ເຕັກນິກການປູກເຫັດຂອນຂາວ

ເຫັດຂອນຂາວຈັດເປັນເຫັດເສດຖະກິດ ທີ່ສໍາຄັນຊະນິດໜຶ່ງເປັນເຫັດທີ່ສ້າງລາຍໄດ້ດີໃຫ້ກັບຊາວກະສິກອນຜູ້ຜະລິດເຫັດເປັນສິນຄ້າ ເນື່ອງຈາກຜົນຜະລິດເຫັດຂອນຂາວຈາໍໜ່າຍໄດ້ລາຄາດີຕະຫຼາດມີຄວາມຕ້ອງປະລິມານສູງຢ່າງຕໍ່ເນື່ອງແລະ ໃຊ້ຕົ້ນທຶນການຜະລິດຕໍ່າແຕ່ໃຫ້ຜົນຜະລິດຕອບແທນສູງ ແລະ ໄວ້. ປັດຈຸບັນເຖິງວ່າຈະມີການປູກເຫັດຂອນຂາວກັນຫຼາຍຂື້ນ ແຕ່ປະລິມານຜົນຜະລິດເຫັດຂອນຂາວຍັງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ແລະ ມີນວໂນ້ມຄວາມຕ້ອງການເພີ່ມຂື້ນ ເພາະເຫັດຂອນຂາວເປັນທີ່ນິຍົມຂອງຜູ້ບໍລິໂພກຢ່າງແພ່ຫຼາຍທັງຄົນລາວ, ໄທ, ແລະ ຕ່າງປະເທດ.ໂດຍສະເພາະຄົນລາວ ແລະ ໄທນິຍົມບໍລິໂພກເຫັດຂອນຂາວຫຼາຍກ່ວາເຫັດຊະນິດອື່ນ. ເນື່ອງຈາກເຫັດຂອນຂາວມີລົດ ຊາດແຊບ, ມີຄຸນຄ່າທາງອາຫານສູງ , ມີໄຂມັນຕໍ່າ ແລະ ປອດໄພຈາກສານເຄມີທີ່ເປັນພິດລວມທັງດອກເຫັດມີເນື້ອຫຼາຍ, ເນື້ອນຸ້ມ , ບໍ່ເລະ, ສາມາດນໍໍາ ມາປຸງອາຫານໄດ້ຫຼາຍຢ່າງ, ມີລົດຊາດ ແລະ ກິ່ນສະເພາະໂຕທີ່ສາມາດຮັບລົດ ແລະ ກິ່ນຂອງອາຫານທີ່ນາໍມາປຸງໄດ້ດ້ວຍດີ ແລະ ສາມາດຊື້ໄດ້ງ່າຍເພາະມີຂາຍຕະຫຼອດທັງປີ. ປະເທດລາວມີສະພາບແວດລ້ອມທີ່ເໝາະສົມຕໍ່ການປູກເຫັດຂອນຂາວຫຼາຍປະກອບມີວັດສະດຸເຫຼືອໃຊ້ທາງການກະເສດທີ່ໃຊ້ປູກເຫັດຂອນຂາວໄດ້ຫຼາຍຊະນິດສາມາດຫາໄດ້ງ່າຍ ແລະ ມີຈໍານວນຫຼາຍ ເຮັດໃຫ້ຕົ້ນທືນການຜະລິດຕໍ່າ ແລະ ສາມາດປູກເຫັດຂອນຂາວໄດ້ຕະຫຼອດທັ້ງປີ. ນອກຈາກນີ້ການປູກເຫັດຂອນຂາວໃຊ້ໄລຍະເວລາການປູກສັ້ນມີຂັ້ນຕອນປະຕິບັດບໍ່ຫຍຸ້ງຍາກ, ໃຊ້ອຸປະກອນບໍ່ຫຼາຍ ແລະ ສາມາດເຮັດໄດ້ທັງລະດັບຄອບຄົວ ແລະ ເຮັດເປັນການຄ້າຂະໜາດໃຫ່ຍ . ດັ່ງນັ້ນການປູກເຫັດຂອນຂາວຈຶ່ງນັບຖືເປັນອາຊີບໜຶ່ງທີ່ທຸກຄົນສາມາດເຮັດໄດ້ພຽງແຕ່ທ່ານເຮັດຄວາມເຂົ້າໃຈ ແລະ ຮູ້ຈັກຊີວະວິທະຍາຂອງເຫັດຂອນຂາວໃຫ້ຮູ້ແທ້ເທົ່ານັ້ນກໍ່ຈະສາມາດປູກເຫັດຂອນຂາວໃຫ້ໄດ້ຜົນຜະລິດຄຸ້ມຄ່າຕໍ່ການລົງທຶນໄດ້ບໍ່ຍາກ

I. ລັກສະນະຂອງໂຮງເຮືອນເຫັດ
ທີ່ຕັ້ງຂອງໂຮງເຮືອນຄວນເປັນບ່ອນທີ່ແສງແດດບໍ່ແຮງຈົນເກີນໄປ, ສະຖານທີ່ປອດໂປ່ງ, ລົມບໍ່ແຮງ, ນໍ້າບໍ່ຖ້ວມ ແລະ ຫ່າງໄກຈາກຄອກສັດ. ການຕັ້ງໂຮງເຮືອນໃຫ້ຄໍໍານຶງເຖິງເຫັດບໍ່ຕ້ອງການແສງຫຼາຍ ດັ່ງນັ້ນ, ຄວນປິ່ນດ້ານໜ້າໄປທາງທິດຕາເວັນອອກເພື່ອເປັນການລະບາຍອາກາດບໍ່່ໃຫ້ໂຮງເຮືອນເກັບຄວາມຮ້ອນຫຼາຍເກີນໄປ ຫຼັງຄາຄວນມຸງດ້ວຍຫຍ້າເພື່ອບໍ່ໃຫ້ຮ້ອນເກີນໄປ. ໂຮງເຮືອນເພາະປູກເຫັດແບ່ງອອກເປັນ 2 ປະເພດຄື: ເຮືອນບົ່ມກ້ອນເຊື້ອ ແລະ ເຮືອນເປີດ ດອກ.
ກ. ໂຮງເຮືອນບົ່ມກ້ອນເຊື້ອ ໂຮງເຮືອນບົ່ມກ້ອນເຊື້ອໝາຍໂຮງເຮືອນພັກກ້ອນເຊື້ອເຫັດຫຼັງຈາກທີ່ເຂ່ຍເຊື້ອເຫັດໃສ່ ແລ້ວ ເພື່ອໃຫ້ເສັ້ນໄຍຂອງເຫັດຈະເລີນເຕັມຖົງ. ໂຮງເຮືອນທີ່ດີຄວນມີລັກສະນະດັ່ງນີ້:
1. ອຸນຫະພູມປານກາງ
2. ແສງໜ້ອຍ
3. ຫ່າງໄກຈາກຄອກສັດ
4. ເຮັດວຽກໄດ້ສະດວກ

   ວິທີປະຕິບັດໃນການບົ່ມກ້ອນເຊື້ອເຫັດ
1. ຊັ້ນວາງກ້ອນເຊື້ອເຫັດບໍ່ຄວນສູງຫລາຍເກີນໄປເພາະຈະເຮັດໃຫ້ອຸນຫະພູມສູງ ອາກາດບໍ່ພຽງພໍ ແລະ ບໍ່ສະດວກຕໍ່ການປະຕິບັດວຽກງານ.
2. ຄວນສີດຢາປ້ອງກັນແມງໄມ້ ແລະ ເຊື້ອຈຸລິນຊີທີ່ບໍ່ເປັນປະໂຫຍດກ່ອນນໍາກ້ອນເຊື້ອເຫັດເຂົ້າໂຮງເຮືອນ.
3. ເມື່ອໃຊ້ໂຮງເຮືອນໄປ 1 ລຸ້ນແລ້ວກໍ່ຄວນອະນາໄມໃຫ້ສະອາດເພື່ອບໍ່ໃຫ້ເປັນແຫຼ່ງສະສົມເຊື້ອພະຍາດ ແລະ ແມງໄມ້ທີ່ເປັນສັດຕູຂອງເຫັດ.

ຂ. ໂຮງເຮືອນເປີດດອກ ໂຮງເຮືອນເປີດດອກໝາຍເຖິງໂຮງເຮືອນທີ່ໃຊ້ໃນການເຮັດໃຫ້ເຫັດອອກດອກໂດຍການປັບ ສະພາບແວດລ້ອມໃນໂຮງເຮືອນໃຫ້ເຫມາະສົມໃນການເກີດດອກຂອງເຫັດເຊິ່ງມີອົງປະກອບພາຍໃນໂຮງເຮືອນດັ່ງນີ້: 1. ເກັບຄວາມຊຸ່ມໃນອາກາດໄດ້ດີໂດຍຄວາມຊຸ່ມໃນອາກາດ ຫຼື ຄວາມຊຸ່ມສາໍພັດພາຍໃນໂຮງເຮືອນຄວນຢູ່ປະມານ ູ 85% ແລະ ເກັບໃນລະດັບນີ້ປະມານ 4 ຊົ່ວໂມງ.
2. ລະບາຍອາກາດໄດ້ດີ
3. ສະອາດບໍ່ເປັນແຫຼ່ງສະສົມເຊື້ອພະຍາດ.
4. ເຮັດວຽກໄດ້ສະດວກຫຼື ບໍ່ແຄບເກີນໄປ ແລະ ບໍ່ມີນໍ້າຂັງ.
5. ສ້າງໄດ້ໃນລາຄາຖືກ.
6. ໃກ້ແຫຼ່ງນໍ້າ.
7. ມີແສງສະຫວ່າງພຽງພໍ.
8. ຫຼັງຄາຄວນເປັນຮູບສາມຫຼຽມເພື່ອໃຫ້ລະບາຍອາກາດໄດ້ດີ

II. ການຜະລິດກ້ອນເຫັດຂອນຂາວ
ໂດຍທົ່ວໄປແລ້ວແມ່ນມີວິທີການ ແລະ ຂັ້ນຕອນໃນການເຮັດບໍ່ແຕກຕ່າງຈາກການຜະລິດກ້ອນເຫັດໃນຕະກູນນາງຟ້າ ແລະ ເຫັດບົດ ຫຼື ເຫັດຊະນິດອື່ນໆທີ່ສາມາດເພາະປູກໃນຖົງພລາສຕິກ. ເຊູິ່ງຖ້າຊາວກະສິກອນທີ່ມີປະສົບການ ຫຼື ຮູ້ວິທີການເພາະປູກເຫັດນາງຟ້າຢູ່ແລ້ວແມ່ນສາມາດເພາະປູກເຫັດຂອນໄດ້. ພຽງແຕ່ຕ້ອງສຶກສາເພີ່ມເຕີມໃນເລື້ອງສູດ ອາຫານ ແລະ ປັດໄຈທາງດ້ານສະພາບແວດລ້ອມບາງຢ່າງທີ່ເໝາະສໍາລັບເຫັດຂອນ ແລະ ວິທີການເປີດດອກຂອງເຫັດຂອນອີກ ເພາະການເປີດດອກ ແລະ ເກັບດອກຂອງເຫັດຂອນຈະແຕກຕ່າງຈາກເຫັດນາງຟ້າ. ດັ່ງນັ້ນການເພາະປູກເຫັດຂອນມີຂັ້ນຕອນໃນການກະກຽມດັ່ງນີ້:

1 ການກະກຽມຂີ້ເລື້ອຍ
 ລັກສະນະທີ່ສໍາຄັນຂອງຂີ້ເລື້ອຍ ການເລືອກຂີ້ເລື້ອຍທີ່ຈະນໍາມາປູກເຫັດ: ຂີ້ເລື້ອຍທີ່ຈະນໍາມາປູກເຫັດນຕ້ອງ
ເປັນຂີູ້ເລື້ອຍໄມ້ເນື້ອອ່ອນແຫ້ງເຊັ່ນ: ໄມ້ຢ່າງພາລາ, ໄມ້ວິກ, ໄມ້ຍາງ, ໄມ້ຊີ , ໄມ້ຕົ້ນໝາກມ່ວງ ເປັນຕົ້ນ , ຖ້າເປັນຂີ້ເລື້ອຍໄມ້ສົດ (ໄມ້ດີບ) ຕ້ອງປະໄວ້ກ່ອນ 1 ອາທິດ ຫຼື ຖ້າຢາກປະສົມເລີຍຕ້ອງໝັກປູນຂາວຕາມ ອັດຕາສ່ວນແລ້ວຫົດນໍ້າໃຫ້ເໝາະສົມປະໄວ້ 1 ອາທິດ ຂື້ນໄປຈຶ່ງນໍາສ່ວນປະສົມອື່ນໃສ່ໄດ້. ພື້ນທີ່ໃນການປະສົມຂີ້ເລື້ອຍ: ຕ້ອງເປັນບ່ອນທີ່ຮາບພຽງດີປາສະຈາກສັດຕູຂອງເຫັດເຊັ່ນ: ແມງໄມ້ມົດຕ່າງໆ ແລະ ສັດລ້ຽງທີ່ຈະມາລົບກວນໃນເວລາທີ່ເຮົາຈະປະສົມກ້ອນເຫັດປະໄວ້ຄ້າງຄືນ.ຖ້າເປັນພື້ນທີທີ່ປູດ້ວຍຊີມັງຍິ່ງເປັນການດີເພາະມັນປະສົມໄດ້ສະດວກ ແລະ ເຮັດໃຫ້ສ່ວນປະສົມຕ່າງໆເຂົ້າກັນດີີ.
 ການໝັກຂີ້ເລື້ອຍຂີ້ເລື້ອຍທີ່ກຽມພ້ອມໃນການໝັກຕ້ອງບໍ່ມີເສດໄມ້ປະປົນ, ການໝັກຂີ້ເລື້ອຍມີຈຸດປະສົງ
ເພື່ອປັບລະດັບຄວາມເປັນກົດ-ເປັນດ່າງຂອງຂີູ້ເລື້ອຍໃຫ້ເປັນກາງ ເພື່ອໃຫ້ເສັ້ນໄຍຂອງເຊື້ອເຫັດຈະເລີນເຕີບໂຕດີໃນເວລາໝັກອາໂມຍັກ (NH3) ຈະລະເຫີຍຂື້ນສູ່ບັນຍາກາດ. ສ່ວນປະກອບຂອງປູນຂາວທີ່ໃຊ້ໃນການປະສົມແມ່ນ 1%ຄວາມຊຸ່ມໃນຂີ້ເລື້ອຍ 65% ຖ້າຂີ້ເລື້ອຍແຫ້ງແມ່ນໃຫ້ໃຊ້ນໍ້າຫົດປະສົມໃຫ້ເຂົ້າກັນແລ້ວໃຊ້ຜ້າຢາງປົກຄຸມປະໄວ້ 1 ເດືອນຈຶ່ງນໍາມາໃຊ້. ວິທີໜຶ່ງແມ່ນໃຫ້ເອົາປູນຂາວປະສົມກັບນໍ້າແລ້ວວັດແທກ pH= 13 ຫຼັງຈາກນັ້ນໃຊ້ນໍ້າປູນຂາວ ຫົດໃຫ້ຂີ້ເລື້ອຍມີຄວາມຊຸ່ມ 65% ປະສົມໃຫ້ເຂົ້າກັນແລ້ວໃຊ້ຜ້າຢາງປົກຄຸມໄວ້ 1 ເດືອນຈຶ່ງນໍາມາໃຊ້.

2 ການປະສົມອາຫານ ແລະ ການຕີກ້ອນເຫັດຂອນຂາວ
1) ວັດຖຸອຸປະກອນປະກອບມີ:
– ສໍາລີ ຫຼື ຝ້າຍໃຊ້ຈຸກບ່ອນຮູຂອງຝາປິດກ້ອນ
– ຄໍຖົງເຫັດ
– ຝາປິດຄໍຖົງເຫັດທີ່ໃສ່ຈຸກສໍາລີ ຫຼື ຝ້າຍປິດບ່ອນຮູເພື່ອປ້ອງກັນບໍ່ໃຫ້ອ້າຍນໍ້າເຂົ້າເວລາໜຶ່ງກ້ອນ
– ຖົງຢາງທົນຄວາມຮ້ອນຂະຫນາດ 6.5 × 12.5 ນີ້ວ
– ຂີູ້ເລື້ອຍໄມ້ເນື້ອອ່ອນ
– ຊວ້ານ ແລະ ບົວຫົດນໍ້າ (ກໍລະນີບໍ່ມີເຄື່ອງປະສົມກໍ່ໃຊ້ຊວ້ານໃນການປະສົມໄດ້)
– ເຄື່ອງປະສົມຂີ້ເລື້ອຍ (ຖ້າມີກໍສາມາດໃຊ້ເຄື່ອງປະສົມໄດ້ເພາະຈະປະສົມເຂົ້າກັນດີກວ່າ
2) ສູດອາຫານສໍາລັບການປູກເຫັດຂອນຂາວ
ສູດທີ 1

ສ່ວນປະກອບ ນໍ້າໜັກ
ຂີ້ເລື່ອຍໄມ້ເນື້ອອ່ອນ 100 Kg
ຮຳ 8 Kg
ປູນຂາວ 2 Kg
ເຂົ້າປຽນ 3 Kg
ພູໄມ້ 2 Kg
ຢິບຊຳ 0,5 Kg
ຄວາມຊຸ່ມ 65-70%
ດີເກືອ 100 g

ສູດທີ່ 2

ສ່ວນປະກອບ ນໍ້າໜັກ
ຂີ້ເລື່ອຍໄມ້ເນື້ອອ່ອນ 100 g
ຮຳ 5 Kg
ປູນຂາວ 1 Kg
ເຂົ້າປຽນ 3 Kg
ກາກນໍ້າຕານ 300 g(ໂດຍປະສົມກັບນໍ້າຕານຄວາມຊຸ່ມ)
ຄວາມຊຸ່ມ 65-70%
ດີເກືອ 100 g

ສູດທີ 3

ສ່ວນປະກອບ ນໍ້າໜັກ
ຂີ້ເລື່ອຍ 100 g
ຮຳອ່ອນ 5 Kg
ປູນຂາວ 1 Kg
ກາກນໍ້າຕານ 300 g(ໂດຍປະສົມກັບນໍ້າຕານຄວາມຊຸ່ມ)
ຄວາມຊຸ່ມ 65-70%
ດີເກືອ 100               g

3) ຂັ້ນຕອນການຕີກ້ອນ ແລະ ໜຶ້ງກ້ອນເຫັດ
1. ນໍາເອົາອາຫານເສີມຕາມສູດທີ່ໃຊ້ມາໃສ່ຊາມ ປະສົມໃຫ້ເຂົ້າກັນແລ້ວໃຫ້ຫວ່ານກະຈາຍລົງກອງຂີ້ເລື້ອຍໃຫ້ທົ່ວໂດຍໃຊ້ຊວ້ານ ຫຼື ເຄື່ອງຈັກປະສົມສ່ວນປະສົມທັງໝົດໃຫ້ເຂົ້າກັນໂດຍການຫົດນໍ້າລົງເທິງກອງຂີ້ເລື່ອຍໃຫ້ທົ່ວກອງປະສົມໃຫ້ເຂົ້າກັນໃຫ້ມີຄວາມຊຸ່ມປະມານ 65% ເຊິ່ງສາມາດທົດສອບໂດຍການກໍາຂີ້ເລື່ອຍເມື່ອແບມອອກ ກ້ອນຂີ້ເລື່ອຍຈະຈັບກັນເປັນກ້ອນ 2-3 ກ້ອນ.
2. ບັນຈຸຂີ້ເລື່ອຍລົງໃນຖົງຢາງປະມານ 0.8-1kg ໃຊ້ມືຈັບຖົງແລ້ວຕໍາລົງກັບພື້ນຫຼາຍໆຄັ້ງໃຫ້ແໜ້ນພໍສົມຄວນ.ຮວບປາກຖົງໄລອາກາດອອກແລ້ວໃສ່ຄໍຂວດຢາງ ແລະ ໃຫ້ໃຊ້ມືດືຶງປາກຖົງຕາມແນວຕັ້ງໃຫ້ແໜ້ນແລ້ວພັບຄຸມຄໍຂວດຮັດດ້ວຍຢາງແລ້ວປິດດ້ວຍສໍາລີ ແລະ ຝາຂວດເພື່ອປ້ອງກັນບໍ່ໃຫ້ນໍ້າເຂົ້າ.
3. ນໍາກ້ອນເຫັດທີ່ຕີແລ້ວໄປລຽງໃສ່ໝໍ່ໜຶ້ງກ້ອນໃຫ້ເປັນລະບຽບໃນໝໍ້ໜຶ້ງຂ້າເຊື້ອ
4. ນໍາກ້ອນເຊື້ອເຫັດໄປໜຶ້ງຂ້າເຊື້ອດ້ວຍໝໍໜື້ງແບບລູກທົ່ງປະມານ 3-4 ຊົ່ວໂມງນັບຈາກນໍ້າຟົດເມື່ອໜຶ້ງຄົບເວລາແລ້ວໃຫ້ປະໄວ້ໃຫ້ເຢັນກ່ອນຈຶ່ງເຂ່ຍເຊື້ອໃສ່ຕໍ່ໄປ.

 ຂໍ້ຄວານລະວັງ ຂັ້ນຕອນການຕີກ້ອນ ແລະ ໜຶ້ງກ້ອນເຫັດ
1) ການປະສົມຂີ້ເລື່ອຍ ແລະ ສ່ວນປະສົມຄວນໃຫ້ສ່ວນປະສົມແຕກຈາກກັນໃຫ້ລະອຽດ ເພື່ອປ້ອງກັນເປັນກ້ອນຫານຫານ ເພາະຈະເຮັດໃຫ້ກ້ອນເຫັດໃນຖົງມີທາດອາຫານຫຼາຍເກີນໄປສົ່ງຜົນໃຫ້ເສັ້ນໃຍເຫັດເດີນຊ້າ ຫຼື ອາດບໍ່ເດີນເລີຍ.
2) ໃນຂະນະທີ່ຮ່າຍກ້ອນເຫັດຄວນສັງເກດ ແລະ ຖ້າພົບເສດໄມ້ແມ່ນໃຫ້ເກັບອອກ ເພາະຈະເຮັດໃຫ້ຖົງເຫັດຂາດ.
3) ການໜຶ້ງກ້ອນເຫັດ ແມ່ນໃຫ້ໜຶ້ງຈົນກວ່າກ້ອນເຫັດຈະສຸກໂດຍການສັງເກດເບິ່ງເມັດເຂົ້າປ່ຽນຖ້າຫາກວ່າ ເປັນເມັດໃສກໍ່ຖືວ່າກ້ອນເຫັດໜຶ້ງສຸກດີ.
4) ສໍາລັບໝໍ້ໜຶ້ງກ້ອນເຫັດ ແມ່ນໃຫ້ສັງເກດເບິ່ງລະດັບນໍ້າກົ້ນໝໍ້ຕ້ອງໃຫ້ມີຄວາມສູງຈາກກົ້ນໝໍ້ໜຶ້ງປະມານ 20-30 ຊັງຕີແມັດ.

5) ການໜຶ້ງກ້ອນເຫັດຄວນເອົາໃຈໃສ່ລະດັບຂອງເຊື້ອເພີ້ງໃຫ້ຢູ່ໃນລະດັບສະໝໍ່າສະເໝີຈົນກວ່າກ້ອນເຫັດຈະສົ່ງເນື່ອງຈາກຈະສົ່ງຜົນຖິງໄລຍະເວລາໃນການໜຶ້ງກ້ອນເຫັດ.
4 ການເຂ່ຍເຊື້ອ ແລະ ການບົ່ມກ້ອນເຫັດ
1 ວັດຖຸອຸປະກອນໃນການເຂ່ຍເຊື້ອເຫັດ
– ຫົວເຊື້ອເຫັດຂອນຂາວ
– ກ້ອນຂີ້ເລື່ອຍທີ່ໜຶ້ງຂ້າເຊື້ອແລ້ວ
– ເຂັມເຂ່ຍເຊື້ອ ຫຼື ໄມ້
– ຕະກຽງເຫຼົ້າ 90
– ບັ້ງສີດເຫຼົ້າ 75

2 ຂັ້ນຕອນການເຂ່ຍເຊື້ອເຫັດ
– ກຽມອຸປະກອນທັງໝົດໄວ້ໃນບໍລິເວນທີ່ຈະເຂ່ຍເຊື້ອໃຫ້ພ້ອມ
– ສັ່ນໆຂວດແກ້ວເມັດເຂົ້າທີ່ຈັບເປັນກ້ອນໃຫ້ແຕກອອກຈາກກັນເພື່ອໃຫ້ສະດວກຕໍ່ການເຂ່ຍເຊື້ອລົງກ້ອນເຊື້ອເຫັດ.
– ດຶງສໍາລີອອກຈາກຂວດ ແລ້ວລົນປາກແກ້ວໃກ້ໆກັບຕະກຽງແອລກໍຮໍ ກ່ອນໃສ່ເຊື້ອເຫັດລົງກ້ອນເຊື້ອ .
– ໃສ່ເຊື້ອລົງໃນຖົງກ້ອນເຊື້ອເຫັດປະມານ 10-20 ເມັດ/ຖົງ, ຫົວເຊື້ອ 1 ແກ້ວ ສາມາດເຂ່ຍເຊື້ອໃສ່ໄດ້ປະມານ30 ຖົງ.
– ຫຼັງຈາກໃສ່ເຊື້ອແລ້ວໃຫ້ປິດຖົງໄວ້ຄືເກົ່າ
– ນໍາກ້ອນເຊື້ອເຫັດບົ່ມໄວ້ໃນຫ້ອງບົ່ມເຊື້ອ ແລະ ລໍຖ້າໃຫ້ເສັ້ນໄຍເຫັດເດີນເຕັມຖົງປະມານ 25-30 ວັນ ແລ້ວນໍາໄປເປີດດອກ.

 ຂໍ້ຄວານລະວັງ: ຂັ້ນຕອນການເຂ່ຍເຊື້ອ ແລະ ການບົ່ມກ້ອນເຫັດຂອນຂາວ
1) ກ່ອນຈະຢອດເຊື້ອເຫັດຄວນສັງເກດເບິ່ງຫົວເຊື້ອໃຫ້ເປັນລັກສະນະເສັ້ນໄຍເຫັດສີຂາວທັງແກ້ວ ແລະ ເສັ້ນໃຍເຫັດຟູຈາກເມັດເຂົາ.
2) ໃນຂະນະທີ່ຢອດເຊື້ອເຫັດລົງໃນກ້ອນເຫັດຄວນຢູ່ໃກ້ໄຟ ແລະ ບໍລິເວນທີ່ປະຕິບັດຄວນມີການຂ້າເຊື້ອດ້ວຍເຫຼົ້າ 90%
3) ກ່ອນຈະຢອດເຊື້ອເຫັດກ້ອນເຫັດຈະຕ້ອງເຢັນຈຶ່ງສາມາດຢອດເຊື້ອເຫັດໄດ້.

5 ການເປີດດອກ
ການເປີດດອກເຫັດຂອນຂາວ ແມ່ນພາຍຫຼັງກ້ອນເຊື້ອມີອາຍຸຄົບ 45 ວັນ ເສັ້ນໄຍເຫັດກໍ່ເດີນເຕັມຖົງ, ແຕ່ເພື່ອໃຫ້ເສັ້ນໄຍຈະເລີນເຕີບໂຕເຕັມທີ່ເຮົາຍັງຕ້ອງບົ່ມກ້ອນໄວ້ຕູ້ຮອດອາຍຸ 55 ວັນ. ຫຼັງຈາກນັ້ນ, ນໍາກ້ອນເຊື້ອຈາກເຮືອນບົ່ມກ້ອນຍ້າຍໄປກະກຽມເປີດດອກທີ່ໂຮງເຮືອນເປີດດອກ. ຫຼັງຈາກຍ້າຍກ້ອນເຂົ້າເຮືອນເປີດດອກແລ້ວຕ້ອງປະໄວ້ກ່ອນອີກ 5 ວັນ ເພື່ອໃຫ້ເສັ້ນໄຍຂອງເຫັດນັ້ນພື້ນໂຕຈາກການຂົນຍ້າຍ. ແລ້ວຈຶ່ງເລີ່ມການເປີດດອກເຫັດໂດຍການເປີດປາກກ້ອນເອົາຈູກສໍາລີ, ຝາ ແລະ ຄໍຖົງອອກ. ຫຼັງຈາກນັ້ນໃຫ້ໃຊ້ມີດຄັດເຕີຕັດຖົງຢາງທາງໜ້າກ້ອນເຫັດອອກແບບເປືອຍໜ້າກອນເຫັດ. ເຊິ່ງການເປີດໜ້າກ້ອນເຫັດຈະແຕກຕ່າງຈາກເຫັດນາງຟ້າທີ່ມີແຕ່ເອົາຈູກສໍາລີອອກ ໂດຍບໍ່ໄດ້ຕັດຖົງຢາງ ເປີດໜ້າຄືເຫັດຂອນ. ຍ້ອນວ່າລັກສະນະການອອກດອກເຫັດບໍ່ຄືກັນ. ເມື່ອເປີດໜ້າເຫັດແລ້ວໃຫ້ຫົດນໍ້າໃສ່ໂຮງເຮືອນ ແລະ ໜ້າກ້ອນເຫັດ. ຫຼັງຈາກນັ້ນ 2-3 ວັນເຫັດກໍ່ເລີ່ມອອກດອກ.

6 ການບວົລະບັດຮັກສາກ້ອນເຫັດຫຼັງເປີດດອກ
ຫຼັງຈາກເປີດດອກເຫັດແລ້ວ ຈະສັງເກດດອກເກີດຂຶ້ນເປັນຕຸ່ມສີຂາວອອກມາຈາກກ້ອນເຫັດເຊິ່ງຈະໃຊ້ເວລາປະມານ 24 ຊົ່ວໂມງ ຫຼື 1 ວັນ ດອກເຫັດຈະໃຫ່ຍພໍດີເກັບ. ເຊິ່ງການບົວລະບັດຮັກສາແມ່ນໃຫ້ຫົດນາໍ້ມືລະ 3 ຄັ້ງເຊົ້າ, ສວຍ ແລະ ແລງ ໂດຍການສີດພົ່ນໃຫ້ກ້ອນເຫັດ ແລະ ເຮືອນເຫັດໃຫ້ມີຄວາມຊຸ່ມໃນເຮືອນເຫັດປະມານ 90% ແລະ ອຸນ ຫະພຸມທີ່ເໝາະສົມປະມານ 35-38 °C. ເມື່ອເກັບດອກເຫັດແລ້ວທຸກຄັ້ງຕ້ອງໄດ້ອານາໄມກ້ອນເຫັດ ແລະ ເຮືອນເຫັດໃຫ້ສະອາດເພື່ອຫຼີກລ້ຽງການເກີດສັດຕພືດເຊັ່ນ: ພະຍາດ, ແມງໄມ້ ແລະ ການລົບກວນຈາກສັດຕ່າງໆເຊັ່ນ: ປອກ, ມົດ, ໜູ ແລະ ແມງສາບ.
7 ການເກັບດອກ
ການເກັບດອກເຫັດແມ່ນໃຫ້ເກັບກ່ອນຈຶ່ງຫົດນໍ້າ ເພື່ອຮັບປະກັນຄຸນນະພາບບໍ່ໃຫ້ເຫັດເນົ່າເປື່ອຍ. ການເກັບດອກບໍ່ຄວນເຮັດໃຫ້ຕີນເຫັດຂາດ, ໃນກໍລະນີຕີນຂາດຄວນຈິ້ມອອກໃຫ້ໝົດບໍ່ຄວນປະໄວ້ ເພາະວ່າຖ້າປະໄວ້ຈະເຮັດໃຫ້ເນົ່າຢູ່ບໍລິເວນປາກຖົງ, ພ້ອມທັງສົ່ງກິ່ນຫອມເຮັດໃຫ້ແມງໄມ້ມາຕອມ ໂດຍສະເພາະແມ່ນແມງມີ່ເຊິ່ງເປັນໂຕການໃນການນໍາເຊື້ອພະຍາດມາຕິດໃສ່ເຫັດ.


8 ການປ້ອງກັນ ແລະ ກໍາຈົດສັດຕູເຫັດ

1 ສັດຕູຂອງເຫັດ
ການປູກເຫັດ ເມື່ອເຮັດການຜະລິດໄປໃນໄລຍະໜຶ່ງຈະພົບບັນຫາມີສັດຕູເຫັດຕ່າງໆເກີດຂຶ້ນເຊັ່ນ: ພະຍາດເຫັດທີ່ມີສາເຫດເກີດຈາກ: ເຊື້ອຣາຂຽວ, ເຊື້ອຣາດໍາ, ເຊື້ອຣາສີສົ້ມ, ຣາເມືອກ, ແບັກທີເຣຍ, ໄຮໄຂ່ປາ, ແມງມີ່,ແມງສາບ, ໜູ ແລະ ປວກເປັນຕົ້ນ. ສັດຕູເຫັດແຕ່ລະຊະນິດມີການທໍາລາຍກ້ອນເຫັດທີ່ແຕກຕ່າງກັນໄປ ເຊິ່ງລ້ວນແຕ່ສົ່ງຜົນໃຫ້ກ້ອນເຫັດມີອາຍຸການໃຫ້ຜົນຜະລິດທີ່ສັ້ນກວ່າປົກກະຕິ, ເສຍຫາຍທັງປະລິມານ ແລະ ຄຸນນະພາບເນື່ອງຈາກວ່າເສັ້ນໄຍເຫັດຖືກທຳລາຍຈາກບັນຫາສັດຕູພືດດັ່ງກ່າວ.
 ພະຍາດທີ່ມັກເກີດກັບເຫັດຂອນຂາວ.
– ຣາຂຽວ: ເປັນພະຍາດທີ່ມັກທໍາລາຍເຫັດທຸກໆຂັ້ນຕອນເຊິ່ງເລີ່ມແຕ່ການສ້າງເສັ້ນໄຍໃນອາຫານວຸ້ນຈົນເຖິງໄລຍະເປີດດອກ.
– ຣາສີສົ້ມ: ຈະເຂົ້າທໍາລາຍຖົງກ້ອນເຊື້ອຕັ້ງແຕ່ໄລຍະບົ່ມຈົນຮອດໄລຍະເປີດດອກ
– ຣາເມອືກ: ມີລັກສະນະສີເຫຼືອງມັກເກີດກັບຖົງກ້ອນເຊື້ອມີຄວາມຊຸ່ມສູ ແລະ ກ້ອນເຊື້ອໝົດອາຍຸແລ້ວ .
 ການປ້ອງກັນ ແລະ ຄວບຄຸມ .
– ນໍາເອົາກ້ອນເຊື້ອທີ່ຕິດເຊື້ອໄປຖິ້ມໄກຈາກໂຮງເຮືອນເປີດດອກເຫັດຍິ່ງໄກເທົ່າໃດຍິ່ງເປັນການດີ.
– ໃຊ້ນໍາປູນຂາວຂູດບໍລິເວນກ້ອນທີ່ຕິດເຊື້ອ
– ນາໍເອົາກ້ອນທີ່ຕິດເຊື້ອໄປທໍາການຈູດໄຟຖິ້ມ.

  • ແມງໄມ້ທີ່ທໍາລາຍເຫັດຂອນຂາວ.

– ແມງປີກແຂງ: ແມງໄມ້ຊະນິດນີ້ຈະຄ່ອຍກັດກິນກ້ານ ແລະ ໝວກດອກຂອງເຫັດຈະພາໃຫ້ດອກເຫັດຫ່ຽວແຫ້ງແລະ ຕາຍໄປ.

– ແມງສາບ: ຈະເປັນພາຫະນະທີ່ເຮັດໃຫ້ເກີດເຊື້ອຣາເຊັ່ນ: ຣາສີຂຽວ, ຣາສີສົ້ມ, ນອກນີ້ ຍັງດູດກິນນໍ້າລ້ຽງໃນຖົງກ້ອນເຊື້ອ .

– ສິດນໍ້າຖ່ານ 2 ຄັ້ງຕໍ່ອາທິດເພື່ອຂັບໄລ່ຈໍາພວກແມງໄມ້.

  • ສັດຮາວີ .

– ໜູ: ຈະເຂົ້າທໍາລາຍໃນໄລຍະບົ່ມກ້ອນເຊື້ອ ແລະ ໄລຍະອອກດອກມັນຈະເຈາະກິນເມັດເຂົ້າຝ້າງຢູ່ໃນຖົງກ້ອນເຊື້ອ .

– ຫອຍທາກ: ສັດຊະນິດນຈະທໍາລາຍໃນໄລຍະທີ່ເຫັດອອກດອກ ມັນຈະກິນກ້ານດອກ ແລະ ໝວກດອກ.

  • ການປ້ອງກັນ ແລະ ຄວບຄຸມ .

– ໃຊ້ເກືອໂຮຍໃສ່ບໍລິເວນພາຍໃນພື້ນຂອງເຮືອນເຫັດເພື່ອຈະຊ່ວຍປ້ອງກັນ ແລະ ຄວບຄຸມຫອຍທາກໄດ້.

– ຄວນທາໍຄວາມສະອາດເຮືອນເຫັດ, ບໍ່ໃຫ້ຮົກເຮື້ອເພາະຈະເປັນບ່ອນຫຼົບຊ້ອນຂອງແມງໄມ້ ແລະ ສັດຕູຂອງເຫັດ.

ແຫຼ່ງຂໍ້ມູນ: file:///C:/Users/AIDC94/Downloads/vDDiLb1gIQz6DT5N%20(2).pdf

http://eto.ku.ac.th/neweto/e-book/mushroom/white_fungi.pdf
https://www.rakbankerd.com/agriculture/print.php?id=5719&s=tblplant