ເຕັກນິກການຜະລິດລູກແບ້

ການລ້ຽງແບ້ຜະລິດລູກແບ້ ແມນວິທີການລ້ຽງແບ້ທົ່ວໄປແຕ່ໃຫ້ຄວາມສໍາຄັນກ່ຽວກັບການຄັດເລືອກພໍ່ແມ່ພັນ ແລະ ການອານຸບານແບ້ນ້ອຍເກີດໃໝ່ເພືື່ອໃຫ້ມີເປີເຊັນການຫຼອດຕາຍສູງສຸດ. ການອານຸບານແບ້ນ້ອຍມີຄວາມສໍາຄັນຫຼາຍ ເພາະໃນຊ່ວງເວລາແບ້ນ້ອຍເກີດໃໝ່ຫາຢ່ານົມເປັນຊ່ວງທີ່ອັນຕະລາຍທີ່ສຸດ ຖ້າເຮົາບໍ່ເອົາໃຈໃສ່ຢ່າງຈິງຈັງ ແລະ ຖືກຕ້ອງຕາມເຕັກວິຊາການ. ເມືື່ອສຸຂະພາບແບ້ນ້ອຍແຂງແຮງສົມບູນດີກໍ່ຈະເຮັດໃຫ້ແບ້ນ້ອຍມີເປີເຊັນຫຼອດຕາຍສູງ ເຮັດໃຫ້ຝູງແບ້ຂອງເຮົາຂະຫຍາຍຕົວໄວຊາວກະສິກອນຜູ້ລ້ຽງແບ້ຈະມີລາຍຮັບຈາກການຂາຍແບ້ເພີ່ມຂື້ນສາມາດສ້າງອາຊີບເສີມ ຫຼື ເປັນອາຊີບຫຼັກໄດ້.

I. ຂັ້ນຕອນການຜະລິດລູກແບ້
1 ການເລືອກສະຖານທີ່ ແລະ ການປູກສ້າງຄອກ
1.1 ການເລືອກສະຖານທີ່
• ເລືອກສະຖານທີື່ເປັນພື້ນທີ່ໂນນ ແລະ ແຫ້ງເພືື່ອຮັບປະກັນບໍ່ໃຫ້ນໍ້າຖ້ວມເວລາຝົນຕົກ.
• ຫ່າງໄກຈາກເຮືອນປະມານ 10 – 30 ແມັດ ຢູ່ທາງປາຍລົມເພືື່ອຮັບປະກັນບໍ່ໃຫ້ກິ່ນເໝັນພັດໃສ່ຄົນ
• ຖ້າລ້ຽງໃນຈໍານວນຫຼາຍ ຕ້ອງມີສະຖານທີ່ກວ້າງເຊັ່ນດີນຄັງ,ດີນສວນ,… ແລະ ຢູ່ຫ່າງໄກຈາກບ້ານເລັກນ້ອຍ
• ຄອກແບ້ຈະຕ້ອງມີສິ່ງປ້ອງກັນຝົນ, ກັນແສງແດດ (ມີຜ້າກັນແສງ) ຫຼື ມີຕົ້ນໄມ້ຕາມບໍລິເວນຄອກ ແລະ ມີລົມລ່ວງດີ.

1.2 ການປູກສ້າງຄອກ
• ການປຸກສ້າງຄອກຄວນຄໍານຶງເຖິງຄວາມເໝາະສົມກສະພາບພື້ນທີ່ອາດຈະສ້າງຄອກແບບຍົກພື້ນສູງປະມານ 100 ຫາ 120 ຊັງຕີແມັດ.
• ອຸປະກອນທີ່ໃຊ້ເຂົ້າໃນການປຸກສ້າງຄອກ ຄວນເປັນວັດຖຸທີ່ຫາໄດ້ງ່າຍໃນທ້ອງຖິ່ນນັ້ນເຊັ່ນ: ໄມ້ໄຜ່, ໄມ້ພາງ, ໄມ້ແປຮູບ, …ຫຼັງຄາອາດຈະມຸງດ້ານຫຍ້າ, ຝາກ, ສັງກະສີ.
• ຕັ້ງສະຫລຽງໄປຕາມທິດຕາເວັນອອກຫາທິດຕາເວັນຕົກ ເພືື່ອໃຫ້ມີແສງແດດຊ່ອງເຂົ້າ ແລະ ລະບາຍອາກາດໄດ້ດີ.
• ພື້ນຄອກປູດ້ວຍໄມ້ແປ້ນ/ໄມ້ດີ້ວ ຫຼື ໄມ້ປີກເສດເຫຼືອມີຄວາມຫ່າງປະມານ 1,5-2.0 ຊມ ແຕ່ບໍ່ຄວນຫ່າງ ຫຼື ຖີ່ຫຼາຍເກີນໄປເພາະຂີ້ແບ້ຈະບໍ່ຫຼອດ.
• ຝາຂ້າງແອ້ມດ້ວຍໄມ້ແປ້ນ ,ໄມ້ດີ້ວ, ໄມ້ກົມ, ກະແຕະ, ຕະໜ່າງເຫຼັກ ແຕາຕ້ອງຮັບປະກັນທາງໃນຄອກອາກາດຕ້ອງໂລ່ງດີ.
• ຖ້າເປັນຍາມຝົນ ແລະ ຍາມໜາວຕ້ອງມີຜ້າໜ່າງບັງຂ້າງບໍ່ໃຫ້ຝົນຊາດເຂົ້າ ແລະ ປ້ອງກັນອາກດໜາວເຢັນ.
• ຮາງອາຫານຄວນເຮັດໄວ້ຂ້າງນອກເພືື່ອຫຼີກລ້ຽງບັນຫາແບ້ຂື້ນນອນ ແລະ ຂີ້ໃສ່ຄວາມສູງຈາກພື້ນຄອກຫາຮາງອາຫານປະມານ 30-35 ຊມ.
• ອີກຂ້າງໜືື່ງຄວນມີຮາງນໍ້າ ຫຼື ຈະໃຊ້ອຸປະກອນອືື່ນເຊັ່ນ: ຄຸ ຫຼື ຊາມ.

 ການບັນຈຸແບ້ໃສ່ຄອກ:
• ແບ້ພໍ່ພັນ 2,8 ຕາແມັດ/ໂຕ
• ແບ້ແມ່ທ້ອງຫວ່າງ 1,5 ຕາແມັດ/ໂຕ,
• ແບ້ຖືພາມານ ແລະ ລ້ຽງລູກ 1,9 ຕາແມັດ/ໂຕ,
• ແບ້ລຸ້ນບ່າວສາວ 0,7 ຕາແມັດ/ໂຕ,
• ແບ້ ນ້ອຍ 0,3 ຕາແມັດ/ໂຕ.

 ຕ້ອງມີນໍ້າທີ່ສະອາດໃຫ້ແບ້ກີນບໍ່ຂາດ, ຖ້າລ້ຽງຂັງຈະກິນນໍ້າປະມານ 0,6- 1,0 ລິດ, ຖ້າລ້ຽງປ່ອຍປະມານ 2 ລິດ/ວັນ/ໂຕ ສະນັ້ນຕ້ອງມີຮາງນໍ້າ ຫຼື ອາດເປັນຄຸ, ຊາມ,…ທີ່ສາມາດໃສ່ນໍ້າໄດ້.
 ຄວນເຮັດຮົ້ວອ້ອມບໍລິເວນຄອກສັດ ເພືື່ອເປັນບ່ອນສັດໄດ້ຫຼີນ,ພັກຜ່ອນ ແລະ ອອກກໍາລັງກາຍ.

1.3 ການຄັດເລືອກພໍ່-ແມ່ພັນ
3.1 ການຄັດເລືອກແມ່ພັນ
• ແມ່ພັນຕ້ອງມີຮູບຮ່າງໃຫຍ່ ລໍາໂຕຍາວ, ມີເຕົ້ານົມ ຂວັ້ນນົມໃຫຍ່ ແລະ ສະເໝີກັນ ມີປະຫວັດເກີດຈາກແມ່ທີ່ລ້ຽງລູກດີ ມີເປີເຊັນລູກແຝດສູງ ແລະ ລ້ຽງລູກດີ.
• ບໍ່ມີປະຫວັດການຕິດເຊື້ອພະຍາດປາກເປື່ອຍແບ້ ແລະ ປາກເປື່ອຍລົງເລັບມາກ່ອນ.
• ຕ້ອງເປັນແບ້ທີ່ຊື້ມາຈາກສະຖານທີ່ລ້ຽງມີຄວາມເຊືື່ອຖືໄດ້(ບໍ່ມີບັນຫາດ້ານການຕິດເຊື້ອພະຍາດຕ່າງໆ) ແລະ ຕ້ອງມີສຸຂະພາບແຂງສົມບູນດີ.
• ບໍ່ເລືອກແບ້ທີ່ມີຂື້ນຢອງເປິເປື້ອນ, ຈ່ອຍຜອມ,ແບ້ເຖົ້າ ແລະ ມີອາການຊຶມ ຫຼື ເຈັບຕາ.

3.2. ການຄັດເລືອກພໍ່ພັນ
• ຕ້ອງຄັດເລືອກແບ້ຜູ້ທີ່ມາຈາກແມ່ພັນທີ່ໃຫ້ລູກແຝດ, ມີຂະໜາດໂຕໃຫຍ່ເປັນແບ້ໜຸ່ມ.
• ນໍ້າໜັກປະມານ 25 ກິໂລຂື້ນໄປມີສຸຂະພາບສົມບູນແຂງແຮງດີ ແລະ ກະຕືລືລົ້ນທີ່ຈະປະສົມພັນກັບແບ້ເພດແມ່.
• ເປັນພໍ່ພັນທີ່ນໍາມາຈາກບ່ອນອືື່ນ, ເລີ່ມໃຫ້ຄຸມຝຸງເມືື່ອອາຍຸ 1 – 1,5 ປີ ຕໍ່ເພດແມ່ 10-20 ໂຕ ຖ້າອາຍຸ 1,5 – 2 ປີແລ້ວຄວນໃຊ້ຄຸມຝຸງແມ່ພັນ 20-25ໂຕ.
• ບໍ່ຄວນເລືອກແບ້ຜູ້ທີ່ເຖົ້າແລ້ວ ເພາະປະສິດທິພາບນໍ້າເຊື້ອຈະບໍ່ແຂງແຮງ ແລະ ນໍາໃຊ້ໄດ້ບໍ່ດົນ.
• ແລະ ບໍ່ຄວນເລືອກແບ້ໜຸ່ມເກີນໄປ ອາຍຸທີ່ເໝາະສົມຕ້ອງ 1,6 ປີ
• ຄວນລ້ຽງແຍກຄອກພໍ່ພັນຕ່າງຫາກ ໃຫ້ອາຫານພຽງພໍທີ່ມີພະລັງ.ງ ານສູງ ແລະ ໄດ້ອອກກໍາລັງກາຍເປັນປະຈໍາ

3.3 ການປະສົມພັ
ປົກກະຕິແບ້ເພດຜູ້ຈະມີການຈະເລີນເຕີບໂຕໄວ ແລະ ຖືເຊີງໄວກວ່າແບ້ເພດແມ່ຫາກລ້ຽງປ່ອຍລວມກັນ ແບ້ຈະປະສົມພັນກັນໄວ ຊືື່ງມີຜົນເສຍທີ່ສໍາຄັນດັ່ງນີ້:
• ແບ້ແມ່ຍັງມີການຈະເລີນເຕີບຍັງບໍ່ທັນສົມບູນ ເວລາເກີດລູກຈະບໍ່ມີນໍ້ານົມພຽງພໍ , ສຸຂະພາບແມ່ອ່ອນເພຍ ແລະ ລູກຈະບໍ່ແຂງແຮງ.
• ການປະສົມພັນໃນສາຍເລືອດໃກ້ຄຽງຫຼາຍຂື້ນ (ເຊີງເອື້ອຍ, ເຊີງນ້ອງ) ຈະບໍ່ເປັນຜົນດີ ສະນັ້ນຄວນແຍກແບ້ຜູ້ອອກລ້ຽງຕ່າງຫາກ ແລະ ລ້ຽງເມືື່ອໃຫຍ່ໄດ້ລາຄາໃຫ້ຂາຍອອກ.
• ບໍ່ຄວນໃຫ້ແບ້ແມ່ໄດ້ປະສົມພັນກ່ອນອາຍຸ 6 ເດືອນ ແລະ ຄວນປະສົມເມື່ອອາຍຸ 7 ເດືອນ.

 ອາການແບ້ແມ່ຖືເຊີງ:
• ອະໄວຍະເພດບວມແດງ
• ກີນອາຫານນ້ອຍລົງ, ປະລິມານນໍ້ານົມລົດລົງ(ກໍລະນີໃຫ້ນົມລ້ຽງລູກ)
• ຍົກຫາງແກວ່ງໄປມາ, ຢ່ຽວຢັດ
• ຂື້ນໂຄມໂຕອືື່ນ ຫຼື ຍອມໃຫ້ໂຕອືື່ນຂື້ນໂຄມ
• ມີນໍ້າເມືອກໄສອອກມາຈາກປາກຊ່ອງຄອດ

3.4 ການດູແລພາຍຫຼັງທີ່ປະສົມຕິດແລ້ວ

• ຫຼັງຈາກປະສົມພັນແລ້ວ ຕ້ອງໄດ້ຕິດຕາມເບີ່ງອາການຖືເຊີງອີກວ່າແບ້ ຖືພາແລ້ວບໍ່ຖ້າຄົບຮອບ 21 ວັນແບ້ແມ່ບໍ່ສະແດງອາການຖືເຊີງອີກ ສະແດງວ່າປະສົມພັນຕິດແລ້ວ.
• ໄລະຖືພາ 3 ເດືອນທໍາອິດກໍຕ້ອງຕິດຕາມ ແລະ ໃຫ້ອາຫານປົກກະຕິ.
• ຫຼັງຖືພາ 3 ເດືອນຄວນໃຫ້ການດູແລພິເສດ ເພາະໄລຍະນີ້ລູກຢູ່ໃນທ້ອງຈະມີການຈະເລີນເຕີບໂຕໄວ.
• ໃຫ້ອາຫານຫຼາຍຂື້ນ, ໃຫ້ກ້ອນແຮ່ທາດອາຫານເສີມ, ຊ່ວງນີ້ລະວັງບໍ່ໃຫ້ແມ່ຕຸ້ຍຫຼາຍ ແລະ ບໍ່ໃຫ້ຈ່ອຍຫຼາຍຈົນກາຍເປັນຂາດທາດອາຫານຈະສົ່ງຜົນກະທົບເຖີງການຈະເລີນເຕີບໂຕຂອງລູກໃນທ້ອງເຮັດໃຫ້ລູກມີສຸຂະພາບບໍ່ແຂງແຮງ ແລະ ຈະເຮັດໃຫ້ແມ່ອ່ອນແອບໍ່ມີແຮງເບິ່ງໃນເວລາເກີດລູກ.
• ຄວນແຍກລ້ຽງຕ່າງຫາກບໍ່ປ່ອຍຮ່ວມກັບຝຸງໃຫຍ່.
• ຊ່ວງກ່ອນເກີດ 1 -2 ອາທິດຄວນເອົາເຂົ້າຄອກເກີດ ຊືື່ງກຽມໄວ້ພິເສດຄື.
• ຊ່ວງກ່ອນເກີດ 1 -2 ອາທິດຄວນເອົາເຂົ້າຄອກເກີດ ຊືື່ງກຽມໄວ້ພິເສດຄືຕ້ອງສະອາດ, ແຫ້ງ ແລະ ມີຄວາມອົບອຸ່ນ(ຖ້າເປັນຍາມໜາວ), ພື້ນຄອກຄວນປູດ້ວຍເຟືອງ ຫຼື ຫຍ້າແຫ້ງ.
• ປົກກະຕິແບ້ຈະຖືພາ 5 ເດືອນ ແລະ ຈະເກີດລູກ ຄັ້ງລະ 1 – 2 ໂຕ ແລະ ບາງຄັ້ງກໍ່ມີ 3 ໂຕ.

3.5 ການເກີດລູກ ແລະ ການອານຸບານແບ້ນ້ອຍ
3.5.1 ການເກີດລູກ
• ກະໂພກຂະຫຍາຍກວ້າງ, ຫຼັງແອນລົງ(ທ້ອງໃຫຍ່ ແລະ ໜັກຂື້ນ) , ກິນອາຫານນ້ອຍລົງ.
• ເຕົ້ານົມໃຫຍ່ຂື້ນຫຼາຍ ແລະ ຂວັ້ນນົມຕຶງຂື້ນ, ເລີ່ມມີນໍ້ານົມ.
• ອະໄວຍະເພດຕືື່ງ ແດງ , ມີນໍ້າເມືອກໄຫຼຍ້ອຍອອກມາ.
• ຈະບໍ່ນອນ, ດຽວນອນດຽວຍ່າງວົນໄປມາໃຊ້ຕີນເກາະເຂ່ຍພື້ນ, ພຸ່ດລຸກພູ່ນອນລົງພື້ນເບິ່ງ, ຢ່ຽວຢັດ.
• ຊ້ວງເບົ້ອງຂວາກ່ອນເກີດປະມານ 3 ຊົ່ວໂມງຈະໂນນສວດອອກເຫັນໄດ້ຊັດເຈນ.
• ມີນໍ້າເມືອກໄຫຼອອກມາຈາກຊ່ອງຄອດ ແລະ ເມືື່ອມີຖັງນໍ້າໂພ່ອອກມາຈະແຕກ ຈາກນັ້ນແບ້ນ້ອຍເກີດອອກມາພາຍໃນ 2-3 ນາທີ, ຖ້າມີ 2 ຫຼື 3 ໂຕມັນກໍ່ຈະຄ່ອຍໂພ່ອອກມາຕາມຫຼັງພາຍໃນ 3 – 5 ນາທີ.

3.5 .2 ການອານຸບານແບ້ນ້ອຍ
• ຄອກສໍາລັບລ້ຽງແບ້ນ້ອຍເກີດໃໝ່ຕອ້ງແຫ້ງສະອາດ ແລະ ມີນໍ້າສະອາດ, ໃຊ້ຢາໄອໂອດີນເຊັດໄສ້ບື(ຕັດສາຍບືຈົ່ງໄວ້ 3 ຊມ).
• ເຊັດນໍ້າເມືອກອອກຈາກປາກ, ດັງໃຫ້ຫັນໃຈສະດວກ.
• ເຊັດໂຕໃຫ້ແຫ້ງດ້ວຍແພ ຫຼື ຫຍ້າແຫ້ງ (ແບ້ນ້ອຍຈະຢືນໄດ້ພາຍໃນ 15 ນາທີ).
• ໃຫ້ກິນນໍ້ານົມເຫຼືອງທັນທີພາຍໃນ 1-18 ຊົ່ວໂມງຫຼັງເກີດ.
• ຖ້າແບ້ນ້ອຍບໍ່ຮູ້ຈັກດູດໃຫ້ບີບເອົານໍ້ານົມເຫຼືອງໃສ່ເຕົ້ານົມໃຫ້ດູດ (60- 120 ຊຊ).
• ນໍ້ານົມເຫຼືອງມີທາດໄຂມັນ, ປະໂຣຕິນ, ແຮ່ທາດ ແລະ ວິຕາມິນສູງກວ່ານົມທໍາມະດາ.
• ນໍ້ານົມເຫຼືອງມີສານພູມຄຸ້ມກັນພະຍາດ (Ig)ຊຶື່ງຈະຖືກດູດຊຶມໄດ້ດີພາຍໃນ 18 ຊົ່ວໂມງທໍາອິດເທົ່ານັ້ນ.
• ເບື້ອງຕົ້ນແບ້ນ້ອຍຈະບໍ່ທັນມີພູມຄຸ້ມກັນພະຍາດ ແຕ່ພາຍຫຼັງທີ່ໄດ້ກິນນົມເຫຼືອງ ຮ່າງກາຍຈະສ້າງພູມຄຸ້ມກັນຂື້ນທັນທີ.
• ການໃຫ້ຢາຂ້າແມ່ທ້ອງອາດຈະໃຫ້ເມືື່ອອາຍຸ 30 ວັນ ແລະຄັ້ງທີ 2 ເມືື່ອ ອາຍຸ 60 ວັນ (ຕາມສະພາບອາກາດ, ຄວາມຊຸ່ມ, ລະບົບຄອກ).

• ຊ່ວງໄລຍະຫຼັງເກີດລູກ 1 -3 ອາທິດຄວນໃຫ້ແບ້ແມ່ໄດ້ກີນຫຍ້າ, ກ້ອນແຮ່ທາດ ແລະ ນໍ້າສະອາດໃຫ້ກີນພຽງພໍ.
• ຖ້າມີເງືື່ອນໄຂຄວນໃຫ້ອາຫານປະສົມຄຸນນະພາບດີ 0,2-0,3 ກິໂລ/ມື

3.5.3 ການລ້ຽງແບ້ນ້ອຍໄລຍະອອກນົມ
• ຄວນໃຫ້ແບ້ອອກນົມເມືື່ອອາຍຸ 3 ເດືອນ ແລະ ເອົາໃຈໃສູ່ລ້ຽງດູໃຫ້ດີ, ໃຫ້ກີນຫຍ້າພຽງພໍ, ໃຫ້ອາຫານເສີມ ແລະກ້ອນແຮ່ທາດຕືື່ມອີກ.
• ເພືື່ອໃຫ້ແບ້ນ້ອຍແຂງແຮງດີ ສາມາດຂ້າມຜ່ານຊ່ວງວິກິດຂອງຊີວິດ ຊືື່ງມີຄວາມອ່ອນໄຫວກັບສີ່ງແວດລ້ອມ.
• ເປັນຊ່ວງທີ່ປ່ຽນອາຫານຈາກກິນນົມມາກິນຫຍ້າ ແລະ ສະພາບເງືື່ອນໄຂສີ່ງແວດລ້ອມອາດຈະເຮັດໃຫ້ແບ້ນ້ອຍມີການປັບໂຕບໍ່ທັນ ຊືື່ງເປັນອັນຕະລາຍຕໍ່ສຸຂະພາບຂອງແບ້.
• ເຮັດໃຫ້ເກີດພະຍາດປອດບວມ, ພະຍາດທ້ອງຖອກທ້ອງ, ທ້ອງບິດໄດ້ງ່າຍ, ແບ້ເບືື່ອອາຫານ, ຈ່ອຍ, ນານໃຫຍ່(ຂອດ) ແລະ ບາງຄັ້ງຕາຍ.
• ໃນລະບົບການລ້ຽງແບ້ຂອງຊາວກະສິກອນທີ່ປະປ່ອຍຕາມທໍາມະຊາດ ຊືື່ງມີເປີເຊັນການຕາຍສູງເຖີງ 50-60%.
• ແບ້ຜູ້ຄວນແຍກລ້ຽງຕ່າງຫາກ ຫຼີກລ້ຽງການປະສົມພັນໃນສາຍເລືອດໃກ້ຄຽງ ແລະ ປະສົມພັນກ່ອນໄວອາຍຸທີ່ເໝາະສົມ.
• ຄອກສັດຄວນແຫ້ງ ສະອາດດີ ມີແສງແດດສ່ອງເຖີງ ອາກາດໂລ່ງດີ ແລະ ມີຄວາມອົບອຸ່ນໃນຍາມຝົນຕົກ ແລະ ອາກາດໜາວ

II ການຮັກສາສຸຂະພາບສັດ
ການອະນາໄມປ້ອງກັນພະຍາດເຊັ່ນ:
• ຄອກແບ້ຄວນໃຫ້ແຫ້ງ ແລະ ສະອາດຢູ່ສະເໝີ.
• ປັດກວາດພື້ນຄອກ ແລະ ກ້ອງຄອກເປັນປະຈໍາຢ່າງໜ້ອຍອາທິດລະເທືື່ອ.
• ຄວນເຮັດຄອກພື້ນສູງຈາກໜ້າດີນ 1 – 1,20 ແມັດ ເພືື່ອຫຼຸດຜ່ອນກີ່ນເໝັນ ແລະ ກີ່ນແອມໂມນິເນັຍ ຊືື່ງອາດເປັນອັນຕະລາຍຕໍ່ສຸຂະພາບແບ້.
• ຮາງອາຫານ ແລະ ຮາງນໍ້າຕ້ອງອານາໄມ ຫລື ລ້າງຢູ່ເລື້ອຍໆ.
• ລະດູແລ້ງມີອາກາດຮ້ອນອົບເອົ້າ ດັ່ງນັ້ນຄວນເປີດໃຫ້ອາກາດລ່ວງດີ
• ຍາມຝົນຕ້ອງມີສີ່ງກໍາບັງ ເພືື່ອປ້ອງກັນບໍ່ໃຫ້ຝົນສາດເຂົ້າໃນຄອກຊືື່ງຈະເປັນຕົ້ນເຫດໃຫ້ເກີດຫຼາຍພະຍາດ ເຊັ່ນເປັນຫວັດ, ປອດອັກເສບ, ເຈັບທ້ອງ.

ແຫຼ່ງຂໍ້ມູນ: file:///C:/Users/AIDC94/Downloads/3iUGywbMpzGznl6F.pdf
https://www.agi.nu.ac.th/science/121113/บทที่%2013%20การผลิตและการจัดการแพะ-แกะ.pdf
https://vet.kku.ac.th/farm/data3/5.pdf