ເຕັກນິກການປູກຜັກກະລໍ່າປີ

ຜັກກະລໍ່າປີເປັນພືດຜັກຊະນິດໜຶີ່ງ ໃນເມືີ່ອກ່ອນການປູກຜັກກະລໍ່າປີແມ່ນຈະປູກໄດ້ດີສະເພາະ່ຊວງລະດູຝົນ ຫຼື ໃນເຂດທີີ່ມີອາກາດຂ້ອນຂ້າງໜາວເຢັນເຊັ່ນ: ເຂດພູພຽງບໍລິເວນ (ປາກຊ່ອງ), ເມືອງກາສີ, ແຂວງວຽງຈັນ, ແຂວງໄຊສົມບູນ ແລະ ອີກບາງເຂດທີີ່ມີອາກາດໃກ້ຄຽງກັນ. ຕໍໍ່ມາເລີີ່ມນິຍົມກັນບໍລິໂພກຫຼາຍຂຶື້ນຈິີ່ງໄດ້ມີການພະຍາຍາມໃນການປູກຜັກກະລໍ່ານອກລະດູຫຼາຍຂຶື້ນ ແລະ ເລີີ່ມມີການປັບປຸງພັນເພືີ່ອໃຫ້ມີຄວາມທົນທານຕໍໍ່ຄວາມຮ້ອນຫຼາຍຂຶື້ນ.
ລໍາຕົ້ນ: ກະລໍ່າປີເປັນພືດລົ້ມລຸກລະດູດຽວມີລັກສະນະຮູບຊົງມົນ, ກົມສູງປະມານ 25-45 ຊັງຕີແມັດ, ເປືອກຂອງລໍາຕົ້ນມີລັກສະນະສີຂາວເປັນຂໍໍ້ໆທີີ່ເກີດຈາກຕາຂອງໃບ. ຮາກ: ສ່ວນລະບົບຮາກຂອງກະລໍ່າປີເປັນລະບົບຮາກແກ້ວ ແລະ ມີ ຮາກຂະແໜ່ງແຕກອອກດ້ານຂ້າງ ແລະ ມີຮາກຝອຍຢູ່ບໍລິເວນປາຍຂອງຮາກຂະແໜ່ງ, ຮາກຂະແໜ່ສາມາດຢັ່ງລົງເລິກໄດ້ເຖິີ່ງ 30 ຊັງຕີແມັດ ມີລັກສະນະແຕກອອກດ້ານຂ້າງ. ໃບ: ໃບຂອງຜັກກະລໍ່າປີມີຫຼາກຫຼາຍສີສັນແຕກຕ່າງກັນອອກໄປຂຶື້ນກັບແຕ່ລະສາຍພັນ ເຊິີ່ງໃບເປັນພາກສ່ວນທີີ່ນໍາມາບໍລິໂພກ, ໃບຈະຫຸ້ມລໍາຕົ້ນອັດແໜ້ນແຕ່ລະຫົວຈະມີນໍ້າໜັກປະມານ 0.8-2 ກິໂລກຣາມ. ດອກ: ຜັກກະລໍ່າປີຈະອອກດອກເປັນຊໍໍ່ເປັນດອກສົມບູນເພດທີີ່ມີເກສອນຜູ້ ແລະ ເກສອນແມ່ຢູ່ໃນດອກດຽວກັນ, ຊອກດອກຈະແທງອອກຈາກໃຈກາງຂອງຫົວປະກອບມີການດອກຍາວ 30-80 ຊັງຕີແມັດ, ປະກອບດ້ວຍກີບຮອງດອກສີຂຽວ 4 ອັນ ຖັດຈາກດ້ານໃນເປັນກີບດອກສີເຫຼືອງສົດຈໍານວນ 4 ກີບ, ດ້ານໃນສຸດມີເກສອນໂຕຜູ້ 6 ອັນ ປະກອບເກສອນດ້ານໃນ 4 ອັນ ແລະ ດ້ານນອກ 2 ອັນ ແລະ ທາງກາງມີຍອດເກສອນແມ່ທີີ່ມີລັກສະນະເປັນພູ 2 ອັນ ເຊືີ່ອມຕໍໍ່ກັບຮັງໄຂ່ເຊິີ່ງຢູ່ໃນສຸດຂອງຖານດອກ. ດອກຂອງກະລໍ່າປີຈະຄ່ອຍໆບານຈາກລຸ່ມຂຶື້ນເທິງ. ໝາກ ແລະ ເມັດຂອງກະລໍ່າປີ: ໝາກຂອງກະລໍ່າປີເອີ້ນວ່າ: ຝັກ ມີລັກສະນະຮຽວຍາວສ່ວນປາຍຂອງຝັກຈະແຫຼມ, ເປືອກຂອງຝັກຈະເປັນສັນຄູ ເຊິີ່ງຈະແຕກອອກມາເມືີ່ອຝັກແຫ້ງ ດ້ານໃນຈະປະກອບດ້ວຍເມັດຂະໜາດນ້ອຍຮຽງຊ້ອນ ກັນເປັນແຖວ. ເມັດມີລັກສະນະມົນກົມ, ເມັດອ່ອນມີສີຂຽວ ແລະ ເມືີ່ອແກ່ເຕັມທີີ່ຈະເປັນສີນໍ້າຕານດໍາ, ເປືອກເມັດບາງ ໃນຝັກໜຶີ່ງຈະມີປະມານ 10-20 ເມັດ.

I. ການປູກ ແລະ ບົວລະບັດຮັກສາກະລໍ່າປີ
1 ແນວພັນກະລໍ່າປີ
ກະລໍ່າປີມີແນວພັນຫຼາຍຊະນິດ ເຊິີ່ງມີລັກສະນະຮູບຮ່າງຂອງຫົວ ແລະ ສີສັນແຕກຕ່າງກັນຕາມແຕ່ລະແນວພັນ, ການຄັດເລືອກແນວພັນທີີ່ຈະປູກຄວນເລືອກເອົາແນວພັນທີີ່ກົງກັບຄວາມຕ້ອງການຂອງຕະຫຼາດ ແລະ ເໝາະສົມກັບສະພາບດິນຟ້າອາກາດຂອງແຕ່ລະເຂດທີີ່ຈະປູກ ເມັດພັນສ່ວນຫຼາຍແມ່ນນໍາເຂົາມາຈາກຕ່າງປະເທດ ເຊິີ່ງສາມາດຊອກຫາຊືື້ໄດ້ຕາມທ້ອງຕະຫຼາດ ແລະ ຮ້ານຂາຍເຄືີ່ອງຜະລິດຕະພັນກະສິກໍາ. ແນວພັນກະລໍ່າປີແບ່ງອອກເປັນ 3 ປະເພດຕາມອາຍຸການເກັບກ່ຽວຄື: ພັນເບົາ ມີອາຍຸການເກັບກ່ຽວສະເລ່ຍ 60-70 ວັນ, ພັນກາງ ມີອາຍຸການເກັບກ່ຽວສະເລ່ຍ 80- 90 ວັນ ແລະ ພັນໜັກ ມີອາຍຸການເກັບກ່ຽວປະມານ 90-120 ວັນ.

2 ການປູກກະລໍ່າປີ
2.1 ການກຽມດິນ
– ໄຖດິນໃຫ້ເລິກປະມານ 18-20 ຊັງ ຕີແມັດ, ຕາກດິນໄວ້ 5-7 ວັນ, ໃສ່ຝຸ່ນຮອງພືື້ນອາດຈະໃສ່ຝຸ່ນບົົ່ມ, ຝຸ່ນຄອກ, ຝຸ່ນໝັກຕາມຄວາມເໝາະສົມທີີ່ສາມາດຫາໄດ້ຢູ່ໃນທ້ອງຖິີ່ນໃນອັດຕາ 1-2 ໂຕນຕໍໍ່ໄລ່ (ຂຶື້ນກັບຄວາມອຸດົມສົມບູນຂອງດິນຂອງແຕ່ລະເຂດ).
– ປັ່ນ ຫຼື ຕີດິນໃຫ້ມຸ່ນພໍປະມານຢ່າໃຫ້ດິນລະອຽດເກີນໄປ ຖ້າດິນເປັນກົດຕໍ່າກວ່າ 6.5 ໃຫ້ໃສ່ປູນຂາວໃນອັດຕາ 100-300 ກິໂລຕໍໍ່ໄລ່ ປະສົມກັບດິນ ແລະ ໃຫ້ນໍ້າປະໄວ້ປະມານ 1 ອາທິດ.
– ຍົກໜານໃຫ້ມີຄວາມກວ້າງ 1 ແມັດ, ສູງ 15-20 ຊັງຕີແມັດ, ຄວາມຍາວຂອງໜານຕາມ ຄວາມເໝາະສົມຂອງພືື້ນທີີ່ ແລະ ປັບໃຫ້ໜານຮາບພຽງ.
– ວັດແທກໄລຍະປູກ ເຊິີ່ງອາດຈະປູກເປັນແຖວດ່ຽວ ຫຼື ແຖວຄູ່ 30 x 30 ຫຼື 40 x 40 ຊັງຕີແມັດ
 ການຂຸດຂຸມປູກກະລໍ່າປີ
ຂຸດຂຸມກວ້າງ 20 ຊັງຕີແມັດ, ຂຸດເລິກ 10-15 ຊັງຕີແມັດ ແລະ ໃສ່ຝຸ່ນຮອງກົ້ນຂຸມປະມານ 200 ກຣາມ/ຂຸມ, ຄົນໃຫ້ເຂົ້າກັນ.

2.2. ການກຽມເມັດພັນ ແລະ ກ້າເບ້ຍ
ກ່ອນກ້າແກ່ນຈະຕ້ອງມີການແຊ່ເມັດພັນດ້ວຍນໍ້າອຸ່ນທີີ່ອຸນຫະພູມປະມານ 50 ອົງສາເຊ ເພືີ່ອກະຕູ້ນການງອກໃຫ້ໄວຂຶື້ນ, ການກ້າແກ່ນສາມາດກ້າໄດ້ດ້ວຍຫຼາຍວິທີເຊັ່ນ: ການກ້າແກ່ນໃສ່ພາຊະນະ (ແຕະກ້າ) ແລະ ການກ້າໃສ່ໜານປູກ
ກ. ການກ້າແກ່ນໃສ່ພາຊະນະ (ແຕະກ້າ)
– ກຽມແຕະກ້າ: ສາມາດຫາຊືື້ໄດ້ຕາມຮ້ານຂາຍເຄືີ່ອງການກະເສດທົົ່ວໄປ ຫຼື ອາດຈະນໍາໃຊ້ພາຊະນະເສດເຫຼືອຈາກຄົວ ເຮືອນທີີ່ເໝາະສົມ.
 ຂັ້ນຕອນການກ້າ: ປະສົມດິນກັບຝຸ່ນບົົ່ມ ຫຼື ຝຸ່ນຄອກ, ແກບເຜົາອັດຕາສ່ວນ 1: 2: 3 (ຝຸ່ນ: ແກບເຜົາ: ດິນ), ຄົນ
ໃຫ້ເຂົ້າກັນລະອຽດ, ຈາກນັ້ນບັນຈຸລົງໃສ່ພາຊະນະທີີ່ກຽມໄວ້ ແລະ ຢອດເມັດລົງ, ປົກດ້ວຍຊາຍ ຫຼື ດິນລະອຽດຫົດນໍ້າໃຫ້ຊຸ່ມເກັບໄວ້ບ່ອນທີີ່ມີອາກາດລ່ວງໄດ້ດີ ແລະ ບໍໍ່ຄວນໃຫ້ຖືກແສງແດດຫຼາຍເກີນໄປ.

ຂ. ການກ້າເບ້ຍໃສ່ໜານ
– ກຽມໜານກ້າຄ້າຍຄືກັບການກຽມໜານປູກ ໂດຍໃຫ້ໜານກວ້າງ 1 ແມັດ, ລວງຍາວຕາມຄວາມເໝາະສົມ, ຍົກໜານສູງ 15-20 ຊັງຕີແມັດ, ທຸບດິນໃຫ້ມຸ່ນພໍສົມຄວນ, ປັບໜ້າໜານໃຫ້ພຽງ
– ຫວ່ານແກ່ນໃຫ້ກະຈາຍ, ໃຫ້ໄດ້ໄລຍະຫ່າງທີີ່ເໝາະສົມ, ສະໝໍ່າສະເໝີ ຫຼື ອາດຈະໂຮຍເປັນແຖວໄລຍະຫ່າງລະຫວ່າງແຖວ 15 ຊັງຕີແມັດ ແລ້ວຢອດເມັດລົງໄປປົກດ້ວຍດິນປະສົມຝຸ່ນບົົ່ມ ຫຼື ຝຸ່ນຄອກ, ໃຊ້ຫຍ້າແຫ້ງ ຫຼື ເຟືອງປົກບາງໆ ແລະ ຫົດນໍ້າແບບເປັນຝອຍທຸກມືື້ເຊົ້າແລງ
-ຕົ້ນກ້າທີີ່ເໝາະສົມສໍາລັບການຍ້າຍປູກຕ້ອງອາຍຸປະມານ 25-30 ວັນ (ຫຼັງຈາກແຕກງອກ)

2.3. ການຍ້າຍປູກ
ເມືີ່ອໄດ້ຕົ້ນກ້າທີີ່ສົມບູນ ແລະ ເໝາະສົມແລ້ວກໍສາມາດຍ້າຍປູກລົງໜານທີີ່ກຽມໄວ້ແລ້ວເຊິີ່ງສາມາດປູກໄດ້ແບບແຖວດ່ຽວ ຫຼື ແຖວຄູ່ກໍໄດ້.
– ການປູກແຖວດ່ຽວ: ໄລຍະປູກທີີ່ເໝາະສົມແມ່ນ 30 x 30 ຊັງຕີແມັດ
– ການປູກແຖວຄູ່: ໄລຍະປູກທີີ່ເໝາະສົມແມ່ນ 40 x 40 ຊັງຕີແມັດ
– ເມືີ່ອວັດແທກໄລຍະປູກຕາມທີີ່ຕ້ອງການແລ້ວກໍຂຸດຂຸມຂະໜາດ 20 x 20 ຊັງຕີແມັດ, ຮອງກົ້ນຂຸມດ້ວຍຝຸ່ນສູດ13:13:21 ໃນອັດຕາ 100-150 ກິໂລກຣາມ/ໄລ່ ແລະ ຝຸ່ນບົົ່ມ ຫຼື ຝຸ່ນຄອກໃນອັດຕາ 3-4 ໂຕນ/ໄລ່ (ອັດຕາການໃສ່ຝຸ່ນຈະຫຼືາຍ ຫຼື ໜ້ອຍແມ່ນຂຶື້ນກັບສະພາບຂອງດິນໃນແຕ່ລະເຂດ)
– ການຍ້າຍເບ້ຍລົງປູກ: ຄວນຫົດນໍ້າໜານກ້າໃຫ້ຊຸ່ມ, ໃຊ້ສຽມ ຫຼື ໄມ້ສຽບລົງດິນແລ້ວງັດຂຶື້ນມາເພືີ່ອໃຫ້ດິນຕິດມາກັບເບ້ຍຜັກໄດ້ຫຼາຍທີີ່ສຸດ ຈາກນັ້ນກໍນໍາໄປປູກຂຸມທີີ່ກຽມໄວ້, ຫົດນໍ້າທັນທີເມືີ່ອປູກແລ້ວເພືີ່ອປ້ອງກັນການແຫ່ວຂອງເບ້ຍ. ການຍ້າຍປູກຄວນຈະປະຕິບັດເມືີ່ອເວລາອາກາດເຢັນອາດຈະເປັນຕອນເຊົ້າ ຫຼື ຕອນແລງ

3. ຫຼັກການໃສຸ່ຝຸ່ນ
3.1. ການໃສຸ່ຝຸ່ນເຄມີ ຜັກກະລໍ່າປີເປັນພືດທີີ່ຕ້ອງການທາດໄນໂຕເຈນ ແລະ ທາດໂປຕາດຊຽມໃນປະລິມານສູງຝຸ່ນເຄມີທີີ່ແນະນໍາແມ່ນໃຫ້ໃສ່ສູດ: 13:13:21 ຫຼື 14-14- 21 ຫຼື ສູດໃກ້ຄຽງໂດຍສາມາດແບ່ງໃສ່ 2 ຄັ້ງຄື:
– ຄັ້ງທີ 1: ໃສຸ່ຝຸ່ນຕອນກຽມດິນໃນອັດຕາ 100-150 ກິໂລກຣາມ/ໄລ່
– ຄັ້ງທີ 2: ໃສຸ່ຝຸ່ນຫຼັງຈາກຍ້າຍປູກ 2-3 ອາທິດ (14-21 ມືື້ຫຼັງປູກ) ໃນອັດຕາ 100-150 ກິໂລກຣາມ/ໄລ່. ຝຸ່ນເຄມີເປັນຝຸ່ນທີີ່ມີທາດອາຫານພຽງພໍຕໍໍ່ຄວາມຕ້ອງການຂອງພືດ ແຕ່ຖ້າໃສ່ຕິດຕໍໍ່ກັນເປັນເວລາດົນໃນພືື້ນທີີ່ເກົົ່າຈະເຮັດໃຫ້ດິນເຊືີ່ອມຄຸນນະພາບ. ດັ່ງນັ້ນ, ຄວນຈະມີການໃຊ້ຮ່ວມກັບຝຸ່ນບົົ່ມ ຫຼື ຝຸ່ນຄອກ
3.2. ການໃສຸ່ຝຸນບົົ່ມ ຫຼື ຝຸຸ່ນຄອກ
ການໃສຸ່ຝຸ່ນບົົ່ມມີປະໂຫຍດຫຼາຍຢ່າງນອກຈາກຈະຊ່ວຍເຮັດໃຫ້ພືດຈະເລີນເຕີບແລ້ວຍັງຊຸ່ວຍເພີີ່ມຄວາມ ອຸດົມສົມບູນຂອງດິນຕືີ່ມອີກ. ເນືີ່ອງຈາກກະລໍ່າປີເປັນພືດທີີ່ຕ້ອງການທາດໄນໂຕເຈນ ແລະ ທາດໂປຕາດຊຽມໃນ ປະລິມານສູງປະເພດຝຸ່ນບົົ່ມ ຫຼື ຝຸ່ນຄອກທີີ່ເເນະນໍາແມ່ນຄວນຈະໄດ້ຈາກຂີື້ໄກ່ໃນອັດຕາ 3-4 ໂຕ/ໄລ່ ແລະ ຄວນໃສ່ພ້ອມກັບການກຽມດິນ ຫຼື ກຽມໜານປູກ.

4. ການໃຫ້ນໍ້າ
ການໃຫ້ນໍ້າສໍາລັບການປູກກະລໍ່າປີ ຄວນໃຫ້ຢ່າງສະໝໍ່າສະເໝີ ແລະ ບໍໍ່ຄວນໃຫ້ຂາດນໍ້າເຊິີ່ງການໃຫ້ນໍ້າກໍມີຫຼາຍວິທີ ເຊັ່ນ:
– ການໃຫ້ນໍ້າແບບປ່ອຍຕາມຮ່ອງລະຫວ່າງໜານ ໂດຍຄວາມຖີີ່ໃນການໃຫ້ນໍ້າແມ່ນ 7-10 ຕໍໍ່ຄັ້ງ, ຖ້າເປັນເຂດທີີ່ຮ້ອນແຫ້ງແລ້ງຄວນເພີີ່ມຄວາມຖີີ່ໃນການໃຫ້ນໍ້າ ແລະ ຄວນຈະຫົດການໃຫ້ນໍ້າລົງເມືີ່ອກະລໍ່າປີເລີີ່ມຫໍໍ່ໃບ ເພືີ່ອປ້ອງກັບບໍໍ່ໃຫ້ຫົວກະລໍ່າປີແຕກ.
– ການໃຫ້ນໍ້າແບບສະປິງເກີ ຫຼື ແບບໃຊ້ທໍໍ່ຢາງຕິດຝັກບົວຄວນຫົດໃຫ້ນໍ້າແຕ່ລະວັງຢ່າໃຫ້ມີນໍ້າຂັງໃນໜານ (ກໍລະນີໃຊ້ທໍໍ່ຢາງຄວນລະມັດລະວັງບໍໍ່ໃຫ້ທໍໍ່ຢາງກະທົບໂດຍກົງກັບຕົ້ນກະລໍ່າປີ).
-ຖ້າພືື້ນທີີ່ແຄບກໍໍ່ສາມາດໃຊ້ບົວຫົດ ຫຼ ທໍໍ່ຢາງ (ຕາມ ຄວາມເໝາະສົມ).

5. ການບົວລະບັດຮັກສາ
ການພວນດິນ: ໃນໄລຍະທໍາອິດຂອງການຍ້າຍປູກ ຈໍາເປັນຕ້ອງມີການພວນດິນເລືື້ອຍໆເພືີ່ອເປັນການເພີີ່ມຊ່ອງວ່າງໃນດິນ ແລະ ໃຫ້ຮາກຂອງກະລໍ່າປີສາມາດຂະຫຍາຍໂຕໄດ້ດີ. ໃນການພວນດິນຄວນລະມັດລະວັງບໍໍ່ໃຫ້ອຸປະກອນ (ຈົກ, ສຽມ, ຊວ້ານ….) ໄປກະທົບກະເທືອນກະລະບົບຮາກຂອງກະລໍ່າ ເພາະອາດຈະເຮັດໃຫ້ເກີດຄວາມເສຍຫາຍໄດ້. ການກໍາຈັດວັດສະພືດ (ເສຍຫຍ້າ): ຄວນປະຕິບັດພ້ອມໆກັບການການພວນດິນ ຫຼື ການໃສ່ຝຸ່ນ ແລະ ຄວນຈະເສຍຫຍ້າເລືື້ອຍໆ ເພືີ່ອຫຼີກລ້ຽງການຍາດແຍ່ງທາດອາຫານຂອງກະລໍ່າປີ.

II. ສັດຕູພືດກະລໍ່າປີ ແລະ ວິທີການປ້ອງກັນ-ກໍາຈັດ
1. ພະຍາດທີີ່ສໍາຄັນຂອງກະລໍ່າປີ ແລະ ການປ້ອງກັນ-ກໍາຈັດ
1.1. ພະຍາດໃບຈຸດ
ອາການ: ພະຍາດໃບຈຸດຂອງກະລໍ່າປີ ເກີດຈາກເຊືື້ອຣາ Alternaria brassicicola ແລະ A. brassicae ອາການທີີ່ສະແດງອອກແມ່ນເກີດຂຶື້ນກັບທຸກສວນຂອງກະລໍ່າ ແລະ ເກີດໄດ້ໃນທຸກໄລຍະຂອງການຈະເລີນເຕີບໂຕຕັ້ງແຕ່ຕົ້ນອ່ອນຈົນເຖິງຕົ້ນແກ່, ອາການທີີ່ເກີດຂືື້ນໃນຕົ້ນອ່ອນຈະສັງເກດເຫັນເປັນບາດແຜສີນໍ້າຕານ ຫຼື ສີນໍ້າຕານດໍານ້ອຍໆເກີດຂຶື້ນບໍລິເວນລໍາຕົ້ນ ແລະ ຕົ້ນອ່ອນກໍໍ່ຈະຄ່ອຍໆຢຸດການຈະເລີນເຕີບໂຕ,ຖ້າເກີດກັບຕົ້ນໃຫ່ຍແມ່ນສັງເກດເຫັນເປັນບາດແຜສີນໍ້າຕານ ຫຼື ສີນໍ້າຕານດໍານ້ອຍໆຈາກນັ້ນຂະຫຍາຍວົງກວ້າງອອກເປັນບໍລິເວນກວ້າງ.
 ການປ້ອງກັນ-ກໍາຈັດ:
– ນໍາໃຊ້ເມັດພັນປອດເຊືື້ອ ແລະ ໄດ້ຈາກແຫງຼ່ທີີ່ໜ້າເຊືີ່ອຖື ຫຼື ຂ້າເຊືື້ອເມັດພັນດ້ວຍການແຊ່ນໍ້າອຸ່ນປະມານ 50 ອົງສາເຊ ໃຊ້ເວລາ 20-25 ນາທີກ່ອນກ້າ.
– ກວດສອບປະຫວັດຂອງພືື້ນທີີ່ກ່ອນການປູກ (ຜ່ານມາເຄີຍມີການລະບາດຂອງພະຍາດດັ່ງກ່າວ ຫຼື ບໍໍ່)
– ກໍາຈັດວັດສະພືດໃນພືື້ນທີີ່ປູກຢ່າງເປັນປະຈໍາ
– ໃນກໍລະນີຈໍາເປັນ (ເກີດການລະບາດໃນພືື້ນທີີ່ໃນຂະນະທີີ່ປູກ) ແນະນໍາໃຫ້ໃຊ້ຄຣໍໂຣທາໂຣນິນ (chlorothalonil) 50%, ໂພພີໂຄຣນາໂຊນ (propiconazole) 25% ຫຼື ເຕຕ້າໂຄຣນາໂຊນ(tetraconazole) 40%

1.2. ຣານໍ້າຄ້າງ
– ລັກສະນອາການ: ພະຍາດຣານໍ້າຄ້າງຂອງກະລໍ່າປີ ເກີດຈາກເຊືື້ອສາເຫດ Peronospora parasitica (Pers. Ex.Fr.) Frສາມາດເກີດໄດ້ທຸກໄລຍະການຈະເລີນເຕີບໂຕໃນໄລຍະເປັນຕົ້ນກ້າໃບລ້ຽງຈະເກີດເປັນຈຸດຊໍ້ານໍ້າສີນໍ້າຕານ ຫຼື ດໍາ, ລໍາຕົ້ນເນົົ່າ ແລະ ຍຸບໂຕລົງ ເຮັດໃຫ້ພືດຕາຍ ຫຼື ຢຸດການຈະເລີນເຕີບໂຕສັງເກດເຫັນດ້ານໜ້າຂອງໃບເປັນສີເຫຼືອງຊີດ, ມີເສັ້ນໃຍສີຂາວ ຫຼື ສີເທົາ, ຖ້າອາການຮຸນແຮງໃບຈະກາຍເປັນສີເຫຼືອງ, ສີນໍ້າຕານ ຫຼື ແຫ້ງຕາຍ.
– ການເເຜ່ກະຈາຍ: ສະປໍຂອງເຊືື້ອຣາສາມາດປິວໄປຕາມລົມ, ນໍ້າຝົນ ຫຼື ນໍ້າທີີ່ໃຊຫົມັກພົບເຫັນໄດ້ໂດຍທົົ່ວໄປ ເມືີ່ອອຸນຫະພູມຕໍ່າ ແລະ ຄວາມຊຸ່ມສູງ.
 ການປ້ອງກັນ-ກໍາຈັດ:
ກ. ນໍາໃຊ້ເມັດພັນປອດເຊືື້ອ ແລະ ໄດ້ຈາກແຫຼ່ງທີີ່ໜ້າເຊືີ່ອຖື ຫຼື ຂ້າເຊືື້ອເມັດພັນດ້ວຍການແຊ່ນໍ້າອຸ່ນປະມານ 50 ອົງສາ ເຊ ໃຊ້ເວລາ 20-25 ນາທີ ກ່ອນກ້າ.
ຂ. ເຄືອບເມັດພັນກ່ອນປູກໂດຍໃຊ້ສານເມທາແລັກຊິນ ຫຼື ໄມໂຄເຊັບ.
ຄ. ໃຊ້ໄລຍະປູກທີີ່ເໝາະສົມ ເພືີ່ອບໍໍ່ພືດເກີດກາແອອັດເກີນໄປ.
ງ. ຄວນມີການປູກພດໝູນວຽນ (ບໍໍ່ປູກຊໍ້າພືື້ນທີີ່ເກົົ່າ).

ຈ. ໃນກໍລະນີຈໍາເປັນ (ເກີດການລະບາດໃນພືື້ນທີີ່ໃນຂະນະທີີ່ປູກ) ແນະນໍາໃຫ້ໃຊ້ ໄຊມັອກຊີເມດ(cymoxanil) 8%, ແມັນໂຄເຊັບ (mancozeb) 64% ຫຼື 80%, ເມທາແລັກຊິນ (metalaxyl) + ແມັນໂຄເຊັບ (mancozeb) 72%.
1.3. ພະຍາດເນົົ່າເລະ
ລັກສະນະອາການ: ເກີດຈາກເຊືື້ອສາເຫດ Erwinia carotovorapv. Carotovora ເປັນເຊືື້ອແບັກທີເລຍ ທີີ່ສາມາດເຂົ້າທໍາລາຍໄດ້ທຸກສ່ວນຂອງພືດ ທັງຢູ່ໃນພືື້ນທີີ່ ແລະ ສາງເກັບມ້ຽນອາການທໍາອິດບາດແຜມີລັກສະນະຊໍ້ານໍ້າ ແລະ ຂະຫຍາຍອອກເປັນສີນໍ້າຕານ ຫຼື ນໍ້າຕານໄໝ້ ບໍລິເວນທີີ່ບາດແຜທີີ່ຍຸບໂຕ, ມີເມືອກອອກມາ.
– ການແຜ່ລະບາດ: ສາມາດແຜລະບາດດ້ວຍລົມ, ຝົນ, ເຊືື້ອເຂົ້າທໍາລາຍທາງບາດແຜ ພະຍາດນີ້ມັກຈະລະບາດຫຼາຍໃນຊ່ວງລະດູຝົນ
 ການປ້ອງກັນ-ກາຈັດ
ກ. ໄຖດິນກົບເສດພືດຫຼັງປູກທັນທີ ແລະ ຕາກດິນເພືີ່ອຂ້າເຊືື້ອ
ຂ. ປູກພືດໝູນວຽນ
ຄ. ຫຼີກລ້ຽງກິດຈະກໍາຕ່າງທີີ່ຈະເຮັດໃຫ້ພືດເກີດບາດແຜ
ງ. ທໍາລາຍເສດພືດທີີ່ເປັນພະຍາດດ້ວຍການເຜົາ
ຈ. ທໍາຄວາມສະອາດເຄືີ່ອງມືຮັບໃຊ້ການຜະລິດ ຕະຫຼອດຮອດພືື້ນທີີ່ການຜະລິດ
2. ແມງໄມ້ສັດຕູພືດທີີ່ສໍາຄັນຂອງກະລໍ່າປີ ແລະ ການປ້ອງກັນ-ກໍາຈັດ
2.1 ໜອນໃຍຜັກ
ໜອນໃຍຜັກ (Diamondback moth) ມີວົງຈອນຊີວິດທີີ່ສັ້ນ ແລະ ມີການແຜ່ຂະຫຍາຍພັນໄດ້ໄວ ແລະ ສາມາດອອກໄຂ່ໄດ້ຕະຫຼອດຊີວິດ ມັກເກີດການລະບາດໃນພືື້ນທີີ່ໆມີການປູກພືດພວກຕະກູນກະລໍ່າແບບຕໍໍ່ເນືີ່ອງ.
 ລັກສະນະການທໍາລາຍ: ກັດກິນໃບ ແລະ ຍອດກະລໍ່າສາມາດເບິີ່ງເຫັນດ້ວຍຕາເປົ່າໄດ້.
 ການປ້ອງກັນ-ກໍາຈັດ:
ກ. ດ້ວຍການໃຊ້ກັບດັກກາວໜຽວສີເຫຼືອງ ເພືີ່ອຈັບແມງກະເບືື້ອໜອນໃຍຜັກ ເພືີ່ອຫຼຸດຜຸ່ອນການໃຊ້ສານເຄມີ.
ຂ. ໃຊ້ກັບດັກແສງໄຟ (ດອກໄຟສີນໍ້າເງິນ 20 ວັດ) ເພືີ່ອຈັບແມງກະເບືື້ອໜອນໃຍຜັກ.
ຄ. ດ້ວຍການປູກຜັກໃນໂຮງເຮືອນທີີ່ມີຕານໜ່າງຄຸມເຊິີ່ງຈະຊ່ວຍໃນການປ້ອງກັນແມງໄມ້ສັດຕູພືດໄດ້ຫຼາຍຊະນິດ (ແຕ່ໃຊ້ຕົ້ນທຶນການຜະລິດເບືື້ອງຕົ້ນຂ້ອນຂ້າງສູງ.)
ງ. ການນໍາໃຊ້ເຊືື້ອບາຊີລັສ (Bacillus thuringiensis subsp. Aizawai ແລະ Bacillus thuringiensis subsp. Kurstakii) ເຊິີ່ງປະຈຸບັນສາມາດຫາຊືື້ໄດ້ຕາມຮ້ານຂາຍອຸປະກອນການກະເສດທົົ່ວໄປ.
ຈ. ກ່ອນການປູກພືດຄວນມີການໄຖດິນຕາກແດດເພືີ່ອເປັນການທໍາລາຍແຫຼ່ງອາໄສ ແລະ ຕັດວົງຈອນຊີວິດ.
ສ. ການໃຊ້ສານເຄມີໃນການປ້ອງກັນ-ກໍາຈັດ ຄວນພິຈາລະນາເຖິງຈໍານວນ ແລະ ຂະໜາດຂອງການລະບາດ (ປຶກສາ ວິຊາການສະເພາະດ້ານ) ກ່ອນການຕັດສິນໃຈໃນການນໍາໃຊ້ສານເຄມີໃນການປ້ອງກັນ-ກໍາຈັດ.
2.2 ແມງໝັດຜັກ
ແມງໝັດຜັກ (Leaf eating beetle) ມັກພົບເຫັນການແຜ່ລະບາດຢູ່ທົົ່ວໄປໃນທໍາມະຊາດ, ມີຫຼາຍຊະນິດ, ແຕ່ ຊະນິດທີີ່ສໍາຄັນຄື: ແມງໝັດທີີ່ມີຂ້າງລາຍລັກສະນະການທໍາລາຍ: ໄລຍະໂຕອ່ອນຈະກັດກິນ ຫຼື ຊ້ອນຕາມເຫງົ້າ ຫຼື ຮາກຂອງຕົ້ນກະລໍ່າເຮັດໃຫ້ຕົ້ນຜັກຫຸ່ຽວ ແລະ ຢຸດການຈະເລີນເຕີບໂຕ. ໄລຍະໂຕໃຫຍ່ຈະມັກກັດກິນດ້ານລຸ່ມໃບ ຫຼື ເຈາະເປັນຮູ ແລະ ມັກຈະຢູ່ຮ່ວມກັນເປັນກຸ່ມ ເມືີ່ອຖືກລົບກວນຈະເຕັ້ນກະໂດດໄປມາ ແລະ ສາມາດບິນໄດ້ໃນໄລຍະໃກ້.
 ການປ້ອງກັນ-ກໍາຈັດ
ກ. ກ່ອນການປູກພືດຄວນມີການໄຖດິນຕາກແດດ ເພືີ່ອເປັນການທໍາລາຍແຫຼ່ງອາໄສ ແລະ ຕັດວົງຈອນຊີວິດ.
ຂ. ໃຊ້ຜ້າຢາງ ຫຼື ຕາໜ່າງຖີີ່ສູງ 1.5-2 ແມັດ ອ້ອມແປງປູກຈະຊ່ວຍປ້ອງກັນການເຂົ້າທໍາລາຍໄລຍະທໍາອິດໄດ້.
ຄ. ການໃຊ້ສານເຄມີພວກ: ຄາບາລິນ 85% ອັດຕາ 40 ກຣາມຕໍໍ່ນໍ້າ 20 ລິດ, ຄາໂບຊັນແຟນ 20% 50 ກຣາມຕໍໍ່ນໍ້າ 20 ລິດ, ຟີໂພນີນ 5% ອັດຕາ 50 ມິນລີລິດຕໍໍ່ນໍ້ າ 20 ລິດ (ການຕັດສິນໃຈນໍາໃຊ້ສານເຄມີຄວນປຶກສາກັບວິຊາການສະເພາະດ້ານ)
3 ການຈັດການວັດສະພືດ
– ການໄຖກຽມດິນກຸ່ອນປູກພືດ: ອາດຈະໄຖ 1-2 ຄັ້ງ, ຄັ້ງທໍາອິດເປັນການໄຖຮຸດ ຫຼື ໄຖທັບຫຍ້າຕຸ່າງໆທີີ່ເກີດຂຶື້ນ ຕາກປະໄວ້ 1-2 ອາທິດ ກໍໍ່ໄຖຄົ້ນ ແລະ ຄາດຄັ້ງທີ 2 ເພືີ່ອກໍາຈັດຕົ້ນຫຍ້າອ່ອນທີີ່ເກີດຂຶື້ນມາໃໝ້ແລ້ວຈຶີ່ງປູກພືດລົງໄປ.
– ການໃຊ້ວັດສະດຸຄຸມດິນ: ໄດ້ແກ່ເຟືອງເຂົ້າ, ເປືອກຖົົ່ວ, ເສດພືດ ແລະ ແກບ ເມືີ່ອປູກພືດແລ້ວຄວນຄຸມດິນທັນທີ ຫຼື ອາດຈະຄຸມດິນກ່ອນຈິີ່ງປູກພືດນໍາຫຼັງກໍໍ່ໄດ້ປະໂຫຍດຂອງການຄຸມດິນຍັງຊ່ວຍເຮັດໃຫ້ໜານປູກເກັບຮັກສາຄວາມຊຸ່ມໄດ້ດີ.
– ການໃຊ້ແຮງງານຄົນ, ເຄືີ່ອງມືເສຍຫຍ້າ ຫຼື ເຄືີ່ອງກົນຈັກສາມາດປະຕິບັດໄດ້ 1-2 ຄັ້ງ ໃນຊ່ວງຫຼັງຍ້າຍປູກ ໂດຍສະເພາະແມ່ນຫຍ້າທີີ່ເປັນຫົວເຊັ່ນ: ຕົ້ນແຫ້ວໝູ ຄວນເກັບອອກໃຫ້ໄດ້ຫຼາຍທີີ່ສຸດ.
– ການໃຊ້ສານກໍາຈັດວັດສະພືດ: ໃນພືດຕະກູນກະລ່ໍ່າປີ (ກະລໍ່າປີ, ກະລໍ່າດອກ, ຜັກກາດຂາວຫໍໍ່) ຕ້ອງໃຊ້ວິທີີ່ປູກແບບກ້າແກຸ່ນແລ້ວຍ້າຍປູກ ໃນການໃຊ້ສານເຄມີໃນການຄວບຄຸມຫຍ້າດິນຈະຕ້ອງມີຄວາມຊ ຸ່ມ

4 ການເກັບກ່ຽວ ແລະ ການປະຕິບັດຫຼັງເກັບກຸ່ຽວ
4.1 ການປະເມີນກ່ອນເກັບກ່ຽວ ການເກັບກ່ຽວຖືວ່າເປັນອີກຂັ້ນຕອນໜຶີ່ງທີີ່ມີຄວາມສໍາຄັນ ເພາະຈະບົົ່ງບອກໄດ້ເຖິີ່ງຜົນທີີ່ຈະຕອບແທນຂອງການຜະລິດ ກະລໍ່າປີເຊິີ່ງກ່ອນເກັບກ່ຽວຄວນພິຈາລະນາດັ່ງນີ້:
– ກະລໍ່າປີຕ້ອງມີອາຍຸກົງກັບທີີ່ລະບຸໄວ້ກັບສະຫຼາກຂອງ ແນວພັນທີີ່ບົົ່ງບອກມາກັບກ່ອງ ຫຼື ຊອງເມັດພັນ
– ມີລັກສະນະການຫໍໍ່ທີີ່ສົມບູນຕາມພັນ
– ປາສະຈາກພະຍາດ ແລະ ແມງໄມ້ສັດຕູພືດ
4.2 ການເກັບກ່ຽວ ແລະ ເຄືີ່ອນຍ້າຍຜົນຜະລິດຈາກພືື້ນທີີ່
– ຕັດບໍລິເວນລໍ່າຕົ້ນທີີ່ມີໃບຫໍໍ່ຫົວ 2-3 ໃບ ລະວັງບໍໍ່ໃຫ້ເກີດບາດແຜບ່ອນອືີ່ນ (ຫົວ).
– ເກັບກ່ຽວໃນຊ່ວງທີີ່ມີອາກາດເຢັນ ແລະ ແຫ້ງ, ຫຼີກລ້ຽງ ບໍໍ່ໃຫ້ຖືກແສງແດດໂດຍກົງ.
– ເວລາເກັບກ່ຽວບໍໍ່ຄວນວາງຜົນຜະລິດທັບເຕັງກັນຫຼາຍເກີນໄປ ເພາະອາດເຮັດໃຫ້ຫົວກະລໍ່າປີບວມຊໍ້າ.
– ພາຫະນະສໍາລັບເຄືີ່ອນຍ້າຍຫົວກະລໍ່າປີ (ລົດ, ລໍໍ້, ແຮງງານ).
– ຄວນມີສະຖານທີີ່ພັກຜົນຜະລິດຫຼັງເກັບກ່ຽວອາດເປັນໂຮງເຮືອນ ຫຼື ບ່ອນທີີ່ຮັບປະກັນບໍໍ່ໃຫ້ຖືກແສງແດດ, ສະອາດ ແລະ ມີພືື້ນພຽງພໍສໍາລັບການຄັດແຍກຜົນຜະລິດ


ແຫຼ່ງຂໍ້ມູນ: file:///C:/Users/AIDC94/Downloads/BHlsAj9QupAr5IMa.pdf

https://www.surinseed.com/article/88/เทคนิคการปลูกกะหล่ำปลีให้ใด้ผลผลิตตลอดปี
http://eto.ku.ac.th/neweto/e-book/plant/herb_gar/cabage.pdf