ການລ້ຽງເຜິ້ງ

(ເປັນການອານຸຮັກທຳມະຊາດ ແລະ ປົກປັກຣັກສາສະພາບແວດລ້ອມປ່າສະຫງວນ)

1. ຂັ້ນຕອນການປະຕິບັດ.
ຕ້ອງໄດ້ມີການກະກຽມສະຖານທີ່ໆຈະລ້ຽງເຜິ້ງ.
– ຄວນຕັ້ງໄວ້ໃນສະຖານທີ່ມີດອກໄມ້ທຳມະຊາດ ຫຼື ປູກຕົ້ນໄມ້ທີ່ມີດອກທີ່ເຜິ້ງມັກ. ບໍ່ໃຫ້ໄກໃນຂອບເຂດ 700-1200 ແມັດ
– ບໍ່ຕັ້ງໃກ້ກັບບ່ອນລ້ຽງເຜິ້ງຂອງຄົນອື່ນ
– ບໍ່ຕັ້ງໃກ້ສາງຢາຂ້າແມງໄມ້
– ບໍ່ໃຫ້ຕັ້ງໄວ້ບ່ອນທີ່ມີນ້ຳຖ້ວມໃນຍາມຝົນ
– ຕັ້ງໄວ້ບ່ອນຮົ່ມເຢັນດີ ແຕ່ບໍ່ໃຫ້ຖືກລົມພັດແຮງ
– ມີການວາງແຜນລະດູການທີ່ເໝາະສົມໃນການລ້ຽງເຜິ້ງ ຫຼື ເວລາຍ້າຍເຜິ້ງມາລ້ຽງໃຫ້ຖືກຕາມລະດູການຂອງມັນ
– ຄວນນັ້ງໂກນເຜິ້ງຫ່າງກັນ 2 ແມັດ, ສູງ 40-50 ຊັງຕີແມັດ
2. ອຸປະກອນທີ່ນຳໃຊ້.
– ກຸບປ້ອງກັນຕົນເອງ, ຖົງມື, ເລື່ອຍ, ເຫຼັກຕະປູ, ຄ້ອນຕີ, ມີດຄັດ ເຕີ້, ເຊືອກ (ຝ້າຍຜູກແຂນ), ບັ້ງສີດນ້ຳ, ມີດຕັດ, ຂີ້ເຜິ້ງ ແລະ ແຜ່ນ ເຫຼັກຮູນ້ອຍ (ໃສ່ປາກປະຕູອອກເຂົ້າຂອງເຜິ້ງ), ເຈ້ຍທຳມະດາ, ຊາມ ບັນຈຸແພຢາງ.
3. ເຕັກນິກການສ້າງໂກນເຜິ້ງ.
ການສ້າງໂກນເຜິ້ງຄວນໃຊ້ໄມ້ທີ່ມີກິ່ນຫອມ. ເນື້ອໄມ້ຕ້ອງແຂງໜ້ອຍໜຶ່ງ (ບໍ່ໃຊ້ໄມ້ທີ່ມີກິ່ນເໝັນຂິວ). ຕ້ອງໃຊ້ເຕັກນິກ ແລະ ຂະໜາດແຕ່ລະພາກສ່ວນໃຫ້ຖືກຕ້ອງຕາມມາດຕະຖານຝາປິດ ແລະ ແປ້ນພື້ນບໍ່ຕິດກັບໜ່ວຍ ເພື່ອເຮັດໃຫ້ມີຄວາມສະດວກ ໃນການເກັບກູ້ ແລະ ອະນາໄມ. ເວລາເຮົາເຫັນໂກນເຜິ້ງມີຮູກໍ່ເອົາຂີ້້ງົວມາອັດໄວ້ ແລ້ວທາຂີ້ເຜິ້ງສົດໃສ່ໃນແກັດ ແລະ ໄມ້ດິ້ວໃຫ້ມີກິ່ນຫອມລໍ້ເຜິ້ງເຂົ້າ.

4. ເຕັກນິກໃນການລ້ຽງ ແລະ ດູແລຮັກສາເຜິ້ງ.
ສັງເກດສະຖານທີ່ໆຈະໃຊ້ເປັນບ່ອນລ້ຽງເຜິ້ງໂກນເຜິ້ງຕ້ອງເປັນໂກນທີ່ສະອາດ ແລະ ເວລາອັດຝາຕ້ອງໄດ້ເອົາຂີ້ງົວມາອັດແປ້ນ ແລະ ໂກນເຜິ້ງໃຫ້ແຈບດີ. ຕ້ອງວາງໂກນເຜິ້ງໄວ້ໃນບ່ອນຮົ່ມ. ບໍ່ມີລົມແຮງ ແລະ ບໍ່ມີແສງແດດສ່ອງໃສ່ການຍົກຍ້າຍໂກນເຜິ້ງມາບ້ານແມ່ນຄວນຈະເຮັດແຕ່ເຊົ້າປະມານ 7 ໂມງເຊົ້າ ຫຼື ຕອນແລງ 6-7 ໂມງ
5. ການເກັບກູ້ນ້ຳເຜິ້ງ.
– ຕອງນ້ຳເຜິ້ງດ້ວຍແພມຸ້ງທີ່ສະອາດ, ເພື່ອເອົາໜອນເຜິ້ງ, ເຜິ້ງຕາຍ ແລະ ຂີ້ເຜິ້ງອອກ
– ນ້ຳເຜິ້ງທີ່ຕອງແລ້ວຈະໃສ່ໃນອຸປະກອນທີ່ບັນຈຸນ້ຳເຜິ້ງເຊັ່ນ: ຂວດແກ້ວ, ຕຸກຢາງ, ຂີ້ເຜິ້ງອັດ ຝາຕ້ອງອັດໃຫ້ແຈບເພື່ອບໍ່ໃຫ້ນ້ຳ ແລະ ອາ ກາດເປິເປື້ອນເຂົ້າ, ຕ້ອງເກັບມ້ຽນບ່ອນລົມລ່ວງ, ມືດ ແລະ ເຢັນດີ.
– ຖ້າເກັບກູ້ນ້ຳເຜິ້ງໃນລະດູຝົນທີ່ມີນ້ຳປົນຮັກສາດັ່ງນີ້: ເຈາະຮູຢູ່ຝາແລ້ວເອົາສາຍໂຕໂຢ້ສອດໃສ່ແລ້ວ ເອົາຂີ້ເຜິ້ງປິດໃຫ້ແຈບດີເຮັດສາຍໂຕໂຢໃຫ້ຄົດ (ເພື່ອເຮັດໃຫ້ນ້ຳເຜິ້ງບໍ່ຕົກບູດ) ວິທີນີ້ແມ່ນຮັກສາໄວ້ໄດ້ດົນ.
ປະເພດສັດທີ່ເປັນສັດຕູຂອງເຜິ້ງ: ຕໍ່, ມົດ, ແມງກະເບື້ອນ້ອຍ, ກົບ, ຂຽດ, ແມງສາບ, ແມງມຸມ, ນົກ, ຄັນຄາກ ແລະ ກະປອມ

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການລ້ຽງສັດປີກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/page.php?id=2352&s=tblareablog
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່: