ການປູກຝ້າຍ
ຝ້າຍເປັນພືດທີ່ຢູ່ໃນຕະກຸນ Malvaceae ມີຊື່ວິທະຍາສາດ: Gossypium hirsutum L. ຝ້າຍເປັນພຸ່ມສູງປະມານ 1-3 ມ, ອາຍຸໄດ້ໜື່ງປີ ຫຼື ຫຼາຍກວ່າໜື່ງປີ, ລຳຕົ້ນຕັ້ງຊື່, ແຕກກີ່ງງ່າສາຂາແຕ່ກາງລຳຕົ້ນຈົນຮອດປາຍຍອດ, ມີຂົນນຸ່ມລະອຽດຕາມລຳຕົ້ນ. ໃບດ່ຽວ, ຈັບແບບສະລັບ, ມີຫູໃບ, ຮູບໃບຫອກ, ຂະໜາດນ້ອຍ ສີຂຽວ, ຈັບຢູ່ກົກກ້ານໃບ. ກ້ານໃບກົມ, ຍາວປະມານ 4-6 ຊມ, ມີຂົນອ່ອນນຸ່ມ, ສີຂຽວ. ແຜ່່ນໃບຮູບຫົວໃຈ ຫຼື ຮູບໃບຫອກກວ້າງ, ຍາວ 6-9 ຊມ, ກວ້າງ 6-12 ຊມ, ຂອບແຍກອອກເປັນແສກທີ່ເຫັນໄດ້ຊັດເຈັນ ມີ 4 ແສກ, ແສກກົກຈະນ້ອຍກວ່າແສກອື່ນໆ, ສຳລັບແສກທີ່ໃຫຍ່ກວ່າໝູ່ແມ່ນແສກກາງ, ແຕ່ລະແສກປາຍແຫຼມ, ຂອບລຽບ, ເນື້ອໃບຊາ, ເສັ້ນກາງໃບອອກຈາກກົກໃບ 7 ເສັ້ນ, ໂຄນໃບເປັນຮູບຫົວໃຈ, ແຜ່ນໃບດ້ານເທີງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງ. ດອກອອກເປັນດອກດ່ຽວທີ່ຊອກໃບ ແລະ ປາຍຍອດ, ມີໃບປະດັບອອກທີ່ໂດດເດັ່ນມີ 3 ອັນ, ເປັນຮູບຫົວໃຈ, ຍາວ 2-3 ຊມ, ກວ້າງ 2-2,5 ຊມ, ຂອບເປັນແສກຍາວຫຼາຍອັນ ເນື້ອຊາ, ສີຂຽວ. ກ້ານດອກກົມ, ມີຂົນອ່ອນນຸ່ມ, ຍາວປະມານ 1 ຊມ. ກາບດອກມີ 5 ອັນ, ສີຂຽວ, ປາຍຮູບຕັດພຽງ, ກິບດອກມີ 5 ອັນສີເຫຼືອງອ່ອນ, ເມື່ອແກ່ແລ້ວໃກ້ຈະລ່ວງຈະເປັນສີບົວອົມເຫຼືອງ ຫຼື ກາຍເປັນສີແດງ. ເກສອນເພດຜູ້ຈຳນວນຫຼາຍ ກ້ານເກສອນຕິດກັນເປັນຫຼອດຫຸ້ມເຕົ້າໄຂ່ໄວ້, ຖົງເມັດລະອອງເປັນສີເຫຼືອງ. ຮ່ວງຮອງຮັບລະອອງເກສອນມີ 3-5 ອັນ, ກ້ຽງ. ເຕົ້າໄຂ່ມີ 3 ຫ້ອງ, ແຕ່ລະຫຼ້ອງມີໄຂ່ຫຼາຍເມັດ. ໝາກເປັນຮູບໄຂ່, ປາຍແຫຼມ, ເມື່ອຍັງອ່ອນເປັນສີຂຽວ, ເມື່ອແກ່ແລ້ວຈະເປັນສີນ້ຳຕານ ແລະ ແຕກອອກມາເປັນສາມສ່ວນ, ຈະມີນວນສີຂຽວອົມເອົາເມັດໄວ້. ເມັດຮູບໄຂ່ ສີດຳເມື່ອແກ່ແລ້ວ. ຝ້າຍເປັນພືດທີ່ມີຄວາມສຳຄັນເນື່ອງຈາກວັດຖຸທີ່ເຮັດເສືອຜ້າ ຈຳເປັນຕ້ອງມີເສັ້ນໄຍຝ້າຍລວມຢູ່ນຳ ເຖີງແມ່ນວ່າການຜະລິດເສັ້ນໃຍປະດິດຈະເລີນກ້າວໜ້າພຽງໃດກໍ່ຕາມເສືອຜ້າທີ່ຜະລິດຈາກຝ້າຍ ຫຼື ສ່ວນປະສົມຂອງຝ້າຍຍັງຄົງເປັນທີ່ນິຍົມ
I ການກຽມດິນ
ໄຖດິນໃຫ້ເລີກປະມານ 20-30 ຊມ ຕາກດິນໄວ້ປະມານ 2-3 ອາທິດ ແລ້ວຄາດປັບລະດັບດິນໃຫ້ສະໝໍ່າສະເໝີ ເກັບຮາກໄມ້ ແລະ ວັດສະພືດອອກຈາກໜານປູກ. ການປູກໃນພື້ນທີ່ຫຼາຍກວ່າ 25 ໄລ່ຄວນປັບພື້ນທີ່ໃຫ້ສະໝໍ່າສະເໝີເພື່ອສະດວກໃນການປະຕິບັດງານດ້ວຍເຄື່ອງຈັກການກະເສດ
II ການວິເຄາະດິນ
ຖ້າດິນມີຄວາມເປັນກົດເປັນດ່າງຫຼາຍກວ່າ 5,5 ໃຫ້ຫວ່ານປູນຂາວໃນປະລິມານ 100-200 ກິໂລ/ໄລ່ພວນດິນປົກແລ້ວປ່ອຍໃຫ້ຝົນຮໍາຢ່າງນ້ອຍ 1 ຄັ້ງກ່ອນປູກ. ຖ້າດິນດິນມີອິນຊີວັດຖຸຕໍ່າກວ່າ 1,0 %ໃຫ້ຫວານຝຸ່ນຄອກ ຫຼື ຝຸ່ນໝັກ ໃນປະລິມານ 500-1,000 ກິໂລ/ໄລ່ແລ້ວພວນດິນປົກ
III ວິທີປູກຝ້າຍ
1. ໃຊ້ແກ່ນພັນທີ່ມີຄວາມງອກບໍ່ຕໍ່າກວ່າ 80%
2. ຖ້າປູກຝ້າຍເປັນພືດທຳອິດ ຄວນປູກໃນລະຫວ່າງເດືອນ ມິຖຸນາ-ກໍລະກົດ ໂດຍໃຊ້ໄລຍະຫ່າງລະຫວ່າງແຖວ 125-150 ຊມ ລະຍະຫ່າງລະຫວ່າງຂຸມ 50 ຊມ
3. ຖ້າປູກຝ້າຍເປັນພືດທີ່ 2 ຄວນປູກຢ່າຊ້າປະມານທ້າຍເດືອນ ກໍລະກົດ-ກາງເດືອນສິ່ງຫາ ໂດຍໃຊ້ໄລຍະຫ່າງລະຫວ່າງແຖວປະມານ 50-80 ຊມ ລະຍະຫ່າງລະຫວ່າງຂຸມປະມານ 25 ຊມ
ໃຊ້ໄມ້ປາຍແຫຼມເຮັດຂຸມເລີກປະມານ 3-5 ຊມ ແລ້ວຍອດແກ່ນລົງຂຸມລະ 3-5 ແກ່ນ ຖົມດິນໜາປະມານ 3 ຊມ ຖ້າດິນມີຄວາມຊຸ່ມສູງ ແລະ ໜາປະມານ 5 ຊມ ຖ້າດິນມີຄວາມຊຸ່ມຕໍ່າ. ເບ້ຍຝ້າຍມີອາຍຸປະມານ 3 ອາທິດ ຍົກແຍກອອກໃຫ້ເຫຼືອ 2 ເບ້ຍ/ຂຸມ ແລະ ເມື່ອອາຍຸປະມານ 4 ອາທິດຍົກແຍກອອກໃຫ້ເຫຼືອ 1 ເບ້ຍ/ຂຸມ ຖ້າສາມາດປ້ອງກັນການທຳລາຍຂອງພະຍາດໃບກູດໄດ້ດີ ອາດຈະລົກແຍກໃຫ້ເຫຼືອ 1 ເບ້ຍ/ຂຸມເມື່ອຝ້າຍອາຍຸ 3 ອາທິດ
IV ການບົວລະບັດ
ໃສ່ປຸ໋ຍເຄມີ 2 ເທື່ອໆ ເທື່ອທຳອິດໃສ່ຮອງພື້ນ ເທື່ອທີ່ສອງເມື່ອອາຍຸຝ້າຍໄດ້ປະມານ 4 ອາທິດໂດຍໂຮຍຂ້າງແຖວແລ້ວພວນດິນປົກ
ການໃສ່ປຸ໋ຍເຄມີຕາມຊະນິດ ແລະ ຄວາມອຸດົມສົມບູນຂອງດິນຄື
1. ດິນໜຽວສີດຳ ເປັນດິນທີ່ມີໂພແຕສຊຽມພຽງພໍຕໍ່ຄວາມຈະເລີນເຕີບໂຕຂອງຝ້າຍຖ້າມີຟອສຟໍຣັດທີ່ມີປະໂຫຍດບໍ່ຕໍ່າກວ່າ 10 ສ່ວນໃສ່ປຸ໋ຍສູດ 21-0-0 ປະມານ 30 ກິໂລ/ໄລ່ ຫຼື ສູດ 46-0-0 ປະມານ 13 ກິໂລ/ໄລ່ຖ້າມີແຕ່ຟອສຟໍຣັດທີ່ເປັນປະໂຫຍດຕໍ່າກວ່າ 10 ສ່ວນໃສ່ປຸ໋ຍສູດ 20-20-0 ປະມານ 30 ກິໂລ/ໄລ່
2. ດິນໜຽວສີແດງ ໃສ່ປຸ໋ຍສູດ 20-10-0 ປະມານ 60 ກິໂລ/ໄລ່ ຫຼື ສູດ 15-15-15 ປະມານ 70 ກິໂລ/ໄລ່
3. ດິນປົນຊາຍໜຽວສີນໍ້າຕານ ໃສ່ປຸ໋ຍສູດ 20-20-0ປະມານ 30 ກິໂລ/ໄລ່
V ພະຍາດທີ່ສຳຄັນ ແລະ ການປ້ອງກັນ
1. ພະຍາດໃບກູດ ໃບມີຂະໜາດນ້ອຍ ໃບອ່ອນມີເສັ້ນສີຂຽວອ່ອນກວ່າໃບຍອດກູດມ້ວນສ່ວນຂໍ້ຕໍ່ຂອງລຳຕົ້ນສັ້ນ ຖ້າເປັນພະຍາດຕັ້ງແຕ່ໄລຍະເບ້ຍຕົ້ນຈະແກບໍ່ໃຫ້ຜົນຜະລິດ
2. ພະຍາດໃບແຫ້ວ ເຮັດໃຫ້ການຈະເລີນເຕີບໂຕຊ້າ ຕົ້ນແກໃບແຫ້ວລົ່ນ ແລະ ແຫ້ງຕາຍຖ້າເກີດກັບຕົ້ນຝ້າຍທີ່ມີອາຍຸຫຼາຍໃບຝ້າຍຈະເລີ່ມເຫຼືອງເປັນຈຸດ ຢູ່ລະຫວ່າງເສັ້ນໃບບາດຂະຫຍາຍກວ້າງໃບລົ່ນເຫຼືອແຕ່ໃບຍອດ ຄວນຫຼົກຕົ້ນຝ້າຍທີ່ເປັນພະຍາດຕັ້ງແຕ່ເລີ່ມສະແດງອາການ ເຜົາຖີ່ມນອກບໍລິເວນປູກ
VI ແມງໄມ້ທີ່ສຳຄັນ ແລະ ການປ້ອງກັນ
1. ເພ້ຍຈັກຈັ່ນຝ້າຍ ໂຕອ່ອນ ແລະ ໂຕເຕັມໄວດູດກິນນໍ້າລ້ຽງຈາກໃບ ແລະ ຍອດເຮັດໃຫ້ຕົ້ນອ່ອນແກ ຫຼື ຕາຍຂອບໃບເປັນສີນໍ້າຕານເຖີງແດງ ໃບຄອບແຫ້ງ ແລະ ງຸ້ມລົງຕໍ່ມາໃບດອກຈະລົ່ນໃຊ້ສານອິມິດາໂຄລພຣິດ ຊາວໃສ່ກັບແກ່ນພັນກ່ອນປູກ ແລະ ຊີດພົ່ນ
2. ເພ້ຍອ່ອນຝ້າຍ ອາໃສດູດກິນນໍ້າລ້ຽງບໍລິເວນກ້ອງໃບອ່ອນເຮັດໃຫ້ຍອດຝ້າຍຍຸດການຈະເລີນເຕີບໂຕ ແລະ ເປັນພາຫານະນໍາພະຍາດໃບກູດ ຄວນໃຊ້ສານເຄມີ ອິມິດາໂຄລພຣິດຊາວໃສ່ກັບແກ່ນພັນກ່ອນປູກ ແລະ ຊີດພົ່ນ
3. ເພ້ຍໄຟຝ້າຍ ໂຕອ່ອນ ແລະ ໂຕແກ່ຈະເຈາະເຍື່ອຝ້າຍ ແລະ ດູດກິນນໍ້າລ້ຽງ ເຮັດໃຫ້ບໍລິເວນຜີວໃບດ້ານລຸ່ມມີສີເງີນຫຼັງຈາກນັ້ນໃບຈະປ່ຽນເປັນສີນໍ້າຕານ ແຫ້ວ ແລະ ລົ່ນຖ້າເພ້ຍໄຟເຂົ້າທຳລາຍຝ້າຍໃນໄລຍະຕົ້ນນ້ອຍຢ່າງຮຸນແຮງອາດເຮັດໃຫ້ຝ້າຍຍຸດການຈະເລີນເຕີບໂຕ ຫຼື ຕາຍ ຄວນໃຊ້ສານເຄມີ ອິມິດາໂຄລພຣິດຊາວໃສ່ກັບແກ່ນພັນກ່ອນປູກ
4. ແມງຫວີ່ຂາວຢ່າສູບ ໂຕອ່ອນ ແລະ ໂຕແກ່ດູດກິນນໍ້າລ້ຽງຈາກໃບຝ້າຍ ແລະ ຂີ້ເຮັດໃຫ້ເກີດລາດໍາໃບຝ້າຍລົ່ນໄວກວ່າທີ່ຄວນ ແລະ ເຮັດໃຫ້ເສັ້ນໃຍຝ້າຍເປື້ອນຄວນໃຊ້ສານເຄມີ ມີ ອິມິດາໂຄລພຣິດຊາວໃສ່ກັບແກ່ນພັນກ່ອນປູກ ແລະ ຊີດພົ່ນ
5. ໜອນເຈາະດອກຝ້າຍ ໜອນກັດກິນໃບ ແລະ ສະມໍຝ້າຍທຸກຂະໜາດເຮັດໃຫ້ດອກລົ່ນ ໜອນເຈາະຖານຂອງສະມໍເຂົ້າໄປກິນພາຍໃນ ຂີ້ໄວເທິ່ງສະມໍ ແລະ ຮີ້ວປະດັບດອກເຮັດໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຄວນພົ່ນສານເຄມີ ເບຕາໄຊຟລູທຮິນ 30 ມິລີ/ນໍ້າ 20 ລິດ
VII ການປ້ອງກັນກຳຈັດວັດສະພືດ
ໄຖ 1 ຄັ້ງຕາກດິນ 2-3 ອາທິດແລ້ວພວນດິນ 1 ຄັ້ງ .ກຳຈັດວັດສະພືດ 1-2 ຄັ້ງ ເມື່ອອາຍຸຝ້າຍປະມານ 3-4 ອາທິດ ກ່ອນຝ້າຍແຕກສະມໍຖ້າຍັງມີວັດສະພືດ ປົກຄຸມການກຳຈັດວັດສະພືດອີກເທື່ອໜຶ່ງເພື່ອປ້ອງກັນເສດໃບ ແລະ ດອກຂອງວັດສະພືດປະປົນໄປກັບປຸຍຝ້າຍ
VIII ການເກັບກ່ຽວ
ເກັບປຸຍຝ້າຍຄັ້ງທຳອິດເມື່ອອາຍຸ 120 ວັນຫຼືສະມໍຝ້າຍຊຸດທຳອິດແຕກປຸຍເຕັມທີ່ຕໍ່ມາເກັບທຸກ 7-10 ວັນ ຄວນເກັບໄລຍະທີ່ແດດອອກ ຫຼື ບໍ່ມີນໍ້າໜອກຕິດເພື່ອປ້ອງກັນປຸຍຝ້າຍປົນເປື້ອນຈາກສິ່ງເປື້ອນເປິະ .ເລືອກເກັບສະເພາະສະມໍທີ່ແຕກປຸຍເຕັມທີ່ ແລະ ແຫ້ງຊະນິດ ໃຊ້ມືເກັບປຸຍຝ້າຍທີ່ຂາວສະອາດບໍ່ໃຫ້ມີສິ່ງເຈື່ອປົນ ເຊັ່ນ ເສດໃບ ຮີ້ວປະດັບ ຫຼື ວັດສະພືດຕິດມາກັບປຸຍຝ້າຍ ເກັບປຸຍຝ້າຍແຍກລະຫວ່າງປຸຍຝ້າຍຈາກສ່ວນໂຄນ ກາງ ແລະ ຍອດ ໂດຍທົ່ວໄປປຸຍຝ້າຍຈາກສ່ວນກາງຂອງລໍາຕົ້ນຈະມີຄຸນນະພາບດີກວ່າຈາກສ່ວນອື່ນ. ປຸຍຝ້າຍທີ່ເກັບໄດ້ຈາກສະມໍທີ່ແຕກບໍ່ສົມບູນຄວນແຍກບັນຈຸຖົງໄວ້ຕ່າງຫາກ
- ການແປຮູບ ແລະ ຜະລິດຕະພັນ
ຝ້າຍໃຊ້ເປັນວັດຖຸດີບໃນຜະລິດຕະພັນສິ່ງທໍ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=6623&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/blG7eGw_XtI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ເບີໂທຕິດຕໍ່: