ເຕັກນິກການປູກໝາກເຂືອ
ໝາກເຂຶອເປັນພືດຜັກໃຫ້ໝາກຊະນິດໜຶື່ງທີ່ມີອາຍຸຫຼາຍປີ (ພືດຂ້າມປີ) ສາມາດຈະເລີນເຕີບໂຕໄດ້ດີໃນດິນເກືອບທຸກຊະນິດ ແລະ ສາມາດປູກໄດ້ຕະຫລອດປີທົ່ວທຸກພາກຂອງປະເທດ ໝາກເຂືອມີຖິ່ນກໍາເນີດຢູ່ປະເທດອິນເດຍ ເຊິ່ງໄດ້ມີການປູກມາເປັນເວລາດົນນານແລ້ວຕໍໍ່ຈາກນັ້ນກໍໍ່ພົບເຫັນຢູ່ປະເທດຈີນ ເຊິ່ງໃນນັ້ນຊາວຈີນໄດ້ຮູ້ຈັກໝາກເຂຶອເປັນເວລາ 1,500 ປີ ມາແລ້ວໃນປີ 1928 ຊາວອິນໂດເນເຊຍກໍໍ່ນໍາເອົາໝາກເຂຶອມາປູກ ແລະ ແພ່ລາມເຂົ້າສູ່ປະເທດພະມ້າ ຈາກນັ້ນຈື່ງແພ່ຂະຫຍາຍໄປທົ່ວມຸມໂລກ ໃນປັັດຈຸບັນປະເທດທີ່ປູກໝາກເຂຶອຫຼາຍກ່ວາໝູ່ແມ່ນປະເທດອິນເດຍ ແລະ ບັງກະລາເທດ. ໝາກເຂຶອເປັນພືດຕະກຸນ Solanaceae ມີຊືື່ສາມັນ eggplant ແລະ ມີຊືື່ວິທະຍາສາດ Solanum melogenea Lin. ເປັນພືດາຍຸຫລາຍປີແຕ່ນິຍົມປູກເປັນພືດປີດຽວໝາກມີຫຼາຍສີ ແລະ ລັກສະນະຮູຍຮ່າງແຕກຕ່າງກັນເຊັ່ນ: ຂາວ, ເຫຼືອງ, ມ່ວງ, ຂຽວ ແລະ ຂ້ອນຂ້າງດໍາ, ໜ່ວຍກົມ, ຍາວ, ປາຍແຫຼມ.
ໝາກເຂືອເປັນພືດຜັກຊະນິດໜຶື່ງທີບໍລິໂພກສົດ ຫຼື ໃຊ້ປຸງແຕ່ງອາຫານໄດ້ຫຼາຍຊະນິຊີວິດປະຈໍາວັນຂອງຄົນເຮົາ ນອກຈາກນັ້ນໝາກເຂຶອຍັງປະກອບດ້ວຍທາດອາຫານຕ່າງໆທີເປັນປະໂຫຍດຕໍໍ່ຮ່າງກາຍຂອງຄົນເຮົາເຊັ່ນ: ທາດໂປຕິນ 1,4 ກຣາມ, ວິຕາມິນ C 12 ມີລິກຣາມ,ວິຕາມິນ B1 24 ມີລິກຣາມ, ວິຕາມິນ A 124 iu, ທາດນໍ້າ 92,7% ແລະ ທາດອຶ່ນໆອີກ. ລໍາຕົ້ນຂອງໝາກເຂືອຍັງໃຊ້ເປັນຍາດີໄອປຸງແຕ່ງເປັນຢາພຶ້ນເມືອງໄດ້ອີກ.
I. . ເຕັກນິກ ແລະ ຂັ້ນຕອນການປູກໝາກເຂືອ
1 ການຄັດເລຶອກສະຖານທີ່ປູກ
ສະຖານທີເໝາະສົມໃນການປູກໝາກເຂຶອຄວນເປັນດິນທີອຸດົມສົມບຸນເປັນບ່ອນທີນໍ້າບໍໍ່ຂັງ ຫຼື ຖ້ວມສາມາດລະບາຍນໍ້າອອກໄດ້ສະດວກ,ຄວນເປັນບ່ອນໃກ້ເສັ້ນທາງ ແລະ ແຫຼ່ງນໍ້າບໍໍ່ຢູ່ໄກຈາກຕະຫຼາດປານໃດເພຶອສະດວກໃນການຂົນສົ່ງ, ສະຖານທີຕ້ອງໄດ້ຮັບແສງສະຫ່ວາງຕະຫຼອດວັນ
2 ການກຽມດິນກ້າເບ້ຍ
ການກ້າເບ້ຍມີ 2 ວິທີຄື: ການກ້າໃສໜານ,ການກ້າໃສ່ກະແຕະກ້າເບ້ຍ
2.1 ວິທີການກ້າໃສູ່ໜານ:
ຂຸດ ຫຼື ໄຖດິນເລິກປະມານ 15-20 ຊັງຕິແມັດ ຕາກແດດໄວ້ປະມານ 5- 7 ວັນ, ຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມສະລາຍຕົວແລ້ວພວນດິນໃຫ້ລະອຽດເກັບເສດຫ້ຍາອອກໃຫ້ໝົດຍົກເປັນໜານ ຈາກນັ້ນກໍໍ່ນໍາເມັດພັນມາຫວ່ານໃຫ້ທົ່ວໜານແລ້ວຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມປົກໜ້າໜາບໍໍ່ເກີນ 1 ເຊັງຕິແມັດ, ປົກດ້ວຍເຟຶອງບາງໆ ແລະ ຫົດນໍ້າໃຫ້ຊຸ່ມ.
2.2 ວິທີການກ້າໃສ່ກະແຕະ:
ນໍາດິນປູກຝັງ 3 ສ່ວນ, ຝຸ່ນຄອກ ຫຼື ຝຸ່ນບົ່ມ 1 ສ່ວນ, ແກບເຜົາ 1 ສ່ວນ, ມາປະສົມໃຫ້ເຂົ້າກັນ ຈາກນັ້ນກໍໍ່ນໍາໄປຮ່າຍໃສກະແຕະກ້າເບ້ຍແລ້ວຫົດນໍ້າໃຫ້ຊຸ່ມໃຊ້ໄມ້ເຈາະໃຫ້ເປັນຮູເລິກປະມານ 0,5 ຊັງຕິແມັດ, ຢອດເມັດ 2- 3 ເມັດ/ຂຸມປົກຂຸມດ້ວຍດິນມຸ່ນລະອຽດ.
2.3 ການຖອນແຍກ (ໃນກໍລະນີ້ໃສ່ແຕະກ້າເບັ້ຍ)
ເມືື່ຶອອາຍຸຂອງຕົ້ນກ້າໄດ້ 10-15 ວັນມີໃບແທ້ສາມໃບກໍໍ່ຖອນແຍກເອົາຕົ້ນທີ່ບໍໍ່ແຂງແຮງອອກຈົ່ງຕົ້ນທີ່ສົມບຸນໄວ້ຫຼັງຈາກນັ້ນກໍໍ່ສືບຕໍໍ່ບົວລະບັດຮັກສາຈົນກວ່າຕົ້ນກ້າມີອາຍຸໄດ້ 25-30 ວັນຈຶ່ງສາມາດຍ້າຍລົງປູກ
3. ການກຽມດິນປູກ
ຂຸດ ຫຼື ໄຖດິນເລິກປະມານ 25-30 ເຊັງຕິແມັດ ແຕກແດດໄວ້ປະມານ 10-14 ວັນຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມໃນອັດຕາ 2-4ໂຕນ/ໄລ່ ຄາດດິນໃຫ້ລະອຽດເກັບເສດຫຍ້າອອກໃຫ້ໝົດຍົກເປັນໜານໃຫ້ກວ້າງປະມານ 1-2 m, ສ່ວນຄວາມຍາວຂື້ນກັບຄວາມເໝາະສົມຂອງພື້ນທີ, ຍົກຮ່ອງໃຫ້ສູງປະມານ 25 -30 ເຊັງຕິແມັດ ຫຼື ສູງເຖິງ 50 ເຊັງຕິແມັດ ຫາກພຶ້ນທີລະບາຍນໍ້າຍາກ ແລະ ຈົ່ງຮ່ອງລະບາຍນໍ້າໃຫ້ກ້ວາງ 50 ເຊັງຕິແມັດ.
3.1 ການຄຸມໜານປູກ
ຫຼັງຈາກຍົກໜານສໍາເລັດແລ້ວກໍໍ່ນໍາໃຊ້ຜ້າຢາງດໍາ,ເຟືອງເຂົ້າ,ຫຍ້າແຫ້ງປົກຄຸ່ມໜານປູກເພືື່ອຊ່ວຍຮັກສາຄວາມຊຸ່ມໃນດິນ,ຮັກສາໂຄ້ງສ້າງຂອງດິນ,ປ້ອງກັນການເຊາະລ້າງຂອງດິນ ແລະ ຊ່ວ່ຍຫຼຸດຜ່ອນການເກີດວັດສະພຶືດ
4 ການປູກ
ຫຼັງຈາກເບ້ຍມີອາຍຸໄດ້ປະມານ 25-30 ລະຫວ່າງໃບຈິງ 2-3 ໃບກໍໍ່ສາມາດນໍາຍ້າຍໄປປູກໄດ້ ການປູກຄວນປູກໃນເວລາແດດອ່ອນຕ່ອນບາຍ ຫາ ຕອນຄໍ່າ ໄລຍະຫ່າງທີເໝາະສົມແມ່ນໃຊ້ໄລຍະຫ່າງລະຫວ່າງຕົ້ນ 50 ເຊັງຕິແມັດ ລະຫວ່າງແຖວ 100 ເຊັງຕິແມັດ .
5 ການບົວລະບັດຮັກສາ
5.1 ການໃຫ້ນໍ້າ
ຄວນໃຫ້ຢ່າງພຽງພໍ ແລະ ສະໝໍ່າສະເໝີແຕ່ຍ່າໃຫ້ຫຼາຍເກີນໄປ ໂດຍຈະສັງເກດໄດ້ຈາກຄວາມຊຸ່ມໃນດິນໃນໜານປູກ,ໃນອາທິດທໍາອິດທີ່ຍ້າຍເບ້ຍມາປູກໃໝ່ຄວນໃຫ້ວັນລະຄັ້ງ ຫຼັງຈາກນັ້ນຄອຍຫຼຸດລົງໃຫ້ເຫຼືອ 2-3 ຄັ້ງ/ທິດ ທັງນີ້ແມ່ນຕ້ອງຂັ້ນກັບຄວາມຊຸ່ມໃນດິນ
5.2 ການໃສ່ຝຸ່ນ
ການໃສ່ຝຸ່ນກໍໍ່ອີງໃສ່ຄວາມອຸດົມສົມບຸນຂອງດິນ ດັ່ງນັ້ນການກໍາຝຸ່ນໃສຈຶ່ງມີຄວາມຈໍາເປັນ ແລະ ໃຫ້ຖືກຕ້ອງເພືື່ອຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ໃຫ້ປະສິດທິພາບສູງທາງດ້ານຜົນຜະລິດໂດຍສະການຈະເລີນເຕີບໂຕທາງດ້ານລໍາຕົ້ນ,ໃບ,ດອກ ແລະ ໝາກ ດັ່ງນັ້ນຄວນກໍານົດຝຸ່ນໃຫ້ຖຶກຕ້ອງ.
1. ການໃສ່ຝຸ່ນຮອງພື້ນ ໝາຍເຖິງການໃສ່ຝຸ່ນກ່ອນປູກ ໂດຍໃສພ້ອມກັບການກຽມດິນຄັ້ງສຸດທ້າຍ. ເຊິື່ງສາມາດໃສ່ໄດ້ດ້ວຍຫຼາຍວິທີເຊັ່ນ: ໃສ່ແບບຫວ່ານທົ່ວພື້ນ,ແບບໃສ່ເປັນຂຸມດ້ວຍຝຸ່ນຄອກ ຫຼື ຝຸ່ນເຄມີສູດ 15-15-15 ໃນອັດຕາ 20kg/ໄລ່ ອີງໃສ່ຄວາມອຸດົມສົມບູນຂອງດິນເປັນຕົ້ນ .
2. ການໃສ່ຝຸ່ນເພີ່ມ ເມືື່ອພືດມີອາຍຸ 10-15 ວັນຫຼັງຈາກປູກໃສ່ຝຸ່ນຢູເຣຍສູດ 46-00-00 ໃນອັດຕາ 20 Kg/ໄລ່ ເພືື່ອເລັ່ງການຈະເລີນເຕີບໂຕເຮັດໃຫ້ຕັ້ງໂຕໄດ້ໄວ ແລະ ແຂງແຮງ ຫຼັງຈາກໃສ່ຝຸ່ນຄັ້ງທີ 1 ໄດ້ປະມານ 25-30 ກໍໍ່ໃສເພີ່ມຄັ້ງທີ່ 2 ໂດຍ ໃສ່ສູດ 15-15-15 ໃນອັດຕາ 25kg/ໄລ່ ຄັ່ງທີ 3 ເມືື່ອພືດອາຍຸ 40-45 ວັນ ໃສຝຸ່ນສູດ 15-15-15 ໃນປະລິມານ 10 kg ປະສົມກັບຝຸ່ນ 46:00:00 ປະລິມານ 10 Kg ໃສ່ໜ້າດິນແລ້ວເອົາດິນຖົມໄວ້ຫ່າງຈາກຕົ້ນ 1 ຄືບ ຫຼື 10- 15 ເຊັງຕິແມັດ.
3. ການເສຍຫຍ້າພວນດິນ ການເສ່ຍຫຍ້າກະເປັນບັນຫາໜຶື່ງທີສໍາຄັນ, ການເສ່ຍຫຍ້າແມ່ນເສ່ຍ 2-3 ຄັ້ງຕໍໍ່ລະດູການເນືື່ອງຈາກວ່າເປັນບັນຫາທີສໍາຄັນໃນການຍາດແຍງອາຫານຈາກ ພືດ ເຮັດໃຫ້ພືດຈະເລີນເຕີບໂຕບໍໍ່ໄດ້ດີເທົ່າທີຄວນ ນອກຈາກນີ້ຍັງເປັນບ່ອນລີ້ຊ່ອນຂອງແມງໄມ້ອີກດ້ວຍ. ດັ່ງນັ້ນຈຶື່ງຄວນເສ່ຍຫຍ້າ ຫຼື ລົກເຊິ່ງເປັນການພວນດິນຈະເຮັດໃຫ້ດິນມີຊ່ອງຫວ່າງອາກາດ,ສາມາດຖ່າຍເທ່ອາກາດໄດ້ດີ ແລະ ລະບົບຮາກມີການຂະຫຍາຍຕົວໄດ້ດີ,ການພວນດິນຕ້ອງມີຄວາມລະມັດລະບໍໍ່ໃຫ້ກະທົບກະເທືອນເຖິງຮາກພືດ.
6 ການເກັບກ່ຽວ
ໝາກເຂຶອມີອາຍຸການເກັບກ່ຽວປະມານ 60-90 ວັນຫຼັງການປູກສາມາດເກັບໄດ້ປະມານ 10-15 ເທືື່ອຕໍໍ່ລະດູການເກັບກ່ຽວແມ່ນຂຶ້ນກັບຈຸດປະສົງຂອງຜູ້ປູກເຊັ່ນ ການເກັບໝາກສົດເພືື່ອຈໍາໜ່າຍຕາມຕະຫຼາດ ແລະ ຄວນຄໍານຶງເຖິງຜູ້ ບໍລິໂພກວ່າຕ້ອງການຂະໜາດຈຶື່ງຈໍານ່າຍໄດ້ດີ ແລະ ການຄັດເລືອກແນວພັນໃນລະດູການຕໍໍ່ໄປຄວນຄັດເລືອກຕົ້ນທີ່ສົມບູນແຂງແຮງບໍໍ່ເປັນພະຍາດບໍໍ່ມີແມງໄມ້ທໍາລາຍ,ສໍາລັບໝາກກໍໍ່ຄວນເລືອກເອົາໝາກທີງາມມີສີເຫຼືອງແກ່ ຫຼື ສີນໍ້າຕານ ປາສະຈາກພະຍາດ ແລະ ແມງໄມ້ທໍາລາຍ ຄວນເລືອກເອົາຢູ່ລະຫວ່າງໝາກທີ 3-4 ຫຼັງຈາກເປັນເກັບມາແລ້ວກະຜ່າອອກເປັນສອງປ່ຽງເອົາເນື້ອທາງໃນອອກໄປແຊ່ນໍ້າເຮັດໃຫ້ເມັດອ່ອນ ແລະ ເມັດບໍໍ່ສົມບຸນຟູຂື້ນແລ້ວຕັກຖີ້ມ ຈາກນັ້ນກໍໍ່ລ້າງເອົາເມັດດີທີ່ສົມບູນໄປຕາກແດດໃຫ້ແຫ້ງ 3-4 ວັນ.
II. ພະຍາດ ແລະ ແມງໄມ້ທີ່ສໍາຄັນຂອງໝາກເຂືອຍາວ
1. ພະຍາດ
ກ. ພະຍາດຕົ້ນ ແລະ ໃບແຫ້ງໄໝ້ Phomopsis blight
ສາເຫດ: ເກີດຈາກເຊື້ອຣາ Phomopsis vexans ລັກສະນະອາການ: ຖ້າເກີດໃນຕົ້ນກ້າ ຫຼື ຕົ້ນອ່ອນຈະເກີດບາດແຜສີນໍ້າຕານ ຫຼື ສີດໍາທີ່ບໍລິເວນລໍາຕົ້ນເຮັດໃຫ້ຕົ້ນລົ້ມໃບຫ່ຽວ ແລະ ແຫ້ງຕາຍ, ຖ້າເກີດກັບຕົ້ນໃຫ່ຍເກີດບາດແຜ່ທີໂຄນຕົ້ນລັກສະນະເນົ່າແຫ້ງ ສີນໍ້າຕານ ຫຼື ເທົາ ເຮັດໃຫ້ລໍາຕົ້ນລີບ ຫຼື ຄອດລົງບາງຄັ້ງເກີດອາການເປືອກແຕກອອກ ລັກສະນະເປັນເກັດຫາກບາດແຜເກີດຮອບຕົ້ນຈະເຮັດໃຫ້ໃບຫ່ຽວແຫ້ງທັງຕົ້ນ ແລະ ສັງເກດເຫັນຈຸດສີດໍານ້ອຍໆ ທີ່ບໍລິເວນບາດແຜ, ຖ້າເກີດທີ່ໃບເປັນບາດແຜກົມສີນໍ້າຕານອ່ອນ ຫຼື ເທົາ ເຄິ່ງກາງຊິດຈາງເລັກນ້ອຍບາດເກົ່າຈະມີຈຸດສີດໍາບໍລິເວນບາດ ໃນທີ່ສຸດໃບຈະເຫຼືອງ ແລະ ແຫ້ງຕາຍ, ຖ້າເກີດທີ່ໜ່ວຍຈະເກີດບາດແຜເນົ່າຊໍ້າສີຊິດຍຸບໂຕລົງຈາກພື້ນຜິວປົກກະຕິບາດແຜອາດຂະຫຍາຍໃຫ່ຍເຕັມໜ່ວຍຖ້າເປັນຫຼາຍ ແລະ ສະພາບແວດລ້ອມທີ່ໝາະສົມຈະມີສີດໍາເກີດບໍລິເວນບາດແຜ ອາການຈະເລີ່ມເປັນຕັ້ງແຕ່ເປັນດອກລຸກລາມໄປທີ່ກ້ານດອກ ແລະ ໝາກນ້ອຍ ເຮັດໃຫ້ໝາກເນົ່າແຫ້ງຄ້າງຕົ້ນ.
ການປ້ອງກັນ ແລະ ກໍາຈັດ
1. ເລືອກໃຊ້ເມັດພັນທີ່ປາສະຈາກເຊື້ອພະຍາດ ຫຼື ເກັບເມັດພັນຈາກຕົ້ນທີ່ໝັ້ນໃຈວ່າບໍໍ່ເປັນພະຍາດມາກ່ອນ ຖ້າບໍໝັ້ນໃຈໃຫ້ແຊ່ນໍ້າອຸ່ນ 50 ອົງສາເຊ ປະມານ 30 ນາທີ
2. ຫຼີກລ້ຽງການປູກໝາກເຂືອຊໍ້າທີ່ເກົ່າທີ່ມີປະວັດການເປັນພະຍາດນີ້ຢ່າງໜ້ອຍ 3 ປີ ແລະ ໃນໄລຍະນີ້ໃຫ້ປູກພືດຊະນິດອືື່ນໝຸນວຽນ.
3 ເກັບທໍາລາຍຊາກພືດທີ່ເປັນພະຍາດ ແລະ ຕົ້ນໝາກເຂືອທີ່ງອກຫຼັງເກັບກ່ຽວອອກໃຫ້ໝົດ.
ຂ. ພະຍາດແອນແທກໂນດ
ສາເຫດ: ເກີດຈາກເຊື້ອຣາ Colletotrichum melongenae
ລັກສະນະອາການ: ໜ່ວຍໝາກເຂືອທີ່ໃຫ່ຍເຕັມທີ ຫຼື ປອຍຖິ້ມໄວ້ຈະເກີດອາການເປັນບາດແຜຂ້ອນຂ້າງກົມສີນໍ້້າຕານຍຸບເປັນແອງລົງໄປໃນເນື້ອ ບາດແຜທີເກີດອາດເປັນຈຸດນ້ອຍ ຫຼື ໃຫ່ ຍເຖິງ 1.3 ຊັງຕີແມັດ, ແລະ ຖ້າເປັນຫຼາຍຈົນບາດທີ່ເກີດຂື້ນມາເຊືອມກັນບາດກໍໍ່ອາດໃຫ່ຍກ່ວານັ້ນ ເມືື່ອອາກາດຊຸ່ມຈະພົບວ່າມີຜົງສະປໍຂອງເຊື້ອຣາເປັນສີຊົມພູ ເຫັນໄດ້ຊັດເຈນ. ໜ່ວຍໝາກເຂືອທີຖືກທໍາລາຍຢ່າງຮຸນແຮງຈະຫຼົນລົງດິນເຫຼືອສ່ວນທີ່ເປັນກ້ານຕິດກັບຕົ້ນຕໍໍ່ມາອາດມີພວກເຊື້ອເນົ່າ ແລະ ເຂົ້າທໍາລາຍຕໍໍ່ທໍາໃຫ້ເນົ່າທັງໜ່ວຍ ຫຼື ບໍໍ່ກໍໍ່ເນົ່າແຫ້ງເປັນສີດໍາ ນອກຈາກເຂົ້າທໍາລາຍໝາກແລ້ວ ເຊື້ອອາດເຂົ້າທໍາລາຍໃບເຮັດໃຫ້ເກີດອາການບາດແຜສີເຫຼືອງ ຫຼື ສີນໍ້າຕານຂື້ນແຕ່ບາດແຜທີ່ໃບສ່ວນໃຫຍ່ຈະບໍໍ່ກະທົບຕໍໍ່ກັບການຈະເລີນເຕິບໂຕຂອງຕົ້ນ ແລະ ຜົນຜະລິດ ສ່ວນລໍາຕົ້ນເປັນແຜສີນໍ້າຕານຮຽວຍາວຕາມຄວາມຍາວຂອງລໍາຕົ້ນ, ລໍາຕົ້ນຫ່ຽວ ແລະ ແຫ້ງຕາຍ.
ການປ້ອງກັນ ແລະ ກໍາຈັດ
1. ເລືອກຊື້ເມັດພັນທີ່ມີການຮັບຮອງວ່າບໍໍ່ມີເຊື້ອຣາ ຖ້າບໍໝັ້ນໃຈໃຫ້ແຊ່ນໍ້າອຸ່ນ 50 ອົງສາເຊ ປະມານ 30 ນາທີ.
2. ຫຼີກລ້ຽງການປູກໝາກເຂືອຊໍ້າທີ່ເກົ່າທີ່ມີປະວັດການເປັນພະຍາດນີ້ຢ່າງໜ້ອຍ 3 ປີ ແລະ ໃນໄລຍະນີ້ໃຫ້ປູກພືດຊະນິດອືື່ນໝຸນວຽນ.
ຄ. ພະຍາດຫ່ຽວຕາຍ (Wilt)
ສາເຫດ: ເກີດຈາກເຊື້ອຣາ Sclerotium rolfsii
ລັກສະນະອາການ: ຕົ້ນສະແດງອາການຫ່ຽວເໝືອນອາການຂາດນໍ້າທີ່ໂຄນຕົ້ນບໍລິເວນໃຕ້ຜິວດິນລົງໄປຈັກນ້ອຍພົບບາດແຜແຫ້ງຕາຍທີ່ສ່ວນຕົ້ນ ແລະ ເປືອກຈົນຮອບຕົ້ນ ສ່ວນໂຄນຕົ້ນທີ່ເໜືອລະດັບດິນຈະມີເສັ້ນໄຍຂອງເຊື້ອຣາ ເປັນເສັ້ນໄຍລັກສະນະຫຍາບ, ສີຂາວບາງຄັ້ງອາດພົບເສັ້ນໄຍຫັດພັນກັນແໜ້ນ ເປັນເມັດກົມສີຂາວໄປຈົນເຖິງນໍ້າຕານອ່ອນ ແລະ ນໍ້າຕານແກ່ຂະໜາດເທົ່າເມັດພັກກາດຕິດຊະຊາຍທົ່ວບໍລິເວນໂຄນຕົ້ນ
ການປ້ອງກັນກໍາຈັດ
1. ຮັກສາຄວາມສະອາດໃນແປງປູກໂດຍການເກັບເສດຊາກພືດທີ່ເຫຼືອຍູ່ແປງປູກອອກໃຫ້ໝົດເທົ່າທີ່ຈະເຮັດໄດ້
2. ພົບເຫັນຕົ້ນທີ່ເປັນພະຍາດໃຫ້ຖອນ ແລະ ເຜົາໄຟທໍາລາຍຖິ້ມ.
3. ປັບປຸງດິນໂດຍຝຸ່ນຄອກ ແລະ ປູນຂາວ.
4. ພື້ນທີ່ເກີດພະຍາດຄວນງົດການປູກພືດຕະກຸນໝາກເຜັດ ແລະ ມາກເຂືອຢ່າງນ້ອຍ 4 ປີ.
5. ຄວນເລືອກພື້ນທີ່ສໍາຫຼັບການກ້າເບ້ຍໃຫ້ແນໃຈວ່າບໍໍ່ເຄີຍເກີດພະຍາດນີ້ມາກ່ອນ.
2 ແມງໄມ້ສັດຕູພືດທີ່ສໍາຄັນ
2.1 ແມງໄມ້ສັດຕູທີ່ສໍາຄັນຂອງໝາກເຂືອຍາວ
ແມງໄມ້ສັດຕູພືດທີ່ສໍາຄັນທາງດ້ານເສດຖະກິດ ແລະ ພົບການລະບາດຢູ່ສະເໝີໄດ້ແກ່ບົ້ງເຈາະຍອດ ຫຼື ບົ້ງເຈາະໝາກ, ເພ້ຍໄຟ, ເພ້ຍຈັກຈັ່ນສີຂາວ ແລະ ແມງວີຂາວ ແລະ ອືື່ນໆ
ກ. ບົ້ງເຈາະຍອດ ຫຼື ບົ້ງເຈາະໝາກ Leucinodes orbonalis Guenee ບົ້ງຊະນິດນີ້ເປັນຊະນິດດຽວກັນ ຄືເຈາະທໍາລາຍທັງຍອດອ່ອນຂອງໝາກເຂືອ ແລະ ເຈາະທໍາລາຍໝາກ ຄວາມເສຍຫາຍຈະສູງເມືື່ອມີການເຂົ້າທໍາລາຍໝາກ ເພາະໝາກເຂືອທີມີຮອຍເຈາະຈະບໍໍ່ສາມາດຈໍາໜ່າຍໄດ້ ການລະບາດອາດທໍາຄວາມເສຍຫາຍເຖິງ 30-40 % ເປີເຊັນ ແມງຊະນິດນີ້ເປັນມງກະເບື້ອກາງຄືນວາງໄຂ່ທີ່ຍອດອ່ອນ ຫຼື ຫຼືບຂອງດອກ ຖ້າເຂົ້າທໍາລາຍທີ່ຍອດຍອດໝາກເຂືອຈະຫຼັກ ຫຼື ພັບລົງສັງເກດເຫັນໄດ້ງ່າຍ ຈະພົບບົ້ງໂຕສີແດງຊົມພູອ່ອນ ບົ້ງຊະນິດນີ້ຈະເຂົ້າທໍາລາຍໝາກໄດ້ທຸກໄລຍະ ຫາກທໍາລາຍໃນໄລຍະໝາກອ່ອນ ໝາກຈະບິດບ້ຽວ ແລະ ມ້ວນງໍໄດ້ສ່ວນໝາກທີ່ທີ່ໃຫ່ຍແລ້ວຈະສັງເກດໄດ້ໂດຍຮູໃນ ໝາກເຂືອທີພົບຮູການເຂົ້າທໍາລາຍຈະບໍໍ່ສາມາດຈໍາໜ່າຍໄດ້.
• ການປ້ອງກັນກໍາຈັດ
1. ສິດພົ່ນນໍ້າສະໝຸນໄພສູດເມົາທຸກໆ 3-5 ວັນຕໍໍ່ຄັ້ງໃຊ້ກັບກາວໜຽວສີເຫຼືອງໃນອັດຕາ 80 ກັບດັກຕໍໍ່ໄລ່.
ຂ. ເພ້ຍໄຟ Thrip palmi Karny ເພ້ຍໄຟເປັນແມງໄມ້ທີື່ມີຄວາມສໍາຄັນຫຼາຍຊະນິດໜຶ່ງ ການລະບາດຂອງເພ້ຍໄຟຈະເຮັດໃຫ້ໝາກເຂືອຢຸດການຈະເລີນເຕິໂຕ, ໃບແຂງກະດ້າງ, ບິດບ້ຽວເສຍຫາຍ. ເພ້ຍໄຟສ່ວນໃຫ່ຍຈະຢູ່ບໍລິເວນຍອດອ່ອນດ້ານກ້ອງໃບ ເມືື່ອມີການທໍາລາຍຈະເຫັນດ້ານກ້ອງຂອງໃບເປັນສີນໍ້າຕານແດງ ຫາກເຂົ້າທໍາລາຍທີ່ໜ່ວຍເຮັດໃຫ້ໜ່ວຍເປັນຈຸດກະດ້າງເສຍຄຸນະພາບ. ສິດພົ່ນນໍ້າສະໝຸນໄພສູດເມົາ ຫຼື ສູດຫອມທຸກໆ 3-5 ວັນຕໍໍ່ຄັ້ງ.
ຄ. ແມງວີ່ຂາວ Whitefly ໃນປະຈຸບັນແມງວີ່ຂາວນັບວ່າມີຄວາມສໍາຄັນຫຼາຍໃນການປູກໝາກເຂືອຫຼາຍຂຶ້ນ ໝາກທຸກສະນິດໄດ້ຮັບຜົນເສຍຫາຍໂດຍກົງຈາກແມງວີຂາວຫຼາຍຂື້ນ ແລະ ສໍາຄັນໄປກ່ວານັ້ນແມງວີຂາວຍັງເປັນພາຫະນະນໍາເຊື້ອພະຍາດໃບດ່າງເຫຼືອງເຊິື່ງເປັນພະຍາດທີເກີດຈາກພະຍາດໄວຣັດເຮັດໃຫ້ການເກັບກ່ຽວຜົນຜະລິດສັ້ນລົງ ແລະ ມີຜົນຕໍໍ່ຄຸນນະພາບຂອງໝາກເຂືອ ແມງວີ່ຂາວລະບາດໄດ້ຕະຫຼອດປີ ແລະ ຈະຮຸນແຮງໃນຊ່ວງລະດູແລ້ງແລະຮ້ອນ.
• ການປ້ອງກັນກໍາຈັດ ໃສ່ກັບດັກກາວໜຽວສີເຫຼືອງໃນອັດຕາ 80 ກັບດັກຕໍໍ່ໄລ່
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/TmthWI2oDJXahWVK.pdf
https://www.doa.go.th/sc/khonkaen/wp-content/uploads/2021/01/การปลูกและการดูแลรักษามะเขือเปราะ.pdf
https://www.surinseed.com/article/63/เทคนิคการปลูกมะเขือเปราะ-ให้ได้ผลดก-มีผลผลิตตลอดปี