ເຕັກນິກການປູກໝາກແໜ່ງກວາງຕຸ່ງ
ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ,ເປັນຜົນຜະລິດທີມີຕະຫຼາດຮອງຮັບຢູ່ຕະຫຼອດເວລາໂດຍສະເພາະແລ້ວແມ່ນຕະຫຼາດຈາກ ສປ ຈີນມີພໍ່ຄ້າຄົນຈີນມາຮັບຊື້ຢູ່ລາວໂດຍ ສະເພາະເພືອນໍາໄປຂາຍສົ່ງໃຫ້ໂຮງງານເພື່ອປຸງແຕ່ງເປັນຢາ ແລະ ເຄື່ອງເທດ,ປຸ່ງແຕ່ງເປັນອາຫານ ແລະ ອື່ນໆຕະຫຼາດ ສປ ຈີນແມ່ນມີຄວາມຕ້ອງການໃນປະລິມານຫຼາຍ,ຊື່ງໃນປະຈຸບັນປະລິມານ ການຜະລິດໝາກແໜ່ງແມ່ນຍັງບໍ່ທັນພຽງພໍເມືອທຽບກັບຄວາມຕ້ອງການຂອງຕະຫຼາດ,ໃນ ຄະນະດຽວກັນ ໝາກແໜ່ງຂອງ ສປຈີນ ແມ່ນມີອາຍແກ່ນັບມື້ນັບໜ້ອຍລົງ,ຍ້ອນແນວນີ້ພໍ່ຄ້າ ສປ ຈີນ ຈືື່ງຈໍາເປັນຕ້ອງໄດ້ນໍາເຂົ້າ ຈາກຫຼາຍປະເທດ ໃນຂົງເຂດໄກ້ຄຽງ,ເປັນຕົ້ນແມ່ນປະເທດລາວ ຫວຽດນາມ,ກໍາປູເຈ້ຍ…ຈາກເງືອນໄຂດັ່ງກ່າວນີ້, ມັນຈຶ່ງເປັນໂອກາດ ແລະ ເງືອນໄຂອັນດີໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫຼາດ ສປ ຈີນ,ໂດຍສະເພາະແມ່ນບັນດາເຂດແຂວງ ທີຕັ້ງຢູ່ໄກ້ກັບຊາຍແດນຂອງ ສປ ຈີນ ເຊັ່ນ: ແຂວງຜົ້ງສາລີ,ແຂວງ ອຸດົມໄຊ,ແຂວງຫຼວງນໍ້າທາ ແລະ ອື້ນໆ. ຕົ້ນໝາກແໜ່ງແມ່ນເປັນພືດທີປູກງ່າຍ,ປູກຕາມກ້ອງປ່າ ແລະ ບໍມີຄວາມຈໍາເປັນທີຈະຕ້ອງຕັດຕົ້ນໄມ້(ເວັ້ນເສຍແຕ່ຕົ້ນໄມ້ທີເປັນຮົມນັ້ນຕືບໜາເກີນໄປ) ແລະ ໝາກແໜ່ງຍັງເປັນພືດທີມີຄຸນຄ່າໃຫ້ກັບປ່າໄມ້ ແລະ ໃຫ້ແກ່ປະຊາຊົນທີຢູ່ອາໃສຢູ່ໄກ້ກັບປ່າ,ກິດຈະກໍາການປູກໝາກແໜ່ງແມ່ນຕອບສະໜອງຖືກຕ້ອງຕາມແນວທາງຂອງລັດຖະບານລາວເຮົາທີແນໃສ່ການຢຸດຕິການຖ່າງປ່າເຮັດໄຮ່ແບບເລືອນລອຍ ຫັນມາເຮັດກະສິກໍາແບບຄົງທີອີກຢ່າງໜຶ່ງກແມ່ນໃຫ້ສອດຄ່ອງກັບມະຕິຂອງ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຫັນມາປູກພືດເປັນສິນຄ້າ ການເກັບກ່ຽວແມ່ນຍັງບໍ່ທັນມີຢ່າງຫຼວງຫຼາຍ ແລະ ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໄດ້ຢ່າງພຽງພໍເທື່ອ,ມີຫຼາຍປັດໃຈທີເຮັດໃຫ້ໝາກແໜ່ງມີຜົນຜະລິດບໍ່ພຽງພໍ ,ເພາະວ່າຍັງຂາດເຕັກນິກການປູກ ແລະ ການຮັກສາຢ່າງຖືກຕ້ອງ
ໝາກແໜ່ງກວາງຕຸ່ງ: Amomum villosum ຕະກຸນ: Zingiberacee ຕົ້ນໝາກແໜ່ງເປັນພືດທີມີຄວາມສູງແຕ່ 1,2-2 ແມັດ,ແພ່ພັນໂດຍໜໍ່ປົກກະຕິແລ້ວຕົ້ນໝາກແໜ່ງຈະເກີດເປັນເຫງົ້າ,ເປັນພືດທີມັກຮົ່ມ ແລະ ແສງສະຫວ່າງ,ຕົ້ນໝາກແໜ່ງເກີດໄດ້ດີຢູ່ກ້ອງປ່າໄມ້ເຂດຮ້ອນ,ເຊິ່ງມີແສງສະຫວ່າງແຕ່ 10-60 ເປີເຊັນ,ແຕ່ເໝາະສົມທີສຸດແມ່ນມີແສງສະຫວ່າງ,ລະຫວ່າງ 30-40 ເປີເຊັນ,ຕົ້ນໝາກແໜ່ງ ເປັນພືດທີມີຮາກປະເພດຕືນ,ປະມານ 80 ເປີເຊັນ,ຂອງຮາກຈະຂະຫຍາຍຕົວຢູ່ດິນຊັ້ນເທິງ 10 ຊັງຕີແມັດ,ອີກ 12 ເປີເຊັນແມ່ນຂະຫຍາຍຕົວຢູ່ໃນຊັ້ນດິນລະຫວ່າງ 10-20 ຊັງຕີແມັດ,ມີພຽງຮາກຈໍານວນໜ້ອຍໜຶ່ງເທົ່ານັ້ນທີຢັ່ງລົງເລິກກວ່າ 20 ຊັງຕີແມັດ,ຍ້ອນເຫດຜົນດັ່ງກ່າວ,ຕົ້ນໝາກແໜ່ງຈຶ່ງມັກເກີດຢູ່ເຂດທີມີຄວາມຊຸ່ມຊື້ນ ແລະ ບໍ່ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ. ຕົ້ນໝາກແໜ່ງອ່ອນຈະມີຮາກປົ່ງອອກຢ່າງໜ້ອຍ 2 ແໜ່ງຂື້ນໄປຕົ້ນທີເກີດຢູ່ຂອບສວນໄດ້ຮັບແສງແດດພຽງພໍຈະປົາງຮາກແໜ່ງຫຼາຍກວ່າ ໃນຂະນະທີຕົ້ນໝາກແໜ່ງເກີດບໍລິເວນກາງສວນທີມີຄວາມໜາແໜ້ນສູງຈະປົ່ງຮາກແໜງໜ້ອຍ ແລະ ຕົ້ນອ່ອນມີຈໍານວນໜ້ອຍ,ສະນັ້ນ,ຈຶ່ງເຮັດໃຫ້ສວນປູກໝາກແໜ່ງໃຫ້ຜົນຜະລິດບໍ່ໄດ້ເທົ່າທີຄວນ.
I. ລັກສະນະພື້ນທີ
ພື້ນທີ ທີເໝາະສົມຕໍ່ການປູກໝາກແໜ່ງກວາງຕຸ່ງ ແມ່ນຢູ່ໃນລະດັບຄວາມສູງຈາກໜ້ານໍ້າທະເລແຕ່ 800 ແມັດ ຫາ 1500 ແມັດ,ຖ້າປູກໃນລະດັບຕໍ່າກວ່າ 800 ແມັດ, ລົງມາໝາກແໜ່ງກວາງຕຸ່ງຈະຂະຫຍາຍຕົວໄດ້ດີ ແຕ່ໃຫ້ຜົນ ຜະລິດຕໍ່າ (ອອກໝາກໜ້ອຍ)
II. ເຕັກນິກການປູກໝາກແໜ່ງ ແລະ ການກະກຽມພື້ນທີ
1 ການກະກຽມພື້ນທີ
ການກະກຽມພື້ນທີ່ ແມ່ນການກະກຽມພື້ນທີ່ໃຫ້ມີສະພາບແວດລ້ອມທີ່ເໝາະສົມສໍາລັບປູກໝາກແໜ່ງກວາງຕຸ່ງ ລວມທັງການປະຕິບັດງານໃນສວນ ໝາກແໜ່ງ ແລະ ການອະນຸລັກດິນ ແລະ ນໍ້າເຊິ່ງຈໍາເປັນຕ້ອງໄດ້ມີ. ການວາງແຜນ ການນໍາໃຊ້ພື້ນທີ່ຢ່າງມີປະສິດທິພາບ ເພື່ອສະດວກໃນການບົວລະບັດຮັກສາຕົ້ນໝາກແໜ່ງ ແລະ ການເກັບກູ້ຜົນຜະລິດໝາກແໜ່ງຕາມລະດູການ. ການກະກຽມພື້ນທີ່ປູກໝາກແໜ່ງກວາງຕຸ່ງມີຂັ້ນຕອນທີ່ສໍາຄັນຄື:ຖາງ ແລະ ຕັດຕົ້ນໄມ້ນ້ອຍຈໍານວນໜຶ່ງ, ອະນາໄມເສດໄມ້ ແລະ ຫຍ້າ ເຄືື່ອນຍ້າຍອອກຈາກພື້ນທີ່ (ບໍ່ຈູດເຜົາ) ຈົ່ງຕົ້ນໄມ້ໃຫຍ່ໃຫ້ກະແຈກກະຈາຍຢູ່ທົ່ວພື້ນທີ່ ເພືື່ອໃຫ້ແສງແດດສ່ອງຜ່ານລົງສູ່ພື້ນທີ່ປູກປະມານ 50%.
ຂໍ້ຄວນເອົາໃຈໃສ່ :
ບໍ່ຄວນຈູດ ແລະ ເຜົາຕົ້ນໄມ້ທີ່ຕັດຖາງລົງ ໃນໄລຍະກະກຽມພື້ນທີ່, ເພາະຖ້າຈູດມັນຈະສົ່ງຜົນເສຍຕໍ່ໂຄງສ້າງ ແລະ ຄວາມອຸດົມສົມບູນຂອງດິນ. ບໍ່ຄວນປູກໝາກແໜູ່ງໃສພື້ນທີ່ປ່າໄມ້ປ່ອງ ຫຼື ຊະນິດພືດທີ່ມີລັກສະນະຮາກໄມ້ຫຼາຍຄື ໄມ້ປ່ອງຈະເຮັດໃຫ້ການຈະເລີນເຕີບໂຕ ແລະໃຫ້ຜົນຜະລິດຂອງຕົ້ນໝາກແໜ່ງບໍ່ໄດ້ຮັບຜົນດີ ເຊັ່ນດຽວກັນກັບໄມ້ໃບກວ້າງ ແລະ ໃບແຂງ ເມືື່ອລົ່ນໃບຈະໄປປົກຄຸ້ມດອກໝາກແໜ່ງເຮັດໃຫ້ດອກເກີດຄວາມເສຍຫາຍ.
2 ເຕັກນິກວິທີການປູກ
ພາຍຫລັງກະກຽມພື້ນທີ່ປູກເປັນທີ່ຮຽບຮ້ອຍແລ້ວ, ການປູກໝາກແໜ່ງດ້ວຍເບ້ຍເຫງົ້າອາຍ 2 ປີ ຄວນປູກໃນຕົ້ນລະດູຝົນໃນລະຫວ່າງທ້າຍເດືອນ ເມສາ ຫາ ທ້າຍເດືອນ ພືດສະພາ. ໃນຂະນະທີ່ການປູກດ້ວຍເຫງົ້າອາຍ 1 ປີ ໃນບໍລິເວນໃກ້ຄຽງກັບສວນປູກເກົ່າຄວນປູກໃນເດືອນ ມີຖຸນາ ຫາ ສີງຫາ, ເຊິ່ງມີຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ດັ່ງລຸ້ມນີ້: ໃຊ້ຈົກ ຫຼື ສຽມຂຸດລົງດິນເປັນຂຸມ, ເຊິ່ງຂະໜາດຂອງຂຸມບໍ່ສາມາດກໍານົດຄວາມຍາວ, ເລີກ, ກວ້າງ ຂອງຂຸມໄດ້ ເພາະຂັ້ນກັບຂະໜາດຂອງເຫງົ້າທີ່ນໍາມາປູກວ່າມີຄວາມຍາວ, ເລີກ, ກວ້າງຂະໜາດໃດ.ນໍາເອົາເຫງົ້າໝາກແໜ່ງທີ່ໄດ້ກະກຽມໄວ້ລົງປູກໃສ່ຂຸມຢ່າງລະມັດລະວັງຖ້າພື້ນທີ່ມີຄວາມຄ້ອຍຊັນຕ້ອງວາງຮາກເຄົ້າປິິ່ນເຂົ້າຫາທິດຄ້ອຍຊັນແລ້ວໃຊ້ມືສຽບຮາກແໜງໃສ່ໜ້າຕັດດິນເລັກນ້ອຍເພືື່ອຊ່ວຍຮາກຢືດແໜ້ນກັບດິນ, ຈາກນັ້ນ ນໍາເອົາດິນລົງຖົມໃຫ້ຖ້ວມໃນລະດັບຕໍ່າກວ່າຄໍຮາກ/ເຫງົ້າແລ້ວອັດ (ຢຽບ) ດິນໃຫ້ແໜ້ນພໍປະມານ, ການຖົມດິນບໍຄວນຖົມປາຍຮາກແໜງ, ໝາຍຄວາມວ່າຕ້ອງຈົ່ງປາຍຮາກແໜງໃຫ້ພົ້ນດິນເພາະວ່າປາຍຮາກແໜງຈະສືບຕໍ່ຂະຫຍາຍຕົວເກີດເປັນຕົ້ນໃໝ່. ທີຮາກແໜ່ງທີຂະຫຍາຍຕົວພົ້ນໜ້າດິນ ແລະ ດອກຂອງມັນຖືກທັບຖົມດ້ວຍດິນ ແລະ ຂີ້ເຫື້ຍອຈາກການເຊາະເຈືອນໃນເວລາຝົນຕົກ.
ການປູກດ້ວຍເຫງົ້າອາຍ 2 ປີ(ຕັດໃບຖີ້ມ) ແມ່ນບໍ່ຈໍາເປັນຕ້ອງໃຊ້ໄມ້ແນບລໍາຕົ້ນ ເນືື່ອງຈາກມັນບໍ່ໄດ້ຮັບຜົນກະທົບຈາກລົມພັດ, ຖ້າປູກດ້ວຍເຫງົ້າອາຍ 1 ປີ (ປູກບໍ່ຕັດໃບ) ປູກໃນຊ່ວງເດືອນ 6 ຫາເດືອນ 8 ຫລັງຈາກປູກແລ້ວ ຄວນຊອກຫາຫລັກໄມ້ມາປັກລົງຂ້າງຕົ້ນແລ້ວໃຊ້ສາຍເຊືອກມັດລໍາຕົ້ນ, ໝາກແໜ່ງຕິດໃສ່ກັບຫລັກໄມ້ບໍ່ໃຫ້ແໜ້ນຈົນເກີນໄປເພືື່ອປ້ອງກັນບໍ່ໃຫ້ລໍາຕົ້ນລົ້ມລົງ ເມືື່ອກະທົບກັບສິ່ງລົບກວນຕາມທໍາມະຊາດ.
3 ການຄັດເລືອກແນວພັນ ແລະ ການກະກຽມແນວພັນໝາກແໜ່ງກວາງຕຸ່ງ
3.1 ການຄັດເລືອກແນວພັນ
ຕົ້ນໝາກແໜ່ງກວາງຕຸ່ງ ມີລັກສະນະຄືກັບໝາກແໜ່ງປາກຊ່ອງແຕ່ມັນກໍມີລັກສະນະເດັ່ນທີແຕກຕ່າງກັນ. ສະນັ້ນ, ການຄັດເລືອກແນວພັນໝາກແໜ່ງຈຶ່ງມີຄວາມສໍາຄັນ ເພາະຖ້າປູກໝາກແໜ່ງທັງສອງແນວພັນປົນກັນຈະເຮັດໃຫ້ໄດ້ລາຄາຕໍ່າ.ນອກຈາກນັ້ນ,ຖ້າປູກປົນກັບໝາກແໜ່ງສາຍພັນອືນໆ ຈະເຮັດໃຫ້ຜົນຜະລິດຂອງໝາກແໜ່ງກວາງຕຸ່ງມີຄຸນນະພາບຕໍ່າເພາະມີການປະສົມຂ້າມສາຍພັນຈາກແມງໄມ້ ເຮັດໜ້າທີການປະສົມເກສອນເປັນຕົ້ນແມງໄມ້ຈໍາພວກເຜິ້ງ.
3.2 ການກະກຽມແນວພັນ
ໝາກແໜ່ງກວາງຕຸ່ງນິຍົມກັນປູກດ້ວຍເຫງົ້າເຊິ່ງໄດ້ຮັບຜົນດີ ແລະ ໄວກວ່າການປູກດ້ວຍແກ່ນ. ເຫງົ້າທີເໝາະສົມສໍາລັບການນໍາເອົາໄປປູກໃນພື້ນທີຫ່າງໄກຄວນມີອາຍຸ 2 ປີ. ໃນຂະນະທີການປູກໃນພື້ນທີໄກ້ຄຽງແມ່ນນໍາໃຊ້ເຫງົ້າທີມີອາຍຸ 1 ປີ, ເຫງົ້າໝາກແໜ່ງຄວນຈົ່ງຮາກເຫງົ້າເຄົ້າ ຫຼື ຮາກແກ້ວໃຫ້ມີຄວາມຍາວບໍ່ໃຫ້ຫຼຸດ 20 ຊັງຕີແມັດ,ຈົ່ງລໍາຕົ້ນໃຫ້ມີຄວາມຍາວປະມານ 60 ຊັງຕີແມັດ,ຂື້ນໄປ ແລະ ຈົ່ງຮາກແໜ່ງອ່ອນໄວ້ເພື່ອເຮັດໃຫ້ຕົ້ນໝາກແໜ່ງຂະຫຍາຍຕົວໄດ້ດີ. ເຫງົ້າໝາກແໜ່ງເມືື່ອເວລາຂົນສົ່ງໄປຮອດພື້ນທີ່ປູກມັນສາມາດພັກຕົວໄດ້ປະມານ 4 ວັນ ແຕ່ຕ້ອງເກັບຮັກສາໄວ້ຮົ່ມ ແລະ ຊຸ້ມຊືື່ນ, ແຕ່ວິທີທີ່ດີທີ່ສຸດຄວນນໍາເອົາແນວພັນໝາກແໜ່ງໄປປູກເລີຍເມືື່ອຈະນໍາເອົາເຫງົ້າໄປປູກໃນຊ່ວງເວລາທີ່ເໝາະສົມຄື ຊ່ວງທ້າຍເດືອນເດືອນ 3 ຫາ 5(ປະຕິທິນສາກົນ)ໃນກໍລະນີຖ້າເອົາເຫງົ້າໄປປູກໃນຊ່ວງເດືອນ 6 – 8 (ປະຕິທິນສາກົນ)ໃນພື້ນທີ່ໃກ້ຄຽງ ແມ່ນສາມາດປູກທັງໃບເລີຍກໍ່ໄດ້ເພາະແມ່ນຊ່ວງລະດູຝົນ.
ຖ້າພື້ນທີ່ປູກຢູ່ຫ່າງໄກ, ການນໍາເອົາເບ້ຍເຫງົ້າໝາກແໜ່ງ ອາຍຸ 1 ປີ ເປັນແນວພັນແມ່ນບໍ່ເໝາະສົມເພາະສົ່ງຜົນເຮັດໃຫ້ເຫງົ້າມັກເນົ່າຕາຍພາຍຫລັງຈາກປູກ. ຄວາມຈິງແລ້ວ, ເບ້ຍເຫງົ້າຈົ່ງຮາກຍາວເທົ່າໃດຍິ່ງດີແຕ່ພົບຄວາມຫຍຸ້ງຍາກເວລາຂົນສົ່ງ ແລະ ນໍາເອົາເບ້ຍໄປປູກ.
ໝາກແໜ່ງຈາກສວນຄວນໃຊ້ມືຈັບຄໍຮາກແລ້ວຈິ່ງດຶ່ງຂື້ນ ເພືື່ອປ້ອງກັນບໍ່ໃຫ້ເຫງົ້າຮາກແຕກຫັກ, ແຕ່ຖ້າເຫງົ້າຮາກແຕກຫັກຄວນໄປປູກທັນທີທັນໃດ ຫຼື ບໍ່ຄວນເກີນ 2 ວັນ ຖ້າບໍ່ຈໍາເປັນບໍ່ຄວນຈະປູກທັງນີ້ເພືື່ອປ້ອງກັນບໍ່ໃຫ້ເບ້ຍບໍຈະນໍາໄປປູກຕາຍຫລາຍ, ວິທີທີ່ດີຄວນປະດິນໃຫ້ຕິດກັບເຫງົ້າໝາກແໜ່ງເລັກນ້ອຍເພືື່ອເປັນການຮັກສາຄວາມຊຸ້ມຊືື່ນຂອງເບັ້ຍ.
3.3 ການບົວລະບັດຮັກສາສວນປູກໝາກແໜູ່ງກວາງຕຸ່ງ
ການບົວລະບັດຮັກສາສວນໝາກແໜ່ງກວາງຕຸ່ງກຄ້າຍຄືກັນກັບໝາກແໜ່ງຊະນິດອືນໃນປີທໍາອິດແມ່ນອະນາໄມ 3 ຄັ້ງ/ປີ (ຕົ້ນ, ກາງ ແລະ ທ້າຍລະດູຝົນ) ໂດຍການເສຍຫຍ້າ ແລະ ເອົາຈໍາພວກເຄືອອອກ. ໃນປິທີສອງ 2 ຄັ້ງ/ປີ (ຕົ້ນລະດູຝົນ ແລະ ທ້າຍລະດູ) ອະນາໄມຈໍາພວກເຄືອ, ຫຍ້າ. ເລີ່ມແຕ່ປີທີສາມເປັນຕົ້ນໄປແມ່ນໃຫ້ອະນາໄມ 1 ຄັ້ງ/ປີ ໃນຊ່ວງເດືອນ 12.
ຂໍ້ຄວນເອົາໃຈໃສ່:
ນອກຈາກເສຍຫຍ້າແລ້ວຄວນຈະມີການຕັດສາງສວນໝາກແໜ່ງຕົ້ນແກ່ເພື່ອໃຫ້ການຕັດສາງໝາກແໜ່ງຕົ້ນແກ່ຫ້າມບໍ່ໃຫ້ຕັດໃນຊ່ວງອອກດອກ ແລະ ໝາກຄວນຕັດສາງຫຼັງຈາກເກັບໝາກແລ້ວບໍ່ຫ້ອະນາໄມສວນຊ່ວງຕົ້ນໝາກແໜ່ງເປັນດອກ ແລະ ໝາກ ເພາະປີທີສາມໝາກແໜ່ງເລີ່ມອອກດອກ ແລະ ເປັນໝາກການຕັດສາງຕົ້ນໝາກແໜ່ງ (ການຕັດສາງລໍາແກ່) 1 ຄັ້ງ/ປີ ແມ່ນມີຜົນຕໍ່ການເກີດໜໍ່ໝາກແໜ່ງຈໍານວນຫຼາຍ.
3.4 ການເກັບກູ້ ແລະ ການປຸງແຕ່ງໝາກແໜ່ງກວາງຕຸ່ງ
ໝາກແໜ່ງກວາງຕຸ່ງ ໃຫ້ຜົນຜະລິດເມືື່ອມີອາຍຸ ໄດ້ 3 ປີຂື້ນໄປ ແຕ່ໄລຍະທໍາອິດໃຫ້ຜົນຜະລິດໜ້ອຍ ແລະ ຫຼາຍໃນປີຕໍ່ໆໄປ, ໄລຍະເວລາທີ່ເໝາະສົມແກ່ການເກັບໝາກແໜ່ງທີ່ສຸດ ແມ່ນຊ່ວງທີ່ໝາກແໜ່ງສຸກດີເປັນສີແດງເຂັ້ມຄືໃນຊ່ວງເດືອນ 7 ຫາ ເດືອນ 11 (ປະຕິທິນສາກົນ) ການເກັບກູ້ແມ່ນສາມາດເຮັດໄດ້ດ້ວຍການໃຊ້ມືບີດເອົາໝາກແກ່ (ຈົ່ງໝາກອ່ອນໄວ້ເກັບຊຸດຕໍ່ໄປ).
3.4.1 ການປຸງແຕ່ງ ແລະ ການເກັບຮັກສາໝາກແໜ່ງກ່ອນການຂາຍ
ສວນໝາກແໜ່ງຖ້າຫາກບໍ່ມີການຕັດສ້າງລໍາແກ່ອອກໃນແຕ່ລະປີແມ່ນເຮັດໃຫ້ຜົນຜະລິດຫຼຸດໜ້ອຍລົງ ແລະ ເຮັດໃຫ້ ການຂະຫຍາຍພັນຂອງຕົ້ນໝາກແໜ່ງຊ້າລົງ ແລະ ເຮັດໃຫ້ຮອບວຽນການເກີດໜໍ່ສືບພັນດັບສູນໄປ ເຊິ່ງສົ່ງຜົນເຮັດໃຫ້ຕົ້ນໝາກແໜ່ງຕາຍໝົດໃນທີສຸດ.
ຂໍ້ຄວນລະວັງ:
ບໍ່ໃຫ້ອະນາໄມສວນໝາກແໜ່ງໃນຊ່ວງໝາກແໜ່ງເປັນດອກ ແລະ ໝາກ ທັງນີ້ກໍ່ເພືື່ອຫຼີກລ້ຽງຜົນເສຍຫາຍທີ່ຈະເກີດຂື້ນກັບດອກ ແລະ ໝາກ. ຮອບວຽນການສືບພັນຂອງຕົ້ນໝາກແໜ່ງກວາງຕຸ່ງ ໜໍ່ເກີດໜ້ອຍເມືື່ອມີຕົ້ນໝາກແໜ່ງອາຍຸ 3 ປີ ຫາ 4 ປີ, ແຕ່ມີຕົ້ນໃໝ່ເກີດຫຼາຍເມືື່ອຕົ້ນໝາກແໜ່ງລຸ້ນດັ່ງກາວແກ່ຕາຍໄປ. ສະນັ້ນ, ສາມາດເວົ້າໄດ້ວ່າຕົ້ນໝາກແໜ່ງໃຫ້ຜົນຜະລິດບໍ່ຄົງທີ່ໃນແຕ່ລະປີ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/Pa1JcJM7Voihppl7.pdf
file:///C:/Users/HP/Downloads/kml5NAouFJHHrnOi.pdf
https://th.wikipedia.org/wiki/เร่ว