Monthly Archives: August 2023
ເຕັກນິກການລ້ຽງປາເຂັງຢູ່ພື້ນທີປູກຜັກສວນຄົວ
ຊີ້ນປາ ແລະ ສັດນໍ້າ ເປັນແຫຼ່ງທາດຊີ້ນທີ່ສໍາຄັນຊາວກະສິກອນເອົາມາບໍລິໂພກເປັນປະຈໍາວັນ, ການຫາປາໃນແຫຼ່ງນໍ້າທໍາມະຊາດໃນປະຈຸບັນແມ່ນຫາໄດ້ໜ້ອຍ. ການລ້ຽງປາແມ່ນທາງເລືອກໜືື່ງທີ່ສາມາດປະຕິບັດໄດ້ຮັບຜົນດີ ແລະ ມີການລ້ຽງກັນຢ່າງແຜ່ຫຼາຍ ນອກນັ້ນຍັງເປັນການຮັບປະກັນດ້ານສະບຽງອາຫານ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ.
1. ຄວາມສໍາຄັນຂອງການລ້ຽງປາເຂັງຢູ່ພືື້ນທີປູກພືດຜັກສວນຄົວ
• ຄອບຄົວຊາວກະສິກອນສາມາດລ້ຽງປາເຂັງໄດ້ໃນພືື້ນທີຈໍາກັດຂອງພືື້ນທີປູກພືດຜັກສວນຄົວ
• ການລ້ຽງປາເຂັງສາມາດເປັນອາຊີບເສີມ ແລະ ເປັນທາງເລືອກໜືື່ງໃຫ້ແກ່ຄອບຄົວຊາວກະສິກອນໃນເຂດພືື້ນທີຊົນນະບົດ ຫຼື ເຂດພູດອຍ.
• ສາມາດສ້າງລາຍໄດ້ເສີມໃນຄອບຄົວຈາກການປູກພືດຜັກສວນຄົວ.
• ເປັນບ່ອນຮຽນຮູ້ ແລະ ເຜີຍແຜ່ຂໍ້ມູນໃຫ້ຜູ້ສົນໃຈໃນການລ້ຽງປາ.
2. ຄວາມຮູ້ພືື້ນຖານກ່ຽວກັບແນວພັນປາເຂັງ
• ເປັນປາທີ່ລຽ້ງງ່າຍ, ໃຫຍ່ໄຫວ, ທົນທານກັບຄຸນນະພາບນໍ້າເນົົ່າ ແລະ ທົນທານຄວາມແຫ້ງແລງໄດ້ດີ
• ປາເຂັງສາມາດລຽ້ງໃນອັດຕາໜາແໜ້ນເຊັ່ນ: ໜອງຂະໜາດນ້ອຍ, ກະຊັງ ແລະ ອ່າງຊີມັງ.
• ປາເຂັງເປັນປາກິນທາດຊີ້ນ ແລະ ອາຫານທີ່ເອົາມາລຽ້ງ ແມ່ນອາຫານສໍາເລັດຮູບເຊິ່ງມີທາດຊີ້ນປະມານ 35-45%.
3. ຮູບແບບຂອງການລ້ຽງປາເຂັງທີ່ແທດເໝາະກັບການລ້ຽງໃນພືື້ນທີປູກຜັກສວນຄົວ
3.1 ການລ້ຽງປາເຂັງໃນໜອງຜ້າຢາງ
• ໜອງຜ້າຢາງມີຄວາມເໝາະສົມໃນການລ້ຽງປາເຂັງເພາະວ່າມີຕົ້ນທືນຕໍ່າ, ສາມາດປັບປ່ຽນ ຫຼື ຍ້າຍບ່ອນລ້ຽງໄດ້ຕາມຄວາມຕ້ອງການ ແລະ ມີຂະໜາດແຕ່ 2×3 ແມັດ, 2×4 ແມັດ 2×5 ແມັດ ແລະ ມີຄວາມສູງ 80 ຊັງຕິແມັດ.
• ຂະໜາດຂອງຜ້າຢາງທີ່ຈະຂຸດແມ່ນອີງຕາມເນືື້ອທີສວນຜັກຂອງຊາວກະສິກອນ.
• ໜອງຜ້າຢາງແມ່ນເໝາະສົມໃນການລ້ຽງໃນພືື້ນທີ່ປູກຜັກສວນຄົວໃກ້ເຮືອນ ແລະ ສະດວກໃນການບົວລະບັດຮັກສາທຸກເວລາ.
3.2 ຮູບແບບການລ້ຽງໃນອ່າງຊີມັງ
• ການລ້ຽງປາເຂັງໃນອ່າງຊີມັງສາມາດລ້ຽງໄດ້ໃນພືື້ນທີຈໍາກັດຂອງສວນຄົວຂອງຊາວກະສິກອນ.
• ສາມາດສ້າງຄອກກົບຮູບແບບອ່າງສີ່ຫຼ່ຽມແຕ່ຂະໜາດ 2×3 ແມັດ ຫຼື 3×4 ແມັດ ແລະ ມີຄວາມສູງ 60 ຫາ 70 ຊັງຕີແມັດ, ນອກນັ້ນຍັງສາມາດນໍາໃຊ້ອ່າງກົມແບບສໍາເລັດຮູບມີຂະໜາດ 1 ແມັດ ຫຼື 1.2 ແມັດ ແລະ ມີຄວາມສູງ 50 ຊັງຕີແມັດ.
• ລະບົບອ່າງລ້ຽງຕ້ອງມີທໍ່ລະບາຍນໍ້າໃນການປ່ຽນຖ່າຍນໍ້າໄດ້ຕະຫຼອດເວລາໃນໄລຍະການລ້ຽງ.
• ສາມາດລ້ຽງປາເຂັງໃນພືື້ນທີ່ຈໍາກັດໄດ້ ແລະ ມີຄວາມສະດວກໃນການບົວລະບັດຮັກສາ.
3.3 ຮູບແບບການລ້ຽງປາເຂັງໃນກະຊັງຢູ່ໜອງ
• ການລ້ຽງປາເຂັງໃນກະຊັງໃນພືື້ນທີ່ໜອງດິນ ຫຼື ໜອງຜ້າຢາງຢູ່ໃນພືື້ນທີຂອງສວນຄົວຂອງຊາວກະສິກອນ.
• ຂະໜາດກະຊັງລ້ຽງຄວນມີຂະໜາດແຕ່ 2×3 ແມັດ, 2×4 ແມັດ ແລະ 3×4 ແມັດ ແລະ ມີຄວາມສູງ 1 ແມັດ.
• ການລ້ຽງປາເຂັງໃນກະຊັງ ແມ່ນມີຄວາມສໍາຄັນໃນການເພີ່ມຜົນຜະລິດກະສິກໍາໃນພືື້ນທີມີຈໍາກັດໃນພືື້ນທີສວນຄົວ ເປັນຕົ້ນແມ່ນການສ້າງລາຍຮັບ ຫຼື ການມີຊີ້ນປາເພືື່ອບໍລິໂພກໃນຄອບຄົວ .
4. ຂັ້ນຕອນການລ້ຽງປາເຂັງໃນໜອງຜ້າຢາງ
4.1 ການເລືອກສະຖານທີ່
• ການເລືອກສະຖານທີ່ຈະລ້ຽງປາເຂັງໃນໜອງຜ້າຢາງຄວນເລືອກບ່ອນທີ່ຕໍ່າ ແລະ ໃນເຂດສວນຜັກຄົວເຮືອນ.
• ພືື້ນທີ່ຕ້ອງໃກ້ແຫຼ່ງນໍ້າໃຊ້ເຊັ່ນ: ນໍ້າສ້າງ ຫຼື ນໍ້າບາດານ
• ພືື້ນທີ່ບ່ອນລ້ຽງປາຄວນມີຮົົ່ມຕົ້ນໄມ້ເພືື່ອປ້ອງກັນບໍ່ໃຫ້ໜອງປາຕາກແດດຫຼາຍ, ຖ້ານໍ້າຮ້ອນຫຼາຍຈະເຮັດໃຫ້ນໍ້າໃນໜອງປາແຫ້ງໄວ ແລະ ມີຜົນກະທົບຕໍ່ການລ້ຽງປາ.
4.2 ການກະກຽມໜອງຜ້າຢາງ
• ເລືອກສະຖານທີ່ໄດ້ແລ້ວໃຫ້ຂຸດໜອງມີຂະໜາດ 2×5 ແມັດ, ເລິກ ປະມານ 80 ຊມ ຕາມຮູບພາບ.
• ຕັດຜ້າຢາງສີດ າໃຫ້ໄດ້ຂະໜາດ 4×8 ແມັດ ແລ້ວປູຜ້າຢາງໃສ່ໜອງທີ່ຂຸດໄວ້.
• ໃສ່ທໍ່ລະບາຍນໍ້າເພືື່ອສະດວກໃນການປ່ຽນຖ່າຍນໍ້າ, ຫຼັງຈາກນັ້ນເອົານໍ້າເຂົ້າໃສ່ໜອງ.
4.3 ການເລືອກຊືື້ລູກປາ ແລະ ອັດຕາການປູ່ອຍລ້ຽງ
4.3.1 ແຫຼ່ງທີ່ມາຂອງລູກປາ
• ໄດ້ຈາກບ່ອນຜະລິດທີ່ໜ້າເຊືື່ອຖື, ຖ້າດີແທ້ຕ້ອງມີໃບຮັບຮອງຈາກສະຖານີບ່ອນຜະລິດລູກປາ.
• ມີຄວາມຊໍານານໃນການຂົນສົົ່ງລູກປາ ແລະ ເຮັດໃຫ້ລູກປາຕາຍໜ້ອຍທີ່ສຸດ.
• ແນວພັນທີ່ດີຕ້ອງມາຈາກສະຖານີຜະລິດລູກປາຂອງລັດເປັນຕົ້ນ
4.3.2 ລັກສະນະຂອງລູກປາ
• ການລອຍໄປມາຂອງລູກປາ ຫຼື ເຄືື່ອນໄຫວຄ່ອງແຄ້ວ ແລະ ລູກປາບໍ່ລອຍຕັ້ງສາກກັບນໍ້າ.
• ລໍາໂຕສົມບູນ, ຫາງ, ຄີບໍ່ກຸດຫ້ຽນ ແລະ ບໍ່ມີບາດແຜຕາມໂຕ.
• ຂະໜາດຂອງລູກປາຕ້ອງສະໝໍ່າສະເໜີ, ເພາະປາເຂັງເປັນປາກິນຊີ້ນ, ຖ້າອາຫານບໍ່ພຽງພໍລູກປາຈະກິນກັນເອງ.
.3.3 ອັດຕາການປາອຍລ້ຽງ
• ລູກປາທີ່ເລີ່ມເອົາມາລ້ຽງຈະມີຂະໜາດ 3-5 ຊັງຕີແມັດຄວນປ່ອຍໃນອັດຕາ 50 ໂຕ/ມ2 .
• ແຊ່ຖົງລູກປາໄວ້ປະມານ 10-15 ນາທີກ່ອນຈິ່ງປ່ອຍລົງລ້ຽງໄດ້.
• ການນໍາລູກປາມາປ່ອຍໃນຕອນເຊົ້າ ຫຼື ຕອນແລງເພືື່ອປ້ອງກັນບໍ່ໃຫ້ປາຊ໋ອກຕາຍ.
4.4 ປະເພດອາຫານ ແລະ ວິທີການໃຫ້ອາຫານ
4.4.1 ປະເພດອາຫານ
• ອາຫານລ້ຽງປາທີ່ນິຍົມໃຫ້ແມ່ນອາຫານສໍາເລັດຮູບທີ່ມີທາດໂປຼຕີນ 35 ເປີເຊັນຂືື້ນໄປ, ແລະ ມີ 3 ຂະໜາດ (ປາດຸກນ້ອຍ, ກາງ ແລະ ໃຫຍ່).
• ອາຫານຈາກທໍາມະຊາດເຊັ່ນ: ແມງໄມ້ຊະນິດຕ່າງໆ, ປວກ, ຫອຍ, ກະປູ ແລະ ຂີື້ກະເດືອນ.
• ຂີ້ກະເດືອນເຮົາສາມາດລ້ຽງໄດ້, ເປັນຊະນິດແນວພັນຂະໜາດນ້ອຍ, ສາມາດຂະຫຍາຍພັນໄດ້ໄວ ແລະ ຈໍານວນຫຼາຍ.
4.4.2 ການໃຫ້ອາຫານ
• ການໃຫ້ອາຫານໃນໄລຍະປາດຸກຍັງນ້ອຍ ແມ່ນໃຫ້ອາຫານສໍາເລັດຮູບປາດູກນ້ອຍ, ກ່ອນໃຫ້ອາຫານແມ່ນເອົາມາແຊ່ນໍ້າແລ້ວຈິ່ງໃຫ້ປາກິນ, ການໃຫ້ແມ່ນໃຫ້ໃນປະລີມານ 10-12 ເປີເຊັນ ຂອງນໍ້າໜັກປາຕໍ່ວັນ ແລະ ໃຫ້ 2 ຄັ້ງ (ເຊົ້າ ແລະ ແລງ).
• ຖ້າປາຂະໜາດໃຫຍ່ຂືື້ນໃນເດືອນທີ່ 3 ແມ່ນໃຫ້ອາຫານໃນອັດຕາ 3-5 ເປີເຊັນ ຂອງນໍ້າໜັກປາທັງໝົດຕໍ່ວັນ ແລະ ໃຫ້ 2 ຄັ້ງ.
44.5 ການບົວລະບັດຮັກສາ ແລະ ເກັບກູ້ຜົນຜະລິດ
• ບໍ່ຄວນໃຫ້ອາຫານຫຼາຍເກີນໄປຈະເຮັດໃຫ້ນໍ້າເນົ່າເສຍ.
• ການລ້ຽງປາໃນໜອງຜ້າຢາງຄວນເອົາຜັກຕົບມາໃສ່ໃນໜອງເພືື່ອເປັນບ່ອນລີ້ຊ້ອນຂອງປານ້ອຍທີ່ນໍາມາລ້ຽງໃໝ່.
• ຜັກຕົບຍັງຊ່ວຍຮັກສາອຸນຫະພູມນໍ້າໃນໜອງຜ້າຢາງບໍ່ໃຫ້ຮ້ອນຫຼາຍ ແລະ ຍັງຊ່ວຍຮັກສານໍ້າບໍ່ໃຫ້ເນົົ່າເສຍໄວ.
• ຖ້ານໍ້າເນົົ່າເສຍຄວນປ່ຽນຖ່າຍນໍ້າໃໝ່ເຂົ້າ ແລະ ຈະເຮັດໃຫ້ປາກິນອາຫານໄດ້ດີ ແລະ ປາຈະໃຫຍ່ໄວ.
• ຖ້າເຮົາການລ້ຽງປາ 4 ຫາ 5 ເດືອນ, ຈະໄດ້ປາທີ່ມີຂະໜາດ 6 – 7 ໂຕ/1 ກລ, ແລະ ສາມາດຈັບປາທີ່ມີຂະໜາດໃຫຍ່ຂາຍ ຫຼື ນໍາມາບໍລິໂພກໄດ້.
4.6 ຂໍ້ຄວນລະວັງ ແລະ ສິ່ງທີ່ຕ້ອງເອົາໃຈໃສ່
4.6.1 ຂໍ້ຄວນລະວັງ
• ການເລືອກສະຖານທີ່ຂຸດໜອງຜ້າຢາງລ້ຽງປາຕ້ອງຢູ່ໃກ້ແຫຼ່ງນໍ້າເຊັ່ນ: ນໍ້າສ້າງ ຫຼື ນໍ້າບາດານ.
• ການປ່ອຍປາລ້ຽງຕ້ອງປ່ອຍປາຕາມອັດຕາທີ່ກໍານົດໄວ້.
• ການໃຫ້ອາຫານຄວນໃຫ້ຕາມອັດຕາທີ່ໄດ້ກໍາໜົດໄວ້ເພືື່ອປ້ອງກັນບໍ່ໃຫ້ນໍ້າເນົົ່າເສຍ.
4.6.2 ສິ່ງທີ່ຕ້ອງເອົາໃຈໃສ່
• ຕ້ອງລ້ຽງຂີ້ກະເດືອນເພືື່ອເປັນອາຫານເສີມໃຫ້ປາກິນ ແລະ ສາມາດເຮັດໃຫ້ຫລຼຸດຕົ້ນທືນຂອງອາຫານສໍາເລັດຮູບ.
• ຖ້າການລ້ຽງປາທີ່ມີຜົນກະທົບຈາກສະພາບແວດລ້ວມທີ່ມີການປ່ຽນແປງຂອງດິນຟ້າອາກາດໃຫ້ປູກສາຫາລືກັບວິຊາການລ້ຽງປາຂັ້ນເມືອງ, ຂັ້ນແຂວງ ຫຼື ຜູ້ທີ່ມີປະສົບການໃນການລ້ຽງປາ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/9PX9tbawWea0NNcf%20(1).pdf
http://thailuxe.com/wordpress/wp-content/uploads/2018/04/คู่มือการเลี้ยงปลาหมอ.pdf
https://www.baannoi.com/เกษตรบ้านน้อย/สัตว์เลี้ยง/วิธีการเลี้ยงปลาหมอนาแ/
ເຕັກນິກການປູກໝາກແໜ່ງກວາງຕຸ່ງ
ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ,ເປັນຜົນຜະລິດທີມີຕະຫຼາດຮອງຮັບຢູ່ຕະຫຼອດເວລາໂດຍສະເພາະແລ້ວແມ່ນຕະຫຼາດຈາກ ສປ ຈີນມີພໍ່ຄ້າຄົນຈີນມາຮັບຊື້ຢູ່ລາວໂດຍ ສະເພາະເພືອນໍາໄປຂາຍສົ່ງໃຫ້ໂຮງງານເພື່ອປຸງແຕ່ງເປັນຢາ ແລະ ເຄື່ອງເທດ,ປຸ່ງແຕ່ງເປັນອາຫານ ແລະ ອື່ນໆຕະຫຼາດ ສປ ຈີນແມ່ນມີຄວາມຕ້ອງການໃນປະລິມານຫຼາຍ,ຊື່ງໃນປະຈຸບັນປະລິມານ ການຜະລິດໝາກແໜ່ງແມ່ນຍັງບໍ່ທັນພຽງພໍເມືອທຽບກັບຄວາມຕ້ອງການຂອງຕະຫຼາດ,ໃນ ຄະນະດຽວກັນ ໝາກແໜ່ງຂອງ ສປຈີນ ແມ່ນມີອາຍແກ່ນັບມື້ນັບໜ້ອຍລົງ,ຍ້ອນແນວນີ້ພໍ່ຄ້າ ສປ ຈີນ ຈືື່ງຈໍາເປັນຕ້ອງໄດ້ນໍາເຂົ້າ ຈາກຫຼາຍປະເທດ ໃນຂົງເຂດໄກ້ຄຽງ,ເປັນຕົ້ນແມ່ນປະເທດລາວ ຫວຽດນາມ,ກໍາປູເຈ້ຍ…ຈາກເງືອນໄຂດັ່ງກ່າວນີ້, ມັນຈຶ່ງເປັນໂອກາດ ແລະ ເງືອນໄຂອັນດີໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫຼາດ ສປ ຈີນ,ໂດຍສະເພາະແມ່ນບັນດາເຂດແຂວງ ທີຕັ້ງຢູ່ໄກ້ກັບຊາຍແດນຂອງ ສປ ຈີນ ເຊັ່ນ: ແຂວງຜົ້ງສາລີ,ແຂວງ ອຸດົມໄຊ,ແຂວງຫຼວງນໍ້າທາ ແລະ ອື້ນໆ. ຕົ້ນໝາກແໜ່ງແມ່ນເປັນພືດທີປູກງ່າຍ,ປູກຕາມກ້ອງປ່າ ແລະ ບໍມີຄວາມຈໍາເປັນທີຈະຕ້ອງຕັດຕົ້ນໄມ້(ເວັ້ນເສຍແຕ່ຕົ້ນໄມ້ທີເປັນຮົມນັ້ນຕືບໜາເກີນໄປ) ແລະ ໝາກແໜ່ງຍັງເປັນພືດທີມີຄຸນຄ່າໃຫ້ກັບປ່າໄມ້ ແລະ ໃຫ້ແກ່ປະຊາຊົນທີຢູ່ອາໃສຢູ່ໄກ້ກັບປ່າ,ກິດຈະກໍາການປູກໝາກແໜ່ງແມ່ນຕອບສະໜອງຖືກຕ້ອງຕາມແນວທາງຂອງລັດຖະບານລາວເຮົາທີແນໃສ່ການຢຸດຕິການຖ່າງປ່າເຮັດໄຮ່ແບບເລືອນລອຍ ຫັນມາເຮັດກະສິກໍາແບບຄົງທີອີກຢ່າງໜຶ່ງກແມ່ນໃຫ້ສອດຄ່ອງກັບມະຕິຂອງ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຫັນມາປູກພືດເປັນສິນຄ້າ ການເກັບກ່ຽວແມ່ນຍັງບໍ່ທັນມີຢ່າງຫຼວງຫຼາຍ ແລະ ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໄດ້ຢ່າງພຽງພໍເທື່ອ,ມີຫຼາຍປັດໃຈທີເຮັດໃຫ້ໝາກແໜ່ງມີຜົນຜະລິດບໍ່ພຽງພໍ ,ເພາະວ່າຍັງຂາດເຕັກນິກການປູກ ແລະ ການຮັກສາຢ່າງຖືກຕ້ອງ
ໝາກແໜ່ງກວາງຕຸ່ງ: Amomum villosum ຕະກຸນ: Zingiberacee ຕົ້ນໝາກແໜ່ງເປັນພືດທີມີຄວາມສູງແຕ່ 1,2-2 ແມັດ,ແພ່ພັນໂດຍໜໍ່ປົກກະຕິແລ້ວຕົ້ນໝາກແໜ່ງຈະເກີດເປັນເຫງົ້າ,ເປັນພືດທີມັກຮົ່ມ ແລະ ແສງສະຫວ່າງ,ຕົ້ນໝາກແໜ່ງເກີດໄດ້ດີຢູ່ກ້ອງປ່າໄມ້ເຂດຮ້ອນ,ເຊິ່ງມີແສງສະຫວ່າງແຕ່ 10-60 ເປີເຊັນ,ແຕ່ເໝາະສົມທີສຸດແມ່ນມີແສງສະຫວ່າງ,ລະຫວ່າງ 30-40 ເປີເຊັນ,ຕົ້ນໝາກແໜ່ງ ເປັນພືດທີມີຮາກປະເພດຕືນ,ປະມານ 80 ເປີເຊັນ,ຂອງຮາກຈະຂະຫຍາຍຕົວຢູ່ດິນຊັ້ນເທິງ 10 ຊັງຕີແມັດ,ອີກ 12 ເປີເຊັນແມ່ນຂະຫຍາຍຕົວຢູ່ໃນຊັ້ນດິນລະຫວ່າງ 10-20 ຊັງຕີແມັດ,ມີພຽງຮາກຈໍານວນໜ້ອຍໜຶ່ງເທົ່ານັ້ນທີຢັ່ງລົງເລິກກວ່າ 20 ຊັງຕີແມັດ,ຍ້ອນເຫດຜົນດັ່ງກ່າວ,ຕົ້ນໝາກແໜ່ງຈຶ່ງມັກເກີດຢູ່ເຂດທີມີຄວາມຊຸ່ມຊື້ນ ແລະ ບໍ່ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ. ຕົ້ນໝາກແໜ່ງອ່ອນຈະມີຮາກປົ່ງອອກຢ່າງໜ້ອຍ 2 ແໜ່ງຂື້ນໄປຕົ້ນທີເກີດຢູ່ຂອບສວນໄດ້ຮັບແສງແດດພຽງພໍຈະປົາງຮາກແໜ່ງຫຼາຍກວ່າ ໃນຂະນະທີຕົ້ນໝາກແໜ່ງເກີດບໍລິເວນກາງສວນທີມີຄວາມໜາແໜ້ນສູງຈະປົ່ງຮາກແໜງໜ້ອຍ ແລະ ຕົ້ນອ່ອນມີຈໍານວນໜ້ອຍ,ສະນັ້ນ,ຈຶ່ງເຮັດໃຫ້ສວນປູກໝາກແໜ່ງໃຫ້ຜົນຜະລິດບໍ່ໄດ້ເທົ່າທີຄວນ.
I. ລັກສະນະພື້ນທີ
ພື້ນທີ ທີເໝາະສົມຕໍ່ການປູກໝາກແໜ່ງກວາງຕຸ່ງ ແມ່ນຢູ່ໃນລະດັບຄວາມສູງຈາກໜ້ານໍ້າທະເລແຕ່ 800 ແມັດ ຫາ 1500 ແມັດ,ຖ້າປູກໃນລະດັບຕໍ່າກວ່າ 800 ແມັດ, ລົງມາໝາກແໜ່ງກວາງຕຸ່ງຈະຂະຫຍາຍຕົວໄດ້ດີ ແຕ່ໃຫ້ຜົນ ຜະລິດຕໍ່າ (ອອກໝາກໜ້ອຍ)
II. ເຕັກນິກການປູກໝາກແໜ່ງ ແລະ ການກະກຽມພື້ນທີ
1 ການກະກຽມພື້ນທີ
ການກະກຽມພື້ນທີ່ ແມ່ນການກະກຽມພື້ນທີ່ໃຫ້ມີສະພາບແວດລ້ອມທີ່ເໝາະສົມສໍາລັບປູກໝາກແໜ່ງກວາງຕຸ່ງ ລວມທັງການປະຕິບັດງານໃນສວນ ໝາກແໜ່ງ ແລະ ການອະນຸລັກດິນ ແລະ ນໍ້າເຊິ່ງຈໍາເປັນຕ້ອງໄດ້ມີ. ການວາງແຜນ ການນໍາໃຊ້ພື້ນທີ່ຢ່າງມີປະສິດທິພາບ ເພື່ອສະດວກໃນການບົວລະບັດຮັກສາຕົ້ນໝາກແໜ່ງ ແລະ ການເກັບກູ້ຜົນຜະລິດໝາກແໜ່ງຕາມລະດູການ. ການກະກຽມພື້ນທີ່ປູກໝາກແໜ່ງກວາງຕຸ່ງມີຂັ້ນຕອນທີ່ສໍາຄັນຄື:ຖາງ ແລະ ຕັດຕົ້ນໄມ້ນ້ອຍຈໍານວນໜຶ່ງ, ອະນາໄມເສດໄມ້ ແລະ ຫຍ້າ ເຄືື່ອນຍ້າຍອອກຈາກພື້ນທີ່ (ບໍ່ຈູດເຜົາ) ຈົ່ງຕົ້ນໄມ້ໃຫຍ່ໃຫ້ກະແຈກກະຈາຍຢູ່ທົ່ວພື້ນທີ່ ເພືື່ອໃຫ້ແສງແດດສ່ອງຜ່ານລົງສູ່ພື້ນທີ່ປູກປະມານ 50%.
ຂໍ້ຄວນເອົາໃຈໃສ່ :
ບໍ່ຄວນຈູດ ແລະ ເຜົາຕົ້ນໄມ້ທີ່ຕັດຖາງລົງ ໃນໄລຍະກະກຽມພື້ນທີ່, ເພາະຖ້າຈູດມັນຈະສົ່ງຜົນເສຍຕໍ່ໂຄງສ້າງ ແລະ ຄວາມອຸດົມສົມບູນຂອງດິນ. ບໍ່ຄວນປູກໝາກແໜູ່ງໃສພື້ນທີ່ປ່າໄມ້ປ່ອງ ຫຼື ຊະນິດພືດທີ່ມີລັກສະນະຮາກໄມ້ຫຼາຍຄື ໄມ້ປ່ອງຈະເຮັດໃຫ້ການຈະເລີນເຕີບໂຕ ແລະໃຫ້ຜົນຜະລິດຂອງຕົ້ນໝາກແໜ່ງບໍ່ໄດ້ຮັບຜົນດີ ເຊັ່ນດຽວກັນກັບໄມ້ໃບກວ້າງ ແລະ ໃບແຂງ ເມືື່ອລົ່ນໃບຈະໄປປົກຄຸ້ມດອກໝາກແໜ່ງເຮັດໃຫ້ດອກເກີດຄວາມເສຍຫາຍ.
2 ເຕັກນິກວິທີການປູກ
ພາຍຫລັງກະກຽມພື້ນທີ່ປູກເປັນທີ່ຮຽບຮ້ອຍແລ້ວ, ການປູກໝາກແໜ່ງດ້ວຍເບ້ຍເຫງົ້າອາຍ 2 ປີ ຄວນປູກໃນຕົ້ນລະດູຝົນໃນລະຫວ່າງທ້າຍເດືອນ ເມສາ ຫາ ທ້າຍເດືອນ ພືດສະພາ. ໃນຂະນະທີ່ການປູກດ້ວຍເຫງົ້າອາຍ 1 ປີ ໃນບໍລິເວນໃກ້ຄຽງກັບສວນປູກເກົ່າຄວນປູກໃນເດືອນ ມີຖຸນາ ຫາ ສີງຫາ, ເຊິ່ງມີຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ດັ່ງລຸ້ມນີ້: ໃຊ້ຈົກ ຫຼື ສຽມຂຸດລົງດິນເປັນຂຸມ, ເຊິ່ງຂະໜາດຂອງຂຸມບໍ່ສາມາດກໍານົດຄວາມຍາວ, ເລີກ, ກວ້າງ ຂອງຂຸມໄດ້ ເພາະຂັ້ນກັບຂະໜາດຂອງເຫງົ້າທີ່ນໍາມາປູກວ່າມີຄວາມຍາວ, ເລີກ, ກວ້າງຂະໜາດໃດ.ນໍາເອົາເຫງົ້າໝາກແໜ່ງທີ່ໄດ້ກະກຽມໄວ້ລົງປູກໃສ່ຂຸມຢ່າງລະມັດລະວັງຖ້າພື້ນທີ່ມີຄວາມຄ້ອຍຊັນຕ້ອງວາງຮາກເຄົ້າປິິ່ນເຂົ້າຫາທິດຄ້ອຍຊັນແລ້ວໃຊ້ມືສຽບຮາກແໜງໃສ່ໜ້າຕັດດິນເລັກນ້ອຍເພືື່ອຊ່ວຍຮາກຢືດແໜ້ນກັບດິນ, ຈາກນັ້ນ ນໍາເອົາດິນລົງຖົມໃຫ້ຖ້ວມໃນລະດັບຕໍ່າກວ່າຄໍຮາກ/ເຫງົ້າແລ້ວອັດ (ຢຽບ) ດິນໃຫ້ແໜ້ນພໍປະມານ, ການຖົມດິນບໍຄວນຖົມປາຍຮາກແໜງ, ໝາຍຄວາມວ່າຕ້ອງຈົ່ງປາຍຮາກແໜງໃຫ້ພົ້ນດິນເພາະວ່າປາຍຮາກແໜງຈະສືບຕໍ່ຂະຫຍາຍຕົວເກີດເປັນຕົ້ນໃໝ່. ທີຮາກແໜ່ງທີຂະຫຍາຍຕົວພົ້ນໜ້າດິນ ແລະ ດອກຂອງມັນຖືກທັບຖົມດ້ວຍດິນ ແລະ ຂີ້ເຫື້ຍອຈາກການເຊາະເຈືອນໃນເວລາຝົນຕົກ.
ການປູກດ້ວຍເຫງົ້າອາຍ 2 ປີ(ຕັດໃບຖີ້ມ) ແມ່ນບໍ່ຈໍາເປັນຕ້ອງໃຊ້ໄມ້ແນບລໍາຕົ້ນ ເນືື່ອງຈາກມັນບໍ່ໄດ້ຮັບຜົນກະທົບຈາກລົມພັດ, ຖ້າປູກດ້ວຍເຫງົ້າອາຍ 1 ປີ (ປູກບໍ່ຕັດໃບ) ປູກໃນຊ່ວງເດືອນ 6 ຫາເດືອນ 8 ຫລັງຈາກປູກແລ້ວ ຄວນຊອກຫາຫລັກໄມ້ມາປັກລົງຂ້າງຕົ້ນແລ້ວໃຊ້ສາຍເຊືອກມັດລໍາຕົ້ນ, ໝາກແໜ່ງຕິດໃສ່ກັບຫລັກໄມ້ບໍ່ໃຫ້ແໜ້ນຈົນເກີນໄປເພືື່ອປ້ອງກັນບໍ່ໃຫ້ລໍາຕົ້ນລົ້ມລົງ ເມືື່ອກະທົບກັບສິ່ງລົບກວນຕາມທໍາມະຊາດ.
3 ການຄັດເລືອກແນວພັນ ແລະ ການກະກຽມແນວພັນໝາກແໜ່ງກວາງຕຸ່ງ
3.1 ການຄັດເລືອກແນວພັນ
ຕົ້ນໝາກແໜ່ງກວາງຕຸ່ງ ມີລັກສະນະຄືກັບໝາກແໜ່ງປາກຊ່ອງແຕ່ມັນກໍມີລັກສະນະເດັ່ນທີແຕກຕ່າງກັນ. ສະນັ້ນ, ການຄັດເລືອກແນວພັນໝາກແໜ່ງຈຶ່ງມີຄວາມສໍາຄັນ ເພາະຖ້າປູກໝາກແໜ່ງທັງສອງແນວພັນປົນກັນຈະເຮັດໃຫ້ໄດ້ລາຄາຕໍ່າ.ນອກຈາກນັ້ນ,ຖ້າປູກປົນກັບໝາກແໜ່ງສາຍພັນອືນໆ ຈະເຮັດໃຫ້ຜົນຜະລິດຂອງໝາກແໜ່ງກວາງຕຸ່ງມີຄຸນນະພາບຕໍ່າເພາະມີການປະສົມຂ້າມສາຍພັນຈາກແມງໄມ້ ເຮັດໜ້າທີການປະສົມເກສອນເປັນຕົ້ນແມງໄມ້ຈໍາພວກເຜິ້ງ.
3.2 ການກະກຽມແນວພັນ
ໝາກແໜ່ງກວາງຕຸ່ງນິຍົມກັນປູກດ້ວຍເຫງົ້າເຊິ່ງໄດ້ຮັບຜົນດີ ແລະ ໄວກວ່າການປູກດ້ວຍແກ່ນ. ເຫງົ້າທີເໝາະສົມສໍາລັບການນໍາເອົາໄປປູກໃນພື້ນທີຫ່າງໄກຄວນມີອາຍຸ 2 ປີ. ໃນຂະນະທີການປູກໃນພື້ນທີໄກ້ຄຽງແມ່ນນໍາໃຊ້ເຫງົ້າທີມີອາຍຸ 1 ປີ, ເຫງົ້າໝາກແໜ່ງຄວນຈົ່ງຮາກເຫງົ້າເຄົ້າ ຫຼື ຮາກແກ້ວໃຫ້ມີຄວາມຍາວບໍ່ໃຫ້ຫຼຸດ 20 ຊັງຕີແມັດ,ຈົ່ງລໍາຕົ້ນໃຫ້ມີຄວາມຍາວປະມານ 60 ຊັງຕີແມັດ,ຂື້ນໄປ ແລະ ຈົ່ງຮາກແໜ່ງອ່ອນໄວ້ເພື່ອເຮັດໃຫ້ຕົ້ນໝາກແໜ່ງຂະຫຍາຍຕົວໄດ້ດີ. ເຫງົ້າໝາກແໜ່ງເມືື່ອເວລາຂົນສົ່ງໄປຮອດພື້ນທີ່ປູກມັນສາມາດພັກຕົວໄດ້ປະມານ 4 ວັນ ແຕ່ຕ້ອງເກັບຮັກສາໄວ້ຮົ່ມ ແລະ ຊຸ້ມຊືື່ນ, ແຕ່ວິທີທີ່ດີທີ່ສຸດຄວນນໍາເອົາແນວພັນໝາກແໜ່ງໄປປູກເລີຍເມືື່ອຈະນໍາເອົາເຫງົ້າໄປປູກໃນຊ່ວງເວລາທີ່ເໝາະສົມຄື ຊ່ວງທ້າຍເດືອນເດືອນ 3 ຫາ 5(ປະຕິທິນສາກົນ)ໃນກໍລະນີຖ້າເອົາເຫງົ້າໄປປູກໃນຊ່ວງເດືອນ 6 – 8 (ປະຕິທິນສາກົນ)ໃນພື້ນທີ່ໃກ້ຄຽງ ແມ່ນສາມາດປູກທັງໃບເລີຍກໍ່ໄດ້ເພາະແມ່ນຊ່ວງລະດູຝົນ.
ຖ້າພື້ນທີ່ປູກຢູ່ຫ່າງໄກ, ການນໍາເອົາເບ້ຍເຫງົ້າໝາກແໜ່ງ ອາຍຸ 1 ປີ ເປັນແນວພັນແມ່ນບໍ່ເໝາະສົມເພາະສົ່ງຜົນເຮັດໃຫ້ເຫງົ້າມັກເນົ່າຕາຍພາຍຫລັງຈາກປູກ. ຄວາມຈິງແລ້ວ, ເບ້ຍເຫງົ້າຈົ່ງຮາກຍາວເທົ່າໃດຍິ່ງດີແຕ່ພົບຄວາມຫຍຸ້ງຍາກເວລາຂົນສົ່ງ ແລະ ນໍາເອົາເບ້ຍໄປປູກ.
ໝາກແໜ່ງຈາກສວນຄວນໃຊ້ມືຈັບຄໍຮາກແລ້ວຈິ່ງດຶ່ງຂື້ນ ເພືື່ອປ້ອງກັນບໍ່ໃຫ້ເຫງົ້າຮາກແຕກຫັກ, ແຕ່ຖ້າເຫງົ້າຮາກແຕກຫັກຄວນໄປປູກທັນທີທັນໃດ ຫຼື ບໍ່ຄວນເກີນ 2 ວັນ ຖ້າບໍ່ຈໍາເປັນບໍ່ຄວນຈະປູກທັງນີ້ເພືື່ອປ້ອງກັນບໍ່ໃຫ້ເບ້ຍບໍຈະນໍາໄປປູກຕາຍຫລາຍ, ວິທີທີ່ດີຄວນປະດິນໃຫ້ຕິດກັບເຫງົ້າໝາກແໜ່ງເລັກນ້ອຍເພືື່ອເປັນການຮັກສາຄວາມຊຸ້ມຊືື່ນຂອງເບັ້ຍ.
3.3 ການບົວລະບັດຮັກສາສວນປູກໝາກແໜູ່ງກວາງຕຸ່ງ
ການບົວລະບັດຮັກສາສວນໝາກແໜ່ງກວາງຕຸ່ງກຄ້າຍຄືກັນກັບໝາກແໜ່ງຊະນິດອືນໃນປີທໍາອິດແມ່ນອະນາໄມ 3 ຄັ້ງ/ປີ (ຕົ້ນ, ກາງ ແລະ ທ້າຍລະດູຝົນ) ໂດຍການເສຍຫຍ້າ ແລະ ເອົາຈໍາພວກເຄືອອອກ. ໃນປິທີສອງ 2 ຄັ້ງ/ປີ (ຕົ້ນລະດູຝົນ ແລະ ທ້າຍລະດູ) ອະນາໄມຈໍາພວກເຄືອ, ຫຍ້າ. ເລີ່ມແຕ່ປີທີສາມເປັນຕົ້ນໄປແມ່ນໃຫ້ອະນາໄມ 1 ຄັ້ງ/ປີ ໃນຊ່ວງເດືອນ 12.
ຂໍ້ຄວນເອົາໃຈໃສ່:
ນອກຈາກເສຍຫຍ້າແລ້ວຄວນຈະມີການຕັດສາງສວນໝາກແໜ່ງຕົ້ນແກ່ເພື່ອໃຫ້ການຕັດສາງໝາກແໜ່ງຕົ້ນແກ່ຫ້າມບໍ່ໃຫ້ຕັດໃນຊ່ວງອອກດອກ ແລະ ໝາກຄວນຕັດສາງຫຼັງຈາກເກັບໝາກແລ້ວບໍ່ຫ້ອະນາໄມສວນຊ່ວງຕົ້ນໝາກແໜ່ງເປັນດອກ ແລະ ໝາກ ເພາະປີທີສາມໝາກແໜ່ງເລີ່ມອອກດອກ ແລະ ເປັນໝາກການຕັດສາງຕົ້ນໝາກແໜ່ງ (ການຕັດສາງລໍາແກ່) 1 ຄັ້ງ/ປີ ແມ່ນມີຜົນຕໍ່ການເກີດໜໍ່ໝາກແໜ່ງຈໍານວນຫຼາຍ.
3.4 ການເກັບກູ້ ແລະ ການປຸງແຕ່ງໝາກແໜ່ງກວາງຕຸ່ງ
ໝາກແໜ່ງກວາງຕຸ່ງ ໃຫ້ຜົນຜະລິດເມືື່ອມີອາຍຸ ໄດ້ 3 ປີຂື້ນໄປ ແຕ່ໄລຍະທໍາອິດໃຫ້ຜົນຜະລິດໜ້ອຍ ແລະ ຫຼາຍໃນປີຕໍ່ໆໄປ, ໄລຍະເວລາທີ່ເໝາະສົມແກ່ການເກັບໝາກແໜ່ງທີ່ສຸດ ແມ່ນຊ່ວງທີ່ໝາກແໜ່ງສຸກດີເປັນສີແດງເຂັ້ມຄືໃນຊ່ວງເດືອນ 7 ຫາ ເດືອນ 11 (ປະຕິທິນສາກົນ) ການເກັບກູ້ແມ່ນສາມາດເຮັດໄດ້ດ້ວຍການໃຊ້ມືບີດເອົາໝາກແກ່ (ຈົ່ງໝາກອ່ອນໄວ້ເກັບຊຸດຕໍ່ໄປ).
3.4.1 ການປຸງແຕ່ງ ແລະ ການເກັບຮັກສາໝາກແໜ່ງກ່ອນການຂາຍ
ສວນໝາກແໜ່ງຖ້າຫາກບໍ່ມີການຕັດສ້າງລໍາແກ່ອອກໃນແຕ່ລະປີແມ່ນເຮັດໃຫ້ຜົນຜະລິດຫຼຸດໜ້ອຍລົງ ແລະ ເຮັດໃຫ້ ການຂະຫຍາຍພັນຂອງຕົ້ນໝາກແໜ່ງຊ້າລົງ ແລະ ເຮັດໃຫ້ຮອບວຽນການເກີດໜໍ່ສືບພັນດັບສູນໄປ ເຊິ່ງສົ່ງຜົນເຮັດໃຫ້ຕົ້ນໝາກແໜ່ງຕາຍໝົດໃນທີສຸດ.
ຂໍ້ຄວນລະວັງ:
ບໍ່ໃຫ້ອະນາໄມສວນໝາກແໜ່ງໃນຊ່ວງໝາກແໜ່ງເປັນດອກ ແລະ ໝາກ ທັງນີ້ກໍ່ເພືື່ອຫຼີກລ້ຽງຜົນເສຍຫາຍທີ່ຈະເກີດຂື້ນກັບດອກ ແລະ ໝາກ. ຮອບວຽນການສືບພັນຂອງຕົ້ນໝາກແໜ່ງກວາງຕຸ່ງ ໜໍ່ເກີດໜ້ອຍເມືື່ອມີຕົ້ນໝາກແໜ່ງອາຍຸ 3 ປີ ຫາ 4 ປີ, ແຕ່ມີຕົ້ນໃໝ່ເກີດຫຼາຍເມືື່ອຕົ້ນໝາກແໜ່ງລຸ້ນດັ່ງກາວແກ່ຕາຍໄປ. ສະນັ້ນ, ສາມາດເວົ້າໄດ້ວ່າຕົ້ນໝາກແໜ່ງໃຫ້ຜົນຜະລິດບໍ່ຄົງທີ່ໃນແຕ່ລະປີ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/Pa1JcJM7Voihppl7.pdf
file:///C:/Users/HP/Downloads/kml5NAouFJHHrnOi.pdf
https://th.wikipedia.org/wiki/เร่ว
ເຕັກນິກການປູກໝາກແໜ່ງປາກຊ່ອງ
ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ,ເປັນຜົນຜະລິດທີມີຕະຫຼາດຮອງຮັບຢູ່ຕະຫຼອດເວລາໂດຍສະເພາະແລ້ວແມ່ນຕະຫຼາດຈາກ ສປ ຈີນມີພໍ່ຄ້າຄົນຈີນມາຮັບຊື້ຢູ່ລາວ ໂດຍສະເພາະເພຶອນໍາໄປຂາຍສົ່ງໃຫ້ໂຮງງານເພື່ອປຸ່ງແຕ່ງເປັນຢາ ແລະ ເຄື່ອງເທດ,ປຸ່ງແຕ່ງເປັນອາຫານ ແລະ ອື່ນໆຕະຫຼາດ ສປ ຈີນ ແມ່ນມີຄວາມຕ້ອງການໃນປະລິມານຫຼາຍ,ຊຶ່ງໃນປະຈຸບັນປະລິມານການຜະລິດໝາກແໜ່ງແມ່ນຍັງບໍ່ທັນພຽງພໍ ເມືອທຽບກັບຄວາມຕ້ອງການຂອງຕະຫຼາດ,ໃນ ຄະນະດຽວກັນ ໝາກແໜ່ງຂອງ ສປຈີນ ແມ່ນມີອາຍຸແກ່ນັບມື້ນັບໜ້ອຍລົງ,ຍ້ອນແນວນີ້ພໍ່ຄ້າ ສປ ຈີນ ຈື່ງຈໍາເປັນຕ້ອງໄດ້ນໍາເຂົ້າຈາກຫຼາຍປະເທດໃນຂົງເຂດໄກ້ຄຽງ,ເປັນຕົ້ນແມ່ນປະເທດລາວ, ຫວຽດນາມ,ກໍາປູເຈ້ຍ…ຈາກເງືອນໄຂດັ່ງກ່າວນີ້, ມັນຈຶື່ງເປັນໂອກາດ ແລະ ເງືອນໄຂອັນດີໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫຼາດ ສປ ຈີນ,ໂດຍສະເພາະແມ່ນບັນດາເຂດແຂວງ ທີຕັ້ງຢູ່ໄກ້ກັບຊາຍແດນຂອງ ສປ ຈີນ ເຊັ່ນ: ແຂວງຜົ້ງສາລີ,ແຂວງ ອຸດົມໄຊ,ແຂວງຫຼວງນໍ້າທາ ແລະ ອື້ນໆ
ຊືື່ທົ່ວໄປ: ໝາກແໜ່ງ ໝາກແໜ່ງປາກຊ່ອງ Amomum spp ຕະກຸນ ຕົ້ນໝາກແໜ່ງເປັນພືດທີມີຄວາມສຸງແຕ່ 1,2-2 ແມັດ,ແພ່ພັນໂດຍໜໍ່ ປົກກະຕິແລ້ວຕົ້ນໝາກແໜ່ງຈະເກີດເປັນເຫົ້ງາ,ເປັນພືດທີມັກຮົ່ມ ແລະ ແສງສະຫວ່າງ, ຕົ້ນໝາກແໜ່ງເກີດໄດ້ດີຢູ່ກ້ອງປ່າໄມ້ເຂດຮ້ອນ, ເຊິື່ງມີແສງສະຫວ່າງແຕ່ 10-60 ເປີເຊັນ, ແຕ່ເໝາະສົມທີສຸດແມ່ນມີແສງສະຫວ່າງ, ລະຫວ່າງ 30- 40 ເປີເຊັນ, ຕົ້ນໝາກແໜ່ງ ເປັນພືດທີມີຮາກປະເພດຕືນ,ປະມານ 80 ເປີເຊັນ, ຂອງຮາກຈະຂະຫຍາຍຕົວຢູ່ດິນຊັ້ນເທິງ 10 ຊັງຕີແມັດ, ອີກ 12 ເປີເຊັນແມ່ນຂະຫຍາຍຕົວຢູ່ໃນຊັ້ນດິນລະຫວ່າງ 10-20 ຊັງຕີແມັດ, ມີພຽງຮາກຈໍານວນໜ້ອຍໜຶື່ງເທົ່ານັ້ນ ທີຢັັ່ງລົງເລິກກວ່າ 20 ຊັງຕີແມັດ, ຍ້ອນເຫດຜົນດັ່ງກ່າວ, ຕົ້ນໝາກແໜ່ງຈຶື່ງມັກເກີດຢູ່ເຂດທີມີຄວາມຊຸ້ມຊື້ນ ແລະ ບໍ່ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ. ໝາກແໜ່ງແຕ່ລະຊະນິດພັນແມ່ນມີລະບົບຮາກຄຶກັນ, ແຜ່ພັນດ້ວຍລະບົບຮາກ ພ້ອມທັງເກີດດອກ ແລະ ໝາກຕາມຮາກແໜງບໍລິເວນເຫົ້ງາ, ລໍາຕົ້ນໝາກແໜ່ງ ຈະມີອາຍຸປະມານ 4 ປີຈາກນັ້ນມັນຈະຫ່ຽວແຫ້ງຕາຍ, ແຕ່ລະບົບຮາກຂອງມັນຈະຍັງຄົງຢູ່, ຕົ້ນໝາກແໜ່ງຈະໃຫ້ໝາກເມືອລໍາຕົ້ນມມີອາຍຸ 2-4 ປີ.
ຕົ້ນໝາກແໜ່ງອ່ອນຈະມີຮາກປົ່ງອອກຢ່າງໜ້ອຍ 2 ແໜ່ງຂື້ນໄປຕົ້ນທີເກີດຢູ່ຂອບສວນໄດ້ຮັບແສງແດດພຽງພໍຈະປົ່ງຮາກແໜ່ງຫຼາຍກວ່າ ໃນຂະນະທີຕົ້ນໝາກແໜ່ງເກີດບໍລິເວນກາງສວນທີມີຄວາມໜາແໜ້ນສູງຈະປົ່ງຮາກແໜງໜ້ອຍ ແລະ ຕົ້ນອ່ອນມີຈໍານວນໜ້ອຍ, ສະນັ້ນ, ຈຶ່ງເຮັດໃຫ້ສວນປູກໝາກແໜ່ງໃຫ້ຜົນຜະລິດບໍ່ໄດ້ເທົ່າທີຄວນ.
I. ເຕັກນິກການປູກໝາກແໜ່ງ
1. ການກະກຽມພື້ນທີການບຸກເບິກພື້ນທີ່ ສາມາດເຮັດໄດ້ດ້ວຍການຖາງ, ຈູດ ແລະ ຮື້ ເພືື່ອກໍາຈັດຫຍ້າ, ຕົ້ນໄມ້ນ້ອຍ
ອອກ ເຊິ່ງໄລຍະເວລາທີ່ເໝາະສົມໃນການຈັດຕັ້ງປະຕິບັດ ແມ່ນຊ່ວງລະດູແລ້ງ ໃນລະຫວ່າງເດືອນ 2-3 ໂດຍສ່ວນໃຫ່ຍແມ່ນໃຊ້ແຮງງານຄົນ ແລະ ນໍາໃຊ້ອຸປະກອນ ຄື: ພ້າ, ມີດ ແລະ ອືື່ນໆ.
2. ເຕັກນິກການປູກ
ໄລຍະຫ່າງທີ່ເໝາະສົມໃນການປູກໝາກແໜ່ງປາກຊ່ອງ ແມ່ນອີງຕາມສະພາບພື້ນທີ່ປູກສໍາລັບເຂດສັນພູທີຄວາມຊຸ້ມຊື້ນສູງບໍ່ຫຼຸດ 22 ເປີເຊັນ. ໄລຍະຫ່າງແມ່ນ 1 x 1 ແມັດ, 1 x 2 ແມັດ ແລະ 2 x 2 ແມັດແມ່ນເໝາະສົມສໍາລັບນໍາໃຊ້ປູກໃນເຂດດິນຊຸ້ມຊືື່ນໃກ້ແຄມແຫຼ່ງນໍ້າ, ຊິື່ງຂະໜາດໄລຍະຫ່າງດັ່ງກ່າວ ຕົ້ນໝາກແໜ່ງສາມາດຂະຫຍາຍຕົວຈອດກັນ ແລະ ໃຫ້ຜົນຜະລິດໃນປີທີ 3
ໝາກແໜ່ງປາກຊ່ອງເປັນໝາກແໜ່ງແດງຄືກັບໝາກແໜ່ງກວາງຕຸງເຊິື່ງ ມີລັກສະນະຄ້າຍຄືກັນຫຼາຍ ແລະ ມີຄວາມແຕກຕ່າງກັນເລັກນ້ອຍຄື. ການຄັດ ເລືອກແນວພັນໝາກແໜ່ງປາກຊ່ອງມາປູກ ຄວນມີຄວາມລະມັດລະວັງເພາະຈະສົ່ງຜົນຕໍ່ການຈະເລີນເຕີບໂຕຂອງຕົ້ນຫມາກແໜ່ງ,ເຊິ່ງເຮັດໃຫ້ສູນເສຍທຶນຮອນ ແລະ ເວລາ. ໝາກແໜ່ງປາກຊ່ອງປູກດ້ວຍເບ້ຍເຫົ້ງາ ແມ່ນຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດໄວ ແລະ ປະຢັດເວລາກວ່າການປູກດ້ວຍແກ່ນ. ເຫງົ້າທີ່ເໝາະສົມ ຄວນມີອາຍຸ 2 ປີ ໂດຍລັກສະນະຂອງເຫງົ້າທີ່ເໝາະສົມຕ້ອງຈົ່ງຮາກເຄົ້າ (ຮາກແກ້ວ) ໃຫ້ມີຄວາມຍາວ 20 ຊັງຕີແມັດ, ຂຶ້ນໄປ ແລະ ຈົ່ງຮາກແໜງອ່ອນໄວ້ ເຊິ່ງຮາກແຫນງອ່ອນຈະກາຍເປັນຫນໍ່ ແລະ ຕົ້ນໝາກແໜ່ງຕໍ່ໄປ. ຄວນຕັດລໍາ ແລະ ໃບອອກສ່ວນເທິງຈົ່ງລໍາຕົ້ນໃຫ້ມີຄວາມຍາວ 40 – 50 ຊັງ ຕີແມັດ.ເຖິງຢ່າງໃດກໍ່ຕາມ, ຖ້າຕ້ອງການປູກໂດຍບໍ່ຕັດລໍາ ແລະ ໃບສ່ວນເທິງອອກ ແມ່ນໃຫ້ປູກໃນຊ່ວງເດືອນ 7 ຫາ 8. ການປູກດ້ວຍເຫງົ້າທັງສອງວິທີແມ່ນໃຫ້ ຜົນຜະລິດໃນປີທີ 3 ການຄັດເລືອກແນວພັນ.
II. ການບົວລະບັດຮັກສາສວນປູກໝາກແໜ່ງປາກຊ່ອງ
• ການບົວລະບັດຮັກສາສວນໝາກແໜ່ງປາກຊ່ອງກ ຄ້າຍຄຶກັນກັບໝາກແໜ່ງຊະນິດອືນໃນປີທໍາອິດແມ່ນອະນາໄມ 3 ຄັ້ງ/ປີ (ຕົ້ນ, ກາງ ແລະ ທ້າຍລະດູຝົນ) ໂດຍການເສຍຫຍ້າ ແລະ ຈໍາພວກເຄືອອອກ
• ໃນປິທີສອງ 2 ຄັ້ງ/ປີ (ຕົ້ນລະດູຝົນ ແລະ ທ້າຍລະດູ) ອະນາໄມຈໍາພວກເຄືອ, ຫຍ້າ. ເລີ່ມແຕ່ປີທີສາມເປັນຕົ້ນໄປ ແມ່ນໃຫ້ອະນາໄມ 1 ຄັ້ງ/ປີ ໃນຊ່ວງເດືອນ 12.
ຂໍ້ຄວນເອົາໃຈໃສ່:
ນອກຈາກເສຍຫຍ້າແລ້ວຄວນຈະມີການຕັດສາງສວນໝາກແໜ່ງຕົ້ນແກ່ເພຶອໃຫ້ການຕັດສາງໝາກແໜ່ງຕົ້ນແກຫ້າມບໍ່ໃຫ້ຕັດໃນຊວງອອກດອກ ແລະ ໝາກ ຄວນຕັດສາງຫຼັງຈາກເກັບໝາກແລ້ວບໍ່ໃຫ້ອະນາໄມສວນຊ່ວງຕົ້ນ ໝາກແໜ່ງເປັນດອກ ແລະ ໝາກ ເພາະປີທີສາມໝາກແໜ່ງເລີ່ມອອກດອກ ແລະ ເປັນໝາກການຕັດສາງຕົ້ນໝາກແໜ່ງ(ການຕັດສາງລໍາແກ່) 1 ຄັ້ງ/ປີ ແມ່ນມີຜົນຕໍ່ການເກີດໜໍ່ໝາກແໜ່ງຈໍານວນຫຼາຍສວນໝາກແໜ່ງຖ້າຫາກບໍ່ມີການຕັດສ້າງລໍາແກ່ອອກໃນແຕ່ລະປີແມ່ນເຮັດໃຫ້ຜົນຜະລິດຫຼຸດໜ້ອຍລົງ ແລະ ເຮັດໃຫ້ການຂະຫຍາຍພັນຂອງຕົ້ນໝາກແໜ່ງຊ້າລົງ ແລະ ເຮັດໃຫ້ຮອບວຽນການເກີດໜໍ່ສືບພັນດັບສູນໄປ ເຊິ່ງສົ່ງຜົນເຮັດໃຫ້ຕົ້ນໝາກແໜ່ງຕາຍໝົດໃນທີສຸດ.
III. ການເກັບກູ້ ແລະ ການປຸງແຕ່ງໝາກແໜ່ງ
1 ການເກັບກູ້ ໝາກແໜ່ງປາກຊ່ອງໃຫ້ຜົນຜະລິດເມືື່ອມີອາຍຸໄດ້ 3 ປີ ຂຶ້ນໄປແຕ່ໄລຍະທໍາອິດໃຫ້ຜົນຜະລິດໜ້ອຍ ແລະ ຫຼາຍໃນປີຕໍ່ໆໄປ, ໄລຍະເວລາທີ່ເໝາະສົມແກ່ການເກັບໝາກແໜ່ງທີ່ສຸດແມ່ນຊ່ວງທີ່ໝາກແໜ່ງສຸກດີເປັນສີແດງເຂັ້ມຄືໃນຊ່ວງເດືອນ 7 ຫາ ເດືອນ 11 (ປະຕິທິນສາກົນ) ການເກັບກູ້ແມ່ນສາມາດເຮັດໄດ້ດ້ວຍການໃຊ້ມືບີດເອົາໝາກແກ່ (ຈົ່ງໝາກອ່ອນໄວ້ໄວ້ເກັບຊຸດຕໍ່ໄປ).
ໝາກແໜ່ງປາກຊ່ອງສ່ວນໃຫຍ່ນິຍົມກັນຂາຍດິບ, ແຕ່ກໍ່ຍັງມີຊາວກະສິກອນບາງເຂດນິຍົມກັນຕາກແດດເພາະວ່າມັນສາມາດເກັບຮັກສາໄວ້ໄດ້ດົນ.
2 ການປຸງແຕ່ງ
ກ. ການອົບແຫ້ງ: ແມ່ນວິທີການນໍາເອົາໝາກແໜ່ງສຸກແກເຕັມທີ່ແລ້ວທີຍັງບໍ່ທັນເຂົ້າໄປອົບແຫ້ງຢູ່ໂຮງອົບຂະໜາດ ນ້ອຍລະດັບບ້ານ ຫລື ລະດັບຄອບຄົວ. ໃນການອົບໝາກແໜ່ງແຕ່ລະຄັ້ງຈະໃຊ້ເວລາຢູ່ 12 ຫາ 24 ຊົ່ວໂມງ ໂດຍຕ້ອງ ມີການຮັກສາອຸນຫະພູມຄວາມຮ້ອນຢ່າງເໝາະສົມ,ໝາກແໜ່ງອົບແຫ້ງສາມາດເກັບໄວ້ໄດ້ດົນ ພ້ອມທັງເປັນການເພີ່ມມູນຄ່າລາຄາ ໝາກແໜ່ງຂຶ້ນຕື່ມໄປອີກ, ນອກຈາກນັ້ນມັນຍັງມີຄວາມເສຍຫາຍໜ້ອຍໃນການເກີດເຊື້ອຣາຕ່າງໆ. ການອົບແຫ້ງ ຖ້າເຮົາເອົາໝາກແໜ່ງສົດເຂົ້າເຕົາອົບຈໍານວນ 60 ກິໂລກຼາມ ພ້ອມກັນຈະໃຊ້ເວລາຢູ່ປະມານ 12 ຊົ່ວໂມງ. ວິທີການອົບ : ທຸກໆ 30 ນາທີ ຕ້ອງໄດ້ປີ້ນ ໝາກແໜ່ງໃນເຕົາອົບຈາກລຸ່ມຂື້ນເທິງ ເພື່ອໃຫ້ໝາກແໜ່ງແຫ້ງສະເໝີກັນດີ. ອັດຕາສ່ວນຫລຸດຂອງນໍ້າໜັກຈາກການອົບແຫ້ງຢູ່ທີ່ 100 ກິໂລກຼາມ (ໝາກດິບ) ຈະໄດ້ໜາກແໜ່ງປາກຊ່ອງແຫ້ງ ປະມານ 15 ຫາ 20 ກິໂລ ກຼາມ.
ຂ. ການຕາກແດດ: ຈະຕ້ອງໄດ້ອາໄສທໍາມະຊາດເປັນຫຼັກ. ລະດູການເກັບ ໝາກແໜູ່ງໂດຍສ່ວນໃຫຍ່ຕົກຢູ່ໃນຊ່ວງລະດູຝົນ, ການຕາກແດດແມ່ນບໍ່ພຽງພໍທີ່ຈະເຮັດໃຫ້ໝາກແໜ່ງແຫ້ງເຕັມທີ່ ແລະ ບໍ່ສາມາດປ້ອງກັນການເກີດເຊື້ອຣາ ຕາມມາ. ນອກຈາກນັ້ນ, ການຕາກແດດແມ່ນໃຊ້ເວລາຫຼາຍວັນ ແລະ ຕ້ອງໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດ. ໄລຍະເວລາໃນການຕາກແດດຈະໃຊ້ເວລາຢູ່ປະມານ 7 ວັນ (ມີແສງແດດປົກກະຕິ) ເພືື່ອເຮັດໃຫ້ໝາກແໜ່ງແຫ້ງດີ. ອັດຕາ ສ່ວນຫລຸດຂອງນໍ້າໜັກປະມານ 100 ກິໂລກຼາມດິບຈະໄດ້ໝາກແໜ່ງແຫ້ງ 13 – 14 ກິໂລກຼາມແຫ້ງ, ການເກັບຮັກສາໝາກແໜ່ງແຫ້ງ ສາມາດເຮັດໄດ້ດ້ວຍການບັນຈຸໄວ້ໃນກະເປົາປານ ຫຼຶ ຖົງຕາໜ່າງຂຽວ (ລະບາຍອາກາດໄດ້ດີ) ຈາກນັ້ນ ເກັບມ້ຽນໄວ້ໃນບ່ອນທີ່ມີອາກາດຖ່າຍເທດີ, ບໍ່ມີຄວາມຊຸ່ມ ແລະ ບໍ່ມີສັດຕູລົບກວນ (ມົດ, ໜູ, ມອດ..)
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/YxyGz8t7ZeHtAGNc.pdf
https://home.kku.ac.th/orip2/thaiherbs/index.php/2013-05-04-04-14-43/35-2013-05-07-09-43-03
http://lad.nafri.org.la/fulltext/4364-0.pdf
ເຕັກນິກການປູກໝາກເຂືອ
ໝາກເຂຶອເປັນພືດຜັກໃຫ້ໝາກຊະນິດໜຶື່ງທີ່ມີອາຍຸຫຼາຍປີ (ພືດຂ້າມປີ) ສາມາດຈະເລີນເຕີບໂຕໄດ້ດີໃນດິນເກືອບທຸກຊະນິດ ແລະ ສາມາດປູກໄດ້ຕະຫລອດປີທົ່ວທຸກພາກຂອງປະເທດ ໝາກເຂືອມີຖິ່ນກໍາເນີດຢູ່ປະເທດອິນເດຍ ເຊິ່ງໄດ້ມີການປູກມາເປັນເວລາດົນນານແລ້ວຕໍໍ່ຈາກນັ້ນກໍໍ່ພົບເຫັນຢູ່ປະເທດຈີນ ເຊິ່ງໃນນັ້ນຊາວຈີນໄດ້ຮູ້ຈັກໝາກເຂຶອເປັນເວລາ 1,500 ປີ ມາແລ້ວໃນປີ 1928 ຊາວອິນໂດເນເຊຍກໍໍ່ນໍາເອົາໝາກເຂຶອມາປູກ ແລະ ແພ່ລາມເຂົ້າສູ່ປະເທດພະມ້າ ຈາກນັ້ນຈື່ງແພ່ຂະຫຍາຍໄປທົ່ວມຸມໂລກ ໃນປັັດຈຸບັນປະເທດທີ່ປູກໝາກເຂຶອຫຼາຍກ່ວາໝູ່ແມ່ນປະເທດອິນເດຍ ແລະ ບັງກະລາເທດ. ໝາກເຂຶອເປັນພືດຕະກຸນ Solanaceae ມີຊືື່ສາມັນ eggplant ແລະ ມີຊືື່ວິທະຍາສາດ Solanum melogenea Lin. ເປັນພືດາຍຸຫລາຍປີແຕ່ນິຍົມປູກເປັນພືດປີດຽວໝາກມີຫຼາຍສີ ແລະ ລັກສະນະຮູຍຮ່າງແຕກຕ່າງກັນເຊັ່ນ: ຂາວ, ເຫຼືອງ, ມ່ວງ, ຂຽວ ແລະ ຂ້ອນຂ້າງດໍາ, ໜ່ວຍກົມ, ຍາວ, ປາຍແຫຼມ.
ໝາກເຂືອເປັນພືດຜັກຊະນິດໜຶື່ງທີບໍລິໂພກສົດ ຫຼື ໃຊ້ປຸງແຕ່ງອາຫານໄດ້ຫຼາຍຊະນິຊີວິດປະຈໍາວັນຂອງຄົນເຮົາ ນອກຈາກນັ້ນໝາກເຂຶອຍັງປະກອບດ້ວຍທາດອາຫານຕ່າງໆທີເປັນປະໂຫຍດຕໍໍ່ຮ່າງກາຍຂອງຄົນເຮົາເຊັ່ນ: ທາດໂປຕິນ 1,4 ກຣາມ, ວິຕາມິນ C 12 ມີລິກຣາມ,ວິຕາມິນ B1 24 ມີລິກຣາມ, ວິຕາມິນ A 124 iu, ທາດນໍ້າ 92,7% ແລະ ທາດອຶ່ນໆອີກ. ລໍາຕົ້ນຂອງໝາກເຂືອຍັງໃຊ້ເປັນຍາດີໄອປຸງແຕ່ງເປັນຢາພຶ້ນເມືອງໄດ້ອີກ.
I. . ເຕັກນິກ ແລະ ຂັ້ນຕອນການປູກໝາກເຂືອ
1 ການຄັດເລຶອກສະຖານທີ່ປູກ
ສະຖານທີເໝາະສົມໃນການປູກໝາກເຂຶອຄວນເປັນດິນທີອຸດົມສົມບຸນເປັນບ່ອນທີນໍ້າບໍໍ່ຂັງ ຫຼື ຖ້ວມສາມາດລະບາຍນໍ້າອອກໄດ້ສະດວກ,ຄວນເປັນບ່ອນໃກ້ເສັ້ນທາງ ແລະ ແຫຼ່ງນໍ້າບໍໍ່ຢູ່ໄກຈາກຕະຫຼາດປານໃດເພຶອສະດວກໃນການຂົນສົ່ງ, ສະຖານທີຕ້ອງໄດ້ຮັບແສງສະຫ່ວາງຕະຫຼອດວັນ
2 ການກຽມດິນກ້າເບ້ຍ
ການກ້າເບ້ຍມີ 2 ວິທີຄື: ການກ້າໃສໜານ,ການກ້າໃສ່ກະແຕະກ້າເບ້ຍ
2.1 ວິທີການກ້າໃສູ່ໜານ:
ຂຸດ ຫຼື ໄຖດິນເລິກປະມານ 15-20 ຊັງຕິແມັດ ຕາກແດດໄວ້ປະມານ 5- 7 ວັນ, ຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມສະລາຍຕົວແລ້ວພວນດິນໃຫ້ລະອຽດເກັບເສດຫ້ຍາອອກໃຫ້ໝົດຍົກເປັນໜານ ຈາກນັ້ນກໍໍ່ນໍາເມັດພັນມາຫວ່ານໃຫ້ທົ່ວໜານແລ້ວຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມປົກໜ້າໜາບໍໍ່ເກີນ 1 ເຊັງຕິແມັດ, ປົກດ້ວຍເຟຶອງບາງໆ ແລະ ຫົດນໍ້າໃຫ້ຊຸ່ມ.
2.2 ວິທີການກ້າໃສ່ກະແຕະ:
ນໍາດິນປູກຝັງ 3 ສ່ວນ, ຝຸ່ນຄອກ ຫຼື ຝຸ່ນບົ່ມ 1 ສ່ວນ, ແກບເຜົາ 1 ສ່ວນ, ມາປະສົມໃຫ້ເຂົ້າກັນ ຈາກນັ້ນກໍໍ່ນໍາໄປຮ່າຍໃສກະແຕະກ້າເບ້ຍແລ້ວຫົດນໍ້າໃຫ້ຊຸ່ມໃຊ້ໄມ້ເຈາະໃຫ້ເປັນຮູເລິກປະມານ 0,5 ຊັງຕິແມັດ, ຢອດເມັດ 2- 3 ເມັດ/ຂຸມປົກຂຸມດ້ວຍດິນມຸ່ນລະອຽດ.
2.3 ການຖອນແຍກ (ໃນກໍລະນີ້ໃສ່ແຕະກ້າເບັ້ຍ)
ເມືື່ຶອອາຍຸຂອງຕົ້ນກ້າໄດ້ 10-15 ວັນມີໃບແທ້ສາມໃບກໍໍ່ຖອນແຍກເອົາຕົ້ນທີ່ບໍໍ່ແຂງແຮງອອກຈົ່ງຕົ້ນທີ່ສົມບຸນໄວ້ຫຼັງຈາກນັ້ນກໍໍ່ສືບຕໍໍ່ບົວລະບັດຮັກສາຈົນກວ່າຕົ້ນກ້າມີອາຍຸໄດ້ 25-30 ວັນຈຶ່ງສາມາດຍ້າຍລົງປູກ
3. ການກຽມດິນປູກ
ຂຸດ ຫຼື ໄຖດິນເລິກປະມານ 25-30 ເຊັງຕິແມັດ ແຕກແດດໄວ້ປະມານ 10-14 ວັນຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມໃນອັດຕາ 2-4ໂຕນ/ໄລ່ ຄາດດິນໃຫ້ລະອຽດເກັບເສດຫຍ້າອອກໃຫ້ໝົດຍົກເປັນໜານໃຫ້ກວ້າງປະມານ 1-2 m, ສ່ວນຄວາມຍາວຂື້ນກັບຄວາມເໝາະສົມຂອງພື້ນທີ, ຍົກຮ່ອງໃຫ້ສູງປະມານ 25 -30 ເຊັງຕິແມັດ ຫຼື ສູງເຖິງ 50 ເຊັງຕິແມັດ ຫາກພຶ້ນທີລະບາຍນໍ້າຍາກ ແລະ ຈົ່ງຮ່ອງລະບາຍນໍ້າໃຫ້ກ້ວາງ 50 ເຊັງຕິແມັດ.
3.1 ການຄຸມໜານປູກ
ຫຼັງຈາກຍົກໜານສໍາເລັດແລ້ວກໍໍ່ນໍາໃຊ້ຜ້າຢາງດໍາ,ເຟືອງເຂົ້າ,ຫຍ້າແຫ້ງປົກຄຸ່ມໜານປູກເພືື່ອຊ່ວຍຮັກສາຄວາມຊຸ່ມໃນດິນ,ຮັກສາໂຄ້ງສ້າງຂອງດິນ,ປ້ອງກັນການເຊາະລ້າງຂອງດິນ ແລະ ຊ່ວ່ຍຫຼຸດຜ່ອນການເກີດວັດສະພຶືດ
4 ການປູກ
ຫຼັງຈາກເບ້ຍມີອາຍຸໄດ້ປະມານ 25-30 ລະຫວ່າງໃບຈິງ 2-3 ໃບກໍໍ່ສາມາດນໍາຍ້າຍໄປປູກໄດ້ ການປູກຄວນປູກໃນເວລາແດດອ່ອນຕ່ອນບາຍ ຫາ ຕອນຄໍ່າ ໄລຍະຫ່າງທີເໝາະສົມແມ່ນໃຊ້ໄລຍະຫ່າງລະຫວ່າງຕົ້ນ 50 ເຊັງຕິແມັດ ລະຫວ່າງແຖວ 100 ເຊັງຕິແມັດ .
5 ການບົວລະບັດຮັກສາ
5.1 ການໃຫ້ນໍ້າ
ຄວນໃຫ້ຢ່າງພຽງພໍ ແລະ ສະໝໍ່າສະເໝີແຕ່ຍ່າໃຫ້ຫຼາຍເກີນໄປ ໂດຍຈະສັງເກດໄດ້ຈາກຄວາມຊຸ່ມໃນດິນໃນໜານປູກ,ໃນອາທິດທໍາອິດທີ່ຍ້າຍເບ້ຍມາປູກໃໝ່ຄວນໃຫ້ວັນລະຄັ້ງ ຫຼັງຈາກນັ້ນຄອຍຫຼຸດລົງໃຫ້ເຫຼືອ 2-3 ຄັ້ງ/ທິດ ທັງນີ້ແມ່ນຕ້ອງຂັ້ນກັບຄວາມຊຸ່ມໃນດິນ
5.2 ການໃສ່ຝຸ່ນ
ການໃສ່ຝຸ່ນກໍໍ່ອີງໃສ່ຄວາມອຸດົມສົມບຸນຂອງດິນ ດັ່ງນັ້ນການກໍາຝຸ່ນໃສຈຶ່ງມີຄວາມຈໍາເປັນ ແລະ ໃຫ້ຖືກຕ້ອງເພືື່ອຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ໃຫ້ປະສິດທິພາບສູງທາງດ້ານຜົນຜະລິດໂດຍສະການຈະເລີນເຕີບໂຕທາງດ້ານລໍາຕົ້ນ,ໃບ,ດອກ ແລະ ໝາກ ດັ່ງນັ້ນຄວນກໍານົດຝຸ່ນໃຫ້ຖຶກຕ້ອງ.
1. ການໃສ່ຝຸ່ນຮອງພື້ນ ໝາຍເຖິງການໃສ່ຝຸ່ນກ່ອນປູກ ໂດຍໃສພ້ອມກັບການກຽມດິນຄັ້ງສຸດທ້າຍ. ເຊິື່ງສາມາດໃສ່ໄດ້ດ້ວຍຫຼາຍວິທີເຊັ່ນ: ໃສ່ແບບຫວ່ານທົ່ວພື້ນ,ແບບໃສ່ເປັນຂຸມດ້ວຍຝຸ່ນຄອກ ຫຼື ຝຸ່ນເຄມີສູດ 15-15-15 ໃນອັດຕາ 20kg/ໄລ່ ອີງໃສ່ຄວາມອຸດົມສົມບູນຂອງດິນເປັນຕົ້ນ .
2. ການໃສ່ຝຸ່ນເພີ່ມ ເມືື່ອພືດມີອາຍຸ 10-15 ວັນຫຼັງຈາກປູກໃສ່ຝຸ່ນຢູເຣຍສູດ 46-00-00 ໃນອັດຕາ 20 Kg/ໄລ່ ເພືື່ອເລັ່ງການຈະເລີນເຕີບໂຕເຮັດໃຫ້ຕັ້ງໂຕໄດ້ໄວ ແລະ ແຂງແຮງ ຫຼັງຈາກໃສ່ຝຸ່ນຄັ້ງທີ 1 ໄດ້ປະມານ 25-30 ກໍໍ່ໃສເພີ່ມຄັ້ງທີ່ 2 ໂດຍ ໃສ່ສູດ 15-15-15 ໃນອັດຕາ 25kg/ໄລ່ ຄັ່ງທີ 3 ເມືື່ອພືດອາຍຸ 40-45 ວັນ ໃສຝຸ່ນສູດ 15-15-15 ໃນປະລິມານ 10 kg ປະສົມກັບຝຸ່ນ 46:00:00 ປະລິມານ 10 Kg ໃສ່ໜ້າດິນແລ້ວເອົາດິນຖົມໄວ້ຫ່າງຈາກຕົ້ນ 1 ຄືບ ຫຼື 10- 15 ເຊັງຕິແມັດ.
3. ການເສຍຫຍ້າພວນດິນ ການເສ່ຍຫຍ້າກະເປັນບັນຫາໜຶື່ງທີສໍາຄັນ, ການເສ່ຍຫຍ້າແມ່ນເສ່ຍ 2-3 ຄັ້ງຕໍໍ່ລະດູການເນືື່ອງຈາກວ່າເປັນບັນຫາທີສໍາຄັນໃນການຍາດແຍງອາຫານຈາກ ພືດ ເຮັດໃຫ້ພືດຈະເລີນເຕີບໂຕບໍໍ່ໄດ້ດີເທົ່າທີຄວນ ນອກຈາກນີ້ຍັງເປັນບ່ອນລີ້ຊ່ອນຂອງແມງໄມ້ອີກດ້ວຍ. ດັ່ງນັ້ນຈຶື່ງຄວນເສ່ຍຫຍ້າ ຫຼື ລົກເຊິ່ງເປັນການພວນດິນຈະເຮັດໃຫ້ດິນມີຊ່ອງຫວ່າງອາກາດ,ສາມາດຖ່າຍເທ່ອາກາດໄດ້ດີ ແລະ ລະບົບຮາກມີການຂະຫຍາຍຕົວໄດ້ດີ,ການພວນດິນຕ້ອງມີຄວາມລະມັດລະບໍໍ່ໃຫ້ກະທົບກະເທືອນເຖິງຮາກພືດ.
6 ການເກັບກ່ຽວ
ໝາກເຂຶອມີອາຍຸການເກັບກ່ຽວປະມານ 60-90 ວັນຫຼັງການປູກສາມາດເກັບໄດ້ປະມານ 10-15 ເທືື່ອຕໍໍ່ລະດູການເກັບກ່ຽວແມ່ນຂຶ້ນກັບຈຸດປະສົງຂອງຜູ້ປູກເຊັ່ນ ການເກັບໝາກສົດເພືື່ອຈໍາໜ່າຍຕາມຕະຫຼາດ ແລະ ຄວນຄໍານຶງເຖິງຜູ້ ບໍລິໂພກວ່າຕ້ອງການຂະໜາດຈຶື່ງຈໍານ່າຍໄດ້ດີ ແລະ ການຄັດເລືອກແນວພັນໃນລະດູການຕໍໍ່ໄປຄວນຄັດເລືອກຕົ້ນທີ່ສົມບູນແຂງແຮງບໍໍ່ເປັນພະຍາດບໍໍ່ມີແມງໄມ້ທໍາລາຍ,ສໍາລັບໝາກກໍໍ່ຄວນເລືອກເອົາໝາກທີງາມມີສີເຫຼືອງແກ່ ຫຼື ສີນໍ້າຕານ ປາສະຈາກພະຍາດ ແລະ ແມງໄມ້ທໍາລາຍ ຄວນເລືອກເອົາຢູ່ລະຫວ່າງໝາກທີ 3-4 ຫຼັງຈາກເປັນເກັບມາແລ້ວກະຜ່າອອກເປັນສອງປ່ຽງເອົາເນື້ອທາງໃນອອກໄປແຊ່ນໍ້າເຮັດໃຫ້ເມັດອ່ອນ ແລະ ເມັດບໍໍ່ສົມບຸນຟູຂື້ນແລ້ວຕັກຖີ້ມ ຈາກນັ້ນກໍໍ່ລ້າງເອົາເມັດດີທີ່ສົມບູນໄປຕາກແດດໃຫ້ແຫ້ງ 3-4 ວັນ.
II. ພະຍາດ ແລະ ແມງໄມ້ທີ່ສໍາຄັນຂອງໝາກເຂືອຍາວ
1. ພະຍາດ
ກ. ພະຍາດຕົ້ນ ແລະ ໃບແຫ້ງໄໝ້ Phomopsis blight
ສາເຫດ: ເກີດຈາກເຊື້ອຣາ Phomopsis vexans ລັກສະນະອາການ: ຖ້າເກີດໃນຕົ້ນກ້າ ຫຼື ຕົ້ນອ່ອນຈະເກີດບາດແຜສີນໍ້າຕານ ຫຼື ສີດໍາທີ່ບໍລິເວນລໍາຕົ້ນເຮັດໃຫ້ຕົ້ນລົ້ມໃບຫ່ຽວ ແລະ ແຫ້ງຕາຍ, ຖ້າເກີດກັບຕົ້ນໃຫ່ຍເກີດບາດແຜ່ທີໂຄນຕົ້ນລັກສະນະເນົ່າແຫ້ງ ສີນໍ້າຕານ ຫຼື ເທົາ ເຮັດໃຫ້ລໍາຕົ້ນລີບ ຫຼື ຄອດລົງບາງຄັ້ງເກີດອາການເປືອກແຕກອອກ ລັກສະນະເປັນເກັດຫາກບາດແຜເກີດຮອບຕົ້ນຈະເຮັດໃຫ້ໃບຫ່ຽວແຫ້ງທັງຕົ້ນ ແລະ ສັງເກດເຫັນຈຸດສີດໍານ້ອຍໆ ທີ່ບໍລິເວນບາດແຜ, ຖ້າເກີດທີ່ໃບເປັນບາດແຜກົມສີນໍ້າຕານອ່ອນ ຫຼື ເທົາ ເຄິ່ງກາງຊິດຈາງເລັກນ້ອຍບາດເກົ່າຈະມີຈຸດສີດໍາບໍລິເວນບາດ ໃນທີ່ສຸດໃບຈະເຫຼືອງ ແລະ ແຫ້ງຕາຍ, ຖ້າເກີດທີ່ໜ່ວຍຈະເກີດບາດແຜເນົ່າຊໍ້າສີຊິດຍຸບໂຕລົງຈາກພື້ນຜິວປົກກະຕິບາດແຜອາດຂະຫຍາຍໃຫ່ຍເຕັມໜ່ວຍຖ້າເປັນຫຼາຍ ແລະ ສະພາບແວດລ້ອມທີ່ໝາະສົມຈະມີສີດໍາເກີດບໍລິເວນບາດແຜ ອາການຈະເລີ່ມເປັນຕັ້ງແຕ່ເປັນດອກລຸກລາມໄປທີ່ກ້ານດອກ ແລະ ໝາກນ້ອຍ ເຮັດໃຫ້ໝາກເນົ່າແຫ້ງຄ້າງຕົ້ນ.
ການປ້ອງກັນ ແລະ ກໍາຈັດ
1. ເລືອກໃຊ້ເມັດພັນທີ່ປາສະຈາກເຊື້ອພະຍາດ ຫຼື ເກັບເມັດພັນຈາກຕົ້ນທີ່ໝັ້ນໃຈວ່າບໍໍ່ເປັນພະຍາດມາກ່ອນ ຖ້າບໍໝັ້ນໃຈໃຫ້ແຊ່ນໍ້າອຸ່ນ 50 ອົງສາເຊ ປະມານ 30 ນາທີ
2. ຫຼີກລ້ຽງການປູກໝາກເຂືອຊໍ້າທີ່ເກົ່າທີ່ມີປະວັດການເປັນພະຍາດນີ້ຢ່າງໜ້ອຍ 3 ປີ ແລະ ໃນໄລຍະນີ້ໃຫ້ປູກພືດຊະນິດອືື່ນໝຸນວຽນ.
3 ເກັບທໍາລາຍຊາກພືດທີ່ເປັນພະຍາດ ແລະ ຕົ້ນໝາກເຂືອທີ່ງອກຫຼັງເກັບກ່ຽວອອກໃຫ້ໝົດ.
ຂ. ພະຍາດແອນແທກໂນດ
ສາເຫດ: ເກີດຈາກເຊື້ອຣາ Colletotrichum melongenae
ລັກສະນະອາການ: ໜ່ວຍໝາກເຂືອທີ່ໃຫ່ຍເຕັມທີ ຫຼື ປອຍຖິ້ມໄວ້ຈະເກີດອາການເປັນບາດແຜຂ້ອນຂ້າງກົມສີນໍ້້າຕານຍຸບເປັນແອງລົງໄປໃນເນື້ອ ບາດແຜທີເກີດອາດເປັນຈຸດນ້ອຍ ຫຼື ໃຫ່ ຍເຖິງ 1.3 ຊັງຕີແມັດ, ແລະ ຖ້າເປັນຫຼາຍຈົນບາດທີ່ເກີດຂື້ນມາເຊືອມກັນບາດກໍໍ່ອາດໃຫ່ຍກ່ວານັ້ນ ເມືື່ອອາກາດຊຸ່ມຈະພົບວ່າມີຜົງສະປໍຂອງເຊື້ອຣາເປັນສີຊົມພູ ເຫັນໄດ້ຊັດເຈນ. ໜ່ວຍໝາກເຂືອທີຖືກທໍາລາຍຢ່າງຮຸນແຮງຈະຫຼົນລົງດິນເຫຼືອສ່ວນທີ່ເປັນກ້ານຕິດກັບຕົ້ນຕໍໍ່ມາອາດມີພວກເຊື້ອເນົ່າ ແລະ ເຂົ້າທໍາລາຍຕໍໍ່ທໍາໃຫ້ເນົ່າທັງໜ່ວຍ ຫຼື ບໍໍ່ກໍໍ່ເນົ່າແຫ້ງເປັນສີດໍາ ນອກຈາກເຂົ້າທໍາລາຍໝາກແລ້ວ ເຊື້ອອາດເຂົ້າທໍາລາຍໃບເຮັດໃຫ້ເກີດອາການບາດແຜສີເຫຼືອງ ຫຼື ສີນໍ້າຕານຂື້ນແຕ່ບາດແຜທີ່ໃບສ່ວນໃຫຍ່ຈະບໍໍ່ກະທົບຕໍໍ່ກັບການຈະເລີນເຕິບໂຕຂອງຕົ້ນ ແລະ ຜົນຜະລິດ ສ່ວນລໍາຕົ້ນເປັນແຜສີນໍ້າຕານຮຽວຍາວຕາມຄວາມຍາວຂອງລໍາຕົ້ນ, ລໍາຕົ້ນຫ່ຽວ ແລະ ແຫ້ງຕາຍ.
ການປ້ອງກັນ ແລະ ກໍາຈັດ
1. ເລືອກຊື້ເມັດພັນທີ່ມີການຮັບຮອງວ່າບໍໍ່ມີເຊື້ອຣາ ຖ້າບໍໝັ້ນໃຈໃຫ້ແຊ່ນໍ້າອຸ່ນ 50 ອົງສາເຊ ປະມານ 30 ນາທີ.
2. ຫຼີກລ້ຽງການປູກໝາກເຂືອຊໍ້າທີ່ເກົ່າທີ່ມີປະວັດການເປັນພະຍາດນີ້ຢ່າງໜ້ອຍ 3 ປີ ແລະ ໃນໄລຍະນີ້ໃຫ້ປູກພືດຊະນິດອືື່ນໝຸນວຽນ.
ຄ. ພະຍາດຫ່ຽວຕາຍ (Wilt)
ສາເຫດ: ເກີດຈາກເຊື້ອຣາ Sclerotium rolfsii
ລັກສະນະອາການ: ຕົ້ນສະແດງອາການຫ່ຽວເໝືອນອາການຂາດນໍ້າທີ່ໂຄນຕົ້ນບໍລິເວນໃຕ້ຜິວດິນລົງໄປຈັກນ້ອຍພົບບາດແຜແຫ້ງຕາຍທີ່ສ່ວນຕົ້ນ ແລະ ເປືອກຈົນຮອບຕົ້ນ ສ່ວນໂຄນຕົ້ນທີ່ເໜືອລະດັບດິນຈະມີເສັ້ນໄຍຂອງເຊື້ອຣາ ເປັນເສັ້ນໄຍລັກສະນະຫຍາບ, ສີຂາວບາງຄັ້ງອາດພົບເສັ້ນໄຍຫັດພັນກັນແໜ້ນ ເປັນເມັດກົມສີຂາວໄປຈົນເຖິງນໍ້າຕານອ່ອນ ແລະ ນໍ້າຕານແກ່ຂະໜາດເທົ່າເມັດພັກກາດຕິດຊະຊາຍທົ່ວບໍລິເວນໂຄນຕົ້ນ
ການປ້ອງກັນກໍາຈັດ
1. ຮັກສາຄວາມສະອາດໃນແປງປູກໂດຍການເກັບເສດຊາກພືດທີ່ເຫຼືອຍູ່ແປງປູກອອກໃຫ້ໝົດເທົ່າທີ່ຈະເຮັດໄດ້
2. ພົບເຫັນຕົ້ນທີ່ເປັນພະຍາດໃຫ້ຖອນ ແລະ ເຜົາໄຟທໍາລາຍຖິ້ມ.
3. ປັບປຸງດິນໂດຍຝຸ່ນຄອກ ແລະ ປູນຂາວ.
4. ພື້ນທີ່ເກີດພະຍາດຄວນງົດການປູກພືດຕະກຸນໝາກເຜັດ ແລະ ມາກເຂືອຢ່າງນ້ອຍ 4 ປີ.
5. ຄວນເລືອກພື້ນທີ່ສໍາຫຼັບການກ້າເບ້ຍໃຫ້ແນໃຈວ່າບໍໍ່ເຄີຍເກີດພະຍາດນີ້ມາກ່ອນ.
2 ແມງໄມ້ສັດຕູພືດທີ່ສໍາຄັນ
2.1 ແມງໄມ້ສັດຕູທີ່ສໍາຄັນຂອງໝາກເຂືອຍາວ
ແມງໄມ້ສັດຕູພືດທີ່ສໍາຄັນທາງດ້ານເສດຖະກິດ ແລະ ພົບການລະບາດຢູ່ສະເໝີໄດ້ແກ່ບົ້ງເຈາະຍອດ ຫຼື ບົ້ງເຈາະໝາກ, ເພ້ຍໄຟ, ເພ້ຍຈັກຈັ່ນສີຂາວ ແລະ ແມງວີຂາວ ແລະ ອືື່ນໆ
ກ. ບົ້ງເຈາະຍອດ ຫຼື ບົ້ງເຈາະໝາກ Leucinodes orbonalis Guenee ບົ້ງຊະນິດນີ້ເປັນຊະນິດດຽວກັນ ຄືເຈາະທໍາລາຍທັງຍອດອ່ອນຂອງໝາກເຂືອ ແລະ ເຈາະທໍາລາຍໝາກ ຄວາມເສຍຫາຍຈະສູງເມືື່ອມີການເຂົ້າທໍາລາຍໝາກ ເພາະໝາກເຂືອທີມີຮອຍເຈາະຈະບໍໍ່ສາມາດຈໍາໜ່າຍໄດ້ ການລະບາດອາດທໍາຄວາມເສຍຫາຍເຖິງ 30-40 % ເປີເຊັນ ແມງຊະນິດນີ້ເປັນມງກະເບື້ອກາງຄືນວາງໄຂ່ທີ່ຍອດອ່ອນ ຫຼື ຫຼືບຂອງດອກ ຖ້າເຂົ້າທໍາລາຍທີ່ຍອດຍອດໝາກເຂືອຈະຫຼັກ ຫຼື ພັບລົງສັງເກດເຫັນໄດ້ງ່າຍ ຈະພົບບົ້ງໂຕສີແດງຊົມພູອ່ອນ ບົ້ງຊະນິດນີ້ຈະເຂົ້າທໍາລາຍໝາກໄດ້ທຸກໄລຍະ ຫາກທໍາລາຍໃນໄລຍະໝາກອ່ອນ ໝາກຈະບິດບ້ຽວ ແລະ ມ້ວນງໍໄດ້ສ່ວນໝາກທີ່ທີ່ໃຫ່ຍແລ້ວຈະສັງເກດໄດ້ໂດຍຮູໃນ ໝາກເຂືອທີພົບຮູການເຂົ້າທໍາລາຍຈະບໍໍ່ສາມາດຈໍາໜ່າຍໄດ້.
• ການປ້ອງກັນກໍາຈັດ
1. ສິດພົ່ນນໍ້າສະໝຸນໄພສູດເມົາທຸກໆ 3-5 ວັນຕໍໍ່ຄັ້ງໃຊ້ກັບກາວໜຽວສີເຫຼືອງໃນອັດຕາ 80 ກັບດັກຕໍໍ່ໄລ່.
ຂ. ເພ້ຍໄຟ Thrip palmi Karny ເພ້ຍໄຟເປັນແມງໄມ້ທີື່ມີຄວາມສໍາຄັນຫຼາຍຊະນິດໜຶ່ງ ການລະບາດຂອງເພ້ຍໄຟຈະເຮັດໃຫ້ໝາກເຂືອຢຸດການຈະເລີນເຕິໂຕ, ໃບແຂງກະດ້າງ, ບິດບ້ຽວເສຍຫາຍ. ເພ້ຍໄຟສ່ວນໃຫ່ຍຈະຢູ່ບໍລິເວນຍອດອ່ອນດ້ານກ້ອງໃບ ເມືື່ອມີການທໍາລາຍຈະເຫັນດ້ານກ້ອງຂອງໃບເປັນສີນໍ້າຕານແດງ ຫາກເຂົ້າທໍາລາຍທີ່ໜ່ວຍເຮັດໃຫ້ໜ່ວຍເປັນຈຸດກະດ້າງເສຍຄຸນະພາບ. ສິດພົ່ນນໍ້າສະໝຸນໄພສູດເມົາ ຫຼື ສູດຫອມທຸກໆ 3-5 ວັນຕໍໍ່ຄັ້ງ.
ຄ. ແມງວີ່ຂາວ Whitefly ໃນປະຈຸບັນແມງວີ່ຂາວນັບວ່າມີຄວາມສໍາຄັນຫຼາຍໃນການປູກໝາກເຂືອຫຼາຍຂຶ້ນ ໝາກທຸກສະນິດໄດ້ຮັບຜົນເສຍຫາຍໂດຍກົງຈາກແມງວີຂາວຫຼາຍຂື້ນ ແລະ ສໍາຄັນໄປກ່ວານັ້ນແມງວີຂາວຍັງເປັນພາຫະນະນໍາເຊື້ອພະຍາດໃບດ່າງເຫຼືອງເຊິື່ງເປັນພະຍາດທີເກີດຈາກພະຍາດໄວຣັດເຮັດໃຫ້ການເກັບກ່ຽວຜົນຜະລິດສັ້ນລົງ ແລະ ມີຜົນຕໍໍ່ຄຸນນະພາບຂອງໝາກເຂືອ ແມງວີ່ຂາວລະບາດໄດ້ຕະຫຼອດປີ ແລະ ຈະຮຸນແຮງໃນຊ່ວງລະດູແລ້ງແລະຮ້ອນ.
• ການປ້ອງກັນກໍາຈັດ ໃສ່ກັບດັກກາວໜຽວສີເຫຼືອງໃນອັດຕາ 80 ກັບດັກຕໍໍ່ໄລ່
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/TmthWI2oDJXahWVK.pdf
https://www.doa.go.th/sc/khonkaen/wp-content/uploads/2021/01/การปลูกและการดูแลรักษามะเขือเปราะ.pdf
https://www.surinseed.com/article/63/เทคนิคการปลูกมะเขือเปราะ-ให้ได้ผลดก-มีผลผลิตตลอดปี
ເຕັກນິກການປູກຂ່າ
ຂ່າ ຊືື່ວິທະຍາສາດ Languas galangal Linn Stuntz ຕະກຸນ Zingiberceae ຂ່າເປັນພືດຜັກທີມີຖິ່ນກໍາເນີດໃນເຂດອາຊີຕາເວັນອອກສຽງໃຕ້, ເປັນພືດພື້ນເມືອງທີນໍາໃຊ້ທຸກພາກສ່ວນ ເປັນພືດທີມີອາຍຸຍາວ, ກິ່ນຫອມ ແລະ ລໍາ ຕົ້ນເປັນສີນໍ້າຕານຂາວ, ພື້ນດິນປະມານ 100 ຫາ 150 ຊັງຕີແມັດ, ສາມາດຈະເລີນເຕີບໂຕໄດ້ດີ, ໃນດິນລ້ວນ, ດິນຜຸຜຸ້ຍ ຄວາມອຸດົມສົມບຸນປານກາງແຕ່ບໍ່ມັກນໍ້າຖ້ວມຂັງ, ຂ່າເປັນພືດທີນໍາມາປະກອບອາຫານໄດ້ຫຼາຍຊະນິດ, ນອກນັັ້ນ ຍັງຈັດຢູ່ໃນປະເພດພືດສະໝຸນໄພທີ່ນໍາໃຊ້ເຂົ້າໃນການປຸງແຕ່ງຢາພື້ນເມືອງ. ຂ່ານິຍົມກັນນໍາໃຊ້ຄຸນປະໂຫຍດໃນ ສ ປ.ປ. ລາວ, ມີການຜະລິດເພືື່ອຕອບສະໜອງແຫຼ່ງພະລັງງານ, ໂປຣຕີນ,ໄຂມັນ ແລະ ຄາໂບຮາຍເດຮ ຊືື່ງເປັນທາດອາຫານທີ່ເຮັດໃຫ້ຄົນເຮົາມີການຈະເລີ່ນເຕີບໂຕທາງດ້ານຮ່າງກາຍຢ່າງສົມບູນ.ພື້ນທີ ທີເໝາະສົມຕໍ່ການປູກຂ່າ ແມ່ນຢູ່ໃນລະດັບຄວາມສູງຈາກໜ້ານໍ້າທະເລແຕ່ 500 ແມັດ ຫາ 1500 ແມັດ,ຂ່າຂະຫຍາຍໄດ້ດີແຕ່ເຂດດິນຮາບພຽງ ຫາ ພື້ນທີ່ຄ້ອຍຊັນ ແຕ່ລະດັບຄວາມຄ້ອຍຊັນທີເໝາະສົມ ຄວນຢູ່ໃນລະຫ່ວາງ 15-25 ອົງສາ ເນືື່ອງຈາກວ່າສາມາດຖ່າຍເທອາກາດໄດ້ດີ ,ທິດທາງຂອງຄວາມຄ້ອຍຊັນ (ທິດເໜືອ,ທິດໃຕ້,ທິດຕາເວັນອອກ,ທິດຕາເວັນຕົກ) ບໍ່ສົ່ງຜົນຕໍ່ການອອກໝາກຂອງຂ່າແຕ່ຢ່າງໃດ,ໃນກໍລະນີປູກຂ່າເພື່ອເກັບໝາກແມ່ນຄວນຈົ່ງຕົ້ນໄມ້ໃຫ່ຍໄວ້ເພື່ອເປັນຮົມໃຫ້ແຕ່ຕົ້ນຂ່າໃຫ້ແສງສະຫ່ວາງໃນລະດັບ 70 ເປີເຊັນ.
I. ເຕັກນິກການປູກ
• ຄັດເລືອກແນວພັນໄຫ້ໄດ້ຕາມຕ້ອງການເຊັ່ນ: ອາຍຸຂອງຫົວຂ່າຕ້ອງແມ່ນ 2-3 ປີ ແມ່ນຈະເປັນການດີເພາະວ່າເປັນ
ຊວງທີມີການຈະເລີນເຕີບໂຕທີ່ດີ. ແລະ ມີຄຸນຄ່າທາງດ້ານອາຫານ ແລະ ຢາສູງ
• ນໍາເອົາແນວພັນທີກຽມໄວ້ລົງຂຸມປະມານ 2 ຫາ 3 ຕົ້ນໄລຍະຫ່າງລະຫວ່າງຕົ້ນແມ່ນ 20 x 20 ແມັດ
• ເອົາແກບມາປະສົມໃສດິນທີຂຸດອອກມາແລ້ວຖົມລົງຂຸມ.
II. ການຄັດເລືອກແນວພັນ
• ຂ່າທີຈະນໍາມາຂະຫຍາຍພັນຄວນມີອາຍຸຕໍ່າກວ່າ 2-3 ປີ.
• ຕັດແຍກຫົວຂ່າແກ່ ແລະ ໜໍ່ປະມານ 2 ຫາ 3 ໜໍ່/ຕົ້ນ.
• ຕັດຮາກ, ຕັດໃບ ແລະ ກ້ານອອກຈົ່ງປະໄວ້ປະມານ 30 ຊັງຕີແມັດ.
• ອັດຕາແນວພັນທີໃຊ້ປະມານ 283 ກິໂລ/ໄລ່.
• ເນື້ອທີ 1 ໄລ່ ຈະປູກໄດ້ປະມານ 800 ຕົ້ນ.
III. ການບົວລະບັດຮັກສາ
ການໃສ່ຝຸ່ນເມືອຕົ້ນມີອາຍຸ 25-30 ມື້ ໃຫ້ໃສ່ຝຸ່ນຄອກອັດຕາສ່ວນ 20-50 ກິໂລ/ໄລ່, ໃສ່ຝຸ່ນສູດ 15-15-15 ປະມານ 20 ກິໂລ/ໄລ່, ໃຫ້ໃສ່ 2 ເທືອ/ປີ . ສ່ວນຝຸ່ນບໍາລຸງຫົວຂ່າແມ່ນໃຫ້ໃສ່ສູດ 13-13-21 ໃສ່ທຸກໆເດືອນ. ໃນປີທໍາອິດປະມານ 1 ບວງແກງ/ຕົ້ນ, ໂຮຍບໍລິເວນຊົງຟຸ່ມແລ້ວຫົດນໍ້າ.
1 ການເສຍຫຍ້າ ໃນໄລຍະທໍາອິດຂອງການປູກແມ່ນໃຫ້ເສຍຫຍ້າ 3 ເທືື່ອ/ປີ, ປີທີ 4 ແມ່ນອານາໄມ 2 ຄັັ້ງ/ປີ, ອາຍຸໄດ້ 7 ປີ ຂື້ນໄປແມ່ນອານາໄມ 1 ຄັັ້ງ/ປີ.
2 ການຫົດນໍ້າ ໃນຮອບ 1 ເດືອນ, ໃຫ້ນໍ້ຂ່າ 2 ເທືອ, ຄືວັນທີ 1 ແລະ 16, ເປີດນໍ້າໃສ່ໜານຂ່າໃຫ້ຊຸ່ມຈົນເຖິງປະມານ ເຄິ່ງມືກຢຸດຈາກນັັ້ນກປ່ອຍໃຫ້ນໍ້າໜ້າດິນຄ່ອຍໆ ຊືມລົງໄປໃນໜານຂ່າເອງພໍວັນທີ 16 ກໍ່ປະຕິບັດຕາມເຄີຍອີກເທືອໜຶ່ງ ຫຼື ສັງເກດໜ້າດິນຫາກຍັງຊຸ່ມຢູ່ບໍ່ຕ້ອງໃຫ້ນໍ້າຫາກໜ້າດິນແຫ້ງກໍ່ໃຫ້ນໍ້າເພີມເຕີມ.
3 ການໃສ່ຝຸ່ນ ຝຸ່ນທີຂ່າຕອ້ງການແນະນໍາໃຫ້ໃຊ້ສະເພາະຝຸ່ນຂີ້ໄກ່ແກບເທົ່ານັັ້ນ, ແລະ ເສີມດ້ວຍປຸ໋ຍເຄມີເລັກນ້ອຍດ້ວຍໄລຍະເວລາການຈະເລີນເຕີບໂຕ 8 ເດືອນ, ໃນ ຊວງເດືອນທີ 1-4 ໃຊ້ປຸ້ຍສູດ 46-0-0 ຊວງເດືອນທີ 5-7 ໃຫ້ໃຊ້ສູດ 0-0-60 ໃສ່ໂດຍໂຫຍຮອບກໍຂ່າ, ໄລຍະຫ່າງ 10 ຊັງຕີແມັດ, ເພາະຮາກຝອຍມັນຈະອອກມາຫາປຸ້ຍກິນເອງພຽງເທົ່ານີ້ເອົາໃຈໃສຕາມຄໍາແນະນໍາກໍ່ສາມາດປູກຂ່າໃຫ້ໄດ້ຜົນດີກົງກັບຄວາມຕ້ອງການຢ່າງແນ່ນອນ.
4 ການຂຸດຫົວ ການຂຸດຂ່າຈະເຮັດໄດ້ງ່າຍດາຍເພາະດິນມີແກບຢູ່ເມືອຂຸດຫົວຂ່າຂື້ນມາແລ້ວ ກໍ່ນຳມາຕັດດ້ວຍການວັດໄລຍະ 1 ກໍາມືແລ້ວຕັດ, ຈາກນັັ້ນໃຊ້ສາຍຢາງສີດນໍ້າລ້າງດິນອອກໃຫ້ໝົດເອົາລົງແຊນໍ້າສະອາດຈະຊ່ວຍໃຫ້ສົດຢູ່ໄດ້ຫຼາຍວັນ ຈາກນັັ້ນກໍ່ບັນຈຸລົງຖົງ. ທຸກຄັັ້ງທີຂຸດຂ່າອອກມາແລ້ວຄວນຖົມຂຸມຂ່າທີຂຸດແລ້ວດ້ວຍແກບດໍາປົກທົ່ວທັງກໍ ຂ່າຈະຊ່ວຍໃຫ້ຂ່າມີສີງາມ ແລະ ເຮັດໃຫ້ຂ່າຂຸດງ່າຍບໍ່ຮອດປີກໍສາມາດເກັບແກ່ນໄດ້ແລ້ວ, ໃນເນື້ອທີ 40 x40 ແມ່ນສາມາດເກັບໝາກໄດ້ 200 ກິໂລ (ໝາກແຫ້ງ) ໃນລາຄາກິໂລລະ 30,000 ກີບ
IV. ເງືອນໄຂ ແລະ ຄວາມຮູ້ຄວາມສາມາດຂອງຊາວກະສິກອນ
ໃນການຄິດໄລ່ຕົ້ນທືນການຜະລິດແມ່ນແນະນໍາໃຫ້ຊາວກະສິກອນຜູ້ທີມີເງືອນໄຂເຊັ່ນ: ຜູ້ທີມີພື້ນທີເປັນຂອງຕົນເອງໂດຍການຄັດ.
4.1 ການຄັດເລືອກໝາກສຸກ
ການປູກຂ່າໂດຍການເກັບໝາກແມ່ນເປັນວິທີການອີກວິທີການໜຶ່ງທີຊາວກະສີກອນຂອງ ສ ປ ປ ລາວ ໃຫ້ຄວາມສົນໃຈເປັນຢ່າງຍິິ່ງ ໂດຍສະເພາະກໍ່ແມ່ນປະຊາຊົນຢູ່ທາງພາກເໜືອຂອງລາວ ເນືື່ອງຈາກວ່າມີການເກັບຊືື່ແກ່ນໂດຍພໍ່ຄ້າ ຈາກ ສປ ຈີນ ໃນລາຄາທີສົມເຫດສົມຜົນອັນເປັນທີສົນໃຈໃນການປູກຂ່າເພື່ອເກັບແກ່ນກໍ່ແມ່ນໃຊ້ເຕັກນິກຄ້າຍຄືກັນກັບການປູກເພື່ອເອົາຫົວ, ໄລຍະເວລາໃນການເກັບແກ່ນແມ່ນ 1 ປີ
V. ການຕະຫຼາດ
ເນື້ອງຈາກວ່າຂ່າເປັນພືດທີສາມາດນໍາມາປຸງແຕ່ງເປັນອາຫານໄດ້ທັງແກ່ນ, ໜໍ່ ແລະ ຫົວ ສະນັັ້ນເຮົາຈຶ່ງສາມາດເກັບຂາຍໄດ້ທັງໝາກ ແລະ ຫົວ. ດັ່ງນັັ້ນຈຶ່ງໄດ້ນໍາສະເໜີວິທີການມາເປັນ 2 ວິທີການແຕ່ລະວິທີການແມ່ນຂື້ນກັບຊາວ ກະສິກອນຜູ້ທີປູກວ່າຕ້ອງການຈະຂາຍໝາກ ຫຼື ຈະຂາຍຫົວ. ສ່ວນຫຼາຍແມ່ນອີງຕາມລາຄາໃນທ້ອງຕະຫຼາດຂອງແຕ່ລະທ້ອງຖິ່ນເປັນຫຼັກ, ສ່ວນຂອງລາວແມ່ນຕະຫຼາດຍັງຕ້ອງການອີກຫຼາຍເຊັ່ນຊາວກະສິກອນຢູ່ທາງພາກເໜືອຂອງລາວແມ່ນຍັງຜະລິດປ້ອນຕະຫຼາດບໍ່ທັນຕໍ່ຄວາມຕ້ອງການ.
5.1 ວິທີການອົບໝາກຂ່າເເພືື່ອານເກັບຮັກສາ ແລະ ເພິມມູນຄ່າ.
ການອົບແຫ້ງ: ໝາກຂ່າແຕ່ລະຄັັ້ງແມ່ນການນໍາເອົາໝາກຂ່າສຸກແກ່ເຕັມທີ່ແລ້ວເຂົ້າໄປອົບແຫ້ງຢູ່ເຕົາອົບຂະໜາດນ້ອຍທີມານໍາໃຊ້ພາຍໃນຄອບຄົວ. ໃນການອົບໝາກຂ່າແຕ່ລະຄັັ້ງຈະໃຊ້ເວລາຢູ່ 12 ຫາ 24 ຊົ່ວໂມງ ໂດຍຕ້ອງມີການຮັກສາອຸນຫະພູມຄວາມຮ້ອນຢ່າງເໝາະສົມ,ໝາກຂ່າອົບແຫ້ງສາມາດເກັບໄວ້ໄດ້ດົນພ້ອມທັງເປັນການເພີ່ມມູນຄ່າລາຄາຂ່າຂື້ນໄປຕືມອີກ, ນອກຈາກນັັ້ນ ມັນຍັງມີຄວາມເສຍຫາຍໜ້ອຍໃນການເກີດເຊື້ອຣາຕ່າງໆ.
ການອົບແຫ້ງ ຖ້າເຮົາເອົາໝາກຂ່າສົດເຂົ້າເຕົາອົບຈໍານວນ 60 ກິໂລກຼາມ ພ້ອມກັນຈະໃຊ້ເວລາຢູ່ປະມານ 12 ຊົ່ວໂມງ.ວິທີການອົບ : ທຸກໆ 30 ນາທີ ຕ້ອງໄດ້ປີ້ນໝາກຂ່າໃນເຕົາອົບຈາກລຸ່ມຂື້ນເທິງ ເພືື່ອໃຫ້ໝາກຂ່າແຫ້ງສະເໝີກັນດີ. ອັດຕາສ່ວນຫລຸດຂອງນໍ້າໜັກຈາກການອົບແຫ້ງຢູ່ທີ່ 100 ກິໂລກຼາມ (ໝາກດິບ) ຈະໄດ້ໝາກແຫ້ງປະມານ 15 ຫາ 20 ກິໂລກຼາມ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/fb7s8oXA7Qt38tcl.pdf
https://www.kasetorganic.com/knowledge/galanga/
https://www.surinseed.com/article/208/วิธีปลูกข่าแบบมืออาชีพ
ເຕັກນິກການຜະລິດລູກແບ້
ການລ້ຽງແບ້ຜະລິດລູກແບ້ ແມນວິທີການລ້ຽງແບ້ທົ່ວໄປແຕ່ໃຫ້ຄວາມສໍາຄັນກ່ຽວກັບການຄັດເລືອກພໍ່ແມ່ພັນ ແລະ ການອານຸບານແບ້ນ້ອຍເກີດໃໝ່ເພືື່ອໃຫ້ມີເປີເຊັນການຫຼອດຕາຍສູງສຸດ. ການອານຸບານແບ້ນ້ອຍມີຄວາມສໍາຄັນຫຼາຍ ເພາະໃນຊ່ວງເວລາແບ້ນ້ອຍເກີດໃໝ່ຫາຢ່ານົມເປັນຊ່ວງທີ່ອັນຕະລາຍທີ່ສຸດ ຖ້າເຮົາບໍ່ເອົາໃຈໃສ່ຢ່າງຈິງຈັງ ແລະ ຖືກຕ້ອງຕາມເຕັກວິຊາການ. ເມືື່ອສຸຂະພາບແບ້ນ້ອຍແຂງແຮງສົມບູນດີກໍ່ຈະເຮັດໃຫ້ແບ້ນ້ອຍມີເປີເຊັນຫຼອດຕາຍສູງ ເຮັດໃຫ້ຝູງແບ້ຂອງເຮົາຂະຫຍາຍຕົວໄວຊາວກະສິກອນຜູ້ລ້ຽງແບ້ຈະມີລາຍຮັບຈາກການຂາຍແບ້ເພີ່ມຂື້ນສາມາດສ້າງອາຊີບເສີມ ຫຼື ເປັນອາຊີບຫຼັກໄດ້.
I. ຂັ້ນຕອນການຜະລິດລູກແບ້
1 ການເລືອກສະຖານທີ່ ແລະ ການປູກສ້າງຄອກ
1.1 ການເລືອກສະຖານທີ່
• ເລືອກສະຖານທີື່ເປັນພື້ນທີ່ໂນນ ແລະ ແຫ້ງເພືື່ອຮັບປະກັນບໍ່ໃຫ້ນໍ້າຖ້ວມເວລາຝົນຕົກ.
• ຫ່າງໄກຈາກເຮືອນປະມານ 10 – 30 ແມັດ ຢູ່ທາງປາຍລົມເພືື່ອຮັບປະກັນບໍ່ໃຫ້ກິ່ນເໝັນພັດໃສ່ຄົນ
• ຖ້າລ້ຽງໃນຈໍານວນຫຼາຍ ຕ້ອງມີສະຖານທີ່ກວ້າງເຊັ່ນດີນຄັງ,ດີນສວນ,… ແລະ ຢູ່ຫ່າງໄກຈາກບ້ານເລັກນ້ອຍ
• ຄອກແບ້ຈະຕ້ອງມີສິ່ງປ້ອງກັນຝົນ, ກັນແສງແດດ (ມີຜ້າກັນແສງ) ຫຼື ມີຕົ້ນໄມ້ຕາມບໍລິເວນຄອກ ແລະ ມີລົມລ່ວງດີ.
1.2 ການປູກສ້າງຄອກ
• ການປຸກສ້າງຄອກຄວນຄໍານຶງເຖິງຄວາມເໝາະສົມກສະພາບພື້ນທີ່ອາດຈະສ້າງຄອກແບບຍົກພື້ນສູງປະມານ 100 ຫາ 120 ຊັງຕີແມັດ.
• ອຸປະກອນທີ່ໃຊ້ເຂົ້າໃນການປຸກສ້າງຄອກ ຄວນເປັນວັດຖຸທີ່ຫາໄດ້ງ່າຍໃນທ້ອງຖິ່ນນັ້ນເຊັ່ນ: ໄມ້ໄຜ່, ໄມ້ພາງ, ໄມ້ແປຮູບ, …ຫຼັງຄາອາດຈະມຸງດ້ານຫຍ້າ, ຝາກ, ສັງກະສີ.
• ຕັ້ງສະຫລຽງໄປຕາມທິດຕາເວັນອອກຫາທິດຕາເວັນຕົກ ເພືື່ອໃຫ້ມີແສງແດດຊ່ອງເຂົ້າ ແລະ ລະບາຍອາກາດໄດ້ດີ.
• ພື້ນຄອກປູດ້ວຍໄມ້ແປ້ນ/ໄມ້ດີ້ວ ຫຼື ໄມ້ປີກເສດເຫຼືອມີຄວາມຫ່າງປະມານ 1,5-2.0 ຊມ ແຕ່ບໍ່ຄວນຫ່າງ ຫຼື ຖີ່ຫຼາຍເກີນໄປເພາະຂີ້ແບ້ຈະບໍ່ຫຼອດ.
• ຝາຂ້າງແອ້ມດ້ວຍໄມ້ແປ້ນ ,ໄມ້ດີ້ວ, ໄມ້ກົມ, ກະແຕະ, ຕະໜ່າງເຫຼັກ ແຕາຕ້ອງຮັບປະກັນທາງໃນຄອກອາກາດຕ້ອງໂລ່ງດີ.
• ຖ້າເປັນຍາມຝົນ ແລະ ຍາມໜາວຕ້ອງມີຜ້າໜ່າງບັງຂ້າງບໍ່ໃຫ້ຝົນຊາດເຂົ້າ ແລະ ປ້ອງກັນອາກດໜາວເຢັນ.
• ຮາງອາຫານຄວນເຮັດໄວ້ຂ້າງນອກເພືື່ອຫຼີກລ້ຽງບັນຫາແບ້ຂື້ນນອນ ແລະ ຂີ້ໃສ່ຄວາມສູງຈາກພື້ນຄອກຫາຮາງອາຫານປະມານ 30-35 ຊມ.
• ອີກຂ້າງໜືື່ງຄວນມີຮາງນໍ້າ ຫຼື ຈະໃຊ້ອຸປະກອນອືື່ນເຊັ່ນ: ຄຸ ຫຼື ຊາມ.
ການບັນຈຸແບ້ໃສ່ຄອກ:
• ແບ້ພໍ່ພັນ 2,8 ຕາແມັດ/ໂຕ
• ແບ້ແມ່ທ້ອງຫວ່າງ 1,5 ຕາແມັດ/ໂຕ,
• ແບ້ຖືພາມານ ແລະ ລ້ຽງລູກ 1,9 ຕາແມັດ/ໂຕ,
• ແບ້ລຸ້ນບ່າວສາວ 0,7 ຕາແມັດ/ໂຕ,
• ແບ້ ນ້ອຍ 0,3 ຕາແມັດ/ໂຕ.
ຕ້ອງມີນໍ້າທີ່ສະອາດໃຫ້ແບ້ກີນບໍ່ຂາດ, ຖ້າລ້ຽງຂັງຈະກິນນໍ້າປະມານ 0,6- 1,0 ລິດ, ຖ້າລ້ຽງປ່ອຍປະມານ 2 ລິດ/ວັນ/ໂຕ ສະນັ້ນຕ້ອງມີຮາງນໍ້າ ຫຼື ອາດເປັນຄຸ, ຊາມ,…ທີ່ສາມາດໃສ່ນໍ້າໄດ້.
ຄວນເຮັດຮົ້ວອ້ອມບໍລິເວນຄອກສັດ ເພືື່ອເປັນບ່ອນສັດໄດ້ຫຼີນ,ພັກຜ່ອນ ແລະ ອອກກໍາລັງກາຍ.
1.3 ການຄັດເລືອກພໍ່-ແມ່ພັນ
3.1 ການຄັດເລືອກແມ່ພັນ
• ແມ່ພັນຕ້ອງມີຮູບຮ່າງໃຫຍ່ ລໍາໂຕຍາວ, ມີເຕົ້ານົມ ຂວັ້ນນົມໃຫຍ່ ແລະ ສະເໝີກັນ ມີປະຫວັດເກີດຈາກແມ່ທີ່ລ້ຽງລູກດີ ມີເປີເຊັນລູກແຝດສູງ ແລະ ລ້ຽງລູກດີ.
• ບໍ່ມີປະຫວັດການຕິດເຊື້ອພະຍາດປາກເປື່ອຍແບ້ ແລະ ປາກເປື່ອຍລົງເລັບມາກ່ອນ.
• ຕ້ອງເປັນແບ້ທີ່ຊື້ມາຈາກສະຖານທີ່ລ້ຽງມີຄວາມເຊືື່ອຖືໄດ້(ບໍ່ມີບັນຫາດ້ານການຕິດເຊື້ອພະຍາດຕ່າງໆ) ແລະ ຕ້ອງມີສຸຂະພາບແຂງສົມບູນດີ.
• ບໍ່ເລືອກແບ້ທີ່ມີຂື້ນຢອງເປິເປື້ອນ, ຈ່ອຍຜອມ,ແບ້ເຖົ້າ ແລະ ມີອາການຊຶມ ຫຼື ເຈັບຕາ.
3.2. ການຄັດເລືອກພໍ່ພັນ
• ຕ້ອງຄັດເລືອກແບ້ຜູ້ທີ່ມາຈາກແມ່ພັນທີ່ໃຫ້ລູກແຝດ, ມີຂະໜາດໂຕໃຫຍ່ເປັນແບ້ໜຸ່ມ.
• ນໍ້າໜັກປະມານ 25 ກິໂລຂື້ນໄປມີສຸຂະພາບສົມບູນແຂງແຮງດີ ແລະ ກະຕືລືລົ້ນທີ່ຈະປະສົມພັນກັບແບ້ເພດແມ່.
• ເປັນພໍ່ພັນທີ່ນໍາມາຈາກບ່ອນອືື່ນ, ເລີ່ມໃຫ້ຄຸມຝຸງເມືື່ອອາຍຸ 1 – 1,5 ປີ ຕໍ່ເພດແມ່ 10-20 ໂຕ ຖ້າອາຍຸ 1,5 – 2 ປີແລ້ວຄວນໃຊ້ຄຸມຝຸງແມ່ພັນ 20-25ໂຕ.
• ບໍ່ຄວນເລືອກແບ້ຜູ້ທີ່ເຖົ້າແລ້ວ ເພາະປະສິດທິພາບນໍ້າເຊື້ອຈະບໍ່ແຂງແຮງ ແລະ ນໍາໃຊ້ໄດ້ບໍ່ດົນ.
• ແລະ ບໍ່ຄວນເລືອກແບ້ໜຸ່ມເກີນໄປ ອາຍຸທີ່ເໝາະສົມຕ້ອງ 1,6 ປີ
• ຄວນລ້ຽງແຍກຄອກພໍ່ພັນຕ່າງຫາກ ໃຫ້ອາຫານພຽງພໍທີ່ມີພະລັງ.ງ ານສູງ ແລະ ໄດ້ອອກກໍາລັງກາຍເປັນປະຈໍາ
3.3 ການປະສົມພັນ
ປົກກະຕິແບ້ເພດຜູ້ຈະມີການຈະເລີນເຕີບໂຕໄວ ແລະ ຖືເຊີງໄວກວ່າແບ້ເພດແມ່ຫາກລ້ຽງປ່ອຍລວມກັນ ແບ້ຈະປະສົມພັນກັນໄວ ຊືື່ງມີຜົນເສຍທີ່ສໍາຄັນດັ່ງນີ້:
• ແບ້ແມ່ຍັງມີການຈະເລີນເຕີບຍັງບໍ່ທັນສົມບູນ ເວລາເກີດລູກຈະບໍ່ມີນໍ້ານົມພຽງພໍ , ສຸຂະພາບແມ່ອ່ອນເພຍ ແລະ ລູກຈະບໍ່ແຂງແຮງ.
• ການປະສົມພັນໃນສາຍເລືອດໃກ້ຄຽງຫຼາຍຂື້ນ (ເຊີງເອື້ອຍ, ເຊີງນ້ອງ) ຈະບໍ່ເປັນຜົນດີ ສະນັ້ນຄວນແຍກແບ້ຜູ້ອອກລ້ຽງຕ່າງຫາກ ແລະ ລ້ຽງເມືື່ອໃຫຍ່ໄດ້ລາຄາໃຫ້ຂາຍອອກ.
• ບໍ່ຄວນໃຫ້ແບ້ແມ່ໄດ້ປະສົມພັນກ່ອນອາຍຸ 6 ເດືອນ ແລະ ຄວນປະສົມເມື່ອອາຍຸ 7 ເດືອນ.
ອາການແບ້ແມ່ຖືເຊີງ:
• ອະໄວຍະເພດບວມແດງ
• ກີນອາຫານນ້ອຍລົງ, ປະລິມານນໍ້ານົມລົດລົງ(ກໍລະນີໃຫ້ນົມລ້ຽງລູກ)
• ຍົກຫາງແກວ່ງໄປມາ, ຢ່ຽວຢັດ
• ຂື້ນໂຄມໂຕອືື່ນ ຫຼື ຍອມໃຫ້ໂຕອືື່ນຂື້ນໂຄມ
• ມີນໍ້າເມືອກໄສອອກມາຈາກປາກຊ່ອງຄອດ
3.4 ການດູແລພາຍຫຼັງທີ່ປະສົມຕິດແລ້ວ
• ຫຼັງຈາກປະສົມພັນແລ້ວ ຕ້ອງໄດ້ຕິດຕາມເບີ່ງອາການຖືເຊີງອີກວ່າແບ້ ຖືພາແລ້ວບໍ່ຖ້າຄົບຮອບ 21 ວັນແບ້ແມ່ບໍ່ສະແດງອາການຖືເຊີງອີກ ສະແດງວ່າປະສົມພັນຕິດແລ້ວ.
• ໄລະຖືພາ 3 ເດືອນທໍາອິດກໍຕ້ອງຕິດຕາມ ແລະ ໃຫ້ອາຫານປົກກະຕິ.
• ຫຼັງຖືພາ 3 ເດືອນຄວນໃຫ້ການດູແລພິເສດ ເພາະໄລຍະນີ້ລູກຢູ່ໃນທ້ອງຈະມີການຈະເລີນເຕີບໂຕໄວ.
• ໃຫ້ອາຫານຫຼາຍຂື້ນ, ໃຫ້ກ້ອນແຮ່ທາດອາຫານເສີມ, ຊ່ວງນີ້ລະວັງບໍ່ໃຫ້ແມ່ຕຸ້ຍຫຼາຍ ແລະ ບໍ່ໃຫ້ຈ່ອຍຫຼາຍຈົນກາຍເປັນຂາດທາດອາຫານຈະສົ່ງຜົນກະທົບເຖີງການຈະເລີນເຕີບໂຕຂອງລູກໃນທ້ອງເຮັດໃຫ້ລູກມີສຸຂະພາບບໍ່ແຂງແຮງ ແລະ ຈະເຮັດໃຫ້ແມ່ອ່ອນແອບໍ່ມີແຮງເບິ່ງໃນເວລາເກີດລູກ.
• ຄວນແຍກລ້ຽງຕ່າງຫາກບໍ່ປ່ອຍຮ່ວມກັບຝຸງໃຫຍ່.
• ຊ່ວງກ່ອນເກີດ 1 -2 ອາທິດຄວນເອົາເຂົ້າຄອກເກີດ ຊືື່ງກຽມໄວ້ພິເສດຄື.
• ຊ່ວງກ່ອນເກີດ 1 -2 ອາທິດຄວນເອົາເຂົ້າຄອກເກີດ ຊືື່ງກຽມໄວ້ພິເສດຄືຕ້ອງສະອາດ, ແຫ້ງ ແລະ ມີຄວາມອົບອຸ່ນ(ຖ້າເປັນຍາມໜາວ), ພື້ນຄອກຄວນປູດ້ວຍເຟືອງ ຫຼື ຫຍ້າແຫ້ງ.
• ປົກກະຕິແບ້ຈະຖືພາ 5 ເດືອນ ແລະ ຈະເກີດລູກ ຄັ້ງລະ 1 – 2 ໂຕ ແລະ ບາງຄັ້ງກໍ່ມີ 3 ໂຕ.
3.5 ການເກີດລູກ ແລະ ການອານຸບານແບ້ນ້ອຍ
3.5.1 ການເກີດລູກ
• ກະໂພກຂະຫຍາຍກວ້າງ, ຫຼັງແອນລົງ(ທ້ອງໃຫຍ່ ແລະ ໜັກຂື້ນ) , ກິນອາຫານນ້ອຍລົງ.
• ເຕົ້ານົມໃຫຍ່ຂື້ນຫຼາຍ ແລະ ຂວັ້ນນົມຕຶງຂື້ນ, ເລີ່ມມີນໍ້ານົມ.
• ອະໄວຍະເພດຕືື່ງ ແດງ , ມີນໍ້າເມືອກໄຫຼຍ້ອຍອອກມາ.
• ຈະບໍ່ນອນ, ດຽວນອນດຽວຍ່າງວົນໄປມາໃຊ້ຕີນເກາະເຂ່ຍພື້ນ, ພຸ່ດລຸກພູ່ນອນລົງພື້ນເບິ່ງ, ຢ່ຽວຢັດ.
• ຊ້ວງເບົ້ອງຂວາກ່ອນເກີດປະມານ 3 ຊົ່ວໂມງຈະໂນນສວດອອກເຫັນໄດ້ຊັດເຈນ.
• ມີນໍ້າເມືອກໄຫຼອອກມາຈາກຊ່ອງຄອດ ແລະ ເມືື່ອມີຖັງນໍ້າໂພ່ອອກມາຈະແຕກ ຈາກນັ້ນແບ້ນ້ອຍເກີດອອກມາພາຍໃນ 2-3 ນາທີ, ຖ້າມີ 2 ຫຼື 3 ໂຕມັນກໍ່ຈະຄ່ອຍໂພ່ອອກມາຕາມຫຼັງພາຍໃນ 3 – 5 ນາທີ.
3.5 .2 ການອານຸບານແບ້ນ້ອຍ
• ຄອກສໍາລັບລ້ຽງແບ້ນ້ອຍເກີດໃໝ່ຕອ້ງແຫ້ງສະອາດ ແລະ ມີນໍ້າສະອາດ, ໃຊ້ຢາໄອໂອດີນເຊັດໄສ້ບື(ຕັດສາຍບືຈົ່ງໄວ້ 3 ຊມ).
• ເຊັດນໍ້າເມືອກອອກຈາກປາກ, ດັງໃຫ້ຫັນໃຈສະດວກ.
• ເຊັດໂຕໃຫ້ແຫ້ງດ້ວຍແພ ຫຼື ຫຍ້າແຫ້ງ (ແບ້ນ້ອຍຈະຢືນໄດ້ພາຍໃນ 15 ນາທີ).
• ໃຫ້ກິນນໍ້ານົມເຫຼືອງທັນທີພາຍໃນ 1-18 ຊົ່ວໂມງຫຼັງເກີດ.
• ຖ້າແບ້ນ້ອຍບໍ່ຮູ້ຈັກດູດໃຫ້ບີບເອົານໍ້ານົມເຫຼືອງໃສ່ເຕົ້ານົມໃຫ້ດູດ (60- 120 ຊຊ).
• ນໍ້ານົມເຫຼືອງມີທາດໄຂມັນ, ປະໂຣຕິນ, ແຮ່ທາດ ແລະ ວິຕາມິນສູງກວ່ານົມທໍາມະດາ.
• ນໍ້ານົມເຫຼືອງມີສານພູມຄຸ້ມກັນພະຍາດ (Ig)ຊຶື່ງຈະຖືກດູດຊຶມໄດ້ດີພາຍໃນ 18 ຊົ່ວໂມງທໍາອິດເທົ່ານັ້ນ.
• ເບື້ອງຕົ້ນແບ້ນ້ອຍຈະບໍ່ທັນມີພູມຄຸ້ມກັນພະຍາດ ແຕ່ພາຍຫຼັງທີ່ໄດ້ກິນນົມເຫຼືອງ ຮ່າງກາຍຈະສ້າງພູມຄຸ້ມກັນຂື້ນທັນທີ.
• ການໃຫ້ຢາຂ້າແມ່ທ້ອງອາດຈະໃຫ້ເມືື່ອອາຍຸ 30 ວັນ ແລະຄັ້ງທີ 2 ເມືື່ອ ອາຍຸ 60 ວັນ (ຕາມສະພາບອາກາດ, ຄວາມຊຸ່ມ, ລະບົບຄອກ).
• ຊ່ວງໄລຍະຫຼັງເກີດລູກ 1 -3 ອາທິດຄວນໃຫ້ແບ້ແມ່ໄດ້ກີນຫຍ້າ, ກ້ອນແຮ່ທາດ ແລະ ນໍ້າສະອາດໃຫ້ກີນພຽງພໍ.
• ຖ້າມີເງືື່ອນໄຂຄວນໃຫ້ອາຫານປະສົມຄຸນນະພາບດີ 0,2-0,3 ກິໂລ/ມື
3.5.3 ການລ້ຽງແບ້ນ້ອຍໄລຍະອອກນົມ
• ຄວນໃຫ້ແບ້ອອກນົມເມືື່ອອາຍຸ 3 ເດືອນ ແລະ ເອົາໃຈໃສູ່ລ້ຽງດູໃຫ້ດີ, ໃຫ້ກີນຫຍ້າພຽງພໍ, ໃຫ້ອາຫານເສີມ ແລະກ້ອນແຮ່ທາດຕືື່ມອີກ.
• ເພືື່ອໃຫ້ແບ້ນ້ອຍແຂງແຮງດີ ສາມາດຂ້າມຜ່ານຊ່ວງວິກິດຂອງຊີວິດ ຊືື່ງມີຄວາມອ່ອນໄຫວກັບສີ່ງແວດລ້ອມ.
• ເປັນຊ່ວງທີ່ປ່ຽນອາຫານຈາກກິນນົມມາກິນຫຍ້າ ແລະ ສະພາບເງືື່ອນໄຂສີ່ງແວດລ້ອມອາດຈະເຮັດໃຫ້ແບ້ນ້ອຍມີການປັບໂຕບໍ່ທັນ ຊືື່ງເປັນອັນຕະລາຍຕໍ່ສຸຂະພາບຂອງແບ້.
• ເຮັດໃຫ້ເກີດພະຍາດປອດບວມ, ພະຍາດທ້ອງຖອກທ້ອງ, ທ້ອງບິດໄດ້ງ່າຍ, ແບ້ເບືື່ອອາຫານ, ຈ່ອຍ, ນານໃຫຍ່(ຂອດ) ແລະ ບາງຄັ້ງຕາຍ.
• ໃນລະບົບການລ້ຽງແບ້ຂອງຊາວກະສິກອນທີ່ປະປ່ອຍຕາມທໍາມະຊາດ ຊືື່ງມີເປີເຊັນການຕາຍສູງເຖີງ 50-60%.
• ແບ້ຜູ້ຄວນແຍກລ້ຽງຕ່າງຫາກ ຫຼີກລ້ຽງການປະສົມພັນໃນສາຍເລືອດໃກ້ຄຽງ ແລະ ປະສົມພັນກ່ອນໄວອາຍຸທີ່ເໝາະສົມ.
• ຄອກສັດຄວນແຫ້ງ ສະອາດດີ ມີແສງແດດສ່ອງເຖີງ ອາກາດໂລ່ງດີ ແລະ ມີຄວາມອົບອຸ່ນໃນຍາມຝົນຕົກ ແລະ ອາກາດໜາວ
II ການຮັກສາສຸຂະພາບສັດ
ການອະນາໄມປ້ອງກັນພະຍາດເຊັ່ນ:
• ຄອກແບ້ຄວນໃຫ້ແຫ້ງ ແລະ ສະອາດຢູ່ສະເໝີ.
• ປັດກວາດພື້ນຄອກ ແລະ ກ້ອງຄອກເປັນປະຈໍາຢ່າງໜ້ອຍອາທິດລະເທືື່ອ.
• ຄວນເຮັດຄອກພື້ນສູງຈາກໜ້າດີນ 1 – 1,20 ແມັດ ເພືື່ອຫຼຸດຜ່ອນກີ່ນເໝັນ ແລະ ກີ່ນແອມໂມນິເນັຍ ຊືື່ງອາດເປັນອັນຕະລາຍຕໍ່ສຸຂະພາບແບ້.
• ຮາງອາຫານ ແລະ ຮາງນໍ້າຕ້ອງອານາໄມ ຫລື ລ້າງຢູ່ເລື້ອຍໆ.
• ລະດູແລ້ງມີອາກາດຮ້ອນອົບເອົ້າ ດັ່ງນັ້ນຄວນເປີດໃຫ້ອາກາດລ່ວງດີ
• ຍາມຝົນຕ້ອງມີສີ່ງກໍາບັງ ເພືື່ອປ້ອງກັນບໍ່ໃຫ້ຝົນສາດເຂົ້າໃນຄອກຊືື່ງຈະເປັນຕົ້ນເຫດໃຫ້ເກີດຫຼາຍພະຍາດ ເຊັ່ນເປັນຫວັດ, ປອດອັກເສບ, ເຈັບທ້ອງ.
ແຫຼ່ງຂໍ້ມູນ: file:///C:/Users/AIDC94/Downloads/3iUGywbMpzGznl6F.pdf
https://www.agi.nu.ac.th/science/121113/บทที่%2013%20การผลิตและการจัดการแพะ-แกะ.pdf
https://vet.kku.ac.th/farm/data3/5.pdf