ເຕັກນິກການໃສ່ຝຸ່ນໃນນາເຂົ້າ

ເຕັກນິກການໃສ່ຝຸ່ນໃນນາເຂົ້າ

ຝຸ່ນເປັນປັດໃຈໝື່ງທີ່ສໍາຄັນ ໃນການເພີ່ມຜົນຜະລິດເຂົ້າ, ເພາະວ່າຝຸ່ນແມ່ນອາຫານຕົ້ນຕໍຂອງຕົ້ນ ເຂົ້າ, ເມື່ອເຂົ້າໄດ້ກິນທາດອາຫານຢ່າງພຽງພໍຕາມຄວາມຕ້ອງການໃນແຕ່ລະໄລຍະແລ້ວ ທຸກພາກສວ່ນຂອງຕົ້ນເຂົ້າຈະເຕີບໃຫ່ຍຂະຫຍາຍຕົວໄດ້ຢ່າງສົມບູນ ແລະ ໃຫ້ຜົນຜະລິດສູງ. ຜົນການທົດລອງ ແລະ ວິໄຈດິນນາໃນປະເທດເຮົາໄດ້ພົບວ່າດິນນາຍັງມີລະດັບທາດໄນໂຕຣເຈນ (N) ແລະ ທາດຟົດສຟໍຣັດ (P) ຕໍ່າ.


• ຝຸ່ນທີ່ຄວນນໍາໃຊ້ໃນນາເຂົ້າລວມມີສອງຊະນິດຄື: ຝຸ່ນອົງຄະທາດ ແລະ ຝຸ່ນເຄມີ.
1. ຝຸ່ນອົງຄະທາດ ປະກອບດວ້ຍ ຂີ້ສັດທັງຫຼາຍ, ເຟືອງ, ແກບ, ຝຸ່ນບົ່ມ ທີ່ເຮັດດວ້ຍ: (ເສດຫຍ້າ; ເຟືອງ ແລະ ແກບ), ຝຸ່ນຂຽວ ແລະ ຝຸ່ນອົງຄະທາດທີ່ຜະລິດຈາກໂຮງງານ.
2. ຝຸ່ນເຄມີແມ່ນຝຸ່ນທີ່ປຸງແຕ່ງຈາກສານເຄມີດວ້ຍໂຮງງານ ຊຶ່ງມີການປະກອບທາດອາຫານຕົ້ນຕໍສໍາລັບພືດຄື: N; P ແລະ K ຕາມມາດຕາຖານທີ່ໄດ້ກໍານົດໄວ້. ຝຸ່ນເຄມີປະກອບມີ ຝຸ່ນປະສົມ ແລະ ຝຸ່ນດ່ຽວ:
– ຝຸ່ນປະສົມ ເປັນຝຸ່ນທີ່ໂຮງງານໄດ້ປຸງແຕ່ງໃຫ້ມີທາດອາຫານແຕ່ສອງທາດຂື້ນໄປ (NP ແລະ NPK) ຢູ່ໃນຖົງດຽວ (ຝຸ່ນໝາກ) ເປັນຕົ້ນແມ່ນຝຸ່ນສູດ 16-20-00; 18-46-00; 15-15-15 ແລະ ສູດອື່ນໆ.
– ຝຸ່ນດ່ຽວເປັນຝຸ່ນທີ່ໂຮງງານໄດ້ປຸງແຕ່ງໃຫ້ມີພຽງແຕ່ທາດອາຫານທາດດຽວ( N ຫຼື P ຫຼື K ) ຢູ່ໃນຖົງດຽວເປັນຕົ້ນ ແມ່ນຝຸ່ນສູດ 46-00-00 (ຝຸ່ນເລັ່ງ); 00-46-00 ແລະ 00-00-60 ( ຝຸ່ນໝາກໃສ່ຮອງພື້ນ).
• ຄຸນປະໂຫຍດຂອງຝຸ່ນ
– ຝຸ່ນເປັນແຫ່ງທາດອາຫານຕົ້ນຕໍໃຫ້ແກ່ຕົ້ນເຂົ້າຄື: ທາດ N ຈະເຮັດໃຫ້ຕົ້ນພືດໃຫ່ຍໄວ້; ໃບກວ້າງ; ມີສີຂຽວດີ; ສາມາດສັງເຄາະແສງໄດ້ດີ ແລະ ເຮັດໃຫ້ໝາກມີທາດບໍາລຸງສູງ, ທາດ P ( P2 O5 ) ເຮັດໃຫ້ຮາກພືດຂະຫຍາຍໄວ; ອອກດອກໄວ ແລະ ເຮັດໃຫ້ໝາກ ແລະ ແກ່ນໃຫ່ຍໄວ. ທາດ K (K2O) ເຮັດໃຫ້ລໍາຕົ້ນແຂງລົ້ມຍາກ; ຕິດໝາກດີ, ໝາກ ແລະ ໃບມີຄຸນນະພາບສູງ ( ມີລົດຊາດດີ )

ວິທີການນໍາໃຊ້ຝຸ່ນທີ່ຖືກຕ້ອງ.
1. ອັດຕາຝຸ່ນສໍາລັບລະດູນາປີ.
• ອັດຕາຝຸ່ນ N: ທີ່ໃສ່ໃນທຸກປະເພດເນື້ອດິນ ຕໍ່ ພັນເຂົ້າ ກຂ 10; ໂພນງາມ 1 ແມ່ນໃສ່ 60 ກລ N/ຮຕ; ສວ່ນພັນເຂົ້າທ່າດອກຄໍາ 1 ສາມາດໃສ່ໃນອັດຕາ 60-90 ກລ N/ຮຕ.
• ອັດຕາຝຸ່ນ P: ສໍາລັບທຸກແນວພັນເຂົ້າໃຫ້ໃສ່ຕາມປະເພດເນື້ອດິນຄື: ນາດິນຊາຍ; ຊາຍແກມຕົມ ແລະ ຕົມແກມຊາຍໃຫ້ໃສ່ 15-30 ກລ P2 O5/ຮຕ; ນາດິນຕົມ ແລະ ໝຽວໃຫ້ໃສ່ 30-45 ກລ P2 O5/ຮຕ.
• ອັດຕາຝຸ່ນ K: ສໍາລັບທຸກແນວພັນເຂົ້າໃຫ້ໃສ່ຕາມປະເພດເນື້ອດິນຄື: ນາດິນຊາຍ; ຊາຍແກມຕົມ ແລະ ຕົມແກມຊາຍໃຫ້ໃສ່ 20-30 ກລ K2O/ຮຕ; ນາດິນຕົມ ແລະ ໝຽວໃຫ້ໃສ່ 10-20 ກລ K2O/ຮຕ.


2. ອັດຕາຝຸ່ນສໍາລັບລະດູນາແຊງ.
• ອັດຕາຝຸ່ນ N ທີ່ໃສ່ໃນທຸກປະເພດເນື້ອດິນ ຕໍ່ ພັນເຂົ້າ ກຂ 10; ໂພນງາມ 1 ແມ່ນໃສ່ 60-80 ກລ N/ຮຕ; ສວ່ນພັນເຂົ້າທ່າດອກຄໍາ 1 ສາມດໃສ່ໃນອັດຕາ 90-120 ກລ N/ຮຕ.
• ອັດຕາຝຸ່ນ P ແລະ K ໃຫ້ໃສ່ຄືລະດູນາປີ.
ຕາຕະລາງ 1. ສູດ ແລະ ປະລິມານຝຸ່ນທີ່ຕ້ອງໃສ່ໃນນາປີ ແລະ ນາແຊງ ໃນລະດູທໍາອິດທີ່ຫາກໍ່ເລີ້ມໃສ່ຝຸ່ນ

ເນື້ອດິນ ຊະນິດຝຸ່ນ ( ສູດຝຸ່ນ )

ຈໍານວນຝຸ່ນ ( ກລ / ຮຕ )

ນາປີ     =    ນາແຊງ

ດິນຊາຍ 15-15-15 ຫຼື
16-20-00
46-00-00
 150     =      150
100      =      100
100      =      150
ຕົມແກມຊາຍ 15-15-15 ຫຼື
16-20-00
46-00-00
 200     =      200
150       =      150
75         =      100-125
ດິນຕົມ 16-20-00 ຫຼື
18-46-00
46-00-00
 200     =       200
75         =       75
60-100=       100-150
ດິນໝຽວ 16-20-00 ຫຼື
18-46-00
46-00-00
 225      =      225
100       =      100
50-100=       100-150

ສໍາລັບເລັ່ງໃນເມື່ອໃສ່ຝຸ່ນສູດ 18-46-00
3. ອັດຕາຝຸ່ນທີຄວນໃຊ້ສໍາລັບລະດູທີສອງ ແລະ ລະດູຕໍ່ໆໄປ ໃນນາທີ່ເຄີນໃສ່ຝຸ່ນມາແລ້ວ.
• ຝຸ່ນ N ແລະ K ໃຫ້ໃສ່ຕາມອັດຕາທີ່ເນາະນໍາສໍາລັບລະດູທໍາອິດ ( ຂໍ້ 2 )
• ຝຸ່ນ P ໃຫ້ໃສ່ທົດແທນຈໍານວນຝຸ່ນ P ທີ່ສູນເສຍໄປນໍາຜົນຜະລິດ ໂດຍໃຫ້ຄິດໄລ່ຕາມຜົນຜະລິດທີ່ໄດ້ໃນລະດູທີ່ຜ່ານມາ ( ຜົນຜະລິດເຂົ້າ 1 ໂຕນ ໄດ້ສູນເສຍຝຸ່ນ P2 O5 ໄປ ກລ ), ດັ່ງນີ້: ຕົວຢ່າງ ຜົນຜະລິດໃນລະດູທີ່ຜ່ານມາໄດ້ 3 ຕ/ຮຕ, ໃນລະດູຕໍ່ໄປຄວນໃສ່ຝຸ່ນ P2 O5 ຈໍານວນ = 3 X 7 = 21 ກລ/ຮຕ.
4. ໄລຍະເວລາ ແລະ ວທີການໃສ່ຝຸ່ນ.
• ໃສ່ຮອງພື້ນ: ໃຫ້ໃສ່ໃນໄລຍະກອ່ນຄາດຮອບສຸດທ້າຍ ຫາພາຍຫຼັງດໍາໄດ້ 7 ວັນ, ໃຫ້ໃສ່ຝຸ່ນສູດ 15-15-15 ຫຼື 16-20-00 ຫຼື 18-46-00 ຫຼື 46-00-00(ຝຸ່ນເລັ່ງ) ປະສົມ 00-46-00 ແລະ 00-00-60(ຝຸ່ນໝາກ) ໂດຍຄິດໄລ່ໃສ່ໃຫ້ຖືກຕາມອັດຕາທີ່ຕ້ອງໃສ່ຮອງພື້ນ.
• ໃສ່ເລັ່ງ: ແບ່ງຈໍານວນຝຸ່ນສູດ 46-00-00 ເປັນສອງສວ່ນເທົ່າກັນ: ຄັ້ງທີ່ໝື່ງໃສ່ໄລຍະເຂົ້າແຕກກໍພາຍຫຼັງດໍາໄດ້ 20-30 ວັນ(ເຂົ້າດໍ 20-25 ວັນ) ແລະ ຄັ້ງທີ່ສອງໃສ່ໄລຍະເຂົ້າຈໍ່ຮວງພາຍຫຼັງດໍາໄດ້ 40-55 ວັນ (ເຂົ້າດໍ 40-45 ວັນ) ຫ້າມບໍ່ໃຫ້ຫວ່ານຝຸ່ນເລັ່ງຫຼັງດໍາໄດ້ 56 ວັນຂື້ນໄປ, ເພາະວ່າຈະບໍ່ໄດ້ຮັບຜົນດີ ແລະ ຍັງມີການເສຍຫາຍຫຼາຍດ້ານຄື: ເສຍເງິນ; ແກ່ຍາວວັນເກັກ່ຽວ; ເກີດມີພະຍາດ ແລະ ສັດຕູພືດທໍາລາຍ.
• ການຫວ່ານຝຸ່ນຄວນຫວ່ານໃຫ້ສະໝໍ່າສະເໝີທົ່ວໄຮນາ
• ຖ້າຫາກມີການໃສ່ຝຸ່ນຄອກ; ຝຸ່ນບົ່ມ ຫຼື ໄຖກົບເຟືອງລົງໃສ່ນາຄວນໃສ່ຝຸ່ນສູດ 16-20-00 ຫຼື 18-46-00, ແຕ່ກົງກັນຂ້າມຖ້າບໍ່ໄດ້ນໍາໃຊ້ຝຸ່ນອົງຄະທາດຄວນໃສ່ຝຸ່ນສູດ 15-15-15. ເພາະວ່າຕ້ອງໄດ້ໃສ່ຝຸ່ນໃຫ້ພຽງພໍກັບຄວາມຕ້ອງການຂອງຕົ້ນເຂົ້າ ແລະ ຕ້ອງມີການດຸ່ນດຽ່ງທາດອາຫານໃນດິນ ລະຫວ່າງຂາເຂົ້າ ແລະ ຂາອອກ.
• ປະລິມານທາດອາຫານໃນດິນທີ່ສູນເສຍໄປນໍາຜົນຜະລິດ 1 ໂຕນ

ທາດອາຫານ ປະລິມານທາດອາຫານທີ່ຈຸບັນ

ເມັດເຂົ້າ  =   ເຟືອງ

ລວ່ມ ກລ/ຕ ຜົນຜະລິດ
N 1.0           =  0.5 15
P2O5 0.55        =   0.14 7
K2O 0.5          =   1.2 17

ສິ່ງທີ່ຄວນຈົດຈໍາ.
1. ພັນເຂົ້າຕ້ອງແມ່ນພັນປັບປຸງ.
2. ຕ້ອງຮູ້ຂະໝາດເນື້ອທີ່ນາແຕ່ລະໄຮ່.
3. ຕ້ອງແບ່ງຈໍານວນຝຸ່ນທີ່ຈະໃສ່ໃນແຕ່ລະຄັ້ງໃຫ້ຖືກຕາມເນື້ອທີ່ນາແຕ່ລະໄຮ່.
4. ຕ້ອງເລືອກສູດຝຸ່ນໃຫ້ຖືກກັບດິນນາ ແລະ ໃສ່ຕາມຄໍາແນາະນໍາໃນແຕ່ລະຄັ້ງ.
5. ບໍ່ໃຫ້ຫວ່ານຝຸ່ນໃນເວລາທີ່ໃບເຂົ້າປຽກ; ກອ່ນ ຫຼື ຫຼັງຝົນຕົກ; ນໍ້າລົ້ນຄັນນາ ແລະ ບໍ່ມີນໍ້າຢູ່ໃນໄຮ່ນາ.
6. ຕ້ອງເສຍຫຍ້າກອ່ນຫວ່ານຝຸ່ນທຸກຄັ້ງ ( ຖ້າວ່າມີຫຍ້າ )
7. ຕ້ອງໃສ່ຝຸ່ນຄອກ; ຝຸ່ນບົ່ມ; ແກບ; ເຟືອງ ຫຼື ຝຸ່ນອົງຄະທາດໂຮງງານເປັນປະຈໍາທຸກປີ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ: ກະຊວງກະສິກຳ ແລະ ປ່າໄມ້; ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ແຫ່ງຊາດ; ແຜນງານຄົ້ນຄ້ວາເຂົ້າແຫ່ງຊາດ; ໝວ່ຍງານປັບປຸງດິນ: ເຕັກນິກການໃສ່ຝຸ່ນໃນນາເຂົ້າ.
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່: