ເຕັກນິກການປູກຫມາກເຍົາ

ເຕັກນິກການປູກຫມາກເຍົາ
ໝາກເຍົາ ( Physic nut or Purging nut ).
ຫມາກເຍົາມີຊື່ວິທະຍາສາດ jatropha curcas linn. ເປັນພືດທີ່ນຳເຂົ້າມາຈາກປະເທດໄທປາຍກຸງສີອາຍຸດທະຍາ ໂດຍຊາວປັອກຕຸຍການເພື່ອຜະລິດເມັດນຳໄປອັດບີບ ນ້ຳມັນເຮັດສະບູ ແລະ ໃຊ້ຈູດໄຟໃຫ້ມີແສງສະຫວ່າງ ໃນເວລາກາງຄືນ, ຫມາກເຍົາເປັນພືຢືນຕົ້ນຕະກູນຢາງພາລາອາຍຸຍືນປະມານ 50 ປີ, ຄວາມສູງປະມານ 2-7 ແມັດ ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ ແລະ ຈະເລີນເຕີບໂຕໄດ້ດີໃນທຸກສະພາບແວດລ້ອມ ຍົກເວັ້ນໃນບໍລິເວນທີ່ມີນ້ຳຂັງ ຫມາກເຍົາມີຊື່ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນເຊັ່ນ: ພາກເຫນືອຂອງໄທເອີ້ນວ່າ ຫມາກຮຸ່ງຮົວ, ພາກກາງເອີ້ນວ່າ ສະບູດຳ, ພາກຕາເວັນອອກສຽງເຫນືອເອີ້ນວ່າຫມາກເຍົາ ແລະ ພາກໃຕ້ເອີ້ນວ່າຫມາກຮຸ່ງເທດ. ເປັນພືດທີ່ມີສານພິດ hydrocyanic ຢູ່ໃນຕົວ ແລະ ໃບ ສ່ວນໃຫຍ່ຈິ່ງມັກປູກເປັນຮົວກັນສັດລ້ຽງ ນ້ຳມັນຫມາກເຍົາສາມາດໃຊ້ເປັນນ້ຳມັນກາຊວນ ຊື່ງເປັນພະລັງງານທົດແທນ ທີ່ຮັກສາສະພາບແວດລ້ອມໄດ້ເປັນຢ່າງດີ.

http://alangcity.blogspot.com/2013/03/blog-post_14.html

1. ການປູກ ແລະ ການຮັກສາ.
ພື້ນທີ່ປູກຄວນເປັນພື້ນທີ່ໆລະບາຍນ້ຳໄດ້ດີ ເປັນພື້ນທີ່ສະຫວ່າງແຈ້ງມີແສງແດດ.
2. ແນວພັນ.
ໃນເວລາທີ່ຍັງເປັນພັນພື້ນເມືອງ ແມ່ນເອີ້ນຊື່ຕາມແຫລ່ງປູກເຊັ່ນ: ພັນໂດລາສ, ພັນສະຕູຍັງບໍ່ທັນມີພັນທີ່ໄດ້ຮັບຮອງເປັນທາງການເວລານັ້ນຍັງຢູ່ໃນໄລຍະວິໄຈ ແລະ ພັດທະນາເພື່ອຫາສາຍພັນທີ່ດີເຫມາະສົມສຳລັບທ້ອງຖິ່ນຕ່າງໆ
3. ການຂະຫຍາຍພັນ.
ຫມາກເຍົາປະຈຸບັນນີ້ ນິຍົມຂະຫຍາຍພັນ 2 ລັກສະນະຄື: ໃຊ້ເມັດ ແລະ ການໃຊ້ທ່ອນພັນ (ໃຊ້ລຳຕົ້ນ).
1. ການໃຊ້ເມັດ (ບໍ່ມີໄລ ຍະພັກຕົວ): ຄວນເກັບຝັກທີ່ແກ່ມີສີເຫລືອງແກມສີນ້ຳຕານໃນຖົງຢາງ ຫລື ຫນານກ້າເບ້ຍອາຍຸໄດ້ 2 ເດືອນຈິ່ງນຳໄປປູກ.
2. ການໃຊ້ທ່ອນພັນ: ເຮົາຄວນໃຊ້ທ່ອນພັນທີ່ມີສີນ້ຳຕານປົນຂຽວຍາວປະມານ 45-50 ຊັງຕີແມັດ ປັກລົງໃນຖັງປັກຊຳ ອາຍຸປະມານ 1 ເດືອນ ກໍ່ສາມາດນຳໄປປູກໄດ້.

4. ໄລຍະປູກ.
ໄລຍະປູກທີ່ນິຍົມກັນໃນປະຈຸບັນຄື: ປູກໃນລະຫວ່າງແຖວ 2-2,5 ແມັດ ລະຫວ່າງຕົ້ນ 2-2,5 ແມັດ ຂຶ້ນກັບຄວາມອຸດົມສົມບູນຂອງດິນ.


5. ການໃສ່ຝຸ່ນ.
ຄວນໃສ່ຝຸ່ນບົ່ມ ຫລື ຝຸ່ນຄອກເປັນຕົ້ນ ໂດຍໃສ່ປະມານ 500 ກິໂລຕໍ່ໄລ່ ເນື່ອງຈາກໄລຍະນີ້ຫມາກເຍົາຍັງມີຜົນຜະລິດຕໍ່ໄລ່ຂ້ອນຂ້າງຕ່ຳ ຫຼື ອາດຈະໃຊ້ຝຸ່ນເຄມີ 15-15-15 ອັດຕາ 10 ກິໂລຕໍ່ໄລ່ ຮອງພື້ນກ່ອນປູກ ແລະ ຫລັງເກັບກ່ຽວ
6. ພະຍາດ ແລະ ແມງໄມ້.
ພະຍາດທີ່ພົບໄດ້ແກ່ພະຍາດໃບຈຸດ, ພະຍາດຫມາກເນົ່າ ແລະ ແມງທີ່ພົບເຫັນໄດ້ແກ່ໄຮຂາວ, ເພ້ຍແປ້ງ ແລະ ໄຮແດງ ເນື່ອງຈາກເປັນໄລຍະເລີ່ມຕົ້ນຂອງການປູກຫມາກເຍົາຈິ່ງບໍ່ພົບການລະບາດທຳລາຍຢ່າງຮຸນແຮງ.
7. ການເກັບກ່ຽວ.
ເນື່ອງຈາກຫມາກເຍົາສຸກແກ່ບໍ່ພ້ອມກັນໃນພວງຫມາກ. ສະນັ້ນ, ຈິ່ງຕ້ອງເກັບກ່ຽວ ໂດຍໃຊ້ແຮງງານຄົນເລີ່ມເກັບກ່ຽວໄດ້ຕັ້ງແຕ່ຫມາກສີເຫລືອງຈົນຫມາກສີດຳ


8. ຜົນຜະລິດ.
ຂຶ້ນຢູ່ກັບພັນ, ຄວາມອຸດົມສົມບູນຂອງດິນ ແລະ ສະພາບແວດລ້ອມ ຖ້າປັດໄຈດັ່ງກ່າວດີປີທຳອິດຈະໃຫ້ຜົນຜະລິດປະມານ 100-360 ກິໂລຕໍ່ປີທີ 2 ແລະ ປີຕໍ່ໆໄປ ໂດຍສະເພາະຖ້າມີຊົນລະປະທານ ແລະ ການບຳລຸງຮັກສາທີ່ດີ.
9. ການສະກັດນ້ຳມັນ.
ເມັດຂອງຫມາກເຍົານຳໄປສະກັດນ້ຳມັນທີ່ສາມາດໃຊ້ກັບເຄື່ອງຈັກກາຊວນ ທີ່ມີຮອບຕ່ຳແທນນ້ຳມັນກາຊວນໄດ້ເຊັ່ນ: ເຄື່ອງຈັກສູບນ້ຳ, ລົດໄຖຂະຫນາດນ້ອຍ ປະຈຸບັນມີວິທີສະກັດນ້ຳມັນ 2 ແບບຄື:
1. ແບບງ່າຍ: ໂດຍນຳເມັດຫມາກເຍົາມາບົດໃຫ້ແຕກ ແລະ ຕາກແດດປະມານ 1 ຊົ່ວໂມງ ແລ້ວບີບດ້ວຍເຄື່ອງບີບອັດ ຕອງດ້ວຍຜ້າຂາວບາງໆ 2-3 ຊັ້ນ ຈະໄດ້ນ້ຳມັນ ແລະ ປ່ອຍໃຫ້ຕົກຕະກອນ 1-2 ຄືນ.
2. ແບບທີ່ໃຊ້ເຄື່ອງບີບອັດ: ເຄື່ອງບີບອັດແບບໄຮໂດລິກຈະໄດ້ນ້ຳມັນປະມານ 20-25% ແລະ ເຄື່ອງບີບອັດແບບລະບົບ ອັດກຽວຈະໄດ້ນ້ຳມັນປະມານ 25-30% ແຕ່ວິທີນີ້ຈະເຮັດໃຫ້ນ້ຳມັນຕົກຕະກອນຂ້ອນຂ້າງຫລາຍ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ ແຜນພັບ ກົມປູກຝັງ
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່: