ການລ້ຽງເປັດພັນພື້ນເມືອງໃນນາເຂົ້າ

ການລ້ຽງເປັດພັນພື້ນເມືອງໃນນາເຂົ້າເປັນການໃຊ້ພື້ນທີ່ດຽວກັນ ແມ່ນມີຜົນດີຫຼາຍຢ່າງຄື: ເປັດສາມາດໃຫ້ຝຸ່ນແກ່ຕົ້ນເຂົ້າ, ຫຼຸດຜ່ອນການໃຫ້ອາຫານເປັດ, ປະຢັດລາຍຈ່າຍເພີ່ມລາຍຮັບໃຫ້ຫຼາຍຂຶ້ນ, ການລ້ຽງເປັດໃນນາເຂົ້າບໍ່ແມ່ນເຕັກນິກອັນໃໝ່ບາງທ່ານກໍ່ເຄີຍ ລ້ຽງມາກ່ອນແລ້ວແຕ່ວິທີການເຮັດຍັງບໍ່ທັນເໝາະສົມ ດັ່ງນັ້ນຈຶ່ງຂໍແນະນຳບາງຂັ້ນຕອນ ຄື:
1. ການກະກຽມ.
• ນາຕ້ອງມີນ້ຳ, ໄຖ, ຄາດ, ປັກດຳ ໄປຕາມຂັ້ນຕອນ.
• ຄວນປັກດຳເຂົ້ານາປີກ່ອນ
• ເປັດນ້ອຍຕ້ອງມີອາຍຸປະມານ 20 ວັນ ແລະ ມີສຸຂະພາບແຂງແຮງດີ ເພື່ອປ່ອຍລົງນາທີ່ດຳໄດ້ 15 ວັນ ຂຶ້ນໄປ.
2. ວິທີການປ່ອຍເປັດ.
• ອັດຕາໃນການປ່ອຍເປັດບໍ່ໃຫ້ກາຍ 80 ໂຕ / ໄລ່
• ການປ່ອຍເປັດລົງນາ ສາມາດປ່ອຍໄດ້ 3 ໄລຍະຄື:
ໄລຍະທີ 1: ປ່ອຍເປັດລົງນາພ້ອມກັບການໄຖຄັ້ງທຳອິດ.
ໄລຍະທີ 2: ປ່ອຍເປັດລົງນາພາຍຫຼັງ ດຳນາໄດ້ 15 ວັນຂຶ້ນໄປ.
ໄລຍະທີ 3: ປ່ອຍເປັດລົງນາຫຼັງຈາກເກັບກ່ຽວເຂົ້າແລ້ວ.

3. ຄອກເປັດ.
• ຂະໜາດຄອກ: 6 ຕາແມັດ (m2) ຕໍ່ເປັດໃຫຍ່ 25-30 ໂຕ.
• ຂະໜາດຄອກ 4 ຕາແມັດ ຕໍ່ເປັດນ້ອຍ (ອາຍຸ 1-3 ອາທິດ) 100 ໂຕ.
4. ການໃຫ້ອາຫານ.
ເວລາເປັດຍັງນ້ອຍຕ້ອງເກືອອາຫານທີ່ດີ ແລະ ມີຄຸນນະພາບເປັດນ້ອຍຈຶ່ງຈະມີການຈະເລີນເຕີບໂຕທີ່ດີເຊັ່ນ: ຮໍາອ່ອນ, ສາລີບົດ, ເຂົ້າປຽນ, ພືດຜັກຕ່າງໆ ແລະ ອາຫານສຳເລັດຮູບຍິ່ງດີ ການໃຫ້ອາຫານເປັດ ນ້ອຍທີ່ມີອາຍຸແຕ່ 1 – 4 ອາທິດ (30 ມື້) ໂດຍສະເລ່ຍອັດຕາກິນ 50 ກຼາມ/ໂຕ/ມື້, ຫຼັງຈາກນັ້ນຈຶ່ງປ່ອຍເປັດ ລົງໃນນາ ໃຫ້ມັນຊອກອາຫານກິນເອງ ຕາມທຳມະຊາດ ເຊັ່ນ: ຫອຍ, ປູ, ປາ, ແມງໄມ້, ຂີ້ກະເດືອນ ແລະ ຫຍ້າຕ່າງໆຜູ້ລ້ຽງກໍ່ຈະຕ້ອງເກືອອາຫານເພີ່ມພຽງເລັກນ້ອຍໃນຕອນເຊົ້າ ກ່ອນປ່ອຍເປັດລົງທົ່ງນາ ແລະ ຕອນແລງເວລາທີ່ເປັດຂຶ້ນຈາກທົ່ງນາ.

5. ການສັກຢາປ້ອງກັນ.

ຢາປ້ອງກັນ ໃຊ້ກັບສັດ ອາຍຸ ວິທີສັກ ແລະ ປະລິມານ ຈຳນວນເຂັມຕໍ່ແກ້ວ ໄລຍະຄຸ້ມກັນ
ອະຮີວາສັດປິກ
ວະຮີວາເປັດ
ສັດປິກ
ເປັດ
ໃຫຍ່ກວ່າ 1 ຊິຊິ/ໂຕ
ສັກກ້າມຊີ້ນ 1 ຊິຊິ/ໂຕ
ສັກຫຼຶຫຼັງ 1 ຊິຊິ/ໂຕ
ສັກກ້າມຊີ້ນ 1ຊິຊິ/ໂຕ
50 ເຂັມ
50 ເຂັມ
3 ເດືອນ
6 ເດືອນ

6. ຜົນໄດ້ຮັບ.
ຜົນຜະລິດເຂົ້າເພີ່ມຂຶ້ນ 200-250 ກິໂລ/ເຮັກຕາ.
ເປັດລາດທີ່ລ້ຽງໃນນາເຂົ້າ ເມື່ອມີອາຍຸໄດ້ 110-120 ວັນ ຈະມີນ້ຳໜັກ ສະເລ່ຍ 1,2-1,8 ກິໂລ/ໂຕ.
7. ຂໍ້ຄວນລະວັງ.
• ລະດັບຢູ່ໃນນາບໍ່ໃຫ້ຫຼຸດ 7-10 ຊັງຕີແມັດ, ນ້ຳໃນລະດັບນີ້ເປັດມີຄວາມສະດວກໃນການຫາກິນ ຖ້ານ້ຳໜ້ອຍເກີນໄປຈະມີຜົນກະທົບຕໍ່ຕົ້ນເຂົ້າ ແລະ ບໍ່ສາມາດຄຸມຫຍ້າໄດ້.
• ບໍ່ຄວນປ່ອຍເປັດລົງໃນນາເຂົ້າທີ່ປັກດຳໃໝ່ ຫຼື ອາຍຸຂອງເຂົ້າຕ່ຳກວ່າ 15 ວັນ ເພື່ອບໍ່ໃຫ້ເປັດໄປຢຽບຢ່ຳຕົ້ນກ້າທີ່ຫາກໍ່ປັກດຳໃໝ່
• ຄວນເອົາເປັດອອກຈາກນາ ເມື່ອເຫັນວ່າເຂົາສຸກເຫຼືອງໃກ້ຈະເກັບກ່ຽວ.
• ຕ້ອງມີແຕະລ້ອມ ເຊິ່ງມີຄວາມສູງປະມານ 30-50 ຊັງຕີແມັດ ເພື່ອປ້ອງກັນບໍ່ໃຫ້ເປັດອອກໄປທາງອື່ນ.
• ບໍ່ຄວນເອົາຮຳແກ່ເກືອເປັດທີ່ຍັງນ້ອຍ

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການລ້ຽງສັດປີກ
ແຫຼ່ງຂໍ້ມູນ http://koria55.blogspot.com/2016/02/3-1.html
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່