັກທຽມ, ຜັກຫອມ, ຫອມຫົວໃຫຍ່, ຫອມແດງ, ໝາກແຕງ, ຖົ່ວຍາວ, ໝາກເຂືອ, ໜໍ່ໄມ້ຝຣັງ ແລະ ອື່ນໆ.
2. ຜັກສະໝູນໄພ ແລະ ເຄື່ອງເທດ:
ເປັນກຸ່ມຂອງພືດຜັກທີ່ສາມາດໃຊ້ໄດ້ທັງການປະກອບອາຫານເພື່ອໃຫ້ອາຫານມີສີ, ລົດຊາດ, ກິ່ນທີ່ຕ້ອງການ ລວມເຖິງການເພີ່ມສັບພະຄຸນທາງຢາຂອງອາຫານເປັນພືດທີ່ໃຫ້ກິ່ນແຮງ ມີລົດຊາດເຜັດຮ້ອນສວ່ນຫຼາຍຈະໃຊ້ປະໂຫຍດຈາກ ໝາກ, ຫົວ ແລະ ຮາກເຊັ່ນ: ຂິງ, ຂ່າ, ຫົວສີໄຄ, ພິກໄທ, ຂີ້ມີ້ນ ແລະ ອື່ນໆ.
3. ຜັກພື້ນບ້ານ ຫຼື ຜັກປ່າ:
ເປັນກຸ່ມຂອງພືດຜັກທີ່ຂື້ນ ແລະ ໃຫຍ່ເອງຕາມທຳມະຊາດ ຫຼື ນຳມາປູກໃນຄົວເຮືອນສາມາດເກັບຜົນຜະລິດໄດ້ຕາມລະດູການມີທັງໄມ້ຢືນຕົ້ນ ແລະ ພືດລົ້ມລຸກເຊັ່ນ: ຜັກຫວານປ່າ, ໜໍ່ໄມ້, ກະເດົາ, ຂີ້ເຫຼັກ, ແຄປ່າ, ແຄບ້ານ, ກະຖິນ, ຜັກຫົມນ້ອຍ, ຜັກຫົມໜາມ, ຜັກຕຳນິນ, ຜັກແພວ, ຜັກກູດ, ຜັກຂາຂຽດ, ຜັກກະໂດນ ແລະ ອື່ນໆ. ພືດຜັກຖ້າແບ່ງຕາມການໃຊ້ປະໂຫຍດຈະແບ່ງອອກເປັນ 4 ປະເພດຄື: ປະເພດກິນໃບ, ກິນດອກ, ກິນໝາກ, ກິນຫົວ ຫຼື ຮາກ.
II. ຂັ້ນຕອນການປູກຜັກສວນຄົວ
1. ການເລືອກສະຖານທີ່
ພື້ນທີ່ໆສາມາດປູກຜັກໄດ້ດີຄວນເປັນພື້ນທີ່ຢູ່ໃກ້ແຫຼ່ງນໍ້າທຳມະຊາດ ຫຼື ແຫຼ່ງເກັບນຳທີ່ສ້າງເອງໃຫ້ພຽງພໍເນືອງຈາກພືດຜັກສວນຄົວສວ່ນຫຼາຍ ມີຄວາມຕ້ອງການນໍ້າສູງໂດຍສະເພາະລະດູແລ້ງທີ່ອາກາດແຫ້ງຈຶ່ງຈຳເປັນຕ້ອງມີນໍ້າພຽງພໍເພື່ອໃຫ້ຜັກສາມາດຈະເລີນເຕີບໃຫຍ່ຈົນຮອດລະດູການເກັບກ່ຽວໄດ້.
2. ການກຽມພື້ນທີ່
– ຄວນໄຖພວນ ຫຼື ຕຽມໜານປູກໄວ້ 1 ອາທິດເພື່ອຕາກແດດ ແລະ ຂ້າເຊື້ອໂລກ.
– ຕຽມໜານປູກດ້ວນການຍົກສູງປະມານ 20-30 ຊັງຕີແມັດ ຫຼື ຂຸດຮ່ອງເລິກກໍ່ໄດ້.
– ຫວ່ານປຸຍໝັກ ຫຼື ປຸຍຄອກປະສົມກັບປຸຍເຄມີແລ້ວປະສົມເຂົ້າກັນຄົນກັບດິນ.
– ອັດຕາການໃສ່ປຸຍໃນໜານຄວນໃຫ້ມີປຸຍໝັກ ຫຼື ປຸຍຄອກຫຼາຍກວ່າປຸຍເຄມີເຊັ່ນ 10:1.
3. ການກຽມເມັດພັນ
– ເມັດພັນຜັກທີ່ໃຊ້ຄວນມີລັກສະນະເປັນເມັດພັນໃໝ່ອາຍຸບໍ່ເກີນ 1 ປີ.
– ອານາໄມເມັດພັນໃຫ້ສະອາດລວມທັງການຄັດແຍກເອົາແຕ່ເມັດທີ່ສົມບູນໂດຍການແຊ່ນໍ້າແລ້ວເອົາເມັດຟູຖີ້ມ.
– ເມັດພັນທີ່ໃຊ້ປູກຕ້ອງບໍ່ມີເມັດພັນຜັກຊະນິດອື່ນປະປົນມານຳ.
– ກ່ອນປູກຄວນນຳເມັດພັນໄປແຊ່ນໍ້າກ່ອນ ແລະ ເມັດພັນທີ່ມີເປືອກໜາຄວນໃຊ້ເວລາປະມານ 2-3 ມື້້ ແລະ ຖ້າເປືອກບາງ, ບໍ່ແຂງໃຊ້ເວລາປະມານ 12 ຊົ່ວໂມງ ຫຼື 1 ວັນເທົ່ານັ້ນ.
4. ການປູກ
ສາມາດປູກໄດ້ຫຼາຍວິທີຕາມຄວາມເໝາະສົມຂອງແຕ່ລະຊະນິດພືດເຊັ່ນ:
• ການຫວ່ານເມັດ: ເປັນວິທີທີ່ງ່າຍ ແລະ ສະດວກ ຊຶ່ງຈະຫວ່ານເມັດຫຼັງຈາກແຊ່ນໍ້າແລ້ວ ຫຼື ຫວ່ານເມັດແຫ້ງໄດ້ທັນທີຜັກທີ່ນິຍົມຫວ່ານເມັດມັກເປັນຜັກທີ່ມີລຳຕົ້ນຂະໜາດນ້ອຍໄດ້ແກ່: ຜັກຊີ, ຫອມປ້ອມ, ຜັກບົ້ງເປັນຕົ້ນ ທັ້ງນີ້ການຫວ່ານເມັດອາດເປັນວິທີການຕຽມກ້າຜັກກ່ອນຍ້າຍປູກໃນໜານທີ່ຕຽມໄວ້.
• ການປູກດ້ວຍຕົ້ນກ້າ: ເປັນວິທີປູກຕໍ່ຈາກການຫວ່ານແກ່ນຜັກເມື່ອເປັນຕົ້ນກ້າແລ້ວກໍ່ຖອນແຍກອອກປູກໃນໜານທີ່ຕຽມໄວ້ ວິທີນີ້ເປັນວິທີທີ່ໃຊ້ຫຼາຍທີ່ສຸດສຳຫຼັບການປູກຜັກໂດຍມັກໃຊ້ກັບພືດທີ່ມີລຳຕົ້ນໃຫຍ່, ຊົງພຸ່ມກ້ວາງເພາະຕ້ອງການໄລຍະຫ່າງສຳຫຼັບການຈະເລີນເຕີບໃຫ່ຍເຊັ່ນ: ຜັກກະຫຼໍ່າປີ, ຜັກກາດຂາວ, ຜັກກາດນາ, ໝາກເຂື ແລະ ໝາກເຜັດ ແລະ ອື່ນໆ.
• ການຢອດເມັດ: ເປັນວິທີປູກທີ່ໃຊ້ສຳຫຼັບພືດທີ່ຕ້ອງການໄລຍະຫ່າງຕົ້ນຫຼາຍ ມັກເປັນພືດໃຊ້ຮາວ ຫຼື ເລືອເຄືອຕົ້ນກ້າອອກບໍ່ສົມບູນ, ແຂງແຮງ, ແຫ່ວ ແລະ ຕາຍງ່າຍ ຫາກຖອນແຍກເອົາຕົ້ນກ້າມາປູກເຊັ່ນ: ຖົ່ວຍາວ, ແຕງກວາ, ໝາກອຶ, ໝາກມາລະເປັນຕົ້ນ.
• ຝັງໃນໜານປູກ: ເປັນວິທີປູກທີ່ໃຊ້ກັບພືດຜັກບາງຊະນິດທີ່ມີການແຍກໜໍ່, ແຍກເຫງົ້າ ອອກປູກເພື່ອຂະຫຍາຍຈຳນວນຕົ້ນ ຫຼື ກໍໂດຍຝັງລົງຂຸມທີ່ໜານປູກໄດ້ທັນທີເຊັ່ນ: ຫອມແດງ, ກະທຽມ, ຫົວສີໄຄ, ຂິງ, ຂ່າ ແລະ ອື່ນໆ.
5. ການບົວລະບັດຮັກສາ
– ໃນໄລຍະທຳອິດຂອງການປູກຊ່ວງ 1 ອາທິດທຳອິດຂອງການປູກໃນແຕ່ລະວິທີຈຳຕ້ອງມີການໃຫ້ນໍ້າຢ່າງສະໝໍ່າສະເໝີ ຢ່າງນ້ອຍມື້ລະ 2 ເທື່ອ ເຊົ້າ-ແລງ ຈົນຕົ້ນກ້າຕັ້ງໂຕໄດ້.
– ການໃຫ້ນໍ້າຍັງຈະໃຫ້ມື້ລະ 2 ເທືອ, ຕະຫຼອດຈົນເຖິງໄລຍະເກັບກ່ຽວ ແຕ່ອາດຈະໃຫ້ນໍ້າໃນປະລິມານທີ່ໜ້ອຍລົງ ຫຼື ຜັກບາງຊະນິດອາດຈະເວັ້ນຊ່ວງການໃຫ້ນໍ້າເມື່ອເຖິງໄລຍະກ່ອນເກັບກ່ຽວ.
– ການໃສ່ປຸຍຄວນໃສ່ໃນໄລຍະຫຼັງປູກ 1-2 ອາທິດ ຫຼື ໄລຍະທີ່ຕົ້ນກ້າຕັ້ງຕົ້ນໄດ້ແລ້ວຈົນເຖິງໄລຍະກ່ອນການເກັບກ່ຽວປະມານ 1 ເດືອນ ລວມເຖິງພືດບາງຊະນິດທີ່ສີ້ນສຸດການໃຫ້ປຸຍທີ່ໄລຍະກ່ອນການອອກດອກ ແລະ ໝາກ.
6. ການເກັບຜົນຜະລິດ
ພືດຜັກມັກມີໄລຍະການເກັບກ່ຽວບໍ່ເກີນ 120 ວັນ ສ່ວນຫຼາຍຈະໃຊ້ເວລາປະມານ 40-60 ວັນ ຂື້ນກັບຊະນິດຂອງຜັກໂດຍຜັກກິນໃບຈະມີອາຍຸການເກັບກ່ຽວສັ້ນກວ່າຜັກກິນດອກ ແລະ ໝາກ.
ແຫຼ່ງທີ່ມາ: Puechkaset.co
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ພືດຜັກ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວິດີໂອ:
ຕິດຕໍ່:
ຂໍ້ແນະນໍາ ການປ້ອງກັນ ແລະ ກໍາຈັດແມງແຄງຍາວໃນນາເຂົ້າ
I.ຮູບຮ່າງລັກສະນະ
– ໂຕແກ່ລຳໂຕຍາວ, ຮຽວ, ຂາຍາວ, ມີສີຂຽວອອ່ນນໍ້າຕານ, ໂຕທີ່ໃຫຍ່ເຕັມທີ່ຍາວປະມານ 14-17 ມີລີແມັດ.
– ໂຕອອ່ນມີສີຂຽວເຫຼືອງ, ບໍ່ມີປີກ ແລະ ສັ້ນກວ່າໂຕແກ່.
– ໄຂ່ມີສີແດງເຫຼື້ອມ ແລະ ມີລັກສະນະການວາງໄຂ່ແບບລຽນກັນເປັນ 2 ແຖວມີປະມານ 200-300 ໜ່ວຍ.
II.ສະພາບແວດລ້ອມທີ່ເໝາະສົມໃນການຈະເລີນເຕີບໂຕ
ອຸນຫະພູມທີ່ເໝາະສົມໃນການຈະເລີນເຕີບໂຕແມ່ນ 27-28 ອົງສາເຊ ແລະ ຄວາມຊຸ່ມຊື່ນ 80-85 %, ຖ້າທ້ອງຟ້າມີເມກປົກຄຸມ ແລະ ຝົນຝອຍເຮັດໃຫ້ແມງແຄງຂະຫຍາຍເພີ່ມຂື້ນ, ພື້ນທີ່ປູກໃກ້ປ່າ ແລະ ມີຫຍ້າ.
III.ການທຳລາຍ
ແມງແຄງໂຕອອ່ນພາຍຫຼັງທີ່ເບະອອກມາໃໝ່ໆຈະດູດກິນນໍ້າໃນກາບຕົ້ນເຂົ້າ, ໂຕເປັນບ່າວສາວ ແລະ ໂຕແກ່ຈະດູດກິນອາຫານຢູ່ໃນເມັດເຂົ້າໂດຍສະເພາະແມ່ນຢູ່ໃນໄລຍະເປັນນໍ້ານົມຈົນເຖິງໄລຍະເລີ່ມສຸກ.
1.ລັກສະນະຂອງການທຳລາຍ
– ເຮັດໃຫ້ເມັດເຂົ້າເປັນຈຸດສີນໍ້າຕານ.
– ເມັດເຂົ້າຖືກທຳລາຍເປັນຮອຍຊໍ້າ ແລະ ສີດຳ ຫຼື ເຮັດໃຫ້ເມັດເຂົ້າຫັກເມື່ອເອົາໄປຕາກ ຫຼື ສີ, ມີກິ່ນຂີວ ແລະ ເຮັດໃຫ້ເມັດເຂົ້າລີບ.
2.ໄລຍະເວລາການທຳລາຍ
ແມງແຄງຈະມັກທຳລາຍເຂົ້າເປັນນໍ້ານົມຫາເມັດເຂົ້າສຸກ ແລະ ຈະຢູ່ໃນຕອນເຊົ້າເວລາປະມານ 8-10 ໂມງ.
IV.ວິທີປ້ອງກັນ ແລະ ກຳຈັດ
1.ການປ້ອງກັນ
ທຳລາຍແຫຼ່ງທີ່ຢູ່ອາໄສຂອງແມງແຄງເຊັ່ນ: ອານາໄມຖາງຫຍ້າຄັນນາໃຫ້ແປນ ແລະ ບໍລິເວນໃກ້ຄຽງ ອອ້ມແຄມຄັນນາ.
– ຄວນນຳໃຊ້ແນວພັນເຂົ້າຊະນິດດຽວກັນ, ຕົກກ້າ ແລະ ດຳພ້ອມກັນໃຊ້ແນວພັນທີ່ແຂງແຮງ, ນຳໃຊ້ເຕັກນິກກະເສດສຸມ, ໃສ່ອັດຕາຝຸ່ນໃຫ້ຖືກຕ້ອງ ແລະ ປະຕິບັດຕາມວິຊາການຄວບຄຸມຫຍ້າເພື່ອໃຫ້ຕົ້ນເຂົ້າແຂງແຮງເພື່ອການສະໜອງຝຸ່ນໃຫ້ໄດ້ດີ ແລະ ເຮັດໃຫ້ຕົ້ນເຂົ້າອອກຮວງພ້ອມກັນ.
– ແນະນຳຕົກກ້າກ່ອນໝູ່ ແລະ ປັກດຳກ່ອນໝູ່ເປັນແປງນ້ອຍຂະໜາດ 3 x 5 ແມັດໃນບໍລິເວນນາຕົວຢ່າງມີປະມານ 5-10 ຮຕ ແນະນຳໃຫ້ມີແປງນ້ອຍທີ່ດຳກ່ອນ 2-3 ຈຸດໃນບໍລິເວນແຄມປ່າ ຫຼື ແຄມນາທີ່ດຳນຳຫຼັງເພື່ອລໍຖ້າແມງແຄງມາຕອມເຂົ້າທີ່ອອກດອກກ່ອນແລ້ວກໍ່ຈະງ່າຍໃນການປາບແມງແຄງ ອາດຈະໃຊ້ຢາສີດຖືກໂຕຕາຍ ຫຼື ໃຊ້ສະຫວິງແກ່ວງເອົາກໍ່ໄດ້ເພາະວ່າບໍລິເວນແຄບໃຊ້ວິທີການນີ້ຈະຫຼຸດຜ່ອນປະຊາກອນແມງແຄງໄດ້ຫຼາຍທີ່ສຸດ.
2.ວິທີການເຕັກນິກຕ່າງໆ
– ຖ້າພົບເຫັນແມງແຄງຕາມທົ່ງນາບໍ່ຈຳເປັນຕ້ອງລໍຖ້າໃຫ້ເຂົ້າອອກຮວງຈຶ່ງຈະກຳຈັດ, ຄວນເລີ່ມກຳຈັດແຕ່ຫົວທີເລີຍໂດຍການໃຊ້ສະຫວິງແກ່ງໃນທຸກໆເຊົ້າ ຈະເຮັດໃຫ້ປະຊາກອນຫຼຸດລົງ ໃຊ້ວິທີການນີ້ແມ່ນປະສິດທິຜົນສູງ ແລະ ຍັງຮັກສາສະພາບແວດລ້ອມອີກດ້ວຍ.
– ຖ້າພົບເຫັນໃນໄລຍະເຂົ້າອອກຮວງແລ້ວ ໃຫ້ນຳໃຊ້ເຫຍື່ອລໍ້ເພື່ອໃຫ້ແມງແຄງໄດ້ຮັບກິ່ນແລ້ວມາຕອມເຊັ່ນ: ປູເນົ່າ, ກົບເນົ່າ, ຫອຍເນົ່າ ຫຼື ສັດຕາຍມີກິ່ນສາບ ໃຫ້ເອົາມາສຽບໃສຫຼັກໄມ້ສູງກວ່າຕົ້ນເຂົ້າເລັກນ້ອຍແລ້ວນຳໄປປັກຕາມຄັນນາໄລຍະຫ່າງປະມານ 10-15 ບາດກ້າວຍ່າງ, ແຕ່ລະມື້ຈະຕ້ອງລົງໄປຕິດຕາມ ແລະ ກວດກາເບິ່ງຖ້າພົບເຫັນແມງແຄງມາຕອມຕາມຫຼັກທີ່ປັກໄວ້ແນະນຳໃຫ້ໃຊ້ສະຫວິງມາງວມເອົາແລ້ວທຳລາຍຖິ້ມ.
3.ການປ້ອງກັນໂດຍໃຊ້ສານເຄມີ
ໃນເມື່ອພົບເຫັນໃນຊ່ວງເຂົ້າຖອກຮວງເປັນນໍ້ານົມປະມານ 4-5 ໂຕ/ຕາແມັດ ແນະນໍາໃຫ້ໃຊ້ຢາຟາສະແທກໃນອັດຕາ 1 ບ່ວງແກງ/ນໍ້າ 20 ລິດ ສີດໃນເວລາ 6-8 ໂມງເຊົ້າ ແລະ ຕອນແລງ ຫຼື ນຳໃຊ້ຢາ ວີດີໄອ 60 % ມາສີດດ້ວຍອັດຕາ 3-4 ບ່ວງແກງ/ນໍ້າ 20 ລິດ ຫຼື ຈະໃຊ້ ເຊວິນ 875 % ໃນອັດຕາ 2 ກິໂລ/ຮຕ.
ແຫຼ່ງທີ່ມາ: ໂຄງການສົ່ງເສີມກະສິກຳ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ການປ້ອງກັນພືດ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວິດີໂອ:
ຕິດຕໍ່:
ການຂະຫຍາຍຊາປ່າດ້ວຍການປັກຊຳ
I. ປະຫວັດຄວາມເປັນມາ
ຊາປ່າເປັນເຄື່ອງປ່າຂອງດົງ ທີ່ມີຊື່ສຽງ ແລະ ລາຄາແພງສາມາດນຳສົ່ງຂາຍອອກຈີນໄດ້ໃນປີ 2007 ລາຄາຊາປ່າຢູ່ເມືອງຍອດອູມີເຖິງ 3375,000 ກີບ ເຖິງ 500,000 ກີບ. ແຕ່ວ່າຊາປ່າໃນທຳມະຊາດແມ່ນບໍ່ມີຫຼາຍເທື່ອ ການຂະຫຍາຍພັນບາງປີມີໝາກ ແລະ ບາງປີບໍ່ມີໝາກ ສະນັ້ນທາງໂຄງການຈິ່ງມີແຜນສົ່ງເສີມປະຊາຊົນຂະຫຍາຍດ້ວຍວິທີປັກຊຳ.
II. ຄວາມສຳຄັນຂອງຊາປ່າ.
– ຮັບປະກັນທາງດ້ານສະບຽງອາຫານ
– ເປັນລາຍຮັບໃຫ້ແກ່ປະຊາຊົນ
– ເປັນຢາປົວພະຍາດ
– ອະນຸລັກຄວາມຫຼາກຫຼາຍຂອງພືດໃນທຳມະຊາດ
III. ວິທີຂະຫຍາຍພັນດ້ວຍການປັກຊຳ
1. ການເລືອກສະຖານທີ່
– ສຳຫຼວດພື້ນທີ່ເໝາະສົມ,ສະຖານທີ່ບໍ່ໃຫ້ມີລົມພັດຫຼາຍ,ດີແທ້ຕ້ອງໃຫ້ຢູ່ໃກ້ກັບຮົ່ມທຳມະຊາດ,ໃຊ້ຜ້າກັນແສງມຸງ 80% ບໍ່ໃຫ້ແດດສ່ອງຖືກໄດ້ເພື່ອຮັກສາຄວາມຊຸ່ມໃຫ້ແກ່ໜານກ້າ ແລະ ກິ່ງປັກຊຳ.
– ຢູ່ໃກ້ກັບນ້ຳເພື່ອສະດວກເວລາຫົດນ້ຳແຕ່ບໍ່ໃຫ້ນ້ຳຖ້ວມ.
– ດິນຂ້ອນຂ້າງຊຸ່ມ ແລະ ເປັນທົ່ງພຽງ.
– ລ້ອມຮົ່ວໃຫ້ດີບໍ່ໃຫ້ງົວ,ຄວາຍ,ໝູ,ເປັດ,ໄກ່ ໄປທຳລາຍ.
2. ເຕັກນິກໜານກ້າ
– ຂຸດໜານໃຫ້ກວ້າງ 1,2 m x 10m ສຳລັບ 1 ໜານຈົ່ງທາງຍ່າງ 60 Cm.
– ຕີໄມ້ແປ້ນຫຼືຜ່າໄມ້ປ່ອງເປັນແຜ່ນແລ້ວສ້າງເປັນຂອບໃຫ້ສູງເທົ່າກັບຂະໜາດຂອງເົ້າເພື່ອເວລາວາງບໍ່ໃຫ້ເບົ້າລົ້ມ.
– ຮ່າຍດິນໃສ່ເບົ້າ ແລະ ທັ່ງດິນລົງໃຫ້ແຈບບໍ່ໃຫ້ມີປ່ອງອາກາດ,ດິນຮ່າຍເບົ້າຕ້ອງເປັນດິນປູກຝັງ,ຖ້າເປັນດິນໜຽວຕ້ອງປະສົມຊາຍເຄິ່ງໜຶ່ງ,ຖ້າບໍ່ໜຽວຫຼາຍແມ່ນ 1/3(1 ສ່ວນແມ່ນຊາຍ 3 ສ່ວນແມ່ນດິນ), ຫຼັງຈາກຮ່າຍເບົ້າແລ້ວຕ້ອງຫົດນ້ຳເບິ່ງຖ້ານ້ຳລອດເບົ້າແມ່ນໄດ້ແລ້ວ,ຖ້ານ້ຳບໍ່ລອດເບົ້າຕ້ອງປະສົມຊາຍຕື່ມ.
3. ວິທີເອົາຍອດລົງເບົ້າ
– ຕັດເອົາກິ່ງທີ່ມີອາຍຸ 1 ປີ ແລະ ເອົາໄມ້ທີ່ບໍ່ອ່ອນ,ບໍ່ແກ່ເກີນໄປ ພໍໃຫ້ມີຄວາມເໝາະສົມເອົາຍາວປະມານ 3-5 Cm ,ຈົ່ງໃບໄວ້ 1 ໃບ, ເບື້ອງເທິງຕັດໃຫ້ພຽງຈົ່ງໄວ້ກາຍໃບ 0,5 Cm, ເບື້ອງລຸ່ມ 3-4 Cm. ຕັດໃຫ້ແຫຼມແຕ່ບໍ່ໃຫ້ເປືອກນັ້ນຈີກອອກຈາກເນື້ອໄມ້.
– ແຊ່ກິ່ງທີ່ເຮົາຕັດໄວ້ນັ້ນ ໃສ່ນ້ຳທີ່ເຮົາປະສົມ Faconie ປະມານ 10-12 ຊົ່ວໂມງແລ້ວຈຶ່ງເອົາລົງເບົ້າປັກຊຳ.
– ຫົດນ້ຳເບົ້າກ່ອນປັກຊຳໄວ້ 1-2 ຊົ່ວໂມງຈາກນັ້ນເອົາເຫຼັກຕະປູເຈາະເປັນຮູແລ້ວຈິ່ງເອົາຍອດປັກຊຳນັ້ນລົງເພື່ອບໍ່ໃຫ້ລົບກວນເປືອກຂອງຍອດປັກຊໍາອັດໃຫ້ແຈບບໍ່ໃຫ້ລົມເຂົ້າໄດ້ ແລະ ເວລາຫົດນ້ຳບໍ່ໃຫ້ລົບກວນເພາະຢ້ານຮາກເກີດຍາກ.
– ຖ້າໃບຍາວແມ່ນເຮັດໃບຕັ້ງຂື້ນເພື່ອເຮັດໃຫ້ໄດ້ຫຼາຍເບົ້າໃນໜານປັກຊໍາ.
VI. ການບົວລະບັດຮັກສາ
– ໃຫ້ຫົດນ້ຳທຸກໆວັນດີແທ້ແມ່ນຫົດຕອນແລງ.
– ຖ້າສັງເກດເຫັນຫຍ້າອອກຕ້ອງຫຼົກໄປຖີ້ມ.
– ມຸງຜ້າກັນແສງໃຫ້ດີເພາະວ່າການປັກຊໍາແມ່ນເຮົາສ້າງຮາກໃຫ້ເບ້ຍໃໝ່.
V. ການປູກ
– ເວລາປູກແມ່ນຍົກໄປທັ້ງເບົ້າ ແລະ ເວລາໄປຮອດບ່ອນປູກຈິ່ງຄ່ອຍຈີກຖົງຢ່າງຖິ້ມແລ້ວປູກທັ້ງດິນຢູ່ໃນເບົ້າ.
– ເອົາໄປປູກຢູ່ບ່ອນປ້າທີ່ມີຮົ່ມທຳມະຊາດໄລຍະປູກ 3X3 m.
ຮຽບຣຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ໂຄງການພັດທະນາການຄ້ຳປະກັນສະບຽນອາຫານແບບຍືນຍົງ,ເມືອງຍອດອູ
ໝວດໝູ່: ການຂະຫຍາຍພັນ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ
ວີດີໂອ:https://www.youtube.com/watch?v=WCePRvozB8g
ເບີໂທຕິດຕໍ່: