Monthly Archives: March 2019
ການປູກຝ້າຍ
ຝ້າຍເປັນພືດທີ່ຢູ່ໃນຕະກຸນ Malvaceae ມີຊື່ວິທະຍາສາດ: Gossypium hirsutum L. ຝ້າຍເປັນພຸ່ມສູງປະມານ 1-3 ມ, ອາຍຸໄດ້ໜື່ງປີ ຫຼື ຫຼາຍກວ່າໜື່ງປີ, ລຳຕົ້ນຕັ້ງຊື່, ແຕກກີ່ງງ່າສາຂາແຕ່ກາງລຳຕົ້ນຈົນຮອດປາຍຍອດ, ມີຂົນນຸ່ມລະອຽດຕາມລຳຕົ້ນ. ໃບດ່ຽວ, ຈັບແບບສະລັບ, ມີຫູໃບ, ຮູບໃບຫອກ, ຂະໜາດນ້ອຍ ສີຂຽວ, ຈັບຢູ່ກົກກ້ານໃບ. ກ້ານໃບກົມ, ຍາວປະມານ 4-6 ຊມ, ມີຂົນອ່ອນນຸ່ມ, ສີຂຽວ. ແຜ່່ນໃບຮູບຫົວໃຈ ຫຼື ຮູບໃບຫອກກວ້າງ, ຍາວ 6-9 ຊມ, ກວ້າງ 6-12 ຊມ, ຂອບແຍກອອກເປັນແສກທີ່ເຫັນໄດ້ຊັດເຈັນ ມີ 4 ແສກ, ແສກກົກຈະນ້ອຍກວ່າແສກອື່ນໆ, ສຳລັບແສກທີ່ໃຫຍ່ກວ່າໝູ່ແມ່ນແສກກາງ, ແຕ່ລະແສກປາຍແຫຼມ, ຂອບລຽບ, ເນື້ອໃບຊາ, ເສັ້ນກາງໃບອອກຈາກກົກໃບ 7 ເສັ້ນ, ໂຄນໃບເປັນຮູບຫົວໃຈ, ແຜ່ນໃບດ້ານເທີງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງ. ດອກອອກເປັນດອກດ່ຽວທີ່ຊອກໃບ ແລະ ປາຍຍອດ, ມີໃບປະດັບອອກທີ່ໂດດເດັ່ນມີ 3 ອັນ, ເປັນຮູບຫົວໃຈ, ຍາວ 2-3 ຊມ, ກວ້າງ 2-2,5 ຊມ, ຂອບເປັນແສກຍາວຫຼາຍອັນ ເນື້ອຊາ, ສີຂຽວ. ກ້ານດອກກົມ, ມີຂົນອ່ອນນຸ່ມ, ຍາວປະມານ 1 ຊມ. ກາບດອກມີ 5 ອັນ, ສີຂຽວ, ປາຍຮູບຕັດພຽງ, ກິບດອກມີ 5 ອັນສີເຫຼືອງອ່ອນ, ເມື່ອແກ່ແລ້ວໃກ້ຈະລ່ວງຈະເປັນສີບົວອົມເຫຼືອງ ຫຼື ກາຍເປັນສີແດງ. ເກສອນເພດຜູ້ຈຳນວນຫຼາຍ ກ້ານເກສອນຕິດກັນເປັນຫຼອດຫຸ້ມເຕົ້າໄຂ່ໄວ້, ຖົງເມັດລະອອງເປັນສີເຫຼືອງ. ຮ່ວງຮອງຮັບລະອອງເກສອນມີ 3-5 ອັນ, ກ້ຽງ. ເຕົ້າໄຂ່ມີ 3 ຫ້ອງ, ແຕ່ລະຫຼ້ອງມີໄຂ່ຫຼາຍເມັດ. ໝາກເປັນຮູບໄຂ່, ປາຍແຫຼມ, ເມື່ອຍັງອ່ອນເປັນສີຂຽວ, ເມື່ອແກ່ແລ້ວຈະເປັນສີນ້ຳຕານ ແລະ ແຕກອອກມາເປັນສາມສ່ວນ, ຈະມີນວນສີຂຽວອົມເອົາເມັດໄວ້. ເມັດຮູບໄຂ່ ສີດຳເມື່ອແກ່ແລ້ວ. ຝ້າຍເປັນພືດທີ່ມີຄວາມສຳຄັນເນື່ອງຈາກວັດຖຸທີ່ເຮັດເສືອຜ້າ ຈຳເປັນຕ້ອງມີເສັ້ນໄຍຝ້າຍລວມຢູ່ນຳ ເຖີງແມ່ນວ່າການຜະລິດເສັ້ນໃຍປະດິດຈະເລີນກ້າວໜ້າພຽງໃດກໍ່ຕາມເສືອຜ້າທີ່ຜະລິດຈາກຝ້າຍ ຫຼື ສ່ວນປະສົມຂອງຝ້າຍຍັງຄົງເປັນທີ່ນິຍົມ
I ການກຽມດິນ
ໄຖດິນໃຫ້ເລີກປະມານ 20-30 ຊມ ຕາກດິນໄວ້ປະມານ 2-3 ອາທິດ ແລ້ວຄາດປັບລະດັບດິນໃຫ້ສະໝໍ່າສະເໝີ ເກັບຮາກໄມ້ ແລະ ວັດສະພືດອອກຈາກໜານປູກ. ການປູກໃນພື້ນທີ່ຫຼາຍກວ່າ 25 ໄລ່ຄວນປັບພື້ນທີ່ໃຫ້ສະໝໍ່າສະເໝີເພື່ອສະດວກໃນການປະຕິບັດງານດ້ວຍເຄື່ອງຈັກການກະເສດ
II ການວິເຄາະດິນ
ຖ້າດິນມີຄວາມເປັນກົດເປັນດ່າງຫຼາຍກວ່າ 5,5 ໃຫ້ຫວ່ານປູນຂາວໃນປະລິມານ 100-200 ກິໂລ/ໄລ່ພວນດິນປົກແລ້ວປ່ອຍໃຫ້ຝົນຮໍາຢ່າງນ້ອຍ 1 ຄັ້ງກ່ອນປູກ. ຖ້າດິນດິນມີອິນຊີວັດຖຸຕໍ່າກວ່າ 1,0 %ໃຫ້ຫວານຝຸ່ນຄອກ ຫຼື ຝຸ່ນໝັກ ໃນປະລິມານ 500-1,000 ກິໂລ/ໄລ່ແລ້ວພວນດິນປົກ
III ວິທີປູກຝ້າຍ
1. ໃຊ້ແກ່ນພັນທີ່ມີຄວາມງອກບໍ່ຕໍ່າກວ່າ 80%
2. ຖ້າປູກຝ້າຍເປັນພືດທຳອິດ ຄວນປູກໃນລະຫວ່າງເດືອນ ມິຖຸນາ-ກໍລະກົດ ໂດຍໃຊ້ໄລຍະຫ່າງລະຫວ່າງແຖວ 125-150 ຊມ ລະຍະຫ່າງລະຫວ່າງຂຸມ 50 ຊມ
3. ຖ້າປູກຝ້າຍເປັນພືດທີ່ 2 ຄວນປູກຢ່າຊ້າປະມານທ້າຍເດືອນ ກໍລະກົດ-ກາງເດືອນສິ່ງຫາ ໂດຍໃຊ້ໄລຍະຫ່າງລະຫວ່າງແຖວປະມານ 50-80 ຊມ ລະຍະຫ່າງລະຫວ່າງຂຸມປະມານ 25 ຊມ
ໃຊ້ໄມ້ປາຍແຫຼມເຮັດຂຸມເລີກປະມານ 3-5 ຊມ ແລ້ວຍອດແກ່ນລົງຂຸມລະ 3-5 ແກ່ນ ຖົມດິນໜາປະມານ 3 ຊມ ຖ້າດິນມີຄວາມຊຸ່ມສູງ ແລະ ໜາປະມານ 5 ຊມ ຖ້າດິນມີຄວາມຊຸ່ມຕໍ່າ. ເບ້ຍຝ້າຍມີອາຍຸປະມານ 3 ອາທິດ ຍົກແຍກອອກໃຫ້ເຫຼືອ 2 ເບ້ຍ/ຂຸມ ແລະ ເມື່ອອາຍຸປະມານ 4 ອາທິດຍົກແຍກອອກໃຫ້ເຫຼືອ 1 ເບ້ຍ/ຂຸມ ຖ້າສາມາດປ້ອງກັນການທຳລາຍຂອງພະຍາດໃບກູດໄດ້ດີ ອາດຈະລົກແຍກໃຫ້ເຫຼືອ 1 ເບ້ຍ/ຂຸມເມື່ອຝ້າຍອາຍຸ 3 ອາທິດ
IV ການບົວລະບັດ
ໃສ່ປຸ໋ຍເຄມີ 2 ເທື່ອໆ ເທື່ອທຳອິດໃສ່ຮອງພື້ນ ເທື່ອທີ່ສອງເມື່ອອາຍຸຝ້າຍໄດ້ປະມານ 4 ອາທິດໂດຍໂຮຍຂ້າງແຖວແລ້ວພວນດິນປົກ
ການໃສ່ປຸ໋ຍເຄມີຕາມຊະນິດ ແລະ ຄວາມອຸດົມສົມບູນຂອງດິນຄື
1. ດິນໜຽວສີດຳ ເປັນດິນທີ່ມີໂພແຕສຊຽມພຽງພໍຕໍ່ຄວາມຈະເລີນເຕີບໂຕຂອງຝ້າຍຖ້າມີຟອສຟໍຣັດທີ່ມີປະໂຫຍດບໍ່ຕໍ່າກວ່າ 10 ສ່ວນໃສ່ປຸ໋ຍສູດ 21-0-0 ປະມານ 30 ກິໂລ/ໄລ່ ຫຼື ສູດ 46-0-0 ປະມານ 13 ກິໂລ/ໄລ່ຖ້າມີແຕ່ຟອສຟໍຣັດທີ່ເປັນປະໂຫຍດຕໍ່າກວ່າ 10 ສ່ວນໃສ່ປຸ໋ຍສູດ 20-20-0 ປະມານ 30 ກິໂລ/ໄລ່
2. ດິນໜຽວສີແດງ ໃສ່ປຸ໋ຍສູດ 20-10-0 ປະມານ 60 ກິໂລ/ໄລ່ ຫຼື ສູດ 15-15-15 ປະມານ 70 ກິໂລ/ໄລ່
3. ດິນປົນຊາຍໜຽວສີນໍ້າຕານ ໃສ່ປຸ໋ຍສູດ 20-20-0ປະມານ 30 ກິໂລ/ໄລ່
V ພະຍາດທີ່ສຳຄັນ ແລະ ການປ້ອງກັນ
1. ພະຍາດໃບກູດ ໃບມີຂະໜາດນ້ອຍ ໃບອ່ອນມີເສັ້ນສີຂຽວອ່ອນກວ່າໃບຍອດກູດມ້ວນສ່ວນຂໍ້ຕໍ່ຂອງລຳຕົ້ນສັ້ນ ຖ້າເປັນພະຍາດຕັ້ງແຕ່ໄລຍະເບ້ຍຕົ້ນຈະແກບໍ່ໃຫ້ຜົນຜະລິດ
2. ພະຍາດໃບແຫ້ວ ເຮັດໃຫ້ການຈະເລີນເຕີບໂຕຊ້າ ຕົ້ນແກໃບແຫ້ວລົ່ນ ແລະ ແຫ້ງຕາຍຖ້າເກີດກັບຕົ້ນຝ້າຍທີ່ມີອາຍຸຫຼາຍໃບຝ້າຍຈະເລີ່ມເຫຼືອງເປັນຈຸດ ຢູ່ລະຫວ່າງເສັ້ນໃບບາດຂະຫຍາຍກວ້າງໃບລົ່ນເຫຼືອແຕ່ໃບຍອດ ຄວນຫຼົກຕົ້ນຝ້າຍທີ່ເປັນພະຍາດຕັ້ງແຕ່ເລີ່ມສະແດງອາການ ເຜົາຖີ່ມນອກບໍລິເວນປູກ
VI ແມງໄມ້ທີ່ສຳຄັນ ແລະ ການປ້ອງກັນ
1. ເພ້ຍຈັກຈັ່ນຝ້າຍ ໂຕອ່ອນ ແລະ ໂຕເຕັມໄວດູດກິນນໍ້າລ້ຽງຈາກໃບ ແລະ ຍອດເຮັດໃຫ້ຕົ້ນອ່ອນແກ ຫຼື ຕາຍຂອບໃບເປັນສີນໍ້າຕານເຖີງແດງ ໃບຄອບແຫ້ງ ແລະ ງຸ້ມລົງຕໍ່ມາໃບດອກຈະລົ່ນໃຊ້ສານອິມິດາໂຄລພຣິດ ຊາວໃສ່ກັບແກ່ນພັນກ່ອນປູກ ແລະ ຊີດພົ່ນ
2. ເພ້ຍອ່ອນຝ້າຍ ອາໃສດູດກິນນໍ້າລ້ຽງບໍລິເວນກ້ອງໃບອ່ອນເຮັດໃຫ້ຍອດຝ້າຍຍຸດການຈະເລີນເຕີບໂຕ ແລະ ເປັນພາຫານະນໍາພະຍາດໃບກູດ ຄວນໃຊ້ສານເຄມີ ອິມິດາໂຄລພຣິດຊາວໃສ່ກັບແກ່ນພັນກ່ອນປູກ ແລະ ຊີດພົ່ນ
3. ເພ້ຍໄຟຝ້າຍ ໂຕອ່ອນ ແລະ ໂຕແກ່ຈະເຈາະເຍື່ອຝ້າຍ ແລະ ດູດກິນນໍ້າລ້ຽງ ເຮັດໃຫ້ບໍລິເວນຜີວໃບດ້ານລຸ່ມມີສີເງີນຫຼັງຈາກນັ້ນໃບຈະປ່ຽນເປັນສີນໍ້າຕານ ແຫ້ວ ແລະ ລົ່ນຖ້າເພ້ຍໄຟເຂົ້າທຳລາຍຝ້າຍໃນໄລຍະຕົ້ນນ້ອຍຢ່າງຮຸນແຮງອາດເຮັດໃຫ້ຝ້າຍຍຸດການຈະເລີນເຕີບໂຕ ຫຼື ຕາຍ ຄວນໃຊ້ສານເຄມີ ອິມິດາໂຄລພຣິດຊາວໃສ່ກັບແກ່ນພັນກ່ອນປູກ
4. ແມງຫວີ່ຂາວຢ່າສູບ ໂຕອ່ອນ ແລະ ໂຕແກ່ດູດກິນນໍ້າລ້ຽງຈາກໃບຝ້າຍ ແລະ ຂີ້ເຮັດໃຫ້ເກີດລາດໍາໃບຝ້າຍລົ່ນໄວກວ່າທີ່ຄວນ ແລະ ເຮັດໃຫ້ເສັ້ນໃຍຝ້າຍເປື້ອນຄວນໃຊ້ສານເຄມີ ມີ ອິມິດາໂຄລພຣິດຊາວໃສ່ກັບແກ່ນພັນກ່ອນປູກ ແລະ ຊີດພົ່ນ
5. ໜອນເຈາະດອກຝ້າຍ ໜອນກັດກິນໃບ ແລະ ສະມໍຝ້າຍທຸກຂະໜາດເຮັດໃຫ້ດອກລົ່ນ ໜອນເຈາະຖານຂອງສະມໍເຂົ້າໄປກິນພາຍໃນ ຂີ້ໄວເທິ່ງສະມໍ ແລະ ຮີ້ວປະດັບດອກເຮັດໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຄວນພົ່ນສານເຄມີ ເບຕາໄຊຟລູທຮິນ 30 ມິລີ/ນໍ້າ 20 ລິດ
VII ການປ້ອງກັນກຳຈັດວັດສະພືດ
ໄຖ 1 ຄັ້ງຕາກດິນ 2-3 ອາທິດແລ້ວພວນດິນ 1 ຄັ້ງ .ກຳຈັດວັດສະພືດ 1-2 ຄັ້ງ ເມື່ອອາຍຸຝ້າຍປະມານ 3-4 ອາທິດ ກ່ອນຝ້າຍແຕກສະມໍຖ້າຍັງມີວັດສະພືດ ປົກຄຸມການກຳຈັດວັດສະພືດອີກເທື່ອໜຶ່ງເພື່ອປ້ອງກັນເສດໃບ ແລະ ດອກຂອງວັດສະພືດປະປົນໄປກັບປຸຍຝ້າຍ
VIII ການເກັບກ່ຽວ
ເກັບປຸຍຝ້າຍຄັ້ງທຳອິດເມື່ອອາຍຸ 120 ວັນຫຼືສະມໍຝ້າຍຊຸດທຳອິດແຕກປຸຍເຕັມທີ່ຕໍ່ມາເກັບທຸກ 7-10 ວັນ ຄວນເກັບໄລຍະທີ່ແດດອອກ ຫຼື ບໍ່ມີນໍ້າໜອກຕິດເພື່ອປ້ອງກັນປຸຍຝ້າຍປົນເປື້ອນຈາກສິ່ງເປື້ອນເປິະ .ເລືອກເກັບສະເພາະສະມໍທີ່ແຕກປຸຍເຕັມທີ່ ແລະ ແຫ້ງຊະນິດ ໃຊ້ມືເກັບປຸຍຝ້າຍທີ່ຂາວສະອາດບໍ່ໃຫ້ມີສິ່ງເຈື່ອປົນ ເຊັ່ນ ເສດໃບ ຮີ້ວປະດັບ ຫຼື ວັດສະພືດຕິດມາກັບປຸຍຝ້າຍ ເກັບປຸຍຝ້າຍແຍກລະຫວ່າງປຸຍຝ້າຍຈາກສ່ວນໂຄນ ກາງ ແລະ ຍອດ ໂດຍທົ່ວໄປປຸຍຝ້າຍຈາກສ່ວນກາງຂອງລໍາຕົ້ນຈະມີຄຸນນະພາບດີກວ່າຈາກສ່ວນອື່ນ. ປຸຍຝ້າຍທີ່ເກັບໄດ້ຈາກສະມໍທີ່ແຕກບໍ່ສົມບູນຄວນແຍກບັນຈຸຖົງໄວ້ຕ່າງຫາກ
- ການແປຮູບ ແລະ ຜະລິດຕະພັນ
ຝ້າຍໃຊ້ເປັນວັດຖຸດີບໃນຜະລິດຕະພັນສິ່ງທໍ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=6623&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/blG7eGw_XtI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ເບີໂທຕິດຕໍ່:
ເຕັກນິກການເຮັດຝຸ່ນບົ່ມດ້ວຍເຟືອງປັບປຸງບຳລຸງດິນ
I. ຄຸນປະໂຫຍດຂອງຝຸ່ນບົ່ມ
ຊ່ວຍໃນການປັບປຸງບຳລຸງດິນ ເພີ່ມປະລິມານອິນຊີວັດຖຸແກ່ດິນ ແລະ ທາດອາຫານໃຫ້ແກ່ພືດ, ເຮັດໃຫ້ໂຄງສ້າງຂອງດິນເໝາະສົມຕໍ່ການຈະເລີນເຕີບໂຕຂອງຕົ້ນພືດ ແລະ ເຮັດໃຫ້ດິນຜຸຜຸ່ຍດີ ຍັງຊ່ວຍຫຼຸດຜ່ອນການນໍາໃຊ້ສານເຄມີ ທັງເປັນການນໍາໃຊ້ວັດຖຸ ຫຼື ສິ່ງເສດເຫຼືອທີ່ມີໃນທ້ອງຖິ່ນໃຫ້ເກີດປະໂຫຍດ ແລະ ຍັງເປັນການຫຼຸດຜ່ອນການຈູດເຜົາທຳລາຍເສດພືດ ໂດຍບໍ່ຖືກຕ້ອງຕາມວິທີ ແລະ ຍັງທຳລາຍຊັ້ນບັນຍາກາດອີກດ້ວຍ.
1. ແຮ່ທາດຕ່າງໆທີ່ມີໃນຝຸ່ນບົ່ມ
ຝຸ່ນບົ່ມພາຍຫຼັງທີ່ເປັນແລ້ວໃນ 1 ໂຕ່ນ ຈະມີແຮ່ທາດ N P K ປະມານດັ່ງນີ້:
N = 17,2 kg
P = 18,0 kg
K = 8,5 kg
2. ການເລືອກສະຖານທີ່
– ຕ້ອງຢູ່ໃກ້ກັບແຫຼ່ງວັດຖຸທີ່ນຳໃຊ້, ໃກ້ແຫຼ່ງນໍ້າ, ບ່ອນທີ່ບໍ່ມີນໍ້າຖ້ວມຂັງ.
– ເພື່ອໃຫ້ສະດວກຕ້ອງໃກ້ກັບສະຖານທີ່ ທີ່ຈະນຳໃຊ້ຝຸ່ນ.
– ຕ້ອງເປັນບ່ອນຮາບພຽງດີ ເພື່ອຈະຂຸດເປັນຂຸມ ຫຼື ເຮັດເປັນອ່າງກໍ່ໄດ້.
II. ຂັ້ນຕອນ ແລະ ວິທີການເຮັດ
1. ວັດຖຸທີ່ໃຊ້
– ເຟືອງ 1000 ກິໂລ
– ຝຸ່ນຄອກ ( ຂີ້ງົວ, ຂີ້ຄວາຍ, ຂີ້ໄກ່ ) ປະມານ 50 ກິໂລ
– ຂີ້ເທົ່າ 10 ກິໂລ
– ປູນຂາວ 1 ກິໂລ
– ຮຳ 1 ກິໂລ
– ຝຸ່ນເຄມີ ສູດ 16: 20 : 00 ຫຼື 46: 00: 00 ປະມານ 1-2 ກິໂລ/1000 ກິໂລເຟືອງ
– ໃນເງື່ອນໄຂທີ່ມີຂີ້ສັດ, ປູນຂາວ ແລະ ຮຳຫຼາຍຍິ່ງດີ
2. ອຸປະກອນທີ່ໃຊ້
– ຈົກ, ຊ້ວນ, ຄາດ
– ຫົວຫົດນໍ້າ
– ອ່າງນໍ້າ
– ໄມ້ແມັດ
– ຜ້າຢາງປົກ
– ພ້າ
– ກະຕ່າ ຫຼື ເຂັ້ງ
3. ໄລຍະເວລາບົ່ມຝຸ່ນ
– ແມ່ນຂື້ນກັບລະດູການ
– ຍາມໜາວແຕ່ເດືອນ 11-03 (ເດືອນສາກົນ) ໃຊ້ເວລາບົ່ມ 25-30 ວັນກໍ່ສາມາດນໍາໃຊ້ໄດ້
– ຫຼັງຈາກບົ່ມຝຸ່ນໄດ້ 1-2 ອາທິດ ກໍ່ສາມາດປີ້ນກອງຝຸ່ນໄດ້ເພື່ອໃຫ້ອາກາດຖ່າຍເທ ແລະ ເຮັດໃຫ້ເຟືອງຂ້າງນອກທີ່ຍັງບໍ່ທັນຂະຫຍາຍຕົວປີ້ນກັບເຂົ້າໄປໃນກອງຝຸ່ນ
4. ຂັ້ນຕອນການເຮັດ
– ກອງເຟືອງ ຫຼື ຕໍເຟືອງໃຫ້ໜາປະມານ 20-30 ຊມ ຢຽບແລ້ວຫົດນໍ້າໃຫ້ຊຸ່ມ.
– ເອົາຝຸ່ນຄອກໂຮຍໃສ່ເທິງກອງເຟືອງເປັນຊັ້ນທີ່ 2 ໂດຍໃຫ້ໜາປະມານ 5 ຊມ.
– ເອົາຂີ້ເທົ່າ, ຝຸ່ນເຄມີ, ປູນຂາວໂຮຍໃສ່ໃຫ້ທົ່ວ (ໂຮຍບາງໆໃຫ້ສະໝໍ່າສະເໝີ), ແລ້ວປົກດ້ວຍດິນລະອຽດປະມານ 2,5 ຊມ.
– ຄວນໃສ່ຈຸລິນຊີໃນແຕ່ລະຊັ້ນໃຫ້ທົ່ວ ໃນອັດຕາສ່ວນ 200 ກຣາມ ປະສົມນໍ້າ 20 ລິດ/ເຟືອງ 1000 ກິໂລ (ໃຫ້ເບິ່ງວິທີການນໍາໃຊ້ຢູ່ນໍາຊອງຂອງຈຸລິນຊີ ແຕ່ກ່ອນຈະເອົາໄປຫົດໃສ່ຄວນຄົນໃຫ້ລະອຽດ 10-20 ນາທີເສຍກ່ອນ ຈຶ່ງແບ່ງເອົາໄປຫົດໃສ່ດິນທີ່ຫວ່ານປົກເທິງສຸດໜາ 1 ຊມ.
– ຫຼັງຈາກທີ່ເຮັດສຳເລັດແລ້ວ ກໍ່ສືບຕໍ່ເຮັດຄືນໃໝ່ຂັ້ນຕອນທີ່ 1, 2, 3, 4 ຕື່ມ ເຮັດແນວນີ້ຈົນກອງຝຸ່ນມີຄວາມສູງເຖິງ 1-1,5 ແມັດ.
– ຫຼັງຈາກສຳເລັດແລ້ວໃຫ້ເອົາຜ້າຢາງປົກຄຸມໄວ້ ຫຼື ຖ້າບໍ່ມີຜ້າຢາງກໍ່ໃຫ້ເອົາໃບກ້ວຍປົກກໍ່ໄດ້ ຖ້າມີເງື່ອນໄຂຄວນມຸງ ແລະ ເຮັດຮ່ອງລະບາຍນໍ້າອອກຈາກໜານຝຸ່ນ.
5. ການສັງເກດເບິ່ງ
– ຈະສັງເກດໄດ້ວ່າສີຂອງເຟືອງຈະເຂັ້ມເຂົ້າເປັນສີນໍ້າຕານປົນດຳມີຄວາມອ່ອນເປື່ອຍຝຸ່ນດີກວ່າໄລຍະທຳອິດ.
– ອຸນຫະພູມພາຍໃນ ແລະ ພາຍນອກກອງຝຸ່ນໃກ້ຄຽງກັນ.
– ບໍ່ມີກິ່ນເໝັນ.
– ມີຄວາມຊຸ່ມ 40-50 % ບໍ່ຄວນປະຝຸ່ນທີ່ເປັນດີແລ້ວໄວ້ດິນດົນຈົນເກີນໄປເພາະຈະສູນເສຍທາດອາຫານ.
6. ການນຳໄປໃຊ້
– ຖ້າໃສ່ໃນນາເຂົ້າຄວນໃສ່ໃນອັດຕາສ່ວນ 5-10 ໂຕນ/ຮຕ ຫຼື ເທົ່າກັບ 600-800 ກິໂລ/ໄລ່, ຕ້ອງເອົາຝຸ່ນບົ່ມໄປຢາຍທົ່ວໄຮ່ນາແລ້ວໄຖກົບກ່ອນການປັກດຳ 15-20 ວັນ.
– ຖ້າໃສ່ສວນພືດຕ່າງໆຄວນໃສ່ໃນອັດຕາ 1-3 ໂຕນ/ໄລ່, ຫວ່ານໃຫ້ທົ່ວບໍລິເວນຂອງໜານທີ່ຈະປູກຜັກ ຫຼື ຕົ້ນໄມ້ໃນໄລຍະກຽມດິນແລ້ວໄຖກົບ ຫຼື ໃສ່ປົນກັບຝຸ່ນເຄມີສູດຕ່າງໆກໍ່ໄດ້, ຖ້າຫາກປູກໄດ້ 1 ປີແລ້ວໃຫ້ໃສ່ 50-100 ກິໂລ/ຕົ້ນ ໃຫ້ໃສ່ອອ້ມຮອບຊົງພຸ່ມຂອງຕົ້ນໄມ້.
ແຫຼ່ງຂໍ້ມູນ: ໂຄງການສົ່ງເສີມກະສິກຳ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ການປັບປຸງດິນ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ເຕັກນິກການປູກຫອມປ້ອມ
ຫອມປ້ອມເປັນຜັກປະເພດຫອມ ທີ່ໃຊ້ບໍລິໂພກພາກສ່ວນໃບ, ລຳຕົ້ນ, ຮາກ ແລະ ກ້ານເປັນຜັກສົດ, ໃຊ້ປະກອບອາຫານໄດ້ຫຼາຍຢ່າງ ເຮັດໃຫ້ມີກິ່ນຫອມ ແລະ ລົດຊາດແຊບ.
I. ລັກສະນະທົ່ວໄປ
ເປັນຜັກປະເພດຫອມໃນຕະກຸນ Umbelliferae, ຊື່ວິທະຍາສາດ Coriandrum Sativa Linn, ເປັນພືດລົ້ມລຸກ, ອາຍຸສັ້ນປະມານ 40-60 ວັນ, ທຸກສ່ວນຂອງລຳຕົ້ນມີກິ່ນຫອມ, ສາມາດເປັນສະໜູນໄພ ແລະ ສາມາດປຸງແຕ່ງອາຫານໄດ້ຫຼາຍຊະນິດ, ສາມາດປູກ ແລະ ຈະເລີນເຕີບໂຕໄດ້ໃນດິນເກືອບທຸກຊະນິດ ແຕ່ໄດ້ດີທີ່ສຸດແມ່ນ ດິນຊາຍແກມຕົມ ສາມາດລະບາຍນ້ຳໄດ້ດີແຕ່ໃຫ້ດິນມີຄວາມຊຸ່ມຊື່ນພໍສົມຄວນ.
II. ການປູກ
ກ່ອນປູກຕ້ອງຫົດນ້ຳໃຫ້ທົ່ວໜານນຳເອົາເມັດຫອມປ້ອມທີ່ແຊ່ໄວ້ 1 ຄືນມາຫວ່ານແລ້ວຖົມດິນໃຫ້ລະອຽດບາງໆປົກດ້ວຍເຟືອງແຫ້ງແລ້ວຫົດນ້ຳອີກ, ການປູກຜັກຫອມປ້ອມທັງລະດູແລ້ງ ແລະ ລະດູຝົນຕ້ອງເຮັດຮົ່ມກັນແດດແບບເງີບໝາຫອນໄດ້ຮັບແສງແດດແຕ່ຕອນເຊົ້າ ແລະ ຕອນແລງກໍ່ໄດ້.
III. ການບົວລະບັດຮັກສາ
1. ການໃສ່ຝຸ່ນ: ພືດດັ່ງກ່າວນີ້ຕ້ອງການຝຸ່ນພໍສົມຄວນ, ເພື່ອໃຫ້ໄດ້ຜົນຜະລິດທີ່ດີ ດັ່ງນັ້ນຈຶ່ງແນະນຳໃຫ້ໃສ່ຝຸ່ນ NPK ສູດ 20 11 11 ຫຼື 13 8 8 ຫຼື ສູດທີ່ໃກ້ຄຽງກັນນີ້ ຈໍານວນ 13 ກິໂລ/ເຮັກຕາ ໂດຍໃຫ້ແບ່ງໃສ່ 3 ເທື່ອ, ເທື່ອທີ 1 ໃສ່ເຄິ່ງໜຶ່ງເປັນຝຸ່ນຮອງພື້ນແລ້ວພວນດິນປົກ, ເທື່ອທີ່ 2 ໃສ່ເຄິ່ງໜຶ່ງຈາກສ່ວນທີ່ເຫຼືອເມື່ອພືດອາຍຸ 10-20 ວັນ ແລະ ເພີ່ມຝຸ່ນຢູ່ເລີຍອີກ 30-80 ກິໂລ/ເຮັກຕາ, ເທື່ອທີ່ 3 ອາຍຸໄດ້ 20-30 ວັນຈາກຝຸ່ນສ່ວນທີ່ເຫຼືອ.
2. ການໃຫ້ນ້ຳ: ຄວນໃຫ້ຢ່າງພຽງພໍແຕ່ຢ່າໃຫ້ປຽກຈົນເກີນໄປໂດຍເບິ່ງຄວາມຊຸ່ມຊື່ນໃນໜານປູກ.
3. ການພວນດິນກຳຈັດຫຍ້າ: ຄວນເຮັດແຕ່ໄລຍະທຳອິດເພື່ອໃຫ້ດິນລຸລ່ວງຜຸຜົງ ລະບາຍອາກາດ ແລະ ນ້ຳໃຫ້ໄດ້ດີພ້ອມກັບການກຳຈັດຫຍ້າໄປພ້ອມໆກັນ, ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວ ບໍ່ຈຳເປັນຕ້ອງເຮັດເລີຍ.
4. ການເກັບກ່ຽວ: ເນື່ອງຈາກຫອມປ້ອມໃຊ້ທຸກສ່ວນບໍລິໂພກຄວນຫຼົກດ້ວຍມືໃຫ້ໄດ້ໝົດຕົ້ນ, ກ່ອນຫຼົກຄວນຫົດນ້ຳໃຫ້ດິນຊຸ່ມສາກ່ອນ ເພື່ອສະດວກໃນການຫຼົກ.
IV. ແນວພັນທີ່ໃຊ້ປູກ
• ພັນພື້ນເມືອງ: ມີລັກສະນະຕົ້ນນ້ອຍ, ໃບບາງ, ເມັດນ້ອຍ, ອອກດອກໄວ, ອາຍຸສັ້ນ, ມີກິ່ນຫອມຫຼາຍ.
• ພັນອາຟຣິກາ: ມີລັກສະນະຕົ້ນໃຫຍ່, ໃບໃຫຍ່ໜາ, ກິ່ນຫອມເລັກນ້ອຍ, ອາຍຸຍາວກວ່າພັນພື້ນເມືອງ.
1. ການຕຽມດິນ
ຫອມປ້ອມເປັນພືດທີ່ມີລະບົບຮາກຕື້ນຄວນໄຖ ຂຸດດິນເລິກພຽງ 15-20 ຊມ, ຕາກດິນໄວ້ 5-7 ວັນ, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ສະຫຼາຍຕົວແລ້ວປົນເຂົ້າກັບດິນໃຫ້ທົ່ວ, ຄາດດິນໃຫ້ລະອຽດເພື່ອສະດວກໃນການປູກ.
2. ການຕຽມເມັດພັນ
ຫອມປ້ອມມີການຂະຫຍາຍຕົວດ້ວຍເມັດກ່ອນທີ່ຈະປູກຕ້ອງຕຽມເມັດພັນໃຫ້ພ້ອມກ່ອນໂດຍການຕຳເມັດໃຫ້ແຕກແລ້ວແຊ່ນ້ຳໄວ້ 1 ຄືນ.
ແຫຼ່ງທີ່ມາ: ກອງສົ່ງເສີມກະສິກຳ ແລະ ປ່າໄມ້
ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ພືດຜັກ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ສະໝຸນໄພເບື່ອເມົາໃຊ້ປ້ອງກັນກຳຈັດແມງພືດຜັກ
ສະໝຸນໄພຊະນິດເບື່ອເມົາ ເຊັ່ນ: ເປືອກກ້ວຍ, ເປືອກໝາກມັງຄຸດ, ເປືອກໝາກສີດາ, ໝາກຍົມຫວານ, ຢາສູບ, ເຄືອຢານາງແດງ-ຂາວ, ເຄືອໜອນຕາຍຍາກ, ຫົວກອຍ, ໃບໝາກເຍົາ, ໃບໝາກຄຽບ, ສະລັດໄດ, ຫຍ້າບໍ່ມີໃບ, ແສຍົກ ມີລິດໃນການຂ້າໜອນ, ເພ້ຍຕ່າງໆ ແລະ ແມງອື່ນໆ ໃຊ້ໄດ້ຜົນດີໃນນາເຂົ້າ ແລະ ໜານພືດຜັກທຸກຊະນິດ.
1. ວິທີການເຮັດ:
1. ນຳວັດຖຸດີບທາດເບື່ອເມົາທີ່ຫາໄດ້ໃນທ້ອງຖິ່ນມາໝັກ ໃນທີ່ນີ້ຈະໃຊ້ຫົວກອຍສົດຈຳນວນ 3 ກິໂລ ມາຊອຍເປັນຕ່ອນນ້ອຍກຽມໄວ້.
2. ລະລາຍກາກນໍ້າຕານ 1 ລິດບັນຈຸລົງໃນຖັງພຣາລາສະຕິກມີຝາກປິດ.
3. ຄົນໄປເລື້ອຍໆຈົນກວ່າກາກນໍ້າຕານຈະລະລາຍ.
4. ເທຫົວກອຍທີ່ຊອຍເປັນຕອ່ນແລ້ວລົງໄປໃນຖັງໝັກຄົນໃຫ້ເຂົ້າກັນອີກເທື່ອໜຶ່ງ.
5. ປິກຝາຖັງໃນແໜ້ນຕັ້ງຖັງໄວ້ໃນບ່ອນຮົ່ມ 30 ວັນ ຈາກນັ້ນຈິ່ງຕອງເອົາແຕ່ນໍ້າໄປໃຊ້ປະໂຫຍດ.
2. ການນຳໄປໃຊ້
– ໃຊ້ໃນອັດຕາສ່ວນດຽວກັນສຳລັບພືດຜັກ,ນາເຂົ້າ ແລະ ໄມ້ໃຫ້ໝາກທຸກຊະນິດ ຄື ນໍ້າໝັກ 1 ລິດ +ນໍ້າລ້າ 20 ລິດ ສິດພົ່ນໃຫ້ທົ່ວ ຖ້າເປັນພືດຜັກທົ່ວໄປສິດພົ່ນທຸກໆ 3 ວັນ, ຖ້າເປັນໄມ້ໃຫ້ໝາກສິດພົ່ນທຸກໆ 7 ວັນ.
ຮຽບລຽງໂດຍ: ສີວິໄລອິນທະວົງ
ແຫຼ່ງຂໍ້ມູນ: ຈິນຕະນາ ຈະເລີນສຸກ https://www.rakbankerd.com/agriculture/page.php?id=7386&s=tblplant
ໝວດໝູ່: ນໍ້າໝັກສະໜູນໄພ
ຂໍ້ມູນເຕັກນິກ:
ຂໍ້ມູນເພີ່ມເຕີມ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/eRt8aH0ogCs” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ວິທີການປູກເຫັດນາງຟ້າ
ເຫັດນາງຟ້າເປັນພືດຊະນິດໜຶ່ງ ທີ່ຊາວກະສິກອນນິຍົມປູກເພາະສາມາດຫາອຸປະກອນໄດ້ງ່າຍ ແລະ ສາມາດປູກໄດ້ໃນສະຖານທີ່ຕ່າງໆ ເພື່ອສ້າງລາຍຮັບໃຫ້ແກ່ຊາວກະສິກອນໄດ້ເປັນຢ່າງດີ.
I. ວັດຖຸອຸປະກອນທີ່ໃຊ້
• ຂີ້ເລື່ອຍ
• ຄໍກຣວດພລາສຕິກ
• ຕະກຽງ
• ຍິບຊໍ້າ
• ປູນຂາວ
• ເຫຼົ້າ 100% (ຕິດໄຟ)
• ຮໍາອ່ອນ
• ສໍາລີ
• ຫົວເຊື້ອເຫັດ
• ຢາງອີປ້ອກ
• ຖົງພລາສຕິກ 6,5 x 12,5 ນິ້ວ
• ເຫຼົ້າ 70% (ຂ້າເຊື້ອ)
• ເຈ້ຍໜັງສືພິມຂະໜາດ 10 x 10 ຊມ
• ດີເກືອ
II. ສູດອາຫານສຳຫຼັບປູກເຫັດນາງຟ້າ
• ຂີ້ເລື່ອຍຈໍານວນ 100 ກິໂລ
• ຍິບຊໍ້າ 1-1.5 ກິໂລ
• ດີເກືອ 4 ຂີດ
• ປູນຂາວ 2 ຂີດ
• ຮໍາອ່ອນ 2 ໂລ
• ພູໄມທ໌ 1 ກິໂລ
• ແປ້ງເຂົ້າໜຽວ 1 ກິໂລ
• ນໍ້າສະອາດປະມານ 60-70%
III. ວິທີເຮັດ
ນຳເອົາວັດຖຸທຸກຢ່າງປະສົມໃຫ້ເຂົ້າກັນດີແລ້ວໃຊ້ນໍ້າສະອາດລາດກອງສ່ວນປະສົມໄປເລື້ອຍໆ ຈົນໄດ້ຄວາມຊຸ່ມທີ່ເໝາະສົມປະມານ 60-70 % ຄືໃຊ້ມືກໍາສ່ວນປະສົມເບິ່ງໃຫ້ພໍຕິດກັນເປັນກ້ອນ ບໍ່ມີນໍ້າໄຫຼອອກມາບໍລິເວນງ່າມມືກໍ່ຖືວ່າໃຊ້ໄດ້.
1. ການບັນຈຸຖົງ
• ເມື່ອເຮັດການປະສົມສ່ວນອາຫານເຫັດຮຽບຮ້ອຍແລ້ວ ກໍນໍາເອົາອາຫານເຫັດມາບັນຈຸຖົງທີ່ຕຽມໄວ້ ໂດຍຕ້ອງບັນຈຸໃຫ້ແໜ້ນພໍດີ ແລະ ໄດ້ນໍ້າໜັກປະມານ 8-10 ຂີດຕໍ່ກ້ອນ ຫຼື ປະມານ 1 ກິໂລກຼາມ.
• ບັນຈຸຖົງຮຽບຮ້ອຍແລ້ວກໍ່ໃສ່ຄໍກຣວດຮັດຢາງໃຫ້ແໜ້ນ, ປິດຈຸກສໍາລີ ແລ້ວປິດທັບດ້ວຍເຈ້ຍໜັງສືພິມຮັດຢາງໃຫ້ແໜ້ນ, ເຮັດໄປຈົນໝົດສ່ວນປະສົມກໍຖືວ່າສໍາເລັດ.
2. ການໜຶ້ງກ້ອນເຊື້ອເຫັດເພື່ອຂ້າເຊື້ອພະຍາດ
• ການໜຶ້ງກ້ອນເຊື້ອເຫັດນັ້ນສາມາດນໍາໃສ່ຟູ່ຍທີ່ມີຂາຍທົ່ວໄປໄດ້ ຈັບເວລາໃນການໜຶ້ງກ້ອນເຊື້ອເຫັດປະມານ 2-3 ຊົ່ວໂມງນັບຕັ້ງແຕ່ນໍ້າເດືອດມີອາຍນໍ້າຂື້ນມາ.
• ຫຼັງຈາກໜຶ້ງກ້ອນເຊື້ອອາຫານສໍາເລັດແລ້ວກໍ່ປະໄວ້ໃຫ້ເຢັນປະມານ 3-5 ຊົ່ວໂມງ ຈຶ່ງແລ້ວຢອດຫົວເຊື້ອເຫັດໄດ້.
3. ການເຂ່ຍຫົວເຊື້ອເຫັດ
• ເມື່ອໄດ້ຫົວເຊື້ອກ້ອນເຫັດມາຕ້ອງໄດ້ເຄາະກວດຫົວເຊື້ອເຫັດກ່ອນເພື່ອໃຫ້ເສັ້ນໄຍແຍກອອກຈາກກັນ.
• ຈາກນັ້ນໃຕ້ໄຟຕະກຽງແລ້ວນໍາມາລົນປາກກວດຫົວເຊື້ອເຫັດກ່ອນເພື່ອເປັນການຂ້າເຊື້ອພະຍາດ.
• ເປີດເຈ້ຍໜັງສືພິມແລ້ວດຶງຈຸກສໍລີອອກ ແລ້ວເຂ່ຍຫົວເຊື້ອລົງໃນຖັງອາຫານເຫັດ ໃຫ້ຟ້າວອັດໄວ້ຄືເກົ່າເຮັດໄປຈົນໝົດ ແຕ່ທີ່ສໍາຄັນຕ້ອງໝັ່ນລົນປາກຄໍແກ້ວຫົວເຊື້ອຈົນກວ່າຈະຢອດຫົວເຊື້ອຮຽບຮ້ອຍ.
• ເມື່ອຢອດຫົວເຊື້ອແລ້ວກໍ່ນໍາກ້ອນອາຫານເຫັດໄປວາງໄວ້ໃນໂຮງບົ່ມເຊື້ອເພື່ອຖ້າເປີດດອກຕໍ່ໄປ.
4. ໂຮງເຮືອນສຳຫຼັບເຫັດນາງຟ້າ
• ເຮັດໂຮງເຮືອນຂະໜາດ 4 x 6 m.
• ຕ້ອງໃຊ້ຜ້າສະແລນສີດໍາ 80% ປົກຮອບເຮືອນເຫັດໃຫ້ແຈບດີ.
• ຕ້ອງຄວບຄຸມອຸນຫະພູມໃຫ້ໄດ້ປະມານ 25-28 ອົງສາເຊ ເພາະຕ້ອງການອາກາດເຢັນ ແລະ ມີຄວາມຊຸ່ມທີ່ເໝາະສົມ.
5. ການເປີດດອກເຫັດ
• ເຫັດນາງຟ້າໃຊ້ເວລາເດີນເຊື້ອປະມານ 1 ເດືອນ
• ສາມາດເປີດດອກໂດຍການດຶງເຈ້ຍໜັງສືພິມ ແລະ ຈຸກສໍາລີທີ່ປິດອອກເຫຼືອຄໍກຣວດ ເພື່ອໃຫ້ດອກເຫັດນາງຟ້າອອກມາບໍລິເວນຄໍກຣວດພຽງທາງດຽວຈຶ່ງຈະໄດ້ດອກໃຫ່ຍຕາມທີ່ຕ້ອງການ.
ແຫຼ່ງທີ່ມາ: www.rakbankerd.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມຸນ:
ຂໍ້ມູນເພີ່ມເຕີມ:
ຂໍ້ມູນແນວພັນ:
ວີດີໂອ:
ຕິດຕໍ່:
ຂໍ້ແນະນໍາ ການປູກໝາກລິ້ນໄມ້
I.ຄຸນປະໂຫຍດຂອງໝາກລີ້ນໄມ້
ໝາກລີ້ນໄມ້ໃຫ້ຄຸນປະໂຫຍດໄດ້ຫຼາຍຢ່າງໃຊ້ເປັນອາຫານໄດ້ທັງ ຍອດອອ່ນ, ດອກ ແລະ ໝາກ ເຊິ່ງຈະມີລົດຂົມ ເພິ່ນຈະນິຍົມເຜົາ ຫຼື ລວກເພື່ອເຮັດໃຫ້ຄວາມຂົມລຸດລົງ, ສ່ວນແກ່ນຍັງເປັນສ່ວນປະກອບໃນນໍ້າຈັບລ້ຽງທີ່ຄົນຈີນນິຍົມດື່ມກັນ ນອກຈາກນີ້ແລ້ວໝາກລີ້ນໄມ້ຍັງມີສັບພະຄຸນທາງຢາອີກເຊັ່ນ: ມີວິຕາມິນສູງຊ່ວຍບຳລຸງສາຍຕາ, ຊ່ວຍເລື່ອງລະບົບຂັບຖ່າຍ, ຂັບຂີ້ກະເທີ, ບຳລຸງຮ່າງກາຍ, ບຳລຸງເລືອດ ແລະ ອື່ນໆ.
II. ການຂະຫຍາຍພັນ
1. ສະຖານທີ່ເພາະກ້າ
ຖ້າມີເງື່ອນໄຂອາດຈະສ້າງເປັນໂຮງເຮືອນສຳລັບເພາະຊຳກໍ່ໄດ້, ພື້ນທີທີ່ໃຊ້ຕ້ອງເປັນບ່ອນທີ່ຮົ່ມ ຫຼື ມີແສງແດດສ່ອງໜ້ອຍໜຶ່ງ ແລະ ບໍ່ຄວນເປັນບ່ອນທີ່ໂລ່ງແຈ້ງ ຫຼື ແດດກ້າຈົນເກີນໄປ.
2. ການຂະຫຍາຍພັນດ້ວຍການເພາະຊຳ
– ໝາກລີ້ນໄມ້ສາມາດຂະຫຍາຍພັນໄດ້ດ້ວຍການຊຳຮາກ ຫຼື ຊຳຕົ້ນ ໃຫ້ເລືອກເອົາສະເພາະງ່າທີ່ສົມບູນ, ງ່າບໍ່ອອ່ນ ແລະ ບໍ່ແກ່ຈົນເກີນໄປ ເລືອກຕົ້ນທີ່ມີຂະໜາດເສັ້ນຜ່າສູນກາງ 2,5-3 ຊມ.
– ນຳເອົາດິນໜຽວປົນຊາຍ ຫຼື ດິນຊັ້ນໜ້າດິນ 1 ສ່ວນ+ແກບດຳ 1 ສ່ວນ ປະສົມໃຫ້ເຂົ້າກັນດີ ຈຶ່ງນຳບັນຈຸໃສ່ຖົງດຳສຳລັບການຂະຫຍາຍພັນ ພໍປະມານບໍ່ໃຫ້ເຕັມ ໃຊ້ໄມ້ ຫຼື ນີ້ວມືຊີເຄິ່ງກາງເລິກ 1-2 ຊມ ເພື່ອສຽບງ່າຊຳ.
– ນຳເອົາງ່າປັກຊຳທີ່ຕຽມໄວ້ຈຸບລົງໃນຮໍໂມນເລັ່ງຮາກ ແລ້ວສຽບລົງເຄິ່ງກາງຖົງເພາະຊຳທີ່ຕຽມໄວ້.
3. ການຂະຫຍາຍພັນດ້ວຍແກ່ນ
ການກຽມຖົງກ້ານັ້ນຈະໃຊ້ດິນ 1 ສ່ວນ+ແກບດຳ 1 ສ່ວນ ແລະ ຝຸ່ນຄອກ 1 ສ່ວນ ຄົນໃຫ້ເຂົ້າກັນດີ ຈາກນັ້ນຮ່າຍໃສ່ຖົງກ້າພໍປະມາ ແລ້ວນຳເອົາແກ່ນລີ້ນໄມ້ທີ່ແກະອອກຈາກໝາກມາຢອດລົງໃນຖົງກ້າ 2 ແກ່ນ/ຖົງໃຫ້ເລິກປະມານ 1 ຂໍ້ມື ຫຼັງຈາກນັ້ນຫົດນໍ້າທຸກວັນ ວັນລະຄັ້ງ ຈົນອາຍຸໄດ້ປະມານ 2 ເດືອນຈຶ່ງສາມາດຍ້າຍລົງຂຸມປູກໄດ້.
4. ການຂຸດຂຸມປູກ
ການປູກແມ່ນຄວນມີໄລຍະຫ່າງຂຸມແມ່ນ 4 x 4 ແມັດ, ຂຸດຂຸມເລິກ 50 x 50 ຊມ, ຮອງກົ້ນຂຸມດ້ວຍຝຸ່ນຄອກ 18 ກິໂລ/ຂຸມ/ຕົ້ນ ໂດຍຄົນໃຫ້ເຂົ້າກັບດິນປະສົມກັບເຟືອງ ຫຼື ເສດໃບໄມ້ນຳກໍ່ໄດ້ ຖ້າມີໃບສາມສາກໍ່ຍິ່ງເປັນການດີຈະເຮັດໃຫ້ຕົ້ນລີ້ນໄມ້ໃຫຍ່ໄວຂື້ນ.
III. ການປູກ
1. ປູກຈາກການກ້າແກ່ນ: ເມື່ອຕົ້ນກ້າມີອາຍຸໄດ້ຮອດ 2 ເດືອນກໍ່ນຳມາລົງປູກໃນຂຸມທີ່ຕຽມໄວ້ ຈາກນັ້ນຖົມດ້ວຍດິນ ແລະ ຫົດນໍ້າ ແຕ່ບໍ່ຄວນຫົດໃຫ້ປຽກຈົນເກີນໄປເພາະຕົ້ນລີ້ນໄມ້ບໍ່ມັກນໍ້າ.
2. ປູກຈາກງ່າປັກຊຳ: ການປູກດ້ວຍງ່າປັກຊຳກໍ່ໃຫ້ເອົາງ່າປັກຊຳທີ່ໄດ້ມາປູກໃນຂຸມທີ່ຕຽມໄວ້ ແລະ ເມື່ອປູກໄດ້ 4-5 ເດືອນຕົ້ນກໍ່ຈະເລີ່ມອອກດອກ ແຕ່ຖ້າປູກດ້ວຍການກ້າແກ່ນແມ່ນ 1 ປີຈຶ່ງຈະເລີ່ມອອກດອກ.
3. ການໃສ່ປຸຍ: ຫຼັງຈາກທີ່ປູກໄດ້ 15 ວັນ ຄວນໃສ່ປຸຍສູດ 15 15 15 ໃນອັດຕາ 1 ກຳມື/ຕົ້ນ ໂຮຍອອ້ມບໍລິເວນພຸ່ມ, ເມື່ອຮອດ 30 ວັນກໍ່ໃຫ້ໃຊ້ປຸຍສູດດຽວກັນຄືນອີກເທື່ອໜຶ່ງໃນປະລິມານເທົ່າເດີມຈາກນັ້ນໃຫ້ຫົດນໍ້າຕາມປົກກະຕິ.
4. ການເກັບຜົນຜະລິດ: ຫຼັງຈາກທີ່ລີ້ນໄມ້ອອກດອກໄດ້ປະມານ 20-30 ວັນກໍ່ຈະເລີ່ມຈັບໝາກໃນໄລຍະ 1 ປີເຮົາສາມາດເກັບໝາກໄດ້ປະມານ 2-3 ຮຸ່ນ ແລ້ວແຕ່ຄວາມສົມບູນຂອງຕົ້ນ (ການປູກໝາກລີ້ນໄມ້ໃນໄລຍະທໍາອິດ ການອອກດອກຈະບໍ່ຕິດໝາກຫຼາຍປານໃດ ຊຶ່ງເປັນເລື່ອງປົກກະຕິ ແຕ່ຈະຈັບໝາກຫຼາຍໃນໄລຍະ 2 ປີຂື້ນໄປ).
ແຫຼ່ງທີ່ມາ: ອານຸສອນ ໄຊຍະລາດ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດ: ການປູກພືດ
ຂໍ້ມູນເພີມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ຂໍ້ແນະນໍາ ເທັກນິກການປັກຊໍາ
ການປັກຊໍາໝາຍເຖິງການນໍາເອົາສ່ວນຕ່າງໆ ຂອງພືດດ້ວຍການຕັດມາປັກຊຳໃນດິນ ຫຼື ວັດຖຸປູກອື່ນໆ ເພື່ອໃຫ້ໄດ້ຕົ້ນໃໝ່ ໂດຍການເກີດຮາກແໜງບໍລິເວນສົ້ນງ່າທີ່ປັກຊຳ.
I. ຊະນິດຂອງການປັກຊຳ
ການປັກຊໍາພືດທີ່ໃຊ້ກັນຈະປະກອບມີ 4 ຊະນິດຄື: ການປັກຊໍາງ່າ, ການປັກຊຳຮາກ, ການປັກຊຳໃບ, ການປັກຊຳໃບທີ່ມີຕາ.
1. ການປັກຊຳງ່າ
– ການປັກຊຳດ້ວຍງ່າແກ່: ເປັນວິທີທີ່ໃຊ້ກັບໄມ້ລະດູການທີ່ມີການຫຼົ່ນໃບ ແລະ ປົ່ງໃບໃໝ່ໃຫ້ເລືອກເອົາງ່າທີ່ບໍ່ມີໃບ ຫຼື ຕາທີ່ກຳລັງແຕກໃໝ່ມີລັກສະນະສົມບູນ ບໍ່ຫ່ຽວແຫ້ງ ຕັກງ່າຍາວປະມານ 15-20 ຊມ, ຕັດເປັນຮູບປາກຊາບສະຫຼຽງປະມານ 45-60 ອົງສາ ທັງສອງສົ້ນ, ທາງເທິງໃຫ້ຕັດຫ່າງຈາກຂໍ້ ຫຼື ຕາງ່າສຸດທ້າຍປະມານ 1-1,5 ຊມ.
– ການປັກຊຳງ່າປານກາງ: ເປັນວິທີທີ່ໃຊ້ກັບໄມ້ເນື້ອແຂງທີ່ຫຼົ່ນໃບ ແລະ ບໍ່ຫຼົ່ນໃບຕາມລະດູການ ໂດຍການຕັດເອົາງ່າທີ່ບໍ່ແກ່ປານໃດ ມີລັກສະນະອວບ, ງ່າມີສີຂຽວບໍ່ເຂັ້ມປານໃດ, ງ່າມີຄວາມສົມບູນບໍ່ຫ່ຽວ, ບໍ່ເປັນພະຍາດ ພືດບາງຊະນິດງ່າອາດຈະມີໃບຕິດນຳ 2-3 ໃບ ຫຼື ໃຊ້ງ່າທີ່ບໍ່ມີໃບຕິດກໍ່ໄດ້ ສ່ວນການຕັດຈະຕັດໃນລັກສະນະດຽວກັນກັບການປັກຊໍາໂດຍການໃຊ້ງ່າແກ່.
– ການປັກຊໍາງ່າອອ່ນ: ເປັນວິທີທີ່ນິຍົມໃຊ້ສຳຫຼັບການຂະຫຍາຍພັນພືດ ໄມ້ດອກໄມ້ປະດັບເປັນສ່ວນໃຫຍ່ ໂດຍການຕັດງ່າອອ່ນ, ງ່າທີມີຄວາມສົມບູນ ອາດຈະມີຍອດ ແລະ ມີໃບ ຫຼື ບໍ່ມີກໍ່ໄດ້ຍອດທີ່ຕິດຄວນຈະເລີນເຕີບໂຕດີ, ບໍ່ເປັນພະຍາດ ຕັດງ່າ ຫຼື ປາຍຍອດຍາວປະມານ 5-10 ຊມ, ຕັດໃນລັກສະນະດຽວກັນຂ້າງເທິງ ສ່ວນພືດບາງຊະນິດຕ້ອງການປັກຊຳໂດຍມີໃບ ແລະ ຍອດຕິດໃຫ້ຕັດທາງກົກທີ່ຈະຊຳພຽງສົ້ນດຽວ.
– ການປັກຊໍາງ່າໄມ້ເນື້ອອອ່ນ: ເປັນວິທີທີ່ໃຊ້ສຳຫຼັບພືດບາງຊະນິດ ສ່ວນຫຼາຍເປັນພືດໃບລ້ຽງດ່ຽວ ມີລັກສະນະງ່າ ຫຼື ລຳຕົ້ນເປັນໄມ້ເນື້ອອອ່ນເຊັ່ນ: ເບັນຈະມາດ, ຄາເນຊັ່ນ ການເລືອກ ແລະ ການຕັດງ່າແມ່ນໃຊ້ວິທີດຽວກັນ.
2. ການປັກຊຳຮາກ
– ເປັນວິທີທີ່ບໍ່ມັກນິຍົມໃຊ້ກັນ ມັກໃຊ້ກັບພືດບາງຊະນິດທີ່ແຕກໜໍ່ຕາມກິ່ງຮາກ ຫຼື ມີຕາເກີດຕາມຮາກ ພົບຫຼາຍໃນພືດນໍ້າ ຫຼື ພືດທີ່ເປັນເຄືອເຊັ່ນ: ບົວ, ມັນບາງຊະນິດ ເປັນຕົ້ນ ຊຶ່ງຄວນເລືອກຮາກທີ່ມີຕາ ຫຼື ໜໍ່ຕິດມານຳ.
3.ການປັກຊຳໃບ
– ເປັນວິທີທີ່ໃຊກັບພືດທີ່ມີໃບລັກສະນະໜາ ຫຼື ອວບນໍ້າ ມັກໃຊ້ຫຼາຍກັບພືດໄມ້ດອກໄມ້ປະດັບ ໂດຍຮາກ ແລະ ຍອດຈະແຕກອອກມາບໍລິເວນເທິງກົກໃບທີ່ຕັດໜ້ອຍໜຶ່ງ.
– ການປັກຊຳແຜ່ນໃບ: ທັງໃບທີ່ມີຕາຍອດ ແລະ ໃບທີ່ບໍ່ມີການແຕກຕາຍອດ ດ້ວຍການຕັດໃບເປັນແຜ່ນໆ ແລະ ນໍາມາປັກຊຳເຊັ່ນ: ຕົ້ນຄ້ວມຕາຍຫງາຍເປັນ .
– ການປັກຊຳກ້ານໃບ: ໂດຍໃຊ້ໃບທີ່ມີກ້ານໃບຕິດຢູ່ນຳມາປັກຊຳ ໂດຍໃຫ້ສ່ວນກ້ານໃບຊຳລົງດິນເຊັ່ນ: ໃບໝາກນາວ ເປັນຕົ້ນ ການຕັດຈະໃຊ້ວິທີຕັດໃຫ້ໃກ້ກັບກ້ານໃບທີ່ສຸດ.
4. ການປັກຊຳໃບທີ່ມີຕາ
ເປັນວິທີທີ່ໃຊ້ກັບພືດເນື້ອອອ່ນຈຳພວກໄມ້ດອກໄມ້ປະດັບ ແລະ ພືດເນື້ອແຂງບາງສະນິດເຊັ່ນ: ໂກສົນ, ຢາງອິນເດຍ ເປັນຕົ້ນ ດ້ວຍການຕັດງ່າທາງລຸ່ມ ແລະ ທາງເທິງຂອງຕາ ແລະ ຍອດທີ່ມີໃບຕິດມານຳ.
II.ຂັ້ນຕອນ ແລະ ວິທີການເຮັດ
1. ວັດຖຸ ແລະ ອຸປະກອນທີ່ໃຊ້
– ມີດຕັດ ຕັດງ່າ
– ດິນ ແລະ ວັດຖຸປູກ
– ກະຖັງໃສ່ດິນເຜົາ ຫຼື ຊາມ ຫຼື ວັດຖຸທີ່ມີຫາໄດ້ງ່າຍ
– ຢາປ້ອງກັນເຊື້ອລາ ( ແຄບແທນ ເບນເລທ )
– ຮໍໂມນເລັ່ງຮາກ ( ອອກຊິນ ) ເປັນຕົ້ນ
2. ການຕຽມດິນ
ດິນທີ່ໃຊ້ປະສົມຄວນເປັນດິນໜຽວປົນຊາຍ ຫຼື ໜຽວໂດຍການປະສົມກັບວັດຖຸເຫຼືອໃຊ້ຕ່າງໆເຊັ່ນ: ແກບເຜົາ, ຂີ້ເຖົ່າ, ຂີ້ໝາກພ້າວ ເປັນຕົ້ນ ໃນອັດຕາສ່ວນດິນກັບວັດຖຸ 2:1 ຫຼື 1:1 ເມື່ອຕຽມວັດຖຸປູກສໍາເລັດໃຫ້ບັນຈຸໃສ່ກະຖັງດິນເຜົາ ຫຼື ພລາສຕິກ ຫຼື ຈະກໍ່ດິນບຼອກເປັນໜານກໍ່ໄດ້.
3. ວິທີການປັກຊຳ
ກ່ອນທຳການປັກຊຳງ່າທຸກໆຊະນິດໃຫ້ຂີດບໍລິເວັນກົກງ່າຍາວ 1-2 ຊມ, ຕາມແນວຍາວ 1-2 ດ້ານ ແລະ ແຊ່ຮໍໂມນເລັ່ງຮາກ ແລະ ຢາປ້ອງກັນເຊື້ອລາສາກ່ອນດ້ວຍການຈຸ່ມກົກງ່າປັກຊຳຕາມໄລຍະກົກງ່າທີ່ປັກຊຳ ໃນດິນ 10-30 ນາທີ.
– ການປັກຊຳງ່າ ຈະໃຊ້ຈະໃຊ້ວິທີການສຽບງ່າເລິກປະມານ 5-10 ຊມ, ຂື້ນຢູ່ກັບຄວາມຍາວຂອງງ່າ ແລະ ຊະນິດພືດ.
– ການປັກຊຳຮາກ ຈະໃຊ້ວິທີການຊຳໃນລັກສະນະການປັກຊຳງ່າ ຫຼື ການຊຳໂດຍການຖົມທັງຮາກ.
– ການປັກຊຳໃບ ຈະໃຊ້ວິທີການປັກຊຳໃນບາງສ່ວນ ຫຼື ການຊຳກ້ານໃບລົງດິນໂດຍມີໃບບາງສ່ວນຢູ່ເທິງໜ້າດິນ.
– ການປັກຊຳໃບທີ່ມີຕາ ຈະໃຊ້ວິທີການປັກຊຳສະເພາະສ່ວນທີ່ເປັນກົກງ່າທີ່ມີຕາໃຫ້ຝັງລົງດິນໂດຍສ່ວນໃບ ຫຼື ຕາຈະພົ້ນຢູ່ເທິງໜ້າດິນ.
4. ການດູແລຮັກສາ
ການໃຫ້ນໍ້າຈຳເປັນຕ້ອງໃຫ້ທຸກວັນໆລະ 1-2 ເທື່ອຢ່າງສະໝໍ່າສະເໝີເພື່ອຮັກສາຄວາມຊຸ່ມຊື່ນ ໂດຍລະວັງບໍ່ໃຫ້ຫົດນໍ້າຫຼາຍຈົນເກີນໄປເພາtອາດຈະເຮັດໃຫ້ງ່າຊຳເນົ່າໄດ້ ສ່ວນການໃສ່ປຸຍບໍ່ຈຳເປັນໃສ່ໃນໄລຍະທຳອິດ ແຕ່ອາດຈະໃສ່ປຸຍກ່ອນທີ່ຈະຍ້ານອອກໄປປູກປະມານ 1-2 ອາທິດ ດ້ວຍການລະລາຍໃນນໍ້າຫົດໃສ່ ຫຼື ອາດຈະໃຊ້ປຸຍສູດ 16-20-00.
5. ການເກີດຮາກ
ພືດຈະກະຕຸ້ນໃຫ້ເກີດຮາກບໍລິເວນເສັ້ນໄຍຂອງງ່າ, ກ້ານໃບ, ແລະ ໃບ ແທງອອກມາເປັນຮາກແທນໃນພາວະຄວາມຊຸ່ມຊື່ນ ແລະ ອຸນຫະພູມທີ່ເໝາະສົມ ໂດຍຮາກທີ່ເກີດຈະໜ້ອຍ ຫຼື ຫຼາຍແມ່ນຂື້ນກັບຈຳນວນເສັ້ນໄຍຂອງງ່າ ແລະ ການກະຕຸ້ນເຊັ່ນ: ການຂີດກົກງ່າ ແລະ ການແຊ້ຮໍໂມນ ເປັນຕົ້ນ.
ແຫຼ່ງທີ່ມາ: puechkaset.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ການປູກພືດ
ຂໍ້ມູນເພີມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ວິທີການປູກຜັກອິນຊີແບບປະສົມປະສານ
ການປູກຜັກປອດສານພິດ ດ້ວຍວິທີການກຳຈັດສັດຕູພືດແບບປະສົມປະສານ ເປັນວິທີການປູກທີ່ບໍ່ໃຊ້ສານເຄມີກຳຈັດສັດຕູພືດ ທີ່ປອດໄພຕໍ່ຜູ້ຜະລິດ ແລະ ຜູ້ບໍລິໂພກມີຕົ້ນທຶນການຜະລິດທີ່ຕໍ່າ ແລະ ໃຫ້ຜົນຕອບແທນສູງບໍ່ຕ່າງຫຍັງກັບການປູກດ້ວຍວິທີອື່ນໆ ຈຶ່ງຖືໄດ້ວ່າເປັນການປູກຜັກທີ່ປອດໄພທີ່ຊາວກະສິກອນເລືອກໃຊ້.
I. ປັດໃຈສຳຄັນຂອງການປູກຜັກອິນຊີແບບປະສົມປະສານ
1. ປຸ໋ນນໍ້າໝັກຊີວະພາບບໍາລຸງພືດຜັກ
2. ນໍ້າໝັກສະໝູນໄພປ້ອງກັນ ແລະ ກຳຈັດແມງໄມ້
II. ຂັ້ນຕອນ ແລະ ວິທີການ
1. ການປູກພືດຜັກອິນຊີແບບປູກໃນໜານ
ຂຸດດິນທີ່ຈະເຮັດໜານຜັກເລິກປະມານ 25-30 ຊມ, ກ້ວາງປະມານ 1 ມ ຄວາມຍາວຕາມຄວາມຕ້ອງການ, ໂຮຍປຸຍໝັກຊີວະພາບລົງໃນໜານປະມານ 10 ກລ/1 ມ2 ປະສົມໃຫ້ເຂົ້າກັນດີຍົກຂື້ນໃຫ້ເປັນຮູບໜານສູງຈາກລະດັບດິນເດີມພໍປະມານ ແລ້ວໃຊ້ນໍ້າໝັກຊີວະພາບປະສົມກັບນໍ້າຫົດໜານປູກມື້ລະເທື່ອຕິດຕໍ່ກັນ 7 ວັນແລ້ວພວນດິນໃນໜານອີກຄັ້ງແປງຄາດໃຫ້ລະອຽດຫົດນໍ້າໃຫ້ຊຸ່ມແລ້ວນຳເອົາຜັກລົງປູກຫຼັງຈາກນັ້ນຫົດນໍ້າເຊົ້າ-ແລງ ແລະ ຫົດນໍ້າສະໝູນໄພທຸກ 5-7 ວັນ ແລະ ພວນດິນທຸກ 3 ອາທິດ.
2. ການປູກພືດຜັກອິນຊີແບບກາງມຸ້ງ
ຂຸດດິນທີ່ຈະເຮັດໜານປູກເລິກ 25-30 ຊມ, ກ້ວາງ 1 ມ ຄວາມຍາວຕາມຄວາມຕ້ອງການ, ສ້າງໂຮງເຮືອນຂະໜາດຄວາມກ້ວາງ 3 ມ ຍາວ 6 ມ ຄວາມສູງ 2,50 ມ ຫຼື ຕາມຂະໜາດຂອງໜານປູກແລ້ວໃຊ້ຜ້າຢາງປົກຄຸມໂຮງເຮືອນ ຫຼື ວັດຖຸທີ່ສາມາດປ້ອງກັນລົມຈາກພາຍນອກ ແລະ ສາມາດຄວບຄຸມແສງໄດ້, ວາງລະບົບສະປິງເກີ (ຖ້າມີເງື່ອນໄຂ) ແບບແຂວນທາງເທິງເພື່ອຫົດນໍ້າຍັງສາມາດໃຫ້ປຸຍອິນຊີນໍ້າທາງໃບໄດ້ອີກດ້ວຍ, ໂຮຍປຸຍໝັກຊີວະພາບລົງໃນໜານປະມານ 10 ກລ/1 ມ2, ໃຊ້ນໍ້າໝັກຊີວະພາບປະສົມກັບນໍ້າຫົດນໍ້າໃຫ້ຊຸ່ມມື້ລະເທື່ອຕິດຕໍ່ກັນ 7 ວັນ ພວນດິນໃນໜານຄືນອີກແລ້ວຄາດດິນໃຫ້ລະອຽດຫົດນໍ້າໃຫ້ຊຸ່ມກໍ່ສາມາດນຳຜັກມາປູກໄດ້ເລີຍ ຫຼັງຈາກນັ້ນຫົດນໍ້າເຊົ້າ-ແລງໃຫ້ຊຸ່ມການປູກແບບກາງມຸ້ງຈະບໍ່ມີພະຍາດ ແລະ ແມງໄມ້ມາທຳລາຍພືດຜັກ.
III. ປະໂຫຍດຈາກການປູກຜັກອິນຊີ
1. ເປັນໜານຜັກຖາວອນທີ່ສາມາດປູກຜັກໄດ້ຕະຫຼອດທັງປີ
2. ໜານຜັກຈະມີຈຸລິນຊີເຮັດໃຫ້ໜານຜັກຜຸຜຸ່ຍດີ
3. ຜັກຈະເລີນງອກງາມ, ແຂງແຮງ, ຕ້ານທານພະຍາດ ແລະ ມີຄຸນຄ່າທາງໂພສະນະການສູງ
4. ຕົ້ນທຶນຕໍ່າ, ໄດ້ຜົນຜະລິດສູງປອດໄພຈາກສານພິດ
IV. ວິທີເຮັດປຸຍໝັກຊີວະພາບຈາກໃບໄມ້ແຫ້ງບຳລຸງຜັກ
1. ວັດຖຸອຸປະກອນ
– ໃບໄມ້ແຫ້ງ 10 ກິໂລ
– ຂີ້ສັດ 10 ກິໂລ
– ຮຳເຂົ້າ 10 ກິໂລ
– ນໍ້າສະອາດ 10 ລິດ
– ກາກນໍ້າຕານ 1 ລິດ
– ສານເລັ່ງ ພ.ດ.1 ຈຳນວນ ເຄິ່ງບ່ວງ
2. ຂັ້ນຕອນການເຮັດ
– ຕຽມໃບໄມ້ແຫ້ງທີ່ຈະມາເຮັດປຸຍອິນຊີ, ຂີ້ສັດ ແລະ ຮໍາເຂົ້າ ປະສົມໃຫ້ເຂົ້າກັນດີ, ນຳນໍ້າປະສົມກັບສານເລັ່ງ ພ.ດ.1 ແລະ ກາກນໍ້າຕານຄົນໃຫ້ກາກນໍ້າຕານລະລາຍຈົນໝົດນຳໄປຫົດເທິງກອງວັດຖຸ ທີ່ຕຽມໄວ້ໃຊ້ຈົກຄົນໃຫ້ສ່ວນປະສົມຕ່າງໆເຂົ້າກັນດີທົ່ວທັງກອງປົກໄວ້ໃຫ້ດີປະມານ 15-20 ວັນຈະສາມາດນໍາປຸຍມາໃຊ້ງານໄດ້.
1. ວັດຖຸອຸປະກອນ
– ໃບກະເດົາພັກ ຫຼື ຫຍ່ອງ ຫຼື ເມັດທຸບໃຫ້ແຕກ 1 ກິໂລ
– ກາກນໍ້າຕານ 60 ຊີຊີ
– ຫົວເຊື້ອຈຸລິນຊີ 1 ບ່ວງແກງ
– ນໍ້າສະອາດ 1 ລິດ
2. ຂັ້ນຕອນ ແລະ ວິທີເຮັດ: ນຳເອົາວັດຖຸດິບມາປະສົມນໍ້າພໍຖ້ວມໝັກປະໄວ້ 1 ເດືອນໃນຖັງພຣາສຕິກເກັບໄວ້ບ່ອນຮົ່ມ.
3. ການນໍາໃຊ້: ຕອງເອົານໍ້າໝັກທີ່ເປັນນໍ້າຫົວ 100 ຊີຊີ ປະສົມກັບນໍ້າ 20 ລິດ ສີດພົ່ນທຸກໆ 7 ວັນ ໃຊ້ສີດພົ່ນປ້ອງກັນ ແລະ ກຳຈັດບົ້ງໃນໜານຜັກ.
VI. ປຸຍນໍ້າໝັກຊີວະພາບບຳລຸງພືດຜັກ
1. ວັດຖຸອຸປະກອນ
– ເສດພືດຜັກໝາກໄມ້ທຸກຊະນິດ 3 ກິໂລ
– ກາກນໍ້າຕານ 1 ກິໂລ
– ນໍ້າສະອາດ 10 ລິດ
– ຫົວເຊື້ອຈຸລິນຊີເຂັ້ມຂຸ້ນ 1 ລິດ
2. ຂັ້ນຕອນ ແລະ ວິທີເຮັດ
– ຕັດ ແລະ ເອົາເສດຜັກໝາກໄມ້ໃສ່ໃນຖັງພຣາສຕິກປະສົມກັບກາກນໍ້າຕານຄົນໃຫ້ເປັນເນື້ອດຽວ.
– ເຕີມຫົວເຊື້ອຈຸລິນຊີເຂັ້ມຂຸ້ນປະສົມລົງໃນນໍ້າ ແລະ ກາກນໍ້າຕານເທລົງໃສ່ທາງເທິງເສດຜັກໝາກໄມ້ໃນຖັງໃຫ້ທົ່ວ
– ປິດຜາຖັງໝັກໃຫ້ແໜ້ນບໍ່ໃຫ້ແສງ ແລະ ອາກາດເຂົ້າ ໝັກປະໄວ້ໃນທີ່ຮົ່ມຢ່າງໜ້ອຍ 90 ວັນກໍ່ຈະໄດ້ປຸນນໍ້າຄຸນນະພາບດີເໝາະສຳຫຼັບຫົດພືດຜັກທຸກຊະນິດ.
3. ການນຳໃຊ້
– ປະສົມນໍ້າ 1:100 ຫົດດິນ
– ປະສົມນໍ້າ 1:200-400 ຫົດ ຫຼື ສີດພົ່ນທາງໃບ ແລະ ລໍາຕົ້ນ
ແຫຼ່ງທີ່ມາ: www.rakbankerd.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດພືດ: ພືດຜັກ
ຂໍ້ມູນເພີມຕື່ມ:
ຂໍ້ມູູນເຕັກນິກ:
ວີດີໂອ:
ຕິດຕໍ່:
ວິທີເຮັດສວນປູກໝາກພ້າວອ່ອນ
ໃນທຸກໆສ່ວນຂອງໝາກພ້າວແມ່ນມີປະໂຫຍດ ເລີ່ມແຕ່ຮາກຈົນເຖິງຍອດຂອງໝາກພ້າວ ໝາກພ້າວຫອມ ແມ່ນອີກພັນໜຶ່ງທີ່ນິຍົມປູກກັນຫຼາຍເພາະມີຄຸນລັກສະນະພິເສດຄື: ມີນໍ້າທີ່ຫອມຖືກໃຈ ແລະ ເນື້ອໝາກພ້າວກໍ່ມີລົດຊາດທີ່ຫວານກົມກ່ອມ ມີກິ່ນຫອມຖືກໃຈຫຼາຍໆຄົນ.
I. ສະພາບແວດລ້ອມ
ໃນການເຮັດສວນປູກໝາກພ້າວປັດໃຈໜຶ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດກໍ່ຄືສະພາບແວດລ້ອມທີ່ເໝາະສົມເຊັ່ນ: ປະລິມານນໍ້າຝົນ 1500-2000 ml/ປີ ແລະ ບໍ່ຄວນມີຝົນຕົກໜ້ອຍກວ່າ 50 ml ດົນເກີນ 3 ເດືອນ, ອຸນຫະພູມສະເລ່ຍປະມານ 27 ອົງສາເຊ, ແສງແດດຄວນໄດ້ຮັບຢ່າງໜ້ອຍ 5 ຊົ່ວໂມງ/ມື້ ຄວນມີແສງແດດສາດສ່ອງສະໜໍ່າສະເໝີທັງປີໝາກພ້າວຈຶ່ງເຕີບໂຕໄດ້ດີ, ຄວນມີລົມພັດອອ່ນໆແຕ່ສະໝໍ່າສະເໝີ, ດິນຫຍັງກໍ່ໄດ້ທີ່ມີທາດອາຫານພຽງພໍ ແລະ ຄວາມຊຸ່ມຢູ່ໃນຂະໜາດທີ່ພໍເໝາະ ph ຂອງດິນປານກາງ ແຕ່ຖ້າເປັນດິນທີ່ມີນໍ້າຖ້ວມໄຫຼມີຂີ້ມຸນມາຍິ່ງປູກໝາກພ້າວໄດ້ດີຫຼາຍ ນໍ້າຄືປັດໃຈທີ່ສຳຄັນທີ່ສຸດຂາດບໍ່ໄດ້ເພາະໝາກພ້າວໃຫ້ຜົນຜະລິດຕະຫຼອດ.
II. ສະພາບຂອງພື້ນທີ່
– ການປູກໝາກພ້າວໃນພື້ນທີ່ຕໍ່າ, ພື້ນທີ່ໆມີນໍ້າຖ້ວມຂັງຈຳເປັນຕ້ອງໄດ້ຍົກຮ່ອງ ໃຫ້ສູງກວ່າລະດັບນໍ້າທີ່ຖ້ວມຂັງບໍ່ຕໍ່າກວ່າ 50 ຊມ, ຄັນຮ່ອງຄວນກ້ວາງ 5-8 ມ, ແລະ ຮ່ອງຄວນເລິກປະມານ 10 ມ ແລະ ກ້ວາງອີກປະມານ 1,5-2 ມ. ຖ້າມີພື້ນທີ່ໆເໝາະສົມທາງທີ່ດີບໍ່ຄວນປູກໃນບ່ອນຕໍ່າທີ່ມີນໍ້າຖ້ວມຂັງ. – ການປູກໃນພື້ນທີ່ເປັນດອນຖ້າເປັນບ່ອນປູກທີ່ຮົກເຮື້ອຄວນຖາງອານາໄມໃຫ້ສະອາດ, ຕໍຂອງຕົ້ນໄມ້ຄວນຂຸດອອກໃຫ້ໝົດເພື່ອຄວາມສະດວກໃນການດູແລຮັກສາຕອນຕໍ່ໄປ.
– ບໍ່ຄວນປູກໃນພື້ນທີ່ດິນດານ ຫຼື ເປັນຊັ້ນຫີນທີ່ມີໜ້າດິນເລິກຕໍ່າກວ່າ 1ແມັດ.
III. ຂັ້ນຕອນ ແລະ ວິທີການປູກ
1. ການຕຽມຂຸມປູກ
– ຊາວກະສິກອນຄວນຂຸດຂຸມປູກທີ່ມີຂະໜາດເລິກ ແລະ ຍາວປະມານ 1 ແມັດ ແລະ ໄລຍະຫ່າງລະຫວ່າງຕົ້ນກັບແຖວ 6×6 ແມັດ, ໂດຍຂຸດປະໄວ້ປະມານ 1-2 ເດືອນ.
– ເວລາຂຸດຂຸມກ່ອນປູກຄວນແຍກດິນຊັ້ນເທິງ ແລະ ຊັ້ນລຸ່ມໄວ້ຄົນລະຂ້າງປະໄວ້ 7 ວັນແລ້ວຫຍ້າ, ເຟືອງ ຫຼື ໃບໄມ້ຕ່າງໆຮອງກົ້ນຂຸມໂດຍໃຊ້ດິນຊັ້ນເທິງ 1 ສວ່ນປະສົມກັບຝຸ່ນຄອກ 7 ສ່ວນຮອງກົ້ນຂຸມໄວ້ ແລະ ໃຊ້ດິງຊັ້ນລຸ່ມປະສົມກັບປຸຍຣັອດຟອສເຟສ ½ / ຂຸມ ໃສ່ລົງເຕັມຂຸມປະໄວ້ຈົນຮອດລະດູຝົນຈຶ່ງປູກ.
– ຫຼັງຈາກທີ່ຝົນຕົກຫຼາຍ 2 ເທືອ ໃນຊ່ວງລະດູຝົນຈຶ່ງເລີ່ມປູກໝາກພ້າວ ໂດຍການຂຸດດິນເຄິ່ງກາງຂຸມໃຫ້ພໍດີກັບໜ່ວຍໝາກຫຼັງຈາກເອົາໜ່ວຍໝາກພ້າວລົງຂຸມແລ້ວເອົາດິນປົກ ແລະ ຢຽບທາງຂ້າງໃຫ້ແໜ້ນແລ້ວປັກຫຼັກຍຶດໃຫ້ແໜ້ນຖ້າໃຫ້ດີຄວນເຮັດຮົມບັງແດດ.
ແຫຼ່ງທີ່ມາ: www.farmthailand.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ໄມ້ໃຫ້ໝາກ
ຂໍ້ມູນເພີມຕື່ມ:
ຂໍ້ມູູນເຕັກນິກ:
ວີດີໂອ:
ຕິດຕໍ່:
ການປູກຜັກອີຮຸມ
ຜັກອີຮຸມເປັນພືດທີ່ນິຍົມປູກ ແລະ ນຳມາກິນເປັນອາຫານໃນປະຈຸບັນ ເນື່ອງຈາກອຸດົມສົມບູນໄປດ້ວຍສານອາຫານ ທີ່ມີປະໂຫຍດຕໍ່ຮ່າງກາຍ ຊ່ວຍຕໍ່ຕ້ານອະນຸມູນອິດສະລະ ແລະ ຊ່ວຍບຳບັດໂລກໄດ້ຫຼາຍຊະນິດ ເຊິ່ງມີຊື່ວິທະຍາສາດວ່າ: Moringa oleifera Lamk ແລະ ຈັດຢູ່ໃນວົງ MORINGACEAE ມີຊື່ທ້ອງຖິ່ນເອີ້ນແຕກຕ່າງກັນໄປມີຖິ່ນກຳເນີດແຖວປະເທດອິນເດຍ, ບັງກາລາເທດ, ປາກິດສະຖານ ແລະ ແອັບການິສະຖານ.
I. ລັກສະນະທາງພຶກສາດ
ຜັກອີຮູມເປັນພືດທີ່ມີລໍາຕົ້ນຕັ້ງຊື່ໂປ່ງ ແຕກກິ່ງເປັນພຸ່ມ, ເປືອກຂອງລໍາຕົ້ນມີສີເທົາອອ່ນລຽບ, ເປືອກບາງ ລໍາຕົ້ນມີຄວາມສູງເຖິງ 15-20 ມ ສ່ວນໃບທີ່ແຕກອອກຈາກກ້ານໃບຍ່ອຍແບບຂົນນົກຄ້າຍກັບໃບໝາກຂາມລຽງສະລັບທີ່ມີຂະໜາດ 20-40 ຊມ, ຜົ້ວໃບດ້ານລຸ່ມມີສີອ່ອນກວ່າດ້ານ, ດອກມີລັກສະນະເປັນຊໍ່ສີຂາວແຕກອອກຕາມຂໍ້ຍອດດອກມີ 5 ກີບ ເກສອນກາງດອກມີສີເຫຼືອງເຂັ້ມ, ໝາກກົມຍາວສີຂຽວເມື່ອແກ່ສີຈະປ່ຽນຂຽວຈະເຂັ້ມເຂົ້າ, ສີນໍ້າຕານ ແລະ ສີເທົາເຫຼືອງຕາມລໍາດັບ, ເປືອກໝາກໜາເປັນຮ່ອງໂນນຍາວຕາມໝາກຍາວປະມານ 20-50 ຊມ.
II. ຂັ້ນຕອນ ແລະ ວິທີການ
ຜັກອີຮຸມເປັນພືດທີ່ສາມາດຈະເລີນເຕີບໂຕໄດ້ໃນທຸກສະພາບດິນ ແລະ ມີຄວາມທົນທານຕໍ່ຄວາມແຫ້ງແລ້ງໄດ້ດີອາໄສພຽງແຕ່ນໍ້າຝົນກໍ່ສາມາດຈະເລີນເຕີບໂຕໄດ້ດີ, ການປູກສາມາດປູກໄດ້ດ້ວຍ 2 ວິທີຄື: ປູກດ້ວຍແກ່ນ ການປັກຊຳ.
1. ການຕຽມດິນ: ໄຖພວນດິນ ແລະ ຕາກແດດປະມານ 5-7 ວັນ ແລ້ວຂຸດຂຸມຂະໜາດ 50 x 50 x 50 ຊມ ໄລຍະຫ່າງຂຸມເພື່ອເກັບໃບ 1 x 1 ມ, ເພື່ອເກັບແກ່ນ 4 x 4 ມ ຖ້າປູກ 2 ຕົ້ນດ້ວຍກັນ 5-10 ມ, ໃສ່ປຸຍຄອກ ຫຼື ປຸຍໝັກປະສົມໃຫ້ເຂົ້າກັນດີ 0.5-1 ກລ/ຂຸມ ດິນທີ່ໃຊ້ສໍາຫຼັບການກ້າແກ່ນຄວນເປັນດິນສົດປະສົມກັບແກບເນົ່າ ຫຼື ແກບເຜົາ, ຫຍຸຍໝາກພ້າວຟັກໃຫ້ລະອຽດໃນອັດຕາສ່ວນ 1:1 ຫຼື 2:1.
2. ການກ້າແກ່ນ: ໃຊ້ດິນທີ່ຕຽມໄວ້ບັນຈຸໃສ່ລົງໃນຖົງຂະໜາດ 4×6 ນີ້ວໃຫ້ພໍດີຫຼັງຈາກນັ້ນໃຊ້ນີ້ວມືແທງໜ້າດິນປາກຖົງເລິກ 1-2 ຊມ ແລ້ວຢອດແກ່ນພັນລົງ 1-2 ແກ່ນໃຊ້ດິນປົກບາງໆ ຫົດນໍ້າໃຫ້ຊຸ່ມ, ຈັດວາງໄວ້ເປັນແຖວໃນໂຮງເຮືອນ ຫຼື ບ່ອນຮົ່ມທີ່ມີແສງແດດເລັກນ້ອຍ ແລະ ຫົດນໍ້າເຊົ້າ-ແລງທຸກວັນພໍໃຫ້ຊຸ່ມ ປະມານ 7-14 ວັນເມັດກໍ່ຈະງອກເມື່ອມີອາຍຸໄດ້ປະມານ 30 ວັນ ຫຼື ມີລຳຕົ້ນສູງປະມານ 15-30 ຊມ ກໍ່ສາມາດນໍາໄປປູກໄດ້.
3. ການກຽມທ່ອນປັກຊຳ: ເປັນວິທີທີ່ບໍ່ມັກນິຍົມປູກກັນປານໃດ ໂດຍການເລືອກເອົາງ່າອີຮູມທີ່ບໍ່ອອ່ນ ແລະ ບໍ່ແກ່ຈົນເກີນໄປຂະໜາດປະມານນີ້ວມື ຕັດຍາວປະມານ 30 ຊມ ໂດຍໃຊ້ງ່າທີ່ມີຕາຍອດ 2-5 ຕາ ແຕ່ບໍ່ໃຫ້ມີໃບຕິດແລ້ວນໍາໄປປັກຊຳໃນຖົງທີ່ຕຽມໄວ້ຄືກັບການກ້າແກ່ນຫົດນໍ້າໃຫ້ຊຸ່ມ 1-2 ເທື່ອ/ວັນ ປະມານ 10-20 ວັນ ຕາຍອດຈະເລີ່ມແຕກຍອດໃໝ່ຈົນໄດ້ປະມານ 2 ເດືອນຈຶ່ງນຳໄປປູກໄດ້.
4. ການປູກ: ກ່ອນຈະນຳເອົາເບ້ຍຜັກອີຮຸມທີໄດ້ມາລົງໃນຂຸມທີ່ຕຽມໄວ້ຄວນຫົດນໍ້າໃຫ້ດິນມີຄວາມຊຸ່ມຊື່ນເລັກນ້ອຍ ຫຼັງຈາກນັ້ນເອົາເບ້ຍອີຮຸມທີ່ໄດ້ຈາກການກ້າລົງໃນຂຸມໃຊ້ດິນປົກອອ້ມຕົ້ນບາງໆ ຫົກນໍ້າອີກເທື່ອໜຶ່ງເພື່ອໃຫ້ຄວາມຊຸ່ມຊື່ນ. ສາມາດປູກແບບ 1 ຕົ້ນ/ຂຸມ ແລະ 2 ຕົ້ນ/ຂຸມໄດ້.
III. ການດູແລຮັກສາ
1. ການໃຫ້ນໍ້າ: ເນື່ອງຈາກຜັກອີຮຸມເປັນພືດທົນແລ້ງໄດ້ດີ ແລະ ອອກດອກອອກໝາກຕາມລະດູການ ການໃຫ້ນໍ້າ ຖ້າເປັນໄລຍະທຳອິດຂອງການປູກ ຫຼື ປູກໃນລະດູຝົນຈະບໍໍ່ຫົດນໍ້າເລີຍກໍ່ໄດ້ ແຕ່ຖ້າປູກໃນລະດູແລ້ງຄວນຕ້ອງຫົດນໍ້າ ເຊົ້າ-ແລງ ເພື່ອໃຫ້ພືດຈະເລີນເຕີບໂຕດີ.
2. ການໃສ່ປຸຍ: ຖ້າສັງເກດເຫັນມີວັດສະພືດຂື້ນອອ້ມຕົ້ນຄວນຫຼົກອອກກ່ອນແລ້ວຈຶ່ງພວນດິນອອ້ມຕົ້ນພ້ອມແລ້ວໃສ່ປຸຍຄອກ ຫຼື ປຸຍໝັກໂດຍໃສ່ອ້ອມຮອບຕົ້ນຫຼັງຈາກນັ້ນກໍ່ພວນດິນປົກ ຫຼື ອາດຈະໃຊ້ປຸຍ N P K ສູດ 15-15-15 ອັດຕາ 100-200 ກຣາມ/ຕົ້ນ ແລ້ວພວນດິນປົກ.
3. ພະຍາດ ແລະ ແມງໄມ້: ບໍ່ມີພະຍາດທີ່ສຳຄັນສ່ວນແມງໄມ້ທີ່ສຳຄັນໄດ້ແກ່ ບົ້ງເຈາະລຳຕົ້ນ ແລະ ງ່າເຮັດໃຫ້ອາຍຸຕົ້ນອີຮຸມບໍ່ຍືນຍາວຕ້ອງໝັ່ນກວດເບິ່ງ ແລະ ທຳລາຍບົ້ງຢູ່ສະເໝີສາມາປ້ອງກັນ ແລະ ກຳຈັດດ້ວຍສານເຄມີ ຫຼື ຢາສະໝູນໄພໄລ່ແມງໄມ້ປະສົມກັບສະບູ ຫຼື ຢາລ້າງຈານເພື່ອຊ່ວຍເປັນສານຈັບໃບ.
IV. ການເກັບຜົນຜະລິດ
1. ການເກັບໃບ ແລະ ຍອດອອ່ນ: ຫຼັງຈາກຍ້ານຈາກຕົ້ນກ້າມາປູກໄດ້ 3 ເດືອນກໍ່ສາມາດເກັບຜົນຜະລິດທາງໃບໄດ້ ແລະ ຈະສາມາດເກັບໄດ້ທຸກໆ 2 ເດືອນເມື່ອຕົ້ນມີຂະໜາດສູງຂື້ນເກັບຜົນຜະລິດໂດຍການໃຊ້ໄມ້ແໝ້ນ ຫຼື ອາດຈະໃຊ້ກ່ຽວເກາະເອົາ.
2. ການເກັບໝາກ: ເມື່ອຮອດຊ່ວງໄລຍະການໃຫ້ໝາກກໍ່ສະແດງວ່າຕົ້ນອີຮຸມຈະເລີນເຕີບໂຕເຕັມທີ່ ແລະ ມີລຳສູງການເກັບຜົນຜະລິດຈຶ່ງຈຳເປັນຕ້ອງໃຊ້ໄມ້ຍາວໆ ໂດຍການຜ່າເຮັດເປັນ 2 ແງ່ມແລ້ວແໝ້ນເອົາ.
ແຫຼ່ງທີ່ມາ: puechkaset.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ພືດຜັກ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: