ເຕັກນິກ ການລ້ຽງນົກກະທາ

I.ຂັ້ນຕອນ ແລະ ວິທີການລ້ຽງ
1. ພັນນົກທີ່ລ້ຽງ
ເພື່ອຄວາມສະດວກແມ່ນສາມາດຊື້ເອົາລູກນົກ ທີ່ເພິ່ນເບະລູກຂາຍຈາກຟາມທີ່ມີອາຍຸ 18 ມື້ມາລ້ຽງ ຫຼື ວ່າຈະນຳເອົາໄຂ່ນົກກະທາທີ່ມີເຊື້ອມາຝັກເອງ ແຕ່ສ່ວນຫຼາຍວິທີນີ້ບໍ່ຄ່ອຍມີໃຜນຳມາປະຕິບັດພໍປານໃດ.
2. ການສ້າງຄອກ
ການລ້ຽງນົກກະທາສາມາດລ້ຽງໄດ້ ໂດຍການສ້າງຄອກແບບຍົກພື້ນໃຫ້ສູງຈາກໜ້າດິນປະມານ 1 ມ ຂື້ນໄປເພື່ອປ້ອງກັນສັດມາທຳຮ້າຍ ແລະ ພື້ນຄອກປູດ້ວຍແກບ ຫຼື ເປືອກເຂົ້າ ແລະ ອາດຈະໃຊ້ເປົາປ່ານປູຮອງພື້ນເພື່ອຊ່ວຍບໍ່ໃຫ້ຂານົກລອດກົງ.
– ຂະໜາດຂອງຄອກຂື້ນຢູ່ກັບຂະໜາດຂອງລູກນົກ ໂດຍທົ່ວໄປຈະໃຊ້ຂະໜາດກ້ວາງ 1 ມ ແລະ ຍາວ 0,5 ມ ຈະບັນຈຸນົກທີ່ມີອາຍ 1-20 ວັນ ໄດ້ປະມານ 250-300 ໂຕ.

3. ການໃສ່ດອກໄຟ
ຂະໜາດຂອງດອກໄຟທີ່ໃຊ້ສຳຫຼັບນົກທີ່ຫາກໍແຕກໃໝ່ໆ ແມ່ນຕ້ອງການຄວາມອົບອຸ່ນຫຼາຍເຊັ່ນດຽວກັນກັບລູກເປັດ ແລະ ລູກໄກ່ ຈຶ່ງຈຳເປັນຕ້ອງໃຫ້ຄວາມອົບອຸ່ນ ໂດຍການໃສ່ຫຼອດໄຟຟ້າ 1 ຫຼອດ ສຳລັບລູກນົກ 60-100 ໂຕ ອຸນຫະພູມທີ່ໃຊ້ໃນກົງໃນທໍາອິດໃຫ້ອຸ່ນພໍປະມານ.

4. ການໃຫ້ອາຫານ
ການໃຫ້ນ້ຳ ແລະ ອາຫານຈະຕ້ອງພຽງພໍກັບຈຳນວນລູກນົກທີ່ລ້ຽງເພື່ອບໍ່ໃຫ້ນົກຍາດກັນກິນ, ພາຊະນະໃນການໃຫ້ອາຫານສຳລັບລູກນົກຄວນໃຊ້ຖາດແບນໆທີ່ມີຂອບສູງບໍ່ເກີນ 1-2 ຊມ ຖ້າຫາກຂອບສູງເກີນໄປລູກນົກຈະບໍ່ສາມາດກິນອາຫານໄດ້ ໂດຍສະເພາະແມ່ນໃນໄລຍະ 3 ວັນຂື້ນໄປ ຫຼັງຈາກນັ້ນອາດໃຊ້ຮາງອາຫານແບບໄກ່ກໍ່ໄດ້.

5. ການບົວລະບັກຮັກສາ
ເມື່ອລູກນົກມີອາຍຸ 30 ວັນຂື້ນໄປຈະແຍກລ້ຽງໃນຄອກທີ່ໃຫຍ່ກວ່າຄວນຕ້ອງຕັດປາກນົກກ່ອນເພື່ອເປັນການປ້ອງກັນບໍ່ໃຫ້ນົກຈິກກັນ ວິທີການຕັດປາກນົກກະທາກໍ່ເຮັດແບບດຽວກັນກັບຕັດປາກໄກ່
6. ການສັງເກດເພດ
ໃນການຄັດເລືອກເພດຂອງນົກກະທາສາມາດສັງເກດໄດ້ເມື່ອນົກມີອາຍຸ 3 ເດືອນ ເຮົາຈະໃຊ້ວິທີສັງເກດຈາກລັກສະນະພາຍນອກຂອງນົກນັ້ນກໍ່ຄື ສີຂົນ, ນົກໂຕຜູ້ຈະມີຂົນໜ້າເອິກ ແລະ ບໍລິເວນລຳຄໍເປັນສີເຫຼືອງນ້ຳຕານປົນຂາວ ຫຼື ສີນ້ຳຕານປົນແດງ ແລະ ຂົນບໍລິເວນແກ້ມກໍ່ມີສີນ້ຳຕານແກມແດງ, ສ່ວນນົກກະທາໂຕແມ່ມີສີຂົນບໍລິເວນຄໍບໍ່ເຂັ້ມປານໃດ ຫຼື ມີສີນ້ຳຕານປົນເທົາ ແລະ ມີສີລາຍດຳປົນຂາວເມື່ອຄັດແຍກເພດໄດ້ລຽບລ້ອຍແລ້ວ ນົກໂຕຜູ້ກໍ່ນຳມາລ້ຽງຂາຍ ສວ່ນນົກໂຕແມ່ກໍ່ຕັດປາກ ແລ້ວລ້ຽງເປັນນົກໄຂ່ໄດ້.

ແຫຼ່ງທີ່ມາ: ອານຸສອນ ໄຊຍະລາດ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ການລຽງສັດ
ຂໍ້ມູນເພີມຕື່ມ:
ຂໍ້ມູູນເຕັກນິກ:
ວີດີໂອ:

ຕິດຕໍ່: