ເຕັກນິກການປູກໝາກແໜ່ງປາກຊ່ອງ

ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ,ເປັນຜົນຜະລິດທີມີຕະຫຼາດຮອງຮັບຢູ່ຕະຫຼອດເວລາໂດຍສະເພາະແລ້ວແມ່ນຕະຫຼາດຈາກ ສປ ຈີນມີພໍ່ຄ້າຄົນຈີນມາຮັບຊື້ຢູ່ລາວ ໂດຍສະເພາະເພຶອນໍາໄປຂາຍສົ່ງໃຫ້ໂຮງງານເພື່ອປຸ່ງແຕ່ງເປັນຢາ ແລະ ເຄື່ອງເທດ,ປຸ່ງແຕ່ງເປັນອາຫານ ແລະ ອື່ນໆຕະຫຼາດ ສປ ຈີນ ແມ່ນມີຄວາມຕ້ອງການໃນປະລິມານຫຼາຍ,ຊຶ່ງໃນປະຈຸບັນປະລິມານການຜະລິດໝາກແໜ່ງແມ່ນຍັງບໍ່ທັນພຽງພໍ ເມືອທຽບກັບຄວາມຕ້ອງການຂອງຕະຫຼາດ,ໃນ ຄະນະດຽວກັນ ໝາກແໜ່ງຂອງ ສປຈີນ ແມ່ນມີອາຍຸແກ່ນັບມື້ນັບໜ້ອຍລົງ,ຍ້ອນແນວນີ້ພໍ່ຄ້າ ສປ ຈີນ ຈື່ງຈໍາເປັນຕ້ອງໄດ້ນໍາເຂົ້າຈາກຫຼາຍປະເທດໃນຂົງເຂດໄກ້ຄຽງ,ເປັນຕົ້ນແມ່ນປະເທດລາວ, ຫວຽດນາມ,ກໍາປູເຈ້ຍ…ຈາກເງືອນໄຂດັ່ງກ່າວນີ້, ມັນຈຶື່ງເປັນໂອກາດ ແລະ ເງືອນໄຂອັນດີໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫຼາດ ສປ ຈີນ,ໂດຍສະເພາະແມ່ນບັນດາເຂດແຂວງ ທີຕັ້ງຢູ່ໄກ້ກັບຊາຍແດນຂອງ ສປ ຈີນ ເຊັ່ນ: ແຂວງຜົ້ງສາລີ,ແຂວງ ອຸດົມໄຊ,ແຂວງຫຼວງນໍ້າທາ ແລະ ອື້ນໆ
ຊືື່ທົ່ວໄປ: ໝາກແໜ່ງ ໝາກແໜ່ງປາກຊ່ອງ Amomum spp ຕະກຸນ ຕົ້ນໝາກແໜ່ງເປັນພືດທີມີຄວາມສຸງແຕ່ 1,2-2 ແມັດ,ແພ່ພັນໂດຍໜໍ່ ປົກກະຕິແລ້ວຕົ້ນໝາກແໜ່ງຈະເກີດເປັນເຫົ້ງາ,ເປັນພືດທີມັກຮົ່ມ ແລະ ແສງສະຫວ່າງ, ຕົ້ນໝາກແໜ່ງເກີດໄດ້ດີຢູ່ກ້ອງປ່າໄມ້ເຂດຮ້ອນ, ເຊິື່ງມີແສງສະຫວ່າງແຕ່ 10-60 ເປີເຊັນ, ແຕ່ເໝາະສົມທີສຸດແມ່ນມີແສງສະຫວ່າງ, ລະຫວ່າງ 30- 40 ເປີເຊັນ, ຕົ້ນໝາກແໜ່ງ ເປັນພືດທີມີຮາກປະເພດຕືນ,ປະມານ 80 ເປີເຊັນ, ຂອງຮາກຈະຂະຫຍາຍຕົວຢູ່ດິນຊັ້ນເທິງ 10 ຊັງຕີແມັດ, ອີກ 12 ເປີເຊັນແມ່ນຂະຫຍາຍຕົວຢູ່ໃນຊັ້ນດິນລະຫວ່າງ 10-20 ຊັງຕີແມັດ, ມີພຽງຮາກຈໍານວນໜ້ອຍໜຶື່ງເທົ່ານັ້ນ ທີຢັັ່ງລົງເລິກກວ່າ 20 ຊັງຕີແມັດ, ຍ້ອນເຫດຜົນດັ່ງກ່າວ, ຕົ້ນໝາກແໜ່ງຈຶື່ງມັກເກີດຢູ່ເຂດທີມີຄວາມຊຸ້ມຊື້ນ ແລະ ບໍ່ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ. ໝາກແໜ່ງແຕ່ລະຊະນິດພັນແມ່ນມີລະບົບຮາກຄຶກັນ, ແຜ່ພັນດ້ວຍລະບົບຮາກ ພ້ອມທັງເກີດດອກ ແລະ ໝາກຕາມຮາກແໜງບໍລິເວນເຫົ້ງາ, ລໍາຕົ້ນໝາກແໜ່ງ ຈະມີອາຍຸປະມານ 4 ປີຈາກນັ້ນມັນຈະຫ່ຽວແຫ້ງຕາຍ, ແຕ່ລະບົບຮາກຂອງມັນຈະຍັງຄົງຢູ່, ຕົ້ນໝາກແໜ່ງຈະໃຫ້ໝາກເມືອລໍາຕົ້ນມມີອາຍຸ 2-4 ປີ.
ຕົ້ນໝາກແໜ່ງອ່ອນຈະມີຮາກປົ່ງອອກຢ່າງໜ້ອຍ 2 ແໜ່ງຂື້ນໄປຕົ້ນທີເກີດຢູ່ຂອບສວນໄດ້ຮັບແສງແດດພຽງພໍຈະປົ່ງຮາກແໜ່ງຫຼາຍກວ່າ ໃນຂະນະທີຕົ້ນໝາກແໜ່ງເກີດບໍລິເວນກາງສວນທີມີຄວາມໜາແໜ້ນສູງຈະປົ່ງຮາກແໜງໜ້ອຍ ແລະ ຕົ້ນອ່ອນມີຈໍານວນໜ້ອຍ, ສະນັ້ນ, ຈຶ່ງເຮັດໃຫ້ສວນປູກໝາກແໜ່ງໃຫ້ຜົນຜະລິດບໍ່ໄດ້ເທົ່າທີຄວນ.

I. ເຕັກນິກການປູກໝາກແໜ່ງ
1. ການກະກຽມພື້ນທີການບຸກເບິກພື້ນທີ່ ສາມາດເຮັດໄດ້ດ້ວຍການຖາງ, ຈູດ ແລະ ຮື້ ເພືື່ອກໍາຈັດຫຍ້າ, ຕົ້ນໄມ້ນ້ອຍ
ອອກ ເຊິ່ງໄລຍະເວລາທີ່ເໝາະສົມໃນການຈັດຕັ້ງປະຕິບັດ ແມ່ນຊ່ວງລະດູແລ້ງ ໃນລະຫວ່າງເດືອນ 2-3 ໂດຍສ່ວນໃຫ່ຍແມ່ນໃຊ້ແຮງງານຄົນ ແລະ ນໍາໃຊ້ອຸປະກອນ ຄື: ພ້າ, ມີດ ແລະ ອືື່ນໆ.
2. ເຕັກນິກການປູກ
ໄລຍະຫ່າງທີ່ເໝາະສົມໃນການປູກໝາກແໜ່ງປາກຊ່ອງ ແມ່ນອີງຕາມສະພາບພື້ນທີ່ປູກສໍາລັບເຂດສັນພູທີຄວາມຊຸ້ມຊື້ນສູງບໍ່ຫຼຸດ 22 ເປີເຊັນ. ໄລຍະຫ່າງແມ່ນ 1 x 1 ແມັດ, 1 x 2 ແມັດ ແລະ 2 x 2 ແມັດແມ່ນເໝາະສົມສໍາລັບນໍາໃຊ້ປູກໃນເຂດດິນຊຸ້ມຊືື່ນໃກ້ແຄມແຫຼ່ງນໍ້າ, ຊິື່ງຂະໜາດໄລຍະຫ່າງດັ່ງກ່າວ ຕົ້ນໝາກແໜ່ງສາມາດຂະຫຍາຍຕົວຈອດກັນ ແລະ ໃຫ້ຜົນຜະລິດໃນປີທີ 3


ໝາກແໜ່ງປາກຊ່ອງເປັນໝາກແໜ່ງແດງຄືກັບໝາກແໜ່ງກວາງຕຸງເຊິື່ງ ມີລັກສະນະຄ້າຍຄືກັນຫຼາຍ ແລະ ມີຄວາມແຕກຕ່າງກັນເລັກນ້ອຍຄື. ການຄັດ ເລືອກແນວພັນໝາກແໜ່ງປາກຊ່ອງມາປູກ ຄວນມີຄວາມລະມັດລະວັງເພາະຈະສົ່ງຜົນຕໍ່ການຈະເລີນເຕີບໂຕຂອງຕົ້ນຫມາກແໜ່ງ,ເຊິ່ງເຮັດໃຫ້ສູນເສຍທຶນຮອນ ແລະ ເວລາ. ໝາກແໜ່ງປາກຊ່ອງປູກດ້ວຍເບ້ຍເຫົ້ງາ ແມ່ນຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດໄວ ແລະ ປະຢັດເວລາກວ່າການປູກດ້ວຍແກ່ນ. ເຫງົ້າທີ່ເໝາະສົມ ຄວນມີອາຍຸ 2 ປີ ໂດຍລັກສະນະຂອງເຫງົ້າທີ່ເໝາະສົມຕ້ອງຈົ່ງຮາກເຄົ້າ (ຮາກແກ້ວ) ໃຫ້ມີຄວາມຍາວ 20 ຊັງຕີແມັດ, ຂຶ້ນໄປ ແລະ ຈົ່ງຮາກແໜງອ່ອນໄວ້ ເຊິ່ງຮາກແຫນງອ່ອນຈະກາຍເປັນຫນໍ່ ແລະ ຕົ້ນໝາກແໜ່ງຕໍ່ໄປ. ຄວນຕັດລໍາ ແລະ ໃບອອກສ່ວນເທິງຈົ່ງລໍາຕົ້ນໃຫ້ມີຄວາມຍາວ 40 – 50 ຊັງ ຕີແມັດ.ເຖິງຢ່າງໃດກໍ່ຕາມ, ຖ້າຕ້ອງການປູກໂດຍບໍ່ຕັດລໍາ ແລະ ໃບສ່ວນເທິງອອກ ແມ່ນໃຫ້ປູກໃນຊ່ວງເດືອນ 7 ຫາ 8. ການປູກດ້ວຍເຫງົ້າທັງສອງວິທີແມ່ນໃຫ້ ຜົນຜະລິດໃນປີທີ 3 ການຄັດເລືອກແນວພັນ.

II. ການບົວລະບັດຮັກສາສວນປູກໝາກແໜ່ງປາກຊ່ອງ
• ການບົວລະບັດຮັກສາສວນໝາກແໜ່ງປາກຊ່ອງກ ຄ້າຍຄຶກັນກັບໝາກແໜ່ງຊະນິດອືນໃນປີທໍາອິດແມ່ນອະນາໄມ 3 ຄັ້ງ/ປີ (ຕົ້ນ, ກາງ ແລະ ທ້າຍລະດູຝົນ) ໂດຍການເສຍຫຍ້າ ແລະ ຈໍາພວກເຄືອອອກ
• ໃນປິທີສອງ 2 ຄັ້ງ/ປີ (ຕົ້ນລະດູຝົນ ແລະ ທ້າຍລະດູ) ອະນາໄມຈໍາພວກເຄືອ, ຫຍ້າ. ເລີ່ມແຕ່ປີທີສາມເປັນຕົ້ນໄປ ແມ່ນໃຫ້ອະນາໄມ 1 ຄັ້ງ/ປີ ໃນຊ່ວງເດືອນ 12.
 ຂໍ້ຄວນເອົາໃຈໃສ່:
ນອກຈາກເສຍຫຍ້າແລ້ວຄວນຈະມີການຕັດສາງສວນໝາກແໜ່ງຕົ້ນແກ່ເພຶອໃຫ້ການຕັດສາງໝາກແໜ່ງຕົ້ນແກຫ້າມບໍ່ໃຫ້ຕັດໃນຊວງອອກດອກ ແລະ ໝາກ ຄວນຕັດສາງຫຼັງຈາກເກັບໝາກແລ້ວບໍ່ໃຫ້ອະນາໄມສວນຊ່ວງຕົ້ນ ໝາກແໜ່ງເປັນດອກ ແລະ ໝາກ ເພາະປີທີສາມໝາກແໜ່ງເລີ່ມອອກດອກ ແລະ ເປັນໝາກການຕັດສາງຕົ້ນໝາກແໜ່ງ(ການຕັດສາງລໍາແກ່) 1 ຄັ້ງ/ປີ ແມ່ນມີຜົນຕໍ່ການເກີດໜໍ່ໝາກແໜ່ງຈໍານວນຫຼາຍສວນໝາກແໜ່ງຖ້າຫາກບໍ່ມີການຕັດສ້າງລໍາແກ່ອອກໃນແຕ່ລະປີແມ່ນເຮັດໃຫ້ຜົນຜະລິດຫຼຸດໜ້ອຍລົງ ແລະ ເຮັດໃຫ້ການຂະຫຍາຍພັນຂອງຕົ້ນໝາກແໜ່ງຊ້າລົງ ແລະ ເຮັດໃຫ້ຮອບວຽນການເກີດໜໍ່ສືບພັນດັບສູນໄປ ເຊິ່ງສົ່ງຜົນເຮັດໃຫ້ຕົ້ນໝາກແໜ່ງຕາຍໝົດໃນທີສຸດ.

III. ການເກັບກູ້ ແລະ ການປຸງແຕ່ງໝາກແໜ່ງ
1 ການເກັບກູ້ ໝາກແໜ່ງປາກຊ່ອງໃຫ້ຜົນຜະລິດເມືື່ອມີອາຍຸໄດ້ 3 ປີ ຂຶ້ນໄປແຕ່ໄລຍະທໍາອິດໃຫ້ຜົນຜະລິດໜ້ອຍ ແລະ ຫຼາຍໃນປີຕໍ່ໆໄປ, ໄລຍະເວລາທີ່ເໝາະສົມແກ່ການເກັບໝາກແໜ່ງທີ່ສຸດແມ່ນຊ່ວງທີ່ໝາກແໜ່ງສຸກດີເປັນສີແດງເຂັ້ມຄືໃນຊ່ວງເດືອນ 7 ຫາ ເດືອນ 11 (ປະຕິທິນສາກົນ) ການເກັບກູ້ແມ່ນສາມາດເຮັດໄດ້ດ້ວຍການໃຊ້ມືບີດເອົາໝາກແກ່ (ຈົ່ງໝາກອ່ອນໄວ້ໄວ້ເກັບຊຸດຕໍ່ໄປ).
ໝາກແໜ່ງປາກຊ່ອງສ່ວນໃຫຍ່ນິຍົມກັນຂາຍດິບ, ແຕ່ກໍ່ຍັງມີຊາວກະສິກອນບາງເຂດນິຍົມກັນຕາກແດດເພາະວ່າມັນສາມາດເກັບຮັກສາໄວ້ໄດ້ດົນ.

2 ການປຸງແຕ່ງ
ກ. ການອົບແຫ້ງ: ແມ່ນວິທີການນໍາເອົາໝາກແໜ່ງສຸກແກເຕັມທີ່ແລ້ວທີຍັງບໍ່ທັນເຂົ້າໄປອົບແຫ້ງຢູ່ໂຮງອົບຂະໜາດ ນ້ອຍລະດັບບ້ານ ຫລື ລະດັບຄອບຄົວ. ໃນການອົບໝາກແໜ່ງແຕ່ລະຄັ້ງຈະໃຊ້ເວລາຢູ່ 12 ຫາ 24 ຊົ່ວໂມງ ໂດຍຕ້ອງ ມີການຮັກສາອຸນຫະພູມຄວາມຮ້ອນຢ່າງເໝາະສົມ,ໝາກແໜ່ງອົບແຫ້ງສາມາດເກັບໄວ້ໄດ້ດົນ ພ້ອມທັງເປັນການເພີ່ມມູນຄ່າລາຄາ ໝາກແໜ່ງຂຶ້ນຕື່ມໄປອີກ, ນອກຈາກນັ້ນມັນຍັງມີຄວາມເສຍຫາຍໜ້ອຍໃນການເກີດເຊື້ອຣາຕ່າງໆ. ການອົບແຫ້ງ ຖ້າເຮົາເອົາໝາກແໜ່ງສົດເຂົ້າເຕົາອົບຈໍານວນ 60 ກິໂລກຼາມ ພ້ອມກັນຈະໃຊ້ເວລາຢູ່ປະມານ 12 ຊົ່ວໂມງ. ວິທີການອົບ : ທຸກໆ 30 ນາທີ ຕ້ອງໄດ້ປີ້ນ ໝາກແໜ່ງໃນເຕົາອົບຈາກລຸ່ມຂື້ນເທິງ ເພື່ອໃຫ້ໝາກແໜ່ງແຫ້ງສະເໝີກັນດີ. ອັດຕາສ່ວນຫລຸດຂອງນໍ້າໜັກຈາກການອົບແຫ້ງຢູ່ທີ່ 100 ກິໂລກຼາມ (ໝາກດິບ) ຈະໄດ້ໜາກແໜ່ງປາກຊ່ອງແຫ້ງ ປະມານ 15 ຫາ 20 ກິໂລ ກຼາມ.

ຂ. ການຕາກແດດ: ຈະຕ້ອງໄດ້ອາໄສທໍາມະຊາດເປັນຫຼັກ. ລະດູການເກັບ ໝາກແໜູ່ງໂດຍສ່ວນໃຫຍ່ຕົກຢູ່ໃນຊ່ວງລະດູຝົນ, ການຕາກແດດແມ່ນບໍ່ພຽງພໍທີ່ຈະເຮັດໃຫ້ໝາກແໜ່ງແຫ້ງເຕັມທີ່ ແລະ ບໍ່ສາມາດປ້ອງກັນການເກີດເຊື້ອຣາ ຕາມມາ. ນອກຈາກນັ້ນ, ການຕາກແດດແມ່ນໃຊ້ເວລາຫຼາຍວັນ ແລະ ຕ້ອງໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດ. ໄລຍະເວລາໃນການຕາກແດດຈະໃຊ້ເວລາຢູ່ປະມານ 7 ວັນ (ມີແສງແດດປົກກະຕິ) ເພືື່ອເຮັດໃຫ້ໝາກແໜ່ງແຫ້ງດີ. ອັດຕາ ສ່ວນຫລຸດຂອງນໍ້າໜັກປະມານ 100 ກິໂລກຼາມດິບຈະໄດ້ໝາກແໜ່ງແຫ້ງ 13 – 14 ກິໂລກຼາມແຫ້ງ, ການເກັບຮັກສາໝາກແໜ່ງແຫ້ງ ສາມາດເຮັດໄດ້ດ້ວຍການບັນຈຸໄວ້ໃນກະເປົາປານ ຫຼຶ ຖົງຕາໜ່າງຂຽວ (ລະບາຍອາກາດໄດ້ດີ) ຈາກນັ້ນ ເກັບມ້ຽນໄວ້ໃນບ່ອນທີ່ມີອາກາດຖ່າຍເທດີ, ບໍ່ມີຄວາມຊຸ່ມ ແລະ ບໍ່ມີສັດຕູລົບກວນ (ມົດ, ໜູ, ມອດ..)

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/YxyGz8t7ZeHtAGNc.pdf
https://home.kku.ac.th/orip2/thaiherbs/index.php/2013-05-04-04-14-43/35-2013-05-07-09-43-03
http://lad.nafri.org.la/fulltext/4364-0.pdf