ເຕັກນິກການປູກມ້ອນ
ການປູກມອນລ້ຽງມ້ອນເພືື່ອສາວໃໝຢູ່ໃນປະເທດເຮົາແມ່ນມີມາຕັ້ງແຕ່ດົນນານແລ້ວສ່ວນໃຫ່ຍແລ້ວທີ່ຜ່ານມາຍັງເປັນການລ້ຽງແບບພື້ນບ້ານ,ລ້ຽງເພືື່ອນໍາມາໃຊ້ສອຍພາຍໃນຄອບຄົວ ແລະ ເປັນອາຊີບເສີມເທົ່ານັ້ນ ແຕ່ຍັງຂາດ ຄວາມຮູ້ທາງດ້ານເຕັກນິກວິຊາການ ຫຼື ແນວພັນທີມີຄຸນນະພາບເພືື່ອນໍາມາໃຊ້ເຂົ້າໃນວຽກງານດັ່ງກ່າວອັນເປັນສາຍເຫດທີ່ເຮັດໃຫ້ຜົນຜະລິດເສັ້ນໃໝທີ່ໄດ້ອອກມາຍັງມີຈໍານວນໜ້ອຍ ແລະ ມີຄຸນນະພາບຕໍ່າການປູກມ້ອນລ້ຽງມ້ອນເປັນອາຊີບໜຶ່ງທີ່ສ້າງລາຍຮັບໃຫ້ແກ່ຊາວກະຊິກອນໄດ້ເປັນຢ່າງດີ,ຕໍ່ເນືອງ ແລະ ຕະຫຼອດປີ. ແຕ່ເຖີງຢ່າງໃດກໍ່ຕາມຊາວກະສິກອນຜູ້ທີຈະລ້ຽງມ້ອນປະສົບຜົນລໍາເລັດໄດ້ນັ້ນຈະຕ້ອງມີປັດໃຈຫຼາຍຢ່າງປະກອບເຊັ່ນ: ເຕັກນິກການປູກມອນ, ເຕັກນິກການລ້ຽງມ້ອນ,ເຕັກນິກໃນການສາວໃໝຖ້າເຂົ້າໃຈເຖີງບັນຫາເຫຼົ່ານີ້ກໍ່ຈະເຮັດໃຫ້ການປູກມອນລ້ຽງມອ້ນປະສົບຜົນສໍາເລັດໄດ້.
ມອນເປັນພືດຢືນຕົ້ນມີຖິ່ນກໍາເນີດຢູ່ເຂດອາຊີສາມາດຈະເລີນເຕີບໂຕໄດ້ດີໃນເຂດຮ້ອນ ແລະ ໃນດີນເກືອບທຸກປະເພດ ຍົກເວັ້ນໃນດິນທີມີນໍ້າຖ້ວມຂັງມີການລະບາຍນໍ້າໄດ້ຢາກເປັນພືດທີື່ມີຄວາມສາມາດທົນຕໍ່ຄວາມແຫ້ງແລ້ງໄດ້ດີມີຄວາມຕ້ອງການຄວາມຊຸ່ມເລັກນ້ອຍໃນໄລຍະປູກໃໝ່ແຕ່ຕົ້ນມອນຈະເລີນເຕີບໂຕໄດ້ດີໃນລະດູຝົນສໍາລັບລະດູແລ້ງຈະເປັນຊ່ວງໄລຍະການພັກໂຕຂອງຕົ້ນມ້ອນ.
ລໍາຕົ້ນ ແລະ ງ່າ: ມີລໍາຕົ້ນສູງໃຫ່ຍຕັ້ງຊືື່,ມີກິ່ງງ່າຫຼາຍ ແຕ່ມ້ອນທີປູກເພືື່ອລ້ຽງມອ້ນລໍາຕົ້ນຈະບໍ່ສູງເພາະມີການຕັດແຕ່ງໃນທຸກໆປີ.
ໃບ: ລັກສະນະຮູບຮ່າງຂະໜາດ, ຄວາມໜາຂອງໃບຈະແຕກຕ່າງກັນຕາມແຕ່ລະແນວພັນ
ຮາກ: ປະກອບດວ້ຍຮາກແກ້ວ, ຮາກແໜງ ແລະ ຮາກຝ້ອຍ ແຕ່ມ້ອນທີຂະຫຍາຍພັນດ້ວຍການປັກຊໍາຈະມີແຕ່ຮາກແໜງ ແລະ ຮາກຝອຍ ໂດຍຮາກແໜງຈະທໍາໜ້າທີຢຸດລໍາຕົ້ນ ແລະ ງ່າສ່ວນຮາກຝອຍມີໜ້າທີດູດອາຫານ,ນໍ້າເພືື່ອ ຫຼື ລ້ຽງລໍາຕົ້ນ, ງ່າ ແລະ ໃບ ດອກ ແລະ ໝາກ: ໂດຍທົ່ວໄປມ້ອນເປັນພືດທີມີດອກຕົວຜູ້ ແລະ ດອກຕົວແມ່ ແຍກກັນ
ຄົນລະຕົ້ນແຕ່ບາງສະນິດພັນອາດຈະມີດອກຕົວຜູ້ ແລະ ດອກຕົວແມ່ຢູ່ໃນຕົ້ນດຽວກັນ. ດອກມ້ອນຈະມີລັກສະນະເປັນກຸ່ມຕິດກັນເປັນຊໍ່ເມືື່ອດອກຕົວແມ້ໄດ້ຮັບການປະສົມພັນຈະປ່ຽນເປັນໝາກ ເຊີງມີລັກສະນະເປັນຊໍ່ປະກອບດ້ວຍ ເມັດນ້ອຍໆຈໍານວນຫຼາຍເກາະຕິດກັນ.
ໃບມ້ອນຄືອາຫານຊະນິດດຽວທີ່ດີທີ່ສຸດສໍາລັບລ້ຽງມ້ອນ, ນອກຈາກໃບແລ້ວ ໝາກມອນຍັງສາມາດນໍາຮັບປະທານໄດ້ ເຊີງມອນທີຮູ້ຈັກກັນທົ່ວໆໄປໃນປະຈຸບັນຈະແບ່ງອອກເປັນສອງຊະນິດຄື: ມອນທີປູກເພືອໃຊ້ລ້ຽງມ້ອນ ແລະ ມອນທີ ປູກເພືື່ອກິນໝາກ
I. ຂັ້ນຕອນການປູກມ້ອນ
1 ການເລືອກສະຖານທີປູກ
ມ້ອນສາມາດປູກໄດ້ໃນສະພາບອາກາດຂອງທຸກພາກໃນປະເທດເຮົາແຕ່ຖ້າຈະໃຫ້ການປູກມ້ອນໄດ້ຮັບຜົນດີຄວນປູກໃນດິນຊາຍແກມຕົມ, ມີການລະບາຍນໍ້າໄດ້ດີ,ພື້ນທີໃນການປູກມ້ອນບໍ່ຄວນຢູ່ຫ່າງໄກຈາກເຮືອນລ້ຽງມ້ອນຈົນເກີນໄປທັງນີ້ເພືື່ອສະດວກໃນການເກັບໃບມ້ອນຈະໄປລ້ຽງມ້ອນ ແລະ ບໍ່ຄວນປູກມອນໄກ້ກັບໂຮງງານອຸດສະຫະກໍາ,ສະຖານທີສວນປູກຢາສູບ,ສວນຜັກ ຫຼື ສວນໄມ້ໃຫ້ໝາກທີມີການໃຊ້ສານເຄມີ ເພາະອາດເປັນອັນຕະລາຍຕໍ່ການລ້ຽງມ້ອນ.
2 ແນວພັນມ້ອນ
ມ້ອນທີໃຊ້ສໍາລັບລ້ຽງມ້ອນທີພົບເຫັນຢູ່ໃນປະເທດເຮົາມີຫຼາຍກວ່າ 20 ຊະນິດ ຊຶ່ງເອີ້ນຊືແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນໂດຍຈະແຍກອອກເປັນ 2 ປະເພດໃຫ່ຍໄດ້ແກ່:
ມ້ອນແນວພັນພື້ນເມືອງ
ມອນແກ້ວ,ມ້ອນຕາດໍາ,ມ້ອນນ້ອຍ,ມ້ອນໃບໃຜ່,ມ້ອນຂີ້ຮີດ,ມ້ອນຢວກ, ມ້ອນປາງຍອດດໍາ,ມ້ອນປາງຍອດຂາວ ແລະ ອືື່ນໆ ຊຶ່ເປັນມ້ອນທີທົນທານຕໍ່ພະຍາດ-ແມງໄມ້ ແລະ ສະພາບແຫ້ົ້ງແລ້ງ ໃຫ້ຜົນຜະລິດປະມານ 1,500 – 2 ,000 ກິໂລ/ໄລ່/ປີ
ມ້ອນແນວພັນປັບປຸງ
ມ້ອນ ບລ60, ມ້ອນ ນມ 60, ມ້ອນຈີນ ແລະ ອືື່ນໆ ເປັນແນວພັນທີມີໃບໜາ, ອ່ອນນຸ່ມໃຫ້ຜົນຜະລິດດີປະມານ 3,000 – 4,000 ກິໂລ/ໄລ່/ປີ
II. ລະດູການປູກ
ລະດູການປູກຈະຢູ່ໃນຊວງຕົ້ນລະດູຝົນປະມານເດືອນພືດສະພາເພາະ ຄວາມຊຸ່ມຂອງດິນຈະຊວຍໃຫ້ຕົ້ນມອນທີ່ປູກໃໝ່ສາມາດຕັ້ງຕົວໄດ້ໄວ, ບໍ່ສິນເປືອງແຮງງານໃນການຫົດນໍ້າ. ວິທີການປູກທີ່ນິຍົມປູກມີ 2 ວິທີຄື:
• ນໍາທ່ອນແນວພັນມອນໄປປູກໃນສວນໂດຍກົງ ເປັນການປູກທີນໍາເອົາແນວພັນທີຕັດມາແລ້ວນໍາໄປປູກໂດຍການປັກທ່ອນພັນລົງໃຫ້ເລີກປະມານ 3 ສ່ວນ 4 ຄວາມຍາວຂອງທ່ອນພັນ ຫຼື ໃຫ້ມີຕາຢູ່ເໜືອໜ້າດິນ 1 ຕາປູກ 2 /ຂຸມ.
• ການນໍາແນວພັນທີປັກຊໍາກ່ອນນໍາມາປູກ ເປັນການປູກທີນໍາເອົາແນວພັນທີ່ປັກຊໍາໄວ້ກອນປະມານ 4 ເດືອນຂື້ນໄປ,ວິທີນີ້ຈະເຮັດໃຫ້ໄດ້ຮັບຜົນດີ.
1 ການກະກຽມດິນປູກ
ກ່ອນປູກຄວນໄຖດິນໃຫ້ເລີກປະມານ 30-35 ຊັງແມັດ ຕາກດິນໄວ້ປະມາ 7-10 ວັນ ເພືື່ອເປັນການກໍາຈັດວັດສະພືດ,ຖ້າເປັນດິນທີເສີມຄຸນນະພາບຄວນຮອງພື້ນດວ້ຍຝຸ່ນຄອກ ຫຼື ຝຸ່ນບົ່ມໃນອັດຕາ 1,000 ກິໂລ/ໄລ່, ຖ້າດິນເປັນກົດ ຄວນໃຊ້ປູນຂາວໃນອັດຕາສ່ວນ 70 ກິໂລ/ໄລ່ ແລ້ວຄາດໃຫ້ລະອຽດ
2 ໄລຍະຫ່າງໃນການປູກ
ການປູກມ້ອນຄວນປູກໄປທາງທິດເໜືອຫາໄຕ້ເພືື່ອເຮັດໃຫ້ໃບມ້ອນໄດ້ຮັບແສງດີໄລຍະຫ່າງໃນການປູກຄວນຄໍານຶງເຖີງເຄືື່ອງຊ່ວຍແຮງເພືື່ອໃຫ້ສະດວກ ແລະ ການໄຖຄວນດິນໃນການເກັບໃບມ້ອນໂດຍທົ່ວໄປມັກຈະປູກໃນ ໄລຍະຫ່າງດັ່ງນີ້:
ຕາຕະລາງ: ການນໍາໃຊ້ເຄືື່ອງຊ່ວຍໃນການປູກ
ຂະໜາດເຄືອງຊ່ວຍແຮງ | ໄລຍະຫວ່າງ ແຖວ (ມ) | ໄລຍະຫວ່າງຕົ້ນ (ມ) | ຈໍານວນຕົ້ນ /ໄລ່ |
ລົດໄຖຂະໜາດໃຫ່ຍ | 3,0 | 0,70 | 762 |
ລົດໄຖຂະໜາດກາງ | 2,5 | 0,75 | 853 |
ລົດໄຖຂະໜາດນ້ອຍ | 2,0 | 0,75 | 1,066 |
ແຮງງານຄົນ ແລະ ສັດ | 1,5 | 0,75 | 1,422 |
3 ວິທີການປູກ
ການປູກມ້ອນທີເປັນງ່າຊໍາຕ້ອງຂຸດເປັນຮອງຫຼັງຈາກນັ້ນໃຊ້ຝຸ່ນຄອກ ຫຼື ຝຸ່ນບົ່ມຮອງພື້ນກົ້ນຂຸມນໍາເອົາເບັ້ຍມ້ອນທີ່ກກຽມໄວ້ນໍາມາປູກເປັນແຖວຂອງເຊືອກ ທີເນັ່ງໄວ້ນໍາດິນມາຖົ່ມໃຫ້ຈົ່ງຍອດເທີງໜ້າດິນປະມານ 15-20 ຊັງຕີແມົດ ແລ້ວ ຢຽບໃຫ້ແໜ້ນ.
III. ການບົວລະບັດຮັກສາສວນມ້ອນ
ການບົວລະບັດຮັກສາສວນມ້ອນຢ່າງຖືກຕ້ອງ ແລະ ສະໝໍ່າສະເໝີເປັນເລືື່ອງສໍາຄັນເພາະຈະເຮັດໃຫ້ຈະໄດ້ຕົ້ນມ້ອນມີອາຍຸຍືນເຖີງ 10 ປີ ໃຫ້ຜົນຜະລິດ ສູງ,ໃບມ້ອນມີຄຸນນະພາບດີເມືື່ອນໍາໄປລ້ຽງມ້ອນຈະໄດ້ມ້ອນແຂງແຮງ ແລະ ໃຫ້ ຜົນຜະລິດສູງ. ສະນັ້ນການບົວລະບັດຮັກສາສ່ວນມ້ອນຄວນປະຕິບັດດັ່ງນີ້:
• ການກໍາຈັດວັດສະພືດ: ເປັນທີຮູ້ກັນດີແລ້ວວັດສະພືດທີເກີດໃນສວນມ້ອນເປັນສາຍເຫດເຮັດໃຫ້ຕົ້ນມ້ອນຈະເລີນເຕີບໂຕຊ້າເນືື່ອງຈາກວັດສະພືດຈະຍາດແຍ່ງທາດອາຫານ ແລະ ນໍ້າໃນດິນຈາກຕົ້ນມ້ອນສະນັ້ນຄວນມີການກໍາຈັດວັດສະພືດຢ່າງສະໝໍ່າສະເໝີ ນອກຈາກນີ້ການກໍາຈັດວັດສະພືດຍັງເປັນການທໍາລາຍບ່ອນລີ້ຊ້ອນຂອງພະຍາດ ແລະແມງໄມ້ອີກດ້ວຍ.
• ການໄຖຄວນດິນ: ການໄຖພວນດິນແມ່ນເພືອເຮັດໃຫ້ດິນຍົງມີການລະບາຍອາກາດໄດ້ດີ, ເພືື່ອເປັນການຊ່ວຍໃນການຍອຍສະຫຼາຍອີຊີວັດຖຸໃນດິນໄດ້ໄວຂື້ນ, ເພືື່ອເຮັດໃຫ້ຮາກມ້ອນຂະຫຍາຍຕົວແຂງແຮງສາມາດດູດທາດອາ ຫານ ແລະ ນໍ້າໄປລ້ຽງລໍາຕົ້ນໄດ້ດີ ການໄຖພວນດິນຄວນໄຖຢ່າງນອຍ 2 ຄັົ້ງ/ປີ.
• ການຮັກສາຄວາມຊຸ່ມຂອງດິນ: ນໍ້າເປັນປັດໃຈສໍາຄັນໃນການຈະເລີນເຕີບໂຕຂອງຕົ້ນມອນຖ້າສະພາບດິນແຫ້ງແລ້ງຫຼາຍຈະເຮັດໃຫ້ໃບມ້ອນຫຼົ່ນ, ການຈະເລີນເຕີບໂຕຊ້າໃນກົງກັນຂ້າມມ້ອນຈະເລີນເຕີບໂຕໄດ້ດີໃນລະດັບຄວາມຊຸ່ມທີເໝາະສົມແຕ່ຖ້າຄວາມຊຸ່ມຂອງດິນຫຼາຍເກີນໄປຕົ້ນມ້ອນກໍ່ຈະບໍ່ຈະເລີນເຕີບໂຕ ແລະ ຕົ້ນຫ່ຽວໄດ້. ດັ່ງນັ້ນຄວນຮັກສາຄວາມຊຸ່ມໃນດິນໃຫ້ເໝາະສົມ.
• ການປູກພືດຄຸມດິນ ເຊັ່ນ: ການປູກພືດຕະກຸນຖົ່ວເປັນການຊ້ວຍປ້ອງກັນການລະເຫີຍນໍ້າຈາກໜ້າດິນ,ຊ່ວຍຄຸມວັດສະພືດ ແລະ ເພີ່ມທາດອາຫານໃນດິນ.
• ການໃຊ້ເສດວັດຖຸຄຸມດິນ ເຊັ່ນ: ເຟືອງແຫ້ງ,ໃບໄມ້ແຫ້ງ,ແກບປົກຄຸມລະຫວາງແຖວຕົ້ນມ້ອນເພືື່ອຮັກສາຄວາມຊຸ່ມຂອງດິນ ແລະ ເພີມອິນຊີວັດຖຸໃຫ້ກັບດິນ.
• ການໃຫ້ນໍ້າ ຄວນມີການໃຫ້ນໍ້າໃນຊວງລະດູແລ້ງປະມານເດືອນລະຄັ້ງ ໂດຍວິທີປ່ອຍນໍ້າເຂົ້າຕາມໜານ ຫຼື ໃຊ້
ລະບົບນໍ້າຢອດ.
• ການລະບາຍນໍ້າໃນຊວງລະດູຝົນອາດຈະມີນໍ້າຂັງເຊີງຈະເຮັດໃຫ້ເກີດ ຄວາມເສັຍຫາຍແກ່ຕົ້ນມ້ອນໄດ້ ດັ່ງນັ້ນຈຶ່ງຈໍາເປັນຕ້ອງໄດ້ລະບາຍນໍ້າອອກຈາກສວນມອນເພືື່ອເຮັດໃຫ້ຕົ້ນມ້ອນສາມາດຈະເລີນເຕີບໂຕໄດ້ຢ່າງຕໍ່ເນືອງ.
• ການໃສ່ຝຸ່ນຄວນມີການໃສ່ຝຸ່ນຫຼັງການຕັດແຕ່ງ ເພືື່ອເປັນການເພີມທາດອາຫານແກ່ດິນໂດຍທົ່ວໄປການໃສ່ຝຸ່ນຄວນຢູ່ໃນຊ່ວງຕົ້ນລະດູຝົນ ແລະ ຢ່າງນ້ອຍ 2 ຄັ້ງ/ປີ ຝຸ່ນທີໃຊ້ມີຢູ່ 2 ຊະນິດຄື:
(1) ຝຸ່ນບົ່ມ ຫຼື ຝຸ່ນຄອກ ຄວນໃສ່ໃນອັດຕາປະມານ 1,000 ກິໂລ/ໄລ່/ປີ ການໃສ່ແມ່ນໃສ່ລະຫວາງແຖວໂດຍແບ່ງໃສ່
ສອງຄັ້ງ ການໃສ່ຝຸ່ນບົ່ມ ຫຼື ຝຸ່ນຄອກເປັນການປັບປຸງໂຄງສ້າງຂອງດິນ.
(2) ຝຸ່ນເຄມີ ໄດ້ແກ່ສູດ 16-8-8 ຫຼື 15-15-15 ຄວນໃສ່ອັດຕາປະມານ 100 ກິໂລ/ໄລ່/ປີ ໂດຍແບ່ງໃສ່ສອງຄັ້ງຫຼັງການຕັດຕໍ່າ ຫຼື ເກັບກ່ຽວໃບ ໃນຊວງເດືອນ ມິຖຸນາ ແລະ ເດືອນຕຸລາ .ການໃສ່ຝຸ່ນຄວນໃສ່ຝຸ່ນບົ່ມ ຫຼື ຝຸ່ນຄອກເປັນຫຼັກ ນອກຈາກນີ້ທຸກໆ 2-3 ປີ ຄວນໃສ່ປູນຂາວເພືື່ອປັບປຸງສະພາບຄວາມເປັນກົດເປັນດ່າງຂອງດິນໃນອັດຕາ 60-70ກິໂລ/ໄລ່.
IV. ການປ້ອງກັນກໍໍາຈັດພະຍາດ ແລະ ແມງໄມ້
1 ພະຍາດຮາກເນົ່າ
ລັກສະນະການທໍາລາຍ ໃບຈະຫ່ຽວຄ້າຍຄືນໍ້າຮ້ອນລວກໂດຍສະເພາະໃບອ່ອນບໍລິເວນໃກ້ຍອດງ່າ ທີຖືກທໍາລາຍຈະຕາຍໃນເວລາຕໍ່ມາເມືື່ອຂູດເບີງບໍລິເວນຮາກທີຖືກທໍາລາຍຈະເປື່ອຍ ແລະ ມີກິນເໝັນ,ໃບຈະລົ້ນ ແລະ ຕາຍໃນເວລາຕໍ່ມາ.
ການປ້ອງກັນກໍາຈັດ
• ຂູດຕົ້ນມອນທີື່ຖືກພະຍາດທໍາລາຍເຜົ່າໄຟຖີ້ມ.
• ເວລາໄຖພວນດິນບໍ່ຄວນໃຫ້ຕັດຮາກມອນ.
2 ພະຍາດໃບດ່າງ
ລັກສະນະການທໍາລາຍ
• ໃບມ້ອນຈະບິດບ້ຽວ
• ໃບມີສີເຫຼືອງຊີດ
• ລໍາຕົ້ນຫ່ຽວບໍ່ແຕກແໜງ
• ໃບນ້ອຍຜິດປົກກະຕິ
3 ເພັ້ຍແປ້ງ
ລັກສະນະການທໍາລາຍ
• ເພ້ຍແປ້ງຈະເຂົ້າທໍາລາຍບໍລິເວນຕາ ແລະ ໃບມ້ອນທີ່ຍັງອ່ອນ
ການປ້ອງກັນກໍາຈັດ
• ຂູດຕົ້ນມ້ອນທີ່ເປັນພະຍາດນໍາໄປເຜົ່າໄຟຖີ້ມ.
• ເວລາໄຖພວນດິນບໍ່ໃຫ້ຮາກຂອງຕົ້ນມ້ອນໄດ້ຮັບບາດແຜ.
• ການຕັດແຕ່ງຄວນໃຊ້ອຸປະກອນທີ່ຄົມ ຫຼື ເຂົ້າເພືື່ອບໍ່ໃຫ້ກິ່ງງ່າໄດ້ຮັບການບວມຊໍ້າ
ແຫຼ່ງຂໍ້ມູນ: file:///C:/Users/AIDC94/Downloads/7TwD4lW3zpPJKjIQ.pdf
http://www.esanpedia.oar.ubu.ac.th/sompornrat/?page_id=65
http://www.m-group.in.th/article/บทความ/การปลูกหม่อน.html