Monthly Archives: November 2019
ການລ້ຽງໄກ່ງວງ
1. ການລ້ຽງໄກ່ງວງ.
ການລ້ຽງໄກ່ງວງ ປະຈຸບັນໄດ້ຮັບຄວາມນິຍົມແພ່ຫຼາຍໄປທົ່ວທຸກໆທະວີບໃນໂລກ ຊື່ງຈະມີການລ້ຽງທັ້ງໃນຮູບອຸດສາຫະກຳກະສິກຳການລ້ຽງຂະໝາດໃຫ່ຍ ແລະ ການລ້ຽງແບບ ປວ່ຍຫຼັງບ້ານ ນອກຈາກນີ້ຍັງມີການບໍລິໂພກຊີ້ນໄກ່ງວງ ເຊັ່ນດຽວກັບຊີ້ນໄກ່ ແລ້ວຍັງກ່ຽວຂ້ອງກັບວັດທະນາທໍາ ຫຼື ປະເພນີໃນການບໍລິໂພກໄກ່ງວງໃນໄລຍະລະດູການ ວັນຄຣິດສະມາດ ແລະ ວັນສໍາຄັນຕ່າງໆ ຈັ່ງເຮັດໃຫ້ໄກ່ງວງມີລາຄາທີ່ສູງ.
2. ການລ້ຽງໄກ່ງວງ.
1.1. ລັກສະນະຂອງເຮືອນ.
1. ໂຄງສ້າງທີ່ແຂງແຮງ
2. ມີຂະໝາດເໝາະສົມກັບຈໍານວນໄກ້ງວງທີ່ລ້ຽງໂດຍໃຊ້ພື້ນທີ່ສໍາລັບລ້ຽງໄກ່ງວງໃນໄລຍະໃຫ້ຜົນຜະລິດໄກ່ງວງ 1 ໂຕ
3. ມີວັດສະດຸຮອງພື້ນທີ່ສະອາດ ແລະ ແຫ້ງທີ່ມີຄວາມຫນາປະມານ 3-5 ນີ້ວ
4. ເຮືອນລ້ຽງຄວນມີໄລຍະຫ່າງກັນພຽງພໍເພື່ອປ້ອງກັນການປົນເປືອນ
5. ບໍລິເວນໝ້າເຮືອນຕ້ອງມີອ່າງນໍ້າຢາຂ້າເຊື້ອໂລກສໍາລັບການຈູ່ມຕີນເຂົ້າໄປໃນເວລາເຂົ້າ-ອອກຈາກເຮືອນ
6. ຄວນມີລະບົບປ້ອງກັນສັດປີກ ຫຼື ສັດອື່ນໆ
3. ການໃຫ້ອາຫານສໍາລັບໄກ່ງວງ.
ການລ້ຽງໄກ່ງວງຂອງການກະເສດສວ່ນໃຫ່ຍອາໃສເສດອາຫານຕາມຄົວເຮືອນ ແລະ ອາຫານທີ່ມີຕາມທໍາມະຊາດໃນແຕ່ລະດູການເປັນຫຼັກ ເຊັ່ນ: ອາຫານຈາກການລ້ຽງໝາ ຜັກຕົບຊາວາ ຫຍ້າທໍາມະຊາດ ຕົ້ນກວ້ຍ ຮໍາ ປາຍເຂົ້າ ແຕ່ກໍມີກະເສດບາງຄົນທີນໍາອາຫານເລົ່ານີ້ປະສົມກັບອາຫານສໍາເລັດຮູບ ( ໄກ່ຊີ້ນ-ໄກ່ໄຂ່ ) ຊື່ງກໍ່ຈະເຮັດໃຫ້ໄກ່ງວງຂອງກະເສດນັ້ນມີການຈະເລີ່ມເຕີບໂຕໄດ້ດີກວ່າການລ້ຽງດວ້ຍອາຫານທໍາມະຊາດ ຮໍາ ເຂົ້າ ຢ່າງດຽວ ແລະ ບາງຄົນກໍ່ປະສົມອາຫານຕາມສູດ.
4. ອາຫານໄກ່ງວງໄລຍະຕ່າງໆ.
ອາຫານໄກ່ງວງໄລຍະກົກ ແລະ ໄລຍະເຫຼັກ ຈໍາເປັນຕ້ອງໃຊ້ອາຫານທີ່ມເຫຼັກ ຈໍາເປັນຕ້ອງໃຊ້ອາຫານທີ່ມີແຄມແຊມຄົບຖວ້ນ ແລະ ມີຄວາມເຂັມຂຸນຂອງໂປຕີນ ພະລັງງານ ແຮ່ທາດ ແລະ ວິຕາມິນ ເຊັ່ນອາຫານສໍາເລັບຮູບທີ່ລະບຸໂປຕີນໄວ້ບໍ່ໝອ້ຍກວ່າ 19 %; 17%; 15% ເພາະໄກ່ງວງເປັນສັດທີ່ມີການຈະເລີ່ມເຕີບໂຕໄວ້ ແລະ ຈະເປັນປັນຫາສໍາລັບການກະເສດ ເນື່ອງຈາກເປັນອາຫານທີ່ມີຄຸນນະພາບລາຄາສູງ ການກະເສດຈື່ງຫັນມາໃຊ້ອາຫານທີ່ມີຄຸນນະພາບຕໍ່າກວ່າ ເຮັດໃຫ້ການຈະເລີ່ມເຕີບໂຕລູກໄກ່ງວງຊະງັກໃນຊ່ວງໄລຍະຍັງນອ້ຍ ຄວນເປັນຊ່ວງທີ່ລູກໄກ່ງວງຈະເລີ່ມເຕີບໂຕຢ່າງໄວ.
ອາຫານໄກ່ງວງໄລຍະໝຸ່ມສາວ ແລະ ໄກ່ງວງພໍ່-ແມ່ພັນ ໃຊ້ອາຫານທີ່ມີລະດັບໂປດຕີນ ລົດຕໍ່າລົງຫຼາຍກວ່າໄລຍະກົກ ແລະ ໄລຍະນ້ອຍຕາມລໍາດັບເນື່ອງຈາກຄວາມຕ້ອງການອາຫານຄຸນນະພາບດີ ປະກອບກັບໄກ່ງວງໃຫ່ຍສາມາດລົດອາຫານຈໍາພວນວັດສະພືດ ແລະ ແມງໄມ້ຕາມທໍາມະຊາດ ການກະເສດສວ່ນໃຫ່ຍຈື່ງໃຫ້ຄວາມສົນໃຈທີ່ຈະເລີ່ມຕົ້ນລ້ຽງໄກ່ງວງ ໂດຍຫາຊື່ໄກ່ງວງລຸ້ນໃຫ່ຍມາລ້ຽງ ແຕ່ກໍ່ຂື້ນຢູ່ກັບສະພາບພື້ນທີ່ຂອງເຮືອນນັ້ນ ມີຄວາມອຸດົມສົມບູນຂອງອາຫານທໍາມະຊາດຫຼາຍ ຫຼື ໝອ້ຍພຽງໃດ ແລະ ຈະຕ້ອງຄໍານືງເຖີ່ງແຮງງານໃນການດູແລ ເອົາໃຈໃສ່ຕໍ່ໄກ່ງວງທີ່ຕົນເອງລ້ຽງໃຫ້ເປັນປະຈໍາ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການລ້ຽງສັດປີກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=20§ion_id=416
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່
ປູກໝາກບວບລ່ຽມຕາມເຕັກນິກທາງວິຊາການ
ປູກຫມາກບວບລ່ຽມຕາມເຕັກນິກທາງວິຊາການ
1. ການກຽມດິນ.
ຫມາກບວບລ່ຽມເປັນພືດທີ່ມີລະບົບຮາກເລິກປານກາງຄວນຂຸດໄຖດິນ ເລິກປະມານ 20-25 ຊັງຕີແມັດ, ຕາກດິນໄວ້ປະມານ 5-7 ມື້, ໃສ່ຝຸ່ນຄອກ ຫລື ຝຸ່ນຫມັກທີ່ລະລາຍຕົວດີແລ້ວຄົນໃຫ້ເຂົ້າກັນກັບດິນໂດຍສະເພາະດິນຊາຍ ແລະ ດິນຫນຽວຕ້ອງໃສ່ໃຫ້ຫລາຍເພື່ອປັບສະພາບຂອງດິນໃຫ້ດີຂຶ້ນ ແລະ ເພີ່ມຄວາມອຸດົມສົມບູນ. ຖ້າດິນເປັນກົດຄວນໃສ່ປູນຂາວປັບສະພາບຄວາມເປັນກົດເປັນດ່າງໃຫ້ຢູ່ໃນລະດັບທີ່ເຫມາະສົມພວນດິນໃຫ້ລະອຽດເພື່ອກຽມພ້ອມທີ່ຈະປູກ ໄດ້.
2. ການປູກ.
ໄລຍະທີ່ເຫມາະສົມຄື ໄລຍະລະຫວ່າງຕົ້ນ 75 ຊັງຕີແມັດ,ໄລຍະລະຫວ່າງແຖວ 100 ຊັງຕີແມັດ. ການປູກແມ່ນໃຫ້ຢອດແກ່ນພັນລົງຂຸມໆລະ 4-5 ເມັດ, ຝັງເລິກລົງດິນປະມານ 2-4 ຊັງຕີແມັດ, ຈາກນັ້ນຖົມແກ່ນດ້ວຍດິນຜຸຍໆ ຫລື ຝຸ່ນຄອກຫນາປະມານ 1 ຊັງຕີແມັດ, ຫົດນ້ຳໃຫ້ຊຸ່ມຢ່າງສະຫມ່ຳສະເຫມີທຸກມື້ເມື່ອຕົ້ນງອກຂຶ້ນ ອາຍຸໄດ້ປະມານ 10-15 ມື້ ຫລື ມີໃບແທ້ 2-4 ໃບໃຫ້ແຍກຕົ້ນທີ່ອ່ອນແອ ຫລື ບໍ່ສົມບູນຖິ້ມໃຫ້ເຫລືອໄວ້ປະມານ 3-4 ຕໍ່ຂຸມ.
3. ການເຮັດຄ້າງ.
ເມື່ອຕົ້ນຫມາກບວບລ່ຽມ ອາຍຸໄດ້ 15-20 ມື້ ຄວນເຮັດຄ້າງ ຫລື ຮ້ານເພື່ອຈະເຮັດໃຫ້ເຄືອຫມາກບວບທາວຂຶ້ນໄປເກາະການປູກແບບໃຫ້ເຄືອຫມາກບວບທາວໄປຕາມພື້ນດິນໂດຍບໍ່ເຮັດຄ້າງ ຫລື ຮ້ານຈະເຮັດໃຫ້ຫມາກບວບງໍໂຄ້ງ, ມີຮູບຮ່າງທີ່ບໍ່ງາມ, ບໍ່ເປັນທີ່ນິຍົມຂອງຜູ້ຊື້. ການເຮັດຄ້າງ ຫລື ຮ້ານໃຫ້ຫມາກບວບມີ 2 ແບບຄື:
1. ປັກໄມ້ຄ້າງຍາວ 2-3 ແມັດທຸກຂຸມແລ້ວໂຄ້ງປາຍເຂົ້າຫາກັນມັດຕິດກັນໄວ້ແລ້ວໃຊ້ໄມ້ຄ້າງພາດຂວາງປະມານ 2-3 ໄລຍະທຸກໆໄລຍະ 0-50 ຊັງຕີແມັດ.
2. ເຮັດເປັນຄ້າງໂດຍໃຊ້ໄມ້ຄ້າງຜູກເປັນຮ້ານສູງປະມານ 1-2 ແມັດ ຫລື ສູງພໍສົມຄວນທີ່ສະດວກໃນການເຮັດ. ນອກຈາກນີ້ຍັງໃຊ້ຄ້າງແບບທຳມະຊາດທີ່ມີຢູ່ແລ້ວເຊັ່ນ: ໄມ້ພຸ່ມນ້ອຍໆ, ຮົ້ວບ້ານ ແລະ ອື່ນໆ ເຊິ່ງເຫມາະສຳລັບການປູກ ແບບສວນຄົວ.
4. ການບົວລະບັດຮັກສາ.
1. ການໃຫ້ນ້ຳ: ຄວນໃຫ້ນ້ຳຢ່າງສະຫມ່ຳສະເຫມີບໍ່ຄວນໃຫ້ເຄືອຫມາກບວບຂາດນ້ຳໃນໄລຍະອອກດອກ ແລະ ເປັນຫມາກເພາະຈະເຮັດໃຫ້ດອກຫລົ່ນ ແລະ ຫມາກບໍ່ຕິດລະບົບການໃຫ້ນ້ຳແບບປ່ອຍຕາມຮ່ອງຈະໃຫ້ຜົນດີ ແລະ ຫລີກເວັ້ນການໃຫ້ນ້ຳແບບພົ່ນຝອຍເພາະຈະເຮັດໃຫ້ເກີດເຊື້ອໂລກທາງໃບ.
2. ການໃສ່ປຸຍ: ຫມາກບວບລ່ຽມເປັນພືດກິນຫມາກຄວນໃຫ້ປຸຍທີ່ມີສັດສ່ວນຂອງທາດໄນໂຕຣເຈນ 1 ສ່ວນ, ຟົດສະຟາດ 1 / 2 – 2 ສ່ວນ ເຊັ່ນ: ປຸຍສູດ 13-13-21 ຫລື ສູດອື່ນໆທີ່ໃກ້ຄຽງກັນໃນອັດຕາ 32-50 ກິໂລຕໍ່ໄລ່ ແລະ ຄວນໃຫ້ປຸຍໄນໂຕຣເຈນເຊັ່ນ: ປຸຍຢູເຣຍ ຫລື ແອນໂມເນຍໄນເຕສປະມານ 3-5 ກິໂລຕໍ່ໄລ່ ເພື່ອຊ່ວຍເລ່ງການຈະເລີນເຕີບໂຕໃນໄລຍະທຳອິດແຕ່ຕ້ອງລະມັດລະວັງບໍ່ຄວນໃຫ້ປຸຍໄນໂຕຣເຈນຫລາຍເກີນໄປເພາະຈະເຮັດໃຫ້ເກີດອາການເຝືອໃບ. ການໃສ່ປຸຍຄວນແບ່ງເປັນ 2 ຄັ້ງຄື: ໃສ່ຄັ້ງທຳອິດໃນຕອນປູກແບບຮອງພື້ນແລ້ວພວນດິນຖົມ ແລະ ໃສ່ຄັ້ງທີ່ສອງເມື່ອເຄືອຫມາກບວບມີອາຍຸປະມານ 20-30 ມື້ ໂດຍໃສ່ແບບໂຮຍອ້ອມຂ້າງແລ້ວພວນດິນຖົມການໃສ່ປຸຍໄນໂຕຣເຈນຄວນໃສ່ພຽງຄັ້ງດຽວແບບໂຮຍອ້ອມຂ້າງເມື່ອເຄືອຫມາກບວບມີ ອາຍຸປະມານ 7-10 ມື້.
5. ການເກັບກ່ຽວ.
ອາຍຸການເກັບກ່ຽວຂອງຫມາກບວບລ່ຽມແມ່ນ ປະມານ 45-60 ມື້ຫລັງຈາກປົ່ງຍອດທຳອິດຄວນເກັບເອົາຫມາກທີ່ຍັງອ່ອນເພາະເນື້ອຈະອ່ອນນຸ້ມໄດ້ຂະຫນາດພໍດີງາມ ເຊິ່ງຫມາກຈະມີຂະຫນາດຍາວ ປະມານ 15-20 ຊັງຕີແມັດຄວນເກັບກ່ອນທີ່ຫມາກຈະແກ່ບໍ່ຄວນປະໃຫ້ຫມາກແກ່ຄາຕົ້ນເພາະຈະເຮັດໃຫ້ຜົນຜະລິດຕ່ຳລົງ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດໃຫ້ໝາກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=9§ion_id=256
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່
ວິທີການປູກຫມາກຖົ່ວດິນ
ວິທີການປູກຫມາກຖົ່ວດິນ
ຖົ່ວດິນເປັນພືດນ້ຳມັນທີ່ມີອາຍຸສັ້ນໃຊ້ປະໂຫຍດໃນຮູບເມັດດິບ ແລະ ເມັດແຫ້ງ ທຸກພາກຂອງປະເທດເຮົາສາມາດປູກໄດ້.
1. ສະພາບແວດລ້ອມທີ່ເຫມາະສົມ.
ດິນທີ່ເຫມາະສົມສຳລັບການປູກຖົ່ວດິນຄວນເປັນດິນຫນ້າເລິກ, ລະບາຍນ້ຳໄດ້ດີ, ບໍ່ມີນ້ຳຂັງ, ຫນ້າດິນບໍ່ຄວນແຫນ້ນ ຫລື ແຂງ ເພາະເວລາເກັບກ່ຽວຈະເຮັດໃຫ້ຝັກຂາດ ແລະ ຄ້າງຢູ່ໃນດິນ. ອຸນຫະພູມສະເລ່ຍສຳລັບການຈະເລີນເຕີບໂຕແມ່ນປະມານ 30 ອົງສາເຊ ຖ້າອຸນຫະພູມຕ່ຳກວ່ານີ້ຖົ່ວດິນຈະງອກຊ້າກວ່າປົກກະຕິການຂາດນ້ຳໃນໄລຍະທີ່ຖົ່ວດິນ ກຳລັງແຕກຫນໍ່ ແລະ ສ້າງຝັກຈະມີຜົນກະທົບຕໍ່ຜົນຜະລິດຫລາຍທີ່ສຸດ.
2. ການກະກຽມດິນ.
ຄວນໄຖດິນປູກເພື່ອກຳຈັດຫຍ້າ ແລະ ເຮັດໃຫ້ດິນຜຸ່ຍເຫມາະສົມກັບການແຕກງອກ ໂດຍການໄຖດິນໃຫ້ເລິກປະມານ 10-20 ຊັງຕີແມັດ, ທັບ ແລະ ພວນດິນໃຫ້ລະອຽດ. ການປູກຖົ່ວດິນໃນລະດູແລ້ງໂດຍໃຊ້ນ້ຳຊົນລະປະທານຄວນຍົກຮ່ອງ ປູກເພື່ອສະດວກໃນການໃຫ້ນ້ຳຄວາມກວ້າງຂອງສັນຮ່ອງແມ່ນຂຶ້ນກັບເນື້ອດິນ ຖ້າເນື້ອດິນແຫນ້ນ ຄວນເຮັດຮ່ອງແຄບສັນຮ່ອງກວ້າງປະມານ 60-90 ຊັງຕີແມັດ. ເຮົາສາມາດປູກຖົ່ວດິນໄດ້ 2 ແຖວຖ້າວ່າດິນລະບາຍນ້ຳໄດ້ດີອາດຈະຂະຫຍາຍຂະຫນາດຮ່ອງໃຫ້ກວ້າງ ຂຶ້ນເຖິງ 1,5 ແມັດ, ການປູກຫລັງເກັບກ່ຽວເຂົ້ານາ ໂດຍອາໄສຄວາມຊຸ່ມໃນດິນ ແລະ ບໍ່ມີການໃຫ້ນ້ຳຕ້ອງມີເງື່ອນໄຂຄື: ຕ້ອງມີລະບົບນ້ຳໃຕ້ດິນຕື້ນ ແລະ ມີປະລິມານນ້ຳພຽງພໍຕໍ່ກັບການຈະເລີນເຕີບໂຕຈົນເຖິງການເກັບກ່ຽວ. ການກຽມດິນຕ້ອງເຮັດຫລາຍຄັ້ງເພື່ອໃຫ້ຫນ້າດິນລະອຽດ ເພື່ອຫລຸດຜ່ອນການລະເຫີຍນ້ຳຈາກດິນ ແລະ ເຫມາະສົມແກ່ການແຕກຫນໍ່ຂອງຖົ່ວດິນ.
3. ການກຽມເມັດພັນ.
ເມັດພັນທີ່ໃຊ້ຄວນມີຄວາມສົມບູນປະມານ 70 % ແກະເມັດອອກ ແລະ ປູກພາຍໃນ 1 ເດືອນ ຄວນແຊນ້ຳກ່ອນປູກ 4 – 5 ຊົ່ວໂມງ ໃຫ້ແກ່ນແຕກຫນໍ່ກ່ອນຈິ່ງນຳໄປປູກຈະຊ່ວຍໃຫ້ເມັດງອກໄວ ແລະ ສະຫມ່ຳສະເຫມີດີກວ່າເມັດທີ່ບໍ່ໄດ້ແຊ່ນ້ຳ. ຄວນຄວບຄຸມເມັດດ້ວຍສານປ້ອງກັນເຊື້ອລາ ແມນໂຄແຊບ (ໄດເທນ M45) ໃນອັດຕາ 3 ກຣາມຕໍ່ 1 ກິໂລ ຫລື ໂບໂນມິນ (ເບນເລດ) ປະສົມຄາບອກຊິນ (ໄວຕາແວັດ) ໃນອັດຕາ 3-4 ກຣາມຕໍ່ 1 ກິໂລ ຫລື ລິໂດມິນ MZ 72 ໃນອັດຕາ 3 ກຣາມຕໍ່ 1 ກິໂລ. ການຄວບຄຸມເມັດບໍ່ຄວນໃຊ້ສານຊະນິດດຽວຕິດຕໍ່ກັນຫລາຍລະດູການ ເພາະວ່າເຊື້ອລາຈະລຶ້ງກັບຢາ, ປະລິມານທີ່ໃຊ້ໃນການປູກ (ສຳລັບເມັດທີ່ແຕກງອກແລ້ວ) 15-20 ກິໂລຕໍ່ໄລ່.
4. ລະດູການປູກ.
ຕົ້ນລະດູຝົນ: ປະມານເດືອນ ເມສາ ຫາ ເດືອນ ພຶດສະພາ, ເກັບກ່ຽວປະມານ ເດືອນກໍລະກົດ ຫາ ເດືອນ ສິງຫາ.
ປາຍລະດູຝົນ: ປູກຕັ້ງແຕ່ ເດືອນກໍລະກົດ ຫາ ເດືອນສິງຫາ ແລະ ເກັບກ່ຽວປະມານ ເດືອນ ຕຸລາ ຫາ ເດືອນພະຈິກ.
ລະດູແລ້ງ: ປູກໂດຍອາໄສນ້ຳຊົນລະປະທານເລີ່ມແຕ່ເດືອນ ທັນວາ ຫາ ເດືອນມັງກອນ ເກັບກ່ຽວໃນເດືອນເມສາ ຫາ ເດືອນພຶດສະພາ. ປູກໂດຍອາໄສຄວາມຊຸ່ມໃນດິນປູກໃນເດືອນ ພະຈິກ ຫາ ເດືອນທັນວາ ເກັບກ່ຽວໃນເດືອນກຸມພາ ຫາ ເດືອນ ເມສາ.
5. ການປູກ.
ເພື່ອຢາກໃຫ້ເມັດງອກງາມຢ່າງສະຫມ່ຳສະເຫມີຄວນຝັງເມັດເລິກປະມານ 2 ຊັງຕີແມັດ, ໄລຍະຫ່າງລະຫວ່າງແຖວປະມານ 30 ຊັງຕີແມັດ ຕົ້ນຖົ່ວຈະຄວບຄຸມພື້ນທີ່ໄດ້ໄວ ແລະ ແຂ່ງຂັນກັບວັດສະພືດໄດ້ດີ, ແຕ່ຖ້າປູກໃນໄລຍະຫ່າງລະຫວ່າງແຖວ ປະມານ 40-50 ຊັງຕີແມັດ ຈະຊ່ວຍໃຫ້ກຳຈັດວັດສະພືດສະດວກຂຶ້ນ, ໄລຍະຫ່າງລະຫວ່າງຂຸມປະມານ 20 ຊັງຕີແມັດ, ໃຊ້ເມັດ 2-3 ແກ່ນຕໍ່ຂຸມ.
6. ການໃສ່ປຸ໋ຍ.
ຖ້າເປັນດິນກົດ pH ຕ່ຳກວ່າ 4,5 ຄວນມີການໃສ່ປຸ໋ຍເພື່ອປັບສະພາບດິນກ່ອນ ໂດຍທົ່ວໄປຖ້າເປັນດິນຊາຍຈະໃຊ້ປູນຂາວໃນອັດຕາ 100-105 ກິໂລຕໍ່ໄລ່ ແລະ 200-500 ກິໂລຕໍ່ໄລ່ ໂດຍໃສ່ກ່ອນປູກ 1-2 ອາທິດ ແລ້ວເອົາດິນຖົມປູນຂາວ ນອກຈາກຈະຊ່ວຍປັບສະພາບຄວາມເປັນກົດ, ເປັນດ່າງຂອງດິນແລ້ວ ຖ້າຢາກເພີ່ມທາດແຄນຊຽມໃຫ້ໃສ່ປູນຂາວ ໂດຍການໂຮຍໃສ່ຂ້າງແຖວປູກໃນໄລຍະທີ່ຖົ່ວດິນກຳລັງຢັ່ງຮາກ (50-55 ມື້ ຫລັງງອກ) ໃສ່ໃນອັດຕາ 50-100 ກິໂລຕໍ່ໄລ່.
7. ການປ້ອງກັນ ແລະ ກຳ ຈັດເຊື້ອໂລກ.
ເຊື້ອໂລກທີ່ສຳຄັນ ແລະ ທຳລາຍຜົນຜະລິດຂອງຖົ່ວດິນມີດັ່ງນີ້:
– ພະຍາດເມັດເນົ່າ ຫລື ຕົ້ນເນົ່າ: ຄວນໃຊ້ແຄບຕາໂຟນ ( ໄດໂຟລາແທນ ) ຫລື ໄທແລມ ( ເທີຊານ ) 2 ບ່ວງແກງ ປະສົມໃສ່ເມັດ 1 ກິໂລ.
– ພະຍາດໃບຈຸດ: ແນະນຳໃຫ້ໃຊ້ ຄໍໂລທາໂລນີດ (ຄາໂລນີດ) ຫລື ໃຊ້ເດດຊີນ MX (ສານປະສົມ ເບໂນມີດ ກັບ ແມນໂຄເຊບ) ໃຊ້ 2-3 ບ່ວງແກງປະສົມນ້ຳ 20 ລິດ ສີດພົ່ນທຸກໆ 7-15 ວັນ ຫາກພົບວ່າໂລກໃບຈຸດລຶ້ງກັບຢາໃຫ້ປ່ຽນໃຊ້ສານເຄມີຊະນິດອື່ນ.
– ພະຍາດຝັກເປັນບາດ ແລະ ເປັນຫູດຈາກຂີ້ກະເດືອນຝອຍ: ແນະນຳໃຫ້ໃຊ້ ອັດດິຄາບ 10 ກຣາມ ຫລື ຄາໂບຟູລານ (ຟູລາດານ) 3 ກຣາມ ໂຮຍໃສ່ຂຸມ ຫລື ຮອບຂຸມ ແລ້ວເອົາດິນຖົມສານທັງສອງຊະນິດນີ້ອາດເຮັດໃຫ້ ໃບພືດໄຫມ້ແຕ່ອາການດັ່ງກ່າວຈະຫາຍໄປເອງ.
8. ການປ້ອງກັນ ແລະ ກຳ ຈັດແມງໄມ້.
ແມງໄມ້ ຫລື ສັດຕູພືດທີ່ສຳຄັນ ແລະ ນຳຄວາມເສຍຫາຍຢ່າງຮ້າຍແຮງສຳລັບຖົ່ວດິນໄດ້ແກ່: ສ້ຽນດິນ ແລະ ປວກ ໃຫ້ສີດພົ່ນດ້ວຍຢາຄໍໄພລີຟອດ (ລອດແບນ 40EC) ສີດພົ່ນລະຫວ່າງແຖວຖົ່ວດິນໃນເວລາທີ່ຖົ່ວດິນຢັ່ງຮາກ ແລະ ສີດພົ່ນອີກຄັ້ງຫລັງຈາກນັ້ນ 2 ອາທິດ ຫລື ອາດຈະໃຊ້ ຄາໂບຟານ (ຟູຣາດານ 3G ໂຮຍພ້ອມກັບປຸ໋ຍໃຫ້ໂຮຍໃສ່ຂ້າງແຖວຖົ່ວດິນ ຫລັງຈາກເສຍຫຍ້າຄັ້ງທີສອງ ຫລື ເມື່ອອາຍຸຖົ່ວດິນໄດ້ 30-35 ມື້ ຄວນແບ່ງໃສ່ສອງຄັ້ງຄື: ຄັ້ງທຳອິດເມື່ອອາຍຸໄດ້ 30-35 ມື້ ແລະ ຄັ້ງທີສອງເມື່ອອາຍຸໄດ້ 60-65 ມື້.
9. ການເກັບກ່ຽວ.
ເມື່ອສັງເກດເຫັນຫມາກຖົົ່ວດິນແກ່ໄດ້ 60 – 80 % ກໍ່ສາມາດເກັບກ່ຽວໄດ້ຄວນຖອນ ແລະ ເກັບເອົາຫມາກໃຫ້ສຳເລັດ ຫລັງຈາກເກັບເອົາຫມາກຖົ່ວດິນແລ້ວໃຫ້ຮີບຟ້າວຕາກແດດໃຫ້ແຫ້ງ ແລ້ວນຳໄປໄວ້ບ່ອນທີ່ໂລ່ງ ແລະ ອາ ກາດຖ່າຍເທໄດ້ດີ ໂດຍຖອກຖົ່ວດິນໃສ່ເທິງຜ້າຢາງຫນາເຂ່ຍຫມາກຖົ່ວດິນແຕ່ລະກອງໃຫ້ບາງ ຖ້າເກັບເອົາຫມາກຖົ່ວດິນບໍ່ທັນໃນມື້ທີ່ເກັບກ່ຽວ (ຖົ່ວດິນຍັງຕິດກັບຕົ້ນ) ໃຫ້ລຽງຕົ້ນທີ່ຫລົກຂຶ້ນມາລຽນເປັນແຖວຫງາຍດ້ານ ຫມາກຂຶ້ນບໍ່ຄວນກອງຕົ້ນຖົ່ວດິນທີ່ຍັງບໍ່ທັນເກັບເອົາຫມາກໄວ້ບ່ອນດຽວ ເພາະຈະເຮັດໃຫ້ເກີດເຊື້ອລາທີ່ຫມາກ ແລະ ຈະໄດ້ເມັດທີ່ມີຄຸນນະພາບຕ່ຳ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=11§ion_id=71
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່
ວິທີງ່າຍໆສຳລັບປູກຫມາກເຂືອຂາວ
ວິທີງ່າຍໆສຳລັບປູກຫມາກເຂືອຂາວ
1. ລັກສະນະທົ່ວໄປ
ຫມາກເຂືອຂາວ ແມ່ນຈັດຢູ່ຕະກູນພືດຜັກທີ່ນອນໃນ 5 ຫມວດຂອງທາດອາຫານ ແລະ ຈຳພວກພືດຜັກດັ່ງກ່າວນີ້ກໍ່ລ້ວນໃຫ້ທາດວິຕາມິນ ແລະ ແຮ່ທາດຕ່າງໆໃນຮ່າງກາຍຄົນເຮົາ, ຫມາກເຂືອຂາວເປັນພືດຜັກທີ່ມີອາຍຸຢືນ, ສາມາດປູກໄດ້ໃນດິນເກືອບທຸກຊະນິດ ແລະ ປູກໄດ້ຕະຫລອດ. ຫມາກເຂືອນອກຈາກໃຊ້ບໍລິໂພກໄດ້ທັງດິບ ແລະ ສຸກເຊັ່ນ: ເຮັດແຈ່ວ, ກັບລາບ, ໃສ່ປົ່ນ, ເຮັດຫມາກເຂືອດອງອື່ນໆ ແລ້ວຍັງມີຄຸນປະໂຫຍດທາງການແພດໂດຍການຮັກສາອາການໄອ, ຫອບຫຶດ, ຕ້ານມະເຮັງ, ບຳລຸງຫົວໃຈ ແລະ ຫລຸດຄວາມດັນເລືອດ ແລະ ທີ່ສຳຄັນຄຸນປະໂຫຍດຂອງຫມາກເຂືອຍັງຊ່ວຍເສີມສ້າງດ້ານຄວາມງາມນຳອີກ.
ປະຈຸບັນ ການປູກຫມາກເຂືອເພື່ອສະຫນອງຕາມທ້ອງຕະຫລາດແມ່ນຍັງມີຈຳນວນຈຳກັດ, ສະນັ້ນເພື່ອເພີ່ມອາຊີບໃຫ້ກັບຊາວກະສິກອນມີຄວາມຫມັ້ນຄົງຂຶ້ນກວ່າເກົ່າ ແລະ ຫນຶ່ງໃນນັ້ນການປູກຫມາກເຂືອກໍ່ເປັນອີກທາງເລືອກໃຫມ່ໃຫ້ກັບຜູ້ທີ່ສົນໃຈຢາກຫັນຈາກອາຊີບອື່ນມາປະກອບອາຊີບດັ່ງກ່າວແຕ່ກໍ່ຄວນສຶກສາວິທີການປູກໃຫ້ລະອຽດຈຶ່ງຈະໄດ້ຮັບຜົນສຳເລັດ ຫຼື ຈະປະຕິບັດຕາມຂັ້ນຕອນລຸ່ມນີ້:
2. ການກຽມດິນກ້າເບ້ຍຫມາກເຂືອຂາວ
ໃຫ້ກຽມດິນລະອຽດ ພ້ອມດ້ວຍຝຸ່ນຄອກ ຫລື ຝຸ່ນບົ່ມໃນອັດຕາສ່ວນ 2 ສ່ວນ 1 ແລະ ໃສ່ດິນປະສົມດັ່ງກ່າວລົງໃນຖັງຢາງສຳລັບກ້າ, ໃຊ້ເສດໄມ້ນ້ອຍໆ (ຂະຫນາດເທົ່າກັບໄມ້ຈິ້ມແຂ້ວ) ຂຸດລົງໃນດິນທີ່ບັນຈຸຢູ່ໃນຖັງຢາງສຳລັບກ້າແກ່ນ, ຂະຫນາດຄວາມເລິກ 0,5 ຊັງຕີແມັດ, ນຳເອົາແກ່ນຫມາກເຂືອຂາວຢອດລົງໃນຂຸມປູກ, ຂຸມລະ 1-2 ແກ່ນ, ຫລັງຈາກນັ້ນໃຫ້ເຂ່ຍດິນຖົມປົກແກ່ນ, ແລ້ວໃຊ້ປູນຂາວໂຮຍເປັນເສັ້ນອ້ອມຖັງກ້າໄວ້ຫລັງກ້າໄດ້ 7-10 ມື້ ຫມາກເຂືອຂາວເລີ່ມອອກໃຫ້ຫມັ່ນຫົດນ້ຳເບ້ຍຫມາກເຂືອທຸກມື້ໆລະ 1-2 ເທື່ອໃນຕອນເຊົ້າ ແລະ ແລງ ຈົນກວ່າເບ້ຍຫມາກເຂືອມີອາຍຸໄດ້ 25-30 ມື້, ຈິ່ງຍ້າຍເບ້ຍຫມາກເຂືອລົງປູກໃນຖັງ ຫລື ໃນຫນານປູກ.
3. ການກຽມຫນານ ຫລື ກະຖັງປູກ
ຖ້າປູກໃນຫນານຄວນກຽມດິນປູກໂດຍໃຊ້ຈົກ ຫລື ຊ້ວນຂຸດດິນໃຫ້ເລິກ 15 – 20 ຊັງຕີແມັດ ແລະ ຍ່ອຍດິນໃຫ້ລະອຽດ, ໃສ່ຝຸ່ນຄອກ ຫລື ຝຸ່ນບົ່ມຫວ່ານ, ຄົນໃຫ້ເຂົ້າກັບດິນໃນຫນານ. ກໍລະນີຖ້າຫາກສະຖານທີ່ສຳລັບການປູກນ້ອຍຄວນປູກໃນຖັງດ້ວຍການປະສົມດິນປູກໃນຖັງໂດຍໃຊ້ດິນລ້ວນລະອຽດປະສົມກັບຝຸ່ນຄອກ ຫລື ຝຸ່ນບົ່ມໃນອັດຕາສ່ວນ 2/1.
4. ການດູແລຮັກສາ
ຍ້າຍເບ້ຍຫມາກເຂືອລົງປູກໃນຫນານ ຫລື ໃນຖັງຄວນຫົດນ້ຳທຸກມື້ ແລະ ໃນໄລຍະການອອກດອກ, ໃກ້ຈະເປັນຫມາກຕ້ອງລະມັດລະວັງໃນການໃຫ້ນ້ຳຢ່າງສະຫມ່ຳສະເຫມີ, ຫລັງຈາກຍ້າຍປູກແລ້ວ 7 – 10 ມື້ ໃຫ້ໃສ່ປຸ໋ຍເຄມີສູດ 15-15 – 15 ອັດ¬ຕາສ່ວນ 1 /4 ບ່ວງກາເຟ, ຄວນໂຮຍປຸ໋ຍຫ່າງຈາກຕົ້ນປະມານ 2 – 3 ຊັງຕີແມັດ ແລະ ຫົດນ້ຳທັນທີ່, ຄວນໃສ່ປຸ໋ຍເຄມີສູດ 15 – 15 – 15 ອັດ¬ຕາສ່ວນຕົ້ນລະ 1 / 4 ບ່ວງກາເຟທຸກໆ 15 ມື້, ພໍປູກໄດ້ 45 – 60 ມື້ ຫມາກເຂືອຈະເລີ່ມທະຍອຍໃຫ້ຜົນຜະລິດກໍ່ສາມາດເກັບຜົນຜະລິດໄປບໍລິໂພກໄດ້.
5. ການເກັບກ່ຽວ
ຫລັງຈາກທີ່ສາມາດເກັບກ່ຽວຜົນຜະລິດຫມາກເຂືອໄປແລ້ວປະມານ 2 ເດືອນຄວນຕັດແຕ່ງກິ່ງອອກເລັກນ້ອຍເພື່ອເຮັດໃຫ້ລຳຕົ້ນຫມາກເຂືອຈະເລີນເຕີບໂຕແຕກກິ່ງກ້ານໃຫມ່ທີ່ມີຄວາມແຂງແຮງ, ຈະໃຫ້ຜົນຜະລິດຮຸ່ນໃຫມ່ໄດ້ອີກ ແລະ ຄວນເຮັດການຕັດແຕ່ງ, ບຳລຸງຕົ້ນຫມາກເຂືອດ້ວຍຮອກໂມນທຸກໆ 2-3 ເດືອນເພື່ອໃຫ້ໄດ້ຜົນຜະລິດທີ່ຫລາຍຂຶ້ນ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດຜັກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=9§ion_id=266
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່
ວິທີປູກ ແລະ ເກັບຮັກສາ ຜັກທຽມ ໄວ້ໃຊ້ຍາວນານ
1. ວິທີປູກ ແລະ ເກັບຮັກສາ ຜັກທຽມ ໄວ້ໃຊ້ຍາວນານ.
ກະທຽມແມ່ນຈັດຢູ່ໃນຕະກູນດຽວກັບຫົວຫອມໃຫ່ຍ, ໂດຍທົ່ວໄປກະທຽມຈະສ້າງກີບຫລາຍໆກີບ ແລະ ຖືກຫໍ່ຫຸ້ມຮ່ວມກັນຢູ່ໃນເປືອກເຊິ່ງມີລັກສະນະບາງ ສີຂາວ ຫລື ສີບົວ ຫຸ້ມໃຫ້ເປັນຫົວດຽວ, ສຳລັບໃບເປັນໃບລ້ຽງດ່ຽວ, ແບນສາມາດອອກດອກ ແລະ ໃຫ້ແກ່ນໄດ້, ນິຍົມຂະຫຍາຍພັນດ້ວຍກີບ, ເພາະກີບຈະໃຫ້ຜົນດີກວ່າ, ກະທຽມຈະມີຄຸນຄ່າທາງອາຫານຕ່ຳເມື່ອປຽບທຽບກັບພືດຜັກຊະນິດ ອື່ນໆ, ແຕ່ອາຫານບາງຊະນິດຈະຫມົດລົດຊາດຖ້າຫາກຂາດກະທຽມ. ໂດຍສະເພາະຜູ້ທີ່ນິຍົມລົດ ແລະ ກິ່ນຂອງກະທຽມນອກຈາກນີ້ຍັງໃຊ້ເປັນຢາຮັກສາບາດແຜ, ຫລອດລົມອັກເສບ, ໄອ, ທ້ອງອຶດ, ທ້ອງເຝີ້, ອາຫານບໍ່ຍ່ອຍ, ໂລກຜິວຫນັງບາງປະເພດ ແລະ ຄວາມດັນເລືອດສູງ.
ກະທຽມເປັນພືດຜັກປະເພດເນື້ອອ່ອນຂະຫນາດນ້ອຍ, ມີອາຍຸປະມານ 75-80 ວັນ, ປົກກະຕິຈະເລີນເຕີບໂຕໄດ້ດີໃນອາກາດເຢັນອຸນຫະພູມທີ່ເຫມາະສົມຢູ່ລະຫວ່າງ 12 – 22 ອົງສາເຊ, ສາມາດຮັບແສງແດດໄດ້ປະມານ 9 – 11 ຊົ່ວໂມງຕໍ່ວັນ, ມີໄລຍະການພັກຕົວ ຄື ກັນກັບພືດຕະກຸນຫອມອື່ນທົ່ວໆໄປປະມານ 5-6 ເດືອນ, ຖ້າຫາກເກັບຮັກສາດົນກວ່ານີ້ຈະເຮັດໃຫ້ກະທຽມເລີ່ມງອກໂດຍໃນປີທຳອິດກະທຽມຈະຝໍ່ເສຍຫາຍປະມານ 60-70%.
2. ການກະກຽມດິນປູກຜັກກະທຽມ: ດິນທີ່ເຫມາະສຳລັບການປູກຜັກກະທຽມຄວນເປັນດິນຜຸຜຸ່ຍ, ລະບາຍນ້ຳໄດ້ດີຖ້າຫາກດິນເປັນກົດຫລາຍຈະເຮັດໃຫ້ຜັກກະທຽມບໍ່ໃຫຍ່, ຄວນຈະໃສ່ປູນຂາວກ່ອນຈິ່ງຄ່ອຍປູກຢ່າງຫນ້ອຍ 15 ວັນ, ເພື່ອປັບດິນໃຫ້ເປັນກົດອ່ອນໆ (pH 5,5 6,8), ກ່ອນໄຖຄວນຫວ່ານຝຸ່ນຄອກກ່ອນປະມານ 4 ໂຕນຕໍ່ໄລ່, ຖ້າເປັນດິນຫນຽວຄວນໃຊ້ໄຖບຸກເບີກກ່ອນພວນ, ຖ້າເປັນດິນລ້ວນພວນຢ່າງດຽວກໍ່ໄດ້ ແລະ ຍົກຫນານເພື່ອການໃຫ້ນ້ຳ ແລະ ລະບາຍນ້ຳໄດ້ດີ, ແຕ່ຖ້າຈະໃຫ້ຜັກກະທຽມເປັນຫົວດີ ແລະ ຄວນກຽມຫນານປູກຂະຫນາດກວ້າງ 12,5 ແມັດ, ຄວາມຍາວຕາມພຶ້ນທີ່ປູກໄລຍະຫ່າງລະຫວ່າງຫນານ (ທາງຍ່າງ ຫລື ຮ່ອງນ້ຳ) ກວ້າງປະມານ 50 ຊັງຕີແມັດ.
3. ການປູກກະທຽມ: ໂດຍໃຊ້ກີບເຊິ່ງປະກອບເປັນຫົວ, ນິຍົມໃຊ້ກີບນອກປູກເນື່ອງຈາກກີບນອກມີຂະຫນາດໃຫຍ່ ຈະເຮັດໃຫ້ກະທຽມທີ່ມີຫົວໃຫຍ່ ແລະ ໃຫ້ຜົນຜະລິດສູງ, ການນຳເອົາຜັກກະທຽມໄປປູກໃນລະດູຝົນຈະເຮັດໃຫ້ກະທຽມອອກບໍ່ພ້ອມກັນ ແລະ ໃຫຍ່ບໍ່ພ້ອມກັນຂະຫນາດຂອງກີບຈະມີອິດທິພົນ ຫລື ຄວາມສຳຄັນຕໍ່ການເປັນຫົວຂອງຜັກທຽມຈາກການສຶກສາພົບວ່າພັນທີ່ມີກີບໃຫຍ່, ຖ້າຫາກໃຊ້ກີບຂະຫນາດກາງມາປູກຈະເຮັດໃຫ້ຜົນຜະລິດສູງ, ພັນທີ່ມີກີບຂະຫນາດນ້ອຍຖ້າໃຊ້ກີບໃຫຍ່ທີ່ສຸດມາປູກຈະໃຫ້ຜົນຜະລິດສູງ, ປົກກະຕິກີບທີ່ມີນ້ຳຫນັກ 2 ກຣາມຈະໃຫ້ຜົນຜະລິດສູງ. ການປູກຜັກທຽມອາດໃຫ້ນ້ຳກ່ອນ ແລະ ໃຊ້ກີບກະທຽມປັກລົງໄປໂດຍເອົາສ່ວນຮາກລົງເລິກປະມານ 2 ໃນ 3 ສ່ວນຂອງກີບ, ປູກເປັນແຖວຕາມໄລຍະປູກທີ່ກຳນົດໃນພຶ້ນທີ່ 1 ໄລ່ຕ້ອງໃຊ້ແນວພັນ 100 ກິໂລກຣາມ ຫລື ກີບ 75-80 ກິໂລກຣາມ, ໂດຍໃຊ້ໄລຍະການປູກ 10 x 10-15 ຊັງຕີແມັດ. ຈະໃຫ້ຜົນຜະລິດສູງທີ່ສຸດສຳລັບຜັກກະທຽມຈີນ, ໃຊ້ໄລຍະການປູກ 12-12 ຊັງຕີແມັດ ແລະ ແນວພັນ 300-350 ກິໂລກຣາມຕໍ່ໄລ່. ຫລັງປູກຈະໃຊ້ເຟືອງປົກຫນານເພື່ອຄວບຄຸມວັດສະພືດທີ່ຈະເກີດຂຶ້ນໃນໄລຍະທຳອິດ, ເຟືອງຈະຊ່ວຍເກັບຄວາມຊຸ່ມຂອງດິ ແລະ ຫລຸດຄວາມຮ້ອນເວລາກາງເວັນ.
4. ການໃຫ້ນ້ຳຜັກກະທຽມ: ຄວນໃຫ້ນ້ຳກ່ອນ ແລະ ຫລັງປູກກະທຽມຄວນໄດ້ຮັບນ້ຳຢ່າງພຽງພໍ ແລະ ສະຫມ່ຳສະເຫມີ ໃນໄລຍະລະຫວ່າງການຈະເລີນເຕີບໂຕ 7-10 ວັນຕໍ່ຄັ້ງ. ສະຫລຸບແລ້ວຈະໃຫ້ນ້ຳປະມານ 10 ຄັ້ງຕໍ່ລະດູການຄວນງົດການໃຫ້ນ້ຳເມື່ອກະທຽມແກ່ກ່ອນເກັບກ່ຽວ 2-3 ອາທິດ.
5. ການເກັບກ່ຽວ: ລັກສະນະການແກ່ຂອງກະທຽມສາມາດສັງເກດໄດ້ຄື ມີຕຸ່ມ ຫລື ຫົວຂະຫນາດນ້ອຍໆເກີດຂຶ້ນທີ່ລຳຕົ້ນຂອງກະທຽມເລີ່ມແຕ່ຫນຶ່ງຕຸ່ມຂຶ້ນໄປ, ມີສ່ວນຍອດໃຫຍ່ຂຶ້ນມາອີກ ແລະ ກຳລັງມີຕົ້ນດອກຊູຂຶ້ນມາ, ສຳລັບໃບກະທຽມເລີ່ມແຫ້ງຕັ້ງແຕ່ປາຍໃບລົງມາຫລາຍກວ່າ 30%, ໃບ ຫລື ຕົ້ນກະທຽມເອນຫັກລົ້ມນອນໄປກັບພຶ້ນດິນ 25% ຂຶ້ນໄປ ແລະ ດອກ ຫລື ລຳຕົ້ນເມື່ອບີບເບິ່ງຈະຮູ້¬ສຶກອ່ອນນຸ່ມ. ຖ້າພົບລັກສະນະດັ່ງກ່າວໃຫ້ເລີ່ມຖອນກະທຽມໄດ້ເຊິ່ງຈະມີອາຍຸການເກັບກ່ຽວປະມານ 100-120 ວັນ, ຫລັງປູກ ຫລື ເມື່ອຮອດເວລາເກັບກ່ຽວໃບຈະແຫ້ງຖ້າເກັບກ່ຽວຊ້າເກີນໄປຈະເຮັດໃຫ້ກີບຫລົ່ນໄດ້ງ່າຍ ແລະ ໄດ້ກະທຽມທີ່ຄຸນນະພາບບໍ່ດີ.
6. ວິທີເກັບກ່ຽວ: ຖອນ ແລະ ຕາກແດດໃນຫນານປະມານ 2-3 ຊົ່ວໂມງ ໂດຍວາງສະລັບກັນໃຫ້ໃບປົກຫົວເພື່ອປ້ອງກັນບໍ່ໃຫ້ຖືກແສງແດດໂດຍກົງ, ຕາກໄວ້ 2-3 ວັນ, ລະວັງຢ່າໃຫ້ຖືກຝົນ ແລະ ນ້ຳຫມອກແຮງໃນເວລາກາງຄືນ, ນຳມາຕາກລົມໃນທີ່ຮົ່ມປະມານ 5-7 ວັນ, ໃຫ້ຫົວ ແລະ ໃບແຫ້ງດີຫລັງຈາກນັ້ນນຳມາຄັດເອົາຂະຫນາດ ແລະ ມັດເປັນຈຸກຕາມຄວາມຕ້ອງການ.
7. ການເກັບຮັກສາກະທຽມ: ກະທຽມທີ່ມັດຈຸກໄວ້ແລ້ວນຳໄປແຂວນໄວ້ໃນເຮືອນທີ່ເປີດຝາທັ້ງ 4 ດ້ານ ຫລື ກ້ອງຕາລ່າງ (ຖ້າເປັນເຮືອນຮ້ານ) ທີ່ມີການຖ່າຍເທອາກາດໄດ້ດີ, ບໍ່ຖືກຝົນ ຫລື ນ້ຳຫມອກລວມທັງແສງແດດປະມານ 3-4 ອາທິດ ຈະເຮັດໃຫ້ກະທຽມແຫ້ງດີ, ຄຸນນະພາບສູງຈຶ່ງນຳລົງມາກອງລວມກັນເພື່ອເກັບຮັກສາ ຫລື ຂາຍອອກ, ກະທຽມຫລັງຈາກເກັບ 5-6 ເດືອນ ຈະເຮັດນ້ຳຫນັກຫລຸດລົງປະມານ 30%, ຖ້າຫາກເກັບຂ້າມປີຈະມີສ່ວນເຮັດໃຫ້ນ້ຳຫນັກຫລຸດລົງ 60-70%.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດຜັກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=9§ion_id=391
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່
ຂໍ້ແນະນໍາເຕັກນິກການນໍໃຊ້ EM
ຂໍ້ແນະນໍາເຕັກນິກການນໍໃຊ້ EM
1. ຄຸນລັກສະນະໂດຍທົ່ວໄປຂອງ EM.
• EM ເປັນຂອງແຫຼວສີນໍ້າຕານ ມີກິ່ນສົ້ມ ອົມຫວານ
• ເປັນກຸ່ມຈຸລີນຊີທີ່ມີຊິວິດ ແລະ ບໍ່ສາມາດໃຊ້ຮວ່ມກັບສານເຄມີ, ຢາປະຕິຊິວະນະ ຫຼື ຢາຂ້າເຊື້ອຕ່າງໆໄດ້
• EM ບໍ່ແມ່ນສານອັນຕະລາດຕໍ່ສິ່ງທີ່ມີຊິວິດເຊັ່ນ: ຄົນ, ສັດ, ພືດ ແລະ ແມງໄມ້ທີ່ເປັນປະໂຫຍດ
• EM ຊວ່ຍປັບປຸງສະພາບຄວາມສົມດຸນຂອງສິ່ງແວດລອ້ມ
• EM ເປັນຈຸລີນຊີທີ່ຄົນເຮົາສາມາດນໍາໄປເພາະຂະຫຍາຍເພື່ອນໍາໃຊ້ແກ້ໄຂບັນຫາຕ່າງໆໄດ້ດວ້ຍຕົນເອງ
2. ລັກສະນະການຜະລິດ.
ໂດຍການເພາະຂະຫຍາຍຈາກຈຸລີນຊີທີ່ມີປະໂຫຍດກວ່າ 80 ຊະນິດຈາກກຸ່ມ:
• ສັງເຄາະແສງ ( Photosynthetic bacteria )
• ຜະລິດກົດແລກຕິກ ( Lactic acid bacteria )
• ໄນໂຕຼເຈນ ( Nitrogen fixing bacteria )
• ເອທີໂນມັຍຊີສ ( Actinomycetes )
• ກຸ່ມຈຸລິນຊີຢີສ ( Yeasts )
ກຸ່ມຈຸລິນຊີດັ່ງກ່າວໄດ້ມາຈາກທະນາຄານຈຸລີນຊີນໍາມາເພາະລ້ຽງ ແລະ ຂະຫຍາຍດວ້ຍເຕັກໂນໂລຊີພິເສດໂດຍນໍາໃຊ້ອາຫານຈາກທໍາມະຊາດເຊັ່ນ: ນໍ້າຕານ, ໂປຼຕິນ, ຮໍາ, ເຂົ້າ ແລະ ສານປະກອບອື່ນໆ. ດັ່ງນັ້ນ, ຈຶ່ງບໍ່ເປັນອັດຕະລາຍຕໍ່ສິ່ງທີ່ມີຊີວິດ.
3. ການເກັບຮັກສາ.
• EM ຫົວເຊື້ອສາມາດເກັບຮັກສາໄວ້ໄດ້ດົນປະມານ 6 ເດືອນ ໃນອຸນຫະພູມຫ້ອງປົກກະຕິ 25-45 c ໂດຍປິດຜາໃຫ້ແໝ້ນຢ່າໃຫ້ອາກາດເຂົ້າ ແລະ ຢ່າເກັບໄວ້ໃນຕູ້ເຢັນ
• ທຸກຄັ້ງທີ່ໃຊ້ຕ້ອງປິດຜາໃຫ້ແໝ້ນ
• ການຂະຫຍາຍ EM ຄວນນໍາໃຊ້ພາຊະນະ ແລະ ນໍ້າທີ່ສະອາດໃຊ້ໃຫ້ໝົດພາຍໃນເວລາທີ່ເໝາະສົມ
4. ເຕັກນິກການຂະຫຍາຍ EM
4.1. ການເຮັດ EM ຂະຫຍາຍ
ເອົາ EM ຫົວເຊື້ອ 1 ລິດ, ເສດນໍ້າຕານ 1 ລິດ ແລະ ນໍ້າ 20 ລິດປະສົມເຂົ້າກັນໃສ່ໃນຕຸກປິດຜາໄວ້ເຖິງ 7 ມື້ ແລະ ຈຶ່ງນໍາມາໃຊ້ໃຫ້ໝົດພາຍໃນ 7 ມື້.
4.2. ການເຮັດ EM 5
ເອົາຫົວເຊື້ອ EM 1 ລິດ, ເສດນໍ້າຕານ 1 ລິດ, ເຫຼົ້າຂາວ 1 ລິດ, ນໍ້າສົມສາຍຊູ 1 ລິດ ແລະ ນໍ້າສະອາດ 1 ລິດ ປະສົມເສດນໍ້າຕານກັບນໍ້າໃຫ້ລະລາຍກອ່ນແລ້ວຈຶ່ງຕື່ມ EM, ເຫຼົ້າຂາວ, ນໍ້າສົມສາຍຊູລົງ ແລ້ວໃສ່ໃນຕຸກ 10 ລິດ ປິດຜາໄວ້ເຖິງ 15 ວັນ ຈຶ່ງນໍາໄປໃຊ້ ແລະ ໄຂຜາລະບາຍແກ້ສອອກທຸກວັນແລ້ວອັດຄືເກົ່າ, ສາມາດເກັບຮັກສາໄວ້ໄດ້ເຖິງ 3 ເດືອນ.
4.3. ການເຮັດ ຊຸບເປີສຸໂຕຈຸ
ເອົາຫົວເຊື້ອ EM 1ລິດ, ເຫຼົ້າຂາວ 2 ລິດ, ນໍ້າສົມສາຍຊູ 5% 1 ລິດ ແລະ ເສດນໍ້າຕານ 1 ລິດ ປະສົມເສດນໍ້າຕານ ແລະ ນໍ້າສົມສາຍຊູໃຫ້ລະອຽດກອ່ນ ແລ້ວຈຶ່ງຕື່ມເຫຼົ້າຂາວ ແລະ EM ລົງ ແລ້ວໃສ່ໃນຕຸກ 5 ລິດອັດຝາໄວ້ 24 ຊົ່ວໂມງແລ້ວນໍາໄປໃຊ້ສິດປາບແມງໄມ້ທີ່ປາບຍາກເຊັ່ນ: ບົ້ງຮໍາໃບ ແລະ ອື່ນໆໃນອັດຕາ 10 ຊຊ ຕໍ່ນໍ້າ 5-10 ລິດ ແລະ ກໍາຈັດເຫັບ, ໝັດໃນສັດລ້ຽງ ໃນອັດຕາ 100 ຊຊ ຕໍ່ນໍ້າ 5 ລິດ.
4.4. ການເຮັດນໍ້າສະກັດຈາກການໝັກສະໝຸນໄພ ຫຼື EMFPE
ນໍາເອົາຊີ້ນສວ່ນຕ່າງໆຂອງພືດສະໝຸນໄພມາຕັດເປັນຕອ່ນນອ້ຍໆ ໃຫ້ໄດ້ 1 ຖັງ (ຖັງຂະໝາດ 10 ລິດ ໃສ່ລົງໃນຖັງ, ເອົາຫົວເຊື້ອ EM ແລະ ເສດນໍ້າຕານ 300 ຊຊ ບວກນໍ້າ 10 ລິດ ປະສົມໃຫ້ລະລາຍເຂົ້າກັນແລ້ວຖອກລົງໃນຖົງສະໝຸນໄພ, ໃຊ້ຜ້າຢາງປົກປາກຖັງ ແລະ ເອົາກອ້ນຫີນເຕັງທັບຜ້າຢາງໃຫ້ແຈບແລ້ວປິດຝາຖັງໝັກໄວ້ 7 ວັນ, ເມື່ອໝັກໄດ້ 3 ວັນໃຫ້ຄົນສະໝຸນໄພໃນຖົງ ເມື່ອໄດ້ກໍານົດ 7 ວັນແລ້ວຕອງເອົາແຕ່ນໍ້າສະກັດໄປນໍາໃຊ້, ສວ່ນເສດສະໝຸນໄພນໍາໄປໃຊ້ໃສ່ນໍາສວ່ນຜັກ, ນາເຂົ້າ.
4.5. ການເຮັດ EM BOKASHI (ຝຸ່ນຄອກໝັກກັບ EM)
4.5.1. ສ່ວນປະກອບ
ຂີ້ສັດທຸດຊະນິດ 1 ສວ່ນ (ບໍລິມາດ) ແກບດິບ 1 ສວ່ນ (ບໍລິມາດ), ຮໍາລະອຽດ 1 ສວ່ນ (ບໍລິມາດ) EM ຫົວເຊື້ອ 100 ຊຊ, ເສດນໍ້າຕານ 100 ຊຊ ແລະ ນໍ້າ 10 ລິດ,
4.5.2. ວິທີເຮັດ
ປະສົມແກບດິບກັບຂີ້ສັດໃຫ້ເຂົ້າກັນໃນພື້ນຊີມັງ ຫຼື ພື້ນດິນປູດວ້ຍຜ້າຢ່າງ, ປະສົມ EM ກັບເສດນໍ້າຕານ ແລະ ນໍ້າໃສ່ໃນບົວຂະໝາດ 10 ລິດ ແລ້ວຫົດຫົວໃສ່ກອງແກບ ແລະ ຂີ້ສັດພອ້ມທັງຄົນໃຫ້ໄດ້ຄວາມຊຸ່ມສະໝໍ່າສະເໝີປະມານ 50 % ຖ້າຫາກຄວາມຊຸ່ມຍັງບໍ່ທັນຮອດ 50 % ກໍ່ຕ້ອງໄດ້ປະສົມ EM ນໍ້າ ແລະ ເສດນໍ້າຕານອີກຕື່ມແລ້ວຫົດ ແລະ ຄົນອີກຈາກນັ້ນນໍາເອົາຮໍາຖອກລົງຄົນໃຫ້ເຂົ້າກັນ ແລະ ແປງເປັນກອງຮາບພຽງສະໝໍ່າສະເໝີຄວາມສູງຂອງກອງຝຸ່ນປະມານ 15-20 ຊົງຕິແມັດ ແລະ ປົກຄຸ່ມດວ້ຍເປົ່າປ່ານໝັກໄວ້ 3 ວັນ ແລ້ວຈຶ່ງນໍາໄປໃຊ້ໄດ້, ໂດຍແຕ່ລະວັນໃຫ້ກວດເບິ່ງອຸນຫະພູມຂອງກອງຝຸ່ນ ແລະ ບົ່ມຖ້າຫາກມີອຸນຫະພູມຮ້ອນປະມານ 40-50 ອົງສາ ໃຫ້ເຮັດຝຸ່ນເປັນກອງ ແລະ ປົກຄຸມດວ້ຍເປົ່າປ່ານຄືເກົ່າ.
5. ເຕັກນິກການນໍາໃຊ້.
• ປະສົມ EM ຫົວເຊື້ອ ຫຼື EM ຂະຫຍາຍກັບນໍ້າອັດຕາ 10 ຊຊ ( 1 ບ່ວງ )/ ນໍ້າ 10 ລິດ ເພື່ອສິດ ແລະ ຫົດພືດຜັກ, ນາເຂົ້າ, ຕົ້ນໄມ້ກິນໝາດ, ໄມ້ປະດັບອາທິດລະ 1-2 ຄັ້ງ
• ປະສົມ EM ຫົວເຊື້ອກັບນໍ້າອັດຕາ 5 ຊຊ (ເຄິ່ງບ່ວງ) ຕໍ່ນໍ້າ 10 ລິດ ໃຫ້ສັດລ້ຽງກິນເຊັ່ນ: ເປັດ, ໄກ່, ໝູ ແລະ ອື່ນໆເປັນປະຈໍາຈະເຮັດໃຫ້ສັດລ້ຽງແຂງແຮງມີພູມຕ້ານທານຕໍ່ເຊື້ອພະຍາດ
• ໃຊ້ EM ຂະຫຍາຍ 1 ລິດ ຕໍ່ນໍ້າ 100 ລິດ ສີດລ້າງພື້ນຄອກສັດ: ຄອກໝູ, ຄອກງົວ, ຄອກໄກ່ ສາມາດກຳຈັດກິ່ນເໝັນໄດ້ພາຍໃນ 24 ຊົ່ວໂມງ, ສີດອາທິດລະ 1-3 ເທື່ອ
• ໃຊ້ EM 5 ໃນອັດຕາ 10 ຊຊ ປະສົມນໍ້າ 5 ລິດສີດພົ່ນ ຕາມພືດຜັກ, ນາເຂົ້າ, ຕົ້ນໄມ້ກິນໝາກ, ໄມ້ປະດັບ ແລະ ຕາມຄອກສັດລ້ຽງທີ່ມີແມງວັນຈະຊວ່ຍປ້ອງກັນແມງໄມ້ສັດຕູພືດຕ່າງໆໄດ້, ເວລາພືດອອກດອກຄວນປະສົມຈາງລົງ
• ໃຊ້ EMFPE (ນໍ້າສະກັດຈາກການໝັກສະໝຸນໄພ) ໃນອັດຕາ 10 ຊຊ ປະສົມນໍ້າ 5-10 ລີດ ສິດພົ່ນພືດຜັກ, ນາເຂົ້າ, ໄມ້ໃຫ້ໝາກ, ໄມ້ປະດັບ ຈະເຮັດໃຫ້ພືດມີພູມຕ້ານທານຕໍ່ພະຍາດຕ່າງໆ ແລະ ສາມາດສິດພື້ນທີ່ກຽມປູກພືດຕ່າງໆເພື່ອຂ້າເຊື້ອພະຍາດໃນດິນຕາມອັດຕາສວ່ນດຽວກັນ
• ໃຊ້ EM BOKASHI (ຝຸ່ນຄອກໝັກກັບ EM) ໃນອັດຕາ 200-500 ກຼາມ ໂຮຍຮອງພື້ນທີ່ດິນກອ່ນປູກພືດຜັກຕ່າງກອ່ນດໍານາເຂົ້າ, ກອ່ນປູກເບ້ຍໄມ້ກິນໝາກຕ່າງໆ ແລະ ຫົດດວ້ຍນໍ້າຫົວເຊື້ອ EM ຫຼື EM ຂະຫຍາຍໃນອັດຕາສວ່ນ 10 ຊຊ ປະສົມນໍ້າ ລິດ. ຖ້າໄມ້ກິນໝາກອາຍຸ 1-2 ປີໃຫ້ໃສ່ໂຮຍອອ້ມຕົ້ນ 1-2 ກິໂລຕໍ່ຕົ້ນ ແລະ ຫົດຕາມດວ້ຍນໍ້າຫົວເຊື້ອ EM
• ໃຊ້ EM ຂະຫຍາຍໃນອັດຕາສວ່ນ 1 ລິດ ຕໍ່ນໍ້າ 10.000 ລິດ ຫຼື 1 ລິດ ຕໍ່ນໍ້າ 10 ແມັດກອ້ນໃສ່ລົງໃນສາລ້ຽງປາ, ລ້ຽງກຸ້ງ, ລ້ຽງກົບທຸກໆ 7-10 ວັນຈະເຮັດໃຫ້ນໍ້າບໍ່ເສຍຊວ່ຍເປັນ pH ຂອງນໍ້າ
• ໃຊ້ EM ຂະຫຍາຍເພື່ອບໍາບັດນໍ້າເສຍທີ່ມີກິນແໝ້ນ ຕາມຮ່ອງນໍ້າ, ຕະຫຼາດ, ໂຮງງານ, ຫ້ອງນໍ້າໃນອັດຕາສວ່ນ 1 ລີດ ປະສົມນໍ້າ 100 ລີດ ຖອກລົງຕາມບອ່ນນໍ້າເສຍດັ່ງກ່າວຈະເຮັດໃຫ້ນໍ້າດີຂື້ນບໍ່ມີກິ່ນແໝ້ນ ແລະ ເຮັດໃຫ້ສິ່ງແວດລອ້ມດີຂື້ນ
6. ຄຸນປະໂຫຍດຂອງການນໍາໃຊ້ EM
6.1. ດ້ານການກະເສດ
• ຊວ່ຍປັບສະພາບຄວາມເປັນກົດ-ດ່າງໃນດິນ ແລະ ນໍ້າໃຫ້ເປັນກາງ
• ຊວ່ຍແກ້ບັນຫາຈາກແມງໄມ້ສັດຕູພືດ ແລະ ພະຍາດລະບາດຕ່າງໆ
• ຊວ່ຍປັບສະພາບດິນໃຫ້ຮວ່ນຊຸ່ມອຸ່ມນໍ້າ ໃຫ້ອາກາດຜ່ານໄດ້ຢ່າງເໝາະສົມ
• ຊວ່ຍຍອ່ຍສະຫຼາຍອິນຊີວັດຖຸໃຫ້ເປັນອາຫານແກ່ພືດ ພືດຈະດູດຊືມໄດ້ເລີຍ ໂດຍບໍ່ສູນເສຍພະລັງງານຫຼາຍ
• ຊວ່ຍສ້າງຮໍໂມນພືດ ເພື່ອໃຫ້ຜົນຜະລິດສູງໄດ້ຄຸນນະພາບດີຂື້ນ
6.2. ທາງດ້ານການລ້ຽງສັດ
• ຊວ່ຍກໍາຈັດກິ່ນເໝັນຈາກຂີ້ສັດໄດ້ 24 ຊົ່ວໂມງ
• ຊວ່ຍບໍາບັດນໍ້າເສຍຈາກຟາມພາຍໃນ 1 ອາທິດ
• ຊ່ວຍປ້ອງກັນໂຣກອະຫິວາ ແລະ ໂຣກລະບາດຕ່າງໃຊ້ແທນຢາປະຕິຊີວະນະຕ່າງໆໄດ້
• ຊວ່ຍເສີມສຸກສະພາບຂອງສັດເຮັດໃຫ້ສັດແຂງແຮງມີຄວາມຕ້ານທານຕໍ່ພະຍາດໃຫ້ຜົນຜະລິດສູງອັດຕາການຕາຍຫຼຸດລົງ
6.3. ດ້ານການປະມົງ
• ຊວ່ຍແກ້ບັນຫາພະຍາດໃນນໍ້າທີ່ເປັນບັນຫາຕໍ່ກຸ້ງ, ປາ, ກົບ ຫຼື ສັດນໍ້າອື່ນໆ
• ຊວ່ຍຮັກສາພະຍາດບາດແຜຕ່າງໆໃນປາ, ກົບ
• ຊວ່ຍຫຼຸດຜອ່ນປະລິມານຂີ້ເລນໃນບໍ່ ຂີ້ເລນບໍ່ເນົ່າ ສາມາດນໍາໄປປະສົມເຮັດປຸ໋ຍໝັກໄດ້ດີ
6.4. ດ້ານສິ່ງແວດລອ້ມ
• ຊວ່ຍບໍາບັດນໍ້າເສຍຈາກການກະເສດ, ການລ້ຽງສັດ, ການປະມົງ, ໂຮງງານອຸດສະຫະກຳ, ຊຸມຊົນ ແລະ ອື່ນໆ
• ກຳຈັດກິ່ນຂີ້ເຫຼື່ອຍດວ້ຍການຍ່ອຍສະຫຼາຍໃຫ້ມີຈໍານວນນອ້ຍລົງ ແລະ ສາມາດນໍາໄປໃຊ້ປະໂຫຍດອື້ນໄດ້
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການເຮັດນໍ້າໝັກ
ແຫຼ່ງຂໍ້ມູນ: ກອງສົ່ງເສີມ ກະສິກຳ ແລະ ປ່າໄມ້; ພະແນກວິຊາການ
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່
ເຕັກນິກການປູກຖົ່ວຂົ້ວ (Common Bean)
ເຕັກນິກການປູກຖົ່ວຂົ້ວ (Common Bean)
ຖົ່ວຂົ້ວເປັນພືດຜັກທີ່ນິຍົມບໍລິໂພກຫລາຍມີລົດຊາດແຊບນົວດີສາມາດນຳມາປະກອບອາຫານໄດ້ຫລາຍຢ່າງຖົ່ວຊະນິດນີ້ມີຖິ່ນກຳເນີດ ຢູ່ໃນທະວີບອາເມລິກາໃຕ້ ສຳລັບບ້ານເຮົາກໍ່ມີຄວາມນິຍົມກັນປູກຫລາຍພໍສົມຄວນໃນປະຈຸ ບັນ.
1. ລັກສະນະທົ່ວໄປ.
ຖົ່ວຂົ້ວເປັນພືດໃນຕະກູນ Leguminoseae ມີຊື່ວິທະຍາສາດແມ່ນ: phaseolus vulgaris Linn. Var.vulgans ເປັນພືດທີ່ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ ຖົ່ວຂົ້ວເປັນພືດທີ່ຈະເລີນເຕີບໂຕໄດ້ງ່າຍສາມາດເກີດໃນດິນເກືອບທຸກປະເພດ
2. ແນວພັນ.
ພັນທີ່ໃຊ້ປູກມີ 2 ປະເພດຄື: ພັນຟຸ່ມ ແລະ ພັນເລືອ ສຳລັບພັນຟຸ່ມມີຄວາມສູງປະມານ 30-50 ຊັງຕີແມັດ, ສ່ວນພັນເລືອມີຄວາມສູງເຖິງ 1.80 ແມັດ ເຊິ່ງຖ້າປູກພັນເລືອຄວນຈະຕ້ອງເຮັດຄ້າງໃຫ້ເລືອຄືກັບຖົ່ວຝັກຍາວ.
3. ການກຽມຫນານປູກ.
ເນື່ອງຈາກຖົ່ວຂົ້ວມີຮາກເລິກປານກາງການກຽມດິນຄວນຂຸດໄຖເລິກ ປະມານ 20 – 25 ຊັງຕີແມັດ ແລ້ວຕາກດິນໃຫ້ແຫ້ງ 5-7 ວັນ ຖ້າເປັນດິນຊາຍແກມຕົມຜຸຜຸ່ຍດີຄວນໃສ່ຝຸ່ນບົ່ມ ຫລື ຝຸ່ນຄອກ ພຽງເລັກຫນ້ອຍແລ້ວພວນດິນໃຫ້ລອຽດ.
4. ວິທີປູກ.
ໄລຍະປູກທີ່ເຫມາະສົມ: ພັນຟຸ່ມ ໄລຍະຫ່າງລະຫວ່າງຕົ້ນ 10 ຊັງຕີແມັດ, ໄລຍະຫ່າງລະຫວ່າງແຖວ 60 ຊັງຕີແມັດ, ພັນເຄືອ ໃຊ້ໄລຍະຫ່າງລະຫວ່າງຕົ້ນ 15 ຊັງຕີແມັດ ແລະ ລະຫວ່າງແຖວ 100 ຊັງຕີແມັດ. ຫລັງຈາກກຽມດິນຮຽບຮ້ອຍດີແລ້ວໃຫ້ຢອດເມັດລົງຫນານຕາມໄລຍະປູກ ດັ່ງກ່າວຂຸມລະ 2-3 ເມັດ, ເລິກ 2 ຊັງຕີແມັດ ປົກດິນບາງໆຫົດນ້ຳໃຫ້ຊຸ່ມເອົາເຟືອງແຫ້ງປົກບາງໆເມື່ອຕົ້ນຈະເລີນ ເຕີບໂຕຈົນມີໃບແທ້ 2 ໃບ ແລ້ວໃຫ້ຖອນ ແຍກເຫລືອພຽງຂຸມລະ 1 ຕົ້ນກໍ່ພໍ ເມື່ອຕົ້ນຖົ່ວມີອາຍຸ 15 ມື້ ຕ້ອງເຮັດຄ້າງໃຫ້ເລືອ.
5. ການບົວລະບັດຮັກສາ.
1. ການໃສ່ຝຸ່ນ: ຝຸ່ນທີ່ແນະນຳໃຫ້ໃສ່ຄືຝຸ່ນ NPK ສູດ 10-20-10 ຫລື 15-15-15 ຫລື 13-13-21 ຫລື ສູດອື່ນໆທີ່ໃກ້ຄຽງກັນນີ້ ໃສ່ຈຳນວນ 300-500 ກິໂລຕໍ່ເຮັກຕາ ຂຶ້ນຢູ່ກັບຄວາມອຸດົມສົມບູນຂອງດິນ. ການໃສ່ຝຸ່ນເທື່ອທີ 1 ໃສ່ເປັນຝຸ່ນຮອງພື້ນກ່ອນປູກ, ເທື່ອທີ 2 ໃສ່ຫລັງຈາກປູກໄດ້ 25-30 ວັນ ໂຮຍຂ້າງຫ່າງຈາກຕົ້ນເລັກຫນ້ອຍແລ້ວພວນດິນປົກ.
2. ການໃຫ້ນ້ຳ: ຄວນໃຫ້ສະຫມ່ຳສະເຫມີ ແລະ ພຽງພໍບໍ່ຄວນໃຫ້ຂາດນ້ຳໃນໄລຍະກຳລັງອອກດອກ ແລະ ຈັບຫມາກ.
3. ການພວນດິນ ແລະ ກຳຈັດຫຍ້າ: ຄວນເຮັດເລື້ອຍໆໃນໄລຍະທຳອິດ ແລະ ຕ້ອງເຮັດຢ່າງລະມັດລະວັງຢ່າໃຫ້ກະທົບກະເທືອນເຖິງລະບົບຮາກການຈະເລີນເຕີບໂຕຈະຢຸດສະງັກ.
6. ການເກັບກ່ຽວ.
ຖ້າເປັນພັນດໍອາຍຸການເກັບກ່ຽວປະມານ 50-60 ວັນ ແຕ່ຖ້າເປັນພັນງັນອາຍຸເກັບກ່ຽວປະມານ 70-80 ວັນ (ນັບຈາກວັນເລີ່ມຢອດເມັດ) ຄວນເກັບກ່ຽວເລື້ອຍໆບໍ່ຄວນປ່ອຍໃຫ້ຝັກແກ່ ເພາະຈະເຮັດໃຫ້ເສຍຄຸນນະພາບການເກັບຄວນໃຊ້ມີດຕັດບໍລິເວນຂວັ້ນຝັກຢ່າໃຊ້ວິທີດຶງຈະເຮັດໃຫ້ຕົ້ນຄອນ ແລະ ໄດ້ຮັບຄວາມເສຍຫາຍ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດຜັກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=11§ion_id=439&page=1
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່:
ເຕັກນິກການປູກຜັກກາດນາ ກວາງຕຸ້ງ
1. ເຕັກນິກການປູກຜັກກາດນາ ກວາງຕຸ້ງ (Green Kuang Futsoi)
ຜັກກາດຂຽວກວາງຕຸ້ງ ໃຊ້ບໍລິໂພກພາກສ່ວນໃບ ແລະ ກ້ານ ເຊິ່ງເປັນທີ່ນິຍົມບລິໂພກຫລາຍລັກສະນະກ້ານໃບຫນາມົນເກືອບ ກົມສີຂຽວປາຍແຜ່ນໃບມົນສີຂຽວເຂັ້ມມີຖິ່ນກຳເນີດໃນທະວີບອາຊີ ຕາເວັນອອກສຽງໃຕ້ປູກຫລາຍໃນມົນທົນກວາງຕຸ້ງຂອງປະເທດຈີນ. ໄທ ແລະ ລາວ.
2. ລັກສະນະທົ່ວໄປ.
ຜັກກາດກວາງຕຸ້ງເປັນພືດຜັກທີ່ຢູ່ໃນຕະກູນ Cruciferae ມີຊື່ວິທະຍາສາດວ່າ: Brassica chinensisvar. para chinensis (Bailey) Tsen lee. ຜັກກາດກວາງຕຸ້ງເປັນພືດອາຍຸປີດຽວ (Annual) ສາມາດຈະເລີນເຕີບໂຕໄດ້ໃນດິນທຸກຊະນິດທີ່ມີຄວາມອຸດົມສົມບູນ ດີປະຕິກິລິຍາຂອງດິນ pH 5,8-6,5 (ຂ້ອນຂ້າງເປັນກົດເລັກນ້ອຍ ຫາ ປານກາງ) ສະພາບດິນມີຄວາມຊຸ່ມສູງພໍສົມຄວນ, ມີແສງສະຫວ່າງ (ແສງແດດ) ສະຫມ່ຳສະເຫມີຕະຫລອດມື້, ອຸນຫະພູມທີ່ເຫມາະສົມ 20-25 ອົງສາເຊ ສະພາບອາກາດໃນບ້ານເຮົາແມ່ນສາມາດປູກໄດ້ຕະຫລອດປີອາຍຸ ຕັ້ງແຕ່ຫວ່ານ ຫລື ຢອດເມັດເຖິງເກັບກ່ຽວປະມານ 35-45 ວັນ.
3. ແນວພັນ.
ຜັກກາດຂຽວກວາງຕຸ້ງຍັງບໍ່ມີການລະບຸຄວາມແຕກຕ່າງຂອງລັກສະນະ ພັນນອກຈາກຜັກກາດຂຽວກວາງຕຸ້ງແລ້ວ ຍັງມີຜັກກວາງຕຸ້ງ 3 ຊະນິດຄື: ຜັກກາດຂາວກວາງຕຸ້ງ, ຜັກກາດຮ່ອງເຕ້ ແລະ ຜັກກາດດອກ.
4. ການກຽມດິນ.
ຜັກກາດຂຽວກວາງຕຸ້ງ ເປັນຜັກທີ່ມີຮາກຕື້ນການກຽມດິນຄວນໄຖຂຸດເລິກປະມານ 15-20 ຊັງຕີແມັດຕາກດິນໄວ້ປະມານ 5 – 7 ວັນ ໂຮຍຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍຕົວດີແລ້ວໃຫ້ຫລາຍພວນ ແລະ ຍ່ອຍດິນໃຫ້ລະອຽດຍົກເປັນຫນານໆ
5. ການປູກ.
ປູກແບບຫວ່ານເມັດ: ໃຫ້ປະສົມເມັດພັນ 1 ສ່ວນກັບຊາຍສະອາດ 3 ສ່ວນ ຫວ່ານໃຫ້ທົ່ວຫນານ ແລ້ວປົກດ້ວຍຝຸ່ນຄອກ ຫລື ຝຸ່ນບົ່ມ ຫນາ 0,5-1 ຊັງຕີແມັດ. ປົກດ້ວຍເຟືອງແຫ້ງທີ່ສະອາດບາງໆ ເພື່ອເກັບຮັກສາຄວາມຊຸ່ມຊື່ນ ແລ້ວຫົດນ້ຳໃຫ້ຊຸ່ມເມື່ອເມັດງອກໄດ້ປະມານ 20 ວັນ ຄວນຖອນແຍກຈັດໃຫ້ໄດ້ໄລຍະຫ່າງຕົ້ນ 20-25 ຊັງຕີແມັດ.
ປູກແບບໂຮຍເມັດເປັນແຖວ. ຫລັງຈາກປະສົມເມັດພັນດັ່ງກ່າວຂ້າງເທິງແລ້ວ ໃຫ້ໂຮຍເປັນແຖວເລິກລົງໄປໃນດິນປະມານ 0,5 -1 ຊັງຕີແມັດ ໂດຍໃຫ້ໄລຍະລະຫວ່າງແຖວ 20-25 ຊັງຕີແມັດ ແລ້ວປົກດ້ວຍຝຸ່ນຄອກ ຫລື ຝຸ່ນບົ່ມບາງໆ, ປົກດ້ວຍ ເຟືອງແຫ້ງຫົດນ້ຳໃຫ້ຊຸ່ມ. ຫລັງຈາກເມັດງອກໄດ້ 20 ມື້ ໃຫ້ຖອນແຍກໃນແຖວ ໂດຍພະ ຍາຍາມຈັດໄລຍະຫ່າງຂອງຕົ້ນໃຫ້ໄດ້ປະມານ 20-25 ຊັງຕີແມັດ.
6. ການບົວລະບັດຮັກສາ.
6.1. ການໃສ່ຝຸ່ນ: ພືດດັ່ງກ່າວນີ້ ຕ້ອງການຝຸ່ນພໍສົມຄວນດັ່ງນັ້ນ, ການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນ ແນໃສ່ການຫລຸດຕົ້ນທຶນການຜະລິດ ແລະ ໃຫ້ມີປະສິດທິຜົນສູງດ້ານຜົນຜະລິດ ໂດຍສະເພາະດ້ານການຈະເລີນເຕີບໂຕໃບ ແລະ ທາງກ້ານ ຫລື ລຳຕົ້ນ. ດັ່ງນັ້ນ, ຈິ່ງແນະນຳໃຫ້ໃຊ້ຝຸ່ນ N:P:K ສູດ 20-11-11 ຫລື 16-8-8 ຫລື ສູດທີ່ໃກ້ຄຽງໃນຈຳນວນ 300 ກິໂລຕໍ່ເຮັກຕາ ໂດຍແບ່ງໃສ່ 2 ເທື່ອ: ເທື່ອທີ 1: ໃສ່ເຄິ່ງຫນຶ່ງເປັນຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ. ເທື່ອທີ 2: ໃຫ້ໃສ່ຝຸ່ນເມື່ອພືດມີອາຍຸປະມານ 10-20 ວັນ ຈຳນວນທີ່ເຫລືອຄັ້ງທຳອິດ. ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣຍອີກ 60 ກິໂລຕໍ່ເຮັກຕາ ເພື່ອເລ່ງການຈະເລີນເຕີບໂຕຂອງລຳຕົ້ນ ແລະ ໃບ.
6.2. ການໃຫ້ນ້ຳ: ຄວນໃຫ້ຢ່າງພຽງພໍ ແຕ່ຢ່າໃຫ້ປຽກຈົນເກີນໄປ ໂດຍເບິ່ງຄວາມຊຸ່ມຊື່ນໃນຫນານປູກໃຫ້ມີຄວາມຊຸ່ມຢ່າງສະຫມ່ຳສະເຫມີ.
6.3. ການພວນດິນ ແລະ ກຳ ຈັດຫຍ້າ: ຄວນເຮັດໃນໄລຍະທຳອິດ ເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະ ນ້ຳໄດ້ດີພ້ອມກັບການກຳຈັດຫຍ້າໄປພ້ອມໆກັນ ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ.
7. ການເກັບກ່ຽວ.
ອາຍຸການເກັບກ່ຽວຂອງຜັກກາດຂຽວກວາງຕຸ້ງຂ້ອນຂ້າງໄວປະມານ 35-45 ວັນ ໃຫ້ເລືອກຕົ້ນທີ່ໃຫຍ່ໄດ້ຂະຫນາດ ຕາມຄວາມຕ້ອງການແລ້ວຕັດດ້ວຍມີດຄົມໆທີ່ໂຄນຕົ້ນຕັດແຕ່ງໃບນອກທີ່ແກ່ ແລະ ຖືກແມງໄມ້ທຳລາຍອອກກ່ອນບັນຈຸສົ່ງຕະຫລາດ ຫລື ບໍລິໂພກ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດຜັກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/kaset_group.php?category_id=9§ion_id=252
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່:
ເຕັກນິກການປູກຫມາກເຍົາ
ເຕັກນິກການປູກຫມາກເຍົາ
ໝາກເຍົາ ( Physic nut or Purging nut ).
ຫມາກເຍົາມີຊື່ວິທະຍາສາດ jatropha curcas linn. ເປັນພືດທີ່ນຳເຂົ້າມາຈາກປະເທດໄທປາຍກຸງສີອາຍຸດທະຍາ ໂດຍຊາວປັອກຕຸຍການເພື່ອຜະລິດເມັດນຳໄປອັດບີບ ນ້ຳມັນເຮັດສະບູ ແລະ ໃຊ້ຈູດໄຟໃຫ້ມີແສງສະຫວ່າງ ໃນເວລາກາງຄືນ, ຫມາກເຍົາເປັນພືຢືນຕົ້ນຕະກູນຢາງພາລາອາຍຸຍືນປະມານ 50 ປີ, ຄວາມສູງປະມານ 2-7 ແມັດ ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ ແລະ ຈະເລີນເຕີບໂຕໄດ້ດີໃນທຸກສະພາບແວດລ້ອມ ຍົກເວັ້ນໃນບໍລິເວນທີ່ມີນ້ຳຂັງ ຫມາກເຍົາມີຊື່ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນເຊັ່ນ: ພາກເຫນືອຂອງໄທເອີ້ນວ່າ ຫມາກຮຸ່ງຮົວ, ພາກກາງເອີ້ນວ່າ ສະບູດຳ, ພາກຕາເວັນອອກສຽງເຫນືອເອີ້ນວ່າຫມາກເຍົາ ແລະ ພາກໃຕ້ເອີ້ນວ່າຫມາກຮຸ່ງເທດ. ເປັນພືດທີ່ມີສານພິດ hydrocyanic ຢູ່ໃນຕົວ ແລະ ໃບ ສ່ວນໃຫຍ່ຈິ່ງມັກປູກເປັນຮົວກັນສັດລ້ຽງ ນ້ຳມັນຫມາກເຍົາສາມາດໃຊ້ເປັນນ້ຳມັນກາຊວນ ຊື່ງເປັນພະລັງງານທົດແທນ ທີ່ຮັກສາສະພາບແວດລ້ອມໄດ້ເປັນຢ່າງດີ.
1. ການປູກ ແລະ ການຮັກສາ.
ພື້ນທີ່ປູກຄວນເປັນພື້ນທີ່ໆລະບາຍນ້ຳໄດ້ດີ ເປັນພື້ນທີ່ສະຫວ່າງແຈ້ງມີແສງແດດ.
2. ແນວພັນ.
ໃນເວລາທີ່ຍັງເປັນພັນພື້ນເມືອງ ແມ່ນເອີ້ນຊື່ຕາມແຫລ່ງປູກເຊັ່ນ: ພັນໂດລາສ, ພັນສະຕູຍັງບໍ່ທັນມີພັນທີ່ໄດ້ຮັບຮອງເປັນທາງການເວລານັ້ນຍັງຢູ່ໃນໄລຍະວິໄຈ ແລະ ພັດທະນາເພື່ອຫາສາຍພັນທີ່ດີເຫມາະສົມສຳລັບທ້ອງຖິ່ນຕ່າງໆ
3. ການຂະຫຍາຍພັນ.
ຫມາກເຍົາປະຈຸບັນນີ້ ນິຍົມຂະຫຍາຍພັນ 2 ລັກສະນະຄື: ໃຊ້ເມັດ ແລະ ການໃຊ້ທ່ອນພັນ (ໃຊ້ລຳຕົ້ນ).
1. ການໃຊ້ເມັດ (ບໍ່ມີໄລ ຍະພັກຕົວ): ຄວນເກັບຝັກທີ່ແກ່ມີສີເຫລືອງແກມສີນ້ຳຕານໃນຖົງຢາງ ຫລື ຫນານກ້າເບ້ຍອາຍຸໄດ້ 2 ເດືອນຈິ່ງນຳໄປປູກ.
2. ການໃຊ້ທ່ອນພັນ: ເຮົາຄວນໃຊ້ທ່ອນພັນທີ່ມີສີນ້ຳຕານປົນຂຽວຍາວປະມານ 45-50 ຊັງຕີແມັດ ປັກລົງໃນຖັງປັກຊຳ ອາຍຸປະມານ 1 ເດືອນ ກໍ່ສາມາດນຳໄປປູກໄດ້.
4. ໄລຍະປູກ.
ໄລຍະປູກທີ່ນິຍົມກັນໃນປະຈຸບັນຄື: ປູກໃນລະຫວ່າງແຖວ 2-2,5 ແມັດ ລະຫວ່າງຕົ້ນ 2-2,5 ແມັດ ຂຶ້ນກັບຄວາມອຸດົມສົມບູນຂອງດິນ.
5. ການໃສ່ຝຸ່ນ.
ຄວນໃສ່ຝຸ່ນບົ່ມ ຫລື ຝຸ່ນຄອກເປັນຕົ້ນ ໂດຍໃສ່ປະມານ 500 ກິໂລຕໍ່ໄລ່ ເນື່ອງຈາກໄລຍະນີ້ຫມາກເຍົາຍັງມີຜົນຜະລິດຕໍ່ໄລ່ຂ້ອນຂ້າງຕ່ຳ ຫຼື ອາດຈະໃຊ້ຝຸ່ນເຄມີ 15-15-15 ອັດຕາ 10 ກິໂລຕໍ່ໄລ່ ຮອງພື້ນກ່ອນປູກ ແລະ ຫລັງເກັບກ່ຽວ
6. ພະຍາດ ແລະ ແມງໄມ້.
ພະຍາດທີ່ພົບໄດ້ແກ່ພະຍາດໃບຈຸດ, ພະຍາດຫມາກເນົ່າ ແລະ ແມງທີ່ພົບເຫັນໄດ້ແກ່ໄຮຂາວ, ເພ້ຍແປ້ງ ແລະ ໄຮແດງ ເນື່ອງຈາກເປັນໄລຍະເລີ່ມຕົ້ນຂອງການປູກຫມາກເຍົາຈິ່ງບໍ່ພົບການລະບາດທຳລາຍຢ່າງຮຸນແຮງ.
7. ການເກັບກ່ຽວ.
ເນື່ອງຈາກຫມາກເຍົາສຸກແກ່ບໍ່ພ້ອມກັນໃນພວງຫມາກ. ສະນັ້ນ, ຈິ່ງຕ້ອງເກັບກ່ຽວ ໂດຍໃຊ້ແຮງງານຄົນເລີ່ມເກັບກ່ຽວໄດ້ຕັ້ງແຕ່ຫມາກສີເຫລືອງຈົນຫມາກສີດຳ
8. ຜົນຜະລິດ.
ຂຶ້ນຢູ່ກັບພັນ, ຄວາມອຸດົມສົມບູນຂອງດິນ ແລະ ສະພາບແວດລ້ອມ ຖ້າປັດໄຈດັ່ງກ່າວດີປີທຳອິດຈະໃຫ້ຜົນຜະລິດປະມານ 100-360 ກິໂລຕໍ່ປີທີ 2 ແລະ ປີຕໍ່ໆໄປ ໂດຍສະເພາະຖ້າມີຊົນລະປະທານ ແລະ ການບຳລຸງຮັກສາທີ່ດີ.
9. ການສະກັດນ້ຳມັນ.
ເມັດຂອງຫມາກເຍົານຳໄປສະກັດນ້ຳມັນທີ່ສາມາດໃຊ້ກັບເຄື່ອງຈັກກາຊວນ ທີ່ມີຮອບຕ່ຳແທນນ້ຳມັນກາຊວນໄດ້ເຊັ່ນ: ເຄື່ອງຈັກສູບນ້ຳ, ລົດໄຖຂະຫນາດນ້ອຍ ປະຈຸບັນມີວິທີສະກັດນ້ຳມັນ 2 ແບບຄື:
1. ແບບງ່າຍ: ໂດຍນຳເມັດຫມາກເຍົາມາບົດໃຫ້ແຕກ ແລະ ຕາກແດດປະມານ 1 ຊົ່ວໂມງ ແລ້ວບີບດ້ວຍເຄື່ອງບີບອັດ ຕອງດ້ວຍຜ້າຂາວບາງໆ 2-3 ຊັ້ນ ຈະໄດ້ນ້ຳມັນ ແລະ ປ່ອຍໃຫ້ຕົກຕະກອນ 1-2 ຄືນ.
2. ແບບທີ່ໃຊ້ເຄື່ອງບີບອັດ: ເຄື່ອງບີບອັດແບບໄຮໂດລິກຈະໄດ້ນ້ຳມັນປະມານ 20-25% ແລະ ເຄື່ອງບີບອັດແບບລະບົບ ອັດກຽວຈະໄດ້ນ້ຳມັນປະມານ 25-30% ແຕ່ວິທີນີ້ຈະເຮັດໃຫ້ນ້ຳມັນຕົກຕະກອນຂ້ອນຂ້າງຫລາຍ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ ແຜນພັບ ກົມປູກຝັງ
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່:
ເຕັກນິກການໃສ່ຝຸ່ນໃນນາເຂົ້າ
ເຕັກນິກການໃສ່ຝຸ່ນໃນນາເຂົ້າ
ຝຸ່ນເປັນປັດໃຈໝື່ງທີ່ສໍາຄັນ ໃນການເພີ່ມຜົນຜະລິດເຂົ້າ, ເພາະວ່າຝຸ່ນແມ່ນອາຫານຕົ້ນຕໍຂອງຕົ້ນ ເຂົ້າ, ເມື່ອເຂົ້າໄດ້ກິນທາດອາຫານຢ່າງພຽງພໍຕາມຄວາມຕ້ອງການໃນແຕ່ລະໄລຍະແລ້ວ ທຸກພາກສວ່ນຂອງຕົ້ນເຂົ້າຈະເຕີບໃຫ່ຍຂະຫຍາຍຕົວໄດ້ຢ່າງສົມບູນ ແລະ ໃຫ້ຜົນຜະລິດສູງ. ຜົນການທົດລອງ ແລະ ວິໄຈດິນນາໃນປະເທດເຮົາໄດ້ພົບວ່າດິນນາຍັງມີລະດັບທາດໄນໂຕຣເຈນ (N) ແລະ ທາດຟົດສຟໍຣັດ (P) ຕໍ່າ.
• ຝຸ່ນທີ່ຄວນນໍາໃຊ້ໃນນາເຂົ້າລວມມີສອງຊະນິດຄື: ຝຸ່ນອົງຄະທາດ ແລະ ຝຸ່ນເຄມີ.
1. ຝຸ່ນອົງຄະທາດ ປະກອບດວ້ຍ ຂີ້ສັດທັງຫຼາຍ, ເຟືອງ, ແກບ, ຝຸ່ນບົ່ມ ທີ່ເຮັດດວ້ຍ: (ເສດຫຍ້າ; ເຟືອງ ແລະ ແກບ), ຝຸ່ນຂຽວ ແລະ ຝຸ່ນອົງຄະທາດທີ່ຜະລິດຈາກໂຮງງານ.
2. ຝຸ່ນເຄມີແມ່ນຝຸ່ນທີ່ປຸງແຕ່ງຈາກສານເຄມີດວ້ຍໂຮງງານ ຊຶ່ງມີການປະກອບທາດອາຫານຕົ້ນຕໍສໍາລັບພືດຄື: N; P ແລະ K ຕາມມາດຕາຖານທີ່ໄດ້ກໍານົດໄວ້. ຝຸ່ນເຄມີປະກອບມີ ຝຸ່ນປະສົມ ແລະ ຝຸ່ນດ່ຽວ:
– ຝຸ່ນປະສົມ ເປັນຝຸ່ນທີ່ໂຮງງານໄດ້ປຸງແຕ່ງໃຫ້ມີທາດອາຫານແຕ່ສອງທາດຂື້ນໄປ (NP ແລະ NPK) ຢູ່ໃນຖົງດຽວ (ຝຸ່ນໝາກ) ເປັນຕົ້ນແມ່ນຝຸ່ນສູດ 16-20-00; 18-46-00; 15-15-15 ແລະ ສູດອື່ນໆ.
– ຝຸ່ນດ່ຽວເປັນຝຸ່ນທີ່ໂຮງງານໄດ້ປຸງແຕ່ງໃຫ້ມີພຽງແຕ່ທາດອາຫານທາດດຽວ( N ຫຼື P ຫຼື K ) ຢູ່ໃນຖົງດຽວເປັນຕົ້ນ ແມ່ນຝຸ່ນສູດ 46-00-00 (ຝຸ່ນເລັ່ງ); 00-46-00 ແລະ 00-00-60 ( ຝຸ່ນໝາກໃສ່ຮອງພື້ນ).
• ຄຸນປະໂຫຍດຂອງຝຸ່ນ
– ຝຸ່ນເປັນແຫ່ງທາດອາຫານຕົ້ນຕໍໃຫ້ແກ່ຕົ້ນເຂົ້າຄື: ທາດ N ຈະເຮັດໃຫ້ຕົ້ນພືດໃຫ່ຍໄວ້; ໃບກວ້າງ; ມີສີຂຽວດີ; ສາມາດສັງເຄາະແສງໄດ້ດີ ແລະ ເຮັດໃຫ້ໝາກມີທາດບໍາລຸງສູງ, ທາດ P ( P2 O5 ) ເຮັດໃຫ້ຮາກພືດຂະຫຍາຍໄວ; ອອກດອກໄວ ແລະ ເຮັດໃຫ້ໝາກ ແລະ ແກ່ນໃຫ່ຍໄວ. ທາດ K (K2O) ເຮັດໃຫ້ລໍາຕົ້ນແຂງລົ້ມຍາກ; ຕິດໝາກດີ, ໝາກ ແລະ ໃບມີຄຸນນະພາບສູງ ( ມີລົດຊາດດີ )
ວິທີການນໍາໃຊ້ຝຸ່ນທີ່ຖືກຕ້ອງ.
1. ອັດຕາຝຸ່ນສໍາລັບລະດູນາປີ.
• ອັດຕາຝຸ່ນ N: ທີ່ໃສ່ໃນທຸກປະເພດເນື້ອດິນ ຕໍ່ ພັນເຂົ້າ ກຂ 10; ໂພນງາມ 1 ແມ່ນໃສ່ 60 ກລ N/ຮຕ; ສວ່ນພັນເຂົ້າທ່າດອກຄໍາ 1 ສາມາດໃສ່ໃນອັດຕາ 60-90 ກລ N/ຮຕ.
• ອັດຕາຝຸ່ນ P: ສໍາລັບທຸກແນວພັນເຂົ້າໃຫ້ໃສ່ຕາມປະເພດເນື້ອດິນຄື: ນາດິນຊາຍ; ຊາຍແກມຕົມ ແລະ ຕົມແກມຊາຍໃຫ້ໃສ່ 15-30 ກລ P2 O5/ຮຕ; ນາດິນຕົມ ແລະ ໝຽວໃຫ້ໃສ່ 30-45 ກລ P2 O5/ຮຕ.
• ອັດຕາຝຸ່ນ K: ສໍາລັບທຸກແນວພັນເຂົ້າໃຫ້ໃສ່ຕາມປະເພດເນື້ອດິນຄື: ນາດິນຊາຍ; ຊາຍແກມຕົມ ແລະ ຕົມແກມຊາຍໃຫ້ໃສ່ 20-30 ກລ K2O/ຮຕ; ນາດິນຕົມ ແລະ ໝຽວໃຫ້ໃສ່ 10-20 ກລ K2O/ຮຕ.
2. ອັດຕາຝຸ່ນສໍາລັບລະດູນາແຊງ.
• ອັດຕາຝຸ່ນ N ທີ່ໃສ່ໃນທຸກປະເພດເນື້ອດິນ ຕໍ່ ພັນເຂົ້າ ກຂ 10; ໂພນງາມ 1 ແມ່ນໃສ່ 60-80 ກລ N/ຮຕ; ສວ່ນພັນເຂົ້າທ່າດອກຄໍາ 1 ສາມດໃສ່ໃນອັດຕາ 90-120 ກລ N/ຮຕ.
• ອັດຕາຝຸ່ນ P ແລະ K ໃຫ້ໃສ່ຄືລະດູນາປີ.
ຕາຕະລາງ 1. ສູດ ແລະ ປະລິມານຝຸ່ນທີ່ຕ້ອງໃສ່ໃນນາປີ ແລະ ນາແຊງ ໃນລະດູທໍາອິດທີ່ຫາກໍ່ເລີ້ມໃສ່ຝຸ່ນ
ເນື້ອດິນ | ຊະນິດຝຸ່ນ ( ສູດຝຸ່ນ ) |
ຈໍານວນຝຸ່ນ ( ກລ / ຮຕ ) ນາປີ = ນາແຊງ |
ດິນຊາຍ | 15-15-15 ຫຼື 16-20-00 46-00-00 |
150 = 150 100 = 100 100 = 150 |
ຕົມແກມຊາຍ | 15-15-15 ຫຼື 16-20-00 46-00-00 |
200 = 200 150 = 150 75 = 100-125 |
ດິນຕົມ | 16-20-00 ຫຼື 18-46-00 46-00-00 |
200 = 200 75 = 75 60-100= 100-150 |
ດິນໝຽວ | 16-20-00 ຫຼື 18-46-00 46-00-00 |
225 = 225 100 = 100 50-100= 100-150 |
ສໍາລັບເລັ່ງໃນເມື່ອໃສ່ຝຸ່ນສູດ 18-46-00
3. ອັດຕາຝຸ່ນທີຄວນໃຊ້ສໍາລັບລະດູທີສອງ ແລະ ລະດູຕໍ່ໆໄປ ໃນນາທີ່ເຄີນໃສ່ຝຸ່ນມາແລ້ວ.
• ຝຸ່ນ N ແລະ K ໃຫ້ໃສ່ຕາມອັດຕາທີ່ເນາະນໍາສໍາລັບລະດູທໍາອິດ ( ຂໍ້ 2 )
• ຝຸ່ນ P ໃຫ້ໃສ່ທົດແທນຈໍານວນຝຸ່ນ P ທີ່ສູນເສຍໄປນໍາຜົນຜະລິດ ໂດຍໃຫ້ຄິດໄລ່ຕາມຜົນຜະລິດທີ່ໄດ້ໃນລະດູທີ່ຜ່ານມາ ( ຜົນຜະລິດເຂົ້າ 1 ໂຕນ ໄດ້ສູນເສຍຝຸ່ນ P2 O5 ໄປ ກລ ), ດັ່ງນີ້: ຕົວຢ່າງ ຜົນຜະລິດໃນລະດູທີ່ຜ່ານມາໄດ້ 3 ຕ/ຮຕ, ໃນລະດູຕໍ່ໄປຄວນໃສ່ຝຸ່ນ P2 O5 ຈໍານວນ = 3 X 7 = 21 ກລ/ຮຕ.
4. ໄລຍະເວລາ ແລະ ວທີການໃສ່ຝຸ່ນ.
• ໃສ່ຮອງພື້ນ: ໃຫ້ໃສ່ໃນໄລຍະກອ່ນຄາດຮອບສຸດທ້າຍ ຫາພາຍຫຼັງດໍາໄດ້ 7 ວັນ, ໃຫ້ໃສ່ຝຸ່ນສູດ 15-15-15 ຫຼື 16-20-00 ຫຼື 18-46-00 ຫຼື 46-00-00(ຝຸ່ນເລັ່ງ) ປະສົມ 00-46-00 ແລະ 00-00-60(ຝຸ່ນໝາກ) ໂດຍຄິດໄລ່ໃສ່ໃຫ້ຖືກຕາມອັດຕາທີ່ຕ້ອງໃສ່ຮອງພື້ນ.
• ໃສ່ເລັ່ງ: ແບ່ງຈໍານວນຝຸ່ນສູດ 46-00-00 ເປັນສອງສວ່ນເທົ່າກັນ: ຄັ້ງທີ່ໝື່ງໃສ່ໄລຍະເຂົ້າແຕກກໍພາຍຫຼັງດໍາໄດ້ 20-30 ວັນ(ເຂົ້າດໍ 20-25 ວັນ) ແລະ ຄັ້ງທີ່ສອງໃສ່ໄລຍະເຂົ້າຈໍ່ຮວງພາຍຫຼັງດໍາໄດ້ 40-55 ວັນ (ເຂົ້າດໍ 40-45 ວັນ) ຫ້າມບໍ່ໃຫ້ຫວ່ານຝຸ່ນເລັ່ງຫຼັງດໍາໄດ້ 56 ວັນຂື້ນໄປ, ເພາະວ່າຈະບໍ່ໄດ້ຮັບຜົນດີ ແລະ ຍັງມີການເສຍຫາຍຫຼາຍດ້ານຄື: ເສຍເງິນ; ແກ່ຍາວວັນເກັກ່ຽວ; ເກີດມີພະຍາດ ແລະ ສັດຕູພືດທໍາລາຍ.
• ການຫວ່ານຝຸ່ນຄວນຫວ່ານໃຫ້ສະໝໍ່າສະເໝີທົ່ວໄຮນາ
• ຖ້າຫາກມີການໃສ່ຝຸ່ນຄອກ; ຝຸ່ນບົ່ມ ຫຼື ໄຖກົບເຟືອງລົງໃສ່ນາຄວນໃສ່ຝຸ່ນສູດ 16-20-00 ຫຼື 18-46-00, ແຕ່ກົງກັນຂ້າມຖ້າບໍ່ໄດ້ນໍາໃຊ້ຝຸ່ນອົງຄະທາດຄວນໃສ່ຝຸ່ນສູດ 15-15-15. ເພາະວ່າຕ້ອງໄດ້ໃສ່ຝຸ່ນໃຫ້ພຽງພໍກັບຄວາມຕ້ອງການຂອງຕົ້ນເຂົ້າ ແລະ ຕ້ອງມີການດຸ່ນດຽ່ງທາດອາຫານໃນດິນ ລະຫວ່າງຂາເຂົ້າ ແລະ ຂາອອກ.
• ປະລິມານທາດອາຫານໃນດິນທີ່ສູນເສຍໄປນໍາຜົນຜະລິດ 1 ໂຕນ
ທາດອາຫານ | ປະລິມານທາດອາຫານທີ່ຈຸບັນ
ເມັດເຂົ້າ = ເຟືອງ |
ລວ່ມ ກລ/ຕ ຜົນຜະລິດ |
N | 1.0 = 0.5 | 15 |
P2O5 | 0.55 = 0.14 | 7 |
K2O | 0.5 = 1.2 | 17 |
ສິ່ງທີ່ຄວນຈົດຈໍາ.
1. ພັນເຂົ້າຕ້ອງແມ່ນພັນປັບປຸງ.
2. ຕ້ອງຮູ້ຂະໝາດເນື້ອທີ່ນາແຕ່ລະໄຮ່.
3. ຕ້ອງແບ່ງຈໍານວນຝຸ່ນທີ່ຈະໃສ່ໃນແຕ່ລະຄັ້ງໃຫ້ຖືກຕາມເນື້ອທີ່ນາແຕ່ລະໄຮ່.
4. ຕ້ອງເລືອກສູດຝຸ່ນໃຫ້ຖືກກັບດິນນາ ແລະ ໃສ່ຕາມຄໍາແນາະນໍາໃນແຕ່ລະຄັ້ງ.
5. ບໍ່ໃຫ້ຫວ່ານຝຸ່ນໃນເວລາທີ່ໃບເຂົ້າປຽກ; ກອ່ນ ຫຼື ຫຼັງຝົນຕົກ; ນໍ້າລົ້ນຄັນນາ ແລະ ບໍ່ມີນໍ້າຢູ່ໃນໄຮ່ນາ.
6. ຕ້ອງເສຍຫຍ້າກອ່ນຫວ່ານຝຸ່ນທຸກຄັ້ງ ( ຖ້າວ່າມີຫຍ້າ )
7. ຕ້ອງໃສ່ຝຸ່ນຄອກ; ຝຸ່ນບົ່ມ; ແກບ; ເຟືອງ ຫຼື ຝຸ່ນອົງຄະທາດໂຮງງານເປັນປະຈໍາທຸກປີ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ: ກະຊວງກະສິກຳ ແລະ ປ່າໄມ້; ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ແຫ່ງຊາດ; ແຜນງານຄົ້ນຄ້ວາເຂົ້າແຫ່ງຊາດ; ໝວ່ຍງານປັບປຸງດິນ: ເຕັກນິກການໃສ່ຝຸ່ນໃນນາເຂົ້າ.
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່: