Monthly Archives: March 2019

ລຽ້ງປາດຸກໃນອ່າງຊີເມັນ

https://sites.google.com/site/husengkabmaruwan/kar-leiyng-pla-duk-ni-bx-siment-baeb-khraw-reuxn

ປາດຸກເປັນປາມີຄວາມອົດທົນຕໍ່ສະພາບນ້ຳໄດ້ດີຈິ່ງເຮັດໃຫ້ ການລ້ຽງປາດຸກບໍ່ຫຍຸ້ງຍາກເທົ່າໃດພຽງແຕ່ມີເນື້ອທີ່ເຮືອນ ສາມາດເຮັດອ່າງລ້ຽງປາທ່ານກໍສາມາດສ້າງລາຍຮັບເຂົ້າມາສູ່ຄອບຄົວໄດ້ ການລ້ຽງປາດຸກກໍມີປະໂຫຍດຫຼາຍຢ່າງ. ໃຊ້ພື້ນທີ່ໜ້ອຍ. ໃຊ້ເວລາໃນການລ້ຽງສັ້ນ ລ້ຽງຮຸ່ນໜຶ່ງໃຊ້ເວລາປະມານ 90 – 120 ມື້ ກໍສາມາດນຳເອົາມາບໍລິໂພກໃນຄອບຄົວໄດ້ເຫຼືອກໍສາມາດຂາຍໄດ້.
1.ການເລືອກສະຖານທີ່ເຮັດອ່າງ
– ອ່າງຄວນຢູ່ໃກ້ເຮືອນ ຫຼື ທີ່ສາມາດເບິ່ງແຍງຮັກສາໄດ້ສະດວກ
– ອ່າງຄວນຢູ່ໃນຮົ່ມ ຫຼື ມີຫຼັງຄາເພາະປາດຸກບໍ່ມັກແສງແດດກ້າ ແລະ ປ້ອງກັນໃບໄມ້ຫຼົ່ນລົງສູ່ອ່າງຈະເຮັດໃຫ້ນ້ຳເນົ່າໄວ
– ມີແຫຼ່ງນ້ຳສຳລັບປ່ຽນຖ່າຍນ້ຳໄດ້ສະດວກພໍສົມຄວນ
– ອ່າງຂະໜາດເສັ້ນຜ່າສູນກາງ 1 ແມັດ ສູງປະມານ 40 ຊັງຕີແມັດ
– ຄວນມີ 2 ອ່າງ ເພື່ອໃຊ້ເລືອກຂະໜາດປາ ແລະ ສຳຮອງນ້ຳໄວ້ຖ່າຍ
– ຝາ ແລະ ພື້ນອ່າງຄວນໃສ່ສານກັນນ້ຳຮົ່ວຊຶມ
– ມີທໍ່ລະບາຍນ້ຳເພື່ອຊ່ວຍໃນການຖ່າຍນ້ຳ
2.ການກຽມອ່າງກ່ອນລ້ຽງປາ
1.ການກຽມອ່າງກ່ອນລ້ຽງປາໃຫ້ຕັດຕົ້ນກ້ວຍເປັນທ່ອນລົງໃນອ່າງແລ້ວໃສ່ໃຫ້ຖ້ວມ ແຊ່ໄວ້ 2-5 ມື້ ແລ້ວປ່ຽນຕົ້ນກ້ວຍແຊ່ໄວ້ອີກເທື່ອໜຶ່ງ ເພື່ອໃຫ້ໝົດເຊື້ອປູນຂາວແລ້ວລ້າງອ່າງໃຫ້ສະອາດ.
2.ກວດສອບສະພາບນ້ຳເບິ່ງວ່າລິດຂອງປູນໝົດແລ້ວ ຫຼື ບໍ່ ຖ້າມີໄຄນ້ຳຕິດຢູ່ຂ້າງຝາອ່າງສະແດງວ່າໃຊ້ໄດ້ແລ້ວ
3.ນ້ຳທີ່ຈະໃຊ້ລ້ຽງຄືນ້ຳຈາກໜອງ, ບຶງ ຕ້ອງກວດເບິ່ງວ່າມີສັດຕູປາເຂົ້າໃນອ່າງນ້ຳ ຫຼື ບໍ່.
4.ນ້ຳຝົນ ນ້ຳບາດານ ນ້ຳປະປາ ຄວນກຽມນ້ຳໄວ້ປະມານ 3-5 ມື້ ກ່ອນນຳມາໃຊ້ໄດ້.
3.ອັດຕາການປ່ອຍປາ ແລະ ລ້ຽງ
– ປາຊຸດລ້ຽງທຳອິດໃຫ້ມີຄວາມຍາວ 5-7 ຊັງຕີແມັດ
– ອັດຕາການປ່ອຍລົງລ້ຽງໃນອ່າງຊີເມັນມົນກົມເສັ້ນຜ່າສູນກາງ 1 ແມັດ ປະມານ 80-100 ໂຕ
– ກ່ອນປ່ອຍປາລົງລ້ຽງຄວນໃສ່ເກືອປະມານ 2-3 ບ່ວງແກງ ເພື່ອຊ່ວຍປັບສະພາບນ້ຳ
– ລະດັບນ້ຳທີ່ປ່ອຍປາເທື່ອທຳອິດໃຫ້ຢູ່ໃນລະດັບ 10-15 ຊັງຕີແມັດ
– ການປ່ອຍປາຄວນປ່ອຍໃນຕອນເຊົ້າ
– ຄວນເອົາຖົງປາທີ່ຈະປ່ອຍລ້ຽງລົງແຊ່ໃນອ່າງປະມານ 30 ນາທີ ເພື່ອໃຫ້ອຸນຫະພູມນ້ຳໃນຖົງປາ ແລະ ນ້ຳອ່າງບໍ່ແຕກຕ່າງກັນ ປ້ອງກັນປາຕາຍໄດ້
– ຄວນມີວັດຖຸໃຫ້ປາລີ້ເຊັ່ນ ທໍ່ພີວີຊີຕັດເປັນທໍ່ ຫຼື ກະບອກໄມ້ໄຜ່ເພາະປາໂຕທີ່ໃຫຍ່ຈະກວນປານ້ອຍ
– ຄວນມີການຄັດເລືອກປາເມື່ອມີອາຍຸປະມານ 15-20 ວັນ ໂດຍ ເອົາໂຕນ້ອຍແຍກອອກໄວ້ອ່າງໜຶ່ງ
– ຄວນມີວັດຖຸບັງແສງແດດ

4.ການຖ່າຍນ້ຳ
– ເລີ່ມລ້ຽງປາໃຫ້ນ້ຳຢູ່ໃນລະດັບ 10-15 ຊັງຕີແມັດ
– ເພີ່ມລະດັບນ້ຳອີກ 5-10 ຊັງຕີແມັດ ເມື່ອລ້ຽງປາໄດ້ 10-15 ມື້
– ລະດັບນ້ຳສູງສຸດບໍ່ເກີນ 40 ຊັງແມັດ
– ຖ່າຍນ້ຳທຸກໆ 5-7 ມື້
– ຖ່າຍນ້ຳແຕ່ລະເທື່ອບໍ່ຄວນຖ່າຍຈົນໝົດ ຖ່າຍນ້ຳປະມານ 1 ສ່ວນ 3 ຂອງນ້ຳໃນອ່າງ
– ຂະນະຖ່າຍເທນ້ຳບໍ່ຄວນເຮັດໃຫ້ປາແຕກຕື່ນເພາະປາຈະບໍ່ກິນອາຫານ 2-3 ມື້
5.ອາຫານ ແລະ ການໃຫ້ອາຫານ
1. ອາຫານສຳເລັດຮູບຊະນິດເມັດລອຍນ້ຳ
– ປ່ອຍປາຂະໜາດ 5-7 ຊັງຕີແມັດ ໃຫ້ອາຫານປາດຸກນ້ອຍ
– ປາຂະໜາດ 7 ຊັງຕີແມັດຂຶ້ນໄປ ໃຫ້ອາຫານປາດຸກໃຫຍ່
2. ອາຫານສົດເຊັ່ນ: ກ້າງປາ, ໄສ້ໄກ່, ປວກ, ການໃຫ້ອາຫານຄວນໃຫ້ອາຫານມື້ລະປະມານ 3 ເທື່ອ ໃນຕອນເຊົ້າ ແລະ ແລງ ໃຫ້ອາຫານປະມານ 3-5% ຂອງນໍ້ໜັກໂຕປາຕໍ່ມື້ ຫຼື ໃຫ້ກິນຈົນອີ່ມ.

6.ໂລກປາດຸກ ແລະ ການຮັກສາ
– ໂລກກະໂຫຼກແຫງແກ້ໄຂໂດຍຜະສົມວິຕາມິນຊີ 1 ກຣາມ ກັບອາຫານ 1 ກິໂລກຣາມ ໃຫ້ປາກິນຕິດຕໍ່ກັນ 15 ວັນ
– ໂລກຈາກເຊື້ອແບັກທີເຣັຍ ແລະ ບາດແຜຂ້າງລຳໂຕໃຊ້ຢາປະຕິຊີວະເຊັ່ນ: ອົກຊີເທທາໄຊຄຣິນ 1 ກຣາມ ຜະສົມອາຫານ 1 ກິໂລກຣາມ ໃຫ້ປາກິນຕິດຕໍ່ກັນ 7-10 ວັນ
– ຫາກມີປາຕາຍ ແລະ ເປັນບາດແຜຕາມລຳຕົວໃຫ້ທຳລາຍປານັ້ນຖິ້ມ

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການລ້ຽງສັດນໍ້າ

ແຫຼ່ງຂໍ້ມູນ: https://www.kasetorganic.com/%E0%B9%80%E0%B8%A5%E0%B8%B5%E0%B9%89%E0%B8%A2%E0%B8%87%E0%B8%9B%E0%B8%A5%E0%B8%B2%E0%B8%94%E0%B8%B8%E0%B8%81%E0%B9%83%E0%B8%99%E0%B8%9A%E0%B9%88%E0%B8%AD%E0%B8%9B%E0%B8%B9%E0%B8%99.html
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່:

ການປູກໝາກນາວໃນກະຖັງ ດ້ວຍການເພາະແກ່ນ

1. ການປູກໝາກນາວໃນກະຖັງ ດ້ວຍການເພາະແກ່ນ.

ໝາກນາວເປັນໝາກໄມ້ຊະນິດໜຶ່ງທີ່ຄົນເຮົານິຍົມໃຊ້ເຂົ້າໃນການປຸງແຕ່ງອາຫານໃນຊີວິດປະຈຳວັນ ນອກຈາກນັ້ນ ໝາກນາວຍັງມີຄຸນປະໂຫຍດຫຼາຍຢ່າງເຊັ່ນ: ແກ້ອາການເຈັບຫົວ. ຊ່ວຍບັນເທົາອາການສຽງແຫບແຫ້ງ. ຊ່ວຍບຳລຸງຜິວພັນໃຫ້ສົດໃສ ແລະ ອື່ນໆອີກ. ຮູ້ຈັກວິການປູກໝາກນາວໃນກະຖັງດ້ວຍການເພາະແກ່ນ.


ການປູກໝາກນາວໃນຖັງດ້ວຍການເພາະແກ່ນເປັນອີກວິທີໜຶ່ງທີ່ຂະຫຍາຍແນວພັນນອກຈາກການຂະແນວພັນໝາກນາວດ້ວຍວິທີນີ້ ຍັງມີວິທີອື່ນໆອີກເຊັ່ນ: ການປັກຊຳການຕອນກິ່ງ ຫຼື ການສຽບກິ່ງ ແລະ ຕອນນີ້ຫາກເຮືອນໃດຢາກປູກໝາກນາວໄວ້ກິນເອງໃນຄອບຄົວ ເຮົາມີການປູກໝາກນາວໃນກະຖັງດ້ວຍການເພາະແກ່ນວິທີປູກງ່າຍໆດັ່ງນີ້:
2. ອຸປະກອນທີ່ຕ້ອງກຽມ.
1. ໝາກນາວສົດ ເລືອກແນວພັນ ແລະ ໜ່ວຍທີ່ສົມບູນທີ່ສຸດ
2. ມີດປອກເປືອກ
3. ຖາດອະລູມິນຽມ ຫຼື ຖາດພັສຕິກຊະນິດມີຝາປິດ
4. ກະຖັງຂະໜາດ 3-5 ນິ້ວ
5. ເຈ້ຍທິດຊູແຜ່ນໜາ
6. ຂີ້ແກບເຜົາ
7. ດິນ
8. ປຸ໋ຍຄອກ
3. ວິທີການປູກມະນາວດ້ວຍການເພາະແກ່ນ.
1. ປອກເປືອກໝາກນາວແລ້ວແບ່ງໝາກນາວອອກເປັນສ່ວນ ຂັ້ນຕອນນີ້ພະຍາຍາມຢ່າໃຊ້ມີດຕັດໝາກນາວເພາະມີດ ອາດຈະຖືກແກ່ນໝາກນາວໄດ້.
2. ແຍກແກ່ນໝາກນາວອອກ ລະວັງຢ່າໃຫ້ເລັບຂູດແກ່ນໝາກນາວຈົນລອກ
3. ນຳແກ່ນໝາກນາວໄປລ້າງກັບນ້ຳເຢັນໃຫ້ສະອາດຈາກນ້ຳໝາກນາວ
4. ຕາກແກ່ນໝາກນາວໃນແດດກ້າ ເພື່ອໃຫ້ແກ່ນໝາກນາວແຫ້ງດີ
5. ແຊ່ແກ່ນໝາກນາວກັບນ້ຳເຢັນ ປະໄວ້ 1 ຄືນ
6. ປູເຈ້ຍທິດຊູຮອງຖັງພາສຕິກປະມານ 2-3 ແຜ່ນ ຈາກນັ້ນ ເອົາໝາກນາວມາວາງໃນເຈ້ຍທິດຊູ
7. ປົກຄຸມແກ່ນໝາກນາວດ້ວຍເຈ້ຍທິດຊູອີກຊັ້ນໜຶ່ງພົ່ນນ້ຳຈົນເຈ້ຍທິດຊູຊຸ່ມ ປິດຝາກະຖັງແລ້ວປະໄວ້ປະມານ 2-3 ມື້
8. ໝັ່ນເປີດເບິ່ງວ່າແກ່ນໝາກນາວອອກງອກມາແລ້ວ ຫຼື ບໍ່ ແລະ ພົ່ນນ້ຳຢ່າໃຫ້ເຈ້ຍທິດຊູແຫ້ງເດັດຂາດ
9. ຖ້າແກ່ນໝາກນາວເລີ່ມອອກງອກແລ້ວໃຫ້ກຽມປະສົມດິນ ຮ່ວມກັບປຸ໋ຍໃນອັດຕາສ່ວນ 50:50 ລົງໃນກະຖັງ ເອົາແກ່ນໝາກນາວລົງປູກຝັງດິນໃຫ້ແໜ້ນແລ້ວຫົດນ້ຳພໍຊຸ່ມ ເອົາກະຖັງຕັ້ງໄວ້ບ່ອນທີ່ມີແສງແດດສ່ອງເຖິງ.
10. ໝັ່ນຫົດນ້ຳຕົ້ນໝາກນາວບໍ່ໃຫ້ຊຸ່ມຫຼາຍເກີນໄປ ແຕ່ກໍພະຍາຍາມຢ່າໃຫ້ຕົ້ນໝາກນາວຂາດນ້ຳ ໂດຍປົກກະຕິແລ້ວຕົ້ນໝາກນາວ ມັກແສງແດດອາກາດອົບອຸ່ນ.
11. ຖ້າຕົ້ນໝາກນາວເລີ່ມໃຫຍ່ໃຫ້ປ່ຽນກະຖັງທີ່ມີຂະໜາດໃຫຍ່ກວ່າ ເກົ່າ ຫຼື ໃນກໍລະນີທີ່ມີພື້ນທີ່ຫຼາຍພໍທີ່ຈະປູກໝາກນາວລົງດິນເປັນພືດ ຜັກສວນຄົວປະຈຳບ້ານເລີຍກໍໄດ້.
ການປູກໝາກນາວໃນກະຖັງປູກໄດ້ງ່າຍໆຄອບຄົວຂອງທ່ານກໍຈະມີໝາກນາວ ກິນເອງບໍ່ຕ້ອງເສຍເງິນໄປຊື້ຢູ່ຕະຫຼາດອີກຕໍ່ໄປ ແຖມຍັງອາໄສກະຖັງຕົ້ນໝາກນາວເປັນໄມ້ປະດັບເຮືອນ ເຮັດໃຫ້ອາກາດໃນບ້ານສົດຊື່ນແຈ່ມໃສນຳອີກ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກໄມ້ໃຫ້ໝາກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=10&section_id=145&page=7
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່:

ການປູກໝາກບວບຫອມເຊີງການຄ້າ

1. ການປູກໝາກບວບຫອມເຊີງການຄ້າ.
ການປູກໝາກບວບຫອມ ເພາະເປັນພືດໄລຍະສັ້ນ ສໍາລັບການປູກໝາກບວບຫອມນັ້ນແມ່ນບໍ່ຍຸ່ງຍາກ ແລະ ຕະຫຼາດມີຄວາມຕ້ອງການສູງ ໝາກບວບຫອມທີ່ໃຫ່ຍມີຄຸນນະພາບດີຈະປະໄວ້ເກັບເປັນແກ່ນພັນ.
2. ການຕຽງດິນ ກ້າໝາກບວບຫອມ.
1. ນໍາປຸ໋ຍໝັກຊີວະພາບ ດິນ ແລະ ແກບດໍາ ຢ່າງລະເທົ່າໆກັນ ຜະສົມໃຫ້ເຂົ້າກັນແລ້ວຖອນລົງຖຸງເພາະ.
2. ເອົາແກ່ນໝາກບວບລົງຖຸງເພາະແລ້ວຫົດນໍ້າ ຈົນໝາກບວບໃຫ່ຍມີໃບແທ້ 2 ໃບ ຈື່ງນໍາໄປປູກໄດ້

https://www.gotoknow.org/posts/548341

3. ການຕຽງເຮັດຄ້າງ, ຮ້ານ ແລະ ໝານປູກ.
1. ຄ້າງທີ່ຈະເຮັດຄື ການສານໄມ້ໄຜ່ຄັດເເຕະ ຍັກຮ້ານສູງຈາກພື້ນປະມານ 1.80 ແມັດ.
2. ປັກຫຼັກໃສ່ປາກຂຸມປູກ ເພື່ອເປັນຄ້າງຜູກເຖາໝາກບວບຂື້ນໃສ່ຮ້ານ ຜູກປາຍຄ້າງຕິດຮ້ານໃຫ້ແໝ່ນ.
3. ຂຸມປູກຈະຮອງພື້ນດວ້ຍປຸ໋ຍໝັກຊີວະພາບ ຢ່າງໝອ້ຍ 1 ຊວນຕໍ່ຂຸມ ປົກດວ້ຍຟາງເເຫ້ງ ຫຼື ຫ້ຍາແຫ້ງກໍ່ໄດ້ ປູກຂຸມລະ 1 ຕົ້ນ.
4. ຂຸມຄວນຫ່າງກັນປະມານ 1.50 x 1.50 ແມັດ. ເຮັດຄຸກັ້ນນໍ້າສໍາລັບພື້ນທີ່ໆເປັນດິນຊາຍ ເພາະມີຄວາມຊ່ຽງໃນເລື່ອງຂອງການຟັງໝ້າດິນ ເພາະຈະບໍ່ຄອ່ຍມີຫຍ້າຂື້ນຢືດດິນ ດັ່ງນັ້ນຈື່ງສາມາດລົດໃຊ້ເປັນຕົ້ນຫຍ້າແຝກໃນການຊວ່ຍຢືດໝ້າດິນ ເພື່ອທໍາການປັບພື້ນທີ່ສະພາບດິນ.

4. ການດູແລຮັກສາໝາກບວບຫອມ.
1. ຂະໝາດຕົ້ນກ້າທີ່ຍ້າຍມາ ຍັງນອ້ຍຢູ່ ຈະມີແມງໄມ້ຄອ່ຍທໍາລາຍ ເຈາະໃບ ຄວນປ້ອງກັນໂດຍການລອ້ມຮອບຕົ້ນໝາກບວບດວ້ນໝັງສືພິມ ໂດຍປັກຫຼັກ 4 ຫຼັກ.
2. ຄວນໃຊ້ຕົ້ນກວ້ຍມາຜູກເຖາຂອງໝາກບວບ ຕິດຄ້າງຈົນເຖີ່ງຮ້ານໝາກບວບ.
3. ໃຫ້ມີຍອດເຖາຂື້ນຮ້ານ ແຕ່ເມື່ອຂື້ນເທິງຮ້ານໃຫ້ມີຫຼາຍແຫງຍິ່ງດີ ຈະມີໝາດດົກ.
4. ຄວນເຕີມປຸ໋ຍໝັກຊີວະພາບຢູ່ສະເໝີທຸກໆ 15 ວັນ ແລະ ຫົດນໍ້າໃຫ້ຊຸ່ມ.
5. ສິດພົ້ນນໍ້າໝັກສະເດາ ທຸກໆອາທິດ.
6. ຄວນຕັດໝາກບວບຂະໝາດອາຍຸພໍດີ.
7. ໝາກບວບຫອມຍັງນອ້ຍ ມັກຖູກແມງໄມ້ມາທໍາລາຍ ປ້ອງກັນດວ້ຍໝັງສືພິມຫຸ້ມຫໍ່.
– ຂະໝາດຂອງໝາກບວບທີ່ເກັບຂາຍ ມີຂະໝາດເສັ້ນຮອຍວົງບໍ່ຫຼາຍ ໝາກຍາວ 25 ຊມ. ສາມາດເກັບໄດ້ວັນເວັ້ນວັນ ໃນພື້ນທີ່ໆມີພໍ່ຄ້າມາຮັບເຖີ່ງທີ່.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດຜັກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/page.php?id=5585&s=tblplant
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່:

ການປູກເຫັດເຟືອງໃສ່ກະຕ່າ

1. ການປູກເຫັດເຟືອງໃສ່ກະຕ່າ

http://sophalleth.blogspot.com/2016/06/blog-post_72.html

ເຫັດເຟືອງເປັນເຫັດທີ່ມີລົດຊາດແຊບເປັນທີ່ຕ້ອງການຂອງຕະຫຼາດຫຼາຍ ລາຄາກໍບໍ່ແພງຫຼາຍສຳລັບຜູ້ບໍລິໂພກເຫັດເຟືອງເປັນເຫັດທີ່ເພາະພັນໄດ້ຍາກຈິ່ງບໍ່ຄ່ອຍມີຄົນທີ່ນິຍົມປູກກັນ.
2. ວິທີການປູກເຫັດເຟືອງໃສ່ກະຕ່າ.
ທຳອິດເຮົາຕ້ອງກຽມອຸປະກອນກໍຄືກະຕ່າຂະໜາດກາງທີ່ເຮົາໃສ່ເສື້ອຜ້ານັ້ນເອງ ແລະ ກຽມເຊື້ອເຫັດເຟືອງທີ່ມີອາຍຸ 7 ມື້ ກ້ອນເຊື້ອເຫັດເກົ່າເຟືອງເຂົ້າອາຫານເສີມເຊັ່ນ: ຜັກຕົບສົດ, ອາຫານກະຕຸ້ນຫົວເຊື້ອໄດ້ແກ່ແປ້ງສາລີ ຫຼື ແປ້ງເຂົ້າໜຽວ ແລະ ອຸປະກອນສຸດທ້າຍຄືສຸ່ມໄກ່ກັບຢາງພາສຕິກສຳລັບໄວ້ຄຸມ.
3. ເຫັດເຟືອງໃນກະຕ່າ ຕົ້ນທຸນຕໍ່າ ປູກງ່າຍ.
ເລີ່ມຈາກການນຳເຊື້ອເຫັດທີ່ກຽມໄວ້ໄປສີກເປັນຕ່ອນນ້ອຍໆ ແລ້ວເອົາແປ້ງສາລີ ຫຼື ແປ້ງເຂົ້າໜຽວທີ່ກຽມໄວ້ມາໂຮຍ ຈາກນັ້ນ ກໍ່ນຳເຟືອງເຂົ້າມາໃສ່ໃນກະຕ່າສູງປະມານ 2-3 cm ແລະ ໂຮຍ ຜັກຕົບລົງໃຫ້ຕິດກັບຂອບກະຕ່າ ໃຫ້ຫຼາຍເທົ່າກັບເຟືອງເຂົ້ານຳເຊື້ອເຫັດເຟືອງທີ່ກຽມໄວ້ມາວາງເປັນຈຸດໆແລ້ວເອົາເຟືອງປົກອີກເທື່ອໜຶ່ງ, ເຮັດຊ້ຳກັນແບບນີ້ໃຫ້ຄົບ 3 ຊັ້ນ ແລະ ຫົດນ້ຳທັນທີ.
4. ການປູກ.
ຫຼັງຈາກນັ້ນກໍເອົາກະຕ່າທີ່ເຮົາເພາະເຫັດເຟືອງໄປໄວ້ໃນສະຖານທີ່ ທີ່ກຽມໄວ້ ເອົາສຸ່ມງວມກະຕ່າໄວ້ແລ້ວເອົາຢາງພາສຕິກຄຸມສຸ່ມ ໄວ້ເພື່ອຄວບຄຸມອຸນຫະພູມ ຫຼັງຈາກເວລາຜ່ານໄປ 7-9 ວັນ ເຫັດກໍເລີ່ມອອກດອກໃຫ້ເຮົາເກັບກ່ຽວໄດ້ການເກັບກ່ຽວຄວນເກັບຕອນເຊົ້າມືດເພາະຖ້າເຮັດຕອນກາງວັນເຫັດອາດຈະປານໄດ້ ຊື່ງການເລີ່ມຕົ້ນຜົມຕ້ອງແນາະນໍາ ເພື່ອໃຫ້ເຮົາຊໍານານແລ້ວຄອ່ຍໆເພີ່ມປະລິມານໄປເລືອຍໆ.

5. ວິທີ ແລະ ຂັ້ນຕອນການປູກເຫັດເຟືອງ.
1. ນໍາເຟືອງທີ່ຕຽມໄວ້ແລ້ວໃສ່ລົງໃນກະຕ່າ ສູງຈາກກັ້ນກະຕ່າປະມານ 2-3 ຊຕມ ໃຊ້ກຽວໄມ້ກົດເຟືອງໃຫ້ພໍແໝ່ນ ຫຼື ອາດໃຊ້ວັດສະດຸອື່ນແທນເຟືອງກໍ່ໄດ້.
2. ໂຮຍອາຫານເສີມທີ່ຕຽມໄວ້ປະມານ 1 ລິດ ຕໍ່ 1 ຊັ້ນ ໂຮຍອາຫານເສີ່ມລົງບົນວັດສະດຸເພາະໃຫ້ຊິດຂອບກະຕ່າ ໂດຍກວ້າງ 2-3 ຊຕມ. ໂຮຍຫນາພຽງຊັ້ນດ່ຽວ. ໂຮຍຂ້າງກະຕ້າໂດຍຮອບ ຢ່າໂຮຍຈົນຫນາເກີນໄປ ເພາະຈະເກີດການເນົ່າເສຍໄດ້.
3. ນໍາເຊື້ອເຫັດເຟືອງ ມາແຍກເປັນຊັ້ນຂະໝາດ 1-2 ຊຕມ. ນໍາໄປຄຸກກັບແປ້ງສາລີ ພໍຕິດຜິວນອກຂອງເຊື້ອເຫັດ ຊື່ງແປ້ງສາລີເປັນອາຫານເບື້ອງຕົ້ນທີ່ຊວ່ຍໃຫ້ເຊື້ອເຫັດຈະເລີ່ນໄດ້ດີ.
ແບ່ງເຊື້ອເຫັດອອກເປັນ 3 ສວ່ນເທົ່າໆກັນ ນໍາສວ່ນທີ່ 1 ໂຮຍປົນອາຫານເສີມໂດຍຮອບ ໂຮຍເປັນຈຸດໆຫ່າງກັນ 5-10 ຊຕມ. ເປັນອັນວ່າການນີ້ໄດ້ວັດສະດຸຊັ້ນທີ່ທີ່1.
4. ເຮັດວັດສະດຸເພາະຊັ້ນທີ່ 2 ໂດຍກະເຮັດເຊັ່ນດ່ຽວກັນກັບ ຂໍ້ 1-3.
5. ເຮັດວັກສະດຸເພາະຊັ້ນທີ່ 3 ປົກກະຕິຕາມຂໍ້ທີ່ 1 ສວ່ນ ຂໍ້ທີ່ 2 ການໂຮຍອາຫານເສີ່ມນັ້ນຕ້ອງໂຮຍໃຫ້ເຕັມໝ້າດ້ານເທິງ. ແລ້ວປະຕິບັດຕາມຂໍ້ທີ່ 3 ຫຼັງຈາກນັ້ນໃຫ້ນໍາເຟືອງ ຫຼື ວັດສະດຸເພາະອຶ່ນໆມາໂຮຍທັບດ້ານເທິງຈົນທົ່ວຫນາປະມານ 1 ຊຕມ.
6. ນໍານໍ້າສະອາດປະມານ 2 ລິດ ມາຫົດລົງດ້ານເທິງວັດສະດຸໃຫ້ຊຸ່ມ ນໍາກະຕ່າໄປວາງໄວ້ໃນທີ່ທີ່ຕຽມໄວ້ ໂດຍອາດວາງຊອ້ນກັນໄດ້ ບໍ່ເກີນ 4 ຊັ້ນ. ໂດຍທົ່ວໄປວາງກະຕ່າເພາະຊອ້ນກັນບໍ່ເກີນ 4 ໃບ (ຊັ້ນລຸ່ມຈະໃຫ້ຜົນຜະລິດສູງກວ່າດ້ານເທິງ ຊັ້ນສູງຜົນຜະລິດຍິ່ງໆອ້ຍລົງ ຖ້າວາງຊອ້ນເກີນ 4 ຊັ້ນ ຊັ້ນຕໍ່ໄປຈະໃຫ້ຜົນຜະລິດບໍ່ຄຸມທຶນ.
7. ຖ້າວາງລຽງກະຕ່າເພາະເຫັດແບບ 4 ໃບຊິດກັນແລ້ວວາງກະຕ່າເພາະອີກໃບຢູ່ເທິງ ເຄິ່ງກາງຕ້ອງໃຊ້ກະໂຈມ ຫຼື ໂຄຕົງໄມ້ໄຜທວງສຸ່ມໄກ່ຄອບຄຸມກະຕ່າເພາະໃຫ້ໂຄງໄມ້ໄຜດ້ານໃນຢູ່ຫ່າງຈາກກະຕ່າເພາະປະມານ 1 ຄືບ.
8. ນໍາພລາສະຕິກມາຄຸມໂຄງໄມ້ໄຜຈາກດ້ານເທິງ ຄຸມໃຫ້ມິດ ສວ່ນດ້ານລຸ່ມຄວນຫາອັດ ຫຼື ໃຊ້ໄມ້ທັບຂອບພລາສະຕິກເພື່ອປ້ອງກັນພລາສະຕິກເປີດອອກ ຄຸມດວ້ຍພລາສະຕິກໃສດອກເຫັດທີ່ອອກມາ ຈະມີສີດໍາຄ້າງໃຊ້ສີເຂັມດອກເຫັດຈະມີສີຂາວຄ້າງເປັນຊັ້ນໂຄງເຫຼັກທີ່ວາງກະຕ່າເພາະກໍ່ນໍາພລາສະຕິກມາຄຸມໄດ້ເລຍເຮັດເຊັ່ນດ່ຽວກັບການຄຸມໂຄງໄມ້ໄຜ.
6. ສະພາບອາກາດທີ່ເໝາະສົມໃນການເພາະເຫັດເຟືອງ.
ເຫັດເຟືອງມັກອາກາດຮອ້ນ ອຸຫະພູ 35-37 ອົງສາເຊ ຂື້ນໄດ້ດີ ທັ້ງໃນລະດູຝົນ ແລະ ໃນລະດູຮອ້ນ ເພາະອາກາດຮອ້ນຈະຊວ່ຍເລັ່ງການຈະເລີ່ນເຕີບໂຕ ຂອງດອກເຫັດໄດ້ດີ ສວ່ນໃນອາກາດໝາວ ບໍ່ຄອ່ຍດີ ເພາະອາກາດທີ່ເຢັນເກີດໄປບໍເອີ້ອອໍານວຍຕໍ່ການເຕີບໂຕຂອງດອກເຫັດເຟືອງ.
7. ເລື່ອງຄວາມຊື່ນ.
ຄວາມຊື່ນເປັນສວ່ນສໍາຄັນໃນການເພາະເຫັດເຟືອງຫຼາຍ ເປັນຕັວກໍານົດການຈະເລີ່ນເຕີບໂຕ ຂອງເສັ້ນໃຍເຫັດທີ່ສໍາຄັນ ຖ້າຄວາມຊື່ນມີໝອ້ຍເກີນໄປເສັ້ນຂອງເຫັດ ຈະເດີນຊ້າ ແລະ ລວມຕົວເປັນດອກບໍ່ໄດ້ ຖ້າຄວາມຊື່ນຫຼາຍເກີນໄປການລະບາຍອາກາດພາຍໃນກໍ່ບໍ່ດີ ຖ້າເສັ້ນໃຍຂາດອອກຊີເຈນ ກໍ່ຈະເຮັດໃຫ້ເສັ້ນໃຍຝໍອ ຫຼື ເນົ່າຕາຍໄປ.
8. ແສງແດດ.
ເຫັດເຟືອງບໍ່ມັກແສງແດດໂດຍຕົງຖ້າຖືກແສງແດດຫຼາຍເກີນໄປ ເສັ້ນໃຍເຫັດອາດຈະຕາຍໄດ້ງ່າຍ ກອງເຫັດເຟືອງເພາະເຫັດຫຼັງຈາກເຮັດກອງເພາະຮຽບຮອ້ຍແລ້ວ ຈື່ງຄວນຈະເຮັດຄຸມກອງດວ້ຍຜ້າພລາສະຕິກ ແລະ ໃຊ້ເຟືອງແຫ້ງ ຫຼື ຫຍ້າຄາປິດຄຸມທັບອີກ ເພື່ອພາງແສງແດດໃຫ້ດວ້ຍດອກເຫັດເຟືອງ ທີ່ບໍ່ໂດນແສງແດດຈັດ ຖ້າດອກເຫັດເຟືອງຖືກແສງແດດແລ້ວຈະປ່ຽນຈາກສີຂາວເປັນສີດໍາໄວ້ຂື້ນກວ່າເປັນປົກກະຕິ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນສັງລວມເອົານໍາເວບໄຊ https://www.google.com/; http://www.thaismescenter.com/8-%E0%B8%82%E0%B8%B1%E0%B9%89%E0%B8%99%E0%B8%95%E0%B8%AD%E0%B8%99%E0%B8%81%E0%B8%B2%E0%B8%A3%E0%B9%80%E0%B8%9E%E0%B8%B2%E0%B8%B0%E0%B9%80%E0%B8%AB%E0%B9%87%E0%B8%94%E0%B8%9F%E0%B8%B2%E0%B8%87%E0%B9%83%E0%B8%99%E0%B8%95%E0%B8%A3%E0%B8%B0%E0%B8%81%E0%B8%A3%E0%B9%89%E0%B8%B2-%E0%B8%87%E0%B9%88%E0%B8%B2%E0%B8%A2%E0%B9%86%E0%B9%81%E0%B8%95%E0%B9%88%E0%B8%A3%E0%B8%B2%E0%B8%A2%E0%B9%84%E0%B8%94%E0%B9%89%E0%B8%94%E0%B8%B5%E0%B8%A1%E0%B8%B2%E0%B8%81/;
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່:

ການລ້ຽງເຜິ້ງ

(ເປັນການອານຸຮັກທຳມະຊາດ ແລະ ປົກປັກຣັກສາສະພາບແວດລ້ອມປ່າສະຫງວນ)

1. ຂັ້ນຕອນການປະຕິບັດ.
ຕ້ອງໄດ້ມີການກະກຽມສະຖານທີ່ໆຈະລ້ຽງເຜິ້ງ.
– ຄວນຕັ້ງໄວ້ໃນສະຖານທີ່ມີດອກໄມ້ທຳມະຊາດ ຫຼື ປູກຕົ້ນໄມ້ທີ່ມີດອກທີ່ເຜິ້ງມັກ. ບໍ່ໃຫ້ໄກໃນຂອບເຂດ 700-1200 ແມັດ
– ບໍ່ຕັ້ງໃກ້ກັບບ່ອນລ້ຽງເຜິ້ງຂອງຄົນອື່ນ
– ບໍ່ຕັ້ງໃກ້ສາງຢາຂ້າແມງໄມ້
– ບໍ່ໃຫ້ຕັ້ງໄວ້ບ່ອນທີ່ມີນ້ຳຖ້ວມໃນຍາມຝົນ
– ຕັ້ງໄວ້ບ່ອນຮົ່ມເຢັນດີ ແຕ່ບໍ່ໃຫ້ຖືກລົມພັດແຮງ
– ມີການວາງແຜນລະດູການທີ່ເໝາະສົມໃນການລ້ຽງເຜິ້ງ ຫຼື ເວລາຍ້າຍເຜິ້ງມາລ້ຽງໃຫ້ຖືກຕາມລະດູການຂອງມັນ
– ຄວນນັ້ງໂກນເຜິ້ງຫ່າງກັນ 2 ແມັດ, ສູງ 40-50 ຊັງຕີແມັດ
2. ອຸປະກອນທີ່ນຳໃຊ້.
– ກຸບປ້ອງກັນຕົນເອງ, ຖົງມື, ເລື່ອຍ, ເຫຼັກຕະປູ, ຄ້ອນຕີ, ມີດຄັດ ເຕີ້, ເຊືອກ (ຝ້າຍຜູກແຂນ), ບັ້ງສີດນ້ຳ, ມີດຕັດ, ຂີ້ເຜິ້ງ ແລະ ແຜ່ນ ເຫຼັກຮູນ້ອຍ (ໃສ່ປາກປະຕູອອກເຂົ້າຂອງເຜິ້ງ), ເຈ້ຍທຳມະດາ, ຊາມ ບັນຈຸແພຢາງ.
3. ເຕັກນິກການສ້າງໂກນເຜິ້ງ.
ການສ້າງໂກນເຜິ້ງຄວນໃຊ້ໄມ້ທີ່ມີກິ່ນຫອມ. ເນື້ອໄມ້ຕ້ອງແຂງໜ້ອຍໜຶ່ງ (ບໍ່ໃຊ້ໄມ້ທີ່ມີກິ່ນເໝັນຂິວ). ຕ້ອງໃຊ້ເຕັກນິກ ແລະ ຂະໜາດແຕ່ລະພາກສ່ວນໃຫ້ຖືກຕ້ອງຕາມມາດຕະຖານຝາປິດ ແລະ ແປ້ນພື້ນບໍ່ຕິດກັບໜ່ວຍ ເພື່ອເຮັດໃຫ້ມີຄວາມສະດວກ ໃນການເກັບກູ້ ແລະ ອະນາໄມ. ເວລາເຮົາເຫັນໂກນເຜິ້ງມີຮູກໍ່ເອົາຂີ້້ງົວມາອັດໄວ້ ແລ້ວທາຂີ້ເຜິ້ງສົດໃສ່ໃນແກັດ ແລະ ໄມ້ດິ້ວໃຫ້ມີກິ່ນຫອມລໍ້ເຜິ້ງເຂົ້າ.

4. ເຕັກນິກໃນການລ້ຽງ ແລະ ດູແລຮັກສາເຜິ້ງ.
ສັງເກດສະຖານທີ່ໆຈະໃຊ້ເປັນບ່ອນລ້ຽງເຜິ້ງໂກນເຜິ້ງຕ້ອງເປັນໂກນທີ່ສະອາດ ແລະ ເວລາອັດຝາຕ້ອງໄດ້ເອົາຂີ້ງົວມາອັດແປ້ນ ແລະ ໂກນເຜິ້ງໃຫ້ແຈບດີ. ຕ້ອງວາງໂກນເຜິ້ງໄວ້ໃນບ່ອນຮົ່ມ. ບໍ່ມີລົມແຮງ ແລະ ບໍ່ມີແສງແດດສ່ອງໃສ່ການຍົກຍ້າຍໂກນເຜິ້ງມາບ້ານແມ່ນຄວນຈະເຮັດແຕ່ເຊົ້າປະມານ 7 ໂມງເຊົ້າ ຫຼື ຕອນແລງ 6-7 ໂມງ
5. ການເກັບກູ້ນ້ຳເຜິ້ງ.
– ຕອງນ້ຳເຜິ້ງດ້ວຍແພມຸ້ງທີ່ສະອາດ, ເພື່ອເອົາໜອນເຜິ້ງ, ເຜິ້ງຕາຍ ແລະ ຂີ້ເຜິ້ງອອກ
– ນ້ຳເຜິ້ງທີ່ຕອງແລ້ວຈະໃສ່ໃນອຸປະກອນທີ່ບັນຈຸນ້ຳເຜິ້ງເຊັ່ນ: ຂວດແກ້ວ, ຕຸກຢາງ, ຂີ້ເຜິ້ງອັດ ຝາຕ້ອງອັດໃຫ້ແຈບເພື່ອບໍ່ໃຫ້ນ້ຳ ແລະ ອາ ກາດເປິເປື້ອນເຂົ້າ, ຕ້ອງເກັບມ້ຽນບ່ອນລົມລ່ວງ, ມືດ ແລະ ເຢັນດີ.
– ຖ້າເກັບກູ້ນ້ຳເຜິ້ງໃນລະດູຝົນທີ່ມີນ້ຳປົນຮັກສາດັ່ງນີ້: ເຈາະຮູຢູ່ຝາແລ້ວເອົາສາຍໂຕໂຢ້ສອດໃສ່ແລ້ວ ເອົາຂີ້ເຜິ້ງປິດໃຫ້ແຈບດີເຮັດສາຍໂຕໂຢໃຫ້ຄົດ (ເພື່ອເຮັດໃຫ້ນ້ຳເຜິ້ງບໍ່ຕົກບູດ) ວິທີນີ້ແມ່ນຮັກສາໄວ້ໄດ້ດົນ.
ປະເພດສັດທີ່ເປັນສັດຕູຂອງເຜິ້ງ: ຕໍ່, ມົດ, ແມງກະເບື້ອນ້ອຍ, ກົບ, ຂຽດ, ແມງສາບ, ແມງມຸມ, ນົກ, ຄັນຄາກ ແລະ ກະປອມ

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການລ້ຽງສັດປີກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/page.php?id=2352&s=tblareablog
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່:

ການລ້ຽງມົດສົ້ມ

1. ການລ້ຽງມົດສົ້ມ.

ມົດສົ້ມ ເປັນມົດທີ່ຮູ້ຈັກກັນດີ, ພົບໄດ້ຕະຫຼອດປີ ແລະ ມີວິຖີຊີວິດທີ່ໜ້າສົນໃຈມົດສົ້ມເປັນຕົວຢ່າງທີ່ດີຂອງຄວາມ ດຸໝັ່ນໃນການຫາອາຫານ, ຄວາມສາມັກຄີ, ຄວາມຮັກໃນເຜົ່າພັນ ແລະ ສະລະຊີບເພື່ອຕໍ່ສູ້ກັບສັດຕູມົດສົ້ມ ທີ່ພົບເຫັນທົ່ວໄປຈະຢູ່ເປັນກຸ່ມ ແລະ ແຕ່ລະກຸ່ມອາດຄວບຄຸມເນື້ອທີ່ຫຼາຍກວ່າ 1 ໄລ່ ແລະ ປະກອບດ້ວຍມົດກຳມະກອນ, ແຕ່ລະກຸ່ມມີຈຳນວນຮັງແຕ່ 25-150 ຮັງ, ໃນນີ້ຈະມີຮັງຂອງລາຊານີ ແຕ່ລະກຸ່ມມັກມີລາຊານີຫຼາຍໂຕ ຊຶ່ງສ້າງຢູ່ເທິງປາຍຕົ້ນໄມ້ໃກ້ຍອດມົດສົ້ມຈະໃຫ້ຄຸນປະໂຫຍດຫຼາຍຢ່າງ ຕົ້ນຕໍແມ່ນນຳມາປຸງແຕ່ງອາຫານເຊັ່ນ: ລາບ, ກ້ອຍ, ຍຳ, ແກງຜັກຫວານໃສ່ໄຂ່ມົດສົ້ມ, ພ້ອມທັງຊ່ວຍປ້ອງກັນການກຳຈັດສັດຕູພືດເຊັ່ນ: ບົ້ງ, ໂຕເພັ້ຍຕ່າງໆ, ທັງເປັນໂຕກວດສອບລະບົບນິເວດຂອງປ່າໄມ້ມົດສົ້ມມັກອາໄສຢູ່ຕາມບ່ອນທີ່ຖືກທຳລາຍ ແລະ ແນວລະດັບທີ່ມີຄວາມສົມບູນຕ່ຳ, ດັ່ງນັ້ນ ຖ້າບໍລິເວນຂອງປ່າມີຮັງມົດສົ້ມເຮັດໃຫ້ຮູ້ວ່າລະບົບນິເວດທີ່ມີຄວາມເຊື່ອມໂຊມລົງ.

2. ວິທີການລ້ຽງມົດສົ້ມ.

ວິທີການລ້ຽງມົດສົ້ມຈະມີ 2 ແບບຄື: ສ່ວນທີ່ມີຮັງມົດຢູ່ແລ້ວເຮົາກໍໃຫ້ອາຫານທີ່ເສດເຫຼືອ ເພື່ອໃຫ້ມົດເພີ່ມຈຳນວນຮັງໃຊ້ເຄືອ ຫຼື ເຊືອກມັດຕາມຕົ້ນໄມ້ ເພື່ອເຮັດໃຫ້ມັນສະດວກໃນການໄປຫາອາຫານ ແລະ ການສື່ສານຂອງມົດ, ສ່ວນອີກວິທີໜຶ່ງແມ່ນບ່ອນທີ່ຍັງບໍ່ທັນມີຮັງມົດ ຫຼື ມີຮັງຊະນິດອື່ນຕ້ອງຕັດແຕ່ງງ່າໄມ້ໃຫ້ໂລ່ງແຈ້ງ ແລະ ຂ້າມົດທີ່ມີຢູ່ແລ້ວ ໂດຍໃຊ້ເຫຍື່ອພິດ ຄື ປາກະປ໋ອງໜຶ່ງປ໋ອງຍ່ອງໃຫ້ຊີ້ນປາລະອຽດປະສົມກັບສານ ບໍແຣດ 1 ບ່ວງຊາ ວາງໄວ້ທີ່ເຫງົ້າໄມ້, ຫຼັງຈາກມົດຕາຍໝົດແລ້ວກໍເອົາເສດອາຫານພິດອອກຈາກເຫງົ້າໄມ້ ຈາກນັ້ນ ຈິ່ງເອົາມົດສົ້ມມາປ່ອຍ.
ການສຳຫຼວດຫາມົດສົ້ມທີ່ເປັນກຸ່ມດຽວກັນ ໂດຍທົດສອບວ່າຖ້າມົດສົ້ມມາຈາກກຸ່ມດຽວກັນຈະບໍ່ກັດກັນ, ຕັດຮັງມົດສົ້ມຢ່າງລະມັດລະວັງ ແລະ ຕັດທຸກໆຮັງ ເພື່ອໃຫ້ລາຊານີຕິດໄປນຳ, ຈາກນັ້ນ ກໍເອົາໃສ່ໃນຖົງມັດປາກຖົງໃຫ້ແໜ້ນແລ້ວເອົາມາແຂວນໄວ້ໃນຕົ້ນໄມ້ ຈາກນັ້ນເປີດປາກຖົງອອກປະໄວ້ເພື່ອໃຫ້ມົດສົ້ມອອກມາສ້າງຮັງໃໝ່ ແລ້ວເລີ່ມໃຫ້ອາຫານ ແລະ ນ້ຳ.
3. ການໃຫ້ອາຫານ.
ຂັ້ນຕອນການລ້ຽງມົດສົ້ມແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະບ່ອນໃສ່ອາຫານ ຊຶ່ງຜູ້ລ້ຽງຈະຕ້ອງກຽມແປ້ນຂະໜາດ 30 ຊັງຕີແມັດ, ກວ້າງ 20 ຊັງຕີຕອກເປັນຮ້ານໃສ່ກັບຕົ້ນໄມ້ໃຫ້ສູງຈາກໜ້າດິນປະມານ 1,5 ແມັດ, ແປ້ນວາງອາຫານຄວນມີຕາໜ່າງເຫຼັກປົກເພື່ອກັນນົກ ແລະ ແມວ, ສ່ວນການໃຫ້ນ້ຳ ແລະ ອາຫານໄລຍະເລີ່ມຕົ້ນຄວນໃຫ້ອາຫານເລື້ອຍໆ, ອາດຈະເປັນອາທິດລະ 2 ເທື່ອ ຫຼັງຈາກນັ້ນ ຈິ່ງຄ່ອຍຫຼຸດລົງຈະເປັນອາທິດລະເທື່ອ ຫຼື 2 ອາທິດເທື່ອໜຶ່ງ.
ມົດສົ້ມມັກເຮັດຮັງໃສ່ກັບຕົ້ນໄມ້ທີ່ມີໃບດົກ ແລະ ບໍ່ມັກປ່ຽນໃບເຊັ່ນ: ຕົ້ນມ່ວງ, ກະເດົາ, ກະຖິນນະລົງ, ແດງ, ຕົ້ນຈິກ, ຕົ້ນຮັງ, ຕົ້ນຍໍບ້ານ, ຕົ້ນດູ່, ຕົ້ນໄຮ ແລະ ຕົ້ນໄມ້ອື່ນໆ


4. ການໃຫ້ນໍ້າ.
ການລ້ຽງມົດສົ້ມ ສຳລັບບ່ອນໃສ່ນ້ຳຄວນເປັນຕຸກນ້ຳພາສຕິກຕັດກົ້ນອອກ ຫຼື ບັ້ງໄມ້ໄຜ່, ຕອກຕິດກັບຕົ້ນໄມ້ ຢ່ອນປາກຕຸກນ້ຳລົງເພື່ອສະດວກໃນການອະນາໄມ, ສ່ວນທາງໃນຕຸກນ້ຳຄວນປ່ອນໄມ້ລົງເພື່ອໃຫ້ມົດໄດ້ໄຕ່ລົງ ແລະ ຂຶ້ນ, ສະດວກໃນການໄປມາ, ການສື່ສານ, ການຊອກຫາອາຫານ ແລະ ບໍ່ໃຫ້ເສຍເວລາ, ແຮງງານຂອງມົດໃນການລົງໄປຊອກຫາອາຫານ.

5. ການເກັບກູ້ໄຂ່ມົດສົ້ມ.
ການເກັບກູ້ໄຂ່ມົດສົ້ມ ແມ່ນຈະໃຊ້ໄມ້ຍາວປາຍແຫຼມແລ້ວມັດກະຕ່າ ຫຼື ຄຸຕິດກັບປາຍໄມ້ແທງທີ່ຮັງຂອງໂຕມົດກຳມະກອນກັບໂຕອ່ອນຈະຕົກລົງມາໃນກະຕ່າ, ຈາກນັ້ນໂຮຍແປ້ງລົງກະຕ່າ ຫຼື ຄຸ ເພື່ອໄລ່ມົດກຳມະກອນອອກຈາກກະຕ່າ, ຈາກນັ້ນ ໃຫ້ຖອກໂຕອ່ອນລົງໃນພາຖາດທີ່ມີແປ້ງມັນຕົ້ນເພື່ອໄລ່ມົດກຳມະກອນອອກ ແລະ ກໍຈະໄດ້ແຕ່ໄຂ່ ສຳລັບໄຂ່ຂອງມົດສົ້ມຈະມີລາຄາແພງລະຫວ່າງ 60-70 ພັນກີບຕໍ່ກິໂລກຣາມ ໃນໄລຍະແຕ່ເດືອນກຸມພາ ຫາ ມີນາ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການລ້ຽງ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/page.php?id=3921&s=tblanimal
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່:

ການລ້ຽງເປັດພັນພື້ນເມືອງໃນນາເຂົ້າ

ການລ້ຽງເປັດພັນພື້ນເມືອງໃນນາເຂົ້າເປັນການໃຊ້ພື້ນທີ່ດຽວກັນ ແມ່ນມີຜົນດີຫຼາຍຢ່າງຄື: ເປັດສາມາດໃຫ້ຝຸ່ນແກ່ຕົ້ນເຂົ້າ, ຫຼຸດຜ່ອນການໃຫ້ອາຫານເປັດ, ປະຢັດລາຍຈ່າຍເພີ່ມລາຍຮັບໃຫ້ຫຼາຍຂຶ້ນ, ການລ້ຽງເປັດໃນນາເຂົ້າບໍ່ແມ່ນເຕັກນິກອັນໃໝ່ບາງທ່ານກໍ່ເຄີຍ ລ້ຽງມາກ່ອນແລ້ວແຕ່ວິທີການເຮັດຍັງບໍ່ທັນເໝາະສົມ ດັ່ງນັ້ນຈຶ່ງຂໍແນະນຳບາງຂັ້ນຕອນ ຄື:
1. ການກະກຽມ.
• ນາຕ້ອງມີນ້ຳ, ໄຖ, ຄາດ, ປັກດຳ ໄປຕາມຂັ້ນຕອນ.
• ຄວນປັກດຳເຂົ້ານາປີກ່ອນ
• ເປັດນ້ອຍຕ້ອງມີອາຍຸປະມານ 20 ວັນ ແລະ ມີສຸຂະພາບແຂງແຮງດີ ເພື່ອປ່ອຍລົງນາທີ່ດຳໄດ້ 15 ວັນ ຂຶ້ນໄປ.
2. ວິທີການປ່ອຍເປັດ.
• ອັດຕາໃນການປ່ອຍເປັດບໍ່ໃຫ້ກາຍ 80 ໂຕ / ໄລ່
• ການປ່ອຍເປັດລົງນາ ສາມາດປ່ອຍໄດ້ 3 ໄລຍະຄື:
ໄລຍະທີ 1: ປ່ອຍເປັດລົງນາພ້ອມກັບການໄຖຄັ້ງທຳອິດ.
ໄລຍະທີ 2: ປ່ອຍເປັດລົງນາພາຍຫຼັງ ດຳນາໄດ້ 15 ວັນຂຶ້ນໄປ.
ໄລຍະທີ 3: ປ່ອຍເປັດລົງນາຫຼັງຈາກເກັບກ່ຽວເຂົ້າແລ້ວ.

3. ຄອກເປັດ.
• ຂະໜາດຄອກ: 6 ຕາແມັດ (m2) ຕໍ່ເປັດໃຫຍ່ 25-30 ໂຕ.
• ຂະໜາດຄອກ 4 ຕາແມັດ ຕໍ່ເປັດນ້ອຍ (ອາຍຸ 1-3 ອາທິດ) 100 ໂຕ.
4. ການໃຫ້ອາຫານ.
ເວລາເປັດຍັງນ້ອຍຕ້ອງເກືອອາຫານທີ່ດີ ແລະ ມີຄຸນນະພາບເປັດນ້ອຍຈຶ່ງຈະມີການຈະເລີນເຕີບໂຕທີ່ດີເຊັ່ນ: ຮໍາອ່ອນ, ສາລີບົດ, ເຂົ້າປຽນ, ພືດຜັກຕ່າງໆ ແລະ ອາຫານສຳເລັດຮູບຍິ່ງດີ ການໃຫ້ອາຫານເປັດ ນ້ອຍທີ່ມີອາຍຸແຕ່ 1 – 4 ອາທິດ (30 ມື້) ໂດຍສະເລ່ຍອັດຕາກິນ 50 ກຼາມ/ໂຕ/ມື້, ຫຼັງຈາກນັ້ນຈຶ່ງປ່ອຍເປັດ ລົງໃນນາ ໃຫ້ມັນຊອກອາຫານກິນເອງ ຕາມທຳມະຊາດ ເຊັ່ນ: ຫອຍ, ປູ, ປາ, ແມງໄມ້, ຂີ້ກະເດືອນ ແລະ ຫຍ້າຕ່າງໆຜູ້ລ້ຽງກໍ່ຈະຕ້ອງເກືອອາຫານເພີ່ມພຽງເລັກນ້ອຍໃນຕອນເຊົ້າ ກ່ອນປ່ອຍເປັດລົງທົ່ງນາ ແລະ ຕອນແລງເວລາທີ່ເປັດຂຶ້ນຈາກທົ່ງນາ.

5. ການສັກຢາປ້ອງກັນ.

ຢາປ້ອງກັນ ໃຊ້ກັບສັດ ອາຍຸ ວິທີສັກ ແລະ ປະລິມານ ຈຳນວນເຂັມຕໍ່ແກ້ວ ໄລຍະຄຸ້ມກັນ
ອະຮີວາສັດປິກ
ວະຮີວາເປັດ
ສັດປິກ
ເປັດ
ໃຫຍ່ກວ່າ 1 ຊິຊິ/ໂຕ
ສັກກ້າມຊີ້ນ 1 ຊິຊິ/ໂຕ
ສັກຫຼຶຫຼັງ 1 ຊິຊິ/ໂຕ
ສັກກ້າມຊີ້ນ 1ຊິຊິ/ໂຕ
50 ເຂັມ
50 ເຂັມ
3 ເດືອນ
6 ເດືອນ

6. ຜົນໄດ້ຮັບ.
ຜົນຜະລິດເຂົ້າເພີ່ມຂຶ້ນ 200-250 ກິໂລ/ເຮັກຕາ.
ເປັດລາດທີ່ລ້ຽງໃນນາເຂົ້າ ເມື່ອມີອາຍຸໄດ້ 110-120 ວັນ ຈະມີນ້ຳໜັກ ສະເລ່ຍ 1,2-1,8 ກິໂລ/ໂຕ.
7. ຂໍ້ຄວນລະວັງ.
• ລະດັບຢູ່ໃນນາບໍ່ໃຫ້ຫຼຸດ 7-10 ຊັງຕີແມັດ, ນ້ຳໃນລະດັບນີ້ເປັດມີຄວາມສະດວກໃນການຫາກິນ ຖ້ານ້ຳໜ້ອຍເກີນໄປຈະມີຜົນກະທົບຕໍ່ຕົ້ນເຂົ້າ ແລະ ບໍ່ສາມາດຄຸມຫຍ້າໄດ້.
• ບໍ່ຄວນປ່ອຍເປັດລົງໃນນາເຂົ້າທີ່ປັກດຳໃໝ່ ຫຼື ອາຍຸຂອງເຂົ້າຕ່ຳກວ່າ 15 ວັນ ເພື່ອບໍ່ໃຫ້ເປັດໄປຢຽບຢ່ຳຕົ້ນກ້າທີ່ຫາກໍ່ປັກດຳໃໝ່
• ຄວນເອົາເປັດອອກຈາກນາ ເມື່ອເຫັນວ່າເຂົາສຸກເຫຼືອງໃກ້ຈະເກັບກ່ຽວ.
• ຕ້ອງມີແຕະລ້ອມ ເຊິ່ງມີຄວາມສູງປະມານ 30-50 ຊັງຕີແມັດ ເພື່ອປ້ອງກັນບໍ່ໃຫ້ເປັດອອກໄປທາງອື່ນ.
• ບໍ່ຄວນເອົາຮຳແກ່ເກືອເປັດທີ່ຍັງນ້ອຍ

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການລ້ຽງສັດປີກ
ແຫຼ່ງຂໍ້ມູນ http://koria55.blogspot.com/2016/02/3-1.html
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່

ຄູ່ມືການປູກ ແລະ ການຜະລິດເມັດຫຍ້າມູລາໂຕ II

1. ເປັນຫຍັງຈຶ່ງປູກ ມູລາໂຕ II
ຫ້ຍາມູລາໂຕ II ເປັນຫຍ້າອາຫານສັດເຂດຮອ້ນພັນໃໝ່ທີ່ມີຄຸນນະພາບດີ (ໂປຣຕີນ 14 %) ໃຫ້ຜົນຜະລິດສູງ ແລະ ເປັນຫຍ້າທີ່ສາມາດປັບຕົວເຂົ້າກັບສະພາບແວດລອ້ມໄດ້ດີ


2. ການເລືອກພື້ນທີປູກ.
ຄວນເລືອກທີ່ສູງ ບໍ່ມີນໍ້າຖວ້ມຂັງ, ດິນບໍ່ເປັນກົດຈັດ ຫຼື ດິນເຄັມ.
3. ຊ່ວງເວລາປູກ.
ຊ່ວງເວລາປູກທີ່ເໝາະສົມໃນລະຫວ່າງເດືອນພຶດສະພາ ຫາ ເດືອນມີຖຸນາ.
4. ການປູກ
ກຽມພື້ນທີ່ໂດຍການໄຖດິນຕາກ 3 ອາທິດ ແລ້ວໄຖພວນດິນອີກ ເພື່ອກໍາຈັດວັດສະພືດ ຈາກນັ້ນ 1 ອາທິດ ຄາດດິນແຕກມຸ່ນ ແລະ ຮາບພຽງດີ ເພື່ອເໝາະໃນການ ຝັງຕົວຂອງເມັດພັນ, ໃສ່ປຸ໋ຍສູດ 15-15-15 ໃນອັດຕາ 50 ກລ/ໄຮ່ ( 1,600ມ2 ) ເປັນປຸ໋ຍຮອງພື້ນ ຫຼື ອາດປະສົມກັບຝຸ່ນຄອກ ເພື່ອເພີ່ມອິນຊີວັດຖຸໃນດິນ.
ຖ້າປູກເພື່ອລ້ຽງສັດ ຢອດເມັດ ຫລຸມລະ 5-6 ເມັດ ໄລຍະຫ່າງ 70 X 70 ຊມ.
ຖ້າປູກເພື່ອເກັບເມັດພັນ ຢອດເມັດ ຫລຸມລະ 5-6 ເມັດ ໄລຍະຫ່າງ ລະຫວ່າງຫລຸມ 80 ຊມ. ລະຫວ່າງແຖວ 100 ຊມ.

5. ການກໍາຈັດວັດສະພືດ.
ກໍາຈັດວັດສະພືດຫຼັງຈາກປູກຫຍ້າແລ້ວ 3-4 ອາທິດ ແລະ ຄັ້ງຕໍ່ໆ ໄປຕາມຄວາມຈໍາເປັນ.
6. ການນໍາໃຊ້ປະໂຫຍດ.
ເລີ່ມຕັດໃຫ້ສັດກິນເທື່ອທໍາອິດເມື່ອຫຍ້າມີອາຍຸ ປະມານ 45-50 ວັນ ຫຼັງຈາກປູກ ແລະ ຕັດເທື່ອຕໍ່ໄປທຸກໆ 35-40 ວັນ ໂດຍຕັດສູງຈາກໝ້າດິນ ປະມານ 10-12 ຊມ. ແລ້ວໃສ່ປຸ໋ຍຢູເຣຍ ( 46-0-0 ) ອັດຕາ 10 ກິໂລ/ໄຮ່ ຫຼັງຈາກຕັດທຸກຄັ້ງ. ຖ້າປູກໃນພື້ນທີ່ ທີ່ອາໄສນໍ້າຝົນຢ່າງດຽວຈະໃຫ້ຜົນຜະລິດນໍ້າໝັກຫຍ້າ ສົດ 6-8 ໂຕນ/ໄຣ່/ປີ.

7. ການຕັດປັບສະພາບເພື່ອເກັບເມັດພັນ.
ເພື່ອເຮັດໃຫ້ຫຍ້າອອກດອກຢ່າງສະໝໍ່ສະເໝີ ອາດຕັດຫຍ້າໃຫ້ສັດກິນກອ່ນ 1 ຮອບ ກອ່ນສິ້ນເດືອນກໍລະກົດ ເພາະຫຍ້າຕ້ອງການຊ່ວງເວລາໃນການຈະເລີນເຕີບໂຕກອ່ນອອກດອກໃນເດືອນ ຕຸລາ ປະມານ 106-124 ວັນ.
8. ການເກັບກ່ຽວເມັດພັນ.
ເມື່ອຫຍ້າອອກດອກ ຄວນກະກຽມການເກັບເມັດ ໂດຍໃຊ້ເຊືອກຟາງມັດຊໍ່ດອກເຂົ້າຫາກັນເພື່ອສະດວກໃນການເກັບເມັດຫຍ້າຈະເລີ່ມແກ່ຫຼັງຈາກອອກດອກປະມານ 22-29 ວັນ ໃນໄລຍະນີ້ໃຫ້ໝັ່ນສັງເກດ ແລະ ເລີ່ມເກັບເມັດທັນທີ ເມື່ອ ເມັດແກ່ ໂດຍການເຄາະຮວງ ຄື: ເຄາະ 1 ເທື່ອ ແລ້ວເວັ້ນ 2 ມື້ ກັບມາເຄາະອີກເລື່ອຍໄປຈົນໝົດ.
ເມັດພັນທີ່ໄດ້ໃຫ້ນໍາໄປຕາກໃນບອ່ນຮົ່ມ 2 ວັນ ເພື່ອລົດຄວາມຊຸ່ມ ແລ້ວນໍາອອກມາຕາກແດດອີກ 1 ວັນ ການຕາກເມັດ ຄວນເຂ່ຍປີ້ນກັບເມັດເລື່ອຍໆ ເພື່ອໃຫ້ເມັດແຫ້ງຢ່າງສະໝໍາສະເໝີ ຫຼັງຈາກນັ້ນ ທໍາຄວາມສະອາດໂດຍກາຍໃຊ້ກະດົ້ງຝັດສິ່ງເຈືອປົນອອກໄປ.
ຜົນຜະລິດເມັດຈະໄດ້ປະມານ 40 ກລ/ໄຮ່ ຂື້ຢູ່ກັບຄວາມອຸດົມສົມບູນຂອງດິນ, ການໃສ່ຝຸ່ນ ແລະ ການບົວລະບັດຮັກສາ.

9. ການເກັບຮັກສາເມັດພັນ.
ຄວນເກັບສາເມັດພັນໄວ້ໃນຮົ່ມ ແລະ ແຫ້ງ ເມັດພັນຈະມີໄລຍະການພັກໂຕຫຼັງຈາກເກັບກ່ຽວ ປະມານ 4 ເດືອນ ໝາຍຄວາມວ່າ ຖ້າຈະນໍາເມັດພັນດັ່ງກ່າວໄປປູກ ຄວນໃຫ້ເມັດພັນໄດ້ພັກໂຕຫຼັງເກັບກ່ຽວ 4 ເດືອນ ຈຶ່ງຈະໄດ້ຮັບຜົນດີ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກຫ້ຍາ
ແຫຼ່ງຂໍ້ມູນ: ບໍລິສັດໄຟຟ້ານໍ້າເທີນ 2; ພະແນກສິ່ງແວດລອ້ມ ແລະ ສັງຄົມ; ໂຄງການລຸ່ມເຂື່ອນ ແລະ ເຮືອນຈັກ; ໝວ່ຍງານຟື້ນຟູຊີວິດການເປັນຢູ່.
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່:

 

 

 

ຄູ່ມືເຕັກນິກການປູກໝາກພ້າວ

1. ເຕັກນິກການປູກໝາກພ້າວ.
ໝາກພ້າວ ເປັນພືດເສດຖະກິດທີ່ສໍາຄັນຊະນິດໝື່ງ ທີ່ມີຜົນປະໂຫຍດຢ່າງຫຼວງຫຼາຍເຊັ່ນ: ບໍລິໂພກສົດ, ເປັນວັດຖຸດີບປອ້ນໂຮງງານອຸດສາຫະກຳອາຫານ ແລະ ນໍ້າມັນພືດຕ່າງໆ. ໃນປະຈຸບັນ ປະເທດເຮົາ ຍັງນໍາໃຊ້ໝາກພ້າວເຂົ້າໃນການປຸງແຕ່ງອາຫານ, ປະເພດຂອງຫວານ, ກະທິ ນອກຈາກນີ້ ຍອງໝາກພ້າວຍັງໃຊ້ຜະລິດເປັນຜະລິດຕະພັນອື່ນໄດ້ ເຊັ່ນ: ເຊື່ອ, ໝອນ ອື່ນໆ.

2. ສະພາບດິນຟ້າອາກາດທີ່ເໝາະສົມ.

ໝາກພ້າວ ສາມາດປູກໄດ້ໃນທົ່ວ ສ ປປ ລາວ ຍົກເວັ້ນເຂດເນີນສູງອາກາດເຢັນຕະຫຼອດປີເທົ່ານັ້ນ ແຕ່ສວ່ນຫຼາຍ ນິຍົມປູກໃນເຂດພາກກາງ ແລະ ພາກໃຕ້ ໂດຍສະເພາະແມ່ນເຂດຢູ່ຕາມລຽບແຄມແມ່ນໍ້າ, ດິນທີ່ເໝາະສົມໃນການປູກໝາກພ້າວ ແມ່ນດິນທີ່ມີທາດອາຫານອຸດົມສົມບູນ, ຄວາມເປັນກົດເປັນດ່າງຂອງດິນຢູ່ລະຫວ່າງ 4.3 – 8, ອຸ່ນຫະພູມສະເລ່ຍລະຫວ່າງ 21-30 ອົງສາ, ປະລິມານນໍ້າຝົນສະເລ່ຍ 1.500-2.000 ມມ/ປີ.
3. ການເລືອກພັນສໍາລັບປູກ.
– ການຄັດເລືອກພັນ: ແມ່ນຂື້ນກັບຈຸດປະສົງການນໍາໃຊ້ເຊັ່ນ: ຖ້າປູກເພື່ອນໍາໃຊ້ບໍລິໂພກສົດຄວນຄັດເລືອກພັນຫອມ, ຫວານ, ຕົ້ນຕໍ່າ. ຖ້າປູກສໍາລັບອຸດສາຫະກຳນໍ້າມັນ ຫຼື ອາຫານ ຄວນເລືອກພັນໝວ່ຍໃຫ່ຍ, ນວນໝາ ແລະ ໝາກດົກ.
– ການຄັດເລືອກຕົ້ນພັນ: ຕົ້ນພັນຕ້ອງເປັນຕົ້ນທີ່ໃຫ່ຍ ແລະ ດົກກວ່າຕົ້ນອື່ນ ຢ່າງໝ້ອຍ 80 ໝວ່ຍ/ຕົ້ນ/ປີ, ເປັນຕົ້ນທີ່ແຂງແຮງ ແລະ ສົມບູນດີ ປ້ອງຖີ່ສະໝໍ່າສະເໝີ, ມີໃບ 30 ກ້ານຂື້ນໄປ.
– ການຄັດເລືອກໝວ່ນພັນ: ໃຫ້ເລືອກເອົາໝວ່ຍໃຫ່ຍ, ແກ່ ແລະ ຫ້າວດີ ສີຂອງເປືອກຈະປ່ຽນ ຈາກສີຂຽວເປັນສີນໍ້າຕານ.
4. ການເກັບຮັກສາພັນ.
ໝວ່ຍທີ່ຈະເອົາມາເຮັດພັນຄວນລະມົດລະວັງບໍ່ໃຫ້ຕົກກະທົບກັບດິນ, ຈາກນັ້ນຈິ່ງຄັດເລືອກໝວ່ຍພັນ ແລ້ວຄວນເກັບໄວ້ບອ່ນຮົ່ມ 1-2 ອາທິດ. ຫຼັງຈາກນັ້ນ ກໍ່ເອົາໝວ່ຍໝາກພ້າວໄປຈຸ່ມລົງນໍ້າ ຖ້າວ່າຂ້າງໃດຟູຂື້ນເທີງ ໃຫ້ປາດເປືອກຂ້າງນັ້ນ, ຮອຍປາດປະມານ 6 x 10 ຊັງຕີແມັດ, ເພື່ອໃຫ້ນໍ້າຊືມເຂົ້າໄດ້ສະດວກ ແລະ ແຕກໝໍ່ງ່າຍ.
5. ການກ້າເບ້ຍ.
ຕົ້ນລະດູຝົນ ເປັນຊ້ວງເໝາະສົມ, ຄວນໄຖດິນຕາກແດດໄວ້ ປະມານ 5-7 ວັນ ແລ້ວຈິ່ງໄຖພວນລະອຽດ, ເຮັດຮ່ອງເລີກປະມານ 15-30 ຊັງຕີແມັດ, ເອົາໝາກພ້າວລຽນທາງແຄງໄປທາງດຽວກັນເປັນແຖວ, ຈາກນັ້ນ ເອົາດິນຖົມກາຍເຄິ່ງໝວ່ຍໝອ້ຍໝື່ງ, ແລ້ວເອົາເຟືອງແຫ້ງປົກ ດິນໝານກ້າເບ້ຍຄວນເປັນດິນ ຕົມປົນຊາຍ, ລະບາຍນໍ້າໄດ້ດີ, ຢູ່ບອ່ນມີແສງແດດ ແລະ ສະດວກໃນການຫົດນໍ້າ. ພາຍຫຼັງກ້າເບ້ຍໄດ້ 15-20 ວັນ ກໍ່ສາມາດຍ້າຍໄປຊໍາໄດ້.
6. ການຊໍາໝໍ່ໝາກພ້າວ.
ກອ່ນອື່ນໄຖ ຫຼື ຂຸດດິນເລີກ 20 ຊັງຕີແມັດ ແລ້ວຕາກແດດໄວ້ 5-7 ວັນ ອານາໄມເສຍຫຍ້າ, ເສຍໄມ້ອອກໃຫ້ໝົດ ແລ້ວໂຮຍຝຸ່ນຄອກ 1250-1560 ກິໂລ/ເຮັກຕາ ຈາກນັ້ນ ໄຖພວນ, ຄາດໃຫ້ລະອຽດ, ແລ້ວເຮັດໝານ ຄວາມກ້ວາງ, ຄວາມຍາວ ແລ້ວແຕ່ຄວາມເໝາະສົມ, ຄວາມສູງຂອງໝານ 20 ຊັງຕີແມັດ, ແລ້ວເຮັດຮອ່ງ ພາຍໃນໝານ ກ້ວາງ 20 ຊົງຕີແມັດ ແລະ ເລີກ 15-20 ຊົງຕີແມັດ, ແຕ່ລະຮ່ອງຫ່າງກັນ 50 ຊັງຕີແມັດ, ເອົາໝໍ່ໝາກພ້າວລົງໃນຮ່ອງ ຫ່າງກັນ 50 ຊັງຕີແມັດ, ແລ້ວເອົາດິນຖົມກາຍເຄິ່ງໝວ່ຍໝອ້ຍໝື່ງ.ເມື່ອຊໍາໄດ້ 4-6 ເດືອນ ຫຼື ເບັ້ຍໝາກພ້າວມີ 4-6 ໃບ ກໍ່ສາມາດນໍາໄປປູກໄດ້.
7. ການຕຽມດິນປູກ.
ໃຫ້ອານາໄມພື້ນທີ່ປູກໃຫ້ກ້ຽງ ຖ້າຢູ່ບອ່ນຕໍ່າກໍ່ໃຫ້ຍົກຄູ ແລະ ຂຸດຮ່ອງລະບາຍນໍ້າ, ຫຼັງຈາກບຸກເບີກ ແລະ ປັບໝ້າດິນ, ໄຖ, ຄາດ ແລ້ວຈິ່ງວາງແຜນປູກ.


8. ໄລຍະປູກ.
• ໝາກພ້າວເຕັ້ຍຄວນປູກໄລຍະຫ່າງ 4 x 4 ແມັດ
• ໝາກພ້າວກາງ ຄວນປູກໄລຍະຫ່າງ 6 x 6 ແມັດ
• ໝາກພ້າວໃຫ່ຍ ຄວນປູກ ໄລຍະຫ່າງ 8 x 8 ແມັດ

9. ວິທີຕຽມຂຸມ ແລະ ປູກ.
ກອ່ນປູກຄວນກຽມຂຸມກອ່ນ 2-3 ເດືອນ, ຂະໝາດຂຸມ 1x1x1 ແມັດ, ໃນເວລາຂຸດດິນ, ດິນຢູ່ຂ້າງເທິງປະໄວ້ຕ່າງຫາກ ແລະ ດິນພື້ນປະໄວ້ຕ່າງຫາກ ຫຼັງຈາກນັ້ນ ຈິ່ງເອົາດິນສວ່ນເທິງປະສົມກັບຝຸ່ນຄອກ, ຝຸ່ນບົ່ມ ຫຼື ຝຸ່ນຊີວະພາບ ແລະ ຢາກໍາຈັດປວກລົງໃນຂຸດ ຈາກນັ້ນຈິ່ງເອົາດິນສວ່ນລຸ່ມລົງ ແລ້ວຈົ່ງໄວ້ 30 ຊັງຕີແມັດ ເພື່ອເອົາເບ້ຍໝາກພ້າວລົງ ໃຫ້ດ້ານໝໍ່ຫັນໄປທາງດຽວກັນ, ເອົາດິນຖົມ 2/3 ຂອງໝວ່ຍ(ກາຍເຄິ່ງໝວ່ຍໝື່ງ) ພອ້ມກັບຢຽບໃຫ້ແໝ້ນ ລະວັງບໍ່ໃຫ້ໝໍ່ຫັກ.

10. ການບົວລະບັດຮັກສາໝາກພ້າວ.
– ຫຼັງຈາກປູກແລ້ວຖ້າຝົນບໍ່ຕົກກໍໃຫ້ຫົດນໍ້າທັນທີ, ໃນຊ່ວງໄລຍະທໍາອິດ ການໃຫ້ນໍ້າເປັນສິ່ງຈໍາເປັນທີ່ສຸດ, ຕ້ອງໝັ່ນໃຫ້ນໍ້າສະໝໍ່າສະໝີ, ໂດຍສະເພາະໃນລະດູແລ້ງ ຄວນໃຫ້ນໍ້າໝື່ງຄັ້ງຕໍ່ອາທິດ.
– ຄວນເຮັດຮົ້ວອອ້ມ ຕົ້ນໝາກພ້າວທີ່ປູກໃໝ່ ເພື່ອປ້ອງກັນສັດ.
– ໝໍ່ໝາກພ້າວຄວນຈະໄດ້ຮັບການບົວລະບົວຮັກສາເປັນຢ່າງດີ, ໃນຂຸດປູກຕ້ອງອານາໄມເພື່ອບໍ່ໃຫ້ຫຍ້າເກີດ.
– ຖ້າວ່າມີແມງໄມ້ ຫຼື ພະຍາດທໍາລາຍ ເຊັ່ນ: ປວກ, ດ້ວງ ແຮດ ແລະ ແມງໄມ້ຊະນິດອື່ນໆ ຄວນໃສ່ຢາ ປ້ອງກັນ ຫຼື ຂ້າແມງໄມ້ ໃນອັດຕາ 10-20 ກຼາມຕໍ່ນໍ້າ 20 ລິດ.
11. ການໃສ່ຝຸ່ນ.
ການໃສ່ຝຸ່ນແມ່ນຂື້ນກັບຂະໝາດຂອງຕົ້ນໝາກພ້າວ ແລະ ຄວາມອຸດົມສົມບູນຂອງດິນ, ເມື່ອອາຍຸໝາກພ້າວອາຍຸ 1 ປີ ຂື້ນໄປແນະນໍາໃຫ້ໃສ່ຝຸ່ນເຄມີສູດປະສົມ 15:15:15 ໃນປະລິມານ 1 ກິໂລ/ຕົ້ນ/ປີ ແລະ ເພີ່ມຂື້ນປີລະ 1 ກິໂລ ຈົນກວ່າຕົ້ນໝາກພ້າວເປັນໝາກ.
ຊ່ວງໄລຍະເປັນໝາກແນະນໍາໃຫ້ໃສ່ຝຸ່ນເຄມີສູດປະສົມ 13:13:21 ໃນປະມານ 2-5 ກິໂລ/ຕົ້ນ/ປີ ປະກອບກັບການໃສ່ຝຸ່ນຄອກ 50 ກິໂລ/ຕົ້ນ/ປີ ແລະ ຂີ້ເທົ່າ ຫຼື ປູນຂາວ 10-20 ກິໂລ/ຕົ້ນ/ປີ. ວິທີການໃສ່ຝຸ່ນ ໃຫ້ຂຸດຮ່ອງອອ້ມຫ່າງຈາກຕົ້ນໝາກພ້າວ 1 ແມັດ ມົນທົນ ເລິກປະມານ 10 ຊັງຕີແມັດ ເອົາຝຸ່ນໃສ່ແລ້ວເອົາດິນຖົມ ຈາກນັ້ນຈິ່ງເອົານໍ້າຫົດ.
12. ອາຍຸການເກັບກ່ຽວ.
ເມື່ອໝາກພ້າວມີອາຍຸປະມານ 5-6 ປີ ສາມາດໃຫ້ຜົນຜະລິດ 12-14 ແຊງ/ປີ ເຊິ່ງຂື້ນກັບແນວພັນ. ການເກັບກ່ຽວຂື້ນກັບຈຸດປະສົງການນໍາໃຊ້ ອາດຈະເກັບໝວ່ຍອອ່ນ ຫຼື ໝວ່ຍແກ່ ແຕກຕ່າງກັນມີດັ່ງນີ້:
– ການເກັບກ່ຽວໝວ່ຍອ່ອນ: ວິທີເໝາະສົມ ມີຫຼາຍວິທີເຊັ່ນ: ການນັບອາຍຸຫຼັງຈາກຊໍ່ດອກບານໄປອີກ ປະມານ 5-6 ເດືອນ ຫຼື ສັງເກດເບີ່ງສີເປືອກຂອງໝາກພ້າວ.
– ການເກັບກ່ຽວໝວ່ຍແກ່: ໝາກພ້າວທີ່ເລີ່ມແກ່ສັງເກດໄດ້ຈາກສີຂອງເປືອກຈະປ່ຽນຈາກສີຂຽວເປັນສີນໍ້າຕານ ແລະ ການເກັບກ່ຽວໝວ່ຍແກ່ທີ່ເໝາະສົມ ເມື່ອອາຍຸປະມານ 11-12 ເດືອນ ຫຼັງຈາກຊໍ່ດອກບານ.
13. ວິທີການເກັບກ່ຽວ.
ແຕ່ລະທ້ອງຖິ່ນ, ແຕ່ລະເຂດແມ່ນມີຄວາມແຕກຕ່າງກັນ ເຊິ່ງມິວິທີການເກັບກ່ຽວຄັ່ງນີ້:
– ການໃຊ້ຂໍເກາະ.
– ການໃຊ້ຄົນຂື້ນເກັບ ແມ່ນເໝາະສົມກັບການເກັບໝວ່ຍອອ່ນ ຫຼື ເກັບໝວ່ຍໄວ້ເຮັດພັນ ໂດຍບໍ່ໃຫ້ກະທົບກັບພື້ນດິນ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດໃຫ້ໝາກ
ແຫຼ່ງຂໍ້ມູນ: ກະຊວງ ກະສິກຳ ແລະ ປ່າໄມ້; ກົມປູກຝັງ
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່:

ປູກກ້ວຍຫອມ ຕາມເຕັກນິກ ຜົນຜະລິດສູງ

1. ປູກກ້ວຍຫອມ ຕາມເຕັກນິກ ຜົນຜະລິດສູງ
ກ້ວຍຫອມແມ່ນຫມາກໄມ້ຊະນິດຫນຶ່ງທີ່ມີຫລາຍຢູ່ໃນບ້ານເຮົາ ແລະ ນິຍົມບໍລິໂພກກັນຫລາຍ, ເນື່ອງຈາກວ່າກ້ວຍຫອມເປັນຫມາກໄມ້ທີ່ບໍລິໂພກງ່າຍ ແລະ ມີວິຕາມິນສູງຕໍ່ຮ່າງກາຍຊ່ວຍລະບາຍງ່າຍບໍ່ວ່າເດັກນ້ອຍ ຫລື ຄົນສູງອາຍຸກໍ່ສາມາດບໍລິໂພກໄດ້ເພື່ອເປັນຂອງຫວານຫລັງຮັບປະທານອາຫານສິ່ງສຳຄັນຍັງສາມາດແປຮູບໄດ້ຫລາຍຢ່າງເຊັ່ນ: ກ້ວຍອົບແຫ້ງ, ນ້ຳຫວານກ້ວຍ ແລະ ອື່ນໆ ອີກຫລາຍຢ່າງ. ແນວພັນທີ່ນິຍົມແມ່ນກ້ວຍຫອມ (AAAGorup) ໃຫ້ຜົນຜະລິດສູງ, ລົດຊາດຫວານຫອມດີ ແລະ ຫມາກໃຫຍ່.
2. ການປູກ.
– ກຽມດິນປູກ: ໄຖໃຫ້ເລິກພໍປະມານ 1 ຄັ້ງ ຕາກດິນແລ້ວໄຖພວນ 1 – 2 ຄັ້ງ ໃຫ້ດິນຜຸ່ຍດີ ແລະ ຈະຊ່ວຍກຳຈັດວັດສະພືດຫລາຍກວ່າ 20% ຕ້ອງໄຖພວນຄືນໃຫມ່.
– ການກຽມຂຸມປູກ: ໄລຍະປູກລະຫວ່າງແຖວ ແລະ ຕົ້ນປະມານ 2 x 2 ແມັດ, ຂະຫນາດຂຸມປູກກວ້າງ, ຍາວ ແລະເລິກປະມານ 30 x 30 x 30 ຊັງຕີແມັດ ແລະ ຮອງພື້ນຂຸມດ້ວຍດິນປຸຍອິນຊີ ປະມານ 5 ກິໂລຕໍ່ຂຸມ.

https://www.organicfarmthailand.com/how-to-grow-organic-banana/

– ການກຽມພັນແລະການປູກ: ໃຊ້ຫນໍ່ພັນທີ່ສົມບູນປາສະຈາກສັດຕູພືດຄວາມຍາວຂອງຫນໍ່ 25-35 ຊັງຕີແມັດ, ມີໃບປະມານ 2-3 ໃບວາງຫນໍ່ພັນທີ່ກົ້ນພື້ນຂຸມຈັດວາງໃຫ້ຕົ້ນທີ່ຕິດຕົ້ນແມ່ ຢູ່ໃນທິດທາງດຽວກັນເພື່ອໃຫ້ມີການອອກງອກໄປໃນທິດທາງດຽວກັນ ແລະ ສະດວກໃນການດູແລຮັກສາຖົມດິນບໍລິເວນຂຸມໃຫ້ແຫນ້ນ ແລະ ປົກຫຸ້ມດ້ວຍເຟືອງ ຫລື ຫຍ້າແຫ້ງແລ້ວຫົດນ້ຳໃຫ້ຊຸ່ມ.
– ການໃຫ້ນ້ຳ: ຕ້ອງໃຫ້ນ້ຳຢ່າງສະຫມໍ່າສະເຫມີຕະຫລອດລະດູປູກເມື່ອຫນ້າດິນແຫ້ງຕ້ອງໃຫ້ນ້ຳ (ໂດຍເກັບຕົວຢ່າງດິນຈາກຜິວດິນເລິກ 15 ຊັງຕີແມັດ ກຳເປັນກ້ອນຖ້າແບມືອອກແລ້ວແຕກຊະຄວນໃຫ້ນ້ຳເພີ່ມແກ່ຕົ້ນກ້ວຍ).
– ການໃຫ້ປຸຍ: ໃສ່ປຸຍຄັ້ງທີ 1 ແລະ 2: ເມື່ອຕົ້ນກ້ວຍມີອາຍຸ 1 ແລະ 3 ເດືອນດ້ວຍສູດ 20-10-10 ຫລື 15-15-15 ຫລື ສູດໃກ້ຄຽງ 125-250 ກຣາມຕໍ່ຕົ້ນ ຕໍ່ຄັ້ງ ແລະ ຄັ້ງທີ 3 ແລະ 4: ເມື່ອອາຍຸ 5 ແລະ 7 ເດືອນ ດ້ວຍສູດ 13-13-21 ຫລື ສູດໃກ້ຄຽງໃນອັດຕາ 125-250 ກຣາມຕໍ່ຕົ້ນ ຕໍ່ຄັ້ງ ໃສ່ປຸ່ຍອິນຊີ(ຝຸ່ນຄອກຫລືປຸຍຫມັກ) ປີລະ 1-2 ຄັ້ງ.
– ການແຕກຫນໍ່: ຫລັງຈາກປູກກ້ວຍໄດ້ປະມານ 5 ເດືອນ ໃຫ້ຕັດແຕ່ງຫນໍ່ເພື່ອໃຫ້ຕົ້ນແມ່ມີຄວາມສົມບູນ
– ການຄ້ຳຢັນຕົ້ນ: ຕ້ອງໃຊ້ໄມ້ຄ້ຳຢັນ ຫລື ດາມກ້ວຍທຸກຕົ້ນທີ່ອອກປີແລ້ວ ເພ່ື່ອປ້ອງກັນລຳຕົ້ນຫັກລົ້ມ ແລະ ຕະຫລອດລະດູການຄ້ຳຢັນໃຫ້ຢູ່ໃນສະພາບຫມັ້ນຄົງແຂງແຮງ
– ການຫຸ້ມເຄືອແລະຕັດແຕ່ງຮູບຊົງຂອງໃບ: ການຫຸ້ມເຄືອຈະເຮັດຫລັງການຕັດປີບໍ່ເກີນ 15 ວັນເພື່ອໃຫ້ເປືອກກ້ວຍໃສງາມ ແລະ ປ້ອງກັນແມງໄມ້ທຳລາຍດ້ວຍຖົງຢາງສີຟ້າແບບເປີດທາງລຸ່ມໄດ້ໂດຍຫຸ້ມທັງເຄືອ ແລະ ຫຸ້ມທຸກເຄືອ. ສ່ວນການຕັດແຕ່ງຊົງໃບຄວນຕັດເມື່ອໃບເລີ່ມຫັກກ່ອນທີ່ຈະສຽດສີກັບເປືອກກ້ວຍຫລັງຈາກນັ້ນກໍ່ເລີ່ມເກັບກ່ຽວ

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດໃຫ້ໝາກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=15&section_id=309&page=1
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່: