ວິທີເຮັດສວນປູກໝາກພ້າວອ່ອນ

ໃນທຸກໆສ່ວນຂອງໝາກພ້າວແມ່ນມີປະໂຫຍດ ເລີ່ມແຕ່ຮາກຈົນເຖິງຍອດຂອງໝາກພ້າວ ໝາກພ້າວຫອມ ແມ່ນອີກພັນໜຶ່ງທີ່ນິຍົມປູກກັນຫຼາຍເພາະມີຄຸນລັກສະນະພິເສດຄື: ມີນໍ້າທີ່ຫອມຖືກໃຈ ແລະ ເນື້ອໝາກພ້າວກໍ່ມີລົດຊາດທີ່ຫວານກົມກ່ອມ ມີກິ່ນຫອມຖືກໃຈຫຼາຍໆຄົນ.
I. ສະພາບແວດລ້ອມ
ໃນການເຮັດສວນປູກໝາກພ້າວປັດໃຈໜຶ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດກໍ່ຄືສະພາບແວດລ້ອມທີ່ເໝາະສົມເຊັ່ນ: ປະລິມານນໍ້າຝົນ 1500-2000 ml/ປີ ແລະ ບໍ່ຄວນມີຝົນຕົກໜ້ອຍກວ່າ 50 ml ດົນເກີນ 3 ເດືອນ, ອຸນຫະພູມສະເລ່ຍປະມານ 27 ອົງສາເຊ, ແສງແດດຄວນໄດ້ຮັບຢ່າງໜ້ອຍ 5 ຊົ່ວໂມງ/ມື້ ຄວນມີແສງແດດສາດສ່ອງສະໜໍ່າສະເໝີທັງປີໝາກພ້າວຈຶ່ງເຕີບໂຕໄດ້ດີ, ຄວນມີລົມພັດອອ່ນໆແຕ່ສະໝໍ່າສະເໝີ, ດິນຫຍັງກໍ່ໄດ້ທີ່ມີທາດອາຫານພຽງພໍ ແລະ ຄວາມຊຸ່ມຢູ່ໃນຂະໜາດທີ່ພໍເໝາະ ph ຂອງດິນປານກາງ ແຕ່ຖ້າເປັນດິນທີ່ມີນໍ້າຖ້ວມໄຫຼມີຂີ້ມຸນມາຍິ່ງປູກໝາກພ້າວໄດ້ດີຫຼາຍ ນໍ້າຄືປັດໃຈທີ່ສຳຄັນທີ່ສຸດຂາດບໍ່ໄດ້ເພາະໝາກພ້າວໃຫ້ຜົນຜະລິດຕະຫຼອດ.

II. ສະພາບຂອງພື້ນທີ່
– ການປູກໝາກພ້າວໃນພື້ນທີ່ຕໍ່າ, ພື້ນທີ່ໆມີນໍ້າຖ້ວມຂັງຈຳເປັນຕ້ອງໄດ້ຍົກຮ່ອງ ໃຫ້ສູງກວ່າລະດັບນໍ້າທີ່ຖ້ວມຂັງບໍ່ຕໍ່າກວ່າ 50 ຊມ, ຄັນຮ່ອງຄວນກ້ວາງ 5-8 ມ, ແລະ ຮ່ອງຄວນເລິກປະມານ 10 ມ ແລະ ກ້ວາງອີກປະມານ 1,5-2 ມ. ຖ້າມີພື້ນທີ່ໆເໝາະສົມທາງທີ່ດີບໍ່ຄວນປູກໃນບ່ອນຕໍ່າທີ່ມີນໍ້າຖ້ວມຂັງ.                                                                                                                                                                                             – ການປູກໃນພື້ນທີ່ເປັນດອນຖ້າເປັນບ່ອນປູກທີ່ຮົກເຮື້ອຄວນຖາງອານາໄມໃຫ້ສະອາດ, ຕໍຂອງຕົ້ນໄມ້ຄວນຂຸດອອກໃຫ້ໝົດເພື່ອຄວາມສະດວກໃນການດູແລຮັກສາຕອນຕໍ່ໄປ.
– ບໍ່ຄວນປູກໃນພື້ນທີ່ດິນດານ ຫຼື ເປັນຊັ້ນຫີນທີ່ມີໜ້າດິນເລິກຕໍ່າກວ່າ 1ແມັດ.

       

III. ຂັ້ນຕອນ ແລະ ວິທີການປູກ
1. ການຕຽມຂຸມປູກ
– ຊາວກະສິກອນຄວນຂຸດຂຸມປູກທີ່ມີຂະໜາດເລິກ ແລະ ຍາວປະມານ 1 ແມັດ ແລະ ໄລຍະຫ່າງລະຫວ່າງຕົ້ນກັບແຖວ 6×6 ແມັດ, ໂດຍຂຸດປະໄວ້ປະມານ 1-2 ເດືອນ.
– ເວລາຂຸດຂຸມກ່ອນປູກຄວນແຍກດິນຊັ້ນເທິງ ແລະ ຊັ້ນລຸ່ມໄວ້ຄົນລະຂ້າງປະໄວ້ 7 ວັນແລ້ວຫຍ້າ, ເຟືອງ ຫຼື ໃບໄມ້ຕ່າງໆຮອງກົ້ນຂຸມໂດຍໃຊ້ດິນຊັ້ນເທິງ 1 ສວ່ນປະສົມກັບຝຸ່ນຄອກ 7 ສ່ວນຮອງກົ້ນຂຸມໄວ້ ແລະ ໃຊ້ດິງຊັ້ນລຸ່ມປະສົມກັບປຸຍຣັອດຟອສເຟສ ½ / ຂຸມ ໃສ່ລົງເຕັມຂຸມປະໄວ້ຈົນຮອດລະດູຝົນຈຶ່ງປູກ.
– ຫຼັງຈາກທີ່ຝົນຕົກຫຼາຍ 2 ເທືອ ໃນຊ່ວງລະດູຝົນຈຶ່ງເລີ່ມປູກໝາກພ້າວ ໂດຍການຂຸດດິນເຄິ່ງກາງຂຸມໃຫ້ພໍດີກັບໜ່ວຍໝາກຫຼັງຈາກເອົາໜ່ວຍໝາກພ້າວລົງຂຸມແລ້ວເອົາດິນປົກ ແລະ ຢຽບທາງຂ້າງໃຫ້ແໜ້ນແລ້ວປັກຫຼັກຍຶດໃຫ້ແໜ້ນຖ້າໃຫ້ດີຄວນເຮັດຮົມບັງແດດ.

ແຫຼ່ງທີ່ມາ: www.farmthailand.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ໄມ້ໃຫ້ໝາກ
ຂໍ້ມູນເພີມຕື່ມ:
ຂໍ້ມູູນເຕັກນິກ:
ວີດີໂອ:
ຕິດຕໍ່: