ເຕັກນິກການລ້ຽງແບ້
ແບ້ເປັນສັດຊະນິດໜຶື່ງທີ່ມີຂະໜາດນ້ອຍ, ມີຄຸນປະໂຫຍດໃຫ້ຜົນຜະລິດທັງຊີ້ນ, ນົມ ແລະ ຂົນ ເຊິື່ງສາມາດເປັນແຫຼ່ງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົົ່າໄດ້. ໃນປະຈຸບັນ, ຄວາມຕ້ອງການບໍລິໂພກຊີ້ນແບ້ທັງພາຍໃນ ແລະ ສົົ່ງອອກແມ່ນຍັງມີສູງ. ແບ້ແມ່ນມີຄວາມສໍາຄັນ ແລະ ເໝາະສົມສໍາລັບຊາວກະສິກອນທີ່ທຸກຍາກ ຫຼື ຜູ້ທີ່ບໍ່ສາມາດລົງທຶນຫຼາຍ ແລະ ຕ້ອງການພືື້ນທີ່ໜ້ອຍ, ນອກນັ້ນ ຍັງພົບວ່າແບ້ມີອັດຕາການຂະຫຍາຍພັນສູງ. ແຕ່ຢ່າງໃດກໍ່ຕາມ, ການລ້ຽງແບ້ຂອງໃນໄລຍະທີ່ມາຜ່ານໃນ ສປປ ລາວ, ກໍ່ຍັງພົບຫຼາຍບັນຫາເປັນຕົ້ນແມ່ນ: ພະຍາດລະບາດ, ການຂາດແຄນອາຫານ ແລະ ການໃຫ້ອາຫານບໍ່ພຽງພໍກັບຄວາມຕ້ອງການ, ການນໍາໃຊ້ເຕັກນິກຍັງບໍ່ທັນເໝາະສົມເທົົ່າທີ່ຄວນ, ແລະ ອືື່ນໆ. ບັນຫາເຫຼົົ່ານັ້ນໄດ້ສົົ່ງຜົນໃຫ້ການລ້ຽງແບ້ໄດ້ຮັບຜົນຜະລິດຕໍ່າ. ສະນັ້ນ, ຈຶື່ງມີຄວາມຈໍາເປັນຕ້ອງໄດ້ຊອກຫາວິທີການປັບປຸງການ ຜະລິດແບ້ໃນ ສປປ ລາວ ໃຫ້ດີຂຶື້ນຕືື່ມ.
I. ເຕັກນິກການເລືອກສະຖານທີ
ສະຖານທລ້ີ່ຽງແບ້ ຄວນເປັນບ່ອນສູງ, ໂນນ, ບໍ່ມີນໍ້າເປື້ອນ/ນໍ້າຖ້ວມຂັງ, ແລະ ສິ່ງແວດລ້ອມທີ່ດີ (ມີອາກາດຖ່າຍເທດີ ແລະ ບໍ່ເປິເປື້ອນ) ພືື້ນທີ່ທີເໝາະສົມໃນການລ້ຽງແບ້ຄວນເປັນເຂດທີ່ມີອາຫານທໍາມະຊາດຫຼາກຫຼາຍຊະນິດ (ມີຕົ້ນໄມ້ພຸ່ມ, ຫຍ້າ ແລະ ພືດອືື່ນໆ) ຫຼື ເປັນພືື້ນທີ່ໆສາມາດປູກພືດອາຫານສັດໄດ້!
✓ ເພືື່ອເຮັດໃຫ້ການລ້ຽງມີປະສິດທິຜົນທີ່ດີ , ການກໍານົດຈໍານວນສັດແບ້ໃນພືື້ນທີ່ໃດໜຶື່ງຈະຕ້ອງອີງຕາມປະລິມານ ຂອງອາຫານສໍາລັບແບ້ ເປັນຕົ້ນແມ່ນຊະນິດອາຫານທີ່ນໍາໃຊ້, ຊະນິດພືດທີ່ມີໃນທໍາມະຊາດ ຫຼື ຊະນິດພືດທີ່ປູກສໍາລັບລ້ຽງແບ້, ຜົນຜະລິດພືດທີ່ສາມາດເປັນອາຫານແບ້, ຮູບແບບການລ້ຽງແບ້ ແລະ ອືື່ນໆ.
II. ການສ້າງຄອກແບ
ການສ້າງໂຮງເຮືອນ ແລະ ຄອກແບ້ ເປັນເຕັກນິກໜຶື່ງທີ່ສໍາຄັນທີ່ຄວນເອົາໃຈໃສ່ຍ້ອນວ່າ: ຖ້າຄອກແບ້ບໍ່ຖືກຕ້ອງຕາມຫຼັກການອາດຈະເຮັດໃຫ້ມີຄວາມສ່ຽງ ແລະ ສົົ່ງຜົນຕໍ່ສຸຂະພາບແບ້ໄດ້. ສະນັ້ນ, ຂະໜາດຂອງຄອກແບ້ ຄວາມສູງຂອງຄອກ ແລະ ພືື້ນຄອກຈິື່ງຕ້ອງໄດ້ເອົາໃຈໃສ່ເປັນພິເສດ.
ຂໍ້ແນະນໍາຂັ້ນພືື້ນຖານສໍາລັບການສ້າງຄອກແບ້ ມີດັ່ງລຸ່ມນີ້:
✓ ຄອກແບ້ຄວນຕັ້ງຢູ່ພືື້ນທີ່ສູງບໍ່ມີນໍ້າຖ້ວມ
✓ ຄວນສ້າງຄອກແບ້ຢູ່ບໍລິເວນທີ່ມີອາກາດປອດໂປ່ງ ແລະ ຖ່າຍເທໄດ້ດີ
✓ ຄອກແບ້ບໍ່ຄວນຕັ້ງຢູ່ບໍລິເວນທີ່ຮົົ່ມເກີນໄປ, ຄວນຕັ້ງຢູ່ບໍລິເວນທີ່ມີແສງແດດສ່ອງເຖິງໄດ້
✓ ແບ້1 ໂຕ ຕ້ອງການເນືື້ອທີ່ 1 ຕາແມັດ, ຍົກຕົວຢ່າງ: ຖ້າມີແບ້ໜຶື່ງຝູງຈໍານວນ 12 ໂຕ ຄວນມີຄອກເນືື້ອທີ່ 12 ຕາແມັດ ຫຼື ຂະໜາດຄອກ 3 ແມັດ x 4 ແມັດ ເປັນຕົ້ນ. ໃນນັ້ນ, ການຂັງແບ້ລວມກັນໃນຄອກໜຶື່ງ, ຄວນຄັດເອົາແບ້ທີ່ມີ ຂະຫນາດດຽວກັນມາຂັງຢູ່ຝຸງດຽວກັນ.
✓ ພືື້ນຄອກແບ້ຄວນສູງຈາກຫນ້າດິນພໍສົມຄວນ (ຢ່າງໜ້ອຍ 1.2 ແມັດ)
✓ ພືື້ນຄອກແບ້ຕ້ອງມີຊ່ອງຫວ່າງໃຫ້ອາຈົມ (ຂີ້) ຂອງແບ້ຕົກລົງກ້ອງລ່າງ ແລ້ວເຮັດໃຫ້ພືື້ນຄອກແຫ້ງ ແລະ ສະອາດຢູ່ ່ສະເໝີ
✓ ຄອກແບ້ຄວນມ ຮາງອາຫານທ ື່ເໜາະສົມສ າລັບການໃຫ້ອາຫານແບ້ ✓ ຄອກແບ້ຄວນມ ທາງຍູ່າງຂຶື້ນ-ລົງ ທ ື່ມ ຄວາມຄ້ອຍຊັນປະມານ 45 ອົງສາ
✓ ຝາຄອກແບ້ຄວນມີຄວາມສູງຢ່າງໜ້ອຍ 1.5 ແມັດ ເພືື່ອປ້ອງກັນບໍ່ໃຫ້ແບ້ໂດດອອກ ຫຼື ປີນຂ້າມີອອກໄປໄດ້
II. ເຕັກນິກການຄັດເລືອກແບ້ມາລ້ຽງ
ຢາກລ້ຽງແບ້ໃຫ້ປະສົບຜົນສໍາເລັດ, ອີກປັດໄຈໜຶື່ງທີ່ສໍາຄັນເບືື້ອງຕົ້ນກໍ່ແມ່ນການຄັດເລືອກແນວພັນ ຫຼື ພໍ່ພັນ-ແມ່ ພັນແບ້ທີ່ດີ , ຖ້າຫາກມີການເລີ່ມຕົ້ນທີ່ດີກໍ່ຈະເຮັດໃຫ້ໄດ້ຮັບຜົນຜະລິດທີ່ດີ
ສິ່ງສໍາຄັນທີ່ຄວນຄໍານຶງໃນການຄັດເລືອກແບ້ ຄວນມດັ່ງນີ້:
→ ຄວນເລືອກແບ້ທີ່ລ້ຽງງ່າຍ ແລະ ທົນທານຕໍ່ສະພາບແວດລ້ອມ, ສະນັ້ນ ຄວນເລີ່ມຕົ້ນຈາກການລ້ຽງແບ້ພັນພືື້ນເມືອງ ຫຼື ແບ້ລູກປະສົມທີ່ໄດ້ຮັບການປັບປຸງໃຫ້ເໝາະສົມກັບສະພາບແວດລ້ອມທ້ອງຖິ່ນ ຈຶື່ງຈະເຮັດໃຫ້ລ້ຽງດີໄດ້ງ່າຍ.
→ ອາຍຸ ແລະ ຂະໜາດຂອງແບ້ທີ່ພວກເຮົາຄວນນໍາມາລ້ຽງໃນໄລຍະເລີ່ມຕົ້ນ, ພວກເຮົາບໍ່ເລືອກເອົາແບ້ທີ່ອາຍຸອ່ອນເກີນໄປ ຫຼື ແກ່ເກີນໄປມາລ້ຽງແຕ່ຄວນເລືອກແບ້ທີ່ຢູ່ໃນໄລຍະຈະເລີນເຕີບໂຕ ແລະ ຢູ່ໃນໄວຈະເລີນພັນ, ເຊິ່ງມີອາຍຸປະມານ 8 ເດືອນ ຂຶື້ນໄປ ແລະ ບໍ່ຄວນມີອາຍຸຫຼາຍກວ່າ 2 ປີ.
– ນໍ້າໜັກຂອງແບ້ພັນພືື້ນເມືອງທີ່ຄວນນໍາມາລ້ຽງເບືື້ອງຕົ້ນຄວນຢູ່ລະຫວ່າງ 18-25 ກິໂລ/ໂຕ.
III. ເຕັກນິກການກວດອາຍຸແບ້
❑ ເຮົາຈະຮູ້ໄດ້ແນວໃດວ່າແບ້ມີອາຍຸເທົົ່າໃດ?
ພວກເຮົາສາມາດກວດເບິ່ງອາຍຸຂອງແບ້ໂດຍການສັງເກດເບິ່ງແຂ້ວທີ່ແບ້ມີຢູ່. ປົກກະຕິແບ້ຈະມີແຂ້ວດ້ານລຸ່ມທັງໝົດ 8 ເຫຼັ້ມເຊິ່ງຈະມີລາຍລະອຽດບົົ່ງບອກຂອງມັນ ດັ່ງນີ້:
➢ ເມືື່ອແບ້ເກີດມາໃໝ່ຈົນເຖິງອາຍຸ 1 ປີ, ແບ້ຈະມີແຂ້ວພຽງແຕ່ແຂ້ວນໍ້ານົມເທົົ່ານັ້ນ
➢ ເມືື່ອແບ້ມີອາຍຸ 1 ປີ ຂຶື້ນໄປພວກມັນຈະມີແຂ້ວແທ້ປົ່ງຂຶື້ນມາແທນແຂ້ວນໍ້ານົມເທືື່ອລະຄູ່ຕັ້ງແຕ່ອາຍຸ 1 ປີ ຫາ 4 ປີ ➢ ຫຼັງຈາກແບ້ອາຍຸ 4 ປີແລ້ວແຂ້ວແທ້ຈະເລີ່ມຫຼົົ່ນອອກ
IV. ການເລືອກພໍ່-ແມ່ພັນ
– ການເລືອກພໍ່-ແມ່ພັນ: ຄວນຄັດເລືອກພໍ່ພັນທີ່ມີສາຍເລືອດພັນແທ້, ຮູບຮ່າງສູງໃຫຍ່, ນໍ້າໜັກໂຕຫຼາຍທີ່ສຸດໃນ
ຝູງມີຄວາມແຂງແຮງ, ມີຄວາມສົມບູນພັນ ໂດຍຄວນຄັດພໍ່ພັນແບ້ທີ່ເກີດຈາກແມ່ແບ້ທີ່ໃຫ້ລູກແຝດ 2 ໂຕ ຂຶື້ນໄປ ແລະ ພໍ່ພັນແບ້ຄວນມີຄວາມກະຕືລືລົ້ນທີ່ຈະປະສົມພັນກັບແບ້ແມ່ເມືື່ອເວລາຂຶື້ນເພດ.
→ ສໍາລັບກາຄັດເລືອກແມ່ພັນ, ນອກຈາກຄັດເລືອກລັກສະນະຄ້າຍຄືກັບແບ້ພໍ່ພັນທີ່ກ່າວມານັ້ນແລ້ວຄວນສັງເກດຄວາມສະໝໍ່າສະເໝີຂອງເຕົ້ານົມແບ້ອີກດ້ວຍ.
V. ວິທີການລ້ຽງ
ໂດຍທົົ່ວໄປແລ້ວ, ວິທີການລ້ຽງແບ້ທັງ 4 ແບບ ດັ່ງຂ້າງເທິງນັ້ນແມ່ນຊາວກະສິກອນນິຍົມນໍາໃຊ້ຢ່າງແຜ່ຫຼາຍ, ໂດຍສະເພາະ ວິທີການລ້ຽງປ່ອຍເຊິ່ງວິທີການລ້ຽງແບບນີ້ຜູ້ລ້ຽງແບ້ມັກຈະປ່ອຍໃຫ້ແບ້ອອກໄປຫາກິນອາຫານໃນເວລາ ກາງເວັນ ແລ້ວແບ້ກັບຄືນມາຄອກຕອນແລງ.ພ້ອມກັນນັ້ນຍັງມີວິທີການລ້ຽງແບບປະສົມປະສານທີ່ນິຍົມນໍາໃຊ້ຫຼາຍພໍ ສົມຄວນໃນປັດຈຸບັນນີ້ ເຊິ່ງການລ້ຽງແບ້ລັກສະນະນີ້ຜູ້ລ້ຽງຈະລ້ຽງແບ້ໃນພືື້ນທີ່ໆການປູກພືດເສດຖະກິດຊະນິດຕ່າງໆ ເຊັ່ນ: ການປູກໄມ້ວິກ, ປູກຢາງພາລາ, ຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ຢືນຕົ້ນປະເພດອືື່ນໆ. ໂດຍທີ່ວ່າແບ້ຈະສາມາດຫາ ກິນອາຫານທີ່ເປັນວັດຊະພືດ ຫຼື ພືດອາຫານສັດທີ່ປູກປະສົມປະສານໃນພືື້ນທີ່ດັ່ງກ່າວ. ແຕ່ຕົ້ນໄມ້ທີ່ປູກຄວນມີຂະໜາດ ໃຫຍ່ສົມຄວນ ເພືື່ອປ້ອງກັນບໍ່ໃຫ້ແບ້ທໍາລາຍໄດ້, ການລ້ຽງແບບນີ້ຈະເຮັດໃຫ້ເປັນການສ້າງລາຍຮັບເພີ່ມຂຶື້ນກວ່າການ ປູກພືດພຽງຢ່າງດຽວ.
VI. ການຮັກສາສຸຂະພາບແບ້
ເຮົາຈະປ້ອງກັນບໍ່ໃຫ້ພະຍາດລະບາດໄດ້ແນວໃດ? ການປ້ອງກັນ ແລະ ຄວບຄຸມພະຍາດລະບາດສາມາດປະຕິບັດໄດ້ ດັ່ງນີ້ :
1) ການຮັກສາຄວາມສະອາດຂອງໂຮງເຮືອນ ແລະ ຄອກສັດ
2) ນໍາໃຊ້ອາຫານ ແລະ ໃຫ້ອາຫານທີ່ຖືກຕ້ອງ, ພຽງພໍກັບຄວາມຕ້ອງການຂອງສັດ
3) ນໍາໃຊ້ວິທີການລ້ຽງທີ່ຖືກຕ້ອງ ແລະ ເໝາະສົມ
4) ກໍລະນີມີແບ້ເຈັບປ່ວຍ ຫຼື ແບ້ບໍ່ສະບາຍ, ຫ້າມບໍ່ໃຫ້ຢູ່ຮ່ວມກັບແບ້ທີ່ແຂງແຮງເພາະຈະເຮັດໃຫ້ແບ້ທີ່ແຂງແຮງ ສາມາດຕິດຕໍ່ພະຍາດຈາກແບ້ທີ່ປ່ວຍໄດ້
5) ແຍກສັດເຈັບອອກຈາກຝູງ, ພ້ອມທັງເອົາໃຈໃສ່ສັດເຈັບປິ່ນປົວແບ້ທີ່ເຈັບປ່ວຍຈົນໃຫ້ຫາຍດີ ຈຶື່ງຍ້າຍເຂົ້າລວມຝູງ 6) ຕິດຕາມແບ້ຢ່າງເປັນປົກກະຕິ, ຖ້າມີແບ້ຊືື້ເຂົ້າມາໃຫ່ມຕ້ອງໄດ້ຕິດຕາມເປັນພິເສດ ເພືື່ອໃຫ້ແນ່ໃຈວ່າບໍ່ເປັນພະຍາດ ແລ້ວຈຶື່ງປ່ອຍເຂົ້າຝູງ
VII. ພະຍາດທີ່ມັກເກີດກັບແບ້
ພະຍາດປາກເປື່ອຍລົງເລັບ
→ ແບ້ຈະມີອາການຊຶມເຫງົາ, ນໍ້າລາຍໄຫຼຢົດອອກມາ, ບໍ່ກິນອາຫານ, ບໍລິເວນປາກ ແລະ ແກ້ມບວມແດງ, ມີເມັດຕຸ່ມໃສ່ໆເປັນບາດແຜຢູ່ບໍລິເວນເລັບຕີນ ແລະ ຕີນ, ແບ້ຈະຍ່າງຂາຫ່າງຍ້ານການເຈັບປວດ. ຖ້າເກີດການແຊກຊ້ອນ, ຈະເຮັດໃຫ້ບໍລິເວນບາດແຜມີໜອງ, ເປັນຕຸ່ມໂພງແຕກອອກແລ້ວເຮັດໃຫ້ນານເຊົາ
ພະຍາດປອດບວມ
– ແບ້ທີ່ອ່ອນແອ ຫຼື ແບ້ທີ່ບໍ່ເຄີຍຂ້າແມ່ທ້ອງມັກຈະເກີດພະຍາດປອດບວມ
– ພະຍາດນີ້ມັກເກີດຂຶື້ນ ແລະ ແຜ່ເຊືື້ອໄດ້ໄວໃນໄລຍະລະດູຝົນຍ້ອນແບ້ໄດ້ຮັບເຊືື້ອພະຍາດຈາກນໍ້າ, ອາຫານ, ເຊືື້ອພະຍາດໃນອາກາດ, ການຢູ່ລວມກັນຂອງຝູງແບ້ທີ່ມີເຊືື້ອພະຍາດນີ້ (ຕິດຕໍ່ທາງລະບົບຫາຍໃຈ).
– ແບ້ທີ່ເປັນພະຍາດນີ້ຈະສະແດງອາການອອກຄື: ເປັນໄຂ້, ມີນໍ້າມູກ, ມີອາການຫອບ, ຫາຍໃຈສຽງດັງ, ໄອ. ຖ້າມີ ອາການຊໍາເຮືື້ອ ແບ້ຈະກາຍເປັນແບ້ຂອດ (ບໍ່ຂະຫຍາຍໂຕ) ແລະ ອ່ອນແອ.
– ແບ້ອາດຈະຕາຍເຖິງ 60-90% ໂດຍສະເພາະແບ້ນ້ອຍ ຫຼັງຈາກຢ່ານົມຈະຕາຍຫຼາຍທີ່ສຸດ.
ພະຍາດທ້ອງເບັງ
➢ ພະຍາດນີ້ເກີດຈາກຫຼາຍສາເຫດ ເປັນຕົ້ນແມ່ນ: ການປ່ຽນອາຫານກະທັນຫັນ, ການກິນຫຍ້າອ່ອນ, ພືດຕະກຸນຖົົ່ວ ຫຼື ອາຫານເຂັ້ມຂຸ້ນຫຼາຍເກີນໄປ ຫຼື ກິນອາຫານເປັນພິດ ເຊິ່ງສ່ວນຫຼາຍມັກເກີດໃນຊ່ວງຕົ້ນລະດູຝົນ, ນອກຈາກນັ້ນຍັງອາດຈະເກີດຈາກຄວາມຄຽດເນືື່ອງຈາກສະພາບແວດລ້ອມມີການປ່ຽນແປງໄວອີກດ້ວຍ.
➢ ພະຍາດທ້ອງເບັງເກີດຂຶື້ນເມືື່ອມີການຜະລິດອາຍແກັດອອກມາໄວເກີນໄປເຮັດໃຫ້ລະບາຍອອກບໍ່ທັນຈຶື່ງເຮັດໃຫ້ທີ່ທາງເດີນອາຫານອຸດຕັນ ຈຶື່ງເຮັດໃຫ້ກະເພາະເບັງໃຫຍ່ຂຶື້ນແລ້ວໄປບີບຮັດຫົວໃຈ ແລະ ປອດ ສະນັ້ນ ຜູ້ລ້ຽງຈະສາມາດສັງເກດໄດ້ວ່າຫົວໃຈແບ້ຈະເຕັ້ນໄວຜິດປົກກະຕິ, ແບ້ຫາຍໃຈລໍາບາກ, ໂຕແຂງ, ມີສຽງກັດແຂ້ວ, ຢືນຊຶງເຮັດຂາຈ່າງອອກ, ແບ້ຈະລົ້ມລົງເຮັດຂາແຂງຊື່ຂຶື້ນແລ້ວອີກບໍ່ເທົົ່າໃດຊົົ່ວໂມງ (2-3 ຊົົ່ວໂມງ) ສັດກໍ່ຈະຕາຍ
file:///C:/Users/AIDC94/Downloads/o6iqxCiw8CxdIdex.pdf
https://pvlo-cmi.dld.go.th/Doc/อกสารเผยแพร่/พันธุ์สัตว์/พันธุ์และการเลี้ยงแพะ.pdf
https://www.rakbankerd.com/agriculture/page.php?id=3136&s=tblanimal